ວກ.ອອນ​ໄລ - ​ໂດຍຕອບສະໜອງຕາມຄຳ​​ເຊື້ອເຊີນຂອງທ່ານ​ ຫງວຽນ​ຊວນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ, ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແລະ ພັນ​ລະ​ຍາ ພ້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ແຫ່ງ ສປປ ລາວ ດຳ​ເນີນ​ການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ ສສ ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 15 – 17 ພຶດສະພາ 2016. ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ ຂອງທ່ານ​ ທອງ​ລຸນ ສີ​ສຸ​ລິດ ​ໃນ​ຖານະນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ, ​ເຊິ່ງຢັ້ງຢືນ​ໃຫ້​​ເຫັນ​ວ່າ​ຫວຽດນາມ ​ແລະ ລາວ ສືບ​ຕໍ່​ໃຫ້​ຄວາມສຳຄັນ​ແກ່​ການ​ຮັກສາ ​ແລະ ຊຸກຍູ້​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສອງ​ປະ​ເທດ ​ໃນ​ໄລຍະ​ໃໝ່.

ທ່ານ ຫງວຽນຊວນຝຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ ຫງວຽນ​ຊວນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ; ​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ; ພົບ​ປະຫາລື​ກັບ​ທ່ານ​ນາງ ຫງວຽນ​ທິກີມ​ເງິນ​ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ດິງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິ​ນ; ​ວາງ​ພວງມາລາທີ່​ອະນຸສາວະລີ​ນັກ​ຮົບ​ວິລະ​ຊົນ​ທີ່​ໄດ້​ເສຍສະ​ຊີວິດ; ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ສຸສານ​ປະທານ​ໂຮ່ຈີ​ມິນ.

ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ແຫ່ງ​ໄມຕີ​ຈິດ​ມິດຕະພາບ ເຊື່ອ​ຖື​​ໄວ້​ວາງ​ໃຈ ​ແລະ ຮັກ​ແພງ​ຖານ​ອ້າຍ​ນ້ອງ. ສອງ​ຝ່າຍສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ທີ່​ໄດ້​ຮັບ​ການ​ປັບປຸງຄູນ​ສ້າງ, ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ມື້​ນັບ​ຜູກ​ພັນ​ສະ​ນິດ​ແໜ້ນນຳ​ກັນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ພິ​ເສດ, ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລາວ ​ໄລຍະ​ປີ 2011-2015 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ສຳ​ເລັດ​ຜົນເປັນ​ຢ່າງ​ດີ, ປະກອບສ່ວນ​ປັບປຸງ ​ແລະ ຂະຫຍາຍ​ສາຍ​ພົວພັນ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ. ສອງ​ຝ່າຍ​ກໍ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ທີ່​ຈະ​ສືບ​ຕໍ່​ຮັກສາ ​ແລະ ຂະຫຍາຍສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ພິ​ເສດ​ຫວຽດນາມ - ລາວ, ຖື​ວ່າ​ມັນ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ ທີ່​ຕ້ອງ​ໄດ້​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ຖ່າຍ​ທອດ​ໃຫ້​ເຊັ່ນ​ລູກ​ເຊັ່ນ​ຫຼາຍ.

ສອງ​ຝ່າຍ​ຢັ້ງຢືນ​ ຈະ​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ເປັນ​ຢ່າງ​ດີ ສັນຍາ ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ ກ່ຽວ​ກັບການ​ເພີ່​ມທະວີ​ຄວາມ​ພົວພັນ​ດ້ານ​ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ກໍ່​ຄື​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ; ​ເຫັນ​ດີເປັນເອກະ​ພາບ​ກັນ​ຊີ້​ນຳບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານປີ 2016 ​ແລະ ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດນາມ - ລາວ ​ໄລຍະປີ 2016-2020 ​ໃຫ້​ໄດ້​ເປັນ​ຢ່າງ​ດີ; ສືບ​ຕໍ່​ບູລະນະ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ​ເພື່ອ​​ໃຫ້​ກົນ​ໄກ​ນີ້​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສົມທົບ​ກັນຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ສຳຄັນ ​ເຊິ່ງສອງ​ປະ​ເທດ​ຫາ​ກໍ່​ລົງ​ນາມ​ໃນ​ປີ 2015; ຢັ້ງຢືນ​ຈະ​ສົມທົບ​ກັນ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ ອະນຸສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມືດ້າການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໄລຍະ​ປີ 2016-2020. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກໍ່ສ້າງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ສົມທົບ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ ​ແລະ ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນ້ຳຂອງ​ແມ່​ນ້ຳຂອງ​ຢ່າງ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ.

​ເນື່ອງ​​ໃນ​ໂອກາດ​ນີ້, ​ນາຍົກລັດຖະມົນຕີຂອງ​ສອງ​ປະ​ເທດ ​ໄດ້​ເປັນ​ສັກຂີ​ພະຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຈຳນວນ​ໜຶ່ງ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຂອງ​ຫວຽດນາມ ​ແລະ ລາວ; ​ເປັນ​ສັກຂີ​ພະຍາ​ນພິທີ​ມອບ​ເງິນ​ຊ່ວຍ​ເຫຼືອ 200.000 ​ໂດ​ລາ​ສະຫະລັດ ຂອງ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ຫວຽດນາມ (VietinBank) ​ໃຫ້​ແກ່​ການ​ພັດທະນາ​ວຽກ​ງານ​ສະຫວັດດີ​ການ​ສັງຄົມ​ຂອງ​ລາວ.

ຜົນສຳ​ເລັດ​ອັນ​ດີງາມ​ແຫ່ງ​ການ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ທ່ານທອງ​ລຸນ ສີ​ສຸ​ລິດ ​ແລະ ພັນ​ລະ​ຍາ ປະກອບສ່ວນ​ປັບປຸງ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ສືບ​ຕໍ່​ຂະຫຍາຍຕົວ ​ແລະ ​ແຕກ​ດອກ​ອອກ​ຜົນ​ໃໝ່, ຕອບ​ສະໜອງ​ຄວາມ​ຄອງ​ຄອຍ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ຄວາມ​ພັດທະນາ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ໃນ​ໂລກ./.

​ໂດຍ ທູ່​ຍລີງ