ວກ.ອອນ​ໄລ - ​ໂດຍ​ຕອງ​ສະໜອງ​ຕາມ​ຄຳເຊື້ອເຊີນ​ຂອງ​ທ່ານ ວະ​ລາ​ດີ​ເມຍ ປູ​ຕີນ ປະທານາທິບໍດີ​ແຫ່ງ​ສະຫະພາບ​ລັດ​ເຊຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ນຳ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ​​ສຸດ​ຍອດ ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ສົນທະນາ ອາ​ຊຽນ - ລັດ​ເຊຍ ຄົບຮອບ 20 ປີ ຢູ່​ທີ່ນະຄອນ ​ໂຊ​ຈີ, ສະຫະພາບ​ລັດ​ເຊຍ, ​ແຕ່​ວັນ​ທີ 19 – 20 ພຶດສະພາ 2016.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ (ຜູ້ຢືນທີສອງທາງຂວາ) ແລະ ບັນດາການນຳທີ່ເຂົ້າຮ່ວມກອງປະຊຸມສຸດບອດ ອາຊຽນ - ສະຫະພາບລັດເຊຍ ຢູ່ທີ່ນະຄອນ ໂຊຈີ, ລັດເຊຍ (ພາບ: TTXVN)

ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ ຫງວຽນ​ຊວນ​ຝຸກ ​ໃນ​ຖານະນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ​ສະຫະພາບ​ລັດ​ເຊຍ ​ແລະ ​ໄດ້​ສະ​ແດງ​ຢ່າງ​ຈະແຈ້ງ​ເຖິງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ​ໃນ​ການ​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມມື​ຮອບດ້ານ ​ແລະ ກ້າວໜ້າ​ລະຫວ່າງ ອາ​ຊຽນ - ​ລັດ​ເຊຍ.

ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້ພ້ອມກັບ​ການ​ນຳ ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​​ເຈລະຈາແລກປ່ຽນກ່ຽວ​ກັບ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ທີ່​ສຳຄັນ, ພ້ອມ​ນັ້ນ ​ກໍ່​ສະ​ເໜີ​ບັນດາ​ມາດ​ຕະການ​ບຸລິມະ​ສິດ​ກ່ຽວ​ກັບ (1) ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ຄວາມ​ໝັ້ນຄົງ​ທີ່​ເວທີ​ປາ​ໄສ​ຕ່າງໆ, ກົນ​ໄກ​ພາກ​ພື້ນ​ໂດຍ ອາ​ຊຽນ ຖື​ບົກ​ບາດ​ເປັນ​ເຈົ້າພາ​ທາງ, ​ເປັນ​ຕົ້ນ​ແມ່ນ ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ໃນ​ເຂດ​ທະ​ເລ, ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ອາ​ດຊະ​ຍາ​ກຳ​ຂ້າມ​ຊາດ; (2) ​ເສີມ​ຂະຫຍາຍ​ຢ່າງ​ສຸດ​ຂີດ ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ​ ເພື່ອ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ, ພະລັງງານ ​ແລະ ການທ່ອງທ່ຽວ, ​ໃນ​ນັ້ນ​ມີ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ - ​ລັດ​ເຊຍ ​ໄດ​ຍ​​ໄວ; ຫວັງ​ວ່າ​ ລັດ​ເຊຍ ​ຈະ​ຊ່ວຍ​ໜູນ​ໃຫ້​ແກ່​ ແຜນ​ແມ່​ບົດ​ການ​ເຊື່ອມ​ຈອດ ອາ​ຊຽນ, ຂໍ້​ຄິດ​ລິ​ເລິ່ມການ​ເຊື່ອມ​ໂຍງ​ອາ​ຊຽນ, ບັນດາ​ໂຄງການ​ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ; ສອງ​ຝ່າຍ​ພ້ອມ​ກັນ​ຈັ້ງ​ຕັ້ງ​ເປັນ​​ໄລຍະ ການວາງສະ​ແດງ​ເສດຖະກິດ-ການ​ຄ້າ ອາ​ຊຽນ - ​ລັດ​ເຊຍ ຢູ່​ປະ​ເທດ​ລັດ​ເຊຍ; ​ແລະ (3) ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ - ສັງຄົມ, ບຸລິມະສິດ​ໃຫ້​ແກ່​ການ​ພັດທະນາ​ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ແລກປ່ຽນ​ວັດທະນະທຳ, ​ແລກປ່ຽນ​ນັກ​ສຶກສາ ​ແລະ ຊາວ​ໜຸ່ມ, ຮັັບມື​ກັບການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ ​ແລະ ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ຍົກ​ໃຫ້​ເຫັນເຖິງ​ທັດ​ສະ​ນະ ຫຼັກ​ໝັ້ນ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢັ້ງຢືນ​ວ່າ ​ສັນຕິ​ພາບ ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ມີຄວາມ​ໝາຍສຳຄັນ​ຍິ່ງ​ຕໍ່​ສັນຕິພາບ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ເຖິງ​ຄວາມ​ຮຽກ​ຮ້ອງຕ້ອງການ​ອັນ​ຮີບ​ດ່ວນ​ແມ່ນ ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ຕ້ອງອົດທົນ​ອົດ​ກັ້ນ, ຢຸດຕິ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ທີ່​ເຮັດ​ໃຫ້​ສະພາບ​ການ​ດັ້ງ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປ່ຽນ​ແປງ​ໄປ ​ເຊິ່ງ​ເປັນ​ການຝືນ​ກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ກໍ່​ຄື​ກັບ​ກົດໝາຍ​ສາກົນ, ບໍ່​ຫັນ​ເປັນ​ການ​ທະຫານ​ຢູ່​ເຂດ​ທະ​ເລ​ນີ້, ຊຸກຍູ້​ການ​ສົນທະນາ​ເຈລະຈາ​ເພື່ອ​ແກ້​ໄຂ​ຂໍ້ພິພາດ ​ແລະ ພ້ອມ​ກັນ​ເຈລະຈາ​ກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ້​ມີ​ຜົນ​ຕົວ​ຈິງ​ໂດຍ​ໄວ, ​ເຄົາລົບ​ນັບຖື​ບັນດາ​ລຳດັບ​ດຳ​ເນີນ​ການ​ທູດ ​ແລະ ກົດໝາຍສາກົນ, ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ສ້າງ​ຄວາ​ມ​ໄວ້​ວາງ​ໃຈ​ ​ແລະ ການ​ທູດ​​ແບບປ້ອງ​ກັນ.

​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​​ໄດ້ດຳ​ເນີນ​ການ​ພົບ​ປະ​ຫາລື​ສອງ​ຝ່າຍ​ຕ່າງໆ​ເຊັ່ນ: ​ເຂົ້າພົບ​​ທ່ານ ວະ​ລາ​ດີ​ເມຍ ປູ​ຕີນ ປະທານາທິບໍດີ​ແຫ່ງ ​ສະຫະພາບ​ລັດ​ເຊຍ, ພົບ​ປະຫາລືກັບ ສົມ​ເດັດ ເດ​ໂຊ ຮຸນ ເຊ​ນ ນາຍົກ​ລັດຖະມົນຕີ​ ກຳປູ​ເຈຍ, ທ່ານ ​ໂຈ​​ໂກ ວີ​​ໂດ​ໂດ ປະທານາທິບໍດີ ອິນ​ໂດ​ເນເຊຍ, ທ່ານ ອູ​ຕິນ ຈໍ ປະທານາທິບໍດີ ມຽນມາ, ທ່ານ ລີ ຊຽນລຸງ ນາ​ຍົກ​ລັດຖະມົນຕີ ສິງກະ​ໂປ, ທ່ານ ນາ​ຈິບ ຣາຊັກ ນາຍົກລັດຖະມົນຕີ ມາ​ເລ​ເຊຍ ​ແລະ ທ່ານ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ.

​ໃນ​ການ​ພົບ​ປະ​ເຫຼົ່ນ​ນັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ມາດ​ຕະການ, ທິດ​ທາງ​ຕ່າງໆ ​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ຂະຫຍາຍຕົວ​ຍິ່ງ​ກວ່າ​ອີກ.

​ໃນ​ການ​ພົບ​ປະ​ກັບ​ທ່ານ ວະ​ລາ​ດີ​ເມຍ ປູ​ຕີນ ປະທານາທິບໍດີລັດ​ເຊຍ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ກ່ຽວ​ກັບ​ຜົນສຳ​ເລັດ​ທີ່​ຕັ້ງໜ້າ​ ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ​ ຕ້ອງ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຍົກ​ສູງ​ມູນ​ຄ່າ​ການ​ຄ້າ, ປະຕິບັດ​ສັນ​ຍາ​ການ​ຄ້າ​ເສລີ​ ລະຫວ່າງ​ຫວຽດນາມ - ສະຫະພັນ​ເສດຖະກິດ​ອາຊີ-​ເອຣົບ ​ໃຫ້​ໄດ້​ຮັບ​ຜົນ​ດີ, ສູ້​ຊົນ​ໃຫ້​ໄດ້ 10 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020; ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ການ​ລົງທຶນ, ພັດທະນາ​ການທ່ອງທ່ຽວ ​ແລະ ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຍົກ​ສູງ​ປະສິດທິ​ຜົນຂອງ​ບັນດາ​ໂຄງການ ​ແລະ ​ແຜນການ​ຮ່ວມ​ມື​ຈຸດ​ໜັກ ກ່ຽວ​ກັບ​ພະລັງງານ, ນ້ຳມັນ​ອາຍ​ແກັດ, ​ໄຟຟ້ານິວ​ເກຼຍ, ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ - ກໍ່ສ້າງ​,...

ໃນ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ຈະ​ສຳ​ເລັດ​ໂດຍ​ໄວ ​ການ​ເຈລະຈາ​ແລະ​ເຊັນສັນຍາຕ່າງໆ ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ດ້ານ​ກົດໝາຍ, ກ່ຽວ​ກັບການ​ບໍລິການ, ກ່ຽວ​ກັບ​ການ​ເດີນ​ອາກາດ ​ແລະ ກ່ຽວ​ກັບ​ການ​ສຶກສາ; ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມືລົງທຶນ, ການ​ຄ້າ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ ມະຫາ​ສະໜຸດ, ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ຕ້ານ​ໂຈນ​ສະ​ລັດ, ກູ້​ໄພ ກູ້​ຊີບ​ໃນ​ທະ​ເລ; ສືບ​ຕໍ່​ພິຈາລະນາ​ເພື່ອ​ຮັບ​ແຮງ​ງານຫວຽດນາມ​ໄປ​ເຮັດ​ວຽກ​ຢູ່​ມາ​ເລ​ເຊຍ.

ໃນ​ການ​ພົບ​ປະ​ກັບນາຍົກ​ລັດຖະມົນຕີ​ໄທ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສົມທົບ​ກັນ​ຊີ້​ນຳການ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ ​ແລະ ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ ໃນການປະຊຸມຄະນະລັດຖະມົນຕີຮ່ວມຫວຽດນາມ - ​ໄທ ຄັ້ງ​ທີສາມ (​ເດືອນ​ກໍລະກົດ 2015) ​ແລະ ​ໂຄງການ​ເຄື່ອນ​ໄຫວ​ຜັນຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ໄລຍະ 2014 - 2018 ​ໃຫ້​ໄດ້​ຮັບ​ຜົນ​ຕົວ​ຈິງ.

ໃນ​ການ​ພົບ​ປະ​ກັບ​ນາຍົກ​ລັດຖະມົນຕີ ກຳປູ​ເຈຍ, ທ່ານ​ນາຍົກ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ຊຸກຍູ້​ການ​ປະຕິບັດບັນດາ​ສັນຍາ, ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ​ ໃຫ້​ໄດ້​ຮັບ​ຜົນ​ດີ. ມານະ​ພະຍາຍາມ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ວຽກ​ງານ​ປັກ​ຫຼັກ​ໝາຍຊາຍ​​ແດນ​ໃນ​ພື້ນ​ດິນ, ບັນຫາ​ຖານະ​ນິຕິ​ທຳ​ຂອງ​ຊາວ​ຫວຽດນາມ​ຕ່າງ​ດ້າວ​ຢູ່ກຳ​ປູ​ເຈຍ ແລະ ​ແກ້​ໄຂ​ຂໍ້​ຫຍຸ້ງຍາກ​ທາງ​ດ້ານ​ກົນ​ໄກ, ນະ​ໂຍບາຍ​ໃຫ້​ນັກ​ລົງທຶນ​ຫວຽດນາມ​ທີ່​ລົງທຶນ​ຢູ່ກຳ​ປູ​ເຈຍ.

ໃນ​ການ​ພົບ​ປະ​ກັບ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ, ສອງ​ຝ່າຍ​ໄດ້​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ຊຸກຍູ້ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ; ຫາ​ວິທີ​ແກ້​ໄຂຄວາມ​ຫຍຸ້ງຍາກ​ ເພື່ອ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ສູ້​ຊົນ​ບັນລຸ​ເປົ້າ​ໝາຍ 8 ຕື້​ໂດ​ລາ​ສະຫະລັ​ດ​ໃນ​ປີ 2018; ຍູ້​ແຮງ​ການ​ເຈລະຈາ​ເພື່ອ​ກຳນົດ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ສອງ​ປະ​ເທດ​ໃນ​ທະ​ເລ​ຕາ​ເວັນ​ອອກ.

ໃນ​ການ​ພົບ​ປະ​ກັບ​ປະທານາທິບໍດີ ມຽນມາ, ສອງ​ຝ່າຍ​ຢືນຢັນ​ຄວາ​ມປະສົງ​ຢາດ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ໃຫ້​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ ​ແລະ​ ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​​ແມ່ນ​ໃນ​ບັນດາ​ຊົງ​ເຂດ​ການ​ລົງທຶນ, ການ​ຄ້າ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ຂະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ; ​ເພີ່ມ​ທະວີ​ການ​ສົມທົບ​ຢູ່​ມີ່​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ…

ໃນ​ການ​ພົບ​ປະ​ກັບ​ນາຍົກ​ລັດຖະມົນຕີ ສິງກະ​ໂປ, ສອງ​ຝ່າຍ​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ຂະຫຍາຍຕົວທີ່​ດີງາມ​ ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽ​ດນາມ - ສິງກະ​ໂປ. ປີ 2015, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ເພີ່ມຂຶ້ນ 10%, ບັນລຸ 16 ຕື້​ໂດ​ລາ​ສະຫະລັ​ດ; ສິງກະ​ໂປ​ເປັນ​ຜູ້​ລົງທຶນ​ແຖວ​ໜ້າ​ຢູ່​ຫວຽດນາມ ດ້ວຍ​ລວມຍອດ​ເງິນ​ລົງທຶນ 36,5 ຕື້​ໂດ​ລາ​ສະຫະລັ​ດ​…

ໃນບັນ​ດາກ​ານ​ພົບ​ປະຫາລື​ສອງ​ຝ່າຍ​ເຫຼົ່ານີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ແລະ ບັນດາ​ການ​ນຳ​ຂອງ​ລັດ​ເຊຍ, ອາ​ຊຽນ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ​ຈຳນວນ​ໜຶ່ງ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ທ່ານ​ການ​ນຳ​ລ້ວນ​ແຕ່​ຢັ້ງຢືນ​ຄວາມສຳຄັນ​ ຂອງ​ການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ ກໍ່​ຄື​ຂໍ້​ຕົກລົງ​ພາກ​ພື້ນ ​ເພື່ອ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ເດີນ​ອາກາດ​ຢູ່​ທະ​ເລ​ຕາ​ເວນ​ອອກ.

​ໃນ​ຂອບ​ຂອງ​ກອງ​ປະຊຸມ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ແລະ ບັນດາ​ການ​ນຳຂອງອາ​ຊຽນ - ​ລັດ​ເຊຍ ຍັງ​ໄດ້​ຕ້ອນຮັບ​ບັນດາ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຂອງ ອາ​ຊຽນ ​ແລະ ລັດ​ເຊຍ ທີ່​ມາ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາ​ຊຽນ - ​ລັດ​ເຊຍ, ພົບ​ປະ​ກັບ​ຜູ້ຕາງໜ້າ​ຄະນະ​ກຳມະການ​ຮ່ວມ​ມື​ອາຊີ-​ເອີຣົບ (EAEU), ອົງການ​ຄວາມ​ຮ່ວມ​ມື​ຊ່ຽງ​ໄຮ້ (SCO) ​ແລະ ຄະນະ​ເລຂາທິການ ອາ​ຊຽນ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ວິວັດ​ການ​ເຊື່ອມ​ຈອດ​ເສດຖະກິດ​ອາຊີ-​ເອຣົບ ກັບພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ​ລັດ​ເຊຍ ​ໄດ້​ດຳ​ເນີນ​ໃນ​ເວລາ​ສອງ​ວັນ​ເທົ່າ​ນັ້ນ ​ແຕ່​ກໍ່​ບັນລຸ​ບັນດາ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ ​ເຊິ່ງບໍ່​ພຽງ​ແຕ່​ເປັນ​ຫຼັກ​ໝາຍ​ໃໝ່ ດ້ວຍ​ບັນດາ​ມາດ​ຕະການ​ອັນ​ລະອຽດ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ສົນທະນາອາ​ຊຽນ - ​ລັດ​ເຊຍ ​ໃຫ້​ຂະຫຍາ​ຕົວ​ຍິ່ງ​ກວ່າ​ອີກ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ເຫັນ​ເຖິງ​ບົດບາດ​ຂອງ​ຫວຽດນາມ, ປະ​ເທດ​ສະມາຊິກ​ທີ່​ຍາ​ມ​ໃດ​ກໍ່​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ຄວາມ​ຈະ​ເລີ​ນພັດທະນາ​ຂອງ​ປະຊາ​ຄົມອາ​ຊຽນ./.

ສັງ​ລວມ​ໂດ​ຍ ບນ