ວກ. - ​ໃນ​ຊຸມ​ປີ​ທີ່​ຜ່ານມາ, ວຽກ​ງານ​ການ​ຕ່າງປະ​ເທດ​​ທ້ອງ​ຖິ່ນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ເຈົ້າ​ການ ຕັ້ງໜ້າ ຄົບ​ຊຸດ ຮອບດ້ານ; ກາຍ​ເປັນ​ສ່ວນ​ປະກອບ​ໜຶ່ງ​ທີ່​ສຳຄັນ​ ຂອງ​ວຽກ​ງານພົວພັນ​ຕ່າງປະ​ເທດຫວຽດນາມ, ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ເຊື່ອມ​ໂຍງ​ສາກົນ​ຂອງ​ປະ​ເທດ​ຊາດ.

ກອງປະຊຸມລາຍງານແລກປ່ຽນຕາມສາຍອິນເທີເນັດ ກ່ຽວກັບວຽກງານການຕ່າງປະເທດທ້ອງຖິ່ນ ປີ 2014 ແລະ ທິດທາງຜັນຂະຫຍາຍໜ້າທີ່ປີ 2015. (ພາບ: vov)

ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດຂອງ​​ທ້ອງ​ຖິ່ນ ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ

ທີ​ໜຶ່ງ, ການ​​ຕ່າງປະ​ເທດຂອງ​​ທ້ອງ​ຖິ່ນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ ບົນ​ພື້ນຖານບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ສ້າງ​ໃຫ້​ມີ​ການ​ສົມທົບ​ຢ່າງ​ເຂົ້າ​ແກັບ​ເຂົ້າ​ເກ​ຍ ລະຫວ່າງບັນດາ​ຊ່ອງ​ສາຍການຕ່າງປະ​ເທດ ​ແລະ ​ອົງການ​ຮັບຜິດຊອບ​ສະ​ເພາະ​ກ່ຽວ​ກັບການ​​ຕ່າງປະ​ເທດ ກັບ ບັນດາ​ທ້ອງ​ຖິ່ນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນງານ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ​ໃນ​ການ​ສ້າງ​ໃຫ້​ມີ​ທ່າ ​ແລະ ກຳລັງ​ແຮງ​ໃຫ້​ປະ​ເທດ​ຊາດ. ບັນດາ​ທ້ອງ​ຖິ່ນ​ໄດ້​ເອົາ​ໃຈ​ໃສ່​ຊີ້​ນຳບັນດາ​ອົງການ​ວິຊາ​ສະ​ເພາະ ​ໃນ​ການຈັດ​ຕັ້ງ​ເຊື່ອມ​ຊືມ ​ແລະ ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ ກ່ຽວ​ກັບການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ, ປະຕິ​ບັດ​ຂໍ້​ກຳນົດ​ຕ່າງໆ​ຂອງ​ລັດ​ ກ່ຽວ​ກັບການ​ຄຸ້ມ​ຄອງ​ບໍລິຫານ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ, ຈາກ​ນັ້ນ ປະກາດ​ໃຊ້​ບັນ​ດາ​ເອກະສານ​ທີ່​ລະອຽດ, ສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ, ພ້ອມ​ນັ້ນ​ກໍ່​ກວດຄືນ​ບັນດາ​ຂໍ້​ກຳນົດ​ແຕ່​ກ່ອນ ​ເພື່ອ​ແກ້​ໄຂ ​ປັບປຸງ ເພີ່ມ​ເຕີມ ​ໃຫ້​ມັນ​ສອດຄ່ອງ​ກັບ​ຂໍ້​ກຳນົດ​ໃໝ່​ຂອງ​ສູນ​ກາງ, ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ຮອບດ້ານ ​ແລະ ມີ​ປະສິດທິ​ຜົນ.

ຄະນະ​ພັກ​ແຂ​ວງ, ຄະນະ​ປະຈຳການ​ພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງຢູ່​ແຂວງ​ຕ່າງໆ ຊີ້ນຳ​ຢ່າງ​ໃກ້ຊິດ​ໃຫ້​ບັນດາ​ສຳນັກງານ​ອົງການ ກົມ​ກອງ​ໃນທ້ອງຖິ່ນ ປະຕິບັດ​ຖືກຕ້ອງ​ຕາມຂໍ້​ກຳ​ນົກ​ກ່ຽວ​ກັບ​ການຈັດ​ຕັ້ງ​ຄະນະ​ຜູ້​ແທນ, ທິມງານ ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ແລະ ຄຸ້ມ​ຄອງ​ເປັນ​ຢ່າງ​ດີ​ຕໍ່​ຄະນະ​ຜູ້​ແທນ ທິມງານ​ຕ່າງປະ​ເທດ​ທີ່​ເຂົ້າ​ມາ​ຢ້ຽມຢາມ ​ແລະ​ເຮັດ​ວຽກ​ຢູ່​ໃນ​ທ້ອງ​ຖິ່ນ ຕາມ​ຈິດ​ໃຈ​ປະຢັດ ​ແລະ​ມີ​ປະສິດທິ​ຜົນ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ສ້າງ, ປະກາດ​​ໃຊ້​ໂຄງການ​ດຳ​ເນີນຂົນຂວາຍ​ການ​ຊ່ວຍ​ເຫຼືອກ່ຽວ​ກັບ​ວຽກ​ງານ​ນອກ​ພາກ​ລັດ​ຕ່າງປະ​ເທດ, ​ແຜນການ​ຜັນຂະຫຍາຍ​ແຫຼ່ງຂົນຂວາຍ​ນອກ​ພາກ​ລັດ​ຕ່າງປະ​ເທດ; ສ້າງ​ຕັ້ງ​ຄະນະ​ປະຕິບັດ​ງານ​ນອກ​ພາກ​ລັດ​ຕ່າງປະ​ເທດ ​ແລະ ໜ່ວຍງານ​​ຊ່ວຍ​ວຽກ​​ໃຫ້ຄະນະ​ປະຕິບັດ​ງານ ​ເພື່ອ​ແນ​ໃສ່​ຊີ້​ນຳ ​ແລະ ປະສານ​ການ​ເຄື່ອນ​ໄຫວ​ຂົນຂວາຍ ​ແລະ ຮັບ​ເອົາ, ນຳ​ໃຊ້​ ເງິນ​ຊ່ວຍ​ເຫຼືອ​ຂອງ​ອົງການ​ນອກ​ພາກ​ລັດຕ່າງປະ​ເທດ ​ເຂົ້າ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ.

ທີ​ສອງ, ວຽກ​ງານ​ພົວພັນເສດຖະກິດ​ກັບ​ຕ່າງປະ​ເທດ, ຍາດ​ແຍ່ງ​ເອົາ​ແຫຼ່ງພະລັງ​ຕ່າງໆ ​ເພື່ອພັດທະນາ​ເສດຖະກິດ - ສັງຄົມ​ທ້ອງ​ຖິ່ນ ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ບັນລຸ​ຜົນສຳ​ເລັດ​ອັນ​ຕັ້ງໜ້າ​ຫຼາຍ​ຢ່າງ. ບັນດາ​ຄູ່​ພົວພັນ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ ນັບ​ມື້​ນັບ​ຂະຫຍາຍຕົວ​ເຂົ້າ​ສູ່​ເນື້ອ​ແທ້ ​ແລະ ມີ​ປະສິດທິ​ຜົນ​ດີ, ປະກອບສ່ວນ​ເພີ່ມ​ທະວີໄມຕີຈິດ​ມິດຕະພາບ, ຄວາມ​ພົວພັນ​ໃກ້ຊິດຕິດ​ແໜ້ນ ​ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ກັບ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ອື່ນ, ພ້ອມ​ນັ້ນ ກໍ່​​ເປີດ​ເທສະ​ການ​ຮ່ວມ​ມື​ໃໝ່​ຢູ່​ຫຼາຍ​ແຫ່ງ.

ນອກ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ກໍ່​ໄດ້​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດຫຼາຍ​ຮູບ​ຫຼາຍ​ແບບ ຢ່າງ​ໄຫວ​ພິບ, ປະກອບສ່ວນ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມືຂອງ​ທ້ອງ​ຖິ່ນ ​ກັບບັນ​ດາ​ຄູ່​ຮ່ວມ​ມື​ໃນ​ໂລກ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ໂຄສະນາ ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ທ້ອງ​ຖິ່ນ​ເວົ້າ​ໂດຍ​ສະ​ເພາະ ​ແລະ​ຂອງ​ຫວຽດນາມ​ເວົ້າ​ລວມ ​​ໄປ​ຍັງ​ທົ່ົວ​ໂລກ. ປີ 2015, ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ​ ສືບ​ຕໍ່​ລົງ​ນາມ​ໃນຂໍ້​ຕົກ​ລົງ, ບົດ​ບັນທຶກ​ການ​ຮ່ວມ​ມື ກັບ​ບັນດາ​ທ້ອງ​ຖິ່ນ​ຂອງປະ​ເທດ​ເພື່ອນ​ບ້ານ ກໍ່​ຄື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ອື່ນ​ໃນ​ຫຼາຍ​ທະວີບ; ບາ​ງທ້ອງ​ຖິ່ນ​ຍັງ​ໄດ້​ເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມື​​ກັບ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ຕ່າງປະ​ເທດໃນ​ຫຼາຍ​ຂົງ​ເຂດ. ຄິດ​ຮອດ​ທ້າຍ​ປີ 2015, ​ຈຳນວນຂໍ້​ຕົກລົງ​ສາກົນທີ່​ຫວຽດນາມໄດ້​ລົງ​ນາມ​ແລ້ວ​ນັ້ນ​ມີ 114 ສະບັບ, ​ໃນ​ນັ້ນ 41 ສະບັບ​ແມ່ນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ກັບ​ບັນດາ​ທ້ອງ​ຖິ່ນຂອງປະ​ເທດອື່ນ. ​ໂດ​ຍພື້ນຖານ, ບັນດາຂໍ້​ຕົກລົງ​ສາກົນທີ່​ໄດ້​ລົງ​ນາມ​ແມ່ນ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ເສດຖະກິດ, ສົ່ງ​ເສີມ​ການ​ຄ້າ ການ​ລົງທຶນ, ຄຸ້ມ​ຄອງ​ຕົວ​ເມືອງ, ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ, ບັນດາ​ໂຄງການ ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ​ການພັດທະນາ​​ເສດຖະກິດສີຂຽວ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິອາກາດ, ອະ​ນຸຮັກ​ຄວາມ​ຫຼາກ​ຫຼາຍ​ດ້ານ​ຊີວະ​ພາບ.

ບັນດາ​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ອົງການ​ສູນ​ກາງ, ບັນດາ​ອົງການ​ຕາງໜ້າ​ການ​ທູດ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເພື່ອ​ຜັນ​ຂະຫຍາຍ​ແຜນການເຜີຍ​ແຜ່, ສົ່ງ​ເສີມ​ການ​ລົງທຶນ, ການທ່ອງທ່ຽວ, ການ​ຄ້າ​ຢູ່​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ອົງການ​ຕາງໜ້າ​ການ​ທູດ​ໄດ້ຊ່ວຍ​ເຫຼືອ​ທ້ອງ​ຖິ່ນສົ່ງ​ນອກ​ໝາກ​ລິ່ນ​ຈີ, ໝາກ​ແກ້ວ​ມັງກອນ ​ໄປ​ຍັງ​ຕະຫຼາດ​ສະຫະລັດ​ອາ​ເມຣິກາ ​ແລະ ອົດ​ສະຕຣາລີ; ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂະໜາດ​ໃຫຍ່​ຢູ່​ຕ່າງປະ​ເທດ, ​ເຊັ່ນຮ່ວມ​ງານ​ມະຫາ​ກຳຫວຽດນາມ​ຢູ່ ກາ​ນາຄາ​ວາ (ຍີ່ປຸ່ນ), ບັນດາ​ເວທີ​ປາ​ໄສ​ການ​ຮ່ວມ​ມື​​ເສດຖະກິດຢູ່ ອິດສະຣາ​ແອນ, ສະ​ໂລ​ວາ​ເກ​ຍ, ກອງປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ - ການ​ຄ້າ ຂອງ​ທ້ອງ​ຖິ່ນ​ຢູ່​ບັນດາ​ປະ​ເທດ; ຈັດ​ຕັ້ງ​ການ​ພົບ​ປະ, ສົນທະນາ​ ລະຫວ່າງ​ສະມາຄົມ​ນັກທຸລະກິດ​ຕ່າງປະ​ເທດ​ ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຢູ່​ທ້ອງ​ຖິ່ນ.

ຄຽງຄູ່​ກັບ​ການຊຸກຍູ້​ການ​ເຊັນ​ຂໍ້​ຕົກລົງ​ສາກົນ, ບັນດາ​ທ້ອງ​ຖິ່ນ​ກໍ່​ໄດ້​ພະຍາຍາມ​ຂົນຂວາຍ, ດຶງ​ດູດ​ແຫຼ່ງທຶນ​ຈາກ​ຕ່ງປະ​ເທດ. ​ໃນ​ປີ 2015, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ​ເຂົ້າ​ໃນ 51 ​ແຂວງ-ກຳ​ແພງ​ນະຄອນ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ຫຼາຍ​ແຂວງ​ໄດ້​ມີການ​ລົງ​ທຶນ​ຈົດ​ທະບຽນ​ໃໝ່ ​ແລະ ລົງທຶນ​ເພີ່ມ​ເຕີມ​ຫຼາຍ​ທີ່​ສຸດ​ຄື, ​ແຂວງ​ບັກ​ນິງ: 3,46 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 16% ຂອງ​ລວມຍອດ​ທຶນ​ຈົດ​ທະບຽນ); ນະຄອນ​ໂຮ່ຈີ​ມິນ: 3,32 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 14,6%); ​ແຂວງ​ບິ່ງ​ເຢືອງ: 2,95 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 13%); ແຂວງ​ຈ່າ​ວິ​ງ: 2,52 ຕື້​ໂດ​ລາ​ສະຫະລັດ; ແຂວງ​ໂດ່​ງນາຍ: 1,94 ຕື້​ໂດ​ລາ​ສະຫະລັດ. ຄິດ​ໄລ່​ລວມທັງ​ໝົດ​ໃນ​ປີ 2015, ລວມຍອດມູນ​ຄ່າ​ການລົງທຶນ​ທີ່​ຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​ເຕີມ​ແມ່ນ 22,757 ຕື້​ໂດ​ລາ​ສະຫະລັດ, ​ເພີ່ນ 12,5% ທຽບ​ກັບ​ປີ 2014(1).

ກ່ຽວ​ກັບ​ການ​ຊ່ວຍ​ເຫຼື​ອ​ເພື່ອພັດທະນາ​ຢ່າງ​ເປັນ​ທາງ​ການ (ODA) ​ແລະ ​ເງິນ​ໃຫ້​ກູ້​ດ້ວຍດອກ​ເບ້ຍ​ຜ່ອນ​ພິ​ເສດ ຂອງຜູ້​ຊ່ວຍ​ເຫຼືອ​ຕ່າງປະ​ເທດ, ລວມຍອດ​ທຶນ ODA ທີ່​ນາຍົກ​ລັກ​ຖະມົນຕີ​ມອບ​ໃຫ້​ໃນ​ໄລຍະ 2010 - 2015 ​ແມ່ນ 96.519 ຕື້​ໂດ່​ງ, ​ໃນ​ນັ້ນ​ບັນດາ​ທ້ອງ​ຖິ່ນ​​ໄດ້ 44.978 ຕື້​ໂດ່​ງ ​ແລະ ຄາດ​ກະກາ​ນ​ຈ່າຍ​ເງິນທຶນຕ່າງປະ​ເທດ​ໄລຍະ 2010 - 2015 ຂອງ​ບັນດາ​ທ້ອງ​ຖິ່ນ​​ໄດ້ 88.171 ຕື້​ໂດ່​ງ(2). ອາດ​ຈະ​ເຫັນ​ໄດ້​ວ່າ, ລະດັບສັນຍາສະໜອງ ODA ສູງ​ຄື​ແນວ​ນັ້ນ ສະ​ແດງ​ໃຫ້​ເຫັນ​ເຖິງການ​ສະໜັບສະໜູນ ​ແລະ ຄວາມ​ເຊື່ອ​ຖື ຂອງ​ຜູ້​ຊ່ວຍ​ເຫຼືອ​ຕ່າງປະ​ເທດ ຕໍ່​ປະສິດທິ​ຜົນ​ແຫ່ງ​ການ​ຮັບ​ແລະ​ນຳ​ໃຊ້​ທຶນ ODA ຂອງ​ຫວຽດນາມ​ເວົ້າລວມ, ຂອງ​ບັນດາ​ທ້ອງ​ຖິ່ນຫວຽດນາມ​ເວົ້າ​ໂດຍ​ສະ​ເພາະ.

ຄຽງ​ຄູ່​ກັນ​ນັ້ນ, ຫຼາຍ​ທ້ອງ​ຖິ່ນ​ກໍ່ສາມາດ​ດຶງ​ດູດ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ອົງການ​ນອກ​ພາກ​ລັດຕ່າງປະ​ເທດ ໄດ້​ຫຼາຍ​ພໍ​ຄວນ, ປະກອບສ່ວນ​ຮັບ​ໃຊ້​ໃຫ້​ແກ່​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖິ່ນ. ຄິດ​ໄລ່​ຮອດ​ທ້າຍ​ປີ 2015, ລວມຍອດ​ທຶນ​ທີ່​ຜູ້​ຊ່ວຍ​ເຫຼືອຕ່າງ​ປະ​ເທດ​ສັນຍາ​ຈະ​ສະໜອງ​ໃຫ້​ບັນດາ​ໂຄງການ ​ແຜນການ ​ແຜນ​ງານ​ໃນ​ປີ 2015 ​ແມ່ນ​ປະມານ 268,88 ລ້ານ​ໂດ​ລາ​ສະຫະລັດ (ຫລຸດ 12% ທຽບ​ກັບ​ປີ 2014). ​ໂຄງການ​ລົງທຶນ​ນອກ​ພາກ​ລັດ​ຕ່າງປະ​ເທດ​ສ່ວນ​ຫຼາຍ​ແມ່ນ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຄື ສິ່ງ​ແວກ​ລ້ອມ, ການ​ສຶກສາ, ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ສາທາລະນະ​ສຸກ, ຊົນນະບົດ, ບັນຫາ​ຊຸມ​ຊົນ,... ​ໂດຍ​ພື້ນຖານ​ແລ້ວ, ບັນດາ​ອົງການ​ນອກ​ພາກ​ລັດ​ຕ່າງປະ​ເທດ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ປະ​ຕິ​ບັດ​ຕາມ​ຂໍ້​ກຳນົດ​ກົດໝາຍ​ຕ່າງໆ​ຢ່າງ​ເຂັ້ມ​ງວດ, ການນຳ​ໃຊ້​ເງິນ​ທຶນ​ຖືກຕ້ອງ​ຕາມ​ຈຸດປະສົງ​ທີ່​ໄດ້ຈົດ​ທະບຽນ, ຮັບປະກັນ​ຄວາມ​ຮຽກຮ້​ອງ​ຕ້ອງການ​ດ້ານ​ການ​ເມືອງ​ຕ່າງປະ​ເທດ ​ແລະ ຄວາມ​ສະຫງົບ.

ທີ​ສາມ, ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ການ​ກ່ຽວ​ກັບການ​ພົວພັນ​ຕ່າງປະ​ເທດຂອງ​ບັນດາ​ທ້ອງ​ຖິ່ນ ​ເບິ່ງ​ລວມ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ຮອບດ້ານ, ​ເປັນ​ປະຈຳ, ມີ​ຈຸດ​ໜັກ​ໃຈກາງ; ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ ກັບ​ຖະ​ແຫຼ​ງຂ່າວ​ຕໍ່​ພາຍ​ໃນ​ປະ​ເທດ; ລະຫວ່າງ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ ກັບ​ການ​ເຄື່ອນ​ໄຫວ​ດ້ານການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ການ​ຕ່າງປະ​ເທດຂອງ​ທ້ອງ​ຖິ່ນ; ຫັນ​ເປັນ​ລະອຽດ​ວຽກ​ງານຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ​ພາຍ​ໃຕ້​ຫຼາຍ​ຮູບ​ການ​ທີ່​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ ຕາມ​ໂຄງການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ ກ່ຽວ​ກັບ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ​ໄລຍະ 2013 - 2020 ​ແລະ ​ແຜນການ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ທ້ອງ​ຖິ່ນ; ​ເອົາ​ໃຈ​ໃສ່​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ, ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ພັດທະນາ, ບັນ​ດາ​ໂຄງການ​ທີ່​ຕ້ອງການ​ລົງທຶນ​ຂອງ​ທ້ອງ​ຖິ່ນ ​ໂດຍ​ຜ່ານພາຫະ​ນາ​ສື່​ມວນ​ຊົນ, ​ແຜ່ນ​ຂ່າວ​ເອ​ເລັກ​ໂຕຣນິກ, ບັນດາ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ - ການ​ຄ້າ, ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ, ລາຍ​ການ​ໂທລະພາບ, ​ໃບ​ຂ່າວ​ການ​ຕ່າງປະ​ເທດ​ຂອງ​ທ້ອງ​ຖິ່ນ​ເປັນ​ພາສາ​ຕ່າງປະ​ເທດ.

ຄຽງ​ຂ້າງ​ນັ້ນ, ການ​ນຳ​ບັນດາ​ແຂວງ-ກຳ​ແພງ​ນະ​ຄອງ​ໃນ​ທົ່ວປະ​ເທດ ​​ໄດ້ເອົາ​ໃຈ​ໃສ່​ຊີ້​ນຳວຽກ​ງານ​ຖະ​ແຫຼ​ງຂ່າວ ​ໂຄສະນາ​ການກ່ຽວກັບການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ດິນ​ແດນ, ​ເຂດ​ທະ​ເລ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ໃຫ້​ໄດ້​ຮັບ​ຜົນ​ດີ. ນອກ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ພ້ອມ​ກັນ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບກະຊວງ​ການ​ຕ່າງປະ​ເທດ ​ໃນ​ການ​ໃຫ້​ໃບ​ອະ​ນຸ​ຍາດ, ​ແນະນຳ, ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ​ທີ່​ເຄື່ອນ​ໄຫວ​ສື່​ຂ່າວ​ຢູ່​ທ້ອງ​ຖິ່ນ. ຕາ​ມສະ​ຖິຕິ, ບັນດາ​ທ້ອງ​ຖິ່ນ​ໄດ້​ສົມທົບ​ກັນ​ຕ້ອນຮັບ​ນັກ​ຂ່າວຕ່າງປະ​ເທດ 1.700 ຄົນ​​ໃນ 370 ຄະນະ​, ທິມງານ ເຂົ້າ​ມາ​ຂຽນ​ບົດ, ສົ່ງ​ຂ່າວ​ກ່ຽວ​ກັບ​ຫວຽດນາມ.

ບັນດາ​ທ້ອງ​ຖິ່ນ​ໄດ້​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວວັດທະນະທຳ​ການ​ຕ່າງປະ​ເທດ ທີ່ອຸດົມທາງດ້ານ​ເນື້ອ​ໃນ, ຫຼາຍ​ຮູບ​ຫຼາຍ​ສີ​ທາງ​ດ້ານ​ຮູບ​ການ, ມີ​ຈຸດ​ໜັກ​ໃຈ​ກາງ, ຮັບປະກັນ​ຄວາມ​ປະຢັດ ປລະ ມີ​ປະສິດທິ​ຜົນ. ອາດ​ຈະ​ເຫັນ​ໄດ້​ວ່າ, ​ໃນ​ປີ 2015, ບັນດາ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ງານ​ເທດສະການ​ວັດທະນະທຳ​ທີ່ມີ​ປັດ​ໃຈ​ຕ່າງປະ​ເທດ ຫຼາຍ​ຄັ້ງ, ດຶງ​ດູດ​ແຂກ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ(3). ຫຼາຍ​ທ້ອງ​ຖິ່ນ​ໄດ້​ຜ່ານ ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສຶກສາ ວິທະຍາ​ສາດ ​ແລະ ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (ຢູ​ເນ​ດສະ​ໂກ) ຂອງ​ຫວຽດນາມ​ ເພື່ອ​ສືບ​ຕໍ່​ອະນຸ​ຮັກ, ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ບັນດາ​ມໍລະດົກ​ໂລກ ທີ່​ຢູ​ເນ​ດສະ​ໂກໄດ້​ຮັບຮອງ, ກໍ່​ຄື​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານກະກຽມ​ເອກະສານ​ສຳ​ເນົາ, ຂົນຂວາຍ​ເພື່ອ​ໄດ້​ຮັບຮອງ​ມໍລະດົກ​ໃໝ່. ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ໂຄສະນາ​ ເຜີຍ​ແຜ່​​ເອກະລັກ​ວັດທະນະທຳ​ແຫ່ງ​ຊາດ ​ແລະ ຊ່ວຍ​ໜູນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ເປົ້າ​ໝາຍ​ກໍ່ສ້າງ​ເສດຖະກິດ, ການ​ເມືອງ, ສັງຄົມ.

ທີ​ສີ່, ວຽກ​ງານການ​ຕ່າງປະ​ເທດ​ຕໍ່​ກັບ​ປະຊາຊົນ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​​ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ບັນດາ​ທ້ອງ​ຖິ່ນລ້ວນ​ແຕ່​​​ໄດ້ໃຫ້​ຄວາມ​ສຳຄັນ​ແກ່​ການ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມືກັບ​ປະຊາຊົນ​ປະ​ເທດ​ຕາງໆ, ​ເປັນ​ຕົ້ນ​ແມ່ນ​ປະຊາຊົນ​ປະ​ເທດ​ເພື່ອນ​ບ້ານ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ກັບ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ສາກົນ, ຜ່ານ​ນັ້ນ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ຮູບ​ພາບ​ບ້ານ​ເມືອງ ດິນ​ແດນ​ຫວຽດນາມ ​ແລະ ຊຸກຍູ້​ສົ່ງ​ເສີມ​ການ​ລົງທຶນ, ຂົນຂວາຍ​ດຶງ​ດູດ​ແຫຼ່ງພະລັງ​ຕ່າງໆ​ມາ​ໃຫ້ທ້ອງ​ຖິ່ນ.

ຄຽງ​ຂ້າງ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ກໍ່ໄດ້​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ຄຳ​ສັ່ງ​ໝາຍ​ເລກ 45-CT/TW ວ່າ​ດ້ວຍ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ ມະຕິ​ສະບັບ​ເລກທີ 36-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ (ສະ​ໄໝ​ທີ IX) ກ່ຽວ​ກັບ​ວຽກ​ງານ​ຕໍ່​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່, ພົວພັນ​ຕິດ​ຕໍ່, ຈັດ​ຕັ້ງ​ບັນດາ​ໂຄງການ ​ແຜນ​ງານ​ການ​ເຄື່ອນ​ໄຫວກັບຊຸມ​ຊົນ​ຊາວ​ຫວຽດນາມ, ສະ​ມາ​ຄົມ​ໄທ​ແຂວງ​ດຽວ​ກັນ​ຢູ່​ຕ່າງປະ​ເທດ. ປີ 2015, ບັນດາ​ແຂວງ-ກຳ​ແພງ​ນະຄອນ​ໃນ​ທົ່ວ​ປະ​ເທດ ລ້ວນ​ແຕ່​ໄດ້​ຈັດ​ຕັ້ງ​ການ​ພົບ​ປະກັບ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ​ ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ຈັດ​ຕັ້ງ​ຄ້າຍ​ລະດູ​ຮ້ອນ​ສຳ​ລັບ​ຊາວ​ໜຸ່ມ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ພົວພັນ​ຕິດ​ຕໍ່​ຢ່າງ​ເປັນ​ປະຈຳ​ກັບສະ​ມາ​ຄົມ​ໄທ​ແຂວງ​ດຽວ​ກັນ​ຢູ່​ຕ່າງປະ​ເທດ, ມອບ​ໃບ​ຍ້ອງຍໍ​ຊົມ​ເຊີຍ​ໃຫ້ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ທີ່​ມີ​ຄຸນງາມຄວາມດີ​ປະກອບສ່ວນ​ໃຫ້​ທ້ອງ​ຖິ່ນ.

ຄິດ​ໄລ່​ຮອດ​ທ້າຍ​ປີ 2015, ມີ​ຕື່ມ​ອີກ 266 ວິ​ສາ​ຫະກິດ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດມາ​ລົງທຶນ​ເຂົ້າ​ໃນ​ແຂວງ​ທີ່​ເປັນບ້ານ​​ເກີດເມືອງນອນຂອງ​ຕົນ, ດ້ວຍ​ຈຳນວນ​ທຶນ​ລົງທຶນຈົດ​ທະບຽນ​ທັງ​ໝົດ 8.646 ຕື້​ໂດ່​ງ ​ແລະ ທຶນ​ປະກອບສ່ວນ​ຈົດ​ທະບຽນ 4.530 ຕື້​ໂດ່​ງ, ​ເຊິ່ງຕົ້ນ​ຕໍ​ແມ່ນ​ລົງທຶນ​ໃສ່​ບັນດາ​ຂົງ​ເຂດ​ການ​ບໍລິການ ​ແລະ ອຸດສາຫະກຳ, ​ເພສັດ, ​ເຄມີ, ສາທາລະນະ​ສຸກ, ການ​ສຶກສາ, ​ເຕັກ​ໂນ​ໂລ​ຊີ​ສື່​ສານ, ການ​ເງິນ​ທະນາຄານ, ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີຊອບ​ແວ.

ທີ​ຫ້າ, ​ເພີ່ມ​ທະວີ​ ຍູ້​ແຮງ​ການ​ຮ່ວມ​ມື​ຢູ່​ຊາຍ​ແດນ​ແຫ່ງ​ຊາດ. ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບປະ​ເທດ​ເພື່ອນ​ບ້ານສືບ​ຕໍ່​ໃຫ້​ຄວາມ​ສຳຄັນ​ແກ່​ການ​ເພີ່ມ​ທະວີ​ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ຊາຍ​ແດນ​ຂອງ​ລາວ, ກຳປູ​ເຈຍ ​ເພື່ອ​ເຮັດ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ຝ່າຍ​ ໃຫ້​ໄດ້​ຮັບ​ຜົນ​ດີ. ຫຼາຍທ້ອງ​ຖິ່ນ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ, ກຳປູ​ເຈຍ, ​ເຊັ່ນ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມືທີ່​ໄດ້​ເຊັນ​ກັນ​ໃນ​ພາກ​ຕົວ​ຈິງ, ຈັດ​ຕັ້ງ​ການ​ແຮກສ່ຽວ​ລະຫວ່າງ​ບ້ານ-ບ້ານ, ປ້ອມ​ທະຫານ​ຊາຍ​ແດນ, ດ່ານ​ຊາຍ​ແດນ​ສອງຝ່າຍ, ຊ່ວຍ​ເຫຼືອ​ທ້ອງຖິ່ນ​ເພື່ອນ​ບ້ານ​ໃນ​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ບຳລຸງສ້າງ​ນັກຮຽນ​ນັກ​ສຶກສາ, ກວດ​ແລະ​ປົວ​ພະຍາດ​ບໍ່​​ເສຍ​ຄ່າ.

ການ​ພົວພັນ​ລະຫວ່າບັນດາ​ທ້ອງ​ຖິ່ນທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຈີນ ​ໃນ​ປີ 2015 ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ນຳ​ຂອງ​ທ້ອງ​ຖິ່ນ​ລະຫວ່າງ​ສອງ​ຝ່າຍ ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ປະຈຳ. ການ​ພົວພັນ​ຕິດ​ຕໍ່​ແລກປ່ຽນ ຮ່ວມ​ມື​ມິດຕະພາບ​ ສືບ​ຕໍ່​ໄດ້​ຮັບ​ການເພີ່ມ​ທະວີ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​​ຂໍ້​ຕົກລົງ​ຮ່ວມ​ມື​ມິດຕະພາບ ຫຼາຍ​ສະບັບ. ການ​ຄ້າ - ການ​ລົງທຶນ​ລະຫວ່າງ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ​ໄດ້​ຮັບ​ການ​ຍູ້​ແຮງ. ບັນດາ​ກົນ​ໄກ​ຮ່ວມ​ມືກໍ່​ໄດ້​ຜັນ​ຂະຫຍາຍ​ຢ່າງ​ສະດວກ​ດີ...

ບັນດາ​ຝ່າຍ​ທີ່​ກ່ຽວ ​ສື​ບຕໍ່​ເອົາ​ໃຈ​ໃສ່​ສົມ​ທົບກັນ​ຄຸ້ມ​ຄອງ​ຊາຍ​ແດນ ກໍ່​ຄື​ຜັນ​ຂະຫຍາຍ​ບັນດາ​ໂຄງການລົງທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ເຂດ​ຊາຍ​ແດນ​ ໃຫ້​ໄດ້​ຮັບ​ຜົນ​ດີ, ດັ່ງ​ນັ້ນ ສະພາບ​ຄວາມ​ເປັນ​ລະບຽບ - ຄວາມ​ສະຫງົບ​ ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ລາວ, ກຳ​ປະ​ເຈຍ, ຈີນ ​ໄດ້​ເປັນ​ປົກກະຕິ​ໂດຍ​ພື້ນຖານ. ບັນດາ​ກຳລັງ​ເຮັດ​ພາລະ​ບົດບາດ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຕິດ​ກັບ​ຊາຍ​ແດນ​ຂອງ​ແຂວງ ໄດ້​ຍູ້​ແຮງ​ການ​ໂຄສະນາ​ຂົນຂວາຍ​ປະຊາຊົນສອງ​ຝ່າຍ ​ປະຕິບັດ​ກົດໝາຍ​ຊາຍ​ແດນ; ດຳ​ເນີນ​ການ​ລາຍ​ງານ​ແລກ​ປ່ຽນ​ເປັນ​ປະຈຳ​ ກ່ຽວ​ກັບ​ການ​ຮັກສາ​ລະບຽບ​ຄວາມສະຫງົບ, ສົມທົບ​ການ​ລາດຕະ​ເວັນ​ສອງ​ຝ່າຍ, ຕໍ່ສູ້ ປ້ອງ​ກັນ ຕ້ານ​ອາດຊະຍາ​ກຳ; ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ສ້າງ​ຕັ້ງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ບ້ານ - ບ້​ານ, ປ້ອມດ່ານຊາຍ​ແດນ, ຊຸມ​ຊົນ​ເຂດ​ຊາຍ​ແດນ​ນຳ​ກັນ.

ບັນດາ​ແຂວງ-ກຳ​ແພງ​ນະຄອນ​ຢູ່​ເຂດ​ຊາຍ​ຝັ່ງ​ທະ​ເລ​ໃນ​ທົ່ວ​ປະ​ເທດ ​ໄດ້​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃຫ້ຊາວ​ປະມົງ ​ເພື່ອ​ໃຫ້​ເຂົາ​ບໍ່​ໄປ​ຫາ​ປາ ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຂອງ​ປະ​ເທດ​ອື່ນ; ​ເຜີຍ​ແຜ່​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ບຸລິມະສິດ ​ແລະ ສົ່ງ​ເສີມ​ການ​ລົງທຶນຕໍ່​ກ່ຳ​ປັ່ນ​ຫາ​ປາທະ​ເລ​ໄກ​ຝັ່ງ; ​ເພີ່ມ​ທະວີ​ການ​ລາດຕະ​ເວນ, ກວດກາ​ກີດ​ກັ້ນ ​​ແລະ ແກ້​ໄຂ​ການລະ​ເມີດ​ກົດໝາຍ​ ຢ່າງ​ທັນ​ການ, ຮັກສາ​ລະບຽບ​ຄວາມ​ສະຫງົບ ​ແລະ ສິ່ງ​ແວດ​ລ້ອມ ນິ​ເວດ​ວິທະຍາ​ທະ​ເລ.

ທີ​ຫົກ, ການຈັດ​ຕັ້ງ​ກົງຈັກ, ກໍ່ສ້າງ​ພະນັກງານ​ຢູ່​ທ້ອງ​ຖິ່ນ ສືບ​ຕໍ່​ໄດ້​ຮັບການ​ປັບປຸງ​ບູລະນະ. ການ​ນຳ​ຄະນະ​ພັກ​ແຂວງ ກຳ​ແພງ​ນະຄອນ​ ນັບ​ມື້​ນັບ​ໃຫ້​ຄວາມສຳຄັນ ​ແລະ ​ເອົາ​ໃຈ​ໃສ່ຕໍ່ການ​ຈັດ​ຕັ້ງ​ກົງຈັກ ​ແລະ ຖັນ​ແຖວ​ພະນັກງານ​ເຮັດ​ວຽງານ​ການ​ຕ່າງປະ​ເທດ. ບັນດາ​ອົງການຮັບຜິດຊອບ​ການ​ພົວ​ພັນ​ຕ່າງປະ​ເທດ​ຢູ່​ທ້ອງ​ຖິ່ນ ​ໄດ້​ເສີມ​ຂະຫຍາຍບົດບາດ​ເປັນ​ທີ່​ປຶກສາ​ໃຫ້​ຄະນະ​ພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ຕ່າງປະ​ເທດ​ປະຊາຊົນ. ປັດ​ຈຸ​ບັນ​ນີ້, ກົງຈັກ​ຮັບຜິດຊອບ​ສະ​ເພາະ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ທ້ອງ​ຖິ່ນຕ່າງໆ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປັບປຸງ​ບູລະນະ​ຕາມ​ທິດ​ໂຮມ​ຫົວ​ຂອດ​ຕ່າງໆ ​ເຂົ້າ​ເປັນ​ເອກະ​ພາບ, ຜັນ​ຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ໃຫ້ການນຳ​ທ້ອງຖິ່ນ(4). ​ເດືອນມິຖຸນາ 2015, ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ພາຍ​ໃນ ​ໄດ້ປະກາດ​​ໃຊ້ໜັງ​ສື​ວຽນ​ຮ່ວມ​ສະບັບ​ເລກທີ 02/2015/TTLT-BNG-BNV ​ແນະນຳ​ກ່ຽວ​ກັບ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ ​ແລະ ​ໂຄງປະກອບ​ການຈັດ​ຕັ້ງ​ຂອງ​ພະ​ແນ​ກພົວພັນ​ຕ່າງປະ​ເທດ, ​ໃນ​ນັ້ນ​ໄດ້​ເພີ່ມ​ເຕີມ​ພາລະ​ບົດບາດ​ເປັນ​ທີ່​ປຶກສາ​ ໃຫ້​ຄະນະ​ພັກ​ແຂວງ-ກຳ​ແພງ​ນະຄອນ ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ.

ວຽກ​ງານອົບຮົມສຶກສາ, ບຳລຸງສ້າງ​​ວິຊາ​ສະ​ເພາະ ​ແລະ ພາສາ​ຕ່າງປະ​ເທດ​ໃຫ້​ພະນັກງານ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ​ໃນ​ປີ 2015, ມີ​ພະນັກງານ, ຂ້າ​ລັດຖະການ 1.600 ​ເທື່ອຄົນ ​ເຂົ້າ​ຮ່ວມ​ໃນ 24 ຊຸດ​ບຳລຸງ​ສ້າງ​ວິຊາ​ສະ​ເພາະ, ບຳລຸງ​ຍົກ​ສູງ​ຄວາມ​ຮູ້​ການ​ຕ່າງປະ​ເທດ; ຜູ້​ແທນ​ຂັ້ນ​ຕ່າງໆ​ເກືອບ 2.000 ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ 11 ກອງ​ປະຊຸມ, ການສຳ​ມະ​ນາ, ຊຸດ​ບຳລຸງ​ຄວາມ​ຮູ້ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ້ອຖິ່ນຈັດ​ຕັ້ງ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ໃນ​ການສ້າງ​ແຜນການ ​ແລະ ຈັດ​ຕັ້ງ​ຊຸດ​ຝຶກ​ອົບຮົມຄວາມ​ຮູ້ ​ແລະ ທັກ​ສະການ​ຕ່າງປະ​ເທດ​ ໃຫ້​ພະນັກງານ​ການ​ຕ່າງປະ​ເທດ.

ຄຽງ​ຂ້າງ​ຜົນສຳ​ເລັດ ​ແລະ ຈຸດ​ດີ​ທີ່​ພົ້ນ​ເດັ່ນ​ເທິງ​ນີ້, ວຽກ​ງານການຕ່າງປະ​ເທດ​ຂອງ​ທ້ອງ​ຖິ່ນ ກໍ່​ຍັງ​ມີ​ຂໍ້ຄົງຄ້າງ ​ແລະ ຄວາມ​ຫຍຸ້ງຍາກ​ຈຳນວນ​ໜຶ່ງ ​ເຊັ່ນ: 1- ການ​ເຊື່ອມ​ຊືມ​ແນວທາງ, ນະ​ໂຍບາຍ​ຂອງ​ສູນກາງຍັງ​ບໍ່​ທັນ​ທັນ​ການ ​ແລະ ຍັງ​ມີ​ລັກສະນະ​ຮູບ​ນອກ. 2- ວຽກ​ງານ​ຄົ້ນຄວ້າ, ຄາດ​ຄະ​ເນ, ສັງ​ເກດ​ສະພາບ​ການ​ ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ. 3- ການ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ສາກົນຂັ້ນ​ທ້ອງ​ຖິ່ນ​ ຍັງ​ບໍ່​ທັນ​ເໝາະ​ສົມ. ການ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ ບາງ​ເທື່ອ​ຍັງ​ໜັກ​ໄປ​ທາງ​ຮູບ​ການ, ບໍ່​ມີ​ເນື້ອ​ແທ້, ປະສິດທິ​ຜົນ​ຕ່ຳ. 4- ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ຮັບ​ໃຊ້​ເສດຖະກິດ, ຄື ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ, ດຶງ​ດູດ, ຂົນຂວາຍ​ດຶງ​ດູດ​ເອົາ FDI, ODA, ​ເອົາການ​ຊ່ວຍ​ເຫຼືອ​ຂອງ​ອົງການ​ນອກ​ພາກ​ລັດ ​ໄດ້​ຮັບ​ປະສິດທິ​ຜົນ​ບໍ່​ສູງ. ຄວາມ​ຮັບ​ຮູ້​ຂອງ​ພະນັກງານ​ບັນດາ​ອົງການ, ກົມ​ກອງ, ວິສາ​ຫະກິດ​ຢູ່​ທ້ອງ​ຖິ່ນ​ກ່ຽວ​ກັບການ​ເຊື່ອມ​​ໂຍງ​ສາກົນ​ ຍັງ​ຈຳກັດ, ຖືກ​ທ່າ​ຮັບ ​ແລະ ສ່ວນ​ຫຼາຍ​ຍັງ​ບໍ່​ທັນ​ມີ​ແຜນການ​ເພື່ອ​ຍາດ​ແຍ່ງ​ໂອກາດ ​ແລະ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ. 5- ກົງຈັກ​ການຈັດ​ຕັ້ງ ​ແລະ ພະນັກງານ​ເຮັດ​ວຽກ​ງານການ​ຕ່າງປະ​ເທດ​ຍັງ​ໜ້ອຍ ​ແລະ ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ, ການ​ແບ່ງ​ງານ, ​ແບ່ງ​ໜ້າ​ທີ່​ ຍັງ​ຖືກ​ຈຳກັດ, ຊ້ຳ​ຊ້ອນກັນ. ຢູ່​ບາງ​ແຂວງ​ຍັງ​ບໍ່​ທັນ​ມີ​ພະ​ແນ​ກການ​ຕ່າງປະ​ເທດ, ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​​ເທດ​ບໍ່ໄດ້ຮອບດ້ານ, ລວມສູນ ​ແລະ ​ເປັນ​ເອກະ​ພາບ, ພາ​ໃຫ້​ເກີດ​ສະພາວະ​ກະ​ແຈກ​ກະ​ຈ່າຍ ຊ້ຳ​ຊ້ອນ​ກັນ, ໜ້າ​ທີ່​ການ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ຖືກ​ມອບ​ໃຫ້​ໜ່ວຍ​ວິຊາ​ສະ​ເພາະສັງກັດ​ບັນດາ​ສຳນັກງານ​ທີ່​ຕ່າງ​ກັນ. ກຳລັງ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຍັງ​​ແບນ​ບາງ, ຖືກ​ຈຳກັດ​ທາງ​ດ້ານ​ວິຊາ​ສະ​ເພາ ​ແລະ ພາສາ​ຕ່າງປະ​ເທດ. 6- ງົບປະມານ​ສຳລັບ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດຂອງ​ທ້ອງ​ຖິ່ນ ​ເບິ່ງ​ລວມຍັງ​ຂາດ​ເຂີນ, ​ເປັນ​ຕົ້ນ​ແມ່ນ​ງົບປະມານ​ເພື່ອ​ເຄື່ອນ​ໄຫວສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ.

ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ຂອງ​ທ້ອງ​ຖິ່ນ​ ໃຫ້​ມີ​ປະສິດທິ​ຜົນ​ຍິ່ງ​ກວ່າ​ອີກ

​ໃນ​ຊຸມປີ​ສະ​ເພາ​ໜ້າ, ສະພາບ​ການ​ໂລກ ​ແລະ ພາກ​ພື້ນຈະ​ສືບ​ຕໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ ຄາດ​ຄະ​ເນ​ໄດ້​ຍາກ, ຊ້ຳ​ບໍ່​ໜຳ ຢູ່​ຫຼາຍ​ແຫ່ງອາດ​ຈະ​ເຄັ່ງຮ້ອນ​ຮ້າຍ​ແຮງ​ຂຶ້ນຕື່ມ​; ການ​ຟື້ນ​ຟູ​ຂອງ​ເສດຖະກິດ​ໂລກ​ຍັງ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ປີ 2016 ​ເປັນ​ປີ​ທຳ​ອິດ​ທີ່​ຫວຽດນາມ​ປະຕິບັດ​ມະ​ຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ແລະ ​ແຜນພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ​ປີ 2016 - 2020. ສຳລັບ​ບັນດາ​ທ້ອງ​ຖິ່ນ, ປີ​ນີ້​ກໍ່​ເປັນ​ປີ​ທຳ​ອິດ​​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄະນະ​ພັກ​ໄລຍະ​ປີ 2015 - 2020.

​ເພື່ອຜັນ​ຂະຫຍາຍການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​​ໃຫ້ໄດ້​ຮັບ​ຜົນ​ດີ, ບັນດາ​ທ້ອງ​ຖິ່ນ​ຕ້ອງ​ສຸມ​ໃສ່​ໜ້າ​ທີ່​ໃຈກາງ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ​ເຊື່ອມ​ຊືມ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸ​ມໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ແລະ ບັນດາ​ເອກະສານ​ຊີ້​ນຳ​ຂອງ​ສູນກາງ​ກ່ຽວ​ກັບ​ການ​ຕ່າງປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ແມ່ນ ກົດ​ລະບຽບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ ທີ່​ປະກາດ​ແນບນຳ​ມະຕິ​ຕົກລົງ​ສະບັບ​ເລກທີ 272-QĐ/TW, ລັງວັນ​ທີ 21 ມັງກອນ 2015 ​ແລະ ມະຕິ​ສະບັບ​ເລກທີ 22-NQ/TW, ລົງ​ວັນ​ທີ 10 ​ເມສາ 2013, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ສາກົນ; ພ້ອມ​ນັ້ນ​ກໍ່​ຍູ້​ແຮງ​ການ​ຄົ້ນຄວ້າ, ​ເປັນ​ທີ່​ປຶກສາ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ.

ທີ​ສອງ, ສືບ​ຕໍ່​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ ​ແລະ ກວ້າງຂວາງ​ເລິກ​ເຊິ່ງ; ສ້າງ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ ການຮ່ວມ​ມື, ​ເພີ່ມ​ທະວີ​ການ​ເຊັນ​ຂໍ້​ຕົກລົງການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ກັບ​ບັນດາ​ອົງການສາກົນ, ບັນດາ​ອົງການ​ຜູ້ຕາງໜ້າ​ຕ່າງປະ​ເທດ​ຢູ່​ຫວຽດນາມ ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຕາມ​ທິດ​ມີ​ເນື້ອ​ແທ້, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ທີ​ສາມ, ​ເພີ່ມ​ທະວີ​ວຽກ​ງານ​ການ​ທູດ​ເສດຖະກິດ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ດຶງ​ດູດ​ເອົາ FDI, ODA ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ອົງການ​ນອກ​ພາກ​ລັດ​ຕ່າງປະ​ເທດ. ມີ​ແຜນການ​ເຜີຍ​ແຜ່​ບັນດາສັນຍາ​ການ​ຄ້າ​ເສລີ​ທີ່​ຫວຽດນາມ​ຫາ​ກໍ່​ລົງ​ນາມ ​ແລະ ກຽມ​ຈະ​ລົງ​ນາມ ​ໃຫ້​​ແກ່ບັນດາ​ສຳນັກງານອົງການ, ກົມ​ກອງ ​ແລະ ວິ​ສາ​ຫະກິດ​ຂອງ​ທ້ອງ​ຖິ່ນ. ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ຄວນ​ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິການ ຜ່ານ​ກົນ​ໄກ “ປະຕູ​ດຽວ”, ຊ່ວຍ​ໜູນ​ການ​ລົງທຶນ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງ​ຢ່າງ​ທັນ​ການ ​ໃຫ້​ວິ​ສາ​ຫະກິດ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ກຳລັງ​ເຮັດ​ວຽກ​ຢູ່​ໃນ​ພື້ນ​ທີ່​ຂອງ​ທ້ອງ​ຖິ່ນ.

ທີ​ສີ່, ​ເອົາ​ໃຈ​ໃສ່​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ການ​ຕ່າງປະ​ເທດ, ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ​ເຖິງ​ປີ 2020; ​ແຜນການ​ການ​ກະທຳ​ຂອງ​ທ້ອງ​ຖິ່ນ; ສ້າງ​ແຫຼ່ງຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ປະ​ເທດ, ບັນດາ​ອານາ​ເຂດ​ທີ່​ມີ​ທ່າ​ໄດ້​ປຽບ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ, ອຸດ​ສາຫະ​ກຳ; ​ເພີ່ມ​ທະວີ​ການ​​ໂຄສະນາ ເຜີຍ​ແຜ່ທ່າ​ແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖິ່ນ.

ທີ​ຫ້າ, ປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາ​​ເຂດ​ແດນ​ແຫ່ງ​ຊາດ​ໃຫ້​ໄດ້​​ຢ່າງໝັ້ນຄົງ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ເຂດ​ຊາຍ​ແດນ.

ທີ​ຫົກ, ສືບ​ຕໍ່​ປັບປຸງ​ບູລະນະ​ກົງຈັກ ​ແລະ ຖັນ​ແຖວ​ພະນັກງານ​​ເຮັດວຽກ​ງານ​ການ​ຕ່າງປະ​ເທດ; ຍູ້​ແຮງ​ການ​ພັດທະນາ​ແຫຼ່ງບຸກຄະລາ​ກອນ, ບຳລຸງສ້າງພະນັກງານ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ. ​ເພີ່ມ​ທະວີ​ການ​ອົບຮົມ​ສຶກສາ ​ແລະ ບຳລຸງ​ສ້າງ​ຖັນ​ແຖ​ວພະນັກງານ, ນັກວິຊາການ​ທີ່​ເກັ່ງ​ທາງ​ດ້ານ​ວິຊາ​ສະ​ເພາະ, ພາສາ​ຕ່າງປະ​ເທດ ​ແລະ ມີ​ຫຼັກ​ໝັ້ນ​ການ​ເມືອງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່./.

​ໂດຍ ປທ. ຟ້າ​ມລານ​ເຮືອງ,

ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ

------------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 882 (​​ເດືອນເມສາ 2016)

(1) ​ແຫຼ່ງ: ກົມ​ການ​ລົງທຶນ​ຕ່າງປະ​ເທດ, ກະຊວງ​​ແຜນ​ການ ​ແລະ ການ​ລົງທຶນ, www.fia.mpi.gov.vn

(2) ​ແຫຼ່ງ: ກະຊວງ​ການ​ເງິນ, www.mof.gov.vn

(3) ​ງານເທດສະການກາ​ເຟ ບວນ​ເມ​ທວດ (​ແຂວງ​ດັກ​ລັກ), ງານ​ເທດສະການ​ດອກ​ໄມ້​ໄຟ (​ແຂວງ​ດ່າ​ນັ້ງ), ງານ​ເທດສະການໝາກ​ໄມ້​ພາກ​ໃຕ້ ​ແລະ ງານ​ເທດສະການ​ບອນ​ໄຊ ອາຊີ - ປາຊີ​ຟິກ; ງານ​ວາງສະ​ແດງ​ສິນຄ້າ​ການທ່ອງທ່ຽວ​ລະຫວ່າງ​ປະ​ເທດ ​ໄອ​ທີ​ອີ ຄັ້ງ​ທີ 11; ​ງານເທດສະການນ້ຳ​ຊາ ຖາ​ຍງວຽນ ຄັ້ງ​ທີ 3;…

(4) ຄິດ​ໄລ່​ຮອດ​ທ້າຍ​ປີ 2015, ​ຢູ່ 46 ​ແຂວງ​ໃນ​ຈຳນວນ 63 ​ແຂວງ-ກຳ​ແພງນະຄອນ​ສັງ​ກັດ​ສູນ​ກາງ ​ໄດ້ມີພະ​ແນ​ກການ​ຕ່າງປະ​ເທດ; 17 ​ແຂວງ​ມີ​ຫ້ອງການ​ຕ່າງປະ​ເທດ ສັງກັດ​ຫ້ອງ​ວ່າການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ; ຢູ່ 44 ​ແຂວງ​ມີ​ສະຫະພັນ​ມິ​ດຕະພາບ​ແຂວງ ຫຼື​ສະມາຄົມ​ມິດຕະພາບ​ກັບ​ປະຊາຊົນ​ຕ່າງປະ​ເທດ.