ວກ. ອອນ​ໄລ - ວັນ​ທີ 15 ​ແລະ 16 ກໍລະກົດ 2016, ຢູ່​ນະຄອນ ອູ​ລານ ບາ​ເຕີ ປະ​ເທດ​ມົງໂກ​ລີ, ກອງ​ປະຊຸມ​ສຸດ​ຍອດ ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ-​ເອີຣົບ ຄັ້ງ​ທີ 11 (ອາ​ເຊັມ 11) ​ໄດ້​ດຳ​ເນີນ​ໄປ​ພາຍ​ໃຕ້​ຫົວ​ຂໍ້ “20 ປີ​ແຫ່ງ​ອາ​ເຊັມ: ການພົວພັນ​ຄູ່​ຮ່ວມ​ມື​ເພື່ອ​ອະນາຄົດ ​ໂດຍ​ຜ່ານການ​ເຊື່ອມ​ຈອດ”.

ບັນດາຜູ້ນຳຖ່າຍຮູບເປັນທີ່ລະນຶກ ທີ່ກອງປະຊຸມ. (ພາບ: EPA/TTXVN)

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ “ຖະ​ແຫຼ​ງການ ອູ​ລານ ບາ​​ເຕີ ກ່ຽວ​ກັບເວທີ​ປາ​ໄສ​ຮ່ວມ​ມື ອາຊີ-​ເອີຣົບ ​ໃນ​ທົດ​ສະ​ວັດ​ທີ​ສາມ”, “ຖະ​ແຫຼ​ງການຂອງປະທານ​ກອງ​ປະຊຸມ​ສຸດ​ຍອດ ອາ​ເຊັມ 11” ​ແລະ ຖະ​ແຫຼງການ​ຂອງ​ບັນດາ​ຜູ້ນຳ ອາ​ເຊັມ ກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ສາກົນ. ນີ້​ແມ່ນ​ບັນດາ​ທິດ​ທາງ​ທີ່​ສຳຄັນ​ພ້ອມ​ດ້ວຍ​ຫຼາຍ​ມາດ​ຕະການ​ອັນ​ລະອຽດ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ ​ແລະ ສ້າງ​ສິ່ງ​ຊຸກ​ດັນ​ໃໝ່​ເພື່ອນຳ​ເອົາການ​ຮ່ວມ​ມື ອາຊີ-​ເອີຣົບ ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ, ​ເຊີດ​ຊູ​ຖານະ​ບົດບາດ ​ແລະ​ຍົກ​ສູງ​ການ​ປະກອບສ່ວນ​ຂອງ ອາ​ເຊັມ ​ເຂົ້າ​ໃນ​ຄວາມ​ພະຍາຍາມ​ລວມທົ່ວ​ໂລກ​ໃນ​ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ​ໃໝ່. 

ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ນຳ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽດນຊວນ​ຝຸກ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ ​ແລະ ມີ​ຄວາມ​ເຫັນ​ທີ່​ພົ້ນ​ເດັ່ນ​ຫຼາຍ​ຢ່າງ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ. 

ທ່ານ​ນາຍົກລັດຖະມົນຕີ ຫງວຽດນຊວນ​ຝຸກ ​ເປັນ​ໜຶ່ງ​ໃນ​ບັນດາ​ການ​ນຳ​ທີ່ຖືກ​ເຊີນກ່າວ​ຄຳ​ປາ​ໄສ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາຊີ-​ເອີຣົບ ຄັ້ງ​ທີ 15, ​ແລະ​ຂຶ້ນ​ປາຖະກະຖາ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ກ່ຽວ​ກັບ “ສອງ​ທົດ​ສະ​ວັດ​​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື: ຫຼຽວ​ເບິ່ງ​ຄືນ​ຫຼັງ ​ແລະ ຫັນ​ສູ່​ອະນາຄົດ”.

​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ​ໄດ້​ນຳ​ສະ​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ “ກອງ​ປະຊຸມ ອາ​ເຊັມ ກ່ຽວ​ກັບ​ການ​ສຶກສາ​ປະດິດ​ສ້າງ ​ແລະ ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ” ຊຶ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສະໜັບສະໜູນ​ຈາກ​ຫຼາຍ​ປະ​ເທດ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ກໍ​ໄດ້​ເຂົ້າ​ຮ່ວມ​ສະໜັບສະໜູນ​ຂໍ້​ຄິດ​ປະດິດ​ຊອງ ລິດ​ວາ ກ່ຽວ​ກັບ “ກອງ​ປະຊຸມ​ສາ​ກົນ​ເພື່ອ​ຍົກ​ສູງ​ອຳນາດ​ເສດຖະກິດ​ຂອງ​ຜູ້ຍິງ - ສ້າງ​ໂອກາດ​ສະ​ເໝີ​ພາບ​ທາງ​ດ້ານ​ວຽກ​ເຮັດ​ງານ​ທຳ”. ບັນດາ​ຜູ້ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການສະ​ເໜີ​ທີ່​​ແທດ​ຈິງ​ຂອງ​ຫວຽດນາມ ທີ່​ແນ​ໃສ່​ປະກອບສ່ວນ​ຍົກ​ລະດັບ​ການ​ຮ່ວມ​ມື ອາ​ເຊັມ ​ໃນ​ທົດ​ສະ​ວັດ​ທີ​ສາມ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ໂຄງ​ສ້າງ​ພື້ນຖານ, ການ​ຄ້າ, ການ​ເງິນ, ​ເຕັກ​ໂນ​ໂລ​ຊີ​ສື່​ຂ່າວ, ​ແຫຼ່ງບຸກຄະລາ​ກອນ, ​ເຊື່ອມ​ຈອດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ເຊື່​ອມຕິດ​ຢ່າງ​ແໜ້ນ​ແຟ້ນ ການ​ຮ່ວມ​ມືອາ​ເຊັມກັບບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ເປັນ​ຕົ້ນ​ແມ່ນ​ຊ່ວຍ​ໜູນ​ຄວາມ​ພະຍາຍາມ​ຫລຸດຜ່ອນ​ຄວາມທຸກຍາກ, ຮັບປະກັນ​ສະ​ວັດ​ດີກາ​ນສັງຄົມ ​ແລະ ຮັບ​ມື​ກັບບັນດາສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ເຊັ່ນ​ ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ​ໄພ​ທຳ​ມະ​ຊາດ, ນ້ຳ​ທະ​ເລ​ຍື່ງຂຶ້ນ, ນ້ຳ​ເຄັມ​ຄຸກ​ຄາມ…; ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ ​ແລະ ປະກອບ​ສ່ວນ​ຂອງ​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ຂະໜາດ​ກາງ, ວິ​ສາ​ຫະກິດ​ໃໝ່ ​ແລະ ຊາວ​ໜຸ່ມ…

ບັນດາ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ກໍ່ສ້າງ​ທັກ​ສະ​ວິຊາ​ຊີບ, ຫັນປ່ຽນ​ຕົວ​ແບບມາ​​ເປັນ​ການ​ເຕີບ​ໂຕ​ສີຂຽວ ກໍ​ໄດ້​ຮັບ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ສະມາຊິກທີ່​ຈະ​ສືບ​ຕໍ່​ສົມທົບ​ຜັນຂະ​ຫຍາ​ຍ​ໃນ​ປີ 2016. ຫຼາຍ​ປະ​ເທດ​ສະມາຊິກ​ໄດ້​ແບ່ງປັນ​ທັດສະນະ​ຂອງ​ຫວຽດນາມກ່ຽວ​ກັບ​ຄວາມ​ຕ້ອງການ​ເພີ່ມ​ທະວີ​ການ​ສົນທະ​ນາ, ຮ່ວມ​ມື​ກັນ​ບົນ​ຈິດ​ໃຈ​ກໍ່ສ້າງ, ​ແກ້​​ໄຂ​ການ​ປະ​ທະ​ກັນ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ບໍ່​ມີ​ການ​ກະທຳ​ແຕ່ຝ່າຍດຽວທີ່​ກໍ່​ຄວາມ​ເຄັ່ງ​ຕຶງ ​ສັບສົນ, ບໍ່​ນາບ​ຂູ່​ຫຼື​ໃຊ້​ກຳລັງ​ອາວຸດ; ສ້າງ​ຄວາມ​ໄວ້​ວາງ​ໃຈ, ​ເຄົາລົບ​ນັບຖື​ຂະ​ບວນວິວັດການ​ທູດ ​ແລະ ກົດໝາຍທີ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ເພື່ອ​ແນ​ໃສ່​ຮັບ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ທ່າ​ອຽງ​ຮ່ວມ​ມື, ​ເຊື່ອມ​ໂຍງ ​ແລະ ວັດທະນາ​ຖາວອນ​ຢູ່​ອາຊີ - ປາຊີ​ຟິກ ​ແລະ ​ໃນ​ໂລກ. ດ້ວຍ​ຄວາມ​ຕັ້ງໜ້າ​ສະ​ເໜີ​ຂໍ້​ລິ​ເລີ່​ມ ​ແລະ ນຳ​ໜ້າ​ຊຸ​ກຍູ້ການ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຮ່ວມ​ມື​ຕ່າງໆ ​ໃນ​ຂອບອາ​ເຊັມ ​ໃນ 20 ປີ​ທີ່​ຜ່ານ​ມາ ​ແລະ ​ໃນ​ກອງ​ປະຊຸມສຸດ​ຍອດ​ຄັ້ງ​ນີ້ ຫວຽດນາມ​ໄດ້​ສື​ບຕໍ່ຢັ້ງຢືນ​ບົດບາດ​ຂອງ​ສະມາຊິກ​ທີ່​ຕັ້ງໜ້າ ມີ​ຄວາມ​ຮັບຜິດຊອບ​​ໃນ ອາ​ເຊັມ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ​ເຊີດ​ຊູ​ຖານະ​ບົດບາດ​ຂອງ​ຫວຽດນາມ. 

​ໃນ​ເວລາ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ອາ​ເຊັມ ຄັ້ງທີ 11, ທ່ານ​ນາຍົກລັດຖະມົນຕີ ຫງວຽດນຊວນ​ຝຸກ ​ແລະ​​​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ກວ້າງຂວາງ​ ກັບ​ບັນດາ​ຜູ້​ນຳ​ຂອງ​ປະມານ 20 ປະ​ເທດ​ສະມາຊິກ ອາ​ເຊັມ, ​ໃນ​ນັ້ນ​ມີ ປະທານາທິບໍດີ ສາທາລະນະ​ລັດ​ເກົາຫຼີ, ບູນກາລີ, ສະວິດ, ນາຍົກລັດຖະມົນຕີຈີນ, ລາວ, ຍີ່ປຸ່ນ, ​ເຢຍລະ​ມັນ, ​ແຟງລັງ, ​ໂຮ​ນລັງ, ມານ​ຕາ, ​ໂປ​ໂລ​ຍ, ສະ​ໂລ​​ເວ​ນີ, ຮອງ​ປະທານາທິບໍດີ ອິນ​ເດຍ...

ຜ່ານ​ການ​ພົບ​ປະ​ເຫຼົ່າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽດນຊວນ​ຝຸກ ​ແລະ ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບບັນດາ​ມາດ​ຕະການ​ອັນ​ລະອຽດ ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການພົວກັນ, ​ເປັນ​ຕົ້ນ​ແມ່ນ​ຊຸກຍູ້​ການ​ຢ້ຽມຢາມ​ຂັ້ນ​ສູງ, ຜັນ​ຂະຫຍາຍປະຕິບັດ​ຂໍ້ຕົກລົງ ກົນ​ໄກ​ຮ່ວມ​ມື​ໃນ​ພາບ​ຕົວ​ຈິງ ​ແລະ ​ເພື່ມທະວີ​ການ​ແລກປ່ຽນສອງ​ຝ່າຍ ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ.

​ໃນ​ໂອ​ກາດນີ້, ຫວຽດນາມ ​ແລະ ມານ​ຕາ​ໄດ້​ເຊັນ​ສັນຍາວ່າ​ດ້ວຍ​ຫຼີກ​ລ່ຽງການ​ເກັບ​ພາສີ​ຊ້ອນ ​ແລະ ກີດ​ກັ້ນ​ການ​ໜີ​ພາສີສຳລັບ​ບັນດາປະ​ເພດ​ພາສີ​ລາຍ​ໄດ້. ບັນດາ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ-ສັງຄົມ, ຄວາມ​ພະຍາຍາມ​ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ຂອງ​ຫວຽດນາມ. ບັນດາ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ພ້ອມ​ກັນ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ເພື່ອ​ໃຫ້​ວົງ​ການ​ວິ​ສາ​ຫະກິດກຳ​ເອົາ​ໂອ​ກາດ​ອັນ​ໃຫຍ່​ຫຼວງ​ ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ ​ໃນ​ບັນດາ​ສຳພັນ​ທະ​ພາບ​ເສດຖະກິດ​ນີ້. ຜູ້ນຳ​ບັນດາ​ປະ​ເທດ​ໄດ້​ຕົກລົງ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ລວມກັນ, ຢັ້ງຢືນ​ຄວາມ​ພະຍາຍາມຮ່ວມ​ກັນ​ຮັກສາສິ່ງ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ​ເອື້ອ​ອຳນວຍ​​ໃຫ້​ແກ່ການ​ຮ່ວມມື ​ແລະ ພັດທະນາ. 

ອາດ​ຈະ​ຢັ້ງຢືນ​ໄດ້​ວ່າ ກອງ​ປະຊຸມ ອາ​ເຊັມ ​ເປັນ​ກົນ​ໄກ​ຮ່ວມ​ມື​ທີ່​ສຳຄັນ​ໜຶ່ງ​ເພື່ອ​ຊຸກຍູ້​ບັນດາ​ຜົນ​ປະ​ໂຫຍ​ດ, ຄວາມ​ເອົາ​ໃຈໃສ່​ທາງ​ດ້ານ​ເສດຖະກິດ, ພັດທະນາ ​ແລະ ຄວາມໝັ້ນຄົງ ກໍ​ຄື​ຍົກ​ສູງ​ຖານະ​ບົດບາດ​ຂອງ​ຫວຽດນາມ ​ແລະ ອາ​ເຊັມ ​ເວົ້າ​ລວມ. ອາ​ເຊັມ ກວມ​ເອົາ 19 ຄູ່​ຮ່ວມມື​ໃນ​ຈຳນວນ 25 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແລະ​ຄູ່​ຮ່ວມ​ມື​ຮອບດ້ານ​ຂອງ​ຫວຽດນາມ, ກວມ​ເອົາ 70% ການ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ​ແລະ​ຍອດ​ມູນ​ຄ່າ​ການ​ຄ້າ​ສາກົນຂອງ​ຫວຽດນາມ ​ແລະ 80% ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ໃນ​ຫວຽດນາມ. ຫວຽດນາມ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ ຫຼື​ກຳລັງ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ກັບ 47 ປະ​ເທດ​ໃນ​ຈຳນວນ 50 ປະ​ເທດ​ສະມາຊິກ ອາ​ເຊັມ. ນັ້ນ​ແມ່ນ​ບັນດາ​ໂອກາດ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ປະຊາຊົນ​ແຕ່ລະຄົນ​​ ເສີມ​ຂະຫຍາຍ​ໃນ​ໄລ​ຍະ​ການ​ພັດທະນາ​ໃໝ່​ຂອງ ອາ​ເຊັມ./.

ສັງ​ລວມ​ຈາກ​ຂ່າວສານ​ຫວຽດນາມ