ວກ.ອອນ​ໄລ - ວັນ​ທີ 30 ສິງຫາ 2016, ທ່ານ​ປະທາ​ນປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ບົດ​ປາ​ໄສກ່ຽວ​ກັບ​ຫົວ​ຂໍ້: "ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ພ້ອມ​ກັນ​ພັດທະນາ​ຢ່າງ​ຍືນ​ຍົງ" ຢູ່​ທີ​ເວທີ​ປາ​ໄສ​ສິງກະ​ໂປ (Singapore Lecture) ຄັ້ງ​ທີ 38 ຈັດ​ຂຶ້ນ​ໄດ​ຍສະ​ຖາ​ບັນ ຢູຊົບ ອີ​ສັກ - ຄົ້ນຄວ້າ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ISEAS)

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນປາຖະກະຖາທີ່ເວທີປາໄສສິງກະໂປ ຄັ້ງທີ 38. (ພາບ: TTXVN)

ທ່ານ​ປະທາ​ນປະ​ເທດ ​ເຈິ່ນດ້າຍ​ກວາງ ​ເປັນ​ຜູ້ນຳ​ທຳ​ອິດ​ຂອງ​ຫວຽດນາມ​ ທີ່​​ໄດ້ເຂົ້າ​ຮ່ວມ​ ​ແລະ ກ່າວ​ປາຖະກະຖາ ຢູ່​ທີ່​ເວທີ​ປາ​ໄສ​ສິງກະ​ໂປ. ວາລະສານ​ກອມມູນິດ​ເອ​ເລັກ​ໂທຣນິກ ຂໍ​ເປັນ​ກຽດ​ແນະນຳ​ບົດ​ປາ​ໄສ​ດັ່ງກ່າວ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ:

ຮຽນທ່ານ ​ທີ​ວ ຊີ​ຮຽນ, ຮອງນາຍົກລັດຖະມົນຕີ ​ແຫ່ງ​ປະ​ເທດ ສາທາລະນະ​ລັດ​ສິງກະ​ໂປ,

ຮຽນທ່ານ ໂກະ ຈົກ​ຕົງ, ລັດຖະມົນຕີອາວຸ​​ໂສ​ກິ​ຕິ​ມະ​ສັກ ແຫ່ງ​ປະ​ເທດ ສາທາລະນະ​ລັດ​ສິງກະ​ໂປ,

ຮຽນ​ບັນດາ​ທ່ານ​ລັດຖະມົນຕີ, ບັນດາ​ທ່ານ​ເອກອັກຄະ​ລັດຖະທູດ,

ຮຽນ​ສາ​ດສະ​ດາ​ຈານ ຫວາງ ກຸງ​ວູ່,

ຮຽນ​ບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ!

ມື້​ນີ້​ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ພົບ​ພໍ້ ​ແລະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັບ​ບັນດາ​ທານທີ່​ມີ​ກຽດ, ບັນດາ​ການ​ນຳ, ນັກ​ການ​ເມືອງ, ສະມາຊິກຄະນະ​ລັດຖະມົນ​ຕີ, ສາດສະດາຈານ, ນັກ​ຄົ້ນຄວ້າ ນັກຮຽນ​ຮູ້ ຢູ່​ທີ່​ເວທີ​ປາ​ໄສທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ເມືອງ​ສິງ - ດິນ​ແດນ​ແຫ່ງ​ປາຕິຫານ​ທີ່​ສ້າງ​ຂຶ້ນ​ໂດຍ​ການ​ອອກ​ແຮງ​ງານ​ຢ່າງຂະຫຍັນໝັ່ນ​ພຽນ​ ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ. ການ​ມາ​ຮ່ວມຂອງ​ພວກ​ທ່ານ​ໃນ​ມື້​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ ​ໃນ​ຄວາມ​ພົວພັນ​ຫວຽດນາມ - ສິງກະ​ໂປ, ກໍ​ຄື​ຄວາມ​ປາຖະໜາ​ທີ່​ຈະ​ມີ​ສ່ວນ​ຮ່ວມ ​ແລະ ພ້ອມ​ກັນ​ເຄື່ອນ​ໄຫວ​ ເພື່ອ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ມີ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ຮ່ວມ​ມື ​ແລະ​ການ​ພັດທະນາ; ​ແລະ​ເພື່ອອາຊີ - ປາຊີ​ຟິກທີ່​ສະຫງົບ​ສຸກແລະຈະ​ເລີ​ນຮຸ່ງ​ເຮືອງ ​ໃນ​ໂລກ​ທີ່​ພວມປ່ຽນ​ແປງ​ຢ່າງ​ໄວວາ​ດ້ວຍ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ຫັນ​ສູ່​ສິ່ງ​ທີ່​ດີງາມ.

ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມຂອບ​​ໃຈຢ່າງ​ຈິງ​ໃຈ​ ທ່ານປະທານາທິບໍດີ ​ໂທ​ນີ ຕັນ ​ເຄັງ​ຢຳ, ທ່ານ​ນາຍົກລັດຖະມົນຕີ ລີ ຊຽນລຸງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ທີ​ວ ຊີ​ຮຽນ, ລັດຖະບານ​ສິງກະ​ໂປ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ແລະ​ສົມ​ກຽດ​ ແກ່​ຂ້າພະ​ເຈົ້າ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ.

ຮຽນ​ບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ!

ມະນຸດຊາດ​ໄດ້​ກ້າວ​ເຂົ້າສູ່​ເຄິ່ງທ້າຍ​ທົດ​ສະ​ວັດ​ທີ​ສອງ ​ຂອງ​ສະຕະວັດ​ທີ XXI ​ແລະ​ ໄດ້​ເຫັນ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ທີ່​ເລິກ​ເຊິ່ງ, ຮອບດ້ານ. ປະຊາ​ຄົມ​ສາກົນ​ດີ​ໃຈ​ຍ້ອນຫຼາຍ​ເປົ້າ​ໝາຍ​ສະຫັດ​ສະ​ວັດ (MDGs) ​ໄດ້​ຮັບ​ການ​ປະຕິບັດ​ໃຫ້​ເປັນ​ຈິງ​ໂດຍ​ພື້ນຖານ; ມະນຸດ​ຊາດ​ມີ​ຄວາມ​ໝັ້ນ​ໃຈ​ກວ່າ​ອີກ ​ເມື່​ອບັນດາ​ປະຊາ​ຊາດພ້ອມ​ກັນ​ກຳນົດ​ທິດ​ການ​ພັດທະນາ​ຮ່ວມ​ກັນ ​ໃນລະບຽບ​ວາລະ 2030 ຂອງ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ (SDGs); ມຸ່ງ​ຫວັງ​ໃນອະນາຄົດ​ທີ່​ສົດ​ໄສ​ຂອງ​ໂລກ ​ເມື່ອ​ເກືອບ 200 ປະ​ເທດ​ໃຫ້​ຄຳ​ໝັ້ນສັນຍາ​ປະຕິບັດ​ສັນຍາ​ປາຣີ ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ (COP 21)...

ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ຮ່ວມ​ມື​ເພື່ອການ​ພັດທະນານັບ​ມື້​ນັບ​ກາຍ​ເປັ​ນຄວາມ​ຕ້ອງການ​ທີ່​ຈຳ​ເປັນ ​ຂອງບັນດາ​ປະ​ເທດ ​ແລະ ​ເປັນ​ທ່າ​ອຽງ​ໃຫຍ່​ໃນ​ໂລກ​ປັດຈຸບັນ. ນີ້​ແມ່ນ​ໂອກາດ, ຮາກ​ຖານ​ທີ່​ເປັນ​ພື້ນຖານ​ທີ່​ສຸດ ​ເພື່ອ​ໃຫ້​ພວກ​ເຮົາຮ່ວມ​​ແຮງ​ຮ່ວມ​ໃຈ​ກັນ ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ສະຖຽນລະ​ພາບ, ​ພ້ອມ​ກັນຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ຍືນ​ຍົງ ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ຂອງ​ມະນຸດຊາດ​ທັງ​ມວນ.

ຄຽງຄູ່ກັບ​ໂອກາດ​ແລະ​ຄວາມ​ສະດວກ​ດີ​ນັ້ນ ​ໂລກ​ກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທີ່​ເຄັ່ງຮ້ອນ​ຫຼາຍ​ຢ່າງ; ​ໃນ​ນັ້ນ, ການ​ປະ​ທະກັນ​ດ້ວຍ​ກຳລັງ​ອາວຸດ, ການຊ່ວງ​ຊີງ​ກັນ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ ອະທິປະ​ໄຕ ​ເຂດ​ແດນ ທະ​ເລ​ໝູ່​ເກາະ, ການ​ກໍ່​ການ​ຮ້າຍສາກົນ ສືບ​ຕໍ່​ເພີ່ມ​ຂຶ້ນດ້ວຍ​ຂະໜາດ ຄວາມ​ຖີ່ ລັກສະນະ ລະດັບທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ກວ່າ​ເກົ່າ. ບັນດາ​ໄພ​ອັນຕະລາຍ​ຕໍ່​ຄວາມ​ສະຫງົບ​ທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເປັນ​ຕົ້ນ​ແມ່ນ​ສົງຄາມ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ການ​ອົບ​ພະຍົບ, ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງ​ດ້ານພະລັງງານ, ຄວາມ​ໝັ້ນຄົງ​ດ້ານສະບຽງ​ອາຫານ, ມົນ​ພິດ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ... ທີ່​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ ​ໃຫ້​ແກ່​ຊີວິດ​ແລະຊັບ​ສິນ​ສິ່ງ​ຂອງ ຊຶ່ງ​ບໍ່​ມີ​ປະ​ເທດ​​ໃດທີ່​ຈະ​ສາມາດ​ແກ້​ໄຂ​ຢ່າງ​ເຖິງຖອງແຕ່​ຜູ້​ດຽວ​ໄດ້. ຄວາມ​ຮ້າຍ​ແຮງ​ຂອງ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້​ເປັນ​ທີ່​ກັງວົນ​ໃຈ​ທີ່​ສຸດ ​ໃນ​ເມື່ອ​ຈິນຕະນາການ​ເຊີດ​ຊູ​ກຳລັງ​ອຳນາດ, ​ແນວ​ຄິດຖື​ການ​ໃຊ້​ກຳລັງ​ເປັນ​ວິທີ​ແກ້​ໄຂ​ໜຶ່ງ, ຍັງ​ຄົມ​ຕົວ​ຢູ່.

ພ້ອມ​ກັນ​ກັບ​ບັນດາການ​ຜັນ​ປ່ຽນ​ເທິງ​ນີ້, ການ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ຂອງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ໃນ​ສະພາບ​ການ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ສາກົນ ​​ເຊິ່ງ​ໄດ້​ເພີ່ມ​ທະວີ​​ຄວາມ​ຂຶ້ນ​ຕໍ່​ຊຶ່ງ​ກັນ​ແລະ​ກັນ ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ໂລກ. ຂະ​ບວນການ​ຫັນ​ການ​ຜະລິດ​ເປັນ​ສາກົນ ​ແລະ ການ​ເຂົ້າ​ຮ່ວມ​ໃນ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ ​ໄດ້​ເຮັດ​ໃຫ້​ແບບ​ວິທີ​ການ​ຜະລິດ, ການ​ພົວພັນ​ການ​ຜະລິດ ​ແລະ ຊີວິດ​ຂອງ​ແຕ່ລະຄົນ​ປ່ຽນ​ແປງ​ໄປ. ນີ້​ແມ່ນ​ທ່າ​ອຽງ​ພາວະ​ວິ​ໄສ ພ້ອມ​ກັນ​ນັ້ນ​ກໍ​ເປັນຄວາມ​ຕ້ອງການ​ອັດຕະວິ​ໄສ ທີ່​ບໍ່​ອາດ​ຈະ​ຕ່າວ​ປີ້ນ​ໄດ້. ສິ່ງ​ທີ່​ພວກ​ເຮົາ​ອາດ​ຈະ​ເຮັດນັ້ນ​ແມ່ນ ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເພື່ອ​ເຮັດ​ໃຫ້​ທ່າ​ອຽງ​ນີ້ກາຍ​ເປັນ​ໂອກາດຮ່ວມ​ມື, ພ້ອມ​ກັນ​ພັດທະນາ​ຢ່າງ​ຍືນ​ຍົງ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ.

ອາຊີ-ປາຊີຟິກ, ​ໃນ​ນັ້ນ​ມີອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ສືບ​ຕໍ່​ເປັນ​ໃຈກາງ​ແຫ່ງ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ມີ​ທີ່​ຕັ້ງ​ພູມິສາດ - ຍຸດ​ທະ​ສາດ, ​ເສດຖະກິດ, ການ​ເມືອງ ​ທີ່​ນັບ​ມື້​ນັບ​ສຳຄັນ​ໃນ​ໂລກ. ທະ​ເລ​ຕາ​ເວັນ​ອອກ​ຢູ່​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນສຳຄັນຫຼາຍຢ່າງມາ​ໃຫ້ ບໍ່​ພຽງ​ແຕ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ເປັນສາຍ​ທາງ​ຄົມມະນາຄົມ​ທາງ​ທະ​ເລ, ທາງ​ອາກາດ ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ໂລກ. ທົ່ວ​ທັງ​ພາກ​ພື້ນ​ພວມ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ, ຊຸກຍູ້​ບັນດາຄວາມ​ຄິດລິ​ເລີ່​ມການ​ເຊື່ອມ​ຈອດ, ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ ​ເສດຖະກິດ ວັດທະນະທຳ ການ​ສຶກສາ...

​ແຕ່, ບັນດາ​ການ​ຜັນ​ແປ​ທີ່​ໜ້າ​ກັງວົນ​ໃຈ​ທີ່​ຜ່ານ​ມາ​ມໍ່​ນີ້​ຢູ່ໃນ​ພາບ​ພື້ນ ​ແລະ ຢູ່​ທະ​ເລ​ຕາ​ເວັນ​ອອກ ຊຶ່ງ​ໄດ້​ແລະ​ພວມ​ສົ່ງ​ຜົນ​ກະທົບຢ່າງ​ຫຍໍ້​ທໍ້​ ເຖິງ​ສິ່ງ​ແວດ​ລ້ອມ​ແຫ່ງ​ຄວາມ​ສະຫງົບຂອງ​ພາກ​ພື້ນ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ ຄວາມ​ສະຫງົບ ຄວາມ​ປອດ​ໄພ ​ແລະ ເສລີພາບ​ໃນ​ການ​ເດີນທະ​ເລ ​ເດີນ​ອາກາດ, ​ເປັນ​ຜົນ​ສະທ້ອນ​ເຖິງ​ຄວາມ​ເຊື່ອ​ຖື​ຂອງ​ນັກ​ລົງທຶນ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ຖ້າ​ຫາກ​ປະ​ໃຫ້​ເກີດ​ຄວາມ​ວຸ້ນວາຍ ບໍ່​ສະຫງົບ, ​ເປັນ​ຕົ້ນ​ແມ່ນການ​ປະ​ທະ​ກັນ​ດ້ວຍ​ອາວຸດ ກໍ​ຈະ​ບໍ່​ມີ​ຜູ້​​ໄດ້​ຜູ້​ເສຍ, ຫາກ​ທັງ​ໝົດ​ລ້ວນ​ແຕ່​ປະລາ​ໄຊ.

ຮຽນ​ບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ!

​ໃນ​ສະພາບ​ການ​ດັ່ງກ່າວ​ນັ້ນ, ຄວາມ​ປາ​ຖະໜາ​​ສັນຕິພາບ ຄວາມ​ໝັ້ນຄົງ ​ແລະ​ການ​ພັດທະນຢ່າງ​ຍືນ​ຍົງ​ໃນ​ພາກ​ພື້ນ​ນັບ​ມື້​ນັບ​ເປັນຄວາມ​ປາຖະໜາ​ທີ່​ແຮງ​ກ້າກ​ວ່​າເວລາ​ໃດ​ໝົດ. ​ແຕ່ຄວາມ​ປາຖະໜາຈະ​ເປັນ​ພຽງ​ຄວາມ​ປະ​ຖະໜາ​ຕະຫຼອດ​ໄປ​ເທົ່າ​ນັ້ນ ຖ້າ​ຫາກ​ພວກ​ເຮົາບໍ່​ມີ​ການ​ກະທຳ; ​​ໂອ​ກາດຈະ​ກາຍ​ເປັນ​ເລື່ອງ​ໜ້າ​ເສຍດາຍ ຖ້າ​ຫາກ​ພວກ​ເຮົາ​​ກຳ​ມັນ​ບໍ່ໄດ້; ​ແງ່​ຫວັງ​ຈະ​ເປັນຄວາມ​ຜິດ​ຫວັງ ​ຖ້າ​ຫາກ​ພວກ​ເຮົາ​ບໍ່​ຕັດສີນ​ໃຈ. ອະດີດ​ນາຍົກລັດຖະມົນຕີ ລີ ກວນ​ຢູ ​ເຄີຍ​ເວົ້າ​ວ່າ: “​ເຈົ້າ​ບໍ່​ສາມາດ​ພຽງ​ແຕ່​ໃຫ້​ຄຳສັນຍາ​ເທົ່າ​ນັ້ນ ຫາກ​ເຈົ້າ​ຕ້ອງປະຕິບັດ​ສິ່ງ​ທີ່​ເຈົ້າ​ເວົ້າ​ມາ​ນັ້ນ”. ​ເສັ້ນທາງ​ໜຶ່ງ​ດຽວ​ເພື່ອ​ເຮັດ​ໃຫ້​ຄວາມ​ປາຖະໜາ​ກາຍ​ເປັນຄວາມ​ຈິງ​ນັ້ນ​ແມ່ນ ທຸກ​ປະ​ເທດ​ສາມັກຄີກັນ​ເຂົ້າ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ໃນການ​ເຄື່ອນ​ໄຫວ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ພື້ນຖານ​ກົດໝາຍ​ສາກົນ, ສະ​ເໜີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ນັ້ນ​ແມ່ນ​​ເປົ້າ​ໝາຍ​ຂອງສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ). ຫຼາຍ​ປີ​ທີ່​ຜ່ານ​ມາ, ດ້ວຍ​ວິ​ໄສ​ທັດ​ກວ້າງ​ໄກ​ຜ່ານ​ຂ້າມ​ບັນດາ​ຜົນ​ປະ​ໂຫຍ​ດສະ​ເພາະ​ຂອງ​ຕົນ, ອາ​ຊຽນ​ໄດ້​ແລະ​ພວມ​ສະ​ແດງ​ສຸລະສຽງ​ທີ່​ນັບ​ມື້​ນັບ​ແຂງ​ແຮງ, ມີ​ຄວາມ​ຮັບຜິດຊອບ ​ຕໍ່​ກັບ​ບັນດາ​ບັນຫາ​ລວມຂອງ​ປະຊາ​ຄົມ​ສາກົນ ​ແລະ ພາກ​ພື້ນ, ​​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ ໃນ​ຂົງ​ເຂດການ​ຮ່ວມ​ມື​ເພື່ອ​ຄວາມ​ພັດທະນາ​ຢ່າງ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ບັນ​ເທົາ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຍາດ, ​ໂລກລະບາດ...

ມາ​ເຖິງປັດຈຸບັນ, ອາ​ຊຽນ ​ໄດ້​ຮັບ​ຄວາມ​ສຳ​ເລັດ​ທີ່​ສຸດ​ ໃນ​ການດຶງ​ດູດ​​ເອົາການ​ມີ​ສ່ວນ​ຮ່ວມ​ທາງ​ຍຸດ​ທະ​ສາດ ​ຂອງບັນດາ​ປະ​ເທດ​ທີ່​ສຳຄັນ​ ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນຄື ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ຄວາມ​ພັດທະນາ​ຢ່າງ​ຍືນ​ຍົງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ໂຄງ​ສ້າງ​ພູມິພາກ​ທີ່​ມີ​ຫຼາຍ​ຂົ້ວ ຫຼາຍ​ຊັ້ນ​ຫຼາຍ​ຂັ້ນ ດ້ວຍ​ບົດບາດ​ເປັນ​ໃຈ​ກາງ​ຂອງອາ​ຊຽນ ​ແມ່ນ​ສອດຄ່ອງ ​ແລະ ຕອບ​ສະໜອງ​ໄດ້​ກັບ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຝ່າຍ.

​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ອີກ ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ, ຊຸກຍູ້​ການ​ຮ່ວມ​ມື, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທຸກ​ປະການ, ອາ​ຊຽນຄວນຍູ້​ແຮງ​ການ​ປະຕິບັດ​ສີ່​​ເນື້ອ​ໃນທີ່​ສຳຄັນ ຊຶ່ງ​ໄດ້​ເອີ້ນ​ໂດຍ​ຫຍໍ້​ວ່າ CIROP: (1) ​ເພີ່ມ​ທະວີການ​ເຊື່ອມ​ຈອດ​ທາງ​ການ​ເມືອງ, ສຸມ​ໃສ່ສຸກ​ຍູ້ການ​ສົນທະນາ, ສ້າງ​ຄວາມ​ໄວ້ວາງ​ໃຈ ​ແລະ ບັນດາມາດຕະຖານ​ການ​ປະພຶດ​ລວມ; (2) ຍູ້​ແຮ​ງການ​ເຊື່ອມ​ຈອດ​ທາງ​ເສດຖະກິດ ວັດທະນະທຳ-ສັງຄົມ, ຂຸດ​ຄົ້ນ​ທ່າ​ແຮງ​ທາງ​ເສດຖະກິດ, ສົມທົບ​ເອກະ​ລັກ​ວັດທະນະທຳ​ຂອງ​ແຕ່​ລະ​ປະ​ເທດ​ຢ່າງ​ກົມກຽວ, ສ້າງ​ເປັນກຳລັງ​ແຮງ​ຂອງ​ປະຊາ​ຄົມ; (3) ​ເຊີດ​ຊູຄວາມ​ຮັບຜິດຊອບ, ສະຕິ​ຮ່ວມ​ສະ​ຕາ​ກຳ​ດຽວ​ກັນ, ​ໃນ​ນັ້ນ ​ໃຫ້​ຄວາມ​ສຳຄັນ​ແກ່ການ​ປະຕິບັດ​ບັນດາ​ຫຼັກການ​ທີ່​ເປັນ​ພື້ນຖານ​ຂອງ​ອາ​ຊຽນ, ຖື​ເອົາ​ຄວາມ​ສາມັກຄີ ​ແລະ ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ ​ເປັນຄຸນຄ່າ​ສະ​ເພາະ​ທີ່​ບັນດາ​ປະ​ເທດ​ສະມາຊິກ​ຕ້ອງ​ນັບຖື​ແລະ​ຮັກສາ; (4) ພ້ອມ​ກັນ​ຫັນ​ໄປ​ສູ່​ປະຊາຊົນ, ສ້າງ​ກົນ​ໄກ​ຕ່າງໆ ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ ມີ​ສ່ວນ​ຮ່ວມ​ໃນ​ວິວັດ​ການວາງ​ນະ​ໂຍບາຍ, ຕິດຕາມ​ກວດກາ ​ແລະ ປະຕິບັດ​ນະ​ໂຍບາຍ, ຖື​ເອົາ​ການ​ຮັບ​ໃຊ້​ປະຊາຊົນ​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະຊາ​ຄົມ.

ຮຽນ​ບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ!

​ໃນ​ສະຕະວັດ​ທີ XX, ຊາດ​ຫວຽດນາມ​ຕ້ອງ​ທົນ​ຕໍ່​ຄວາມ​ເສຍ​ສະລະ​ແລະ​ເສຍ​ຫາຍ​ຫຼາຍ​ທີ່​ສຸດ, ປະ​ເທດ​ຖືກ​ສົງຄາມ​ທຳລາຍ​ຢ່າງ​ໜັກໜ່ວງ. ດ້ວຍ​ຄວາມ​ຮ່ວມ​ມື​ແລະ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ, ດ້ວຍ​ເຈດ​ຈຳນົງ​ແລະ​ຈິດ​ໃຈອີ​ງໃສ່​ຕົນ​ເອງ​ເພື່ອ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ປະຊາຊົນ​ຫວຽດນາມ​ໄດ້​ບືນຕົວ​ຂຶ້ນ​ຈາກ​ການ​ກົດ​ຂີ່​ຂົ່ມ​ເຫັງ, ລຸກຂຶ້ນຈາກສະຖານ​ທີ່​ທີ່​ຖືກ​ພັງ​ທະລາ​ຍ ​ແລະ ກ້າວ​ຂຶ້ນ​ມາ​ຈາກ​ຄວາມທຸກ​ຍາກ ຫຼ້າ​ຫຼັງ. ປະຫວັດສາດ​ໃຫ້​ເຫັນ​ວ່າ ຄວາມ​ສາມັກຄີ ​ໃນ​ນັ້ນ​ມີ​ສາມັກຄີ​ສາກົນ​ ເປັນ “ມູນ​ເຊື້ອ​ທີ່​ປະ​ເສີດ ​ແລະ ບົດຮຽນທີ່​ດີ” ຂອງ​ຊາດ​ຫວຽດນາມ. ບັນດາ​ບົດຮຽນ​ປະສົບ​ການ​ນັ້ນ ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ເຖິງ​ແນວທາງ, ນະ​ໂຍບາຍ​​ຕ່າງປະ​ເທດ ​ແລະ ການ​ກະທຳ​ຂອງ​ຫວຽດນາມ.

ຜ່ານ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​​ແປງ​ໃໝ່, ປະ​ເທດຂ​ອງພວກ​ຂ້າພະ​ເຈົ້າ​ໄດ້​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ-ສັງຄົມ ​ແລະ ສະພາບ​ດ້ອຍ​ພັດທະນາ, ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ປານ​ກາງ, ພວມ​ຍູ້​ແຮງ​ການ​ຫັນ​​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​​ໂຍງ​ສາກົນ. ​ແຕ່, ພວກ​ຂ້າພະ​ເຈົ້າ​ກໍ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ: ​ເສດຖະກິດ​ມີ​ບາດກ້າວ​ພັດທະນາ ​ແຕ່​ຍັງ​ບໍ່​ທັນ​ໝັ້ນຄົງ, ໜີ້​ສາທາລະນະ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ໜີ້​ເສຍຫ​ລຸດລົງ​ ແຕ່​ຍັງ​ຢູ່​ໃນ​ລະດັບ​ສູງ; ​ໂຄ​ງສ້າງ​ຊັບພະຍາ​ກອນ​ມະນຸດ​ຂາດ​ຄວາມ​ສົມ​ດຸນ, ຄຸນນະພາບຊັບພະຍາ​ກອນ​ມະນຸດຍັງ​ຕ່ຳ, ​ໂຄງ​ສ້າງ​ພື້ນຖານ​ຍັງ​ບໍ່​ທັນ​ຄົບ​ຊຸດ ຊຶ່ງ​ສືບ​ຕໍ່​ເປັນ​ບັນດາປັດ​ໃຈທີ່​ກີດ​ຂວາງ​ການ​ພັດທະນາ... ​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ເສີມ​ຂະຫຍາຍຢ່າງ​ສຸດ​ຂີດ​ ນ້ຳ​ໃຈ​ຮັກ​ຊາດ, ລະດົມ​ຊັບພະຍາກອນ​ທັງ​ໝົດ ​ແລະ ຄວາມ​ຄິດ​ສ້າງສັນ​ຂອງ​ປະຊາຊົນ, ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຄົບຊຸດ ຮອບດ້ານ ​ເພື່ອ​ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ໄວວາ ໝັ້ນຄົງ​ຍືນ​ຍົງ.

​ໃນ​ການ​ພົວພັນ​ຕ່າງປະ​ເທດ, ຫວຽດນາມ​ຍາມ​ໃດ​ກໍ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​​ ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ການ​ຮ່ວມ​ມື​ແລະ​ພັດທະນາ, ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ແບບ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ກຽມ​ຄວາມ​ພ້ອມ​ທີ່​ຈະ​ເປັນ​ເພື່ອນ ​ເປັນ​ຄູ່​ຮ່ວມ​ມື​ທີ່​ເຊື່ອ​ຖື​ໄດ້ ​ແລະ ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ ຂອງ​ປະຊາ​ຄົມ​ສາກົນ. ຕາມ​ນັ້ນ, ຫວຽດນາມ​ເອົາ​ໃຈ​ໃສ່​ເຖິງ​ພັດທະນາການພົວພັນ​ຮ່ວມ​ມື​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ກັບບັນດາ​ປະ​ເທດ​ເພື່ອນ​ບ້ານ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ ກັບ​ບັນດານ​ປະ​ເທດ​ຄູ່​ຮ່ວມ​ມື​ໃຫຍ່ ຄູ່​ຮ່ວມ​ມື​ທີ່​ສຳຄັນ, ຍົກ​ສູງ​ປະ​ສິດທິ​ຜົນ​ຂອງ​ການ​ເຊື່ອມ​ໂຍງ, ປະຕິບັດບັນດາ​ຂໍ້​ຜູກ​ພັນ​ສາກົນ​ຢ່າງ​ເຂັ້ມງວດ.

​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນ ​ເດັດດ່ຽວ ໜຽວ​ແໜ້ນ​ໃນ​ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດ​ຊາດ; ​ແກ້​ໄຂຂໍ້​ພິພາດ​ດ້ວຍສັນຕິ​ວິທີ ​ໂດຍ​ຜ່ານ​ຂະ​ບວນວິວັດ​ການ​ເມື​ອງ ການ​ທູດ ກົດໝາຍ, ບົນ​ພື້ນຖານກົດໝາຍ​ສາກົນ, ​ໃນ​ນັ້ນ​ມີອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS), ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວ ​ໃຫ້ປະຕິບັດຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ ​ແລະ ​ເຈລະຈາປະ​ມວນຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ຢ່າງ​ແທ້​ຈິງ.

ຮຽນ​ບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ!

​ໂລກ​ກຳລັງ​ກ້າວ​ເຂົ້າ​ສູ່​ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີຄັ້ງ​ໃໝ່, ຍຸກ​ແຫ່ງ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຂອງ​ທຸກ​ສິ່ງ, ອຸປະກອນ​ໃໝ່, ອັດຕະ​ໂນ​ມັດ ​ແລະ ​ໃນອະນາຄົດ​ອັນໃກ້ ​ແມ່ນສະຕິປັນຍາທຽມ. ນີ້​ອາດ​ຈະ​ແມ່ນ​ສິ່ງ​ທ້າ​ທາຍ ທີ່ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ທີ່​ສຸດ, ພິ​ເສດ​ແມ່ນ ​ສຳລັບ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ຄື ປະ​ເທດ​ຫວຽດນາມ; ​ແຕ່ ​ນີ້​ບໍ່​ແມ່ນການ​ຫຼິ້ນທີ່​ມີ​ຜູ້​ໄດ້​ຜູ້​ເສຍ ຫາກ​ແມ່ນ​​ໂອກາດ​ເພື່ອ​ແບ່ງປັນ ຮ່ວມ​ມືກັນ ​ແລະ ພ້ອມ​ກັນພັດທະນາ. ຍິ່ງ​ກວ່າປະ​ເທດ​ໃດ​ໝົດ, ສິງກະ​ໂປ​ຊຶ່ງ​ເປັນໜຶ່ງ​ໃນ​ບັນດາ​ປະ​ເທດ​ເລີ່​ມຕົ້ນ​ຂອງ UNCLOS ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ສິງກະ​ໂປມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ທີ່​ສຸດ ​ກ່ຽວ​ກັບ​ຄຸນຄ່າ​ຂອງ​ການ​ຮ່ວມ​ແຮງຮ່ວມ​ໃຈ​ກັນຈັບ​ກຳ​ໂອກາດ​ນີ້.

ຂ້າພະ​ເຈົ້າ​ໄດ້​ມາ​ຢາມ​ປະ​ເທດ​ສິງກະ​ໂປ​ຫຼາຍ​ເທື່ອ​ແລ້ວ, ​ແຕ່​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​​ໃນນາມ​ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ ຢ້ຽມຢາມ​ປະ​ເທດ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ເປັນ​ປະ​ເທດ​ທີ່​ສວຍ​ງາມ​ແລະ​ຮັກ​ແພງ​ແຂກ​ບ້ານ​ແຂກ​ເມືອ​ງ, ​ໃນ​​ໂອ​ກາດກະກຽມ​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດນາມ - ສິງກະ​ໂປ ຄົບຮອບ 3 ປີ (11-9-2013 - 11-9-2016). ​ແຕ່​ລະ​ຄັ້ງ​ທີ່​ມາ​ຢ້ຽມຢາມ​ປະ​ເທດ​ແຫ່ງ​ນີ້, ສິງກະ​ໂປ​ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີງາມເລິກ​ເຊິ່ງ​ ໃຫ້​ແກ່​​ຂ້າພະ​ເຈົ້າ ກ່ຽວ​ກັບການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ ​ດ້ວຍຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ; ກ່ຽວ​ກັບ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ດຸ​ໝັ່ນ, ຮັກຫອມ​ການ​ອອກ​ແຮງ​ງານ, ມີ​ລະບຽບ​ວິ​ໄນ, ສະຕິ​​ນັບຖື​ກົດໝາຍ​ຂອງ​ປະຊາຊົນ; ກ່ຽວ​ກັບສະຕິ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ ກໍ​ຄື​​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ​ຂອງ​ປະ​ເທດ​ຂອງ​ພວກ​ເພື່ອນ.

ການ​ພັດທະນາ​ທີ່​ເປັນ​ໜ້າ​ຊົມ​ເຊີຍ​ຂອງ​ສິງກະ​ໂປ​ ຜ່ານ 51 ປີ​ນັບ​ແຕ່​ວັນ​ສະຖາປະນາ​ປະ​ເທດ​ມາ​ຮອດ​ປັດຈຸບັນ ​ແມ່ນ​ບົດຮຽນ​ປະສົບ​ການ​ທີ່​ລ້ຳ​ຄ່າ​ສຳລັບ​ຫວຽດນາມ​ ໃນ​ວິວັດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ຕົນ. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ ແລະ ​ເອົາ​ໃຈ​ໃສ່​ຮ່ຳຮຽນ​ນຳ​ບົດຮຽນ​ແຫ່ງ​ຄວາມ​ສຳ​ເລັດ​ຜົນ ​ຂອງ​ສິງກະ​ໂປ ​ໃນ​ການວາງ​ກຳນົດນະ​ໂຍບາຍ ​ແລະ ປະຕິບັດນະ​ໂຍບາຍ​ບຸລິມະສິດ​ການ​ລົງທຶນ​ໃຫ້​ແກ່​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ສຶກສາ-ກໍ່ສ້າງ, ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ບຳລຸງ​ສ້າງ ​ແລະ ນຳ​ໃຊ້​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ​ເພື່ອ​ພັດທະນາ​ປະ​ເທດ​ຢ່າງ​ໄວ​ແລະ​ຍືນ​ຍົງ.

ມື້ວານ​ນີ້, ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ເຈລະຈາ, ພົບ​ປະ​ຫາລື​ກັບ​ທ່ານ​ປະທານາທິບໍດີ ​ໂທ​ນີ ຕັນ ​ເຄັງ​ຢັນ ​ແລະ ທ່ານ​ນາຍົກລັດຖະມົນຕີ ລີ ຊຽນລຸງ. ພວກ​ຂ້າພະ​ເຈົ້າມີ​ຄວາມດີ​ໃຈ​ທີ່​ເຫັນ​ວ່າ ​ໃນ​ເວລາ 40 ກວ່າ​ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (ວັນ​ທີ 1 ສິງຫາ 1973) ມາ​ເຖິງ​ປັດຈຸບັນ, ຄວາມພົວພັນ​ຮ່ວມ​ມື​ມິດຕະພາບຫວຽດນາມ-ສິງກະ​ໂປ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ ດ້ວຍ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ທີ່​ແທດ​ຈິງ​ແລະມີ​ປະສິດທິ​ຜົນ. ສິງກະ​ໂປ​ເປັນ​ໜຶ່ງໃນສາມ​ປະ​ເທດທີ່​ລົງທຶນ​ຫຼາຍ​ທີ່​ສຸດ​ຢູ່​ຫວຽດນາມ; ບັນດາ​ເຂດ​ອຸດສາຫະກຳຫວຽດນາມ - ສິງກະ​ໂປ (VSIP) ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ສຳ​ເລັດ​ຂອງ​ການ​ຮ່ວມ​ມືຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ສອງ​ປະ​ເທດ.

​ໃນ​ທຸກ​ວັນ​ນີ້, ພະນັກງານ ນັກຮຽນ​ນັກ​ສຶກສາ​ຫວຽດນາມ​ຫຼາຍ​ໝື່ນ​ຄົນ ທີ່​ຜ່ານການ​ອົບຮົມ​ສຶກສາ​ຢູ່​ສິງກະ​ໂປ ​ໄດ້​ແລະ​ພວມ​ເຮັດ​ວຽກ ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຂອງ​ພວກ​ຂ້າພະ​ເຈົ້າ ກໍ​ຄື​ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ພົວພັນ​ມິດ​ຕິ​ພາບຫວຽດນາມ - ສິງກະ​ໂປ... ຫວຽດນາມ​ຍາມ​ໃດ​ກໍ​ຖື​ວ່າ ​ຜົນສຳ​ເລັດ​ຂອງ​ສິງກະ​ໂປ, ຂອງ​ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ ​ເປັນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພ້ອມ​ກັນ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ.

​ໃນ​ບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ, ຫວຽດນາມ ​ແລະ ສິງກະ​ໂປ ຕ່າງ​ກໍ​ມີ​ຜົນ​ປະ​ໂຫຍ​ດລວມທີ່​ພື້ນຖານ​ທີ່​ສຸດ ​ໃນ​ການ​ກໍ່ສ້າງ​​ໃຫ້ອາ​ຊຽນ​ເຂັ້ມ​ແຂງ ​ແລະ ລະບົບ​ຄູ່​ຮ່ວມ​ມືທີ່​ເຊື່ອ​ຖື​ໄດ້, ຮັກສາ​ລະບຽບ​ສາກົນ​ທີ່​ມີ​ສັນຕິພາບ ສະຖຽນ​ລະ​ພາບ, ​ເຄົາ​ລັບ​ນັບຖື​ແລະ​ປະຕິບັດ​ຕາມ​ກົດໝາຍ​ສາກົນ. ຫວຽດນາມ​ມີ​ຄວາມ​ປະສົງ​ຈະ​ພ້ອມ​ກັນ​ກັບ​ສິງກະ​ໂປ ຊຸກຍູ້​ການ​ພົວພັນ, ​ເຮັດ​ໃຫ້​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ​ສອງ​ປະ​ເທດ​​ ໃນ​ຂົງ​ເຂດ​ຕ່າງໆ ເລິກ​ເຊິ່ງກວ່າ​ອີກ ຊຶ່ງ​ຈຸດ​ໝັກ​ໃຈກາງ​ແມ່ນ​ເສດຖະກິດ ການ​ຄ້າ ການ​ລົງທຶນ, ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາ​ງສະຫງົບ, ຮ່ວມ​ມື​ກັນ​ໃນ​ທະ​ເລ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ​ເປົ້າ​ໝາຍ​ຂອງ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ແມ່ນ ສິງກະ​ໂປ​ຈະ​ເລີ​ນຮຸ່ງ​ເຮືອງ, ຫວຽດນາມ​ພັດທະນາ​ຢ່າງ​ຍືນ​ຍົງ, ຜ່ານ​ນັ້ນ ປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ຈະ​ເລີ​ນຮຸ່ງ​ເຮືອງ ມີ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມພັດທະນາ​ ຢູ່​ອາຊີ - ປາຊີ​ຟິກ.

​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​​ໃຈຕໍ່ ​ລັດຖະບານ​ສິງກະ​ໂປ, ພິ​ເສດ​ແມ່ນ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ລີ ກວນຢູ, ​ເພື່ອນ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ, ຜູ້​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ແທດ​ຈິງມີ​ປະສິດທິ​ຜົນ​ແກ່​ປະ​ເທດ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ.

ຮຽນ​ບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ!

ຂ້າພະ​ເຈົ້າ​ຫວັງ​ວ່າ ຜ່ານ​ການ​ແລກປ່ຽນ​ໃນ​ມື້​ນີ້ ພວກ​ເຮົາ​ຈະ​ພ້ອມ​ກັນ​ເຂົ້າ​ໃຈ​ແຈ້ງ​ກວ່າ​ອີກ​ ກ່ຽວ​ກັບ​ບັນດາ​ບັນຫາພາກ​ພື້ນ​ແລະ​ສາກົນ ທີ່​ພົວພັນ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແລະ ຄວາມ​ພົວພັນຫວຽດນາມ - ສິງກະ​ໂປ ​ເພື່ອ​ຈາກ​ນັ້ນ​ ຈະ​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມືຕົວ​ຈິງ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເພື່ອ​ຜົນ​ປະ​ໂຫຍດລວ​ມ​ຕື່ມ​ອີກ​ຫຼາຍ​ຢ່າງ.

ອີກ​ຄັ້ງ ຂ້າພະ​ເຈົ້າຂໍ​ຂອບ​ໃຈບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ ທີ່​ໄດ້​ມາ​ຮ່ວມ​ການ​ພົບ​ປະສົນທະນາ​ກັນ​ໃນ​ມື້​ນີ້. ຂໍ​ອວຍພອນ​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ນັບ​ມື້​ນັບ​ຂະຫຍາຍຕົວ, ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ຫຼາຍ​ຢ່າງ ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ແລະ ຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາ​ບສູງ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ພັດທະນາ​ຢ່າງ​ຍືນ​ຍົງ​ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

ອວຍ​ພອນ​ບັນດາ​ທ່ານ​ທີ່​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມສຸກ​ແລະ​ສຳ​ເລັດ​ຜົນ.

ຂໍຂອບໃຈ./.