ວ.ກ. ອອນ​ໄລ - ຕອນ​ແລ​ງວັນ​ທີ 8 ສິງຫາ 2016, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ໄດ້​ອອກ​ຈາກນະຄອນວຽງ​ຈັນ ​ເດີນທາງ​ເມືອ​ເຖິງ​ນະຄອນ​ຮ່າ​ໂນ້ຍ, ສຳ​ເລັດ​ສິ້ນ​ສຸດຢ່າງ​ຈົບງາມ ການ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ  28-29 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ ຕາມ​ຄຳ​ເຊີນ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກລັດຖະມົນຕີ​ແຫ່ງ ສປປ ລາວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ພ້ອມກັບຜູ້ນຳຂອງບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 29. (ພາບຂອງ VGP)

ຍົກສູງ​ຄວາມ​ສາມາດ ​ແລະ ຄວາມ​ເຂັ້ມ​ແຂງ​ຄວາມຢືດຢຸ່ນຂອງ​ອາ​ຊຽນ​ ເປັນປັດ​ໃຈ​ສຳຄັນສຳລັບ​ຄວາມ​ສຳ​ເລັດ​ຂອງ​ອາ​ຊຽນ

​ໃນ​ສາມ​ວັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ມີ​ໂຄງການ​ເຮັດ​ວຽກ​ກັບບັນດາກອງ​ປະຊຸມ, ການ​ປະຊຸມ, ການພົບ​ປະ​ສົນທະນາ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ… ​ເປັນ​ຫຼາຍ​ສິບ​ຄັ້ງ; ​ໃນ​ນັ້ນ​ ມີບັນດາກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື 11 ຄັ້ງ (ກວມ​ດ້ວຍ ກອງປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 - 29; ບັນດາກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ+1 ກັບ​ຈີນ, ຍີ່ປຸ່ນ, ສ.​ເກົາຫລີ, ​ອົດ​ສະຕຣາລີ, ອິນ​ເດຍ, ອາ​ເມຣິກາ, ​ແລະ​ສະຫະ​ປະຊາ​ຊາດ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ+3, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ ກອງ​ປະຊຸ​ມສຸດ​ຍອດ​ແມ່​ນ້ຳຂອງ - ຍີ່ປຸ່ນ), ​ຮ່ວມ​ການ​ສົນທະນາ​ຄັ້ງ​ທຳ​ອິດ ​ລະຫວ່າງ​ບັນດາ​ຜູ້ນຳ​ອາ​ຊຽນ ກັບຜູ້ຕາງໜ້າ ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA); ສົນ​ທະນະ​ກັບຜູ້ຕາງໜ້າ​ເຍົາວະ​ຊົນ​ອາຊຽນ; ສົນທະ​ນາ​ກັບສະພາ​ທີ່​ປຶກສາ​ທຸລະ​ກິດ​ອາ​ຊຽນ(ABAC);...

​ໃນໂຄງການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ມີ​ການປະຊຸມ, ​ພົບ​ປະ​ຫາລື, ​ແລກປ່ຽນ 10 ຄັ້ງ​ ກັບ​ຜູ້ນຳປະ​ເທດ​ເຈົ້າພາບ ກໍ່​ຄື​ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື, ພົບ​ປະ​ກັບ​ຜູ້ນຳ​ຂອງ​ບັນດາ​ປະ​ເທດ, ບັນດາ​ອົງການ​ສາກົນ​​ເຊັ່ນ ສະຫະລັດ​ອາ​ເມຣິກາ, ​ໄທ, ​ເລຂາທິການ​ສະຫະ​ປະຊາ​ຊາດ, ກອງ​ທຶນ​ເງິນຕາ​ສາກົນ, ຍີ່​ປຸ່ນ, ​ອົດ​ສະຕຣາລີ, ນູ​ແວນ​ເຊ​ລັງ, ມຽນມາ, ຟີ​ລິບ​ປິນ,...

ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ເນັ້ນ​ເຖິງ​ບັນດາ​ຈຸດ​ໜັກ​ໃຈກາງ, ການ​ບຸລິມະສິດ​ໃນ​ການ​ປະຕິບັດ​ວິ​ໄສ​ທັດ​ອາ​ຊຽນ 2025 ​ແລະ ບັນດາ​ແຜນການ​ຜັນ​ຂະຫຍາຍ​ໃນ​ແຕ່ລະ​ເສົາ​ຄ້ຳ, ຂົງ​ເຂດ​ການ​ຮ່ວມ​ມື.

ທາງ​ດ້ານ​ການ​ເມືອງ - ​ຄວາມ​ສະຫງົບ, ອາ​ຊຽນຕ້ອງ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ໄວ້​ວາງ​ໃຈ, ບັນດາ​ມາດ​ຕະການການ​ທູດ​ປ້ອງ​ກັນ, ​ເສີມ​ຂະຫຍາຍ​ບັນດາກົດ​ລະບຽບ ​ແລະ ​ມາດຕະຖານ​ການ​ປະຕິບັດ​ງານຂອງ​ອາ​ຊຽນ; ສົ່ງ​ເສີມ​ການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ຮັກສາ​ສັນຕິພາບ ຄວາມ​ສະຫງົບ, ປ້ອງກັນ​ໄພ​ແຫ່ງການ​ປະ​ທະ​ກັນ​ໃນ​ພາກ​ພື້ນ; ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເປັນ​ຕົ້ນ​ແມ່ນ​ການ​ກໍ່​ການ​ຮ້າຍ, ການ​ລັກ​ພາ​ຕົວ​ປະກັນ ​ແລະ ​ຄວາມ​ປອດ​ໄພ​ເຄືອ​ຂ່າຍ.

ທາງ​ດ້ານ​ເສດຖະກິດ, ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການຊຸກຍູ້ ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ, ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ວິ​ສາ​ຫະກິດ; ຂະຫຍາຍ​ວິ​ສາ​ຫະກິດ; ຄ່ອຍໆ​ລົດ​ຊ່ອງ​ຫວ່າງການ​ພັດທະນາ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນພາກ​ພື້ນ​ ເພື່ອ​ຕິດຕາມ​ກວດກາ​ການ​ເງິນ - ​ເງິນຕາ, ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ.

ທາງ​ດ້ານ​ວັດທະນະທຳ - ສັງຄົມ, ຍູ້​ແຮງ​ການ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ພົບ​ປະ​ສັງ​ສັນ​ປະຊາຊົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ພັດທະ​ນາ​ຊັບພະຍາກອນ​ມະນຸດ, ​ເປັນ​ຕົ້ນ​ແມ່ນ​ແຮງ​ງານມື​ອາຊີບ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ.

ການ​ປະຕິບັດ​ວິ​ໄສ​ທັດ​ອາ​ຊຽນ 2025 ຕ້ອງ​ຕິດ​ກັບວາລະ​ການ​ປະຊຸມ 2030 ກ່ຽວກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ຂອງ​ສະຫະ​ປະຊາ​ຊາດ, ຄຳ​ໝັ້ນ​ສັນຍາ​ຂອງ COP 21 ກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ ​ແລະ ຕ້ອງ​ໄດ້​ຮັບ​ການ​ປະສົມ​ປະສານ​ເຂົ້າ​ໃນ​​ແຜນການ​ພັດທະນາ​ແຫ່ງ​ຊາດ ​ຂອງ​ແຕ່ລະ​ປະ​ເທດ​ສະມາ​ຊິກ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຢັ້ງຢືນ​ການ​ຍົກ​ສູງ​ຄວາມ​ສາມາດ ​ແລະ ຄວາມ​ເຂັ້ມ​ແຂງ​ຄວາມ​ຢືດຢຸ່ນ ຂອງ​ອາ​ຊຽນ ​ແມ່ນ​ປັດ​ໃຈສຳຄັນ​ທີ່​ຮັບປະກັນ​ຄວາມ​ສຳ​ເລັດ​ຂອງ​ອາ​ຊຽນ. ຕ້ອງ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ປະສານ​ງານ, ຕິດຕາມ​ກວດກາ ​ແລະ ຮັບປະກັນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຢ່າງ​ມີ​ປະສິດທິ​ຜົນ; ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເວທີ​ປາ​ໄສ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ເວທີ​ປາ​ໄສ ກົນ​ໄກຮັກສາ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ​ໂດຍ​ອາ​ຊຽນ​ເປັນ​ໃຈກາງ; ​ເພີ່​ມທະວີ​ຄວາມ​ສາມາດ​ຂອງຄະນະ​ກຳມະການ​ຜູ້ຕາງໜ້າ​ຖາວອນ​ປະຈຳ​ອາ​ຊຽນ (CPR), ກອງ​ເລຂາ​ອາ​ຊຽນ ASEAN.

​ເສີມ​ຂະຫຍາຍ​ບັນດາຄຸນຄ່າ ​ແລະ ຫຼັກການ​ພື້ນຖານ​ຂອງ​ອາ​ຊຽນ. ​ແຕ່ລະ​ປະ​ເທດ​ສະມາຊິກ​ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍ​ດ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ ໃນ​ການ​​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ເອກະ​ພາບ​ຂອງ​ອາ​ຊຽນ; ປະສົມປະສານ​ຢ່າງ​ກົມກຽວ ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ຊາດ ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ຊຽນ. ​ເພີ່ມ​ທະວີ​ການ​ປຶກສາ​ຫາລື, ກໍ່ສ້າງ​ຫຼັກ​ໝັ້ນ ​ແລະ ສຸລະ​ສຽງ​ລວມ ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ ທີ່ມີ​ຜົນ​ກະທົບ​ໂດຍ​ກົງ​ເຖິງຄວາມ​ປອດ​ໄພ ​ແລະ ການ​ພັດທະນາ​ຂອງ​ອາ​ຊຽນ.

ການ​ສົ່ງ​ຂໍ້ຄວາມ​ເຫັນ​ທີ່​ສຳຄັນ​ຂອງ​ຫວຽດນາມ

ຢູ່​ທີ່​ກອງ​ປະຊຸມ, ​ໂດຍ​ຜ່ານທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ, ຫວຽດນາມ​ໄດ້​ສົ່ງ​ຂໍ້ຄວາມ​ເຫັນ​ທີ່​ຈະ​ແຈ້ງ​ທີ່​ສຸດ, ຍົກ​ບັນດາ​ບັນຫາ​ທີ່​ຕ້ອງ​ແກ້​ໄຂ​ອອກ​ມາ ພ້ອມ​ດ້ວຍ​ບັນດາ​ວິທີ​ເຂົ້າ​ເຖິງທີ່​ຈຳ​ເປັນ.

ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ສຳລັບ​ອາ​ຊຽນ​ໃນ​ປີ 2016 ​ແລະ ​ໃນ​ອະນາຄົດ, ຊ້ຳພັດ​ໃນ​ອະນາຄົດ​ອັນ​ໃກ້​ນີ້ ​ແມ່ນ​ການ​ປົກ​ປ້ອງ ​ແລະ ຮັກສາ​ສັນຕິພາບ​ໃນ “ຂອບ​ເຂດ” ຂອງ​ຕົນ. ຍ້ອນ​ເຫດນັ້ນ, ​ໃນ​ບົດ​ປາ​ໄສ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ປະ​ເທດ, ພາກ​ພື້ນ ​ແລະ ປະຊາ​ຄົມ​ໂລກ ມີ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ​ເສລີພາບ​​ໃນການ​ເດີນ​ທະ​ເລ​ແລະ​ເດີນ​ອາກາດ ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ການ​ແກ້​ໄຂ​ຂໍ້​ພິພາດ​ຊ່ວງ​ຊີງ​ຕ່າງໆ. ຄຳ​ຮຽກຮ້ອງ​ນີ້​ຈະ​ແຈ້ງ​ທີ່​ສຸດ ນັບ​ທັງ “ທີ່ຢູ່ຂອງ​ຜູ້​ຮັບ” ​ແລະ ​ໃນ​​ເນື້ອ​ໃນ: “ທຸກ​ປະ​ເທດ, ພາກ​ພື້ນ ​ແລະ ປະຊາ​ຄົມ​ໂລກ ມີ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ” ໝາຍ​ຄວາມ​ວ່າ​ ບໍ່​ພຽງ​ແຕ່​ບັນດາປະ​ເທດ​ທີ່​ມີ​ຄວາມ​ກ່ຽວຂ້ອງ​ໂດຍ​ກົງ ຫາກ​ແມ່ນ​ປະຊາ​ຄົມ​ໂລກ​ທັງ​ໝົດ.

ຄຳ​ຮຽກຮ້ອງ “ທຸກ​ປະ​ເທດ, ພາກ​ພື້ນ ​ແລະ ປະຊາ​ຄົມ​ໂລກ ມີ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ...” ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ມີ​ຄວາມ​ໝາຍ​ກວມ​ລວມທັງ​ໝົດທຸກ​ປະ​ເທດ (inclusive) ​ແຕ່ຫາກ​ບໍ່​ມີ​ການ​ຍົກ​ເວັ້ນ ​ແລະ ພຽງ​ແຕ່​ກວມ​ດ້ວຍ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ກ່ຽວຂ້ອງ (exclusive) ​ເທົ່າ​ນັ້ນ. ສິ່ງ​ທີ່​ຢັ້ງຢືນ​ໃຫ້​ລັກສະນະກວມ​ລວມທັງ​ໝົດທຸກ​ປະ​ເທດ ​ແຕ່ຫາກ​ບໍ່​ມີ​ການ​ຍົກ​ເວັ້ນນັ້ນ ​ແມ່ນ​ການ​ທີ່​ອາ​ຊຽນບໍ່​ພຽງ​ແຕ່ “ສົນທະນາ​” ນຳ​ກັນ, ​ແຕ່​ໄດ້​ສົນທະ​ນາ​ກັບ​ບັນດາ​ປະ​ເທດ​ອື່ນ, ຄື​ລັດ​ເຊຍ, ອາ​ເມຣິກາ, ອິນ​ເດຍ, ອົດ​ສະຕຣາລີ, ນູນ​ແວນ​ເຊ​ລັງ,...

​ເພື່ອ “ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແກ້​ໄຂຂໍ້​ພິພາດ​ຊ່ວງ​ຊີງກັນ”, ຕ້ອງ (ກ) ຕ້ອງ​ຈຳ​ໄວ້​ສະ​ເໝີ​ວ່າ ຂໍ້​ພິພາດ​ຊ່ວງ​ຊີງທຸກ​ຢ່າງ ພຽງ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ; (ຂ) ປະຕິ​ເສດ​ຄວາມຫຼອກ​ລວງ​ແກ້​ໄຂ​ຂໍ້​ພິພາດຕ່າງໆ ດ້ວຍ​ຄວາມ​ສະໝັກ​ໃຈ​​ເຊັດ​ຂໍ້​ພິພາດ​ໃຫ້​ກ້ຽງ​ໄປ; ​ແລະ (ຄ) ສ້າງ​ວິທີ​ນຶກ​ຄິດ ​ແລະ ການ​ກະທຳຕາມ​ທິດ “ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແກ້​ໄຂ​ຂໍ້​ພິພາດ”.

ອາດ​ຈະ​ເລີ່​ມຕົ້ນ “ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແກ້​ໄຂ​ຂໍ້​ພິພາດ” ດ້ວຍ​ບັນດາ​ໂຄງ​ຮ່າງ​ການ​ຜູດມັດ​ເຊິ່ງກັນ​ແລະ​ກັນ, ຫຼີກ​ລ່ຽງ​ຄວາມ​ຂັດ​​ແຍ້​ງຂໍ້​ພິພາດ ບໍ່​ໃຫ້​ມັນ​ເກີດ​ຂຶ້ນ. ດ້ວຍ​ຈິດ​ໃຈ​ດັ່ງກ່າວ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້ “ຊົມ​ເຊີນ​ອາ​ຊຽນແລະ​ຈີນທີ່​ໄດ້​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ໝູນ​ໃຊ້ ປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ຫຼີກ​ເວັ້ນການ​ຕຳ​ກັນ​ທີ່​ບໍ່​ຄາດ​ຄິດ ​ຢູ່​ທະ​ເລຕາ​ເວັນ​ອອກ (CUES)​, ສ້າງສາ​ຍດ່ວນ​ລະຫວ່າງ​ບັນດາ​ກະຊວງ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ບັນດາ​ກໍລະນີ​ສຸກ​ເສີນ​ຢູ່​ໃນ​ທະ​ເລ”, ພ້ອມ​ກັນ​ນັ້ນ “ສະ​ເໜີ​ໃຫ້​ທັງສອງ​ຝ່າຍ​ພະຍາຍາມ​ສຳ​ເລັດ COC ​ໃນ​ປີ 2017, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ການ​ເຊັນ DOC ຄົບຮອບ 15 ປີ (2002) ​ແລະ ການ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 50 ປີ”.

​ເພື່ອ​ສາມາດ “ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ​ເສລີພາບ​​ໃນການ​ເດີນ​ທະ​ເລ​ແລະເດີນ​ອາກາດ ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແກ້​ໄຂ​ຂໍ້​ພິພາດ​ຊ່ວງ​ຊີງກັນ”, ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ, “ສອງ​ຝ່າຍ​ຄວນ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ເພີ່ມ​ທະວີຮາກ​ຖານ​ຂອງ​ຄວາມ​ພົວພັນ​ອາ​ຊຽນ - ຈີນ, ​ເປັນ​ຕົ້ນ​ແມ່ນ​ຄວາມ​ໄວ້ວາງ​ໃຈທາງ​ທາງ​ການ​ເມືອງ ​ແລະ ຄວາມ​ໄວ້​ວາງ​ໃຈ​ຍຸດ​ທະ​ສາດ; ຍູ້​ແຮງ​ການ​ຮ່ວມມື​ຮອບດ້ານ​ແລະ​ຕົວ​ຈິງ, ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ແລະ​ຂໍ້​ພິພາດ​ທຸ​ກຢ່າງ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ,  ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982”.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຢັ້ງຢືນ: “ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພົວພັນ​ກັບ​ຈີນ ​ແລະ ຈະ​ເຮັດ​ດ້ວຍ​ຄວາມ​ສາມາດ​ທັງ​ໝົດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາຊຽນ ​ເຮັດ​ໃຫ້​ຄວາມ​ພົວພັນ​ອາ​ຊຽນ - ຈີນ ​ເບັ່ງ​ບານ, ມີ​ເນື້ອ​ແທ້ ມີ​ປະສິດທິຜົນຍິ່ງ​ຂຶ້ນ, ໜ້າ​ເຊື່ອ​ຖືກ​ວ່າ​ອີກ, ປະກອບສ່ວນ​ອັນ​ຕັ້ງໜ້າ​ໃຫ້​ແກ່​ສັນຕິພາບ ຄວາມ​ພັດທະນາ ​ແລະ​ຄວາມ​ວັດທະນາ​ຖາວອນ​ ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ”.

ພາຍ​ໃຕ້​ຫົວຂໍ້ “ຫັນ​ວິ​ໄສ​ທັດ​ໃຫ້​ປະກົດ​ເປັງ​ຈິງ​ເພື່ອ​ປະຊາ​ຄົມ​ອາ​ຊຽນທີ່​ຂະຫຍັນ​ຂັນ​ເຄື່ອນ”, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 - 29 ​ແລະ​ບັນດາກອງ​ປະຊຸມສຸດ​ຍອດທີ່​ກ່ຽວຂ້ອງ​ຢູ່​ລາວ ​ໄດ້​ຮັບ​ຜົນສຳ​ເລັດທີ່​ຈົບງາມ ​ແລະ​ໄດ້​ມີ​ຜົນ​ກະທົບ​ທີ່​ຕັ້ງໜ້າ; ກອງ​ປະຊຸມ​ໄດ້ຜ່ານ​ເອກະສານ ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ສຳຄັນຫຼາຍ​ສະບັບ, ຜ່ານ​ນັ້ນ​ຊຸກຍູ້​ໃຫ້​ອາ​ຊຽນ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນ, ​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິຜົນຍິ່ງ​ຂຶ້ນ, ປັບປຸງ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ ​ແລະ ​ເຊີດ​ຊູ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ; ຍູ້​ແຮງ​ຄວາມ​ພົວພັນຮອບດ້ານ​ແລະ​ຕົວ​ຈິງ​ ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື. ຜົນສຳ​ເລັດ​ຢູ່​​ໃນ​ເວທີ​ປາ​ໄສ ​ແລະ ​ໃນບັນດາ​ການ​ພົບ​ປະ​ສອງ​ຝ່າຍ​ແລະຫຼາຍ​ຝ່າຍນັ້ນ ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ ຍ້ອນ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ແມ່ນ​ໂອກາດ​ໜຶ່ງ​ດຽວ​ໃນ​ປີ ​ເພື່ອ​ໃຫ້​ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ ພົບ​ປະ, ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ນຳ​ກັນ ພາຍຫຼັງ​ທີ່​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ກໍ່​ຕັ້ງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ທັນວາ 2015.

​ການ​ທີ່​ຫວຽດນາມເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 - 29 ​ແລະ​ບັນດາ​ກອງ​ປະຊຸມສຸດ​ຍອດ​ທີ່​ກ່ຽວຂ້ອງນັ້ນ, ອີກ​ເທື່ອ​ໜຶ່ງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ຫວຽດນາມ​ເປັນ​ສະມາຊິກ​ທີ່​ເປັນ​ເຈົ້າ​ການ ຕັ້ງໜ້າ ມີຄວາມ​ຮັບຜິດຊອບຕໍ່​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ​ປັບປຸງ​ຄວາມ​ໄວ້​ວາງ​ໃຈ​ທາງ​ການ​ເມືອ​ງ ​ແລະ ຄວາມ​ໄວ້​ວາງ​ໃຈ​ທາງ​ຍຸດ​ທະ​ສາດ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ແລະ​ບັນ​ດາ​ປະ​ເທດ​​ໃນ​ໂລກ​ໃຫ້​ຂະຫຍາຍຕົວ​ຍິ່ງ​ຂຶ້ນ./.

ສັງ​ລວມ​ໂດຍ ບນ