ວກ.ອອນ​ໄລ - ທ່ານຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມັນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ ຄັ້ງ​ທີ 17 ຂອງຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ ຢູ່​ທີ່​ເກາະ ມາ​ກາຣິດຕາ ປະ​ເທດ​​ເວ​ເນຊູ​ເອລາ ​ແຕ່​ວັນ​ທີ 17 ຫາ 18 ກັນຍາ 2016.

ປະທານາທິບໍດີເວເນຊູເອລາ ນີໂກລາດ ມາດູໂຣ ຕ້ອນຮັບທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມັນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ໃນພິທີເປີດກອງປະຊຸມສຸດຍອດຄັ້ງທີ 17 ຂອງຂະບວນການບໍ່ເຂົ້າຮ່ວມກຸ່ມ. (ພາບ: TTXVN)

“ສັນຕິພາບ, ອຳນ​າດອະທິປະ​ໄຕ ​ແລະ ສາມັກຄີ ​ເພື່ອ​ຄວາມ​ພັດທະນາ”

ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມກຳ​ເນີ​ດ​ເກີດ​ຂຶ້ນ​​ເມື່ອປີ 1961 ​ໃນ​ສະພາບ​ສົງ​ຄາມ​ເຢັນ ທີ່​ມີ​ການ​ຜະ​ເຊີນ​ໜ້າລະຫວ່າງ​ສອງ​ຄ້າຍ. ຂະ​ບວນການ​ໄດ້​ເຕົ້າ​ໂຮມ​ບັນດາ​ປະ​ເທດ​ທີ່​ຫາ​ກໍ່​ຍາດ​ໄດ້​ເອກະລາດ - ​ເອີ້ນ​ລວມວ່າປະ​ເທດ​ໂລກ​ທີ​ສາມ, ດ້ວຍ​ຈຸດໝາຍສ້າງ​ກ້ອນ​ກຳລັງ​ທີ່​ກ້ວາງ​ຂວາງ ​ເພື່ອ​ຕ້ານ​ການ​ແຊກ​ແຊງ​ຂອງປະ​ເທດ​ຈັກກະພັດ, ພ້ອມ​ກັນ​ຮັກສາ​ສັນຕິພາບ ​ເອກະລາດ, ພ້ອມ​ກັນ​ດຳລົງ​ຄົງ​ຕົວ ​ແລະ ພັດທະນາ ຊຶ່ງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ລັກສະນະ​ກ້າວໜ້າ​ຂອງ​ຕົນ.

ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ​ເຄື່ອນ​ໄຫວ​ອີງ​ບົນ​ຫຼັກການ 10 ປະການ ທີ່​ຖືກ​ຮັບຮອງ​ຜ່ານ​ໂດຍ​ກອງ​ປະຊຸມ​ອາຊີ-ອາ​ຟຣິກກາ ທີ່​ບັນ​ດຸ​ງປີ 1955, ​ໃນ​ນັ້ນ​ມີ​ຫຼັກການ ​ເຄົາລົບ​ນັບຖື​ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນ​ດິນອັນ​ຄົບຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ບໍ່​ໃຊ້​ກຳລັງອາວຸດ, ​ແກ້​ໄຂ​ຂໍ້​ພິພາດ​ດ້ວຍ​ສັນ​ຕິ​ວິທີ, ສອດ​ຄ່ອງ​ກັບ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ. ຜ່ານ 55 ປີ​ແຫ່ງ​ການ​ຂະຫຍາຍຕົວ, ຈາກ 25 ປະ​ເທດ​ສະມາຊິກ​ໃນ​ຂັ້ນ​ຕົ້ນ, ຂະ​ບວນການ​ໄດ້​ເຕີບ​ໃຫຍ່ ​ດ້ວຍ​ຈຳນວນ​ສະມາຊິກ 120 ປະ​ເທດ ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາທີ່ຢູ່​ຈາກ​ອາຊີ, ​ເອຣົບ, ອາ​ຟຣິກກາ ​ແລະ ລາ​ຕີນອາ​ເມຣິກາ, ກວມ​ເອົາ​ເກືອບ 2/3 ຂອງ​ຈຳນວນ​ສະມາ​ຂິກ​ສະຫະ​ປະຊາ​ຊາດ ​ແລະ 55% ຂອງ​ຈຳນວນ​ປະຊາກອນ​ໂລກ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ​ທີ່​ປະ​ເທດ​ເວ​ເນ​ຊູ​ເອລາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 104/120 ປະ​ເທດ​ສະມາຊິກ, ​ໃນ​ນັ້ນ​ລະດັບ​ປະທານາທິບໍດີ ​ແລະ ນາຍົກລັດຖະມົນຕີມີ 22 ທ່ານ, ຮອງ​ປະທານາທິບໍດີ ​ແລະ ຮອງ​ນາຍົກລັດຖະມົນຕີມີ 11 ທ່ານ. ພາຍ​ໃຕ້​ຫົວ​ຂໍ້ “ສັນຕິພາບ, ອຳນ​າດອະທິປະ​ໄຕ ​ແລະ ສາມັກຄີ ​ເພື່ອ​ຄວາມ​ພັດທະນາ”, ບັນດາ​ປະ​ເທດ​ລ້ວນ​ແຕ່​ສຸມ​ໃສ່​ຢືນຢັນ​ຄືນ​ໃໝ່ ບັນດາ​ຄຸນຄ່າ​ອັນ​ພື້ນຖານ​ ແລະ ​ເປົ້າ​ໝາຍ​ລວມຂອງ​ຂະ​ບວນການ ນັບ​ແຕ່​ເມື່​ອຫາກໍ່​ສ້າງ​ຕັ້ງ​ໃໝ່, ຖື​ວ່າ​ນັ້ນ​ເປັນ​ພື້ນຖານ​ເພື່ອ​ໃຫ້ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມປັບປຸງ​ຄວາມ​ສາມັກຄີ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ໃນ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ປະຈຸ​ບັນ​ຄື ສົງຄາມ, ການ​ປະ​ທະ​ກັນ, ການ​ແຊກ​ແຊງ, ການ​ໂຄ່ນ​ລົ້ມ, ປົກປັກ​ຮັກສາ​ອຳນາດ​ອະທິປະ​ໄຕ, ຕ້ານ​ການ​ກໍ່​ການ​ຮ້າຍ, ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສັນຍາ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ…

ກອງ​ປະຊຸມ​ໄດ້​ຮັບຮອງ​ຜ່ານ​ເອກະສານ​ສຸດ​ທ້າຍ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ຮັກສາ​ບັນດາ​ຫຼັກການ​ພື້ນຖານ​ຂອງຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ, ຍົກ​ໃຫ້​​ເຫັນ​ແຈ້ງ​ຫຼັກ​ໝັ້ນ​ລວມຂອງຂະ​ບວນການກ່ຽວ​ກັບ​ບັນດາ​ບັນຫາ​ທົ່ວ​ໂລກ,  ສົ່ງ​ເສີມ​ລັດທິ​ພະຫຸ​ພາຄີ, ບົດບາດ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ຫຼັກການ​ພື້ນຖານ​ກ່ຽວ​ກັບ ຄວາມ​ເຄົາລົບ​ນັບຖື​ອຳນາ​ອະທິປະ​ໄຕ, ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ​ແກ້​ໄຂ​ຂໍ້​ພິພາດ​ດ້ວຍ​ສັນຕິ​ວິທີ; ສົ່ງ​ເສີມການປົດ​ອາວຸດ, ​ເປັນ​ຕົ້ນ​ແມ່ນ​ອາວຸດນິວເຄຼຍ; ຕັດສິນ​ໃຈ​ຕ້ານ​ການ​ກໍ່​ການ​ຮ້າຍ; ຊຸກຍູ້​ວິວັດ​ການປະຕິ​ຮູບ​ສະຫະ​ປະຊາ​ຊາດ​ປະຈຸ​ບັນ​ໃຫ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ; ຮ່ວມ​ມື​ກັນ​ຮັບ​ມື​ກັບ​ວິ​ກິດ​ການ​ເສດຖະກິດ ການ​ເງິນ; ​ເນັ້ນ​​ເຖິງ​ຄວາມ​ຕ້ອງການ​ກ່ຽວ​ກັບ ​ໂອ​ດີ​ເອ ຂອງ​ບັນ​ດາ​ປະ​ເທດ​ກຳລັງ​ພັດທະນາ.

ນອກຈາກ​ນັ້ນ, ​ເອກະສານ​ຂອງ​ກອງປະຊຸມກໍ່​ຮຽກຮ້ອງ​ໃຫ້ ການ​ປະຕິບັດສັນຍາ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ຕ້ອງ​ເຄົາລົບ​ຫຼັກການຍຸຕິ​ທຳ, ​ຮັບຜິດຊອບ​ລວມ ​ແຕ່​ມີ​ຄວາມ​ແຕກ​ຕ່າງ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ມີ​ບາດກ້າວ​ອັນ​ລະອຽດ​ຕົວ​ຈິງ​ ເພື່ອ​ແນ​ໃສ່ປະຕິບັດ​ຄຳ​ໝັ້ນ​ສັນຍາ​ລະດົມ​ທຶນ​ໄດ້ 100 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020, ປະກອບສ່ວນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ; ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຄຸ້ມ​ຄອງ​ກວມ​ລວມ ​ແລະ ​ນຳ​ໃຊ້​ແຫຼ່ງນ້ຳ​ແບບ​ຍືນ​ຍົງ….

ພົວພັນ​ເຖິງ​ບັນດາ​ບັນຫາ​ພາກ​ພື້ນ, ​ເອກະສານ​ກອງ​ປະຊຸມ​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ໃໝ່​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຊົ​ມ​ເຊີ​ຍການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ຮັບ​ຮູ້​ຄວາມ​ພະຍາຍາມ​ຂອງ​ອາ​ຊຽນ​ ໃນ​ການ​ເຊີດ​ຊູ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນ, ຊຸກຍູ້​ການ​ພົວພັນ​ກັບ​ສະຫະ​ປະຊາ​ຊາດ.

ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ​ເອກະ​ສາກ​ອງປະຊຸມ​​ໄດ້​ຮຽກຮ້ອງ​ໃຫ້ ບັນດາ​ປະ​ເທດ​ພ້ອມ​ກັນ​ແກ້​ໄຂຂໍ້​ພິພາດ​ອະທິປະ​ໄຕ ​ເຂດ​ແດນ​ຕ່າງໆ​ທຸກ​ຢ່າງ​ດ້ວຍ​ສັນຕິ​ວິທີ, ບໍ່​ໃຊ້ຫຼື​ຂົ່ມຂູ່​ວ່າ​ຈະ​ໃຊ້​ກຳລັງ​ອາວຸດ, ຕ້ອງ​ອົດທົນ​ອົດ​ກັ້ນ, ສະໜັບສະໜູນ​ບັນດາ​ຫຼັກການ​ ຂອງ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ອະນຸ​ສັນຍາ​ສະ​ຫະປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລປີ 1982 (UNCLOS 1982), ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັບປະກັນ​ເສລີພາບ​ໃນ​ການ​ເດີນ​ເຮືອ, ​ເດີນ​ອາກາດ ທີ່​ສອດຄ່ອງ​ກັບ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ອາ​ຊຽນ​ແລະ​ຈີນ ຄວນ​ພະຍາຍາມ​ປະຕິບັດ DOC ​ແນໃສ່ກ້າວ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (COC).

ຮັກສາ​ທິດ​ທາງ​ຂອງຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ ​ໃນ​ສະພາບ​ການ​ໂລກ​ປະຈຸ​ບັນ

ຫວຽດນາມ​ກາຍ​ເປັນ​ສະມາຊິກ​ເຕັມ​ສ່ວນ ​ຂອງຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ​ ແຕ່​ປີ 1976 ​ແລະ ນັບ​ແຕ່​ນັ້ນ​ມາ​ເຖິງ​ປະຈຸ​ບັນ ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ ​ຂອງຂະ​ບວນການຢ່າງ​ຕັ້ງໜ້າ. ຫວຽດນາມຢູ່​ໃນ​ໝູ່ 33 ປະ​ເທດທີ່​ມີ​ລະດັບ​ການ​ມີ​ສ່ວນ​ຮ່ວມ​ສູງ​ສຸດ​ໃນ​ກອງ​ປະຊຸມ. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່ຂະ​ບວນການ, ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ, ພ້ອມ​ກັນ​ນັ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສະໜັບສະໜູນ, ຄວາມ​ສາມັກຄີ​ກັບປະ​ເທດ​ເຈົ້າພາບ ​ເວ​ເນ​ຊູ​ເອລາ ​ແລະ ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຂອງຫວຽດນາມ ຢູ່​ລາຕີ​ນອາ​ເມຣິກາ​ເວົ້າ​ລວມ.

ຄະນະ​ຜູ້​ແທນຫວຽດນາມ​ໄດ້​ມີ​ສ່ວນ​ປະກອບ​ອັນ​ຕັ້ງໜ້າ, ຕົວ​ຈິງ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ ກໍ​ຄືກ​ອງປະຊຸມ​ຂັ້ນ​ລັດຖະມົນຕີ ​ແລະ ພະນັກງານ​ອາ​ວຸ​ໂສ ກ່ອນ​ນັ້ນ. ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມັນ​ຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ໄດ້​ອ່ານ​ບົດ​ປາ​ໄສ​ທີ່​ສຳຄັນ​ໃນ​ທີ​ການ​ປະຊຸມ. ດ້ວຍ​ຂໍ້ຄວາມ “ປັບປຸງ​ຄວາມ​ສາມັກຄີ​ບົນ​ພື້ນຖານ​ບັນດາ​ເປົ້າ​ໝາຍ ​ແລະ ຫຼັກກການທົ່ວ​ໄປ ​ເພື່ອສັນຕິພາບ, ອຳນາດ​ອະທິປະ​ໄຕ ​ແລະ ຄວາມ​ພັດທະນາ​ແບບ​ຍືນ​ຍົງ”, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ຊີ້​ແຈງ​ວ່າ ຜ່ານ 55 ປີ​ແຫ່ງ​ການ​ພັດທະນາ, ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ​ໄດ້​ມີ​ສ່ວນ​ປະກອບ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ຕ້ານ​ສົງຄາມ ​ແລະ ພ້ອມ​ກັນ​ພັດທະນາ. ທ່ານຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ວ່າ ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມຈະມີ​ຄວາມ​ເຂັ້ມ​ແຂງ​ທີ່​ສຸດ ​ເມື່ອ​ບັນດາ​ປະ​ເທດ​ສະມາຊິກ​ທົງ​ໝົດສາມັກຄີ, ​ເປັນ​ເອກະ​ພາບ, ​ເປັນ​ສຽງ​ດຽວ​ກັນ ​ແລະ ການ​ປະຕິບັດ​ແບບ​ດຽວ​ກັບ ບົນ​ພື້ນຖານບັນດາ​ຫຼັກການ ​ແລະ ​ເປົ້າ​ໝາຍ​ລວມ. ທ່ານຮອງ​ນາຍົກລັດຖະມົນຕີ ​ໃຫ້​ທັດສະນະ​ວ່າ ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ​ໃນ​ນັ້ນ​ມີ​ຄວາມ​ທ້າ​ທາຍ​ທີ່​ສຳຄັນ​ສຳລັບ​ສັນຕິພາບ, ຄວາມ​ປອດໄພ, ການ​ກໍ່​ການ​ຮ້າຍ​ສາກົນ, ການ​ປ່ຽນ​ແປງ​ສະພາຍ​ອາກາດ, ຄວາມ​ເສື່ອມ​ໂຊມຂອງ​ສິ່ງ​ແວດ​ລ້ອມ… ​ເຊິ່ງບໍ່​ມີ​ປະ​ເທດ​ໃດໜຶ່ງ​ຈະສາມາດ​ແກ້​ໄຂ​ດ້ວຍ​ຕົນ​ເອງ​ໄດ້. ຄຽງ​ຂ້າງ​ນັ້ນ ຍັງ​ມີ​ຄວາມ​ບໍ່​ເຄົາລົບ​ກົດໝາຍ​ສາກົນ, ການ​ແຊກ​ແຊງ, ການ​ກົດ​ດັນ ​ແລະ ກຳນົດ​ຄ່າ​ນິຍົມ ທັດສະນະ ​ແລະ ຜົນ​ປະ​ໂຫຍ​ດທີ່​ເຫັນ​ແກ່​ຕົວ​ຂອງປະ​ເທດ​ໃຫຍ່, ຄວາມ​ບໍ່​ຍຸຕິ​ທຳ​ໃນ​ການ​ພົວພັນ​ການ​ຄ້າ ກາ​ເງິນ, ຄວາມ​ສ່ຽງ​ຂອງ​ການ​ຊັກ​ຊ້າ​ລ້າຫຼັງ, ລັດ​ທິຝ່າຍ​ດຽວ… ທ່ານຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ຂະ​ບວນການສຸມ​ໃສ່​ປັບປຸງ​ຄວາມ​ສາມັກຄີ, ສົ່ງ​ເສີມ​ບັນດາ​ຫຼັກການ​ສ້າງສັນ, ​ໃນ​ນັ້ນ​ມີ​ຫຼັກການ​ແກ້​ໄຂ​ຂໍ້​ພິພາດ​ດ້ວຍ​ສັນຕິ​ວິທີ ທີ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ປະຕິ​ບັນ​ລະບຽບ​ວາລະ 2030 ​ເພື່ອ​ຄວາມ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຂໍ້​ຕົກລົງ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ດ້ວຍ​ຫຼັກການ “ຄວາມ​ຮັບຜິດຊອບ​ລວມ, ​ແຕ່​ມີຄ​ວາ​ມ​ແຕກ​ຕ່າງ”, ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ຊີກ​ໂລກໃຕ້, ຮ່ວມ​ມື​ສາມ​ຝ່າຍ, ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນພາກ​ພື້ນ ອະນຸ​ພາກ​ພື້ນ, ຮັບປະກັນ​ໃຫ້​ບັນດາ​ກົນ​ໄກຈັດການ​ຄຸ້ມ​ຄອງທົ່ວ​ໂລກ ມີ​ປະຊາທິປະ​ໄຕ, ມີ​ຄວາມ​ຍຸຕິ​ທຳ​, ມີ​ສ່ວນ​ຮ່ວມ​ຕົວ​ຈິງ​ ຂອງ​ບັນດາ​ປະ​ເທດ​ໃນຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ. ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເຊີດ​ຊູ​ຄວາມ​ພະຍາຍາມ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ການຮັກສາ​ສັບ​ຕິ​ພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ, ສົ່ງ​ເສີມການ​ພັດທະນາ ​ແລະ ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່​ສັບສົນ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາທະ​ເລ​ຕາ​ເວັນ​ອອກ.

ການ​ມີສ່ວນຮ່ວມ​ຂອງ​ຄະນະ​ຜູ້​ແທນຫວຽດນາມ​ໃນກອງ​ປະຊຸມ ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ແລະ​ຕີ​ລາຄາ​ສູງ​ຈາກ​ປະ​ເທດ​ເຈົ້າພາບ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ຂອງ​ຂະ​ບວນການ, ລະອຽດ​ຄື:

ຫວຽດນາມ​ໄດ້​ປະກອບ​ຄວາມ​ເຫັນ​ອັນ​ຕັ້ງໜ້າ​ ເພື່ອ​ຈຸດປະສົງ​ຮັກສາ​ທິດ​ທາງ​ຂອງຂະ​ບວນການ ​ໃນ​ສະພາບ​ການ​ສາ​ກົດ​ທີ່​ສັບສົນ​ໃນ​ປະຈຸ​ບັນ, ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ທີ່​ບັນດາ​ປະ​ເທດ​ພາຍ​ນອກ​ຫາ​ວິທີ​ແຊກ​ແຊງ ຜັນ​ແຍກຂະ​ບວນການ ​ແລະ ພາຍ​ໃນ​ກໍ​ມີ​ປະກົດ​ການ​ຫ່າງ​ເຫີ​ນຫຼັກການພື້ນຖານ. ຫວຽດນາມພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຊຸກຍູ້​ຄວາມ​ສາມັກຄີ, ຮັກສາ​ບັນດາ​ຫຼັກການ​ພື້ນຖານ​ຂອງຂະ​ບວນການ, ​ເປັນ​ຕົ້ນ​ແມ່ນ​ຫຼັກການ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ, ບໍ່​ກໍ່​ຄວາມ​ກົດ​ດັນ, ​ແກ້​ໄຂ​ຂໍ້​ພິພາດ​ຕ່າງໆ​ດ້ວຍ​ສັນຕິ​ວິທີ ທີ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ເຄົາລົບ​ນັບຖື ​ແລະ ຕອບ​ສະໜອງ​ຊຶ່ງ​ກັນ​ແລະ​ກັນ ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ​ແລະ ບັນດາ​ປະ​ເທດ​ພາຍ​ນ​ອກຕ້ອງ​ເຄົາລົບ​ຄວາມ​ເຫັນ​ຂອງ​ບັນດາ​ປະ​ເທດ​ໃນພາກ​ພື້ນ ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ​ນັ້ນ. ນີ້​ແມ່ນ​ເງື່ອນ​ໄຂ​ຕັດສິນ​​ເບື້ອງຕົ້ນ ​ເພື່ອ​ໃຫ້ຂະ​ບວນການຮັກສາ​ເອກະລັກ​ຂອງ​ຕົນ ​ແລະ ສືບ​ຕໍ່​ພັດທະນາ.

ພ້ອມ​ກັນ​ກັບ​ຫຼາຍ​ປະ​ເທດ, ຫວຽດນາມ​ເນັ້ນ​ຄວາມ​ຈຳ​ເປັນ​ຕ້ອງ​ໃຫ້​ບຸລິມະສິດ​ແກ່​ການ​ແກ້​ໄຂ​ບັນດາ​ບັນຫາ​ໃຫຍ່, ຮີບ​ດ່ວນ​ຂອງຂະ​ບວນການ ​ແລະ ຂອງ​ມະນຸດຊາດຄື ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ເອກະລາດ, ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ… ທີ່​ຕອບ​ສະໜອງ​ໄດ້​ກັບ​ຜົນ​ປະ​ໂຫຍດລວມ ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຂະ​ບວນການ.

ຄະນະ​ຜູ້​ແທນຫວຽດນາມ​ໄດ້​ໃຫ້​ຄວາມ​ສະໜັບສະໜູນ​ເຕັນ​ທີ, ​ແລກປ່ຽນ​ກັບປະ​ເທດ​ເຈົ້າພາບ​ບົນ​ຈິດ​ໃຈ​ກໍ່ສ້າງ, ຊື່ກົງ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ, ຄວາມ​ແຕກ​ຕ່າງ​ທີ່​ເກີດ​ຂຶ້ນ​ໃນ​ວິວັດ​ການ​ປະຊຸມ, ບົນ​ພື້ນຖານ​ບັນດາ​ຫຼັກການ​ຂອງຂະ​ບວນການ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ.

​ໃນ​ເວລາ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ດຳ​ເນີນ​ການ​ພົບ​ປະຫາລື​ສອງ​ຝ່າຍຕ່າງໆ​ກັບ ປະທານາທິບໍດີ​ເວ​ເນ​ຊູ​ເອລາ ນີ​ໂກ​ລາດ ມາ​ດູ​ໂຣ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອີຣັກ ອີ​ບຣາຮີມ ອານ​ເຊັ​ກ ອານ​ຈາ​ຟາຣີ, ປະທານ​ປະ​ເທດ​ກູ​ບາ, ປະທານາທິບໍດີປະ​ເທດ ​ແອນ ຊານ​ວາ​ດໍ, ນາຍົກລັດຖະມົນຕີປະ​ເທດ​ ຮາ​ຍຕີ, ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ປະ​ເທດ ​ເວ​ເນ​ຊູ​ເອລາ, ປະ​ເທດບູຣຸນດີ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ກ່ຽວ​ກັບ​ນ້ຳມັນ​ອາຍ​ແກັສ ​ແລະ ​ໂທລະ​ຄົມມະນາຄົມ​ ຂອງຫວຽດນາມຢູ່ບາງ​ປະ​ເທດ, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື… ການ​ນຳ​ບັນດາ​ປະ​ເທດ​ເພື່ອນ​ມິດ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່ມູນ​ເຊື້ອ​ປະຫວັດສາດ ​ແລະ ຜົນສຳ​ເລັດ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງຫວຽດນາມ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ຊ່ວຍ​ໃຫ້​ວິ​ສາ​ຫະກິດຂອງ​ຫວຽດນາມລົງທຶນ ​ແລະ ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົນ​ບາດ​ສ້າງສັນ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ຈາກ​ນັ້ນ​ປະກອບສ່ວນ​ເຊີດ​ຊູ​ບົດບາດ​ພາບ​ພົດ, ອິດ​ທະ​ພົນ​ຂອງຫວຽດນາມ ຕໍ່​ກັບຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ ​ແລະ ​ເພື່ອນ​ມິດ​ໃນ​ໂລກ./.

ສັງ​ລວມ​ໂດຍ ​ເຟືອງ​ຈ່າ