ວກ.ອອນ​ໄລ - ກົງ​ກັບ 11 ໂມງ 30 ນາ­ທີ ​ວັນ​ທີ 23 ພະ­ຈິກ 2016, ຕາມ​ເວລາ​ຫວຽດນາມ, ທ່ານ​ນາຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ແລະ ຄະ­ນະ​ຜູ້​ແທນແຫ່ງ ສສ ຫວຽດ­ນາມ ໄດ້​ມາ​ຮອດ​​ເດີນ​ບິນສາ­ກົນ ສຽມ​ຣຽບ ແຫ່ງ ລາ​ຊະ​ອາ​​ນາ​ຈັກ ກຳ­ປູ­ເຈຍ ເພື່ອ​ເຂົ້າ​ຮ່ວມກອງ​ປະ­ຊຸມຂັ້ນ​ສູງ ເຂດ​ສາມ​ລ່ຽມ​ພັດ­ທະ­ນາ ກຳປູເຈຍ - ລາວ - ຫວຽດ­ນາມ ຄັ້ງ​ທີ 9, ຕາມ​ຄຳ​​ເຊີນ​ຂອງ ສົມ­ເດັດ ອັກຄະມະຫາເສ­ນາ​ບໍ­ດີ ເດໂຊ ຮຸນ​ເຊັນ ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ​ລາ​ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ.

ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ (ເບື້ອງຊ້າຍ), ທ່ານສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັດ ກຳປູເຈຍ (ຢູ່ໃຈກາງ) ແລະ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ (ເບື້ອງຂວາ) ຖ່າຍຮູບຮ່ວມກັນທີ່ພິທີໄຂກອງປະຊຸມ. (ພາບ: TTXVN)

ທີ່​ກອງ​ປະ­ຊຸມ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ໄດ້​ເນັ້ນ​ຢ້ຳ​ເຖິງ 7 ຂໍ້​ສະ­ເໜີ ຂອງຫວຽດນາມ ​ທີ່​ພົວ­ພັນ​ເຖິງ​ບັນ­ດາ​ຂົງ­ເຂດ​ກ່ຽວ​ກັບ​ການ​ປະ­ຕິ­ບັດ​ຮູບ​ການ​ກວດ­ກາ “ໜຶ່ງ​ປະ­ຕູ, ໜຶ່ງ​ຄັ້ງ​ຢຸດ”; ກໍ່­ສ້າງ​ກົນ​ໄກ​ສົນທະ­ນາ​ເປັນ​ປົກກະຕິກັບ​ວິ​ສາ​ຫະ​ກິດ​; ເພີ່ມ​ຈຳ­ນວນ​ທຶນ​ການ​ສຶກ​ສາ​ຝຶກ​ອົບ­ຮົມ ແລະ ສອນວິ­ຊາ​ຊີບ; ຮຽກ­ຮ້ອງ​ໃຫ້​ລາວ ​ແລະ ກຳ­ປູ­ເຈຍ ເຂົ້າ​ຮ່ວມ​ອະນຸ­ສັນ­ຍາວ່າດ້ວຍ​ການ​ປົກ​ປັກ​ຮັກ­ສາ​ ແລະ ນຳ​ໃຊ້ສາຍນ້ຳຂ້າມ​ຊາຍ​ແດງ​ລະຫວ່າງ​ປະ​ເທດ ແລະ ທະ​ເລ​ສາບສາ­ກົນ; ຊຸກ­ຍູ້​ການ​ລົງທຶນ​ດ້ານການ­ທ່ອງ­ທ່ຽວ ແລະ ອື່ນໆ.

ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ກໍ​ໄດ້​ມີ​ຂໍ້​ສະ­ເໜີ​ແນະໃຫ້​ບໍ­ລິ­ສັດໂທລະ​ຄົມ­ມະ­ນາ­ຄົມ ຫວຽດ​ແທວ (Viettel) ຂອງ​ຫວຽດ­ນາມ ລົງທຶນ​ກໍ່ສ້າງຕາ​ໜ່າງໂທລະ​ຄົມ­ມະ­ນາ­ຄົມຂອງສາມປະ­ເທດ​ດ້ວຍ​ເຕັກ​ໂນ​ໂລ​ຊີ 4 ຈີ (4G), ຊ່ວຍ​​ເຫຼືອກໍ່­ສ້າງ​ລັດ­ຖະ­ບານເອ​ເລັກໂຕຣ​ນິກ ໃຫ້​ສາມ​ປະ­ເທດ ແລະ ນຳ​ໃຊ້ຄ່າ​ໂທລະສັບ​ສຳລັບຜູ້​ຈອງ​ໃຊ້​ໂທລະ­ສັບ​ຂອງ ຫວຽດ​ແທວ ຢູ່​ສາມ​ປະ­ເທດ​ ທຽບ​ເທົ່າກັບຄ່າ​ໂທລະ­ສັບ​ຢູ່​ພາຍ​ໃນ​ປະ­ເທດ.

ໂດຍ​ຕອບ​ສະ­ໜອງ​​ຂໍ້​ສະ­ເໜີຂອງນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ, ນາ­ຍົກ­ລັດ­ຖະ­ມົນ­ຕີ​ກຳປູເຈຍ ຮຸນ​ແຊນ ໄດ້​ສະ­ເໜີໃຫ້​ກຸ່ມ​ບໍ­ລິ­ສັດ​ຫວຽດ​ແທວ ຊ່ວຍກໍ່ສ້າງ​ຂົວ​​ໂທລະ­ພາບ (videoconferences)​ລະຫວ່າງນາຍົກລັດຖະ­ມົນ­ຕີທັງ​ສາມ ແລະ ລະຫວ່າງບັນ­ດາ​ອົງ­ການຂອງສາມ​ປະ­ເທດ ເພື່ອ​ເພີ່ມ​ທະ­ວີ​ການ ແລກ­ປ່ຽນ​ກໍ່​ຄື​ປະ­ຢັດ​​ງົບ­ປະ­ມານ. ໃນ​ພາກ​ຕົວ​ຈິງ, ດ້ວຍ​ຄວາມມາ­ນະ​ພະ­ຍາ­ຍາມ​ຫຼາຍ​ຢ່າງ ແລະ ການ​ກຳ­ນົດ​ທິດ​ພັດທະ­ນາຢ່າງ​ຖືກ­ຕ້ອງ, ໃນ​ເວ­ລາ​ທີ່​ຜ່ານ​ມາ ການ­ເຄື່ອນ­ໄຫວ​ຂອງຫວຽດ​ແທວ ໄດ້​ຊ່ວຍ​ໃຫ້­ຂະແໜງການ​ໂທລະ​ຄົມ­ມະ­ນາ­ຄົມ ຂອງກຳ­ປູ­ເຈຍ ແລະ ລາວ ມີການ​ປ່ຽນ­ແປງຢ່າງ​ຈະ​ແຈ້ງ ແລະ ກຳ­ລັງ​ເປັນ​ເຈົ້າ​ຂອງ​ເຄືອ​ຂ່າຍທີ່​ໃຫຍ່​ອັນ​ດັບ​ໜຶ່ງ​​ໃນ​ສອງ​ປະ­ເທດ​ນີ້.

ສຳ­ລັບ​ຂະ­ແໜງ­ການ​ໂທລະ​ຄົມ­ມະ­ນາ­ຄົມຂອງກຳ­ປູ­ເຈຍ, ເຄືອ​ຂ່າຍ​ໂທລະ­ສັບ​ມື​ຖື ​ເມັດ​ຟອນ - Metfone (ເປັນ​ເຄື່ອງ­ໝາຍ​ການ​ຄ້າຂອງຫວຽດ​ແທວ ຢູ່ກຳ­ປູ­ເຈຍ) ກໍ່​ໄດ້​ມີ​ການ​ປະ­ກອນ​ສ່ວນ​ຢ່າງ​ຫຼວງ­ຫຼາຍ. ເຊິ່ງ​ເປັນ​ເທື່ອ​ທຳ​ອິດ ທີ່ເຄືອ​ຂ່າຍ​ໂທລະ­ສັບ​ມື​ຖື ​ໄດ້​ກະ­ຈາຍ​ຄື່ນ​ໄປ​ທົ່ວ​ທຸກ​ເຂດ​ຫ່າງ​ໄກ​ສອກ­ຫຼີກຂອງ​ກຳປູ​ເຈຍ ດ້ວຍ​ຈຳ­ນວນ​ສະ­ຖາ­ນີ​ຮັບ-ສົ່ງ​ສັນ­ຍານໂທລະ­ສັບ (2ຈີ, 3ຈີ, 4ຈີ) ​ເກືອບ 9000 ແຫ່ງ ແລະ ລະບົບ​ສາຍ​ໄຍ​ແກ້ວ​ນຳ​ແສງຍາວ​ເຖິງ 20.000 ກີ​ໂລ​ແມັດ (ປົກ​ຫູ້ມ 100% ຈຳນວນ​ເມືອງ, 95% ຈຳນວນ​ຕາ​ແສງ), ໃນ​ຂະ­ນະ​ນັ້ນ ​ເຄືອ​ຂ່າຍ​ໂທລະ­ສັບ​ມື​ຖື​ອັນ​ດັບ​ທີສອງ ມີ​ສາຍ​ໄຍ​ແກ້ວ​ນຳ​ແສງພຽງ 5.000 ກີ​ໂລ​ແມັດເທົ່າ​ນັ້ນ.

ສ່ວນ​ຢູ່ ສປປ ລາວ, ເຄືອ​ຂ່າຍ​ໂທລະ­ສັບ ຢູ​ນີ​ແທວ (ເຄື່ອງ­ໝາຍ​ການ​ຄ້າ​ທີ່​ຮ່ວມ​ທຶນ​ລະ­ຫວ່າງ ຫວຽດ​ແທວກັບຄູ່​ຮ່ວມ​ມື) ໄດ້​ກໍ່­ສ້າງ​ເຄືອ​ຂ່າຍ​ໂທລະ­ສັບ​ມື​ຖື ເປັນ​ອັນ​ດັັບ​ໜຶ່ງ​ໃນ​ຕະ­ຫຼາດ, ກະ­ຈາຍ​ຄື່ນ​ໄປ​ທົ່ວ​ທຸກເຂດກັນດານ ຫ່າງ​ໄກ ດ້ວຍ​ຈຳ­ນວນ​ສະ­ຖາ­ນີ​ຮັບ-ສົ່ງ​ສັນ­ຍານ​ໂທລະ­ສັບ​ມື​ຖື 4.000 ແຫ່ງ (2ຈີ, 3ຈີ ​ແລະ 4ຈີ) ແລະ ລະບົບສາຍ​ໄຍແກ້ວ​ນຳ​ແສງຍາວ 23.000 ກີ​ໂລ​ແມັດ. ຄິດ​ສະ­ເລ່ຍ ພົນ­ລະ­ເມືອງ 1 ລ້ານຄົນ ມີລະບົບສາຍ​ໄຍ​ແກ້ວນຳ​ແສງ 6.600 ກີ​ໂລ​ແມັດ (​ຫຼາຍ​ກວ່າ 6,6 ​ເທົ່າຕົວທຽບ​ກັບ​ລະດັບສະ­ເລ່ຍ​ຂອງ​ໂລກ), ມີ​ລະບົບ​ສະຖາ­ນີ​ຮັບ-ສົ່ງ​ສັນ­ຍານ​ໂທລະ­ສັບ​ມື​ຖື 950 ແຫ່ງ (ຫຼາຍ​ກວ່າ 5 ເທົ່າຕົວທຽບ​ກັບລະດັບ​ສະເລ່ຍ​ຂອງ​ໂລກ).

ຫຼັງ​ຈາກ​ກການ​ປະ­ຊຸມ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ​ຫງວ​ຽນ​ຊວນ​ຟຸກ ພ້ອມ​ກັບທ່ານນາ­ຍົກ­ລັດ­ຖະ­ມົນຕີ ຮຸນ​ເຊັນ ແລະ ທ່ານນາຍົກລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ເປັນ​ປະທານ​ຮ່ວມ​ໃນ​ກອງ​ປະ­ຊຸມຖະ​ແຫຼ​ງ​ຂ່າວ ເພື່ອ​ປະ­ກາດຜົນ­ສຳ­ເລັດຂອງ​ກອງ​ປະ­ຊຸມ​ຂັ້ນ​ສູງເຂດ​ສາມ­ຫຼ່ຽມ​ພັດ­ທະ­ນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 9 ແລະ ເປັນ​ສັກ­ຂີ​ພິ­ຍານ​ໃນ​ພິ­ທີ​ລົງ​ນາມ “ສັນ­ຍາ​ສົ່ງ­ເສີມແລະ​ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ດ້ານ​ການ​ຄ້າ​ໃນ​ເຂດສາມ­ຫລ່ຽມ​ພັດ­ທະ­ນາ ກຳປູເຈຍ - ລາວ - ຫວຽດນາມ ແລະ ຕົກ­ລົງ​ກັນ​ຈັດ​ຕັ້ງ​ກອງ​ປະ­ຊຸມ​ຂັ້ນ​ສູງ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 10 ຢູ່ ຫວຽດ­ນາມໃນ​ປີ 2018.

ໃນ​ວັນ​ດຽວ​ກັນ, ທີ່ແຂວງ​ສຽມຣຽບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໄດ້​ມີ​ການ​ພົບ​ປະ​ເຈລະຈາກັບທ່ານ ສົມເດັດ ຮຸນເຊັນ ນະຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ ແລະ ພົບປະແລກປ່ຽນຄຳຄິດເຫັນກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ໃນ​ການພົບ​ປະ​ເຈລະ­ຈາ​ກັບ ທ່ານສົມ­ເດັດ ຮຸນ​ເຊັນ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ລາ​ຊະ​ອາ­ນາ​ຈັດ ກຳປູເຈຍ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ໄດ້​ຢືນ­ຢັນ​​ນະ­ໂຍ­ບາຍ​ອັນ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ຂອງ​ພັກແລະລັດຫວຽດ­ນາມ ​ໃນ​ການ​ປັບ­ປຸງ ແລະ ຂະ­ຫຍາຍ­​ສາຍ​ພົວ­ພັນ​ກັບກຳ­ປູ­ເຈຍ ຕາມ​ທິດ​ນຳ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ­ງາມ, ມິດ­ຕະ­ພາບ​ອັນ​​ເປັນມູນ­ເຊື້ອ, ຮ່ວມ​ມື​ຮອບ­ດ້ານ, ມີ​ສະ­ຖຽນ​ລະ​ພາບ​ຍາວ​ນາມ”. ທ່ານ​ນາຍົກລັດຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ກໍ່​ໄດ້​ສະ­ເໜີນຳລັດ­ຖະ­ບານກຳ­ປູ­ເຈຍ ​ໃຫ້ສືບ​ຕໍ່​ອຳ­ນວຍ​ຄວາມ​ສະ­ດວກ​ຊ່ວຍ​ເຫຼືອປະ­ຊາ­ຊົນກຳ­ປູ­ເຈຍ ຜູ້​ທີ່​ມີ​ຕົ້ນ​ກຳ­ເນີດຫວຽດ­ນາມ ໄດ້​ຮັບ​ຄວາມ​ສະ​ຫງົບອຸ່ນ​ອຽນ​ໃນ​ຊີ­ວິດ​ນິ­ຕິ​ກຳ, ເສດຖະກິດ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດ­ຖະ­ກິດ - ສັງ­ຄົມ​ ຂອງ​ປະ­ເທດກຳ­ປູ­ເຈຍ.

ໃນ​ການ​ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ​, ຜູ້­ນຳ​ທັງ​ສອງ​ທ່ານ​ກໍ່​ໄດ້​ມີ​ການ​ຕີ​ລາ­ຄາ​ສູງ​ຕໍ່​ຄວາມ​ໝາຍ​ອັນ​ສຳຄັນ​ທີ່​ສຸດ​ ຂອງ​ການ​ຢ້ຽມ­ຢາມ​ມິດ­ຕະ­ພາບທີ່​ປະ​ເທດ ສປປ ລາວ ຂອງທ່ານ ຫງວ​ຽນ​ຝູ​ຈ້ອງ ເລ­ຂາ­ທິ­ການ​ໃຫຍ່ ພັກກອມ​ມູ​ນິດຫວຽດ­ນາມ (ໃນ​ເວ​ລາ​ແຕ່​ວັນ​ທີ 24 ຫາ 26 ພະ­ຈິກ 2016), ຊຶ່ງໄດ້​ເຮັດ​ໃຫ້​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ອັນ​​ເປັນມູນ­ເຊື້ອ, ຄວາມ​ສາ­ມັກ­ຄີ​ແບບ​ພິເສດ ແລະ ການຮ່ວມ​ມື​ຮອບ­ດ້ານ ຫວຽດ­ນາມ - ລາວ ຂະຫຍາຍຕົວຂຶ້ນສູ່​ລະ­ດັບ​ໃໝ່. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຈະ​ສຸມ​ໃສ່​ສຳ­ເລັດ​ມີ​ໄຊ ຂໍ້​ຕົກ­ລົງກ່ຽວ​ກັບ​ແຜນ­ການ​ຮ່ວມ​ມື​ລະ­ຫວ່າງ​​ສອງ​ລັດ­ຖະ­ບານ​ໃນ​ປີ 2016, ສ້າງ​ພື້ນຖານ​ເບື້ອງ​ຕົ້ນ​ອັນ​ສະ­ດວກ ​ໃຫ້​ແກ່​ການ​ຜັນ​ຂະ­ຫຍາຍສັນ­ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ­ນາມ - ລາວ ໃນ​ໄລ­ຍະ 2016 - 2020.

ເນື່ອງ​ໃນ​ໂອ­ກາດ​​ມາ​ຮ່ວມ​ກອງ​ປະ­ຊຸມ​ຄັ້ງ​ນີ້, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະກັບ​ຜູ້­ຕາງ­ໜ້າສະ­ມາ​ຄົນຊາວຫວຽດ­ນາມຢູ່ນະ­ຄອນ​ສຽມ​ຣຽບ. ໂດຍ​ແບ່ງ­ປັນ​​ຄວາມ​ຫຍຸ້ງ­ຍາກ​ຂອງ​ພີ່ນ້ອງ​ຊາວ​ຫວຽດນາ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​​ໄດ້​ມອບ​ເຂົ້າສານ​ຊ່ວຍ­ເຫຼືອ 5 ໂຕນ ​ໃຫ້ຊາວຫວຽດ­ນາມທີ່​ທຸກ​ຍາກ​ຢູ່ ສຽມຣຽບ.

ກ່ອນ​​ເວລາ​ເດີນທາງ​ອອກ​ຈາກນະ­ຄອນ​ສຽມຣຽບ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ແລະ ນາຍົກລັດ­ຖະ­ມົນ­ຕີກຳ­ປູ­ເຈຍ, ນາຍົກລັດຖະມົນຕີລາວ ໄດ້​ມີ​ບັນ­ດາ​ການພົບ​ປະ ແລະ ເຮັດ​ວຽກນຳ​ກັນ​ຢ່າງ​ສະໜິດສະໜົມ. ຢູ່​ນີ້, ບັນ­ດາ​ຜູ້­ນຳ​ໄດ້​ສືບ​ຕໍ​ຢືນ­ຢັນ​ຄວາມ​ຕັດ­ສິນ​ໃຈ​ຂອງ​ທັງ​ສາມ​ປະ­ເທດ ​ໃນ​ການ​ຮັກ­ສາ ແລະ ເສີມ​ຂະ­ຫຍາຍ​ກົນ​ໄກ​ຮ່ວມ​ມື​ແບບ​ພິ­ເສດ​ສຳ­ລັບເຂດ​ສາມ­ຫຼ່ຽມ​ພັດ­ທະ­ນາ ກຳ­ປູ­ເຈຍ - ລາວ - ຫວຽດ­ນາມ ເພື່ອ​ຕອບ​ສະ­ໜອງ​ຄວາມ​ມຸ່ງ​ມາ​ປາຖະໜາ​ຂອງ​ປະ­ຊາ­ຊົນ​ທັງ​ສາມ​ປະ­ເທດ./.

​ໂດຍ ບນ (ສັງ​ລວມຂ່າວ­ສານຫວຽດ­ນາມ)