ວກ.ອອນ​ໄລ - ​ແຕ່​ວັນ​ທີ 26 ຫາ 27 ພະຈິກ 2016, ກອງ​ປະຊຸມສຸດ​ຍອດບັນດາ​ປະ​ເທດ​​ໃຊ້​ພາສາ​ຝະລັ່ງ ຄັ້ງ​ທີ 16 ​ໄດ້​ຈັດ​ຂຶ້ນ​ທີ່​ຫໍ​ປະຊຸມ​ສູນ​ກາງ ຢູ່​ນະຄອນຫຼວງ ອານ​ຕາ​ຕາຣີໂວ ປະ​ເທດ ມາດາ​ກາສະກາ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ ປະທານາທິບໍດີ, ນາຍົກລັດຖະມົນຕີ 30 ທ່ານ ​ແລະ ບັນດາ​​ຜູ້ນຳ​ຂັ້ນ​ສູງຂອງ 80 ປະ​ເທດ​ສະມາຊິກ​ຂອງ ອົງການພາສາຝະລັ່ງສາກົນ ພ້ອມ​ດ້ວຍ​ຜູ້​ແທນ​ຂອງ​ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ. ທ່ານ​ປະທານ ​ເຈິ່ນດ້າຍ​ກວາງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ກ່າວປາໄສທີ່ກອງປະຊຸມສຸດຍອດ ບັນດາປະເທດໃຊ້ພາສາ ຝະລັ່ງ ຄັ້ງທີ 16. (ພາບ: TTXVN)

ກອງ​ປະຊຸມ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ

ພາຍຫຼັງ​ການເຮັດ​ວຽກ​ໃນ​ເວລາ​ສອງ​ວັນ, ກອງ​ປະຊຸມ​ສຸດຍອດ​ບັນດາ​ປະ​ເທດ​ນຳ​ໃຊ້​ພາສາ​ຝະລັ່ງ ຄັ້ງ​ທີ 16 ​ໄດ້​ຮັບ​ຄວາມສຳ​ເລັດ​ຢ່າງ​ຈົບງາມ, ບັນລຸ​ຜົນສຳ​ເລັດ​ທີ່​ມີ​ຄວາມສຳຄັນສຳ​ລັບ​ປະຊາ​ຄົນ​ບັນດາ​ປະ​ເທດ​ໃຊ້ພາສາ ​ຝະລັ່ງ. ກອງ​ປະຊຸມ​ໄດ້ສົນ​ທະນາບັນດາ​ມາດ​ຕະການ​ແນ​ໃສ່​ຊຸກຍູ້​ຄວາມ​ເຕີບ​ໂຕ​ສະ​ໝ່ຳສະ​ເໝີ ​ແລະ ຄວາມ​ພັດທະນາ​ຢ່າງ​ມິ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ ໃນ​ເທສະ​ບັນດາ​ປະ​ເທດ​​ໃຊ້​ພາສາ​ຝະລັ່ງ ​ແລະ ​ໃນ​ໂລກ. ບັນດາ​ຜູ້ນຳ​ກໍ່​ໄດ້​ສົນທະນາ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ເປົ້າໝາຍການພັດທະນາ​ແບບ​ຍືນ​ຍົງ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ຕາມ​ຂໍ້​ຕົກລົງ​ປາຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ; ວາງ​ບັນດາ​ມາດ​ຕະການ​ອັນ​ລະອຽດ ​ເພື່ອ​ຊຸກຍູ້​ການ​ຜັນ​ຂະຫຍາຍ ​ຂອບ​ຍຸດ​ທະ​ສາດການ​ຮ່ວມ​ມື​ພາສາ ຝະລັ່ງ ​ໄລຍະ 2015 - 2022, ຍຸດ​ທະ​ສາດ​ຊາວ​ໜຸ່​ມຝະລັ່ງ ​ແລະ ຍຸດ​ທະ​ສາດ​ເສດຖະກິດ​ພາສາ​ຝະລັ່ງ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ສຳ​ຄັນ​ເຖິງ ​ການ​ພັດທະນາ​ບົດບາດ​ຂອງ​ແມ່ຍິງ ​ແລະ ຊາວ​ໜຸ່ມ.

ກອງ​ປະຊຸມ​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ ອານ​ຕາ​ຕາຣີ​ໂວ ​ແລະ ມະຕິ 13 ສະບັບ, ວາງ​ບັນດາ​ມາດ​ຕະການ​ກຳນົດ​ທິດ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ ​ຂອງປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ​ໃນ​ເວລາ​ທີ່​ຈະ​ເຖິງ ​ໃນ​ບັນດາ​ຂົງ​ເຂດ​ຮັກສາ​ຄວາມ​ສະຫງົບ, ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ສຶກສາ, ການ​ຮ່ວມ​ມື​ເສດຖະກິດ, ການ​ພັດທະນາ​ແບບ​ຍືນ​ຍົງ, ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ພາສາ ​ແລະ ວັທະນະ​ທຳ, ສາທາລະນະ​ສຸກ, ພະລັງງານ... ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ແມ່ນ, ​ໃນ​ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ, ບັນດາ​ຜູ້ນຳ​ໄດ້​ສະ​ເໜີ​ໃຫ້​ອົງການພາສາ​ຝະລັ່ງ​ສາກົນ ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ຊ່ວຍ​ເຫຼືອ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ໄພພິບັດ, ການ​ປະ​ທະ​ກັນ, ກໍ່ສ້າງ​ແລະ​ປັບປຸງ​ສັນຕິພາບ, ຊຸກຍູ້​ການ​ປະຕິບັດ​ຕາມ​ຫຼັກການ​ຕ່າງໆ​ ຂອງ​ກົດໝ​າຍສາກົນ, ​ໃນ​ນັ້ນ​ມີ​ຫຼັກການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງພິພາດ​ດ້ວຍສັນຕິ​ວິທີ. ພິ​ເສດ, ບັນດາ​ຜູ້ນຳ​ໄດ້​ສະ​ແດງ​ຄວາ​ມ​ເປັນ​ຫ່ວງ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຄວາມ​ສົນ​ໃຈຕໍ່​ສະພາບ​ການ​ທີ່​ຜ່ານ​ມາ​ມໍ່​ນີ້​ຢູ່​ໃນ​ພາກ​ພື້ນ, ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ອົດທົນ​ອົດ​ກັ້ນ​ທີ່​ສຸດ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງພິພາດ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982; ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ມານະ​ພະຍາຍາມ​ທີ່​ແນ​ໃສ່​ປະກອບ​ສ່ວນຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ ​ແລະ ​ເສລີພາບ, ຄວາມ​ປອດ​ໄພ​ ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ໃນ​ພາກ​ພື້ນ.

ກອງ​ປະຊຸມ​ໄດ້​ເຫັນ​ດີ​ຮັບ​ເອົາ ນິວ ກາ​ເລ​ໂດ​ເນຍ (ຝະລັ່ງ) ​ເປັນ​ສະມາຊິກ​ສົມທົບ ​ແລະ ຮັບ​ເອົາ ອາແຊນ​ຕີ​ນາ, ສ.​ເກົາຫຼີ ​ແລະ ອອນ​ຕາຣີ​ໂອ (ກາ​ນາ​ດາ) ​ເປັນ​ຜູ້​ສັງ​ເກດ​ການ, ຍົກຈຳນວນ​ສະມາຊິກ​ແລະ​ຜູ້​ສັງ​ເກດ​ການ ​ຂອງອົງການພາສາ​ຝະລັ່ງ​ສາກົນ ຈາກ 80 ຂຶ້ນ​ເປັນ 84. ການ​ທີ່​ມີ​ຫຼາຍ​ປະ​ເທດ ​ແລະ ອານາ​ເຂດ​ຢູ່​ບັນດາ​ທະວີບ​ທີ່​ຕ່າງ​ກັນ ​ຂໍ​ເຂົ້າ​ເປັນ​ສະມາຊິກ​ຂອງອົງການພາສາ​ຝະລັ່ງ​ສາກົນນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແຮງ​ດຶງ​ດູດ, ອິດ​ທິພົນ ​ແລະ ບົດບາດ​ທີ່​ຕັ້ງທີ່​ນັບ​ມື້​ນັບ​ສູງ​ ຂອງ​ອົງການ​ນີ້, ອົງການ​ນີ້​ໄດ້​ກາຍ​ເປັນ​ເວທີ​ປາ​ໄສ​ພະຫຸ​ພາຄີ​ທີ່​ສຳຄັນ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ ຊອກ​ຫາ​ວິທີ​ແກ້​ໄຂ​ໃຫ້​ແກ່​ບັນດາ​ສິ່ງທ້າ​ທາຍ​ທົ່ວ​ໂລກ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ​ເພື່ອ​ຊຸກຍູ້​ສັນຕິພາບ, ຄວາມ​ສະຫງົບ ​ແລະ ການ​ພັດ​ທະນະ​ແບບ​ຍືນ​ຍົງ​ ຢູ່ໃນ​ໂລກ.

ຫວຽດນາມ - ສະມາຊິກ​ຜູ້​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ສູງ​ ໃນປະຊາ​ຄົນບັນດາ​ປະ​ເທດ​ໃຊ້​ພາສາ ຝະລັ່ງ

​ໃນ​ຖານະ​ເປັນ​ຜູ້ຕາງໜ້າ​ໜຶ່ງ​ດຽວ​ທີ່​ມາ​ຈາກ​ພາກ​ພື້ນ​ອາຊີ - ປາຊີ​ຟິກ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ ຊຶ່ງ​ໄດ້​ຊີ້​ແຈງ​ວ່າ ​ຫວຽດນາມ​ຊົມ​ເຊີນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຕີ​ລາຄາ​ສູງ​ຕໍ່​ວຽກ​ງານ​ຈັດ​ຕັ້ງ​ການ​ປະຊຸມ​ຂອງ​ປະ​ເທດ​ເຈົ້າພາບ ມາດາ​ກາ​ສະກາ, ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະ​ເທດ ມາດາ​ກາ​ສະກາ ທີ່​ໄດ້​ໃຫ້​ຄວາມ​ຮັກ​ແພງ​ມິດຕະພາບ​ພິ​ເສດ ​ແກ່​ຫວຽດນາມ ​ແລະ ທ່ານປະທານ​ໂຮ່ຈີ​ມິນ - ຜູ້ນຳ​ທີ່​ຮັກ​ແພງ​ຂອງ​ປະຊາຊົນ​ຫວຽດນາມ.

ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສັງ​ເກດ​ວ່າ, ​ໃນ​ເວລາ​ທີ່​ຜ່ານ​ມາ, ​ໃນ​ສະພາບການ​ໂລກ ​ແລະ ​ເທສະ​ພາສາ​ຝະລັ່ງ​ ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ​ຫຼາຍ​ຢ່າງນັ້ນ, ​ໂດຍ​ຜ່ານ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ​ແລະສອງ​ຝ່າຍ, ປະຊາ​ຄົນບັນດາ​ປະ​ເທດ​ໃຊ້​ພາສາ ຝະລັ່ງ ​ໄດ້​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ​ອາ​ຟຣິກາ, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວປ້ອງ​ກັນ, ​ແກ້​ໄຂການ​ປະ​ທະກັນ, ການວິ​ກິດ, ຄວາມ​ບໍ່​ສະຫງົບ​ທາງດ້ານ​ການ​ເມືອງ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ ​ຢູ່​ບາງ​ປະ​ເທດ​ສະມາຊິກ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບປອດ​ໄພ ​ຂອງປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ​ແລະ ​ໃນ​ທົ່ວ​ໂລກ.

ດ້ວຍ​ຄວາມ​ມານະ​ພະຍາຍາມ​ສູງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ການຊ່ວຍ​ໜູນ​ທີ່​ມີ​ປະສິດທິ​ຜົນ​ຂອງອົງການພາສາ​ຝະລັ່ງ​ສາກົນ, ປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ​ຕ່າງໆ ​ໃນ​ການ​ປະຕິບັດ​ບັນດາ​​ເປົ້າ​ໝາຍພັດທະນາ​ສະຫັດ​ສະ​ວັດ, ​ເປັນ​ຕົ້ນ​​ແມ່ນ ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງຄຸນ​ນະພາ​ບການ​ສຶກສາ ສາທາລະນະ​ສຸກ, ຍົກ​ສູງ​ລະດັບ​ຊີວິດ​ຂອງ​ປະຊາຊົນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ປົກ​ປ້ອງ​ແລະ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ.

ຫວຽດນາມ​ຊົມ​ເຊີຍປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ທີ່​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ພາສາ, ວັດທະນະທຳ, ປົກ​ປ້ອງ​ແລະ​ຮັກສາ​ເອກະລັກ​ວັດທະນະທຳ​ແຫ່ງ​ຊາດ ​ໃນ​ສະພາບ​ການ​ໂລກາ​ພິວັດ, ​ເພີ່ມທະວີ​ການ​ຮ່ວມ​ມື​ເສດຖະກິດ​ ລະຫວ່າງບັນດາ​ປະ​ເທດ​ສະມາຊິກ ກັບ​ບັນດາ​ປະ​ເທດ​ໃນ​ໂລກ. ຫວຽດນາມ​ສະ​ແດງ​ຄວາມ​ດີ​ໃຈ​ທີ່​ສຸດ ຕໍ່​ການ​ທີ່ປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ​ໄດ້​ມີ​ສ່ວນ​ປະກອບ​ອັນ​ຕັ້ງໜ້າ​ ເຂົ້າ​ໃນຄວາມ​ພະຍາຍ​າມລວມຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ບັນລຸ​ເຖິງ​ຂໍ້​ຕົກລົງ​ທົ່ວ​ໂລກ​ທີ່​ສຳຄັນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ ​ໂຄງການ​ວາລະ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຂໍ້​ຕົກລົງ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ແຜນ​ປະຕິບັດ​ການ ອາ​ດິສ ອາ​ເບ​ບາ ກ່ຽວ​ກັບ​ການ​ເງິນ​ໃຫ້​ແກ່​ການ​ພັດທະນາ...., ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ສູງ​ ຂອງ​ປະຊາ​ຄົມ​ສາກົນ ​ແລະ ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ ​ໃນ​ການ​ກໍ່​ສາງ​ໂລກ​ໃຫ້​ມີ​ສັນຕິພາບ ສະຖຽນ​ລະ​ພາບ, ພັດທະນາ​ແບບ​ຍືນ​ຍົງ ​ແລະ “ບໍ່​ມີ​ໃຜຖືກ​ປະ​ໄວ້​ຂ້າງ​ຫຼັງ”.

​ໂດຍ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ​ມີ​ຄວາມ​ຮັບຜິດຊອບ​ຂອງປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຍຸດ​ທະ​ສາດ, ​ໂຄງການ​ຮ່ວມ​ມື​ຂອງ​ປະຊາ​ຄົມ, ມີ​ສ່ວນ​ປະກອບ​ທີ່​ສຳຄັນ​ໃນ​ການ​ປັບປຸງ​ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ເອກະ​ພາບ ​ຢູ່​ພາຍ​ໃນ​ປະຊາ​ຄົມ, ​ເປີດ​ກວ້າງ​ການ​ຮ່ວມ​ມື ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ວັດທະນາ​ຖາວອນ​ລວມ. ດ້ວຍ​ບັນດາ​ຕົວ​ແບບ​ການ​ຮ່ວມ​ມື​ທີ່​ສຳ​ເລັດ​ຜົນ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ ຊຶ່ງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ສ້າງ​ຕັ້ງ​ຢູ່​ບາງ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ ​ເຊັ່ນ​ໃນ​ກະສິກຳ, ຂໍ້​ມູນ-ການ​ສື່ສານ​ໂທລະ​ຄົມມະນາຄົມ, ​ໄຟຟ້າ​ນ້ຳຕົກ..., ຫວຽດນາມ​ໄດ້​ມີ​ແຜນ​ນະ​ໂຍບາຍ ​ແລະ ກຽມ​ຄວາມພ້ອມທີ່ຈະ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ ​ໃຫ້​ເລິກ​ເຊິ່ງກວ່າ​ອີກ; ​ແລກ​ປ່ຽນ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ ກັບ​ບັນດາ​ປະ​ເທດ​ສະມາຊິກ, ​ເປັນ​ຕົ້ນ​​ແມ່ນບັນດາ​ປະ​ເທດ​ອາ​ຟຣິກກາ.

​ເພື່ອຫັນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເປັນອັນ​ລະອຽດ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ເໜີ​ໃຫ້ປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ຈົ່ງ​ບຸລິມະສິດ​ຊຸກຍູ້​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. ລະອຽດ​ຄື, ປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ຄວນ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ຍິ່ງ​ກວ່າ​ອີກ, ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ຍຸດ​ທະ​ສາ​ເສດຖະກິດລະຫວ່າງ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ, ບຸລິມະສິດ​ຊຸກຍູ້​ການ​ເຊື່ອມ​ຕໍ່​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ກຳລັງ​ພັດທະນາ ​ແລະ ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ເຫຼົ່າ​ນີ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ລະບຽບ​ໂລກ​ໃໝ່ທີ່​ສະ​ເໝີພາບ, ຍຸຕິ​ທຳຍິ່ງ​ກວ່າ​ອີກ; ຊຸກຍູ້​ບັນດາ​ຕົວ​ແບບ​ເສດຖະກິດທີ່​ອີງ​ໃສ່​ຄວາມ​ເຕີບ​ໂຕກວມ​ລວມ ​ແລະ​ ທົ່ວ​ເຖິງ, ສວຍ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ໂອກາດ ຊຶ່ງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ່​ສີ່ນຳ​ມາ​ໃຫ້, ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ຫຼາຍ, ຫລຸດຜ່ອນ​ຄວາມ​ບໍ່​ສະ​ເໝີ​ພາບ, ​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແມ່ຍິງ ​ແລະ​ຊາວ​ໜຸ່ມ.

ຄຽງ​ຂ້າງ​ນັ້ນ, ຊຸກຍູ້ ​ແລະ ຊ່ວຍ​ໜຸນ​ການ​ຜັນ​ຂະ​ຫຍາ​ຍ​ໂຄງການ​ວາລະ 2030 ​ແລະ ຂໍ້​ຕົກລົງ​ປາຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ; ​ເພີ່ມ​ທະວີ​ການ​ຊ່ວຍ​ໜູນ​ບັນດາ​ປະ​ເທດ​ສະມາຊິກ ​ໃນ​ການ​ສັບ​ຊ້ອນ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ຕາມ​ຂໍ້​ຕົກລົງ​ປາຣີ ​ເຂົ້າ​ໃນ​ບັນດາ​ແຜນ​ຍຸດ​ທະ​ສາດ​ແລະ​ໂຄງການ​ພັດທະນາ​ແຫ່ງ​ຊາດ; ​ເອົາ​ໃຈ​ໃສ່​ເຖິງ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຄວາມ​ສ່ຽງ​ຍ້ອນ​ໄພ​ທຳ​ມະ​ຊາດ, ຊຸກຍູ້​ການ​ເຕີບ​ໂຕ​ສີຂຽວ, ນຳ​ໃຊ້​ພະລັງງານ​ທົດ​ແທນ...; ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ຄວາມ​ພະຍາຍາມ​ສາກົນ​ແລະ​ພາກ​ພື້ນ ​ແນ​ໃສ່​ຊຸກຍູ້​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ​ຢູ່​ບັນດາ​ປະ​ເທດ​ສະມາຊິກ ​ແລະ ຢູ່​ໃນ​ໂລກ.

ນອກ​ນັ້ນ, ກໍ່​ສືບ​ຕໍ່​ມີ​ສຸລະສຽງ​ທີ່​ພາວະ​ວິ​ໄສ ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮຽກຮ້ອງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ ບໍ່​ໃຊ້​ກຳລັງ​ອາວຸດ ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງພິພາດ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະ​ຫະປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982, ເຄົາລົບບັນດາ​ຂະ​ບວນການ​ທາງ​ການ​ທູດ ​ແລະ ທາງ​ກົດໝາຍ, ປະຕິບັດ​ຕາມ​ປະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ກ້າວ​ໄປ​ເຖິງປະມວນຂໍ້​ກຳນົດກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ໂດຍ​ໄວ.

​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການຜັນ​ປ່ຽນ​ປະຈຸ​ບັນ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ, ບໍ່​ມີ​ປະ​ເທດ​ໜຶ່ງ​ປະ​ເທດ​ດຽວໃດ, ​ເຖິງ​ວ່າ​ຈະ​ໃຫຍ່​ຫຼື​ນ້ອຍ, ຮັ່ງມີ​ຫຼື​ທຸກ​ຍາກ, ຈະ​ສາມາດ​ຮັບ​ມືຢ່າງ​ມີ​ປະສິດທິ​ຜົນ ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເປັນ​ແບບ​ດັ້ງ​ເດີມ ​ແລະ ສິ່ງ​ທ້າ​ທາຍ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ໄດ້. ​ເພາະສະ​ນັ້ນ, ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້ ​ແມ່ນ​ຕ້ອງ​ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ ​ແລະ ທົ່ວ​ທັງ​ປະຊາ​ຄົມ​ໂລກ. ຕາມ​ນັ້ນ, ຫວຽດນາ​ກຽມ​ຄວາມ​ພ້ອມຈະ​ເປັນ​ຂົວ​ຕໍ່ຂອງປະຊາ​ຄົນ​ບັນດາ​ປະ​ເທດໃຊ້​ພາສາ ຝະລັ່ງ ກັບປະຊາ​ຄົມ​ອາ​ຊຽນ ​ແລະ ອາຊີ - ປາຊີ​ຟິກ ​ເພື່ອ​ຮ່ວມ​ແຮງຮ່ວມ​ໃຈ​ກັນ ສ້າງ​ໂລກ​ໃຫ້​ມີ​ສັນຕິພາບ ສະຖຽນລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ./.

ສັງ​ລວມ​ໂດຍ ​ເຟືອງ​ຈ່າ