ວກ.ອອນ​ໄລ - ​ແຕ່​ວັນ​ທີ 17 ຫາ 21 ມັງກອນ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມປະຈຳ​ປີ​ຄັ້ງ​ທີ 47 ​ເວທີ​ປາ​ໄສ​ໂລກ (WEF) ຢູ່​ທີ່​​ເມືອງ ດາ​ວອສ ປະ​ເທດ​ສະ​ວິດ​ເຊີ​ແລນ ຕາມ​ຄຳ​ເຊີນ​ຂອງ​ທ່ານ ​ເກຼົາ ສະ​ວາບ ປະທານ WEF.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ເຂົ້າຮ່ວມ ແລະ ກ່າວປາໄສໃນວາລະປະຊຸມຄົບຄະນະ ກ່ຽວກັບຫົວຂໍ້ “ເອກະລັກຂອງຂະແໜງການຜະລິດ: ອາຊຽນ ໄດ້ກາຍເປັນປະຊາຄົມແລ້ວຫຼືຍັງ?”. (ພາບ: TTXVN)

ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ໂລກ WEF ປີ​ນີ້, ດ້ວຍ​ຫົວ​ຂໍ້ “ຄວາມ​ຮັບຜິດຊອບ​ແລະ​ການ​ກະທຳ​ຂອງ​ຜູ້ນຳ”, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ໄດ້​ກ່າວ​ປາ​ໄສ​​ໃນ​ບັນດາ​ວາລະ​ປະຊຸມ​ຄົບ​ຄະນະ, ການ​ສົນທະນາ ກ່ຽວ​ກັບ​ບັນດາ​ຫົວ​ຂໍ້​ຕົ້ນຕໍ​ຄື “ອະນາຄົດ​ຂອງ​ການ​ຜະລິດ​ໃນ​ທັດສະນະ​ຂອງ​ແຜນ​ຍຸດ​ທະ​ສາດ​ພາກ​ພື້ນ”, “​ແງ່​ຫວັງຂອງອາ​ຊຽນ ພາຍຫຼັງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ”, “ການນຳພາ​ຢ່າງ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ ​ໃນ​ໂລກ​ທີ່​ມີຫຼາຍ​ຂົ້ວ”, “ການບໍລິຫານ​ທີ່​ເຂັ້ມ​ແຂງ ​ໃນ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່”, “​ເອກະລັກ​ຂອງ​ຂະ​ແໜງ​ການ​ຜະລິດ: ອາ​ຊຽນ ​ໄດ້​ກາຍ​ເປັນ​ປະຊາ​ຄົມ​ແລ້ວ​ຫຼື​ຍັງ?”. ຕາມ​ນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ເນັ້ນ​ວ່າ ບັນດາ​ປະ​ເທດ​ຄວນ​ກະທຳ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ເພື່ອ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ໃນ​ໂລກ ​ແລະ ​ໃນ​ພາກ​ພື້ນ; ຕີ​ລາຄາ​ສູງ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພະຫຸ​ພາຄີ, ​ໂດຍ​ສະ​ເພາະ​ແມ່ນ​ສະຫະ​ປະຊາ​ຊາດ, ອາ​ຊຽນ ​ໃນ​ການ​ຊຸກຍູ້​ບັນດາ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ​ສາກົນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ເນັ້ນ​ວ່າ​ ບັນດາ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ​ສີ່ ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ​ໃນ​ນັ້ນ​ມີ​ຫວຽດນາມ. ຢືນຢັນ ຫວຽດນາມ​ພວມ​ສຸມ​​ໃສ່​ຈັດ​ວາງ​​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່, ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ໂດຍ​ອີງ​ໃສ່ການ​ຍົກ​ສູງ​ປະສິດທິພາບ​ແຮງ​ງານ ​ແລະ ຄວາມ​ສາມາດ​ແຂ່ງຂັນ, ສົ່ງ​ເສີມການ​ປະກອບ​ການ ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ, ພັດທະນາ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ​ເພື່ອຍາດ​ແຍ່ງ​ເອົາ​ໂອກາດ​ດີ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່.

​ໃນ​ວາລະ​ປະຊຸມ​ຄົບ​ຄະນະ​ກ່ຽວ​ກັບ​ບົດບາດ​ຂອງ ອາ​ຊຽນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງ​ບັນດາ​ຜົນສຳ​ເລັດ​ຂອງ ອາ​ຊຽນ ​ໃນ​ເສັ້ນທາງ 50 ປີ​ແຫ່ງ​ການ​ກໍ່​ຕັ້ງ​ແລະ​ພັດທະນາ, ຕີ​ລາຄາ​ສູງຕໍ່​ຫຼັກການ​ເຫັນ​ດີ​ເຫັນ​ພ້ອມ ​ແລະ “ວິທີ​ທາງ​ອາ​ຊຽນ” ທີ່​ໄດ້​ປະກອບ​ເປັນ​ເອກະລັກ​​ອາ​ຊຽນ; ທ່ານ​ໃຫ້​ທັດສະນະ​ວ່າ, ບັນດາ​ປະ​ເທດ​ສະມາຊິກ​ຄວນ​ຮ່ວມ​ມື​ນຳ​ກັນຢ່າງ​ແໜ້ນ​ແຟ້ນ​ ເພື່ອປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ແຜນ​ງານ​ວິ​ໄສ​ທັດ 2025 ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ, ຂຸດ​ຄົ້ນ​ເປັນ​ຢ່າງ​ດີ ​ບັນດາ​ສັນຍາ​ການ​ຄ້າ​ເສດ​ລີກັບ​ບັນດາ​ຄູ່​ຮ່ວມ​ມື ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ດຶງ​ດູດ​ການ​ລົງທຶນ, ການ​ຄ້າ​ເຂົ້າ​ໃນ​ພາກ​ພື້ນ; ສືບ​ຕໍ່​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ກົນ​ໄກ​ພາກ​ພື້ນ​ທີ່ອາ​ຊຽນນຳພາ ກ່ຽວ​ກັບ​ການ​ຮັບປະກັນຄວາມ​ສະຫງົບ, ຮັກສາ​ສັນຕິພາບ, ການ​ຮ່ວມ​ມື. ຢືນຢັນ​ຫວຽດນາມ​ປະກອບສ່ວນ​ທີ່​ສຳຄັນ​ແລະ​ມີ​ຄວາມ​ຮັບຜິດຊອບ ​ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ສາມັກຄີ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ຕັ້ງໜ້າ​ພະຍາຍາມ​ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ກໍ່ສ້າງ​ປະຊາ​ຄົນ​ອາ​ຊຽນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ.

* ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ໄດ້​ພົບ​ປະ​ກັບ​ທ່ານ​ D. Leuthard ປະທານາທິບໍດີ​ສະ​ວິດ​ເຊີ​ແລນ ​ແລະ ຜູ້ນຳ​ຂອງ​ຫຼາຍປະ​ເທດທີ່​ມາ​ຮ່ວມ​ກອງ​ປະຊຸມຄື ທ່ານ C. Kern ນາ​ຍົກ​ລັດຖະມົນຕີ​ໂອ​ຕະລິດ, ທ່ານ M. Rutte ນາ​ຍົກ​ລັດຖະມົນຕີ​ໂຮ​ນລັງ, ສົມ​ເດັດພະ​ລາ​ຊີ​ນີ ​Maxima ​ແຫ່ງ​ໂຮ​ນລັງ, ທ່ານ R. Wickremesinghe ນາຍົກລັດຖະມົນຕີສີລັງກາ, ປະທານາທິບໍດີ ອູ​ເກຣນ P. Poroshenko. ​ໃນ​ບັນດາ​ການ​ພົບ​ປະ​ດັ່ງກ່າວ​ນັ້ນ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນຫຼາຍ​ບັນຫາ​ຫຼາຍ​ມາ​ດຕະການ, ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ເພື່ອ​ປະຕິບັດ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ກໍ່​ໄດ້​ມີ​ກາ​ນພົບ​ປະ​ກັບ​ຜູ້ນຳ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ເຊັ່ນ ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ A. Guterres, ທ່ານ​ປະທານ​ທະນາຄານ​ໂລກ Y. Kim, ຜູ້ອຳນວຍການ​ໃຫຍ່​ຂອງ​ອົງການ​ການ​ຄ້າ​ໂລກ R. Azevedo, ທ່ານ​ປະທານ​ທະນາຄານ​ພັດທະນາ​ອາຊີ T. Nakao, ທ່ານ​ປະທານ​ອົງການ​​ເພື່ອ​ຄວາມຮ່ວມ​ມືທາງ​ເສດຖະກິດ ​ແລະ ການພັດທະນາ​ A.Gurria. ​ໃນ​​ບັນດາ​ການ​ພົບ​ປະ​ດັ່ງກ່າວ, ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ຊຸກຍູ້​ຄວາມ​ພົວພັນ​ຮ່ວມມື ລະຫວ່າງຫວຽດນາມ ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ, ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ​ ​ແລະ ​ໃນ​ໂລກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ພ້ອມ​​ກັບ​ທ່ານ​ປະ​ທານ​ WEF K. Schwab ​ໄດ້​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຮ່ວມ​ມື ​ລະຫວ່າງ​ຫວຽດນາມ ​ແລະ WEF ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ຫວຽດນາມ​ໃຫ້​ເຂັ້ມ​ແຂງ​ແຮງ​ກ້າ​ໃນ​ອະນາຄົດ. ຕາມ​ນັ້ນ, WEF ຈະ​ຊ່ວຍ​ເຫຼືອ​ຫວຽດນາມ​ໃນ​ການ​​ເຊື່ອມຕໍ່​ກັບ​ເຄືອ​ຂ່າຍ​ທຸລະກິດ ​ແລະ ນັກ​ຄົ້ນຄວ້າ​ຊັ້ນ​ນຳ​ຂອງ WEF; ປະສານ​ສົມທົບ​ກັບ​ຫວຽດນາມ​ໃນ​ການ​ຄົ້ນຄວ້າ ​ແລະ ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ນະ​ໂຍບາຍ​ໃນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ​ມີ​ຄວາມ​ສົນ​ໃຈ; ຍົກ​ສູງ​ຄວາມ​ສາມາດ ​ໂດຍ​ຜ່ານ​ການ​ຮັບ​ພະນັກງານ​ຫວຽດນາມ​ມາ​ຝຶກ​ງານຢູ່​ໃນ​ບັນດາ​ອົງການ, ການຈັດ​ຕັ້ງ​ຂອງ WEF. ຫວຽດນາມ​ເປັນ​ປະ​ເທດ​ທຳ​ອິດ​ທີ່ WEF ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ແບບ PPP ​ແລະ ຫວັງ​ວ່າ​ ຕົວແບບ​ນີ້​ຈະ​​ເປັນ “​ແບບຢ່າງ” ໜຶ່ງ​ເພື່ອ​ຜັນ​ຂະຫຍາຍ​ຢູ່​ປະ​ເທດ​ອື່ນ.

* ​ໃນ​ຂອບ​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ໄດ້​ພົບ​ປະ​ກັບຜູ້ນຳ​ຫຼັກແຫຼ່ງຂອງ 40 ກຸ່ມ​ບໍລິສັດ​ຂ້າມ​ຊາດ, ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ໃນ​ໂລກ ທາງ​ດ້ານ​ການ​ເງິນແລະ​ເຕັກ​ໂນ​ໂລ​ຊີ​ຄື Microsoft, Facebook, Alphabet (Google), Qualcom, Standard Chartered, Prudential, Alibaba, JETRO, Mitsubishi, UPS, Carlyle, Swiss Re… ​ແລະ​ມີ​ການ​ສົນ​ທະ​ນາ​ສະ​ເພາະ​ບັນຫາກັບບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ໃນ​ໂລກ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ການ​ເງິນ, ​ໃຫ້​ຄຳ​ຕອບ​ໂດຍ​ກົງ​ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່​ວິ​ສາ​ຫະກິດ​ມີ​ຄວາມ​ສົນ​ໃຈ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ສະ​ແດງ​ຄວາມ​ຕັດສິນ​ໃຈ​ຈະ​ກໍ່ສ້າງ​ລັດຖະບານ​ທີ່ຊື່​ກົງ​ບໍລິສຸດ, ສ້າງສັນ​ພັດທະນາ, ຮັບ​ໃຊ້​ປະຊາຊົນ​ແລະວິ​ສາ​ຫະກິດ. ສູ້​ຊົນ​ເພື່ອ​ປີ 2017 ຈະ​ບັນລຸ​ໄດ້ບັນດາ​ເປົ້າ​ໝາຍ​ຕົ້ນຕໍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ທີ່​ສະດວກ​ດີ ​ເທົ່າ​ກັບ​ລະດັບສະ​ເຫຼ່ຍຂອງ 4 ປະ​ເທດ​ນຳ​ໜ້າ ອາ​ຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ສະ​ແດງ​ຄວາມຊົນ​ເຊີຍຕໍ່​ບັນດາ​ກຸ່ມ​ບໍລິສັດ​ຕ່າງປະ​ເທດ​ທີ່​ມາ​ຮ່ວມ​ມື​ກັບ​ຫວຽດນາມ, ພ້ອມ​ກັນແບ່ງປັນຜົນ​ປະ​ໂຫຍ​ດ ​ແລະ ພ້ອມ​ກັນ​ພັດທະນາ​ຖາວອນ. ບັນດາ​ຜູ້ນຳ​ກຸ່ມ​ບໍລິສັດ​ລ້ວນ​ແຕ່​ຕີ​ລາຄາ​ສູງຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ​ຂອງ​ຫວຽດນາມ, ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຢ່າງ​ແຂງ​ແຮງ​ຂອງລັດຖະບານ​ຫວຽດນາມ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຄື່ອນ​ໄຫວ​ຍາວ​ນານ​ຢູ່​ຫວຽດນາມ, ກໍ່​ຄື​ຄວາມ​ມຸ່ງ​ໝັ້ນ​ສືບ​ຕໍ່​ລົງທຶນ​ຢູ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ທີ່​ຫວຽດນາມ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ຕ້ອງການ​ຄື ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ…

ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ WEF ຄັ້ງນີ້​ຂ​ອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ໄດ້​ນຳ​ສະ​ເໜີ ຢືນຢັນ​ຢ່າງໜັກ​ແໜ້ນ ​ແນວທາງ, ທິດ​ທາງ, ນະ​ໂຍບາຍ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮອບດ້ານ ​ແລະ ​ເຊື່ອມ​ໂຍງ​ສາກົນ​ໄລຍະ 2016 - 2020. ຢືນຢັນຄຳ​ໜັ້ນສັນຍາ​ຂອງຫວຽດນາມ​ໃນ​ການ​ກໍ່ສ້າງ​ລັດຖະບານ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ສ້າງສັນ​ພັດທະນາ, ​ເສີ​ມສ້າງຄວາມ​ເຊື່ອ​ໝັ້ນ​ຂອງ​ຊຸມ​ຊົນ​ທຸລະ​ກິດ​ລະຫວ່າງ​ຊາດ. ຄຽງ​ຂ້າງ​ນັ້ນ, ກໍ່​ດຶງ​ດູດ​ຄວາມ​ສົນ​ໃຈ ​ແລະ ການສະໜັບສະໜູນ​ຂອງປະຊາ​ຄົນ​​ໂລກຕໍ່​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ປີກ​ອງປະຊຸມ​ສຸດ​ຍອດ APEC 2017 ຢູ່​ຫວຽດກນາມ./.

ສັງ​ລວມ​ໂດຍ ​ເຟືອງ​ຈ່າ