ວກ. ອອນ​ໄລ - ​ປີ 2016 ​ໄດ້​ອັດ​ລົງ​ດ້ວຍ​ບັນ­ດາ​ການ​ຜັນ​ປ່ຽນ​ຢ່າງ​ສັບ­ສົນ ແລະ ​ຄາດ​ເດົາ​ຍາກ ​ຂອງ​ສະ­ພາບ​ການ​ຢູ່​ພາກ​ພື້ນ ແລະ ສາ­ກົນ. ເສດ­ຖະ­ກິດ​ໂລກ​ບໍ່​ມີ​ຄວາມ​ໝັ້ນ­ຄົງ, ຄວາມ​ເຕີບ​ໂຕ​ໄດ້​​ຫລຸດລົງ​ເຖິງ​ລະດັບ​ຕ່ຳ​ສຸດ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ. ບັນ­ດາ​ຂະ​ບວນ​ການ​ ປະ­ຊາ​ລາດນິ­ຍົມ, ລັດ­ທິ​ຊາດ​ນິ­ຍົມ ໄດ້​​ເພີ່ມ​ຂຶ້ນ. ເຫດການ​ສະ­ເໜີ​ການ​ອອກ​ຈາກ​ສະຫະພາບ​ເອຣົບຂອງ​ສະຫະ​ລາຊະ​ອານາຈັກ ຫຼື ​ເບຣ໊ກຊິດ (Brexit) ແລະ​ ບັນດາ​ການ​ປ່ຽນ­ແປງ​ທາງ​ດ້ານ​ການ­ເມືອງ ​ຢູ່​ໃນ​ຫຼາຍ​ປະ­ເທດ ​ໄດ້​ເກີດ​ຂຶ້ນ​ຢ່າງ​ກະ­ທັນ­ຫັນ. ຂະ​ບວນ​ວິ­ວັດ​​ໂລ­ກາ​ພິ​ວັດ, ການ​ເຊື່ອມ​​ໂຍງ​ສາ­ກົນ ​ກຳລັງ​ຢືນ​ຕໍ່­ໜ້າ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ການ​ແຂ່ງ­ຂັນດ້ານ​ຍຸດ​ທະ​ສາດ ແລະ ການ​ໂຮມ​ກຳ­ລັງ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່ ກໍ່​ຜັນ​ແປ​ຢ່າງ​ສັບ­ສົນ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ­ທົບ​ແຕ່​ຫຼາຍ​ທິດ ​ເຖິງ​ບັນ­ດາ​ປະເທດ​ຂະ­ໜາດ​ກາງແລະນ້ອຍ. “ຈຸດ​ຮ້ອນ” ຕ່າງໆຢູ່​ຕາ­ເວັນ​ອອກ​ກາງ, ອາ­ຊີ​ຕາ­ເວັນ​ອອກ, ອາ­ຊີ​ໃຕ້ ​ສືບ​ຕໍ່ປຶກຕັນ ​ບໍ່​ມີ​ທາງ​ອອກ, ບາງ​ເວ­ລາອາດ​ຈະ​ເກີດ​ເປັນ​ໄພ​ສົງຄາມ​ລະ​ເບີດ​ຂຶ້ນ. ການ​ພິ­ພາດ​ຊ່ວງ​ຊິງ​ກັນ​ດ້ານ​ອະທິປະ​ໄຕ, ເຂດ​ແດນ, ເຂດ​ທະ­ເລ, ໝູ່​ເກາະ​ທະ­ເລ, ຊັບພະ­ຍາ­ກອນ ຍັງສະ​ແດງອອກ​ຢ່າງດຸ​ເດືອດ ​ເຊິ່ງ​ໃນ​ຂະ­ນະນັ້ນ ​ບັນ­ດາ​ສິ່ງ​ທ້າທາຍຕໍ່​ຄວາມ​ສະ­ຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງເດີມ​ຄື​ ການ​ປ່ຽນ­ແປງ​ດິນ​ຟ້າອາກາດ, ຄວາມ​ປອດ​ໄພດ້ານ​ແຫຼ່ງ​ນ້ຳ, ຄວາມ​ສະ­ຫງົບ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ ອິນ​ເຕີ​​​ເນັດ, ການອົບ​ພະຍົບ, ການກໍ່​ການ​ຮ້າຍ... ​ໄດ້​ເກີດ​ຂຶ້ນ​ຢ່າງ​ເຄັ່ງ­ຮ້ອນ ເຊິ່ງ​ໄດ້​ນາບ​ຂູ່​​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ​ສະ​ຖຽມ​ລະ​ພາບ​ຂອງ​ຫຼາຍ​ປະ­ເທດ, ໃນ​ນັ້ນ​​ມີ​ປະ­ເທດຫວຽດ­ນາມ.

ທ່ານຟ້າມບີ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ. (ພາບ: vov.vn)

ໃນ​ແຜ່ນ​ພາບ​ລວມ​ທີ່​ມີ​ລາຍ​ສີ​ເທົາ​​ຫຼາຍ​ຄື​ແນວ​ນັ້ນ, ອາ­ຊີ - ປາ​ຊີ​ຟິກ ສືບ​ຕໍ່​ພົ້ນ​ເດັ່ນ​ຂຶ້ນ ­ເປັນ​ເຂດ​ພັດທະນາ​ຢ່າງ​ຂະ­ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຢູ່​ໃນ​ໂລກ. ອາ​ຊຽນ ຍັງຄົງບັນ­ລຸ​ລະດັບ​ຄວາມ​ເຕີບ​ໂຕ​ເສດ­ຖະ­ກິດ​ສະເລ່ຍ​​​ປະ­ມານ 5%, ຍູ້​ແຮງ​ຄວາມ​ພະ­ຍາ­ຍາມ​ກໍ່­ສ້າງ​ປະ­ຊາ​ຄົມ, ສືບ​ຕໍ່​ຮັກ­ສາ​ພາ­ລະ​ບົດ­ບາດ​ເປັນ­ໃຈ​ກາງ​ໃນ​ບັນ­ດາ​ໂຄງ​ປະ­ກອບ​​ຢູ່​ພາກ​ພື້ນ. ພາ­ລະ​ບົດ­ບາດ​ຂອງ​ກົດ­ໝາຍ​ສາ­ກົນ​ໃນ​ການ​ແກ້​ໄຂ​ບັນ­ດາ​ຂໍ້​ຂັດ​ແຍ້ງ​ພິ­ພາດ​ຢູ່​ພາກ​ພື້ນ​ ກໍ່​ໄດ້​ຮັບ​ການເອົາໃຈ​ໃສ່​ຂອງ​ຫາງ​ສຽງ​ມະ­ຫາ­ຊົນ​ສາ­ກົນ​ຫຼາຍ​ກວ່າ​ເກົ່າ, ພິ­ເສດ​ແມ່ນ​ ພາຍ­ຫຼັງຄຳ​ຕັດ­ສິນ​ສຸດ​ທ້າຍໃນ​ວັນ​ທີ 12 ກໍ­ລະ­ກົດ 2016 ຂອງ​ສານ​ອະນຸ​ຕາ​ໂຕ​ຕຸລາ​ການ ​ໃນ​ຄະດີຟີ​ລິບ​ປີນ ຮ້ອງ​ຟ້ອງ​ກ່ຽວ​ກັບ​ທະ­ເລ​ຕາ­ເວັນ​ອອກ.

ໃນ​ສະ­ພາບ​ການ​ດັ່ງ­ກ່າວ​ນັ້ນ, ວຽກ​ງານ​ພົວ­ພັນ​ຕ່າງ­ປະ­ເທດ​ຂອງຫວຽດ­ນາມ​ສືບ​ຕໍ່​ໄດ້​ຜັນ​ຂະ­ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ­ໜ້າ, ​ມີ​ຈຸດໜັກ​ໃຈ­ກາງ, ເອົາ­ໃຈ­ໃສ່​ເຖິງ​ປະ​ສິດ­ທິ​ຜົນ, ຮັບ​ໃຊ້​ຢ່າງ​ໄດ້​ງານ​ໃຫ້​ແກ່​ເປົ້າ​ໝາຍ​ການ​ພົວ­ພັນ​ຕ່າງ­ປະ­ເທດ “ຮັບ­ປະ­ກັນ​ຜົນ​ປະ­ໂຫຍດ​ສູງ​ສຸດ​ຂອງ​ປະ­ເທດ​ຊາດ - ບ້ານ​ເມືອງ” ທີ່​​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົໍ່ວ​ປະ­ເທດ​ຄັ້ງ​ທີ XII ຂອງ​ພັກ​ໄດ້​ວາງ​ອອກ ​ດ້ວຍ​ຫ້າ​ທິດ​ທາງ​ຕົ້ນ​ຕໍ່​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ,  ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ການ​ເຊື່ອມ​ຊືມ ແລະ ຫັນ​ເປັນ​ລະ­ອຽດ​ ບັນ­ດາ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ພົວພັນ​ຕ່າງ­ປະ­ເທດ​ໃຫຍ່​ ຂອງ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XII ຢ່າງ​ຮີບ​ດ່ວນ, ພິ­ເສດ​ແມ່ນ​ການ​ຂະ­ຫຍາຍ​ ເພີ່ມ​ເຕີມອັນ​ໃໝ່ ​ກ່ຽວ​ກັບ​ແນວ­ທາງ​ເຊື່ອມ​ໂ​ຍງ​ສາ­ກົນ. ພາຍ­ຫຼັງ​ທີ່ກອງ​ປະ­ຊຸມ​ໃຫຍ່​ໄດ້​ອັດ​ລົງ​, ລັດ­ຖະ­ບານ​ໄດ້​ຈັດ​ຕັ້ງ​ຊີ້​ນຳ​ບັນ­ດາ​ອົງ­ການ​ທີ່​ກ່ຽວ­ຂ້ອງ ​ກໍ່­ສ້າງ​ໂຄງ­ການ​ຕີ​ລາ­ຄາ​ສັງ​ລວມ​ຂະ​ບວນ​ວິ­ວັດ​​ການ​ເຊື່ອມ​​ໂຍງ​ເສດ­ຖະ­ກິດ​ສາ­ກົນ​ ນັບ​ແຕ່​ເວລາຫວຽດ­ນາມ ໄດ້​ກາຍ­ເປັນ​ສະ­ມາ­ຊິກ ອົງ­ການ​ການ​ຄ້າ​ໂລກ (WTO), ຊີ້​ໃຫ້​ເຫັນ​ບັນ­ດາ​ເຫດ­ການ​ທີ່​ພາໃຫ້​​ເກີດ​ມີຂໍ້​ຈຳ­ກັດ​ຕ່າງໆ ​ຂອງ​ຂະ​ບວນ​ວິ­ວັດ​ການ​ເຊື່ອມ​​ໂຍງ​ໃນ​ເວ­ລາ​ທີ່​ຜ່ານ​ມາ​ ຢ່າງ​ກົງ​ໄປ​ກົງ​ມາ, ມີ​ການວິເຄາະ​ໄຈ້​ແຍກ​ຢ່າງ​ເລິກ­ເຊິ່ງ​ ກ່ຽວ​ກັບບັນ­ດາ​ກາ­ລະ​ໂອ­ກາດ ແລະ ສິ່ງ​ທ້າ​ທາຍ​ທີ່​ມາ​ຈາກ​ການ​ປະ­ຕິ­ບັດ​ບັນດາສັນ­ຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່, ສະ­ເໜີ​ການ​ກຳ­ນົດ​ທິດ​ເພື່ອ​ຍົກ​ສູງ​ປະ​ສິດ­ທິ​ຜົນ​ຂອງ​ຂະ​ບວນ​ວິ­ວັດ​​ການ​ເຊື່ອມ​​ໂຍງ​ໃນ​ໄລ­ຍະ​ໃໝ່. ໃນ​ເດືອນ​ພະ­ຈິກ 2016, ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ໄດ້​ຮັບ­ຮອງ​ເອົາ​ມະ­ຕິສະບັບ​ເລກ​ທີ 06-NQ/TW, ​ລົງ​ວັນ​ທີ 5 ພະ­ຈິກ 2016, ວ່າ​ດ້ວຍ “ປະ­ຕິ­ບັດ​ຂະ​ບວນ​ວິ­ວັດ​​ການ​ເຊື່ອມ​​ໂຍງ​ເສດຖະ­ກິດ​ສາ­ກົນ ຢ່າງມີ​ປະ​ສິດ­ທິ​ຜົນ, ຮັກ­ສາ​ຄວາມ​ໝັ້ນ­ຄົງ​ທາງ​ດ້ານ​ການ­ເມືອງ - ສັງ­ຄົມ​ ໃນ​ສະ­ພາບ​ການທີ່ຫວຽດ­ນາມເຂົ້າ​ຮ່ວມ​ບັນ­ດາ​ສັນ­ຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່. ຂະ­ແໜງ­ການ​ພົວ­ພັນ​ຕ່າງ­ປະ­ເທດ​ກໍ່​ໄດ້​ຈັດ​ຕັ້ງ​ກອງ​ປະ­ຊຸມ​ການ​ພົວ­ພັນ​ຕ່າງປະ­ເທດ​ຄັ້ງ​ທີ 29 ດ້ວຍ​ຫົວ­ຂໍ້ “ຍົກ​ສູງ​ປະ​ສິດ­ທິ​ຜົນ​ວຽກ​ງານ​ການ​ພົວ­ພັນ​ຕ່າງ­ປະ­ເທດ ແລະ ການ​ເຊື່ອມ​​ໂຍງ​ສາ­ກົນ, ປະ­ຕິບັດ​ແນວ­ທາງ​ພົວ­ພັນ​ຕ່າງ­ປະ­ເທດ​ຂອງ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ ຢ່າງ​ສຳ­ເລັດ​ມີ​ໄຊ” ແນໃສ່​ເຊື່ອມ​ຊືມ​ແນວ­ທາງ​ພົວ­ພັນ​ຕ່າງ­ປະ­ເທດ​ ຂອງ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XII ໃຫ້​ທັນ​ເວ­ລາ, ກຳ­ນົດ​ຈຸດ​ໜັກ​ໃຈ​ກາງ­ຂອງ​ວຽກ​ງານ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ໃນ​ເວ­ລາ​ຕໍ່​ໄປ ແລະ ເພື່ອ​ຊອກ​ຫາ​ບັນ­ດາ​ມາດ​ຕະ­ການ​ໃໝ່, ວິ­ທີ​ເຮັດ​ວຽກ​ໃໝ່, ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ­ຫງົບ, ເສດ­ຖະ­ກິດ... ເພື່ອ​ຮັບ​ໃຊ້​ບັນ­ດາ​ເປົ້າ​ໝາຍ​ພັດ­ທະ­ນາ, ປົກ​ປັກ​ຮັກ­ສາ​ຄວາມ​ສະ­ຫງົບ​ປອດ​ໄພ​ ຂອງປະ­ເທດ​ຊາດ​ ໃຫ້​ມີ​ປະສິດທິຜົນຍິ່ງຂຶ້ນ.

ທີ​ສອງ, ພວກ​ເຮົາ​ກໍ່​ໄດ້​ມີ​ການ​ຜັນ​ຂະ­ຫຍາຍ​ຢ່າງ​ແຂງ­ແຮງ​ ບັນ­ດາ​ການເຄື່ອນ​ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ, ເປັນ­ຕົ້ນ​ແມ່ນ​ເຄື່ອນ​ໄຫວ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ຂັ້ນ​ສູງ ​ໂດຍ​ຖືວ່າ​​ນີ້​ແມ່ນ​ທິດ​ທີ່​ສຳ­ຄັນ​ເພື່ອ​ພາ​ໃຫ້­ການ​ພົວ­ພັນ​ໄປ​ສູ່​ລວງ​ເລິກ, ມີ​ຄວາມ​ໝັ້ນ­ຄົງ, ນຳ​ເອົາ​ຜົນ​ປະ­ໂຫຍດ​ອັນ​ແທ້​ຈິງ​ມາ​ໃຫ້​ປະ­ເທດຊາດ. ໃນ​ປີ​ທີ່​ຜ່ານ​ມາ, ການ​ນຳ​ພັກ ແລະ ລັດຫວຽດ­ນາມ ໄດ້​ປະ­ຕິ­ບັດ​ການ​ຢ້ຽມ­ຢາມ​ຕ່າງ­ປະ­ເທດ​ 16 ຄັ້ງ; ຕ້ອນ­ຮັບ​ການ​ນຳ​ຂັ້ນ​ສູງ​ຂອງ​ປະ­ເທດ​ຕ່າງໆ​ທີ່​ມາ​ຢ້ຽມ­ຢາມຫວຽດ­ນາມ ເປັນ​ຈຳ­ນວນ​ເກືອບ 30 ທ່ານ. ໃນ​ນັ້ນ, ຫວຽດ­ນາມ ໄດ້​​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ ກັບ​ບັນ­ດາ​ປະ­ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ຄື ລາວ, ກຳ­ປູ­ເຈຍ, ຈີນ; ກັບ​ບັນ­ດາ​ປະເທດ ອາ​ຊຽນ, ຄື ສິງ​ກະ​ໂປ, ມຽນ​ມາ, ບຣູ​ໄນ, ຟີ​ລິບ​ປີນ; ກັບ​ບັນ­ດາ​ປະ­ເທດ​ໃຫຍ່, ຄື ອາ­ເມ­ລິ­ກາ, ລັດ­ເຊຍ, ຍີ່­ປຸ່ນ, ອີນ​ເດຍ, ຟຣັ່ງ ແລະ ບັນ­ດາ​ປະ­ເທດ​ເພື່ອນ​ມິດທີ່​ເປັນ​ມູນ­ເຊື້ອ, ຄື ກູ​ບາ, ອີ​ຣານ... ບັນ­ດາ​ການເຄື່ອນ​ໄຫວ​ພົວພັນ​ຕ່າງ­ປະ­ເທດ​ອັນ​ສຳ­ຄັນ​ນີ້​ ໄດ້​ຜັນ​ຂະ­ຫຍາຍ​ຕາມ​ທິດ​ນັບ​ມື້​ນັບ​ເພີ່ມ​ລະ­ດັບ​​ຄວາມ​ແຊກ​ຊ້ອນ​ຜົນ​ປະໂຫຍດ​ລະ­ຫວ່າງ ຫວຽດ­ນາມ ແລະ ບັນ­ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ຂຶ້ນ​ຕື່ມ​ອີກ, ຍົກ​ສູງ​ປະ​ສິດ­ທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື ແລະ ເພີ່ມ​ທະ­ວີ​ຄວາມ​ເຊື່ອ​ໝັ້ນ​ທາງ​ດ້ານ​ການ­ເມືອງ​ລະ­ຫວ່າງ​ສອງ​ຟ່າຍ. ຄຽງ​ຄູ່​ກັນ​ນັ້ນ, ພວກ​ເຮົາ​​ກໍ່ໄດ້​ນຳ​ໃຊ້​ຢ່າງມີ​ປະ​ສິດ­ທິ​ຜົນກວ່າ​ເກົ່າ ກ່ຽວ​ກັບ​ບັນ­ດາ​ກົນ​ໄກ​ທີ່​ໄດ້​ສ້າງ­ຕັ້ງຂຶ້ນ​ແລ້ວ ​ໂດຍ​ຜ່ານ​ການ​ແລກ­ປ່ຽນ​ຂັ້ນ​ສູງ​ ເພື່ອ​ແກ້​ໄຂ​ບັນ­ດາ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວ­ພັນ​ກັບ​ບັນ­ດາ​ຄູ່​ຮ່ວມ​ມື​ ໃຫ້​ທັນ​ເວ­ລາ.

ທີ​ສາມ, ພວກ​ເຮົາ​ກໍ່​ໄດ້​ມີ​ການ​ຍູ້​ແຮງ​ວຽກ​ງານ​ຊາຍ​ແດນ, ​ເຂດ​ແດນ, ປັບ­ປຸງ “ຮົ້ວຮາວ” ຂອງ​ປະເທດ​ຊາດ. ໃນ​ປີ 2016, ພວກ​ເຮົາ​ໄດ້​​ສຳ­ເລັດ ໂຄງ­ການ​ປັກ​ຫຼັກ​ໝາຍ​ຖີ່ ແລະ ບູ­ລະ­ນະ​ລະ­ບົບ​ຫຼັກ​ໝາຍ​ຊາຍ​ແດນ​ປະເທດ, ລົງ​ນາມ​ໃນອະ​ນຸ​ສັນ­ຍາວ່າ​ດ້ວຍ​ເສັ້ນ​ຊາຍ​ແດນ ແລະ ຫຼັກ​ໝາຍ​ຊາຍ​ແດນ​ປະ­ເທດ, ສັນຍາ​ວ່າ​ດ້ວຍ​ລະບຽບ​ການ​ການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ​​ກັບ ສປປ ລາວ; ປະ­ຕິ­ບັດ​ວຽກ​ງານ​ການ​ແບ່ງ​ເຂດ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປະ­ເທດ​ເທິງ​ບົກກັບ ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ໄດ້​ສຳເລັດ​ຫຼາຍ​ກວ່າ 83%. ພວກ​ເຮົາ​ກໍ່​ໄດ້​ຜັນ​ຂະ​ຫາຍສັນ­ຍາ​ວ່າ​ດ້ວຍ​ການ​ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ​ດ້ານ​ທ່ອງ​ທ່ຽວ​ທີ່​ຕາດ ບ້ານ​ຢົກ ແລະ ສັນ­ຍາ​ວ່າ​ດ້ວຍ​ການ​ໄປ​ມາ​ຢ່າງ​ເສລີ​ຂອງ​ເຮືອ­ກຳ­ປັ່ນ​ຢູ່​ປາກ​ແມ່­ນ້ຳ ບາກ​ລວນ ກັບ ສປ ຈີນ. ກ່ຽວ​ກັບ​ບັນ­ດາ​ບັນ­ຫາ​ໃນ​ທະ­ເລ, ພວກ​ເຮົາ​ໄດ້​ດຳ­ເນີນ​ການ​ເຈລະ­ຈາ​ກ່ຽວ​ກັບ​ການ​ກຳ­ນົດ​ຈັດ​ແບ່ງ​ເຂດເສດ­ຖະ­ກິດພິ​​ເສດ​ກັບ ອິນ​ໂດ​ເນ​ເຊຍ, ສືບ​ຕໍ່​ແລກ­ປ່ຽນ, ເຈລະ­ຈາ​ຂັ້ນ​ລັດ­ຖະ­ບານ​ ກ່ຽວ​ກັບ​ອະ­ທິ­ປະ​ໄຕ​ຊາຍ​ແດນ​ເຂດ​ແດນກັບ ສປ ​ຈີນ, ຮ່ວມ​ກັນ​ກັບອາຊຽນ ຊຸກ­ຍູ້​ການ​ປະ­ຕິ­ບັດ​ຖະ­ແຫຼງ­ການ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຂອງ​ບັນ­ດາ​ຝ່າຍ​ຢູ່​ທະ­ເລ​ຕາເວັນ​ອອກ (DOC) ໃຫ້​ມີ​ປະ​ສິດ­ທິ​ຜົນ, ສ້າງ​ປະ­ມວນ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຢູ່​ທະ­ເລ​ຕາ­ເວັນ​ອອກ (COC) ຂຶ້ນ​​ໂດຍ​ໄວ...

ທີ​ສີ່, ໃນ​ບັນ­ດາການ​ເຄື່ອນ​ໄວ​​ພົວ­ພັນ​ຕ່າງ­ປະ­ເທດ​ຫຼາຍຝ່າຍ, ພວກ​ເຮົາ​ກໍ່​ໄດ້​ຫັນ­ປ່ຽນ​ຢ່າງ​ແຂງ­ແຮງ ​ຈາກ “ເຂົ້າ​ຮ່ວມ” ມາ​ເປັນ “ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ ແລະ ຕັ້ງ­ໜ້າ” ຕົວຈິງ ​ເຂົ້າ​ໃນ​ຂະ​ບວນ​ວິ­ວັດ​​ການ​ກໍ່ສ້າງ ແລະ ວາງ​ເກນກຳ­ນົດລວມ ​ຂອງ​ບັນ­ດາ​ອົງ­ການ, ເວ­ທີ​ປາ​ໄສ​ຢູ່​ພາກ​ພື້ນ ແລະ ສາ­ກົນ. ພວກ​ເຮົາ​ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ການ­ເຄື່ອນ­ໄຫວ​ຂອງ​ເວ­ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ­ຖະ­ກິດ​ອາ­ຊີ - ປາ​ຊີ​ຟິກ (APEC), ອົງການຈັດຕັ້ງ​ບັນ­ດາ​ປະ­ເທດໃຊ້​ພາ­ສາ​ຝຣັ່ງ (OIF), ທະ­ນາ­ຄານ​ລົງ­ທຶນກໍ່ສ້າງ​ພື້ນ­ຖານ​ໂຄງ​ລ່າງ ອາ­ຊີ (AIIB), ກົນ​ໄກ​ຮ່ວມ​ມືແມ່­ນ້ຳ​ຂອງ - ຫຼານ​ກັງ, ສະ­ມັດ­ຊາ​ໃຫຍ່​ລັດ​ຖະ​ສະ­ພາ​ລະ­ຫວ່າງ​ຊາດ​ອາ​ຊຽນ (AIPA), ສະ­ຫະ­ພັນ​ລັດ​ຖະ​ສະ­ພາ​ສາ­ກົນ (IPU); ຈັດ​ຕັ້ງ​ບັນ­ດາ​ກອງ​ປະຊຸມ​ສຸດ​ຍອດ​ຍຸດ​ທະ​ສາດການ​ຮ່ວມ​ມື​ເສດຖະ­ກິດ ອີຣະວະ​ດີ - ເຈົ້າ​ພະ­ຍາ - ແມ່​ຂອງ (ACMECS) ຄັ້ງ​ທີ 7, ກອງ​ປະ­ຊຸມ​ສຸດ​ຍອດ​ຍຸດ​ທະ​ສາດການ​ຮ່ວມ​ມື ກຳປູ­ເຈຍ - ລາວ - ມຽນ​ມາ - ຫວຽດ­ນາມ  (CLMV) ຄັ້ງ​ທີ 8, ເວ­ທີ​ປາ​ໄສ​ເສດ­ຖະ­ກິດ​ໂລກ (WEF) ກ່ຽວ​ກັບ​ເຂດ​ແມ່­ນ້ຳ​ຂອງ ຄັ້ງ​ທຳ​ອິດ​ ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ຈົບ​ງານ. ບັນ­ດາ​ຂໍ້​ສະ­ເໜີ, ຄວາມ​ຄິດ​ລິ​ເລີ່ມ​ຂອງຫວຽດ­ນາມ​ທີ່ ອາ​ຊຽນ, ເອ​ເປກ, ເອ​ເຊມ... ລ້ວນ​ແຕ່​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ຕ່າງໆ. ພວກ​ເຮົາ​ໄດ້​ປະ­ຕິ­ບັດ​ເປັນ​ຢ່າງ​ດີ​ ພາ­ລະ​ບົດ­ບາດ​ເປັນ​ສະ­ມາ­ຊິກ​ຂອງ​ບັນ­ດາ​ອົງ­ການ​ທີ່​ສຳ­ຄັນ​ຂອງສະ­ຫະ​ປະ­ຊາ​ຊາດ, ຄື ສະ­ພາ​ສິດ­ທິ​ມະ­ນຸດ, ຄະ­ນະ​ກຳ­ມະ­ການ​ມໍ­ລະ­ດົກ​ໂລກ, ສະ­ພາ​ເສດ­ຖະ­ກິດ - ສັງ­ຄົມຂອງສະ­ຫະ​ປະ­ຊາ​ຊາດ (ECOSOC), ຄະ­ນະ​ກຳ­ມະ­ການ​ບໍ­ລິ­ຫານ ຢູ​ເນດ​ໂກ... ​ເປັນເທື່ອ​ທຳ​ອິດ​ທີ່ຜູ້­ຕາງ­ໜ້າ​ຂອງຫວຽດ­ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະ­ນະ​ກຳ­ມະ­ການ​ກົດ­ໝາຍ​ສາ​ກົດ (ILC). ວຽກ​ງານ​ທີ່​ກະ­ກຽມ​ໃຫ້ແກ່ ປີ​ເອ​ເປດ ຫວຽດ­ນາມ 2017 ກໍ່​ໄດ້​ສຳເລັດ​ຜົນ​ໂດຍ​ພື້ນ­ຖານ; ຫົວ­ຂໍ້​ທີ່ຫວຽດ­ນາມວາງ​ອອກ​ແມ່ນ “ສ້າງ​ກຳລັງ​ໜູນ​ໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະນາ​ຄົດ​ຮ່ວມ​ກັນ” ໄດ້​ຮັບ​ການ​ຮັບ­ຮອງ ແລະ ສະ­ໜັບ­ສະ­ໜູນ​ຢ່າງ​ຕັ້ງ­ໜ້າ​ ຂອງ​ປະ­ເທດ​ສະ­ມາ­ຊິກ​ຕ່າງໆ. ໃນ​ບັນ­ດາ​ກົນ​ໄກ​ຮ່ວມ​ມື​ທາງ​ດ້ານການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫ​ຫງົບ ແລະ ບັນ­ດາ​ຂົງ­ເຂດ​ອື່ນໆ, ພວກ​ເຮົາ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ເລິກ­ເຊິ່ງ, ແທດຈິງ​ກ່ວ​າ​ເກົ່າ, ເປັນ­ຕົ້ນ​ແມ່ນ​​ໃນ​ບັນ­ດາ​ເວ­ທີ​ປາ​ໄສ​ທີ່ ອາ​ຊຽນ ເປັນ​ຜູ້​ຮັບ­ຜິດ­ຊອບ, ຄື ກອງ​ປະ­ຊຸມ​ລັດ​ຖະ​ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ​ບັນ­ດາ​ປະ­ເທດ ອາ​ຊຽນ (ADMM),  ກອງ​ປະຊຸມຜູ້​ບັນ­ຊາ​ການ​ຕຳຫຼວດ ອາ​ຊຽນ (ASEANAPOL)...

ທີ​ຫ້າ, ພວກ​ເຮົາ​ໄດ້​ຜັນ​ຂະ­ຫຍາຍ “ຍຸດ​ທະ​ສາດ​ສັງ​ລວມ​ກ່ຽວ​ກັບ​ການ​ເຊື່ອມ​​ໂຍງ​ສາ­ກົນ​​ຮອດ​ປີ 2020, ວິ­ໄສ​ທັດ​ເຖິງ​ປີ 2030” ໃນ​ທຸກ​ຂົງ­ເຂດ. ຫວຽດ­ນາມ ແລະ ບັນ­ດາ​ຄູ່​ຮ່ວມ​ມື​ໄດ້​ລົງ​ນາມ​ໃນສັນ­ຍາ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ຢ່າງ​ເປັນ​ທາງ​ການ, ເລີ່ມ​ຕົ້ນ​ຜັນ​ຂະ­ຫຍາຍ​ສັນ­ຍາ​ການ​ຄ້າ​ເສລີ (FTA) ຫວຽດ­ນາມ -  ສະ­ຫະ­ພັນ​ເສດ­ຖະ­ກິດ ອາ­ຊີ - ເອ​ຣົບ ແລະ ສັນ­ຍາ​ຄູ່​ຮ່ວມ​ມື ແລະ ການຮ່ວມ​ມື (PCA) ຫວຽດ­ນາມ - ສະຫະ­ພາບເອ​ຣົບ (ອີ​ຢູ) ແລະ ຈະ​​ລົງ​ນາມ​​ໃນສັນ­ຍາ​ການ​ຄ້າ​ເສລີ (FTA) ຫວຽດ­ນາມ - ອີ​ຢູ (EVFTA) ຢ່າງ​ເປັນ​ທາງ​ການ; ສືບ​ຕໍ່​ເຈລະ­ຈາ​ສັນ​ຍາ​ການ​ຄ້າ​ເສລີ (FTA) ທີ່​ສຳ­ຄັນ​ອື່ນໆ, ຄື​ສັນ­ຍາ​ຄູ່​ຮ່ວມ​ມື​ເສດ­ຖະ­ກິດ​ຮອບດ້ານ​ຢູ່​ພາກ​ພື້ນ (RCEP), ສັນ­ຍາ​ການ​ຄ້າ​ເສລີ (FTA) ຫວຽດ­ນາມ - ອິດ​ສະ​ຣາ​ເອນ. ໃນ​ປີ​ທີ່​ຜ່ານ​ມາ, ຫວຽດ­ນາມ ໄດ້​ດຳ​ເນີນການ​ຂົນ­ຂວາຍ​ບັນ­ດາ​ປະ­ເທດ​ທີ່​ໃຫ້­ການ​ຮັບ­ຮອງ ຫວຽດ­ນາມເປັນ​ປະ­ເທດ​ທີ່​ມີ​ກົດ​ລະ­ບຽບ​ເສດ­ຖະ­ກິດ​ຕະຫຼາດ ​ເປັນ​ຈຳນວນ 7 ປະ­ເທດ, ໄດ້​ເພີ່ມ​ຈຳ­ນວນ​ປະ­ເທດ​ທີ່​ຮັບ­ຮອງ​​ຫວຽດ­ນາມ ຂຶ້ນ​ເປັນ 66 ປະເທດ. ການ​ເຊື່ອມໂຍງ​ສາ­ກົນ​ທາງ​ດ້ານ ການ­ເມືອງ - ການ​ພົວ­ພັນ​ຕ່າງ­ປະ­ເທດ, ດ້ານການ​ປ້ອງ​ການ​ຊາດ - ປ້ອງ​ກັນ​ຄວາມ​ສະ­ຫງົບ​ ກໍ່​ໄດ້​ໄປ​ສູ່​ລວງ​ເລິກ​ດ້ວຍ​ການ​ປະ­ກອບ­ສ່ວນ​ຂອງຫວຽດ­ນາມ ໃນ​ບັນ­ດາ​ການ­ເຄື່ອນ­ໄຫວ​ກ່ຽວ​ກັບ​ການ​ຮັກ­ສາ​ສັນ­ຕິ­ພາບ​ຂອງ​ສະ­ຫະ​ປະ­ຊາ​ຊາດ, ບັນ­ດາ​ກົນ​ໄກ​ແລກ­ປ່ຽນ, ປຶກ­ສາ​ຫາ­ລື, ແລກ­ປ່ຽນ, ຝຶກ​ຊ້ອນ​ຮ່ວມ​ກັນ​ໃນ​ຂອບອາ​ຊຽນ ແລະ ກັບ​ບັນ­ດາ​ຄູ່​ຮ່ວມ​ມື​ໃຫຍ່, ຄື ຈີນ, ອາ­ເມ­ລິ­ກາ, ຍີ່­ປຸ່ນ, ອີນ​ເດຍ, ຝຣັ່ງ...

ດ້ວຍ​ບັນ­ດາ​ທິດທາງ​ໃຫຍ່​​ເທິງ​ນີ້, ການ​ຕ່າງ­ປະ­ເທດຂອງຫວຽດ­ນາມໃນ​ປີ​ທີ່​ຜ່ານ​ມາ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງ­ໜ້າ​ ເຂົ້າ​ໃນ​ການ​ຮັກ­ສາ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສັນ­ຕິ­ພາບ​ສາ­ກົນ, ອຳ­ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດ­ທະ­ນາ, ປົກ​ປັກ​ຮັກ­ສາ​ເອ­ກະ­ລາດ, ອະ­ທິ­ປະ​ໄດ​ຂອງ​ປະ­ເທດ​ຊາດ​ໃຫ້​ໝັ້ນ­ຄົງ. ອາດ​ຈະ​ເວົ້າ​ໄດ້​ວ່າ, ໃນ​ບັນ­ດາ​ຜົນ­ງານ​ລວມທາງ​ດ້ານ​ເສດ­ຖະ­ກິດ​ໃນ​ປີ 2016, ຄື​ ລວມ​ຍອດ​ມູນ​ຄ່າ​​ສິນ­ຄ້າ​ສົ່ງ​ນອກຂອງຫວຽດ­ນາມ ບັນ­ລຸ​ 175,9 ຕື້​ໂດ​ລາ​ສະ­ຫະ­ລັດ, ເພີ່ມ​ຂຶ້ນ​ 8,6%; ເງິນ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ FDI ​ໄດ້​ປະ­ມານ 15,8 ຕື້​ໂດ​ລາ​ສະ­ຫະ­ລັດ, ເພີ່ມ​ຂຶ້ນ​ 9%; ເປັນ​ເທື່ອ​ທຳ​ອິດທີ່ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາ­ກົນ​ທີ່​ມາຫວຽດ­ນາມ ບັນ­ລຸ​ໄດ້​ລະ­ດັບ​ສູງ​ສຸດ​ເປັນ 10 ລ້ານ​ຄົນ, ເພີ່ມ​ຂຶ້ນ 25% ​ທຽບ​ກັບ​ປີ 2015... ຜົນ­ງານ​ດັ່ງ­ກ່າວ​ກໍ່​ມີ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ຂອງ​ການ​ພົວ­ພັນ​ຕ່າງ­ປະ­ເທດ.

ກ້າວ​ເຂົ້າ​ສູ່​ປີ 2017, ສະ­ພາບ​ການ​ໂລກ ແລະ ພາກ​ພື້ນອາດ​ຈະ​ມີ​ຄວາມ​ສັບ­ສົນ ແລະ ຄາດ​ເດົາ​ຍາກ​ກວ່າ​ເກົ່າ. ມີ​ຫຼາຍ​ປະ­ເທດ​ຈະ​ດຳ­ເນີນ​ການ​ເລືອກ​ຕັ້ງ​ສະ­ພາ​ແຫ່ງ​ຊາດ, ເຊິ່ງ​ຈະ​ມີ​ການ​ດັດ​ປັບ​ອັນ​ແນ່­ນອນ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ ແລະ ນະ­ໂຍ­ບາຍ​ການ​ພົວ­ພັນ​ຕ່າງ­ປະ­ເທດ. ສິ່ງ​ເຫຼົ່າ­ນັ້ນ​ຈະ​​ສົ່ງ​ຜົນ​ກະ­ທົບຕາມ​ຫຼາຍ​ທິດ​ເຖິງ​ສະ­ພາບ​ການ​ໂລກ ແລະ ພາກ​ພື້ນ, ໃນ​ນັ້ນ​ກໍ່​ມີ​ບັນ­ດາ​ບັນ­ຫາ​ທີ່​ຕິດ​ພັນ​ກັບ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ການ​ພັດ­ທະ­ນາ​ຂອງຫວຽດ­ນາມ, ຄື ສິ່ງ­ແວ­ດລ້ອມ​ຢູ່​ພາກ​ພື້ນ, ພາ­ລະ​ບົດ​ບາດ​ເປັນ­ໃຈ​ກາງ ແລະ ຄວາມ​ສາ­ມັກ­ຄີ​ຂອງອາ​ຊຽນ, ການ​ຮັກ­ສາ​ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ທະ­ເລ​ຕາ­ເວັນ​ອອກ... ພວກ​ເຮົາ​ຈະ​ຢືນ​ຕໍ່­ໜ້າ​ບັນ­ດາ​ສິ່ງທ້າ​ທາຍ​ໃໝ່. ແຕ່​ ພວກ​ເຮົາ​ກໍ່​ໄດ້​ມີ​ທ່າ ແລະ ​ກຳ­ລັງ​ແຮງ​ໃໝ່. ສຳ­ລັບ​ການ​ພົວພັນ​ຕ່າງ­ປະ­ເທດ, ພວກ​ເຮົາ​ໄດ້​ກໍ່­ສ້າງ​​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ­ດ້ານທີ່​ໝັ້ນ­ຄົງ​​ພໍ​ຄວນ ເພື່ອ​ຮັກ­ສາ​​ຖາ­ນະ​ບົດ­ບາດ​ສາ­ກົນ​ຂອງ​ປະ­ເທດ ​ຕໍ່ໜ້າ​ບັນ­ດາ​ການ​ຜັນ​ປ່ຽນ​ຂອງ​ສະ­ພາບ​ການ. ສິ່ງ​ທີ່​ຕ້ອງ­ການ​ແມ່ນ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ຕ້ອງ​ສືບ​ຕໍ່​ພະ​ຍາມ​ເປັນ​ສອງ​ເທື່ອ​ ດ້ວຍ​ຈິດ­ໃຈ​ເປັນ​ເຈົ້າ​ການ, ຕັ້ງ­ໜ້າ ແລະ ມີ​​ຫົວ­ຄິດ​ປະ­ດິດ​ສ້າງ​ກວ່າ​ອີກ.

ຕາມ​ນັ້ນ, ທິດທາງ​ຕົ້ນ​ຕໍ່​ຂອງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ໃນ​ປີ 2017 ແມ່ນ​ເຮັດ​ໃຫ້­ການ​ພົວ­ພັນ​ກັບ​ບັນ­ດາ​ປະເທດ​ເຂົ້າ​ສູ່​ລວງ​ເລິກ, ເພີ່ມ​ລະ­ດັບ​ຄວາມ​ແຊກ​ຊ້ອນ​ຜົນ​ປະ​ໂຫຍ​ກັບ​ບັນ­ດາ​ປະ­ເທດ​​ເພື່ອນ​ບ້ານໃກ້​ຄຽງ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ​ຄື ລາວ, ກຳ­ປູ­ເຈຍ, ຈີນ, ກັນ​ບັນ­ດາ​ປະ­ເທດ​ໃຫຍ່, ບັນ­ດາ​ປະ­ເທດ ອາ​ຊຽນ; ຜັນ​ຂະ­ຫຍາຍ​ຢ່າງ​ແຂງແຮງ​​ແຜນ​ງານ​ປະ­ຕິ­ບັດ​ມະ​ຕິສະບັບ​ເລກ​ທີ 06-NQ/TW ກ່ຽວ​ກັບ​ການ​ປະ­ຕິ­ບັດຂະ​ບວນ​ວິ­ວັດ​ການ​ເຊື່ອມໂຍງ​ເສດ­ຖະ­ກິດ​ສາ­ກົນ ໃຫ້​ມີ​ປະ​ສິດ­ທິ​ຜົນ​; ຮັກ­ສາ​ຄວາມ​ໝັ້ນ­ຄົງ​ທາງ​ດ້ານ​ການ­ເມືອງ - ສັງ­ຄົມ; ​ເປັນ​ເຈົ້າ​ການກະກຽມ​ເພື່ອ​ແກ້​ໄຂ​ຢ່າງ​ຮຽບ​ຮ້ອຍ ​ບັນ­ດາ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວ­ພັນ​ກັບ​ປະ­ເທດ​ຕ່າງໆ.

ການເຄື່ອນ​ໄຫວ​​ພົວ­ພັນ​ຕ່າງ­ປະ­ເທດ​ທີ່​ສຳ­ຄັນ​ກວ່າ​ໝູ່​ໃນ​ປີ 2017 ແມ່ນ​ ສຳ​ລັດ​ເປັນ​ຢ່າງ​ດີ​ພາ­ລະ​ບົດ­ບາດ​ຂອງ​ປະ­ເທດ​​ເຈົ້າ­ພາບ ເອ​ເປກ ແລະ ຍາດ​ແຍ່ງ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ​ການ­ເຄື່ອນ­ໄຫວ​ແຫ່ງ​ນີ້​ເພື່ອ​ຊຸກ­ຍູ້​ການ​ພົວ­ພັນ​ສອງ​ຝ່າຍ​ກັບ​ບັນ­ດາ​ປະ­ເທດ, ພິ­ເສດ​ແມ່ນ​ກັບ ຈີນ, ອາ­ເມ­ລິ­ກາ, ລັດ­ເຊຍ, ຍິ່​ປຸ່ນ, ແລະ ປະ­ເທດທີ່​ສຳ­ຄັນ​ຈຳນວນ​ໜຶ່ງ; ຫັນ​ບັນ­ດາ​ການ­ເຄື່ອນ­ໄຫວ​ຫຼາຍ​ຝ່າຍ, ບັນ­ດາ​ການເຄື່ອນ​ໄຫວ​​ພົວ­ພັນ​ທາງ​ການ​ທູດ​ຂັ້ນ​ສູງ ​ໃຫ້​ກາຍເປັນ​ໂອ­ກາດ​ ເພື່ອ​ປະ­ຕິ­ບັດ​ບັນ­ດາ​ຜົນ​ປະ­ໂຫຍດ​ດ້ານ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ການພັດ­ທະ­ນາ​ຂອງປະເທດຊາດ.

ເພື່ອ​ປະ­ຕິ­ບັດ​ສິ່ງ​ດັ່ວກ່າວ​ເທິງນີ້, ວຽກ​ງານ​ພົວ­ພັນ​ຕ່າງ­ປະ­ເທດ​ປີ 2017 ຕ້ອງ​ມີ​ຄວາມ​ເອົາ­ໃຈ­ໃສ່​ຢ່າງ​ສູງ​ສຸດ​ເຖິງ​ການ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ­ໄໝ​ທີ XII ວ່າ​ດ້ວຍ “ເພີ່ມ​ທະ­ວີ​ການ​ກໍ່­ສ້າງ, ປັບ­ປຸງ​ພັກ; ສະ­ກັດ​ກັ້ນ, ຍູ້​ຖວຍ​ຄວາມ​ຊຸດ­ໂຊມ​ທາງ​ດ້ານ​ແນວ​ຄິດ​ການ­ເມືອງ, ຄຸນ­ສົມ­ບັດ, ແບບ­ແຜນ​ດຳ­ລົງ​ຊີວິດ, ບັນ­ດາ​ປະ­ກົດ​ການ “ຜັນ​ປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ­ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ”, ຕິດ​ກັບ​ການ​ປະຕິ­ບັດ ຄຳ​ສັ່ງ​ເລກ​ທີ 05-CT/TW ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ​ສະ​​ໄໝ​ທີ XII ກ່ຽວ​ກັບ “ຍູ້​ແຮງ​ການ​ຮ່ຳ​​ຮຽນ​ແລະ​ປະຕິ­ບັດ​ຕາມ​ແນວ​ຄິດ​ ແລະ ​ຄຸນ­ສົມ­ບັດ, ແບບ­ແຜນ​ໂຮ່​ຈີ​ມິນ” - ​ນັກການ​ທູດທີ່ມີ​ຊື່​ສຽງ​​ໂດ່ງ​ດັງ​ທັງ​ດ້ານສະຕິ​ປັນຍາ ແລະ ບຸກຄະ​ລິກກະພາບ, ເພື່ອ​ກໍໍ່ສ້າງ​ຖັນ​ແຖວ​ພະ­ນັກ­ງານ​ການ​ພົວ­ພັນ​ຕ່າງ­ປະ­ເທດ ທີ່​ທັງ​ເກັ່ງ​ກ້າ​ສາ­ມາດ ທັງຊຳ​ນິຊຳ­ນານ ​ເພື່ອ​ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງການ​ໃນ​ໄລ­ຍະ​ທີ່​ປະ­ເທດ​ເຊື່ອມ​ໂ​ຍງ​ຢ່າງ​ເລິກ­ເຊິ່ງ ກວ້າງ­ຂວາງ​ເຂົ້າກັບ​ພາກ​ພື້ນ ແລະ ​ໂລກ. ພ້ອມ​ນັ້ນ, ຕ້ອງ​ມີ​ຄວາມ​ພະ­ນາ​ຍາມ​ກວ່າ​ອີກ ​ໃນ​ການ​ຍົກ​ສູງ​ປະ​ສິດ­ທິ​ຜົນ​ການ​ປະ​ສາ​ສົມ­ທົບ​ລະ­ຫວ່າງ​ບັນ­ດາ​ຊ່ອງສາຍ​ການ​ພົວ­ພັນ​ຕ່າງ­ປະ­ເທດ, ລະ­ຫວ່າງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ກັບ ​ເສດ­ຖະ­ກິດ, ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ­ຫງົບ.

ພາຍ​ໃຕ້​ການ​ນຳ­ພາ​ຢ່າງ​ສະ­ຫຼາດ​ສ່ອງ​ໃສ​ຂອງ​ພັກ, ດ້ວຍ​ຄວາມ​ພະ­ຍາ­ຍາມ​ດັ່ງ​ກ່່າວ, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ນ​ຕ່າງ­ປະ­ເທດ​ຈະ​ເຮັດ​​ໄດ້​​ເປັນ​ຢ່າງດີ​ ໜ້າ­ທີ່ຂອງ​ນັກ​ຮົບ​ຜູ້­ນຳ​ໜ້າ​ໃນ​ສະ­ໄໝ​ສັນ­ຕິ­ພາບ, ​ສືບ​ຕໍ່​ຮັບ​ໃຊ້​ດ້ວຍ​ຄວາມ​ຈົງ​ຮັກ​ພັກ­ດີ ແລະ ມີ​ປະ​ສິດ­ທິ​ຜົນ​ ​ໃຫ້​ແກ່ຜົນ​ປະ­ໂຫຍດ​ຂອງປະ­ເທດ​ຊາດ, ເຖິງ​ວ່າ​ສະ­ພາບ​ການຈະມີ​ຄວາມ​ສັບ­ສົນ, ຄາດ​ເດົາ​ຍາກປານ​ໃດກໍ່ຕາມ./.

​ໂດຍ ຟ້າມ​ບິ່ງ​ມິນ
ກຳ­ມະ­ການ​ກົມ​ການ­ເມືອງສູນ​ກາ​ພັກ,
ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​​ກະ­ຊວງ​ການ​ຕ່າງປະ­ເທດ

--------------------------------

* ຫົວ​ຂໍ້​ໂດຍວາ­ລະ­ສານ​ກອມ​ມູ​ນິດເປັນ​ຜູ້​ແຕ່ງ.

ບົດ​ນີ້ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 892 (ເດືອນ​ກຸມ­ພາ 2017)