ວກ. - ການ​​ເຊື່ອມ​ຊຶມ, ​​ແກ້​ໄຂ​ຢ່າງ​ສຳ​ເລັດ​ຜົນ ສາຍ​ພົວພັນ​ລະຫວ່າງ​ ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ​ໄດ້​ປະກອບສ່ວນ​ທີ່​ສຳຄັນ​ ເຂົ້າ​ໃນ​ການ​ຊ່ວຍ​ໃຫ້​ຫວຽດນາມ​ບັນລຸ​ຜົນສຳ​ເລັດ​ແຫ່ງ​ການ​ພັດທະນາ​ທີ່​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ ​ໃນ​ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ວ່າ ການ​ເຊື່ອມ​ຊຶມ​ແລະ​ແກ້​ໄຂ​ເປັນ​ຢ່າງ​ດີ ບັນດາ​ສາຍ​ພົວພັນ​ໃຫຍ່, ​ໃນ​ນັ້ນ​ມີ​ສາຍ​ພົວພັນລະຫວ່າງ ຄວາມ​ປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຕໍ່​ໄປ.

ພາບປະກອບ (ພາບ: TTXVN)

ຍົກ​ສູງ​ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ຊາດ

ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ຂະ​ບວນວິວັດ​ການ​ນຳ​ເອົາ​ປະ​ເທດ​ເຂົ້າ​ຮ່ວມ, ກາຍ​ເປັນ​ພາກສ່ວນ​ປະກອບ​ໜຶ່ງ ທີ່​ມີ​ຖານະ​ທີ່​ຕັ້ງ ບົດບາດ​ທີ່​ແນ່ນອນ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ສາກົນ. ທາງ​ດ້ານ​ເນື້ອ​ແທ້, ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ຂະ​ບວນວິວັດ​ທີ່​ທັງ​ຮ່ວມ​ມື ທັງ​ຕໍ່ສູ້​ເພື່ອ​ປະຕິບັດ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຂອງ​ປະ​ເທດ ​ໃນ​ບັນດາ​ສາຍ​ພົວພັນ​ຫຼາຍ​ດ້ານ ຫຼາຍ​ຮູບ​ແບບ, ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ ກັບ​ບັນດາ​ເຈົ້າພາບ​ອື່ນ​ໃນ​ປະຊາ​ຄົມ​ໂລກ (​ເຊັ່ນ ປະຊາ​ຊາດ; ພັກ​ການ​ເມືອງ; ອົງການ​ຈັດ​ຕັ້ງ​ປະຊາຊົນ; ອົງການ​ຈັດ​ຕັ້ງ​ນອກ​ລັດຖະບານ; ອົງການ​ຈັດ​ຕັ້ງ​ສາກົນ; ອົງການ​ຈັດ​ຕັ້ງ​ອະນຸ​ພາກ​ພື້ນ, ພາກ​ພື້ນ, ສະຫະ​ພາກ​ພື້ນ; ກຸ່ມ​ບໍລິສັດ, ສະມາຄົມ, ວິ​ສາ​ຫະກິດ;...).

​ເປັນ​ເຈົ້າ​ການ, ຕັ້ງໜ້າ​ໃນການ​ເຊື່ອມ​ໂຍງ​ສາກົນ ກ່ອນ​ອື່ນ​ໝົດ​ແມ່ນເປັນ​ເຈົ້າ​ການ, ຕັ້ງໜ້າ​​ໃນ​ການ​ເກັບ​ກຳ​ບັນດາ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ຂອງ​ໂລກ; ກະກຽມ​ເປັນ​ຢ່າງ​ດີ ​ແລະ ມີ​ຍຸດ​ທະ​ສາດ​ທີ່​ເໝາະ​ສົມ​ເພື່ອ​ລັດ​ຕ້ອນ​ ຫຼື​ໄປ​ນຳ​ກັບ​ທ່າ​ອຽງ​ນັ້ນ. ລະດັບ​ຄວາມ​ເປັນ​ເຈົ້າ​ການ​ຂຶ້ນ​ກັບ​ຫຼາຍ​ປັດ​ໄຈ, ​ໃນ​ນັ້ນ​ມີ​ວິ​ໄສ​ທັດ​ຂອງ​ການ​ນຳ, ຄຸນ​ນະ​ພາບ​ຂອງ​ການວາງ​ກຳນົດ​ນະ​ໂຍບາຍ, ຄວາມ​ຊຳ​ນິຊຳນານ​ໃນ​ອາຊີບ​ຂອງ​ກົງຈັກ​ບໍລິຫານ, ຄວາມ​ຊັດ​ເຈນ​ຂອງ​ການ​ຄົ້ນຄວ້າ​ພະຍາກອນ ​ແລະ ຄົ້ນຄວ້າ​ຍຸດ​ທະ​ສາດ, ຄວາມ​ສຳ​ຜັດ​ໄວ​ຂອງ​ວິ​ສາ​ຫະກິດ, ຄວາມ​ໄຫວ​ພິບຂອງ​ລະບົບ​ການສຶກສາ ​ແລະ ຄວາມ​ຂະຫຍັນຂັນ​​ເຄື່ອນ​ຂອງ​ປະຊາຊົນ... ຕາມ​ທຳ​ມະ​ດາ, ຄວາມ​ສຳ​ເລັດ​ຜົນ​ຂຶ້ນ​ກັບການ​ເຕົ້າ​ໂຮມ​ບັນດາ​ປັດ​ໄຈ​ທັງ​ໝົດ​ນັ້ນ​ໄດ້. ຂາດ​ປັດ​ໄຈ​ໜຶ່ງ ຫຼື​ຂາດ​ຍຸດ​ທະ​ສາດ​ປະສານ​ສົມທົບ​ບັນດາປັດ​ໄຈ​ເຫຼົ່າ​ນັ້ນຢ່າ​ງມີ​ປະສິດທິ​ຜົນ ກໍ່​ອາດ​ຈະ​ຖືກ​ປະລາ​ໄຊ. ປະສິດທິ​ຜົນ​ສຸດ​ທ້າຍ​ແມ່ນ​ປັບປຸງ​ແລະ​ເພີ່ມ​ທະວີ​ເອກະລາດ, ອະທິປະ​ໄຕ, ​ເສີມ​ຂະຫຍາຍທ່າ​ໄດ້​ປຽບ​ແລະ​ຄວາມ​ສາມາດ​ແຂ່ງຂັນ ຂອງ​ຊາດໄດ້​ ໃນ​ພື້ນຖານ​ເສດຖະກິດ​ແລະ​ການ​ເມືອງ​ສາກົນ.

ມີ​ແຕ່​ຍົກ​ສູງກຳລັງ​ແຮງ​ສັງ​ລວມຂອງ​ຊາດຈຶ່ງ​ຮັກສາ​ເອກະລາດ ອະທິປະ​ໄຕ​ໄວ້​ໄດ້​ຢ່າງ​ໝັ້ນຄົງ; ບໍ່​ວ່າ​ນະ​ໂຍບາຍ​ໃດ ມາດ​ຕະການ​ໃດ​ທີ່​ເຮັດ​ໃຫ້​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ ກໍ່​ແມ່ນ​ໄດ້​ເພີ່ມ​ທະວີ​ເອກະລາດ ອະທິປະ​ໄຕຂອງ​ຊາດ. ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຊີ້​ແຈງ: “​ເຮົາ​​ເຂັ້ມ​ແຂງ​ພວກ​ເຂົາ​ຈຶ່ງ “ຫົວຊາ​ນຳ”. ຖ້າ​ຫາກ​​ອ່ອນ​ແອ ເຮົາຈະ​ເປັນ​ພຽງ​ເຄື່ອງມື​ໃນ​ກຳມື​ຂອງ​ຜູ້​ອື່ນ, ​ເຖິງ​ວ່າ​ຜູ້​ນັ້ນ​ອາດ​ຈະ​ເປັນ​ເພື່ອນ​ພັນທະ​ມິດ​ຂອງ​ເຮົາ​ກໍ່​ເຊັ່ນ​ດຽວນັ້ນ​ແຫຼະ”(1). ການຍົກ​ສູງກຳລັງ​ແຮງ​ສັງ​ລວມຂອງ​ຊາດຕ້ອງ​ຕັ້ງ​ຢູ່​ໃນ​ສະພາບ​​ທີ່​ຫວຽດນາມ​ພວມ​ເຊື່ອມ​ໂຍງ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ; ການ​ຮ່ວມ​ມື​ແລະ​ຕໍ່ສູ້​ໃນ​ເວທີ​ໂລກ​ພວມ​ແຊກຊ້ອນ​ກັນ​ຢ່າງ​ສັບສົນ, ການ​ແຂ່ງ​ຂັນ​ສາກົນ​ນັບ​ມື້​ນັບ​ຂຸ້ນຂ້ຽວ... ​ໃນ​ສະພາບ​ນັ້ນ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າເຊື່ອມ​ໂຍງ​ສາກົນ ​ໄດ້​ຢ່າງ​ຖືກຕ້ອງ ຈຶ່ງ​ຍົກສູງກຳລັງ​ແຮງ​ສັງ​ລວມຂອງ​ຊາດ​ຂຶ້ນ​ໄດ້.

ທີ​ໜຶ່ງ, ຍົກສູງກຳລັງ​ແຮງ​ສັງ​ລວມຂອງ​ຊາດ​ແມ່ນ​ເປົ້າ​ໝາຍ​ທີ່​ພວກ​ເຮົາເລັ່ງ​ໃສ່, ​ເປັນ​ຈຸດ​ໝານ​ທີ່​ແຊກ​ຄຸມ​ການແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ. ທຸ​ກການ​ເຄື່ອນ​ໄຫວແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າເຊື່ອມ​ໂຍງ​ສາກົນ ຕ້ອງ​ບົນ​ພື້ນຖານ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ; ຕ້ອງ​ປະກອບສ່ວນ​ເຂົ້າ​​ໃນ​ການ​ເພີ່ມ​ທະວີ ​ແລະ ຍົກສູງກຳລັງ​ແຮງ​ສັງ​ລວມຂອງ​ຊາດ​.

ທີ​ສອງ, ການ​ພັດທະນາ ຄວາມ​ໝັ້ນຄົງ​ຂອງ​ບັນ​ດາ​ປັດ​ໄຈ​ທີ່​ປະກອບ​ເປັນກຳລັງ​ແຮງ​ສັງ​ລວມຂອງ​ຊາດ​ໃນ​ຄວາມ​ເປັນ​ເອກະ​ພາບ ​ແມ່ນ​ຫຼັກ​ຖານ​ຕົ້ນຕໍທີ່​ຕີ​ລາຄາ​ລັກສະນະ​ປະສິດທິ​ຜົນ​ ຂອງການແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າເຊື່ອມ​ໂຍງ​ສາກົນ. ກຳລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ​ຂອງ​ຫວຽດນາມ ກວມ​ດ້ວຍ 4 ປັດ​ໄຈ​ຕົ້ນຕໍ​ຄື: 1- ຖານະ​ທີ່​ຕັ້ງ, ບົດບາດ ​ແລະ ກາ​ນນຳພາ​ຂອງພັກ; 2- ບັນດາ​ຄຸນຄ່າ​ຫວຽດນາມ, ພິ​ເສດ​ແມ່ນ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; 3- ກຳລັງ​ເສດຖະກິດ, ວັດທະນະທຳ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ...; 4- ຖານະ​ບົດບາດ​ສາກົນ. ​ໃນ​ບັນດາ​ປັດ​ໄຈ​ທີ່​ປະກອບ​ເປັນກຳລັງ​ແຮງ​ສັງ​ລວມຂອງ​ຊາດ​, ຖ້າ​ຫາກ​ປັດ​ໄຈ​ໃດອ່ອນ, ​ເຊັ່ນ ​ເສດຖະກິດ​ດ້ອຍ​ພັດທະນາ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ບໍ່​ໝັ້ນຄົງ, ກໍ່​ຈະ​ບໍ່​ສາມາດ​ແກ້​ໄຂ​ ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ຢ່າງ​ມີ​ປະສິດທິ​ຜົນ​ແລະ​ສຳ​ເລັດຜົນໄດ້. ບັນທັດຖານ​ນີ້ຕ້ອງ​ໄດ້​ຜັນ​ຂະຫຍາຍ​ເປັນ​ບັນດາ​ຕົວ​ບົ່ງ​ຊີ້​ລະອຽດກ່ຽວ​ກັບ​ການ​ພັດທະນາ​ຂອງ​ບັນດາ​ປັດ​ໄຈ​ທີ່​ປະກອບ​ເປັຍກຳລັງ​ແຮງ​ສັງ​ລວມຂອງ​ຊາດ ​ໃນ​ການ​ສົມ​ທຽບ​ກັບ​ເວລາ​ຕົ້ນ ​ແລະ ​ໃນ​ຄວາມ​ພົວພັນ​ກັບປະ​ເທດ​ອື່ນ.

ຍົກ​ສູງ​ທ່າ​ແລະ​ກຳລັງ​ແຮງ​ຂອງ​ປະ​ເທດ

ການ​ເຊື່ອມ​ໂຍງ​ສາກົນຍັງ​ສ້າງ​ສິ່ງ​ທ້າ​ທາຍ​ໃໝ່​ໃຫ້​ແກ່​ໜ້າ​ທີ່​ຮັກສາຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ. ການ​ຂຶ້ນ​ຕໍ່​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ບັນດາ​ປະ​ເທດ ອາດ​ຈະ​ຫັນປ່ຽນ​​ເປັນການ​ຂຶ້ນ​ຕໍ່ຂອງ​ປະ​ເທດ​ນີ້​ຕໍ່​ກັບປະ​ເທດ​ອື່ນ. ກໍລະນີ​ນີ້​ແມ່ນ​ຂອງ​ປະ​ເທດ​ທີ່​ທຸກ​ຍາກ, ປະ​ເທດ​ນ້ອຍ ​ໃນ​ການ​ພົວພັນ​ກັບປະ​ເທດ​ທີ່​ຮັ່ງມີ, ປະ​ເທດ​ໃຫຍ່. ການ​ເຊື່ອມ​ໂຍງ​ສາກົນກໍ່​ອາດ​ຈະ​ກະທົບ​ເຖິງ​ການ​ຜັນ​ແຍກ​ສັງຄົມຂອງ​ແຕ່ລະ​ປະເທດ, ​ເມື່ອຜົນ​ປະ​ໂຫຍ​ດຈາກ​ການ​ເຊື່ອມ​ໂຍງ ​ໄດ້​ແບ່ງປັນ​ຕ່າງ​ກັນ​ໃຫ້​ແກ່​ບັນດາ​ຊຸມ​ຊົນ​ທີ່​ຕ່າງ​ກັນ​ໃນ​ສັງຄົມ, ​ແລະ ຈາກ​ນັ້ນ​ເຮັດ​ໃຫ້​ບັນດາ​ບັນຫາ​ສັງຄົມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

​ໃນ​ຂະ​ບວນວິວັດ​ການເຊື່ອມ​ໂຍງ​ສາກົນ, ການ​ຕົກລົງ​ນະ​ໂຍບາຍ​ຈະ​ຫຍຸ້ງຍາກ​ກວ່າ​ເກົ່າ ຍ້ອນ​ວ່າ​ຕ້ອງ​ສອດຄ່ອງ​ກົມກຽວ​ຕາມຂໍ້ກຳນົດ ຄຳ​ໝັ້ນ​ສັນຍາຕ່າງໆຂອງ​ທຳນຽມ​ສາກົນ ​ແລະກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ຫວຽດນາມ​ໄດ້​ລົງ​ນາມ​ເປັນ​ສະມາຊິກ. ຄວາມ​ສັບສົນ​ໜຶ່ງ​ອີກ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຄື ການ​ປະກົດ​ຕົວ​ຂອງ​ບັນດາ “ກຸ່ມ​ຜົນ​ປະ​ໂຫຍ​ດ”, ​ເປັນ​ຕົ້ນ​ແມ່ນ ​ໃນ​ກໍລະນີ “ຜົນ​ປະ​ໂຫຍ​ດໝູ່​ພວກ” ຢູ່​ໃນ​ປະ​ເທດ​ສົມຮູ້​ຮ່ວມ​ຄິດ​ກັບ​ກຸ່ມ​ຜົນ​ປະ​ໂຫຍ​ດຕ່າງປະ​ເທດ. ການ​ເຊື່ອມ​ໂຍງ​ສາກົນບໍ່​ມີ​ປະສິດທິ​ຜົນ​ຈະ​ເປັນ​ຜົນ​ສະທ້ອນ​ເຖິງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເປັນ​ຜົນ​ເສຍ​ໃຫ້​ແກ່​ອະທິປະ​ໄຕ​ແຫ່ງ​ຊາດ. ຖ້າ​ຫາກ​ບໍ່​ເປັນ​ເຈົ້າ​ການ, ປະດິດ​ສ້າງ​ໃຫ້​ມີ​ບັນດາ​ແບບ​ວິທີ​ໃໝ່​ ທີ່​ສອດຄ່ອງ​ກັບສະພາບ​ການແລະ​ເງື່ອນ​ໄຂ ທີ່​ເກີດ​ມາ​ຈາກ​ຂະ​ບວນວິວັດ​ການເຊື່ອມ​ໂຍງ​ສາກົນ​ແລ້​ວ, ການ​ຮັບປະກັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຊາດກໍ່​ຈະ​ພົບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ຍົກ​ສູງ​ທັງ​ທ່າ​ແລະ​ກຳລັງ​ແຮງ​ຂອງ​ປະ​ເທດ​ຊາດ ​ແມ່ນ​ບັນທັດຖານ​ພື້ນຖານ​ເພື່ອ​ປະ​ເມີນການແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ. ການແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ຕ້ອງ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ຂອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງຍົກ​ສູງ​ຖານະ​ບົດບາດ​ຂອງ​ຊາດ​ຂຶ້ນ​. ທັງ​ຍົກ​ສູງ​ທ່າ​ແຮງ, ທັງ​ເພີ່ມ​ທະວີ​ກຳລັງ​ແຮງຂອງ​ປະ​ເທດ ​ແມ່ນ​ທິດ​ທາງ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ພື້ນຖານ​ ທີ່​ແຊກ​ຄຸມການ​ເຄື່ອນ​ໄຫວທຸກ​ຢ່າງ​ໃນການແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ.

ບັນທັດຖານ​ນີ້​ຮຽກຮ້ອງ​ໃຫ້​ຕ້ອງ​ຮັກສາ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໄວ້​ຢ່າງ​ໝັ້ນຄົງ, ທັງ​ຍູ້​ແຮງການແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ. ການ​ຮັກສາ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ຕ້ອງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ເຊື່ອມ​ໂຍງ​ສາກົນ; ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ​ຕ້ອງ​ປະກອບສ່ວນ​ຮັກສາຄວາມ​ເປັນ​ເອກະລາດ​ ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ. ຖ້າ​ຫາກ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ຊາດ​ເພີ່ມ​ຂຶ້ນ, ກຳລັງ​ເສດຖະກິດ​ເພີ່ມ​ຂຶ້ນ, ກຳລັງ​ແຮງ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ປັບປຸງ..., ​ແຕ່​ຖານະ​ບົດບາດ​ຂອງ​ປະ​ເທດ​ບໍ່​ສູງ, ​ແມ່ນ​ບໍ່​ອາດ​ຈະ​ເວົ້າ​​ວ່າ ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າເຊື່ອມ​ໂຍງ​ສາກົນນັ້ນ ມີ​ປະສິດທິ​ຜົນ. ບັນທັດຖານ​ນີ້​ຕ້ອງ​ໄດ້​ຜັນ​ຂະຫຍາຍ​ເປັນ​ບັນດາ​ຕົວ​ບົ່ງ​ຊີ້​​ລະອຽດ ກ່ຽວ​ກັບ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງຂອງ​ປະ​ເທດ​ໃນ​ແຕ່ລະ​ຂົງ​ເຂດ; ກ່ຽວ​ກັບ​ລະດັບ, ປະສິດທິ​ຜົນ​​ໃນການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ​ສາກົນຂອງ​ປະ​ເທດ.

ສອງ​ບັນທັດຖານ​ພື້ນຖານ​ເທິງ​ນີ້​ເປັນ​ພື້ນຖານ​ຕົ້ນຕໍ​ເພື່ອປະ​ເມີນ​ຄວາມ​ສຳ​ເລັດ​ແລະ​ປະສິດທິ​ຜົນ​ຂອງ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ. ສອງ​ບັນທັດຖານ​ນີ້​ພົວພັນ​ແໜ້ນ​ແຟ້ນນຳ​ກັນ, ຕ້ອງ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ລະອຽດ ດ້ວຍ​ບັນດາ​ຕົວ​ບົ່ງ​ຊີ້ທາງ​ດ້ານ​ລັກສະນະແລະປະລິມານ, ​ແລະ​ໝູນ​ໃຊ້​ໃຫ້​ສອດຄ່ອງ​ໃນ​ແຕ່ລະ​ໄລຍະ, ​ເວລາ ​ເພື່ອຮັບປະກັນ​ການ​ປະ​ເມີນ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ​ໄດ້​ຢ່າງ​ພາວະ​ວິ​ໄສ, ຊັດ​ເຈນ; ຫຼີກລ່ຽງຄວາມ​ອັດຕະວິ​ໄສ, ດ້ານ​ດຽວ.

​ເພື່ອ​ແກ້​ໄຂ​ຢ່າງ​ກົມກຽວ ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ

ທີ​ໜຶ່ງ, ປັບປຸງ ​ແລະ ຍົກ​ສູງ​ຄວາ​ມສາມາດ​ນຳພາ​ຂອງ​ພັກ, ຄວາມ​ສາມາດ​ຄຸ້ມ​ຄອງ​ຂອງ​ລັດ. ​ໃນ​ສະພາບ​ການ​ທີ່​ການ​ເຊື່ອມ​ໂຍງ​ສາກົນມີ​ສິ່ງ​ທ້າ​ທາຍ​ໃໝ່​ຫຼາຍ​ຢ່າງ​ນັ້ນ ການ​ນຳພາ​ຢ່າງ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ເປັນ​ປັດ​ໃຈ​ຕັດສິນ​ທີ່​ສຸດ ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນັ້ນ. ​ເພື່ອ​ຮັກສາ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໄວ້​ຢ່າງ​ໝັ້ນຄົງ ​ແລະ ​ເຊື່ອມ​ໂຍງ​ສາກົນຢ່າງ​ມີ​ປະສິດທິ​ຜົນ ​ແມ່ນ​ຕ້ອງ​ປະຕິບັ​ດ​ເປັນ​ຢ່າງ​ດີ​ ຂອດ​ທີ່​ເປັນ​ຫຼັກ​ແຫຼ່ງຄື ຍົກ​ສູງ​ຄວາມ​ສາມາ​ດນຳພາ ກຳ​ອຳນາດຂອງ​ພັກ, ຄວາມ​ສາມາດບໍລິຫານ ​ຄຸ້ມ​ຄອງສັງຄົມ​ຂອງ​ລັດ ຢູ່​ທຸກ​ຂັ້ນ ທຸກຂະ​ແໜງ​ການ ​ແລະທຸກ​ທ້ອງ​ຖິ່ນ. ດ້ານ​ໜຶ່ງ, ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ໃນ​ຂົງ​ເຂດ​ການ​ເມືອງ, ຫັນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ພັກ​ແລະ​ອຳນາດ​ການ​ປົກຄອງ​ໃຫ້​ເປັນ​ການ​ເຄື່ອນ​ໄຫວ​ທີ່​ດີ​ທີ່​ສຸດ; ດ້ານ​ອື່ນ, ສືບ​ຕໍ່​ຍູ້​ແຮງ​ວຽກ​ງານກໍ່ສ້າງ​ແລະ​ປັບປຸງ​ພັກ, ຕ້ານ​ອາດຍາ​ສິດ, ຕ້ານ​ການສໍ້ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ໃນ​ພະນັກງານ ສະມາຊິກ​ພັກ, ປະຕິບັດ​ປະຊາທິປະ​ໄຕ​ໃນ​ການ​ດຳ​ເນີນ​ຊີວິດ​ພັກ​ໃຫ້​ດີກ​ວ່າ​ອີກ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ບູລະນະ​ວຽກ​ງານ​ທິດ​ສະ​ດີ, ​ໂຄສາ​ນາ​ຂົນຂວາຍ, ອົບຮົມ​ສຶກສາ​ຂອງ​ພັກ ນັບ​ທັງ​ຮູບ​ການ​ແລະ​ເນື້ອ​ໃນ, ​ໃກ້ຊິດຕິດ​ແໜ້ນ​ກັບ​ພຶດຕິ​ກຳ, ຫຼີກ​ລ່ຽງພະຍາດ​ຮູບ​ການ, ຜົນງານ​ນິຍົມ, ຫ່າງ​ເຫີ​ນມະຫາຊົນ; ປ່ຽນ​ແປງ​ໃໝ່​ວຽກ​ງານ​ພະນັກງານ, ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ປັບປຸງລະ​ບຽບວິ​ໄນ​ຂອງ​ພັກ.

ທີ​ສອງ, ຢືນຢັນ​ຢ່າງ​ຈະ​ແຈ້ງວ່າ ການ​ປັບປຸງ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ໃຫ້​ມີ​ປະສິດທິ​ຜົນນັ້ນ ​ແມ່ນ​ພາລະກິດ​ຂອງ​ພັກ ລັດ, ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ​ແລະ​ທົ່ວ​ປວງ​ຊົນ. ພັກ​ນຳພາ​ແລະ​ມີ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ​ແຕ່​ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ນັ້ນ​ຈະ​ມີ​ປະສິດທິ​ຜົນ​ຮອດ​ລະດັບ​​ໃດ ​ແມ່ນ​ຂຶ້ນ​ຕໍ່ຫຼາຍທີ່​ສຸດກັບການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຂັ້ນ, ຂະ​ແໜງ​ການ, ວິ​ສາ​ຫະກິດ ກໍ່​ຄື​ຂອງ​ປະຊາຊົນ​ແຕ່ລະຄົນ. ພາລະກິດ​ການ​ປະຕິວັດ​ຢູ່​ຫວຽດນາມ​ຍາມ​ໃດ​ກໍ່​ແມ່ນ​ພາລະກິດ​ຂອງ​ມະຫາຊົນ. ການ​ເຊື່ອມ​ໂຍງ​ສາກົນກໍ່​ຕ້ອງ​ແມ່ນ​ພາລະກິດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ. ຫວຽດນາມ​ນັບ​ມື້​ນັບ​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງກັບ​ໂລກ ກໍ່​ໝາຍ​ຄວາມ​ວ່າ ບັນດາ​ພາກສ່ວນ​ປະຊາຊົນ, ບັນດາ​ວິ​ສາ​ຫະກິດ, ບັນດາ​ຂົງ​ເຂດ​ແລະ​ພາກສ່ວນ​ເສດຖະກິດ ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ ກໍ່​ລ້ວ​ນ​ແຕ່​ຕິດ​ກັບ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ. ຄື​ແນວ​ນັ້ນ​ແມ່ນ, ​ເມື່ອ​ຫວຽດນາມ​ເຊື່ອມ​ໂຍງ​ຢ່າງຮອບດ້ານ​ເຂົ້າ​ກັບ​ຊີວິດ​ເສດຖະກິດ, ການ​ເມືອງ, ວັດທະນະທຳ - ສັງຄົມ ​ຂອງ​ພາກ​ພື້ນ​ແລະຂອງ​ໂລກ ຊຶ່ງ​ປະຊາຊົນ​ຫວຽດນາມ​ກໍ່​ບໍ່​ອາດ​ຈະ​ຢືນ​ຢູ່​ນອກ​ຂະ​ບວນວິວັດ​ນັ້ນ​ໄດ້.

ທີ​ສາມ, ​ເພີ່ມ​ທະວິ​ກຳລັງ​​ແຮງ​ທຸກ​ດ້ານ, ​ເປັນ​ຕົ້ນ​ແມ່ນ​ກຳລັງ​ຕົວ​ຈິງ, ຄວາມ​ສາມາດ​ແຂ່ງຂັນ ​ແລະ ຄວາມ​ສາມາດຄ່ອງ​ຕົວ​ຂອງ​ພື້ນຖານ​ເສດຖະກິດ. ຍົກ​ສູງ​ບົດບາດຖານະ​ຂອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ​ຂຸດຄົ້ນບົດບາດຖານະ​ນັ້ນ​ຢ່າງ​ມີ​ປະສິດທິ​ຜົນ.

ຍູ້​ແຮງຂະ​ບວນວິວັດ​ການ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ; ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ ​ແລະ ສ້າງ​ໂຄງ​ປະກອບ​ການ​ພັດທະນາ​ແບບ​ປອດ​ໄພ, ຍືນ​ຍົງ​ຂອງ​ພື້ນຖານ​ເສດຖະກິດ, ຍົກ​ສູງ​ຄວາມ​ສາມາດ​ຄ່ອງ​ຕົວ​ຂອງ​ພື້ນຖານ​ເສດຖະກິດ​ກັບການ​ຜັນ​ປ່ຽນ​ຂອງ​ສະພາບ​ການ​ສາກົນ; ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ການ​ສຶກສາ-ກໍ່ສ້າງ, ວິທະຍາ​ສາດ-​ເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ຄຸນນະພາບຂອງ​ຊັບພະຍາກອນ​ມະນຸດ; ພັດທະນາ​ໂຄງ​ສ້າງ​ພື້ນຖານ​ຢ່າງ​ໄວວາ.

​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ສົມທົບ​ຢ່າງ​ແໜ້ນ​ແຟ້ນການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການ​ຮັກສາ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນທີ່​ນັບ​ມື້​ນັບ​ເປີດ​ກວ້າງ; ສ້າງ​ໃຫ້​ມີ “ການ​ແຊກ​ຊ້ອນ​ທາງ​ດ້ານຜົນ​ປະ​ໂຫຍ​ດ” ທຸກ​ດ້ານ​ລະຫວ່າງ​ຫວຽດນາມ​ແລະ​ບັນດາ​ຄູ່​ຮ່ວມ​ມື ກໍ່​ຄື​ລະຫວ່າງ​ບັນດາ​ຄູ່​ຮ່ວມ​ມື​ນຳ​ກັນ​ໃນ​ການ​ພົວພັນ​ກັບ​ຫວຽດນາມ; ຮັກສາ​ຄວາມ​ສົມ​ດຸນ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່; ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ.

ທີ​ສີ່, ຍົກ​ສູງ​ຄວາມ​ສາມາດ​ເຊື່ອມ​ໂຍງ​ສາກົນຢ່າງ​ໄວ, ​ເປັນ​ຕົ້ນ​ແມ່ນ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ປັບປຸງ​ກົງຈັກ ​ແລະ ກົນ​ໄກ​ສົມທົບ​ການ​ຊີ້ນຳ ເພື່ອນຳ​ເອົາການ​ເຊື່ອມ​ໂຍງ​ສາກົນ​ເຂົ້າ​ສູ່​ເນື້ອ​ແທ້​ແລະ​ລວງ​ເລິກ. ມີກົງຈັກ, ບຸກຄະລາ​ກອນ​ທີ່​ເຂັ້ມ​ແຂງ ​ແລະ ກົນ​ໄກ​ສົມທົບ​ທີ່​ດີ ກໍ່​ຈະ: 1- ຫຼຸດຜ່ອນ​ການ​ປະ​ທະ​ກັນ​ທາງ​ຜົນ​ປະ​ໂຫຍ​ດພາກສ່ວນ ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຜົນ​ປະ​ໂຫຍ​ດຂອງປະ​ເທດ; 2- ສ້າງ​ຄວາມ​ໝັ້ນ​ໃຈ​ໃນ​ການ​ເຂົ້າ​ຮ່ວມ​ການ​ຊື່​ອມ​ໂຍງ​ສາກົນ, ຄົ້ນ​ເຜີຍ ​ແລະ ຂຸດ​ຄົ້ນ​ເປັນ​ຢ່າງ​ດີ ບັນດາ​ໂອກາດ​ທີ່​ພາຍ​ນອກ​ນຳ​ມາ​ໃຫ້; 3- ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ກວ່າ​ອີກ ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​ແລະ​ພາກ​ພື້ນ​ ໂດຍ​ຜ່ານ​ການສະ​ເໜີ​ຂໍ້​ຄິດ​ປະກິດ, ​ໂຄງການ, ​ແຜນ​ງານ​ຕໍ່​ເວທີ​ປາ​ໄສ; 4- ​ເພີ່ມ​ທະວີ​ວຽກ​ງານ​ຄົ້ນ​ຄວ້າ​ພະຍາກອນ, ​ເປັນ​ເຈົ້າ​ການ ຕັ້ງໜ້າ​ຄົ້ນ​ເຜີຍ ​ແລະ ປ້ອງ​ກັນ​ຄວາມ​ສັບສົນ, ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ຂະ​ບວນວິດ​ວັດການ​ເຊື່ອມ​ໂຍງ​ສາກົນ.

ທີ​ຫ້າ, ສ້າງ​ກົນ​ໄກ​ຊີ້​ນຳ​ລວມສູນ, ​ເປັນ​ເອກະ​ພາບ ທີ່​ມີ​ຄວາມ​ສາມາດ​ແລະ​ມີ​ອຳນາດ​​ເຕັມ​ສ່ວນ ໃນ​ການ​ແກ້​ໄຂບັນດາ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການສົມທົບ​ລະຫວ່າງ​ຂະ​ແໜງ ​ເພື່ອ​ເສີມ​ຂະຫຍາຍ​ທ່າດີ​ຂອງ​ແຕ່ລະ​ຂະ​ແໜງ, ​ແຕ່ລະ​ຂົງ​ເຂດ ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​, ພ້ອມ​ກັນ​ນັ້ນ​ ກໍ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆຂອງ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ. ຍິ່ງ​ກວ່າ​ນັ້ນ, ຕ້ອງ​​ເຊື່ອມ​ຊຶມໝູນ​ໃຊ້ຢ່າງ​ເລິກ​ເຊິ່ງ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລະ​ຜັນ​ຂະຫຍາຍແຜນຍຸດ​ທະ​ສາດການ​ເຊື່ອມ​ໂຍງ​ສາກົນຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030 ທີ່​ໄດ້​ປະກາດ​ໃຊ້​ເມື່ອ​ເດືອນ​ມັງກອນ 2016, ​ໃນ​ນັ້ນ​ໄດ້​ຢືນຢັນ: “​ເປົ້າ​ໝາຍ​ກວມ​ລວມຂອງ​ການ​ເຊື່ອມ​ໂຍງ​ສາກົນ​ຮອດ​ປີ 2030 ​ແມ່ນ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ຊາດ”(2). ຄວາມ​ສຳນຶກ​ກ່ຽວ​ກັບ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງຂອງຫວຽດນາມ ​ແມ່ນ​ຕ້ອງ​ໄດ້​ໝູນ​ໃຊ້​ຢ່າງຮອບ​ຄອບ, ​ແຕ່​ບໍ່ຊັກ​ຊ້າ; ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ໄຫວ​ພິບ, ສະຫຼາດ​ຄ່ອງ​ແຄ່​ວ, ອະນຸຍາດ​ໃຫ້​ມີ​ການ​ດັ​ດສົມ​ທີ່​ສອດຄ່ອງ, ​ແນ​ໃສ່​ຮັບປະກັນ​ເປົ້າ​ໝາຍ​ຄວາມ​ສະຫງົບ, ການ​ພັດທະນາ ​ແລະ ຍົກ​ສູງ​ບົດບາດຖານະຂອງ​ປະ​ເທດ​ຊາດ.

ຜ່ານ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ຮັບ​ຮູ້​ແລະ​ແກ້​ໄຂຢ່າງ​ຖືກຕ້ອງ ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າເຊື່ອມ​ໂຍງ​ສາກົນ. ສິ່ງ​ດັ່ງກ່າວ​ນັ້ນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ.

ທາງ​ດ້ານ​ເສດຖະກິດ: ຫວຽດນາມ​ເປັນ​ເຈົ້າ​ການ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ ໃນ​ການ​ດັດສົມເສດຖະກິດ​ພາຍ​ໃນ​ປະ​ເທດ​ ໃຫ້​ສອດຄ່ອງ ກົມກຽວ​ກັບ​ເສດຖະກິດ​ພາກ​ພື້ນ ​ແລະ ​ເສ​ດ​ຖະກິດ​ໂລກ, ດັບ​ແປງ​ລະບົບ​ກົດໝາຍ​ແລະບັນດາ​ລະບຽບ​ຂັ້ນ​ຕອນ​ບໍລິຫານ ​ໃຫ້​ສອດຄ່ອງ​ກັບຫຼັກການ​ທົ່ວ​ໄປ​ຂອງ​ອາ​ຊຽນ ​ແລະ ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ. ​ເປັນ​ເຈົ້າ​ການ​ໃນ​ການ​ໝູນ​ໃຊ້​ບັນດາ​ມາດ​ຕະການ​ທີ່​ດີກ​ວ່າ ​ແລະ ​ເປັນ​ເຈົ້າ​ບັນດາ​ເຄື່ອງມື​ຄຸ້ມຄອງ​ບໍລິຫານແລະດັດສົມ​ພື້ນຖານ​ເສດຖະກິດ​ທີ່​ທັນ​ສະ​ໄໝ, ​ເຊັ່ນ ຕະຫຼາດ​ຫຼັກ​ຊັບ, ຕະຫຼາດ​ເງິນຕາ, ຕະຫຼາດ​ໄປ​ຊະນີ​ແລະ​ໂທລະ​ຄົມມະນາຄົມ... ສ້າງ​ໂອກາດ​ການ​ແຂ່ງຂັນ​ຢ່າງ​ສົດ​ໃສ​ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ. ພ້ອມ​ກັນ​ນັ້ນ, ​​ໄດ້​ສ້າງ​ໃຫ້​ມີໃນ​ຂັ້ນ​ຕົ້ນ ການ​ແຊກ​ຊ້ອນ​ຜົນ​ປະ​ໂຫຍ​ດລະຫວ່າງຕ່າງ​ປະ​ເທດ​ແລະ​ປະ​ເທດ​ເຮົາ.

ທາງ​ດ້ານ​ການ​ເມືອງ: ຫວຽດນາມ​ໄດ້​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ, ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ; ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ສົນທະນາ​ກັບ​ທຸກໆ​ຄູ່​ຮ່ວມ​ມື ກ່ຽວ​ກັບ​ບັນຫາ​ຕ່າງໆ ນັບ​ທັງ​ບັນຫາ​ການ​ເມືອງ​ທີ່ສຳຜັດ​ໄວ ​ແລະ ບັນດາ​ບັນຫາ​ທີ່​ປະ​ເທດ​ເຮົາ​ແລະ​ບັນດາ​ຄູ່​ຮ່ວມ​ມື​ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ; ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຂະ​ບວນວິວັດ​ການ​ຮ່ວມ​ມືທາງ​ດ້ານ​ການ​ເມືອງ-ຄວາມ​ສະຫງົບຂອງ​ພາກ​ພື້ນ ​ໂດຍ​ຜ່ານການ​ກໍ່ສ້າງ​ກົດ​ບັດ​ຂອງ​ອາ​ຊຽນ ທີ່​ມີ​ບັນດາ​ມາດຕະຖານ​ທີ່​ສອດຄ່ອງ​ກັບ​ຫວຽດນາມ. ຜົນສຳ​ເລັດ​ໜຶ່ງ​ທີ່​ພົ້ນ​ເດັ່ນ​ຄື ຫວຽດນາມ​ໄດ້​ປະຕິບັດ​ເປັນ​ຢ່າງ​ດີ ບົດບາດສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ວາລະ 2008-2009.

​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ, ຫວຽດນາມ​ສືບ​ຕໍ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ກໍ່ສ້າງ​ສະ​ຖາ​ບັນ​ການ​ເມືອງ​ພາຍ​ໃນ​ປະ​ເທດ, ​ເຊັ່ນ ຕົວ​ແບບ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ, ຕົວ​ແບບ​ແລະ​ການຈັດ​ຕັ້ງ​ພື້ນຖານ​ປະຊາທິປະ​ໄຕສັງຄົມ​ນິຍົມ, ​ເພີ່ມ​ທະວີ​ບົດບາດນຳ​ພາ​ແລະ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ນຳພາ​ຂອງ​ພັກ ​ຕໍ່​ກັບ​ລັດ​ແລະ​ສັງຄົມ, ບູລະນະ​ໂຄງ​ປະກອບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງລັດ... ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ພັກ​ແລະ​ລັດ, ຫວຽດນາມ​ຮັກສາ​ໄດ້​ທ່າ​ເປັນ​ເຈົ້າ​ການ​ໃນ​ການຄັດ​ເລືອກ​ຄູ່​ຮ່ວມ​ມື, ຮູບ​ການ, ​ເນື້ອ​ໃນ ​ແລະ ລະດັບ​ການ​ຮ່ວມ​ມື. ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ ຫວຽດນາມ​ຮັກສາ​ໄດ້​ໂດຍ​ພື້ນຖານ ການ​ພົວພັນ​ຕ່າງປະ​ເທດ​ທີ່​ເປີດ​ກວ້າງ, ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ສົມ​ດຸນ​ກັບ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ຫັນ​ການ​ພົວພັນ​ເຫຼົ່າ​ນັ້ນ​ເຂົ້າ​ໃນ​ການ​ຮັບ​ໃຊ້​ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ ​ໃຫ້​ແກ່​ບັນດາ​ຈຸດປະສົງ​ຄວາມ​ປອດ​ໄພ, ການ​ພັດທະນາ​ ​ແລະ ຍົກ​ສູງບົດບາດ​ຖານະ​ຂອງ​ປະ​ເທດ​ຊາດ.

ທາງ​ດ້ານ​ວັດທະນະທຳ, ສັງຄົມ: ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ, ຄຸນຄ່າ​ແລະ​ເອກະລັກ​ວັດທະນະທຳ​ຫວຽດນາມ​ໄດ້​ຮັບ​ການ​ຮັກສາ ​ແລະ ​ໄດ້​ຮັບ​ການ​ເຜີຍ​ແຜ່​ສົ່ງ​ເສີມ​ໃນ​ທົ່ວ​ໂລກ. ສອງ​ຂະ​ບວນວິວັດ​ ການ​ກໍ່ສ້າງ ​ເພີ່ມ​ທະວິ​ເອກະລັກ​ວັດທະນະທຳ​ຂອງ​ຊາດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ ຍາມ​ໃດ​ກໍ່​ໄປ​ຄຽງ​ຄູ່​ນຳ​ກັນ​ແລະ​ເພີ່​ມ​ເຕີມ​ໃຫ້​ແກ່​ກັນ. ຮູບ​ພາບ​ຂອງ​ປະ​ເທດ​ຫວຽດນາມ​ທີ່​ປ່ຽນ​ແປງ​ໃໝ່, ​ເຊື່ອມ​ໂຍງ​ສາກົນ, ​ເຕັມ​ໄປ​ດ້ວຍ​​ເອກະລັກ​ວັດທະນະທຳ ນັບ​ມື້​ນັບ​ໄດ້​​ສົ່ງ​ເສີມເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ໃນ​ໂລກ. ຫຼາຍ​ມໍລະດົກ​ທຳ​ມະ​ຊາດ, ມໍລະດົກ​ວັດທະນະທຳ​ວັດຖຸ​ແລະ​ບໍ່​ມີ​ຕົວ​ຕົນຂອງ​ຫວຽດນາມ ​ໄດ້​ກາຍ​ເປັນ​ມໍລະດົກ​ໂລກ​ໂດຍ​ການ​ຮັບຮອງ​ຂອງ ຢູ​ເນສ​ໂກ. ພ້ອມ​ກັນ​ກັບການ​ເຊື່ອມ​ໂຍງ​ສາກົນ​ໃນ​ບັນດາ​ຂົງ​ເຂດ​ອື່ນ, ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານ​ວັດທະນະທຳ ​ໄດ້​ປະກອບສ່ວນ​ສ້າງ​ພື້ນຖານ​ໃໝ່, ​ເຄື່ອງມື​ໃໝ່ ​ເພື່ອ​ປັບປຸງ​ເອກະລາດ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ເທດ​ຊາດ.

ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ: ຫວຽດນາມ​ໄດ້​ເປີດ​ກວ້າງ​ເທື່ອ​ລະ​ກ້າວ​ການ​ຮ່ວມ​ມື, ​ແລ​ກປ່ຽນ​ໃນ​ບັນດາ​ຊ່ອງ​ສາຍ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF), ​ເວທີ​ສົນທະນາ ຊັງ​ກຣີ-ລາ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງທ້າ​ທາຍ​ຕໍ່ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ປ້ອງ​ກັນ​ແລະ​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ​ໂປ​ນ, ອິນ​ເຕີ​ໂປ​ນ...; ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ຂົງ​ເຂ​ດປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນຊາ​ດ​ໄດ້​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ, ຄວາມ​ສະຫງົບປອດ​ໄພ, ປັບປຸງ​ແລະ​ຍົກ​ສູງບົດບາດ​ຖານະ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ./.

* ຮສ, ປອ. ຖາ​ຍວັນ​ລອງ,
ຮອງ​ຫົວໜ້າ​ສະ​ຖາ​ບັນ​ພົວພັນ​ສາກົນ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ

** ປທ. ​ເຈິ່ນ​ວັນ​ອານ,
ຮອງ​ຫົວໜ້າ​ຫ້ອງ​ສຶກສາ, ພະ​ແນ​ກສຶກສາ​ແຂວງ​ຮວ່າ​ບິ່ງ

----------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 898 (​ເດືອນ​ສິງຫາ 2017)

(1) ​ເອກະສານ​ພັກ​ຄົບ​ຊຸດ, ຮພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້ມທີ 7, ໜ້າ 244.

(2) ຍຸ​ດທະ​ສາດ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ​ຮອດ​ປີ 2020, ວິໄສທັດຮອດປີ 2030, ປະກາດ​ແນບນຳ​ມະຕິ​ຕົກລົງ​ສະບັບ​ທີ 40/QĐ-TTg, ລົງວັນ​ທີ 7 ມັງກອນ 2016, ຂອງ​ນາ​ຍົກ​ລັດຖະມົນຕີ, ໜ້າ 8.