ວກ.ອອນ​ໄລ - ຜ່ານ​ໄລ​ຍະ​ເວລາ 70 ກວ່າ​ປີ​ແຫ່ງ​ການ​ພັດທະນາ, ອົງການສະຫະ​ປະຊາ​ຊາດທີ່​ມີ 193 ປະ​ເທດ​ສະມາຊິກ ​ເຊິ່ງຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ກິດຈະການ​ຮັກສາ​ສັນຕິພາບ, ຊຸກຍູ້​ຊີວິດ​ສາກົນ​ນະ​ໂລກ​ໃຫ້​ພັດທະນາ​ໃນ​ທຸກ​ດ້ານ ທຸກ​ຂົງ​ເຂດ, ກາຍເປັນ​ສູນ​ກາງ​ແຫ່ງ​ການ​ກຳກັບ​ຂັບ​​ເຄື່ອນຄວາມ​ພະຍາຍາມ​ຕ່າງໆ, ​ແນ​ໃສ່​ຮັບ​ມື, ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ລະດັບ​​ໂລ​ກຕ່າງໆ ​ໃນ​ສະພາບ​ການ​ໃໝ່ທີ່​ມີ​ການ​ຜັນ​ປ່ຽນ​​ຫຼາຍຢ່າງ​ຂອງ​​ໂລ​ກ. ສີ່​ສິບ​ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ເມື່ອ​ກາຍ​ເປັນ​ສະມາຊິກ​ຂອງ​ອົງການສະຫະ​ປະຊາ​ຊາດ ມາ​ເຖິງ​ປະຈຸ​ບັນ (20-9-1977 - 20-9-2017), ຫວຽດນາມ​ຍາມ​ໃດ​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ແລະ​ມີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ​ໄດ້​ມີ​ສ່ວນ​ປະກອບ​ຕົວຈິງ​ທີ່​ມີ​ປະສິດທິ​ຜົນ ​ເຂົ້າ​ໃນ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ໃຫຍ່​ທີ່​ສຸດ​ນີ້​ຂອງ​ໂລກ.

40 ປີແຫ່ງການເຂົ້າຮ່ວມໃນອົງການ ສະຫະປະຊາຊາດ, ຫວຽດນາມໄດ້ສະແດງໃຫ້ເຫັນເຖິງ ບົດບາດຂອງສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ. (ພາບ: un.org.vn)

ສະຫະ​ປະຊາ​ຊາດ: ​ຫັນເບິ່ງຄືນ​​ໄລຍະ​ແຫ່ງ​ການ​ພັດທະນາທີ່​ຜ່ານ​ມາ​

ສະຫະ​ປະຊາ​ຊາດ​ກຳ​ເນີ​ດ​ເກີດ​ຂຶ້ນ​ມາ​ພາຍຫຼັງ​ການທຳລາຍ​ວິນາດ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ, ພາລະກິດ​ທີ່​ຍິ່ງ​ໃຫຍ່​ຂອງສະຫະ​ປະຊາ​ຊາດ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ແຖວ​ທຳ​ອິດ​ຂອງ ກົດ​ບັດ​ສະຫະ​ປະຊາ​ຊາດ ​ເຊິ່ງ​ເປັນ​ການ​ສ່ອງ​ແສງ​ເຖິງ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ ຂອງ​ບັນດາ​ປະຊາ​ຊາດທີ່​ຫາກໍ່​ຜ່ານ​ຄວາມ​ສູນເສຍ ຄວາມ​ເຈັບ​ປວດ​ໃນ​ສົງຄາມ​ໂລກ​ຄັ້ງ​ນີ້ - ນັ້ນ​ແມ່ນ​ກີດ​ກັ້ນ​ບໍ່​ໃຫ້​​ສົງຄາມ​ໂລກ​ຄັ້ງ​ໃໝ່​ເກີດ​ຂຶ້ນ​ອີກ.

ຕາມ​ກົດ​ບັດສະຫະ​ປະຊາ​ຊາດ, ບັນດາ​ປະ​ເທດ​ກໍ່​ຕັ້ງ​ໄດ້​ຕັດສິນ​ໃຈ​ກໍ່ສ້າງສະຫະ​ປະຊາ​ຊາດ​ໃຫ້ກາຍ​ເປັນ​ອົງການ​ຈັດ​ຕັ້ງ​ສາກົນທົ່ວ​ໂລກ ​ເຊິ່ງ​ມີ​ເປົ້າ​ໝາຍສູງ​ສຸດ​ຄື ຮັບປະກັນ​ສັນຕິພາບ​ແລະ​ຄວາມ​ເປັນ​ລະບຽບ​ຂອງ​ໂລກ​ຢ່າງ​ຍືນ​ຍົງ, ພ້ອມ​ກັນ​ນັ້ນ​ກໍ່​ກຳນົດ​ບັນດາ​ເປົ້າໝາຍ​ທີ່​ສຳຄັນ​ອື່ນ​ອີກ ​ໃນ​ການ​ເຄື່ອນ​ໄຫວ​ຂອງສະຫະ​ປະຊາ​ຊາດ ນັ້ນ​ຄື ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ບັນດາ​ປະຊາ​ຊາດ, ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂບັນດາ​ບັນຫາ​ສາກົນ​ທາງ​ດ້ານ​ເສດຖະກິດ, ສັງຄົມ, ວັດທະນະທຳ, ມະນຸດສະທຳ ບົນ​ພື້ນຖານ​ເຄົາລົບ​ບັນດາ​ສິດທິ​ມະນຸດ ​ແລະ ສິດ​ເສລີພາບ​ອັນ​ພື້ນຖານ​ໃຫ້​ທຸກ​ຄົນ ​ໂດຍ​ບໍ່​ຈຳ​ແນ​ກ​ເຊື້ອ​ຊາດ, ຜີວພັນ, ພາສາ ​ແລະ ສາສະໜາ. ດ້ວຍ​ຄວາມ​ພະຍາຍາມ​ປະຕິບັດ​ບັນດາ​ໜ້າ​ທີ່​ເທິງ​ນີ້, ​ໃນ 7 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະຫະ​ປະຊາ​ຊາດ​ໄດ້​ບັນລຸ​ບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ.

ທີ​ໜຶ່ງ, ​ແກ້​ໄຂການ​ປະ​ທະ​ກັນ, ຂໍ້​ຂັດ​ແຍ່ງພິພາດ​ ດ້ວຍ​ສັນ​ຕິ​ວິທີ​ໄດ້​​ເປັນ​ຈຳນວນ​ຫຼາຍ; ຮັກສາ​ສັນຕິພາບ, ຮັບປະກັນຄວາມ​ສະຫງົບ​ປອດ​ໄພ​ຂອງ​ໂລກ. ສ່ວນ​ປະກອບ​ທີ່​ໃຫຍ່​ທີ່​ສຸກ​ຂອງສະຫະ​ປະຊາ​ຊາດ​ແມ່ນ ​ໄດ້​ປະກອບສ່ວນ​ກີດ​ກັ້ນ​ ບໍ່​ໃຫ້​​ສົງຄາມ​ໂລກ​ຄັ້ງ​ໃໝ່​ເກີດ​ຂຶ້ນ​ໃນ 70 ກວ່າ​ປີ​ທີ່​ຜ່ານ​ມາ. ດ້ວຍ​ການ​ໄກ່​ເກ່ຍຂອງສະຫະ​ປະຊາ​ຊາດ, ການ​ວິ​ກິດ​ສາກົນ​ຫຼາຍ​ຄັ້ງ​ໃນ​ໂລກ​ໄດ້​ຮັບ​ການ​ແກ້​ໄຂ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈຳນວນ​ໜຶ່ງ​ຈາກ​ສົງຄາມ​ກາງ​ເມືອງລະຫວ່າງຊຸມ​ຊົນ​ຊົນ​ເຜົ່າ, ​ສາສະໜາ ​ໄດ້​ຮັບ​ການ​ແກ້​ໄຂ​ກີດ​ກັ້ນ ຈຳກັດ, ປະກອບສ່ວນ​ເຮັດ​ໃຫ້​ສະພາບ​ການ​​ເປັນ​ປົກກະຕິ, ນຳ​ຄວາມ​ຫວັງ​ສູ່​ໂລກກ່ຽວ​ກັບ​ກຳລັງ​ແຮງ​ຂອງ​ອົງການ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​​ເຊິ່ງ​ມີ​ບົດບາດ​ເປັນສູນ​ກາງ​ແຫ່ງ​ການ​ປະສົມ​ກົມກຽວ​ການ​ກະທຳ​ຂອງ​ບັນດາ​ປະຊາ​ຊາດ​ ເພື່ອ​ສັນຕິພາບ. ຄວາມ​​ພະຍາຍາມ​ຂອງສະຫະ​ປະຊາ​ຊາດ​ໃນ​ການ​ເລີກ​ລ້າງ​ກຳລັງ​ອາວຸດ, ຈຳກັດ​ການ​ຊ່ວງ​​ເສັງກັນປະກອບ​ອາວຸດ, ​​ໂດຍ​ສະ​ເພາະ​ແມ່ນ​ອາວຸດທຳລາຍ​ລ້າງ​ສູງ, ປະກອບສ່ວນ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ໂລກ.

ທີ​ສອງ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ດຳ​ເນີນ​ການບັນ​ເທົາ​ທຸກ​ດ້ານມະນຸ​ດສະ​ທຳ ​ເມື່ອ​ປະ​ເທດ​ສະມາຊິກ​ປະສົບ​ຄວາມ​ຫຍຸ້ງຍາກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ລະບົບ​ນິ​ເວດ; ​ແກ້​ໄຂ​ບັນດາ​ບັນຫາ​​ເສດຖະກິດ-ສັງຄົມ​ຂອງ​ປະຊາ​ຄົມ​ໂລກ ​ເຊັ່ນ​ຊຸກຍູ້​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ຕ້ານ​ຄວາມ​ອຶດ​ຫີ​ວທຸກ​ຍາກ, ​ພະຍາດ, ຄວາມ​ບໍ່​ສະ​ເໝີ​ພາບ.

ທີ​ສາມ, ວາງ​ຂໍ້​ກຳນົດ​ກົດ​ລະບຽບ, ຂໍ້​ກຳນົດ​ກົດໝາຍ​ສາກົນ ​ເພື່ອ​ຮັບ​ປະ​ກັນ​ສິດທິ​ມະນຸດສຳລັບ​ປະຊາຊົນ​ທຸກ​ຄົນ​ໃນ​ໂລກ. ບັນດາ​​ການເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ຂອງສະຫະ​ປະຊາ​ຊາດ​ ໄດ້​ປະກອບສ່ວນ​ຊ່ວ​ຍໃຫ້ຜູ້​ອົບ​ພະຍົບລີ້​ໄພ​ຫຼາຍ​ລ້ານ​ຄົນ ມີ​ຊີວິດ​ຢູ່​ເປັນ​ປົກກະຕິ; ພ້ອມ​ກັນ​ນັ້ນກໍ່​ປະກອບສ່ວນ​ເປີດ​ກວ້າງ​ບົດບາດ​ຂອງສະຫະ​ປະຊາ​ຊາດ ​ໃນ​ການ​ປົກ​ປ້ອງສາມັນ​ຊົນ, ກີດ​ກັ້ນ​ການຈຳ​ແນ​ກປະພຶດ ​ແລະ ການລະ​ເມີດ​ສິດທິ​ມະນຸດ, ກີດ​ກັ້ນ​ບໍ່​ໃຫ້ມີ​ການ​ຄາຕະກຳ​ໝູ່​ເກີດ​ຂຶ້ນ​ອີກ.

​ເຖິງວ່າ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ໜ້າ​ປະ​ທັບ​ໃຈ​ຕ່າງໆ​ເທິງ​ນີ້ ​ແຕ່​ໃນ​ເວລາ​ເຈັດ​ສິບກວ່າ​ທີ່​ຜ່ານ​ມາ ສະຫະ​ປະຊາ​ຊາດກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ​ເພື່ອ​ເຮັດ​ໃຫ້​ເປົ້າ​ໝາຍ​ເຫຼົ່າ​ນັ້ນ​ປະກົດ​ເປັນ​ຈິງ.

ທີ​ໜຶ່ງ, ສິ່ງ​ທ້າທາຍຕໍ່​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ຂອງສະຫະ​ປະຊາ​ຊາດ​ໃນ​ເວລາ​ຕໍ່ໜ້າ. ​ເພື່ອ​ເຮັດ​ໃຫ້​ໂຄງການ​ນີ້​ປະກົດ​ເປັນ​ຈິງ, ຕ້ອງ​ສ້າງ​ສິ່ງ​ແວດ​ລ້ອມ​ສັນຕິພາບ​ໃນ​ທົ່ວ​ໂລກ. ຢາກ​ໄດ້​ຄື​ແນວ​ນັ້ນ ຕ້ອງ​ແກ້​ໄຂ​ໃຫ້​ໄດ້​ສອງ​ບັນຫາ​ຄື ລົບ​ລ້າງ​ບັນດາ “ຈຸດ​ຮ້ອນ” ​ແລະ ກີດ​ກັ້ນບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ. ​ແຕ່​ພາກ​ຕົວ​ຈິງ​​ໃນ​ເວລາ​ທີ່​ຜ່ານ​ມາພັດ​ໃຫ້​ເຫັນ​ວ່າ, ບັນດາ “ຈຸດ​ຮ້ອນ” ຍັງ​ມີ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ ​ແລະ​ບາງ​ແຫ່ງ​ກໍ່​ມີ​ທ່າ​ອຽງ​ຮ້າຍ​ແຮງ​ດຸ​ເດືອດ​ກວ່າ​ເກົ່າ; ​ໄພ​ສົງຄາມ​ຍັງ​ບໍ່​ຖືກລົບ​ລ້າງ. ຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ຢູ່​ໃນ​ຫຼາຍ​ແຫ່ງ: ການ​ປະ​ທະ​ກັນ​ທີ່​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ຢູ່​ຕາ​ເວັນ​ອອກ​ກາງ, ​​ເຫດການຜັນ​ປ່ຽນ​ທີ່​ບໍ່​ສາມາດ​ຄາດ​ເດົາ​ໄດ້​ໃນ​ແຫຼມ​ເກົາຫຼີ, ຂໍ້​ພິພາດ​ທີ່​ເຄັ່ງ​ຕຶງ​ຢູ່​ມະ​ເລ​ຈີນ​ຕາ​ເວັນ​ອອກ, ທະ​ເລ​ຕາ​ເວັດ​ອອກ,... ສະພາບ​ຄວາມສະຫງົບ​ປອດ​ໄພ​ຢູ່ບາງ​ພາກ​ພື້ນສືບ​ຕໍ່​ສັບສົນ​ຜິດ​ປົກກະຕິ, ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ລະຫວ່າງ​ປະ​ເທດ ​ແລະ ພາຍ​ໃນ​ແຕ່ລະ​ປະ​ເທດ ຍ້ອນ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ຊົນ​ເຜົ່າ, ສາສະໜາ ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​​ແຫ່ງ ​ແລະ ມີ​ທ່າ​ອຽງ​​ແຜ່​ກວ້າງ​ອອກ ຊຶ່ງ​ເປັນ​ການ​ຂົ່ມຂູ່​ຕໍ່​ສັນຕິພາບ, ສະຖຽນລະພາບ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ. ບັນດາ​ບັນຫາ​ຄວາມໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ເຊັ່ນ ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ... ພວມ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ເລື້ອຍໆ.

ພ້ອມ​ກັນ​ນັ້ນ, ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ກໍ່​ມີ​ທ່າ​ອຽງ​ແຜ່​ກວ້າງ​ອອກ​ໃນ​ຫຼາຍ​ເຂດ​ແລະ​ຫຼາຍ​ແຫ່ງ​ໃນ​ໂລກ ດ້ວຍ​ລະດັບ​ທີ່​ແນບ​ນຽນ, ​ໂຫດຮ້າຍກວ່າ​ເກົ່າ ຊຶ່ງ​​ເປັນ​ການ​ຂົ່ມຂູ່​ຄວາມ​ສະຫງົບ​ປອດ​ໄພ​ໃນ​ທົ່ວ​ໂລກ. ນັ້ນ​ແມ່ນ​ຍັງ​ບໍ່​ເວົ້າ​ເຖິງ​ໄພ​ອັນຕະລາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ແລະຂົ່ມຂູ່ຄວາມ​ໝັ້ນຄົງ​ຂອງ​ໂລກ ຊຶ່​ງເລີ່​ມ​ຈາກການ​ແກ່ງແຍ້ງທາງ​ຍຸດ​ທະ​ສາດ​ ລະຫວ່າງ​ບັນດາ​ປະ​ເທດ​ມະຫາອຳນາດ. ຖ້າ​ຫາກ​ຂໍ້​ຂັດ​ແຍ້​ງທັງ​ໝົດ​ເທິງ​ນີ້​ບໍ່​ຖືກ​ຄວບ​ຄຸມ​ເປັນ​ຢ່າງ​ດີ ກໍ່​​ຈະ​ພາ​​ໃຫ້​ເກີດ​ຄວາມ​ສ່ຽງ​ທີ່ຄາດ​ເດົາ​ບໍ່​ໄດ້, ຊ້ຳພັດ​ຍັງ​ອາດ​ຈະ​ເກີດ​ສົງຄາມ​ອີກ, ​ເຮັດ​ໃຫ້ການ​ປະຕິບັດ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ພົບ​ຄວາມ​ຫຍຸ້ງຍາກ​ກວ່າ​ອີກ.

ທີ​ສອງ, ສິ່ງ​ທ້າ​ທາຍ​ຕໍ່​ການ​ຮັບປະກັນ​ການ​ພັດທະນາ​ແບບ​ກົມກຽວ, ກ່ອນ​ອື່ນ​ໝົດ​ແມ່ນ​ການລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຫລຸດຜ່ອນ​ຄວາມ​ແຕກ​ໂຕນ​ຮັ່ງມີ - ທຸກ​ຍາກ​ ລະຫວ່າງ​ບັນດາ​ປະ​ເທດ, ບັນດາ​ພາກ​ພື້ນ​ໃນ​ໂລກ. ​ເຖິງ​ວ່າ​ມະນຸດຊາດ​ໄດ້​ບັນລຸ​ຄວາມ​ກ້າວໜ້າທີ່​ຍິ່ງ​ໃຫຍ່​ໃນ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ກໍ່​ຕາມ ​ແຕ່ກໍ່​ຍັງ​ບໍ່​ທັນ​ມີ​ມາດ​ຕະການ​ ວິທີ​ການ​ ເພື່ອ​ຮັບ​ມື​ຢ່າງ​ມີ​ປະສິດທິພາບ​ ກັບ​ໄພ​ທຳ​ມະ​ຊາດ,​ໂລກລະບາດ ​ແລະ ສະພາບ​ຄວາມທຸກ​ຍາກ ອຶດ​ຫີ​ວ​ໃນ​ໂລກ. ​ໃນ​ຂະນະ​ນັ້ນ, ຄວາມ​ແຕກ​ໂຕນ​ຮັ່ງມີ - ທຸກ​ຍາກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນລະຫວ່າງ​ບັນດາ​ປະ​ເທດ, ນັບ​ທັງ​ຢູ່​ພາຍ​ໃນ​ປະ​ເທດທີ່​ພັດທະນາ​ແລ້ວ. ​ເຖິງວ່າສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຂອງສະຫະ​ປະຊາ​ຊາດ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຕໍ່ສູ້​ຕ້ານ​ຄວາມທຸກ​ຍາກ ອຶດ​ຫີ​ວ ​ແລະ ​ໄດ້​ດຳ​ເນີນ​ຫຼາຍ​ໂຄງການ​ແຜນ​ງານ​ເພື່ອລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່ໃນ​​ໂລກກໍ່​ຕາມ ​ແຕ່ສະພາບ​ຄວາມ​ອຶດ​ຫີ​ວ ທຸກ​ຍາກ ​ແລະ ຄວາມ​ບໍ່​ສະ​ເໝີ​ພາບ ຍັງ​ຄົງ​ເປັນ​ຈິງປະຈັກ​ແຈ້ງ​ຢູ່.

ຄວາມ​ເປັນ​ຈິງ​ທັງ​ໝົດ​ນັ້ນ ຮຽກຮ້ອງ​ໃຫ້​ໂລກ​ຕ້ອງ​ມີ​ຮູບ​​ແບບການດຳ​ເນີນ​ງານ, ປະຕິບັດ​ການສົມທົບ ​ແລະ ຮ່ວມ​ມື​ໃໝ່, ມີ​ຄວາມ​ພະຍາຍາມ​ຮ່ວມ​ກັນ ​ໃນ​ການ​ຮັກສາສັນຕິພາບ, ສະຖຽນ​ລະ​ພາບ, ສ້າງ​ຄວາມ​ພົວພັນ​ສະ​ເໝີ​ພາບ​ ລະຫວ່າງ​ບັນດາ​ປະ​ເທດ ​ແລະ ຮັບປະກັນ​ສິ່ງ​ແວດ​ລ້ອມ​ສາກົນ​ທີ່​ສະດວກ​ດີ ​ໃຫ້​ແກ່​ການ​ພັດທະນາ​ຂອງ​ທຸກ​ປະ​ເທດ​ໃນ​ໂລກ. ສະຫະ​ປະຊາ​ຊາດ​ເປັນ​ອົງການ​ທີ່​ຮັບຜິດຊອບ​ຕົ້ນຕໍ່​ໃນ​ການ​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ໂລກ, ​ເປັນ​ສູນ​ກາງ​ແຫ່ງ​ການ​ສົມທົບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ ລະຫວ່າງ​ບັນດາ​ປະຊາ​ຊາດ ​ແລະ ​ແກ້​ໄຂ​ຫຼາຍ​ບັນຫາ​ທົ່ວ​ໂລກ​ທີ່​ສຳຄັນ ຊຶ່ງ​ຈຳ​ເປັນຕ້ອງສືບ​ຕໍ່​ປະຕິ​ຮູບ ​ແລະ ມີ​ການ​ປັບ​ຕົວ​ຕໍ່​ໄປ ​ເພື່ອຮັບປະກັນ​ພາລະກິດ​ຂອງ​ຕົນຄື ຊ່ວຍ​ເຫຼືອ​ທຸກ​ປະ​ເທດ​ໃນ​ໂລກ.

ສ່ວນປະກອບ​ຂອງ​ຫວຽດນາມ ​ໃຫ້​ແກ່​ໃນ​ອົງການສະຫະ​ປະຊາ​ຊາດ

ດ້ວຍ​ຄວາມ​ປະສົງ​ຢາກ​ກາຍ​ເປັນ​ສະມາຊິກ​ຖາວອນ​ຂອງ​ອົງການສະຫະ​ປະຊາ​ຊາດ, ນັບ​ແຕ່​ເມື່ອ​ປະ​ເທດ​ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ມາ, ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄດ້​ຕາງໜ້າປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ຂຽນ​ຈົດໝາຍ​ຝາກ​ເຖິງ ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ລອນ​ດອນ (ປະ​ເທດ ອັງກິດ) ​ເດືອນ​ມັງກອນ 1946, ຢັ້ງຢືນ​ຄວາມ​ສະໜັບສະໜູນ​ຂອງ​ຫວຽດນາມ ​ຕໍ່​ບັນດາ​ເປົ້າ​ໝາຍ​ຂອງສະຫະ​ປະຊາ​ຊາດ ​ແລະ ສະ​ແດງ​ຄວາມ​ປະສົງ​ຢາກ​ປະກອບສ່ວນ​ເຫື່ອ​ແຮງ​ເຂົ້າວຽກ​ງານ​ລວມຂອງ​ສະຫະ​ປະຊາ​ຊາດ.

​ໃນ​ກອງ​ປະຊຸມ​ຄັ້ງ​ທີ 32 ຂອງ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ວັນ​ທີ 20 ກັນຍາ 1977, ຫວຽດນາມ​ຖືກ​ຮັບຮອງ​ວ່າ​ເປັນ​ສະມາຊິກ​ທີ 149 ຂອງ​ອົງການ​ຈັດ​ຕັ້ງ​ພະຫຸ​ພາຄີທີ່​ໃຫຍ່​ທີ່​ສຸດ​ນີ້ຂອງ​ໂລກ. ນີ້​ເປັນ​ເຫດການ​ທີ່​ສຳຄັນ​ໃນ​ພາລະກິດ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາສັນຕິພາບ, ການ​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມຮ່ວມ​ກັນ​ ຂອງ​ປະຊາ​ຄົມ​ສາກົນ.

ສີ່​ສິບ​ປີ​ທີ່​ຜ່ານ​ມານັບ​ແຕ່​ເມື່ອ​ຫວຽດນາມ​ເຂົ້າ​ຮ່ວມ​ໃນສະຫະ​ປະຊາ​ຊາດ, ຖານະບົດບາດ, ທີ່​ຕັ້ງ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ​ແລະ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ; ການ​ເຄື່ອນ​ໄຫວ​ຂອງ​ຫວຽດນາມ​ໃນສະຫະ​ປະຊາ​ຊາດ ນັບ​ມື້​ນັບ​ຂະຫຍາຍຕົວ​ທາງ​ດ້ານ​ແບບ​ວິທີ​ແລະ​ເນື້ອ​ໃນ ດ້ວຍ​ການ​ປ່ຽນ​ແປງ​ຫຼື​ດັດສົມ​ຫຼາຍຢ່າງ ຕາມ​ແຕ່ລະ​ໄລຍະ​ແຫ່ງ​ຄວາມ​ຮັບ​ຮູ້, ​ແຜນ​ນະ​ໂຍບາຍ​ຍຸດ​ທະ​ສາດ, ກ່ຽວ​ກັບ​ເປົ້າ​ໝາຍ, ​ແຜນ​ງານ​ການ​ເຄື່ອນ​ໄຫວ... ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສະຫະ​ປະຊາ​ຊາດ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ແລະ​ພັດທະນາ ທັງ​ລວງ​ກວ້າງ​ແລະ​ລວງ​ເລິກ ຊຶ່ງ​ຖືກ​ຖື​ວ່າ​ເປັນ​ຮູບ​ແບບ​ໜຶ່ງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອ​ການ​ພັດທະນາ.

ຫວຽດນາມ​ໄດ້ມີ​ຄວາມ​ຕັ້ງໜ້າ​ພະຍາຍາມ​ໃນ​ການ​ຂົນຂວາຍ, ຍາດ​ແຍ່​ງ​ເອົາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນທາງ​ດ້ານ​ຈິດ​ໃຈ​ແລະ​ວັດຖຸ​ ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ບັນດາ​ອົງການຂອງສະຫະ​ປະຊາ​ຊາດ ​ໃຫ້​ແກ່​ການ​ຟື້ນ​ຟູ​ປະ​ເທດ​ ພາຍຫຼັງ​ທີ່​ຖືກ​ສົງຄາ​ມທຳລາຍ​ຢ່າງ​ຮ້າຍ​ແຮງ. ດ້ານ​ອື່ນ, ຫວຽດນາມ​ກໍ່​ຍາດ​ແຍ່ງ​ໄດ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເງິນ​ທຶນ, ມັນສະໝອງ, ​ເຕັກນິກ​ຂ​ອງສະຫະ​ປະຊາ​ຊາດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ. ສະຫະ​ປະຊາ​ຊາດ​ເປັນ​ເວທີ​ປາ​ໄສ​ໜຶ່ງ ​ເພື່ອ​ໃຫ້​ຫວຽດນາມ​ຜັນ​ຂະຫຍາຍບັນດາ​ຄວາມ​ຕ້ອງການ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ.

​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ດ້ວຍ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ແລະ​ສາກົນ, ຫວຽດນາມ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ອົງການ​ໃນ​ລະບົບສະຫະ​ປະຊາ​ຊາດ, ​ເປີດ​ກວ້າງ​ການ​ພົວພັນ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ ​ກັບ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ.

​ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ອົງການສະຫະ​ປະຊາ​ຊາດ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດ​ໄລຍະ​ປ່ຽນ​ແປງ​ໃໝ່, ​ເຂົ້າ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຫຼາຍ​ອົງການ​ທີ່​ຂຶ້ນ​ກັບສະຫະ​ປະຊາ​ຊາດ ​ແລະ ​ໃນ​ຫຼາຍ​ຂົງ​ເຂດ, ສຳ​ເລັດ​ໜ້າ​ທີ່ເປັນ​ຢ່າງ​ດີ​ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ໃນສະຫະ​ປະຊາ​ຊາດ.

ທີ​ໜຶ່ງ, ຫວຽດນາມ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ເພື່ອ​ພາລະກິດ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ໃນ​ໂລກ.

ນັບ​ຕັ້ງ​ແຕ່​ມື້​ທຳ​ອິດ​ແຫ່ງ​ການ​ເຂົ້າ​ຮ່ວມ​ໃນສະຫະ​ປະຊາ​ຊາດ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ ​ກ່ຽວ​ກັບ​ບັນດາ​ບັນຫາທີ່​ກ່ຽວພັນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ດ້ວຍ​ບົດບາດ​ສາມັກຄີ, ຫວຽດນາມ​ເປັນ​ປັດ​ໄຈ​ຊຸກຍູ້​ການ​ພັດທະນາ ​ແລະ ​ເພີ່ມ​ທະວີຖານະ​ບົດບາດ​ຂອງ​ອາ​ຊຽນ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ມີ​ການ​ຫັນປ່ຽນ ຈາກ​ພາກ​ພື້ນ​ທີ່​ຖືກ​ແບ່ງ​ແຍກ, ປະ​ເຊີນ​ໜ້າ​ກັນ​ຍ້ອນ​ສົງຄາມ ກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ຂະຫຍັນ​ຂັນ​​ແຂງ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ໄດ້​ຕັ້ງໜ້າ​ພ້ອມ​ກັນ​ກັບ​ຫຼາຍ​ປະ​ເທດ​ສະມາຊິກອື່ນ ຊຸກຍູ້​ໃຫ້ສະຫະ​ປະຊາ​ຊາດຮັບຮອງ​ຜ່ານ​ ບັນດາ​ມະຕິ, ຂໍ້​ຕົກລົງ ​ແລະ ​ມາດ​ຕະການ​ອັນ​ລະອຽດ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງສະຫະ​ປະຊາ​ຊາດ ​ໃນ​ພາລະກິດ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ.

ຫວຽດນາມ​ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ເປົ້າ​ໝາຍ​ທີ່​ສຳຄັນ ​ຂອງສະຫະ​ປະຊາ​ຊາດ​ເຊັ່ນ ຮັກສາ​ສັນຕິພາບ​ແລະ​ສະຖຽນລະ​ພາບ, ຕ້າ​ນການ​ແຂ່ງຂັນ​ກັນ​ປະກອບ​ອາວຸດ, ດຳ​ເນີນ​ການ​ເລີກ​ລ້າງ​ກຳລັງ​ອາວຸດ, ກີດ​ກັ້ນ​ແລະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງພິພາດ ​ດ້ວຍ​ສັນຕິ​ວິທີ, ​ເພີ່ມ​ທະວີ​ຄວາມ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາ​ຊາດ. ຫວຽດນາມ​ກໍ່​ເປັນ​ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ຫຼາຍສົນທິ​ສົນ​ຍາ​ສາກົນ​ທີ່ສະຫະ​ປະຊາ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ.

ຫວຽດນາມ​ໄດ້​ມີ​ສ່ວນ​ປະກອບ​ທີ່​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຊີດ​ຊູບັນດາ​ຫຼັກການ​ພື້ນຖານ​ທີ່​ສຸດ​ຂອງ​ກົດ​ບັດສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ຫຼັກການ​ເຄົາລົບ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນດາ​ປະຊາ​ຊາດ; ພ້ອມ​ກັນ​ນັ້ນ ກໍ່​ໄດ້​ສະ​ແດງ​ອອກ​ຢ່າງ​ເປັນ​ປະຈຳ​ເຖິງ​ຄວາມ​ຮັບຜິດຊອບ, ພາວະ​ວິ​ໄສ, ສະໜັບສະໜູນ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຝ່າຍ​ຕ່າງໆ; ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຫຼາຍ​ບັນຫາ ກັບ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ພະຍາຍາມຮ່ວມ​ກັນ​ ທີ່​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງສະຫະ​ປະຊາ​ຊາດ ມີ​ຄວາມ​ໂປ່​ງ​ໃສ​ແລະປະຊາທິປະ​ໄຕ​ກວ່າ​ອີກ

ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ສົມທົບ​ກັບ​ ບັນດາ​ປະ​ເທດ​ໃນ​ຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ, ຕໍ່ສູ້​ແລະ​ປົກ​ປັກ​ຮັກສາ​ບັນດາ​ຫຼັກການ​ອັນ​ພື້ນຖານ ​ຂອງ​ກົດ​ບັດສະຫະ​ປະຊາ​ຊາດ ​ເຊັ່ນ​ຫຼັກການ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້າອະທິປະ​ໄຕ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ບໍ່ນຳ​ໃຊ້​ກຳລັງ​ອາວຸດ​ຫຼື​ຂົ່ມຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ​ແກ້​​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ດ້ວຍ​ສັນຕິ​ວິທີ ​ໂດຍ​ຜ່ານ​ການ​ຊຸກຍູ້ ການ​ສົນທະນາ​ບົນ​ພື້ນຖານ​ກົດ​ບັດສະຫະ​ປະຊາ​ຊາດ ​ແລະ ບັນດາ​ຫຼັກການ​ອັນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ...; ພ້ອມ​ກັນ​ນັ້ນ​ກໍ່​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ປະກອບສ່ວນ​ຮັກສາ​ສັນຕິພາບ​ແລະ​ສະຖຽນລະ​ພາບສາກົນ, ສ້າງ​ສິ່ງ​ແວດ​ລ້ອມ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ພາລະກິດ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ.

​ໃນ​ຖານະ​ສະມາຊິກ​ຂອງ​ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ຫ້າມ​ໃຊ້​ອາວຸດ​ເຄມີ (CWC) ປີ 1998, ການ​ເຂົ້າ​ຮ່ວມ​ການ​ເຈລະຈາ​ແລະ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ລົງ​ນາມ​ໃນສົນທິສັນຍາ​ຫ້າມ​ທົດ​ລອງ​ໃຊ້​ອາວຸດ​ນິວ​ເຄຼຍ​ແບບ​ຄົບ​ວົງ​ຈອນ (CTBT) ປີ 1996, ​ການເຂົ້າ​ຮ່ວມ​ແລະ​ກາຍ​ເປັນ​ສະມາຊິກ​ຂອງ​ກອງ​ປະຊຸມກ່ຽວ​ກັບ​ການລົດ​ອາວຸດ (CD) ປີ 1996; ​ການເຂົ້າ​ຮ່ວມ​ວິວັດ​ການ​ກະກຽມ​ໃຫ້​ແກ່​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງສະຫະ​ປະຊາ​ຊາດ ​ເຊັ່ນກອງ​ປະຊຸມ​ສຳ​ຫຼວດກ່ຽວ​ກັບ NPT, ກອງ​ປະຊຸມ​ກ່ຽວ​ກັບ​ການ​ຕ້ານ​ການ​ຄ້າ​ອາວຸດ​ນ້ອຍ​ແບບ​ຜິດ​ກົດໝາຍ... ​ໄດ້​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເຈົ້າ​ການ, ຄວາມ​ຕັ້ງໜ້າ​ຕະຫຼອດ​ຂອງຫວຽດນາມ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຮ່ວມ​ກັນ ຂອງສະຫະ​ປະຊາ​ຊາດ. ພິ​ເສດ, ​ໃນ​ຕະຫຼອດ​ສະ​ໄໝ​ເປັນ​ກຳມະການ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ (ສະ​ໄໝ​ປີ 2008 - 2009) ດ້ວຍ​ການ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ສະພາ​ຄວາມ​ໝັ້ນຄົງ​ສອງ​ຄັ້ງ, ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ເປັນ​ຢ່າງ​ດີ​ເຖິງ​ບົດບາດ​ຂອງ​ຕົນ, ນັບ​ແຕ່​ການດຳ​ເນີນ​ການ​ປະຊຸມ​ທີ່​ສຳຄັນຂອງ​ສະພາ​ຄວາມ​ໝັ້ນຄົງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ເກືອ​ບທັງ​ໝົດ​ທຸກຂໍ້​ຕົກລົງ​ທີ່​ສະພາ​ໄດ້​ຮັບຮອງ​ຜ່ານ, ຈົນ​ເຖິງ​ການສະ​ເໜີ​ຂໍ້​ຄິດ​ປະດິດ​ທີ່​ສຳຄັນ ​ເຊັ່ນ​ຈັດ​ຕັ້ງ​ການ​ສົນທະນາ​ເປີດ​ກ່ຽວ​ກັບ​ສະພາບ​ການ​ຕາ​ເວັນ​ອອກ​ກາງ, ກ່ຽວ​ກັບ​ບັນຫາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ... ສິ່ງ​ດັ່ງກ່າວ​ໄດ້​ໃຫ້​ເຫັນ​ເຖິງ​ການ​ເຂົ້າ​ຮ່ວມ, ປະກອບສ່ວນ​ທີ່​ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງຫວຽດນາມ​ ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໃນ​ໂລກ, ປະກອບສ່ວ​ນແກ້​ໄຂ​ຫຼາຍ​ບັນຫາ​ທີ​ສຳຄັນຂອງ​ໂລກ​ແລະ​ພາກ​ພື້ນ​, ຕໍ່ສູ້​ປົກ​ປັກ​ຮັກສາບັນດາ​ຜົນ​ປະ​ໂຫຍ​ດຂອງຊາດ ບົນ​ຫຼັກການເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພິພາດ​ດ້ວຍ​ສັນຕິ​ວິທີ, ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ປະ​ເທດ​ສະມາຊິກ.

ນັບ​​ແຕ່​ປີ 1996, ຫວຽດນາມ​ໄດ້ມີ​ສ່ວນ​ປະກອບ​ໃຫ້​ແກ່​ກອງ​ທຶນ​​ເພື່ອການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ແຫ່ງສະຫະ​ປະຊາ​ຊາດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາ​ຄົມ​ສາກົນ​ເວົ້າ​ລວມ ​ແລະ ຕໍ່​ການ​ຮັກສາ​ສັນຕິພາບ, ສະ​ຖຽນລະ​ພາບ​ຂອງ​ໂລກ​ເວົ້າ​ສະ​ເພາະ. ການ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດ​ ເປັນ​ບາດກ້າວ​ໃໝ່ຂອງຫວຽດນາມ​ ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ, ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ແລະພັນທະ​ຂອງ​ສະມາຊິກສະຫະ​ປະຊາ​ຊາດ, ປະກອບສ່ວນ​ຕົວ​ຈິງ​ເຂົ້າ​ໃນ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ. ມາ​ເຖິງ​ປະຈຸ​ບັນ, ຫວຽດນາມ​​ຢູ່​ໃນ​ຈຳນວນ 124 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດ.

ທີ​ສອງ, ສຳ​ເລັດ​ເປັນ​ຢ່າງ​ດີ​ວຽກ​ງານ​ຕ່າງໆ​ຂອງ​ປະ​ເທດ​ສະມາຊິກສະຫະ​ປະຊາ​ຊາດ.

​ໃນ​ຖານະ​ເປັນ​ສະມາຊິກສະຫະ​ປະຊາ​ຊາດ, ຫວຽດນາມ​​ໄດ້​ພະຍາຍາມ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ, ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ບັນດາ​ກົນ​ໄກ​ວາງ​ກຳ​ນົດ​ນະ​ໂຍບາຍ, ບັນດາ​ເວທີ​ປາ​ໄສ​ທີ່ສະຫະ​ປະຊາ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ, ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ຂອງສະຫະ​ປະຊາ​ຊາດ ​ໃນ​ການ​ສ້າງ​ໂຄງການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ ​ແລະ ນັບ​ມື້​ນັບ​ມີ​ລັກສະນະ​ຍຸດ​ທະ​ສາດ​ຍາວ​ນານ ຮອບດ້ານ, ​ເປັນ​ເຈົ້າ​ການສະ​ເໜີ​ຂໍ້​ຄິດ​ປະດິດ​ໃໝ່​ຫຼາຍ​ຢ່າງ.

ດ້ວຍ​ສະຕິ​ຮັບຜິດຊອບ​ສູງ​ຕໍ່​ບັນຫາການ​ປະຕິ​ຮູບສະຫະ​ປະຊາ​ຊາດ, ຫວຽດນາມ​​ໄດ້​ສະ​ແດງ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ໃນ​ການຜັນ​ຂະຫຍາຍ​ທົດ​ລອງຕົວ​ແບບ “ສະຫະ​ປະຊາ​ຊາດ​ໜຶ່ງ​ດຽວ” ​ໃນ​ຂອບ​ເຂດຂໍ້​ຄິດ​ລິ​ເລີ່ມການ​ກະທຳ​ເປັນ​ເອກະ​ພາບ​ ຂອງສະຫະ​ປະຊາ​ຊາດ. ​ສະພາບ​ຕົວ​ຈິງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຂໍ້​ຄິດລິ​ເລີ່​ມນີ້​ໄດ້​ບັນລຸ​ຄວາມ​ສຳ​ເລັດ​ທີ່​ແນ່ນອນ, ​ໄດ້​ເພີ່ມ​ທະວີ​ລັກສະນະ​ເຊື່ອມ​ຕໍ່ ​ແລະ ​ຍົກ​ສູງ​ປະສິດທິ​ຜົນຂອງ​ການ​ເຄື່ອນ​ໄຫວ​ຊ່ວຍໜູນຫວຽດນາມ​ ຂອງ​ລະບົບ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງສະຫະ​ປະຊາ​ຊາດ. ນີ້​ກໍ່​ແມ່ນ​ສ່ວນ​ປະກອບ​ຕົວ​ຈິງ​ຂອງຫວຽດນາມ ​ເຂົ້າ​ໃນ​ຂະ​ບວນວິວັດ​ການ​ປະຕິ​ຮູບ​ລະບົບສະຫະ​ປະຊາ​ຊາດ​ໃນ​ປະຈຸ​ບັນ ​ແລະ ​ເປັນ​ຮາກ​ຖານ​ໃຫ້​ແກ່​ຂອບ​ເຂດ​ການຮ່ວມ​ມືທີ່​ນັບ​ມື້​ນັບ​ມີ​ປະສິດທິຜົນ​ ລະຫວ່າງຫວຽດນາມ​ ​ແລະ ສະຫະ​ປະຊາ​ຊາດ​ ໃນ​ເວລາ​ສະ​ເພາະ​ໜ້າ. ຫຼັງຄາ​ບ້ານ​ຮ່ວມສະຫະ​ປະຊາ​ຊາດຢູ່ຫວຽດນາມ​ ​ແມ່ນ​ຫຼັງຄາ​ບ້ານ​ຮ່ວມ​ທຳ​ອິດ​ຂອງສະຫະ​ປະຊາ​ຊາດ​ໃນ​ໂລກ, ນັ້ນ​ເປັນ​ການ​ປະກອບສ່ວນ​ຕົວ​ຈິງ ທີ່​ພົ້ນ​ເດັ່ນ​ຂອງຫວຽດນາມ ​ເຂົ້າ​ໃນ​ການ​ປະຕິຮູບ​ອົງການ​ສະຫະ​ປະຊາ​ຊາດ.

ພິ​ເສດ, ການ​ທີ່ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ​ຊຸມ​ຂັ້ນ​ສູງສະຫະ​ປະຊາ​ຊາດ ພາກ​ພື້ນ​ອາຊີ-​ເອີຣົບ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືສ້າງ​ຄວາມ​ສະດວກ​ແກ່​ການ​ຂົນ​ສົ່ງ​ຕໍ່​ເນື່ອງ, ການ​ຄ້າ ​ແລະ ການ​ປະຕິບັດ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ 2030 ຕົ້ນ​ເດືອນ​ມີນາ 2017 ​ໄດ້​ຂີດ​ໝາຍ​ການ​ປະກອບສ່ວນ​ຂອງຫວຽດນາມ​ໃນ 40 ທີ​ຜ່ານ​ມາ ນັບ​ແຕ່​ເມື່ອ​ຫວຽດນາມ​ເຂົ້າ​ຮ່ວມ​ໃນ​ອົງການ​ຈັດ​ຕັ້ງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ແລະ ປີ​ທີ່​ສອງ​ທີ່​ຫວຽດນາມ​ຮັບຜິດຊອບ​ບົດບາດ​ເປັນ​ກຳມະການ​ຂອງສະພາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ສະຫະ​ປະຊາຊາດ (ECOSSOC) ວາລະປີ 2016 - 2018.        

ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໄລຍະ​ແຫ່ງ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງຫວຽດນາມ​ຢູ່ໃນສະຫະ​ປະຊາ​ຊາດນັ້ນ ​ເປັນ​ການສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ​ເຖິງ​ນະ​ໂຍບາຍການ​ຕ່າງປະ​ເທດ​ທີ່​ເປີດ​ກວ້າງ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ແບບ ຂອງ​ພັກ​ແລະ​ລັດຫວຽດນາມ​; ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງຫວຽດນາມ​ກ່ຽວ​ກັບ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ສ້າງສັນ, ຮ່ວມ​ມື ​ແລະ ມີ​ຄວາມ​ຮັບຜິດຊອບ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງສະຫະ​ປະຊາ​ຊາດ ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ການ​ພັດທະນາ​ລວມຂອງ​ໂລກ; ພ້ອມ​ກັນ​ນັ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ໝູນ​ໃຊ້ບັນດາ​ບົດຮຽນ​ຂອງ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ຢ່າງ​ປະດິດ​ສ້າງ​ແລະ​ມີ​ປະສິດທິ​ຜົນ, ສ້າງ​ໃຫ້​ມີ​ບັນດາ​ເງື່ອນ​ໄຂ​ທີ່​ສະດວກ​ດີ​ ເພື່ອ​ໃຫ້ຫວຽດນາມ​ຍົກ​ສູງ​ອິດ​ທິພົນ ​ແລະ​ຖານະ​ບົດບາດ​ຂອງ​ຕົນ​ ໃນ​ເວທີ​ສາກົນ. ສະຫະ​ປະຊາ​ຊາດ​ແລະ​ປະຊາ​ຄົມ​ໂລກ ຫຼາຍ​ເທື່ອ​ໄດ້​ຕີ​ລາຄາ​ສູງ​ກ່ຽວ​ກັບ​ການ​ປະກອບສ່ວນ​ໃນ​ຫຼາຍ​ດ້ານ​ຂອງຫວຽດນາມ​, ຖື​ວ່າຫວຽດນາມ​ເປັນ​ປະ​ເທດ​ທີ່​ໄດ້​ນຳ​ໃຊ້​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຂອງສະຫະ​ປະຊາ​ຊາດຢ່າງ​ສຳ​ເລັດ​ຜົນ ​ເຊັ່ນ​ໂຄງການ​ກ່ຽວ​ກັບປະຊາກອນ​ແລະ​ເດັດ​ນ້ອຍ, ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ​ແລະ​ຫລຸດຜ່ອນ​ຄວາມທຸກ​ຍາກ, ກ່ຽວ​ກັບ​ການ​ຮ່ວມ​ມື​ສາມ​ຝ່າຍ, ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍທີ່ສະຫະ​ປະຊາ​ຊາດວາງ​ອອກ​ມາ ​ເຊັ່ນ​ໄດ້​ສຳ​ເລັດ​ກ່ອນ​ກຳນົດ​ເວລາ​ກ່ຽວ​ກັບ​ຫຼາຍ​ເປົ້າ​ໝາຍ​ການ​ພັດທະນາ​ສະຫັດ​ສະ​ວັດ (MDG) ກໍ່​ຄື​ມີ​ຄວາມ​ພະຍາຍາມ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG).

ການ​ເຂົ້າ​ຮ່ວມແລະ​ມີສ່ວນຮ່ວມຂອງຫວຽດນາມ​​ໃນ 40 ປີ​ທີ່​ຜ່ານ​ມາ ​ໄດ້​ປະກອບສ່ວນປັບປຸງ, ຮັກສາ, ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ສັນຕິພາບລວມ​ໃນ​ພາກ​ພື້ນ​ ກໍ່​ຄື​ໃນ​ໂລກ, ປະກອບສ່ວນ​ຢັ້ງຢືນ​ຄຸນ​ລັກສະນະ​ຂອງ​ປະ​ເທດ​ໜຶ່ງ​ທີ່​ເປັນ​ເອກະລາດ, ສະ​ເໝີ​ພາບ​ໃນ​ປະຊາ​ຄົມ​ສາກົນ, ຕໍ່ສູ້​ແລະ​ປົກ​ປັກ​ຮັກສາ​ບັນດາ​ສິດທິ​ແຫ່ງ​ຊາດ​ໃນ​ບັນດາ​ເວທີ​ປາ​ໄສ​ທີ່​ສຳຄັນ​ຂອງ​ໂລກ. ພ້ອມ​ກັນ​ນັ້ນ, ປະກອບສ່ວນ​ອັນ​ສຳຄັນ​​ເຂົ້າໃນ​ການ​ພາ​ເສດຖະກິດ​ຫວຽດນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ​ແລະ​ເສດຖະກິດ​ໂລກ.

​ເສັ້ນທາງ 40 ປີ​ແຫ່ງ​ການ​ເປັນ​ສະມາ​ຊິດ​ຂອງ​ອົງການສະຫະ​ປະຊາ​ຊາດ ກໍ່​ໄດ້​ນຳ​ເອົາ​ບົດຮຽນ​ຕ່າງໆ​ກ່ຽວ​ກັບ​ການ​ທູດ​ພະຫຸ​ພາຄີ​ມາ​ໃຫ້ຫວຽດນາມ​. ນັ້ນ​ແມ່ນ ຕ້ອງ​ຊາບ​ຊືມ​ແນວ​ຄິດວາງ​ຜົນ​ປະ​ໂຫຍ​ດຂອງ​ຊາດ ຂອງ​ປະ​ເທດ​ຂຶ້ນ​ແຖວ​ໜ້າ ດ້ວຍ​ເປົ້າ​ໝາຍ​ທີ່​ສອດ​ຮ້ອຍ​ຕະຫຼອດ​ຄື ຮັກສາ​ເອກະລາດ ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ, ຮັກສາ​ລະບອບ​ການ​ເມືອງ​ສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ, ສົມທົບ​ກັບ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ສາ​ກົນ​ທີ່​ສະດວກ​ທີ່​ສຸດ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງ​ປະ​ເທດ. ນັ້ນ​ຍັງ​ແມ່ນ​ບົດຮຽນ​ກ່ຽວ​ກັບການ​ຕັ້ງ​ໝັ້ນ​ນະ​ໂຍບາຍ​ຍູ້​ແຮງ​ການ​ຮ່ວມ​ມື ບົນ​ຫຼັກການ​ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ, ມີ​ຜົນ​ປະ​ໂຫຍດຮ່ວມ​ກັນ, ຕໍ່ສູ້​ຕ້ານ​ບັນດາ​ປະກົດ​ການລະ​ເມີດ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ, ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ. ນັ້ນ​ກໍ່​ແມ່ນ​ບົດຮຽນ​ກ່ຽວ​ກັບ​ຄວາມ​ຕັ້ງ​ໝັ້ນ ມານະ​ພະຍາຍາມ​ສູ້​ຊົນ, ​​ການ​ສົມທົບຢ່າງ​ຄ່ອງ​ແຄ່​ວລະຫວ່າງ​ພະລັງ​ພາຍ​ໃນ​ແລະ​ພະລັງ​ພາຍ​ນອກ​ ເພື່ອ​ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ, ຍາດ​ແຍ່ງ​ເອົາ​ກຳລັງ​ແຮງ​ບົ່ມຊ້ອນ​ຂອງສະຫະ​ປະຊາ​ຊາດ​ ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ...  

​ໃນ​ສະພາບ​ການ​ໂລກ​ທີ່​ມີ​ການ​ຜັນ​ປ່ຽນ​ຫຼາຍຢ່າງທີ່​ເລິກ​ເຊິ່ງ ​ໄວວາ ​ແລະ​ບໍ່​ສາມາດຄາດ​ເດົາ​ໄດ້ນັ້ນ, ​ໂດຍ​ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ສະມາຊິກສະຫະ​ປະຊາ​ຊາດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຂອງ​ສະຫະ​ປະຊາ​ຊາດ, ຫວຽດນາມ​ຢັ້ງຢືນ​ບົດບາດ​ຂອງສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ, ພ້ອມ​ກັນ​ນັ້ນ​ກໍ່​ພະຍາຍາມ​ຢືນຢັນວ່າ ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ວາງ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາ​ຄົມ​ສາກົນ, ພ້ອມ​ກັນ​ສູ້​ຊົນ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະຊາ​ຊາດ, ​ເພື່ອ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຖາວອນ​ໃນ​ພາກ​ພື້ນ​ກໍ່​ຄື​ໃນ​ໂລກ./.