ວກ.ອອນ​ໄລ - ກອງ​ປະຊຸມ​ສຸດ​ຍອດ ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ-ປາຊີ​ຟິກ 2017 (APEC 2017 - ​ເອ​ເປ​ກ 2017) ​ໄດ້​ຈັດ​​ຂຶ້ນ​ທີ່​ປະ​ເທດ​ຫວຽດນາມ​ໃນ​ເດືອນ ພະຈິກ 2017. ນີ້​ເປັນ​ຄັ້ງ​ທີ​ສອງ​ທີ່​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ ​ເອ​ເປ​ກ. ດ້ວຍ​ເຫດການ​ນີ້, ຫວຽດນາມ​​ພ້ອມ​ກັນ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ໄດ້​ມີ​ຄວາມ​ພະຍາຍາມ​ເຮັດ​ໃຫ້​ປີ ​ເອ​ເປ​ກ 2017 ກາຍ​ເປັນ​ຫຼັກ​ໝາຍ​ທີ່​ຈະ​ແຈ້ງ​ແຫ່ງ​ຂະບວນວິວັດການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ ​ເອ​ເປ​ກ, ຊຸກຍູ້​ທ່າ​ອຽງ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ຜູ້ນຳບັນດາພື້ນຖານເສດຖະກິດ ເອເປກ ທີ່ນະຄອນ ດານັ໊ງ. (ພາບ: TTXVN)

ລະດັບ​ໃໝ່​ໃນ​ເທສະ​ແຫ່ງ​ການ​ຮ່ວມ​ມື ​ອາຊີ-ປາຊີ​ຟິກ

​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ-ປາຊີ​ຟິກ 2017 ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍຄື ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ເອ​ເປ​ກ 3 ຄັ້ງ (SOM 1, SOM 2, SOM 3) ທີ່​ໄດ້​ຈັດ​ຕັ້ງ​ໃນ ​ເດືອນກຸ​ມພາ, ​ເດືອນ​ມີນາ ​ແລະ ​ເດືອນ​ສິງຫາ 2017. ຄຽງ​ຂ້າງ​ນັ້ນ, ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ​ກໍ່​ໄດ້​ດຳ​ເນີນ​ໄປ, ລວມມີ ກອງ​ປະຊຸມ​ໂຕະມົນ​ກ່ຽວ​ກັບ​ນະ​ໂຍບາຍ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ (ເດືອນ​ມິຖຸນາ 2017); ​ເວທີ​ປາ​ໄສ​ການ​ສົນ​ທະນານະ​ໂຍບາຍ​ຂັ້ນ​ສູງກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງ​ອາຫານ ​ແລະ ກະສິກຳ​ແບບ​ຍືນ​ຍົງ ​ທີ່ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປ​ງສະພາບ​ອາກາດ (​ດືອນພຶດສະພາ 2017); ກອງ​ປະຊຸມ​ລັດຖະມົນຕີ​ກ່ຽວ​ກັບ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ກາງ ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ (​ເດືອນ​ກັນຍາ 2017); ການ​ສົນທະນາ​ນະ​ໂຍບາຍ​ຂັ້ນ​ສູງ​ກ່ຽວ​ກັບ​ແມ່ຍິງ​ແລະ​ເສດຖະກິດ (​ເດືອນ​ກັນຍາ 2017); ກອງ​ປະຊຸມລັດ​ຖະມົນຕີ​ການ​ເງິນ ​ເອ​ເປ​ກ 2017 (​ເດືອນ​ຕຸລາ 2017) ​ແລະ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ຕາມ​ລະບຽງ​ກອງ​ປະຊຸມ. ກອງ​ປະຊຸມ​ເຫຼົ່າ​ນີ້​ໄດ້​ວາງ​ອອກ ຂໍ້​ບຸລິມະສິດ, ຂໍ້​ສະ​ເໜີ​ແນະ, ຂໍ້​ລິ​ເລີ່ມ ທີ່​ສະ​ແດງ​ເຖິງ​ວິ​ໄສ​ທັດ​ໃໝ່, ບົດບາດ​ທີ່​ຕັ້ງ​ໃໝ່​ຂອງ ​ເອ​ເປ​ກ 2017. ສັບປະດາ​ຂັ້ນ​ສູງ ​ເອ​ເປ​ກ 2017 ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 6-11 ພະຈິກ 2017 ຢູ່​ນະຄອນ ດາ​ນັ໊ງ ​ເປັນ​ເຫດການ​ສຳຄັນ​ທີ່​ສຸດ​ຂອງ​ປີ ​ເອ​ເປ​ກ 2017 ​ແລະ​ເປັນ​ຈຸດ​ໜັກ​ໃຈກາງ​ໜຶ່ງ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໃນ​ປີ​ນີ້ ​ແນ​ໃສ່​ຜັນຂະຫຍາຍ ການເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ ​ເລິກ​ເຊິ່ງ, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ພະຫຸ​ພາຄີ.

ຫົວ​ຂໍ້​ແລະ​ບັນດາ​ຂໍ້​ບຸລິມະສິດ​ທີ່​ຫວຽດນາມ​ສະ​ເໜີ​ຕໍ່​ ເອ​ເປ​ກ 2017 ມີ​ລັກສະນະ​ສືບ​ທອດ​ບັນດາ​ຜົນສຳ​ເລັດ​ຂອງ​ບັນດາ​ປີ ​ເອ​ເປ​ກ ກ່ອນ​ໜ້າ​ນີ້, ມັນ​ສອດຄ່ອງ​ກັບ​ສະພາບ​ການ​ຮ່ວມ​ມື ​ແລະ ການ​ຜັນ​ປ່ຽນ​​ໃນ​ພາກ​ພື້ນ​ອີ​ຊີ-ປາຊີ​ຟິກ.

ດ້ວຍ​ທິດ​ນຳ ສົມທົບ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ໃນ​ພາກ​ພື້ນ ພ້ອມ​ກັນ​ກໍ່ສ້າງປະຊາ​ຄົມ​ອາຊີ-ປາຊີ​ຟິກ ທີ່​ສັນຕິພາບ ສະຖຽນ​ລະ​ພາບ ການ​ພັດທະນາ ​ເຊື່ອມ​ຕໍ່ ​ແລະ​ວັດທະນາ​ຖາວອນ, ຫວຽດນາມ​ໄດ້​ກຳນົດ​ຫົວ​ຂໍ້​ຂອງປີ ​ເອ​ເປ​ກ 2017 ຄື: “ສ້າງ​ແຮງຜັດດັນໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະນາຄົດ​ຮ່ວມ​ກັນ”, ດ້ວຍ​ຄວາມ​ໝາຍ​ຕ່າງໆ​ຄື: ທີ​ໜຶ່ງ, ສ່ອງ​ແສງ​​ເຖິງຄວາມ​ເອົາ​ໃຈ​ໃສ່​ຮ່ວມກັນຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາ​ຊິດ ​ເອ​ເປ​ກ ກ່ຽວ​ກັບ​ການ​ຊອກ​ຫາ “ແຮງຜັດດັນໃໝ່” ​ໃຫ້​ແກ່​ການ​ເຊື່ອມ​ໂຍງ, ການຮ່ວມ​ມື ​ແລະ ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ ອາຊີ-ປາຊິ​ຟິກ; ທີ​ສອງ, ສະ​ແດງ​ໃຫ້​ເຫັນ​ເຖິງ “ຕົ້ນ​ສ່ວນ​ຮ່ວມກັນ”, ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ຂອງ ​ເອ​ເປ​ກ ​ແລະ ພາກ​ພື້ນ​ອາຊີ-ປາຊີ​ຟິກ ກ່ຽວ​ກັບ “ການ​ເພີ່ມ​ພູນ​ຄູນ​ສ້າງ​ອະນາຄົດຮ່ວມ​ກັນ”, ນັ້ນ​ຄື ສັນຕິພາບ ສະຖຽນ​ລະ​ພາບ ການ​ພັດທະນາ ​ແລະ ຄວາມ​ວັດທະນາ​ຖາວອນ; ທີ​ສາມ, ສະ​ແດງ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ພັດທະນາ​ໃໝ່​ຂອງ ​ເອ​ເປ​ກ ​ໃນ​ປີ 2017, ປະກອບສ່ວນ​ຢືນຢັນ​ຖານະ​ທີ​ຕັ້ງ​ຂອງ ​ເວທີ​ປາ​ໄສ ​ໃນ​ສະພາບ​ການ​ໃໝ່. ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ກໍ່​ກຳນົດ​ສີ່​ການ​ບຸລິມະສິດ​ຕົ້ນ​ຕໍ່​ຂອງ ​ເອ​ເປກ 2017, ລວມສູນ​ໃສ່​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ທີ່ ​ເອ​ເປ​ກ ພວມ​ເອົາ​ໃຈ​ໃສ່, ລວມມີ:

ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ປະດິ​ດສ້າງ ​ແລະ ກວມ​ລວມ: ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ບຸລິມມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ ​ເອ​ເປ​ກ ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ໄດ້​ຟື້ນ​ຟູ​ແຕ່​ຍັງ​ບໍ່​ທັນ​ໝັ້ນຄົງ ​ແລະ ຄວາມ​ບໍ່​ສະ​ເໝີ​ພາບ​​ເພີ່ມ​ຂຶ້ນ. ລັກສະນະ “ຍືນ​ຍົງ” ​ແລະ “ກວມ​ລວມ” ຂອງ​ການ​ພັດທະນາ​ໄດ້​ຮັບ​ການ​ເນັ້ນ​ຢ້ຳ​ແນ​ໃສ່​ປະກອບສ່ວນ​ປະຕິບັດ ຍຸດ​ທະ​ສາດ​ເອ​ເປ​ກ ກ່ຽວ​ກັບ​ການ​ເຕີບ​ໂຕ​ຄຸນ​ນະພາ​ບ​ໃນ​ໄລຍະ​ຮອດ​ປີ 2020 ​ແລະ ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ. ການ​ປະຕິ​ຮູບ​ໂຄງ​ປະກອບ​ແລະ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ ກໍ່​ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ, ​ໂດຍ​ຜ່ານ​ການ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ງານ, ພັດທະນາ​ແຫຼ່ງບຸກຄະລາ​ກອນ ​ແລະ ຮັບປະກັນ​ການຈັດ​ແບ່ງ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ. ນີ້​ແມ່ນ​ຕົວ​ແບບ​ການ​ເຕີບ​ໂຕ ​ທີ່​ເອົາ​ປະຊາຊົນ​ແລະ​ວິ​ສາ​ຫະກິດ ​ເປັນ​ໃຈກາງ.

 ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເສດຖະກິດພາກ​ພື້ນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ: ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການຍູ້​ແຮງ​ການ​ເຊື່ອມ​ໂຍງ​ເສດຖະກິດພາກ​ພື້ນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມຕໍ່ ​ໄດ້​ຮັບ​ການ​ເຊີດ​ຊູ​ໃນລະບຽບ​ວາລະ​ຂອງ ​ເອ​ເປ​ກ ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເສດຖະກິດຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ການ​ພັດທະນາ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ ອາຊີ-ປາຊີ​ຟິກ. ​ໃນ​ປີ 2017, ບັນດາ​ພື້ນຖານ​ເສດຖະກິດ ​ເອ​ເປ​ກ ສືບຕໍ່ຍູ້​ແຮງການ​ປະຕິບັດ​ເປົ້າ​ໝາຍ ​ໂບ​ໂກ ກ່ຽວ​ກັບ​ການ​ເປີດ​ເສລີ​ພາບການ​ຄ້າ​ແລະ​ການ​ລົງທຶນ​ ໃຫ້​ສຳ​ເລັດ​ໃນ​ປີ 2020, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທັງ​ສາມ​ດ້ານ: ​ໂຄງ​ສ້າງ​ພື້ນຖານ, ລະບຽບ​ກົດໝາຍ ​ແລະ ຜູ້​ຄົນ. ຄວາມ​ມານະ​ພະຍາຍາມ​ໃໝ່​ເປັນ​ສິ່ງ​ຈຳ​ເປັນ ​ເພື່ອ​ໃຫ້ ​ເອ​ເປ​ກ ຮັກສາ​ບົດບາດ​ເປັນ​ກຳລັງ​ຂັບ​​ເຄື່ອນ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ​ຢ່າງ​ກວ້າງຂວາງ ​ເລິກ​ເຊິ່ງ.

ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​, ປະດິດ​ສ້າງຂອງວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ສຸດ, ນ້ອຍ​ແລະ​ກາງ (MSMEs) ​ໃນ​ຍຸກ​ ດິຈິ​ຕອນ: ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ສຸດ, ນ້ອຍ​ແລະ​ກາງ ​ເປັນ​ກຳລັງ​ຂັບ​ເຄື່ອນ​ໜຶ່ງ​ສຳ​ລັບ​ການ​ເຕີບ​ໂຕ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ ໃນ​ບັນດາ​ພື້ນຖານ​ເສດຖະກິດ ​ເອ​ເປ​ກ. ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ເຫຼົ່າ​ນີ້ ​ແລະ ການ​ທີ່​ມັນ​ເຂົ້າ​ຮ່ວມ​ເລິກ​ໃນ​ບັນດາພວງ​ພະນັງ​ຄຸນຄ່າ ​ເປັນ​ການ​ສ້າງ​ແຮງ​ກະ​ຕຸ້ນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ ​ເອ​ເປກ. ການ “ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ແລະ​ປະດິດ​ສ້າງ” ​ຂອງ MSMEs ຍິ່ງ​ມີ​ຄວາມ​ສຳຄັນ​ໃນ​ ຍຸກ​ດິຈິ​ຕອນ, ດ້ວຍ​ບັນດາ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ໃໝ່. ພ້ອມ​ກັນ​ນັ້ນ ການຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ແລະ​ປະດິດ​ສ້າງ ກໍ່​ສະ​ແດງ​ເຖິງ​ການ​ສືບ​ຕໍ່ ​ແລະ ​ຊຸກ​ຍູ້​ການ​ຜັນ​ຂະຫຍາຍຕໍ່​ເນື່ອງ ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ຂອງ ​ເອ​​ເປກ ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ MSMEs.

​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ການ​ກະສິກຳ​ແບບ​ຍືນ​ຍົງ ​ທີ່ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ: ​ໃນ​ການ​ຮ່ວມ​ມືຂອງ ​ເອ​ເປ​ກ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ຢູ່​ສະ​ເໝີ, ຍ້ອນ​ອາຊີ-ປາຊີຟິກ ສະໜອງ​ປະມານ 55% ຍອດ​ປະລິມານ​ຜະລິດ​ຕະພັນ​ກະສິກຳ​ຂອງ​ໂລກ. ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ກໍ່​ເປັນ​ເປົ້າ​ໝາຍ​ທີ​ສອງ ​ໃນ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ​ຮອດ​ປີ 2030. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ​ເອ​ເປກ ​ໄດ້​ໃຫ້​ຄວາມ​ສຳຄັນ​ຫຼາຍ​ກວ່າ​ເຖິງ​ການ​ແກ້​ໄຂ​ການ​ກະທົບ​ທາງ​ລົບ​ຂອງ​ການ​ປ່ຽນ​ແປງ​ສະພາບ​ອາກາດ ທີ່​ມີ​ຕໍ່​ຄວາມ​ພະຍາຍາມ​ຮັບປະກັນຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ ​ແລະ ການ​ກະສິກຳ​ແບບ​ຍືນ​ຍົງ. ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານຕິດ​ກັບ “ການ​ກະສິກຳ​ແບບ​ຍືນ​ຍົງ ທີ່ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ” ຈະ​ຊ່ວຍ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ ​ເອ​ເປ​ກ ຮັບ​ມື​ຢ່າງມີ​ປະສິດທິ​ຜົນ ກັບ​ການ​ກະທົບ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂອງ​ການ​ປ່ຽນ​ແປງ​ສະພາບ​ອາກາດ.

ການ​ກຳນົດ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ເຈົ້າພາບ, ການ​ບຸລິມະສິດ, ບັນດາ​ທິດ​ທາງ​ຮ່ວມ​ມື ​ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ໃນ ​ເອ​ເປ​ກ 2017 ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ ລະດັບ​ໃໝ່​ໃນ​ການ​ຮ່ວມ​ມື ອາຊີ-ປາຊີ​ຟິກ:

ທີ​ໜຶ່ງ, ກໍ່ສ້າງ​ອາຊີ-ປາຊີ​ຟິກ​ໃຫ້​ມີສັນຕິພາບ ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ​ເປັນ​ກຳລັງ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ທີ່​ສຳຄັຍ​ໃນ​ພາກ​ພື້ນ. ປະຈຸ​ບັນ, ​ເອ​ເປ​ກ ​ເປັນ​ຫົວ​ຈັກ​ເສດຖະກິດ, ​ເປັນ​ກຳລັງ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງອາຊີ-ປາຊີ​ຟິກ ​ແລະ ຂອງ​ໂລກ. ຜ່ານ​ເວລາ​ເກືອບ​ສາມ​ສິບ​ປີ, ບັນດາ​ພື້ນຖານ​ເສດຖະກິດ ​ເອ​​ເປກ ​ໄດ້​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ກວມ​ເອົາ​ເກືອບ 60% ຈີ​ດີ​ພິ ຂອງ​ໂລກ; 49% ມູນ​ຄ່າ​ການ​ຄ້າ​ສາກົນ ດ້ວຍ​ອັດຕາ​ພາ​ສີ​ສຸລະກາກອນ​ສະ​ເລ່ຍທີ່​ໄດ້​ຫຼຸດ​ລົງ ຈາກ 11% ປີ 1996 ລົງ​ເປັນ 5,5% ​ໃນ​ປີ 2016; ລະດັບ​ລາຍ​ໄດ້ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ພາກ​ພື້ນ​ໄດ້​ຮັບ​ການ​ຍົກ​ຂຶ້ນສູງຢ່າງ​ຈະ​ແຈ້ງ. ນັ້ນເປັນ​ສິ່ງຢັ້ງຢືນ​ໃຫ້​ແກ່​ຄວາມພະຍາຍາມ​ຂອງ​ທົ່ວ​ທັງ​ພາກ​ພື້ນ ກ່ຽວ​ກັບ​ການ​ເປີດ​ເສລີພາບ ​ແລະ ການ​ສ້າງ​ຄວາມ​ສະດວກ​ດີ​ໃຫ້​ແກ່​ການ​ຄ້າ ການ​ລົງທຶນ ກໍ່​ຄື​ການ​ແບ່ງປັນ​ຄວາມ​ໝັ້ນຄົງ ການ​ພັດທະນາ ​ແລະ ພ້ອມ​ກັນ​ວັດທະນາ​ຖາວອນ. ​ເພື່ອ​ປະຕິບັດ​ສິ່ງ​ເຫຼົ່າ​ນັ້ນ, ​ໃນ​ບົດ​ປາ​ໄສ​ໄຂ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ​ຄ້າ ​ເອ​ເປ​ກ ຄັ້ງ​ທີ 23, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ ​ເອ​ເປ​ກ ຫຼາຍ​ຄົນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ເນັ້ນ​​ວ່າ: “ທຸກ​​ແຜນການຮ່ວມ​ມື​ດ້ວຍ​ບັນດາ​ເປົ້າ​ໝາຍ​ທີ່​ດີງາມ ຈະ​ບໍ່​ສາມາດ​ປະກົດ​ເປັນ​ຈິງ​ໄດ້ ຖ້າ​ຫາກ​ພວກ​ເຮົາ​ຂາດ​ຄວາມ​ເຊື່ອ​ຖື ຄວາມ​ຕັດສິນ​ໃຈ​ການ​ເມືອງ ຮ່ວມ​ມື​ກັນ​ເພື່ອ​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ຮັບປະກັນຄວາມ​ສະຫງົບ​ປອດ​ໄພ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ ຈໍລະ​ຈອນ​ສິນຄ້າ ການ​ຄ້າ​ຢູ່​ໃນ​ພາກ​ພື້ນ”. ທຸກ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ, ​ເຖິງ​ວ່າ​ຈະ​ເປັນ​ສະມາຊິກ ຫຼື​ບໍ່​ເປັນ​ສະມາຊິກ​ຂອງ​ ເອ​ເປກກໍ່​ຕ້າມ, ກໍ່​ລ້ວນ​ແຕ່​ແບ່ງປັນ​ຜົນ​ປະ​ໂຫຍ​ດລວມ​ໃນ​ການ​ກໍ່ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ອາຊີ-ປາຊີ​ຟິກ, ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ກວມ​ລວມ​ໃນ​ສະຕະວັດ​ທີ XXI.

ທີ​ສອງ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ ​ເອ​ເປ​ກ 2017 ​ໄດ້​ສ້າງ​ໃຫ້​ມີ​ແຮງຜັດດັນ​ໃໝ່ ​ເພື່ອ​ຍົກ​ການ​ຮ່ວມ​ມືເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ ອາຊີ-ປາຊີ​ຟິກ ຂຶ້ນ​ສູ່​ລະດັບ​ໃໝ່, ຢືນຢັນ​ຄວາມ​ສຳຄັນ​ຂອງ ​ເວທີ​ປາ​ໄສ​ເພື່ອ​ປະຊາຊົນ​ແລະ​ວິ​ສາ​ຫະກິດ. ​ແຕ່​ເດືອນ​ມີນາ 2017 ​ເຖິງດຽວນີ້, ປະ​ເທດ​ເຈົ້າພາບ​ຫວຽດນາມພ້ອມ​ກັນ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາ​ຊິດ ​ເອ​ເປ​ກ ຜັນ​ຂະຫຍາຍ​ຂະ​ບວນວິວັດ​ ການຫັນ​ 4 ການ​ບຸລິມະສິດ​ທີ່​ກ່າວ​ມາ​ເທິງ​ນີ້ ອອກ​ເປັນບັນດາ​ເອກະສານ ​ໂຄງການ ​ແຜນ​ງານທີ່​ລະອຽດ, ຈາກ​ນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ ເອ​ເປ​ກ ​ໃນ​ຊຸມ​ປີ​ຕໍ່ໜ້າ. ດ້ວຍ​ການ​ປະຊຸມ ສຳ​ມະນາ ສົນ​ທະ​ສາປະມານ 50 ຄັ້ງ, ທີ່ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ເອ​ເປ​ກຄັ້ງ​ທີ 2 ​(SOM 2) ແລະ ບັນດາ​ການ​ປະຊຸມ​ທີ່​ກ່ຽວຂ້ອງ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ສົນທະນາ​ບັນດາ​ບັນຫານ​ຕົວ​ຈິງ ຢູ່​ໃນ​ຈຸດ​ເວລາ​ສຳຄັນທີ່​ມີ​ລັກສະນະບາດ​ລ້ຽວຂອງ ​ເວທີ​ປາ​ໄສ. ​ໃນ​ບັນດາ​ທົດ​ສະ​ວັດ​ຕໍ່​ໄປ, ບົດບາດ​ຂອງ ​ເອ​ເປ​ກ ​ແມ່ນ​ບໍ່​ອາດ​ຈະ​ຂາດ​ໄດ້​ ໃນ​ໂຄງ​ປະກອບ​ພາກ​ພື້ນທີ່​ກຳລັງ​ເປັນ​ຮູບ​ຮ່າງ​ຂຶ້ນ, ​ເພື່ອ​ແນ​ໃສ່ປະສານງານ​ແລະ​ເຊື່ອມ​ໂຍງ​ກົນ​ໄກ​ໃນ​ພາກ​ພື້ນ; ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ລະດັບ​ໂລກ​ຢ່າງ​ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ ທີ່​ພວ​ມຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ; ຍູ້​ແຮງ​ການ​ປະຕິບັດ​ບັນດາ​ເປົ້າໝາຍ ​ໂບ​ໂກ ​ໃຫ້​ສຳ​ເລັດ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ໃນ​ຂອບ​ການ​ຮ່ວມ​ມື​ຕ່າງໆ​ເຊັ່ນ ຄູ່ຮ່ວມ​ມືພາກ​ພື້ນ (RCEP)..., ມຸ່ງ​ໄປ​ສູ່​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ທົ່ວ​ພາກ​ພື້ນ ອາຊີ-ປາຊີ​ຟິກ (FTAAP).

ທີ​ສາມ, ​ເອ​ເປ​ກ 2017 ຖືກ​ຖື​ວ່າ​ເປັນ​ບ່ອນ​ລິ​ເລີ່​ມ​ແນວ​ຄິດ​ເຊື່ອມຕໍ່ເສດຖະກິດ​ພາກ​ພື້ນ, ​ເປັນ​ເວລາ​ນາທີ​ທີ່​ສຳຄັນ​ເພື່ອ​ກຳນົດ​ວິ​ໄສ​ທັດ​ຂອງ ​ເອ​ເປ​ກ ພາຍຫຼັງ​ປີ 2020. ອາດ​ຈະ​ຖື​ວ່າ ​ເອ​ເປ​ກ ​ເປັນ “ສວນ​ກ້າ​ເບ້ຍ” ​ໃຫ້​ແກ່​ຄວາມ​ຄິດ​ປະດິດ, ຄວາມ​ຄິດ​ກ່ຽວ​ກັບກາ​ເຊື່ອມ​ໂຍງ​ຕິດ​ກັບ​ການ​ພັດທະນາ. ​ເອ​ເປ​ກ ​ເປັນ​ສະຖານ​ທີ່​ເພື່ອ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ເຮັດທົດ​ລອງ, ຊຸກຍູ້​ຄວາມ​ຄິດ​ກ່ຽວ​ກັບການ​ເປີດ​ເສລີພາບ, ນັບ​ທັງ​ບັນດາ​ເນື້ອ​ໃນ​ທີ່​ສັບສົນ, ປະສົບ​ກັບ​ອຸປະສັກ​ຫຼາຍ​ຢ່າງ​ໃນ​ຂອບ​ເຂດ​ພະຫຸ​ພາຄີ. ຍິ່ງ​ກວ່າ​ນັ້ນ, ​ເຖິງ​ວ່າ​ເປັນ​ເວທີ​ປາ​ໄສ​ເສດຖະກິດ, ​ແຕ່​ໃນ​ຂອບ​ເຂດ ​ເອ​ເປ​ກ, ບັນດາ​ການ​ນຳ ​ເຈົ້າ​ໜ້າ​ທີ່​ ໃນ​ຂົງ​ເຂດ​ການ​ສົນ​ທະນາຢູ່​ເວທີ​ປາ​ໄສ ​ໄດ້​ປະກອບ​ສ່ວນ​ເຂົ້າ​​ໃນການ​ຮັບປະກັນສະຖຽນ​ລະ​ພາບ ​ຄວາມ​ສະຫງົບດ້ານ​ການ​ເມືອງ, ມຸ່ງ​ສູ່​ເປົ້າ​ໝາຍ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມຂອງ​ພາກ​ພື້ນ. ອາດ​ຈະ​ເວົ້າ​ວ່າ, ບັນດາ​ເປົ້າ​ໝາຍ ​ໂບ​ໂກ ​ເປັນ​ປັດ​ໃຈ່ສ້າງ​ແຮງ​ບັນດານ​ໃຈ ​ແລະ ພາ​ໃຫ້ ​ເອ​ເປ​ກ ​ໄປ​ເຖິງ​ທີ່​ຕັ້ງ​ແລະ​ອິດ​ທິພົນ​ປັດຈຸບັນ. ຕື່ມ​ໃສ່​ນັ້ນ​ອີກ, ນີ້​ເປັນ​ເວລະ​ນາທີ​ເພື່ອ​ໃຫ້ ​ເວທີ​ປາ​ໄສ ນຳ​ສະ​ເໜີ​ວິ​ໄສ​ທັດ​ພາ​ຍຫຼັງປີ 2020, ກຳນົດ​ແຈ້ງ​ບັນດາ​ເປົ້າ​ໝາຍ, ທິດ​ທາງ​ໄລຍະ​ຍາວ ​ແລະ ບັນດາ​ເສົາ​ຄ້ຳ​ການ​ຮ່ວມ​ມື​ໃຫ້​ແກ່​ເວທີ​ປາ​ໄສ​​ໃນ​ເວລາ 10 - 15 ປີ​ຕໍ່ໜ້າ. 

ທີ​ສີ່, ​ເອ​ເປ​ກ 2017 ​ໄດ້​ຮັບ​ຄວາມ​ເອົາ​ໃນ​ໃສ່​ທີ່​ສຸດ ​ແລະ ສະ​ແດງ​ໃຫ້​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ ​ໃນ​ເມື່ອ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳ​ໜ້າ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດໃນ​ໂລກ. ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ຂັ້ນ​ສູງ​ໃຫ້​ເຫັນ​ວ່າ, ​​ພາກ​ພື້ນ ອາຊີ-ປາຊີ​ຟິກ ​ເປັນ​ບ່ອນ​ທີ່​ບັນດາ​ປະ​ເທດ​ໃຫຍ່​ຢາກ​ຫັນ​ສູ່​ການ​ຮ່ວມ​ມື​ແລະ​ການ​ລົງທຶນ. ການ​ທີ່​ປະທານາທິບໍດີ​ອາ​ເມຣິກາ ​ໂດ​ນັນ ທຣັມ ມາ​ຮ່ວມ ​ເອ​ເປ​ກ 2017 ​ຖືກ​ຖື​ວ່າ​ເປັນ​ໂອກາດ​ເພື່ອ​ໃຫ້​ປະ​ເທດ​ອາ​ເມຣິກາ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມຣິກາ ຕໍ່​ພາກ​ພື້ນ, ພ້ອມ​ກັນ​ນັ້ນ​ກໍ່​ວາງ​ພື້ນຖານ​ໃຫ້​ແກ່​ທິດ​ທາງການ​ເຂົ້າ​ເຖິງ​ໃໝ່ຂອງ​ອາ​ເມຣິກາ ຕໍ່​ອາຊີ​ເວົ້າ​ລວມ ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເວົ້າ​ໂດຍ​ສະ​ເພາະ ​ໃນ​ຫຼາຍ​ຂົງ​ເຂດ. ທາງ​ຝ່າຍ​ລັດ​ເຊຍ, ຮອດ​ປີ 2012 - ​ເປັນປີທີ່​ລັດ​ເຊຍ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ ​ເອ​ເປ​ກ ຄົ້ງທີ 24 ຢູ່​ນະຄອນ ວະ​ລາ​ດີ​ໂວ​ສະ​ຕົກ, ລັດ​ເຊຍ​ເຄີຍ​ມີ​ທ່າ​ທີ່​ມິດ​ງຽບ​ຕໍ່ໜ້າ​ບັນດາ​ບັນຫາ​ຂອງ ​ເອ​ເປ​ກ. ​ເພາະສະ​ນັ້ນ, ການ​ທີ່​ປະທານາທິບໍດີ ວ.ປູ​ຕີນ ຮັບ​ຄຳ​ເຊີນ​ມາ​ຮ່ວມ​ສັບປະດາ​ຂັ້ນ​ສູງ ​ເອ​ເປ​ກ ນັ້ນ​ໄດ້​ໃຫ້​ເຫັນ​ວ່າ, ລັດ​ເຊຍ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ ຕໍ່​ການ​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ເຖິງ​ວ່າ​ລັດ​ເຊຍ​ເປັນ​ປະ​ເທດ​ທີ່​ຂາຍ​ສົ່ງ​ອອກອຸປະກອນ​ປ້ອງ​ກັນ​ປະ​ເທດ​ຈຳນວນ​ຫຼາຍ​ໄປ​ຍັງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກໍ່ຕາມ, ​ແຕ່​ບັນດາ​ການ​ພົວພັນ​ທາງການ​ຄ້າ​ພັດ​ຍັງ​ບໍ່​ທັນ​ຂະຫຍາຍຕົວ​ຢ່າງສົມ​ຄູ່. ປີ 2015, ການ​ແລກປ່ຽນ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ກັບ​ລັດ​ເຊຍ ກວມ​ພຽງ 0,6% ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ພາກ​ພື້ນ​ນີ້, ທຽບ​ເທົ່າ 13 ຕື້​ໂດ​ລາ​ສະຫະລັດ, ​ໃນ​ຂະນະ​ນັ້ນ​ການ​ແລກປ່ຽນ​ການ​ຄ້າ​ກັບປະ​ເທດ​ຈີນ ກວມ​ເຖິງ 15%, ທຽບ​ເທົ່າ 346 ຕື້​ໂດ​ລາ​ສະຫະລັດ.

ດ້ວຍ​ຄວາມ​ໝາຍ​ດັ່ງກ່າວ​ນັ້ນ, ປີ ​ເອ​ເປ​ກ 2017 ໝັ້ນ​ໝາຍ​ຈະ​ສ້າງ​ກຳລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ-ປາຊີ​ຟິກ. ອີກ​ເທື່ອ​ໜຶ່ງ ​ເອ​ເປ​ກ 2017 ຢືນຢັນ​ການ​ຕ່າງປະ​ເທດ​ພະຫຸ​ພາຄີ​ເປັນ​ບ່ອນ​ອີງ​ທີ່​ສຳຄັນຂອງ​ບັນດາພື້ນຖານ​ເສດຖະກິດ​ສະມາຊິກ, ​ເພື່ອ​ຊຸກຍູ້​ຜົນ​ປະ​ໂຫຍ​ດ ​ແລະ ​ເຊີດ​ຊູ​ຖານະ​ທີ່​ຕັ້ງ​ໃນ​ໂລກ​ແຫ່ງ​ການ​ໂລກາ​ພິວັດ​ທີ່​ກວ້າງຂວາງ​ເລິ​ກ​ເຊິ່ງ.

ຖານະ​ທີ່​ຕັ້ງ​ໃໝ່​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ ​ແລະ ​ໃນ​ພາກ​ພື້ນ

ທີ​ໜຶ່ງ, ເອ​ເປ​ກ 2017 ປະກອບສ່ວນ​ຢືນຢັນຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ. ການຈັດ​ຕັ້ງ ເອ​ເປ​ກ 2017 ປະສົບ​ຜົນສຳ​ເລັດ ບໍ່​ພຽງ​ແຕ່​ນຳ​ມາ​ຊຶ່ງ​ການ​ຕີ​ລາຄາ​ສູງຕໍ່​ຫວຽດນາມ ​ໃນ​ວຽກ​ງານ​ການຈັດ​ຕັ້ງ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ເຫັນ​ເຖິງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ, ​ໃນ​ຖານະ​ເປັນ “ຜູ້​ພາ​ທາງ”, ຊຸກຍູ້ ເອ​ເປ​ກ ໃຫ້​ຍູ້​​ແຮງການ​ເປີດ​ເສລີ​ພາບ​ທາງ​ດ້ານການ​ຄ້າ​ ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ຄວາມ​ວັດທະນາ​ຖາວອນຂອງ​ພາກ​ພື້ນ. ​ໃນ​ເວລາ​ທີ່​ສະພາບ​ການ​ໂລກ​ມີ​ການ​ຜັນ​ປ່ຽນ ສິ່ງ​ທ້າ​ທາຍ ​ແລະ ຄວາມ​ສ່ຽງ​ຫຼາຍ​ຢ່າງທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເປັນ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ເຖິງ​ບັນດາ​ພື້ນຖານ​ເສດຖະກິດ, ​ເຖິງ​ຄວາມ​ໄວ​​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ທົ່ວ​ໂລກ ຊຶ່ງ​ໄດ້ຫຼຸດ​ລົງສູ່​ລະດັບ​ຕ່ຳ​ສຸດ​ໃນ​ການ​ວິ​ກິດ​ດ້ານ​ການ​ເງິນ-​ເສດຖະກິດ​ທົ່ວ​ໂລກ ​ເມື່ອ​ປີ 2008 - 2009, ບັນລຸ​ພຽງ 2,2%. ຕື່ມ​​ໃສ່​ນັ້ນ, ຜົນ​ປະ​ໂຫຍ​ດຈາກ​ການ​ໂລກາ​ພິວັດ​ບໍ່​ໄດ້​​ແຈກ​ຢາຍ​ສະ​ໝ່ຳສະ​ເໝີ ​ໄດ້​​ຊຸກຍູ້​ທ່າ​ອຽງ​ປົກ​ປ້ອງ​ການ​ຄ້າ ​ແລະແນວ​ຄິດ​ຕ້ານ​ການ​ໂລກາ​ພິວັດ​ເພີ່ມ​ຂຶ້ນ, ​ເປັນ​ຕົ້ນ​ແມ່ນ​ຢູ່​ອາ​ເມຣິກາ​ແລະ​ຢູ່​ປະ​ເທດ​ເອີຣົບຈຳນວນ​ໜຶ່ງ. ​ໂດຍຮັບ​ມື​ກັບ​ສະພາບ​ການ​ໃໝ່​ໃນ​ປະຈຸ​ບັນ, ຫວຽດນາມ​ໃນ​ບົດບາດປະ​ເທດ​ເຈົ້າ​ພາບ ​ໄດ້​ສະ​ເໜີ​ຫົວ​ຂໍ້ ບັນດາ​​ການ​ເຄື່ອນ​​ໄຫວບຸລິ​ມະ​ສິດ​ໃນ​ປີ ເອ​ເປ​ກ 2017, ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ. ບົນ​ພື້ນຖານ​ນັ້ນ, ເອ​ເປ​ກ 2017 ດ້ວຍ​ການ​ເປັນ​ເຈົ້າພາບ​ຂອງ​ຫວຽດນາມ ​ໄດ້ວາງ​ຂໍ້​ຄິດ​ລິ​ເລີ່​ມ ມາດ​ຕະການ ​ແລະ ນະ​ໂຍບາຍ​ອັນ​ລະອຽດ ​ແທດ​ເໝາະ​ຕົວ​ຈິງ​ອອກ​ມາ ​ແນ​ໃສ່​ສ້າງ​ຜົນ​ປະ​ໂຫຍ​ດທີ່​ຕິດ​ກັບ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ໃນ​ພາກ​ພື້ນ.

ທີ​ສອງ, ເອ​ເປ​ກ 2017 ​ໄດ້​ຍົກ​ລະດັບ​ການ​ພົວພັນ​ສອງ​ຝ່າຍ​ຂອງ​ຫວຽດນາມຂຶ້ນ​ສູ່​ລະດັບ​ໃໝ່​ແລະ​ມີ​ປະສິດທິ​ຜົນ. ​ເວທີ​ປາ​ໄສ​ໄດ້​ໂຮມ​ເອົາ 13 ​ໃນ​ຈຳນວນ 25 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ​ຄູ່​ຮ່ວມ​ມື​ເສດຖະກິດ ການ​ຄ້າ​ທີ່​ສຳຄັນ​ອື່ນ ​ຂອງ​ຫວຽດນາມ. ສິບ​ແປດ​ສະມາຊິກ ເອ​ເປ​ກ ​ເປັນ​ບັນດາ​ຄູ່​ຮ່ວມ​ມືທີ່​ສຳຄັນ ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ​ແລະ​ຫຼາຍ​ຝ່າຍ​ ຂອງ​ປະ​ເທດ​ຫວຽດນາມ. ບັນດາ​ສະມາຊິກ ​ເອ​ເປ​ກ ​ໄດ້​ກວມ​ເອົາ 78% ຍອດ​ຈຳນວນ​ທຶນ​ທີ່​ລົງທຶນ​ໂດຍ​ກົງ​ຈາກຕ່າງປະ​ເທດ (FDI), 75% ຍອດ​ມູນ​ຄ່າ​ການ​ຄ້າ​ສິນຄ້າ, 38% ຍອດ​ຈຳ​ນວມ​ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ​ແລະ 79% ຈຳນວນ​ນັກ​ທ່ອງ​ທ່ຽວສາ​ກົນ​ ຂອງ​ຫວຽດນາມ. ປະ​ມານ 80% ຈຳນວນ​ນັກຮຽນ​ນັກ​ສຶກສາ​ຫວຽດນາມ​ຢູ່​ຕ່າງປະ​ເທດ ກຳລັງ​ຮຽນ​ຢູ່​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ເອ​ເປ​ກ. ປະຈຸ​ບັນ, 13 ​ໃນ​ຈຳນວນ 15 ສັນຍາ​ການ​ຄ້າ​ເສລີ​ຂອງ​ຫວຽດນາມ ​ແມ່ນ​ຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ 18 ພື້ນຖານ​ເສດຖະກິດ​ສະມາຊິກ ເອ​ເປ​ກ. ເຈັດ​ພື້ນຖານ​ເສດຖະກິດ​ສະມາຊິກ ເອ​ເປ​ກ ​ປະຈຸ​ບັນຢູ່​ໃນ​ທອບ 10 ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທິ່ສຸດ​ຂອງ​ຫວຽດນາມ ຊຶ່ງ​ລວມມີ: ອາ​ເມຣິກາ, ຈີນ, ຍີ່ປຸ່ນ, ສ.​ເຫຼີ, ຮົ່ງກົງ, ມາ​ເລ​ເຊຍ ​ແລະ ສິງກະ​ໂປ. ​ເພາະສະ​ນັ້ນ, ນອກຈາກ​ການ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງການ​ຮ່ວມ​ມື​ພະຫຸ​ພາຄີ​ຂອງ ເອ​ເປ​ກ 2017 ​ແລ້ວ, ຫວຽດນາມຍັງ​ມີ​ໂອກາດຍົກ​ການ​ພົວພັນ​ສອງ​ຝ່າຍກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ເອ​ເປ​ກ ຂຶ້ນ​ສູ່​ລະດັບ​ໃໝ່ ດ້ວຍ​ລວງ​ເລິ​ກແລະປະສິດທິ​ຜົນ​ຍິ່ງ​ກວ່າ​ອີກ. ນີ້​ແມ່ນ​ໄອ​ກາດ​ພົບ​ປະ​ສອງ​ຝ່າຍ​ກັບບັນດາ​ສະມາຊິກ ​ແນ​​ໃສ່​ແລກປ່ຽນ​ບັນດາ​ທິດ​ທາງ​ກ່ຽວ​ກັບ​ຍຸດ​ທະ​ສາດ ມາດ​ຕະການ​ອັນ​ລະອຽດ ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ ຮ່ວມ​ມື ​ເພື່ອ​ໃຫ້ທ່ວງ​ທັນ​ກັບ​ການ​ປ່ຽນ​ແປງຢ່າງ​ໄວວາດ້ານ​ການ​ເມືອງ-​ເສດຖະກິດ​ຂອງໂລກໃນ​ປະຈຸ​ບັນ, ພ້ອມ​ກັນ​ນັ້ນ​ກໍ່​ຍູ້​ແຮງ​ການສົມທົບ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ເພີ່ມ​ອິດ​ທິພົນ​ຂອງ​ກັນ ຢູ່​ທີ່​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ​ໃນ​ພາກ​ພື້ນ​ແລະ​ສາກົນ, ​ໃນ​ນັ້ນ​ມີ ເອ​ເປ​ກ, ອາ​ຊຽນ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ-​ເອີຣົບ, ອົງການ​ການ​ຄ້າ​ໂລກ,...

ທີ​ສາມ, ນີ້​​ແມ່ນ​ໂອກາດ​ທີ່​ດີ​ສຳລັບ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນ. ດ້ວຍ​ຂະໜາດ​ແລະ​ຄວາມ​ສຳຄັນ​ຂອງ​ຕົນ, ເອ​ເປ​ກ ສົ່ງ​ເສີມ​ແລະ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ໂລກ ມາ​ທຸລະ​ກິດ​ແລະ​ລົງທຶນ​ຢູ່​ຫວຽດນາມ, ສ້າງ​ໂອກາດ “ທອງຄຳ” ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມຂຸດ​ຄົ້ນ​ແລະ​ພັດທະນາ. ກ່ອນ​ອື່ນ​ໝົດ, ເອ​ເປ​ກ 2017 ຈະ​ສ້າງ​ໂອກາດ​ທີ່ດີ​ໃຫ້​ວິ​ສາ​ຫະກິດ​ຫຽດນາມ ​ເພື່ອ​ກະທົບ​ຢ່າງ​ຕັ້ງໜ້າ​ໃສ່​ການ​ປ່ຽນ​ແປງ​ລະບຽບ​ກົດໝາຍ ນະ​ໂຍບາຍ. ດ້ວຍ 200 ກວ່າ​ເຫດການ​ໃຫຍ່ ນ້ອຍ, 8 ກອງ​ປະຊຸມ​ລັດຖະມົນຕີ, ຂັ້ນ​ລັດຖະມົນຕີ, ທຽບ​ເທົ່າ​ລັດຖະມົນຕີ ​ແລະ ພິ​ເສດ​ແມ່ນ​​ເຫດການ​ທີ່​ໄດ້​ຮັບ​ຄວາມ​ຄອງ​ຄອຍ​ທີ່​ສຸດ​ສຳລັບ​ວົງ​ການ​ວິ​ສາ​ຫະກິດຄື ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ ​ເອ​ເປ​ກ ທີ່ນະຄອນ ດາ​ນັ໊ງ, ເອ​ເປ​ກ 2017 ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິ​ສຳພັນ​ທີ່​ໃກ້ຊິດ, ​ແທດ​ເໝາະ​ຕົວ​ຈິງ ​ລະຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ, ບັນດາ​ຜູ້​ວາງ​ກຳນົດ​ນະ​ໂຍບາຍ. ​ແມ່ນ​ການ​ປະຕິ​ສຳພັນ​ນີ້​ເອງ ​ແລະ ພ້ອມ​ກັບຄວາມ​ເອົາ​ໃຈ​ໃສ່, ຮັບ​ຟັງ​ຂອງ​ບັນດາຜູ້​ວາງ​ກຳນົດ​ນະ​ໂຍບາຍ ຈະ​ຫັນປ່ຽນ​ເປັນ​ນະ​ໂຍບາຍ, ຄຳ​ໝັ້ນ​ສັນຍາ​ຂອງ ເອ​ເປ​ກ ພາ​ໃຫ້​​ເກີດ​ການ​ກະທົບ​ທີ່​ສະດວກ​ດີ ​ໃຫ້​ແກ່​ຂະ​ບວນການ​ຜະລິດ ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ. ຍິ່ງ​ກວ່າ​ນັ້ນ, ການ​ເຕົ້າ​ໂຮມ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ແຖວ​ໜ້າ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ​ເຊັ່ນ ອາ​ເມຣິກາ, ຍີ່ປຸ່ນ, ສ.​ເກົາຫຼີ, ​​ອົດສະຕຣາລີ... ພ້ອມ​ກັບ 1.000 ກວ່າວິ​ສາ​ຫະກິດ​​ຂຶ້ນ​ກັບ​ບັນດາ​ສະມາຊິກ ເອ​ເປ​ກ ທີ່​ມາ​ຫວຽດນາມ​ໃນ​ໂອກາດ​ຂອງ​ເຫດການ ເອ​ເປ​ກ 2017 ຈະ​ນຳ​ເອົາ​ຫຼາຍ​ໂອກາດທີ່​ດີ​ມາ​ໃຫ້ ​ເພື່ອ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ​ຫວຽດນາມ ກັບ​ບັນດາ​ວິ​ສາ​ຫະກິດຊັ້ນ​ນຳ​ຂອງ​ໂລກ ​ແລະ ຊອກ​ຫາ​ໂອກາດ​ຮ່ວມ​ມື​ເຮັດ​ທຸລະ​ກິດ. ຍ້ອນ​ແນວ​ນັ້ນ, ປີ ເອເປກ 2017 ຖືກ​ຖື​ວ່າ “​ເວລາ​ທອງຄຳ” ທີ່​ເປັນ​ຜົນ​ສະທ້ອນ​ທາງ​ບວກ​ຕໍ່​ວິ​ສາ​ຫະກິດ​ຫວຽດນາມ ​ແນ​ໃສ່​ປະຕິ​ສຳພັນ​ກັບ​ອົງການພາລະ​ບົດບາດ, ກະທົບ​ໃສ່​ບັນດາ​ລະບຽບ​ກົດໝາຍ ນະ​ໂຍບາຍ ກໍ່​ຄື​ເພື່ອ​ຮ່ຳຮຽນບົດຮຽນ​ປະສົບ​ການ, ​ໂຄສະນາ​ເຜີຍ​ແຜ່​ຮູບ​ພາບ ​ແລະ ສ້າງ​ການ​ພົວພັນ​ຮ່ວມ​ມື​ທຸລະ​ກິດ ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ຂະຫຍາຍຕົວ​ກວ່າ​ຕົນ​ໃນ​ພາກ​ພື້ນ.

ອາດ​ຈະ​ເວົ້ນ​ໄດ້​ວ່າ, ການ​ເຂົ້າ​ຮ່ວມ​ຢ່າງ​​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ ເອ​ເປ​ກ ​ເວົ້າ​ລວມ ​ແລະ ເອ​ເປ​ກ 2017 ​ເວົ້າ​ໂດຍ​ສະ​ເພາະ ​ແມ່ນ​ໂອກາດ​ທີ່​ສຳຄັນ ​ເພື່ອ​ໃຫ້​ຫວຽດນາມປະກອບສ່ວນ​ເຂົ້າ​ໃນ​ການ​ກຳນົດ​ອະນາ​ຄົດຂອງ ເອ​ເປ​ກ ກໍ່​ຄື​ໂຄງ​ປະກອບ​ເສດຖະກິດ​ຂອງ​ພາກ​ພື້ນ ອາຊີ-ປາຊີ​ຟິກ. ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ເອ​ເປ​ກ 2017, ຫວຽດນາມ​ຫວັງ​ວ່າ​ຈະຂຸດ​ຄົ້ນ​ໄດ້ ​ເທສະ​ແຫ່ງ​ການ​ພັດທະນາ​ອັນ​ກວ້າງ​ໃຫຍ່​ດ້ວຍບັນດາ​ກຳລັງ​ຊ້ອນ​ແຝງ​ແຫ່ງ​ການ​ຮ່ວມ​ມື​ໃໝ່. ເອ​ເປ​ກ 2017 ໝັ້ນ​ໝາຍ​ຈະ​ຍົກ​ສູງ​ຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ, ຍູ້​ແຮງ​ການ​ພົວພັນ​ຂອງ​ປະ​ເທດ​ກັບ​ບັນດາ​ຄູ່ຮ່ວມ​ມືສອງ​ຝ່າຍ ​ແລະ ກໍ່​ເປັນໂອກາດ​ທີ່​ດີ​ໃຫ້​ວົງ​ການ​ວິ​ສາ​ຫະກິດ​ຫວຽດນາມ​ເປີດ​ກວ້າງ​ການ​ພົວພັນ​ທຸລະ​ກິດ, ​ເກັບ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິ​ງ​ແລະ​ຕັ້ງໜ້າ.

ດ້ວຍ​ທ່າ​ແລະ​ກຳລັງ​ແຮງ​ໃໝ່​ຂອງ​ປະ​ເທດ​ພາຍຫຼັງ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ດ້ວຍ​ການ​ສະໜັບສະໜູ ຊ່ວຍ​ເຫຼືອ​ອັນ​ປະ​ເສີດ​ຂອງ​ເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ມື, ປີ ເອ​ເປ​ກ ຫວຽດນາມ 2017 ສຳ​ເລັດ​ຜົນ​ຢ່າງ​ຈົບງາມ ​ຈະ​ປະກອບສ່ວນ​ຮັບ​ໃຊ້​ແທດ​ຈິງ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ການ​ພັດທະນາ ​ແລະ ຄວາມ​ສະຫງົບ​ຂອງ​ພວກ​ເຮົາ, ພ້ອມ​ກັນ​ນັ້ນ​ກໍ່​ຢືນຢັນ​ວິ​ໄສ​ທັດ​ແລະ​ຖານະ​ທີ່​ຕັ້ງ​ໃໝ່​ຂອງ​ປະ​ເທດ./.

ຮສ, ປອ. ​ເຈິ່ນ​ເທາະ​ກວາງ - ຫງວຽນ​ທູ​ຮ່າ

ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

----------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 901 (​ເດືອນ​ພະຈິກ 2017)