ວກ - ການ​ປ່ຽນ​ແປງ​ໃໝ່​ ກໍ່ສ້າງ​ປະ​ເທດ​ຊາດຕາມ​ກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ແມ່ນ​ພາລະກິດ​ທີ່​ຍິ່ງ​ໃຫຍ່ ສູງ​ສົ່ງ ​ແລະ ​ໃໝ່​ທີ່​ສຸດ ຍ້ອນ​ບໍ່​ມີ​ແບບຢ່າງ​ມາ​ກ່ອນ. ການ​ປ່ຽນ​ແປງ​ໃໝ່​ແມ່ນ​ກະ​ແສ​ໄຫຼ​ຢ່າງ​ຕໍ່​ເນື່ອງ, ​ແມ່ນ​ຂະ​ບວນວິວັດການ​ສືບ​ຕໍ່ ສ້າງສັນ ​ແລະ ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ໃນ​ແຕ່ລະ​ໄລຍະ, ພຶກ​ຕິ​ກຳ​ໄດ້​ວາງ​ຄວາມ​​ຕ້ອງການ​ພາວະ​ວິ​ໄສ​ອອກ​ມາ ຮຽກຮ້ອງ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມຕ້ອງ​ມີ​ແຜນ​ນະ​ໂຍບາຍ, ມີການ​ຕັດສິນ​ຕົກລົງ​ທີ່​ຖືກຕ້ອງ ທັນ​ການ ​ແລະ ນຳພາ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ສືບ​ຕໍ່​ແກ້​ໄຂຄວາມ​ຕ້ອງການ​ຕ່າງໆ​ຂອງ​ໄລຍະ​ຕໍ່​ໄປ.

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລກປ່ຽນຄວາມເຫັນກັບ ບັນດາຫົວໜ້າຄະນະຜູ້ແທນ ທີ່ມາຮ່ວມກອງປະຊຸມ ບັນດາຜູ້ນຳເສດຖະກິດ ເອເປກ ຄັ້ງທີ 25. (ພາບ: TTXVN)

ໃນ​ເງື່ອນ​ໄຂ​ຂອງ​ໂລກ​ປະຈຸ​ບັນ, ການ​ໂລກາ​ພິວັດ​ພ້ອມ​ດ້ວຍ​ການ​ກະທົບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຂອງ​ການ​ປະຕິວັດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ໄດ້​ແກ່​ດຶງ​ທຸກ​ປະ​ເທດ​​ໃນ​ໂລກໃຫ້​ເຂົ້າ​ຮ່ວມ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ ​ແລະ ການ​ເຊື່ອມ​ໂຍງ​ສາກົນກາຍ​ເປັນຄວາມ​ຈຳ​ເປັນ​ພາວະ​ວິ​ໄສ. ​ເຊື່ອມ​ໂຍງ​ເພື່ອ​ພັດທະນາ, ຢາກພັດທະນາ​ຕ້ອງ​ເຊື່ອມ​ໂຍງ. ​ແຕ່​ວ່າ, ຂະ​ບວນວິວັດການ​ເຊື່ອມ​ໂຍງ​ສາກົນຍາມ​ໃດ​ກໍ່​ມີ​ໂອກາດ​ຫຼາຍ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ. ການ​ເຊື່ອມ​ໂຍງ​ສາກົນ​ໃນ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນ​ຢ່າງ​ດຸ​ເດືອດ​ທາງ​ດ້ານ​ການ​ເມືອງ ​ເສດຖະກິດ, ການ​ແຊກ​ຄຸມ​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ​ ການ​ຜັນ​ຜວນ​ຢ່າງ​ສັບສົນ ທີ່​ຄາດ​ເດົາ​ຍາກ​ຂອງ​ສະພາບ​ການ​ໂລກ ຊຶ່ງ​ຮຽກຮ້ອງ​ໃຫ້​ຕ້ອງ​ຮັກສາ​ເອກະລາດ ຄວາມ​ເປັນ​ເຈົ້າ​ຕົນ​ເອງ​ໄວ້​ຢ່າງ​ໜັກ​ແໜ້ນ, ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ. ຄື​ແນວ​ນັ້ນ​ແມ່ນ, ການ​ເຊື່ອມ​ໂຍງ​ສາກົນທັງ​ເປັນຄວາມ​ຕ້ອງການ​ພາວະ​ວິ​ໄສຂອງ​ສະ​ໄໝ ທັງ​ເປັນຄວາມຕ້ອງການ​ດຳລົງ​ຄົງ​ຕົວຂອງ​ແຕ່ລະ​ປະ​ເທດ. ​ແຕ່ລະ​ປະ​ເທດ​, ​ແຕ່​ລະ​ຊົນ​ຊັ້ນ​ທີ່​ກຳອຳນາດ​ການ​ປົກຄອງ​ລ້ວນ​ແຕ່ສະ​ແຫວ​ງຫາ​​ເປົ້າ​ໝາຍ​ແລະ​ຜົນ​ປະ​ໂຫຍ​ດທີ່​ຕ່າງ​ກັນ, ຊ້ຳ​ຍັງ​ກົງ​ຂ້າມ​ກັນ, ດັ່ງ​ນັ້ນ ການ​ເຊື່ອມ​ໂຍງ​ສາກົນ​ຍິ່ງ​ແຮງ​ແລະ​​ແຜ່​ກວ້າງທໍ່​ໃດ​ ຈະ​ເຮັດ​ໃຫ້​ລັກ​ຊະນະ​ສັບ​ສົນ​ຂອງ​ຂະ​ບວນວິວັດ​ທັງ​ຮ່ວມ​ມືກັນ​ທັງ​ຕໍ່ສູ້​ກັນເພີ່ມ​ຂຶ້ນ​ທໍ່​ນັ້ນ.

ພັກ​ກອມ​ມູນິດ​ຫວຽດນາມ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ແກ່​ການ​ໄຈ້​ແຍກ​ສະຖານະ​ການ​ໂລກ, ຕິດຕາມ​ບາດກ້າວ​ຂອງ​ມະນຸດຊາດ​ຢ່າງ​ໃກ້ຊິດ, ສວຍ​ໃຊ້​ກຳລັງ​ແຮງ​ຂອງ​ຊາດ​ແລະ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ພາ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ທັງ​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ, ທັງ​ຮັບປະກັນຄວາມ​ໝັ້ນ​ຄົງ​ການ​ປ້ອງ​ກັນ​ປະ​ເທດ, ຮັກສາ​ເອກະລາດ ອະທິປະ​ໄຕ ​ແລະ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ​ນັ້ນ​ໃຫ້​ປະກົດ​ເປັນ​ຈິ​ງ ຕ້ອງ​ກຳນົດ​ແຈ້ງ​ບັນດາ​ການ​ກະທົບ​ສອງ​ດ້ານ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ ​ແລະ ວາ​ງທິດ​ທາງ ນະ​ໂຍບາຍ​ທີ່​ຖືກຕ້ອງ​ເໝາະ​ສົມ​ອອກ​ມາ.

ການ​ເຊື່ອມ​ໂຍງ​ສາກົນ ​ແລະຜົນ​ກະທົບ​ຕໍ່​ການ​ຮັບປະກັນ​ຄວາມສະຫງົບ ການ​ປ້ອງ​ກັນ​ປະ​ເທດ ແລະ ການ​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ

ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ຂະ​ບວນວິວັດ​ທີ່​ປະ​ເທດ​ຊາດ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື, ​ເຊື່ອມ​ໂຍງ​ສາກົນ​ໃນ​ຂົງ​ເຂດ​​ເສດ​ຖະກິດ ​ແລະ​ບັນດາ​ຂົງ​ເຂດ​ອື່ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ຊັບພະຍາກອນ​ໃນ​ປະ​ເທດ​ແລະ​ຊັບພະຍາກອນ​ຕ່າງປະ​ເທດ, ​ເປີດ​ກວ້າງ​ພື້ນ​ທີ່ເທສະ​ແລະ​ສິ່ງ​ແວດ​ລ້ອມ​ເພື່ອ​ພັດທະນາ, ຍາດ​ເອົາຖານະ​ທີ່​ຕັ້ງ​ທີ່​ເໝາະ​ສົມ​ໃນ​ການ​ພົວພັນ​ສາກົນ. ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ​ເກີດ​ຂຶ້ນ​ຢູ່​ຫຼາຍ​ຂັ້ນ​ລະດັບ ​ແລະ ຫຼາຍ​ແບບ​ວິທີ​ທີ່​ຕ່າງ​ກັນ. ການ​ເຊື່ອມ​ໂຍງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ຂັ້ນລະດັບ, ​ແຕ່​ຕ່ຳ​ຂຶ້ນ​ສູງ, ​ແຕ່​ສອງ​ຝ່າຍ​ເຖິງ​ຫຼາຍ​ຝ່າຍ; ບາງ​ເທື່ອ​ການ​ເຊື່ອມ​ໂຍງ​ໄດ້​ຮັບ​ການ​ປະຕິບັດ​ໃນ​ເວລາ​ດຽວ​ກັນ​ໃນ​ຫຼາຍ​ຂົງ​ເຂດ​ດ້ວຍ​ຫຼາຍ​ລະດັບ. ອາດ​ຈະ​ເວົ້າ​ໄດ້​ວ່າ, ທົ່ວທັງ​ໂລກ​ພວມ​ຢູ່​ໃນ​ກະ​ແສ​ສູງ​ແຫ່ງການ​ເຊື່ອມ​ໂຍງ​ສາກົນດ້ວຍ​ຄວາມ​ໄວ​ນັບ​ມື້​ນັບ​ໄວ ​ແລະຂົງ​ເຂດ​ນັບ​ມື້​ນັບ​ຫຼາຍ, ພາ​ໄປ​ເຖິງ​ການ​ຂຶ້ນ​ກັບ​ຊຶ່ງ​ກັນ​ແລະ​ກັນນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຍ້ອນ​ແນວ​ນັ້ນ, ການ​ເຊື່ອມ​ໂຍງ​ສາກົນ​ແມ່ນຂະ​ບວນວິວັດ​ສັບສົນທີ່​ມີ​ຫຼາຍ​ປັດ​ໄຈ​ບວກ​ລົບ​ກົງ​ກັນຂ້າມ. ພິຈາລະນາ​ສອງ​ຂົງ​ເຂດ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ເປົ້າ​ໝາຍການ​ເຊື່ອມ​ໂຍງ​ສາກົນຢູ່​ຫຼາຍ​ປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ, ຄື​ການ​ຮັບປະກັນ​ຄວາມສະຫງົບ​ ການປ້ອງ​ກັນ​ປະ​ເທດ ​ແລະ ການ​ພັດທະນາ​ຢ່າງ​ໄວວາ ຍືນ​ຍົງນັ້ນ ອາດ​ຈະ​ເຫັນ​​ແຈ້ງວ່າ ການ​ເຊື່ອມ​ໂຍງ​ສາກົນສົ່ງ​ຜົນ​ກະທົບ​ສອງ​ທາງ ພ້ອມ - ທວນ (ບວກ-ລົບ).

ຜົນ​ກະທົບ​ຕໍ່​ການ​ຮັບປະກັນ​ຄວາມສະຫງົບ ການ​ປ້ອງ​ກັນ​ປະ​ເທດ

ການ​ເຊື່ອມ​ໂຍງ​ສາກົນຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ກວ້າງຂວາງ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ ​ແມ່ນ​ແບບ​ວິ​ທີດີ​ສຸດ​ເພື່ອຫັນປ່ຽນ​ກຳລັງ​ພາຍ​ນອກ​ເປັນ​ກຳລັງ​ພາຍ​ໃນ, ກຳລັງ​ແຮງ​ສາກົນສະທ້ອນ​ພ້ອມ​ກັບກຳລັງ​ແຮງຂອງ​ຊາດ, ຜ່ານ​ນັ້ນ​ຍິ່ງ​ເພີ່ມ​ທະວີ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຮັບປະກັນ​ຄວາມ​ໝັ້ນຄົງ ການ​ປ້ອງ​ກັນຊາດ ​ແລະ ຮັກສາ​ເອກະລາດ ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ການ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ຈະ​ສ້າງ​ໄອ​ກາດ ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ; ບົນ​ພື້ນຖານ​ນັ້ນ, ຮັບປະກັນ​ຄວາມ​ສະຫງົບ ການ​ປ້ອງ​ກັນ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ. ການ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ຈະ​ເປີດ​ກົນ​ໄກ​ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ​ແລະ​ເປັນ​ເອກະ​ພາບ ​ລະຫວ່າງ​ບັນດາ​ປະ​ເທດ​ແລະ​ບັນດາ​ພາກ​ພື້ນ ​ເພື່ອ​ຈຳກັດ​ແລະ​ຍູ້​ຖອຍ​ໄພ​ອັນຕະລາຍ​​ແຫ່ງ​ການ​ກໍ່​ການ​ຮ້າຍ, ການ​ປະ​ທະ​ກັນ​ດ້ານ​ຊົນ​ເຜົ່າ, ລັດທິ​ແຍກ​ດິນ​ແດນ.

ທີ​ສອງ, ການ​ເຊື່ອມ​ໂຍງ​ສາກົນຊ່ວຍ​ໃຫ້​ນຳ​ໃຊ້​ແລະ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງພະລັງ​ພາຍ​ນອກ​ເພື່ອ​ເພີ່ມ​ເຕີມ​ໃຫ້​ແກ່​ແຫຼ່ງພະລັງ​ໃນປະ​ເທດ. ນັ້ນ​ແມ່ນ​ບັນດາ​ເງື່ອນ​ໄຂ​ກ່ຽວ​ກັບ​ເຕັກນິກ ​ແລະອຸປະກອນ​ເຄື່ອງ​ປະກອບ​ໃຫ້​ແກ່​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມສະຫງົບ, ​ແມ່ນ​ບົດຮຽນ​ທີ່​ລ້ຳ​ຄ່າ​ຂອງ​ສາກົນ.

ທີ​ສາມ, ຜ່ານ​ຂະ​ບວນວິວັດການ​ເຊື່ອມ​ໂຍງ​ສາກົນ ຊ່ວຍ​ໃຫ້ເຫັນ​ແຈ້ງ​ບັນດາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ໃນ​ການ​ພົວພັນ​ກັບປະ​ເທດ​ອື່ນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື; ພ້ອມ​ກັນ​ນັ້ນ​ກໍ່​ເຫັນ​ແຈ້ງ​ບັນດາ​ແງ່​ມູມຜົນ​ປະ​ໂຫຍ​ດທີ່​ຕ່າງ​ກັນ ​ເພື່ອ​ກຳນົດ​ແຈ້ງ​ກວ່າ​ອີກກ່ຽວ​ກັບການພົວພັນ​ຄູ່​ຮ່ວມ, ​ເປົ້າໝາຍຕໍ່ສູ້​​ ແລະ ມີ​ນະ​ໂຍບາຍ​ທີ່​ເໝາະ​ສົມ.

ທີ​ສີ່, ການ​ເຊື່ອມ​ໂຍງ​ສາກົນຈະ​ສ້າງ​ໃຫ້​ມີ​ການ​ພົວພັນ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ, ​ເພື່ອ​ມີ​ສ່ວນ​ຮ່ວມ​ໃນການ​ເຂົ້າ​ຮ່ວມ​ບັນດາສະ​ຖາ​ບັນ​ສາກົນ, ສ້າງ​ຄວາມ​ແຊກ​ຊ້ອນ​ດ້ານ​ຜົນ​ປະ​ໂຫຍ​ດ ​ແລະຄວາມ​ດຸນລະ​ຍາ​ກັບ​ບັນດາ​ປະ​ເທດ​ໃຫຍ່; ​ເຕົ້າ​ໂຮມ​ບັນດາ​ກຳລັງ​ທີ່​ກ້າວໜ້າ​ແລະຮັກຫອມ​ສັນຕິພາບ​ໃນ​ໂລກ ​ເພື່ອ​ປະກອບສ່ວນ​ກີດ​ກັ້ນກົນອຸບາຍ​ແລະ​ການກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ​ປະ​ເທດ.

​ແຕ່​ວ່າ, ການ​ເຊື່ອມ​ໂຍງ​ສາກົນກໍ່​ມີ​ຜົນ​ກະທົບ​ທາງ​ລົບ​​ເຖິງການ​ຮັບປະກັນ​ຄວາມສະຫງົບ ການ​ປ້ອງ​ກັນຊາ​ດຂອງ​ປະ​ເທດ... ​ໂລກ​ໄດ້​ເຫັນ​ການ​ຂຶ້ນ​ກັບ​ຊຶ່ງ​ກັນ​ແລະ​ກັນລະຫວ່າງ​ບັນດາ​ປະ​ເທດ ຫັນປ່ຽນ​ເປັນ​ການ​ຂຶ້ນ​ກັບຄູ່​ຮ່ວມງານ​ໜຶ່ງດຽວ. ສຳລັບ​ບັນດາ​ປະ​ເທດທຸກ​ຍາກ ດ້ອຍ​ພັດທະນາ ​ເມື່ອ​ເຂົ້າ​ຮ່ວມການ​ເຊື່ອມ​ໂຍງ​ສາກົນກໍ່​ອາດ​ຈະ​ຖືກ​ຂຶ້ນ​ກັບ​ຕ່າງປະ​ເທດ​ຢ່າງ​ງ່າຍ. ການ​ເຊື່ອມ​ໂຍງ​ມັກ​ຈະ​ພາ​ໄປ​ເຖິງ​ສະພາບ​ການ​ຖືກ​ແຊກ​ຄຸມ​ທາງ​ດ້ານ​ວັດທະນະທຳ, ​ເຮັດ​ໃຫ້​ເອກະລັກ​ວັດທະນະທຳ​ຂ​ອງຊາດ​ຖືກ​​ເສື່ອ​ມ​ເສຍ, ​ທຳລາຍ​ບ່ອນ​ອີງ​​ດ້ານ​ຈິດ​ໃຈ​ຂອງການ​ປ້ອງ​ກັນ​ຄວາມສະຫ​ງົບ ການ​ປ້ອງ​ກັນຊາ​ດ, ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ແລະຄວາມ​ປອດ​ໄພທາງ​ສັງຄົມ. ກໍ່​ຄວນ​ເອົາ​ໃຈ​ໃສ່​ເຖິງການ​ປະ​ນິປະນອມ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ນຳ​ກັນທີ່​ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງການ​ປ້ອງ​ກັນ​ຄວາມ​ສະຫງົບ ການ​ປ້ອງ​ກັນຊາ​ດຢູ່​ປະ​ເທດ​ອື່ນ.

ຜົນ​ກະທົບ​ຕໍ່​ການ​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ

ການ​ເຊື່ອມ​ໂຍງ​ສາກົນອຳນວຍ​ຄວາມ​ສະດວກ​ໃຫ້​ຫວຽດນາມ​ໃນ​ການ​ດຶງ​ດູດ​ແຫຼ່ງພະລັງ​ຊັບພະຍາກອນ​ເພື່ອ​ການ​ພັດທະນ, ​ເພີ່ມ​ທະວີ​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ, ພັດທະນາ​ປະ​ເທດ​ຢ່າງ​ໄວວາ ຍືນ​ຍົງ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ການ​ເຊື່ອມ​ໂຍງ​ສາກົນຊ່ວຍ​ໃຫ້​ຫວຽດນາມເຂົ້າ​ຮ່ວມ​ຢ່າງກວ້າງຂວາງ​ເລິກ​ເຊິ່ງ​ໃນ​ບັນດາ​ສະ​ຖາ​ບັນ​ເສດຖະກິດ​ສາກົນ​ເຊັ່ນ ອົງການ​ການ​ຄ້າ​ໂລກ (WTO), ທະນາຄານ​ໂລກ (WB), ກອງ​ທຶນ​ການ​ເງິນສາກົນ (IMF), ທະນາຄານ​ພັດທະນາ​ອາຊີ (ADB)... ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ສະ​ຖາ​ບັນ​​ເສດຖະກິດ-ການ​ເງິນນີ້​ຈະອຳນວຍ​ເງື່ອນ​ໄຂ​ໃຫ້​ຫວຽດນາມ​ແບ່ງປັນ​ບົດຮຽນ, ວິທີ ​ແລະ ຍຸດ​ທະ​ສາດ​ການ​ພັດທະນາ, ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ສ່ຽງ​ໃນ​ການ​ພັດທະນາ.

ທີ​ສອງ, ການ​ເຊື່ອມ​ໂຍງ​ສາກົນຊ່ວຍ​ໃຫ້​ຫວຽດນາມ​ດຶງ​ດູດ​ເງິນ​ລົງທຶນ, ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ​ທີ່ທັນ​ສະ​ໄໝ, ພິ​ເສດ​ແມ່ນ​ທັກ​ສະ​ຄຸ້ມ​ຄອງ​ບໍລິຫານ​ປະ​ເທດ, ດັດ​ປັບ​ບົດບາດ​ຂອງ​ລັດ​ໃຫ້​ສອດຄ່ອງ​ເໝາະ​ສົມ​ກັບ​ກົນ​ໄກ​ຕະຫຼາດ. ລັດ​ສຸມ​ໃສ່​ການ​ຄຸ້ມ​ຄອງ​ບໍລິຫານ​ມະຫາ​ພາກ, ສ້າງສັນ​ພັດທະນ​ແລະ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນ​ຊີວິດ​ສັງຄົມ. ການ​ລະດົມ​ແລະ​ຈັດ​ແບ່ງ​ບັນດາ​ແຫຼ່ງພະລັງ​ຕິດ​ກັບ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ, ປະກອບສ່ວນ​ປະຕິ​ຮູບ​ການ​ບໍລິຫານ. ຜ່ານ​ການ​ເຊື່ອມ​ໂຍງ​ສາກົນ, ຄວາມ​ສາມາດ​ແລະ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​​ເສດຖະກິດ​ຕະຫຼາດ​ໄດ້​ຮັບ​ການ​ຍົກ​ສູງ​ແລະ​ມີ​ປະສິດທິ​ຜົນ​ກວ່າ​ອີກ. ຈາກ​ນັ້ນ, ລັດ​ກຳນົດ​ທິດ​ທາງ​ພັດທະນາ ​ແລະ ວາງ​ວິທີ​ແກ້​ໄຂ​ເພື່ອ “​ໄປ​ທາງ​ລັດ, ​ໄປຕ້ອນ​ໜ້າ”, ​ຍູ້​ແຮງການ​ພັດທະນາ​ເສດຖະກິດ-ສັງຄົມ.

ທີ​ສາມ, ການ​ເຊື່ອມ​ໂຍງ​ສາກົນສ້າງ​ກຳລັງ​ຜັດ​ດັນ​ຊຸກຍູ້​ໃຫ້​ນັກ​ຄຸ້ມ​ຄອງ, ນັກທຸລະກິດ, ວິ​ສາ​ຫະກິດ​ໃນ​ປະ​ເທດຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ໂ​ດຍຜ່ານ​ການ​ເພີ່ມ​ທະວີ​ການ​ບໍລິຫານ​ຈັດການ, ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ ​ແລະ ​ແບບ​ວິທີ​ການ​ທຸລະ​ກິດ. ການ​ປະຕິບັດ​ຂໍ້​ຕົກລົງ​ເຊື່ອມ​ໂຍງ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ປະຢັດ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ສົ້ນ​ເຂົ້າ, ​ປົວ​ແປງຂະ​ບວນການ ຂັ້ນ​ຕອນ​ເຂົ້າ​ເຖິງ​ແຫຼ່ງທຶນ ​ເຕັກ​ໂນ​ໂລ​ຊີ​ ແລະ​ແບບ​ວິທີ​ການ​ຄຸ້ມ​ຄອງ, ທຸລະ​ກິດ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ແຂ່ງຂັນຂອງ​ຕົນ.

ຄຽງ​ຂ້າງ​ບັນດາ​ຜົນ​ກະທົບ​ທາງ​ບວກ​ນັ້ນ ການ​ເຊື່ອມ​ໂຍງ​ສາກົນກໍ່​ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງການ​ພັດທະນາ. ນັ້ນ​ແມ່ນ ພື້ນຖານ​ເສດຖະກິດ​ໃນ​ຫຼາຍ​ດ້ານ​ຍັງ​ອ່ອນ​ແອ ຖືກ​ເສຍ​ຫາຍ​ງ່າຍ ​ແລະ​ຖືກ​ຂຶ້ນ​ກັບຕ່າງປະ​ເທດ​​ໂດຍ​ງ່າຍ. ​ໃນ​ສິ່ງ​ແວດ​ລ້ອມ​ແຫ່​ງການ​ເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ຄວາມ​ຜັນ​ຜວນ​ທາງ​ເສດຖະກິດ​ໃນ​ໂລກ​ແລະ​ໃນ​ພາກ​ພື້ນ ຈະ​ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງ​ເສດຖະກິດ​ໃນ​ປະ​ເທດ. ການ​ເປີດ​ປະຕູ​ຕະຫຼາດ​ໃນ​ເງື່ອ​ນໄຂຄວາມ​ສາມາດ​ແຂ່ງຂັນ​ອ່ອນ​ແອ ອາດ​ຈະ​ປະ​ເຊີນ​ໜ້າ​ຕໍ່​ຄວາມ​ສ່ຽງ​ຫຼາຍ​ຢ່າງຄື ຫຼາຍ​ຂົງ​ເຂດ​ເສດຖະກິດ​ຖືກ​ພາຍ​ນອກຄວບ​ຄຸມ, ຫຼາຍ​ວິ​ສາ​ຫະກິດ​ຖືກ​ເສຍ​ໄຊ​ໃນ​ເດີນ​ໜ້າ​ບ້ານ​ຂອງ​ຕົນ. ສຳລັບ​ການ​ດຶງ​ດູ​ດ​ເງິນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ຖ້າ​ຫາກ​ບໍ່​ຊັ່ງຊາ​ແລະ​ຄຸ້ມ​ຄອງ​ຢ່າງ​ແໜ້ນ​ແຟ້ນກໍ່​ອາດ​ຈະ​ຕ້ອງຮັບ​ເອົາ​ເຕັກ​ໂນ​ໂລ​ຊີ​ທີ່​ຫຼ້າ​ຫຼັງ ​ເປັນ​ມົນ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ, ​ເປັນ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ການ​ພັດທະນາ​ແບບ​ໄວວາ ຍືນ​ຍົງ.

ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມກ່ຽວ​ກັບການ​ເຊື່ອມ​ໂຍງ​ສາກົນ

​ໃນກອງ​ປະຊຸມ​ໃຫຍ່ຄັ້ງ​ທີ VI - ກອງ​ປະຊຸມ​ໃຫຍ່​ທີ່​ເລີ່​ມຕົ້ນ​ສະ​ໄໝ​ແຫ່ງການ​ປ່ຽນ​ແປງ​ໃໝ່ປະ​ເທດ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ກຳນົດ​ຢ່າງ​ຊັດ​ເຈນ​ວ່າ: ການ​ປະຕິວັດ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ​ມີ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ຊີວິດ​​ເສດຖະກິດ-ສັງຄົມຂອງ​ໂລກ. ພ້ອມ​ກັນ​ນັ້ນ, ກອງ​ປະຊຸມ​ໃຫຍ່​ກໍ່ໄດ້​ວາງ​ແຜນ​ນະ​ໂຍບາຍ​ຮ່ວມ​ມື​ເສດຖະກິດ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ. ຮອດກອງ​ປະຊຸມ​ໃຫຍ່ຄັ້ງ​ທີ VII, ພັກ​ໄດ້​ກຳນົດ​ທິດ​ທາງ​ຫັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ບັນດາ​ອົງການ​ຈັດ​ຕັ້ງ​ເສດ​ຖະກິດ ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ຮອດກອງ​ປະຊຸມ​ໃຫຍ່ຄັ້ງ​ທີ VIII, ຄຳ​ສັບ “ເຊື່ອມ​ໂຍງ” ​ເລີ່​ມ​ໄດ້​ໃຊ້​ຢູ່​ໃນ​ເອກະສານ​ຂອງ​ພັກ: “ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເປີດ, ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ​ແລະ​​ໂລກ”. ​ເອກະສານກອງ​ປະຊຸມ​ໃຫຍ່ຄັ້ງທີ IX ຂອງ​ພັກ​ໄດ້​ເນັ້ນ​ໜັກ: “​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ແລ​ະພາກ​ພື້ນ​ຕາມ​ຈິດ​ໃຈ​ເສີມ​ຂະຫຍາຍ​ຊັບພະຍາກອນ​ພາຍ​ໃນ​ຢ່າງ​ສຸດ​ຂີດ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມືສາກົນ, ຮັບປະກັນ​ເອກະລາດ​ ຄວາມ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ກຳນົດ​ທິດ​ສັງຄົມ​ນິຍົມ”. ​ໃນກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X, ພັກ​ໄດ້​ເນັ້ນ​ຢ້ຳ​ແຜນ​ນະ​ໂຍບາຍ “​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ພ້ອມ​ກັນ​ນັ້ນ​ກໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນ”. ກອງ​ປະຊຸມ​ໃຫຍ່ຄັ້ງທີ XI ຢືນຢັນ​ແຜນ​ນະ​ໂຍບາຍ “​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາ​ກົນ” (ບໍ່​ພຽງ​ແຕ່​ເຊື່ອມ​ໂຍງທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ), ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ, ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ​ ເປັນ​ເຈົ້າ​ຕົນ​ເອງ ​ແລະ ພັດທະນາ​ຢ່າງ​ໄວວາ, ຍືນ​ຍົງ”. ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XII ຂອງ​ພັກ​ສືບ​ຕໍ່​ຢືນຢັນ: “ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ທິດ​ທາງ​ຍຸດ​ທະ​ສາດ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ. ຮັບປະກັນ​ການ​ເຊື່ອມ​ໂຍງ​ສາກົນ​ເປັນ​ພາລະກິດ​ຂອງ​ທົ່ວປວງ​ຊົນ ​ແລະ ທົ່ວທັງ​ລະບົບ​ການ​ເມືອງ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ບົນ​ພື້ນຖານ​ເສີມ​ຂະຫຍາຍ​ສຸດ​ຂີດຊັບ​ພະຍາກອນ​ພາຍ​ໃນ, ​ເຊື່ອມ​ຕໍ່​ແໜ້ນ​ແຟ້ນ​ແລະ​ຊຸກຍູ້​ຂະ​ບວນວິວັດການ​ຍົກ​ສູງກຳລັງ​ແຮງ​ສັງ​ລວມ ​ແລະຄວາມ​ສາມາດ​ແຂ່ງຂັນ​ຂອງ​ປະ​ເທດ; ການ​ເຊື່ອມ​ໂຍງ​ເສດຖະກິດ​ເປັນ​ຈຸດ​ໜັກ​ໃຈກາງ, ການ​ເຊື່ອມ​ໂຍງ​ໃນ​ຂົງ​ເຂດ​ອື່ນ​ຕ້ອງ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​​ເສດ​ຖະກິດ; ການ​ເຊື່ອມ​ໂຍງ​ແມ່ນ​ຂະ​ບວນວິວັດ​ທີ່​ທັງ​ຮ່ວມ​ມື, ທັງ​ຕໍ່ສູ້, ​ເປັນ​ເຈົ້າ​ການຄາດ​ຄະ​ເນ ​ແກ້​ໄຂສະຖານະ​ການ ​ເຫດການ​ຕ່າງໆ​ຢ່າງ​ໄຫວ​ພິບ, ບໍ່​ໃຫ້​ຕົກ​ເຂົ້າ​ໃນ​ທ່າ​ຮັບ, ການ​ປະທະ, ​ເສຍປຽບ”(1).

ຄຽງ​ຂ້າງ​ກັບການ​ກຳນົດ​ບັນດາ​ທັດສະນະ​ຊີ້​ນຳ​ການ​ເຊື່ອມ​ໂຍງ​ສາກົນທີ່​ສະ​ແດງ​ອອກ​ໃນ​ເອກະສານ​ຕ່າງໆ​ຂອງບັນດາ​ກອງ​ປະຊຸມ​ໃຫຍ່​ດັ່ງກ່າວ​ເທິງ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ທີ 08-NQ/TW, ວັນ​ທີ 05-02-2007, “ກ່ຽວ​ກັບ​ບາງ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ເພື່ອ​​ເຮັດໃຫ້​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ ​ເມື່ອ​ຫວຽດນາມ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ”. ຫຼັງ​ຈາກ​ນັ້ນ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ທີ 22-NQ/TW, ວັນ​ທີ 10-4-2013, “ກ່ຽວ​ກັບການ​ເຊື່ອມ​ໂຍງ​ສາກົນ”. ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ກອງ​ປະຊຸມຄັ້ງ​ທີ​ສີ່​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ XII ​ໄດ້ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ “ປະຕິບັດການ​ເຊື່ອມ​ໂຍງ​ສາກົນຢ່າງ​ມີ​ປະສິດທິ​ຜົນ, ຮັກສາ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ-ສັງຄົມ​ໃນ​ສະພາບ​ການທີ່​ປະ​ເທດ​ເຮົາ​ເຂົ້າ​ຮ່ວມ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່”.

​ທັງ​ໝົດ​ເທິງນີ້​ໃຫ້​ເຫັນ​ວ່າ​, ການ​ເຊື່ອມ​ໂຍງ​ສາກົນ​​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ບໍ່ປ່ຽນ​ແປງ, ​ແມ່ນ​ແຜນ​ຍຸດ​ທະ​ສາດ​ໃຫຍ່​ຂອງພັກ​ກອມ​ມູນິດ​ຫວຽດນາມ ທີ່​ແນ​ໃສ່​ປະຕິບັດ​ໜ້າ​ທີ່ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ. ມະຕິ​ສະບັບ​ທີ 22-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ລະບຸ: “ການ​ເຊື່ອມ​ໂຍງ​ສາກົນຕ້ອງ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ຍາດ​ແຍ່ງ​ເອົາ​ເງື່ອນ​ໄຂ​ສາກົນ​ທີ່​ສະດວກ​ເພື່ອ​ພັດທະນາ​ປະ​ເທດ​ຢ່າງ​ໄວວາ​ແລະ​ຍືນ​ຍົງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ຮັກສາ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ​ແລະຜືນ​ແຜ່ນດິນ​ອັນຄົບ​ຖ້ວນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ; ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຫວຽດນາມ, ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ເອກະລັກ​ປະຈຳ​ຊາດ; ​ເພີ່ມ​ທະວີ​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ, ຍົກ​ສູງ​ຖານະ​ທີ່​ຕັ້ງ​ແລະອິດ​ທິພົນ​ສາກົນ​ຂອງ​ປະ​ເທດ; ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ”. ທັດສະນະ​ທີ່​ບໍ່​ປ່ຽນ​ແປງ​ຂອງ​ພັກ​ແມ່ນ: ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນບົນ​ພື້ນຖານ​ຢຶດໝັ້ນ​ແນວທາງ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ ຂອງ​ປະ​ເທດ, ​ເພື່ອ​ສັນຕິພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ, ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປີດ​ກວ້າງ, ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ. ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ພາລະກິດ​ຂອງ​ທົ່ງ​ປວງ​ຊົນ ​ແລະ​ຂອງ​ທົ່ວ​ທັງ​ລະບົບ​ບການ​ເມືອງ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ​ການ​ຄຸ້ມຄອງ​ບໍລິຫານ​ຂອງ​ລັດ. ​ເຊື່ອມ​ໂຍງ​ສາກົນບົນ​ພື້ນຖານ​ເສີມ​ຂະຫຍາຍ​ສຸດ​ຂີດ​ຊັບພະຍາກອນ​ພາຍ​ໃນ, ຍາດ​ແຍ່ງ​ເອົາ​ຊັບພະຍາກອນ​ພາຍ​ນອກ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ປັບປຸງ​ການ​ປ້ອງ​ກັນຊາ​ດ, ຮັບປະກັນ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ. ການ​ເຊື່ອມ​ໂຍງ​ສາກົນ​ແນ​ໃສ່​ປະຕິບັດ​ເປົ້າ​ໝາຍພັດທະນາ​ປະ​ເທດ​ຢ່າງ​ໄວວາ ຍືນ​ຍົງ ​ແລະ ຮັບປະກັນ​ຄວາມ​ສະຫງົບ ການ​ປ້ອງ​ກັນ​ປະ​ເທດ; ຊຸກຍູ້​ສາຍ​ພົວພັນ​ສັດຈະ​ວິພາກ​ລະຫວ່າງ​ການ​ຮັບປະກັນຄວາມ​ສະຫງົບ ການ​ປ້ອງ​ກັນ​ປະ​ເທດ ກັບ​ການ​ພັດທະນາ​ຢ່າງ​ໄວວາ ຍືນ​ຍົງ. ພ້ອມ​ກັນ​ນັ້ນ, ​ເມື່ອ​ປະ​ເທດ​ພັດທະນາ​ຢ່າງ​ໄວວາ ຍືນ​ຍົງ, ການ​ປ້ອງ​ກັນ​ປະ​ເທດຄວາມສະຫງົບ​ໄດ້​ຮັບປະກັນ ມັນ​ຈະ​ຊຸກຍູ້ການ​ເຊື່ອມ​ໂຍງ​ສາກົນ​ໃຫ້​ກວ້າງຂວາງ​ເລິກ​ເຊິ່ງ​ແລະ​ມີ​ປະສິດທິ​ຜົນ​ຍິ່ງ​ກວ່າ​ອີກ.

ບັນດາ​ຜົນສຳ​ເລັດ​ແລະ​ບົດຮຽນ​ເບື້ອງ​ຕົ້ນ

ກ່ຽວ​ກັບ​ການ​ເຊື່ອມ​ໂຍງ ​ແລະ ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນຄວາມສະຫງົບ

​ເພື່ອ​ຫັນ​ເປັນ​ລະອຽດ ​ແລະ ​ຜັນ​ຂະຫຍາຍ​ບັນດາ​ທັດສະນະ​ຊີ້​ນຳ​ຂອງ​ພັກ​ກ່ຽວ​ກັບການ​ເຊື່ອມ​ໂຍງ​ສາກົນ ຮັບ​ໃຊ້​ໃຫ້​ແກ່​ການ​ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ ຮັບປະກັນ​ຄວາມສະຫງົບ​ຂອງ​ຊາດ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ຫວຽດນາມ​ໄດ້​ປະຕິບັດ​ບາດກ້າວ​ຫັນປ່ຽນ​ພື້ນຖານ ຈາກ​ການ​ເອົາ​ໃຈ​ໃສ່​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ​ໄປ​ສູ່​ການ​ນຳ​ເອົາ​ການ​ພົວພັນ​ເຂົ້າ​ສູ່​ລວງ​ເລິກ, ໝັ້ນ​ທ່ຽງ. ສືບ​ຕໍ່​ຍູ້​ແຮງ​ ເພີ່ມ​ທະວີ​ສາຍ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ​ແລະ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ບັນດາ​ປະ​ເທດ​ໃຫຍ່, ປະ​ເທດ​ເພື່ອນ​ມິ​ດທີ່​ເປັນ​ມູນ​ເຊື້ອ ​ແລະ ​ບັນດາ​ຄູ່​ຮ່ວມ​ທີ່​ມີ​ທ່າ​ແຮງ. ​ໃນ​ການຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ມີ​ຫຼາຍ​ເນື້ອ​ໃນ​ກ່ຽວກັບ​ການ​ປ້ອງ​ກັນ​ປະ​ເທດ-ປ້ອງກັນ​ຄວາມ​ສະຫງົບ ​ເຊັ່ນ​ບຳລຸງ​ສ້າງ ຝຶກ​ອົບຮົມ​ທາງ​ດ້ານ​ວິຊາ​ສະ​ເພາະ ​ແລະ ທັກ​ສະ​ເຕັກນິກ​ການ​ທະຫານ - ການ​ປ້ອງ​ກັນ​ຄວາມ​ສະຫງົບ; ປະສານ​ສົບ​ທົບ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານອາ​ຊະ​ຍາ​ກຳ​ຂ້າມ​ຊາດ; ປ້ອງ​ກັນ​ແລະ​ຕ້ານ​ຢາ​ເສບ​ຕິດ, ຮັບປະກັນ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ ​ແລະ ​ຄວາມ​ໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ​ເກືອບ​ທຸກ​ເວທີ​ປາ​ໄສ​ຄວາມ​ໝັ້ນຄົງ​ພາກ​ພື້ນ ​ແລະ ພວມ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຮ່ວມ​ມືທາງ​ດ້ານ​ການ​ທະຫານ​ເຊັ່ນ ​ແລກປ່ຽນ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ, ຕ້ອນຮັບ​ກຳ​ປັ່ນ​ຮົບ​ຂອງ​ກອງທັບເຮືອຕ່າງປະ​ເທດ​ມາ​ຢ້ຽມຢາມ​ມິດຕະພາບ; ດຳ​ເນີນ​ການ​ລາດຕະ​ເວນ​ຮ່ວມ​​ລະຫວ່າງ​ກອງທັບ​ເຮືອ​ຫວຽດນາມ ​ແລະ​ກອງທັບ​ເຮືອ​ຂອງ​ບາງປະ​ເທດ​. ມາ​ເຖິງ​ປະຈຸ​ບັນ, ຫວຽດນາມ​ມີ​ການ​ພົວພັນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ​ກັບ 80 ປະ​ເທດ, ປະກອບ​ດ້ວຍ​​ສະມາຊິກ​ທັງ​ໝົດຂອງ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​​ແຫ່ງ​ສະຫະ​ປະຊາ​ຊາດ. ການ​ພົວພັນ​ດ້ານ​ການ​ປ້ອງກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ​ຜ່ານການ​ເຊື່ອມ​ໂຍງ​ສາກົນບໍ່​ພຽງ​ແຕ່​ຍົກ​ສູງ​ຖານະ​ທີ່​ຕັ້ງ​ການ​ເມືອງ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ເພີ່ມ​ທະວີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ​ກຳລັງ​ແຮງ​ທາງ​ດ້ານ​ການ​ທະຫານ, ຮັບປະກັນ​ຄວາມ​ສະຫງົບ-ການ​ປ້ອງ​ກັນ​ປະ​ເທດຂອງ​ຫວຽດນາມ, ປະກອບສ່ວນຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

ການ​ເຊື່ອມ​ໂຍງ​ສາກົນ​ເພື່ອ​ພັດທະນາ​ຢ່າ​ໄວວາ ຍືນ​ຍົງ

ປະຕິບັດ​ບັນດາ​ທັດສະນະ​ຂອງ​ພັກ, ອີງ​ໃສ່​ໂຄງການ​ດຳ​ເນີນ​ງານ​ສະຕະວັດ​ທີ XXI ຂອງ​ສາກົນ, ວັນ​ທີ 17-8-2004, ນາຍົກລັດຖະມົນຕີຫວຽດນາມ​ໄດ້​ປະກາດ​ໃຊ້ “ກຳນົດ​ທິດ​ຍຸດ​ທະ​ສາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ” (​ໂຄງການ​ປະຕິບັດ​ງານ​ທີ 21 ຂອງ​ຫວຽດນາມ). ​ກຳນົດທິດຍຸດ​ທະ​ສາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ​ໄດ້​ຍົກໃຫ້​ເຫັນ​ຢ່າງ​ພົ້ນ​ເດັ່ນ​​ເຖິງບັນຫາທີ່​ວາງ​ອອກ​ມາ​ໃນ​ສາມຂົງ​ເຂດ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ, ບັນດາ​ສິ່ງ​ທ້າ​ທາຍ​ທີ່​ຫວຽດນາມ​ຕ້ອງ​ປະ​ເຊີນ​ໜ້າ. ຈາກ​ນັ້ນ, ​​ແຜນ​ຍຸດ​ທະ​ສາດ​ກຳນົດ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ບັນດາ​ພື້ນຖານ​ກົດໝາຍ ​ແລະ ບັນດາ​ໜ້າ​ທີ່​ຕ້ອງ​ສຸມ​ໃສ້​ແກ້​ໄຂ. ກຳນົດທິດຍຸດ​ທະ​ສາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມສະບັບ​ນີ້​ບໍ່​ປ່ຽນ​ແທນ​ໃຫ້ບັນດາ​ແຜນ​ຍຸດ​ທະ​ສາດ, ​ແຜນ​ແມ່​ບົດ ​ແຜນການ​ພັດທະນາ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ຂອງ​ປະ​ເທດ, ​ແຕ່​ມີ​ຈຸດປະສົງ​ເປັນ​ພື້ນຖານທິດ​ສະ​ດີ​ແລະ​ພຶດຕິ​ກຳ​ ເພື່ອຫັນ​ແຜນ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ​​ໄລຍະ​ຍາວ​ຂອງ​ຫວຽດນາມ​ໃຫ້ເປັນ​ລະອຽດ​ຕົວ​ຈິງ. ກຳນົດ​ທິດ​ບົນ​ພື້ນຖານຫັນ​ເປັນ​ລະອຽດຕໍ່​ບັນດາ​ເກນ​ດຳ​ນົດການ​ພັດ​ທະ​ນາ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ, ສິ່ງ​ແວດ​ລ້ອມ ທີ່​ຈະ​ຊ່ວຍ​ໃຫ້ການ​ວາງ​ແຜນ​ແມ່​ບົດ​ການ​ພັດທະນາ​ຢູ່​ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແນ​ໃສ່​​ເປົ້າ​ໝາຍຮັບປະກັນ​ຄວາມ​ເໝາະ​ສົມ​ກົມກຽວ​ລະຫວ່າງການ​ພັດທະນາ​ເສດຖະກິດ ​ກັບ​ການ​ປະຕິບັດ​ຄວາມຍຸຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັກສາ​ຄວາມ​ສະຫງົບ​ມັ້ນຄົງ​ຂອງ​ປະ​ເທດ​ຊາດ.

ກ່ຽວ​ກັບ​ບັນດາ​ໜ້າ​ທີ່​ອັນ​ລະອຽດ​ເພື່ອ​ພັດທະນາ​ຢ່າງ​ໄວວາ ຍືນ​ຍົງ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ຊີ້​ແຈ້ງ: “ພັດທະນາ​ເສດຖະກິດ​ຢ່າງ​ໄວວາ​ແລະ​ຍືນ​ຍົງ; ເສດຖະກິດ​ເຕີບ​ໂຕ​ສູງ​ກວ່າ 5 ປີ​ກ່ອນ ບົນ​ພື້ນຖານ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ, ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການເຕີບ​ໂຕ, ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເສດຖະກິດ; ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ຫັນ​ກະສິກຳ ຊົນນະບົດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ຕິດ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ພັດທະນາ​ເສດຖະກິດ​ພູມ​ປັນຍາ, ຍົກ​ສູງ​ລະດັບ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ຂອງ​ບັນດາ​ຂະ​ແໜງ​ການ ບັນດາ​ຂົງ​ເຂດ; ຍົກ​ສູງ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ກຳລັງ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ; ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເຂົ້າ​ຮ່ວມ​ຢ່າງ​ມີປະສິດທິ​ຜົນ​ໃນ​ເຄືອ​ຂ່າຍການ​ຜະລິດ ​ແລະ ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ”(2).

ສັງ​ເກດສະພາບ​ຕົວ​ຈິງອາດ​ຈະ​ເຫັນ​ວ່າ ການ​ເຊື່ອມ​ໂຍງ​ສາກົນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາຢ່າງ​ໄວວາ​ແລະ​ຍືນ​ຍົງ​ຂອງ​ຫວຽດນາມ​​ໃນ​ດ້ານ​ຕ່າງໆດັ່ງ​ນີ້:

ທີ​ໜຶ່ງ, ການ​ເຊື່ອມ​ໂຍງ​ສາກົນ, ​ເຂົ້າ​ຮ່ວມ​ການ​ແບ່ງ​ງານ​ແລະ​ຮ່ວມ​ມື​ສາກົນ​ ຊ່ວຍ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ການ​ຜະ​ລິດ ​ແລະ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ, ກຳນົດ​ຖານະ​ທີ່​ຕັ້ງ​ຂອງ​ຕົນ​ໄດ້, ບົນ​ພື້ນຖານ​ນັ້ນ, ຊອກ​ຫາ​ວິທີ​ແກ້​ໄຂ​ເພື່ອ “​ໄປ​ທາງລັດ, ​ໄປຕ້ອນ​ໜ້າ” ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ, ມີ​ເງື່ອນ​ໄຂ​ເຂົ້າ​ສູ່​ການ​ຫັນ​ເ​ປັນ​ທັນ​ສະ​ໄໝ​ໂດຍ​ກົງ, ຈາກ​ນັ້ນ​ຫຍໍ້​ສັ້ນ​ຄວາມ​ແຕກ​ໂຕນ​ທາງ​ດ້ານລະດັບ​ການ​ພັດທະນາທຽບ​ກັບ​ບັນດາ​ປະ​ເທດ​ອື່ນ.

ທີ​ສອງ, ການ​ເຊື່ອມ​ໂຍງ​ສາກົນຊຸກຍູ້​ການ​ດຶງ​ດູດທຶນ ​ເຕັກນິກ​ຈາກ​ຕ່າງປະ​ເທດ​ເພື່ອ​ເພີ່ມ​ແຫຼ່ງພະລັງ​ໂດຍ​ລວມຂອງ​ປະ​ເທດ, ປະກອບສ່ວນ​ຫຼາຍ​ພໍ​ຄວນ​ເຂົ້າ​ໃນ​ການ​​ເຕີບ​ໂຕ ຈີ​ດີ​ພີ ຂອງ​ຫວຽດນາມ. ຕາມ​ຕົວ​ເລກ​ສະຖິຕິ ມາ​ຮອດ​ປະຈຸ​ບັນ ທົ່ວ​ປະ​ເທດ​ມີ 23.594 ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດທີ່​ກຳລັງ​ເຄື່ອນ​ໄຫວ ດ້ວນ​ຈຳນວນ​ທຶນ​ຈົດ​ທະບຽບທັງ​ໝົດ 306,3 ຕື້​ໂດ​ລາ​ສະຫະລັດ.

ທີ​ສາມ, ດ້ວຍ​ການ​ເຊື່ອມ​ໂຍງຢ່າງ​ຄົບ​ຖ້ວນ​ເຂົ້າ​ໃນ​ບັນດາ​ການຈັດ​ຕັ້ງ​ເສດຖະກິດ​ໂລກ​ແລະ​ພາກ​ພື້ນ ຫວຽດນາມຈະ​ມີ​ເງື່ອນ​ໄຂ​ເພື່ອ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການຄຸ້ມ​ຄອງ​ບໍລິຫານ, ຍຸດ​ທະ​ສາດ​ການ​ລົງທຶນ​ພັດທະນາ, ຫຼຸດຜ່ອນ​ຄວາມ​ສ່ຽງ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ຕ່າງໆ​ຍ້ອນ​ຜົນ​ກະທົບ​ທາງ​ລົບ​ຈາກ​ພາຍ​ນອກ, ​ເຊັ່ນ​ວິ​ກິດ​ການ​ເສດຖະກິດ, ທ່າ​ອຽງປົກ​ປ້ອງ​​ເສດຖະກິດ​ຂອງ​ຕ່າງປະ​ເທດ.

ທີ​ສີ່, ການ​ເຊື່ອມ​ໂຍງ​ສາກົນສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມລົງທຶນ​ຢູ່​ຕ່າງປະ​ເທດ ​ເພື່ອ​ລອງ​ແຮງ​ແຂ່ງຂັນ, ຍົກ​ສູງ​ລະດັບ​ການ​ຄຸ້ມ​ຄອງ​ບໍລິຫານ, ມອບ​ໂອນ​ວິທະຍາ​ສາດ-​ເຕັກ​ໂນ​ໂລ​ຊີ.

ທີ​ຫ້າ, ການ​ເຊື່ອມ​ໂຍງ​ສາກົນອຳນວຍ​​​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ແຮງ​ງານ ຊ່ວຍ​ໃຫ້​ຜູ້​ອອກ​ແຮງ​ງານ​ມີ​ເງື່ອນ​ໄຂຮັບ​ເອົາ​ແບບ​ແຜນການ​ເຮັດ​ວຽກ, ຈັດ​ຕັ້ງ​ການ​ຜະລິດ. ​ເລື່ອງ​ນີ້​ບໍ່​ພຽງ​ແຕ່​ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຫຼຸດຜ່ອນ​ການ​ວ່າງ​ງານ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ສ້າງ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ກໍ່​ຄື​ເພີ່ມ​ລາຍ​ໄດ້​ໃຫ້​ຜູ້​ອອກ​ແຮງ​ງານ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ງົບປະມານ​ຂອງ​ລັດອີກ​ນຳ.

ທີ​ຫົກ, ການ​ເຊື່ອມ​ໂຍງ​ສາກົນທາງ​ດ້ານ​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີຊ່ວຍ​ໃຫ້​ຫວຽດນາມ​ຮັບ​ເອົາ​ສິ່ງ​ຍອດ​ຍິ່ງ​ໃນ​ວັດທະນະທຳ​ຂອງ​ມະນຸດຊາດ, ປະກອບສ່ວນ​ເຮັດ​​ໃຫ້ມີ​ການ​ຫັນ​ປ່ຽນຢ່າງຕັ້ງໜ້າ​ໃນ​ວຽກ​ງານ​ການ​ສຶກສາ, ສາທາລະນະສຸກ, ການ​ຄຸ້ມ​ຄອງ​ສັງຄົມ; ການ​ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ... ສິ່ງ​ທັງ​ໝົດ​ເຫຼົ່າ​ນີ້ປະກອບສ່ວນ​ໂດຍ​ກົງ​ຫຼື​ໂດຍ​ທາງ​ອ້ອມ​ເຂົ້າ​ໃນ​ການ​ຊຸກຍູ້​​ເສດຖະກິດ-ສັງຄົມຂອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ.

ບັນດາ​ບົດຮຽນ​ເບື້ອງ​ຕົ້ນ

ຈາກ​ບັນດາ​ຜົນສຳ​ເລັດ​ແຫ່ງ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຍຸດ​ທະ​ສາດ​ຂອງ​ພັກກ່ຽວ​ກັບ​ການ​​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ອາດ​ຈະ​ຖອດ​ຖອນ​ບົດຮຽນ​ເບື້ອງ​ຕົ້ນ​ຈຳນວນ​ໜຶ່ງດັ່ງ​ນີ້:

ທີ​ໜຶ່ງ, ​ເມື່ອ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ສາກົນ, ຕ້ອງ​ຄິດ​ໄລ່​ຢ່າງຮອບ​ຄອບ​ກ່ຽວ​ກັບ​ບັນດາ​ຜົນ​ກະທົບ​ແລະຜົນ​ຕາມ​ມາ​ທີ່​ຍາວ​ນານ​ຂອງ​ຂະ​ບວນວິວັດ​ໂລກາ​ພິວັດ ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ປະ​ເທດ. ຕ້ອງ​ເຊື່ອມ​ຕິດ​ຍຸດ​ທະ​ສາດ​ການ​ພັດທະນາ​ຢ່າງ​ໄວວາ ຍືນ​ຍົງ ພ້ອມ​ດ້ວຍ​ບັນດາ​ບາດກ້າວ​ລະອຽດ​ໃນ​ປະ​ເທດ ກັບ​ການ​ຜັນ​ປ່ຽນ​ຢ່າ​ງໄວວາຂອງ​ເສດຖະກິດ​ໂລກ, ​ເຮັດ​ຄື​ແນວ​ໃດ​ໃຫ້​ບັນດາ​ຄຳ​ໝັ້ນ​ສັນຍາ, ຂໍ້​ຕົກລົງ​ໃນ​ບັນດາ​ຂອບ​ຮ່ວມ​ມື​ສອງ​ຝ່າຍ, ອະນຸ​ພາກ​ພື້ນ, ພາກ​ພື້ນ​ແລະ​ທົ່ວ​ໂລກ ​ໄດ້​ຮັບ​ການ​ຂັບ​ເຄື່ອນ​ຢ່າງ​ປະສົມ​ກົມກຽວ, ບໍ່​ຖືກ​ຜິດ​ດ່ຽງ ​ຫຼື​ຂັດ​ແຍ່ງ​ກັນ.

ທີ​ສອງ, ​ເພື່ອ​ຫຼີກ​ລ່ຽງບໍ່​ໃຫ້​ເກີດ​ຄວາມ​ສັບສົນວຸ້ນວາຍທາງ​ສັງຄົມ, ຍາມ​ໃດ​ກໍ່​ຕ້ອງ​ຮັບປະກັນ​ຄວາມ​ສົມ​ດຸນ​ເໝາະ​ສົມ​ລະຫວ່າງ​ບັນດາ​ການ​ພົວພັນ: ການ​ພົວພັນ​ລະຫວ່າງ​ ການຍູ້​ແຮງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ ກັບ​ການ​​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ; ການ​ພົວພັນ​ລະຫວ່າງ ​ການ​​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ ກັບ​ການ​ຮັກສາ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ເທດ; ການ​ພົວພັນ​ລະຫວ່າງ ສິດຜົນປະ​ໂຫຍ​ດ ​ແລະ ​ພັນທະ​ຂອງ​ປະ​ເທດ​ໃນ​ບັນດາ​ສະ​ຖາ​ບັນ​ການຈັດ​ຕັ້ງເຊື່ອມ​ໂຍງສາກົນ, ລະຫວ່າງ​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ ກັບ​ບັນດາ​ຄວາມ​ຮຽກຮ້ອງ ຕ້ອງການ​ຂອງ​ພາຍ​ນອກ; ລະຫວ່າງ​ບັນດາ​ບັນຫາ​ເສດຖະກິດ ການ​ຄ້າ ກັບ​ບັນດາ​ຂົງ​ເຂດ​ອື່ນ. ຕ້ອງ​ຮີບ​ປັບ​ຕົວ​ໃຫ້​ເໝາະ​ສົມ, ກະທົບ​ຕ​ອບຢ່າງ​ໄຫວ​ພິບ, ສ້າງ​ແລະ​ເພີ່ມ​ທະວີ​ການ​ນຳ​ໃຊ້​ທ່າ​ແຮງ​ປຽບທຽບ​ຂອງ​ປະ​ເທດ ​ເພື່ອ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ. ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້​ປະກົດ​ເປັນ​ຈິ​ງ, ປົກ​ປັກ​ຮັກສາ​ຕະຫຼາດ​ແລະ​ສິ່ງ​ແວດ​ລ້ອມ​ໃນ​ປະ​ເທດ.

ທີ​ສາມ, ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້​ແລະ​ການ​ກະທຳ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ, ສ້າງ​ໃຫ້​ພະນັກ​ງານ ປະຊາຊົນ​ມີຄວາມ​ຕ້ານທານ​ສູງ ​ເພື່ອ​ຮັບ​ມື​ກັບດ້ານ​ຊ້າຍ-ຜົນ​ກະທົບ​ທາງ​ລົບຕ່າງໆ​ໃນ​ການ​ເຊື່ອມ​ໂຍງ. ຄິດ​ໄລ່​ຢ່າງຮອບ​ຄອບ​ແຕ່ລະ​ຂົງ​ເຂດ​ລະອຽດ ກໍ່​ຄື​ຂອບ​ເຂດ, ລະດັບ​ການ​ຮ່ວມ​ມື ​ໂດຍ​ແລ້ວ​ແຕ່​ເງື່ອນ​ໄຂ​ຢູ່​ພາຍ​ໃນ​ປະ​ເທດ. ​ເຊື່ອມ​ໂຍງ​ແຕ່​ຕ້ອງ​ຮັກສາ​ກຳນົດ​ທິດ​ການ​ພັດທະນາ​ປະ​ເທດ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຮັບປະກັນ​ຄວາມ​ສະຫງົບ​ໝັ້ນຄົງ​ຂອງ​ຊາດ, ຮັກສາ​ຄຸນຄ່າ​ມູນ​ເຊື້ອ​ຂອງ​ຊາດ. ກຳນົດ​ແຈ້ງ ການ​ເຊື່ອມ​ໂຍງ​ແມ່ນ​ຂະ​ບວນວິວັດ​ທີ່​ມີ​ທັງ​ໂອກາດ​ອຳນວຍຫຼາຍ ທັງ​ປະສົບ​ສິ່ງ​ທ້າ​ທາຍ​ຫຼາຍ, ທັງ​ຮ່ວມ​ມື ທັງ​ຕໍ່ສູ້.

ທີ​ສີ່, ດຳ​ເນີນ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ຂະ​ບວນ​ໂລກາ​ພິວັດ​ແມ່ນ​ພື້ນຖານ​ພາວະ​ວິ​ໄສ​ຂອງນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ຖືກຕ້ອງ ທັນ​ການ ຊຶ່ງຈະ​ຊຸກຍູ້​ໃຫ້ການ​ເຊື່ອມ​ໂຍງ​ຂະຫຍາຍຕົວ​ທັງ​ລວງ​ກວ້າງ​ແລະ​ລວງ​ເລິກ. ​ແຕ່​ຕ້ອງ​ຖື​ວ່າ ການ​ເຊື່ອມ​ໂຍງ​ບໍ່​ແມ່ນ​ເປົ້າ​ໝາຍ ​ມັນ​ແມ່ນ​ພາຫະນະ​ເພື່ອ​ປະສານ​ສົມທົບຢ່າງມີ​ປະສິດທິ​ຜົນບັນດາ​ແຫຼ່ງຊັບພະຍາກອນ​ໃນ​ປະ​ເທດ​ ແລະ​ ຊັບພະຍາກອນ​ຕ່າງປະ​ເທດ, ​ເປີດ​ກວ້າງພື້ນ​ທີ່​​ເທສະແລະ​ສະພາບ​ແວດ​ລ້ອມ​ການ​ພັດທະນາ, ​ເສີມ​ຂະຫຍາຍ​ທ່າ ​ແລະ ​ກຳລັງ​ແຮງ​ຂອງ​ປະ​ເທດ​ໃນ​ເວທີ​ສາກົນ./.

    ​ໂດຍ ສຈ,ປອ. ວຸ໊ ວັນ ​ຮ່ຽນ

ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ

--------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 902 (ເດືອນທັນວາ 2017)

(1), (2) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 154-155, 77.