ວກ. - ​ໃນ​ປີ 2017, ​ເຖິງ​ວ່າ​ສັນຕິພາບ ການ​ຮ່ວມ​ມື ​ແລະ​ການ​ພັດທະນາ ​ເປັນ​ທ່າ​ອຽງ​ໃຫຍ່​ກໍ່ຕາມ, ​ແຕ່​ກໍ່ອາດ​ຈະ​ເວົ້າ​ໄດ້​ວ່າ ພວກ​ເຮົາ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ ​ໃນ​ສະພາບການ​ໂລກ​ແລະ​ພາກ​ພື້ນ ມີ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ​ແລະ​ສັບສົນ ທັງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ.

ບັນດາຜູ້ນຳຂອງບັນດາເຂດເສດຖະກິດສະມາຊິກຂອງ ເອເປກ (ພາບ: vov.vn)

ເສດຖະກິດ​ໂລກ​ກຳລັງ​ເຕີບ​ໂຕ​ດີ​ຂຶ້ນ, ​ແຕ່​ຍັງຄົງ​ປະ​ເຊີນ​ກັບຄວາມ​ສ່ຽງ, ຄວາມ​ບັງ​ເອີນ​ຫຼາຍ​ຢ່າງ ຍ້ອນ​ຄວາມ​ບໍ່​ໝັ້ນຄົງ​ທາງ​ດ້ານ​ການ​ເງິນ-​ເງິນຕາ, ຄວາມ​ບໍ່​ໝັ້ນຄົງທາງ​ພູມິສາດ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ສາກົນ, ຍ້ອນ​ການ​ເຄື່ອນ​ໄຫວ​ປະຊາ​ນິຍົມ ​ແລະລັດທິ​ປົກ​ປ້ອງ​ຕະຫຼາດ​ພາຍ​ໃນ. ການ​ເຊື່ອມ​ໂຍງ​ເສດຖະກິດ-ການ​ຄ້າ​ໃນ​ພາກ​ພື້ນ​ແລະ​ໃນ​ທົ່ວ​ໂລກ ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ, ​ແຕ່​ການ​ຮ່ວມ​ມື​ສາກົນ​ແລະ​ເສລີພາບ​ທາງ​ການ​ຄ້າກຳລັງ​ປະສົບ​ຄວາມ​ຫຍຸ້ງຍາກ​ບໍ່​ນ້ອຍ, ​ໃນ​ຂະນະ​ທີ່ທຸກ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມຕ້ອງການ​ຮັບປະກັນ​ແຮງ​ຜັດ​ດັນ​ການ​ເຕີບ​ໂຕ​ທີ່​ຈຳ​ເປັນ ​ແລະ ຕ້ອງ​ປັບ​ຕົວຢ່າງ​ມີ​ປະສິດທິ​ຜົນ​ກັບ​ຄວາມ​ຕ້ອງການ​ໃໝ່​ ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4.

ການ​ພົວພັນ​ສາກົນ​ໃນ​ປີ 2017 ຖືກ​ກະທົບ​ຢ່າງ​ແຂງ​ແຮງ​ຈາກ​ການ​ດັດສົມ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ໃຫຍ່, ພາ​ໃຫ້​ມີ​ການປ່ຽນ​ແປງ​ຫຼາຍ​ດ້ານ​ຢູ່​​ໃນ​ພາກ​ພື້ນຕ່າງໆ, ​ໃນ​ນັ້ນ​ມີ​ພາກ​ພື້ນ​ອາຊີ-ປາຊີ​ຟິກ. ການ​ຮ່ວມ​ມື ​ແລະການ​ແຂ່ງຂັນ​​ໄດ້ແຊກ​ຊ້ອນ​ກັນ​ຢ່າງ​ສັບສົນ, ການ​ເຕົ້າ​ໂຮມ​ກຳລັງ​ພາຍ​ໃຕ້​ຮູບ​ການ​ແລະ​ສີສັນ​ໃໝ່ ​ໄດ້ວາງ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງອອກ​ມາ​ ໃຫ້​ບັນດາ​ປະ​ເທດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ. ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ ໄດ້​ສືບ​ຕໍ່​ຢືນຢັນ​ບົດບາດ​ຂອງ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ທີ່​ປະສົບ​ຄວາມ​ສຳ​ເລັດ​ເປັນ​ຢ່າງ​ດີ, ​ໄດ້ມີ​ຄວາມ​ພະຍາຍາມ​​ໃນການ​ຮັກສາ​ຄວາມ​ສາມັກຄີ ​ແລະ ກໍ່ສ້າງ​ປະຊາ​ຄົມ ອາ​ຊຽນ, ​ແຕ່​ກໍ່​ຕ້ອງ​ປະ​ເຊີນ​ກັບສິ່ງ​ທ້າ​ທາຍ​ບໍ່​ນ້ອຍ​ ເພື່ອ​ຮັກສາ​ບົດບາດ​ທີ່​ຕັ້ງ​ຂອງ​ຕົນ.

​ໃນ​ສະຖານະ​ການ​ດັ່ງກ່າວ, ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປີ 2017 ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນສຳ​ເລັດ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ ​ເຊິ່ງ​ໄດ້​ຜັນ​ຂະຫຍາຍ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ຂຸ້ນຂ້ຽວ, ຍົກ​ລະດັບ​ການ​ພົວພັນ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ຂຶ້ນ, ຮັບ​ໃຊ້​ບັນດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ໃຫຍ່​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ວາງ​ໄວ້. ຜົນ​ກໍ່​ຄື ປີ 2017 ຖືກ​ປະ​ເມີນ​ວ່າ​ເປັນ​ປີ​ສຳ​ເລັດ​ຜົນ​ທີ່​ສຸດ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ອາດ​ຈະ​ເຫັນ​ສິ່ງ​ດັ່ງ​ກ່າວ​ນັ້ນ​ໃນ​ບາງ​ຈຸດ​ໃຫຍ່​ລຸ່ມ​ນີ້:

ສິ່ງ​ທີ່ກວມ​ລວມ​ແລະ​ໂດດ​ເດັ່ນ​ແມ່ນ ພວກ​ເຮົາ​ໄດ້​ປະຕິບັດ​ບົດບາດປະ​ເທດ​ເຈົ້າພາບ​ຂອງ​ປີ ​ເອ​ເປ​ກ 2017 ຢ່າງ​ດີ​ເດັ່ນ ​ເຊິ່ງຈຸດ​ສູງ​ສຸດ​ຄື ສັບປະດາ​ຂັ້ນ​ສຸດ​ຍອດ​ ​ເອ​ເປ​ກ ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ ດາ​ນັ້ງ. ​ເຫດການ​ນີ້​ໄດ້​ສ້າງ​ຜົນ​ກະທົບ​ທາງ​ບວກ​ເຖິງດ້ານ​ຕ່າງໆຫຼາຍ​ດ້ານ, ສືບ​ຕໍ່​ຢືນຢັນ ​ເອ​ເປ​ກ ​ເປັນ​ເວທີ​ປາ​ໄສ​ການ​ຮ່ວມ​ມື ​ເຊື່ອມ​ໂຍງ​ເສດຖະກິດຊັ້ນ​ນຳ​ໃນ​ພາກ​ພື້ນ, ​​ໃຫ້​ເຫັນ​ແຈ້ງ​ເຖິງ​ບົດບາດ​ຂອງ​ຫວຽດນາມ ​ໃນ​ເຫດການທີ່​ມີ​ລະດັບ “ທົ່ວ​ໂລກ” ນີ້. ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ໜ້າ​ຄົບ​ຕາ​ຂອງ​ບັນດາ​ຜູ້ນຳ​ຂອງ​ບັນດາ​​ເຂດ​ເສດຖະກິດ​ສະມາ​ຊິກ ​ເອ​ເປ​ກ ​ແລະ ​ຈຳນວນ​ຜູ້​ແທນ, ນັກທຸລະກິດ, ນັກ​ຂ່າວ​ທີ່​ຫຼາຍ​ກວ່າ​ທຸກ​ປີໃນ​​ໄລຍະ 10 ປີ​ທີ່​ຜ່ານ​ມາ; ຂອດຕ່າງໆ ​ນັບແຕ່​ການຈັດ​ຕັ້ງ, ​ເປັນ​ປະທານ, ປະສານ​ການ​ເຄື່ອນ​ໄຫວ ​ເຖິງ​ຄຸນນະພາບ​ເນື້ອ​ໃນ​ຂອງ​ເອກະສານ​ຕ່າງໆ; ການຮັກສາ​ຄວາມ​ປອດ​ໄພ​ ແລະ​ຮັບປະກັນຄວາມ​ປອດ​ໄພ​ເດັດ​ຖານ​ໃນ​ປີ ​ເອ​ເປ​ກ 2017... ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​​ໃຫ້​ກັບ​ເພື່ອນ​ມິດສາ​ກົນ. ບັນດາ​ສະມາຊິກ, ​ເພື່ອນ​ມິດ ​ແລະ ອົງການຂ່າວຕ່າງປະ​ເທດ​ໄດ້​ໃຫ້ການ​ປະ​ເມີນ​ສູງ​ຕໍ່​ຫົວ​ຂໍ້​ປີ ​ເອ​ເປ​ກ 2017 ຂອງ​ຫວຽດນາມ ​ແລະ ສີ່​ບຸລິມະສິດ​ຂອງ​ວາລະ​ການ​ປະຊຸມ​ແລະ​ເນື້ອ​ໃນ​ຂອງ​ເອກະສານ. ​ເຫດການ​ນີ້​ໄດ້​ພາ​ໃຫ້​ຫວຽດນາມ​ກາຍ​ເປັນຈຸດ​ສຸມ​ແຫ່ງ​ຄວາມ​ສົນ​ໃຈ​ຂອງ​ໂລກ, ປະກອບສ່ວນສົ່ງ​ເສີມ​ພາບ​ພົດ​ຫວຽດນາມ, ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ແລະ​ອິດ​ທິພົນ​ຂອງ​ຫວຽດນາມ.

ປີ ​ເອ​ເປ​ກ 2017 ​ແມ່ນ​ການສະ​ແດງ​ອອກ​​ໃຫ້​ເຫັນຢ່າງມີ​ຊີວິດ​ຊີວາ ​ເຖິງ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຂອງ​ພວກ​ເຮົາ ​ເຊິ່ງ​ໄດ້​ຮັບ​ການ​ຍົກ​ຂຶ້ນ​​ສູ່​ລະດັບ​​ໃໝ່, ຫັນ​ໄປ​ສູ່ “ການ​ເປັນ​ເຈົ້າ​ການ​ປະກອບສ່ວນ​ກໍ່ສ້າງ, ກຳນົດ​ຫຼັກ​ເກນການ​ພົວພັນ​ທົ່ວ​ໄປ”, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້ບັນດາ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ທາງ​ດ້ານ​ຄວາມໝັ້ນຄົງ ​ແລະ​ການ​ພັດທະນາ​ຂອງຫວຽດນາມ, ພ້ອມ​ກັນ​ນັ້ນ ​ກໍ່ສະ​ແດງ​​ເຖິງ​ຈິດ​ໃຈ​ຂອງ “ສະມາຊິກ​ທີ່​ມີ​ຄວາມຮັບຜິດ​ຊອບ​ໃນ​ປະຊາ​ຄົມ​ສາກົນ”.

ຜົນສຳ​ເລັດ​ຂອງ​ເຫດການ​ນີ້​ໄດ້​ສ້າງ​ໃຫ້​ມີ​ຄວາມຮັບ​ຮູ້​ໃໝ່, ຄວາມ​ເຊື່ອ​ຖື​ໃໝ່, ກຳລັງ​ແຮງ​ໃໝ່, ບັນຍາກາດ​ໃໝ່​ໃຫ້ການ​ເຊື່ອມ​ໂຍງ​ສາກົນ, ປຸກລຸກ​ຄວາມ​ທະ​ນົງ​ໃຈ​ແຫ່ງ​ຊາດ, ມານະ​ຈິດ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຕົນ​ດ້ວຍຕົນ​ເອງ ​ແລະ ຄວາມ​ປາຖະໜາ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ ​ແລະຊຸມ​ຊົນ​ນັກທຸລະ​ກິດຫວຽດນາມ.

​ໃນ​ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ທີ່​ສຸ​ດ ​ເພື່ອ​ຍູ້​ແຮງ​ແລະ​ເພີ່ມ​ທະວີ​ສາຍ​ພົວພັນ​ກັບບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ປະ​ເທດ​ໃນ​ພາກ​ພື້ນ, ປະ​ເທດ​ໃຫຍ່, ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ເລິກ​ເຊິ່ງຍິ່ງ​ກວ່າ​ອີກ. ​ໃນ​ປີ 2017, ບັນດາ​ສະຫາຍ​ຜູ້ນຳ​ຂັ້ນ​ສູງ​ຂອງ​ພວກ​ເຮົາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ 18 ຄັ້ງ​ເຖິງ 19 ປະ​ເທດ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ຫຼາຍ​ຝ່າຍ 8 ຄັ້ງ, ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍກັບ​ຜູ້ນຳ, ປະມຸ​ກຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ເປັນ​ຮ້ອຍ​ຄັ້ງ, ພ້ອມ​ກັນ​ນັ້ນ​ ​ກໍ່​ໄດ້ຕ້ອນຮັບ​ 36 ປະມຸກ​ແລະ​ນາຍົກລັດຖະມົນຕີ​ຂອງ​ຕ່າງປະ​ເທດ ມາ​ຢ້ຽມຢາມ​ຫວຽດນາມ.

ພິ​ເສດ, ​ໃນ​ໂອກາດ​ສັບປະດາ​ຂັ້ນ​ສຸດ​ວອດ ເອ​ເປ​ກ 2017, ພວກ​ເຮົາ​ໄດ້​ຍົກ​ລະດັບ​ການ​ພົວພັນ ​ແລະ ຍູ້​ແຮງ​ການ​ພົວພັນ​ກັບບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຫວຽດນາມ. ສະ​ເພາະ​ໃນ​ໂອກາດ​ນີ້ ພວກ​ເຮົາ​ໄດ້​ຕ້ອນຮັບ​ທ່ານ ສີ ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ແຫ່ງ ສປ ຈີນ, ທ່ານ ​ໂດ​ນັນ ທຣຳ ປະທານາທິບໍດີ ສະຫະລັດ​ອາ​ເມຣິກາ ທີ່​ມາ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ​ໃນ​ວັນ​ດຽວ​ກັນ. ພ້ອມ​ກັບ​ການ​ຟ້ຽມຢາມ​ເຫຼົ່າ​ນັ້ນ ​ແມ່ນການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ ຊີ​ເລ, ການ​ຢ້ຽມຢາມ​ຂອງ​ນາຍົກລັດຖະມົນຕີ ກາ​ນາ​ດາ ​ແລະ ດຳ​ເນີນ​ການ​ພົບ​ປະ 50 ຄັ້ງ​ກັບ​ຜູ້ນຳ​ຂອງ​ບັນດາ​ເຂດ​ເສດຖະກິດ​ສະມາຊິກ​ຂອງ ​ເອ​ເປ​ກ.

​ເນື້ອ​ໃນ​ຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດມີ​ຄວາມ​ເໝາະ​ສົ​ມ​ແລະ​ແທດ​ຈິງ​ແທ້, ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃຫ້​ນັບ​ມື້​ນັບເຂົ້າ​ສູ່​ລວງ​ເລິກ ໝັ້ນຄົງ​ ແລະ​ຍືນ​ຍົງ. ຜ່ານບັນດາ​ການສະ​ເຫຼີ​ມສະຫຼອງການ​ພົວພັນ​ທີ່​ສຳຄັນກັບ​ລາວ ​ແລະ​ ກຳປູ​ເຈຍ, ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ, ມີ​ອານ​ມາ, ສິງກະ​ໂປ, ​ໄທ..., ພວກ​ເຮົາ​ໄດ້​ເພີ່ມ​ທະວີ​ຄວາມ​ເຊື່ອ​ຖື​ທາງ​ການ​ເມືອງ ​ແລະ​ຍູ້​ແຮງ​ການ​ພົວພັນ​ຢ່າງ​ມີ​ເນື້ອ​ແທ້ ມີ​ປະສິດທິ​ຜົນ​ ກັບບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃນ​ພາກ​ພື້ນ. ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ອື່ນ​ຄື ຈີນ, ລັດ​ເຊຍ, ອາ​ເມຣິກາ, ຍີ່ປຸ່ນ, ອິນ​ເດຍ ​ໄດ້​ຮັບ​ການ​ຍົກ​ສູງ​ທາງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ. ປະ​ເທດ​ຂອງພວກ​ເຮົາ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ປະ​ເທດມີ​ອານ​ມາ ​ແລະ ປະ​ເທດກາ​ນາ​ດາ.

ພວກ​ເຮົາ​ໄດ້​ສືບ​ຕໍ່​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ​ເສີນ​ຂະຫຍາຍ​ບົດບາດ​ໃນ​ບັນດາ​ສາຍ​ພົວພັນ​ເຊື່ອມ​ໂຍງ​ແລະ​ຮ່ວມ​ມື​ເສດຖະກິດ​ໃນ​ພາກ​ພື້ນ​ແລະ​ສາກົນ, ສຳ​ເລັດ​ເປັນ​ຢ່າງ​ດີ​ໜ້າ​ທີ່​ພົວພັນ​ຕ່າງປະ​ເທດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ. ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ແລະ​ເຊື່ອມ​ໂຍງ​ສາກົນ ​ໄດ້​ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງມະຕິ​ສະບັບ​ທີ 06-NQ/TW, ວັນ​ທີ 5 ພະຈິກ 2016, ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ​ສີ່​ ສະ​ໄໝ​ທີ XII ກ່ຽວ​ກັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ຂະບວນວິວັດການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ຮັກສາສະຖຽນລະພາບທາງການເມືອງ-ສັງຄົມ ໃນສະພາບການທີ່ປະເທດເຮົາເຂົ້າຮ່ວມໃນບັນດາສັນຍາການຄ້າເສລີຮຸ່ນໃໝ່. ຫວຽດນາມ​ພ້ອມ​ກັບ​ບັນດາ​ປະ​ເທດສະມາຊິກ​ຢຶດໝັ້ນ​ພື້ນຖານ​ເພື່ອ​ສືບ​ຕໍ່ປຶກສາ​ເຈລະຈາ​ແນ​ໃສ່​ບັນລຸ​ເຖິງ​ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກຮອບດ້ານ​ແລະ​ກ້າວໜ້າ (CPTPP), ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ. ພວກ​ເຮົາ​ກໍ່​ພວມ​ພ້ອມ​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວ ຊຸກຍູ້​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດຮອບດ້ານ​ໃນ​ພາກ​ພື້ນ (RCEP), ຍູ້​ແຮງການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ເພື່ອ​ຂົນຂວາຍ​ແລະ​ຊຸກຍູ້​ໃຫ້​ສະຫະພາບ​ເອີຣົບ (EU) ນຳ​ເອົາສັນຍາ​ການ​ຄ້າ​ເສລີ​ຫວຽດນາມ-ອີ​ຢູ (EVFTA) ອອກ​ມາ​ເພື່ອ​ລົງ​ນາມ​ເປັນ​ທາງ​ການ​​ໂດຍ​ໄວ ​ແລະ ​ໃຫ້​ສັດຕະຍາບັນ, ຜັນຂະຫຍາຍ​ປະຕິບັດ. ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມືກໍ່​ເ​ປັນ​ເອກະ​ສັນຈະ​ພ້ອມ​ກັນ​ກັບ​ຫວຽດນາມ​ຜັນ​ຂະຫຍາຍປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ສັນຍາ​ການ​ຄ້າ​ເສດ​ລີ​ຫວຽດນາມ - ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ, ສັນຍາ​ການ​ຄ້າ​ເສ​ລີ​ຫວຽດນາມ - ສ.​ເກົາຫຼີ.

ຜົນ​ກະທົບ​ຈາກ​ຄວາມ​ສາມາດ​ບົ່ມຊ້ອນ​​ດ້ານການ​ເຕີບ​ໂຕ, ຈາກ​ຄວາມ​ຕັດສິນ​ໃຈປະຕິ​ຮູບ​ແລະ​ເຊື່ອມ​ໂຍງ​ສາ​ກົນ​ຂອງ​ຫວຽດນາມສະ​ແດງ​ອອກ​ຜ່ານ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ທີ່​ຫຼາຍ​ຮູ​ບຫຼາຍ​ແບບ, ພ້ອມ​ກັບ​ມາດ​ຕະການ​ທີ່​ເຂັ້ມ​ແຂງ​ໃນ​ການ​ກໍ່ສ້າງລັດຖະບານທີ່​ມີ​ລັກ​ສະ​ນະ​ສ້າງສັນນັ້ນ ​ໄດ້ປະກອບສ່ວນ​ຊ່ວຍ​ໃຫ້ການ​ພົວພັນ​ທາງ​ເສດຖະກິດ​ຂອງ​ພວກ​ເຮົາກັບ​ບັນດາ​ຄູ່​ຮ່ວມ​ມື​ໄດ້​ຮັບ​ການ​ເພີ່ມ​ທະວີ, ບັນດາ​ເປົ້າໝາຍ​ເສດຖະກິດ​ການ​ຕ່າງປະ​ເທດຂອງ​ພວກ​ເຮົາ​ໄດ້​ບັນລຸ​ແລະ​ເກີນ​ເປົ້າ​ໝາຍ​ທີ່​ວາງ​ໄວ້. ຍອດ​ມູນ​ຄ່າ​ການ​ຄ້າ​ສົ່ງ​ອອກ​ນຳ​ເຂົ້າຂອງ​ຫວຽດນາມ​ບັນລຸ 425 ຕື້​ໂດ​ລາ​ສະຫະລັດ, ສູງ​ກວ່າ​ທຸກ​ປີ​ນັບ​ແຕ່​ກ່ອນ​ມາ; ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນທີ່​ມາ​ຫວຽດນາມບັນລຸ​ເກືອບ 13 ລ້ານ​ຄົນ (​ເພີ່ມ 30% ທຽບ​ກັບ​ປີ​ກ່ອນ). ສະ​ເພາະ​ໃນ​ ສັບປະດາ​ຂັ້ນ​ສຸດ​ຍອດ ​ເອ​ເປ​ກ 2017 ​ໄດ້​ມີ​ການ​ລົງ​ນາມ​ໃນຂໍ້ຕົກລົງ 121 ສະບັບ ທີ່​ມີ​ມູນ​ຄ່າ 20 ຕື້​ໂດ​ລາ​ສະຫະລັດ. ມາ​ເຖິງ​ປະຈຸ​ບັນ ພວກ​ເຮົາ​ໄດ້​ຂົນຂວາຍ 69 ປະ​ເທດ​ໃຫ້ການ​ຮັບຮອງ​ວ່າ ​ຫວຽດນາມ​ເປັນ​ປະ​ເທດ​ທີ່​ມີພື້ນຖານ​ເສດຖະກິດຕະຫຼາດ. ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ​ບັນດາ​ອົງການ​ຜູ້​ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ຂົນຂວາຍ​ຢ່າງ​ຕັ້ງໜ້າ​ທີ່​ສຸດ​ ແນ​ໃສ່​ເປີດ​ຕະຫຼາດ​ຂອງ​ບັນດາ​ປະ​ເທດ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ.

​ໃນ​ປີ 2017, ວຽກ​ງານ​ການ​ຕ່າງປະ​ເທດສືບ​ຕໍ່​ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະ​ລາດ, ອະທິປະ​ໄຕ ​ແລະຜືນ​ແຜ່ນດິນ​ອັນ​ຄົຍ​ຖ້ວນ​ຂອງ​ປະ​ເທດ​ໄວ້​ຢ່າງ​ໝັ້ນຄົງ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ ​ແລະ​ຄວາມ​ເປັນ​ລະບຽບ ປອດ​ໄພ​ທາງ​ສັງຄົມ. ບັນດາ​ການ​ເຄື່ອນ​ໄຫວປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ຍູ້​ແຮງ, ການ​ຮ່ວມ​ມື​ທາງ​ດ້ານການປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ​ກັບ​ບັນດາ​ປະ​ເທດຄູ່​ຮ່ວມ​ມືນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ເຊື່ອ​ຖື​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຫວຽດນາມ​ກັບ​ຕ່າງປະ​ເທດ. ຫວຽດນາມ ​ແລະ ລາ​ວ​ໄດ້ສຳ​ເລັດ​ແຜນການ​ເພີ່ມ​ຄວາມ​ຖີ່​ແລະ​ປັບປຸງ​ຫຼັກ​ໝາຍ​ຊາຍ​ແດນ; ຫວຽດນາມພ້ອມ​ກັບ​ກຳ​ປຸ​ເຈຍປະຕິບັດ​ໄດ້ 84,6% ຂອງ​ວຽກ​ງານ​ແບ່ງ​ເຂດ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ; ຫວຽດນາມພ້ອມ​ກັບ​ຈີນ​ແລະ​ລາວຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ບັນດາ​ເອກະສານ​ກ່ຽວ​ກັບ​ການຄຸ້ມ​ຄອງ​ຊາຍ​ແດນ​ແລະ​ດ່າ​ນຊາຍ​ແດ​ນ. ຫວຽດນາມ​ພ້ອມ​ກັບ​ບັນດາ​ປະ​ເທດອາ​ຊຽນ ​ແລະ​ ຈີນ ​ເປັນ​ເຈົ້າ​ການ​ຊຸກຍູ້ ​ແລະ ​ເປັນ​ເອກະສັນ​ຮັບຮອງຂອບ​ຂອງ​ປະ​ມວນຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ​ເລີ່​ມຕົ້ນ​ການ​ເຈລະຈາ​ເປັນ​ທາງ​ການ​ກ່ຽວ​ກັບ COC. ພວກ​ເຮົາ​ໄດ້​ຊຸກຍູ້​ການ​ເຈລະຈາ​ແລະ​ແລກປ່ຽນ ​ກ່ຽວ​ກັບບັນດາ​ບັນຫາ​ໃນ​​ເຂດທະ​ເລ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ຕໍ່ສູ້​ຢ່າງ​ເດັດດ່ຽວ ໜຽວ​ແໜ້ນ​ກັບບັນດາ​ການ​ກະທຳ​ລ່ວງ​ລ້ຳ​ອະທິປະ​ໄຕ​ໃນ​ເຂດ​ທະ​ເລ ໝູ່​ເກາະ​ຂອງ​ປະ​ເທດ​ເຮົາ. ພວກ​ເຮົາ​ໄດ້​ຕໍ່ສູ້​ຢ່າງ​ເດັດດ່ຽວ​ກັບບັນດາ​ກົນອຸບາຍບິດ​ເບືອນ​ບັນຫາ​ປະຊາທິປະ​ໄຕ ສິດທິ​ມະນຸດ ​ແລະ ສາສະໜາ​​ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ່​ຊຸກຍູ້​ກົນ​ໄກ​ສົນທະນາ​ກ່ຽວ​ກັບ​ສິດທິ​ມະນຸດ, ​ແລກປ່ຽນ​​ກົງ​ໄປ​ກົງ​ມາບົນ​ຈິດ​ໃຈ​ສ້າງສັນ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ຫຼຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ​ແນ​ໃສ່ຊຸກຍູ້ສົ່ງ​ເສີມ​ການ​ພົວພັນທີ່​ໝັ້ນຄົງ​ກັບ​ບັນດາ​ປະ​ເທດ​ອື່ນໆ.

ວຽກ​ງານ​ພົວພັນ​ຕ່າງປະ​ເທດ​​ໃນ​ຫຼາຍ​ຂົງ​ເຂດ​ທີ່​ສຳຄັນ​ອື່ນ ກໍ່​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ ມີ​ປະສິດທິ​ຜົນ​ ​ແລະບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ. ພວກ​ເຮົາ​ໄດ້​ຍາດ​ແຍ່ງ​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ທີ່​ດີ​ກັບ​ຕ່າງ​ປະ​ເທດ​ເພື່ອຍູ້​ແຮງ​ການ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ຊາວ​ປະມົງ​ຫວຽດນາມ, ປົກ​ປ້ອງ​ຖານະ​ກົດໝາຍ​ຂອງ​ພົນລະ​ເມືອງ​ກວ່າ 5.500 ຄົນ ​ແລະ ນຳ​​ເອົາຊາວ​ປະມົງເກືອບ 2.000 ຄົນ​ທີ່​ຖືກ​ຈັບ​ກຸມ​ຢູ່​ຕ່າງປະ​ເທດ​ ກັບ​ມາ​ໃນ​ປະ​ເທດ. ການ​ທູດ​ວັດທະນະທຳ, ການ​ສື່​ຂ່າວ​ກັບ​ຕ່າງປະ​ເທດ​ ສືບ​ຕໍ່​​ພະຍາຍາມ​​ເຊີດ​ຊູ​ພາບ​ພົດ​ຂອງ​ຫວຽດນາມ​ໃນ​ທົ່ວ​ໂລກ. ສິລະປະບ່າຍຈ່ອຍເຂດພາກກາງ ຫວຽດນາມ ຫາ​ກໍ່ໄດ້ຮັບຮອງຈາກອົງການສະຫະ​ປະຊາ​ຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ວ່າ ແມ່ນມໍລະດົກ ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ, ​ເຮັດ​ໃຫ້​ບັນຊີ​ລາຍ​ຊື່​ມໍລະດົກຂອງ​ຫວຽດນາມອຸດົມສົມບູນ​ຂຶ້ນ. ບັນດາ​ກິດຈະກຳ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ, ​ແທດ​ຈິງຄື ລະດູບານ​ໃໝ່​ໃນ​ບ້ານ​ເກີດ​ເມືອງ​ນອນ, ຄ້າຍ​ລະດູ​ຮ້ອນ​ຫວຽດນາມ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄປ​ຢ້ຽມຢາມ​ໝູ່​ເກາະ ​ເຈື່ອງ​ຊາ, ​ເວທີ​ປະ​ໄສ​ການ​ລິ​ເລີ່​ມທຸລະ​ກິດ​ຂອງ​ຊາວ​ໜຸ່ມ​ຫວຽດນາມ... ​ໄດ້​ປະກອບສ່ວນ​ເຊື່ອມ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເຂົ້າ​ກັບປະ​ເທດ​ຊາດ​ບ້ານ​ເມືອງ.

ອາດ​ຈະ​ເວົ້າ​ໄດ້​ວ່າ ພ້ອມ​ກັນ​ກັບ​ບັນດາ​ຜົນສຳ​ເລັດ​ໃນ​ການສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ນັ້ນ ຜົນສຳ​ເລັດ​ຂອງ​ການ​ທູດຫວຽດນາມ​ໃນ​ປີ 2017 ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ທ່າ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ​ນັບມື້​ນັບ​ໝັ້ນຄົງ ​ເພື່ອ​ກ້າວ​ເຂົ້າ​ປີ 2018, ປີ​ຫົວລ້ຽວຫົວ​ຕໍ່​ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ​ແນ​ໃສ່​ສືບ​ຕໍ່​ສ້າງ​ໃຫ້​ມີ​ການປ່ຽນ​ແປງ​ທາງ​ບວກ​ຕາມ​ຈິດ​ໃຈ​ມະຕິ​ຂອງ​ພັກ.

ການ​ທູດ​ຫວຽດນາມ​ໃນ​ປີ 2018 ​ແລະ ບັນດາ​ປີ​ຕໍ່​ໄປ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍບັນດາ​ວຽກ​ງານ​ການ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ, ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນສຳ​ເລັດ​ຂອງ​ປີ ​ເອ​ເປ​ກ 2017 ຢູ່​ຫວຽດນາມ ​ແລະ ຜົນສຳ​ເລັດ​ຂອງ​ບັນດາ​ການ​ພົວພັນ​ສອງ​ຝ່າຍ, ​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ຍິ່ງ​ຂຶ້ນ; ຜັນ​ຂະຫຍາຍ​ບັນດາ​ການ​ພົວພັນ​ຫຼາຍ​ຝ່າຍ, ກຽມ​ຄວາມ​ພ້ອມ​ເພື່ອ​ປະຕິບັດບົດບາດ​ປະທານອາ​ຊຽນ ປີ 2020 ​ແລະ ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະການບໍ່​ຖາວອນ​ຂອງ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ວາລະ 2020 - 2021; ​ເດັດດ່ຽວ​​ແລະໜຽວ​ແໜ້ນ​ໃນ​ການປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົຍ​ຖ້ວນ ​ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ; ຜັນ​ຂະຫຍາຍຢ່າງ​ແຂງ​ແຮງ​ມະຕິ​ສະບັບ​ທີ 06/NQ-TW ຂອງ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ຮັກສາສະຖຽນລະພາບທາງການເມືອງ-ສັງຄົມໃນສະພາບການທີ່ປະເທດເຮົາເຂົ້າຮ່ວມໃນບັນດາສັນຍາການຄ້າເສລີຮຸ່ນໃໝ່.

ພາຍ​ໃຕ້​ການ​ນຳພາ​ທີ່ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ​ແລະ ການປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ເຫຼົ່າ​ທັບ ບັນດາ​ຊ່ອງ​ພົວພັນ​ຕ່າງປະ​ເທດ, ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ​ ແລະ​ທົ່ວ​ປວງ​ຊົນ, ການ​ທູດ​ຫວຽດນາມ​ໄດ້​ກຽມຄວາມ​ພ້ອມ​ສຳລັບ​ສິ່ງ​ທ້າ​ທາຍທຸກ​ຢ່າງ​ໃນ​ປີໜ້າ ​ແລະ ຈະ​ສືບ​ຕໍ່​ຮັບ​ໃຊ້​ພາລະກິດ​ສ້າງສາ​ແລະ​ປົກ​ປັກຮັກສາ​ປະ​ເທດ​ຊາດ, ຮັບ​ໃຊ້​ພັກ, ຮັບ​ໃຊ້​ປະ​ເທດ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ-ປະຊາຊົນ./.

ໂດຍ ຟ້າ​ມບິ່ງ​ມິ​ງ

ກຳ​ມະ​ການກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ

------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 903 (​ເດືອນ​ມັງກອນ 2018)