ວກ.ອອນໄລ - ​ໂດຍຕິດແທດກັບແນວທາງການພົວພັນຕ່າງປະເທດ ຕາມ​ຈິດ​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງທີ XII ຂອງພັກ ແລະຂໍ້ຕົກລົງສະບັບທີ 73 - TB/TW, ວັນທີ 8 ກຸມພາ 2012, ຂອງ​ກົມ​ການ​ເມືອງຊຸດທີ XI ວ່າດ້ວຍ “ເພີ່ມທະວີການພົວພັນຕ່າງປະເທດຂອງພັກ ໃນສະພາບການໃໝ່”, ວຽກ​ງານ​ການ​ພົວພັນຕ່າງປະເທດຂອງພັກປີ 2017 ​ໄດ້​ບັນລຸ​ຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ, ມີ​ຫຼາຍ​ເນື້ອ​ໃນ​ໄດ້​ຮັບ​ການ​ປະຕິບັດ​ແບບບຸກທະລຸ, ປະກອບສ່ວນສ້າງພື້ນຖານການເມືອງທີ່ສຳຄັນ ​ໃຫ້​ແກ່ການພົວພັນຂອງປະເທດ ຫວຽດນາມ ກັບປະເທດຕ່າງໆ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນ​ລະ​ພາບ ​ໃຫ້​ແກ່ການ​ພັດທະນາ​ປະ​ເທດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ​ເອກະລາດ​ແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມໃນໂລກ.

ທ່ານ ຮວ່າງບິ່ງກວັນ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນ. (ພາບ: TTXVN)

ປີ 2017, ສະພາບການໂລກ ແລະພາກພື້ນມີການຜັນປ່ຽນຢ່າງໄວວາ, ສັບສົນທີ່ສຸດ ​ເຊິ່ງບັນຈຸ​ບັນດາ​ປັດ​ໃຈທີ່ມີຄວາມບໍ່ສະຫງົບ, ບໍ່​ເປັນ​ປົກກະຕິ, ​ເຄັ່ງຮ້ອນ, ສົ່ງ​ຜົນ​ກະທົບ​ຈາກ​ຫຼາຍ​ທິດ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງຄວາມສະຫງົບ ແລະການພັດທະນາຂອງປະເທດຕ່າງໆ. ບັນດາກົນໄກຄຸ້ມຄອງໃນພາກພື້ນ ແລະ​ໃນໂລກກໍປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍຢ່າງ, ພ້ອມ​ນັ້ນພາລະບົດບາດຂອງ​ມັນໃນການແກ້ໄຂບັນຫາຄວາມ​ສະຫງົບ, ການປ່ຽນແປງສະພາບອາກາດ, ບັນຫາການພັດທະນາ ກໍຖືກຫຼຸດຜ່ອນ​ລົງ. ຄວາມເຄົາລົບນັບຖື ແລະປະຕິບັດຕາມກົດໝາຍສາກົນກໍມີທ່າອຽງຖືກ​ເບີ່​ງ​ເບົາ ​ເຊິ່ງ​​ເປັນ​ສິ່ງ​ທ້າ​ທາຍຫຼາຍຢ່າງສຳລັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ, ການພິພາດຊ່ວງຊິງກັນ ອີງຕາມກົດໝາຍສາກົນ. ທ່າອຽງ​ໃຊ້​ກຳລັງອຳນາດ, ບີ​ບບັງຄັບ, ​ເຊີດ​ຊູ​ກຳລັງ​ແຮງ, ນາບຄູ່ແລະພ້ອມ​ແລ້ວ​ທີ່​ຈະໃຊ້ກຳລັງແຮງໃນການພົວພັນສາກົນ ​ໄດ້ເພີ່ມຂຶ້ນ, ກໍ່​ໃຫ້​ເກີດ​ຈິດ​ສຳນຶກ​ວ່າບໍ່ມີ​ຄວາມ​ປອດ​ໄພ,​ ເປັນຕົ້ນແມ່ນສຳລັບປະເທດຂະໜາດກາງ ແລະຂະໜາດນ້ອຍ. ການ​ຊ່ວງ​ຊີງ​ອຳນາດ​ອະທິປະ​ໄຕຊາຍແດນ, ເຂດແດນ, ເຂດທະເລ, ໝູ່ເກາະທະເລ, ມີການຜັນແປໃໝ່ຢ່າງສັບສົນ. ບັນດາ​ປະ​ເທດ​ໃຫຍ່ໄດ້ຍູ້ແຮງການປະຕິບັດຄວາມທະເຍີທະຍາມ ແລະເປົ້າໝາຍຍຸດທະສາດຢູ່ພາກພື້ນຕ່າງໆ ​ເຮັດ​ໃຫ້ການ​​ແກ່ງ​ແຍ້​ງ​ແລະການເຕົ້າໂຮມກຳລັງມີການຜັນປ່ຽນຢ່າງສັບສົນ. ລັດທິປະ​ໂຫຍ​ດນິຍົມ, ລັດທິ​ຊາດ​ນິຍົມ, ປະຊາລາດນິຍົມຢູ່ຫຼາຍປະເທດ​ ພວມລຸກຂຶ້ນນັບມື້ນັບ​ແຂງແຮງ. ທ່າອຽງປົກປ້ອງການຄ້າ, ການ​ສົ່ງ​ເສີມຜົນປະໂຫຍດດ້ານເສດຖະກິດ ມີທ່າອຽງເພີ່ມຂຶ້ນ. ການສວຍໃຊ້ບັນດາບັນຫາປະຊາທິປະໄຕ, ສິດທິ​ມະນຸດ​ເພື່ອເພີ່ມການແຊກແຊງເຂົ້າໃນວຽກງານພາຍໃນຂອງປະເທດອື່ນ ແລະ​ໃນ​ພາກ​ພື້ນ​ຕ່າງໆ ມີ​ການ​ຫັນປ່ຽນ​ຢ່າງສັບສົນ. ຄວາມບໍ່ສະຫງົບພາຍໃນ ແລະບັນດາ “ຈຸດຮ້ອນ” ທາງດ້ານຄວາມສະຫງົບ, ພິ​ເສດ​ແມ່ນ​ຢູ່ພາກພື້ນຕາເວັນອອກກາງ, ອາຟຣີກກາ, ອາເມຣີກາລາຕິນ, ແຫຼມເກົາຫຼີ, ທະເລຕາເວັນອອກ, ມີ​ການຫັນປ່ຽນໃໝ່ທີ່ສັບສົນຫຼາຍຢ່າງ. ການເຄື່ອນໄຫວກໍ່ການຮ້າຍ, ບັນດາ​ບັນຫາ​ຄວາມ​ສະຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະຄວາມສະຫງົບປອດໄພດ້ານເຄືອຂ່າຍອິນເຕີເນັດ, ໄພພິບັດ​ທາງທຳມະຊາດ​ແລະ​ສິ່ງ​ແວດ​ລ້ອມ ນັບມື້ນັບສົ່ງຜົນສະທ້ອນທາງ​ລົບ​ເຖິງການພັດທະນາ ແລະຄວາມໝັ້ນຄົງຂອງປະເທດຕ່າງໆ. ເສດຖະກິດໂລກມີການຟື້ນຟູທີ່​ດີກວ່າເກົ່າ, ແຕ່ກໍຍັງມີຄວາມສ່ຽງຫຼາຍຢ່າງ. ຄວາມບໍ່ສະເໝີພາບທາງ​ເສດຖະກິດ ​ແລະການແບ່ງຂົ້ວສັງຄົມ ໄດ້​ເປັນຜົນກະທົບ​ທາງ​ລົບ​ເຖິງຄວາມໝັ້ນຄົງແລະການ​ເຊື່ອມ​ຕໍ່​ສັງຄົມ​ຂອງ​ຫຼາຍ​ປະ​ເທດ.

ໃນສະພາບການດັ່ງກ່າວ, ​ໃນຖານະເປັນພັກກອມມູນິດທີ່ກຳອຳນາດ, ພັກກອມມູນິດຫວຽດນາມ ສືບຕໍ່ເປັນເຈົ້າການເປີດກວ້າງ ແລະເພີ່ມທະວີການພົວພັນກັບບັນດາພັກການເມືອງຢູ່ໃນໂລກ, ເປັນພື້ນຖານ ແລະກຳລັງໜູນການເມືອງໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ກັບປະເທດຕ່າງໆ ບົນ​ພື້ນຖານ​ຢຶດໝັ້ນ​ຫຼັກການເປັນເອກະລາດ, ເປັນເຈົ້າຕົນເອງ, ສະເໝີພາບ,​ ເຄົາລົບນັບຖືເຊິ່ງກັນແລະກັນ, ບໍ່ແຊກແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນຂອງກັນ; ຮັບປະກັນຜົນປະໂຫຍດແຫ່ງຊາດ - ປະເທດຊາດ; ຖື​ເອົາ​ການ​ຮັກສາ​ສະພາບ​ແວ​ດ້ອມ​ແຫ່ງສັນຕິຕິພາບ, ສະຖຽມລະພາບເພື່ອພັດທະນາປະເທດ, ປົກປັກຮັກສາອຳນາດອະທິປະໄຕເຂດແດນ ​ເປັນ​ໜ້າ​ທີ່ບຸລິມະສິດອັນດັບໜຶ່ງ; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ຮ່ວມກັນເພື່ອສັນຕິພາບ, ເອກະລາດ​ແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າສັງຄົມຢູ່ໃນໂລກ.

ບັນດາຜົນສຳ​ເລັດ​ທີ່​ສຳຄັນ​ໃນການເຄື່ອນໄຫວພົວພັນຕ່າງປະເທດຂອງພັກໃນປີ 2017

ທີໜຶ່ງ, ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກກຳອຳນາດຢູ່ບັນດາປະ​ເທດ​ສັງຄົມ​ນິຍົມ ແລະບັນດາປະເທດ​ເພື່ອນ​ບ້ານທີ່ມີຊາຍແດນຮ່ວມກັນ ສືບຕໍ່ໄດ້ຮັບການປັບປຸງ ​ແລະ​ມີ​ບາດ​ກ້າວ​ພັດທະນາທີ່ສຳຄັນ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມ​ໄວ້​ວາງ​ໃຈ, ສ້າງພື້ນຖານການເມືອງທີ່​ສຳຄັນ, ກຳນົດທິດທາງລວມແຫ່ງການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະບັນດາປະເທດເພື່ອນມິດ.

ພັັກກອມມູນິດຫວຽດນາມໄດ້ເພີ່ມທະວີການການພົວພັນຕາມທິດໄປສູ່ລວງເລິກ ກັບພັກປະຊາຊົນ ປະຕິວັດລາວ. ຄວາມ​ໄວ້​ວາງ​ໃຈ​ທາງການເມືອງ ແລະຄວາມສາມັກຄີແບບພິເສດ ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ນັບມື້ໄດ້ຮັບ​ເພີ່ມ​ທະວີ​ ຮັດ​ແໜ້ນ. ການພົວພັນຕ່າງປະເທດ ທາງພັກໄດ້ເສີມຂະຫຍາຍປະສິດທິຜົນຂອງເຫດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງ​ການທູດ​ຄົບຮອບ 55 ປີ​ (5 ກັນຍາ 1962 - 5 ກັນຍາ 2017) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ ຄົບຮອບ 40 ປີ (18 ກໍລະກົດ 1977 - 18 ກໍລະກົດ 2017) ເພື່ອຜັນຂະຫຍາຍການເຄື່ອນໄຫວພົວພັນ​ຕ່າງປະ​ເທດ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ດ້ວຍເນື້ອໃນ, ຮູການທີ່​ອຸດົມ​ສົມບູນ ແທດຈິງ, ສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາເຖິງສາຍພົວພັນມິດຕະພາບອັນ​ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ - ຫວຽດນາມ. ປີ 2017, ​ໃນຊ່ອງງານພັກ,​ ສອງຝ່າຍກໍ່ໄດ້ມີການແລກປ່ຽນຄະນະຜູ້​ແທນເປັນຈຳນວນ 39 ຄະນະ ​ເຊິ່ງມີການນຳຂັ້ນສູງຂອງພັກ ຫຼາຍທ່ານເປັນຫົວໜ້າຄະນະໄປຢ້ຽມຢາມຊຶ່ງກັນແລະກັນ; ພ້ອມ​ນັ້ນ​ກໍ​ໄດ້​ສຳ​ເລັດສິ້ນສຸດຢ່າງຈົດງາມ ປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ດ້ວຍ​ການ​ຕ້ອນ​ຮັບ​ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ​ແຫ່ງ ສປປ ລາວ ມາຢ້ຽມຢາມມິດຕະພາບ​ຫວຽດນາມຢ່າງເປັນທາງການ (ເດືອນທັນວາ 2017) ແລະຮ່ວມ​ພິທີ​ປີດ “ປີສາມັກຄີມິດຕະພາບ”. ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງສອງພັກ ນັບມື້ນັບໄດ້ຮັບການປ່ຽນແປງໃໝ່, ມຸ່ງໄປສູ່ລວງເລິກ, ມີຄວາມແທດຈິງ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ຍຸດ​ທະ​ສາດ, ບັນດາເນື້ອໃນທີ່ລະອຽດ, ມີຄວາມເປັນຈິງ. ສອງພັກໄດ້ຈັດຕັ້ງກອງ​ປປະຊຸມສຳມະນາທິດສະດີເທື່ອທີ 5 ດ້ວຍຫົວຂໍ້ “ການພັດທະນາຢ່າງໄວວາ ແລະ ຍືນ​ຍົງ” (ເດືອນສິງຫາ 2017) ຢ່າງສຳເລັດຜົນ. ພັກ​ກອມ​ມູນິດຫວຽດນາມ​ໄດ້​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ເຖິງການຊຸກຍູ້ການຮ່ວມມື​ໃນ​ວຽກ​ງານ​ບຳລຸງ​ສ້າງພະນັກງານ ແລະສຶກສາອົບຮົມມູນເຊື້ອແຫ່ງການພົວພັນແບບພິເສດລາວ - ຫວຽດນາມ ​ໃຫ້​ແກ່​ຊາວ​ໜຸ່ມຂອງ​ສອງ​ປະ​ເທດ. ອັນນີ້ທັງເປັນພື້ນຖານ, ທັງເປັນລວງເລິກໃນການພົວພັນລະຫວ່າງສອງປະເທດ. ຫວຽດນາມ​ກໍ​ໄດ້​ເປີດ​ຊຸດ​ບຳລຸງພະນັກງານຂັ້ນສູງ 3 ຊຸດ​ທີ່​ມີ 111 ຄົນ ແລະຈັດ​ຕັ້ງ​ການ​ຝຶກ​ອົບຮົມ​ດ້ານ​ວິຊາການ​ໃຫ້​ພະນັກງານ​ຂັ້ນ​ສູງ 12 ຊຸດ​ດ້ວຍ​ຈຳນວນ 190 ຄົນຂອງລາວ.

ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ​ແລະ ພັກກອມມູນິດຈິນ ສືບຕໍ່ມີບົດບາດສຳຄັນ, ກຳນົດທິດແລະນຳພາການພົວພັນສອງປະເທດໃຫ້ພັດທະນາຢ່າງໝັ້ນຄົງ. ປີ 2017 ​ເປັນ​ປີ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງສອງພັກ, ສອງລັດ ຍ້ອນ​ມີ​ການຢ້ຽມຢາມທີ່ສຳຄັນທີ່​ສຸດສອງຄັ້ງ. ໃນຕົ້ນປີ 2017, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກກອມ​ມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມປະເທດ ຈິນ ຢ່າງເປັນທາງການ ແລະ ໃນທ້າຍປີ, ທ່ານ ສີ ຈິ້ນເຜິງ ເລຂາທິການໃຫຍ່, ປະທານປະເທດ ຈິນ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຂັ້ນລັດເທື່ອທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈິນ ສີ ຈິ້ນເຜິງ ນັບແຕ່ຫຼັງກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດຈີນ (ເດືອນຕຸລາ 2017). ນີ້ກໍແມ່ນເທື່ອທຳອິດໃນປະຫວັດສາດແຫ່ງການພົວພັນ ຫວຽດນາມ - ຈີນ, ທີ່ເລຂາທິການໃຫຍ່ຂອງສອງພັກ ດຳເນີນການຢ້ຽມຢາມເຊິ່ງກັນແລະກັນໃນປີດຽວກັນ. ບັນດາການພົບປະ, ແລກປ່ຽນລະຫວ່າງການ​ນຳ​ຂັ້ນ​ສູງຂອງສອງພັກ ໄດ້ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ​ແລະບັນລຸໄດ້ຄວາມຮັບຮູ້ຮ່ວມກັນທີ່ສຳຄັນ, ຜ່ານ​ສິ່ງ​ດັ່ງກ່າວເພີ່ມທະວີຄວາມ​ໄວ້​ວາງ​ໃຈ​ທາງການເມືອງລະຫວ່າງສອງປະເທດ, ຄວບ​ຄຸມ​ແລະແກ້ໄຂຂໍ້​ຂັດ​ແຍ່ງ​ຢ່າງ​ຖືກຕ້ອງ​ເໝາະ​ສົມ, ໃນນັ້ນມີບັນຫາທະເລຕາເວັນອອກ. ຄວາມ​ໄວ້​ວາງ​ໃຈ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດໄດ້ສະແດງອອກຜ່ານການແຕ່ງຕັ້ງທູດພິເສດຂອງເລຂາທິການໃຫຍ່ສອງພັກ ເພື່ອໄປອວຍພອນ ແລະແຈ້ງໃຫ້ກັນຊາບ ກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ  XIX  ຂອງພັກກອມມູນິດຈີນ ໄດ້ສຳ​ເລັດສິ້ນສຸດຢ່າງຈົບງາມ. ໃນປີທີ່ຜ່ານມາ, ສອງພັກກໍໄດ້ຈັດຕັ້ງກອງ​ປະຊຸມ​ສຳ​ມະ​ນາທິດ​ສະ​ດີຄັ້ງທີ 13 ດ້ວຍຫົວຂໍ້ “ເພີ່ມທະວີການນຳພາຂອງພັກຕໍ່ວຽກງານສື່ມວນຊົນ ​ແລະ​ຂໍ້​ມູນ​ຂ່າວສານໃນ​ສະພາບ​ການ​ໃໝ່ - ບົດຮຽນຂອງຫວຽດນາມ, ບົດຮຽນຂອງຈີນ” (ເດືອນພຶດສະພາ 2017) ​ໄດ້​ຮັບ​ຜົນສຳ​ເລັດຢ່າງຈົບງາມ, ​ໄດ້​ຈັດ​ຕັ້ງການພົບປະຂອງຜູ້ຕາງໜ້າສອງກົມການເມືອງຄັ້ງທີສອງ; ຍູ້​ແຮງ​ການ​ຮ່ວມ​ມື​​ດ້ານກໍ່ສ້າງພະນັກງານ, ປະກອນສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງພັກ​ໃຫ້​ມີປະສິດທິຜົນທີ່​ແທ້ຈິງ.

ການພົວພັນດ້ານການເມືອງລະຫວ່າງພັກກອມມູນິດຫວຽດນາມ ​ແລະ ພັກປະຊາຊົນກຳປູເຈຍ ສືບ​ຕໍ່​ໄດ້​ຮັບ​ການເພີ່ມທະວີ, ເປັນບົດບາດສຳຄັນໃນການປັບປຸງພື້ນຖານການເມືອງລະຫວ່າງສອງປະເທດ. ການ​ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງພັກ ກໍໄດ້ຊຸກຍູ້ໃນປີທີ່ສອງປະເທດສະເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ການພົວພັນທາງການທູດຄົບຮອບ 50 ປີ (24 ມີນາ 1967 - 24 ມີນາ 2017) ແລະ ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2017. ພິເສດແມ່ນ, ການຢ້ຽມຢາມຂັ້ນ​ລັດ​ຂອງ​ທ່ານເລຂາທິການ​ໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ທີ່​ປະ​ເທດກຳປູເຈຍ (ເດືອນກໍລະກົດ 2017) ທີ່ເປັນຂີດໝາຍປະຫວັດສາດ, ເປັນໂອກາດເພື່ອ​ໃຫ້ສອງຝ່າຍທົບ​ທວນຄືນ​ໄລຍະ​ປະຫວັດ​ສາດ​ແຫ່ງ​ການພົວພັນລະຫວ່າງ​ສອງ​ປະ​ເທດໃນ 50 ປີທີ່ຜ່ານມາ, ເຊິ່ງໄດ້ປຸກ​ຕື່ນຄວາມ​ສາມາດ​ບົ່ມ​ຊ້ອນ, ​ເຮັດ​ໃຫ້ການ​ພົວພັນລະຫວ່າງສອງປະເທດຂະຫຍາຍຕົວຂຶ້ນສູ່ລະດັບໃໝ່, ແທ້ຈິງ ແລະ ມີປະສິດທິຜົນກວ່າອີກ.

ການພົວພັນມິດຕະພາບ, ຄວາມສາມັກຄີຊື່ສັດ, ບໍລິສຸດຜຸດຜ່ອງ, ຄວາມເຊື່ອໝັ້ນ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດກູບາ ໄດ້ຮັບການພັດທທະນາຢ່າງບໍ່ຢຸດຢັ້ງ ແລະນັບ​ມື້​ນັບ​ໄດ້​ຮັດ​ແໜ້ນກ່ວາເກົ່າ. ລວງເລິກຂອງການພົວພັນລະຫວ່າງສອງພັກ​ກໍໄດ້​ຮັບ​ການ​ຊຸກຍູ້​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ແລກປ່ຽນບົດຮຽນພຶດຕິ​ກຳ ແລະທິດສະດີ. ສອງພັກໄດ້ຈັດຕັ້ງກອງປະຊຸມສຳມະນາທິດສະດີຄັ້ງທີສາມ ດ້ວຍຫົວຂໍ້ “ກຳນົດທິດໃຫ້ການພັດທະນາເສດຖະກິດ - ສັງຄົມ ແລະໜ້າທີ່ວຽກງານການເມືອງ, ​ແນວ​ຄິດ​ໃນ​ເອກະສານກອງປະຊຸມໃຫຍ່ຄັ້ງ  XII ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ຄັ້ງ  VII ຂອງພັກກອມມູນິດກູບາ” (ເດືອນພຶດສະພາ 2017). ນີ້ແມ່ນໂອກາດເພື່ອ​ໃຫ້ສອງພັກແລກປ່ຽນບົດຮຽນ, ພ້ອມກັນສົນທະນາກ່ຽວກັບບັນດາບັນຫາທີ່ວາງອອກຈາກພຶດຕິ​ກຳ​ແຫ່ງການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນອັນສຳຄັນ​ ເຂົ້າ​ໃນ​ການທຳ​ຄວາມ​ກະຈ່າງແຈ້ງກ່ຽວ​ກັບບັນດາບັນຫາທິດສະດີການ​ພັດທະນາ ​ຂອງ​ແຕ່ລະ​ປະ​ເທດ, ປະກອນສ່ວນຊຸກຍູ້ການພົວພັນດ້ານການເມືອງທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງານ​ລະຫວ່າງ​ສອງ​ພັກ, ສອງລັດ.

ທີສອງ, ການພົວພັນຂອງພັກກອມມູນິດຫວຽດນາມ ກັບບັດາພັກທີ່ກຳອຳນາດ, ພັກ​ທີ່​ເຂົ້າ​ຮ່ວມ​ການ​ເມືອງ ​ແລະ ພັກທີ່ມີບົດບາດສຳຄັນ​ໃນບັນດາປະເທດຢູ່ໃນພາກພື້ນ, ບັນດາປະເທດໃຫຍ່ ແລະ ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ໄດ້ມີການບຸກທະລຸໃໝ່ຫຼາຍຢ່າງ, ສ້າງພື້ນຖານການເມືອງແລະກຳລັງໜູນ ​ເພື່ອ​ຊຸກຍູ້​ເປີດ​ກວ້າງ​ການ​ພົວພັນ​ຂອງຫວຽດນາມກັບບັນດາປະເທດ​ໃນ​ໂລກ, ເພີ່ມທະວີການໂຄສະນາ, ຍາດແຍ່ງ​ເອົາ​ການຊ່ວຍເຫຼືອ ການຮ່ວມມືຂອງບັນດາພັກການເມືອງ, ບັນດາປະເທດ ​ແລະວົງການການເມືອງ ຕໍ່​ພາລະກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສ້າງສາພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ. ດ້ວຍຖານະເປັນພັກກຳອຳນາດ, ພັກ​ກອມ​ມູນິດຫວຽດນາມ​ໃຫ້​ຄວາມ​ສຳຄັນ​ແກ່ການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບກັບການຄຸ້ມຄອງປະເທດ, ຄຸ້ມຄອງເສດຖະກິດ - ສັງຄົມ; ຊຸກຍູ້ການສ້າງຕັ້ງຂອບ​ການ​ພົວພັນ​ທີ່​ໝັ້ນຄົງຍາວນານ ແລະຮ່ວມມືໃນຫຼາຍດ້ານ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ຫວຽດນາມກັບບັນດາ​ປະ​ເທດ​​... ການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ທີ່​ປະ​ເທດອິນໂດ​ເນເຊຍ ແລະປະ​ເທດມຽນມາ (ເດືອນສິງຫາ 2017) ໄດ້ສ້າງບາດກ້າວ​ອັນ​ສຳຄັນ, ປັບປຸງ ແລະເປີດກວ້າງຂອບການຮ່ວມມືກັບສອງປະເທດດັ່ງກ່າວ. ກັບປະເທດອິນໂດ​ເນເຊຍ, ຜົນຂອງການຢ້ຽມາມໄດ້ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າອີກ, ເພີ່ມທະວີຄວາມ​ໄວ້​ວາງ​ໃຈ​ທາງການເມືອງ, ຊຸກຍູ້ການພົວພັນແທ້ຈິງ, ສ້າງ​ບາດກ້າວ​ການ​ພັດ​ທະນາ​ໃໝ່ໃນການພົວພັນລະຫວ່າງສອງປະເທດ. ກັບປະເທດມຽນມາ, ການຢ້ຽມຢາມໄດ້ຍົກລະດັບການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຂຶ້ນເປັນການພົວພັນຮອບດ້ານ, ສ້າງຂີດໝາຍແລະກຳລັງໜູນໃໝ່​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານຫວຽດນາມ - ມຽນມາ ​ເຂົ້າສູ່ຄວາມ​ເປັນຈິງ ແລະມີປະສິດທິຜົນກວ່າອີກ. ຄຽງ​ຄູ່​ນັ້ນ, ຫວຽດນາມກໍ່ໄດ້ຈັດ​ຕັ້ງໃຫ້ຄະນະປະຈຳຄະນະເລຂາທິການ, ບັນດາສະຫາຍກຳມະການ​ກົມ​ການ​ເມືອງ, ຄະນະເລຂາທິການ, ກຳມະການສູນກາງພັກ ໄປຢ້ຽມຢາມປະເທດຕ່າງໆເປັນຫຼາຍຄັ້ງ, ຊຸກຍູ້ການພົວພັນກັບ​ພັກທີ່​ກຳ​ອຳນາດຫຼາຍພັກ, ເປີດກວ້າງການພົວພັນກັບບັນດາພັກທີ່ເຂົ້າຮ່ວມການເມືອງ, ລົງ​ນາມ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ຫຼາຍສະບັບ... ສ້າງພື້ນຖານການພົວພັນນັບມື້ນັບເປີດກວ້າງຂອງການ​ພົວພັນ​ຕ່າງປະ​ເທດ​ທາງ​ດ້ານພັກ​ຂອງຫວຽດນາມ.

ດ້ານອື່ນ, ຫວຽດນາມກໍໄດ້ຕ້ອນຮັບພັກທີ່ກຳອຳນາດ, ພັກທີ່ເຂົ້າຮ່ວມການເມືອງ ​ແລະ​ພັກ​ທີ່​ມີ​ຖານະ​ບົດບາດສຳຄັນ ທີ່ມາຢ້ຽມຢາມແລະເຮັດວຽກຢູ່​ຫວຽດນາມເປັນຈຳນວນຫຼາຍ ຄື ພັກປະຊາທິປະໄຕເສລີນິຍົມ ທີ່ກຳອຳນາດຢູ່ຍີ່ປຸ່ນ, ພັກປະຊາຊົນກ້າວໜ້າຍີ່ປຸ່ນ, ພັກປະຕິບັດງານ​ຂອງປະຊາຊົນທີ່ກຳອຳນາດຢູ່ສິງກະໂປ; ພັກສະເໜີສາທາລະນະລັດທີ່ກຳອຳນາດຢູ່ອາກຊັງຕີນ, ສະຫະພັນບັນດາພັກປະຕິຮູບແລະອະນຸລັກນິຍົມ ຢູ່ເອີຣົບ... ການ​ທີ່ບັນດາອົງການຕາງໜ້າການທູດທີ່ຫວຽດນາມ, ບັນດາອົງການຈັດຕັ້ງສາກົນ, ບັນດາ​ຄະນະ​ປະຕິບັດ​ງານຂັ້ນສູງຂອງຕ່າງປະເທດ, ​ບັນດາພັກທີ່ມາຫວຽດນາມລ້ວນແຕ່ມີຄວາມຕ້ອງການ ​ແລະ​ມີ​ຄວາມ​ປະສົງຈະເຮັດວຽກ, ພົບປະກັບການນຳຂອງພັກກອມມູນິດຫວຽດນາມ ກໍ່ຄືບັນດາອົງການເສນາທິການຂອງ​ພັກ​ນັ້ນ ໄດ້ສະ​ແດງໃຫ້ເຫັນວ່າ ພັກທີ່ກຳອຳນາດ, ພັກທີິ່ເຂົ້າຮ່ວມການເມືອງ ກໍ່ຄືວົງການການເມືອງຕ່າງປະເທດ ​ໄດ້​ໃຫ້​ຄວາມສຳຄັນ ​ແລະ​ມີ​ຄວາມຮັບ​ຮູ້​ຈະ​ແຈ້ງ, ຄົບຖ້ວນ ກວ່າກ່ຽວກັບບົດບາດນຳພາ ຂອງພັກກອມມູນິດ ຫວຽດນາມ. ເບິ່ງລວມແລ້ວ, ບັນດາ​ພັກ​ການ​ເມືອງ​ຢູ່​ປະ​ເທດຕ່າງໆ, ເຖິງວ່າໄປຕາມທ່າອຽງການເມືອງ ທີ່ແຕກຕ່າງກັນກໍ​ຕາມ, ແຕ່ເກືອບທັງໝົດລ້ວນ​ແຕ່​ໄດ້ສະແດງຄວາມປະສົງຈະໄດ້ຊຸກຍູ້ການ​ພົວພັນ ແລະຮ່ວມມື ກັບພັກກອມມູນິດຫວຽດນາມ, ຕີ​ລາຄາ​ສູງ​ບົດບາດ​ການ​ນຳພາຂອງພັກກອມມູນິດຫວຽດນາມ ໃນການຮັກສາຄວາມໝັ້ນຄົງ​ທາງການເມືອງ, ການ​ພັດທະນາ​ເສດຖະກິດ - ສັງຄົມ, ຊົມ​ເຊີຍ​ການ​ປະກອບສ່ວນ​ທີ່ສຳຄັນຂອງຫວຽດນາມ ຕໍ່​ການ​ຊຸກຍູ້​ທ່າ​ອຽງ​ສັນຕິພາບ, ສະຖຽມລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ, ສະໜັບສະໜູນ​ຫຼັກ​ໝັ້ນຂອງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ແລະສາກົນ.

ທີສາມ, ການພົວພັນຂອງພັກກອມມູນິດຫວຽດນາມ ກັບບັນດາພັກກອມມູນິດ, ພັກກຳມະກອນ, ພັກຝ່າຍຊ້າຍ ສືບຕໍ່ໄດ້ຮັບ​ການຊຸກຍູ້ຢ່າງແທ້ຈິງ. ນີ້ແມ່ນທິດພົວພັນທີ່​ເປັນມູນເຊື້ອ ແລະສຳຄັນຂອງພັກ ກອມມູນິດຫວຽດນາມ. ​ໃນສະພາບການທີ່ບັນດາພັກຢູ່ໃນໂລກຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ, ພັກ​ກອມ​ມູນິດຫວຽດນາມ  ໄດ້​ໃຫ້​ຄວາມສຳຄັນແລະມີ​ຄວາມພະຍາຍາມໃນການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ສະໜັບສະໜູນເຊິ່ງກັນແລະກັນ ໃນການຕໍ່ສູ້ເພື່ອສັງຄົມນິຍົມ, ບົນພື້ນຖານລັດທິ ມາກ-ເລນິນ ແລະລັດທິສາກົນອັນບໍລິສຸດຜຸດຜ່ອງຂອງຊົນຊັ້ນກຳມະກອນ; ເພີ່ມທະວີການແລກປ່ຽນກ່ຽວກັບບັນດາ​ບັນຫາ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳໃນການກໍ່ສ້າງສັງຄົມນິຍົມ, ກ່ຽວກັບການກໍ່ສ້າງພັກ ແລະກ່ຽວກັບບັນດາບັນຫາທີ່​ສຳຄັນ​ຂອງໂລກໃນປະຈຸບັນ; ເປັນເຈົ້າການເຂົ້າຮ່ວມ​ໃນບັນດາການພົບປະ, ເວທີປາໃສ, ການສຳມະນາ ຢູ່​ໃນພາກພື້ນ ແລະສາກົນຂອງພັກການ​ເມືອງຕ່າງໆ; ມີຄວາມສາມັກຄີແລະຮ່ວມມືດ້ວຍຫຼາຍ​ຮູບ​ການ​ທີ່​ເໝາະ​ສົມ; ຕັ້ງໜ້າປະກອບສ່ວນເຂົ້າໃນການແບ່ງປັນກັບບັນດາພັກເພື່ອນມິດເຂົ້າໃນການຟື້ນຟູ ແລະການ​ກ້າວ​ຂຶ້ນ​ຂອງຂະບວນການກອມມູນິດ ແລະກຳມະກອນສາກົນ. ດ້ານອື່ນ, ​ໃນ​ການ​ພົວພັນກັບພັກຈຳນວນໜຶ່ງ, ພັກກອມ​ມູນິດ​ຫວຽດນາມໄດ້ເປັນເຈົ້າການຊຸກຍູ້ການພົວພັນ, ເພີ່ມທະວີການສຳມະນາທິດສະດີ, ສົນທະນາ​ການ​ເມືອງ, ແລກປ່ຽນບົດຮຽນ,​ ກໍ່ສ້າງພະນັກງານ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂອງ​ບັນດາພັກ​ເພື່ອນ​ມິດ, ເປັນເຈົ້າການຕ້ອນຮັບບັນດາຄະນະຜູ້​ແທນທີ່ເຂົ້າມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ.

ທີສີ່, ພັກກອມມູນິດຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍຂອງພັກການ​ເມືອງ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ ແລະມີປະສິດທິຜົນ. ໂດຍຜ່ານການເຂົ້າຮ່ວມບັນດາເວທີປາໃສພາກພື້ນແລະສາກົນ ຂອງພັກ​ການ​ເມືອງ, ພັກກອມມູນິດຫວຽດນາມ ໄດ້ມີການປະກອນສ່ວນເຮັດໃຫ້ເພື່ອນມິດສາກົນມີຄວາມ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ແລະ​ເລິກ​ເຊິ່ງກ່ຽວກັບສະພາບການ ແລະພາລະກິດການປ່ຽນແປງໃໝ່ຂອງຫວຽດນາມ, ຂົນຂວາຍ​ບັນດາ​ພັການ​ເມືອງ ​ແລະວົງການການເມືອງບັນດາປະເທດ ​ໃຫ້​​ເຫັນ​ດີເປັນເອກະພາບກັບ​ຫຼັກ​ໝັ້ນ​ຂອງຫວຽດນາມ ກ່ຽວກັບບັນດາບັນຫາພາກພື້ນແລະສາກົນ, ປະຕິບັດຜົນປະໂຫຍດຂອງປະເທດ, ຍົກ​ສູງ​ຖານະ​ບົດບາດຂອງຫວຽດນາມ ໃນເວທີສາກົນ. ບັນດາພັກການເມືອງພາຍໃນ ແລະພາຍນອກພາກພື້ນ​ໄດ້​ມີ​ການ​ຕີ​ລາຄາຢ່າງຕັ້ງໜ້າກ່ຽວກັບບົດບາດ ແລະການປະກອບສ່ວນຂອງພັກກອມມູນິດຫວຽດນາມ ​ໃນ​ການ​ພະຍາຍາມ​ຊຸກຍູ້ຄວາມສາມັກຄີ,​ ຄວາມເປັນເອກະພາບ, ກຳນົດທິດປະສານສົມທົບໃນການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສຕ່າງໆຕາມທິດຂະຫຍັນຂັນເຄື່ອນ, ​ແທດຈິງກວ່າອີກ. ພັກກອມມູນິດຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນການພົບປະສາກົນບັນດາພັກກອມມູນິດ ແລະພັກກຳມະກອນຄັ້ງທີ 19, ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ການປະຕິວັດເດືອນຕຸລາຄົບຮອບ 100 ປີທີ່ລັດເຊຍ, ການສຳມະນາສາກົນຂອງພັກກອມມູນິດ ແລະພັກກຳມະກອນຕ່າງໆທີ່ ອິນເດຍ, ເວທີປາໄສ ຊາວປາວໂລ ຄັ້ງທີ 23, ເວທີປາໄສ “ບັນດາ​ພັກ​ການ​ເມືອງ​ແລະ​ສັງຄົມ​ໃໝ່” ຄັ້ງທີ 21. ດ້ວຍຖານະບົດບາດເປັນກຳມະການຄະນະປະຈຳກອງປະຊຸມສາກົນ​ບັນດາ​ພັກ​ການ​ເມືອງທະວີບອາຊີ (ICAPP), ພັກກອມມູນິດຫວຽດນາມສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ICAPP, ມີຄວາມຄິດລິເລີ່ມຫຼາຍປະການ ແລະມີການປະກອບສ່ວນຢ່າງແທ້ຈິງເຂົ້າໃນການປະຕິບັດບັນດາ​ເປົ້າ​ໝາຍ, ໂຄງການບຸລິມະສິດຂອງ ICAPP; ຖານະ, ພາລະບົດບາດ ແລະອິດທິພົນຂອງພັັກກອມມູນິດ ຫວຽດນາມທີ່ ICAPP ນັບມື້ນັບໄດ້ຮັບການຢືນຢັນ ແລະຖືເປັນສຳຄັນ.

ທິດທາງ ແລະ ໜ້າທີ່ວຽກງານພົວພັນຕ່າງປະເທດທາງ​ດ້ານພັກ ໃນເວລາຕໍ່ໜ້າ

ໂລກກຳລັງເຂົ້າສູ່ໄລຍະ​ແຫ່ງ​ການປ່ຽນແປງຢ່າງໄວວາ ດ້ວຍ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ທາດ​ແທ້​ຕິດ​ກັບການປະຕິວັດວິທະຍາສາດ - ເຕັກນິກໃໝ່ ແລະ ການແຂ່ງຂັນຢ່າງເຄັ່ງຮ້ອນທາງດ້ານພູມີສາດ-ການເມືອງ. ປີ 2018, ສະພາບການພາກພື້ນແລະສາກົນຈະມີການຜັນປ່ຽນຢ່າງສັບສົນ, ຄາດເດົາຍາກ, ສົ່ງ​ຜົນ​ກະທົບໂດຍກົງເຖິງສະພາບແວດລ້ອມດ້ານຄວາມສະຫງົບ ແລະການພັດທະນາຂອງຫວຽດນາມ. ໜ້າທີ່ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽມລະພາບໃນສະພາບການປະເທດເພີ່ມທະວີການ​ເຊື່ອມ​ໂຍງ​ສາກົນ ກຳລັງ​ວາງ​ຄວາມ​ຮຽກຮ້ອງ​ໃໝ່ອອກ​ມາ​ໃຫ້​ວຽກງານການພົວພັນຕ່າງປະເທດ ​ເຊິ່ງຕ້ອງຫາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຂາດ​ຫຼາຍ​ສຸດ, ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້ຢ່າງໝັ້ນຄົງ. ການຄຸ້ມຄອງ, ປະສານສົມທົບ ແລະຊີ້ນຳບັນດາການເຄື່ອນໄຫວພົວພັນ​ຕ່າງປະ​ເທດກໍຢືນຕໍ່ໜ້າຄວາມຮຽກຮ້ອງຕ້ອງຍົກສູງລັກສະນະປະສິດທິຜົນ, ແທດຈິງ, ຮັບປະກັນການນຳພາ​ທີ່​ເປັນເອກະພາບຂອງພັກ, ການຄຸ້ມຄອງແບບລວມສູນຂອງລັດ. ບົນຈິດໃຈນັ້ນ, ວຽກງານພົວພັນຕ່າງປະ​ເທດ​ຂອງ​ພັກໃນເວລາຕໍ່ໜ້າຕ້ອງສຸມໃສ່ບາງທິດທາງ, ໜ້າທີ່ໃຫຍ່ດັ່ງລຸ່ມນີ້:

ທີໜຶ່ງ, ເພີ່ມມທະວີການເຊື່ອມຕໍ່ຢ່າງຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນລະຫວ່າງບັນດາການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການຕ່າງປະເທດແຫ່ງລັດ ແລະການພົວພັນຕ່າງປະເທດປະຊາຊົນ, ສ້າງກຳລັງແຮງສັງລວມໃນແນວຮົບພົວພັນຕ່າງປະເທດ.

ທີສອງ, ສ້າງບາດກ້າວຫັນປ່ຽມຢ່າງຕັ້ງໜ້າໃນການເສີມຂະຫຍາຍຄວາມສາມາດຄົ້ນຄວ້າ, ຄາດຄະເນ, ເປັນ​ທີ່​ປຶກສາຍຸດທະສາດ ກ່ຽວກັບວຽກງານພົວພັນຕ່າງປະເທດຂອງບັນດາຄະນະ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ເອົາໃຈໃສ່ການປ່ຽນແປງ​ໃໝ່ຮູບການ ແລະເນື້ອໃນວຽກງານຂໍ້ມູນຂ່າວສານ ແລະ ໂຄສະນະເຜີຍແຜ່ການພົວພັນຕ່າງປະເທດ.

ທີ​ສາມ, ​ເຮັດໃຫ້ການພົວພັນຕ່າງປະເທດຂອງພັກ​ເຂົ້າສູ່ລວງເລິກ, ມີປະສິດທິຜົນ,​ ແທດຈິງ, ພ້ອມທັງເປີດກວ້າງການພົວພັນຕ່າງໆຢ່າງມີຈຸດສຸມໃຈກາງ. ຕາມນັ້ນ, ໃນເວລາຕໍ່ໄປນີ້ຕ້ອງເຮັດ​ໃຫ້ການ​ພົວພັນ​ຂອງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງໃນໂລກໄປສູ່ລວງເລິກ, ບົນພື້ນຖານປັບປຸງ​ຄວາມ​ໄວ້​ວາງ​ໃຈດ້ານການເມືອງ ແລະຍຸດທະສາດຢ່າງບໍ່ຢຸດຢັ້ງ,​ ເພີ່ມພູນຄູນສ້າງພື້ນຖານການພົວພັນ​ທີ່​ເປັນ​ມູນ​ເຊື້ອ, ການພົວພັນແບບພິເສດລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ພັກ ກອມມູນິດຈີນ, ພັກປະຊາຊົນກຳປູເຈຍ, ພັກກອມມູນິດກູບາ, ສ້າງພື້ນຖານການເມືອງໃຫ້ນັບມື້ນັບໝັ້ນຄົງ, ຮັກສາເປັນບົດບາດກຳນົດທິດລວມຂອງການພົວພັນລະຫວ່າງຫວຽດນາມ ກັບປະເທດເພື່ອນມິດຕ່າງໆ. ເປັນເຈົ້າການ ແລະສ້າງການບຸກທະລຸໃນການເປີດກວ້າງການພົວພັນກັບບັນດາພັກທີ່ກຳອຳນາດ, ພັກທີ່​ເຂົ້າ​ຮ່ວມການເມືອງ ຢູ່ບັນດາປະເທດໃນພາກພື້ນ, ບັນດາປະເທດໃຫຍ່ ​ແລະຄູ່ຮ່ວມມືທີ່ສຳຄັນ ແນໃສ່ຊຸກຍູ້ຂອບ​ການ​ພົວພັນທີ່ໝັ້ນຄົງຍາວນານ. ເພີ່ມທະວີຄວາມສາມັກຄີ, ສະໜັບສະໜູນເຊິ່ງກັນແລະກັນ ກັບບັນດາພັກ​ກອມ​ມູນິດ ​ແລະພັກກຳມະກອນ, ພັກຝ່າຍຊ້າຍ, ບັນດາພັກ ແລະຂະບວນການເອກະລາດ​ແຫ່ງຊາດ, ປະຕິວັດ ແລະກ້າວໜ້າ. ສືບຕໍ່ເປັນເຈົ້າການ ແລະຕັ້ງໜ້າເສີມຂະຫຍາຍຖານະບົດບາດ, ອິດທິພົນຢູ່​ທີ່​ບັນດາ​ເວທີ​ປາ​ໄສຫຼາຍຝ່າຍຂອງບັນດາພັກການເມືອງ. ດຳເນີນການສະຫຼຸບເບື້ອງຕົ້ນ 5 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດຂໍ້ຕົກລົງສະບັບທີ 73-TB/TW, ວັນທີ 8 ກຸມພາ 2012,​ ຂອງກົມການເມືອງສະໄໝ XI ກ່ຽວກັບ “ການເພີ່ມທະວີການພົວພັນຕ່າງປະເທດຂອງພັກ ໃນສະພາບການໃໝ່”.

ທີສີ່, ຜັນຂະຫຍາຍຢ່າ​ງມີປະສິດທິຜົນບັນດາການຢ້ຽມຢາມຂອງບັນດາສະຫາຍການນຳຂອງພັກ ແລະ ລັດ, ເປັນຕົ້ນແມ່ນການຢ້ຽມຢາມຂອງເລຂາທິການໃຫຍ່, ສ້າງບັນດາຂີດໝາຍໃໝ່, ກຳລັງໜູນໃໝ່ ​ໃຫ້​ແກ່​ການພົວພັນຂອງປະເທດຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນ.

ເສີມຂະຫຍາຍຜົນສຳ​ເລັດ​ອັນສຳຄັນທີ່ບັນລຸໄດ້ໃນປີ 2017 ແລະໃນບັນດາປີທີ່ຜ່ານມາ, ການພົວພັນ​ຕ່າງປະ​ເທດ​ຂອງ​ພັກຈະເສີມຂະຫຍາຍຈິດໃຈອັນຕັ້ງໜ້າ, ເປັນເຈົ້າການ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະປະສິດທິຜົນຢ່າງບໍ່ຢຸດຢັ້ງ, ຢືນຢັນບົດບາດເປັນເສົາຄ້ຳ​ທີ່ແໜ້ນແກ່ນ ໃນສາມ​ເສົາ​ຄ້ຳ​ຂອງ​ແນວ​ໜ້າການ​ພົວພັນຕ່າງປະເທດ, ພ້ອມກັບການພົວພັນຕ່າງປະເທດແຫ່ງລັດ ແລະ ການພົວພັນຕ່າງປະເທດປະຊາຊົນ ປະກອບສ່ວນອັນສຳຄັນ ເຂົ້າໃນການປະຕິບັດເປົ້າໝາຍຮັກສາສະພາບແວດລ້ອມແຫ່ງສັນຕິພາບ ໃຫ້ແກ່ ພາລະກິດພັດທະນາປະເທດ. ຮັກສາອຳນາດອະທິປະໄຕ​, ເອກະລາດ​ແຫ່ງຊາດ ແລະສັງຄົມນິຍົມ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ສຳເລັດມີໄຊ.

​ໂດຍ ຮວ່າງບິ່ງກວັນ

ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ

-------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 904 (​ເດືອນ ກຸມພາ 2018)