ວກ. - ການຮັບປະກັນຄວາມສົມດຸນໃຫຍ່ຂອງລະບົບເສດຖະກິດ, ການຄວບຄຸມອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແມ່ນເປົ້າໝາຍທີ່ສຳຄັນທີ່ສຸດ ໃນການຄຸ້ມຄອງບໍລິຫານລະບົບເສດຖະກິດແຫ່ງຊາດຫວຽດນາມ. ນີ້ແມ່ນເງື່ອນໄຂຕັດສິນເບື້ອງຕົ້ນ ໃຫ້ລະບົບເສດຖະກິດພັດທະນາຢ່າງຍືນຍົງ. ດ້ວຍບົດບາດທີ່ຕັ້ງຂອງຕົນ, ລັດວິສາຫະກິດປະກອບສ່ວນທີ່ສຳຄັນ ເພື່ອບັນລຸເປົ້າໝາຍດັ່ງກ່າວ.

ບົດບາດຂອງລັດວິສາຫະກິດໃນການຮັບປະກັນຄວາມສົມດຸນໃຫຍ່
ຂອງລະບົບເສດຖະກິດ, ຄວບຄຸມອັດຕາເລິນເຟີ້ ແລະ
ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ

ຢູ່ຫວຽດນາມ, ລັດວິສາຫະກິດມີທີ່ຕັ້ງຫຼັກ ແລະ ເປັນກຳລັງວັດຖຸທີ່ສຳຄັນຂອງລະບົບເສດຖະກິດຂອງປະເທດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະ ປະຕິບັດຄວາມກ້າວໜ້າທາງສັງຄົມແລະຄວາມຍຸຕິທຳ. ໃນສະຖານະການພາຍໃນປະເທດແລະໄນໂລກທີ່ມີການຜັນຜວນຢ່າງສັບສົນ, ລັດວິສາຫະກິດໄດ້ປະກອບສ່ວນທີ່ສຳຄັນ ເຂົ້າໃນການຮັບປະກັນຄວາມສົມດຸນໃຫຍ່ຂອງລະບົບເສດຖະກິດ, ຄວບຄຸມອັດຕາເງິນເຟີ້, ເປັນເຈົ້າການໃນການຮັກສາສະຖຽນລະພາບຂອງລາຄາແລະບໍລິການ, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງການສະໜອງແລະຄວາມຕ້ອງການ, ປະກອບສ່ວນສ້າງສະຖຽນລະພາບທາງສັງຄົມ. ການປະເມີນດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຖານະບົດບາດ ຕຳແໜ່ງ ແລະ ການປະກອບສ່ວນຂອງ 19 ກຸ່ມເສດຖະກິດແລະບໍລິສັດ ທີ່ຄະນະກຳມະການຄຸ້ມຄອງທຶນຂອງລັດໃນວິສາຫະກິດ (ຕໍ່ໄປນີ້ເອີ້ນວ່າ ກຄທລ) ປະຕິບັດໜ້າທີ່ຄຸ້ມຄອງໂດຍກົງ ໃນຖານະຕົວແທນເຈົ້າຂອງກຳມະສິດ.

ດ້ວນຂະໜາດຊັບສິນສະເລ່ຍຂອງລັດວິສາຫະກິດແມ່ນ 4.500 ຕື້ດົ່ງ/ວິສາຫະກິດ; ທຶນຂອງຜູ້ຖືຫຸ້ນກວມເອົາເກືອບ 63% ແລະ ຊັບສິນທັງໝົດກວມເອົາເກືອບ 65,3% ເມື່ອທຽບກັບລັດວິສາຫະກິດທັງໝົດ; ຜ່ານການເຄື່ອນໄຫວໃນບັນດາຂະແໜງການແລະຂົງເຂດຫຼັກຂອງລະບົບເສດຖະກິດ, ບັນດາວິສາຫະກິດພາຍໃຕ້ການຄຸ້ມຄອງຂອງ ກຄທລ ໄດ້ສະໜອງຜະລິດຕະພັນຈຳນວນຫຼາຍໃຫ້ເສດຖະກິດມະຫາພາກ ແລະ ມີການປະກອບສ່ວນຫຼາຍຢ່າງ ໃນການຮັບປະກັນຄວາມສົມດຸນໃຫຍ່ ຂອງລະບົບເສດຖະກິດ, ຮັບປະກັນຄວາມຕ້ອງການທີ່ຈຳເປັນຂອງການຜະລິດ ແລະ ຊີວິດການເປັນຢູ່ ກ່ຽວກັບພະລັງງານ, ສະບຽງອາຫານ, ໂຄງສ້າງພື້ນຖານໂທລະຄົມມະນາຄົມ ແລະອື່ນໆ. 19 ກຸ່ມເສດຖະກິດແລະບໍລິສັດພາຍໃຕ້ການຄຸ້ມຄອງຂອງ ກຄທລ ໄດ້ມີສ່ວນປະກອບທີ່ໂດດເດັ່ນ, ໂດຍສະເພາະແມ່ນ:

ທີໜຶ່ງ, ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ: ບັນດາກຸ່ມເສດຖະກິດທີ່ເຄື່ອນໄຫວໃນຂົງເຂດພະລັງງານໄດ້ຜະລິດ, ຂຸດຄົ້ນ ແລະ ສະໜອງຜະລິດຕະພັນທີ່ສຳຄັນ ໃຫ້ພື້ນຖານເສດຖະກິດເຊັ່ນ ໄຟຟ້າ, ຖ່ານຫິນ, ອາຍແກັສ, ນ້ຳມັນ ແລະອື່ນໆ. ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໄດ້ເລີ່ມຕົ້ນແລະສຳເລັດໂຄງການນຳສົ່ງໄຟຟ້າຫຼາຍໂຄງການ; ຫຼາຍໂຄງການຜະລິດໄຟຟ້າຂະໜາດໃຫຍ່ (ໂຮງງານໄຟຟ້ານ້ຳຕົກ ຮ່ວາບິ່ງ ເປີດກວ້າງ, ໂຮງງານໄຟຟ້ານ້ຳຕົກ ອີອາລີ ເປີດກວ້າງ, ໂຮງງານໄຟຟ້າພະລັງຄວາມຮ້ອນຖາຍບິ່ງ 1, ໂຮງງານໄຟຟ້າພະລັງຄວາມຮ້ອນຫວິງເຕິນ ແລະອື່ນໆ), ແກ້ໄຂການຂາດແຄນໄຟຟ້າ ແລະກະແສໄຟຟ້າເກີນຂີດຈຳກັດ, ຮັບປະກັນການສະໜອງໄຟຟ້າຢ່າງປອດໄພ ຕໍ່ເນື່ອງ ແລະ ໝັ້ນຄົງ ເພື່ອຮັບໃຊ້ຄວາມປອດໄພທາງສັງຄົມຊອງປະຊາຊົນ ແລະ ການຜະລິດ ທຸລະກິດຂອງວິສາຫະກິດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດ(1). ກຸ່ມນ້ຳມັນແລະອາຍແກັສແຫ່ງຊາດຫວຽດນາມ (PETROLIMEX) ແລະ ສະຫະບໍລິສັດນ້ຳມັນຫວຽດນາມ  (PVOIL) ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ສະແດງໃຫ້ເຫັນເຖິງບົດບາດສຳຄັນໃນການຮັບປະກັນການສະໜອງ, ຮັກສາສະຖຽນລະພາບຂອງຕະຫຼາດ, ບໍ່ປ່ອຍໃຫ້ຕ່ອງໂສ້ການສະໜອງນ້ຳມັນຂາດຕອນ ຍ້ອນການຜັນຜວນຂອງຕະຫຼາດນ້ຳມັນໃນຫວ່າງມໍ່ໆມານີ້(2); ກຸ່ມນ້ຳມັນແລະອາຍແກັສແຫ່ງຊາດຫວຽດນາມ ໄດ້ເສີມຂະຫຍາຍບົດບາດສຳຄັນ ໃນການສຳຫຼວດຄົ້ນຄວ້າ ແລະ ກັ່ນຕອງ ປຸງແຕ່ງນ້ຳມັນແລະອາຍແກັສ(3); ກຸ່ມອຸດສາຫະກຳຖ່ານຫິນແລະແຮ່ທາດຫວຽດນາມ ໄດ້ຍູ້ແຮງການຂຸກຄົ້ນຖ່ານຫິນແລະແຮ່ທາດ ເພື່ອຕອບສະໜອງຄວາມຄ້ອງການຕ່າງໆ ຂອງລະບົບເສດຖະກິດແຫ່ງຊາດ(4) ແລະອື່ນໆ.

ການຕິດຕັ້ງໃບພັດລົມຜະລິດໄຟຟ້າທີ່ເມືອງຫາຍຟອງ _ແຫຼ່ງ: nhiepanhdoisong.vn

ທີສອງ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ: ບໍລິສັດອາຫານພາກເໜືອ ແລະ ບໍລິສັດອາຫານພາກໃຕ້ (VINAFOOD) ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃນການຮັກສາສະຖຽນລະພາບລາຄາສະບຽງອາຫານເປັນຢ່າງດີ ເຊິ່ງຍາມໃດກໍ່ໄດ້ຈັດກຽມແຫຼ່ງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ຜ່ານລະບົບທຸລະກິດຂາຍຍ່ອຍ ແລະ ຮ້ານສັບພະສິນຄ້າ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ຮັບປະກັນວ່າ ຜະລິດຕະພັນທີ່ສະໜອງໃຫ້ຕະຫຼາດນັ້ນ ມີຄຸນນະພາບດີແລະລາຄາຄົງທີ່. ບັນດາບໍລິສັດກະສິກຳ-ປ່າໄມ້ມີຄວາມຄືບໜ້າໃນການທຸລະກິດສະບຽງອາຫານ, ການປູກ ປຸງແຕ່ງ ແລະ ຜະລິດຢາງພາລາ ກາເຟ, ຜະລິດເຂົ້າທີ່ມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນການພັດທະນາຂະແໜງການກະສິກຳ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ຜູ້ອອກແຮງງານ.

ທີສາມ, ການພັດທະນໂຄງສ້າງພື້ນຖານດ້ານຄົມມະນາຄົມຂົນສົ່ງຂອງປະເທດ: ບັນດາກຸ່ມເສດຖະກິດແລະບໍລິສັດ ໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການກໍ່ສ້າງ ແລະ ພັດທະນາລະບົບໂຄງສ້າງພື້ນຖານ, ສ້າງແຮງຜັກດັນການພັດທະນາຂອງບັນດາຂະແໜງການ ຂົງເຂດ ແລະ ລະບົບເສດຖະກິດທັງໝົດ ໂດຍຜ່ານການຍູ້ແຮງການະຕິບັດບັນດາໂຄງການຈຸດສຸມ ໂດຍສະເພາະ ບັນດາໂຄງການທີ່ສຳຄັນໃນຂົງເຂດການບິນ.

ທີສີ່, ການພັດທະນໂຄງສ້າງພື້ນຖານໂທລະຄົມມະນາຄົມ: ກຸ່ມບໍລິສັດໄປຊະນີໂທລະຄົມມະນາຄົມຫວຽດນາມ ແລະ ບໍລະສັດໂທລະຄົມມະນາຄົມ MobiFone ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດນຳໜ້າໃນການຫັນເປັນດິຈິຕອນ, ກໍ່ສ້າງພື້ນຖານໂຄງລ່າງດິຈິຕອນໃຫ້ບັນດາອົງການຂອງລັດຖະບານ, ໃຫ້ທ້ອງຖິ່ນ ອົງການ ແລະ ວິສາຫະກິດຫຼາຍແຫ່ງ; ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ພັດທະນາ ​ແລະ​ ນຳ​ໃຊ້ຜະລິດ​ຕະພັນ​ຂອງ​ການ​ຫັນ​​ເປັນ​ດິຈິ​ຕອນ ​ເພື່ອ​ໃຫ້​ບໍ​ລະກາ​ນລູກ​ຄ່າ ​ແລະ ​ໃບ​ແຈ້ງ​ໜີ້​ເອ​ເລັກ​ໂຕຣນິກ; ການ​ປະຍຸກ​ໃຊ້​ພື້ນຖທານ​ການ​ປະມວນ​ຜົນ​ແບບ​ກຸ່ມ​ເມກ ​ແລະ ການ​ປັບໃຊ້ຂໍ້​ມູນ​ຂະໜາດ​ໃຫຍ່ (Big Data); ​ໃຫ້​ບໍລິການ​​ກະ​ເປົາ​ເງິນ​ເອ​ເລັກ​ໂຕຣນິກ (Moble Money); ​ເລັ່ງການ​ຜັນ​ຂະຫຍາຍ​ໂຄງ​ສ້າງ​ພື້ນຖານ​ໃໝ່ ​ເພື່ອ​ເປີດ​ກວ້າງ​ການ​ປົກ​ຫຸ້ມ​ຂອງເຄືອຂ່າຍ 4G, ການ​ສົ່ງ​ຜ່ານ​ສາຍ​ໄຍ​ແກ້ວ​ນຳ​ແສງ, ປັບປຸງ​ຄຸນ​ນະພາ​ບຂອງ​ເຄືອ​ຂ່າຍ, ກະກຽມ​ໃຫ້​ແກ່​ເຄືອ​ຂ່າຍ 5G ​ແລະ​ອື່ນໆ.   

ທີ່​ຫ້າ, ຮັບປະກັນການບໍລິການດ້ານການຂົງສົ່ງ, ໃນສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງສັບສົນ, ບັນດາບໍລິສັດຂົນສົ່ງອ (ການບິນ, ທາງລົດໄຟ, ທາງທະເລ) ໄດ້ຈັດຕັ້ງການບິນແລະຂະບວນລົດໄຟ ເພື່ອຮັບໃຊ້ເສດຖະກິດ ແລະຊີວິດສັງຄົມ, ຮັບໃຊ້ວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງໜ້າກາກອະນາໄມ, ຊຸດປ້ອງກັນການລະບາດ, ອຸປະກອນການແພດ ແລະ ເຄື່ອງໃຊ້ຕ່າງໆ. ຄຽງຄູ່ກັນນັ້ນ, ສາຍການບິນແຫ່ງຊາດຫວຽດນາມ ຍັງຈັດຕັ້ງບັນດາຖ້ຽວບິນທີ່ສົ່ງຄົນກັບປະເທດ, ການກັກຕົວໂດຍສະໝັກໃຈ ແລະອື່ນໆ, ປະກອບສ່ວນຮັບປະກັນການໄປມາຄ້າຂາຍສະດວກດີ, ຮັກສາການຜະລິດແລະທຸລະກິດ ໂດຍສະເພາະ ການນຳເຂົ້າແລະສົ່ງອອກສິນຄ້າ.    

ທີຫົກ, ຮັບປະກັນ​ການ​ສະໜອງ​ວັດຖຸ​ອຸປະກອນ​ການ​ຜະລິດທີ່​ສຳຄັນ ສຳລັບ​ເສດຖະກິດ: ບັນດາ​ກຸ່ມ​ເສດຖະກິດ​ແລະ​ບໍລິສັດ​ທີ່​ເຄື່ອນ​ໄຫວ​ໃນຂົງ​ເຂດ​ອຸດສາຫະກຳ​ຜະລິດ​ສານ​ເຄມີ ​ເຫຼັກກ້າ ຝຸ່ນ ​ໄດ້​ເພີ່ມ​ມູນ​ຄ່າ​ການ​ຜະລິດ​ຂຶ້ນ, ສະໜອງ​ຜະລິດ​ຕະພັນ​ສິນຄ້າ​​ໃຫ້​ແກ່​ລະບົບ​ເສດຖະກິດ​ໃນ​ດ້ານ​ເຄມີ​ພື້ນຖານ ຢາ​ປ້ອງ​ກັນ​ພືດ ຝຸ່ນ ໝໍ້ໄຟ ​ເຫຼັກ​ກ້າ ​ແລະ​ອື່ນໆ.

 ​ເບິ່ງ​ລວມ​ແລ້ວ, ຄຽງ​ຄູ່​ກັບ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຜະລິດ ສະໜອງ​ຜະລິດ​ຕະພັນ ​ແລະ ​ໃຫ້​ບໍລິການ​ທີ່​ສຳຄັນ ​ແກ່​ລະບົບ​ເສດຖະກິດ​ນັ້ນ, ບັນດາ​ລັດ​ວິ​ສາ​ຫະກິດ​ເວົ້າ​ລວມ ​ແລະ 19 ກຸ່ມ​ເສດຖະກິດ​ແລະ​ບໍລິສັດ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ທຶນ​ໂດຍ​ກົງ​ຈາກ ກຄທລ ​ໃນ​ຖານະ​ຕົວ​ແທນ​ເຈົ້າ​ຂອງ ຍັງ​ມີ​ບົດບາດ​ທີ່​ສຳຄັນ​ໃນ​ການຮ່ວມ​ມື​ກັບ​ລັດ ​ເພື່ອຮັບປະກັນ​ຄວາມ​ໝັ້ນຄົງ ການປ້ອງ​ກັນ​ປະ​ເທດ, ປະຕິບັດ​ນະ​ໂຍບາຍປະກັນ​ສັງຄົມ, ສົມທົບ​ການ​ພັດທະນາ​ເສດຖະກິດ ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ອະທິປະ​ໄຕ​ຂອງ​ຊາດ. ​ໃນ​ບາງ​ໄລຍະ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ທີ່​ມີ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ຫຼາຍ​ລັດວິ​ສາ​ຫະກິດ​ໄດ້​ສະ​ແດງ​ບົດບາດ​ທີ່​ສຳຄັນ ​ໃນ​ການ​ປະກອບສ່ວນ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ຮອງ​ຮັບ​ນະ​ໂຍບາຍ​ຄວບ​ຄຸມ​ທາງ​ເສດຖະກິດ, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ລາຄາ ​ເຊັ່ນ ສະໜັບສະໜູນ​ການ​ຫຼຸດ​ຄ່າ​ໄຟຟ້າ ຄ່າ​ນ້ຳ​ປະປາ ​ແລະ ຄ່າ​ໂທລະ​ຄົມມະນາຄົມ; ​ແຈກ​ອາຫານ ​ແລະ ຖົງ​ອາຫານ​ໃຫ້​ຟຣີ ​ເພື່ອ​ຮັບປະກັນ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຂອງ​ລັດສຳລັບ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກລະບາດ; ສະໜັບສະໜູນ​ກາ​ນນຳ​ຜູ້ຄົນ​ກັບ​ຈາກ​ຈຸດ​ສູນ​ກາງ​ການ​ແຜ່​ລະບາດ ​ແລະ​ອື່ນໆ. ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ບັນດາ​ຂະ​ແໜງ​ການ ຂົງ​ເຂດ​ ພື້ນ​ທີ່​ຫຼັກ ທີ່​ສຳຄັນ​ຂອງ​ລະບົບ​ເສດຖະກິດ ​ໄດ້​ຊ່ວຍ​ຫຼຸດຜ່ອນ​ການ​ລົງທຶນ​ຈາກ​ງົບປະມານ​ຂອງ​ລັດ​ ໃນການ​ປະຕິບັດ​​ໂ​ຄງການ​ລົງທຶນ​ພັດທະນາ​ເສດຖະກິດ-ສັງຄົມ​ທີ່​ສຳຄັນ​ຂອງ​ປະ​ເທດ; ປະກອວສ່ວນ​ປະຕິບັດ​ຂະ​ບວນການ​ປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ.

ສືບຕໍ່ຢືນຢັນ​ບົດບາດ​ທີ່​ຕັ້ງ​ຂອງ​ລັດ​ວິ​ສາ​ຫະກິດ

ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ ​ໃນ​ການ​ດຳນີນທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ:

ກ່ອນ​ອື່ນ​ໝົດ, ນັ້ນ​ແມ່ນ​ຄວາມ​ຄິດ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ທີ່​ຕັ້ງ​ຂອງ​ລັດ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນ​ທີ່​ຕັ້ງ​ຂອງ​ລັດ​ວິ​ສາ​ຫະກິດ ​ໃນ​ການ​ປະຕິບັດ​ບົດບາດ​ເປັນ​ເຈົ້າພາ​ທາງ​ຂອງ​ເສດຖະກິດ​ແຫ່ງ​ລັດ, ບັນຫາ​ການ​ມອບ​ສິດ​ປົກຄອງ​ຕົນ​ເອງ​ໃຫ້​ລັດ​ວິ​ສາ​ຫະກິດ, ບັນຫາ​ການ​ນຳໃຊ້ລັດ​ວິ​ສາ​ຫະກິດ​ເປັນ​ເຄື່ອງ​ມື​ໃນ​ການ​ດັດ​ປັບ​ເສດຖະກິດ ​ແລະ​ອື່ນໆ.

ກົນ​ໄກ​ແລະ​ນະ​ໂຍບາຍ​ການ​ຄຸ້ມ​ຄອງ​ຕໍ່​ລັດ​ວິ​ສາ​ຫະກິດ​ຍັງ​ມີ​ຂໍ້​ບົກພ່ອງ​ຫຼາຍ​ປະການ ​ເຊິ່ງບໍ່​ໄດ້​ສ້າງ​ເງື່ອນ​ໄຂ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ; ລະບອບ​ລະບຽບ​ການ​ຄຸ້ມ​ຄອງ, ການຈັດ​ແບ່ງ ​ແລະ ການ​ນຳ​ໃຊ້​ຊັບພະຍາກອນ​ໃນ​ລັດ​ວິ​ສາ​ຫະກິດ​ບາງ​ແຫ່ງ ​ບໍ່​ເໝາະ​ສົມ​ອີກ​ຕໍ່​ໄປ; ລະບົບ​ມາດຕະຖານ​ການ​ປະ​ເມີນ​ລັດ​ວິ​ສາ​ຫະກິກ ບໍ່​ຄົບ​ຖ້ວນ, ລັດ​ວິ​ສາ​ຫະກິດ​ບໍ່​ມີ​ເອກະລາດ​ຢ່າງ​ແທ້​ຈິງ​ຕາມ​ກົນ​ໄກ​ຕະຫຼາດ; ຂໍ້ກຳນົດ ກົດ​ລະບຽບກ່ຽວ​ກັບ​ລັດ​ວາຫະກິດ​ກະ​ແຈກ​ກະຈາຍ​ຢູ່​ໃນ​ເອກະສານ​ກົດໝາຍ​ຫຼາຍສະບັບ ທີ່​ໄດ້​ອອກ​ໃນ​ເວລາ​ທີ່​ຕ່າງ​ກັນ, ​ໄດ້​ກະກຽມ​ໂດຍ​ອົງການ​ຕ່າງ​ກັນ, ດັ່ງ​ນັ້ນ​ ຈຶ່ງ​ມີ​ອຸປະສັກ​ທີ່​ແນ່ນອນ ​ແລະ ທັບ​ຊ້ອນ​ກັນ. ຂໍ້ຄົງຄ້າງ​ທາງ​ດ້ານ​ລະບອບ​ລະບຽບ​ການ​ນັ້ນ ​ໄດ້​ຮັບ​ການ​ຈັດການ​ແກ້​ໄຂ ປັບປຸງ​ຢ່າງ​ຊັກ​ຊ້າ ​ເຊິ່ງ​​ໄດ້​ຈຳກັດ​ຂະ​ບວນການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ການ​ຖອນ​ທຶນ​ຂອງ​ລັດ​ອອກຈາກ​ລັດ​ວິ​ສາ​ຫະກິດ. ຫຼາຍ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ລັດ​ວິສາຫະກິດ​ ​ແລະ ມາດ​ຕະການ​ແກ້​ໄຂ​ຕົວ​ຈິງ ​ໃນ​ເວລາ​ທີ່​ຜ່ານ​ມາ ​ແມ່ນ​ໄດ້​ສຸມ​​ໃສ່​ຊຸກຍູ້​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ການ​ຖອນ​ທຶນ​ຂອງ​ລັດ; ຈັດການ​ແກ້​ໄຂ​ຄວາມ​ຂາດ​ຕົກ​ບົກພ່ອງ, ດ້ານ​ລົບ ​ແລະ ຄວາມ​ຜິດພາດ ​ໃນ​ການ​ປະຕິບັດ​ການ​ປັບ​ໂຄງ​ສ້າງ, ການ​ລົງທຶນ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ໄລຍະ​ຜ່ານ​ມາ ​ແລະ​ອື່ນໆ.

ບັນດາ​ລັດ​ວິ​ສາ​ຫະກິດ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ​ໃນ​ການ​ລະດົມ​ທຶນ, ການ​ຂະຫຍາຍ​ຂະໜາດ, ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ລົງທຶນ ທຸລະ​ກິດ, ການ​ພັດທະນາ​ແລະ​ເປີດ​ກວ້າງ​ຕະຫຼາດ, ການ​ສ້າງ​ຄວາມ​ຫຼາກ​ຫຼາຍ​ຂອງ​ຜະລິດ​ຕະພັນ ​ແລະ ບໍລິການ​ ເພື່ອຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ ​ແລະ ປະກອບສ່ວນ​ຫຼາຍ​ຂຶ້ນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ການ​ເຄື່ອ​ນໄຫວ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ວ່າ​ລັດ​ວິ​ສາ​ຫະກິດຈະ​ຖື​ຄອງ ບໍລິຫານ ​ແລະ ນຳ​ໃຊ້​ຊັບພະຍາກອນ​ຂະໜາດ​ໃຫຍ່​ຂອງ​ປະ​ເທດ​ກໍ່ຕາມ, ​ແຕ່​ຍັງ​ບໍ່​ສາມາດ​ລະດົມ ​ແລະ ​ເຕົ້າ​ໂຮມ​ຊັບພະຍາກອນ​ເຫຼົ່າ​ນັ້ນ​ເຂົ້າ​ໃນ​ບັນດາ​ໂຄງການ​ລົງທຶນ​ຍຸດ​ທະ​ສາດ ​ແລະ ບັນດາ​ເປົ້າ​ໝາຍພັດທະນາ​ບຸລິມະສິດ ຂອງ​ລັດ​ວິ​ສາ​ຫະກິດ​ເວົ້າ​ສະ​ເພາະ ​ແລະ ຂອງ​ປະ​ເທດ​ເວົ້າ​ລວມ.

ກົດ​ລະບຽບ​ກ່ຽວ​ກັບ​ເງິນ​ເດືອນ ​ແລະ ຄ່າ​ຕອບ​ແທນ​ອື່ນໆ ຕໍ່​ພະນັກງານ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ ບໍ່​ເໝາະ​ສົມ​ກັບ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ວິ​ສາ​ຫະກິດ, ຍັງ​ບໍ່​ທັນ​ສ້າງ​ແຮງ​ຈູງ​ໃຈດ້ານວັດຖຸ​ໃຫ້ຜູ້​ບໍລິຫານ ​ແລະ ຄົນ​ງານ​ໃນ​ລັດ​ວິ​ສາ​ຫະກິດ ​ໃນ​ການ​ປະກອບສ່ວນ​ເພີ່ມ​ກຳ​ໄລ​ໃຫ້​ວິ​ສາ​ຫະກິດ; ພ້ອມ​ກັນ​ນັ້ນ, ຍັງ​ບໍ່​ທັນ​ດຶງ​ດູດ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ​ຢ່າງ​ມີ​ປະສິດທິ​ຜົນ.

ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ນັ້ນ, ​ເພື່ອ​ໃຫ້​ລັດ​ວິ​ສາ​ຫະກິດ​ສືບ​ຕໍ່​ຢືນຢັນ​ບົດບາດ​ຂອງ​ຕົນ ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ຮັບປະກັນ​ຄວາມ​ສົມ​ດຸນ​ໃຫຍ່​ຂອງ​ລະບົບ​ເສດຖະກິດ, ຄວບ​ຄຸມ​ອັດຕາ​ເງິນ​ເຟີ້, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ ​ແລະ ຊຸກຍູ້​ການ​​ເຕີບ​ໂຕ​ເສດຖະກິດນັ້ນ ຕ້ອງ​ສຸມ​ໃສ່​ບັນດາ​ທິດ​ທາງ​ແລະ​ວິທີ​ແກ້​ໄຂ​ຈຸດ​ສຸມ​ຕໍ່​ໄປ​ນີ້:

ທາງ​ດ້ານ​ການ​ຄຸ້ມ​ຄອງ​ລັດ

ທີ​ໜຶ່ງ, ​ໂຄສະນາ​ເຜີຍ​ແຜ່ ​ແລະ ຍົກ​ສູງ​ຄວາມ​ຮັບຮູ້ກ່ຽວ​ກັບ​ບົດບາດ ທີ່​ຕັ້ງ​ຂອງ​ລັດ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ ​ບົດບາດ​ໃນ​ການ​ຮັບປະກັນ​ຄວາມ​ສົມ​ດຸນ​ໃຫຍ່​ຂອງ​ລະບົບ​ເສດຖະກິດ, ຄວບ​ຄຸມ​ອັດຕາ​ເງີ​ນ​ເຟີ້, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ. ​ເສີມ​ຂະຫຍາຍ​ຂໍ້​ໄດ້​ປຽບ, ລະດົມ ​ແລະ ຂຸດຄົ້ນ​ຊັບພະຍາກອນ​ທີ່​ລັດ​ວິ​ສາ​ຫະກິດ​ຄຸ້ມ​ຄອງ ​ແລະ ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ພາກສ່ວນ​ນີ້​ສາມາດ​ສະ​ແດງ​ບົດບາດນຳ​ພາ​ໃນ​ບັນດາ​ຂະ​ແໜງ​ການ​ເສດຖະກິດ​ຫຼັກ​ໄດ້​ຢ່າງ​ແທ້​ຈິງ ສົ່ງ​ຜົນ​ກະທົບ​ຕໍ່​ລະບົບ​ເສດຖະກິດ ​ແລະ ບັນດາ​ພາກສ່ວນ​ເສດຖະກິດ​ອື່ນໆ. ການ​ພັດທະນລັດ​ວິ​ສາ​ຫະກິດ​ຕ້ອງ​ເຊື່ອມ​ໂຍງ​ກັບ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັກ​ທະນາ​ຂະ​ແໜງ​ການ ຂົງ​ເຂດ​ຂອງ​ພື້ນຖານ​ເສດຖະກິດ.

ທີ​ສອງ, ປັບປຸງ​ກົນ​ໄກ ນະ​ໂຍບາຍ​ໃຫ້​ສົມບູນ​ແບບ ຕາມ​ທິດ​ທາງ​ລັດວິ​ສາ​ຫະກິດ​ມີ​ຄວາມ​ເປັນ​ເອກະລາດ​ຕາມ​ຫຼັກການ​ຕະຫຼາດ ​ແລະ ດຳ​ເນີນ​ງານ​ຢ່າງ​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ມີ​ປະສິດທິ​ຜົນ. ປັບປຸງ​ບູລະນະ​ກົນ​ໄກ​ການ​ປະ​ເມີນ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ.

ຫຼຸດຜ່ອນ​ການ​ແຊກ​​ແຊງໂດຍ​ກົງຂອງ​ອົງ​ການ​ບໍລິຫານລັດ​ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ ​ແລະ​ການ​ດຳ​ເນີ​ນງານ​ຂອງ​ວິ​ສາ​ຫະກິດ; ປະຕິບັດ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢ່າງ​ຊັດ​ເຈນ​ໃນ​ການ​ໃຊ້​ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງຕົວ​ແທນ​ເຈົ້າ​ຂອງ​ກຳມະສິດ ພ້ອມ​ກັນ​ກັບ​ລະບອບ​ການ​ຕິດຕາມ ກວດກາ ​ແລະ ການ​ປະ​ເມີນ​ຢ່າງຮອບດ້ານ. ​ແຍກ ​ແລະ ກຳນົດ​ຢ່າງ​ຈະ​ແຈ້ງ ໜ້າ​ທີ່​ຂອງ​ເຈົ້າ​ຂອງ​ຊັບ​ສິນ​ແລະ​ທຶນ​ຊອງ​ລັດ ກັບ​ໜ້າ​ທີ່​ການ​ບໍລິຫາ​ນຄຸ້ມ​ຄອງຄອງ​ລັດ; ​ແຍກ​ສິດ​ເປັນ​ເຈົ້າ​ຂອງ​ທຶນ​ຂອງ​ລັດ ອອກ​ຈາກ​ການ​ປະຕິບັດ​ໜ້າ​ທີ່​ການ​ຜະລິດ​ແລະ​ພັດທະນາ​ທຸລະ​ກິດ, ພ້ອມ​ກັນ​ນັ້ນ​ ກໍ່​ມີ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ກົມກຽວ ​ໃນ​ການ​ພົວພັນ​ລະຫວ່າງອົງການ​ລັດ ​ແລະ ລັດ​ວິ​ສາ​ຫະກິດ. ​ແຍກ​ສິດທິ​ໃນ​ການ​ເປັນ​ຕົວ​ແທນ​​ເຈົ້າ​ຂອງ​ທຶນ​ຂອງ​ລັດ ອອກ​ຈາກການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ຜະລິດທຸ​ລະ​ກິດ, ພ້ອມ​ກັນ​ນັ້ນ ກໍ່​ມີ​ການ​ເຊື່ອມ​ໂຍງ ປະສານ​ກັນ​ ໃນ​ຄວາມສຳພັນ​ລະຫວ່າງ​ລັດ​ວິ​ສາ​ຫະກິດ. ຕາມ​ນັ້ນ, ລັດ​ສ້າງ​ລະບົບ​ນິ​ເວດ ​ແລະ ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ​ທີ່​ເໝາະ​ສົມ​ກັບ​ຫຼັກການ​ຕະຫຼາດ​ ຕາມ​ທິດ​ສັງຄົມ​ນິຍົມ; ລັດ​ວິ​ສາ​ຫະກິດ​ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫວ, ການ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ, ມີ​ຄວາມ​ຮັບຜິດຊອບ, ມານະ​ພະຍາຍາມ ຕັດສິນ​ໃຈ​ປະຕິບັດ​ບົດບາດ​ທີ່​ຕັ້ງ ພາລະກິດ, ​ເໝາະ​ສົມ​ກັບ​ຊັບພະຍາກອນ​ທີ່​ມີ​ຢູ່ ​ແລະ ​ໃຊ້​ລະບົບ​ນິ​ເວດ​ທີ່​ລັດ​ສ້າງ​ຂຶ້ນ​ຢ່າງ​ມີ​ປະສິດທິ​ຜົນ.

ທີ່​ສາມ, ຍູ້​ແຮງ​ວຽກ​ງານການຈັດ​ຕັ້ງ ​ແລະ ປ່ຽນ​ແປງ​ໃໝ່​ລັດ​ວິ​ສາ​ຫະກິດ. ແກ້​ໄຂ​ຄວາມ​ຫຍຸ້ງຍາກ. ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ການຖອນ​ທຶນ​ຂອງ​ລັດ​ໃນ​​ລັດ​ວິ​ສາ​ຫະກິດ.

ບົນ​ພື້ນຖານ​ການຈັດ​ຕັ້ງ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​ຕາມ “ມາດ​ຕະການ​ຈັດ​ແບ່ງ​ລັດ​ວິ​ສາ​ຫະກິດ”, ວິສາ​ຫະກິດ​ທີ່​ມີ​ທຶນ​ຂອງ​ລັດຈະ​ດຳ​ເນີນ​ການ​ຫັນປ່ຽນ​ກຳມະສິດ, ຈັດ​ຕັ້ງ​ຄືນ​ໃໝ່ ​ແລະ ຖອນ​ທຶນ ​ໃນ​ໄລຍະ​ປີ 2021-2025 ​ເຊິ່ງ​ໃນ​ນັ້ນ ສຸມ​ໃສ່ຮັກສາ​ບັນດາ​​ຂົງ​ເຂດ​ທີ່​ສຳຄັນ​ແລະ​ຈຳ​ເປັນ; ບັນດາ​ພື້ນ​ທີ່​ສຳຄັນ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ຄວາມ​ໝັ້ນ​ຄົງ; ບັນດາ​ຂົງ​ເຂດ​ທີ່​ວິ​ສາ​ຫະ​ກິດ​ຂອງ​ພາກສ່ວນ​ເສດຖະກິດ​ອື່ນ​ບໍ່​ລົງທຶນ. ກະຈາຍ​ວິທີ​ການຈັດ​ຕັ້ງ​ສັບ​ຊ້ອນ​ໃໝ່, ຫັນປ່ຽນ​ກຳ​ມະສິດວິ​ສາ​ຫະກິດ​ຕາມ​ກົດໝາຍ (ການ​ຮັກສາ​ອັດຕາ​ສ່ວນ​ກຳມະສິດ​ຂອງ​ລັດ, ການ​ຮ່ວມ​ທຶນ​ທຸລະ​ກິດ, ການ​ລວມຕົວ​ວິ​ສາ​ຫະກິດ, ການ​ຫັນ​ເປັນ​ຫຸ້ນສ່ວນ, ການ​ຖອນ​ທຶນ, ການ​ເລີກ​ກິດຈະການ, ການ​ລົ້ມ​ລະລາຍ, ການ​ແບ່ງ, ການ​ແຍກ ​ແລະ​ອື່ນໆ), ​ໃນ​ນັ້ນ ການ​ຫັນ​ເປັຍ​ຫຸ້ນສ່ວນ ​ແລະ ການ​ຖອນ​ທຶນ​ຂອງ​ລັດ ​ເປັນ​ວິທີ​ແກ້​ໄຂ​ທີ່​ສຳຄັນ ​ເພື່ອ​ຮັບປະກັນ​ແຫຼ່ງພະລັງ​ໃຫ້​ແກ່​ການ​ລົງທຶນ​ສາທາລະນະ​.

ຫັນ​ປ່ຽນ​ຈາກ​ການບັງຄັບ​ໃຊ້​ຄຳ​ສັ່ງບໍລິຫານ​ຕໍ່​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ແລະ​ການ​ຖອນ​ທຶນ ໄປ​ສູ່​ການ​ປະຕິບັດ​ຕາມ​ຫຼັກການ ​ແລະ ສັນຍານ​ຂອງ​ຕະຫຼາດ ບົນ​ພື້ນຖານ​ຮັບປະກັນ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ປັບ​ໂຄງ​ສ້າງ​ຂອງ​ພາກ​ລັດ​ວິ​ສາ​ຫະກິດ. ຈຳ​ເປັນ​ຕ້ອງ​ເຊື່ອມ​ໂຍງ​ການ​ພັດທະນາ​ລັດ​ວິ​ສາ​ຫະກິດ ກັບ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຂະ​ແໜງ​ການ ຂົງ​ເຂດ​ໃນ​ລະບົບ​ເສດຖະກິດ. ກຳນົດ​ຂະ​ແໜງ​ການ​ແລະ​ຂົງ​ເຂດ​ຫຼັກ ທີ່​ຈຳ​ເປັນ​ຕ້ອງ​ມີ​ລັດ​ວິ​ສາ​ຫະກິດ ຢ່າງ​ຊັດ​ເຈນ ​ໃຫ້​ສອດຄ່ອງ​ກັບ​ທິທາງ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ປະ​ເທດ.

ທີສີ່, ຊຸກຍູ້​ແລະ​ຊ່ວຍ​ໜູນ​ໃຫ້​ລັດວິ​ສາ​ຫະກິດ​ພັດທະນາ, ລົງທຶນ​ປັບປຸງ​ຂະຫຍາຍ​ຂະໜາດ ​ແລະ ປະສິດທິ​ຜົນ, ​ແຕ່​ຕ້ອງ​ເລືອກ​ຈຸດ​ສຸມ​ເພື່ອ​ສ້າງ​ການ​ແຜ່​ກະຈາຍ, ຮັບປະກັນ​ວ່າ ລັດ​ວິ​ສາ​ຫະກິດຈະ​ຮັກສາ​ຕຳ​ແໜ່​ງສຳຄັນ​ຂອງ​ຕົນ ​ແລະ ​ເປັນ​ກຳລັງ​ວັດຖຸ​ທີ່ສຳຄັນຂອງ​ເສດຖະກິດ​ແຫ່ງ​ລັດ. ພິ​ເສດ​ແມ່ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາລັດ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ ທີ່​ມີ​ຂະໜາດ​ໃຫຍ່, ມີ​ບົດ​ບາດ​ໃນ​ການ “ປູ​ທາງ”, ພັດທະນາ​ຂະ​ແໜງ​ເສດຖະກິດ​ຫຼັກ​ຈຳນວນ​ໜຶ່ງ ​ແລະ ພາ​ທາງ​ໃຫ້​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ພາກສ່ວນ​ເສ​ດຖະກິດ​ອື່ນ.

ເພີ່ມການລົງທຶນເພື່ອປ່ຽນແປງໃໝ່ປະດິດສ້າງ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ຍົກສູງປະສິດທິຜົນການເຄື່ອນໄຫວ ຊ່ວຍໃຫ້ລັດວິສາຫະກິດປະຕິບັດບົດບາດທີ່ຕັ້ງໃນການປູທາງ ແລະ ນຳພາ. ປັບປຸງກົນໄກ ນະໂຍບາຍໃຫ້ສົມບູນ ເພື່ອຊຸກຍູ້ກົນໄກການຮ່ວມມື ແລະ ປະສານງານລະຫວ່າງບັນດາລັດວິສາຫະກິດ ແລະ ລະຫວ່າງລັດວິສາຫະກິດ ກັບວິສາຫະກິດທີ່ຂຶ້ນກັບພາກສ່ວນເສດຖະກິດອື່ນ. ພັດທະນາການຮ່ວມທຸລະກິດ ແລະ ການເຊື່ອມໂຍງລະຫວ່າງລັດວິສາຫະກິດຜ່ານຄະນະ ກຄທລ ເພື່ອສ້າງກຳລັງແຮງພື້ນຖານທີ່ມີຢູ່ ແລະ ລະດົມແຫຼ່ງກຳລັງຂອງລັດວິສາຫະກິດຢ່າງມີປະສິດທິຜົນ.

ສົ່ງເສີມການປ່ຽນແປງໃໝ່ການຄຸ້ມຄອງພາຍໃນລັດວິສາຫະກິດ ຕາມຫຼັກການແລະມາດຕະການສາກົນ; ປັບປຸງບູລະນະກົດລະບຽບກ່ຽວກັບການຮັບສະໝັກ ການຝຶກອົບຮົມ ການບຳລຸງສ້າງ ແລະ ການແຕ່ງຕັ້ນພະນັກງານຄຸ້ມຄອງລັດວິສາຫະກິດທີ່ສອດຄ່ອງກັບສະຖາບັນການເມືອງ, ກົນໄກຕະຫຼາດ ແລະ ຕອບສະໜອງຄວາມຕ້ອງການເຊື່ອມໂຍງເຂົ້າກັບສາກົນ; ປ່ຽນແປງໃໝ່ກົນໄກເງິນເດືອນ ເງິນລາງວັນ ຄ່າຕອບແທນສຳລັບຜູ້ອອກແຮງງານ, ຜູ້ຄຸ້ມຄອງ, ຜູ້ບໍລິຫານຈັດການລັດວິສາຫະກິດ ທີ່ສົມເຫດສົມຜົນ ແລະ ມີການແຂ່ງຂັນສູງ ໂດຍຕິດກັບສະມັດຕະພາບແຮງງານ ແລະ ປະສິດທິຜົນຂອງການຜະລິດ ທຸລະກິດ.

ທີຫ້າ, ສ້າງລະບົບນິເວດວິສາຫະກິດທີ່ພັດທະນາແບບຍືນຍົງ (ຈຸດສຸມແມ່ນລະບົບນິເວດລັດວິສາຫະກິດ) ເພື່ອເຊື່ອມໂຍງການຜະລິດອຸດສາຫະກຳຖານຮາກ.

ເອົາໃຈໃສ່ກໍ່ສ້າງລະບົບອຸດສາຫະກຳແຫ່ງຊາດທີ່ເຂັ້ມແຂງ, ບັນດາຂະແໜງອຸດສາຫະກຳຖານຮາກຈຳເປັນຕ້ອງກໍ່ຕັ້ງບັນດາຕ່ອງໂສ້ຄຸນຄ່າ ບົນພື້ນຖານການເຊື່ອມໂຍງລະບົບນິເວດລັດວິສາຫະກິດທີ່ຍືນຍົງ ເພື່ອຊ່ວຍຫຼຸດຕົ້ນທຶນ, ລະດົມ ແລະ ນຳໃຊ້ຊັບພະຍາກອນທັງໝົດຢ່າງມີປະສິດທິຜົນ ສຳລັບການຜັນຂະຫຍາຍ ແລະ ການສະໜັບສະໜູນລະຫວ່າງວິສາຫະກິດ; ເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ຄຸນຄ່າລະດັບໂລກ. ກໍ່ຕັ້ງແລະພັດທະນາສູນໂລຈິສະຕິກລະດັບພາກພື້ນ(5) ເຊິ່ງຕິດກັບບັນດາກຸ່ມເຊື່ອມໂຍງຂະແໜງການອຸດສາຫະກຳທີ່ລັດ/ວິສາຫະກິດລົງທຶນ ເພື່ອຮັບປະກັນການຮັກສາຕ່ອງໂສ້ການສະໜອງ ແລະ ຈໍລະຈອນສິນຄ້າ, ການຫຼຸດຜ່ອນຕົ້ນທຶນ, ປັບປຸງຄວາມສາມາດໃນການແຂ່ງຂັນຂອງສິນຄ້າ, ຜ່ານັ້ນ ສະໜັບສະໜູນແລະພັດທະນາບັນດາຂະແໜງອຸດສາຫະກຳຖານຮາກ.

ທີຫົກ, ຈຳເປັນຕ້ອງປ່ຽນໃໝ່ວິທີການເຮັດວຽກ, ເປັນເຈົ້າການໃນການປະຕິບັດສິດຂອງເຈົ້າຂອງວິສາຫະກິດຢ່ງຄົບຖ້ວນ ແລະ ມີປະສິດທິຜົນ ຕາມລະບຽບກົດໝາຍ ແລະ ແນວປະຕິບັດສາກົນ; ບໍ່ແຊກແຊງເຂົ້າໃນຂະບວນການບໍລິຫານທຸລະກິດແລະການຄຸ້ມຄອງຂອງວິສາຫະກິດ. ຄຽງຄູ່ກັນນັ້ນ, ມີກົນໄກທີ່ມີປະສິດທິພາບໃນການຕິດຕາມກວດກາການເຄື່ອນໄຫວຂອງອົງການຕົວແທນເຈົ້າຂອງກຳມະສິດ, ສ້າງທິດທາງການພັດທະນາ ແລະ ປັບປຸງປະສິດທິພາບການດຳເນີນງານຂອງລັດວິສາຫະກິດ.

ໃນນັ້ນ ຈຳເປັນຕ້ອງຊີ້ແຈງບົດບາດເຈົ້າຂອງທຶນຂອງລັດຂອງຄະນະ ກຄທລ ຕໍ່ລັດວິສາຫະກິດ. ຄະນະ ກຄທລ ບໍ່ແມ່ນອົງການຄຸ້ມຄອງລັດສະເພາະ ແລະ ບໍ່ໄດ້ອອກເອກະສານທາງກົດໝາຍ ແລະ ກົນໄກ ນະໂຍບາຍ. ດັ່ງນັ້ນ, ເມື່ອແກ້ໄຂຄວາມຫຍຸ້ງຍາກ, ບັນຫາກ່ຽວກັບກົນໄກ ນະໂຍບາຍ ແລະ ກົດໝາຍ, ຈຳເປັນຕ້ອງປຶກສາຫາລືກັບບັນດາອົງການຄຸ້ມຄອງລັດ; ບາງຄັ້ງ ອົງການເຫຼົ່ານີ້ຕອບຊ້າ ເຮັດໃຫ້ການແກ້ໄຂບັນຫາເສຍເວລາຫຼາຍເກີນໄປ. ຂໍ້ກຳນົດກົດໝາຍຈຳນວນໜຶ່ງ ກ່ຽວກັບໃຊ້ອຳນາດຂອງອົງການຕົວແທນເຈົ້າຂອງກຳມະສິດ ແລະ ການດຳເນີນງານຂອງລັດວິສາຫະກິດ ຍັງບໍ່ພຽງພໍຫຼືບໍ່ຊັດເຈນ, ບໍ່ເປັນເອກະພາບ ບໍ່ສອດຄ່ອງກັນ, ແຕ່ຍັງຊັກຊ້າໃນການປັບປຸງ ເພີ່ມເຕີມ, ສົ່ງຜົນສະທ້ອນເຖິງປະສິດທິຜົນໃນການປະຕິບັດໜ້າທີ່ຂອງຄະນະ ກຄທລ.

ທາງດ້ານການຄຸ້ມຄອງວິສາຫະກິດ

ທີໜຶ່ງ, ບັນດາລັດວິສາຫະກິດໄດ້ເປັນເຈົ້າການໃນການປ່ຽນແປງໃໝ່ຮູບແບບການຄຸ້ມຄອງບໍລິຫານລັດວິສາຫະກິດ ຕາມທິດທັນສະໄໝ ຕອບສະໜອງຄວາມຕ້ອງການຂອງເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງສາກົນ. ມີແຜນການຄັດເລືອກແລະແຕ່ງຕັ້ງຄະນະຜູ້ບໍລິຫານທີ່ມີຄຸນນະພາບ ແລະ ມີປະສົບການໃນການບໍລິຫານງານລະດັບພາກພື້ນແລະລະດັບໂລກ; ພ້ອມກັນນັ້ນ, ສ້າງເງື່ອນໄຂອຳນຍຄວາມສະດວກໃຫ້ພວກເຂົາເຮັດວຽກ, ເສີມຂະຫຍາຍຄວາມຮູ້ ບົດຮຽນ ແລະ ຄວາມສາມາດ ເພື່ອພັດທະນາລັດວິສາຫະກິດ; ສ້າງກົນໄກກ່ຽວກັບເງິນເດືອນ ແລະ ເງິນລາງວັນທີ່ສົມເຫດສົມຜົນ ສຳລັບຜູ້ອອກແຮງງານ, ສ້າງແຮງຈູງໃຈທາງດ້ານວັດຖຸແລະຈິດໃຈ ເພື່ອດຶງດູດແຫຼ່ງບຸກຄະລາກອນທີ່ມີຄຸນນະພາບສູງ.

ທີສອງ, ຍູ້ແຮງການປ່ຽນດິຈິຕອນ, ເຂົ້າຮ່ວມໃນຍຸດທະສາດພັດທະນາເສດຖະກິດດິຈິຕອນ, ສັງຄົມດິຈິຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ຕາມເສັ້ນທາງທີ່ເໝາະສົມ ເພື່ອຍົກສູງສະມັດຕະພາບ ຄຸນນະພາບ ປະສິດທິຜົນ ແລະ ຄວາມສາມາດແຂ່ງຂັນຂອງລັດວິສາຫະກິດ.

ບັນດາລັດວິສາຫະກິດຕ້ອງພັດທະນາ ແລະ ຜັນຂະຫຍາຍບັນດາວິທີແກ້ໄຂ ເພື່ອຮັກສາການຜະລິດແລະທຸລະກິດຢ່າງປອດໄພ, ບໍ່ໃຫ້ຕ່ອງໄສ້ການຜະລິດແຕກຫັກ, ຮັບປະກັນຊີວິດການເປັນຢູ່ຂອງຜູ້ອອກແຮງງານໃນທຸກສະຖານະການ. ຂະຫຍັບການລົງທຶນສູ່ພື້ນທີ່ສີຂຽວ, ສູ່ການພັດທະນາທີ່ຍືນຍົງ. ຄົ້ນຄວ້າລົງທຶນ ຜັນຂະຫຍາຍໂຄງການຕາມຂົງເຂດ ແລະ ທ່າອຽງການພັດທະນາເຕັກໂນໂລຊີໃໝ່ຂອງໂລກ.

ທີສາມ, ເປັນເຈົ້າການກວ່າອີກ ໃນການເຊື່ອມໂຍງສາກົນ, ເປີດກວ້າງຕະຫຼາດໂລກ, ຖືເອົາຕະຫຼາດພາຍໃນປະເທດເປັນສູນກາງ, ເປັນ “ແປ້ນຢັນ” ເພື່ອບືນຕົວຂຶ້ນໃນການເຊື່ອມໂຍງແລະເຊື່ອມຕໍ່ກັບຕ່ອງໂສ້ຄຸນຄ່າຂອງພາກພື້ນ ແລະ ຂອງໂລກ. ເຂົ້າຮ່ວມການພັດທະນາບັນດາຂົງເຂດທີ່ມີເນື້ອໃນເຕັກໂນໂລຊີສູງ, ມີລັກສະນະໃໝ່, ມີຄວາມສາມາດຄອບຄອງຕະຫຼາດພາຍໃນປະເທດ ແລະ ເຂົ້າເຖິງຕະຫຼາດພາກພື້ນແລະຕະຫຼາດໂລກ./.

---------------------

(1) ບັນດາໂຮງງານໄຟຟ້າທີ່ຂຶ້ນກັບກຸ່ມບໍລິສັດໄຟຟ້າຫວຽດນາມ (EVN), ກຸ່ມບໍລິສັດນ້ຳມັນແລະອາຍແກັສຫວຽດນາມ (PVN) ແລະ ກຸ່ມອຸດສາຫະກຳຖ່ານຫິນແລະແຮ່ທາດຫວຽດນາມ ໄດ້ກວມເອົາປະມານ 87% ຂອງປະລິມານໄຟຟ້າທັງໝົດທີ່ສະໜອງໃຫ້ສັງຄົມ. ສະເພາະກຸ່ມບໍລິສັດ EVN ຮັບປະກັນການສົ່ງໄຟຟ້າທັງໝົດຂອງລະບົບໄຟຟ້າຂອງປະເທດ; ດຳເນີນການຄວບຄຸມພະລັງງານໄຟຟ້າ ແລະ ຈຳໜ່າຍໄຟຟ້າທົ່ວປະເທດ; ການຄຸ້ມຄອງແລະການດຳເນີນງານຂອງຕາຂ່າຍໄຟຟ້າຊົນນະບົດ, ບັນດາໂຮງງານໄຟຟ້າຂະໜາດໃຫຍ່ ແລະ ກຳລັງການຜະລິດຂະໜາດໃຫຍ່, ລວມທັງໂຮງງານໄຟຟ້າຍຸດທະສາດຂະໜາດໃຫຍ່ ແລະ ອະເນກປະສົງ, ມີຄວາມໝາຍສຳຄັນເປັນພິເສດທາງດ້ານເສດຖະກິດ-ສັງຄົມ, ການປ້ອງກັນປະເທດ ແລະ ການປ້ອງກັນຄວາມໝັ້ນຄົງ.

(2) ກຸ່ມບໍລິສັດ PETROLIMEX ແລະ PVOIL ກວມເອົາ 72,5% ສ່ວນແບ່ງການຕະຫຼາດຂາຍຍ່ອຍນ້ຳມັນເຊື້ອໄຟໃນປະເທດ (PETROLIMEX ກວມເອົາປະມານ 50%, PVOIL ກວມປະມານ 22,5%) 

(3) ໃນ 5 ປີຂອງໄລຍະ 2016-2020, ກຸ່ມບໍລິສັດ PVN ຂຸດຄົ້ນນ້ຳມັນໄດ້ປະມານ 121,14 ລ້ານໂຕນ, ຮັກສາສ່ວນແບ່ງຕະຫຼາດແກັສແຫ້ງໄດ້ 100% ແລະ ສ່ວນແບ່ງຕະຫຼາດແກັສທຳມະຊາດແຫຼວ (LNG) 70%  ຂອງປະເທດ ເຊິ່ງຕອບສະໜອງໄດ້ປະມານ 70% ຂອງຄວາມຕ້ອງການທາງດ້ານນ້ຳມັນ, 70-75% ຄວາມຕ້ອງການດ້ານຝຸ່ນໄນໂຕຮເຈນສຳລັບການຜະລິດກະສິກຳ.

(4) ໃນໄລຍະປີ 2016-2020, ກຸ່ມອຸດສາຫະກຳຖ່ານຫິນແລະແຮ່ທາດຫວຽດນາມໄດ້ເພີ່ມຜະລິດຕະພັນຖ່ານຫິນທີ່ຂຸດຄົ້ນໄດ້ 180,3 ລ້ານໂຕນ; ຈຳໜ່າຍຂາຍຖ່ານຫິນໄດ້ 198,5 ລ້ານໂຕນ, ອະລູມີນາ 5,78 ລ້ານໂຕນ, ແຜ່ນທອງແດງ 60,6 ພັນໂຕນ... ຄອບຄອງສ່ວນແບ່ງຕະຫຼາດທີ່ສຳຄັນໃນດ້ານການຂຸດຄົ້ນຖ່ານຫິນ ແລະ ແຮ່ທາດຂອງປະເທດ.

(5) ຕາມລາຍງານເບື້ອງຕົ້ນຂອງ 45 ແຂວງໃນ 63 ແຂວງ ນະຄອນທົ່ວປະເທດ, ປີ 2022 ໃນທົ່ວປະເທດມີສູນໂລຈິສະຕິກ 69 ແຫ່ງ, ຕັ້ງຢູ່ໃນເຂດອຸດສາຫະກຳຈຳນວນໜຶ່ງ. ແຕ່ຢ່າງໃດກໍ່ຕາມ, ຜູ້ຊ່ຽວຊານປະເມີນວ່າ ຫວຽດນາມຍັງຂາດສູນໂລຈິສະຕິກຂະໜາດໃຫຍ່ແລະທັນສະໄໝ ແລະ ຕ້ອງການຫັນປ່ຽນຈາກສູນໂລຈິສະຕິກແບບດັ້ງເດີມ ໄປສູ່ສູນໂລຈິສະຕິກລຸ້ນໃໝ່ທີ່ນຳໃຊ້ເຕັກໂນໂລຊີ 4.0.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1005 (ເດືອນມັງກອນ 2023)