ແກ້ໄຂການພົວພັນລະຫວ່າງການປ່ຽນແປງໃໝ່
ຢ່າງຮອບດ້ານຄົບຊຸດ ແລະ ການກຳນົດຈຸດໜັກໃຈກາງ
ໃນແນວທາງການປ່ຽນແປງໃໝ່ຂອງພັກ
ໃນແຕ່ລະໄລຍະການພັດທະນາຂອງປະເທດ
ຢ່າງຮອບດ້ານຄົບຊຸດ ແລະ ການກຳນົດຈຸດໜັກໃຈກາງ
ໃນແນວທາງການປ່ຽນແປງໃໝ່ຂອງພັກ
ໃນແຕ່ລະໄລຍະການພັດທະນາຂອງປະເທດ
ການພົວພັນລະຫວ່າງການປ່ຽນແປງໃໝ່ຢ່າງຮອບດ້ານຄົບຊຸດ
ແລະ ການກຳນົດຈຸດສຸມໃຈກາງ ໃນແນວທາງການປ່ຽນແປງໃໝ່
ຂອງພັກກອມມູນິດຫວຽດນາມ.
ບົດຮຽນອັນອຸດົມສົມບູນທີ່ສະຫຼຸບສັງລວມຈາກ 93 ປີແຫ່ງການນຳພາຂອງພັກກອມມູນິດຫວຽດນາມ ໃນການປະຕິວັດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ຖ້າບໍ່ແກ້ໄຂເປັນຢ່າງດີ ຄວາມສຳພັນລະຫວ່າງການຮັບປະກັນຄວາມຮອບດ້ານຄົບຊຸດ ກັບການເລືອກຈຸດສຸມໃຈກາງໃນການສ້າງແນວທາງ, ໃນການນຳພາຊີ້ນຳ ແລະ ການຈັດຕັ້ງປະຕິວັດແລ້ວ ຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ປະສິດທິຜົນຂອງການຈັດຕັ້ງປະຕິບັດວຽກງານ ແລະ ຍັງນຳໄປສູ່ຄວາມສູນເສຍທີ່ເຮັດໃຫ້ການພັດທະນາປະເທດຊ້າລົງ.
ໃນແຕ່ລະໄລຍະແຫ່ງການພັດທະນາປະເທດລ້ວນແຕ່ມີສະພາບແວດລ້ອມ ແລະ ເງື່ອນໄຂສະເພາະ ພ້ອມຂໍ້ດີ ຄວາມທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການທີ່ຕ້ອງໄດ້ຮັບການແກ້ໄຂ. ສິ່ງດັ່ງກ່າວ ຮຽກຮ້ອງໃຫ້ພັກຕ້ອງມີການປ່ຽນແປງໃໝ່ປະດິດສ້າງ ເພື່ອສາມາດສະເໜີນະໂຍບາຍທີ່ເໝາະສົມ ສຳລັບການພັດທະນາໃນແຕ່ລະໄລຍະ. ໜ້າທີ່ທີ່ວາງອອກມາແມ່ນ ຕ້ອງປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ, ເພາະໂດຍລວມແລ້ວ, ດ້ວຍເປົ້າໝາຍໄລຍະຍາວ, ຫວຽດນາມພວມມຸ່ງໄປສູ່ການກໍ່ສ້າງຮູບຖານເສດຖະກິດ-ສັງຄົມໃໝ່, ແທນທີ່ຮູບຖານເສດຖະກິດ-ສັງຄົມເກົ່າ. ທ່ານ ກາກມາກ ໄດ້ຊີ້ແຈ້ງກ່ຽວກັບບັນຫານີ້ດັ່ງນີ້: “ການພົວພັນທາງສັງຄົມມີການເຊື່ອມໂຍງຢ່າງໃກ້ຊິດກັບກຳລັງການຜະລິດ. ດ້ວຍການໄດ້ຮັບກຳລັງການຜະລິດໃໝ່, ມະນຸດຊາດຈຶ່ງປ່ຽນແບບວິທີການຜະລິດຂອງຕົນ, ແລະ ຍ້ອນການປ່ຽນແປງແບບວິທີການຜະລິດ ແລະວິທີການລ້ຽງຊີບ, ມະນຸດຊາດປ່ຽນແປງການພົວພັນທາງສັງຄົມທັງໝົດຂອງຕົນ”(1). ດັ່ງນັ້ນ, ເປັນອັນຈະແຈ້ງວ່າ ການປ່ຽນແປງໃໝ່ຂອງປະເທດບໍ່ແມ່ນບໍ່ແນ່ນອນ, ແຕ່ຕ້ອງມີເປົ້າໝາຍ, ນັ້ນແມ່ນການປ່ຽນແປງທາງດ້ານປະລິມານ, ນໍາໄປສູ່ການປ່ຽນແປງທາງດ້ານຄຸນນະພາບຂອງລະບົບສັງຄົມ, ການຍ້າຍຈາກລະບອບເກົ່າໄປສູ່ລະບອບໃໝ່, ຈາກລັດທິທຶນນິຍົມໄປສູ່ລັດທິສັງຄົມນິຍົມ ແລະ ລັດທິກອມມູນິດ.
ແນ່ນອນວ່າ, ການປ່ຽນແປງໃໝ່ຕ້ອງຮອບດ້ານແລະຄົບຊຸດ, ແຕ່ການເລືອກຈຸດໜັກໃຈກາງກໍ່ແມ່ນ ໜ້າທີ່ທີ່ຈຳເປັນທີ່ສຸດ. ເພາະວ່າ, ໃນລະບົບສັງຄົມທັງໝົດ ມັກຈະມີ “ນິວເຄຼຍ” ທີ່ກໍານົດຄວາມເປັນເອກະພາບ ແລະການພັດທະນາຂອງລະບົບທັງໝົດ ເຊັ່ນ ໂຄງລ່າງກໍານົດໂຄງບົນ, ການພົວພັນການຜະລິດຕ້ອງສອດຄ່ອງກັບລະດັບຂອງກໍາລັງການຜະລິດ; ພ້ອມກັນນັ້ນ, ໃນຂະບວນການພັດທະນາເຄີຍມີ “ຈຸດອຸດຕັນ”, “ບັນກາຄໍຂວດ” ທີ່ຕ້ອງໄດ້ຮັບການປົດປ່ອຍ, ລຶບລ້າງ. ຫຼືຂະບວນການນີ້ຍາມໃດກໍ່ຕ້ອງການ “ຫົວຈັກ” ແລະ “ຕົວຂັບເຄື່ອນ” ເພື່ອນຳໄປສູ່ການພັດທະນາທັງລະບົບ. ນັ້ນກໍ່ແມ່ນຕັກກະທີ່ສົມເຫດສົມຜົນແຫ່ງການພັດທະນາ. ບໍ່ມີການພັດທະນາໃດເກີດຂຶ້ນໃນລັກສະນະ “ແນວນອນ”, ແຕ່ຈະຕ້ອງມີ “ຫົວຫອກ”, ມີຂົງເຂດ “ນຳໜ້າ” ໄປກ່ອນ. ດັ່ງນັ້ນ, ໃນການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດນັ້ນ ຄວາມຕ້ອງການແມ່ນຕ້ອງຊອກຫາຈຸດໜັກ ໃຈກາງ ແຮງຜັກດັນຂອງການພັດທະນາ ເພື່ອສຸມໃສ່ຊຸກຍູ້ພວກເຂົາໄປຂ້າງໜ້າ.
ສາຍພົວພັນລະຫວ່າງການປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ ແລະ ການກຳນົດຈຸດໜັກໃຈກາງແມ່ນສາຍພົວພັນອິນຊີທີ່ສະໜິດແໜ້ນ. ຫວຽດນາມໄດ້ແກ້ໄຂສາຍພົວພັນນີ້ໃນການພັດທະນາຕົວຈິງ ນັບແຕ່ດຳເນີນຂະບວນການປ່ຽນແປງໃໝ່ແຕ່ປີ 1986 ມາເຖິງປະຈຸບັນ. ເມື່ອພິຈາລະນາຈຸດພິເສດແລ້ວ, ສາມາດແບ່ງອອກເປັນໄລຍະສະເພາະໄດ້ຫຼາຍໄລຍະດັງຕໍ່ໄປນີ້:
- ໄລຍະປີ 1986-2000: ນີ້ແມ່ນໄລຍະເລີ່ມຕົ້ນ, ປູຮາກຖານໃຫ້ແກ່ກິດຈະການປ່ຽນແປງໃໝ່ທັງໃນດ້ານບົດຮຽນແລະຈິນຕະນາການທິດສະດີ, ແລະຍັງບັນລຸຄວາມສຳເລັດອັນຍິ່ງໃຫຍ່ທີ່ມີຄວາມສຳຄັນທາງປະຫວັດສາດ. ປະເທດຫຼຸດພົ້ນຈາກວິກິດເສດຖະກິດ-ສັງຄົມ, ລວມຍອດຜະລິດຕະພັນພາຍໃນປະເທດຫຼັງຈາກຜ່ານໄປ 10 ປີ (1991-2000) ເພີ່ມຂຶ້ນສອງເທົ່າ. ການພົວພັນການຜະລິດໄດ້ຖືກຈັດຕັ້ງໃຫ້ເໝາະສົມກັບລະດັບການພັດທະນາກໍາລັງການຜະລິດຫຼາຍຂຶ້ນ, ຊີວິດທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງຈະແຈ້ງ; ຫວຽດນາມໄດ້ຂະຈັດສະຖານະການການປິດລ້ອມແລະການຄວ້ຳບາດຂອງຕ່າງປະເທດ, ສ້າງທ່າແລະພະລັງໃຫ້ແກ່ໄລຍະໃໝ່.
ໄລຍະນີ້ເກີດຂຶ້ນຜ່ານກອງປະຊຸມໃຫຍ່ 3 ຄັ້ງຂອງພັກກອມມູນິດຫວຽດນາມ ໂດຍເລີ່ມຈາກກອງປະຊຸມໃຫຍ່ຄັ້ງທີ VI. ສາມາດເຫັນໄດ້ວ່າ, ສະຖານນະການກ່ອນກອງປະຊຸມໃຫຍ່ຄັ້ງທີ VI ນັ້ນສັບສົນຫຼາຍ: “ເສດຖະກິດ-ສັງຄົມປະເຊີນກັບຄວາມຫຍຸ້ງຍາກລຳບາກຢ່າງໜັກ; ການຜະລິດເພີ່ມຂຶ້ນຢ່າງຊ້າໆ; ປະສິດທິພາບການຜະລິດແລະການລົງທຶນຕ່ຳ; ການແຈກຢາຍແລະການໝູນວຽນມີຄວາມວຸ່ນວາຍ; ຄວາມບໍ່ສົມດຸນຂະໜາດໃຫຍ່ໃນລະບົບເສດຖະກິດໄດ້ຮັບການຮັດແຄບຢ່າງຊັກຊ້າ ແລະປະກົດຮຸນແຮງຂຶ້ນ; ການພົວພັນການຜະລິດສັງຄົມນິຍົມໄດ້ຮັບການປັບປຸງຢ່າງຊັກຊ້າ; ຊີວິດຂອງປະຊາຊົນຜູ້ອອກແຮງງານຍັງຫຍຸ້ງຍາກລຳບາກ; ປະກົດການຫຍໍ້ທໍ້ເກີດຂຶ້ນຢູ່ຫຼາຍແຫ່ງ ແລະຮຸນແຮງໃນບາງຈຸດ”(2). ກອງປະຊຸມໃຫຍ່ຄັ້ງທີ VI ກໍ່ໄດ້ຊີ້ໃຫ້ເຫັນຢ່າງກົງໄປກົງມາເຖິງສາເຫດຂອງສະຖານະການດັງກ່າວ: “ພວກເຮົາມີຂໍ້ບົກພ່ອງໃນການປະເມີນສະຖານະການສະເພາະຂອງປະເທດ, ໃນການກຳນົດເປົ້າໝາຍ ແລະ ຂັ້ນຕອນຂອງຂະບວນການສ້າງລັດທິສັງຄົມນິຍົດ”, ໂດຍສະເພາະແມ່ນ: “ການຍູ້ແຮງການຫັນເປັນອຸດສາປຫະກຳໃນຂະນະທີ່ບໍ່ມີປະຖົມປັດໄຈທີ່ຈຳເປັນຄົບຖ້ວນ; ທັງຮີບຮ້ອນແລະຫຼະຫຼວມໃນວຽກງານການດັດສ້າງສັງຄົມນິຍົມ; ຊັກຊ້າໃນການປ່ຽນແປງໃໝ່ກົນໄກຄຸ້ມຄອງເສດຖະກິດທີ່ບໍ່ເໝາະສົມ”(3). ພ້ອມກັນນັ້ນ ຍັງມີສະຖານະການຂອງ “ຄວາມຮ້ອນຮົນອັດຕະວິໄສ ແລະຄວາມຊັກຊ້າອະນຸລັກນິຍົມ ໃນການຈັດສັນໂຄງສ້າງເສດຖະກິດ, ການດັດສ້າງສັງຄົມນິຍົມ ແລະການຄຸ້ມຄອງເສດຖະກິດ, ແລະຍັງມີຂໍ້ຜິດພາດໃໝ່ແລະຮ້າຍແຮງ ໃນຂົງເຂດການແຈກຢາຍ ແລະການໝູນວຽນຜະລິດຕະພັນ”(4). ກອງປະຊຸມໃຫຍ່ຍັງໄດ້ທົບທວນຄືນຢ່າງຈິງຈັງວ່າ: “ຄວາມຜິດພາດຂ້າງເທິງແມ່ນຄວາມຜິດພາດຮ້າຍແຮງໃນແຜນນະໂຍບາຍແລະນະໂຍບາຍຫຼັກ, ກ່ຽວກັບຍຸດທະສາດແລະກ່ຽວກັບການຈັດຕັ້ງປະຕິບັດ”(5).
ບົນພື້ນຖານນັ້ນ, ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກໄດ້ມີການຕັດສິນໃຈແລະນະໂຍບາຍດ້ານການປ່ຽນແປງໃໝ່, ເຂົ້າໃກ້ກັບຊີວິດຈິງໂດຍມີເປົ້າໝາຍ: “ໜ້າທີ່ໂດຍລວມ, ເປົ້າໝາຍທົ່ວໄປໃນຊຸມປີທີ່ເຫຼືອ ຂອງໄລຍະທາງທຳອິດ ແມ່ນຮັກສາສະຖຽນລະພາບທຸກດ້ານ ຂອງສະພາບການເສດຖະກິດ-ສັງຄົມ, ສືບຕໍ່ສ້າງປະຖົມປັດໃຈທີ່ຈຳເປັນ ສຳລັບການຊຸກຍູ້ການຫັນເປັນອຸດສາຫະກຳສັງຄົມນິຍົມ ໃນໄລຍະຕໍ່ໄປ. ການຮັກສາສະຖຽນລະພາບຂອງສະພາບການເສດຖະກິດ-ສັງຄົມ ລວມທັງສະຖຽນລະພາບ ແລະການພັດທະນາການຜະລິດ, ການຮັກສາສະຖຽນລະພາບຂອງການແຈກຢາຍແລະການໝູນວຽນ, ການຮັກສາສະຖຽນລະພາບ ແລະການປັບປຸງຊີວິທາງວັດຖຸແລະວັດທະນະທຳ ຂອງປະຊາຊົນເທື່ອລະກ້າວ, ການເສີມສ້າງປະສິດທິຜົນຂອງການຈັດຕັ້ງຄຸ້ມຄອງ, ການສ້າງລະບຽບວິໄນ ແລະການປະຕິບັດຄວາມສະເໝີພາບທາງສັງຄົມ”(6). ກອງປະຊຸມໃຫຍ່ຍັງລະບຸເປົ້າໝາຍສະເພາະ: “ຜະລິດຜົນໃຫ້ພຽງພໍສຳລັບການບໍລິໂພກແລະການສະສົມ; ສ້າງໂຄງປະກອບເສດຖະກິດທີ່ເໝາະສົມ ກັບການພັດທະນາການຜະລິດ; ສ້າງແລະປັບປຸງການພົວພັນການຜະລິດໃໝ່ ໃຫ້ສົມບູນຂຶ້ນ; ສ້າງການປ່ຽນແປງທາງສັງຄົມທີ່ດີ; ຮັບປະກັນຄວາມຕ້ອງການປັບປຸງການປ້ອງກັນປະເທດ ແລະຄວາມໝັ້ນຄົງ”(7). ກອງປະຊຸມໃຫຍ່ຍັງໄດ້ຮຽກຮ້ອງໃຫ້: 1- “ສ້າງແລະຈັດຕັ້ງປະຕິບັດ ສາມໂຄງການກ່ຽວກັບອາຫານ, ສິນຄ້າອຸປະໂພກ ແລະ ສິນຄ້າສົ່ງອອກ”(8); 2- “ດຳເນີນການດັດສ້າງສັງຄົມນິຍົມ ຢ່າງເປັນປະຈຳ ດ້ວຍຮູບແບບແລະບາດກ້າວທີ່ເໝາະສົມ, ເຮັດໃຫ້ການພົວພັນການຜະລິດສອດຄ່ອງກັບລັກສະນະ ແລະລະດັບຂອງກຳລັງການຜະລິດ, ຊຸກຍູ້ການພັດທະນາຂອງກຳລັງການຜະລິດ”(9); 3- “ປ່ຽນແປງໃໝ່ກົນໄກການຄຸ້ມຄອງເສດຖະກິດ... ລົບລ້າງກົນໄກລວມສູນອາດຍາສິດ ເກື້ອກູນ ຢ່າງເດັດດ່ຽວ”(10); 4- “ແກ້ໄຂບັນຫາຮີບດ່ວນໃນການແຈກຢາຍແລະໝູນວຽນໃຫ້ຈົນໄດ້... ປົດປ່ອຍກຳລັງການຜະລິດ... ຂະຫຍາຍການແລກປ່ຽນສິນຄ້າ, ຍົກເລີກການຫ້າມ, ການແບ່ງຕະຫຼາດຕາມຂອບເຂດການບໍລິຫານ”(11).
ດັ່ງນັ້ນ, ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກໄດ້ຊີ້ໃຫ້ເຫັນເຖິງໜ້າທີ່ທົ່ວໄປທີ່ຄອບຄຸມ ຮອບດ້ານແມ່ນ ຮັກສາສະຖຽລະພາບທາງເສດຖະກິດ-ສັງຄົມ ໃນເງື່ອນໄຂທີ່ສັບສົນ, ມີຄວາມວຸ່ນວາຍໃນການຜະລິດແລະການໝູນວຽນຜະລິດຕະພັນ. ເມື່ອປະເທດຕົກຢູ່ໃນພາວະວິກິດ, ບັນຫາສະຖຽນລະພາບທາງເສດຖະກິດ-ສັງຄົມມີຄວາມສຳຄັນທີ່ສຸດ; ຢ່າງໃດກໍ່ຕາມ, ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກກໍ່ບໍ່ລືມໜ້າທີ່ໄລຍະຍາວ ໃນການສ້າງປະຖົມປັດໄຈທີ່ຈຳເປັນສຳລັບການສົ່ງເສີມອຸດສາຫະກຳຕໍ່ໄປ. ກອງປະຊຸມໃຫ່ໄດ້ກຳນົດໜ້າທີ່ຈຸດໜັກໃຈກາງແມ່ນ ການດຳເນີນໂຄງການເສດຖະກິດ 3 ໂຄງການ ເພື່ອຊຸກຍູ້ການຜະລິດ ແລະແກ້ໄຂບັນຫາຮີບດ່ວນໃນຊີວິດຂອງປະຊາຊົນ. ກອງປະຊຸມໃຫຍ່ຄັ້ງທີ VI ໄດ້ຄົ້ນພົບ “ຄໍຂວດ” ທີ່ຂັດຂວາງການຜະລິດ ແລະ ຄວາມບໍ່ສອດຄ່ອງກັນ ຂອງການພົວພັນການຜະລິດ ກັບລັກສະນະແລະລະດັບຂອງກຳລັດງການຜະລິດ. ນີ້ແມ່ນພື້ນຖານເພື່ອໃຫ້ກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ VI ວາງແຜນນະໄຍບາຍປະຕິບັດນະໂຍບາຍໂຄງສ້າງເສດຖະກິດຫຼາຍພາກສ່ວນຢ່າງຕໍ່ເນື່ອງ, ປົດປ່ອຍຄວາມສາມາດການຜະລິດທັງໝົດ, ກຳນົດນະໂຍບາຍທີ່ຄົບຊຸດ ສຳລັບບັນດາພາກສ່ວນເສດຖະກິດ, ລົບລ້າງຂໍ້ຫ້າມ ແລະ ຂໍ້ຈຳກັດທີ່ບໍ່ສົມເຫດສົມຜົນ. ສິດທິໃນການກຳມະສິດ ການນຳໃຊ້ ແລະ ການສືບທອດຊັບສົມບັດ, ສິດທິໃນການດຳເນີນທຸລະກິດ ແລະໄດ້ຮັບລາຍໄດ້ທີ່ຖືກຕ້ອງຕາມກົດໝາຍ ພ້ອມທັງພັນທະຕໍ່ລັດທີ່ຕ້ອງໄດ້ກຳນົດໄວ້ໃນກົດໝາຍ ເພື່ອໃຫ້ປະຊາຊົນທຸກຄົນຮູ້ສຶກໝັ້ນໃຈໃນການລົງທຶນດ້ານການຜະລິດ ແລະ ທຸລະກິດ.
ຈາກທັດສະນະການປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ ແລະ ຊີ້ໃຫ້ເຫັນ “ຄໍຂວດ”, “ຈຸດອຸດຕັນ” ແລະ ບັນດາບັນຫາຈຸດໜັກໃຈກາງທີ່ຕ້ອງສຸມໃສ່ແກ້ໄຂ, ດັ່ງນັ້ນ, ການຕັດສິນຕົກລົງຂອງກອງປະຊຸມໃຫຍ່ຄັ້ງທີ VI ໄດ້ກາຍເປັນການຕັດສິນຕົກລົງທີ່ສຳຄັນທາງປະຫວັດສາດ, ເປີດທາງໃຫ້ແກ່ການປ່ຽນແປງໃໝ່ປະເທດ. ການຕັດສິນຕົກລົງນີ້ຍັງໄດ້ຮັບການສະຫຼຸບ ປັບປຸງ ແລະ ເພີ່ມເຕີມໂດຍພັກກອມມູນິດຫວຽດນາມ ໃນກອງປະຊຸມໃຫຍ່ຄັ້ງທີ VII ແລະທີ VIII; ໃນນັ້ນ ສິ່ງທີ່ສຳຄັນທີ່ສຸດຄື ໄດ້ວາງໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມ (ປີ 1991). ດ້ວຍນະໂຍບາຍທີ່ຖືກຕ້ອງ, ພັກກອມມູນິດຫວຽດນາມໄດ້ນຳພາການປະຕິວັດຫວຽດນາມ ຜ່ານຜ່າວິກິດການພາຍໃນປະເທດ ກ່ອນທີ່ລະບົບສັງຄົມນິຍົມໃນສະຫະພາບໂຊວຽດ ແລະປະເທດເອີຣົບຕາເວັນອອກ ພັງທະລາຍລົງ. ການພັງທະລາຍລົງຄັ້ງນີ້ສົ່ງຜົນກະທົບຢ່າງແຮງຕໍ່ລະບົບການເມືອງທັງໝົດ, ກໍ່ຄືຕໍ່ແນວຄິດຈິດໃຈຂອງພະນັກງານ ສະມາຊິກພັກ ແລະປະຊາຊົນ. ແຕ່, ພາຍໃຕ້ການນຳພາທີ່ສະຫຼາດແລະໝັ້ນຄົງຂອງພັກ, ປະເທດໄດ້ບັນລຸຄວາມສຳເລັດທີ່ສຳຄັນ ແລະມີຄວາມໝາຍປະຫວັດສາດໃນໄລຍະປີ 1986-2000.
ໃນໄລຍະນີ້, ຜ່ານກອງປະຊຸມໃຫຍ່ທັງ 3 ຄັ້ງ, ພັກກອມມູນິດຫວຽດນາມໄດ້ຖອດຖອນບົດຮຽນປະສົບການອັນອຸດົມສົມບູນ ກ່ຽວກັບການປ່ຽນແປງໃໝ່, ນັ້ນແມ່ນ: 1- ຕ້ອງຢຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ ບົນພື້ນຖານຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ; 2- ການປ່ຽນແປງໃໝ່ຕ້ອງອີງໃສ່ປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນ, ສອດຄ່ອງກັບຄວາມເປັນຈິງ ແລະຄວາມຄິດສ້າງສັນ. ການດຳເນີນການປ່ຽນແປງໃໝ່ເລີ່ມຈາກຄວາມເປັນຈິງ ແລະຊີວິດຂອງສັງຄົມຫວຽດນາມ, ຄົ້ນຄວ້າທາບທາມບົດຮຽນທີ່ດີຂອງໂລກ ໂດຍບໍ່ຄັດລອກຮູບແບບໃດໆທີ່ມີຢູ່. ການປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ ແລະ ເຖິງຖອງ ດ້ວຍບາດກ້າວ, ຮູບການ ແລະວິທິການທີ່ເໝາະສົມ. ໃນການປັບປຸງ ເພີ່ມເຕີມ ແລະ ພັດທະນາທີ່ຈຳເປັນກ່ຽວກັບແຜນນະໂຍບາຍ ວິທີການ ແລະມາດຕະການ. ຄົ້ນຫາແລະເລືອກວິທີແກ້ໄຂໃໝ່, ໄຫວພິບ, ປະດິດສ້າງ, ອ່ອນໄຫວໃນການກຳເອົາສິ່ງໃໝ່ໆ, ໃຊ້ປະໂຫຍດຈາກໂອກາດ, ແກ້ໄຂຜ່ານຜ່າຄວາມຫຼ້າຊ້າ ແລະ ປ່ຽນແປງສະຖານະການ(12). ດັ່ງນັ້ນ, ຫຼັງຈາກກອງປະຊຸມໃຫຍ່ຂອງພັກທັງ 3 ຄັ້ງ, ບັນຫາການປ່ຽນແປງໃໝ່ຕ້ອງມີຄວາມຮອບດ້ານ, ຄົບຖ້ວນ ແລະ ເຖິງຖອງ ໄດ້ຮັບການຍົກອອກມາ, ພ້ອມກັບບັນດາວິທີແກ້ໄຂ, ມາດຕະການ ແລະ ບາດກ້າວທີ່ອີງໃສ່ຄວາມເປັນຈິງ ເພື່ອແກ້ໄຂຄວາມພົວພັນລະຫວ່າງທົ່ວໄປ ກັບສະເພາະ, ລະຫວ່າງເປົ້າໝາຍແລະບາດກ້າວ, ລະຫວ່າງອັນແຜ່ຫຼາຍທົ່ວໄປ ແລະອັນພິເສດສະເພາະ, ລະຫວ່າງຄວາມຫຼາກຫຼາຍທີ່ສາມາດປ່ຽນແປງໃໝ່ ແລະຫຼັກການທີ່ບໍ່ປ່ຽນແປງໄດ້ ເພື່ອຫຼີກລ່ຽງການບ່ຽງເບນຈາກທິດທາງສັງຄົມນິຍົມໃນການປ່ຽນແປງໃໝ່.
- ໄລຍະປີ 2001-2015: ເປັນໄລຍະທີ່ປະເທດເຂົ້າສູ່ສະຕະວັດໃໝ່ - ສະຕະວັດທີ 21 ທີ່ມີການປ່ຽນແປງຫຼາຍຢ່າງ, ວິທະຍາສາດແລະເຕັກໂນໂລຊີປະສົບຄວາມສຳເລັດແບບກ້າວກະໂດດຢ່າງທີ່ບໍ່ເຄີຍມີມາກ່ອນ. ເສດຖະກິດພູມປັນຍາມີບົດບາດນັບມື້ນັບໂດດເດັ່ນ ໃນຂະບວນການພັດທະນາຂອງກຳລັງການຜະລິດ, ໂລກາພິວັດແມ່ນທ່າອ່ຽງພາວະວິໄສ ທີ່ດຶງດູດປະເທດຕ່າງໆ ໃຫ້ເຂົ້າຮ່ວມຫຼາຍຂຶ້ນເລື້ອຍໆ. ບັນດາຜົນງານພາຍຫຼັງ 15 ປີແຫ່ງການປ່ຽນແປງໃໝ່ໄດ້ສ້າງທ່າ ແລະ ກຳລັງແຮງໃໝ່, ເຮັດໃຫ້ປະເທດເຂັ້ມແຂງຂຶ້ນຫຼາຍ. “ພ້ອມກັນນັ້ນ, ປະເທດຂອງພວກເຮົາກໍ່ຕ້ອງປະເຊີນກັບຄວາມທ້າທາຍຫຼາຍຢ່າງ. ຄວາມສ່ຽງສີ່ປະການທີ່ພັກເຮົາຊີ້ໃຫ້ເຫັນຢ່າງຊັດເຈນຄື: ຄວາມຫຼ້າຫຼັງທາງເສດຖະກິດຫຼາຍກວ່າຫຼາຍປະເທດໃນພາກພື້ນແລະໂລກ; ການບ່ຽງເບນຈາກທິດທາງສັງຄົມນິຍົມ; ການສໍ້ລາດບັງຫຼວງແລະພະຍາດອາດຍາສິດ; “ການຫັນປ່ຽນໂດຍສັນຕິ” ທີ່ອິດທິກຳລັງສັດຕູກໍ່ໃຫ້ເກີດຂຶ້ນນັ້ນ ຍັງມີຢູ່ແລະຜັນແປຢ່າງສັບສົນ”(13).
ໃນສະພາບການນັ້ນ, ພັກກອມມູນິດຫວຽດນາມຢືນຢັນວ່າ: “ໂຄງການການເມືອງແມ່ນຄັນທຸງແຫ່ງການຕໍ່ສູ້ ເພື່ອໄຊຊະນະຂອງພາລະກິດການສ້າງສາປະເທດຫວຽດນາມຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມເທື່ອລະກ້າວ, ກຳນົດທິດທາງສຳລັບການເຄື່ອນໄຫວທັງໝົດຂອງພັກໃນປະຈຸບັນ ແລະໃນທົດສະວັດຕໍ່ໆໄປ. ພັກແລະປະຊາຊົນເຮົາຕັດສິນໃຈກໍ່ສ້າງປະເທດຫວຽດນາມຕາມເສັ້ນທາງສັງຄົມນິຍົມ ບົນພື້ນຖານຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ”(14). ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກຢືນຢັນວ່າ: ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ ແມ່ນຄັນທຸງແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ, ມຸ່ງສູ່ເປົ້າໝາຍຂອງລັດທິສັງຄົມນິຍົມ; ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຍັງຊີ້ແຈ້ງໜ້າທີ່ “ການພັດທະນາເສດຖະກິດ, ການຫັນເປັນອຸດສາຫະກຳແລະທັນສະໄໝແມ່ນໜ້າທີ່ໃຈກາງ”(15).
ເຖິງກອງປະຊຸມໃຫຍ່ຄັ້ງທີ X, ບັນຫາການປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ ແລະ ການເລືອກ ກຳນົດຈຸດໜັກໃຈກາງ ໃນພາລະກິດການປ່ຽນແປງໃໝ່ນັ້ນ ໄດ້ຮັບການຊີ້ໃຫ້ເຫັນຊັດເຈນກວ່າອີກ ໂດຍລະບຸວ່າ: ການປ່ຽນແປງໃໝ່ທີ່ຮອບດ້ານ, ຄົບຊຸດ, ມີການສືບທອດ, ມີບາດກ້າວ, ຮູບການ ແລະ ວິທີທີ່ເໝາະສົມ. ຕ້ອງປ່ຽນແປງໃໝ່ຕັ້ງແຕ່ຄວາມຮັບຮູ້, ຈິນຕະນາການ ຈົນເຖິງການເຄື່ອນໄຫວຕົວຈິງ; ຕັ້ງແຕ່ເສດຖະກິດ, ການເມືອງ, ການຕ່າງປະເທດ ຈົນເຖິງທຸກໆຂົງເຂດຂອງຊີວິດສັງຄົມ; ຕັ້ງແຕ່ການເຄື່ອນໄຫວນຳພາຂອງພັກ, ການຄຸ້ມຄອງຂອງລັດ ຈົນເຖິງການເຄື່ອນໄຫວສະເພາະໃນແຕ່ລະພາກສ່ວນຂອງລະບົບການເມືອງ. ການປ່ຽນແປງໃໝ່ໃນທຸກດ້ານຂອງຊີວິດສັງຄົມ ແຕ່ຕ້ອງມີຈຸດໜັກໃຈກາງ, ມີບາດກ້າວທີ່ເໝາະສົມ; ຮັບປະກັນການເຊື່ອມໂຍງຢ່າງແໜ້ນແຟ້ນ ແລະຄົບຊຸດລະຫວ່າງສາມໜ້າທີ່: ການພັດທະນາເສດຖະກິດເປັນໃຈກາງ, ການກໍ່ສ້າງພັກເປັນກຸນແຈສຳຄັນ ແລະ ການພັດທະນາວັດທະນະທຳ - ຮາກຖານທາງຈິດໃຈຂອງສັງຄົມ(16).
ດ້ວຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນໄລຍະປີ 2001-2015, ພ້ອມກັບບັນດາຜົນງານອັນໃຫຍ່ຫຼວງແລະມີຄວາມໝາຍປະຫວັດສາດພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, ປະເທດເຮົາໄດ້ຫຼຸດພົ້ນຈາກວິກິດການເສດຖະກິດ-ສັງຄົມ ແລະຄວາມດ້ອຍພັດທະນາ, ກາຍເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ, ກຳລັງພະຍາຍາມຊຸກຍູ້ການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ. ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ຖອດຖອນບົດຮຽນ 5 ປະການພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນມີບົດຮຽນທີ່ສຳຄັນທີ່ສຸດຄື: “ການປ່ຽນແປງໃໝ່ຕ້ອງຮອບດ້ານ ຄົບຊຸດ, ມີບາດກ້າວທີ່ເໝາະສົມ; ເຄົາລົບກົດເກນພາວະວິໄສ, ເລີ່ມຈາກຄວາມເປັນຈິງ, ຕິດພັນສະໜິດແໜ້ນກັບຄວາມເປັນຈິງ, ໃຫ້ຄວາມສຳຄັນກັບການສະຫຼຸບສັງລວມພຶດຕິກຳຕົວຈິງ ແລະການຄົ້ນຄວ້າທິດສະດີ, ສຸມໃສ່ແກ້ໄຂບັນຫາທີ່ເກີດຂຶ້ນຈາກພຶດຕິກຳຢ່າງທັນການແລະມີປະສິດທິຜົນ”(17).
- ໄລຍະແຕ່ປີ 2016 ມາເຖິງປະຈຸບັນ, ປະເທດບັນລຸຄວາມສຳເລັດທີ່ສຳຄັນແລະຮອບດ້ານຫຼາຍປະການ, ສ້າງບັນດາຜົນງານທີ່ພົ້ນເດັ່ນ; ຢ່າງໃດກໍຕາມ, ເມື່ອພິຈາລະນາຈາກເປົ້າໝາຍທີ່ວາງໄວ້, ໜ້າທີ່ທີ່ເຫຼືອທີ່ຕ້ອງປະຕິບັດຈຶ່ງໜັກຫຼາຍ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການແລະສິ່ງທ້າທາຍເຫຼົ່ານັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຍັງຄົງຢືນຢັນເຖິງຄວາມຈຳເປັນໃນການຊຸກຍູ້ຂະບວນການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດ, ດ້ວຍບັນດາໜ້າທີ່ທີ່ຮອບດ້ານ, ແຕ່ກໍ່ໄດ້ກຳນົດໜ້າທີ່ຈຸດໜັກ 6 ໜ້າທີ່ ພ້ອມດ້ວຍ 3 ການບຸກທະລຸຍຸດທະສາດຄື: 1- ປັບປຸງສະຖາບັນການພັດທະນາໃຫ້ສົມບູນແບບພ້ອມກັນ; 2- ການພັດທະນາຊັບພະຍາກອນບຸກຄົນ ໂດຍສະເພາະຊັບພະຍາກອນບຸກຄົນຄຸນນະພາບສູງ; 3- ສ້າງລະບົບໂຄງສ້າງພື້ນຖານທີ່ຄົບຊຸດແລະທັນສະໄໝ ທັງດ້ານເສດຖະກິດແລະສັງຄົມ...
ຜ່ານການດຳເນີນຂະບວນການປ່ຽນແປງໃໝ່ເປັນເວລາຫຼາຍກວ່າ 35 ປີ, ພັກກອມມູນິດຫວຽດນາມໄດ້ຖອດຖອນບົດຮຽນທີ່ມີລັກສະນະທິດສະດີວ່າ: ການປ່ຽນແປງໃໝ່ຕ້ອງຮອບດ້ານແລະຄົບຊຸດ, ແຕ່ຕ້ອງມີຈຸດໜັກໃຈກາງ ສອດຄ່ອງກັບພຶດຕິກຳຕົວຈິງ, ຕ້ອງແກ້ໄຂບັນຫາພາກປະຕິບັດໄດ້. ດັ່ງນັ້ນ, ຫຼັກການພື້ນຖານໃນການແກ້ໄຂການພົວພັນລະຫວ່າງ ການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດ ກັບການກຳນົດຈຸດໜັກໃຈກາງນັ້ນ ສາມາດສະຫຼຸບໄດ້ດັງນີ້:
1- ຕ້ອງຢຶດໝັ້ນໃນເປົ້າໝາຍຂອງລັດທິສັງຄົມນິຍົມຢ່າງໜັກແໜ້ນ, ຕ້ອງອີງຕາມທັດສະນະຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ, ເອົາມັນເປັນ “ຄໍາແນະນໍາ” ສໍາລັບການກະທຳທັງໝົດ, ໂດຍຫຼີກລ້ຽງຄວາມສ່ຽງທີ່ຈະອອກນອກເສັ້ນທາງທີ່ວາງໄວ້.
2- ຕ້ອງເລີ່ມຈາກຄວາມເປັນຈິງ, ແກ້ໄຂບັນຫາທີ່ຄວາມເປັນຈິງວາງອອກມາໃຫ້ຈົນໄດ້, ເອົາພຶດຕິກຳຕົວຈິງເປັນມາດຕະຖານເພື່ອທົດສອບຄວາມຖືກຕ້ອງຂອງແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍ. ຕ້ອງປ່ຽນແປງໃໝ່ຈິນຕະນາການ, ແຕ່ຫຼີດລ້ຽງການເຮັດຕາມແບບເບົ້າ, ການຄັດລອກແບບກົນຈັກ, ຫຼືການບັງຄັບໃຊ້ເຈດຈຳນົງສ່ວນຕົວເໜືອກົດເກນພາວະວິໄສ.
3- ຕ້ອງມີທັດສະນະໂດຍລວມໃນສະຖານະການສະເພາະ; ພ້ອມກັນນັ້ນ, ຈໍາເປັນຕ້ອງຮູ້ວິທີເລືອກບັນຫາທີ່ສໍາຄັນແລະຊີ້ຂາດ, ສາມາດແກ້ “ບັນຫາຄໍຂວດ” ແລະ “ຈຸດອຸດຕັນ” ໄດ້ ເພື່ອຈັດການໃຫ້ເກີດປະສິດທິພາບສູງສຸດໃນລະດັບກວມລວມ.
4- ພວກເຮົາຕ້ອງເອົາຜົນປະໂຫຍດຂອງປະເທດແລະປະຊາຊົນເປັນອັນດັບໜຶ່ງ. ສິ່ງໃດທີ່ເປັນປະໂຫຍດຕໍ່ປະຊາຊົນ ເຮົາຕ້ອງເຮັດຢ່າງເດັດດ່ຽວ, ສິ່ງໃດທີ່ເປັນອັນຕະລາຍຕໍ່ປະຊາຊົນຈະຕ້ອງຫຼີກລ່ຽງຢ່າງເດັດຂາດ. ຄວາມພໍໃຈແລະຄວາມເຫັນດີເຫັນພ້ອມຂອງປະຊາຊົນແມ່ນ “ຄະແນນບວກ” ສຳລັບຄວາມຖືກຕ້ອງຂອງແນວທາງແລະແຜນນະໂຍບາຍຂອງພັກ; ແຕ່ກໍ່ຕ້ອງຫຼີກລ່ຽງແນວຄິດ “ອໍ້ຊໍ້ອອຍໃຈປະຊາຊົນ”, “ຕາມກົ້ນມະຫາຊົນ” ໂດຍເດັດຂາດ, ເພາະຖ້າເປັນແນວນັ້ນ ອາດຈະພາໃຫ້ສູນເສຍບົດບາດການນຳພາຂອງພັກ.
ແກ້ໄຂການພົວພັນລະຫວ່າງການປ່ຽນແປງໃໝ່ທີ່ຮອບດ້ານແລະຄົບຊຸດ
ກັບການກຳນົດຈຸດໜັກໃຈກາງ ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຄາດຄະເນສະຖານະການໂລກແລະປະເທດໃນປີຕໍ່ໆໄປ ໂດຍກຳນົດວິໄສທັດແລະທິດທາງການພັດທະນາໄວ້ຢ່າງຊັດເຈນ. ທັດສະນະ ເປົ້າໝາຍໂດຍລວມ ແລະເປົ້າໝາຍສະເພາະ ແບ່ງອອກເປັນ 3 ໄລຍະຂອງການພັດທະນາເຖິງປີ 2045. ກອງປະຊຸມໃຫຍ່ຊີ້ໃຫ້ເຫັນ 12 ທິດທາງແຫ່ງຍຸດທະສາດການພັດທະນາຂອງປະເທດໃນໄລຍະປີ 2021-2030. ນັ້ນແມ່ນການກຳນົດທິດທາງສຳລັບການພັດທະນາທີ່ຮອບດ້ານແລະຄົບຊຸດ; ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກໍ່ຊີ້ໃຫ້ເຫັນເຖິງໜ້າທີ່ຈຸດໜັກ 6 ປະການ ແລະ ການບຸກທະລຸຍຸດທະສາດ 3 ປະການທີ່ຕ້ອງປະຕິບັດໃນລະຫວ່າງວາລະກອງປະຊຸມໃຫຍ່.
ບົນພື້ນຖານມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເຊິ່ງຊີ້ໃຫ້ເຫັນບັນດາຫຼັກການທີ່ວິເຄາະຂ້າງເທິງ, ບັນຫາສຳຄັນທີ່ໄດ້ຍົກຂຶ້ນມາຄື: ເຮົາຈະແກ້ໄຂຄວາມສໍາພັນລະຫວ່າງ ການຮັບປະກັນທິດທາງການພັດທະນາ ກັບໜ້າທີ່ຈຸດໜັກແລະການບຸກທະລຸຍຸດທະສາດແນວໃດ? ຄວາມກ້າວໜ້າພາຍຫຼັງວາລະການປະຊຸມໃຫຍ່ຄັ້ງທີ XIII ມີຫຍັງແດ່?
ພິຈາລະນາທັງໃນດ້ານທິດສະດີແລະພຶດຕິກຳ, ຈະຕ້ອງຢືນຢັນວ່າ ເສດຖະກິດເປັນຕົວກຳນົດການພັດທະນາ. ຫາກເສດຖະກິດບໍ່ພັດທະນາແລະສັງຄົມບໍ່ໝັ້ນຄົງ ປະເທດກໍ່ບໍ່ສາມາດພັດທະຍາຢ່າງຍືນຍົງໄດ້. ສິ່ງດັ່ງກ່າວຈະກະທົບໂດຍທຳມະສາດເຖິງຄວາມເຊື່ອໝັ້ນຂອງປະຊາຊົນໃນການນຳພາຂອງພັກ. ດັ່ງນັ້ນ, ພັກຈຶງກຳນົດການພັດທະນາເສດຖະກິດເປັນໃຈກາງ. ການກຳນົດການບຸກທະລຸຍຸດທະສາດ 3 ປະການຜ່ານກອງປະຊຸມໃຫຍ່ 3 ຄັ້ງຕິດຕໍ່ກັນ (ກອງປະຊຸມໃຫຍ່ຄັ້ງທີ XI, XII, XIII) ນັ້ນ ກໍ່ແມ່ນເພື່ອສຸມໃສ່ເປົ້າໝາຍການພັດທະນາເສດຖະກິດ. ບັນດາ “ບັນຫາຄໍຂວດ”, “ຈຸດອຸດຕົນ” ທີ່ຂັດຂວາງການພັດທະນາ ທີ່ຕ້ອງໄດ້ຮັບການແກ້ໄຂ ແມ່ນຍັງລວມສຸມໃນຂະແໜງເສດຖະກິດເປັນຫຼັ້ກຄື ສະຖາບັນທາງເສດຖະກິດທີ່ບໍ່ສົມບູນ, ຊັບພະຍາກອນບຸກຄົນບໍ່ພຽງພໍ ແລະໂຄງສ້າງພື້ນຖານທີ່ບໍ່ຄົບຊຸດ. ພັກກອມມູນິດຫວຽດນາມກໍ່ຖືວ່າ ການນຳພາວຽກງານການພັດທະນາເສດຖະກິດແມ່ນໜ້າທີ່ຈຸດໜັກໃຈກາງ ຂອງຄະນະພັກທຸກຂັ້ນ ໂດຍໄດ້ວາງໄວ້ກ່ອນໜ້າວຽກງານອື່ນໆ. ເວົ້າຄືແນວນັ້ນເພື່ອໃຫ້ເຫັນວ່າ ການພັດທະນາເສດຖະກິດແມ່ນໜ້າທີ່ຈຸດໜັກໃຈກາງຂອງໃຈກາງ. ທ້າຍທີ່ສຸດແລ້ວ, ແບບວິທີການຜະລິດໃໝ່ທີ່ເກີດຈາກກຳລັງການຜະລິດທີ່ກ້າວໜ້າແລະທັນສະໄໝ ພ້ອມດ້ວຍການພົວພັນການຜະລິດທີ່ກ້າວໜ້າ ເໝາະສົມກັບລະດັບຂອງກຳລັງການຜະລິດນັ້ນ ຈະກຳນົດຮູບຖານເສດຖະກິດ-ສັງຄົມໃໝ່ທີ່ເກີດມາພ້ອມກັບລະບົບພາຍໃນທີ່ໝັ້ນຄົງ, ຈາກເສດຖະກິດສູ່ສັງຄົມ, ຈາກໂຄງລ່າງສູ່ໂຄງບົນ, ຈາກວັດທະນະທຳ ສິລະປະ ວິທະຍາສາດ ເຕັກໂນໂລຊີ ໄປຈົນເຖິງກົດໝາຍ...
ຢ່າງໃດກໍ່ຕາມ, ໃນເສດຖະກິດ, ການປັບປຸງບູລະນະສະຖາບັນທາງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ມີນື້ອໃນຫຼັກຄື ການເຮັດໃຫ້ລະບອບລະບຽບການເງິນສົມບູນແບບພາຍໃນກົນໄກຕະຫຼາດເຊັ່ນ ງົບປະມານຂອງປະເທດ ທັງພາກລັດແລະເອກະຊົນ, ທັງໃນລະດັບຈຸນລະພາກແລະມະຫາພາກ ເຊັ່ນ ງົບປະມານຂອງລັດ, ທະນາຄານແຫ່ງລັດ, ຕະຫຼາດການເງິນ (ສິນເຊື່ອ, ຫຼັກຊັບ, ປະກັນໄພ...). ການເງິນຂອງວິສາຫະກິດ (ລັດວິສາຫະກິດ, ວິສາຫະກິດເອກະຊົນ, ວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດ), ແລະນັບທັງການເງິນຂອງຄອບຄົວກໍຕ້ອງສົມບູນແບບ. ຫຼື, ບັນຫາການແບ່ງຂັ້ນ, ການກະຈາຍອຳນາດ ແລະ ການເປັນເຈົ້າຕົນເອງທາງການເງິນ ກໍ່ຕ້ອງໄດ້ຮັບການຊີ້ແຈງ. ນີ້ອາດຈະເວົ້າໄດ້ວ່າເປັນ “ບັນຫາຄໍຂວດ” ແລະ “ຈຸດອຸດຕັນ” ທີ່ໃຫຍ່ທີ່ສຸດ ທີ່ຕ້ອງແກ້ໄຂໂດຍທັນທີ, ຖ້າບໍ່ດັ່ງນັ້ນ ມັນຈະນໍາໄປສູ່ຜົນສະທ້ອນທີ່ບໍ່ສາມາດຄາດເດົາໄດ້. ເວົ້າອີກຢ່າງໜຶ່ງ, ການເປີດລະບົບການເງິນຂອງປະເທດໝາຍເຖິງການເປີດ “ສາຍເລືອດ” ຂອງເສດຖະກິດ.
ໃນການພັດທະນາຊັບພະຍາກອນບຸກຄົນນັ້ນ ຈຸດໜັກແມ່ນການການພັດທະນາຊັບພະຍາກອນບຸກຄົນຄຸນນະພາບສູງ, ທັດສະນະນີ້ໄດ້ຮັບການກຳນົດໄວ້ຢ່າງຊັດເຈນໃນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຫາກເຮົາບໍ່ສາມາດຝຶກອົບຮົມແຫຼ່ງແຮງງານທີ່ມີຄຸນນະພາບສູງ ແລະ ແຫຼ່ງແຮງງານທີ່ມີຄວາມຮູ້ ໃຫ້ໄດ້ຕາມຄວາມຕ້ອງການຂອງເສດຖະກິດພູມປັນຍາ ປະເທດຂອງພວກເຮົາຈະຕົກຢູ່ໃນ “ກັບດັກລາຍໄດ້ປານກາງ” ເມື່ອເສດຖະກິດເຖິງຂີດຈຳກັດລາຍໄດ້ທີ່ກຳນົດ. ດ້ານໜຶ່ງ, ໃນຂະນະທີ່ເປົ້າໝາຍເຖິງປີ 2030, ແຮງງານຜ່ານການຝຶກອົບຮົມ ທີ່ມີລະດັບການສຶກສາ ແລະປະກາດສະນິຍະບັດບັນລຸ 35% ຫາ 40% ຂອງຈຳນວນແຮງງານທັງໝົດຕາມທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກຳນົດໄວ້ ແມ່ນຂ້ອນຂ້າງສູງ; ຢ່າງໃດກໍ່ຕາມ, ສາມາດເວົ້າໄດ້ວ່າ ອັດຕານີ້ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການດ້ານການພັດທະນາຂອງເສດຖະກິດ. ໃນອີກດ້ານໜຶ່ງ, ຄຸນນະພາບການສຶກສາແລະການຝຶກອົບຮົມໃນປະຈຸບັນເປັນ “ຄໍຂວດ” ທີ່ສົ່ງຜົນຕໍ່ການຝຶກອົບຮົມຊັບພະຍາກອນມະນຸດ, ຖ້າຫາກບໍ່ສາມາດເອົາຊະນະຈຸດອ່ອນ ແລະ ບໍ່ມີການປ່ຽນແປງແບບປະຕິວັດ, ການກໍ່ສ້າງພື້ນຖານເສດຖະກິດພູມປັນຍາ, ສ້າງການພັດທະນາທີ່ຍືນຍົງໃຫ້ກັບປະເທດ ຈະຕ້ອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ໃນການກໍ່ສ້າງໂຄງສ້າງພື້ນຖານໃນປະຈຸບັນ, ການຄົມມະນາຄົມຂົນສົ່ງແມ່ນການບຸກທະລຸທີ່ສຳຄັນ, ໃນນັ້ນການຈະລາຈອນທາງນ້ຳ, ທາງລົດໄຟ, ການຈະລາຈອນໃນເມືອງ, ການເຊື່ອມຕໍ່ລະຫວ່າງກັນ ແລະໂລຈິສະຕິກ ແມ່ນເປັນ “ບັນຫາຄໍຂວດ” ທີ່ຕ້ອງສຸມໃສ່ແກ້ໄຂ ຫຼັງຈາກລະບົບທາງດ່ວນສາຍເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ ໄດ້ຮັບການຜັນຂະຫຍາຍແລະຈະປະຕິບັດໃຫ້ສຳເລັດໃນປີ 2025.
ຫຼັງຈາກປີ 2030, ເມື່ອຫວຽດນາມມີອຸດສາຫະກຳທີ່ທັນສະໄໝ ແລະມີລາຍໄດ້ສະເລ່ຍສູງ, ກ່ອນໜ້ານັ້ນ, ບັນດາບັນຫາບຸກທະລຸທາງຍຸດທະສາດໄດ້ຮັບການກຳນົດໃນສະໄໝຂອງການປະຊຸມໃຫຍ່ຄັ້ງທີ XIII, ຖ້າຫາກດຳເນີນຕໍ່ໄປຈົນເຖິງວາລະກອງປະຊຸມໃຫຍ່ຄັ້ງທີ XIV, ໂດຍພື້ນຖານຈະຕ້ອງສຳເລັດ ແລະ ຈະເປັນໜ້າທີ່ປະຈຳແລະຕໍ່ເນື່ອງ. ບັນດາບາດກ້າວບຸກທະລຸຍຸດທະສາດດ້ານເສດຖະກິດ ຈໍາເປັນຕ້ອງໄດ້ປ່ຽນຈຸດໝາຍໄປຍັງຈຸດສຸມອື່ນໆເຊັ່ນ ການປົກປັກຮັກສາສິ່ງແວດລ້ອມ, ການຕ້ານການປ່ຽນແປງສະພາບດິນຟ້າອາກາດ, ການລ່ວງລ້ຳຂອງນ້ຳເຄັມ, ການເຊາະເຈື່ອນຂອງແມ່ນ້ຳແລະຝັ່ງທະເລ, ຂີ້ເຫຍື້ອ ແລະ ນ້ຳເສຍ ແມ່ນຄວາມສ່ຽງທີ່ມີຢູ່ ເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາຂອງປະເທດ; ບັນຫາການພັດທະນາວິທະຍາສາດແລະເຕັກໂນໂລຊີ ທີ່ສຸມໃສ່ການປ່ຽນແປງໃໝ່ປະດິດສ້າງ ໃນບັນດາຂະແໜງອຸດສາຫະກຳຫຼັກ ເຊັ່ນ ວິສະວະກຳກົນຈັກ, ອຸດສາຫະກຳທາງທະເລ, ອຸດສາຫະກຳປ້ອງກັນປະເທດແລະຄວາມໝັ້ນຄົງ ເພື່ອປົກປ້ອງອະທິປະໄຕຂອງຊາດ ໃນສະພາບການໂລກ ແລະ ພາກພື້ນທີ່ບໍ່ສາມາດຄາດເດົາໄດ້ ແລະ ບໍ່ອາດຈະມອງຂ້າມໄດ້; ພ້ອມກັນນັ້ນ ແມ່ນບັນຫາດ້ານສະຫວັດດີການສັງຄົມ ແລະ ຄວາມປອດໄພທາງສັງຄົມ, ໂດຍສະເພາະດ້ານການສຶກສາແລະສາທາລະນະສຸກ, ເພື່ອຮັບປະກັນຄວາມຍຸຕິທຳໃນສັງຄົມ, ມຸ່ງສູ່ຄວາມສຸກຂອງປະຊາຊົນຕາມເປົ້າໝາຍຂອງລັດທິສັງຄົມນິຍົມ.
ດັ່ງນັ້ນ, ແຕ່ລະໄລຍະແຫ່ງການພັດທະນາຂອງປະເທດ ລ້ວນແຕ່ຮຽກຮ້ອງໃຫ້ມີການປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ ແລະ ມີການເລືອກແລະການກຳນົດຈຸດໜັກໃຈກາງ, ການແກ້ໄຂສາຍພົວພັນນີ້ເປັນຢ່າງດີ ໃນແນວທາງຂອງພັກ. ການປ່ຽນແປງໃໝ່ນີ້ສອດຄ່ອງກັບການພັດທະນາຢ່າງວ່ອງໄວຂອງຍຸກສະໄໝ, ໂດຍສະເພາະໃນສະພາບການພັດທະນາແບບລະເບີດຂອງວິທະຍາສາດແລະເຕັກໂນໂລຊີ, ພ້ອມກັບການຜັນແປທີ່ຄາດເດົາບໍ່ໄດ້ແລະສັບສົນ ຂອງສະຖານະການສາກົນແລະພາກພື້ນ. ໃນສະພາບການທີ່ຫວຽດນາມຈະມີປະຊາກອນກາຍ 100 ລ້ານຄົນໃນປີ 2023 ແລະ ການປ່ຽນແປງທາງເສດຖະກິດແລະສັງຄົມ ກໍ່ໃຫ້ເກີດຄວາມຮຽກຮ້ອງຕ້ອງການທີ່ສູງກວ່າສຳລັບການບໍລິຫານຄຸ້ມຄອງປະເທດ ເຊິ່ງ “ກຸນແຈສຳຄັນ” ເພື່ອແກ້ໄຂເປັນຢ່າງດີ ສາຍພົວພັນລະຫວ່າງ ການປ່ຽນແປງໃໝ່ຢ່າງຮອບດ້ານຄົບຊຸດ ແລະ ການກຳນົດຈຸດໜັກໃຈກາງນັ້ນ ແມ່ນຕ້ອງປ່ຽນແປງໃໝ່ຄວາມຄິດທາງເສດຖະກິດໂດຍສະເພາະ ແລະຄວາມຄິດນຳພາຂອງພັກກອມມູນິດຫວຽດນາມໂດຍທົ່ວໄປໃນທຸກດ້ານ, ພິເສດແມ່ນດ້ານແນວຄິດ, ການເມືອງ, ຄຸນສົມບັດສິນທຳ, ການຈັດຕັ້ງແລະພະນັກງານ, ເພື່ອໃຫ້ສາມາດພັດທະນາປະເທດໄດ້ຢ່າງໄວວາແລະຍືນຍົງໃນຍຸກໃໝ່./.
-----------------------------
(1) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 1995, ເຫຼັ້ມ 4, ໜ້າ 187.
(2), (3), (4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 1987, ໜ້າ 211-212, 212, 212
(5), (6), (7), (8), (9), (10), (11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ປຶ້ມທີ່ໄດ້ແນະນຳ, ໜ້າ 213, 214-215, 215, 215, 217-218, 218, 220
(12), (13), (14), (15) ເບິ່ງ: ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່ (Đại hội VI, VII, VIII, IX), ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2005, ໜ້າ 631, 619, 632-633, 639
(16) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2006, ໜ້າ 70-71
(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 69
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1018 (ເດືອນກໍລະກົດ 2023)