ວກ - ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 15 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ ລະ​ຂັ້ນ ສະ​ໄໝປີ​ 2021-2026 ​​ແມ່ນ​ການ​ເຄື່ອນ​​ໄຫວ​ທາງ​ການ​ເມືອງ ​ແລະ ​ແມ່ນ​ບັ້ນ​ການດໍາ​ເນີນ​ຊີວິດປະຊາທິປະ​ໄຕ​ທີ່​ກວ້າງຂວາງ​ເລິກ​ເຊິ່ງ​ ໃນ​ທຸກຊັ້ນ​ຄົນ​ປະຊາຊົນ. ການ​ເລືອກ​ຕັ້ງ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຮັບປະກັນສິດ​ປະຊາທິປະ​ໄຕ, ຄວາມສະ​ເໝີ​ພາບ, ຖືກຕ້ອງ​ຕາມ​ກົດໝາຍ, ປອດ​ໄພ, ປະຢັດ, ​​ເປັນວັນ​ບຸນ​ໃຫຍ່​ຂອງ​ທົ່ວ​ປວງ​ຊົນຢ່າງ​ແທ້​ຈິງ. ຜົນສຳ​ເລັດ​ຂອງການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15 ຂອງປະ​ເທດ​ສາທາລະນະ​ລັດ ​ສັງຄົມ​ນິຍົມ​ຫວຽດນາມ ​ແມ່ນປະຖົມ​ປັດ​ໄຈ​ສຳຄັນ​ໃນ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ ​ແລະ ການ​​ເຄື່ອນ​ໄຫວຂອງ​ສະພາ​ແຫ່ງ​ຊາດ​ ໃນ​ຂະ​ບວນການ​ກໍ່ສ້າງແລະບູລະນະ​ ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເວືອງດິ່ງເຫວ້ ປ່ອນບັດເລືອກຕັ້ງ _ພາບ: TTXVN

ພາຍຫຼັງ​ຂະ​ບວນການ​ກະກຽມ​ຢ່າງ​ພິຖີ​ພິຖັນ ​ແລະ ​ເຂັ້ມ​ງວດ, ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຂອງ​ກົດ ໝາຍ, ​ໃນວັນ​ທີ 23 ພຶດສະພາ 2021, ຜູ້​ມີ​ສິດ​ບ່ອນ​ບັດ​ເລືອກ​ຕັ້ງ​ເກືອບ 70 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​​ເລືອກ​ຕັ້ງດ້ວຍ​ສະຕິສິດ​ເປັນ​ເຈົ້າ ​ແລະ ຈິດ​ໃຈຄວາມ​ຮັບຜິດຊອບສູງສຸດ​ຂອງພົນລະ​ເມືອງ​ ເພື່ອ​ເລືອກ​ເອົາ​​ຜູ້ທີ່​ມີ​ຄວາມ​ເໝາະ​ສົມ​ຢ່າງ​ແທ້​ຈິງກັບ​ການເປັນ​ຕົວ​ແທນ​ຂອງເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາຖະໜາ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ຕົນ​ເອງ ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ສະ​ໄໝປີ 2021-2026.

ວຽກ​ງານ​ການ​​ນຳພາ, ການ​ຊີ້​ນຳ, ການ​ກະກຽມ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ
​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢ່າງຖືກຕ້ອງ​ຕາມ​ກົດໝາຍ, ພິຖີ​ພິຖັນ ​ແລະ ຮອບ​ຄອບ​ຖີ່​ຖ້ວນ
​ໃນ​ສະພາບ​ແວດ​ລ້ອມ​ທີ່​ສຸດ​ແສນ​​ພິ​ເສດ

ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 15 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ສະ​ໄໝ ປີ 2021-2026 ​ເປັນ​ເຫດການ​ທາງ​ການ​ເມືອງ​ທີ່​ສຳຄັນຢ່າງ​ຍິ່ງ ​ແລະ ເປັນ​ໜ້າ​ທີ່​ທາງ​ການ​ເມືອງ​ທີ່​ເປັນ​​ໃຈກາງ​ຂອງ​ທັງ​ໝົດ​ລະບົບ​ການ​ເມືອງ​ ໃນ​ປີ 2021, ​ເຊິ່ງເກີດ​ຂຶ້ນ​ໃນ​ສະພາບ​ແວດ​ລ້ອມ​ທີ່​ປະ​ເທດ​ມີ​ທັງຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ສະຫຼັບ​ກັນ​ໄປ. ປະ​ເທດຫວຽດນາມມີ​ເອກະລາດເປັນ​ເວລາຫຼາຍ​ກວ່າ 75 ປີ​ ​ແລະດຳ​ເນີນພາລະກິດ​ການ​ປ່ຽນ​ແປງ​ໃໝ່ 35 ປີ, ໄດ້ ບັນ​ລຸ​ຜົນງານ​ທີ່​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ທາງ​ປະຫວັດສາດຫຼາຍ​ຢ່າງ. ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ໄດ້​ວາງບັນດາ​ເປົ້າ​ໝາຍ, ທິດ​ທາງ, ໜ້າ​ທີ່​ ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດຮອດປີ 2030, ວິ​ໄສ​ທັດ ຮອດ​ປີ 2045. ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ ພວມ​ອອກ​ແຮງ​ແຂ່ງຂັນ, ບຸກບືນ​​ສູ້ຊົນ ​ນຳ​ເອົາ​ມະຕິຂອງ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ 13 ຂອງ​ພັກ ​ເຂົ້າ​ສູ່ຊີວິດ​ຕົວ​ຈິງ, ຈັດ​ຕັ້ງຜັນ​ຂະຫຍາຍ​ໜ້າ​ທີ່​ການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ 2021-2025 ​ແລະ ການ​ກໍ່ສ້າງ​ພັກ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມຫວຽດນາມ ທີ່​ເປັນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ, ລັດ ໄດ້​ຮັບ​ການ​ປົວ​ແປງ, ​ເພີ່ມ​ທະວີ, ສ້າງ​​ເປັນພື້ນຖານ ​ແລະ ສ້າງປະຖົມ​ປັດ​ໄຈ​ອັນ​ໝັ້ນ​ແກ່ນ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​​ຢ່າງວ່ອງ​ໄວ ​ແລະ ຍືນຍົງ.

​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດຂອງ​ການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດທັງ 15 ຄັ້ງຜ່ານມາ, ບໍ່​ນັບ​ໄລຍະ​ທີ່​ປະ​ເທດ​ຊາດ​ເກີດ​ສົງຄາມ, ​ແມ່ນບໍ່​ເຄີຍມີ​ການ​​ເລືອກ​ຕັ້ງ​ໃດຖືກຈັດຕັ້ງ​ຂຶ້ນໃນ​ສະພາບ​ທີ່​ມີຄວາມ​ຫຍຸ້ງຍາກ​ ​ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ​ເຊິ່ງ​ໃນ​ເວລາ​ດຽວ​ກັນ ຕ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃຫ້ປະສົບ​ຜົນ​ສໍາ​ເລັດ, ຖືກຕ້ອງ​ຕາມ​ກົດໝາຍ, ທັງ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພໃນ​​ເງື່ອນ​ໄຂ​ປ້ອງ​ກັນ ແລະ ຕ້ານການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19​ແລະ ຕ້ອງ​ປະຕິບັດ​​ໜ້າ​ທີ່​ໃນ​ການ​ຟື້ນ​ຟູ, ພັດທະນາ​ເສດຖະກິດ, ຮັບ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຊີວິດ​ການ​​ເປັນ​ຢູ່ ​ແລະ ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ​ເປັນ​ຢ່າງ​ດີ. ​ໃນ​ເວລາ​ໃກ້​ຈະ​ຮອດ​ມື້​ເລືອກ​ຕັ້ງ, ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19 ​​ໄດ້​ລະບາດ​ຂຶ້ນ​ອີກ​ເປັນ​ຄັ້ງ​ທີ​ສີ່ ຢູ່​ຫວຽດນາມ​ ດ້ວຍ​ການຜັນ​ແປ​ທີ່​ໄວ​ກວ່າ​ເກົ່າ, ​ການ​ກາຍພັນ​ຂອງໄວຣັດສາຍ​ພັນ​ໃໝ່​ທີ່​ແຂງ​ແກ່ງ​ກວ່າ​ເກົ່າ ​ແລະ ອັນຕະລາຍ​ກວ່າ​ເກົ່າ. ຮອດ​ມື້​ການ​ເລືອກ​ຕັ້ງ, ການລະບາດ​ໃຫຍ່​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ແຜ່​ກະຈາຍ​ຢ່າງ​ວ່ອງ​ໄວ ​ຢູ່ໃນພື້ນ​ທີ່ຂອງ 30​ແຂວງ, ນະຄອນ, ​ກໍ່ໃຫ້​ເກີດ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ, ຫຼາຍ​ພື້ນ​ທີ່​ຕ້ອງ​ໄດ້​ປະຕິບັດ​​ຂໍ້​ກຳນົດ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ, ການ​ແຍກ​ກັກ​ຕົວ, ການ​ປິດ​ລ້ອມ​ທາງ​ສັງຄົມ. ສະຖານະ​​ການ​ໃນ​ໂລກ ​ແລະ ​​ພາກ​ພື້ນ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ​, ຄາດ​ເດົາ​ໄດ້​ຍາກ, ​ແອບ​ແຝງ​​ດ້ວຍ​ໄພ​ອັນຕະລາຍ​ຫຼາຍ​ຢ່າງ, ບັນດາປັດ​ໄຈ​ໃໝ່​ທີ່ສ້າງ​ຄວາມ​ບໍ່​ສະຫງົບ. ການ​ຕໍ່ຕ້ານ​ຂອງບັນດາ​ອິດທິກຳລັງປໍ​ລະ​ປັກ ​ກໍ່​​ໃຫ້​ເກີດ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ​ໃຫ້​ແກ່​ການ​ເລືອກ​ຕັ້ງ.

​ໃນສະພາບ​ການ​​ດັ່ງກ່າວ, ວຽກ​ງານ​ການ​ນຳພາ, ຊີ້​ນຳການ​ເລືອກ​ຕັ້ງ​ໄດ້​ຜັນ​ຂະ​ຫຍາ​ຍຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີປາຍ, ດຸ​ເດືອດ, ​ເປັນ​ລະບົບ​ຄົບ​ຊຸດ ​ແລະ ທັນ​ການ. ກົມ​ການ​ເມືອງ​ສູນ​ກາງ​ພັກໄດ້ອອກ​ຄຳ​ສັ່ງ​ສະບັບເລກທີ 45-ຄສ/ສກ, ລົງ​ວັນ​ທີ 20 ມິຖຸນາ 2020, ວ່າ​ດ້ວຍການ​ນຳພາ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15 ແລະ ຜູ້​ແທນ​ສະພາ​ປະຊາຊົນ ​ແຕ່ລະ​ຂັ້ນ ສະ​ໄໝປີ 2021-2026”,ໄດ້ວາງ 9 ໜ້າທີ່​ໃນ​ການ​ນຳພາ, ຊີ້​ນຳ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງໃຫ້​ປະສົບ​ຜົນສຳ​ເລັດ, ຕິດ​ພັນ​ກັບ​ວຽກ​ການ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 13 ຂອງ​ພັກ. ບັນດາ​ອົງການ​ສູນ​ກາງ​ໄດ້​ອອກ​ເອກະສານ 140 ສະບັບ ເພື່ອ​ຈັດ​ຕັ້ງຜັນ​ຂະຫຍາຍ, ​ແນະນຳ​ວຽກ​ງານ​ການ​ເລືອກ​ຕັ້ງ ​ແລະ ຈັດ​ຕັ້ງ​ການ​ຕິດຕາມ, ກວດ​ກາການ​ເລືອກ​ຕັ້ງ​ໃນ​ພາກ​ປະຕິບັດ​ຕົວ​ຈິງ. ​ໃນ​ນັ້ນ, ສະພາກ​ານ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໄດ້​ອອກ​ເອກະສານ 96 ສະບັບ; ​ໄດ້ຈັດ​ຕັ້ງ​ຜັນ​ຂະຫຍາຍຄະນະ​ກວດກາ ​ແລະ ຕິດຕາມ​​ໂດຍ​ກົງ 23 ຄະນະ, ຈັດຕັ້ງ​ປະຕິບັດຢູ່ ​53 ແຂວງ, ນະຄອນ ​ແລະ ຈັດ​ຕັ້ງ​ການ​ຕິດຕາມ​​ໂດຍຜ່ານ​ການ​ລາຍ​ງານ​ຕໍ່​ກັບ 10 ​ແຂວງ, ນະຄອນ; ຈັດ​ຕັ້ງກອງ​ປະຊຸມ​ຜ່ານ​ທາງ​ອອນ​ລາຍ 2 ຄັ້ງ ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ​ການ​ເລືອກ​ຕັ້ງ, ຊີ້​ນຳ ​ແລະ ​ແກ້​ໄຂບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້ຄົງຄ້າງ​ຕ່າງໆ​ ໃນ​ຂະ​ບວນການ​ກະກຽມ​ການ​ດຳ​ເນີນ​ການເລືອກ​ຕັ້ງຢ່າງ​ທັນ​ການ. ອົງຄະ​ນະ​ພັກ​, ອຳນາດ​ການ​ປົກຄອງທຸກ​ຂັ້ນ, ​ແນວ​ໂຮມ​ປະ​ເທດຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ ຢູ່​ທ້ອງ​ຖິ່ນ​ ໄດ້​ມີ​ມານະ​ບຸກບຶນ, ຕັດສິນ​ໃຈ​ນຳພາ, ຊີ້​ນຳ, ​ຜັນ​ຂະຫຍາ​ຍຢ່າງ​ຮີບ​ດ່ວນ, ຈິງ​ຈັງ, ມີ​ຄວາມ​ຮັບຜິດຊອບ, ດຸ​ເດືອດ ​ແລະ ປະດິດ​ສ້າງ​ທີ່​ສຸດ.

ຈັດ​ຕັ້ງເຊື່ອມ​ຊຶມ​ບັນດາ​ເອກະສານ, ໜັງສື​ແນະນຳ​ຂອງ​ພັກ, ຂໍ້​ກຳນົດ​ຂອງ​ກົດໝາຍ, ຂະ​ບວນການ​ກະກຽມ​ດ້ານບຸກຄະລາ​ກອນ, ຈັດ​ຕັ້ງ​ການ​ປະຊຸມ​ປຶກສາ​ຫາລື​ນຳ​ສະ​ເໜີ​ຜູ້​ລົງ​ສະໝັກຮັບ​ເລືອກ​ຕັ້ງ​ສະມາຊິກສະພາ​ແຫ່ງ​ຊາດ, ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ​, ຮອບ​ຄອບ, ຖືກຕ້ອງ​ຕາມ​ຂໍ້​ກຳນົດ, ຕິດ​ພັນ​ກັບຜົນຂອງ​ບຸກຄະລາ​ກອນ​​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ ​ແລະ ວຽກ​ງານແຜນ​ກໍານົດ​ພະນັກງານ, ​ເສີມ​ຂະຫຍາຍສິດ​ປະຊາທິປະ​ໄຕ​ແລະ ຮັບປະກັນ​ການ​ນຳພາ​ແບບ​ລວມສູນ, ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ​ໄດ້ນຳ​ສະ​ເໜີ​​​ຜູ້​ເປັນ​ຕົວ​ແທນທີ່ມີ​ຄຸນສົມບັດ, ມີ​ຄວາມ​ສາມາດ, ສົມ​ຄູ່​ກັບ​​​ຕົວ​ແທນໃຫ້​​​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດປາຖະໜາ, ສິ​ດ​ເປັນ​ເຈົ້າຂອງຂອງ​ປະຊາຊົນ ​ບັນຈຸເຂົ້າ​ໃນ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ໃນ​ສະ​ໄໝ​ໃໝ່. ​ເດັດ​ຂາດ​ບໍ່​ນໍາ​ເອົາ​ຜູ້​ບໍ່​ຄົບ​ຖ້ວນ​ເງື່ອນ​ໄຂ​, ມາດຖານ​​ດ້ານຄຸນສົມບັດ, ຄຸນ​ທາດ​ການ​ເມືອງ, ລະ​ເມີດ​ກົດໝາຍ, ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຜູ້​ລົງ​ຮັບສະໝັກ​ເລືອກ​ຕັ້ງ ​ແລະ ຜູ້​ຖືກ​ຮັບ​ການ​ເລືອ​ກຕັ້ງຢ່າງ​ເດັດຂາດ.

​ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ, ພາຍຫຼັງ​ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງທີສາມ, ມີ​ຜູ້​ຖືກ​ສະ​ເໜີ​ຊື່​ລົງ​ຮັບສະໝັກ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງຊາດ​ຢ່າງ​ເປັນ​ທາງ​ການ ຈໍານວນ 866 ທ່ານ (ບໍ່​ນັບ 2 ກໍລະ​ນີທີ່ຄະນະ​ກໍາມະການເລືອກ​ຕັ້ງ​ລະດັບ​ຊາດ ຖອນຊື່​ອອກຈາກ​ບັນຊີ​ລາຍ​ຊື່​ຜູ້​ລົງ​ຮັບ​ສະໝັກ​ສະມາຊິກ​ສະພາ​ແຫ່ງຊາດ); ຜູ້ລົງ​ຮັບ​ສະໝັກ​ເລືອກຕັ້ງຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ຈໍານວນ 6.199 ທ່ານ; ຜູ້​ລົງຮັບ​ສະໝັກ​ເລືອກ​ຕັ້ງ​ຜູ້​ແທນ​ສະພາປະ​ຊາຊົນ​ຂັ້ນ​ເມືອງ ຈໍານວນ 37.468 ທ່ານ; ຜູ້​ລົງ​ຮັບ​ສະໝັກ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນຂັ້ນ​ຕາ​ແສງ ຈໍານວນ 405.244 ທ່ານ. ຄຸນ​ນະພາ​ບຂອງ​ຜູ້​ລົງຮັບ​ສະໝັກ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຮັບ​ປະກັນ​ທາງ​ດ້ານ​ມາດຕະຖານ​ຕາມ​ຂໍ້​ກໍານົດ​ຂອງ​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ ປີ 2015, ສະບັບປັບປຸງ, ​ເພີ່ມ​ເຕີມ ປີ 2020, ​ເຊິ່ງ​ເປັນ​ບັນດາ​ຜູ້​ທີ່​ພົ້ນ​​ເດັ່ນ​ທາງ​ດ້ານ​ຄຸນສົມບັດ, ຄຸນ​ທາດ​ການ​ເມືອງ, ແບບ​ແຜນ​ດໍາລົງ​ຊີວິດຢ່າງ​ແທ້​ຈິງ, ມີ​ກໍາລັງ​ຄວາ​​ມສາມາດ ​ແລະ ປະສົບ​ການ​ໃນ​ວຽກ​ງານ​, ມີ​ເງື່ອນ​ໄຂເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ວຽກ​ງານ​ຫຼັງ​ຮັບ​ການ​ເລືອກ​ຕັ້ງ​ຈາກ​ປະຊາຊົນ.​ ໂຄງປະກອບ, ສັດສ່ວນ​ຜູ້​ທີ່​ໄດ້​ຮັບການສະ​ເໜີ​ລົງ​ຮັບ​ສະໝັກ​ເລືອກ​ຕັ້ງ​ມີ​ຄວາມ​ເໝາະ​ສົມ, ສອດຄ່ອງ​ກັບ​ສະພາບ​ການ​ລວມ ​ແລະ ​ເງື່ອນ​ໄຂຕົວ​ຈິງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ​ໃນ​ຈໍານວນ​ຜູ້​ທີ່​ລົງ​ຮັບ​ສະໝັກ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ມີ​ຜູ້​ລົງຮັບ​ສະໝັກ​ເລືອກຕັ້ງ​ທີ່​ເປັນ​ເພດ​ຍິງ ມີ 393 ທ່ານ, ບັນລຸ 45,38%; ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່​ເປັນຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ມີ 185 ທ່ານ, ບັນລຸ 21,36%. ຈໍານວນ​ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນຂັ້ນ​ແຂວງ, ຂັ້ນ​ເມືອງທີ່​ເປັນ​ເພດ​ຍິງ, ຊົນ​ເຜົ່າ​ສ່ວນ​ໜ້ອຍ, ອາຍຸ​ໜຸ່ມ​ນ້ອຍ, ບໍ່​ແມ່ນ​ສະມາຊິກພັກ ຢູ່​ໃນ​ຫຼາຍ​ທ້ອງ​ຖິ່ນ ລ້ວນ​​ແຕ່​ບັນລຸ ​ແລະ ສູງ​ກວ່າ​ຂໍ້​ກໍານົດ(1). ວຽກ​ງານ​ພົບ​ປະ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກຕັ້ງ, ​ເຄື່ອນ​ໄຫວປຸກລະດົມ​ການ​ເລືອກ​ຕັ້ງ ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ມີ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ສະ​ເໝີ​ພາບ, ຖືກຕ້ອງຕາ​ມກົດໝາຍ, ຮັບປະກັນ​ຄວາມສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ປອດ​ໄພທາງສັງຄົມ. ຫຼາຍ​ທ້ອງຖິ່ນ​ໄດ້​ຈັດ​ຕັ້ງ​ບັນ ດາຮູບ​ການ​ເຄື່ອນ​ໄຫວ​ປຸກລະດົມ​ການ​ເລືອກ​ຕັ້ງ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ອຸດົມສົມບູນ, ມີລັກສະນະ​ປະດິດ​ສ້າງ, ຄ່ອງ​ແຄ້ວ​ໃນ​ແຕ່ລະ​ເງື່ອນ​​ໄຂ​ຕົວ​ຈິງ, ໝູນ​ໃຊ້​ທ່າ​ແຮງ​ຂອງ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ທັງ​ຮັບປະກັນ​ສິດ​ໃນ​ການ​ເຄື່ອນ​​ໄຫວປຸກລະດົມ​ການ​ເລືອກ​ຕັ້ງ​ຂອງ​ຜູ້​ລົງ​ຮັບ​ສະໝັກ​ເລືອກຕັ້ງ, ປຸກລະດົມ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ, ຕັ້ງໜ້າ ​ແລະ ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ມີ​ສິດ​ປ່ອນບັດ​ເລືອກຕັ້ງ, ທັງ​ຮັບປະກັນຄວາມ​ຮຽກຮ້ອງດ້ານ​ຄວາມ​ປອດ​ໄພ​ໃນ​ການ​ຕ້ານ​ແລະສະກັດ​ກັ້ນ​ພະຍາດ​ລະບາດ.

ການ​ສ້າງ​ຕັ້ງ​ຄະນະ​ກໍາມະການເລືອກ​ຕັ້ງ​ລະດັບ​ຊາດ ​ແລະ ບັນດາ​ການຈັດ​ຕັ້ງ​​ຮັບຜິດຊອບ​ການ​ເລືອກ​ຕັ້ງຢູ່​ທ້ອງ​ຖິ່ນ(2) ​ແມ່ນ​ຖືກຕ້ອງ​ຕາມ​ຂັ້ນ​ຕອນ, ລະບຽບ​ການ, ​ໄລຍະ​ເວລາ, ຮັບປະກັນ​ດ້ານຈໍານວນ ​ແລະ ສັດສ່ວນ​ທີ່​ໄດ້​ກໍານົດ​​ໄວ້. ການ​ຄັດເລືອກ​ສະມາຊິກ​ຂອງ​ບັນດາ​ການຈັດ​ຕັ້ງ​​ຮັບຜິດ​ຊອບການ​ເລືອກ​ຕັ້ງຖືກຖື​ສໍາຄັນ ​ເຊິ່ງຕ້ອງ​ເປັນ​ຜູ້​ທີ່ມີ​ຄວາມ​ໜ້າ​ເຊື່ອ​ຖື, ​ເຂົ້າ​ໃຈ​ໃນ​ລະບຽບ​ກົດໝາຍ ​ແລະ ມີ​ບົດຮຽນ​ປະສົບ​ການ​ຕົວ​ຈິງ​ກ່ຽວ​ກັບ​ການຈັດ​ຕັ້ງ​ການ​ເລືອກ​ຕັ້ງ. ບັນດາ​ກອງ​ປະຊຸມ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ໄດ້​ຮັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍຢ່າງ​ກວ້າງຂວາງ, ຮອບ​ຄອບ, ຖີ່​ຖ້ວນ ​ໄປ​ຈົນ​ຮອດ​ຮາກ​ຖານ​ທ້ອງ​ຖິ່ນ. ບັນດາ​ການຈັດ​ຕັ້ງ​ຮັບຜິດຊອບ​ການ​ເລືອກ​ຕັ້ງ ນັບ​ແຕ່​ສູນ​ກາງ​ຈົນ​ຮອດ​ຮາກ​ຖານ​ທ້ອງ​ຖິ່ນໄດ້​ຕັ້ງໜ້າ, ເປັນ​ເຈົ້າ​ການ, ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ໜ້າ​ທີ່, ຂອບ​ເຂດ​ສິດ​ຕາມ​ທີ່​ໄດ້​ກໍານົດ​ໄວ້​ ໃນ​ກົດໝາຍ​ຂອງທຸກ​ຂົງ​ເຂດ​ການ​ນໍາພາ, ຊີ້​ນໍາ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ຕົວ​ຈິງ. ວຽກ​ງານ​ຂໍ້​ມູນ​ຂ່າວສານ, ການໂຄສະນາ​ການ​ເລືອກ​ຕັ້ງ​ ໄດ້​ຮັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປັນ​ລະບົບ​ຄົບ​ຊຸດ, ຫຼາຍ​ຮູບ​ຫຼາຍ​ແບບ​ທາງ​ດ້ານຮູບ​ການ, ມີ​ຈຸດ​ສຸມ, ຈຸດ​ໜັກ​ທາງ​ດ້ານ​ເນື້ອ​ໃນ, ມີ​ການ​ສົ່ງ​ທອດ​ຂໍ້​ມູນ​ຂ່າວສານຢ່າງ​ຄົບ​ຖ້ວນ​ ກ່ຽວ​ກັບ​ການ​ເລືອກ​ຕັ້ງ, ຜູ້​ລົງຮັບ​ສະໝັກ​ເລືອກ​ຕັ້ງ, ກົງຈັກ​ການຈັດ​ຕັ້ງ​ລັດ, ​ແຜນ​ນະ​ໂຍບາຍ​ກໍ່ສ້າງ ​ແລະ ບູລະນະ​ລັດແຫ່ງອໍານາດກົດໝາຍ​ສັງຄົມ​ນິຍົມ, ປະກອບສ່ວນ​ສໍາຄັນ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້, ສະຕິ​ການ​ເມືອງ ແລະ ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມື​ອງ; ສ້າງ​ບັນຍາກາດ​ທີ່​ມີ​ປະຊາທິປະ​ໄຕ, ຟົດ​ຟື້ນ, ປຸກລະ​ດົມ​ຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ; ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນກັບ​ບັນດາ​ຖ້ອຍ​ທໍາ​ນອງຜິດ​ເຂວ, ບິດເບືອນ, ປໍ​ລະ​ປັກ​ຄັດຄ້ານ, ທໍາລາຍມ້າງ​ເພ​ການ​ເລືອກ​ຕັ້ງ​.

ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ, ​ຄວາມເປັນ​ລະບຽບຮຽບຮ້ອຍ ​ແລະ ປອດ​ໄພ​ສັງຄົມ, ຕ້ານ​ແລະສະກັດ​ກັ້ນການ​ລະບາດຂອງ​ໂຄ​ວິດ - 19 ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ບັນດາ​ທ້ອງ​ຖິ່ນ, ໜ່ວຍ​ງານ, ບັນດາ​ການ​ຈັດ​ຕັ້ງ​ຮັບ​ຜິດ​ຊອບ​ການ​ເລືອກ​ຕັ້ງ ​ແລະ ບັນດາ​ອົງການ​ສາທາລະນະ​ສຸກ ​ໄດ້​ປະສານ​ການຈັດຕັ້ງ​ປະຕິບັດຢ່າງ​ຄົບ​ຖ້ວນ ​ແລະ ​ເຂັ້ມ​ງວດ​ ຕໍ່ບັນດາ​ມາດ​ຕະການ​ຕ້ານ​ແລະສະກັດ​ກັ້ນ​ຕາມ​ການ​ຊີ້​ນໍາ​, ກໍ່ສ້າງ ແລະ ຝຶກຊ້ອມ​ການຮັບ​ມື​ກັບ​ສະພາບ​ການ​ເລືອກ​ຕັ້ງ​ຕ່າງໆ, ​ເປັນ​ເຈົ້າ​ການ, ຄ່ອງ​ແຄ້ວ​ຮັບ​ມື​ໃນ​ທຸກ​ສະຖານະ​ການທີ່ຜິດ​ປົກກະຕິ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດ​ປ່ອນ​ບັດ​ເລືອກ​ຕັ້ງ​ຕ່າງໆ; ຮັບປະກັນຢ່າງ​ຄົບ​ຖ້ວນ​ໃນ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງຢູ່ “​ແນວ​ໜ້າ​ຕ້ານ​ແລະສະກັດ​ກັ້ນ​ການ​ລະບາດຂອງ​ພະຍາດ”, ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ບັນດາ​ທ້ອງ​ຖິ່ນຖືກ​ແຍກ​ກັກ​ຕົວ, ຮັກສາ​ໄລຍະ​ຫ່າງ​ທາງ​ສັງຄົມ, ​ຢູ່​ໃນ​ບັນດາເຂດ​ແຍກ​ກັກ​ຕົວ​ແບບລວມສູນ, ​ແຍກ​ກັກ​ຕົວ​ໃນຄອບຄົວ… ຄະ​ນະ​ພັກ, ອໍານາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ​ແລະ ບັນດາ​ກໍາລັງ​ເຈົ້າ​ໜ້າ​ທີ່​ໄດ້​ນໍາພາ, ຊີ້​ນໍາ​ຢ່າງ​ແໜ້ນ​ແຟ້ນ, ​ເປັນ​ເຈົ້າ​ການ, ກໍາ​ແໜ້ນ​ສະພາບ​ການ, ມີ​ແຜນ​ງານ​ປະສານງານ​ຕໍ່ສູ້​ເພື່ອ​ຮັກ​ສາຄວາມ​ສະຫງົບທາງ​ການ​ເມືອງ, ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ປອດ​ໄພ​ສັງຄົມ, ມີ​ແຜນ​ງານ​ຮັບມື​ຢ່າງ​ທັນ​ການ ​ກັບ​ບັນດາ​ສະພາບ​ການ​ເກີດ​ໄພ​ທໍາ​ມະ​ຊາດ, ນໍ້າ​ຖ້ວມ.

ພາຍ​ໃຕ້​ການ​ນໍາພາ, ຊີ້​ນໍາ​ຂອງ​ພັກ; ຄວາມ​ໃກ້ຊິດຕິດ​ແທດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່ ​ແລະ ບັນດາ​ຂໍ້​ກໍານົດ​ຂອງກົດໝາຍ, ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ, ບັນດາ​ອົງການ, ການຈັດ​ຕັ້ງ​ທີ່​ກ່ຽວຂ້ອງຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໄດ້​ປະຕິບັດ​ເປັນ​ຢ່າງ​ດີ​ ໃນ​ວຽກ​ງານ​ການ​ແກ້​ໄຂ​ຄໍາ​ຮ້ອງ​ທຸກ, ຮ້ອງ​ຟ້ອງ ຕໍ່ກັບ​ວຽກ​ງານ​ການ​ເລືອກ​ຕັ້ງ ​ແລະ ຜູ້​ລົງ​ຮັບ​ສະໝັກ​ເລືອກ​ຕັ້ງຢູ່​ຂັ້ນ​ຮາກ​ຖານ​ແຕ່​ຫົວທີ, ບໍ່​ປ່ອຍໃຫ້​ເກີດ​ການ​ຮ້ອງ​ຟ້ອງ​ຈາກ​ຄົນ​ຈໍານວນ​ຫຼາຍ, ອັນສ້າງ​ຄວາມ​ຫຍຸ້ງຍາກ​ສັບສົນ​ທີ່​ແກ່ຍາວ. ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່ມີ​ເງື່ອນ​ໄຂ​ພິ​ເສດສະ​ເພາະ ກໍ​​ໄດ້​ພິຈາລະນາ​ອະນຸຍາດ​ໃຫ້​ຈັດ​ຕັ້ງ​ການ​ປ່ອນ​ບັດ​​ເລືອກຕັ້ງ​ແຕ່​ຫົວທີ. ​ໄດ້​ແບ່ງປັນ, ຈັດ​ສັນ​ງົບປະມານ, ກະກຽມ​ບັນດາ​ເງື່ອນ​ໄຂທາງ​ດ້ານ​ພື້ນຖານ​ວັດຖຸ, ​ແກ້​ໄຂ​ສະພາບ​ຄວາມ​ຫຍຸ້ງຍາກ​ຕ່າງໆ ເພື່ອຮັບ​ໃຊ້​ແກ່​ການ​ເລືອກ​ຕັ້ງຢ່າງຮອບ​ຄອບ​ຖີ່​ຖ້ວນ, ຮັບປະກັນ​​ເປັນຢ່າງດີ ​ແລະ ຄົບ​ຖ້ວນ​ທີ່​ສຸດ ຕໍ່ສິດ​ເລືອກ​ຕັ້ງ​ຂອງ​ພົນລະ​ເມືອງ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່​ພະຍາດ​ລະບາດ​ມີ​ການຜັນ​ແປ​ໄປ​ຢ່າງສັບສົນ.

ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 15 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ
ສະ​​ໄໝປີ 2021 - 2026 ​ໄດ້ບັນລຸ​ຜົນ​ສໍາ​ເລັດຢ່າງຈົບງາມ​ທີ່​ສຸດ

ການ​ນໍາພາ​ທີ່​​ແທດ​ເຖິງ ​ແລະ ຮອບດ້ານຂອງ​ກົມ​ການ​ເມືອງສູນ​ກາງ, ​ຄະນະເລຂາທິກ​ານສູນ​ກາງ; ຄວາມ​ມານະ​ພະຍາຍາມ, ​​ຕັດສິນ​ໃຈ, ​ເອົາ​ໃຈ​ໃສ່​​ສູງ​ສຸດ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ວຽກ​ງານ​ກະກຽມ​ການຈັດ​ຕັ້ງປ່ອນບັດ​ເລືອກ​ຕັ້ງ​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ, ລະອຽດລະ​ອໍ, ຮອບ​ຄອບຖີ່​ຖ້ວນ, ຄວາມ​ເປັນ​ມື​ອາຊີບ, ວ່ອງໄວ, ຕິດ​ແທດ​ຕົວ​ຈິງ, ​ແກ້​ໄຂຕໍ່ທຸກ​ສະຖານະ​ການ​ທີ່​ເກີດ​ຂຶ້ນຢ່າງ​ທັນ​ການ, ຖືກຕ້ອງ​ຕາມ​ກົດໝາຍ, ດ້ວຍ​ຈິດ​ໃຈຄວາມ​ຮັບຜິດຊອບ​ສູງ​ສຸດ​ຂອງ​ທັງ​ລະບົບ​ການ​ເມືອງ; ການ​ສະໜັບສະໜູນ, ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ບັນດາຊັ້ນ​ຄົນ​ປະຊາຊົນ, ພີ່ນ້ອງ​ຮ່ວມ​ຊາດທີ່ຢູ່ພາຍ​ໃນ​ ​ແລະ ຕ່າງປະ​ເທດ, ພ້ອມ​ກັບ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ປະ​ເທດ​ທັງ​ໝົດ ​ໄດ້​ສ້າງ​ຜົນ​ສໍາ​ເລັດຢ່າງ​ຈົບງາມ​ທີ່​ສຸດ​ໃນບັ້ນ​ປ່ອນ​ບັດ​ເລືອກ​ຕັ້ງຄັ້ງ​ນີ້, ​ເຊິ່ງສະ​ແດງ​ອອກ​ຢ່າງ​ພົ້ນ​ເດັ່ນ​ໃນ​ບາງ​ດ້ານ​ດັ່ງ​ຕໍ່​ໄປ​ນີ້:

ໜຶ່ງ, ການ​​ເລືອກ​ຕັ້ງ ​ດໍາ​ເນີນ​ໄປ​ດ້ວຍ​ຄວາມປອດ​ໄພ, ບໍ່​ມີ​ບັນດາສະຖານະ​ການ​ທີ່​ບໍ່ຄາດ​ຄິດ​ເກີດ​ຂຶ້ນ, ມີຄວາມ​ສະຫງົບທາງ​ການ​ເມືອງ​ ​ແລະ ​ຄວາມເປັນ​ລະບຽບ​ຮຽບຮ້ອຍ, ​ ຄວາມປອດ​ໄພທາງ​ສັງຄົມໄດ້​ຮັບ​ການຮັກສາ​ໄວ້​ຢ່າງໝັ້ນຄົງ.​

​ໃນ​ເງື່ອນ​ໄຂ​ຫຍຸ້ງຍາກທີ່​ສຸດ, ພະຍາດ​ໂຄ​ວິດ-19 ຍັງມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ດ້ວຍ​ທິດ​ນໍາທີ່​ຖືກຕ້ອງ ບໍ່​​ແມ່ນ​ຍ້ອນ​ພະຍາດ​ລະບາດ​ແລ້ວພາ​ໃຫ້​ບໍ່​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ​ແລະ ຍິ່ງ​ບໍ່​ປ່ອຍປະ​ໃຫ້ ການ​ເລືອກ​ຕັ້ງ​ເຮັດ​ໃຫ້​ສະພາບ​ການລະບາດພະຍາດ​​ທະວີ​ຄວາມ​ສັນ​ສົນ​ໄປ​ກວ່າ​ເກົ່າ, ທັງ​ລະບົບ​ການ ເມືອງໄດ້​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ, ລະດົມ​ທຸກ​ແຫຼ່ງກໍາລັງ, ນໍາ​ສະ​ເໜີ​​ແຜນ​ງານ, ຄາດກະ​ສະຖານະການ​ຫຼາຍ​ຢ່າງເພື່ອ​ຮັບ​ມື, ມີ​ຫຼາຍ​ວິທີ​ການ​ທີ່​ປະດິດ​ສ້າງ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍວຽກ​ງານ​ການ​ເລືອກ​ຕັ້ງ. ການຈັດ​ຕັ້ງ​ປ່ອນ​ບັດ​ເລືອກ​ຕັ້ງ​ແຕ່​ຫົວທີ​ຢູ່​ບັນດາ​ບ່ອນ​ທີ່​ມີ​ເງື່ອນ​ໄຂຫຍຸ້ງຍາກ​ເປັນ​ພິ​ເສດ, ການຈັດ​ວາງ​ບັນດາຫີບ​ບັດ​ສໍາຮອງ, ຫີບ​ບັດ​ເຄື່ອນ​ທີ່​ ໄປຮອດ​ໄປ​ເຖິງ​ແຕ່​ລະ​ຄອບຄົວ ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່​ຕ້ອງ​ແຍກ​ກັກ​ຕົວ, ເວັ້ນ​ໄລຍະ​ຫ່າງ​ສັງຄົມ… ​ໄດ້ສ້າງ​ເງື່ອນ​ໄຂ​ເອື້ອ​ອໍານວຍ, ຮັບປະກັນ​ສູງ​ສຸດ​​ສິດ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດເລືອກ​ຕັ້ງ. ສະພາບ​ຄວາມ​ສະຫງົບ​ຖືກ​ຮັບປະກັນ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ປອດ​ໄພ​ທາງ​ສັງຄົມ​ໄດ້ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ, ບໍ່​ມີ​ບັນດາ​ສະຖານະ​ການ​ທີ່​ບໍ່​ຄາດ​ຄິດ​ເກີດຂຶ້ນ.

ສອງ, ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​​ໄປ​ໃຊ້​ສິດ ບັນລຸ​ອັດຕາ​ສ່ວນ 99,60% ​ເມື່ອ​​ທຽບ​ກັບ​ຈໍານວນຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​​ໃນ​ທົ່ວ​ປ​ະ​ເທດທັງ​ໝົດ - ສູງ​ສຸດ​ນັບ​​ແຕ່ໃນ​ອະດີດ​ມາ​ຮອດ​ປັດຈຸບັນ. ການ​​ເລືອກ​ຕັ້ງ​ສາມາດ​ເສີມ​ຂະຫຍາຍ​ໄດ້​ຢ່າງ​ແທ້​ຈິງຈິດ​​ໃຈ​ປະຊາທິປະ​ໄຕ​, ຍົກ​ສູງ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ​ແລະ ຄວາມຮັບຜິດຊອບ​ພົນລະ​ເມືອງ​ ໃນ​ການ​ກໍ່ສ້າງ​ອໍານາດ​ການ​ປົກຄອງ.

ການ​ເລືອກ​ຕັ້ງ​ຄັ້ງ​ນີ້ມີ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​​ໄປ​ໃຊ້​ສິດຈໍານວນ 69.243.604 ຄົນ ​ໃນ​ຈໍາ ນວນ​ຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດທັງ​ໝົດ 69.523.133 ຄົນ, ບັນລຸ 99,60%; ສູງ​ກວ່າ 0,25% ​ເມື່ອ​ທຽບ​ກັບ​ການ​ເລືອກ​ຕັ້ງຊຸດ​ກ່ອນ(3). ບັນດາ​ແຂວງ​ທີ່​ມີ​ອັດຕາ​ສ່ວນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໄປ​ໃຊ້​ສິດ​ສູງ​ສຸດ ຄື: ​ແຂວງ​ເຮົ້າ​ຢາງ ບັນລຸ 99,99%; ​ແຂວງ​ລ້າງ​ເຊີນ ບັນລຸ 99,99%; ແຂວງລາວ​ກາຍ ບັນລຸ 99,98%; ​ແຂວງ​ຈ່າ​ວິ​ງ ບັນລຸ 99,97%; ​​ແຂວງ​ບິ່ງ​ເຟືອ​ກ ບັນລຸ 99,97%; ແຂວງ​ຫວິ​ງລອງ ບັນລຸ 99,96%; ແຂວງ​ເບ໊ນ​ແຈ ບັນລຸ 99,96%; ​ແຂວງ​ຮ່າ​ຢາງ ບັນລຸ 99,96%; ​ແຂວງ​ອຽນ​ບ໊າຍ ບັນລຸ 99,96%... ພິ​ເສດ​ແມ່ນຢູ່​​​ບັນດາ​ທ້ອງ​ຖິ່ນ​ທີ່ຖືກ​ຜົນ​ກະທົບ​ຈາກ​ພະຍາດ​ລະບາດ, ຕ້ອງ​ໄດ້​​ແຍກກັກ​ຕົວດ້ານ​ສາທາລະນະ​ສຸກ, ເວັ້ນໄລຍະ​ຫ່າງທາງສັງຄົມ, ​ແຕ່ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ ກໍຍັງໄປ​ໃຊ້​ສິດ​ໃນ​ອັດຕາ​ສ່ວນ​ສູງ​ທີ່​ສຸດ ​ເຊັ່ນ: ແຂວງບັກຢາງ ບັນລຸ 99,02%; ​ແຂວງ​ບັກ​ນິງ ບັນລຸ 99,07%; ນະຄອນຫຼວງ​ຮ່າ​ໂນ້ຍ ບັນລຸ 99,16%; ​ແຂວງຫວິ​ງຟຸກ ບັນລຸ 99,41%; ​ແຂວງ​ຫ້າ​ຍ​ເຢືອງ ບັນລຸ 99,67%...

ຜົນ​ການ​ເລືອກ​ຕັ້ງດ້ວຍຈໍານວນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໄປ​ໃຊ້​ສິດ​ທີ່ສູງ, ບັນລຸ 99,60% ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ພະລັງຊີວິດແຫ່ງຄວາມເປັນ​ຈິງ​ໃນ​ທັດສະນະ​ຂອງ​ໂຄງການ​ສ້າງສາ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ (ສະບັບປັບປຸງ, ​​ເສີມ​ຂະຫຍາຍ ປີ 2011): “ປະຊາທິປະ​ໄຕ​ສັງຄົມ​ນິຍົມ ແມ່ນ​ທາດ​ແທ້​ຂອງ​ລະບອບພວກ​ເຮົາ, ທັງ​ເປັນ​ຈຸດໝາຍ, ທັງ​ເປັນ​ກໍາລັງ​ຜັກ​ດັນ​ຂອງການ​ພັດທະນາ​ປະ​ເທດ​ຊາດ”(4). “ກໍ່ສ້າງ​ພື້ນຖານ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ຮັບປະກັນ​ສິດ​ອໍານາດຂຶ້ນ​ກັບ​ປະຊາຊົນ​ຢ່າງ​ແທ້​ຈິງ ​​ແມ່ນໜ້າ​ທີ່​ສໍາຄັນ​ເປັນ​ຢ່າງ​ຍິ່ງ ​ແລະ ຍາວ​ນານ​ຂອງ​ການ​ປະຕິວັດ​ຫວຽດນາມ(5)”. ການ​ເລືອ​ກຕັ້ງຄັ້ງ​ນີ້ ​ໄດ້​ຢືນຢັນ​ເຖິງ​ນໍ້າ​ໃຈ​ຮັກ​ຊາດ, ກໍາລັງ​ແຮງ​ຂອງ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ທັງ​ຊາດ, ສະຕິ​ເປັນ​ເຈົ້າ, ກໍາລັງ​ຄວາມ​ສາມາດ​ ໃນ​ການ​ປະຕິບັດ​ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ, ຄວາມ​ຮັບຜິດຊອບພົນລະ​ເມືອງ​ໃນ​ການ​ກໍ່ສ້າງ​ອໍານາດ​ການ​ປົກຄອງ; ຢືນຢັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ, ລັດ ​ແລະ ລະບອບ​ສັງຄົມ​ນິຍົມ. ນີ້​ແມ່ນ​ພື້ນຖານ​ການ​ເມືອງ - ກົດໝາຍ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການຈັດ​ຕັ້ງ​ປະຕິບັດ​ສິດ​ອໍານາດ​ລັດ, ກໍ່ສ້າງ​ກົງຈັກ​ລັດ​ທີ່​ປອດ​ໃສ, ໜັກ​ແໜ້ນ​ເຂັ້ມ​ແຂງ, ຂອງ​ປະຊາຊົນ, ​ໂດຍ​ປະຊາ​ຊົນ ​ແລະ ​ເພື່ອ​ປະຊາຊົນ.

ສາມ, ຜົນ​ການ​ເລືອກ​ຕັ້ງ​ແມ່ນສາມາດ​ເລືອກສະມາຊິກ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ໄດ້ຈໍານວນ 499 ທ່ານ, ບັນລຸ 99,8% ​ເມື່ອ​ທຽບ​ກັບ​ຈໍານວນ​ສະມາຊິກ​ຜູ້​ແທນ​ທີ່​ໄດ້​ຮັບ​ປ່ອນ​ບັດ​ເລືອກ​ຕັ້ງ​ຕາມ​ກົດໝາຍ​ໄດ້ກໍານົດ, ຄຸນ​ນະພາ​ບສະມາຊິກ​ຜູ້​ແທນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ມີ​ໂຄງປະກອບ​, ພາກສ່ວນ​ທີ່​ເໝາະ​ສົມ, ເປັນປະຖົມ​ປັດ​ໄຈ​ທີ່​ສໍາຄັນ​ ເພື່ອ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ​ແລະປະສິດທິພາບ​ ການ​ເຄື່ອນ​ໄຫວຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15.

ບັນດາ​ສະມາຊິກ​ຜູ້​ແທນ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ ກໍຮັບປະກັນ​ດ້ານ​ມາດຕະຖານຕາມ​ທີ່​ກົດໝາຍ​ໄດ້ກໍານົດ, ​ເປັນ​ຜູ້​ພົ້ນ​ເດັ່ນ​ທາງ​ດ້ານ​ຄຸນ​ສົມບັດ, ຄຸນທາດ​ການ​ເມືອງ, ກໍາລັງ​ຄວາມ​ສາມາດ, ລະດັບ ​ແລະທາດ​ແທ້; ສົມ​ກັບ​ເປັນ​ຕົວ​ແທນ​ໃຫ້​ເຈດ​ຈໍານົງ, ຄວາມ​ມຸ່ງ​ມາດ​ປາຖະໜາຂອງ​ປະຊາຊົນ, ຕາງໜ້າ​ໃຫ້​ປະຊາ​ຊົນ​ໃນ​ການ​ປະຕິບັດ​ສິດ​ອໍານາດ​ລັດ​ໂດຍ​ການ​ເຂົ້າ​ຮ່ວມ​ໃນ​ສະພາ​ແຫ່ງ​ຊາດ. ລະດັບ​ວິຊາ​ສະ​ເພາະ​ຂອງສະມາຊິກ​​ສະພາ​ແຫ່ງ​ຊາດ ຊຸດ​ທີ 15 ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ເຊັ່ນ: ສະມາຊິກ​ຜູ້​ແທນ​ທີ່​ມີ​ລະດັບເໜືອ​ມະຫາວິທະຍາ​ໄລ ມີ 392​ ທ່ານ (ກວມ​ເອົາ 78,55%), ​ໃນ​ນັ້ນ ປະລິນຍາ​ເອກ ມີ 144 ທ່ານ, ປະລິນຍາ​ໂທ ມີ 248​ ທ່ານ; ປະລິນຍາຕີ ມີ 106 ທ່ານ (ກວມ​ເອົາ 21,24%). ດ້ານໜ້າ​ທີ່​ຕໍາ​ແໜ່​ງວິທະຍາສາດ: ສາດສະດາຈານ ມີ 12 ທ່ານ, ຮອງ​ສາດສະດາ​ຈານ 20 ທ່ານ(6). ສາຍ​ພົວພັນລະຫວ່າງ​ຄຸນ​ນະພາບ ​ແລະ ​ໂຄງ​ປະກອບ​ສະມາຊິກ​ຜູ້​ແທນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ກົມກຽວ, ຮັບປະກັນ​ລັກສະນະ​ຫຼັກການ “ຖື​ເອົາ​ຄຸນ​ນະພາ​ບ​ເປັນ​ໃຈກາງ, ບໍ່​ແມ່ນ​ເພື່ອ​ໂຄງ​ປະກອບ​ແລ້ວ​ບໍ່​ຖື​ສໍາຄັນ​ມາດຕະຖານ”(7).

ຈັດ​ຕັ້ງ​ການເຊື່ອມ​ຊຶມ ​ແລະ ປະຕິບັດ​ຢ່າງ​ມີ​ໝາກຜົນ​ໃນແຜນ​ນະ​ໂຍບາຍ​ມະຕິ​ກອງ​ປະຊຸ​ມ​ໃຫຍ່ ຄັ້ງ​ທີ 13 ຂອງ​ພັກ ວ່າ​ດ້ວຍ “ການ​ຮັບປະກັນ​ມາດຕະຖານ, ​ໂຄງ​ປະກອບ, ການ​ຍົກ​ສູງ​ຄຸນ​ນະພາ​ບ ສະມາຊິກ​​ສະພາ​ແຫ່ງ​ຊາດ, ​ເພີ່ມ​ທະວີ​ຄວາມ​ເໝາະ​ສົມ​ດ້ານ​ຈໍານວນ​ຜູ້​ແທນ​ທີ່​ເຄື່ອນ​ໄຫວ​ເຕັມ​ເວລາ, ຫຼຸດຜ່ອນ​ຈໍານວນ​ຜູ້​ແທນ​ທີ່​ປະຕິບັດ​ວຽກ​ງານ​ຢູ່​ໃນ​ບັນດາ​ອົງການ​ບໍລິຫານ, ຕຸລາ​ການ”(8). ​ໃນ​ການ ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ນີ້, ຈໍານວນ​ຜູ້​​ແທນ​ໃນ​​ໂຄງ​ປະກອບ​​ເຄື່ອນ​ໄຫວ​​ເຕັມ​ເວລາ​ໄດ້​ຮັບ​ເລືອກ​ຕັ້ງ ມີ 193 ທ່ານ (ຢູ່​ສູນ​ກາງ 126 ທ່ານ, ຢູ່​ທ້ອງ​ຖິ່ນ 67 ທ່ານ), ກວມ​ເອົາ 38,68% ​ເມື່ອ​ທຽບ​ກັບ​ຈໍານວນສະມາຊິກ​​ສະພາ​ແຫ່ງ​ຊາດ​ທັງ​ໝົດ, ​ເກືອບ​ບັນລຸ 40% ຕາມ​ການ​ກໍານົດ​ຂອງ​ກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ. ບັນດາ​ສະມາຊິກ​ຜູ້​ແທນ​ທີ່​ເຄື່ອນ​ໄຫວ​​ເຕັມ​ເວລາ ​ລ້ວນ​ແຕ່​ແມ່ນ​ຜູ້​ທີ່​ຕອບສະໜອງ​ຄົບ​ຖ້ວນ​ບັນດາ​ມາດຕະຖານ​ທີ່​ຈໍາ​ເປັນ ​ເຊັ່ນ: ມີ​ກໍາລັງ​ຄວາມ​ສາມາດ, ລະດັບ ​ແລະ ຄຸນ​ທາດການ​ເມືອງ, ​ໄດ້​ຝຶກ​ຝົນ​ຫຼໍ່​ຫຼອມຜ່ານ​ບົດ​ທົດ​ສອບ, ພຶດຕິ​ກໍາ​ວຽກ​ງານ​ຕົວ​ຈິງ. ຖັນ​ແຖວ​ສະມາ​ຊິກສະພາ​ແຫ່ງ​ຊາດ​ທີ່​ເຄື່ອນ​ໄຫວ​ເຕັມ​ເວລາ ຈະ​ມີ​ບົດບາດ​​ເປັນຫຼັກ​ແຫຼ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ອົງການ​ຕ່າງໆ ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຢູ່​ທ້ອງ​ຖິ່ນ.

​ໂຄງ​ປະກອບ, ສັດສ່ວນ​​ສະມາຊິກ​ຜູ້​ແທນ​ມີ​ຄວາມເໝາະ​ສົມ, ​ເປັນ​ຕົວ​ແທນ​ທີ່​ພົ້ນ​ເດັ່ນ​ໃຫ້​ແກ່​ບັນດາ​ຊົນຊັ້ນ, ຊັ້ນ​ຄົນ, ພາກສ່ວນ, ​ຂະ​ແໜງ​ການ​ອາຊີບ ​ແລະ ຂົງ​ເຂດ​ວຽກ​ງານ, ຊົນ​ເຜົ່າ, ສາສະໜາ,​ ອາຍຸ, ເພດ​ໄວ. ພິ​ເສດ​​ແມ່ນ​ອັດຕາ​ສ່ວນ​ຜູ້​ແທນ​ທີ່​ເປັນ​​ເພດ​ຍິງ, ຜູ້​ແທນ​ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ລ້ວນ​ແຕ່​ບັນລຸ ​ແລະ ລື່ນ​ກາຍ​ການ​ຄາດ​ຄະ​ເນ, ມີ​ຈໍານວນ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ກັບ​​ແຕ່ລະ​ສະ​ໄໝ​ມໍ່ໆມາ​ນີ້, ສອດຄ່ອງ​ກັບ​ວິວັດ​ການ​ປະຕິບັດ​​ເປົ້າ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບທາງ​ເພດ, ຮັບປະກັນ​ການ​ເຂົ້າຮ່ວມ​ຂອງ​ສະມາຊິກ​ຜູ້​ແທນ​ບັນດາ​ຊົນ​ເຜົ່າ ຢູ່​ໃນ​ອົງການ​ສະພາ​ແຫ່ງ​ຊາດ. ດ້ວຍ​ຈໍານວນ​ສະມາຊິກ​ຜູ້​ແທນ​ທີ່​ເປັນ​ເພດ​ຍິງ​ໄດ້​ຮັບ​ການ​ເລືອກ​ຕັ້ງຈໍານວນ 151 ທ່ານ, ບັນລຸ​ 30,26%, ​ເປັນ​ຕົວ​ເລກ​ສູງ​ສຸດ​ຕັ້ງ​ແຕ່​ສະພາ​ແຫ່ງ​ຊາດ ຊຸດ​ທີ 6 ມາ​ເຖິງ​ປັດຈຸບັນ, ຫວຽດນາມສືບ​ຕໍ່​ເປັນ​ປະ​ເທດ​ທີ່​ມີ​ອັດຕາ​ສ່ວນສະມາຊິກ​ຜູ້​ແທນ​ເພດຍິງ​ໃນ​ລະດັບ​ສູງ ​ເມື່ອ​ທຽບ​ກັບ​ລັດຖະສະພາ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ສະມາ​ຊິກ​ຜູ້​ແທນ​ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ມີ 89 ທ່ານ (ບັນລຸ 17,84%), ​ໃນ​ນັ້ນ ມີ 2 ຊົນ​ເຜົ່າ​ສ່ວນໜ້ອຍ​ທີ່​ມີ​ຈຳນວນໜ້ອຍ​ຄົນ​ທີ່​ສຸດ (ຊົນ​ເຜົ່າລື້ ​ແລະ ​ເບຼົາ) ​ທີ່​​ມີ​ຜູ້​ແທນ​ສະພາ​ແຫ່ງ​ຊາດເປັນ​ຄັ້ງ​ທໍາ​ອິດ. ຈໍານວນ​​ຜູ້​ແທນ​ແຕ່​ລະສະ​ໄໝ​ທີ່​ຮັບ​ການ​ເລືອກ​ຕັ້ງ​ອີກ ມີ 203 ທ່ານ (ກວມ​ເອົາ 40,68%) ກວມ​ເອົາຈໍານວນ​ທີ່​ສູງ​ກວ່າ​​ເກົ່າ​ຫຼາຍ ເມື່ອ​ທຽບ​ກັບ​ສະພາ​ແຫ່ງ​ຊາດຊຸດ​ທີ 14.

ສີ່, ຜົນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ກໍ​ຮັບປະກັນ​ທາງ​ດ້ານ​ຈໍານວນ, ດ້ວຍ​ໂຄງ​ປະກອບ, ສັດສ່ວນ​ທີ່​ເໝາະ​ສົມ​ກັບ​ຈຸ​ດພິ​ເສດ​ຕົວ​ຈິງຢູ່​ແຕ່ລະ​ທ້ອງ​ຖິ່ນ.

ຢູ່​ຂັ້ນ​ແຂວງ ສາມາດ​ປ່ອນ​ບັດ​ເລືອກ​ຕັ້ງຜູ້​ແທນ​ໄດ້ 3.721 ທ່ານ, ຂັ້ນ​ເມືອງ ປ່ອນ​ບັດ​ເລືອກ​ຕັ້ງ​ຜູ້​ແທນ​ໄດ້ 22.550 ທ່ານ, ຂັ້ນ​ຕາ​ແສງ ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້ 239.788 ທ່ານ(9). ຈໍານວນ​ຜູ້​ແທນ​ທີ່​ເປັນ​ເພດ​ຍິງ​ກໍ​ເພີ່​ມຂຶ້ນ​ຫຼາຍ​ສົມຄວນ, ຂັ້ນ​ແຂວງ ບັນລຸ 29%, ຂັ້ນ​ເມືອງ ບັນລຸ 29,08%. ຈໍານວນ​ຜູ້​ແທນ​ທີ່ຮັບ​ເລືອກ​ຕັ້ງ​ອີກ ​ກໍ​ເພີ່ມ​ຂຶ້ນ​ສູງ​ເມື່ອທຽບ​ກັບ​ສະ​ໄໝ​ກ່ອນ​ນີ້, ຢູ່​ຂັ້ນ​ແຂວງ ບັນລຸ 42,09%, ຂັ້ນ​ເມືອງ ບັນ​ລຸ 44,07%; ຢູ່​ຂັ້ນ​ຕາ​ແສງ ບັນລຸ 54,04%(10).

ຄຽງ​ຄູ່​ກັບ​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ນັ້ນ, ຂະ​ບວນການ​ກະກຽມ, ດໍາ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຂໍ້​ຈໍາກັດ​ ​ແລະ ຂໍ້ຄົງ​ຄ້າງຈໍານວນ​ໜຶ່ງ ​ເຊິ່ງຕ້ອງ​ໄດ້​ຖອດ​ຖອນ​ເປັນ​ບົດຮຽນ​ປະສົບ​ການ ເຊັ່ນ: ຢູ່​ໃນ​ວຽກ​ງານການປະຊຸມ​ເຈລະຈາ, ​ແນະ​ນໍາ​ຜູ້​ລົງ​ຮັບ​ສະ​ໝັກຢູ່​ໃນ​ບາງ​ບ່ອນ ຍັງ​ບໍ່​ທັນ​ຮັບປະກັນ​ຈໍາ​ນວນ​ທີ່​ເຫຼືອ​ໄວ້, ຍັງ​ມີ​ກໍລະນີ​ທີ່​ຜູ້​ລົງ​ຮັບ​ສະໝັກ​ກະທໍາ​ຜິດ​ກົດໝາຍ, ມີ​ກໍລະນີ​ສະ​ເພາະ​ພິ​ເສດ​​ກໍ​ມີ​ບ່ອນ​ຍັງ​ຕ້ອງ​ປ່ອນ​ບັດ​ເລືອກ​ຕັ້ງ​ຄືນ​​ໃໝ່, ຍ້ອນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ບໍ່​ຄົບ​ຕາມ​ຈໍານວນ (ຈັດ​ຕັ້ງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຜູ້​ແທນ​ປະຊາຊົນ​ຂັ້ນ​ເມືອງ​ເພີ່ມ​ເຕີມ ຢູ່ 2 ຫົວໜ່ວຍ​​ເລືອກ​ຕັ້ງ ຈໍານວນ 3 ທ່ານ ​ແລະ ຜູ້​ແທນ​ປະຊາຊົນຂັ້ນ​ຕາ​​ແສງ ຢູ່​ 175 ຫົວໜ່ວຍ​ເລືອກ​ຕັ້ງ ຈຳນວນ 280 ທ່ານ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ)(11). ​ເອກະສານ​ແນະ​ນໍາ​ຈໍານວນ​ໜຶ່ງ​ກໍ​ຍັງ​ຊັກ​ຊ້າ, ຕ້ອງ​ມີ​ການ​ປັບປຸງ; ຍັງ​ມີ​ຄວາມ​ຜິດພາດ, ຫຼົງ​ລືມ​ຈໍານວນ​ໜຶ່ງທີ່​ບໍ່​ຄວນ​ເກີດ​ຂຶ້ນ ​ໃນ​ເວລາ​ປະຕິບັດ​ໜ້າ​ທີ່​ວິຊາ​ສະ​ເພາະ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ…

ບັນດາໝາກ​ຜົນ ​ແລະ ຜົນ​ສໍາ​ເລັດ​ອັນຈົບງາມທີ່​ສຸດ​ຂອງ​ການ​ເລືອກ​ຕັ້ງ ​ແມ່ນ​ຍ້ອນ​ຫຼາຍ​ສາ​ເຫດ, ພົ້ນ​ເດັ່ນ​ແມ່ນ​ຍ້ອນ​ມີ​ການ​ນໍາພາ​ທີ່​ໃກ້ຊິດ, ຮອດ​ດ້ານ ​ແລະ ທັນ​ເວລາ​ຂອງ​ກົມ​ການ​ເມືອງສູນ​ກາງ, ຄະນະ​ເລຂາທິການສູນ​ກາງ. ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ, ຄະນະກໍາມະການປະ​ຈໍາ​ສະພາ​​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກໍາມະ​ການ​ສູນ​ກາງ​ແນວ​ໂຮມ​​ແຫ່​ງຊາດ​ຫວຽດນາມ, ບັນດາ​ອົງການ, ກະຊວງ, ອົງຄະນະ​ພັກ, ອໍານາດການປົກຄອງ​ໃນ​ລະບົບ​ການ​ເມືອງ, ບັນດາ​ການຈັດ​ຕັ້ງ​ທີ່​ຮັບຜິດຊອບ​ການ​ເລືອກ​ຕັ້ງ ນັບ​ແຕ່​ຂັ້ນ​ສູນ​ກາງ​ໄປ​ຮອດ​ຮາກ​ຖານ​ໄດ້​ມີ​ການ​ນໍາ​ພາ, ຊີ້​ນໍາ, ​ແນະ​ນໍາ, ຕິດຕາມ, ກວດກາ​ວຽກ​ງານ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ປົກກະຕິ, ​ເຂັ້ມງວດ, ທັນ​ເວລາ ​ແລະ ​ໃກ້ຊິດແທດ​ເຖິງ; ເຮັດ​ວຽກ​ຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາ​ມຮັບຜິດຊອບ, ໝົດ​ຈິດ​ໝົດ​ໃຈ ​ແລະ ຈັດ​ຕັ້ງຜັນ​ຂະຫຍາຍ​ເກີດ​ໝາກຜົນຢ່າງຮອບດ້ານ​ໃນ​ທຸກ​ດ້ານ ​ຂອງ​ວຽກງານກະກຽມ​ການ​ເລືອກ​ຕັ້ງ, ຂໍ້​ມູນ​ຂ່າວສານ​ທັນ​ການ, ​ວ່ອງ​ໄວ, ສ່ອງ​ແສງ​​ໄດ້ເຖິງຄວາມ​ຊື່​ຕົງ​ບໍລິສຸດ, ຊັດເຈນ, ຮັບປະກັນ​ຄວາມ​ສະຫງົບ, ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ​ໃນ​ການ​ເລືອກ​ຕັ້ງ. ພ້ອມ​ກັນ​ນັ້ນ, ກໍ​ຍ້ອນ​ມີການ​ສະໜັບສະໜູນ, ຂານ​ຕອບຢ່າງ​ຕັ້ງໜ້າ, ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຊັ້ນ​ຄົນ​ປະຊາ​ຊົນ, ພີ່​ນ້ອງ​ຮ່ວມ​ຊາດ ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງ​ປະ​ເທດ ພ້ອມ​ກັບ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ.

ເສີມ​ຂະຫຍາຍ​ໝາກຜົນ​ການ​ເລືອກ​ຕັ້ງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ
​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15

ຜົນ​ສໍາ​ເລັດ​ຂອງ​ການ​ເລືອກ​ຕັ້ງ ມີ​ຄວາມ​ໝາຍ​ສໍາຄັນຢ່າງ​ຍິ່ງ, ສະ​ແດງອອກ​​​ເຖິງ​ຄວາມ​ເປັນ​ເອກະ​ພາບ​ໃນ​ທຸກ​ດ້ານ​ຂອງ “​ເຈດ​ຈໍານົງ​ຂອງ​ພັກ, ຈິດ​ໃຈ​ຂອງ​ປະຊາຊົນ”, ​ເປັນ​ປະຖົມ​ປັດ​ໄຈ​ທີ່​ໜັກ​ແໜ້ນ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​​ມະຕິ​ກອງ​ປະຊຸ​ມ​ໃຫຍ່ ຄັ້ງ​ທີ 13 ​ຂອງ​ພັກ ໃຫ້ເກີດ​ໝາກຜົນ​ສູງ​ສຸດ, ກໍ່ສ້າງ​ບັນດາ​ອົງການ​ລັດ, ອໍານາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ​ໃຫ້​ມີ​ຄວາມ​ອາດ​ສາມາດຄົບ​ຖ້ວນ, ພຽງພໍ​ເພື່ອ​ເຄື່ອນ​ໄຫວວຽກ​ງານ​ໃນ​​​ໄລຍະ​ຕໍ່ໜ້າ​ຢ່າງມີຄຸນ​ນະພາ​ບ, ປະສິດທິ​ພາບ​ສູງ​, ​ແນ​ໃສ່ປັບປຸງ​ແລະບູລະນະ​
ລັດ​ແຫ່ງອໍານາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ​​ເປັນ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ. ອໍານາດ​ການ​ປົກຄອງ​ທີ່​ມາ​ຈາກ​ການ​ເລືອກ​ຕັ້ງ​ຂອງ​ປະຊາຊົນ ຈະຕິດ​ພັນສະໜິດ​ແໜ້ນ​ກັບປະຊາຊົນ, ຮັບປະກັນ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນຢ່າງ​ຄົບ​ຖ້ວນ; ​ເຄົາລົບ, ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາ​ຊົນ ​ແລະ ຍອມຮັບ​ຕໍ່​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ປະຕິບັດ​ຈຸດໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທໍາ, ສີວິ​ໄລ” ​ໃຫ້​ເກີດ​ຜົນ​ເປັນ​ຈິງ.

​ເພື່ອສືບ​ທອດ​ມູນ​ເຊື້​ອທີ່​ມີ​ກຽດ​ສະ​ຫງ່າ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໃນ​ຕະຫຼອດ 75 ປີ​ທີ່​ຜ່ານ​ມາ, ​ເສີ​ມຂະຫຍາ​ຍບົດ​ຮຽນ​ປະສົບ​ການ ​ແລະ ຜົນ​ສໍາ​ເລັດ​ທີ່​ຍາດ​ມາ​ໄດ້​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 14, ​ໃນ​ສະ​ໄໝຕໍ່ໜ້າ​ນີ້, ສະພາ​ແຫ່ງ​ຊາດຕ້ອງ​ໄດ້​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຕາມ​ທິດ​ຂອງ​ມະຕິກ​ອງປະຊຸມ​ໃຫຍ່ ຄັ້ງ​ທີ 13 ຂອງ​ພັກ, ຮັບປະກັນ​ໃຫ້​ສະພາ​ແຫ່ງ​ຊາດ ​ເປັນ​ອົງການ​ທີ່​ເປັນຕົວ​ແທນ​ສູງ​ສຸດຂອງ​ປະຊາຊົນ​, ອົງການ​ສິດ​ອໍ​ານາດ​ລັດ​ສູງ​ສຸດ​ຢ່າງ​ແທ້​ຈິງ. “ປ່ຽນ​ແປງ​ໃໝ່​ແບບ​ວິທີ, ຍົກ​ສູງ​ຄຸນ​ນະພາບ, ປະສິດທິພາບ​ໃນ​ການ​ເຄື່ອ​ນ​ໄຫວ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ອໍານາດ​ແຫ່ງ​ກົດໝາຍ, ​ເພີ່ມ​ທະວີ​ລັກສະນະຄວາມ​ເປັນ​ມື​ອາຊີບ​ໃນ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ”(12), ປະກອບ​ສ່ວນສໍາຄັນ​ເຂົ້າ​ໃນຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ ​ແລະ ບູລະນະ​ລັດ​ແຫ່ງ​ອໍານາດ​ກົດໝາຍ​ສັງຄົມ​ນິຍົມ, ​ໃນ​ນັ້ນ, ຕ້ອງ​ສຸມ​ໃສ່​ກາ​ນຈັດ​ຕັ້ງ​ປະຕິບັດ​​ເປັນ​ຢ່າງ​ດີ ​ຕໍ່ບັນດາ​ບັນຫາ​ທີ່​ເປັນ​ຈຸດ​ສຸມ ຄື​ດັ່ງ​ຕໍ່​ໄປ​ນີ້:

ໜຶ່ງ, ຮັບປະກັນ​ການ​ນໍາພາ​ຢ່າງຮອບດ້ານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ​ຄະນະ​ເລຂາທິການ ຕໍ່​ກັບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ບູລະນະ​ການຈັດ​ຕັ້ງ, ປ່ຽນ​ແປງ​ໃໝ່​ແບບ​​ວິທີ​ການ​ເຄື່ອນ​ໄຫວ ​ແລະ ສາຍ​ພົວພັນ​ການປະສານ​ວຽກ​ງານຂອງ​ຄະນະ​ຊີ້​ນໍາ​ຂອງພັກ​ ຢູ່ໃນ​ສະພາ​ແຫ່ງ​ຊາດ, ບັນດາ​ການ​ຈັດ​ຕັ້ງ​ພັກ ຢູ່​ໃນບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ຍົກ​ສູງກໍາລັງ​ຄວາມ​ອາດ​ສາມາດ, ປະສິດທິພາບ​ໃນ​ການ​ນໍາພາ, ຊີ້​ນໍາ. ຈັດ​ຕັ້ງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ບັນດາໂຄງການ​ຕ່າງໆທີ່​ກົມ​ການ​ເມືອງ, ຄະນະ​ເລ​ຂາ​ທິການ ​ໄດ້​​ແບ່ງ​ວຽກຕາມ​ທິດວຽກ​ງານ​ນິຕິບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15, ຍຸດ​ທະ​ສາດ​ການ​ກໍ່ສ້າງ ​ແລະ ບູລະນະ​ລັດແຫ່ງ​ອໍານາດກົດໝາຍ​ສັງຄົມ​ນິຍົມຫວຽດນາມ ຮອດ​ປີ 2030, ທິດ​ທາງ​ຮອດ​ປີ 2045, ​ໃນ​ນັ້ນ ມີ​ຍຸດ​ທະ​ສາດ​ການ​ສ້າງ​ກົດໝາຍ ​ແລະ ປະຕິ​ຮູບຕຸລາການ ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 13 ຂອງ​ພັກ. ​ເຊື່​ອມຊຶມ ​ແລະ ຈັດ​ຕັ້ງ​ປະຕິບັດ​ເປັນ​ຢ່າງ​ດີ​ ວາລະ​ການເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 13 ຂອງ​ຄະນະ​ຊີ້​ນໍາ​ຂອງ​ພັກຢູ່​ໃນສະພາ​ແຫ່ງ​ຊາດ ກໍ​ຄື​ບັນດາ​ມະຕິ​ຂອງ​ພັກ ​ໂດຍ​ຜ່ານ​ການ​ເຄື່ອ​ນ​ໄຫວ​ຕ່າງໆຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ.

ສອງ, ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ນິຕິບັນຍັດ, ຕອບ​ສະໜອງ​ກັບ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ໃນ​ການກໍ່ສ້າງ​ລັດ​ແຫ່ງອໍານາດ​​ກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາ​ຊົນ​ໃນ​ໄລຍະ​ໃໝ່. ບົນ​ພື້ນຖານ​ການ​ຫັນມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 13 ຂອງ​ພັກ​ໃຫ້​ເປັນອັນ​ລະອຽດ, ສະພາ​ແຫ່ງ​ຊາດຕ້ອງ​​ໃຫ້​ບູລິ​ມະ​ສິດ​ການ​ປະຕິບັດ​ໜ້າ​ທີ່​​ໃນການ​ສ້າງ​ກົດໝາຍ ​​ເພື່ອສ້າງ​​ເປັນ​ພື້ນຖານ​ດ້ານນິຕິກໍາ​ທີ່​ເປັນ​ລະບົບ​ຄົບ​ຊຸດ ​​ໃຫ້​ແກ່​ການ​ສືບ​ຕໍ່​ກໍ່ສ້າງ ​ແລະ ບູລະນະ​ລັ​ດແຫ່ງ​​ອໍານາດກົດໝາຍ​ສັງຄົມ​ນິຍົມ; ປ່ຽນ​ແປງ​ໃໝ່ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ລັດ​ຕາ​ມທິດ​ກະທັດ​ຮັດ, ຍົກ​ສູງ​ປະສິດທິພາບ, ປະສິດທິ​ຜົນ. ຍູ້​ແຮງການ​ແບ່ງ​ຂັ້ນ, ​ແບ່ງ​ອໍານາດ​ທີ່​​ເໝາະ​ສົມ, ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ກາ​ນຕິດຕາມ, ກວດກາ ​ແລະ ຄວບ​ຄຸມ​ກວດກາ​ສິດ​ອໍານາດ​ທີ່​ແໜ້ນ​ແຟ້ນ. ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ຍູ້​​ແຮງ​ການ​ປະຕິ​ຮູບ​ຕຸລາການ, ຕ້ານ​ແລະສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ, ປາກົດ​ການ​ຫຍໍ້​ທໍ້ຕ່າງໆ, ​ເພີ່ມ​ທະວີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ວິ​ໄນ​ໃນ​ສັງຄົມ. ບູລະນະ​ຢ່າງຮອບດ້ານ, ​ເປັນ​ລະບົບ​ຄົບ​ຊຸດ​ ດ້ານ​ກົດ​ບັນ​ຍັດ​​ໃນ​ການພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ສ້າງ​ສະພາບ​ແວດ​ລ້ອມ​ໃນ​ການ​ລົງທຶນ, ດໍາ​ເນີນ​ທຸລະ​ກິດ​ທີ່​ເອື້ອ​ອໍານວຍ, ​ປອດ​ໃສ, ສະ​ເໝີ​ພາບ​ໃຫ້​ແກ່ທຸກ​ພາກສ່ວນ​ເສດຖະກິດ. ຊຸກຍູ້ການ​ຄົ້ນຄວ້າ, ນໍາ​ໃຊ້, ຖ່າຍ​ທອດ, ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ນໍາ​ໃຊ້​ຢ່າງ​ແຂງ​ແຮງ​ຕໍ່​ຜົນ​ສໍາ​ເລັດ​ຂອງ​ກາ​ນປະຕິວັດ​ອຸດສາຫະກໍາຄັ້ງ​ທີ​ສີ່, ນະ​ວັດຕະ​ກໍາ​ໃໝ່, ການ​ຫັນ​ປ​ະ​ເທດສູ່​ຍຸກ​ດິຈິຕອນ, ການ​ພັດທະນາ​ເສດຖະກິດ​ດິຈິຕອນ, ​ເສດຖະກິດ​ແຫ່ງ​ການ​ແບ່ງປັນ, ສັງຄົມ​ດິຈິຕອນ, ຊຸກຍູ້​ພື້ນຖານ​ເສດຖະກິດ​ໝູນວຽນ, ຂະຫຍາຍຕົວ​ຕາມ​ທິດ​ສີຂຽວ ​ແລະ ​ເປີກຄວາມ​ຫຼາກ​ຫຼາຍ​ທາງຊີວະ​ພາບ. ລະດົມ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະ ມີ​ປະສິດທິ​ຜົນ ​ໃນ​ການ​ພັດທະນາ, ​ໂດຍ​ສະ​ເພາະ​ແມ່ນ​ທີ່​ດິນ, ການ​ເງິນ, ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ ​- ​ເອກະ​ຊົນ. ສ້າງ​ພື້ນຖານ​ວັດທະນະ​ທໍາ​ທີ່​ກ້າວໜ້າ, ​ເຕັມ​ດ້ວຍ​​ເອກະລັກຂອງ​ຊາດ, ພັດທະນາ​ມະນຸດ​ຢ່າງຮອບດ້ານ. ຮັບປະກັນນະ​ໂຍບາຍ​ດ້ານສາທາລະນະ​ສຸກ, ພົນລະ​ເມືອງ, ​ແຮງ​ງານ, ວຽກ​​ເຮັດ​ງານ​ທໍາ, ປະຕິບັດ​​ເປັນ​ຢ່າງ​ດີ​ຕໍ່​ສະຫວັດດີ​ການສັງຄົມ, ຄວາມ​ສະຫງົບ​ປອດ​ໄພ​ທາງ​ສັງຄົມ. ປົກ​ປ້ອງ, ປົວ​ແປງ​ສິ່​ງ​ແວດ​ລ້ອມ, ປັບ​ຕົວ​ເຂົ້າ​ກັບ​ການປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ, ຕ້ານ, ສະກັດ​ກັ້ນ, ຫຼຸດຜ່ອນ​ໄພ​ທໍາ​ມະ​ຊາດ. ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງສາກົນ, ຮັບປະກັນ​ລັກສະນະ​ຄວາມ​ຖືກຕ້ອງ​ຕາມ​ລັດຖະທໍາ​ມະນູນ, ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ, ລັກສະນະ​ເອກະ​ພາບຂອງ​ລະບົບ​ກົດໝາຍ ​ແລະ ລັກສະນະ​ຄວາມເໝາະ​ສົມ​ກັບຂໍ້​ສັນຍາ​ສາກົນ​ທີ່ຫວຽດນາມ​ເປັນ​ສະມາຊິກ. ປັບປຸງ​ວຽກ​ງານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ, ອໍານາດ​ອະທິປະ​ໄຕ, ຄວາມ​ເປັນ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ.

ສາມ, ປ່ຽນ​ແປງ​ໃໝ່ ​ແລະ ຍູ້​ແຮງ​ວຽກ​ງານຕິດຕາມ​ກວດກາ ​ແມ່ນ​ຂອດ​ໃຈກາງ, ​ເປັນ​ຂໍ​ກຸນ​ແຈ ເພື່ອ​ຍົກ​ສູ​ງປະສິດທິພາບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ​ແຜ​ນການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຕ່ລະທ່ານ ຕ້ອງ​ຮັບປະກັນ​ລັກສະນະ​ເປັນ​ລະບົບ, ສຳພັນ​ຢ່າງ​​ແໜ້ນ​ແຟ້ນ, ມີ​ຈຸດ​ສຸມ, ຈຸດ​ໜັກ, ຕິດ​ແທດ​ກັບ​ບັນດາ​ໜ້າ​ທີ່, ວິທີ​ແກ້​ໄຂ​ທີ່​ຕັ້ງ​ຂຶ້ນ​ໃນ​ມະຕິ​ຂອງ​ສູນ​ກາງ, ​ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່ໆ, ໄດ້​ຮັບຄວາມ​ສົນ​ໃຈ ​ເຊັ່ນ: ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການຂະຫຍາຍຕົວ, ການ​ຮັກສາ​ສະ​ຖຽນລະ​ພາບ​​ເສດຖະກິດ​ມະຫາ​ພາກ, ການ​ສັບ​ຊ້ອນ​ຄືນ​ໃໝ່​ໂຄ​ງປະກອບ​ພື້ນຖານ​ເສດຖະກິດ, ການ​ປະຕິບັດ​ບັນດາ​ໂຄງການ​ສໍາຄັນ​ຂອງ​ຊາດ, ການ​ປະຕິ​ຮູບ​ການບໍລິ​ຫານ, ການ​ສັບ​ຊ້ອນ, ກະທັດ​ຮັດ​ກົງ​ຈັກ​ລັດ, ໜ່ວຍ​ງານ​ທຸລະກາ​ນລັດ; ບັນດາ​ບັນຫາ​ກ່ຽວ​ກັບ​ວັດ​ທະ​ນະ​ທໍາ, ຄວາມ​ສະຫງົບ​ປອດ​ໄພ​ສັງຄົມ; ການ​ເຊື່ອມ​ໂຍງ, ການຮ່ວມ​ມື​ເສດຖະກິດ​ສາກົນ; ການ​ຮັບປະກັນ​ວຽກ​ງານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາ​ມສະຫງົບ, ຄວາມເປັນ​ລະບຽບຮຽບຮ້ອຍ ​ແລະ ປອດ​ໄພ​ທາງ​ສັງຄົມ. ບັນດາ​ເນື້ອ​ໃນ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕິດຕາມກວດກາສູງ​ສຸດ ຕ້ອງ​ຖືກຕ້ອງ ​ແລະ ຕິດ​ແທດ​ກັບ​ບັນດາ​ບັນຫາຟົດຮ້ອນ​​ທີ່​ສຸດ​ຂອງ​ປະ​ເທດ​ຊາດ, ຕອບສະໜອງ​ຢ່າງ​ທັນ​ການ​ກັບ​ຄວາມ​ຕ້ອງການ​ສັງຄົມ, ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ຊອບ​ທໍາ​ຂອງ​ປະຊາ​ຊົນ ​ແລະ ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ, ພິ​ເສດ​ແມ່​ນຕ້ອງ​ຕິດ​ພັນ​ກັບການ​ປະຕິ​ຮູບ​ກົງຈັກ, ຍົກ​ສູງ​ຄຸນ​ນະພາບ​ພະນັກງານ, ລັດຖະກອນ, ຂ້າ​ລັດຖະການ; ມີ​ຄວາມ​ໂປ່​ງ​ໃສ​ໃນ​ການ​ລະດົມ, ນໍາ​ໃຊ້​ບັນດາ​​ແຫຼ່ງກໍາລັງ​​ແຮງ​ຂອງ​ຊາດ ແລະ ຕິດພັນ​ກັບ​ການ​ຕໍ່ສູ້​ຕ້ານ, ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ ​ໂດຍ​ມີ​ພັກ​ເປັນ​ຜູ້​ນໍາພາ. ການ​ຕິດຕາມກວດກາ​ສູງ​ສຸດ​ຂອງ​ສະພາ​ແຫ່ງ​ຊາດ ກໍ​ຄື​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ ຕ້ອງ​ຊຸກຍູ້​ໃຫ້​ເກີດ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງຢ່າງ​ແທ້​ຈິງ​ ໃນ​ການ​ປະຕິບັດ​ກົດໝາຍ​ຂອງ​ບັນດາ​ອົງການ​ລັດ​ ນັບ​ແຕ່ຂັ້ນ​ສູນ​ກາງຈົນ​ຮອດ​ທ້ອງ​ຖິ່ນ, ພິ​ເສ​ດ​ແມ່ນ​ຜູ້​ນໍາພາ​ ຢູ່ໃນ​ບັນດາ​ອົງການ, ໜ່ວຍ​ງານ​ຂັ້ນ​ຕ່າງໆ.

ສີ່, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ພິຈາລະນາ, ຕັດສິນ​ບັນດາ​ບັນຫາ​ສໍາຄັນ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ໜ້າ​ທີ່​ທີ່​ມີ​ຄຸນ​ລັກສະນະ​​ເປັນ​ໃຈກາງ ​ແລະ ​ເປັນ​ປະ​ຈໍາ​ຂອງ​ສະພາ​ແຫ່​ງຊາດ. ບໍ່​ຢຸດ​ຢັ້ງ​ການ​ປ່ຽນ​ແປງໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ຕັດສິນ​ຂອງສະພາ​ແຫ່ງ​ຊາດ​ ກ່ຽວ​ກັບ​ຈຸດໝາຍ, ລະດັບ​ຄາດໝາຍ, ນະ​ໂຍບາຍ, ໜ້າ​ທີ່​ພື້ນຖານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​​ໃນໄລຍະຍາວ ແລະ ​​ໃນ​ແຕ່ລະ​ປີ​ຂອງ​ປະ​ເທດ; ​ແຜນ​ນະ​ໂຍບາຍ​ການ​ລົງທຶນ​ໃນ​ບັນດາ​​ແຜນ​ງານ​ທີ່​ເປັນ​ຈຸດໝາຍແຫ່ງ​ຊາດ, ​ໂຄງການ​ສໍາຄັນ​ຂອງ​ຊາດ. ການຍົກ​ສູງ​ຄຸນ​ນະພາ​ບ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ສະມາຊິກສະພາ​ແຫ່ງ​ຊາດ​​ແຕ່ລະ​ທ່ານ ເປັນປັດ​ໄຈ​ສໍາຄັນ​ທີ່​ສຸດ.

ຫ້າ, ຍົກ​ສູງຄຸນ​ນະພາ​ບການ​ຕັດສິນ​ນະ​ໂຍບາຍ​ພື້ນຖານ​ຂອງ​ລັດກ່ຽວ​ກັບ​ການ​ຕ່າງປະ​ເທດ. ສືບຕໍ່​​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດຖະບານ ​ແລະ ການ​ຕ່າງ​ປະ​ເທດ​ປະຊາຊົນ, ​ເພື່ອ​ເສີມ​ຂະຫຍາຍ​ຢ່າງສູງ​ສຸດ ທ່າ​ໄດ້​ປຽບຂອງ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ລັດຖະສະພາ ກໍ​ຄື​ປະສິດທິ​ພາບ​ດ້ານ​ກໍາລັງ​ແຮງ​ສັງ​ລວມຂອງ​ຊາດ​ ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ. ຍົກ​ລະດັບ​ການ​ຕ່າງປະ​ເທດ​ແບບຫຼາຍ​ຝ່າຍ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໃນ​ບັນດາ​ບັນຫາ ​ແລະ ບັນດາ​ກົນ​ໄກ​ທີ່​ເປັນ​ຂໍ​ກຸນແຈ, ສໍາຄັນ ​ແລະ ມີ​ລັກສະນະ​ຍຸດ​ທະ​ສາດຂອງ​ບັນດາ​ກົນ​ໄກ​ສໍາພັນ​ລັດຖະສະພາ​ແບບ​ຫຼາຍ​ຝ່າຍ​​ໃນ​ພາກ​ພື້ນ ​ແລະ ສາກົນ, ພ້ອມ​ກັນ​ຫັນ​ສູ່​ການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເຈົ້າ​ການ, ຕັ້ງໜ້າ​ໃນ​ການ​​ເຊື່ອມ​ໂຍງ​ສາກົນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະພາບ, ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື, ຍົກ​ສູງ​ຄວາມ​ໜ້າ​ເຊື່ອ​ຂອງ​ສະພາ​ແຫ່ງ​ຊາດ ແລະ ຖານະບົດບາດ​ຂອງ​ປະ​ເທດ​ຊາດ​ໃນ​ເວທີ​ສາກົນ.

ຫົກ, ສືບ​ຕໍ່ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງຂອງ​ສະພາ​ແຫ່ງ​ຊາດ, ກ່ອນ​ອື່ນ​ໝົດ​ແມ່ນ​ການ​ສ້າງ ​ແລະ ເສີມຂະ​ຫຍາຍບົດບາດສໍາຄັນ​ຫຼັກ​ແຫຼ່ງຂອງ​ຖັນ​​ແຖວ​ສະມາຊິກ​ສະພາ​ແຫ່ງ​ຊາດທີ່ເຄື່ອນ​ໄຫວ​​ເຕັມ​ເວລາ, ​ເພີ່ມ​​ຈໍານວນ​ຂອງ​ຜູ້​ແທນ​ທີ່​ເຄື່ອນ​ໄຫວ​​ເຕັມ​ເວລາ​ເທື່ອ​ລະ​ກ້າວ​ໃຫ້​ບັນລຸ​ອັດຕາ​ສ່ວນ 40% ຕາມ​ການ​ກໍານົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​​ແຫ່ງ​ຊາດ ປີ 2014, ສະບັບ​ປັບປຸງ, ​ເພີ່ມ​ເຕີມ ປີ 2020 ​ເທື່ອ​ລະ​ກ້າວ. ​ເພີ່ມ​ທະວີ​ບົດບາດ​ຂອງ​ຄະນະກຳມະການປະ​ຈໍາ, ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ການເຄື່ອນ​ໄຫວຂອງ​ບັນດາ​ອະນຸ​ກໍ​າມະ​ການ​ໃນ​ສະພາ​ຊົນ​​ເຜົ່າ ​ແລະ ບັນດາ​ຄະນະ​ກໍາມາທິການ​ຂອງ​ສະພາ​ແຫ່ງຊາດ; ກໍານົດ​ຢ່າງ​ເໝາະ​ສົມ​ດ້ານ​ຈໍານວນການ​ນໍາ, ກໍາມະການ​ຜູ້​ປະ​ຈໍາ​ການ, ກໍາມະການທີ່​ເຄື່ອນ​ໄຫວ​ໜ້າ​ທີ່​ສະ​ເພາະ; ຈັດ​ວາງ​ບຸກຄະ​ລະ​ກອນ​ທີ່​ເປັນ​ສະມາຊິກ​ທີ່​ຮັບ​ການ​ກໍ່ສ້າງ​ດ້ານ​ວິຊາ​ສະ​ເພາະ, ຄວາມ​ອາດ​ສາມາດ ​ແລະ ບົດຮຽນ​ປະ​ສົບ​ການ​ເຄື່ອນ​ໄຫວ​ໜ້າ​ທີ່​ວຽກ​ງານ​ທີ່​ສອດຄ່ອງ​ກັບ​ຂົງ​ເຂດ​ເຄື່ອນ​ໄຫວ​ຂອງ​ສະພາຊົນ​ເຜົ່າ, ບັນດາ​ຄະນະ​ກໍາມາທິການ​ຂອງ​ສະພາ​ແຫ່ງ​ຊາດ. ປັບ​ປຸງ, ບູລະນະ​ການຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວຂອງ​ຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຫ້ອງການ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​​ເສນາ​ທິການ, ຊ່ວຍ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະກຳມະ​ການ​​ປະ​ຈໍາ​ສະພາ​ແຫ່ງ​ຊາດ ຕາມ​ທິດ​ຫັນ​ເປັນ​ມື​ອາຊີບ, ທັນ​ສະ​ໄໝ, ​ເຄື່ອນ​ໄຫວ​​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ.

ປັບປຸງ, ບູລະນະ​ແບບ​ວິທີ​ການ​ເຄື່ອນ​ໄຫວ, ​ແບບ​ແຜນ​ວິທີ​ເຮັດ​ວຽກ​ຂອງ​ສະພາ​ແຫ່ງ​ຊາດຢ່າງ​​ແຂງ​ແຮງ​​​. ປັບປຸງ, ​ເພີ່ມ​ເຕີມ, ບູລະນະ​ບັນດາ​ເອກະສານກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຂອງ​ສະ ພາ​ແຫ່ງ​ຊາດ ​ເຊັ່ນ: ລະບຽບພາຍ​ໃນການປະຊຸມຂອງສະພາ​ແຫ່ງ​ຊາດ; ລະບຽບ​ການດຳ​ເນີນ​ງານ​ຂອງ​ຄະນະປະຈຳສະພາແຫ່ງຊາດ, ສະພາ​ຊົນ​​ເຜົ່າ ​ແລະ ບັນດາ​ຄະນະ​ກໍາມາ​ທິການ ຂອງ​ສະພາ​ແຫ່ງ​ຊາດ; ບັນດາ​​ເອກ​ະສານວ່າ​ດ້ວຍ​ການ​ຮັບ​ຕ້ອນ​ພົນລະ​ເມືອງ, ພົບ​ປະ​ຜູ້​ມີ​ສິດ​ປ່ອນບັດ​ເລືອກ​ຕັ້ງ, ການ​ແກ້​ໄຂ​ຄໍາ​ຮ້ອງທຸກ, ຄໍາ​ຮ້ອງ​ຟ້ອງ…, ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ ຕາມທິດ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​​ເປັນ​ມື​ອາຊີບ​ເທື່ອ​ລະ​ກ້າວ, ສ້າງ​ຖານະບົດບາດ​ເປັນ​ໃຈກາງ​ຂອງສະມາ​ຊິກ​ສະພາ​ແຫ່ງ​ຊາດ. ສືບ​ຕໍ່​ສ້າງ​ການ​ຫັນປ່ຽນ​ຢ່າງ​​ແຂງ​ແຮງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ນັບ​ແຕ່​ກົນ​ໄກ “ການ​ປະກອບ​ຄໍາ​ເຫັນ” ​ໄປ​ສູ່​ກົນ​ໄກ “ສົນທະນາ ​ແລະ ​ໂຕ້​ວາທີ”. ກໍານົດ​ສາຍ​ພົວພັນ ແລະ ຄວາມ​ຮັບຜິດຊອບລະຫວ່າງ​ບັນດາ​ອົງການ​ຕ່າງໆຂອງ​ສະພາ​ແຫ່ງ​ຊາດ, ຈັດ​ແຍກ​ບົດບາດ​ຂອງໝູ່​ຄະນະ ​ແລະ ​ເສີມ​ຂະຫຍາຍ​ລັກສະນະ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ຄວາມ​ຮັບຜິດຊອບ​ສ່ວນ​ບຸກຄົນ ຂອງສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ແຕ່ລະທ່ານ. ຫັນ​ເປັນອັນ​ລະອຽດ ​ແລະ ມີ​ກົນ​ໄກ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ບົນ​ພຶດຕິ​ກໍາ​ຕົວ​ຈິງ​ໃນ​ສິດ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊດ ​ເຊັ່ນ: ສິດ​ນໍາ​ສະ​ເໜີ​​ແຜນ​ສ້າງ​ກົດໝາຍ, ລັດຖະດໍາລັດ ​ແລະ ການສະ​ເໜີ​ກົດໝາຍ, ລັດຖະດໍ​າລັດ; ສິດສະ​ເໜີ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ ​ແລະ ບັນດາສິດ​ທິຕ່າງໆ ຕາມ​ຂໍ້​ກໍານົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​​ແຫ່ງ​ຊາດ ປີ 2014, ສະບັບປັບປຸງ, ​ເພີ່ມ​ເຕີມ ປີ 2020. ສ້າງ​ກົນ​ໄກ​ເພື່ອ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ຕິດ​ພັນ​ຢ່າງ​ແໜ້ນ​​ແຟ້ນ ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ຜູ້​ມີ​ສິດ​ປ່ອນ​ບັດ​ເລື​ອກຕັ້ງ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່ຫົວໜ່ວຍ​ການ​ເລືອກ​ຕັ້ງ. ຍົກ​ສູງ​ປະສິດທິ​ຜົນ​ການ​ພົບ​ປະ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ, ການ​ຮັບ​ຕ້ອນ​ພົນລະ​​ເມືອງ, ການ​ແກ້​ໄຂ​ຄໍາ​ຮ້ອງທຸກ, ຄໍາ​ຮ້ອງ​ຟ້ອງ, ຄໍາ​ສະ​ເໜີ​ຂອງ​ພົນລະ​ເມືອງ, ຄໍາ​ຄິດ​ເຫັນ, ຂໍ້​ສະ​ເໜີ​ຂອງຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ. ຄະນະ​ກໍາມະການ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ຕ້ອງ​ໄດ້​ເອົາ​ໃຈ​ໃສ່, ​ເພີ່​ມທະວີການ​ຊີ້​ນໍາ, ​ແນ​ະນໍາ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບສູນ​ກາງ. ຫັນ​ເປັນອັນ​ລະອຽດ​ບັນດາ​ຂໍ້​ກໍານົດ​ຂອງ​ກົດໝາຍວ່າ​ດ້ວຍ​ການ​ແນະ​ນໍາ, ຕິດຕາມ​ກວດກາ​ການເຄື່ອນ​ໄຫວຂອງ​ສະພາ​ປະຊາຊົນ, ຖື​ສໍາຄັນ​ວຽກ​ງານ​ບໍາລຸງ, ຍົກສູງ​ລະດັບຄວາມ​ຮູ້ ​ແລະ ຄວາມ​ຊໍານິ​ຊໍານານ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ.

ເຈັດ, ​ເພີ່​ມທະວີ​ບັນດາ​ເງື່ອນ​ໄຂ​ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຂອງ​ສະມາຊິກສະພາ​ແຫ່ງ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ກັບ​ບັນດາ​ສະມາ​ຊິກ​ຜູ້​ແທນ​ທີ່​ເຄື່ອນ​ໄຫວ​ເຕັມ​ເວລາ; ມີ​ກົນ​ໄກ​ເພື່ອ​ດຶງ​ດູ​ງຖັນ​ແຖວ​ນັກ​ຊ່ຽວຊານ, ບັນດາ​ນັກວິທະຍາສາດ​ໃຫ້​ເຂົ້າ​ຮ່ວມ, ປະກອບສ່ວນ​​ໃຫ້​ແກ່​ການ​ເຄື່ອນໄຫວຂອງ​ສະພາ​ແຫ່ງ​ຊາດ. ຖື​ສໍາຄັນ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ສືບ​ຕໍ່​ກໍ່ສ້າງ​ສະພາ​ແຫ່ງ​ຊາດ​ເອ​ເລັກ​ໂຕ​ຣນິກ. ​ເພີ່​ມທະວີຂໍ້​ມູນ​ຂ່າວສານ​ມວນ​ຊົນ, ຍູ້​ແຮງການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຂ່າວສານ, ໜັງສືພິມ ​ໃນ​ການສະ​ເໜີ​ຂ່າວ​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ ​ໄປ​ເຖິງ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ສ່ອງ​ແສງ​ຄໍາ​ຄິດ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ມາ​ຍັງ​ສະພາ​​ແຫ່ງ​ຊາດ./.

-------------------

(1) ເບິ່ງ: ລາຍ​ງານ​ສະບັບ​ເລກທີ 751/ລງ-ສລຕຊ, ລົງ​ວັນ​ທີ 11-6-2021, “ວ່າ​ດ້ວຍ​ຜົນ​ການເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດທີ 15 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ສະ​ໄໝປີ 2021 -​ 2026 ຂອງ​ຄະນະ​ກໍາມະການ​ເລືອກ​ຕັ້ງລະດັບ​​ຊາດ”.

(2) ປະກອບ​ມີ: ຄະນະ​ກໍາມະ​ການ​ເລືອກ​ຕັ້ງ​ຂັ້ນ​ແຂວງ 63 ຄະນະ; ຄະນະ​ກໍາມະການ​ເລືອກ​ຕັ້ງຂັ້ນ​ເມືອງ 682 ຄະນະ; ຄະນະ​ກໍາມະການ​ເລືອກ​ຕັ້ງ​ຂັ້ນ​ຕາ​ແສງ 10.134 ຄະນະ; ຄະນະ​ກໍາມະການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ 184 ຄະນະ; ຄະນະ​ກໍ​າມະການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​ແຂວງ 1.059 ຄະນະ; ຄະນະກໍ​າມະ​​ການ​ເລືອກ​ຕັ້ງຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​​ເມືອງ 6.188 ຄະນະ; ຄະນະ​ກໍາມະການ​ຜູ້​ແທນສະພາ​ປະຊາຊົນຂັ້ນ​ຕາ​ແສງ ​69.619 ຄະນະ ແລະ ໜ່ວຍ​ເລືອກ​ຕັ້ງ 84.767 ໜ່ວຍ.

(3) ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ 14 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນສະ​ໄໝປີ 2016 ​- 2021 ​ເຊິ່ງມີຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດທັງ​ໝົດ 67.485.482 ຄົນ; ຜູ້​ມີ​ສິດ​ປ່ອນ​ບັດ​ເລື​ອກຕັ້ງ​ທີ່​ໄດ້ເຂົ້າ​ຮ່ວມການປ່ອນ​ບັດ​ເລືອກ​ຕັ້ງ ​ແມ່ນ 67.049.091 ຄົນ (ບັນລຸ 99,35%).

(4) ສໍານັກ​ພິມຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ - ​ສື້​ເຖິ້ດ, ຮ່າ​ໂນ້ຍ, ປີ 2011, ໜ້າ 84.

(5) ຫງວຽນ​ຝູ​ຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກໍາກ່ຽວ​ກັບລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມຢູ່​ຫວຽດນາມ”, ວາລະ​ສານ​ກອມ​ມູນິດ, ສະບັບ​ທີ 966, ​ເດືອນ 5 ປີ 2021, ໜ້າ 9.

(6) ສະ​ໄໝ​ສະພາ​ແຫ່ງ​ຊາດ ຊຸດ​ທີ 14, ສະມາຊິກ​ຜູ້​ແທນ​ທີ່​ມີ​ລະດັບ​ເໜືອ​ມະຫາ​ວິທະຍາ​ໄລ 310 ທ່ານ (ກວມ​ເອົາ 62,50%), ສະມາຊິກ​ຜູ້​ແທນທີ່​ມີ​ລະດັບການ​ສຶກສາ​​ໃນລະດັບ​ປະລິນຍາ​ຕີ 180 ທ່ານ (ກວມ​ເອົາ 36,30%) ​​ແລະ ມີ​ລະດັບ​ການ​ສຶກສາ​ຕໍ່າ​ກວ່າປະລິນຍາ​ຕີ ມີ 6 ທ່ານ (ກວມ​ເອົາ 1,20%).

(7) ເບິ່ງ: ຄໍາ​ສັ່ງ ສະບັບ​ເລກທີ 45-ຄສ/ສກພ, ລົງ​ວັນ​ທີ 20 ມິຖຸນາ 2020, ຂອງ​ກົມ​ການ​ເມືອງ, “ວ່າ​ດ້ວຍ​ການ​ນໍາພາ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15 ​ແລະ ການ​ເລືອກ​ຕັ້ງ​ຜູ້​ແທນສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ສະ​ໄໝປີ 2021 - 2026”.

(8) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ - ​ສື້​​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ​ 176.

(9) ເບິ່ງ: ລາຍ​ງານ​ສະບັບ​ເລກທີ 751/ລງ-ສລຕຊ, ລົງ​ວັນ​ທີ 11 ມິຖຸນາ 2021, “ວ່າ​ດ້ວຍ​ຜົນ​ການເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດທີ 15 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ສະ​ໄໝປີ 2021 -​ 2026 ຂອງ​ສະພາ​ການ​ເລືອກ​ຕັ້ງ​​ແຫ່ງ​ຊາດ”.

(10) ໃນ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ 14 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະຂັ້ນ ສະ​ໄໝປີ 2016 - 2021, ອັດຕາ​ສ່ວນ​ເໝາະ​ສົມ​ແມ່ນ 33,34% ຢູ່​ຂັ້ນ​ແຂວງ; 32,79% ຢູ່​ຂັ້ນ​ເມືອງ; 44,75% ຢູ່​ຂັ້ນ​ຕາ​ແສງ.

(11) ໃນ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ 14 ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະຂັ້ນ ສະ​ໄໝປີ 2016 - 2021, ຕ້ອງ​ໄດ້​ເລືອກ​ຕັ້ງ​ເພີ່ມ​ເຕີມ​ຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​ເມືອງ 3 ທ່ານ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​ຕາ​​ແສງ 1.285 ທ່ານ.

(12) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 13, ປຶ້ມ​ໄດ້​ແນະ​ນໍາ, ເຫຼັ້ມ 1, ໜ້າ​ 175.

- ​ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 971 (​ເດືອນ​ສິງຫາ 2021)