ວກ. - ຫວຽດນາມມີຂໍ້ໄດ້ປຽບໃນການພັດທະນາກະສິກຳ. ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ຍາມໃດກໍ່ເອົາໃສ່ເຖິງກະສິກຳ, ມີແຜນນະໂຍບານແລະນະໂຍບາຍຫຼາຍສະບັບ ເພື່ອ​ຊຸກຍູ້​ການ​ພັດທະນາ​ກະສິກຳ ​ແລະ ຊົນນະບົດ. ໃນເວລາທີ່ຜ່ານມາ, ກະສິກຳຫວຽດນາມມີການປ່ຽນແປງຢ່າງແຂງແຮງ, ບັນລຸອັດຕາການເຕີບໂຕສູງພໍສົມຄວນ. ເສດຖະກິດກະສິກຳກຳລັງພັດທະນາຕາມທິດທາງຍົກສູງຄຸນຄ່າເພີ່ມ, ການປະສານລວມຫຼາຍຄຸນຄ່າ, ການພັດທະນາອຸດສາຫະກຳ ແລະການບໍລິການໃນຊົນນະບົດ; ໂຄງສ້າງພື້ນຖານໃນຊົນນະບົດໄດ້ຮັບການເພີ່ມທະວີ; ຊີວິດທາງວັດຖຸແລະຈິດໃຈຂອງປະຊາຊົນໃນຊົນນະບົດນັບ​ມື້​ນັບ​ດີ​ຂຶ້ນ...

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽນຢາມສະຫະກອນຜະລິດຊາ ຫາວດ້າດ, ຕາແສງເຕິນເກືອງ, ເມືອງຖາຍງວຽນ, ແຂວງຖາຍງວຽນ _ແຫຼ່ງ: thainguyen.gov.vn

ບາງ​ຜົນງານທີ່ໂດດ​ເດັ່ນ​ໃນ​ການ​ພັດທະນາ​ກະສິກຳ, ຊົນນະບົດ,
ປັບປຸງ ​ແລະ ຍົກລະດັບວີ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ

ການ​ກະ​ສິ​ກຳ​ ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ​ແລະ​ໝັ້ນ​ທ່ຽງ​ໃນ​ໄລ​ຍະ​ເວ​ລາ​ອັນ​ຍາວ​ນານ, ມີ​ການກະຈາຍຕົວ​ ແລະປັບ​ໂຄງສ້າງ​ໃໝ່ ໃນ​ທິດ​ທາງທີ່ຕັ້ງໜ້າແລະທັນ​ສະ​ໄໝ, ປ່ຽນແປງຢ່າງແຂງຂັນຕາມທິດທາງເສີມຂະຫຍາຍຂໍ້ໄດ້ປຽບ, ການຜະລິດສິນຄ້າໃນລະດັບທີ່ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ; ຄວາມປອດໄພດ້ານສະບຽງອາຫານໄດ້ຮັບຄວາມເອົາໃຈໃສ່ແລະຮັບປະກັນ. ສະມັດຕະພາບ ຄຸນນະພາບ ແລະ ຄຸນຄ່າເພີ່ມ ຂອງຜະລິດຕະພັນກະເສດຈຳນວນຫຼາຍໄດ້ຮັບການປັບປຸງຍົກສູງ, ມີຄວາມສາມາດແຂ່ງຂັນ ແລະ ຄ່ອຍໆຄອບຄອງຕະຫຼາດໃນປະເທດແລະໂລກ. ການສົ່ງອອກສິນຄ້າກະເສດ, ປ່າໄມ້ ແລະ ການປະມົງ ເພີ່ມຂຶ້ນຢ່າງໄວວາ, ສືບຕໍ່ມີບົດບາດສໍາຄັນ ໃນການສົ່ງເສີມການພັດທະນາກະສິກໍາເປັນສິນຄ້າ, ສ້າງແຫຼ່ງລາຍຮັບເງິນຕາຕ່າງປະເທດທີ່ສໍາຄັນ ແລະ ປະກອບສ່ວນຫຼຸດຜ່ອນການຂາດດຸນການຄ້າຂອງທົ່ວປະເທດ. ອັດຕາ​ການ​ເຕີບ​ໂຕ ຈີດີພີ ຂອງ​ຂະ​ແໜງ​ກະສິກຳ​ທັງ​ໝົດ​ໃນ​ໄລຍະ 2011-2020 ບັນລຸສະເລ່ຍ 2,93% ຕໍ່ປີ; ໃນນັ້ນ, ປີ 2021 ບັນລຸ 3,27% ແລະປີ 2022 ບັນລຸ 3,36%, ໃນ 6 ເດືອນຕົ້ນປີ 2023 ບັນລຸ 3,07%. ຍອດມູນຄ່າການ​ສົ່ງ​ອອກ​ໃນ​ໄລຍະປີ 2011-2020 ບັນລຸ 341,7 ຕື້ໂດລາສະຫະລັດ, ສະເລ່ຍບັນລຸ 34,17 ຕື້ໂດລາສະຫະລັດຕໍ່ປີ, ອັດຕາເຕີບໂຕ 5,38% ຕໍ່ປີ. ສະເພາະປີ 2022, ການສົ່ງອອກສິນຄ້າກະສິກຳບັນລຸຜົນສູງເປັນປະຫວັດການທີ່ 53,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,9% ເມື່ອທຽບກັບປີ 2021, ມີປະເພດສິນຄ້າ 12 ກຸ່ມບັນລຸມູນຄ່າການສົ່ງອອກຫຼາຍກວ່າ 1 ຕື້ໂດລາສະຫະລັດ. ໃນເວລາທີ່ເສດຖະກິດປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍອັນເນື່ອງມາຈາກຜົນກະທົບຂອງການແຜ່ລະບາດຂ້າມຊາຍແດນ (ເຊັ່ນ: ການແຜ່ລະບາດຂອງໂຄວິດ-19) ຫຼືຄວາມຂັດແຍ້ງທາງດ້ານພູມສາດ-ການເມືອງ ແລະການຂັດແຍ້ງທາງທະຫານລະຫວ່າງປະເທດ, ແຕ່ຂະແໜງກະສິກໍາຍັງສືບຕໍ່ຢືນຢັນບົດບາດຂອງຕົນໃນຖານະ “ເສົາຄ້ຳ” ຂອງລະບົບ​ເສດຖະກິດ ໂດຍຜ່ານ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ, ສ້າງ​ຊີວິດ​ການ​ເປັນ​ຢູ່, ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ທີ່​ໝັ້ນຄົງ​ໃຫ້​ແກ່ປະຊາຊົນຊົນນະບົດ.​  

ການກໍ່ສ້າງຊົນນະບົດໃໝ່ ໄດ້ຕອບສະໜອງຄວາມປາດຖະໜາຂອງປະຊາຊົນຊົນນະບົດ, ກາຍເປັນຂະບວນການທີ່ແຂງແຮງ, ແຜ່ຂະຫຍາຍໃນທົ່ວປະເທດ, ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມສັງຄົມ; ດຶງດູດການເຂົ້າຮ່ວມຂອງຊຸມຊົນສັງຄົມນັບມື້ນັບຫຼາຍ; ໝາກຜົນ​ຂອງ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​​ຖື​ວ່າ​ແມ່ນ​ໃຫຍ່​ຫຼວງ, ຮອບດ້ານ ​ແລະ ​ເປັນ​ປະຫວັດສາດ, ໂດຍບັນລຸບາດກ້າວ​ບຸກທະລຸ​ທີ່​ປ່ຽນ​ແປງໂສມໜ້າຊົນນະບົດ​ຂອງ​ຫວຽດນາມ. ໂຄງສ້າງເສດຖະກິດຊົນນະບົດມີການປ່ຽນແປງຕາມທິດທາງທັນສະໄໝ, ການພັດທະນາອຸດສາຫະກຳແລະບໍລິການໃນຊົນນະບົດຢ່າງແຂງແຮງ. ລະບົບໂຄງສ້າງພື້ນຖານດ້ານກະສິກຳແລະຊົນນະບົດ ໄດ້ຮັບການລົງທຶນຍົກລະດັບ ແລະ ສ້າງຄວາມທັນສະໄໝເທື່ອລະກ້າວ, ເພື່ອຮັບໃຊ້ນັບມື້ນັບດີໃຫ້ແກ່ການຜະລິດ, ຊີວິດຂອງປະຊາຊົນ, ການປ້ອງກັນແລະຕໍ່ສູ້ກັບໄພທຳມະຊາດ ແລະ ການປັບຕົວຕໍ່ການປ່ຽນແປງສະພາບພູມອາກາດ. ເມື່ອສະສົມຮອດທ້າຍເດືອນສິງຫາ 2023, ທົ່ວປະເທດມີ 6.031 ຕາແສງໃນ 8.167 ຕາແສງທັງໝົດ (ກວມເອົາ 73,85%) ບັນລຸມາດຕະຖານຊົນນະບົດໃໝ່; ມີ 1.521 ຕາແສງບັນລຸມາດຕະຖານຊົນນະບົດໃໝ່ລະດັບສູງ; 225 ຕາແສງບັນລຸມາດຕະຖານຊົນນະບົດໃໝ່ແບບຢ່າງ; ຄິດສະເລ່ຍທົ່ວປະເທດບັນລຸ 16,9 ມາດຖານ/ຕາແສງ; ມີ 264 ຫົວໜ່ວຍ​ຂັ້ນ​ເມືອງ​ໃນ 58 ແຂວງ, ນະຄອນ ​ໄດ້​ປະຕິບັດ​ສຳ​ເລັດ​ວຽກ​ງານ/ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່ (ກວມ 41% ຂອງຈຳນວນ​ເມືອງ​ໃນ​ທົ່ວ​ປະ​ເທດ). ທັງປະ​ເທດ​ມີ 20 ແຂວງ, ນະຄອນ ໂດຍ 100% ຂອງ​ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່; ໄດ້ຮັບຮອງ 10.322 ຜະລິດຕະພັນ OCOP ທີ່ມີລະດັບ 3 ດາວ ຫຼືສູງກວ່າ ໂດຍມີອົງການທີ່ເຂົ້າຮ່ວມ 5.361 ແຫ່ງ.

ຊາວ​ກະ​ສິ​ກອນ​ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງຕົນໃນຖານະເຈົ້າຂອງ​ຕາມ​ຄຳ​ຂວັນທີ່ວ່າ ປະຊາຊົນ​ຮູ້, ປະຊາຊົນ​ປຶກ​ສາ, ປະຊາຊົນ​ກວດກາ”. ພັດທະນາບັນດາຮູບແບບການຜະລິດ, ​ຊ່ວຍເຫຼືອຜູ້​ທຸກ​ຍາກ​, ສະໜັບສະໜູນທ້ອງຖິ່ນທີ່ທຸກຍາກ ເພື່ອສົ່ງເສີມການປ່ຽນແປງໂຄງສ້າງຂອງພືດ ແລະ ສັດລ້ຽງ; ຖ່າຍທອດວິທະຍາສາດເຕັກໂນໂລຊີ, ນຳໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນການຜະລິດ. ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ຊົນນະບົດໃນປີ 2022 ບັນລຸ 47,2 ລ້ານດົ່ງ, ເພີ່ມຂຶ້ນ 1,12 ເທົ່າເມື່ອທຽບກັບປີ 2020 ແລະ 5,13 ເທົ່າເມື່ອທຽບກັບປີ 2008. ຊ່ອງ​ຫວ່າງ​ລາຍ​ໄດ້​ລະຫວ່າງ​ຕົວ​ເມືອງ ​ແລະ ຊົນນະບົດ​ ຫຼຸດລົງ​ຈາກ 2,1 ​ເທົ່າ (​ໃນ​ປີ 2008) ເຫຼືອໜ້ອຍກວ່າ 1,8 ​ເທົ່າ (​ໃນ​ປີ 2017). ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ຊົນນະບົດ​ໄດ້​ຫຼຸດ​ລົງ​ຢ່າງ​ວ່ອງ​ໄວ ໂດຍສະ​ເລ່ຍ 1 - 1,5% ຕໍ່ປີ ເຊິ່ງບັນລຸ​ເປົ້າ​ໝາຍ 10 ປີ​ກ່ອນທີ່ຈະ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ. ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຊາວ​ຊົນນະບົດ​ໄດ້​ຮັບ​ການ​ປັບປຸງໃຫ້ດີຂຶ້ນ; ສະຫວັດດີການສັງຄົມ ແລະ ຊີວິດຂອງຊາວກະສິກອນໄດ້​ຮັບ​ການ​ປັບປຸງໃຫ້ດີຂຶ້ນ.

ເພື່ອບັນລຸຜົນສຳເລັດຂ້າງເທິງນີ້ ພັກແລະລັດໄດ້ເອົາໃຈໃສ່ຊີ້ນຳ ນຳພາຢ່າງໃກ້ຊິດເລິກເຊິ່ງ ແລະ ແຂງຂັນ; ການ​ຊ່ວຍ​ເຫຼືອ ​ແລະ ການສະໜັບສະໜູນ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ​ ໃນ​ການ​ເລືອກວິທີ​ແກ້ບັນຫາທີ່ກ້າວໜ້າ ​ເຊັ່ນ: ການ​ເປີດ​ຕະຫຼາດ, ການໃຊ້​ຂະ​ບວນການ​ຜະລິດ​ທີ່​ດີ ປອດ​ໄພ ແລະ ມີ​ຄຸນ​ນະພາ​ບ; ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຶງດູດການລົງທຶນຈາກສັງຄົມແລະວິສາຫະກິດ; ການກະຕູ້ນຄວາມໄວ້ວາງໃຈ ແລະສົ່ງເສີມຈິດໃຈແຫ່ງການປ່ຽນແປງໃໝ່ປະດິດສ້າງ ແລະ ການເລີ່ມທຸລະກິດທົ່ວສັງຄົມ; ເອົາໃຈໃສ່ເບິ່ງແຍງດູແລຊີວິດຂອງປະຊາຊົນຢ່າງສະໝ່ຳສະເໝີ ໂດຍຊາບຊຶມຈິດໃຈແຫ່ງການພັດທະນາຢ່າງປົກຫຸ້ມ, ບໍ່ປະຜູ້ໃດຢູ່ຂ້າງຫຼັງ”,...

ເພື່ອປະກອບສ່ວນປະຕິບັດເປົ້າໝາຍການພັດທະນາປະເທດ
ໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ ໃນໄລຍະອັນໃກ້ນີ້ 

ຕໍ່ໜ້າສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງຍຸກໃໝ່, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງເປົ້າໝາຍຍູ້ແຮງກິດຈະກຳການປ່ຽນແປງໃໝ່ຢ່າງຮອບດ້ານ ແລະຄົບຊຸດ; ພັດທະນາເສດຖະກິດຢ່າງໄວແລະຍືນຍົງ, ສູ້ຊົນຮອດປີ 2030 ຫວຽດນາມ “ເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງ(1), “ຍົກສູງຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ(2), “ປຸກຕື່ນຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ(3)ໃນນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ກຳນົດໃຫ້ສືບຕໍ່ເອົາໃຈໃສ່ເຖິງການຫັນກະສິກຳ ຊົນນະບົດ ເປັນອຸດສາຫະກຳ ທັນສະໄໝ ແລະ ພັດທະນາຢ່າງໄວແລະຍືນຍົງ; ການພັດທະນາກະສິກຳ ແລະເສດຖະກິດຊົນນະບົດ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ ຕາມທິດທາງ ການ​ກະ​ສິ​ກໍາ​ນິ​ເວດ​, ຊົນ​ນະ​ບົດ​ທີ່ທັນ​ສະ​ໄຫມ​, ຊາວ​ກະ​ສິ​ກອນທີ່ມີອາລະຍະທຳ(4). 

ເພື່ອຜັນຂະຫຍາຍເອກະສານກອງປະຊຸມໃຫຍ່ຄັ້ງທີ XIII, ສູນກາງພັກໄດ້ອອກມະຕິສະບັບເລກທີ 19-NQ/TW ເພື່ອກຳນົດເປົ້າໝາຍຕົ້ນຕໍແມ່ນ ສືບຕໍ່ພັດທະນາຢ່າງຍືນຍົງຕາມ 3 ເສົາຄ້ຳເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມ”, ມຸ່ງສູ່ການປະຕິບັດເປົ້າໝາຍໂດຍລວມຄື: ການພັດທະນາກະສິກຳທີ່ທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ ຕາມທິດທາງກະສິກຳນິເວດ, ປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງທາງອາຫານຂອງຊາດ. ຊົນນະບົດທີ່ທັນສະໄໝ, ອຸດົມດ້ວຍເອກະລັກທາງວັດທະນະທຳຂອງຊາດ ມີສະພາບແວດລ້ອມຄວາມເປັນຢູ່ທີ່ດີ, ມີໂຄງສ້າງພື້ນຖານທາງເສດຖະກິດ-ສັງຄົມ ແລະ ບໍລິການໃກ້ກັບເຂດຕົວເມືອງ; ຄວາມໝັ້ນຄົງທາງການເມືອງ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ໄດ້ຮັບປະກັນ; ລະບົບການເມືອງໃນຊົນນະບົດມີຄວາມເຂັ້ມແຂງພາຍໃຕ້ການນຳພາຂອງພັກ, ເປັນຮາກຖານທີ່ໝັ້ນຄົງສຳລັບພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ.

ເປົ້າໝາຍສະເພາະຈົນເຖິງປີ 2030: 1- ຈີດີພີ ຂອງຂະແໜງກະສິກຳເຕີບໂຕ 3% ຕໍ່ປີ; ອັດຕາສະມັດຕະພາບແຮງງານກະສິກຳເພີ່ມຂຶ້ນ 5,5% - 6% ຕໍ່ປີ; 2- ຈຳນວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ຫຼາຍກວ່າ 90%, ໃນນັ້ນ 50% ຂອງຈຳນວນຕາແສງບັນລະມາດຕະຖານຊົນນະບົດໃໝ່ລະດັບສູງ; ຈຳນວນເມືອງບັນລຸມາດຕະຖານຊົນນະບົດໃໝ່ຫຼາຍກວ່າ 70%, ໃນນັ້ນ 35% ຂອງຈຳນວນເມືອງບັນລະມາດຕະຖານຊົນນະບົດໃໝ່ລະດັບສູງ; 3- ລາຍໄດ້ສະເລ່ຍຂອງຊາວຊົນນະບົດໃນປີ 2030 ຈະເພີ່ມຂຶ້ນ 2,5 ເທົ່າເມື່ອທຽບກັບປີ 2020; 4- ອັດ​ຕາ​ສ່ວນ​ແຮງ​ງານ​ກະ​ສິ​ກຳຕໍ່​ແຮງ​ງານ​ສັງ​ຄົມ​ທັງ​ໝົດ​ແມ່ນ​ຕ່ຳ​ກວ່າ 20%. ​ໃນ​ແຕ່ລະ​ປີ, ສະ​ເລ່ຍ​ແລ້ວ, ການ​ຝຶກ​ອົບຮົມ​ຢູ່​ມະຫາວິທະຍາ​ໄລ, ລະດັບ​ກາງ, ລະດັບປະຖົມສຶກສາ, ການຝຶກອົບຮົມຄືນໃໝ່, ການຝຶກອົບຮົມປ່ຽນອາຊີບ ແລະ ການ​ສ້າງ​ວິຊາ​ຊີບ​ອື່ນໆໃຫ້ຄົນງານໃນຊົນນະບົດ​ປະມານ 1,8 ລ້ານ​ຄົນ, ອັດຕາ​ສ່ວນຄົນງານໃນຂະແໜງການ​ກະສິກຳ​ຜ່ານ​ການ​ຝຶກ​ອົບຮົມ​ບັນລຸ​ກວ່າ 70%;  5- ອັດຕາ​ການ​ປົກ​ຫຸ້ມ​ຂອງ​ປ່າໄມ້ມີສະຖຽນລະພາບທີ່ 42%, ຊ່ວຍເພີ່ມສະມັດຕະພາ​ແລະຄຸນ​ນະພາ​ບຂອງປ່າໄມ້; ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນການຜະລິດ, ທຸລະກິດ, ການບໍລິໂພກຜະລິດຕະພັນກະສິກໍາ, ການປົກປັກຮັກສາສະພາບແວດລ້ອມທາງນິເວດ.

ເປົ້າໝາຍຕົ້ນຕໍເຖິງປີ 2025: 1- ຈີດີພີ ຂອງຂະແໜງກະສິກຳເຕີບໂຕ 2,5% - 3% ຕໍ່ປີ; 2- ຍອດມູນຄ່າການສົ່ງອອກສິນຄ້າກະສິກຳ ປ່າໄມ້ ແລະປະມົງ ບັນລຸ 48 - 50 ຕື້ໂດລາສະຫະລັດ; 3- ອັດຕາສ່ວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ປະມານ 80%; ມີ 50% ຂອງ​ຫົວໜ່ວຍ​ຂັ້ນ​ເມືອງ​ບັນລຸ​ມາດຖານ/​ສຳ​ເລັດ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່; ຢ່າງ​ໜ້ອຍມີ 15 ແຂວງ​ໄດ້​ສຳ​ເລັດ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່; 4- ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວຊົນນະບົດສູງກວ່າປີ 2020 1,5 ເທົ່າ; 5- ອັດຕາການປົກຫຸ້ມຂອງປ່າໄມ້ຮັກສາໄດ້ 42%.

ເພື່ອຜັນຂະຫຍາຍປະຕິບັດກົດໝາຍ, ມະຕິ, ຍຸດທະສາດ, ໂຄງການ, ແຜນງານ, ແຜນກຳນົດ, ແຜນການພັດທະນາກະສິກຳ ແລະຊົນນະບົດ ຢ່າງຄົບຊຸດແລະມີປະສິດທິພາບ ເຊິ່ງຈຸດສຸມແມ່ນມະຕິສະບັບເລກທີ 19-NQ/TW, ຍຸດທະສາດການພັດທະນາກະສິກຳ ແລະ ຊົນນະບົດຢ່າງຍືນຍົງ ໃນໄລຍະປີ 2021-2030, ວິໄສທັດເຖິງປີ 2050 ແລະ ແຜນການປັບໂຄງສ້າງຂະແໜງກະສິກກຳໃນໄລຍະປີ 2021-2025,  ຂະແໜງການກະສິກຳຫວຽດນາມຕ້ອງການຜັນຂະຫຍາຍຫຼາຍໜ້າທີ່ ແລະວິທີແກ້ບັນຫາໄປພ້ອມໆກັນ, ໃນນັ້ນ ສຸມໃສ່ປະຕິບັດບັນດາກຸ່ມໜ້າທີ່ ແລະວິທີແກ້ບັນຫາຕົ້ນຕໍດັ່ງນີ້:

ທີໜຶ່ງ, ສືບຕໍ່ຊາບຊຶມ ແລະ ໂຄສະນາເຜີຍແຜ່ແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການປັບໂຄງສ້າງກະສິກຳ, ພັດທະນາຊົນນະບົດ ແລະ ເສດຖະກິດຊົນນະບົດ ໂດຍຕິດກັບການກໍ່ສ້າງຊົນນະບົດໃໝ່ຕາມທິດການກະສິກຳນິເວດ, ຊົນນະບົດທັນສະໄໝ ແລະ ຊາວກະສິກອນມີອາລະຍະທຳ ໃນທົ່ວຂະແໜງການ ແລະ ເຖິງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ; ປ່ຽນແປງຄວາມຮັບຮູ້ ແລະວິທີເຂົ້າເຖິງການຜະລິດກະສິກຳສິນຄ້າ ໃນເງື່ອນໄຂການເຊື່ອມໂຍງສາກົນແລະການປ່ຽນແປງສະພາບດິນຟ້າອາກາດ; ຫັນປ່ຽນ​ຈາກ​ແນວ​ຄິດ​ການ​ຜະລິດ​ກະສິກຳ​ ມາ​ເປັນ​ແນວ​ຄິດ​ເສດຖະກິດ​ກະສິກຳ ​ເພື່ອ​ຂຸດ​ຄົ້ນ ​ແລະ ເສີມຂະຫຍາຍຂໍ້​ໄດ້​ປຽບ​ຂອງ​ກະສິກຳ​ເຂດ​ຮ້ອນ, ພັດທະນາ​ກະສິກຳ​​ສິນຄ້າລວມສູນ​ຂະ​ໜາດ​ໃຫຍ່​ຕາມ​ທິດ​ທັນ​ສະ​ໄໝ. 

ທີສອງ, ສືບຕໍ່ຍົກສູງບົດບາດ, ຖານະຕຳແໜ່ງ, ຄວາມສາມາດເປັນເຈົ້າຂອງຊາວກະສິກອນ ແລະ ຊາວຊົນນະບົດ; ສົ່ງເສີມບົດບາດເຈົ້າຂອງຂອງຊາວກະສິກອນຢ່າງເຂັ້ມແຂງ. ປັບປຸງຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຕາມທິດທາງຊາວກະສິກອນຮັ່ງມີ, ມີວັດທະນະທຳ ແລະ ຮັບປະກັນສະພາບແວດລ້ອມທາງນິເວດວິທະຍາ.

ທີສາມ, ການພັດທະນາກະສິກຳຢ່າງມີປະສິດທິຜົນ ແລະ ຍືນຍົງ ຕາມທິດທາງນິເວດວິທະຍາ, ປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີທີ່ກ້າວໜ້າ, ຍົກສູງຄຸນນະພາບແລະຄຸນຄ່າເພີ່ມ. ຍູ້ແຮງການປັບໂຄງສ້າງກະສິກຳຕາມທິດທາງການກະສິກຳນິເວດ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ພັດທະນາອຸດສາຫະກຳການຜະລິດແນວ​ພັນ ​ແລະ ວັດຖຸ​ກະສິກຳ​ຢ່າງ​ແຂງ​ແຮງ ​ແລະ ຍັງກຳນົດ​ໜ້າ​ທີ່​ສະ​ເພາະຈຳນວນໜຶ່ງ ສຳລັບ​ຂົງ​ເຂດການ​ປູກຝັງ, ການລ້ຽງສັດ, ການເພາະລ້ຽງສັດ​ນ້ຳ, ການປ່າ​ໄມ້ ແລະ ການຜະລິດ​ເກືອ(5). ຍົກສູງປະສິດທິພາຍການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ຮັກສາສະພາບແວດລ້ອມຊົນນະບົດ; ຍົກສູງຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ການປ້ອງກັນແລະຕໍ່ສູ້ກັບໄພທຳມະຊາດ.

ທີສີ່, ພັດທະນາອຸດສາຫະກຳແລະບໍລິການຢ່າງແຂງແຮງ, ປັບໂຄງສ້າງເສດຖະກິດ ແລະ ສ້າງວຽກເຮັດງານທຳກັບທີ່ໃຫ້ແຮງງານຊົນນະບົດ. ສ້າງແລະຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິພາບ, ຍູ້ແຮງການປັບປ່ຽນໂຄງສ້າງເສດຖະກິດຊົນນະບົດ, ເຊື່ອມໂຍງການພັດທະນາກະສິກຳ ກັບການພັດທະນາອຸດສາຫະກຳແລະບໍລິການ. ການພັດທະນາເສດຖະກິດຊົນນະບົດຢ່າງຮອບດ້ານແລະຄົບຊຸດ ດ້ວຍໂຄງປະກອບກະສິກຳ ອຸດສາຫະກຳ ແລະ ບໍລິການ ທີ່ສົມເຫດສົມຜົນ ໂດຍອີງໃສ່ວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ. ການພັດທະນາອຸດສາຫະກຳຢ່າງແຂງແຮງ, ໂດຍສະເພາະ ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ອຸດສາຫະກຳຜະລິດເຄື່ອງຈັກ ເຄື່ອງປະກອບ ແລະ ວັດສະດຸຮັບໃຊ້ການກະສິກຳ. ລົງທຶນພັດທະນະກຸ່ມອຸດສາຫະກຳ, ໝູ່ບ້ານອາຊີບຫັດຖະກຳ ທີ່ສອດຄ່ອງກັບແຜນກຳນົດ ແລະ ເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ອະນຸລັກແລະພັດທະນາຂະແໜງການ, ວິຊາຊີບ, ໝູ່ບ້ານຫັດຖະກຳ, ການບໍລິການ, ການທ່ອງທ່ຽວຊຸມຊົນ ແລະ ການທ່ອງທ່ຽວນິເວດ. ສ້າງໂຄງສ້າງພື້ນຖານດ້ານການຄ້າທີ່ຫຼາກຫຼາຍ ແລະ ຄົບຊຸດ.

ທີຫ້າ, ສ້າງຊົນນະບົດຕາມທິດທາງທັນສະໄໝ, ຂະຫຍາຍຕົວຢ່າງຮອບດ້ານແລະຍືນຍົງ ໂດຍຕິດພັນກັບການຂະຫຍາຍຕົວເມືອງ, ຮັບປະກັນທາດແທ້ ເຂົ້າສູ່ລວງເລິກ ແລະມີປະສິດທີພາບ ເພື່ອຜົນປະໂຫຍດຂອງປະຊາຊົນ. ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດຕະຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ກໍ່ສ້າງ​ຊົນນະບົດ​ໃໝ່ລະດັບສູງ, ​ຊົນນະບົດ​ໃໝ່ແບບຢ່າງ ແລະ ຊົນນະບົດ​ໃໝ່​ຂັ້ນ​​ບ້ານ ​ແລະ ໝູ່​ບ້ານ. ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການປັບປຸງ​ ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ-ຄວາມ​ໝັ້ນຄົງ, ການພັດທະນາ​ເສດຖະກິດ-ສັງຄົມ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ,... ລົງທຶນໃນການສ້າງໂຄງສ້າງພື້ນຖານໃນຊົນນະບົດທີ່ຄົບຊຸດ ທັນສະໄໝ ແລະ ເຊື່ອມຕໍ່ກັບຕົວເມືອງ, ໂດຍສະເພາະ ແມ່ນເຂດຊານຕົວເມືອງໃຫຍ່, ຕົວເມືອງ, ຄ່ອຍໆເຂົ້າໃກ້ສະພາບໂຄງສ້າງພື້ນຖານແລະບໍລິການໃນຕົວເມືອງ; ປັບປຸງຄວາມທັນສະໄໝໃຫ້ກັບໂຄງສ້າງພື້ນຖານດ້ານຄົມມະນາຄົມຂົນສົ່ງ, ການປ່ຽນແປງທາງດິຈິຕອນ, ວັທະນະທຳ, ການສຶກສາ ສາທາະນະສຸກ; ສະໜອງນ້ຳສະອາດຕາມມາດຕະຖານ. ຈັດການແລະແກ້ໄຂມົນ​ລະ​ພິດ​ສິ່ງ​ແວດ​ລ້ອມຢ່າງຮີບດ່ວນແລະເດັດຂາດ.

ທີຫົກ, ສືບຕໍ່ປັບປຸງສະຖາບັນ ແລະນະໂຍບາຍ ກ່ຽວກັບກະສິກຳ ຊາວກະສິກອນ ແລະ ຊົນນະບົດໃຫ້ສົມບູນ. ປັບປຸງບູລະນະ ແລະເພີ່ມເຕີມນະໂຍບາຍ, ກົດໝາຍທີ່ດິນ ເພື່ອຮັບປະກັນການຄຸ້ມຄອງ ແລະການນຳໃຊ້ທີ່ດິນກະສິກຳ ຢ່າງຍືນຍົງ ແລະມີປະສິດທິຜົນ, ຊຸກຍູ້ການສະສົມເຕົ້າໂຮມທີ່ດິນນາ ແລະ ນຳໃຊ້ທີ່ດິນນາ ຢ່າງຍືດຫຍຸ່ນແລະມີປະສິດທິຜົນ. ມີກົນໄກດັດປັບແລະຈັດສັນງົບປະມານ ເພື່ອຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດ ລະຫວ່າງບັນດາທ້ອງຖິ່ນທີ່ມີເນື້ອທີ່ດິນປູກເຂົ້າ, ດິນປ່າຂະໜາດໃຫຍ່ ກັບບັນດາທ້ອງຖິ່ນອື່ນ; ສະໜັບສະໜູນການຍົກສູງຊີວິດການເປັນຢູ່ຂອງຜູ້ປູກເຂົ້າ, ຜູ້ປູກປ່າ. ພັດທະນາຕະຫຼາດການເງິນແລະສິນເຊື່ອຈຸລະພາກ; ປັບປຸງບູລະນະນະໂຍບາຍປະກັນໄພການກະເສດ, ພັດທະນາຟາມ, ເສດຖະກິດຄົວເຮືອນ, ເສດຖະກິດລວມໝູ່, ການເຊື່ອມໂຍງ ແລະ ການຮ່ວມມືດ້ານການຜະລິດແລະທຸລະກິດ; ເພີ່ມທະວີການເຊື່ອມໂຍງລະຫວ່າງສະຫະກອນ, ສ້າງສະມາຄົມ ແລະ ສະຫະພາບສະຫະກອນ.

ທີເຈັດ, ສ້າງຄວາມກ້າວໜ້າໃນການຄົ້ນຄວ້າ ແລະການປະຍຸກໃຊ້ ວິດທິຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການປ່ຽນແປງທາງດິຈິຕອນ; ປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວ, ຍົກສູງຄວາມສາມາດໃນການຄົ້ນຄວ້າ, ການປະຍຸກໃຊ້, ການຖ່າຍທອດວິທະຍາສາດ-ເຕັກໂນໂລຊີ, ໂດຍສະເພາະ ເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ; ຍູ້ແຮງການປ່ຽນແປງທາງດິຈິຕອນ, ການສ້າງແລະການປັບປຸງຖານຂໍ້ມູນຂະໜາດໃຫຍ່ໃຫ້ສົມບູນ; ເພີ່ມທະວີຄວາມສາມາດ ແລະປະສິດທິຜົນ ການເຄື່ອນໄຫວຂອງບັນດາອົງການຄົ້ນຄວ້າວິທະຍາສາດ ແລະ ການຖ່າຍທອດວິທະຍາສາດ-ເຕັກໂນໂລຊີພາກລັດ, ສົມທົບຍູ້ແຮງການຫັນເປັນສັງຄົມ, ດຶງດູດການລົງທຶນຂອງວິສາຫະກິດ, ປະຕິບັດການມອບເໝົາແລະການສັ່ງສິນຄ້າຜະລິດຕະພັນວິດທະຍາສາດ-ເຕັກໂນໂລຊີ, ສ້າງບາດກ້າວບຸກທະລຸໃນແນວພັນພືດ ແລະ ສັດ; ສະໜັບສະໜູນການສ້າງຕັ້ງສູນກ້າເບ້ຍເຕັກໂນໂລຊີ, ສູນເລີ່ມທຸລະກິດ, ກອງ​ທຶນ​ການ​ລົງ​ທຶນ​ນະ​ວັດ​ຕະ​ກໍາ​ ແລະ ທຸລະກິດເລີ່ມຕົ້ນ; ຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ, ​ໂຮງຮຽນ, ວິສາຫະ​ກິດ, ສະຫະກອນ ​ແລະ ຊາວ​ກະສິກອນ; ສົ່ງເສີມການຄ້າອີຄອມເມີຊ, ການກວດສອບຕົ້ນກຳເນີດຂອງສິນຄ້າ ແລະ ການຄວບຄຸມຄວາມປອດໄພຂອງອາຫານ.

ຄຽງຄູ່ກັນນັ້ນ, ຂະແໜງກະສິກຳຍັງຕ້ອງສ້າງການບຸກທະລຸໃນການພັດທະນາກຳລັງຄົນ, ການຝຶກອົບຮົມ ແລະພັດທະນາທັກສະວິຊາຊີບ ເພື່ອຕອບສະໜອງຄວາມຕ້ອງການຂອງການປັບໂຄງສ້າງກະສິກຳ, ການພັດທະນາເສດຖະກິດໃນຊົນນະບົດ ແລະ ໃຊ້ປະໂຫຍດຈາກໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ການປ່ຽນແປງທາງດິຈິຕອນ ແລະ ການເຊື່ອມໂຍງເຂົ້າກັບສາກົນ ຢ່າງມີປະສິດທິຜົນ; ປ່ຽນແປງໃໝ່ຮູບການຈັດຕັ້ງແລະເນື້ອໃນ ຂອງການຝຶກອົບຮົມອາຊີບ ຢ່າງຮອບດ້ານ, ປັບປຸງຍົກສູງລະດັບແລະທັກສະວິຊາຊີບ, ໂດຍສະເພາະ ແຮງງານຮຸ່ນໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ

ທີແປດ, ຂະແໜງການກະສິກຳຈຳເປັນຕ້ອງເປັນເຈົ້າການໃນການເຊື່ອມໂຍງແລະຮ່ວມມືສາກົນ, ຂະຫຍາຍຕະຫຼາດ, ດຶງດູດຊັບພະຍາກອນ ແລະ ຍູ້ແຮງການຖ່າຍໂອນວິທະຍາສາດ-ເຕັກໂນໂລຊີ. ເອົາໃຈໃສ່ເຖິງການພັດທະນາຕະຫຼາດສິນຄ້າກະສິກຳໃນປະເທດ, ເປັນເຈົ້າການໃນການໃຊ້ປະໂຫຍດຈາກໂອກາດຈາກສັນຍາການຄ້າເສລີຮຸ່ນໃໝ່, ຮັກສາສະຖຽນລະພາບຂອງຕະຫຼາດແບບດັ້ງເດີມ, ເປີດກວ້າງແລະກະຈາຍຕະຫຼາດສົ່ງອອກ, ຫຼີກລ້ຽງການເພິ່ງພາຕະຫຼາດບາງແຫ່ງ; ລະດົມແລະນຳໃຊ້ແຫຼ່ງທຶນ ແລະການສະໜັບສະໜູນຢ່າງມີປະສິດທິຜົນ; ເປີດກວ້າງການຮ່ວມມືສາກົນ, ຖ່າຍທອດເຕັກໂນໂລຊີໃໝ່ແລະຂັ້ນສູງ, ໂດຍສະເພາະ ເຕັກໂນໂລຊີການປຸງແຕ່ງ, ການເກັບຮັກສາ, ເຕັກໂນໂລຊີແນວພັນ, ເຕັກໂນໂລຊີດ້ານສິ່ງແວດລ້ອມ ແລະການນຳໃຊ້ຜະລິດຕະພັນສຳຮອງ; ເພີ່ມທະວີການຮ່ວມມືສາກົນດ້ານການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ການຮັບປະກັນຄວາມໝັ້ນຄົງຂອງແຫຼ່ງນ້ຳ, ການປ້ອງກັນແລະຕໍ່ສູ້ກັບໂລກລະບາດ ແລະ ມົນລະພິດຕໍ່ສິ່ງແວດລ້ອມຂ້າມຊາຍແດນ.

------------------------------------------------

(1), (2), (3), (4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 112, 166, 35, 44

(5) ການປັບໂຄງສ້າງກະສິກຳຢ່າງແທ້ຈິງແລະມີປະສິດທິຜົນ, ຂຸດຄົ້ນແລະເສີມຂະຫຍາຍຂໍ້ໄດ້ປຽບຂອງກະສິກຳເຂດຮ້ອນ, ຄວາມສາມາດບົ່ມຊ້ອນແລະຂໍ້ໄດ້ປຽບຂອງແຕ່ລະເຂດ, ພາກ, ທ້ອງຖິ່ນ. ຍູ້ແຮງການສະສົມເຕົ້າໂຮມທີ່ດິນ; ພັດທະນາກະສິກຳຕາມທິດທາງທັນສະໄໝ, ການ​ກະ​ສິ​ກໍາ​ເປັນ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​ແບບກະເສດສຸມ​, ຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານ ບົນພື້ນຖານການປະຍຸກວິທະຍາສາດ-ເຕັກໂນໂລຊີທີ່ກ້າວໜ້າ, ການປ່ຽນແປງທາງດິຈິຕອນ, ການຫັນເປັນກົນຈັກ ອັດຕະໂນມັດ; ເຊື່ອມໂຍງຢ່າງແໜ້ນແຟ້ນການກະສິກຳ ກັບອຸດສາຫະກຳແລະການບໍລິການ, ການຜະລິດກັບການຮັກສາ, ປຸງແຕ່ງ ແລະ ບໍລິໂພກຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ​. ສົ່ງເສີມການພັດທະນາກະສິກຳສີຂຽວ, ອີນຊີ ແລະ ໝູນວຽນ, ໂຄງການແຕ່ລະຕາແສງມີຜະລິດຕະພັນປະເພດໜຶ່ງ (OCOP), ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ,... ພັດທະນາຢ່າງແຂງແຮງອຸດສາຫະກຳຜະລິດແນວພັນພືດແລະສັດ ທີ່ມີສະມັດຕະພາບແລະຄຸນນະພາບສູງ, ທົນທານຕໍ່ໂລກລະບາດ ແລະ ປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ; ອະນຸລັກແລະພັດທະນາແນວພັນທ້ອງຖິ່ນທີ່ມີມູນຄ່າສູງ; ມີກົນໄກທີ່ເໝາະສົມ ເພື່ອຊຸກຍູ້ສະຖາບັນ, ໂຮງຮຽນ ແລະ ວິສາຫະກິດຕ່າງໆ ໃຫ້ມີການຄົ້ນຄວ້າ, ຄັດເລືອກ ແລະ ສ້າງແນວພັນໃໝ່; ຍົກສູງຄວາມສາມາດເປັນເຈົ້າຕົນເອງໃນການຜະລິດອາຫານສັດ; ຍູ້ແຮງການຄົ້ນຄວ້າ ແລະເປັນເຈົ້າເຕັກໂນໂລຊີການຜະລິດວັກຊີນ, ຢາຮັກສາສັດ, ຢາປ້ອງກັນພືດ, ອຸປະກອນແລະວັດສະດຸທາງການກະເສດ. ພັດທະນາ​ລະບົບ​ເຕັກນິກ​ວິຊາ​ສະ​ເພາະ​ດ້ານ​ສັດຕະວະ​ແພດ, ການ​ຄຸ້ມຄອງແລະກັກກັນ​ພືດ​ແລະ​ສັດ, ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຢ່າງ​ມີ​ປະສິດທິ​ຜົນ,...

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1026 (ເດືອນພະຈິກ -2023)