ຜົນສຳເລັດບາງຢ່າງຈາກການຢ້ຽມຢາມ ຂອງປະທານສະພາແຫ່ງຊາດຫວຽດນາມ ເພື່ອພັດທະນາການພົວພັນມິດຕະພາບ ການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມແລະລັດຖະສະພາຂອງປະເທດຕ່າງໆໃນໂລກ
ທ່ານນາງ ຫວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ
ເຂົ້າຮ່ວມໃນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ມີບັນດາກຳມະການຄະນະປະຈຳສະພາແຫ່ງຊາດ, ກຳມະການສູນກາງພັກ ແລະການນຳຂອງບາງກະຊວງ ຂະແໜງການ ແຂວງ ກຳແພງນະຄອນ.
ເພີ່ມທະວີການຮ່ວມມືຫຼາຍດ້ານກັບມາຣົກ
ໃນເວລາຢ້ຽວຢາມເປັນທາງການທີ່ລາຊະອານາຈັກມາຣົກ, ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ພົບປະເຈລະຈາກັບປະທານສະພາຕ່ຳມາຣົກ ຮາບິບ ແອນ ມານກີ; ພົບປະຫາລືກັບນາຍົກລັດຖະມົນຕີມາຣົກ ຊາແດດີນ ອົດມານີ; ໃຫ້ການຕ້ອນຮັບປະທານສະມາຄົມມິດຕະພາບ ມາຣົກ-ວຽດນາມ; ພົບປະກັບຜູ້ວ່າລາຊະການຂອງເຂດມາຣາແກດ; ພົບປະໂອ້ລົມກັບພະນັກງານສະຖານທູດຫວຽດນາມແລະຊຸມຊົນຊາວຫວຽດນາມຢູ່ມາຣົກ.
ບັນດາເນື້ອໃນການເຄື່ອນໄຫວຂອງຄະນະຜູ້ແທນສະພາແຫ່ງຊາດໄດ້ຮັບການກະກຽມຢ່າງລະອຽດທີ່ສຸດຈາກສອງຝ່າຍ ແລະ ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບໃໝ່ຢ່າງມີເນື້ອແທ້ຕົວຈິງ. ຜ່າການພົບປະແລະເຮັດວຽກຢູ່ມາຣົກ, ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ແລະ ບັນດາຜູ້ນຳຂອງມາຣົກ ໄດ້ເປັນເອກະພາບຕີລາຄາວ່າ ການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດໄດ້ພັດທະນາຢ່າງດີ. ສອງປະເທດມີຄວາມຄ້າຍຄືກັນຫຼາຍ, ໃນເວລາທີ່ຜ່ານມາໄດ້ສະໜັບສະໜູນຊຶ່ງກັນແລະກັນໃນຫຼາຍເວທີປາໄສສາກົນ. ມາຣົກສະໜັບສະໜູນຫວຽດນາມໃນບົດບາດຊຸກຍູ້ສັນຕິພາບ ແລະຄວາມປອດໄພໃນພາກພື້ນແລະໃນໂລກ. ສອງຝ່າຍແບ່ງປັນຄວາມຕັດສິນໃຈຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວແຂງແຮງກວ່າອີກ; ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດເຊັ່ນ ເສດຖະກິດ, ການຄ້າ, ການລົງທຶນ, ອຸດສາຫະກຳ, ການທ່ອງທ່ຽວ, ການສຶກສາ ແລະ ການພົວພັນປະຊາຊົນໃຫ້ສົມຄູ່ກັບການພົວພັນດ້ານການເມືອງ, ການທູດ.
ຫວຽດນາມຖືວ່າ ປະເທດມາຣົກເປັນປະຕູສູ່ຕະຫຼາດອາຟຣິກກາເໜືອ ແລະ ທະວີບອາຟຣິກກາ. ສຳລັບມາຣົກ, ຫວຽດນາມເປັນປະຕູສູ່ຕະຫຼາດພາກພື້ນອາຊີຕາເວັນອອກສຽງໃຕ້. ຜູ້ນຳສະພາແຫ່ງຊາດຂອງສອງປະເທດ ເປັນເອກະພາບໃນການຮ່ວມມືລັດຖະສະພາ ຈະຮັກສາກົນໄກຢ້ຽມຢາມຊຶ່ງກັນແລະກັນຂອງຜູ້ນຳສະພາແຫ່ງຊາດຂອງສອງປະເທດທຸກສອງປີ; ແຕ່ລະຄັ້ງຈະຈັດຕັ້ງການປະຊຸມສຳມະນາກ່ຽວກັບຫົວຂໍ້ໜຶ່ງທີ່ລະອຽດ ເພື່ອຈະມີການຄົ້ນຄວ້າ, ແບ່ງປັນບົດຮຽນປະສົບການທີ່ເປັນປະໂຫຍດແທ້ໆລະຫວ່າງສອງອົງການນິຕິບັນຍັດ.
ໃນຂອບການຢ້ຽມຢາມຄັ້ງນີ້, ຜູ້ຕາງໜ້າຂອງບາງກະຊວງ ຂະແໜງການແລະທ້ອງຖິ່ນຂອງສອງປະເທດ ໄດ້ລົງນາມໃນເອກະສານການຮ່ວມມື, ສ້າງການພົວພັນແຮກສ່ຽວໃນຊຸມປີຕໍ່ໄປ.
ນຳເອົາການຮ່ວມມືຍຸດທະສາດລະຫວ່າງຫວຽດນາມແລະຝຣັ່ງເຂົ້າສູ່ຄວາມເປັນຈິງ
ໃນຂອບການຢ້ຽມຢາມສາທາລະນະລັດຝຣັ່ງຢ່າງເປັນທາງການ, ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ໄປວາງພວງມາລາທີ່ອະນຸສາວະລີປະທານ ໂຮ່ຈີມິນ, ປູກຕົ້ນໄມ້ທີ່ລະນຶກ ແລະ ຢ້ຽມຊົມສະຖານທີ່ໂຮ່ຈີມິນ ທີ່ສວນ ມົງເຕຣີອີ, ນະຄອນ ມົງເຕຣີອີ; ພົບປະເຈລະຈາກັບປະທານສະພາຕ່ຳຝຣັ່ງ ຣີຊາດ ເຟີແຣນ; ພົບປະຫາລືກັບນາຍົກລັດຖະມົນຕີສາທາລະນະລັດຝຣັ່ງ ເອດູອາດ ຟີລິບ; ຕ້ອນຮັບເລຂາທິການພັກກອມມູນິດຝຣັ່ງ ຟາບຽງ ຣຸດແຊນ; ພົບປະກັບທ່ານ ຊັງ-ປີແອ ອາກຊັງໂບ ເລຂາທິກາສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ; ເຂົ້າຮ່ວມພິທີປະດັບຫຼຽນໃຊເອກະລາດຊັ້ນໜຶ່ງ ໃຫ້ສະມາຄົມຊາວຫວຽດນາມຢູ່ປະເທດຝຣັ່ງ; ພົບປະກັບຊຸມຊົນຊາວຫວຽດນາມຢູ່ປະເທດຝຣັ່ງ; ພົບປະກັບຄະນະບໍລິຫານງານຂອງສະຫະພັນສະມາຄົມຊາວຫວຽດນາມຢູ່ເອີຣົບ; ພົບປະກັບຄະນະຈັດຕັ້ງ ແລະ ຕົວແທນຊາວຫວຽດນາມທີ່ດີເດັ່ນຂອງ "ເວທີປາໄສຊາວຫວຽດນາມທີ່ມີອິດທິພົນ"; ຕ້ອນຮັບຜູ້ນຳຂອງບໍລິສັດອາວະກາດແລະການປ້ອງກັນປະເທດຝຣັ່ງ (SAFRAN). ປະທານແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ກໍ່ໄດ້ມີການພົບປະກັບທ່ານ ຊັງ-ລູກ ເມີເດນ ເຈົ້າຄອງນະຄອນ ຕູລູດ; ເປັນພະຍານໃນພິທີທີ່ຜູ້ຕາງໜ້າ Vietnam Airlines ຮັບເຮືອບິນແບບ A350-900; ຜູ້ຕາງໜ້າ Vietjet ຮັບເຮືອບິນແບບ A321 neo; ເຂົ້າຮ່ວມພິທີເປີດຫ້ອງການ FPT ໃນນະຄອນ ຕູລູດ.
ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ແລະ ບັນດາຜູ້ນຳຂອງປະເທດຝຣັ່ງ ໄດ້ເປັນເອກະພາບຕີລາຄາສາຍພົວພັນລະຫວ່າງສອງປະເທດ ທີ່ພວມພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ ການເມືອງ, ການທູດ, ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ການພົວພັນປະຊາຊົນ… ຄຽງຂ້າງນັ້ນ, ການພົວພັນລະຫວ່າງສະພາແຫ່ງຊາດຂອງສອງປະເທດ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ກໍ່ບັນລຸຜົນສຳເລັດທີ່ດີງາມທີ່ສຸດ. ສອງຝ່າຍເປັນເອກະພາບຈະຊຸກຍູ້ການພົວພັນຮ່ວມມືສອງຝ່າຍແລະ ຮ່ວມມືທາງດ້ານລັດຖະສະພາຢ່າງແຂງແຮງ. ບັນດາຜູ້ນຳຂອງຝຣັ່ງ ໄດ້ສະແດງຄວາມສະໜັບສະໜູນການລົງນາມແລະໃຫ້ສັດຕະຍາບັນຢ່າງໄວ ໃນສັນຍາການຄ້າເສລີລະຫວ່າງຫວຽດນາມແລະເອີຣົບ (EVFTA), ສະໜັບສະໜູນທັດສະນະຂອງຫວຽດນາມກ່ຽວກັບການແກ້ໄຂບັນດາບັນຫາໃນພາກພື້ນແລະໃນໂລກ ອີງຕາມຫຼັກການສັນຕິພາບ, ປຶກສາຫາລື ແລະ ເຄົາລົບກົດໝາຍສາກົນ.
ໃນເວລາຢ້ຽມຢາມປະເທດຝຣັ່ງ, ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ແລະສະມາຊິກສະພາແຫ່ງຊາດຝຣັ່ງບາງຄົນ ໄດ້ພົບປະເຮັດວຽກກັບຜູ້ນຳຂອງ 5 ບໍລິສັດຊັ້ນນຳຂອງຝຣັ່ງ ເພື່ອແລກປ່ຽນ, ສົນທະນາກ່ຽວກັບບັນດານະໂຍບາຍ, ທິດທາງການພັດທະນາເສດຖະກິດ, ການຄ້າຂອງສອງປະເທດ. ນີ້ກໍ່ແມ່ນໂອກາດໃນການສົ່ງເສີມແນະນຳບັນດາຄວາມສາມາຊ້ອນແຝງແລະໂອກາດ ເພື່ອໃຫ້ວິສາຫະກິດຂອງສອງປະເທດອາດຈະເປີດກວ້າງການຮ່ວມມື, ລົງທຶນ. ເຫດການທີ່ໜ້າເອົາໃຈໃສ່ຄື ຢູ່ທີ່ນະຄອນຫຼວງປາຣີ, ປະທານແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ພົບປະກັບຊາວຫວຽດນາມໃນຕ່າງປະເທດເກືອບ 700 ຄົນທີ່ອາໄສໃນຝຣັ່ງ ເນື່ອງໃນໂອກາດສະຫຼອງຄົບຮອບ 100 ປີວັນລຸງໂຮ່ກໍ່ຕັ້ງສະມາຄົມຊາວຫວຽດນາມຢູ່ປະເທດຝຣັ່ງ; ເຂົ້າຮ່ວມແລະກ່າວປາໄສໃນກອງປະຊຸມການຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມແລະຝຣັ່ງຄັ້ງທີ 11 ຢູ່ນະຄອນ ຕູລູດ. ຜ່ານຊ່ອງທາງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ປະຈຸບັນມີ 36 ຄູ່ຮ່ວມມືຝຣັ່ງ ພົວພັນຮ່ວມມືກັບ 50 ຄູ່ຮ່ວມມືຫວຽດນາມ, ຜັນຂະຫຍາຍ 335 ໂຄງການຮ່ວມມືໃນຫຼາຍຂົງເຂດ ແລະ ຮູບການຮ່ວມມືນີ້ປະສົບຜົນສຳເລັດຫຼາຍ. ວິທີຈັດຕັ້ງການໝູນວຽນກອງປະຊຸມທຸກໆສາມປີ, ຄັ້ງນີ້ໃນ ຕູລູດ (ປະເທດຝຣັ່ງ), ອີກສາມປີຈະຈັດຂຶ້ນທີ່ ຮ່າໂນ້ຍ (ປະເທດຫວຽດນາມ). ເນື້ອໃນຂອງບັນດາການພົບປະລະຫວ່າງວິສາຫະກິດຂອງສອງປະເທດແມ່ນສຸມໃສ່ປຶກສາສົນທະນາກ່ຽວກັບທິດທາງການຮ່ວມມືໃນຫຼາຍຂົງເຂດ, ນັບແຕ່ວັດທະນະທີ່ມີຕົວຕົນແລະບໍ່ມີຕົວຕົນ; ການປ່ຽນແປງສະພາບອາກາດ ຈົນເຖິງການຮ່ວມມືໃນຂົງເຂດສະທາລະນະສຸກ, ການຮ່ວມມືພັດທະນາເສດຖະກິດແບບຍືນຍົງ.
ຊຸກຍູ້ການຮ່ວມມືກັບລັດຖະສະພາເອີຣົບ
ທີ່ລັດຖະສະພາເອີຣົບຢູ່ລາຊະອານາຈັດແບນຊິກ, ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານ ອານໂຕນີໂອ ຕາຈານີ ປະທານລັດຖະສະພາເອີຣົບ; ພົບປະຫາລືກັບທ່ານ ຢັງຄຼາວ ຢັງເກີ ປະທານຄະນະກຳມາທິການເອີຣົບ; ພົບປະຫາລືກັບທ່ານ ຢັກ ບຣົດຈີ ປະທານສະພາສູງແຫ່ງລາຊະອານາຈັກແບນຊິກ; ພົບປະຫາລືກັບທ່ານ ຊີກຟຣີກ ບຣາກ ປະທານສະພາຕ່ຳແຫ່ງລາຊະອານາຈັກແບນຊິກ; ພົບປະກັບຊຸມຊົນຊາວຫວຽດນາມຢູ່ລາຊະອານາຈັກແບນຊິກ; ຕ້ອນຮັບທ່ານ ວິນລີ ບອກຊູດ, ລັດຖະມົນຕີ, ປະທານເຂດ ວາລອນນີ, ລາຊະອານາຈັກແບນຊິກ.
ໃນບັນດາການພົບປະເຈລະຈາຫາລືນັ້ນ, ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ມີການແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ, ແທ້ຈິງ ກ່ຽວກັບບັນດາເນື້ອໃນທີ່ພົວພັນເຖິງ EVFTA ແລະສັນຍາການປ້ອງກັນການລົງທຶນ. ເຖິງວ່າຍັງມີຂໍ້ແຕກຕ່າງກັນບາງຢ່າງລະຫວ່າງສອງຝ່າຍ, ແຕ່ບັນດາຜູ້ນຳຂອງລັດຖະສະພາເອີຣົບ, ຄະນະກຳມາທິການເອີຣົບ ແລະ ລັດຖະສະພາແບນຊິກ ລ້ວນແຕ່ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດ ເພື່ອໃຫ້ສັນຍາສອງສະບັບທີ່ສຳຄັນນີ້ໄດ້ຮັບການລົງນາມແລະໃຫ້ສັດຕະຍາບັນໂດຍໄວໃນທັນທີພາຍຫຼັງທີ່ລັດຖະສະພາເອີຣົບເລິ່ມຕົ້ນສະໄໝໃໝ່, ຖືວ່າສອງເອກະສານນີ້ແມ່ນເອກະສານບຸລິມະສິດ ໃນຂະບວນການໂອນລະຫວ່າງສອງສະໄໝຂອງລັດຖະສະພາເອີຣົບ, ເລີ່ມຈາກບັນດາຜົນປະໂຫຍດອັນໃຫຍ່ຫຼວງແລະໂອກາດອັນກວ້າງໄກ ຊຶ່ງສັນຍາສອງສະບັບນີ້ຈະນຳມາໃຫ້ຫວຽດນາມ, ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກຂອງສະຫະພາບເອຣົບ. ສອງຝ່າຍຢືນຢັນຄວາມກຽມພ້ອມທີ່ຈະສົນທະນາຢ່າງເປີດເຜີຍ, ກົງໄປກົງມາ ກ່ຽວກັບບາງບັນຫາທີ່ຍັງມີຄວາມແຕກຕ່າງກັນ ເພື່ອໄປເຖິງຄວາມຮັບຮູ້ຮ່ວມກັນ, ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມແລະສະຫະພາບເອີຣົບໃນເວລາຕໍ່ໄປ ໃຫ້ຂະຫຍາຍຕົວກ່ວາອີກ.
ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດຫວຽດນາມໃນສະຫະພາບລັດຖະສະພາໂລກ
ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ເຂົ້າຮ່ວມສະມັດຊາໃຫຍ່ຄັ້ງທີ 140 ຂອງສະຫະພາບລັດຖະສະພາໂລກ (ອາຍປູ - 14) ຢູ່ ໂດຮາ ປະເທດກາຕາ. ສະມັດຊາໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 1.600 ຄົນທີ່ມາຈາກ 162 ປະເທດ, ພິເສດແມ່ນ ມີການເຂົ້າຮ່ວມຂອງປະມານ 80 ຫົວໜ້າລັດຖະສະພາ. ໃນນັ້ນ, ປະທານສະພາແຫ່ງຊາດຫວຽດນາມໄດ້ກ່າວສຸນທອນພົດໃນກອງປະຊຸມສະມັດຊາ ອາຍປູ-140 ດ້ວຍຫົວຂໍ້ “ລັດຖະສະພາແມ່ນພື້ນຖານສຳລັບເພີ່ມທະວີການສຶກສາເພື່ອສັນຕິພາບ, ຄວາມປອດໄພແລະອຳນາດກົດໝາຍ”.
ໃນບົດລາຍງານຂອງຕົນ, ປະທານແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ຕີລາຄາສູງຕໍ່ບົດບາດຂອງ ອາຍປູ, ບັນດາແຜນນະໂຍບາຍ, ມະຕິຂອງ ອາຍປູ ທີ່ໄດ້ສະເໜີໃຫ້ບັນດາລັດຖະສະພາສະມາຊິກຜັນຂະຫຍາຍຢ່າງສຳເລັດຜົນທີ່ສຸດ. ປະທານສະພາແຫ່ງຊາດຫວຽດນາມໄດ້ເນັ້ນເຖິງບັນຫາທີ່ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຄື ປັບປຸງສະພາບແວດລ້ອມສັນຕິພາບເພື່ອການພັດທະນາ, ມີສັນຕິພາບແມ່ນມີທຸກສິ່ງທຸກຢ່າງ. ປະທານສະພາແຫ່ງຊາດຫວຽດນາມກໍ່ສະເໜີໃຫ້ ອາຍປູ ສືບຕໍ່ການປ່ຽນແປງໃໝ່, ປະຕິຮູບເພື່ອໃຫ້ວາລະການປະຊຸມແລະມະຕິຂອງ ອາຍປາ ເຂົ້າສູ່ຊີວິດຕົວຈິງແລະມີເນື້ອແທ້. ບັນດາປະເທດສະມາຊິກຕ້ອງຈັດຕັ້ງການປະຕິບັດຈຶ່ງມີຄວາມຍຸຕິທຳ, ປະເທດທີ່ດຳເນີນການໃນລະດັບຊາດເທົ່ານັ້ນຈະບໍ່ມີປະສິດທິຜົນສູງ. ສຸດທ້າຍ, ປະທານສະພາແຫ່ງຊາດຫວຽດນາມໄດ້ສະເໜີໃຫ້ບັນດາຝ່າຍຄວນແລກປ່ຽນກັນຢ່າງເປັນປະຈຳໃນເວທີສາກົນກ່ຽວກັບບັນດາບັນຫາທີ່ສຳຄັນ ເພື່ອແບ່ງປັນແລະເພີ່ມທະວີການປຶກສາສົນທະນາ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງແລະຄວາມຫຍໍ້ທໍ້ຕ່າງໆ.
ໃນຂອບເຂດກອງປະຊຸມ ອາຍປາ-140, ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ພົບປະຫາລືກັບຜູ້ນຳບາງຄົນ: ປະທານດູມາແຫ່ງຊາດ (ສະພາຕ່ຳ) ສະຫະພັນທະລັດລັດເຊຍ ວີອາແຈສະລາບ ໂວໂລດິນ; ນາຍົກລັດຖະມົນຕີກາຕາ ເຊກ ອັບດູນລາ ບິນ ນາດແຊ ບິນ ຄາລີຟາ ອານ ທານີ; ປະທານສະພາຊູຣາ (ລັດຖະສະພາ) ກາຕາ ອາມາດ ບິນ ອັບດູນລາ ອານ ມາມຸດ; ປະທານສະພາແຫ່ງຊາດສີລັງກາ ກາຣູ ຈາຢາຊູຣີຢາ; ປະທານສະພາຕ່ຳກາຊັກສະຖານ ນູລານ ນິກມາຕູລິນ; ປະທານສະພາແຫ່ງຊາດເຊອັອກຊີ ອີຣາກຼີ ໂກບາຄິດເຊ; ປະທານສະພາແຫ່ງຊາດອີຣານ ອາລີ ອາເດແຊ ລານີຈາຣີ; ພົບປະກັບຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ ແຊວນ ເຢວ້ເຢວ້; ພົບປະກັບເລຂາທິການໃຫຍ່ຂອງ ອາຍປູ ມາກຕີນ ຊູນກອງ; ພົບປະກັບປະທານ ອາຍປູ ກາບຣຽນລາ ກູວາດ ບາຣອນ; ພົບປະກັບປະທານລັດຖະສະພາແຫ່ງສະຫະພັນທະລັດໄມໂກຣນີເຊຍ ແວຊະເລ ວ. ຊີມີນາ. ປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ໄປຢາມແລະເຮັກວຽກກັບພະນັກງານ, ລັດຖະກອນສະຖານທູດວຽດນາມ ແລະ ພົບປະກັບຊຸມຊົນຊາວຫວຽດນາມຢູ່ປະເທດກາຕາ…
ດ້ວຍກິດຈະກຳທີ່ເປັນປະໂຫຍດແລະຈຳເປັນເກືອບ 50 ກິດຈະກຳຂອງປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໃນການເດີນທາງທຸລະກິດທີ່ຜ່ານມາ, ພວກເຮົາຈະມີວຽກງານທີ່ຕ້ອງປະຕິບັດຫຼາຍກວ່າອີກ ເພື່ອໃຫ້ການພົວພັນລະຫວ່າງປະເທດເຮົາກັບບັນດາປະເທດໃນໂລກປະສົບຄວາມສຳເລັດທີ່ດິງາມ. ຜ່ານການເຮັດວຽກ, ບັນດາຝ່າຍທີ່ກ່ຽວລ້ວນແຕ່ຢືນຢັນຄວາມຕ້ອງການເພີ່ມທະວີການຮ່ວມມື ແລະແລກປ່ຽນຄະນະຜູ້ແທນຕໍ່ໄປ ບົນຈິດໃຈກຳນົດບັນດາເປົ້າໝາຍອັນລະອຽດ, ມີປະສິດທິຜົນຕົບຈິງໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ຈາກນັ້ນ ປະກອບສ່ວນຊຸກຍູ້ການຮ່ວມມືພັດທະນາລະຫວ່າງຫວຽດນາມ ແລະ ປະເທດອື່ນໆ./.
ໂດຍ ບກ.