ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ນາຍົກລັດຖະມົນຕີ​ແຫ່ງ ສສ. ຫວຽດນາມ ຫງວຽນຊວັນ​ຝຸກ, ນະ​ຍົກ​ລັດຖະມົນຕີ​​ແຫ່ງ​ລາຊະ​ອານາຈັກໂຮ​ນລັງ ມາກ ຣຸດ​ແຕ ​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 9-4-2019. ມາ​ພ້ອມ​ກັບ​ນາຍົກລັດຖະມົນຕີ​ໂຮ​ນລັງມີ​ ລັດຖະມົນຕີ​ກະຊວງ​ໂຄງ​ສ້າ​ນພື້ນຖານ​ແລະການ​ຄຸ້ມ​ຄອງ​ນ້ຳ ວານ ນີ​ແວນ​ຮູ​ເຊ​ນ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ - ທຳ​ມະ​ຊາດ​ແລະຄຸນ​ນະພາ​ບອາຫານ ມາ​ໂ​ຈ​ແລງ ​ໂຊ​ເນມາ ​ແລະ​ທ່ານ ຮານ ​ເດິ ໂບ​ເວີ ປະທານ​ສະຫະພັນ​ວົງ​ການ​ນາຍ​ຈ້າງ​ໂຮ​ນລັງ. ພິ​ເສດ, ​ເຂົ້າ​ຮ່ວມ​ຄະນະ​ຍັງ​ມີ​ປະມານ 70 ນັກທຸລະກິດ​ໃນ​ຫຼາຍຂົງ​ເຂດ​ທີ່​ສຳຄັນ​ຂອງ​ໂຮ​ນລັງ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ນະຍົກລັດຖະມົນຕີໂຮນລັງ ມາກ ຣຸດແຕ ພົບກັບສື່ມວນຊົນ ຫຼັງຈາກການເຈລະຈາລະຫວ່າງສອງຝ່າຍ.

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ນາ​ຍົກ​ລັດຖະມົນຕີ​ໂຮ​ນລັງ ມາກ ຣຸດ​ແຕ ​ໄດ້​ພົບ​ປະ​ເຈລະຈາ​ກັບນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຝຸກ; ຢ້ຽມ​ຄຳນັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ຝູຈ້ອງ; ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ; ​ເຂົ້າຮ່ວມ​ການສຳ​ມະ​ນາກັບຜູ້ນຳ​ບັນດາ​ກະຊວງ ຂະ​ແໜງ​ການ​ຂອງ​ຫວຽດນາມ​ແລະ 70 ນັກທຸລະກິດ​ທີ່ສຳຄັນ​ຂອງ​ໂຮ​ນລັງ; ​ເຂົ້າ​ຮ່ວມລາຍການສະ​ແດງ​​ແຟຊັ້ນ​ທີ່​ຍືນ​ຍົງຢູ່​ສວນ​ດອກ​ໄມ້​ຫຼີຖາຍ​ໂຕ໋ ຈັດ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ແລະ ​ສະຖານທູດ​ໂຮ​ນລັງ.

​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມປະກອບ​ດ້ວຍ 15 ຈຸດ, ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມືສອງ​ຝ່າຍທີ່​ມີຕໍ່​ທັງ​ສອງ​ປະ​ເທດ ​ແລະ ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ແລະ​ໂຮ​ນລັງ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ເພື່ອ​ແນ​ໃສ່ຂຸດ​ຄົ້ນ​ເປັນ​ຢ່າງ​ດີຄວາມ​ສາມາດບົ່ມ​ຊ້ອນ​ໃນ​ການ​ຮ່ວມມື, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ຂະຫຍັນ​ຂັນ​ເຄື່ອນ​ໃນ​ທຸກ​ຂົງ​ເຂດ​ໃນ​ອະນາຄົດ.

ສອງ​ຝ່າຍ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີຍິ່ງ​ກວ່າ​ອີກ ​ການ​ຕິດ​ຕໍ່ລະ​ດັບ​ສູງ​ລະຫວ່າງ​ສອງ​ປະ​ເທດ ​ໃນຮູບ​ການ​ທະວິ​ພາຄີ​ກໍ​ຄື​ພະຫຸ​ພາຄີ, ພ້ອມ​ກັນ​ນັ້ນ ​ກໍ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ກົນ​ໄກ​ແລກປ່ຽນຮ່ວມ​ມື​ສະ​ເພາະ​ຂະ​ແໜງ ​ທີ່​ພວມ​ພັດທະນາ​​ຢ່າງ​ຫຼາກ​ຫຼາຍ ລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມືບົນ​ພື້ນຖານ​ການ​ບຸລິມະສິດ​ແລະ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ, ​ໃນ​ບັນດາ​ຂົງ​ເຂດ​ການປູກຝັງ, ລ້ຽງສັດ, ຄວບຄຸມ​ຄວາມ​ປອດ​ໄພ​ຂອງອາຫານ, ການ​ກະ​ສະ​ກຳ​ທີ່​ສະຫຼາດ ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຄຸນ​ນະພາ​ບຂອງ​ນ້ຳ… ​ໃນ​ນັ້ນ​ມີ​ການ​ພັດທະນາບັນດາ​ເຂດ​​ກະສິກຳ​ສະຫຼາດ ​ແລະ ບູລະນະ​ບັນດາ​ພວງ​ພະນັງ​ຄຸນຄ່າ​ຜະລິດ​ຕະພັນ, ຂະ​ແໜງ​ສິນຄ້າ​ກະສິກຳ​ຂອງຫວຽດນາມ, ​ໃຫ້​ເອົາ​ໃຈ​ໃສ່​ເຖິງ​ການ​ມອບ​ໂອນ ​ແລະ ຊ່ວຍ​ເຫຼືອ​ເຕັກ​ໂນ​ໂລ​ຊີ​ຈາກຄູ່​ຮ່ວມ​ມື​ໂຮ​ນລັງ ​ແນ​ໃສ່​ເພີ່ມ​ທະວີ​ໂອກາດ​ການ​ຮ່ວມ​ມື​ທຸລະ​ກິດ​ລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​​ໄດ້​ແບ່ງປັນ​ຫຼາຍ​ທັດສະນະ​ທົ່ວ​ໄປ​ກ່ຽວ​ກັບບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ; ສະ​ແດງ​ຄວາມ​ສະໜັບສະໜູນ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືພະຫຸ​ພາຄີ​ທີ່​ມີ​ປະສິດທິ​ຜົນ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ​ເສລີພາບ​ທາງ​ການ​ຄ້າ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ; ສະໜັບສະໜູນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ເຂັ້ມ​ແຂງ, ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມມືລະຫວ່າງ​ອາ​ຊຽນ-ສະຫະພາບ​ເອີຣົບ, ມຸ່​ງ​ໄປ​ສູ່​ການ​ພົວພັນ​ຄູ່​ຮ່ວມມືຍຸດ​ທະ​ສາ​ໃນ​ອະນາຄົດ.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ​ ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະ​ການບິນຢູ່​ທະ​ເລ​ຕາ​ເວັນ​ອອກ, ຢືນຢັນ​ຫຼັກການນັບຖື​ກົດໝາຍ ​ແລະ ​ເນັ້ນ​ໜັກ​ຫຼັກ​ໝັ້ນ​ສະໜັບສະໜູນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງພິພາດດ້ວຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS).

​ເນື່ອງ​ໃນ​ໂອກາດ​ນີ້, ນາຍົກລັດຖະມົນຕີ​ ຫງວຽນຊວັນ​ຝຸກ ​ແລະ ນະ​ຍົກ​ລັດຖະມົນຕີ​​ ມາກ ຣຸດ​ແຕ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ຈຳ ລະຫວ່າງ​ລັດຖະບານ ສາທາລະນະ​ລັດສັງຄົມ​ນິຍົມ​ຫວຽດນາມ ​ແລະ​ ລັດຖະບານລາຊະ​ອານາຈັກ​ໂຮ​ນລັງ ກ່ຽກັບ​ການຮ່ວມ​ມື​ຫັນປ່ຽນ​ກະສິກຳ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ກຶ໋ວລອງ (​ແມ່​ນ້ຳຂອງ); ​ເປັນ​ສັກຂີ​ພະຍານ​​ພິທີ​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບການ​ຮ່ວມ​ມື​ແລະການສະໜັບສະໜູນ​ດ້ານ​ການ​ບໍລິຫານຮ່ວມ​ກັນ​ໃນ​ຂົງ​ເຂດ​ສຸລະກາກອນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ບາງ​ເອກະສານ​ການ​ຮ່ວມ​ມື​ສອງ​ຝ່າຍ​ອື່ນໆ.

ກ່າວປາ​ໄສ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ, ​ແຈ້ງ​ກ່ຽວ​ກັບ​ຜົນ​ຂອງ​ການ​ຢ້ຽ​ມຢາມ​ຫວຽດນາມ ​ແລະ ​ແບ່ງ​ປັນ​ຄວາມ​ເຫັນ​ບາງ​ຢ່າງ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ, ນາຍົກລັດຖະມົນຕີ ມາກ ຣຸດ​ແຕ ​ໃຫ້​ຮູ້​ວ່າທ່ານ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທຳ​ອິດ​​ປີ 2014, ຕັ້ງ​ແຕ່​ນັ້ນ​ມາ​ ເສດຖະກິດຂອງຫວຽດນາມ​ຍັງ​ຄົງ​ຮັກສາ​ຄວາມ​ມີ​ຊີວິດ​ຊີວາ​ແລະຄວາມ​ຍືນ​ຍົງ​ໄວ້​ໄດ້. ປະຊາຊົນ​ຫວຽດນາມຂະຫຍັນ​ໝັ້ນ​ພຽນ. ນາຍົກລັດຖະມົນຕີ​ໂຮ​ນລັງ​ໃຫ້​ຮູ້​ວ່າ ນັກທຸລະກິດ​​ໂຮ​ນລັງ 70 ຄົນຈະ​ສືບ​ຕໍ່ຢູ່​ໃນຫວຽດນາສາມ​ວັນ​ອີກ ​ແລະ ​ເຊັນ​ສັນຍາ​ຫຼາຍ​ສະບັບກ່ຽວ​ກັບ​ກະສິກຳ, ການ​ຄຸ້ມ​ຄອງ​ນ້ຳ, ພະລັງງານ​ລົມ​ຢູ່ນອກ​ຝັ່ງ​ທະ​ເລ ​ແລະ ​ໂລ​ຈິກ​ສະຕິ​ກ.

ຕີ​ລາຄາ​ກ່ຽວ​ກັບການຊຸກຍູ້​ການ​ແລກປ່ຽນ​ຄວາມ​ຮູ້​ແລະ​ບົດຮຽນ​ປະສົບ​ການ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ຊຶ່ງ​ເປັນ​ຂົງ​ເຂດ​ທີ່​ໂຮ​ນລັງ​ມີ​ບົດຮຽນ​ປະສົບ​ການ​ຫຼາຍ, ນາຍົກລັດຖະມົນຕີ ມາກ ຣຸດ​ແຕ ​ໃຫ້​ທັດສະນະ​ວ່າ ສາມາດ​ຮຽນ​ຮູ້​ບົດຮຽນ​ຈຳນວນ​ຫຼາຍ​ຈາກ​ຫວຽດນາມ, ປະ​ເທດ​ທີ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຫຼາຍບັນຫາກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ.

​ເນື່ອງ​ໃນ​ໂອກາດ​ນີ້, ນາຍົກລັດຖະມົນຕີ ມາກ ຣຸດ​ແຕ ​ໄດ້​ສົ່ງ​ຂໍ້ຄວາມ​ເຖິງ​ປະຊາຊົນ​ຫວຽດນາມວ່າ ປະຊາຊົນ​ຫວຽດນາມ​ມີ​ເພື່ອ​ນມິດ​ໃນ​ເອີຣົບ. ຕາມ​ທ່ານ​ນາຍົກລັດຖະມົນຕີ, ປະຈຸ​ບັນ​ໂຮ​ນລັງ​ເປັນນັກ​ລົງທຶນ​ທີ່​ສຳຄັນ​ຂອງ​ຫວຽດນາມ. ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ໃກ້ຊິດ. ນາຍົກລັດຖະມົນຕີ​ເປັນ​ການ​ສ່ວນ​ຕົວ​ກ່າວ​ວ່າ ທ່ານ​ແລະ​ນາຍົກລັດຖະມົນຕີຫງວຽນຊວັນ​ຝຸກ ​ໄດ້​ສ້າງ​ຄວາມ​ສຳພັນ​ອັນ​ໃກ້ຊິດ. ຈາກ​ນັ້ນ, ສອງ​ຝ່າຍ​ອາດ​ຈະ​ປຶກສາ​ສົນທະນາ​ບັນດາ​ບັນຫາ, ພິ​ເສດ​ແມ່ນ​ບັນດາ​ໂອກາດ​ສຳລັບ​ທັງ​ສອງ.

ກ່ຽວ​ກັບ​ຄວາມ​ສາມາດ​ຊ້ອນ​ແຝງ​ການ​ລົງທຶນ​ທຸລະ​ກິດ, ປະຈຸ​ບັນ​ມີປະມານ 50 ວິ​ສາ​ຫະກິດ​ໂຮ​ນລັງ​ທີ່​ເຄື່ອນ​ໄຫວ​ຢູ່​ຫວຽດນາມ. ພ້ອມ​ກັບ 70 ນັກທຸລະ​ກິດ​ທີ່​ມາ​ຫວຽດນາມ​ຄັ້ງ​ນີ້ ​ແລະ ຫຼາຍ​ບໍລິສັດ​ຂອງ​ໂຮ​ນລັງ​ທີ່​ກຳລັງ​ຊອກ​ຫາ​​ໂອກາດ​​ເພື່ອ​ເຮັດ​ວຽກ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ./.

​ໂດຍ ຫງວຽນດຶກ