ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາ​ມຄຳ​ເຊີນ​ຂອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ, ນາຍົກລັດຖະມົນ​ຕີ​​ແຫ່ງ​ສະຫະພັນ​ສາທາລະນະ​ລັດ​ປະຊາທິປະ​ໄຕເນ​ປານ ຄປ. ຊາ​ມາ ​ໂອລີ ​ແລະ​ພັນ​ລະ​ຍາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 9-13 ພຶດສະພາ 2019. ວັນ​ທີ 11 ພຶດສະພາ 2019, ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ເປັນ​ເຈົ້າພາບ​ຈັດ​ພິທີ​ຕ້ອນຮັບ​ນາຍົກລັດຖະມົນຕີ​ເນ​ປາຍ ຄປ. ຊາ​ມາ ​ໂອ​ລີ ຢ່າງສົມ​ກຽດ​ເປັນ​ທາງ​ການ, ຕໍ່​ຈາກ​ນັ້ນ, ນາຍົກລັດຖະມົນຕີທັງສອງ​ໄດ້​ປຶກສາ​ຫາລື​ກັນ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ຕ້ອນຮັບ ນາຍົກລັດຖະມົນຕີເນປານ ຄປ. ຊາມາ ໂອລີ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ວ່າ ນາຍົກລັດຖະມົນ​ຕີ​ ຄປ. ຊາ​ມາ ​ໂອລີ ​ແມ່ນ​ຜູ້ນຳ​ອະ​ວຸ​ໂສ​ຂອງ​ເນ​ປານ​ທີ່​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ປະຫວັດສາດ​ທຳ​ອິດ ນັບ​ແຕ່​ເມື່ອທັງ​ສອງ​ປະ​ເທດ​ໄດ້​ສະຖາປະນາ​ການ​ພົວພັນ​ທາງ​ການ​ທູດ​​ໃນປີ 1975, ​ແມ່ນ​ການສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ​​ເຖິງສາຍ​ພົວພັນ​ມິດຕະພາບ​ແບບ​ດັ້ງ​ເດີມ ​ທີ່​ພວມ​ພັດທະນາ​ຢ່າງ​ດີງາມ​ ລະຫວ່າງ​ສອງ​ປະ​ເທດ. ນາຍົກລັດຖະມົນຕີເນ​ປານ ຄປ. ຊາ​ມາ ​ໂອລີ ສະ​ແດງ​ຄວາມຍິນ​ດີ​ທີ່​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ, ຈຸດໝາຍ​ປາຍທາງ​ທຳ​ອິດໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ນັບຕັ້ງແຕ່ທ່ານ​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນ​ເດືອນ​ກຸມພາ 2018, ພ້ອມ​ກັນ​ນັ້ນ​ ກໍ​ສະ​ແດງຄວາມ​ນິຍົມ​ນັບຖື​ແລະ​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ເສດຖະກິດ, ສັງຄົມ ​ແລະ​ການ​ຕ່າງປະ​ເທດທີ່​ຫວຽດນາມ​ໄດ້​ບັນລຸ...

ສອງຝ່າຍ​ໄດ້​ແລກປ່ຽນວິ​ໄສ​ທັດຮ່ວມ​ກັນກ່ຽວ​ກັບ​ການ​ເພີ່ມ​ທະວີມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງຫວຽດນາມ​ແລະ​ເນ​ປານ ​ໃນ​ທຸກ​ຂົງ​ເຂດ. ນາຍົກລັດຖະມົນຕີທັງສອງພໍ​ໃຈ​ກັບ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມຫວຽດນາມ​ຄັ້ງ​ນີ້​ຂອງນາຍົກລັດຖະມົນ​ຕີ​ເນ​ປານ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊັນ​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຊຶ່ງລວມມີ ສັນຍາ​ວ່າ​ດ້ວຍການ​ຍົກ​ເວັ້ນວີ​ຊາ​ສຳລັບ​ຜູ້​ຖື​ໜັງສືຜ່ານ​ແດນ​ທາງ​ການ​ທູດ ​ແລະ​ໜັງສືຜ່ານ​ແດນ​ຢ່າ​ງ​ເປັນທາງ​ການ ​ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ, ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກົນ​ໄກການ​ປຶກສາ​ຫາລື​ສອງ​ຝ່າຍ​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ, ​ແລະ ໜັງສື​ສະ​ແດງ​ເຈດ​ຈຳນົງ​​ເຈລະຈາແລະ​ເຊັນສັນຍາ​ກອບ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ການ​ຄ້າ​ແລະ​ການ​ລົງທຶນ ລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ ການ​ຄ້າ ​ແລະ​ການ​ສະໜອງ​ຂອງ​ເນ​ປານ. ນາຍົກລັດຖະມົນ​ຕີ​ທັງ​ສອງ​ໄດ້​ເປັນ​ເອກະສັນ​ຕີ​ລາຄາ​ວ່າ, ​ເອກະສານ​ການ​ຮ່ວມ​ມື​ເຫຼົ່າ​ນີ້​ເປັນ​ພື້ນຖານ​ເພື່ອ​ໃຫ້​ສອງ​ຝ່າຍ​ເປີດ​ກວ້າງ​ການ​ຮ່ວມ​ມື​ແລະ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ໃໝ່​ເລິກ​ເຊິ່ງຍິ່ງ​ກວ່າ​ອີກ.

ນາຍົກລັດຖະມົນ​ຕີທັງ​ສອງ​​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ຕິດ​ຕໍ່​ລະດັບ​ສູງ​ແລະລະດັບ​ຕ່າງ​ໆ, ຕາມ​ຊ່ອງ​ທາງ​ຂອງ​ລັດ, ລັດຖະບານ, ພັກ​ການ​ເມືອ​ງ, ສະພາ​ນິຕິບັນຍັດ, ທ້ອງ​ຖິ່ນ​ແລະ​ການ​ແລກປ່ຽນ​ປະຊາຊົນລະຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນນັ້ນ​ກໍ່​​ໄດ້​ຕົກລົງ​ທີ່​ຈະປະສານ​ງານ​ກິດຈະກຳ​ຕົວ​ຈິງ​ທີ່ມີຄວາມ​ໝາຍ ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​​ໃນ​ປີ 2020. ສອງ​ຝ່າຍ​ກໍ່​ເປັນ​ເອກະສັນ​ຈະ​ຊຸກຍູ້​ການ​ເປີດ​ກວ້າງ​ການ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ເນ​ປານ​ໃນ​ເວລາ​ຕໍ່​ໄປ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ເວທີ​ປາ​ໄສການ​ທຸລະ​ກິດ​ຫວຽດນາມ - ​ເນ​ປານ ທີ່​ຫາ​ກໍ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ພຶດສະພາທີ່​ຜ່ານ​ມາ​ ດ້ວຍ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ​ນາຍົກລັດຖະມົນຕີ​ເນ​ປານ. ສອງ​ຝ່າຍ​ເປັນ​ເອກະພາບ​ຕີ​ລາຄາ​ວ່າ, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ-ການ​ຄ້າ​ສອງ​ຝ່າຍ​ບໍ່ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແລະ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ, ມອບ​ໃຫ້​ບັນດາ​ກະຊວງ​ແລະ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງຂອງ​ສອງ​ປະ​ເທດ ທຳ​ການ​ຄົ້ນຄວ້າ​ເພື່ອ​ສ້າງ​​ກົນ​ໄກ​ການ​ຮ່ວມ​ມື​ໃໝ່ທີ່​ເໝາະ​ສົມ​ທາງ​ດ້ານ​ເສດຖະກິດ ການ​ຄ້າ ​ແລະ​ການ​ລົງທຶນ, ສະໜັບສະໜູນ​ໃຫ້​ວິ​ສາ​ຫະກິດສຳ​ຫຼວດຕະຫຼາດ​ຂອງ​ກັນ​ແລະ​ກັນ, ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ແລະ​ການ​ແລກປ່ຽນ​ການ​ຄ້າ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ສະ​ເໜີ​ໃຫ້​ເນ​ປານ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ຫວຽດນາມ​ໃນ​ການ​ຊອກ​ຫາ​ໂອກາດ​ການ​ລົງທຶນ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ພະລັງງານ, ​ໂຄງ​ສ້າງ​ພື້ນຖານ​ແລະການ​ສື່ສານ​ໂທລະ​ຄົມມະນາຄົມ. ນາຍົກລັດຖະມົນ​ຕີ​ເນ​ປານສະ​ເໜີ​ໃຫ້​ຫວຽດນາມ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ສິນຄ້າຂອງ​ເນ​ປາ​ເຂົ້າ​ຮ່ວມ​ຕະຫຼາດ​ຫວຽດນາມ. ສອງ​ຝ່າຍ​ຕີ​ລາຄາ​ວ່າ, ການ​ກະສິກຳ​ແມ່ນ​ຂົງ​ເຂດ​ທີ່ມີທ່າ​ແຮງໃນ​ການ​ພັດທະນາ​, ບົນ​ພື້ນຖານ​ນັ້ນ ສອງ​ຝ່າຍ​ເປັນ​ເອກະສັນ​ທີ່​ຈະ​ພິຈາລະນາ​ຂໍ້​ສະ​ເໜີ​ເປີດ​ປະຕູ​ຕະຫຼາດ​ໃຫ້​ແກ່​ຜະລິດ​ຕະພັນ​ກະສິກຳ​ຂອງ​ແຕ່ລະ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າສານ, ພິກ​ໄທ, ໝາກມ່ວງ​ຫິມະພານ, ຢາງພາລາ ​ແລະ​ໝາກ​​ໄມ້​ເຂດ​ຮ້ອນ, ພ້ອມ​ກັນ​ນັ້ນ​ກໍ່​ຊຸກຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ເປີດ​ກວ້າງ​ການ​ຮ່ວມມືທາງ​ດ້ານ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ​ແລກປ່ຽນ​ຜູ້​ຊ່ຽວຊານ​ທາງ​ດ້ານ​ກະສິກຳ.

ສອງ​ຝ່າຍ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ, ການທ່ອງທ່ຽວ, ການພົວພັນ​ແລກປ່ຽນ​ປະຊາຊົນ, ສົ່ງ​ເສີມການທ່ອງທ່ຽວ​ໄປຍັງລຸ​ມພິນີ ​ແລະ​ ສາຍພູ​ເອ​ເວີ​ເຣດຂອງ​ເນ​ປານ ກໍ່​ຄື​ໄປ​ທ່ອງ​ທ່ຽວ​ສະຖານ​ທີ່​ສຳຄັນທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ. ຝ່າຍ​ຫວຽດນາມ​ເຫັນ​ດີ​ຈະ​ຊຸກຍູ້ການ​ສ້າງ​ຕັ້ງສະມາຄົມ​ມິດຕະພາບ​ຫວຽດນາມ-​ເນ​ປານ​ຂຶ້ນ​ທີ່​ນະຄອນ​ຮ່າ​ໂນ້ຍ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້. ສອງ​ຝ່າຍ​ກໍ່​ໄດ້​ເປັນ​ເຫັນ​ດີ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອື່ນ​ເຊັ່ນ ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ, ການ​ເຊື່ອມ​ຕໍ່​ສາຍ​ການບິນ ​ແລະ ບາງ​ຂົງ​ເຂດ​ເຊັ່ນ​ຄວາມ​ປອດ​ໄພ, ການ​ຂົນ​ສົ່ງ​ແລະ​ການ​ປ້ອງ​ກັນ​ໄພພິບັດ.

ສອງຝ່າຍ​ໄດ້​ອອກຖະ​ແຫຼ​ງການ​ຮ່ວມ​ ລະຫວ່າງ​ປະ​ເທດສະ​ທາ​ລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ ​ແລະ ສະຫະພັນ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ເນ​ປານ, ລວມມີ 16 ຂໍ້ ຊຶ່ງໃນນັ້ນ ຜູ້ນຳທັງສອງໄດ້ແບ່ງປັນທັດສະນະຮ່ວມກັນຕ່າງໆ ກ່ຽວກັບບັນດາບັນຫາພາກພື້ນແລະສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ສອງ​ຝ່າຍ​ໄດ້​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ເຄົາລົບ​ນັບຖື​ຢ່າງ​ເຕັມ​ສ່ວນ ​ຕໍ່ກົດບັດ​ສະຫະ​ປະຊາ​ຊາດ, ບັນດາ​ຫຼັກການ​ແລະມາດຕະຖານ​ຂອງ​ກົດໝາຍ​ສາກົນ. ຜູ້ນຳ​ທັງ​ສອງ​ໄດ້​ຢືນຢັນ​ອີກ​ຄັ້ງ​ຄວາມ​ຕັດສິນ​ໃຈຮັກສາ​ລັດທິ​ພະຫຸ​ພາຄີ ​ແລະ ຊອກຫາວິທີ​ແກ້​ໄຂ​ບັນດາ​ບັນຫາທົ່ວ​ໄປ; ​ເນັ້ນ​ໜັກ​ຄວາມ​ຕ້ອງການ​ຮ່ວມ​ມື​ເພື່ອລະບຽບ​ໂລກ​ທີ່​ຍຸຕິທຳ, ສະ​ເໝີ​ພາບ, ປົກ​ຄຸມ ບົນ​ພື້ນຖານ​ຂອງ​ກົດໝາຍ​ແລະ​ປະຊາທິປະ​ໄຕ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ຫວັງ​ວ່າ​ລັດຖະບານ​ເນ​ປານ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອອຳນວຍ​ຄວາມ​ສະດວກ​ໃຫ້ຊາວ​ຫວຽດນາມອາ​ໄສ​ຢູ່​ແລະ​ເຮັດ​ວຽກ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ເສດຖະກິດ​ຂອງ​ເນ​ປານ ​ແລະ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ກໍ່​ໄດ້​ແບ່ງປັນ​ທັດສະນະ​ລວມຫຼາຍ​ຢ່າງ​ກ່ຽວ​ກັບບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ຢືນຢັນ​ຈະ​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະຫະ​ປະຊາ​ຊາດ. ​​ໃນ​​ໂອກາດ​ນີ້, ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ສະ​ແດງ​ຄວາມ​ຂອບ​ໃຈ​ເນ​ປານ ​ທີ່​ໄດ້​ສະໜັບສະໜູນ​ໃຫ້​ຫວຽດນາມ​ສະໝັກ​ຮັບເລືອກ​ຕັ້ັງ​ເປັນ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ໃນ​ໄລຍະ 2020 - 2021./.

​ໂດຍ ຫງວຽນ​ດຶກ