ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ ​ຂອງ​ນາຍົກລັດຖະມົນຕີຣູມານີ ​ວີ​ໂອຣິກາ ​ແດນ​ຊີ​ລາ ​ແລະ​ ຂອງ​ນາຍົກລັດຖະມົນຕີສາທາລະນະ​ລັດ​ເຊັກ ອານ​​ໄດຣ ບາ​ບິດ, ນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດຣູມາ​ນີ ​ແລະ ປະ​ເທດ​ສາທາລະນະ​ລັດ​ເຊັກ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 14 - 17 ​ເມສາ 2019.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ

ໃນ​ການ​ຢ້ຽມຢາມ 4 ວັນ​ຢູ່ 2 ປະ​ເທດ, ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ມີ​ໂຄງການ​ເຮັດ​ວຽກ​ທີ່​ໜັກ​ພ້ອມ​ກິດຈະການ​ທີ່​ຫຼາກ​ຫຼາຍ​ເກືອບ 30 ລາຍການ​​ໃນ​ບັນດາ​ຂົງ​ເຂ​ດ, ​ເຊັ່ນ: ບັນດາ​ການ​ພົບ​ປະ​ເຈລະຈາ, ການ​ປະຊຸມ​ກັບຜູ້ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ; ພົບ​ປະ​ກັບ​ວົງ​ການ​ນັກທຸລະກິດ​ແລະ​ນັກ​ລົງທຶນ, ພົບ​ປະ​ກັບ​ຊາວ​ຫວຽດນາມ​ຕ່າງ​ດ້າວ, ​ໄປ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນຕ່າງໆ​ ຂອງ​ສອງ​ປະ​ເທດດັ່ງກ່າວ. ບັນດາ​ການ​ພົບ​ປະ​ເຈລະຈາ, ການ​ປະ​ຊຸກ​ປຶກສາ​ຫາລື​ໄດ້​ດຳ​ເນີນ​ຢ່າງ​ຈິງ​ໃຈ, ກົງ​ໄປ​ກົງ​ມາ, ມີ​ປະສິດທິ​ຜົນ, ​ເຂົ້າ​ສູ່​ເນື້ອ​ແທ້​ຕົວ​ຈິງ, ຊຸກຍູ້​ການ​ພົວພັນ​ທີ່​ດີງາມ​ລະຫວ່າງ​ຫວຽດນາມ ກັບ ຣູມາ​ນີ ​ແລະ​ສາທາ​ລະ​ນາ​ລັດ​ເຊັກ.

ການ​ຢ້ຽມຢາມ​ປະ​ເທດຣູມາ​ນີ ​ແມ່ນ​ການ​ຢ້ຽມຢາມ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ ​ຂອງນາຍົກລັດຖະມົນຕີ​ຫວຽດນາມ ນັບ​ແຕ່​ປີ 1977. ​ໃນ​ການ​ພົບ​ປະ​ເຈລະຈາ​ກັບນາຍົກລັດຖະມົນຕີ ວີ​ໂອຣິກາ ​ແດນ​ຊີລາ, ນາຍົກລັດຖະມົນຕີທັງສອງ​ໃຫ້​ທັດສະນະ​ວ່າ ສອງ​ປະ​ເທດ​ມີ​ທ່າ​ແຮງ​ສຳລັບການ​ຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ ​ແລະ ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ຕົນ​ມີ​ທ່າ​ແຮງ​ແລະ​ມີ​ຄວາມ​ຕ້ອງການ. ນາຍົກລັດຖະມົນຕີທັງສ​ອງຕີ​ລາຄາ​ສູງ ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ; ຖື​ວ່າ​ ນີ້​ເປັນ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່ ທີ່​ອີງ​ໃສ່​ການ​ພົວພັນມິດຕະພາບ​ທີ່​ມີ​ຄວາມ​ສາມາດ​ພັດທະນາ​ເປັນ​ຢ່າງ​ດີ; ສອງ​ຝ່າຍ​ຄວນ​ປະສານ​ສົມທົບ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຕົວ​ຈິງ, ​ແທດ​ເໝາະ ​ແລະ ​ມີ​ປະສິດທິ​ຜົນ. ນາຍົກລັດຖະມົນຕີທັງສອງ​ເຫັນ​ດີ​ເປັນ​ເອກະ​ພາບ​ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ຢູ່, ​ໂດຍ​ສະ​ເພາະ​ແມ່ນ ຄະນະ​ກຳມາ​ທິການປະສົມ​ກ່ຽວ​ກັບການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບຈະ​ຈັດ​ຕັ້ງກອງ​ປະຊຸມ​ຄັ້ງ​ທີ 16 ​ໃນ​ກາງ​ປີ 2019.

ນາຍົກລັດຖະມົນຕີ ວີ​ໂອຣິກາ ​ແດນ​ຊີລາ ຢືນຢັນ​ວ່າ ຣູມາ​ນີ​ໃນ​ຖານະ​ປະທານສະຫະພາບ​ເອີ​ຣົບ ​ໃນ 6 ​ເດືອນ​ຕົ້ນ​ປີ 2019, ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ແລະດຳ​ເນີນ​ບາດກ້າວ​ທີ່​ຈຳ​ເປັນ​ຕ່າງໆ ​ເພື່ອຊຸກຍູ້​ໃຫ້​ມີ​ການ​ຮັບຮອງ​ຜ່ານ​ໂດຍ​ໄວ ສັນຍາ EVFTA ​ແລະ​ລົງ​ນາມ​ໃນ​ສັນຍາ EVIPA ລະຫວ່າງ​ຫວຽດນາມ​ແລະສະຫະພາບ​ເອີ​ຣົບ.

​ໃນ​ການ​ຢ້ຽມຢາມ​ປະ​ເທດ​ສາທາລະນະ​ລັດ​ເຊັກຢ່າງ​ເປັນ​ທາງ​ການ, ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ພົບ​ປະ​ເຈລະຈາ​ກັບ ນາຍົກລັດຖະມົນຕີສາທາລະນະ​ລັດ​ເຊັກ ອານ​​ໄດຣ ບາ​ບິດ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ຈະ​ສົມທົບ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂ​ດ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ການ​ສຶກສາ-ຝຶກ​ອົບຮົມ, ກະສິກຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສິ່ງ​ອວດ​ລ້ອມ, ວັດທະນະທຳ-ການທ່ອງທ່ຽວ, ສະໜັບສະໜູນ​ການ​ເປີດ​ໂດຍ​ໄວ ສາຍ​ການບິນ​ໂດຍ​ກົງ​​ລະຫວ່າງ​ຮ່າ​ໂນ້ຍ - ປຣາຮາ.

ສອງ​ຝ່າຍ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ກົນ​ໄກຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ-​ເຊັກ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ; ສົ່ງ​ເສີມ​ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ​ເພີ່ມ​ທະວີ​ການຕິດ​ຕໍ່, ການ​ເຊື່ອມຕໍ່ຄູ່​ຮ່ວມ​ງານ, ​ເຂົ້າ​ຮ່ວມ​ງານວາງສະ​ແດງ​ສິນຄ້າ ​ແລະ ​ການ​ສຳ​ມະ​ນາ​ຂອງ​ກັນ​ແລະ​ກັນ…

ນາຍົກ​ລັດ​ຖະມົນຕີ ອານ​ໄດຣ ບາ​ບິດ ​ເນັ້ນ​ວ່າ, ​ເປັນ​ເພື່ອນ​ສະໜິດສະໜົມ​ຂອງ​ຫວຽດນາມ ພ້ອມ​ທັງເປັນສະມາຊິກ​ທີ່​ຫ້າວຫັນ​ຂອງ​ສະຫະພາບ​ເອີຣົບ, ສາທາລະນະ​ລັດ​ເຊັກ​ສະໜັບສະໜຸນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ແລະ​ສະຫະພາບ​ເອີຣົບ, ​ໂດຍ​ສະ​ເພາະ ​ຈະ​ຊຸ​ກຍູ້​ໃຫ້​ສະຫະພາບ​ເອີຣົບ ສຳ​ເລັດ​ເສັດ​ສິ້ນ​ຂັ້ນ​ຕອນການ​ລົງ​ນາມ​ໃນ EVFTA ​ແລະ EVIPA ​ໂດຍ​ໄວ​​ໃນ​ເວລາ ​ເດືອນ​ໜຶ່ງ ຫຼື​ສອງ​ເດືອນ​ໜ້າ.

ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ຕີ​ລາຄາ​ສູງ​ຕໍ່​ການ​ທີ່​ສາທາລະນະ​ລັດ​ເຊັກສະໜັບສະໜູນ​ການ​​ໃຫ້​ສັດຕະຍາບັນ​ໂດຍ​ໄວ​ໃນ EVFTA ​ແລະ​ການ​ລົງ​ນາມ​ໃນ EVIPA. ນີ້​ແມ່ນ​ບັນດາ​ສັນຍາ​ທີ່​ມີ​ຄວາມ​ສຳຄັນ​ລະດັບ​ຍຸດ​ທະ​ສາດ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ-ການ​ຄ້າ​ ລະຫວ່າງ​ສະຫະພາບ​ເອີຣົບ​ແລະ​ຫວຽດນາມ, ພິ​ເສດ​ແມ່ນ​ຊ່ວ​​ຍໃຫ້ວິ​ສາ​ຫະກິດ​ຂອງ​ເຊັດ​ແລະ​ອີ​ຢູ ​ໃນ​ການ​ເຂົ້າ​ເຖິງ​ຕະຫຼາດ​ທີ່​ມີຫຼາຍ​ກວ່າ 90 ລ້ານ​ຄົນ ​ແລະ ​​ໄດ້ເປີດ​ປະຕູ​ໃຫ້​ຄວາມ​ສະດວກແກ່ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດ.

​ໃນ​ບັນດາ​ການ​ພົບ​ປະ​ເຈລະຈາ​ສອງ​ຝ່າຍກັບຣູມາ​ນີ​ແລະ​ສາທາ​ລະ​ນາ​ລັດ​ເຊັກ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ວ່າ ຕ້ອງການ​​ກະກຽມ​ເປັນ​ຢ່າງ​ດີ​ໃຫ້​ແກ່​ການສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ກັບຣູມາ​ນີ ​ແລະ​ ກັບສາທາລະນະ​ລັດ​ເຊັກ (1950-2020). ສອງຝ່າຍ​ກໍ​ໄດ້​ແລກປ່ຽນກ່ຽວ​ກັບ​ບັນດາ​ບັນຫາ​ສາ​ຫົນ ​ແລະ​ພາກ​ພື້ນທີ່​ມາ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ​ເປັນ​ເອກະສັນ​ເນັ້ນ​ຢ້ຳຄວາມ​ສຳຄັນ​ຂອງການຮັກສາສັນຕິພາບ​ແລະ​ຄວາມ​ໝັ້ນຄົງ, ຊຸກຍູ້​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ໃນ​ໂລກ, ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ ​ເສລີພາບ​ໃນ​ການ​ເດີນ​ທະ​ເລ​ແລະ​ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS 1982).

ບັນດາ​ຜູ​ນຳ​ຂອງຣູມາ​ນີ​ແລະ​ສາທາລະນະ​ລັດ​ເຊັກ ລ້ວນ​ແຕ່​ຕີ​ລາຄາ​ສູງ​ຕໍ່​ຊຸມ​ຊົນ​ຊາວ​ຫວຽດນາມທີ່​ໄດ້​ຮວມ​ເຂົ້າ​ກັບ​ສັງຄົມທ້ອງ​ຖິ່ນ, ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດ​ແລະສັງຄົມ​ຂອງ​ປະ​ເທດ​ເຈົ້າ​ບ້ານ. ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ ຈຳນວນ​ຫຼວງ​ຫຼາຍ​ຂອງ​ນັກຮຽນ​ເກົ່າ​ແລະ​ນັກ​ສຶກສາ​ຫວຽກ​ນາມ​ທີ່​ໄດ້​ຮຽນ​ຢູ່ຣູມາ​ນີ​ແລະ​ສາທາລະນະ​ລັດ​ເຊັກ ​ເປັນ​ຂໍ້​ໄດ້​ປຽບທີ່​ຍິ່ງ​ໃຫຍ່ ​ເປັນ​ປັດ​ໄຈສຳຄັນທີ່​ຈະ​ຊ່ວຍ​ເຊື່ອມ​ໂຍງ​ຫວຽດນາມ​ກັບ​ທັງສອງ​ປະ​ເທດນີ້.

ຫຼັງ​ຈາກ​ການ​ເຈລະຈາ ​ທັງ​ສອງ​ຝ່າຍ​ໄດ້​ເປັນ​ສັກຂີ​ພະຍາ​ນພິທີລົງ​ນາມ​ໃນ​ເອກະສານ​ການ​ຮ່ວມ​ມື​ຈຳນວນ​ໜຶ່ງ: ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ສັດຕະວະ​ແພດ ​ແລະ ຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ​ ລະຫວ່າງ​ຫວຽດນາມ​ແລະຣູມາ​ນີ; ບັນດາ​ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດທໍລະນີວິທະຍາ, ​ແຮ່​ທາດ, ມາດຕະຖານ, ການ​ວັດ​ແທກ ​ແລະ ຄຸນ​ນະພາ​ບ ລະຫວ່າງ​ຫວຽດນາມ​ແລະ​ສາທາລະນະ​ລັດ​ເຊັກ. ບົນ​ພື້ນຖານ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ, ຫວຽດນາມ​ແລະຣູມາ​ນີ, ຫວຽດນາມ​ແລະ​ສາທາລະນະ​ລັດ​ເຊັກ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ.

ນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ຫວຽດນາມ​ແລະຣູມາ​ນີ, ​ເວທີ​ປາ​ໄສ​ຫວຽດນາມ​ແລະ​ສາທາລະນະ​ລັດ​ເຊັກ ຊຶ່ງ​ທ່ານໄດ້​ເນັ້ນ​ວ່າ ລັດ​ຫວຽດນາມ​ສ້າງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທີ່​ສະດວກ​ດີ​ໃຫ້​ແກ່​ວິ​ສາ​ຫະກິດ, ສ່ວນ​ວິ​ສາ​ຫະກິດ​ເອງ​ເປັນ​ຜູ້​ຕັດສິນ​ຂະໜາດ​ແລະ​ແບບ​ວິທີ​ການ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ໃນ​ເມື່ອ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ 12 ສັນຍາ​ການ​ຄ້າ​ເສລີ ​ແລະ ມຸ່ງ​ໄປ​ສູ່​ການ​ເຊັນ EVFTA. ນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ໄດ້​ວາງຫຼາຍ​ບັນຫາ, “ບົດ​ເລກ” ອອກ​ມາ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ເຊັ່ນ ຍ້ອນ​ເຫດ​ໃດ​ຈຳນວນ​ແຮງ​ງານ​ຫວຽດນາມ​ໄປ​ເຮັດ​ວຽກ​ຢູ່ຣູມາ​ນີ​​ຍັງໜ້ອຍ ​ໃນ​ເມື່ອ​ຄວາມ​ຕ້ອງການ​ແຮ​ງານ​ຂອງຣູມາ​ນີມີ​ຫຼາຍ; ​ເປັນ​ຫຍັງ​ໝາກ​ໄມ້​ເຂດ​ຮ້ອນ​ແລະ​ອາຫານ​ທະ​ເລ​ຂອງ​ຫວຽດນາມ​ຍັງ​ບໍ່​ທັນ​ເຂົ້າ​ເຖິງ​ຕະຫຼາດຣູມາ​ນີ ​ໃນ​ເວລາ​ທີ່​ກະສິກຳ​ເຂດ​ຮ້ອນ​ຂອງ​ຫວຽດນາມ​ບໍ່​ໄດ້​ແຂ່ງຂັນກັບ​ກະສິກຳ​ເຂດອົບ​ອຸ່ນ​ຂອງຣູມາ​ນີ. ຍ້ອນ​ເຫດ​ໃດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດຍັງໜ້ອຍ​ຫຼາຍ. ອາດ​ຈະ​ເຊື່ອມ​ຕໍ່​ໂດຍ​ກົງ​ລະຫວ່າງ​ບູຄາ​ເຣດ ກັບ​ນະຄອນ​ໂຮ່ຈີ​ມິນ​ແລະ​ຮ່າ​ໂນ້ຍ​ ໄດ້​ຫຼື​ບໍ່?. ນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ຫວັງ​ວ່າ ຈາກ​ເວທີປາ​ໄສ​ນີ້ ບັນດາ​ວິ​ສາ​ຫະກິດ​ຈະ​ຕິດ​ຕໍ່​ແລກປ່ຽນ​ນຳ​ກັນ, ຊອກ​ຫາ​ໂອກາດ​ການ​ຮ່ວມ​ມື. ຫວຽດນາມ​​ສະ​ແດງ​ຄວາມຊົມ​ເຊີຍ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດລົງທຶນ​ເຂົ້າ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂົງ​ເຂດ​ທີ່ຣູມາ​ນີ​ແລະ​ສາທາລະນະ​ລັດ​ເຊັກ ມີ​ທ່າ​ແຮງ.

ນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ກໍ​ໄດ້​ເປັນ​ສັກ​ຂີພະຍາ​ມ​ໃນ​ພິທີ​ເຊັນ​ເອກະສານ​ຕ່າງໆ: ບົດ​ບັນ​ທຶກ​ຄວາມ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງສະພາ​ຫໍ​ການ​ຄ້າ​ແລະ​ອຸດສາຫະກຳ​ຫວຽດນາມ ​ແລະ ຣູມາ​ນີ; ລະຫວ່າງ​ສະພາ​ຫໍ​ການ​ຄ້າ​ແລະ​ອຸດສາຫະກຳ​ຫວຽດນາມ ກັບ ສະຫະພັນ​ອຸດສາຫະກຳ​ແລະ​ການ​ຂົນ​ສົ່ງ ​ແຫ່ງສາທາລະນະ​ລັດເຊັກ ​ແລະ ບາງ​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ ​ແລະ ຂອງ​ສາທາລະນະ​ລັດ​ເຊັກ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ໄດ້​​ໄປຢ້ຽມຢາມ​ຖາມ​ຂ່າວ​ແລະ​ປຸກລະດົມ​ກຳລັງ​ໃຈ​ຂອງ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່ຣູມາ​ນີ ​ແລະ ສາທາລະນະ​ລັດ​​ເຊັກ, ພົບ​ປະ​ກັບ​ສະຫະພັນ​ສະ​ມາ​ຄົມຊາວ​ຫວຽດນາມ​ຢູ່​ເອີຣົບ (ຕາງໜ້າ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່ 17 ປະ​ເທດ​ໃນ​ເອີຣົບ).

ການ​ຢ້ຽມຢາມຣູມາ​ນີ​ແລະ​ສາທາລະນະ​ລັດ​ເຊັກ​ຢ່າງ​ເປັນ​ທາງ​ການ​ຂອງນາຍົກລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ແລະ ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ຮັບ​ຄວາມ​ສຳ​ເລັດຢ່າງ​ດີງາມ, ປະກອບສ່ວນ​ສືບ​ຕໍ່​ແລະ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ ລະຫວ່າງ​ຫວຽດນາມ​ແລະບັນດາ​ປະ​ເທດ​ເພື່ອນ​ມິດ​ໃນ​ເອີຣົບຕາ​ເວັນ​ອອກ, ສ້າງ​ແຮງ​ຊຸກ​ດັນ​ໃໝ່​ເພື່ອ​ສົ່ງ​ເສີມ​ການ​ພົວພັນ​ທະວິ​ພາຄີ​ໃນ​ທຸກ​ຂົງ​ເຂດ./.

​ໂດຍ ຫງວຽນ​ດຶກ