ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ດຳເນີນການຢ້ຽມຢາມຢ່າງເປັນທາງການທີ່ ສະຫະພັນລັດເຊຍ, ລາຊະອານາຈັກນອກແວ ແລະ ລາຊະອານາຈັກຊູແອດ
ວກ.ອອນໄລ - ໃນການຢ້ຽມຢາມສາມປະເທດຢ່າງເປັນທາງການ ແຕ່ວັນທີ 20 ຫາວັນທີ 28 ພຶດສະພາ 2019, ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ປະຕິບັດໂຄງການເຮັດວຽກທີ່ປະກອບດ້ວຍການເຄື່ອນໄຫວຫຼາຍກວ່າ 50 ກິດຈະການເຊັ່ນ: ບັນດາການເຈລະຈາ, ການພົບປະຫາລືກັບຜູ້ນຳລະດັບສູງຂອງສາມປະເທດ; ເຂົ້າຮ່ວມບັນດາເວທີປາໄສການທຸລະກິດ, ພົບປະກັບນັກລົງທຶນ, ພົບປະໂອ້ລົມກັບຊາວຫວຽດນາມຢູ່ສາມປະເທດດັ່ງກ່າວ, ຢ້ຽມຢາມແລະເຮັດວຽກຢູ່ທ້ອງຖິ່ນຕ່າງໆ; ຢ້ຽມຢາມບາງພື້ນຖານການຜະລິດ, ສູນເຕັກໂນໂລຊີສູງຂອງວິສາຫະກິດ, ກຸ່ມບໍລິສັດຂະໜາດໃຫຍ່; ພົບປະສະແດງຄວາມຂອບໃຈຕໍ່ເພື່ອນຊາວລັດເຊຍແລະຊາວຊູແອດທີ່ມີການປະກອບສ່ວນຫຼາຍຢ່າງໃນພາລະກິດການຕໍ່ສູ້ປົກປັກຮັກສາປະເທດຫວຽດນາມ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະພັນລະຍາ.
ຢູ້ໃນແຕ່ລະປະເທດ, ບັນດາການເຈລະຈາ, ການພົບປະຫາລືໄດ້ຈັດຂຶ້ນຢ່າງກົງໄປກົງມາ, ຈິງໃຈ, ມີປະສິດທິຜົນ ແລະເປັນສາລະສຳຄັນ; ເອກະສານການຮ່ວມມືລະຫວ່າງສອງຝ່າຍຫຼາຍສະບັບໄດ້ຮັບການລົງນາມ.
ໃນການຢ້ຽມຢາມສະຫະພັນລັດເຊຍ, ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ມີການແລກປ່ຽນສ່ວນຕົວ ແລະ ເຈລະຈາກັບນາຍົກລັດຖະມົນຕີລັດເຊຍ ເດິມີຕຣີ ແມດເວແດບ, ພົບປະຫາລືກັບປະທານາທິບໍດີລັດເຊຍ ວະລາດີເມຍ ປູຕີນ, ພົບປະກັບປະທານສະພາດູມາລັດເຊຍ ແລະປະທານສະພາແຫ່ງຊາດລັດເຊຍ. ເນື່ອງໃຍໂອກາດນີ້, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະ ນາຍົກລັດຖະມົດຕີ ເດິມີຕຣີ ແມດເວແດບ ພ້ອມກັນເຂົ້າຮ່ວມພິທີເປີດ ປີໄຂວ້ຂອງສອງປະເທດ ຫວຽດນາມແລະລັດເຊຍໃນປີ 2019 - 2020.
ສອງຝ່າຍເນັ້ນເຖິງຄວາມສຳຄັນຂອງການຈັດຕັ້ງປີໄຂວ້, ດ້ວຍການເຄື່ອນໄຫວຫຼາຍກວ່າ 200 ກິດຈະການທີ່ອຸດົມສົມບູນຢູ່ຫຼາຍທ້ອງຖິ່ນຂອງສອງປະເທດ ເຊິ່ງເປັນເຫດການທີ່ສຳຄັນສຳລັບການພົວພັນສອງຝ່າຍ. ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ຢືນຢັນວ່າ ເຖິງວ່າສະຖານະການໂລກຈະເປັນແນວໃດກໍ່ຕາມ ແຕ່ລະເຊຍໄດ້, ພວມ ແລະ ຈະເປັນເພື່ອນທີ່ຍິ່ງໃຫຍ່ແລະເຊື່ອຖືໄດ້ຂອງຫວຽດນາມສະເໝີ.
ສອງຝ່າຍຢືນຢັນວ່າພະລັງງານແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນຂອງການຮ່ວມມືລະຫວ່າງຫວຽດນາມແລະລັດເຊຍ; ເຫັນດີຊຸກຍູ້ໃຫ້ວິສາຫະກິດນ້ຳມັນອາຍແກສຂອງສອງປະເທດຮ່ວມມືນຳກັນໃນການສຳຫຼວດແລະຂຸດເຈາະນ້ຳມັນອາຍແກສໃນໄຫຼ່ທະວີບຂອງຫວຽດນາມ ແລະ ໃນດິນແດນລັດເຊຍ. ຍູ້ແຮງການຮ່ວມມືທາງດ້ານການປ້ອງກັນປະເທດແລະປ້ອງກັນຄວາມສະຫງົບຕາມກົນໄກທີ່ໄດ້ຕົກລົງກັນແລ້ວ. ສອງຝ່າຍເຫັນດີເປັນເອກະສັນຈະຊຸກຍູ້ການຜັນຂະຫຍາຍໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີນິວເຄຼຍຢູ່ຫວຽດນາມ; ປະເມີນວ່າຫວຽດນາມແລະລັດເຊຍມີຄວາມສາມາດຫຼາຍຢ່າງໃນການຮ່ວມມືໃນຂົງເຂດການລົງທຶນ ເຊິ່ງມີຫຼາຍໂຄງການໄດ້ຖືກສະເໜີແລະຜັນຂະຫຍາຍໃນເວລາທີ່ຜ່ານມາ. ລັດເຊຍພ້ອມແລ້ວທີ່ຈະຊ່ວຍເຫຼືອຫວຽດນາມກໍ່ສ້າງລັດຖະບານເອເລັກໂຕຣນິກ, ປະກອບດ້ວຍ ປະຕູບໍລິການສາທາລະນະອອນໄລ, ສູນຮັກສາຄວາມປອດໄພທາງດ້ານຂໍ້ມູນ, ຕົວແບບເມືອງສະຫຼາດ.
ໃນການຢ້ຽມຢາມປະເທດນອກແວຢ່າງເປັນທາງການ, ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ມີການພົບປະເຈລະຈາກັບນາຍົກລັດຖະມົນຕີ ອານາ ຊູນເບິກ, ພົບປະກັບເຈົ້າຊີວິດ ຮາຣັນ ທີ່ຫ້າ ແລະພົບປະກັບປະທານສະພາແຫ່ງຊາດ ໂທນ ໂຕຣເອິນ.
ສອງຝ່າຍເຫັນດີເປັນເອກະສັນຈະຊຸກຍູ້ການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະສະມາຄົມການຄ້າເສລີເອີຣົບ (EFTA) ໃຫ້ສຳເລັດກ່ອນກຳນົດ ເຊິ່ງໃນນັ້ນ ນອກແວ ເປັນປະເທດປະສານງານການເຈລະຈາ; ສົ່ງເສີມຊຸມຊົນນັກທຸລະກິດຂອງສອງປະເທດ ສືບຕໍ່ຊຸກຍູ້ແລະເປີດກວ້າງການຮ່ວມມືລົງທຶນທຸລະກິດ, ພິເສດແມ່ນໃນບັນດາຂົງເຂດທີ່ສຳຄັນຄື ພະລັງງານແສງອາທິດ, ການບໍລິການເຕັກນິກນ້ຳມັນອາຍແກສ, ເສດຖະກິດທະເລສີຂຽວ, ເຊິ່ງໃນນັ້ນ ສອງຝ່າຍຊຸກຍູ້ການບໍລິໂພກ, ຍົກສູງຄຸນະພາບອາຫານທະເລຂອງກັນແລະກັນ (ປາສະຫວາຍຂອງຫວຽດນາມ, ປາແຊນມອນຂອງນອກແວ)…
ໃນການຢ້ຽມຢາມປະເທດຊູແອດຢ່າງເປັນທາງການ, ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ພົບປະເຈລະຈາກັບນາຍົກລັດຖະມົນຕີຊູແອດ ສະເຕຟານ ໂລຟະເວນ, ພົບປະກັບເຈົ້າຊີວິດ ຄາມທີ່ 16 ກຸສະຕາບແຫ່ງຊູແອດ, ພົບປະຫາລືກັບປະທານສະພາແຫ່ງຊາດຊູແອດ.
ນາຍົກລັດຖະມົນຕີທັງສອງໄດ້ຢືນຢັນການພົວພັນທາງດ້ານການຄ້າ-ການລົງທຶນມີບົດບາດສຳຄັນ ແລະ ເພື່ອຂຸດຄົ້ນຄວາມສາມາດທີ່ຍັງມີຢ່າງຫຼວງຫຼາຍໃນຂົງເຂດນີ້, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ສະເໜີໃຫ້ລັດຖະບານຊູແອດເອົາໃຈໃສ່ສົ່ງເສີມບັນດາວິສາຫະກິດຂອງຊູແອດເພີ່ມທະວີການລົງທຶນເຂົ້າໃນຫວຽດນາມ ໃນບັນດາຂົງເຂດທີ່ຊູແອດມີທ່າແຮງເຊັ່ນ ອຸດສາຫະກຳການຜະລິດ, ເຄມີ, ເອເລັກໂຕຣນິກ, ຂໍ້ມູນການສື່ສານ, ການປູກປ່າ, ການຂຸກຄົ້ນໄມ້ແລະແລະປຸງແຕ່ງໄມ້ແບບຍືນຍົງ, ການກຳຈັດສິ່ງເສດເຫຼືອ, ເພສັດ, ອຸດສາຫະກຳສະໜັບສະໜູນລົດໂອໂຕ.
ນາຍົກລັດຖະມົນຕີທັງສອງໄດ້ເປັນເອກະສັນຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມແລະອີຢູ (EVFTA) ແລະ ສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມແລະອີຢູ (EVIPA) ໃນບໍ່ພໍເທົ່າໃດອາທິດຂ້າງໜ້າ ແລະ ໃຫ້ສັດຕະຍາບັນ, ຜັນຂະຫຍາປະຕິບັດຢ່າງໄວຫຼັງຈາກນັ້ນ, ເພື່ອນຳເອົາຜົນປະໂຫຍດມາໃຫ້ທຸກຝ່າຍ ແລະ ປະກອບສ່ວນເພີ່ມທະວີການພົວພັນທາງດ້ານການຄ້າ, ການລົງທຶນລະຫວ່າງຫວຽດນາມແລະຊູແອດ. ນາຍົກລັດຖະມົນຕີຊູແອດໄດ້ມອບໜັງສືສະແດງເຈດຈຳນົງກ່ຽວກັບສິນເຊື່ອການສົ່ງອອກຫຼາຍກວ່າ 1.200 ລ້ານໂດລາສະຫະລັດ ເຂົ້າຫວຽດນາມ.
ໃນບັນດາການເຈລະຈາ, ການພົບປະຫາລືກັບຜູ້ນຳຂອງລັດເຊຍ, ນອກແວ, ຊູແອດ, ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນແລະພາກພື້ນ; ເນັ້ນຄວາມສຳຄັນແລະຄວາມຈຳເປັນຕ້ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພ ແລະເສລີພາບໃນການເດີນເຮືອແລະການບິນຢູ່ທະເລຕາເວັນອອກ. ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກໍ່ໄດ້ສະເໜີລັດຖະບານບັນດາປະເທດ ສືບຕໍ່ອຳນວຍຄວາມສະດວກໃຫ້ຊຸມຊົນຊາວຫວຽດນາມໄດ້ດຳລົງຊີວິດແລະເຊື່ອມໂຍງຢ່າງຕໍ່ເນື່ອງ, ຮັກສາເອກະລັກວັດທະນະທຳຫວຽດນາມ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພັວພັນຮ່ວມມືລະຫວ່າງຫວຽດນາມກັບປະເທດຕ່າງໆ.
ໃນການຢ້ຽມຢາມສາມປະເທດ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ໃຊ້ເວລາເພື່ອພົບປະແລະສົນທະນາກັບບັນດາບໍລິສັດຂະໜາດໃຫຍ່, ກຸ່ມເສດຖະກິດຊັ້ນນຳ, ກໍ່ຄືໄປຢ້ຽມຢາມບັນດາພື້ນຖານເສດຖະກິດຕົວແທນຂອງລັດເຊຍ, ນອກແວ, ຊູແອດ ແລະ ເຂົ້າຮ່ວມບັນດາເວທີປາໄສການທຸລະກິດ, ເຊິ່ງເປັນບ່ອນທີ່ຊຸມຊົນນັກທຸລະກິດຂອງສອງປະເທດພົບປະ, ຊອກຫາໂອກາດເພື່ອຮ່ວມມື, ເພື່ອແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ກ່ຽວກັບບັນດານະໂຍບາຍ, ທັດສະນະການພັດທະນາຂອງຫວຽດນາມ ແລະຮຽກຮ້ອງໃຫ້ນັກທຸລະກິດນຳເອົາທຶນແລະເຕັກໂນໂລຊີທັນສະໄໝ ເຂົ້າໃນຫວຽດນາມ.
ໃນຂອບເຂດການຢ້ຽມຢາມ, ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ໄປຢ້ຽມຢາມຖາມຂ່າວ, ໃຫ້ກຳລັງໃຈຊາວຫວຽດນາມທີ່ອາໄສຢູ່ລັດເຊຍ, ນອກແວ, ຊູແອດ; ຢືນຢັນຈະສືບຕໍ່ອຳນວຍຄວາມສະດວກ ໃຫ້ພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດ ແລະ ຫວັງວ່າ “ຊາວຫວຽດນາມແຕ່ລະຄົນເປັນຕົວແທນຈຳໜ່າຍສິນຄ້າຫວຽດນາມ”.
ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກໍ່ໄດ້ພົບປະແລະສະແດງຄວາມຂອບໃຈຕໍ່ຊ່ຽວຊານ, ເພື່ອນມິດຊາວລັດເຊຍ ແລະ ຊູແອດ, ຜູ້ທີ່ໄດ້ຊ່ວຍເຫຼືອຫວຽດນາມໃນສະໄໝສົງຄາມ ແລະໃນກິດຈະການປ່ຽນແປງໃໝ່ປະເທດ. ທ່ານນາຍົກລັດຖະມົນຕີກ່າວວ່າ “ຈາກຫົວໃຈສູ່ຫົວໃຈ, ພວກເຮົາບໍ່ເຄີຍລືມເຊິ່ງກັນແລະກັນ, ຈື່ຈຳແຕ່ລະຄົນຢູ່ສະເໝີດ້ວຍຄວາມຈິງໃຈ, ນັບຖື ແລະ ຮູ້ບຸນຄຸນພວກທ່ານທຸກຄົນ”.
ອາດຈະເວົ້າໄດ້ວ່າ, ການຢ້ຽມຢາມສາມປະເທດ ລັດເຊຍ, ນອກແວ ແລະຊູແອດ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ແລະຄະນະຜູ້ແທນຂັ້ນສູງຂອງລັດຖະບານຫວຽດນາມ ໄດ້ປະສົບຜົນສຳເລັດທີ່ດີງາມ, ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນ ປະກອບສ່ວນເຂົ້າໃນການສືບຕໍ່ແລະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ເປີດທິດທາງການຮ່ວມມືໃໝ່ ດ້ວຍບັນດາໂຄງການ, ແຜນງານລະອຽດຕົວຈິງ ບົນພື້ນຖາມການປະດິດສ້າງ ແລະ ປະຢຸກໃຊ້ເຕັກໂນໂລຊີສູງແລະມີປະສິດທິຜົນ, ນຳເອົາຜົນປະໂຫຍດມາໃຫ້ວິສາຫະກິດແລະປະຊາຊົນຂອງບັນດາປະເທດທີ່ກ່ຽວຂ້ອງ./.
ໂດຍ ຫງວຽນດຶກ