ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ ຈິ້ນ​ຜິ​ງ, ​ໃນ​ລະຫວ່າງ​ວັນ​ທີ 25 - 27 ​ເມສາ 2019, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຂັ້ນ​ສູງການ​ຮ່ວມ​ມື​ສາກົນ "​ແລວ​ທາງ​ແລະ​ເສັ້ນທາງ" ຄັ້ງ​ທີ​ສອງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີ ຈິ້ນຜິງ

ການ​ພົວພັນ​ຮ່ວມ​ມື​ໃນ​ຂອບ "​ແລວ​ທາງ​ແລະ​ເສັ້ນທາງ" ຕ້ອງ​ມີ​ຄວາມ​ສະ​ເໝີ​ພາບ, ຄວາມ​ໂປ່​ງ​ໃສ, ຄວາມ​ເປີດ​ເຜີຍ, ຄວາມ​ຈິງ​ໃຈ ​ແລະ ຜົນ​ປະ​ໂຫຍ​ດຮ່ວມ​ກັນ

ກ່າວ​ປາ​ໄສ​ທີ່​ເວທີ​ປາ​ໄສ​ຂັ້ນ​ສູງ​ການ​ຮ່ວມ​ມື​ສາກົນ "​ແລວ​ທາງ​ແລະ​ເສັ້ນທາງ" ດ້ວຍ​ຫົວ​ຂໍ້ “ກາ​ນຮ່ວມ​ມື​ແລວ​ທາງ​ແລະ​ເສັ້ນທາງ: ການ​ກຳນົດອະນາ​ຄົດ​ລວມທີ່​ສົດ​ໃສ​”, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ຊີ້​ແຈງວ່າ, ການ​ເຊື່ອມ​ໂຍງ​ຕ້ອງ​ໄດ້​ຊຸກຍູ້​ຢ່າງຮອບດ້ານ ທັງ​​ໂຄງ​ສ້າງ​ພື້ນຖານ​ແຂງ ​ແລະ ​ໂຄງ​ສ້າງ​ພື້ນຖານ​ອ່ອນ, ລວມທັງ​ການ​ເຊື່ອມ​ຕໍ່​ດິຈິ​ຕອນ, ນັບ​ແຕ່​ການ​ຂົນ​ສົ່ງ, ພະລັງງານ, ​ໂທລະ​ຄົມມະນາຄົມ,.. ຈົນ​ເຖິງ​ການ​ເຊື່ອມ​ໂຍງ​ຜູ້​ຄົນ. ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ "​ແລວ​ທາງ​ແລະ​ເສັ້ນທາງ" ກໍ່​ຄື​ກັນ​ກັບ 17 ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ໂຄງການ​ວາລະ​ສະຫະ​ປະຊາ​ຊາດ​ປີ 2030. ຄຽງ​ຂ້າງ​ກັບ​ຄວາມ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ, ຄວາມ​ຄິດ​ລິ​ເລີ່​ມ​ແລະ​ກົນ​ໄກ​ການ​ຮ່ວມ​ມື​ສາກົນ​ຕ້ອງ​ຫັນ​ໄປ​ສູ່: (1) ຄວາມສົມ​ດຸນ​ລະຫວ່າງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ໄລຍະ​ສັ້ນ​ແລະ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ໄລຍະ​ຍາວ, ຮັບປະກັນ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ​ ແລະຄວາມ​ກົມກຽວ​ທາງ​ດ້ານ​ສັງຄົມ; (2) ຖື​ເອົາ​ຄົນ​ເປັນ​ສູນ​ກາງ, ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ການ​ປະກອບສ່ວນ, ການ​​ສ້າງສັນ​ຂອງຜູ້​ຄົນ ​ແລະ ປະຊາຊົນ​ຕ້ອງ​ໄດ້​ຊົມ​ໃຊ້​ຜົນສຳ​ເລັດຈາກ​ການ​ຮ່ວມ​ມື "​ແລວ​ທາງ​ແລະ​ເສັ້ນທາງ" ທີ່​ມີ​ຊີວິດ​ທີ່​ດີກ​ວ່າ, ບໍ່​ມີ​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ຂ້າງ​ຫຼັງ; ​ແລະ (3) ການຫັນປ່ຽນ​ໄປ​ສູ່​ເສດຖະກິດ​ດິຈິ​ຕອນ ຊຶ່ງ​ການ​ເຕີບ​ໂຕ​ອີງ​ໃສ່​ຄວາມ​ຄິດ​ປະດິດ​ສ້າງ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ​ເປັນ​ຮາກ​ຖານຂອງ​ການ​ປະຕິວັດ​ອຸດສາຫະກຳ 4.0.

​ເພື່ອ​ໃຫ້ "​ແລວ​ທາງ​ແລະ​ເສັ້ນທາງ" ປະສົບ​ຜົນສຳ​ເລັດ​ຕົວ​ຈິງ​ແລະ​ຍາວ​ນານ​ນັ້ນ ທັດສະນະ​ຂອງ​ທຸກ​ປະ​ເທດ​, ບໍ່​ວ່າ​ຈະ​ເປັນ​ປະ​ເທດ​ໃຫຍ່​ຫຼື​ນ້ອຍ, ຕ້ອງ​ໄດ້​ຮັບ​ການ​ນັບຖື, ຮັບ​ຟັງ, ​ແລະ​ຄວາມ​ແຕກ​ຕ່າງ​ທຸ​ກຢ່າງ​ຕ້ອງ​ໄດ້​ຮັບ​ການແກ້​ໄຂ​​ໂດຍການ​ປຶກສາ​ຫາລື​ແລະ​ການ​ສົນທະນາ; ການ​ພົວພັນ​ຮ່ວມ​ມືຕ້ອງ​ມີ​ຄວາມ​ສະ​ເໝີ​ພາບ, ຄວາມ​ໂປ່​ງ​ໃສ, ຄວາມ​ເປີດ​ເຜີຍ, ຄວາມ​ຈິງ​ໃຈ ​ແລະ ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ພ້ອມ​ກັນ​ນັ້ນ​ກໍ​​ເຄົາລົບນັບຖື​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ. ນັ້ນ​ແມ່ນ​ບັນດາ​ຮາກ​ຖານ​​ເພື່ອ​ໃຫ້ການ​ເຊື່ອ​ມຕໍ່​ແລະ​ການ​ພັດທະນາ​ປະສົບ​ຜົນສຳ​ເລັດ.

ບັນດາ​ຄວາມ​ເຫັນ​ປະກອບສ່ວນ​ຂອງ​ຫວຽດນາມ ​ແລະ ຫຼາຍ​ເນື້ອ​ໃນ​ໄດ້​ສ່ອງ​ແສງ​ໃນ​ປະກາດ​ທົ່ວ​ໄປ​ຂອງ​​ເວທີ​ປາ​ໄສ. ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​​ເຂົ້າ​ຮ່ວມ​ໃນ​ຮູບ​ແບບ​ຕ່າງໆ ທີ່​ກິດຈະກຳ​ອື່ນໆ​ຂອງ​ເວທີ​ປາ​ໄສ, ລັດຖະມົນ​ຕິ​ບັນດາ​ກະຊວງ: ​ແຜນການ​ແລະ​ການ​ລົງທຶນ, ອຸດສາຫະກຳ​ການ​ຄ້າ, ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ, ການ​ກວດກາ​ລັດຖະບານ ຊຶ່ງ​ໄດ້​ເຂົ້າ​ຮ່ວມ​ແລະ​ປະກອບ​ຄວາມ​ເຫັນ​ໃນ​ການ​ສຳ​ມະ​ນາ​ບັນຫາ​ສະ​ເພາະ​ຕ່າງໆ.

ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ແລະ​ຈີນ

​ໃນ​ການ​ພົບ​ປະ​ເຈລະຈາ, ພົບ​ປະ​ຫາລື​ກັບ​ຜູ້ນຳຂອງຈີນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ວ່າ​ ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການສົ່ງ​ເສີມ​ການ​ການ​ພົວພັນ​ຮ່ວມ​ມື​ຍຸ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ​ແລະ​ຈີນ ​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ, ສົດ​ໃສ​ ແລະ ​ຍືນ​ຍົງ; ຊົມ​ເຊີຍ​ແລະ​ສະໜັບສະໜູນຄວາມ​ຄິດ​ລິ​ເລີ່​ມ "​ແລວ​ທາງ​ແລະ​ເສັ້ນທາງ" ທີ່​ຮັບປະກັນ​ບັນດາ​ຫຼັກການການ​ຮ່ວມ​ມື ສັນຕິພາບ, ສະ​ເໝີ​ພາບ​ແລະມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ຫັນ​ໄປ​ສູ່​ເປົ້າ​ໝາຍ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ທຸກ​ປະ​ເທດ.

ທ່ານ​ນາຍົກລັດຖະມົນຕີຫວຽດນາມສະ​ແດງ​ຄວາມ​ຊົມ​ເຊີຍ​ ແລະ​ສະ​ເໜີ​ໃຫ້​ຈີນ​ຜັນ​ຂະຫຍາຍບັນດາ​ໂຄງການ​ຂະໜາດ​ໃຫຍ່, ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ​ເປັນ​ມິດ​ກັບສະ​ພາບ​ແວ​ດລ້ອມ, ​ເປັນ​ຕົວ​ແທນ​ຂອງ​ລະດັບ​ການ​ພັດທະນາ​ຂອງ​ຈີນ ຢູ່​ປະ​ເທດ​ຫວຽດນາມ; ສະ​ເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການຮ່ວມ​ມື​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ເປັນ​ຢ່າງດີ​ ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ ​ແລະ​ແມ່​ນ້ຳ​ອື່ນໆທີ່​ໄຫຼ​ຜ່ານ​ທັງ​ສອງ​ປະ​ເທດ. ທ່ານນາຍົກລັດຖະມົນຕີສະ​ເໜີ​ໃຫ້​ຈີນ, ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່ 2 ຂອງ​ຫວຽດນາມ, ສືບ​ຕໍ່​ເປີດ​ປະຕູ​ໃຫ້​ສິນຄ້າ​ກະສິກຳ​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໝາກ​ໄມ້ 8 ຊະນິດ, ຊີ້ນ​ໝູ​ແລະ​ຮັງ​ນົກ​ແອ່ນ​ທະ​ເລ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ເຂົ້າສານ​ລະຫວ່າງ​ສອງ​ປະ​ເທດ; ສົມທົບ​ແກ້​ໄຂ​ຂໍ້ຄົງຄ້າງ​ບາງ​ຢ່າງ​ກ່ຽວ​ກັບຂັ້ນ​ຕອນ​ການ​ຊຳລະ​ບັນຊີ, ​ເງິນ​ທຶນ​ເພີ່ມ​ຂຶ້ນ, ຄວາມ​ຄືບ​ໜ້າ​ຊ້າ, ປະສິດທິ​ຜົນ​ຕ່ຳ​ ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ; ຊຸກຍູ້​ການ​ລົງ​ລາຍເຊັນ​ໃໝ່​ໃນ​ສັນຍາ​ກ່ຽວ​ກັບ​ທາງ​ລົດ​ໄຟ, ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລະຫວ່າງ ລາວ​ກາຍ-​ເຫືອ​ເຂົ່າ; ສະ​ເໜີ​ໃຫ້​ເພີ່ມ​ທ່ຽວ​ບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ, ກຳນົດ​ເວລາ​ບິນ​ແລະ​ລົງ​ຈອດ​ທີ່​ເໝາະ​ສົມ​ສຳລັບບໍລິສັດ​ການບິນ​ຫວຽດນາມ ​ໃຫ້​ບິນ​ຈາກ​ / ເຖິງ ປັກ​ກິ່ງ​ແລະ​ຊຽງ​ໄຮ່; ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​​ເສັ້ນ​ທາງ​ຂົນ​ສົ່ງ ສິງກະ​ໂປ - ສົງ​ຊິ້ງ.

ກ່ຽວ​ກັບ​ບັນຫາ​ທາງ​ທະ​ເລ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສະ​ເໜີ​ໃຫ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຄວາມ​ຮັບ​ຮູ້​ຮ່ວມ​ກັນຂອງ​ການ​ນຳ​ຂັ້ນ​ສູງ​, “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ທີ່​ຊີ້​ນຳ​ແກ້​ໄຂ​ບັນດາ​ບັນຫາ​ທາງ​ທະ​ເລ”, ປະຕິບັດ​ຖະ​ແຫຼ​ງການ DOC ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ; ຕັ້ງໜ້າ​ຊຸກຍູ້​ການ​ເຈລະຈາ​ເພື່ອ​ກໍ່ສ້າງ COC ທີ່​ແທ້​ຈິງ, ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

​ໃນ​ການ​ແລກປ່ຽນ​ສອງ​ຝ່າຍ, ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ ຈິ້ນ​ຜິ​ງ ​ແລະ ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ່ ​ເຄີ້ສຽງ ​ແລະ​ບັນດາ​ຜູ້ນຳ​ຈີນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ ຕໍ່ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ທີ່​ໄດ້​ມາ​ຮ່ວມ​ເວທີ​ປາ​ໄສ; ການ​ຢືນຢັນ​ເລື່ອງ​ນີ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ເຄົາລົບ​ຂອງ​ພັກ​ແລະ​ລັດ​ຫວຽດນາມ​ ຕໍ່ການ​ພົວພັນຈີນ-ຫວຽດນາມ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ຄວາມ​ສຳ​ເລັດ​ຂອງ​ເວທີ​ປາ​ໄສ; ​ເນັ້ນ​ໜັກ​ວ່າ​ ພັກ​ແລະ​ລັດຂອງ​ຈີນ​ໃຫ້​ຄວາມ​ສຳຄັນຢ່າງ​ຍິ່ງ​ຕໍ່​ການ​ພົວພັນ​ກັບ​ຫວຽດນາມ, ​ເປັນ​ເອກະສັນ​ຈະ​ພ້ອມ​ກັນ​ກັບ​ຫວຽດນາມ​ຮັກສາ​ການ​ຕິດ​ຕໍ່​ລະດັບ​ສູງ, ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ທາງ​ການ​ເມືອງ, ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມືຕົວ​ຈິງ, ​ເປີດ​ກວ້າງ​ການ​ພົວພັນ​ປະຊາຊົນ, ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວບ​ຄຸມ​ຄວາມ​ແຕກ​ຕ່າງ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ຮັກສາ​ສົນ​ຕິ​ພາບ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ຫວຽດນາມ​ເພື່ອ​ການ​ພັດທະນທີ່​ໝັ້ນຄົງ, ສົດ​ໃສ, ຍືນ​ຍົງ; ຢືນຢັນວ່າ ​ຈີນ​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ກົນ​ໄກ​ພະຫຸ​ພາຄີ, ​ໂດຍ​ສະ​ເພາະ​ແມ່ນຫວຽດນາມ​ຮັບ​ບົດບາດ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2020.

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານນາຍົກລັດ​ຖະມົນ​ຕີ​ຈີນ ຫຼີ່ ​ເຄີ້ສຽງ ​ໄດ້​ເປັນ​ສັກຂີ​ພະຍານ​​ພິທີມອບ​ຮັບ​ເອກະສານ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຊ່ວຍ​ເຫຼືອ, ສຸນລະ​ກາ​ກອນ, ວັດທະນະທຳ​ ລະຫວ່າງ​ສອງ​ປະ​​ເທດ. ​ເອກະສານ​ການ​ຮ່ວມ​ມື​ເຫຼົ່າ​ນີ້​ຈະ​ປະກອບ​ສ່ວນ​ສ້າງ​ເງື່ອນ​ໄຂ​ເປີດ​ຕະຫຼາດສຳລັບ​ສິນຄ້າ​ກະສິກຳ​ຂອງ​ຫວຽດນາມ ກໍ​ຄື​ຊຸກຍູ້ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ກະຊວງ ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ​ ໄດ້​ເຊັນ​ເອກະສານ​ການ​ຮ່ວມ​ມື​ສະບັບ​ອື່ນໆ​ໃນ​ຂົງ​ເຂດ​ກະສິກຳ.

​ຢູ່​ນອກ​ຂອບ​ເຂດ​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ ປະທານາທິບໍ​ດີ ຕັດ​ຈີ​ກິດ​ສະຖານ, ປະທານາທິບໍດີ ຟີ​ລິບ​ປີນ, ປະທານ​ປະ​ເທດ​ລາວ, ນາຍົກລັດຖະມົນຕີກຳປູ​ເຈຍ, ນາຍົກລັດຖະມົນຕີສິງຫະ​ໂປ, ​ເລຂາທິການ​ພັກ​​ເສລີປະຊາທິປະ​ໄຕ​ແຫ່ງ​ຍີ່ປຸ່ນ ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ຍິ່ງ​ກວ່າ​ອີກ​ ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ກໍ່​ຄື​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງການປະສານ​ສົມທົບ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ນຳ​ລະດັບ​ສູງຫຼາຍ​ຄົນ​ຈາກ​ບໍລິສັດ​ໃຫຍ່​ຂອງ​ຈີນ, ​ໃນ​ຈຳນວນ 500 ບໍລິສັດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ທີ່​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ໂຄງ​ສ້າງ​ພື້ນຖານ-ການ​ກໍ່ສ້າງ, ພະລັງງານ, ການ​ເງິນ-​ເຕັກ​ໂນ​ໂລ​ຊີ.

ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຂັ້ນ​ສູງ​ການ​ຮ່ວມ​ມື "ແລວ​ທາງ​ແລະ​ເສັ້ນທາງ" ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ປະກອບສ່ວນ​ອັນ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ຮັກສາ​ທ່ວງທ່າ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາທີ່​ໝັ້ນຄົງ ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-ຈີນ, ຢືນຢັນ​ຄວາມ​ປາຖະໜາ​ດີ​ແລະ​ບົດບາດ​ຂອງ​ຫວຽດນາມ​ ໃນການ​ເປີດ​ກວ້າງການ​ຮ່ວມ​ມື​ແລະ​ການ​ເຊື່ອມ​ຕໍ່​ເສດຖະກິດ​ສາກົນ ​ເພື່ອ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ./.

​ໂດຍ ຫງວຽນ​ດຶກ