ເສີມຂະຫຍາຍຄຸນຄ່າດັ້ງເດີມ ໃນການກໍ່ສ້າງຄອບຄົວຫວຽດນາມ
ທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ, ກ້າວໜ້າ ແລະ ສີວິໄລ
ທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ, ກ້າວໜ້າ ແລະ ສີວິໄລ
ທ່ານ ຫວູດຶກດາມ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ອວຍພອນປີໃໝ່ແກ່ບັນດາຄອບຄົວທີ່ມີຄົນໃກ້ຊິດພວມຕ້ອງຮັບການກັກຕົວ ຢູ່ຄຸ້ມໜ່ວຍ 10 ແລະ 11, ໂຮງງານ Z153, ກົມເຕັກນິກ, ກະຊວງປ້ອງກັນປະເທດ (ເມືອງດົງແອັງ, ນະຄອນຮ່າໂນ້ຍ) _ພາບ: TTXVN
ບັນດາຄຸນຄ່າດັ້ງເດີມພື້ນຖານຂອງຄອບຄົວຫວຽດນາມ
ຢູ່ໃນຄອບຄົວຫວຽດນາມປັດຈຸບັນ, “ບັນດາຄຸນຄ່າດັ້ງເດີມໄດ້ຮັບການເຄົາລົບນັບຖືແລະບູລິມະສິດເລືອກເຟັ້ນຫຼາຍກວ່າຄຸນຄ່າທີ່ທັນສະໄໝ. ສຳລັບຄຸນຄ່າດັ້ງເດີມພຽງຢ່າງດຽວ, ຄຸນຄ່າທີ່ເກີດຈາກວັດທະນະທຳທ້ອງຖິ່ນມີກໍາລັງຄົງຕົວຍືນຍົງຫຼາຍກວ່າ ຄຸນຄ່າທີ່ຢືມມາຈາກພາຍນອກ”(1). ບັນດາຄຸນຄ່າດັ້ງເດີມ, ໂດຍສະເພາະແມ່ນບັນດາຄຸນຄ່າທາງຄຸນສົມບັດ, ບັນທັດຖານການປະພຶດໃນຄອບຄົວແລະໃນຊຸມຊົນ ຍັງສືບຕໍ່ໄດ້ຮັບການສືບທອດ, ຮັບເອົາ ແລະ ສົ່ງເສີມຈາກທຸກຄົນກໍຄືແຕ່ລະຄອບຄົວ.
ຄວາມຮັກແພງແລະແບ່ງປັນ ແມ່ນຄຸນຄ່າດັ້ງເດີມທີ່ພົ້ນເດັ່ນ ເຊິ່ງໄດ້ຄອບງໍາໃນສາຍພົວພັນລະຫວ່າງບັນດາສະມາຊິກຄອບຄົວ ທັງໃນຄອບຄົວດັ້ງເດີມຕະຫຼອດຮອດຄອບຄົວສະໄໝໃໝ່. ສໍາລັບຄອບຄົວຫວຽດນາມແລ້ວ, ບັນທັດຖານສູງສຸດຂອງຄວາມຜາສຸກໃນຄອບຄົວແມ່ນຄວາມຮັກແພງ, ຄວາມຜູກພັນຮັກໄຄ່, ຄວາມສະໜິດສະໜົມ, ຄວາມຮັກຫອມ, ການອຸປະຖໍາຄ້ຳຊູເຊິ່ງກັນແລະກັນ. ຄົນຫວຽດນາມທຸກຄົນ, ບໍ່ວ່າຈະເດີນທາງໄປທົ່ວທຸກແຫ່ງຫົນ, ບໍ່ວ່າເຖົ້າແກ່ຊະລາ ຫຼື ໜຸ່ມນ້ອຍ, ບໍ່ວ່າຢູ່ໃນຖານະໃດກໍຕາມ ແມ່ນລ້ວນແຕ່ຄະນຶງຕ່າວຫາຄອບຄົວ, ປາຖະໜາໄດ້ຮັບຄວາມຮັກແພງ ແລະ ການແບ່ງເບົາໃນຄອບຄົວ. ເຖິງແມ່ນຊີວິດການເປັນຢູ່ຈະມີການປ່ຽນແປງຫຼາຍໆຢ່າງ, ແຕ່ຄອບຄົວກໍຍັງເປັນເຮືອນຮັງແຫ່ງຄວາມຮັກແພງ, ເປັນສ່ວນທີ່ສັກກາລະບູຊາ ເຊິ່ງບໍ່ສາມາດຂາດໄດ້ໃນຊີວິດໝົດທຸກຄົນ, ເປັນກໍາລັງຜັກດັນທາງດ້ານຈິດໃຈທີ່ໃຫຍ່ຫຼວງ ເພື່ອໃຫ້ໝົດທຸກຄົນມີຄວາມມານະພະຍາຍາມເອົາຊະນະຕໍ່ອຸປະສັກ ແລະ ຄວາມຫຍຸ້ງຍາກທຸກປະການໃນການດໍາລົງຊີວິດ.
ໃນການພົວພັນຜົວເມຍ, ຄວາມຜູກພັນຮັກໄຄ່, ຄວາມຊື່ສັດບໍລິສຸດ, ຄວາມຖືກຕ້ອງພ້ອມພຽງ ເປັນທັງບັນທັດຖານດ້ານຄຸນສົມບັດ, ທັງເປັນຄວາມຮຽກຮ້ອງຕ້ອງການ ແລະ ເປັນຫຼັກການອັນພື້ນຖານ. ບັນດາຄູ່ຜົວເມຍກໍເຊີດຊູຄວາມຊື່ສັດບໍລິສຸດ, ຖືອັນນີ້ເປັນບັນທັດຖານ, ເປັນມາດຕະຖານແຖວໜ້າໃນການພົວພັນສົມລົດ. ພ້ອມກັນນັ້ນ, ຄວາມຖືກຕ້ອງພ້ອມພຽງລະຫວ່າງຜົວເມຍ, “ຫາກພ້ອມຜົວພ້ອມເມຍແລ້ວ, ເຖິງແມ່ນຈະສະນໍ້າທະເລຕາເວັນອອກ ກໍສາມາດເຫືອດແຫ້ງໄດ້” ກໍເປັນປັດໄຈພິເສດສໍາຄັນອັນໜຶ່ງ ເພື່ອປະຄອງຮັກສາຄວາມຜາສຸກຂອງຄອບຄົວ. ນໍ້າໃຈ, ຄວາມຮັກແພງ, ຄວາມຜູກພັນສະໜິດສະໜົມລະຫວ່າງຜົວເມຍ ໃນທຸກສະພາບແວດລ້ອມ ແລະ ໃນຫຼາຍໆເວລາ ມັນໄດ້ກາຍເປັນສາຍໄຍແຫ່ງຄວາມຜູກພັນ ແລະປະຄອງຮັກສາໃຫ້ຄູ່ຜົວເມຍປະເຊີນໜ້າກັບໄພອັນຕະລາຍແຫ່ງຄວາມແຕກຫັກໃນຄອບຄົວ. ໃນສາຍພົວພັນລະຫວ່າງປູ່ຍ່າຕາຍາຍ, ພໍ່ແມ່ກັບລູກເຕົ້າ, ບັນທັດຖານປູ່ຍ່າຕາຍາຍ, ພໍ່ແມ່ຜູ້ມີເມດຕາ, ລູກເຕົ້າກະຕັນຍູ ແມ່ນເອກະລັກວັດທະນະທໍາຂອງຄອບຄົວຫວຽດນາມ. ບໍ່ວ່າໃນຍຸກສະໄໝໃດ, “ຄວາມມີເມດຕາ” ກໍເປັນຈຸດເລີ່ມຕົ້ນ, ເປັນພື້ນຖານໃຫ້ແກ່ການກໍາເນີດເປັນ “ຄວາມກະຕັນຍູ”. ຄວາມຮັກແພງ, ການເບິ່ງແຍງລ້ຽງດູ, ການບອກສອນ, ການຊ່ວຍເຫຼືອ ແລະ ຄວາມເປັນຫ່ວງເປັນໄຍນໍາອະນາຄົດພາຍພາກໜ້າ ແລະ ຄວາມຜາສຸກຂອງລູກຫຼານ ເວລາໃດກໍເປັນຄວາມຮັກແພງ, ຄວາມຮັບຜິດຊອບ ແລະ ເປັນພັນທະຂອງຮຸ່ນຄົນຜູ້ເປັນປູ່ຍ່າຕາຍາຍ, ພໍ່ແມ່; ພ້ອມກັນນັ້ນ, ຄວາມກະຕັນຍູຂອງລູກເຕົ້າຕໍ່ກັບພໍ່ແມ່, ປູ່ຍ່າຕາຍາຍ ກໍກາຍເປັນໄມ້ຫຼາວັດແທກອັນສໍາຄັນໃນດ້ານຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງແຕ່ລະຄົນ. ເພື່ອໃຫ້ສົມກັບບຸນຄຸນຂອງພໍ່ແມ່ ທີ່ໄດ້ໃຫ້ກໍາເນີດ, ລ້ຽງດູເບິ່ງແຍງ ແລະ ສັ່ງສອນໃຫ້ຈະເລີນເຕີບໃຫຍ່, ຄຸນທໍາຄວາມເປັນລູກເຕົ້າບໍ່ພຽງແຕ່ຮູ້ເຄົາລົບນັບຖື, ຮັກແພງ, ຟັງຄວາມ, ເບິ່ງແຍງລ້ຽງດູພໍ່ແມ່, ປູ່ຍ່າຕາຍາຍເທົ່ານັ້ນ, ຫາກຍັງຕ້ອງໄດ້ສູ້ຊົນເພື່ອເຝິກຝົນຫຼໍ່ຫຼອມຕົນເອງ, ພະຍາຍາມສຶກສາຮໍ່າຮຽນ, ບືນຕົວກ້າວໜ້າ, ນໍາເອົາກຽດຕິຍົດ, ຄວາມພາກພູມໃຈມາໃຫ້ແກ່ຄອບຄົວນໍາອີກ.
ໃນສາຍພົວພັນອ້າຍ, ເອື້ອຍ, ນ້ອງ, ຄວາມຖືກຕ້ອງປອງດອງ, ຄວາມຮັກແພງ ແລະ ການອຸປະຖໍາຄ້ຳຊູເຊິ່ງກັນແລະກັນ ແມ່ນຄຸນຄ່າດັ້ງເດີມຂອງຄອບຄົວຫວຽດນາມ. ການພົວພັນອ້າຍເອື້ອຍນ້ອງ ເປັນສາຍພົວພັນທີ່ຍືດເຍື້ອຍາວນານ, ເລິກເຊິ່ງ, ຕິດພັນກັນໄປຕະຫຼອດຊົ່ວຊີວິດຂອງຄົນເຮົາ. ນີ້ແມ່ນຄວາມຮັກແພງທີ່ມີລັກສະນະສອງລວງ, ອ້າຍ, ເອື້ອຍ, ນ້ອງໃນຄອບຄົວຕ້ອງຮັກແພງ, ສະໜິດຕິດພັນ, ຖືກຕ້ອງປອງດອງ, ຕຸ້ມລຸມຫຸ້ມຫໍ່, ປົກປ້ອງເຊິ່ງກັນແລະກັນ. ໃນນັ້ນ, “ຄວາມຖືກຕ້ອງປອງດອງ” ຖືເປັນຄວາມຮຽກຮ້ອງຕ້ອງການ, ບັນທັດຖານແຖວໜ້າ, ໝາຍຄວາມວ່າ ເວລາໃດກໍຕ້ອງມີຄວາມຮັກແພງ, ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ, ບໍ່ຜິດຂ້ອງຕ້ອງຖຽງກັນ, ຍາດຊີງຜົນປະໂຫຍດກັນ ທັງໃນຕອນທີ່ມີຄອບຄົວແລະມີຊີວິດສ່ວນຕົວໃຜລາວ. ຄວາມຖືກຕ້ອງປອງດອງບໍ່ພຽງແຕ່ເປັນຄວາມຕ້ອງການພາຍໃນຂອງສາຍພົວພັນລະຫວ່າງອ້າຍ - ເອື້ອຍ - ນ້ອງເທົ່ານັ້ນ ຫາກຍັງເປັນຄວາມຮຽກຮ້ອງຕ້ອງການ, ຄວາມປາຖະໜາຂອງພໍ່, ແມ່, ຍາດວົງຕະກຸນນໍາອີກ. ເຖິງວ່າສັງຄົມຈະມີການປ່ຽນແປງຫຼາຍຢ່າງ, ແຕ່ຄວາມຖືກຕ້ອງປອງດອງ, ຄວາມສະໜິດສະໜົມ, ໝັ້ນແກ່ນ ລະຫວ່າງ ບັນດາຜູ້ທີ່ເປັນເລືອດເນື້ອເຊື້ອໄຂດຽວກັນ ກໍຍັງຮັກສາຖານະສູງສົ່ງໃນລະບົບຄຸນຄ່າສັງຄົມ. ເຖິງວ່າຈະຮັ່ງມີ ຫຼື ທຸກຈົນດ້ານວັດຖຸ, ແຕ່ອ້າຍເອື້ອຍນ້ອງ ກໍຍັງຮັກສາຄວາມຮັກແພງເຊິ່ງກັນແລະກັນ, ພ້ອມທີ່ຈະແບ່ງທຸກແບ່ງສຸກ, ຊ່ວຍເຫຼືອກັນ ພ້ອມກັນບືນຕົວກ້າວຂຶ້ນໃນການດໍາລົງຊີວິດ.
ຮ່ວມກັບການພົວພັນໃນຄອບຄົວ, ເວລາໃດຄອບຄົວຫວຽດນາມ ກໍຍົກສູງສະຕິຊຸມຊົນ, ຖືສໍາຄັນຕໍ່ຄວາມຮັບຜິດຊອບ, ພັນທະຕໍ່ຊຸມຊົນ ແລະ ສັງຄົມ. ເວລາໃດແຕ່ລະຄອບຄົວກໍມີຄວາມສະໜິດສະໜົມທີ່ແໜ້ນແຟ້ນກັບບ້ານຊ່ອງ, ຊຸມຊົນ ແລະ ປະເທດຊາດ. ພັນທະ ແລະຄວາມຮັບຜິດຊອບຂອງແຕ່ລະຄອບຄົວ, ບໍ່ພຽງແຕ່ປິ່ນອ້ອມບັນດາຄວາມຕ້ອງການ ແລະ ຜົນປະໂຫຍດຂອງບັນດາສະມາຊິກໃນຄອບຄົວເທົ່ານັ້ນ ຫາກຍັງມີຕໍ່ກັບບ້ານເມືອງ ແລະ ກວ້າງກວ່ານັ້ນແມ່ນປະເທດຊາດ. ເວລາໃດແຕ່ລະຄອບຄົວກໍຖືສໍາຄັນຄວາມຮັກແພງຍາດວົງຕະກຸນ, ເຜົ່າພັນ, ຄວາມຜູກພັນຮັກໄຄ່, ດໍາລົງຊີວິດເຈືອຈານໃນຄວາມສາມັກຄີຮັກແພງລະຫວ່າງບ້ານເມືອງ, ບ້ານໃກ້ເຮືອນຄຽງ “ເວລາປະສົບເຄາະຮ້າຍກໍມີກັນແລະກັນ”, “ຂາດອ້າຍນ້ອງຢູ່ບ້ານໄກ, ຫາອ້າຍນ້ອງຢູ່ບ້ານໃກ້”, “ໃບຕອງດີຫຸ້ມໃບຕອງຂາດ”… ຄອບຄົວມີຄວາມສະໜິດສະໜົມກັບຊຸມຊົນ ແລະ ປະເທດຊາດ ເປັນພື້ນຖານວັດທະນະທໍາອັນດີງາມ ເຊິ່ງມາຮອດປັດຈຸບັນ, ບັນດາຄອບຄົວຕ່າງໆ ກໍຖືສໍາຄັນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຢູ່ຕະຫຼອດເວລາ.
ພິເສດ, ເພື່ອຖ່າຍທອດຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອອັນດີງາມ ແລະ ການກໍ່ສ້າງຄອບຄົວ, ເວລາໃດຄອບຄົວຫວຽດນາມ ກໍຖືສໍາຄັນການສຶກສາອົບຮົມ, ຖືອັນນີ້ເປັນພື້ນຖານທໍາອິດ, ຕໍ່ເນື່ອງ ແລະ ຍາວນານ ທີ່ສົ່ງຜົນກະທົບເຖິງການກໍາເນີດ ແລະ ການພັດທະນາບຸກຄະລິກກະພາບຂອງມະນຸດ.
ບັນດາການປ່ຽນແປງຄຸນຄ່າດັ້ງເດີມຂອງຄອບຄົວ
ຕໍ່ໜ້າຜົນກະທົບທີ່ແຂງແຮງຂອງຊີວິດທັນສະໄໝ
ໃນປັດຈຸບັນ, ຊີວິດສັງຄົມຢູ່ຫວຽດນາມກໍາລັງມີການປ່ຽນແປງທີ່ເລິກເຊິ່ງ, ຮອບດ້ານຫຼາຍຢ່າງ ຈາກຜົນກະທົບຂອງພື້ນຖານເສດຖະກິດຕະຫຼາດ, ການເຊື່ອມໂຍງສາກົນ ແລະ ການຂະຫຍາຍຕົວຢ່າງໄວວາ ແລະ ແຮງຄືພະຍຸລົມແດງຂອງວິທະຍາສາດແລະເຕັກໂນໂລຊີ. ຕໍ່ກັບຜົນກະທົບດັ່ງກ່າວ, ເຖິງວ່າບັນດາຄຸນຄ່າດັ້ງເດີມທີ່ດີງາມຂອງຄອບຄົວໄດ້ຮັບຄວາມເອົາໃຈໃສ່, ປົກປັກຮັກສາແລ້ວກໍຕາມ ແຕ່ກໍບໍ່ອາດຫຼີກລ່ຽງໄດ້ເຖິງການປ່ຽນແປງຕ່າງໆທີ່ເກີດຂຶ້ນ. ອາດເວົ້າໄດ້ວ່າ ຄອບຄົວຫວຽດນາມ ກໍາລັງຢູ່ລະຫວ່າງການຫັນປ່ຽນຈາກດັ້ງເດີມໄປສູ່ທັນສະໄໝ.
“ຈັງຫວະຂອງຊີວິດດິຈິຕອນ” ກໍາລັງພາໃຫ້ເກີດການປ່ຽນແປງຫຼາຍສົມຄວນດ້ານຄວາມຕ້ອງການ, ແບບແຜນດໍາລົງຊີວິດຂອງມະນຸດເຮົາ. ຢູ່ໃນຄອບຄົວ, ປ່ຽນແທນໃຫ້ຄອບຄົວແບບເຈົ້າໂຄດໃນເມື່ອກ່ອນນີ້, ສິດປະຊາທິປະໄຕ ແລະ ຄວາມສະເໝີພາບລະຫວ່າງບັນດາສະມາຊິກໃນຄອບຄົວໄດ້ຮັບການຍົກສູງຂຶ້ນ, ສອດຄ່ອງກັບທ່າອ່ຽງຂະຫຍາຍຕົວຂອງຄອບຄົວທີ່ທັນສະໄໝ. ຄຽງຄູ່ກັນນັ້ນ, ຄອບຄົວສ່ວນຫຼາຍແມ່ນຍັງໃຫ້ຄວາມເອົາໃຈໃສ່ເຖິງການສຶກສາອົບຮົມຂະນົບທໍານຽມ, ຮີດຄອງພິທີ, ລະບຽບ ແບບແຜນການດໍາລົງຊີວິດໃນຄອບຄົວ. ບັນດາຮຸ່ນປູ່ຍ່າຕາຍາຍ, ພໍ່ແມ່ເວລາໃດກໍສັ່ງສອນລູກຫຼານໃນສິ່ງທີ່ດີ, ສິ່ງທີ່ຖືກຕ້ອງ, ຮູ້ຮັກສາຄວາມຖືກຕ້ອງປອງດອງ, ຄວາມຮັກແພງ, ຕຸ້ມລຸມຫຸ້ມຫໍ່, ຊ່ວຍເຫຼືອເຊິ່ງກັນແລະກັນໃນຄອບຄົວ, ເຊື້ອວົງຕະກຸນ; ຕິດພັນສະໜິດແໜ້ນກັບບ້ານເມືອງ; ມີຄວາມສາມັກຄີ, ແບ່ງປັນ ຄວາມຮັບຜິດຊອບກັບຊຸມຊົນ ແລະ ສັງຄົມ. ພ້ອມກັນນັ້ນ, ເວລາໃດແຕ່ລະຄອບຄົວກໍເຊີດຊູມູນເຊື້ອພາກພຽນໃນການຮຽນຮູ້, ເຄົາລົບນັບຖືຄູບາອາຈານ, ຖືເອົາການສຶກສາຮຽນຮູ້ເປັນອັນພື້ນຖານ ເພື່ອປະຕິບັດຫຼັກທໍາແຫ່ງຄວາມເປັນມະນຸດ; ຖືສໍາຄັນການສຶກສາອົບຮົມອຸປະນິໄສມານະພາກພຽນ, ອົດທົນພະຍາຍາມອອກແຮງງານ ແລະ ມານະຈິດຜ່ານຜ່າຄວາມຫຍຸ້ງຍາກລໍາບາກ ບືນຕົວກ້າວຂຶ້ນ ໃນຊີວິດການເປັນຢູ່. ຫຼາຍຄອບຄົວໄດ້ເອົາໃຈໃສ່ປະຕິບັດວັດທະນະທໍາທີ່ເປັນມູນເຊື້ອຕົວຈິງ ຂອງຄອບຄົວໃນໂອກາດງານບຸນປີໃໝ່, ປົກປັກຮັກສາບັນດາກິດຈະກໍາທີ່ເປັນວັດທະນະທໍາຄອບຄົວ, ອັນເຮັດໃຫ້ບັນດາຄຸນຄ່າຂອງຄວາມຈິງ, ຄວາມດີ, ຄວາມງາມແບບດັ້ງເດີມ ໄດ້ຮັບການສືບສານຕົກທອດສູ່ຄົນຮຸ່ມໜຸ່ມຢ່າງເປັນທໍາມະຊາດ; ປະກອບສ່ວນກໍ່ໃຫ້ເກີດເປັນແບບແຜນດໍາລົງຊີວິດທີ່ຈົບງາມປອດໃສ, ສ້າງແລະພັດທະນາກິດຕິຄຸນຂອງມະນຸດ; ປົກປັກຮັກສາ, ເສີມຂະຫຍາຍວາດຊົງຂອງຄົນຫວຽດນາມ, ອະນຸຮັກສີສັນວັດທະນະທໍາແຫ່ງຊາດໃນຊີວິດການເປັນຢູ່ທີ່ທັນສະໄໝ. ແຕ່ວ່າ ຄຸນຄ່າວັດທະນະທໍາອັນດີງາມໃນຄອບຄົວຈໍານວນໜຶ່ງກໍຄ່ອຍໆຖືກເສື່ອມເສຍ ແລະ ປ່ຽນຮູບໄປ. ຖ້າຫາກຄືເມື່ອກ່ອນນີ້, ໝົດທຸກຄົນລ້ວນແຕ່ມີຄວາມມຸ່ງຫວັງໜຶ່ງດຽວຄືການກໍ່ສ້າງຄອບຄົວ “ສີ່ຮຸ່ນຄົນ”, ແຕ່ມາຮອດປັດຈຸບັນນີ້ ສິ່ງດັ່ງກ່າວນີ້ແມ່ນບໍ່ເຫຼືອລັກສະນະທົ່ວໄປອີກແລ້ວ. ສາຍພົວພັນລະຫວ່າງບັນດາສະມາຊິກໃນຄອບຄົວຈໍານວນໜຶ່ງ ກໍາລັງກາຍເປັນສິ່ງຫຼະຫຼວມ ແລະ ຂາດຄວາມສະໜິດຕິດພັນໃກ້ຊິດກັນ. ຕໍ່ກັບຜົນກະທົບສວນກັບຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການພົບປະກັນໂດຍກົງຂອງບັນດາສະມາຊິກໃນຄອບຄົວມີທ່າອ່ຽງຫຼຸດໜ້ອຍຖອຍລົງ, ອັນພາໄປສູ່ທ່າອ່ຽງເພີ່ມຂຶ້ນຂອງສະພາບໂດດດ່ຽວປ່ຽວພອຍໃນຄອບຄົວຕົນເອງ. ຄວາມສໍາພັນລະຫວ່າງຜົວເມຍບາງເວລາ, ບາງສະຖານທີ່ກໍມີການປ່ຽນແປງໄປຕາມທ່າອ່ຽງທີ່ບໍ່ຄ່ອຍດີ; ຄວາມສັດຊື່ບໍລິສຸດ, ຄວາມຮັກແພງ, ຄວາມຖືກຕ້ອງປອງດອງຜົວເມຍກໍມີທ່າອ່ຽງຫຼຸດລົງ; ຄວາມສໍາພັນໃນຊີວິດສົມລົດຂອງຄອບຄົວໜຸ່ມນ້ອຍຈໍານວນໜຶ່ງກໍແຕກຫັກລົງຢ່າງງ່າຍດາຍ, ຍ້ອນການຄອບງໍາໂດຍວິຖີດໍາລົງຊີວິດແບບເປີດ ກວ້າງ, ອັດຖະປະໂຫຍດ, ແລ່ນນໍາແຕ່ຜົນປະໂຫຍດດ້ານວັດຖຸສິ່ງຂອງ, ເຮັດໃຫ້ອັດຕາສ່ວນການຢ່າຮ້າງມີທ່າອ່ຽງເພີ່ມຂຶ້ນຢ່າງໄວວາໃນຊຸມປີມໍ່ໆມານີ້. ຄວາມສໍາພັນລະຫວ່າງພໍ່ແມ່, ປູ່ຍ່າຕາຍາຍ ກັບລູກຫຼານສະແດງໃຫ້ເຫັນວ່າ ຂາດລັກສະນະໃກ້ຊິດຕິດພັນ, ຍ້ອນວ່າພື້ນທີ່ດໍາລົງຊີວິດ ແລະ ການພົວພັນແລກປ່ຽນໃນຄອບຄົວຫຼຸດໜ້ອຍລົງ, ຄວາມຕ້ອງການ, ຄວາມຮັກມັກສ່ວນບຸກຄົນຖືກຍົກສູງຂຶ້ນ. ຜູ້ເປັນພໍ່, ເປັນແມ່ ຈໍານວນບໍ່ໜ້ອຍ ບໍ່ສາມາດເຮັດລ້ອນພາລະໜ້າທີ່, ຄວາມຮັບຜິດຊອບ, ບໍ່ສາມາດເບິ່ງແຍງຫ່ວງໃຍຕໍ່ອະນາຄົດຄົນຮຸ່ນຫຼັງ ແລະ ກໍຍ້ອນສະພາບຫຍຸ້ງຍາກ, ລູກຫຼານຈຶ່ງຂາດຄວາມຮັບຜິດຊອບຕໍ່ພໍ່ແມ່, ປູ່ຍ່າຕາຍາຍ, ອະກະຕັນຍູ, ເນລະຄຸນ. ຄວາມສໍາພັນອ້າຍນ້ອງກໍ່ເກີດຄວາມບໍ່ສະຫງົບ, ບາງຄັ້ງກໍຍ້ອນບັນຫາເງິນຄໍາ, ຜົນປະໂຫຍດພຽງເລັກນ້ອຍ ແລະທໍາມະດາ ແຕ່ຫາກເຮັດໃຫ້ສູນເສຍຄວາມຮັກແພງອ້າຍນ້ອງຮ່ວມອຸທອນ. ຍ້ອນແນວຄິດຊັ່ງຊາເອົາລັດເອົາປຽບ, ເຫັນແກ່ຜົນປະໂຫຍດສ່ວນຕົວ ຈຶ່ງເຮັດໃຫ້ນໍ້າໃຈຄວາມກັນພາຍໃນບ້ານເມືອງ, ບ້ານໃກ້ເຮືອນຄຽງມີສ່ວນຫຼຸດໜ້ອຍຖອຍລົງ.
ບາງຄອບຄົວບໍ່ເອົາໃຈໃສ່ການສຶກສາອົບຮົມ ຫຼືມີຄວາມສົນໃຈແຕ່ຍ້ອນຄວາມສັບສົນງຸ່ມງ່າມທາງດ້ານເນື້ອໃນແລະວິທີການ ຈຶ່ງກໍ່ໃຫ້ເກີດຜົນຕາມມາຫຼາຍຢ່າງ, ໂດຍສະເພາະແມ່ນການເສື່ອມໂຊມຂອງຄຸນສົມບັດຄອບຄົວ ແລະ ສັງຄົມ. ພຶດຕິກໍາຕົວຈິງໃນຊຸມປີຜ່ານມາໄດ້ໃຫ້ເຫັນວ່າ ຈໍານວນຄະດີຄາດຕະກໍາທີ່ເກີດຂຶ້ນໃນຄອບຄົວກວມເອົາ 18% - 20%, ມີບາງຄະດີຄວາມກໍພຽງແຕ່ຍ້ອນຜົນປະໂຫຍດທາງດ້ານເສດຖະກິດ ຫຼືຄວາມຂັດແຍ່ງ, ຄວາມຜິດຂ້ອງຕ້ອງຖຽງກັນພຽງເລັກນ້ອຍເທົ່ານັ້ນ. ສິ່ງທີ່ໜ້າເປັນຫ່ວງແມ່ນທ່າອ່ຽງການຫັນເປັນໜຸ່ມໃນອາດຊະຍາກໍາການຄາດຕະກຳໃນເວລາມໍ່ໆມານີ້ ຢູ່ໃນກຸ່ມເປົ້າໝາຍອາຍຸຕໍ່າກວ່າ 30 ປີ ບາງເທື່ອກວມເອົາເຖິງ 60%(2)... ອັດຕາການເກີດອາຊະຍາກໍາຕໍ່ເດັກແລະເຍົາວະຊົນທົ່ວປະເທດແມ່ນ 5,2% ສຳລັບຄົນອາຍຸຕ່ຳກວ່າ 14 ປີ, 24,5% ສຳລັບຄົນອາຍຸ 14 ປີເຖິງຕ່ຳກວ່າ 16 ປີ ແລະ 70,3% ສຳລັບຄົນອາຍຸ 16 ປີເຖິງຕ່ຳກວ່າ 18 ປີ (3). ບັນດາປາກົດການເຫຼົ່ານີ້ພວມສົ່ງສຽງກະດິ່ງປ່າວເຕືອນຕໍ່ໝົດທຸກຄອບຄົວ ແລະ ທົ່ວສັງຄົມ, ຍ້ອນຜົນທີ່ຕາມມານັ້ນເຈັບປວດແລະທໍລະມານໃຈທີ່ສຸດ, ສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ຮາກຖານຄຸນສົມບັດຂອງສັງຄົມ ແລະ ບຸກຄະລິກກະພາບມະນຸດໃນຫວຽດນາມຍຸກປະຈຸບັນ.
ພັກກອມມູນິດຫວຽດນາມ ນໍາພາການກໍ່ສ້າງ, ປົກປັກຮັກສາ
ແລະເສີມຂະຫຍາຍຄຸນຄ່າດັ້ງເດີມອັນດີງາມຂອງຄອບຄົວຫວຽດນາມ
ຕະຫຼອດຂະບວນວິວັດແຫ່ງການນໍາພາການປະຕິວັດ, ໂດຍສະເພາະແມ່ນໃນຊຸມປີແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມ ເວລາໃດກໍເອົາໃຈໃສ່ນໍາພາການກໍ່ສ້າງ, ປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າດັ້ງເດີມອັນດີງາມຂອງຄອບຄົວຫວຽດນາມ. ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ 8, ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: “ເສີມຂະຫຍາຍຄວາມຮັບຜິດຊອບຂອງຄອບຄົວ ໃນການສືບທອດບັນດາຄຸນຄ່າວັດທະນະທໍາແຫ່ງຊາດ ຈາກຮຸ່ນຄົນນີ້ໄປສູ່ຮຸ່ນຄົນອື່ນ”(4). ມາຮອດກອງປະຊຸມໃຫຍ່ ຄັ້ງທີ 12, ພັກໄດ້ສືບຕໍ່ຢືນຢັນວ່າ: “ເສີມຂະຫຍາຍຄຸນຄ່າດັ້ງເດີມອັນດີງາມ, ສ້າງຄອບຄົວທີ່ອີ່ມໜໍາສໍາລານ, ກ້າວໜ້າ, ມີຄວາມຜາສຸກ ແລະ ສີວິໄລ”(5). ເພື່ອຫັນເປັນອັນລະອຽດຕໍ່ບັນດາທັດສະນະແລະແຜນນະໂຍບາຍຂອງພັກ, ຍຸດທະສາດການພັດທະນາຄອບຄົວຫວຽດນາມຮອດປີ 2020, ວິໄສທັດປີ 2030 ກໍໄດ້ກໍານົດວ່າ: “ຄອບຄົວເປັນຈຸລັງຂອງສັງຄົມ, ເປັນສະພາບແວດລ້ອມທີ່ສໍາຄັນເພື່ອໃຫ້ກໍາເນີດ, ລ້ຽງດູ ແລະ ສຶກສາອົບຮົມກິດຕິຄຸນ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາທີ່ເປັນມູນເຊື້ອອັນດີງາມ, ຕໍ່ຕ້ານບັນດາໄພອັນຕະລາຍສັງຄົມ, ສ້າງຊັບພະຍາກອນມະນຸດ ເພື່ອຮັບໃຊ້ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ”(6). ໃນວັນທີ 20 ກຸມພາ 2014, ນາຍົກລັດຖະມົນຕີໄດ້ປະກາດໃຊ້ຂໍ້ຕົກລົງສະບັບເລກທີ 279/ຂຕ-ນຍ ວ່າດ້ວຍການອະນຸມັດ ແຜນການເສີມຂະຫຍາຍຄຸນຄ່າອັນດີງາມຂອງບັນດາສາຍພົວພັນໃນຄອບຄົວ ແລະ ການສະໜັບສະໜູນການກໍ່ສ້າງຄອບຄົວທີ່ຜາສຸກ, ຍືນຍົງ ຮອດປີ 2020 ແນໃສ່ເສີມຂະຫຍາຍຄຸນຄ່າອັນດີງາມຂອງບັນດາສາຍພົວພັນໃນຄອບຄົວ. ຮອດປີ 2017, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ໄດ້ປະກາດໃຊ້ “ຊຸດມາດຖານການປະພຶດໃນຄອບຄົວ” ແນໃສ່ສ້າງບາດກ້າວຂະຫຍາຍຕົວໃໝ່ໃນການສ້າງສາຍພົວພັນການປະພຶດໃນຄອບຄົວ, ສະກັດກັ້ນການເສື່ອມໂຊມດ້ານຄຸນສົມບັດໃນຄອບຄົວ; ກໍ່ສ້າງ, ປົກປັກຮັກສາຄວາມຜາສຸກທີ່ຍືນຍົງ ຂອງທຸກຄອບຄົວ, ກ້າວສູ່ຄວາມຖາວອນ ແລະ ຄວາມສີວິໄລຂອງທົ່ວສັງຄົມ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ພັກໄດ້ສືບຕໍ່ມີແຜນນະໂຍບາຍ “ປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນດີງາມ, ຍືນຍົງຢູ່ໃນມູນເຊື້ອວັດທະນະທໍາຂອງຫວຽດນາມ”(7) ແນໃສ່ປະກອບສ່ວນກໍ່ສ້າງ “ຄອບຄົວຫວຽດນາມທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ, ກ້າວໜ້າ ແລະ ສີວິໄລ”(8). ແນໃສ່ປະກອບສ່ວນໃນການນໍາເອົາມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ, ຕ້ອງໄດ້ຜັນຂະຫຍາຍ, ຈັດຕັ້ງປະຕິບັດວິທີການຕົ້ນຕໍຈໍານວນໜຶ່ງຢ່າງເປັນລະບົບຄົບຊຸດ ຄືດັ່ງຕໍ່ໄປນີ້:
ໜຶ່ງ, ເພີ່ມທະວີການຄົ້ນຄວ້າ ແລະ ໂຄສະນາເຜີຍແຜ່ບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງຄອບຄົວຫວຽດນາມ: “ສຸມໃສ່ໃນການສຶກສາຄົ້ນຄວ້າ, ການກໍານົດ ແລະ ຜັນຂະຫຍາຍການສ້າງລະບົບຄຸນຄ່າຂອງຊາດ, ລະບົບຄຸນຄ່າວັດທະນະທໍາ ແລະ ບັນທັດຖານຂອງຄົນທີ່ຕິດພັນກັບການປົກປັກຮັກສາ, ການພັດທະນາລະບົບຄຸນຄ່າຂອງຄອບຄົວຫວຽດນາມໃນຍຸກສະໄໝໃໝ່”(9). ການໂຄສະນາ, ການເຜີຍແຜ່ບັນດາຄຸນຄ່າຄຸນສົມບັດທີ່ເປັນມູນເຊື້ອ, ຂະນົບທໍານຽມ ແລະ ວັດທະນະທໍາການປະພຶດໃນຄອບຄົວ ໃນຊຸມຊົນ ແລະສັງຄົມ, ຊ່ວຍໃຫ້ແຕ່ລະຄອບຄົວເຫັນໄດ້ເຖິງການສືບຕໍ່ລະຫວ່າງປະເພນີແລະຄວາມທັນສະໄຫມ. ປະຕິບັດດ້ວຍຫຼາຍຮູບການ, ວິທີການໂຄສະນາເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ລະບຽບກົດໝາຍຂອງລັດ ກ່ຽວກັບວຽກງານຄອບຄົວ; ປະສານສົມທົບຢ່າງສະໜິດແໜ້ນລະຫວ່າງໂຮງຮຽນ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ໃນການໂຄສະນາເຜີຍແຜ່ບັນດາຄຸນຄ່າອັນດີງາມຂອງຄອບຄົວ ແລະ ບັນດາຕົວແບບຄອບຄົວວັດທະນະທໍາ. ພິເສດແມ່ນຕ້ອງນໍາໃຊ້ບັນດາພາຫະນະສື່ສານ, ຂ່າວສານທີ່ທັນສະໄໝຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ ເພື່ອໂຄສະນາ, ສຶກສາອົບຮົມບັນດາຄຸນຄ່າທີ່ເປັນມູນເຊື້ອຂອງຄອບຄົວໃຫ້ສອດຄ່ອງກັບຈຸດພິເສດຊີວິດຈິດໃຈຂອງແຕ່ລະໄວອາຍຸ ແລະ ແຕ່ລະເປົ້າໝາຍ.
ສອງ, ສືບຕໍ່ຫັນເປັນອັນລະອຽດ, ຫັນເປັນລະບຽບຫຼັກການ ແລະ ຈັດຕັ້ງປະຕິບັດ ທັດສະນະແນວທາງຂອງພັກ, ນະໂຍບາຍຂອງລັດ ກ່ຽວກັບການກໍ່ສ້າງຄອບຄົວທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ, ກ້າວໜ້າ, ສີວິໄລ ຢ່າງມີຄຸນນະພາບແລະມີປະສິດທິຜົນ. ຫັນເປັນອັນລະອຽດ ແລະ ສຸມໃສ່ການ “ແກ້ໄຂພະຍາຍາດແລ່ນນໍາຜົນງານ, ພະຍາດຮູບການ, ປະຕິບັດບັນດາບັນທັດຖານວັດທະນະທໍາຂອງຄອບຄົວຫວຽດນາມທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ, ກ້າວໜ້າ ແລະ ສີວິໄລ”(10), ເຊື່ອມຕິດຄຸນຄ່າດັ້ງເດີມແລະຄຸນຄ່າສະໄໝໃໝ່ຢ່າງແໜ້ນແຟ້ນແລະກົມກຽວ ບົນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ສືບຕໍ່ກໍ່ສ້າງ, ບູລະນະນະໂຍບາຍ, ກົດໝາຍກ່ຽວກັບການກໍ່ສ້າງຄອບຄົວ ແລະ ວຽກງານຄອບຄົວ, ໂດຍສະເພາະແມ່ນບູລະນະເອກະສານທາງດ້ານກົດໝາຍກ່ຽວກັບຄອບຄົວ, ການປ້ອງກັນແລະຄວບຄຸມຄວາມຮຸນແຮງໃນຄອບຄົວ, ຄວາມສະເໝີພາບທາງເພດ. ສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຍຸດທະສາດການພັດທະນາຄອບຄົວຫວຽດນາມຮອດປີ 2020, ວິໄສທັດ 2030, “ຊຸດມາດຖານການປະພຶດໃນຄອບຄົວ”;… “ສືບຕໍ່ກໍ່ສ້າງຄອບຄົວແບບຢ່າງ “ປູ່ຍ່າຕາຍາຍ, ພໍ່ແມ່ແບບຢ່າງ, ລູກຫຼານມີຈິດໃຈໂອບເອື້ອອາລີ, ຜົວເມຍຖືກຕ້ອງປອງດອງ, ອ້າຍເອື້ອຍນ້ອງມີຄວາມສາມັກຄີ ແລະ ຮັກແພງກັນ””(11). ປະຕິບັດການສົມລົດແບບກ້າວໜ້າ ບົນພື້ນຖານຄວາມຮັກມັກທີ່ແທ້ຈິງ ແລະ ສະໝັກໃຈ, ກໍ່ສ້າງຄອບຄົວທີ່ມີປະຊາທິປະໄຕ, ສະເໝີພາບ, ປອງດອງ, ຮັກແພງແລະແບ່ງປັນ. ຍົກສູງຄຸນນະພາບ, ປະສິດທິພາບວຽກງານຄຸ້ມຄອງລັດ ຕໍ່ກັບວຽກງານຄອບຄົວ, ໃນນັ້ນ ສຸມໃສ່ບູລະນະການຈັດຕັ້ງ, ກົງຈັກ, ເພີ່ມທະວີການແບ່ງງານ, ປະສານງານທີ່ສະໜິດແໜ້ນລະຫວ່າງບັນດາຂັ້ນ, ບັນດາຂະແໜງການຕ່າງໆໃນການຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍ; ຍົກສູງຄຸນທາດ, ຄວາມອາດສາມາດຂອງຖັນແຖວພະນັກງານ, ລັດຖະກອນ, ໂດຍສະເພາະແມ່ນພະນັກງານທີ່ຮັບຜິດຊອບສະເພາະ ແລະ ພະນັກງານຢູ່ຮາກຖານ.
ສາມ, ໃຫ້ຄວາມສໍາຄັນກັບການປະຕິບັດການສຶກສາອົບຮົມຄອບຄົວ, ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງໃນການກໍ່ສ້າງບຸກຄະລິກກະພາບຂອງຊາວຫວຽດນາມ ໃນຍຸກສະໄໝໃໝ່. ຕ້ອງ “ຍົກສູງບົດບາດຂອງຄອບຄົວໃນການເບິ່ງແຍງລ້ຽງດູ, ສຶກສາອົບຮົມຄົນຮຸ່ນໜຸ່ມນ້ອຍ”(12), ຍູ້ແຮງການສຶກສາອົບຮົມຄຸນສົມບັດ, ແບບແຜນດໍາລົງຊີວິດໃນຄອບຄົວ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 11/ຄສ-ນຍ, ລົງວັນທີ 29 ມີນາ 2017 “ກ່ຽວກັບການສົ່ງເສີມຄຸນຄ່າທາງດ້ານຄຸນສົມບັດ ແລະ ມູນເຊື້ອໃນຄອບຄົວ”. ໃນນັ້ນ “ເພີ່ມທະວີການສຶກສາອົບຮົມນໍ້າໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ,…ແລະສະຕິຄວາມຮັບຜິດຊອບຕໍ່ສັງຄົມ ໃຫ້ປະຊາຊົນທຸກຊັ້ນຄົນ, ໂດຍສະເພາະແມ່ນຊາວໜຸ່ມ. ປະຕິບັດບັນດາວິທີການບຸກທະລຸ ແນໃສ່ສະກັດກັ້ນຢ່າງມີປະສິດທິຜົນ ຕໍ່ການເສື່ອມໂຊມດ້ານຄຸນສົມບັດ, ແບບແຜນການດໍາລົງຊີວິດ, ຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ ແລະ ບັນດາໄພສັງຄົມຕ່າງໆ”(13). ພ້ອມກັນນັ້ນ, “ຍູ້ແຮງການສຶກສາອົບຮົມ, ຍົກສູງຄວາມຮັບຮູ້, ສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາສີສັນວັດທະນະທໍາແຫ່ງຊາດຂອງຄົນຫວຽດນາມ, ພິເສດແມ່ນຄົນຮຸ່ນໜຸ່ມນ້ອຍ. ບືນຕົວກ້າວຂຶ້ນໃນການແກ້ໄຂຂໍ້ຈໍາກັດຂອງຄົນຫວຽດນາມເທື່ອລະກ້າວ; ກໍ່ສ້າງຄົນຫວຽດນາມຍຸກສະໄໝໃໝ່, ເຊື່ອມຕິດຄຸນຄ່າດັ້ງເດີມກັບຄຸນຄ່າສະໄໝໃໝ່ ຢ່າງສະໜິດແໜ້ນ ແລະ ກົມກຽວ”(14). ດ້ວຍຈິດໃຈ “ເລືອກເອົາອັນດີປັດເຂ່ຍອັນຂີ້ຮ້າຍ”, ຄອບຄົວຫວຽດນາມທັງໝົດຕ້ອງເພີ່ມທະວີການສຶກສາອົບຮົມຂະນົບທໍານຽມ, ວິຖີຊີວິດ ແລະ ແບບແຜນການດໍາລົງຊີວິດອັນດີງາມ, ສີວິໄລ ໃຫ້ແກ່ບັນດາສະມາຊິກໃນຄອບຄົວ ແນໃສ່ປະກອບສ່ວນໃນການໃຫ້ກຳເນີດແລະການພັດທະນາຄົນຫວຽດນາມ ໃນຍຸກສະໄໝແຫ່ງການເຊື່ອມໂຍງ, ການສືບທອດ ແລະ ການເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມ, ສະກັດກັ້ນການເສື່ອມໂຊມດ້ານຄຸນສົມບັດ, ແບບແຜນການດໍາລົງຊີວິດ, ຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ ແລະ ບັນດາໄພສັງຄົມຕ່າງໆ. ຄົນຮຸ່ນປູ່ຍ່າຕາຍາຍ, ພໍ່ແມ່ ຕ້ອງຖືສໍາຄັນຄວາມເປັນແບບຢ່າງໃຫ້ແກ່ລູກຫຼານ ໂດຍຜ່ານທ່າທີ, ແບບວິທີການປະພຶດໃນແຕ່ລະວັນຕໍ່ກັບຄົນໃກ້ຊິດ, ຍາດວົງຕະກຸນ, ເພື່ອນບ້ານໃກ້ເຮືອນຄຽງ ແລະ ສັງຄົມ. ຜ່ານວຽກງານຈັດຕັ້ງການດຳລົງຊີວິດຄອບຄົວທີ່ມີແບບແຜນ, ບັນດາຮຸ່ນຄົນກ່ອນໄດ້ຖ່າຍທອດໃຫ້ແກ່ລູກຫຼານ ບັນດາວິຖີວັດທະນະທໍາອັນດີງາມຂອງຄອບຄົວ, ການບໍາລຸງບຸກຄະລິກກະພາບວັດທະນະທໍາໃຫ້ກັບແຕ່ລະຄົນ. ເພີ່ມທະວີການຂະຫຍາຍຕົວແບບ “ພາເຂົ້າຄອບຄົວທີ່ອົບອຸ່ນດ້ວຍຄວາມຮັກແພງ” ແນໃສ່ການສ້າງຄວາມສະໜິດຕິດພັນລະຫວ່າງບັນດາສະມາຊິກໃນຄອບຄົວ, ຍົກສູງຄວາມຮັບຜິດຊອບຂອງແຕ່ລະສະມາຊິກ ໃນການກໍ່ສ້າງຄອບຄົບທີ່ມີຄວາມຜາສຸກ. ພ້ອມກັນນັ້ນ, ກໍຖືສໍາຄັນການຈັດຕັ້ງປະຕິບັດຕົວຈິງ ວັດທະນະທໍາໃນບັນດາເຫດການສໍາຄັນຕ່າງໆ ເຊັ່ນ: ວັນເຮັດບຸນກິນທານ, ວັນບຸນປີໃໝ່,… ເພື່ອສ້າງຄວາມສະໜິດຕິດພັນ, ການສືບທອດ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອໃນຊີວິດການເປັນຢູ່ທີ່ທັນສະໄໝ.
ສີ່, ເພີ່ມທະວີການກໍ່ສ້າງຊີວິດວັດທະນະທໍາຕາມທິດເຊີດຊູຄຸນຄ່າດັ້ງເດີມຂອງຄອບຄົວ, ຊຸມຊົນ ແລະ ປະເທດຊາດ. ເຊື່ອມຕິດການກໍ່ສ້າງຊີວິດວັດທະນະທໍາໃໝ່ຢູ່ເຂດຊຸມຊົນ ກັບແຜນງານການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ; ນໍາເອົາຂະບວນການ “ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທໍາ” ເຂົ້າສູ່ຊີວິດການເປັນຢູ່ຕາມລວງເລິກ, ແທດເໝາະກັບສະພາບຕົວຈິງ, ມີປະສິດທິຜົນ, ຫຼີກລ່ຽງສະພາວະຮູບການ; ກໍ່ສ້າງວິຖີຊີວິດວັດທະນະທໍາຕັ້ງແຕ່ຄອບຄົວເຖິງເຂດທີ່ຢູ່ອາໄສ, ອົງການ, ໜ່ວຍງານ, ວິສາຫະກິດ… ໃຫ້ຄວາມສໍາຄັນກັບການກໍ່ສ້າງ “ຄອບຄົວວັດທະນະທໍາ”; “ຕາແສງວັດທະນະທໍາ”, “ບ້ານວັດທະນະທໍາ”, “ໜ່ວຍຊຸມຊົນວັດທະນະທໍາ”,… ສ້າງສະພາບແວດລ້ອມທີ່ເຊີດຊູບັນດາຄຸນຄ່າທີ່ເປັນມູນເຊື້ອຂອງຄອບຄົວ. ຈັດຕັ້ງປະຕິບັດແຜນງານວາລະແຫ່ງຊາດກ່ຽວກັບການຕ້ານແລະສະກັດກັ້ນຄວາມຮຸນແຮງໃນຄອບຄົວ; ຈັດຕັ້ງບັນດາການເຄື່ອນໄຫວຕ່າງໆ ເພື່ອຕອບສະໜອງກັບວັນແຫ່ງຄວາມສຸກສາກົນ, ວັນສາກົນເພື່ອການລົບລ້າງການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກຍິງ, ວັນຄອບຄົວຫວຽດນາມດ້ວຍບັນດາຫົວຂໍ້ທີ່ແທດຈິງ. ສືບຕໍ່ກໍ່ສ້າງແລະບູລະນະບັນດາລະບຽບການດ້ານວັດທະນະທໍາ, ຂໍ້ມູນຂ່າວສານຢູ່ຮາກຖານ; ເສີມຂະຫຍາຍບັນດາລະບຽບການດ້ານວັດທະນະທໍາຢ່າງມີປະສິດທິຜົນ ເພື່ອຮັບໃຊ້ໃຫ້ແກ່ວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ, ພ້ອມກັນນັ້ນ ກໍຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການດໍາລົງຊີວິດ ແລະ ການຊົມໃຊ້ວັດທະນະທໍາຂອງຊຸມຊົນໃນສັງຄົມ. ເພີ່ມທະວີບົດບາດປົກຄອງຕົນເອງຂອງຊຸມຊົນທີ່ຢູ່ອາໄສ, ປຸກລະດົມສົ່ງເສີມໃຫ້ບັນດາການຈັດຕັ້ງທາງສັງຄົມ ໄດ້ເຂົ້າຮ່ວມໃນການກໍ່ສ້າງຮາກຖານວັດທະນະທໍາ, ຍົກສູງຄຸນນະພາບການເຄື່ອນໄຫວທາງດ້ານວັດທະນະທໍາ, ສິລະປະມວນຊົນ. ເປັນແບບຢ່າງ ແລະ ປະຕິບັດການຍ້ອງຍໍສັນລະເສີນຕໍ່ກັບບັນດາຄອບຄົວຕົວແບບຢ່າງເປັນປະຈຳ; ພ້ອມກັນນັ້ນ, ກໍກ່າວປະນາມ, ຕໍ່ສູ້ຕ້ານກັບບັນດາການປະພຶດທີ່ຜິດເຂວກັບມາດຕະຖານ ແລະສ້າງຫາງສຽງວິພາກວິຈານຢູ່ໃນຊຸມຊົນ, ປະກອບສ່ວນປັບປຸງຄວາມຮັບຮູ້, ທ່າທີ, ການປະພຶດຂອງແຕ່ລະຄອບຄົວ.
ຄຸນຄ່າດັ້ງເດີມຂອງຄອບຄົວຫວຽດນາມ ແມ່ນການບັນຈຸລວມຍອດຂອງວັດທະນະທໍາຄອບຄົວ ແລະ ວັດທະນະທໍາຂອງຊາດ, ຄອບງໍາຄວາມຮັບຮູ້ ແລະ ການປະພຶດຂອງບັນດາສະມາຊິກໃນຄອບຄົວ, ກໍານົດພື້ນຖານໃຫ້ແກ່ການຂະຫຍາຍຕົວຂອງຄອບຄົວໃນປັດຈຸບັນ ແລະອະນາຄົດ. ໃນສັງຄົມປະຈຸບັນ, ບັນດາຄຸນຄ່າດັ້ງເດີມຂອງຄອບຄົວຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຜ່ຂະຫຍາຍໃຫ້ກວ້າງອອກ, ເປັນປັດໄຈທີ່ເກີດຂຶ້ນແລະຂະຫຍາຍຕົວຈາກພາຍໃນ ອັນສ້າງເປັນພື້ນຖານທີ່ແໜ້ນແກ່ນໃຫ້ແກ່ຂະບວນວິວັດການກໍ່ສ້າງຄອບຄົວຫວຽດນາມທີ່ທັນສະໄໝ. ແຕ່ວ່າ ຄຸນຄ່າດັ້ງເດີມບາງຢ່າງມີການປ່ຽນແປງອັນແນ່ນອນ, ບາງຄຸນຄ່າໄດ້ແລະພວມສູນຫາຍໄປ ຫຼື ປ່ຽນຮູບ. ຍ້ອນແນວນັ້ນ, ແຕ່ລະຄອບຄົວ ແລະ ທົ່ວສັງຄົມ ຕ້ອງຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ຽວກັບບັນຫາດັ່ງກ່າວ, ເປັນເຈົ້າການໃນການເສີມຂະຫຍາຍຄຸນຄ່າດັ້ງເດີມທີ່ດີງາມ, ປະກອບສ່ວນກໍ່ສ້າງຄອບຄົວທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ, ກ້າວໜ້າ ແລະ ສີວິໄລ, ເພື່ອໃຫ້ຄອບຄົວກາຍເປັນຈຸລັງທີ່ປອດໃສຢ່າງແທ້ຈິງ, ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບແວດລ້ອມໃໝ່./.
_______________
(1) ເລຫງັອກວັນ, ມາຍວັນຮາຍ, ດັ້ງທິຮົວ, ບຸ່ຍທິເຮືອງເຈິ່ມ: ລະບົບຄຸນຄ່າຄອບຄົວຫວຽດນາມ ຈາກການສຶກສາສັງຄົມວິທະຍາສາດ, ສພຈ ວິທະຍາສາດສັງຄົມ, ຮ່າໂນ້ຍ, 2016, ໜ້າ 129.
(2) https://nhandan.com.vn/dien-dan/phat-huy-gia-tri-truyen-thong-tot-dep-tu-trong-gia- dinh-617394/
(3) ttps://nhandan.com.vn/tin-tuc-su-kien/khi-toi-pham-ngay-cang-tre-375448
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 8, ສໍານັກພິມ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1996, ໜ້າ 112-113.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12, ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 128.
(6) ຂໍ້ຕົກລົງສະບັບເລກທີ 629/ຂຕ-ນຍ, ລົງວັນທີ 29 ພຶດສະພາ 2012 ຂອງນາຍົກລັດຖະມົນຕີ, “ວ່າດ້ວຍການຮັບຮອງຍຸດທະສາດການພັດທະນາຄອບຄົວຫວຽດນາມ ຮອດປີ 2020, ວິໄສທັດ 2030”.
(7), (8), (9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 143, 144, 143.
(10), (11), (12), (13), (14) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 1, ໜ້າ 144, 70, 144, 143.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 968 (ເດືອນມິຖຸນາ 2021)