ອະນຸລັກຮັກສາແລະສົ່ງເສີມຄຸນຄ່າມໍລະດົກວັດທະນະທຳ
ໃນການພັດທະນາການທ່ອງທ່ຽວມໍລະດົກ ຢູ່ເຂດຊົນເຜົ່າສ່ວນໜ້ອຍ
ໃນການພັດທະນາການທ່ອງທ່ຽວມໍລະດົກ ຢູ່ເຂດຊົນເຜົ່າສ່ວນໜ້ອຍ
1- ການທ່ອງທ່ຽວມໍລະດົກໄດ້ພັດທະນາຢ່າງແຂງແຮງ ແລະ ປະກອບສ່ວນນັບມື້ນັບຫຼາຍ ເຂົ້າໃນພື້ນຖານເສດຖະກິດຂອງຫຼາຍປະເທດໃນໂລກ, ໂດຍສະເພາະແມ່ນປະເທດກຳລັງພັດທະນາ, ໃນນັ້ນມີປະເທດຫວຽດນາມ. ນີ້ແມ່ນການທ່ອງທ່ຽວປະເພດໜຶ່ງ ທີ່ພັດທະນາບົນພື້ນຖານການຂຸດຄົ້ນຄຸນຄ່າ ຂອງມໍລະດົກວັດທະນະທຳ, ປະກອບສ່ວນອະນຸລັກຮັກສາ ແລະ ສົ່ງເສີມຄຸນຄ່າວັດທະນະທຳດັ້ງເດີມ. ການທ່ອງທ່ຽວມໍລະດົກມີຫຼາຍປະເພດເຊັ່ນ: ການທ່ອງທ່ຽວທາງຈິດວິນຍານ, ການທ່ອງທ່ຽວຕົ້ນກຳເນີດ, ການທ່ອງທ່ຽວປະສົບການວັດທະນະທຳ,...
ການທ່ອງທ່ຽວທາງຈິດວິນຍານ (ການທ່ອງທ່ຽວຕາມຄວາມເຊື່ອ) ແມ່ນການທ່ອງທ່ຽວມໍລະດົກປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມ ແລະ ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ການທ່ອງທ່ຽວທາງຈິດວິນຍານຕອບສະໜອງຄວາມຕ້ອງການທີ່ຈະໄປຢ້ຽມຊົມ ຮຽນຮູ້ກ່ຽວກັບຄວາມເຊື່ອ ແລະ ສາສະໜາ ໂດຍຜ່ານພິທີກໍາ ຂອງບຸກຄົນແລະຊຸມຊົນ. ອາດຈະແບ່ງການທ່ອງທ່ຽວທາງຈິດວິນຍານອອກເປັນ ການທ່ອງທ່ຽວທາງຈິດວິນຍານຢູ່ເຂດພູຜາ, ຢູ່ເຂດທະເລ ຫຼືເຂດທົ່ງພຽງ (ເຊັ່ນ: ບັນດາເສັ້ນທາງທ່ອງທ່ຽວທາງຈິດວິນຍານຕາມແມ່ນ້ຳແດງ, ຕາມແມ່ນ້ຳໂລ; ເສັ້ນທາງທ່ອງທ່ຽວທາງຈິດວິນຍານມາທີ່ນາມດິ້ງ, ນິງບິ່ງ...); ຫຼືຕາມເວລາຈັດຕັ້ງເຫດການການທ່ອງທ່ຽວທາງຈິດວິນຍານ ເພື່ອແບ່ງປະເພດ (ເຊັ່ນ: ການສະແຫວງບຸນໃນລະດູບານໃໝ່, ລະດູໃບໄມ້ຫຼົ່ນ...). ແຕ່ລະປະເພດຂອງສາສະໜາ, ຄວາມເຊື່ອເຊັ່ນ: ສາສະໜາພຸດ, ສາສະໜາຄຼິດ, ລັດທິເຕົ໋າ, ການບູຊາພະແມ່ຫວຽດນາມ,... ລ້ວນແຕ່ມີຈຸດພິເສດສະເພາະທາງດ້ານນັກທ່ອງທ່ຽວ, ການບໍລິການ, ສະຖານທີ່ທ່ອງທ່ຽວ, ເສັ້ນທາງທ່ອງທ່ຽວ, ຮູບແບບການເຂົ້າຮ່ວມກິດຈະກຳ, ຮູບແບບການເດີນທາງສະແຫວງບຸນ (ການທ່ອງທ່ຽວງານບຸນວິຫານຮຸ່ງເວືອງ, ຫໍບູຊາເຈົ້າແມ່ຄັງສາງ...)... ສະຖານທີ່ເຫຼົ່ານີ້ເນື້ອແທ້ແມ່ນບັນດາມໍລະດົກວັດທະນະທຳ ເຊິ່ງລວມມີ ທາດເຈດີ, ວັດ, ຫໍບູຊາ, ໂບດ...; ພ້ອມກັນນັ້ນ, ບັນດາເສັ້ນທາງສະແຫວງບຸນກໍ່ກາຍເປັນ ຊັບພະຍາກອນມໍລະດົກ ຕາມບົດບາດທາງປະຫວັດສາດຂອງມັນ ໃນການປະຕິບັດການສະແຫວງບຸນ. ຮູບແບບການບູຊານົບໄຫວ້, ພິທີກຳທາງສາສະໜາ, ງານບຸນຕ່າງໆ ທີ່ດຳເນີນໃນສະຖານທີ່ສັກກາລະ ກໍ່ກາຍເປັນມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ. ນັ້ນແມ່ນແຫຼ່ງຊັບພະຍາກອນມໍລະດົກວັດທະນະທຳຈິດວິນຍານ ທີ່ດຶງດູດຜູ້ຄົນນັບໝື່ນຄົນເຂົ້າຮ່ວມ ເຊັ່ນ: ການສະແຫວງບຸນ ນະມັດສະການກະສັດຮຸ່ງເວືອງທີ່ວິຫານຮຸ່ງ (ແຂວງຝູເຖາະ), ຫໍບູຊາເຈົ້າແມ່ເຂດພູຊາມ (ແຂວງອານຢາງ), ຫໍບູຊາພະແມ່ແຫ່ງຊາດໄຕທຽນ (ແຂວງຫວິງຝຸກ)...
ການທ່ອງທ່ຽວຕົ້ນກຳເນີດ ແມ່ນການທ່ອງທ່ຽວມໍລະດົກປະເພດໜຶ່ງທີ່ຕອບສະໜອງຄວາມຕ້ອງການຮຽນຮູ້ ແລະ ສຶກສາອົບຮົມມູນເຊື້ອປະຫວັດສາດການສ້າງສາ ແລະປ້ອງກັນປະເທດຊາດ. ນີ້ແມ່ນການເດີນທາງກັບຄືນສູ່ຕົ້ນກໍາເນີດ ເຊັ່ນ: ຢ້ຽມຢາມຖານທີ່ໝັ້ນຫວຽດບັກ, ຖານທີ່ໝັ້ນຕາເວັນອອກພາກໃຕ້, ຫຼືໄປຢ້ຽມຢາມສະໜາມຮົບເກົ່າ…
ການທ່ອງທ່ຽວປະສົບການວັດທະນະທຳຕອບສະໜອງຄວາມຕ້ອງການສໍາຫຼວດວັດທະນະທໍາຂອງນັກທ່ອງທ່ຽວ, ໂດຍສະເພາະແມ່ນຊາວໜຸ່ມແລະປະຊາກອນໃນເຂດຕົວເມືອງ, ແລະ ກຳລັງກາຍເປັນທ່າອ່ຽງຂອງການທ່ອງທ່ຽວໃນປະຈຸບັນ. ນັກທ່ອງທ່ຽວທັງໃນແລະຕ່າງປະເທດຫຼາຍຄົນຢາກສຳຜັດວັດທະນະທຳກະສິກຳ, ຄົ້ນພົບເຕັກນິກກະສິກຳ ແລະ ຄວາມຮູ້ຂອງທ້ອງຖິ່ນ, ເຊັ່ນວິທີການປູກຝັງຢູ່ເຂດພູດອຍ (ວິທີເຮັດນາຂັ້ນບັນໄດ...), ບັນດາຂະແໜງການ, ອາຊີບຫັດຖະກຳ (ການແກະສະຫຼັກເງິນຂອງຊາວເຜົ່າມົ້ງ, ຊາວເຜົ່າຢ້າວ; ການທໍຜ້າລາຍດອກພື້ນເມືອງຂອງຊາວເຜົ່າໄຕ, ໄທ, ເມື່ອງ; ການເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈາມ,...).
ນອກຈາກນີ້, ຢູ່ຫວຽດນາມ, ການຢ້ຽມຊົມລະບົບຫໍພິພິທະພັນ ເຊັ່ນ: ຫໍພິພິທະພັນແຫ່ງຊາດ, ຫໍພິພິທະພັນຊົນເຜົ່າວິທະຍາ, ຫໍພິພິທະພັນແມ່ຍິງ, ຫໍພິພິທະພັນວິຈິດສິນລາຊະວັງເວ້...; ຢ້ຽມຊົມເຂດຄຸ້ມເມືອງເກົ່າ, ໝູ່ບ້ານບູຮານ, ເມືອງຫຼວງບູຮານ ເຊັ່ນ: ເມືອງບູຮານໂຮ້ຍອານ, ເມືອງຈັກກະພັດເວ້, ເມືອງເກົ່າຮ່າໂນ້ຍ, ໝູ່ບ້ານບູຮານ ເດື່ອງເລິມ,... ກໍ່ແມ່ນການທ່ອງທ່ຽວມໍລະດົກປະເພດໜຶ່ງ. ການທ່ອງທ່ຽວມໍລະດົກບໍ່ພຽງແຕ່ມີໜ້າທີ່ໃນການຊອກຮູ້ ແລະ ປັບປຸງຄວາມເຂົ້າໃຈເທົ່ານັ້ນ, ຫາກຍັງມີໜ້າທີ່ສຶກສາອົບຮົມປະເພນີວັດທະນະທຳຂອງບ້ານເກີດແລະປະເທດຊາດ, ສຶກສາອົບຮົມນ້ຳໃຈຮັກຊາດ ແລະຈິດໃຈຊາດຂອງແຕ່ລະຄົນ.
2- ເຂດຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມມີລະບົບມໍລະດົກວັດທະນະທຳທີ່ອຸດົມສົມບູນ ຫຼາກຫຼາຍທີ່ສຸດ. ນີ້ແມ່ນແຫຼ່ງຊັບພະຍາກອນການທ່ອງທ່ຽງທີ່ສຳຄັນ, ເປັນກຳລັງແຮງບົ່ມຊ້ອນ ແລະ ທ່າດີປຽບທຽບ ໃນການພັດທະນາການທ່ອງທ່ຽວ. ເກືອບທຸກເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ ໃນສົງຄາມຕໍ່ຕ້ານຂອງປະເທດ ແມ່ນຖານທີ່ໝັ້ນທີ່ສຳຄັນ. ປະຈຸບັນນີ້, ຖານທີ່ໝັ້ນເຫຼົ່ານີ້ໄດ້ກາຍເປັນລະບົບບູຮານສະຖານປະຕິວັດເຊັ່ນ: ເຂດປອດໄພ ດິ້ງຫ້ວາ (ແຂວງຖາຍງວຽນ) ແລະ ເຂດປອດໄພ ເຊີນເຢືອງ (ແຂວງຕວຽນກວາງ), ອະນຸສອນສະຖານແຫ່ງໄຊຊະນະດ້ຽນບຽນຝູ ທີ່ໂດ່ງດັງໄປທົ່ວໂລກ, ບັນດາອະນຸສາວະລີຢູ່ສະຫະເຂດ 5, ເຈື່ອງເຊີນ - ໄຕງວຽນ (ພູຫຼວງ-ພູສູງພາກກາງ)...
ຄຽງຂ້າງນັ້ນ, ເຂດຊົນເຜົ່າສ່ວນໜ້ອຍຍັງເປັນເຂດທີ່ມີຄວາມຫຼາກຫຼາຍທາງວັດທະນະທຳ ດ້ວຍຫຼາຍຮູບແບບວັດທະນະທຳທີ່ເປັນເອກະລັກແລະໜ້າດຶງດູດໃຈຫຼາຍ. ນີ້ແມ່ນຊັບພະຍາກອນວັດທະນະທຳທີ່ມີຄຸນຄ່າ, ສ້າງຜະລິດຕະພັນການທ່ອງທ່ຽວມໍລະດົກທີ່ເປັນເອກະລັກໂດຍກົງເຊັ່ນ: ຜະລິດຕະພັນການທ່ອງທ່ຽວທີ່ປະທັບໃຈຂອງເຜົ່າມົ້ງ, ຢ້າວ, ຊາຝໍ້ ແລະ ໄຕ ຢູ່ເທິງຍອດພູຊາປາ (ແຂວງລ່າວກາຍ)...; ຜະລິດຕະພັນການທ່ອງທ່ຽວສະທ້ອນເຖິງການປັບຕົວເຂົ້າກັບສິ່ງແວດລ້ອມເຊັ່ນ: ທົ່ງນາຂັ້ນບັນໄດທີ່ສວຍງາມ ໃນເມືອງມູ່ກາງຈ໋າຍ (ແຂວງອຽນບ້າຍ), ໃນເມືອງຮ່ວາງຊູຝີ່ (ແຂວງຮ່າຢາງ), ໃນເມືອງບ້າດຊ້າດ (ແຂວງລ່າວກາຍ). ບັນດາຮູບແບບການເຮັດນາປູກຝັງຢູ່ຕາມເປີ້ນພູ, ໃນທົ່ງນາຂັ້ນບັນໄດ ຫຼືໃນຮ່ອມພູລຸ່ມແມ່ນ້ຳ, ແຄມຫ້ວຍ ລ້ວນແຕ່ສ້າງຄວາມງາມທີ່ປະທັບໃຈນັກທ່ອງທ່ຽວ... ດັ່ງນັ້ນ, ຄວາມຫຼາກຫຼາຍ, ຄວາມອຸດົມສົມບູນຂອງມໍລະດົກວັດທະນະທຳຊົນເຜົ່າ ໄດ້ສ້າງແຮງດຶງດູດໃຫ້ການທ່ອງທ່ຽວມໍລະດົກ.
ມໍລະດົກວັດທະນະທຳທີ່ອຸດົມສົມບູນດ້ວຍວັດທະນະທຳຂອງບັນດາເຜົ່າຍັງແມ່ນຊັບພະຍາກອນເພື່ອສ້າງບັນດາສະຖານທີ່ ແລະ ເສັ້ນທາງການທ່ອງທ່ຽວເຊັ່ນ: ເສັ້ນທາງທ່ອງທ່ຽວໂຄ້ງຕາເວັນຕົກສ່ຽງເໜືອ ເຊື່ອມຕໍ່ 6 ແຂວງພາກຕາເວັນຕົກສ່ຽງເໜືອ ດຶງດູດນັກທ່ອງທ່ຽວດ້ວຍຄວາມສວຍງາມຂອງທຳມະຊາດ ແລະ ຄວາມອຸດົມສົມບູນທາງດ້ານວັດທະນະທຳຂອງເກືອບ 30 ຊົນເຜົ່າ; ເສັ້ນທາງການທ່ອງທ່ຽວ “ຜ່ານບັນດາເຂດມໍລະດົກຫວຽດບັກ”; ເສັ້ນທາງທ່ອງທ່ຽວເພື່ອຊອກຮູ້ພື້ນທີ່ວັດທະນະທຳຄ້ອງຢູ່ເຂດພູສູງພາກກາງ...ການອະນຸລັກແລະຮັກສາຄຸນຄ່າວັດທະນະທຳຄ້ອງ ຂອງຊົນເຜົ່າສ່ວນໜ້ອຍ ຢູ່ເຂດພູສູງພາກກາງ _ພາບ: vapa.org.vn
ອາໄສລະບົບມໍລະດົກວັດທະນະທຳທີ່ອຸດົມສົມບູນນີ້, ຮອດປີ 2019, ບັນດາແຂວງໃນເຂດເນີນສູງແລະເຂດພູຜາທາງພາກເໜືອ, ເຂດພູສູງພາກກາງ ມີແຫຼ່ງທ່ອງທ່ຽວຊຸມຊົນປະມານ 170 ແຫ່ງ, ດຶງດູດນັກທ່ອງທ່ຽວໃນປະເທດແລະຕ່າງປະເທດເປັນຈຳນວນຫຼາຍ. ຕົວຢ່າງເຊັ່ນ: ແຫຼ່ງທ່ອງທ່ຽວຊຸມຊົນໄທ ຢູ່ບ້ານເມ່ນ (ຕາແສງແທັງເໜືອ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ) ແລະບ້ານອ້າງ (ຕາແສງດົງຊາງ, ເມືອງໂມ້ກເຈົາ, ແຂວງເຊີນລາ); ແຫຼ່ງທ່ອງທ່ຽວຊຸມຊົນຮ່າຍີ່ ຢູ່ຕາແສງອີຕີ້ (ເມືອງບ້າດຊ້າດ, ແຂວງລ່າວກາຍ); ແຫຼ່ງທ່ອງທ່ຽວຊຸມຊົນເມື່ອງ ຢູ່ບ້ານລ້າກ (ຕາແສງຈ່ຽງເຈົາ, ເມືອງມາຍເຈົາ, ແຂວງຮ່ວາບິ່ງ); ແຫຼ່ງທ່ອງທ່ຽວຊຸມຊົນມົ້ງ ຢູ່ບ້ານກ້າດກ້າດ (ຕາແສງຊານສາໂຮ່, ເມືອງຊາປາ, ແຂວງລ່າວກາຍ); ແຫຼ່ງທ່ອງທ່ຽວຊຸມຊົນຢ້າວ ຢູ່ບ້ານນ້ຳດຳ (ຕາແສງກວ໋ານບ້າ, ເມືອງກວ໋ານບ້າ, ແຂວງຮ່າຢາງ),...
ມໍລະດົກວັດທະນະທຳບັນດາເຜົ່າ ໄດ້ເພີ່ມການບໍລິການໃໝ່ໃຫ້ແກ່ການທ່ອງທ່ຽວ. ຢູ່ໃນແຫຼ່ງທ່ອງທ່ຽວຊຸມຊົນ, ປະຊາຊົນສ້າງຮູບແບບການເດີນທາງທ່ອງທ່ຽວໃໝ່ເຊັ່ນ: ໄປໂດຍກວຽນຄວາຍ, ຂີ່ມ້າໄປເຮືອນພັກ ແລະ ຢ້ຽມຊົມອະນຸສອນສະຖານຢູ່ໃນບ້ານ. ໃນໝູ່ບ້ານທ່ອງທ່ຽວຊຸມຊົນບາງແຫ່ງໃນເມືອງຊາປາ, ປະຊາຊົນຂ້າມຫ້ວຍດ້ວຍຂົວຫວາຍ, ບາງບ່ອນໄດ້ຈັດໃຫ້ນັກທ່ອງທ່ຽວໜຸ່ມໃຊ້ໄມ້ຄ້ຳຖໍ່ເພື່ອທ່ຽວຊົມທົ່ງນາ. ການບໍລິການອາຫານໄດ້ກາຍເປັນຂົງເຂດທີ່ມີນະວັດຕະກໍາຫຼາຍຢ່າງ ທີ່ສົ່ງເສີມມໍລະດົກການເຮັດອາຫານແບບດັ້ງເດີມ. ເມື່ອມາຮອດໝູ່ບ້ານຊາວມົ້ງ, ຊາວໄທຍ, ຊາວຢ້າວ, ຊາວເມື່ອງ..., ນັກທ່ອງທ່ຽວຍັງໄດ້ຮັບປະທານອາຫານປະຈຳຂອງແຕ່ລະຊົນເຜົ່າ. ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ກິນເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມສຳພັດປະສົບການ ກັບການແຕ່ງອາຫານຖັງໂກ້, ແມ່ນແມ້ນຂອງຊາວມົ້ງ, ການໝັກເຫຼົ້າຂອງຊາວໄຕ, ຊາວຮ່າຍີ່, ການໜື້ງເຂົ້າເຈັດສີຂອງຊາວໜຸ່ງ,... ບໍ່ພຽງແຕ່ຈັດປະສົບການນອນໃນເຮືອນພື້ນເມືອງເທົ່ານັ້ນ, ບາງຈຸດທ່ອງທ່ຽວຍັງມີຄວາມຄິດລິເລີ່ມທີ່ຈະຈັດນອນໃນກະຕູບ, ນອນເທິງຕົ້ນໄມ້. ສາມາດເຫັນວ່າ, ໃນທຸກຂັ້ນຕອນຂອງທຸລະກິດການທ່ອງທ່ຽວ, ມໍລະດົກວັດທະນະທຳມີບົດບາດສຳຄັນ, ປະກອບສ່ວນເພີ່ມແຮງດຶງດູດນັກທ່ອງທ່ຽວ, ສ້າງຈຸດພິເສດ ແລະ ເອກະລັກສະເພາະ ຂອງຜະລິດຕະພັນການທ່ອງທ່ຽວ.
ການທ່ອງທ່ຽວມໍລະດົກຢູ່ເຂດຊົນເຜົ່າສ່ວນໜ້ອຍສົ່ງຜົນກະທົບຢ່າງແຂງແຮງເຖິງຊີວິດເສດຖະກິດແລະສັງຄົມຂອງປະຊາຊົນ. ກ່ອນອື່ນໝົດ, ການທ່ອງທ່ຽວມໍລະດົກປະກອບສ່ວນຫັນປ່ຽນການທຳມາຫາກິນ, ເພີ່ມລາຍຮັບໃຫ້ແກ່ຊຸມຊົນຊົນເຜົ່າທີ່ເຂົ້າຮ່ວມຕ່ອງໂສ້ການທ່ອງທ່ຽວ. ຊາວຢ້າວຢູ່ຕາແສງຕ໋າຝິ່ນ, ຕ໋າວານ, ນ້ຳກາງ,... (ເມືອງຊາປາ, ແຂວງລ່າວກາຍ) ໄດ້ປ່ຽນຈາກການປູກເຂົ້າແຕ່ຢ່າງດຽວ ມາເຮັດການທ່ອງທ່ຽວ. ແຕ່ລະປີ, ບັນດາແຫຼ່ງທ່ອງທ່ຽວຂອງຊາວຢ້າວໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 4 ໝື່ນຄົນ, ມີລາຍຮັບທັງໝົດຫຼາຍກວ່າ 20 ຕື້ດົ່ງ. ປີ 2017, ລາຍຮັບສະເລ່ຍຈາກການທ່ອງທ່ຽວມໍລະດົກ ຂອງແຕ່ລະຄອບຄົວຊາວຢ້າວ ຢູ່ຕາແສງຕ໋າຝິ່ນ, ຕ໋າວານ ແມ່ນປະມານ 25 ລ້ານ - 60 ລ້ານດົ່ງ; ເຖິງປີ 2019, ຕົວເລກນີ້ເພີ່ມຂຶ້ນເປັນ 50 ລ້ານ - 75 ລ້ານດົ່ງ.
ບັນດາແຂວງລ່າວກາຍ, ອຽນບ້າຍ, ຕວຽນກວາງ, ຫວິງຝຸກ,... ໄດ້ວາງແຜນແລະກໍ່ສ້າງເຈດີ ຫໍບູຊາ ໃນລະບົບຄວາມເຊື່ອບູຊາພະແມ່ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງຈິດວິນຍານທີ່ຈັບໃຈ, ດຶງດູດນັກທ່ອງທ່ຽວໃນປະເທດແລະຕ່າງປະເທດນັບມື້ນັບຫຼາຍ. ແຫຼ່ງລາຍຮັບຂະຫນາດໃຫຍ່ຈາກສະຖານທີ່ທ່ອງທ່ຽວ ໄດ້ສະໜັບສະໜູນການປະຕິສັງຂອນແລະຕົກແຕ່ງສະຖານທີ່ປະຫວັດສາດໃນທ້ອງຖິ່ນ.
ຄຽງຄູ່ກັນນັ້ນ, ອາໄສການພັດທະນາຂອງການທ່ອງທ່ຽວ, ມໍລະດົກວັດທະນະທຳຫຼາຍຢ່າງທີ່ເຄີຍສູນເສຍໄປໃນເມື່ອກ່ອນ ໄດ້ຮັບການຟື້ນຟູຄືນໃໝ່ເຊັ່ນ: ອາຊີບການຢາຂອງຊາວຢ້າວ, ຫັດຖະກຳຖັກແສ່ວຂອງຊາວໄທ ຢູ່ເມືອງມາຍເຈົາ (ແຂວງຮ່ວາບິ່ງ),... ການທ່ອງທ່ຽວໄດ້ປຸກຕື່ນ ຄວາມເອກອ້າງທະນົງໃຈຂອງປະຊາຊົນ ກ່ຽວກັບວັດທະນະອັນເປັນມູນເຊື້ອຂອງຊາດ, ໂຄສະນາສົ່ງເສີມພາບພົດຂອງປະເທດ ແລະຄົນຫວຽດນາມໄປທົ່ວໂລກ.
ແຕ່ວ່າ, ການທ່ອງທ່ຽວມໍລະດົກກໍໄດ້ສົ່ງຜົນກະທົບທີ່ຫຍໍ້ທໍ້ບາງຢ່າງເຖິງລະບົບບັນດາມໍລະດົກວັດທະນະທຳ. ບັນດາມໍລະດົກວັດທະນະທຳເມື່ອກາຍເປັນຜະລິດຕະພັນການທ່ອງທ່ຽວ ລ້ວນແຕ່ໄດ້ຜ່ານຂະບວນການ “ຫັນເປັນສິນຄ້າ”. ແພໄໝຂອງຊາວໄທ ຢາກຂາຍໃຫ້ນັກທ່ອງທ່ຽວແມ່ນຕ້ອງປ່ຽນເປັນຖົງກະເປົ໋າ, ຖົງໂທລະສັບ, ປອກໝອນ.... ພິທີກຳໂດດໄຟຂອງຊາວປ່າແຖນ, ຊາວຢ້າວ ຢາກກາຍເປັນຜະລິດຕະພັນການທ່ອງທ່ຽວ ກໍ່ຕ້ອງຈັດສາກລະຄອນ, ຕັດສ່ວນພິທີກຳ, ລົບພື້ນທີ່ສັກສິດ, ແຍກສ່ວນການຟ້ອນໄຟອອກຈາກຄວາມເຊື່ອໂດຍລວມ, ເຫຼືອພຽງສິລະປະການສະແດງ ຂະໜາດນ້ອຍຄື ການສະແດງແລະຟ້ອນໄຟ. ດັ່ງນັ້ນ, ຂະບວນການ “ຫັນເປັນສິນຄ້າ” ໄດ້ເຮັດໃຫ້ມໍລະດົກກາຍເປັນຜະລິດຕະພັນການທ່ອງທ່ຽວ. ຂະບວນການນີ້ບໍ່ໄດ້ເກີດຂຶ້ນຕາມລະດູການ, ວົງຈອນກິດຈະກໍາຂອງມໍລະດົກ, ເຊິ່ງຕົ້ນຕໍແມ່ນຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ.
ຄວາມເປັນຈິງໃຫ້ເຫັນວ່າ, ຈໍານວນນັກທ່ອງທ່ຽວທີ່ໄປບາງສະຖານທີ່ທ່ອງທ່ຽວທີ່ມີຄຸນຄ່າທາງຈິດວິນຍານແລະສິລະປະນັ້ນ ຫຼວງຫຼາຍພໍຄວນ. ກ່ອນໜ້ານີ້, ງານບຸນຕ່າງໆຂອງໝູ່ບ້ານພຽງແຕ່ຕ້ອນຮັບແຂກໃນໝູ່ບ້ານ ຫຼືແຂກທ້ອງຖິ່ນຈຳນວນໜ້ອຍເທົ່ານັ້ນ, ແຕ່ປະຈຸບັນ ລ້ວນແຕ່ໄດ້ຮັບແຂກມາທ່ຽວຊົມເປັນຈຳນວນຫຼວງຫຼາຍ, ນຳໄປສູ່ຄວາມແອອັດຍັດຢຽດໃນສະຖານທີ່ທ່ອງທ່ຽວ. ຄຽງຂ້າງນັ້ນ, ນັກທ່ອງທ່ຽວຈຳນວນໜຶ່ງບໍ່ປະຕິບັດຕາມມາດຕະຖານແລະຈັນຍາບັນຂອງໝູ່ບ້ານ, ເຮັດໃຫ້ງານບຸນບໍ່ໄດ້ຮັບການຈັດຕັ້ງ, ຍັງບໍ່ທັນເຖິງຈຸດສຸດຍອດ “ງານບຸນກໍໄດ້ແຕກ” ແລ້ວ. ຄວາມແອອັດຍັດຢຽດໃນສະຖານທີ່ທ່ອງທ່ຽວທາງຈິດວິນຍານ ຍັງພາໃຫ້ເກີດຜົນກະທົບທາງດ້ານສະພາບແວດລ້ອມ ແລະຊີວິດວັດທະນະທຳ ຕໍ່ປະຊາຊົນທ້ອງຖິ່ນ. ຮ້າຍແຮງກວ່ານັ້ນແມ່ນ, ທ່າອຽງຂອງ “ການຫັນເປັນການຄ້າ” ຢູ່ທີ່ວັດຖຸບູຮານສະຖານທາງຈິດວິນຍານບາງແຫ່ງ ກຳລັງເພີ່ມຂຶ້ນເລື້ອຍໆ, ວຽກງານການຄຸ້ມຄອງມໍລະດົກມີຂໍ້ບົກຜ່ອງຫຼາຍຢ່າງ; ບຸກຄົນບາງຄົນໄດ້ສວຍໃຊ້ມໍລະດົກວັດທະນະທຳ (ໂດຍສະເພາະແມ່ນວັດທະນະທຳທາງຈິດວິນຍານ) ເພື່ອຜົນປະໂຫຍດທີ່ບໍ່ຊອບທຳ (ປະກົດການສ້າງວັດປອມ, ຮູບປັ້ນປອມ, ການເຄື່ອນໄຫວທາງໄສຍະສາດ...).
ໃນການພັດທະນການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວທາງຈິດວິນຍານ, ການທ່ອງທ່ຽວຕົ້ນກຳເນີດ, ການທ່ອງທ່ຽວປະສົບການ..., ບັນຫາສຳຄັນທີ່ສຸດແມ່ນຕ້ອງເຊີດຊູບົດບາດຂອງເຈົ້າຂອງມໍລະດົກ. ໃນປະຈຸບັນ, ມີສະຖານະການຢູ່ບັນດາໝູ່ບ້ານຊົນເຜົ່າສ່ວນໜ້ອຍທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທ່ອງທ່ຽວ, ປະຊາຊົນທຸກຍາກ ແລະຂາດເງິນທຶນສຳລັບທຸລະກິດທ່ອງທ່ຽວ, ດັ່ງນັ້ນ ພວກເຂົາມັກຈະເພີ່ງພາຫຼືຮ່ວມມືກັບວິສາຫະກິດຕ່າງໆ ແລະ ໄດ້ຮັບອັດຕາກໍາໄລທີ່ຕໍ່າແລະບໍ່ຫມັ້ນຄົງ. ການແບ່ງປັນຜົນປະໂຫຍດທີ່ບໍ່ຍຸດຕິທຳລະຫວ່າງບາງວິສາຫະກິດ ແລະຊຸມຊົນທ້ອງຖິ່ນ ນຳໄປສູ່ການຂາດແຮງຈູງໃຈໃຫ້ປະຊາຊົນເຂົ້າຮ່ວມການເຄື່ອນໄຫວທ່ອງທ່ຽວແບບຍືນຍົງ, ບໍ່ເສີມຂະຫຍາຍບົດບາດເຈົ້າຂອງຂອງປະຊາຊົນ ໃນການອະນຸລັກແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ພ້ອມກັນນັ້ນ ກໍມີຄວາມຫຍຸ້ງຍາກຫຼາຍຢ່າງ ໃນການແກ້ໄຂບັນດາບັນຫາສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍໃນປະຈຸບັນ.
ການທ່ອງທ່ຽວປະສົບການວັດທະນະທຳຕອບສະໜອງຄວາມຕ້ອງການຄົ້ນພົບວັດທະນະທໍາ ຂອງນັກທ່ອງທ່ຽວ _ພາບ: vapa.org.vn
3- ພຶດຕິກຳຕົວຈິງຂ້າງເທິງໃຫ້ເຫັນວ່າ, ການອະນຸລັກແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ໃນການພັດທະນາການທ່ອງທ່ຽວມໍລະດົກ ແມ່ນບັນຫາທີ່ ສຳຄັນ, ພ້ອມກັນນັ້ນ ກໍເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການພັດທະນາເສດຖະກິດແລະສັງຄົມ. ເພື່ອສາມາດປະຕິບັດໄດ້ “ເປົ້າໝາຍຄູ່” ທັງພັດທະນາການທ່ອງທ່ຽວ, ທັງອະນຸລັກແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ກ່ອນອື່ນໝົດ ຕ້ອງກຳນົດແຈ້ງທັດສະນະພັດທະນາການທ່ອງທ່ຽວຕາມທິດຍືນຍົງ, ນັ້ນແມ່ນ ການຕອບສະໜອງຄວາມຕ້ອງການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມໄປພ້ອມໆກັນ, ຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດຂອງອັດຕະພາບຕ່າງໆທີ່ເຂົ້າຮ່ວມໃນກິດຈະກຳການທ່ອງທ່ຽວ, ໂດຍບໍ່ກະທົບຕໍ່ຄວາມສາມາດໃນການຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວໃນອະນາຄົດ”(1). ການທ່ອງທ່ຽວທີ່ພັດທະນາຢ່າງຍືນຍົງຕ້ອງອີງໃສ່ 4 ເສົ້າຫຼັກຄື: ວັດທະນະທຳ - ສະພາບແວດລ້ອມ - ສັງຄົມ - ເສດຖະກິດ. ຈຳເປັນຕ້ອງເປັນເອກະພາບທາງດ້ານທັດສະນະ ການອະນຸລັກມໍລະດົກແມ່ນຫຼັກການນຳໜ້າ, ບໍ່ “ເສຍສະລະ” ມໍລະດົກເພື່ອພັດທະນາການທ່ອງທ່ຽວດ້ວຍທຸກຕົ້ນທຶນ, ເອົາໃຈໃສ່ເປັນພິເສດເຖິງວົງຈອນຊີວິດ, “ອາຍຸໄຂ” ຂອງຈຸດໝາຍປາຍທາງ ແລະ ພື້ນທີ່ທ່ອງທ່ຽວ, ແກ້ໄຂຄວາມແອອັດໃນການຕ້ອນຮັບນັກທ່ອງທ່ຽວ. ຕ້ອງສ້າງຍຸດທະສາດການນຳໃຊ້ຊັບພະຍາກອນສິ່ງແວດລ້ອມໃຫ້ດີທີ່ສຸດ, ກຳນົດສະພາບແວດລ້ອມທຳມະຊາດ ແລະ ທິວທັດນິເວດເປັນເງື່ອນໄຂເບື້ອງຕົ້ນ ໃນການພັດທະນາການທ່ອງທ່ຽວໃນອະນາຄົດ; ແກ້ໄຂສາຍພົວພັນທາງດ້ານຜົນປະໂຫຍດລະຫວ່າງບັນດາຝ່າຍ ທີ່ເຂົ້າຮ່ວມໃນກິດຈະກຳການທ່ອງທ່ຽວ ຢ່າງກົມກຽວ, ໃນນັ້ນ ຕ້ອງເຊີດຊູບົດບາດເຈົ້າຂອງຂອງຊຸມຊົນທ້ອງຖິ່ນ ໃນການຊົມໃຊ້ຜົນປະໂຫຍດ. ດ້ານອື່ນ, ການທ່ອງທ່ຽວທີ່ຍືນຍົງກໍຕ້ອງເອົາໃຈໃສ່ເຖິງບັນຫາເພດ, ອັດຕາການຫວ່າງງານຕາມະດູການ, ລົບລ້າງຄວາມຊົ່ວຮ້າຍຂອງການດຶງດູດລູກຄ້າ. ຕ້ອງຮັບປະກັນການເຄື່ອນໄຫວເສດຖະກິດຍາວນານ, ແນະນຳໃຫ້ຊຸມຊົນທ້ອງຖິ່ນທັງປະຕິບັດເສດຖະກິດພື້ນເມືອງແລະເຂົ້າຮ່ວມທຸລະກິດການທ່ອງທ່ຽວ. ຜົນກຳໄລຈາກການທ່ອງທ່ຽວຕ້ອງໄດ້ຈັດແບ່ງຢ່າງຍຸຕິທຳ, ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນ, ສົມດຸນລະຫວ່າງການພັດທະນາເສດຖະກິດພື້ນເມືອງ ກັບການພັດທະນາການທ່ອງທ່ຽວ.
ລະບົບວິທີການແກ້ໄຂໂດຍລວມທີ່ນຳສະເໜີຄື:
ທີໜຶ່ງ, ກ່ຽວກັບລະບຽບກົດໝາຍແລະການກຳນົດນະໂຍບາຍ.
ໃນສະເພາະໜ້າ, ຕ້ອງການເພີ່ມເຕີມແລະປັບປຸງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ, ກົດໝາຍວ່າດ້ວຍການທ່ອງທ່ຽວ; ເພີ່ມເຕີມບັນດາຂໍ້, ມາດຕາກ່ຽວກັບບົດບາດຂອງຊຸມຊົນໃນການອະນຸລັກມໍລະດົກ; ບົດບາດແລະສິດຜົນປະໂຫຍດຂອງຊຸມຊົນໃນການພັດທະນາການທ່ອງທ່ຽວ. ລະບຸຢ່າງຊັດເຈນ ບັນດາຂໍ້, ມາດຕາກ່ຽວກັບຄວາມກົມກຽວ ລະຫວ່າງການອະນຸລັກມໍລະດົກວັດທະນະທຳ ແລະການພັດທະນາການທ່ອງທ່ຽວ.
ວາງນະໂຍບາຍກ່ຽວກັບການປະຕິສັງຂອນ, ບູລະນະປະດັບປະດາອະນຸສອນສະຖານ, ແລະ ກ່ຽວກັບການອະນຸລັກມໍລະດົກຢ່າງຍືດຫຍຸ່ນ ແລະ ມີປະສິດທິຜົນ. ເປັນເຈົ້າການໃນການແບ່ງຂັ້ນຄຸ້ມຄອງມໍລະດົກ ໃຫ້ອຳນາດການປົກຄອງ ແລະ ຊຸມຊົນທ້ອງຖິ່ນຢ່າງສອດຄ່ອງກັບພຶດຕິກຳຕົວຈິງ. ກຳນົດນະໂຍບາຍກ່ຽວກັບຫັນເປັນສັງຄົມໃນການເຄື່ອນໄຫວອະນຸລັກຮັກສາ ແລະ ປະດັບປະດາມໍລະດົກ, ໃນນັ້ນມີການກຳນົດກ່ຽວກັບສິດຜົນປະໂຫຍດ ແລະຄວາມຮັບຜິດຊອບ ຂອງຜູ້ຮ່ວມສົມທົບທຶນບູລະນະແລະຕົກແຕ່ງ, ສິດຜົນປະໂຫຍດ ແລະຄວາມຮັບຜິດຊອບ ຂອງອຳນາດການປົກຄອງທີ່ຄຸ້ມຄອງມໍລະດົກ. ວາງຂໍ້ກຳນົດຕ່າງໆກ່ຽວກັບການຄຸ້ມຄອງກອງທຶນທີ່ໂປ່ງໃສ, ເປີດເຜີຍ, ມີວິທະຍາສາດ ແລະມີປະສິດທິຜົນ.
ທີສອງ, ກ່ຽວກັບວຽກງານການວາງແຜນ.
ບັນດາທ້ອງຖິ່ນຕ້ອງດຳເນີນການສ້າງ ແລະປັບປຸງການວາງແຜນກຳນົດ ບັນດາຈຸດທ່ອງທ່ຽວຊຸມຊົນ, ທ່ອງທ່ຽວມໍລະດົກ; ບໍ່ປ່ອຍໃຫ້ປະຊາຊົນສ້າງຈຸດທ່ອງທ່ຽວຊຸມຊົນ, ທ່ອງທ່ຽວພັກເຊົາທີ່ບ້ານ (homestay) ແບບເກີດເອງ. ຕ້ອງພິຈາລະນາຊັ່ງຊາການຜັນຂະຫຍາຍກິດຈະກຳການທ່ອງທ່ຽວໃນບູຮານສະຖານ, ມໍລະະດົກວັດທະນະທຳບາງແຫ່ງ ທີ່ມີຄວາມສ່ຽງແລະເສຍຮູບ ໃນຂະບວນການພັດທະນາ.
ໃນການວາງແຜນການທ່ອງທ່ຽວ, ຕ້ອງສົ່ງເສີມເປັນພິເສດຕໍ່ການພັດທະນາການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ ຕິດພັນກັບວັດທະນະທຳຊຸມຊົນ, ເຄົາລົບຄວາມຫຼາກຫຼາຍທາງວັດທະນະທຳ, ຄວາມສົມບູນຂອງມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນ.
ທີສາມ, ກ່ຽວກັບການກໍ່ສ້າງຜະລິດຕະພັນການທ່ອງທ່ຽວ.
ຕ້ອງຮັບປະກັນບັນດາຫຼັກການໃນການກໍ່ສ້າງຜະລິດຕະພັນການທ່ອງທ່ຽວ. ນັ້ນແມ່ນ: 1- ຜະລິດຕະພັນການທ່ອງທ່ຽວຕ້ອງມີຈິດວິນຍານຂອງວັດທະນະທຳດັ້ງເດີມ, ມີຫຼາຍປັດໄຈທີ່ເປັນເອກະລັກ ແລະ ສະເພາະຂອງແຕ່ລະຊົນເຜົ່າ, ແຕ່ລະເຂດ, ພາກທີ່ຕ່າງກັນ (ເປັນເອກະລັກໃນອາວະກາດ, ເວລາ, ປະຫວັດສາດຊົນເຜົ່າ,...), ຜ່ານສິ່ງດັ່ງກ່າວ ເພື່ອຍົກສູງຄຸນຄ່າ, ເພີ່ມຄວາມປະທັບໃຈຄວາມດຶງດູດ ແລະຄວາມສາມາດແຂ່ງຂັນຂອງຜະລິດຕະພັນການທ່ອງທ່ຽວ; ແກ້ໄຂສະຖານະການຂອງຜະລິດຕະພັນການທ່ອງທ່ຽວທີ່ຄ້າຍຄືກັນໃນປະຈຸບັນ; 2- ສົມທົບຢ່າງກົມກຽວລະຫວ່າງ ຄວາມຫຼາກຫຼາຍຂອງຜະລິດຕະພັນການທ່ອງທ່ຽວຫຼາຍປະເພດ ແລະ ຄວາມສະເພາະຊຸດຜະລິດຕະພັນການທ່ອງທ່ຽວວັດທະນະທຳ (ຜະລິດຕະພັນການທ່ອງທ່ຽວວັດທະນະທຳ ຈະສາມາດດຶງດູດໃຈຫຼືບໍ່ນັ້ນ ຈໍາເປັນຕ້ອງສື່ຂໍ້ຄວາມທົ່ວໄປກ່ຽວກັບຄວາມຈິງ - ຄວາມດີ - ຄວາມງາມ, ແລະ ໃນຂະນະດຽວກັນ ກໍນໍາມາເຊິ່ງຄວາມແຕກຕ່າງທີ່ແປກແລະໜ້າດຶງດູດ); 3- ເດັດດ່ຽວຕ້ານຂອງປອມໃນການກໍ່ສ້າງຜະລິດຕະພັນການທ່ອງທ່ຽວວັດທະນະ ທຳຊົນເຜົ່າສ່ວນໜ້ອຍ. ບັນດາລາຍການວັດທະນະທຳ, ພິທີສະແດງ, ການເຄື່ອນໄຫວວັດທະນະທຳຂອງຊົນເຜົ່າສ່ວນໜ້ອຍ ຕ້ອງເຄົາລົບຄວາມພາວະວິໄສ ແລະຄວາມຈິງຂອງສີສັນວັດທະນະທຳຂອງແຕ່ລະຊົນເຜົ່າ; ຫ້າມປອມແປງກິດຈະກຳວັດທະນະທຳພື້ນເມືອງເພື່ອດຶງດູດນັກທ່ອງທ່ຽວໂດຍເດັດຂາດ.
ທີສີ່, ກ່ຽວກັບການສ້າງກົນໄກໃນການປະສານງານ ແລະ ການແຈກຢາຍຜົນປະໂຫຍດຈາກການທ່ອງທ່ຽວມໍລະດົກ.
ການກໍ່ສ້າງບັນດາຈຸດທ່ອງທ່ຽວມໍລະດົກແມ່ນວຽກງານໃໝ່ອ່ຽມສໍາລັບປະຊາຊົນ, ພ້ອມກັນນັ້ນກໍເປັນຂົງເຂດທຸລະກິດທີ່ສັບສົນ. ດັ່ງນັ້ນ, ການກໍ່ສ້າງການທ່ອງທ່ຽວມໍລະດົກຕ້ອງມີການປະສານງານຂອງ “ສີ່ພາກສ່ວນ”:
ປະຊາຊົນ ຢູ່ທ້ອງຖິ່ນແມ່ນເຈົ້າຂອງຂອງຈຸດທ່ອງທ່ຽວ, ເຂົາເຈົ້າຕ້ອງໄດ້ຮັບການສົ່ງເສີມຄວາມສະໝັກໃຈໃນການເຂົ້າຮ່ວມການເຄື່ອນໄຫວທ່ອງທ່ຽວມໍລະດົກຢ່າງປະດິດສ້າງ. ຕ້ອງສ້າງຄະນະຄຸ້ມຄອງການທ່ອງທ່ຽວມໍລະດົກ, ມີກົດລະບຽບການເຄື່ອນໄຫວທີ່ແທດເໝາະແລະປະຊາທິປະໄຕ ເພື່ອຮັບປະກັນການທ່ອງທ່ຽວຢ່າງມີປະສິດທິຜົນ; ປະຊາຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດທີ່ເໝາະສົມ, ປະກອບສ່ວນລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກຫຼາຍດ້ານແບບຍືນຍົງ.
ວິສາຫະກິດ ເປັນຄູ່ຮ່ວມມືໃນການນໍາເອົາແຂກມາທີ່ສະຖານທີ່ທ່ອງທ່ຽວ. ອາໄສວິສາຫະກິດ, ຈຸດທ່ອງທ່ຽວມໍລະດົກຈຶ່ງພັດທະນາໄດ້. ວິສາຫະກິດມີບົດບາດໃນການສະໜອງນັກທ່ອງທ່ຽວ, ພ້ອມກັນນັ້ນກໍມີບົດບາດສະໜັບສະໜູນເງິນທຶນໃຫ້ຊຸມຊົນ, ຝຶກອົບຮົມຊຸມຊົນກ່ຽວກັບວິທີການຈັດຕັ້ງ ແລະ ດໍາເນີນທຸລະກິດໃນກິດຈະກໍາ ການທ່ອງທ່ຽວມໍລະດົກ. ດັ່ງນັ້ນ, ຕ້ອງມີກົນໄກສົ່ງເສີມໃຫ້ວິສາຫະກິດລົງທຶນເຂົ້າໃນການທ່ອງທ່ຽວມໍລະດົກ.
ທີ່ປຶກສາ ແມ່ນນັກວິທະຍາສາດ, ອົງການຄົ້ນຄວ້າກ່ຽວກັບວັດທະນະທໍາ, ຊົນເຜົ່າ, ມໍລະດົກ.... ມີບົດບາດຄົ້ນຄວ້າ, ໃຫ້ຄຳປຶກສາແກ່ປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ ແລະ ວິສາຫະກິດ ໃນການກໍ່ສ້າງຮູບແບບການທ່ອງທ່ຽວມໍລະດົກ ທີ່ເຄື່ອນໄຫວຢ່າງມີປະສິດທິຜົນແລະຍືນຍົງ.
ອົງການຄຸ້ມຄອງລັດຢູ່ທ້ອງຖິ່ນ ມີບົດບາດສຳຄັນໃນການກຳນົດທິດທາງ, ສະເໜີກົນໄກ, ນະໂຍບາຍສະເພາະສຳລັບແຫຼ່ງທ່ອງທ່ຽວມໍບະດົກ ຢູ່ເຂດຊົນເຜົ່າສ່ວນໜ້ອຍ, ພ້ອມກັນນັ້ນກໍມີບົດບາດໃນການປະສານຜົນປະໂຫຍດລະຫວ່າງປະຊາຊົນແລະວິສາຫະກິດ.
ດັ່ງນັ້ນ, ການສົມທົບຢ່າງແໜ້ນແຟ້ນລະຫວ່າງປະຊາຊົນ, ວິສາຫະກິດ, ນັກວິທະຍາສາດ ແລະ ອົງການຄຸ້ມຄອງລັດ ແມ່ນສາຍພົວພັນອິນຊີແລະສະໜິດແໜ້ານ. ພຶດຕິກຳຕົວຈິງຢູ່ບັນດາຈຸດທ່ອງທ່ຽງມໍລະດົກໃນເຂດຊົນເຜົ່າສ່ວນໜ້ອຍໄດ້ຊີ້ໃຫ້ເຫັນແຈ້ງວ່າ, ຖ້າຫາກຂາດໜຶ່ງໃນ “ສີ່ພາກສ່ວນ” ນີ້ ການທ່ອງທ່ຽວມໍລະດົກຈະບໍ່ສາມາດ “ບິນຂຶ້ນ” ໄດ້.
***
ໃນຊຸມປີມໍ່ໆມານີ້, ການທ່ອງທ່ຽວມໍລະດົກມີຄວາມກ້າວໜ້າຢ່າງເດັ່ນຊັດ ຢູ່ເຂດຊົນເຜົ່າສ່ວນໜ້ອຍ. ແຕ່ຄວາມເປັນຈິງກໍໄດ້ວາງຄວາມຮຽກຮ້ອງຕ້ອງການອອກມາວ່າ, ເພື່ອພັດທະນາການທ່ອງທ່ຽວມໍລະດົກທີ່ມີປະສິດທິຜົນນັ້ນ ຕ້ອງເອົາໃຈໃສ່ເຖິງວຽກງານການອະນຸລັກແລະເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳຊົນເຜົ່າ; ກໍ່ສ້າງບັນດາຜະລິດຕະພັນການທ່ອງທ່ຽວທີ່ມີເອກະລັກສະເພາະ, ມີຄວາມດຶງດູດ, ສອດຄ່ອງກັບຈຸດພິເສດທາງເສດຖະກິດ, ວັດທະນະທຳແລະສັງຄົມຂອງແຕ່ລະເຂດ ແລະ ເໝາະສົມກັບນັກທ່ອງທ່ຽວແຕ່ລະປະເພດ. ແຜນກຳນົດການພັດທະນາການທ່ອງທ່ຽວມໍລະດົກຕ້ອງຕາມທິດທາງຄວາມຍືນຍົງ ແລະມີປະສິດທິຜົນ ເພື່ອໃຫ້ການທ່ອງທ່ຽວເວົ້າລວມ ແລະການທ່ອງທ່ຽວມໍລະດົກເວົ້າສະເພາະ ກາຍເປັນຂະແໜງການເສດຖະກິດຫົວຫອກຢ່າງແທ້ຈິງ, ແມ່ນແຮງຂັບເຄື່ອນທີ່ສຳຄັນ ເພື່ອກໍ່ສ້າງຊົນນະບົດໃໝ່, ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກຫຼາຍດ້ານແບບຍືນຍົງ./.
---------------------------
(1) ຂໍ້ 14, ມາດຕາ 3, ກົດໝາຍວ່າດ້ວຍການທ່ອງທ່ຽວ, ສະບັບເລກທີ 09/2017/QH2014 ໄດ້ຮັບການອະນຸມັດໂດຍສະພາແຫ່ງຊາດຊຸດທີ 14 ຂອງສາທາລະນະລັດ ສັງຄົມນີຍົມຫວຽດນາມ ທີ່ກອງປະຊຸມຄັ້ງທີ 3 ໃນວັນທີ 19 ມິຖຸນາ 2017 ແລະ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 2018.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 970 (ເດືອນກໍລະກົດ 2021)