ວກ. - ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ປະຈຳ​ຂອງ​ພັກ​​ແລະ​ລັດ​ຫວຽດນາມ. ນີ້​ແມ່ນ​ນະ​ໂຍບາຍ​ພິ​ເສດ​ທີ່​ສະທ້ອນ​ໃຫ້​ເຫັນ​ເຖິງ​ຫຼັກ​ສິນ​ທຳ “ດື່ມ​ນໍ້າ​ນຶກ​ເຖິງ​ແຫຼ່ງ” ຂອງ​ຊາດ​ຫວຽດນາມ. ​ໃນ​ຫຼາຍ​ປີ​ທີ່​ຜ່າ​ມາ, ບັນດາ​ຜົນງານ​ຄວາມສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ປະ​ເທດ ນັບ​ມື້​ນັບ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ ​ໃຫ້ການ​ເບິ່ງ​ແຍງ​ດູ​ແລຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ ຂອງ​ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ໄດ້​ດີຂຶ້ນ​ເລື້ອຍໆ. ການ​ສືບ​ຕໍ່​ປັບປຸງ ​ເພີ່ມ​ເຕີມນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ບຸລິມະສິດ​ໃຫ້​​ແກ່​ຜູ້​ມີ​ຄຸນງາມຄວາມດີ ຈະ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ “ຕອບ​ແທນ​ບຸນຄຸນ”, “ດື່ມ​ນໍ້າ​ນຶກ​ເຖິງ​ແຫຼ່ງ” ຂອງ​ພັກ ​ແລະ ລັດ​ຫວຽດນາມ.

ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຝຸກ ກັບບັນດາທະຫານບາດເຈັບໜັກທີ່ເປັນຕົວແທນ ໃນໂອກາດວັນທະຫານເສຍອົງຄະ ແລະ ນັກຮົບສະຫຼະຊີວິດເພື່ອຊາດ - ວັນທີ 27 ກໍລະກົດ _ພາບ: TTXVN

ປະ​ເທດ​ຫວຽດນາມ​ໄດ້​ຜ່ານ​ຫຼາຍ​ພັນ​ປີ​ແຫ່ງ​ການ​ກໍ່​ຕັ້ງ​ປະ​ເທດ​ແລະ​ປົກ​ປັກ​ຮັກສາ​ປະ​ເທດຊາດ, ຄົນ​ຫວຽດນາມ​ຫຼາຍ​ຕໍ່​ຫຼາຍ​ລຸ້ນ​ຄົນ​ທີ່​ມີ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​​ເຊື້ອ​ຊາດ​ເຜົ່າ​ພັນ, ດ້ວຍ​ເຈດ​ຈຳນົງ​ອັນ​ແຮງກ້າ, ເດັດດ່ຽວ​ໜຽວ​ແໜ້ນ ​ ຊື່​ສັດສຸ​ຈະລິດ ແລະ ມີ​ເມດ​ຕາຈິດ, ​ໄດ້​ນຳ​ເລືອດ​ເນື້ອ, ຄວາມ​ພະຍາຍາມ ​ແລະ ຊັບ​ສິນ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ​ເສລີພາບ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ສ້າງ​ສາປະ​ເທດ​ທີ່​ສວຍ​ງາມ ​ໃຫ້​ຄົນ​ລຸ້ນຫຼັງ​ຕໍ່​ໄປ​ໃນ​ອະນາຄົດ.

ສືບທອດມູນ​ເຊື້ອ​ອັນລ້ຳຄ່າດັ່ງກ່າວຂອງຊາດ, ​ໃນ​ຍຸກສະ​ໄໝ​ໂຮ່ຈີ​ມິນ, ພາຍ​ໃຕ້​ການນຳພາ​ຂອງ​ພັກ, ປະຊາຊົນ​ຫວຽດນາມ​ໄດ້​ຂຽນ​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ງາມ​ ໃນ​ການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍນອກ ​ເພື່ອ​ຍາດ​ເອົາ​ເອກະລາດ, ​ເສລີພາບ ​ແລະ ​ເອກະ​ພາບ​ມາ​ໃຫ້​ປະ​ເທດ. ລູກ​​ຫຼານທີ່​ດີ​ເດັ່ນ​ຂອງ​ຊາດ​ຫຼາຍ​ລ້ານ​ຄົນ ​ເຊິ່ງສ່ວນ​ຫຼາຍ​ແມ່ນ​ຊາວ​ໜຸ່ມ ​ໄດ້​ອຸທິດ​ໄວ​ໜຸ່ມ​ແລະ​ທັງ​ຊີວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ. ຫຼາຍ​ຄົນ​ໄດ້​ລົ້ມ​ລົງ​ໃນ​ສະ​ໜາມ​ຮົບ ຫຼື​ກັບ​ຄືນ​ມາ​ດ້ວຍ​ບາດ​ເຈັບ​ຕະ​ຫຼອດ​ຊີ​ວິດ.

ຍາດ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ສະ​ລະ​ຫຼາຍ​ລ້ານ​ຄົນ, ພໍ່, ແມ່, ສາມີ, ເມຍ ແລະ ລູກໆ ທີ່ບໍ່ສາມາດພົບເຫັນຄົນທີ່ຮັກ​ໄດ້​ອີກຕະຫຼອດການ. ​ເຂົ້າ​ໃຈ​ເຖິງ​ການ​ເສຍ​ສະລະ​ອັນ​ໃຫຍ່​ຫຼວງ​ນັ້ນ, ປະທານ​ໂຮ່ຈີມິນ​ໄດ້​ຂຽນ​ວ່າ: “ເລືອດ​ແດງ​ຂອງ​ນັກຮົບ​ສະຫຼະ​ຊີວິດ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ທຸງ​ປະຕິວັດ​ເປັນ​ສີ​ແດງ​​ເຂັ້ມ​ຂຶ້ນ. ການເສຍສະຫຼະຢ່າງ​ກ້າຫານຂອງນັກຮົບ​ເພື່ອ​ຊາດໄດ້ກະກຽມໃຫ້ປະເທດຂອງເຮົາ ເບັ່ງບານດ້ວຍເອກະລາດ​ ແລະ ​ອິດ​ສະລະ​ພາບ. ປະຊາຊົນຂອງພວກເຮົາຈະລະນຶກເຖິງຄຸນງາມຄວາມດີຂອງນັກຮົບ​ສະຫຼະ​ຊີວິດ​ເພື່ອ​ຊາດຕະຫຼອດໄປ...”(1).    

ວັນ​ທີ 16 ກຸມພາ 1947, ປະທານ​ໂຮ່ຈີ​ມິນລົງ​ນາມ​​ດຳລັດ​ສະບັບ​ເລກທີ 20/SL ປະກາດ​ໃຊ້​ລະບົບ​ເງິນ​ບຳນານ​ສຳລັບທະຫານ​ບາດ​ເຈັບ ​ແລະ ​ເງິນ​ອຸດ​ໜູນການ​ເສຍ​ຊີວິດ, ພ້ອມ​ກັນ​ນັ້ນ​ກໍ​ເຫັນ​ດີ​ນຳ​ການສະ​ເໜີ​ເອົາ​ວັນ​ທີ 27 ​ເດືອນ​ກໍລະກົດ​ທຸກ​ປີ​ເປັນ​ວັນທະຫານເສຍອົງຄະທົ່ວ​ປະ​ເທດ, ​ເປັນ​ໂອກາດ​ເພື່ອ​ເຊີດ​ຊູຊົມ​ເຊີຍ​ບຸນ​ຄຸນ​ຂອງ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ, ທະຫານ​ເສຍ​ອົງຄະ​, ທະຫານ​ເຈັບ​ປ່ວຍ ​ແລະ ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

​ເຖິງ​ວ່າ​ປະ​ເທດ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ​ຕາມ, ​ແຕ່​ພັກ​ແລະ​ລັດ​ຫວຽດນາມ​ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳຄັນ​ກັບ​ການນຳພາ, ຊີ້​ນຳວຽກ​ງານ​ເບິ່ງ​ແຍງ​ທະຫານ​ເສຍ​ອົງຄະ - ນັກຮົບ​ສະຫຼະ​ຊີວິດ ​ແລະ ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ​ແຕ່​ປີ 1947 ​ເຖິງ​ປະຈຸ​ບັນ, ລະບົບ​ບັນດາ​ເອກະສານ​ທາງ​ກົດໝາຍ​ກ່ຽວ​ກັບ​ການ​ໃຫ້​ບຸລິມະສິດ​ແກ່​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ໄດ້​ຮັບ​ການ​ສ້າງ​ແລະ​ປະກາດ​ໃຊ້​ຢ່າງ​ຄົບ​ຖ້ວນ, ສົມບູນ ​ແລະ ທັນ​ເວລາ​ພໍ​ສົມຄວນ, ​ໄດ້​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ​ແລະ​ໄດ້ກຳນົດ​ໃນ​ເອກະສານ​ຕ່າງໆ​ເຊັ່ນ: ກົດດຳລັດ​ກ່ຽວ​ກັບການ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ກົດ ດຳລັດວ່າ​ດ້ວຍການ​ປະດັບ​ນາມມະຍົດ​ແຫ່ງ​ລັດ “​ແມ່​ວິລະ​ຊົນ​ຫວຽດນາມ” ພ້ອມ​ດ້ວຍ​ນະ​ໂຍບາຍ​ບຸລິມະສິດ​ອື່ນໆ​ອີກ​ຫຼາຍ​ຢ່າງ; ​​ເຊິ່ງ​ໄດ້​ຫັນ​ເປັນ​ນິຕິ​ກຳ​ໃຫ້ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ກາຍ​ເປັນພື້ນຖານ​ກົດໝາຍ ສຳລັບການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ນະ​ໂຍບາຍ​ ແລະ​ລະບອບ​ບຸລິມມະ​ສິດ​ຢ່າງ​ຄົບ​ຊຸດ​ຕໍ່​ຜູ້ມີຄຸນງາມຄວາມດີ​ ແລະ ຍາດພີ່ນ້ອງ.  

ດ້ວຍ​ທັດສະນະ​ແລະ​ເປົ້າ​ໝາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ແລະ​ລັດ​ຄື ຕ້ອງ​ເຊື່ອມ​ຕິດ​ເສດຖະກິດ​ແລະ​ສັງຄົມ, ລວມນະ​ໂຍບາຍ​ເສດຖະກິດ​ເປັນ​ເອກະ​ພາບ​ກັບ​ນະ​ໂຍບາຍ​ສັງຄົມ, ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ການປະຕິ​ບັກ​ຄວາມ​ກ້າວໜ້າ​ ແລະ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ໃນ​ແຕ່​ລະນະ​ໂຍບາຍ ​ແລະ​ໃນ​ຕະຫຼອດ​ຂະ​ບວນວິວັດ​ການ​ພັດທະນາ​ຂອງ​ປະ​ເທດ, ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 11 ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ເລກທີ 15-NQ/TW “ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ​ໄລຍະ​ປີ 2012 - 2020” ​​ເຊິ່ງແມ່ນ​ຂີດ​ໝາຍ​ສຳຄັນສືບ​ຕໍ່​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ເຖິງ​ການ​ປະຕິບັດ​ນະ​ໂຍບາຍສັງຄົມ ​ເພື່ອ​ແນ​ໃສ່​ເປົ້າ​ໝາຍການ​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ, ສຸມ​ໃສ່​ສອງກຸ່ມ​ນະ​ໂຍບາຍ​ພື້ນຖານ​ແລະສຳຄັນ​ໃນລະບົບ​ບັນດາ​ນະ​ໂຍບາຍສັງຄົມ​ແມ່ນ ນະ​ໂຍບາຍ​ຍຸ​ລິ​ມະ​ສິດ​ໃຫ້​ແກ່​ຜູ້​ມີຄຸນງາມຄວາມດີ ແລະ ນະ​ໄຍບາຍ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ.

ວັນ​ທີ 5 ພະຈິກ 2020, ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ອອກບົດ​ສະຫຼຸບສະບັບ​ເລກທີ 92-KL/TW “ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 11 ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ​ໄລຍະ​ປີ 2012 - 2020” ປະ​ເມີນ​ຢ່າງ​ເລິກ​ເຊິ່ງບັນດາ​ຜົນສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ໄລຍະ​ທີ່​ຜ່ານ​ມາ, ຢືນຢັນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ຖືກຕ້ອງ​ຂອງ​ພັກ, ລັດ ​ແລະ ຄວາມ​ດີ​ເດັ່ນ​ຂອງ​ລະບອບສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ ຕໍ່​ວຽກ​ງານ​ການ​ນະ​ໂຍບາຍສັງຄົມ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກໍໄດ້​ຕັ້ງ​ຄວາມ​ຕ້ອງການກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ ແລະປະຕິບັດ​ເປັນ​ຢ່າງ​ດີ​ ກົດໝາຍ, ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ ບົນ​ພື້ນຖານ​ແຫຼ່ງພະລັງ​ຂອງ​ລັດ​ແລະ​ສັງຄົມ, ຮັບປະກັນ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ແລະ​ຄອບຄົວ ​ມີມາດຕະຖານການ​​ດຳລົງ​ຊີວິດປານ​ກາງ​ດີ​ຂຶ້ນ​ໄປ ​ໃນ​ເຂດ​ທີ່ຢູ່​ອາ​ໄສ. ຈັດສັນ​ງົບປະມານ​ເພື່ອ​ສືບ​ຕໍ່ປະຕິບັດ​ການ​ເພີ່ມ​ເງິນ​ອຸດ​ໜູນ​ສັງຄົມ, ອຸດ​ໜູນ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ, ​ ແກ້​ໄຂ​ນະ​ໂຍ​ບາຍ​ໂດຍ​ພື້ນ​ຖານ​ສໍາ​ລັບຜູ້​ມີ​ຄຸນ​ງານ​ຄວາມ​ດີ​; ຍົກ​ລະດັບ​ບັນດາ​ກິດຈະກຳ “ຕອບ​ແທນ​ບຸນ​ຄຸນ”.

ບົນ​ພື້ນຖານ​ສະຫຼຸບ​ສັງ​ລວມພຶດຕິ​ກຳ ​ແລະ ການຜັນ​ຂະຫຍາຍ​ທັດສະນະ​ຊີ້​ນຳ​ຂອງ​ພັກ ຕໍ່​ວຽກ​ງານ​ເບິ່ງ​ແຍງ​ຜູ້​ມີ​ຄຸນງາມຄວາມດີ, ​ໃນ​ນັ້ນ​ມີ​ການ​ຜັນ​ຂະຫຍາຍ​ບັນດາ​ວຽກ​ງານ​ ແລະ ໜ້າ​ທີ່ສະ​ເພາະ ທີ່​ກຳນົດ​ໄວ້ໃນຄຳ​ສັ່ງ​ເລກທີ 14-CT/TW, ລົງ​ວັນ​ທີ 19 ກໍລະກົດ 2017, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາຂອງ​ພັກຕໍ່​ວຽກ​ງານ​ດູ​​ແລຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິ​ວັດ”, ປີ 2020, ລັດຖະບານ​ໄດ້ສະ​ເໜີ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດພິຈາລະນາ​ອະນຸມັດ​ກົດດຳລັດວ່າ​ດ້ວຍ​ການ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ (ສະບັບ​ປັບປຸງ) ​ໃນ​ວັນ​ທີ 9 ທັນວາ 2020 ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 51. ກົດດຳລັດ​ປະກອບ​ດ້ວຍ 7 ໝວດ​ແລະ 58 ມາດຕາ ​ເຊິ່ງ​ໄດ້​ປັບປຸງຢ່າງ​ພື້ນຖານ ຮອບດ້ານ ​ແລະ ​ເພີ່ມ​ເຕີນ​ຫຼາຍ​ນະ​ໂຍບາຍ​ໃໝ່ ​ແນ​ໃສ່​ສືບ​ຕໍ່​ຢືນຢັນຫຼັກການ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ແລະ​ລັດ: ​ການເບິ່ງ​ແຍງ​ສຸຂະພາບ, ຊີວິດ​ດ້ານ​ວັດ​ຖຸ​ແລະ​ຈິດ​ໃຈ ​ຂອງ​ຜູ້​ມີ​ຄຸນງາມຄວາມດີ​ ແລະ ​ຄອບຄົວ​ຂອງ​ຜູ້​ມີຄຸນງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ລັດ​ແລະ​ສັງຄົມ; ລະບອບ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມ​ຄວາມ​ດີ ​ແລະ ​ຄອບຄົວ​ຂອງຜູ້​​ມີຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ຕ້ອງ​ໄດ້​ຮັບ​ການ​ກຳນົດ​ແລະດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ໃນ​ແຕ່ລະ​ໄລຍະ, ຮັບປະກັນ​ມາດຕະຖານ​ຊີວິດ​ການ​ເປັນ​ຢູ່​ຂອງຜູ້​​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ ​​ໃຫ້ເທົ່າ​ກັບ ຫຼື ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງຊຸມ​ຊົນ​ທີ່ຢູ່​ອາ​ໄສ. ກົດດຳລັດ​ສະບັບ​ປັບປຸງ​ກໍ​ໄດ້​ຂະຫຍາຍ​ຂອບ​ເຂດການ​ດັດ​ປັບ ສຳລັບຊາວ​ຕ່າງປະ​ເທດທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຫວຽດນາມ, ​ເພີ່ມ​ບາງ​ເປົ້າ​ໝາຍ​ຜູ້​ມີ​ຄຸນງາມ​ຄວາມ​ດີຕໍ່ການ​ປະຕິວັດ ​ແລະ ​ຍາດພີ່ນ້ອງ ​ທີ່​ໄດ້​ຮັບຜົນຈາກ​ລະບອບ​ບຸລິມະສິດ​ເຊັ່ນ: ຜູ້​​ຖືກສັດຕູ​ຄຸມ​ຂັງ​ເນື່ອງ​ຈາກການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ໂດຍ​ກົງ, ​ໄດ້​ສູ້​ຮົບ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ໄດ້​ເຮັດ​ໜ້າ​ທີ່​ສາກົນ​ຫຼັງ​ປີ 1975; ຜູ້​ທີ່​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ທີ່ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ລັດດ້ວຍ​ຫຼຽນ​ໄຊ​ໄຊ​ຊະນະ, ຫຼຽນກາ​ໄຊຊະນະ​ຂອງ​ລັດ; ​ເພີ່ມ​ເຕີມ​ຜູ້​ທີ່​ໄດ້​ຮັບ​ບຸລິມະສິດ​ແມ່ນຜົວ​ຫຼື​ເມຍ​ຂອງ​ນັກຮົບ​ເສຍ​ຊີວິດທີ່ແຕ່ງງານ​ໃໝ່ ແຕ່​ຍັງລ້ຽງລູກຂອງນັກຮົບເສຍ​ຊີວິດຈົນ​ເປັນຜູ້ໃຫຍ່ ຫຼື​ເບິ່ງ​ແຍງ​ດູ​ແລ​ພໍ່ຫຼືແມ່ຂອງນັກຮົບ​ເສຍຊີວິດ​ໃນ​ເວລາ​ຍັງ​ມີ​ຊີວິດ​ຢູ່, ເບິ່ງ​ແຍງ​ດູ​ແລ​ພໍ່ຫຼືແມ່ຂອງນັກຮົບທີ່ກຳລັງ​ເຄື່ອນ​ໄຫວ​ຢູ່​ໃນ​ແນວ​ຮົບບໍ່​ມີ​ເງື່ອນ​ໄຂ​ເບິ່ງ​ແຍງພໍ່​ແມ່​ຂອງ​ຕົນ​ໄດ້; ​ເພີ່ມ​ເຕີມ​ລະບອບ​ປະກັນ​ສຸຂະພາບ ​ແລະ​ເງິນ​ອຸດ​ໜູນ​ການ​ເສຍ​ຊີວິດ ສຳລັບ​ເມຍ​ຫຼື​ຜົວ​ຂອງ​ນັກຮົບ​ເສຍ​ຊີວິດ​ທີ່​ແຕ່ງງານ​ໃໝ່; ກຳນົດ​ເງິນ​ອຸດໜູນ​ປະຈຳ​ເດືອນ​ໃຫ້​ບັນດາ​ແມ່​ວິລະ​ຊົນ​ຫວຽດນາມ ​ແມ່ນ 3 ​ເທົ່າ​ຂອງ​ອັດຕາ​ຄ່າ​ມາດຕະຖານ…

ລະບົບ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມ​ບຸນ​ຂຶ້ນ​ເລື້ອຍ​ໆ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າ​ງຮອບດ້ານ, ຄົບ​ຊຸດ​ໂດຍ​ລະບົບ​ການ​ເມືອງ​ທັງ​ໝົດ, ວຽກ​ງານ​ເບິ່ງ​ແຍງ​ຜູ້​ມີ​ຄຸນງາມຄວາມດີ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ, ສ້າງ​ເປັນ​ຂະ​ບວນການ​ຕອບ​ແທນ​ບຸ​ນຄຸນທີ່​ກວ້າງຂວາງ, ຕະຫຼອດ​ຕັ້ງ​ແຕ່​ສູນ​ກາງ​ໄປ​ຮອດ​ບ້ານ, ໝູ່​ບ້ານຕ່າງໆ; ລະບອບແລະ​ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ໄດ້ຂະຫຍາຍອອກໄປໃສ່ຜູ້ໄດ້ຮັບຜົນປະໂຫຍດ ດ້ວຍລະດັບ​ເງິນ​ອຸດ​ໜູນທີ່​ເພີ່ມ​ຂຶ້ນ​ທຸກ​ປີ ຕາມ​ສະພາບ​ເສດຖະກິດ​ຂອງ​ປະ​ເທດ, ພິ​ເສດ​ແມ່ນ​ ບັນຫາສຳ​ເນົາ​ໜັງສື​​ຂໍ​ຢືນຢັນ​ທະຫານ​ບາດ​ເຈັບ​ເສຍ​ອົງຄະ, ນັກຮົບສະຫຼະ​ຊີວິດ ທີ່ຄ້າງຢູ່ໃນບັນດາ​ທ້ອງ​ຖິ່ນ, ອົງການ​ຕຳຫຼວດ, ກອງທັບນັ້ນ ໄດ້ຮັບການແກ້ໄຂໂດຍພື້ນຖານໃນປີ 2020(2).

ມາ​ເຖິງ​ດຽວ​ນີ້, ໃນ​ທົ່ວ​ປະ​ເທດ​ໄດ້​​ຢືນຢັນ​ວ່າ​ມີ 9,2 ລ້ານ​ຄົນ​ທີ່​ມີຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ​ໃນ​ນັ້ນ 1,3 ຄົນມີຄຸນງາມຄວາມດີ​ໄດ້​ຮັບ​ເງິນ​ອຸດ​ໜູນ​ປະຈຳ​ເດືອນ. ​ໃນ​ແຕ່ລະ​ປີ​ ໄດ້​ແກ້​ໄຂ​ລະບອບ​ເງິນ​ອຸດ​ໜູນ​ຄັ້ງດຽວ​ໃຫ້ 6.000 ຫາ 8.000 ​ກໍລະນີ, ຈັດ​ຕັ້ງ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ຫຼາຍ​ກວ່າ 580.000 ຄົນ​​ເຂົ້າ​ຮັບ​ບໍລິການພະຍາບານ​ປົກກະຕິ ແລະສະໜັບສະໜູນ​ການ​ສຶກສາ​ປະມານ 40.000 ຄົນ. ລະດັບມາດຕະຖານ​ຂອງ​ເງິນ​ອຸດ​ໜູນ, ​ເບ້ຍລ້ຽງ​ບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີ ​ໄດ້ເພີ່ມຂຶ້ນຕາມ​ແຜນ​ງານ​ໃນ​ການ​ປັບເງິນເດືອນພື້ນຖານ. ​ໄລຍະ​ປີ 2012 - 2019, ເງິນ​ອຸດ​ໜູນ​ໄດ້​ເພີ່ມ​ຂຶ້ນ​​ປະ​ມານ 40%, ປີ 2018 ​ແມ່ນ 1.515.000 ດົ່ງ ​ແລະ​ປີ 2019 ​ແມ່ນ 1.624.000 ດົ່ງ.

​ແຕ່​ປີ 2012 ​ເຖິງ​ປີ 2019, ​ໂດຍ​ພື້ນຖານ​ແລ້ວ, ທົ່ວ​ປະ​ເທດໄດ້​ສຳ​ເລັດ​ການ​ຊ່ວຍ​ເຫຼືອ​ທີ່​ຢູ່​ອາ​ໄສ​ໃຫ້ 393.707 ຄອບ​ຄົວ​ທີ່​ມີຄຸນງາມຄວາມດີ, ລື່ນຄາດໝາຍທີ່​ວາງໄວ້​ໃນ​ມະຕິເລກທີ 15-NQ/TW, ວັນ​ທີ 1 ມິຖຸນາ 2012, ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງທີ 5 ສະ​ໄໝ​ທີ 11: “ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ​ໄລຍະ​ປີ 2012 - 2020”. ນະ​ໂຍບາຍຊ່ວຍ​ເຫຼືອ​ທີ່​ຢູ່​ອາ​ໄສ​ໃຫ້​ຜູ້​ມີຄຸນງາມຄວາມດີ ​ໄດ້​ແລະ​ກຳລັງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ຄົງ​ໃນ​ຊີ​ວິດ​ຫຼາຍຂຶ້ນ​, ຄ່ອຍໆ​ປັບ​ປຸງ​ ແລະຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ ຂອງ​ປະຊາຊົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ. ເຄືອຂ່າຍສະຖານພະຍາບານ, ພັກ​ຟື້ນ, ສູນ​ສັນ​ຍະ​ກຳ​ກະດູກ ​ແລະ ຟື້ນ​ຟູ​ຮ່າງກາຍ ໄດ້ຖືກວາງແຜນ​ໂດຍ​ລວມໃນທົ່ວປະເທດ, ​ດ້ວຍ​ສະຖານ​ພະຍາບານ ພັກ​ຟື້ນລ້ຽງ​ດູ 65 ແຫ່ງ ທີ່ໄດ້ລົງທຶນໃສ່ສິ່ງອຳນວຍຄວາມ​ສະດວກ, ວັດຖຸອຸປະກອນ ແລະ ພະນັກງານ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ​ພື້ນຖານ ໃນການເບິ່ງແຍງດູແລ ແລະ ພະຍາບານຜູ້ມີຄຸນງາມຄວາມດີ, ໂດຍສະ​ເພາະ​ແມ່ນ ທະຫານບາດເຈັບໜັກ. ​ໄດ້​ເອົາ​ໃຈ​ໃສ່​ລົງທຶນ​ກໍ່ສ້າງ, ຍົກ​ລະດັບ ປັບປຸງ ສ້ອມ​ແປງ​ຂຸມ​ຝັງ​ສົບ​ຂອງນັກຮົບ​ສະຫຼະ​ຊີວິດ, ສຸສານນັກຮົບ​ສະຫຼະ​ຊີວິດ, ອະນຸສອນ​ສະຖານ​ນັກຮົບ​ສະຫຼະ​ຊີ​ວິດ, ​ເຊິ່ງ​ໃນ​ທົ່ວ​ປະ​ເທດ​ມີສຸສານນັກຮົບ​ສະຫຼະ​ຊີວິດ 3.200 ​ແຫ່ງ ​ແລະ ອະນຸສອນ​ສະຖານ​ນັກຮົບ​ສະຫຼະ​ຊີ​ວິດຫຼາຍກວ່າ 3.000 ​ແຫ່ງ. ວຽກ​ງານ​ຄົ້ນ​ຫາແລະ​ເກັບ​ໂຮມ​ຊາກ​ສົບ​ຂອງນັກຮົບ​ສະຫຼະ​ຊີ​ວິດ, ການ​ກຳນົດຢືນຢັນ​ຊາກ​ສົບ​ຂອງ​ນັກຮົບ​ສະຫຼະ​ຊີວິດ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ດ້ວຍ​ຫຼາຍ​ມາດ​ຕະການ​ທີ່​ເໝາະ​ສົມຄົບ​ຊຸດ. ຂະ​ບວນການ “ທົ່ວ​ປວງ​ຊົນ​ເບິ່ງ​ແຍງ​ດູ​ແລ​ຄອບຄົວຂອງ​ທະຫານ​ເສຍ​ອົງຄະ, ນັກຮົບ​ສະຫຼະ​ຊີວິດ ​ແລະ ຜູ້ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ”, ສະໜັບສະໜູນກອງ​ທຶນ “ຕອບ​ແທນ​ບຸນຄຸນ” ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ​ສະໜັບສະໜູນຈາກ​ສັງຄົມ.

ການ​ປະຕິບັດ​ເປັນ​ຢ່າງ​ດີ​ນະ​ໂຍບາຍ​ບຸລິມະສິດໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ ​ເປັນ​ທັງອາລົມຈິດອັນສັກສິດ, ຄວາມຮັບຜິດຊອບອັນສູງສົ່ງຂອງລະບົບການເມືອງ ແລະ ທົ່ວປວງຊົນທັງຊາດ, ທັງເປັນປັດ​ໄຈຮັບປະກັນການ​ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ສະ​ແດງ​ອອກ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຄວາມ​ດີ​ເດັ່ນ​ ແລະ ທາດ​ແທ້​ອັນ​ດີງາມ​ ຂອງ​ລະບອບ​ສັງຄົມ​ນິຍົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ​ແລະ​ລັດ. ດັ່ງ​ນັ້ນ, ຕ້ອງ​ຫັນ​ການ​ຮັບ​ຮູ້​ເປັນ​ການ​ກະທຳ​ທີ່ສະ​ເພາະ​ແທດ​ຈິ​ງ ​ແລະ ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ, ຍົກ​ສູງ​ປະສິດທິ​ຜົນ​ແລະນຳບັນດາ​ຂະ​ບວນການ “ຕອບ​ແທນ​ບຸນຄຸນ”, “ທົ່ວ​ປວງ​ຊົນ​ເບິ່ງ​ແຍງ​ດູ​ແລ​ຄອຍ​ຄົວ​ຂອງທະຫານ​ເສຍ​ອົງຄະ, ນະ​ກຮົບ​ສະຫຼະ​ຊີວິດ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ” ກາຍເປັນ​ການ​ເຄື່ອນ​ໄຫວຢ່າງ​ເປັນ​ປະຈຳ​ໃນ​ຊີວິດ​ສັງຄົມ.

​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ພ້ອມ​ກັນ​ກັບ​ການຈັດ​ຕັ້ງ​ປະຕິບັດ​ກົດ​ດຳລັດວ່າ​ດ້ວຍ​ການ​ບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ສະບັບປັບປຸງ, ກະ​ຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ​ສັງຄົມ ຈະ​ສືບ​ຕໍ່​ຄົ້ນຄວ້າ, ປັບປຸງ​ລະບຽບ​ກົດໝາຍ, ນະ​ໂຍບາຍບຸລິມະສິດ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ, ຖື​ວ່າ​ນີ້​ແມ່ນໜຶ່ງ​ໃນ​ຂົງ​ເຂດຈຸດ​ໜັກ, ​ແຖວ​ໜ້າ, ​ໃນ​ນັ້ນ ​ໃຫ້​ຄວາມ​ສຳຄັນ​ເຖິງ​ບັນຫາ​ຕ່າງໆ​ດັ່ງ​ນີ້:  

ທີ​ໜຶ່ງ, ສືບ​ຕໍ່​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ​ປະຕິບັດ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈີ​ມິນ​ກ່ຽວ​ກັບວຽກ​ງານ​ເບິ່ງ​ແຍງ​ທະຫານ​ເສຍ​ອົງຄະ, ຄອບຄົວນັກ​ຮົບ​ສະຫຼະ​ຊີວິດ; ການເບິ່ງ​ແຍງ​ທະຫານ​ເສຍ​ອົງຄະ, ຄອບຄົວນັກ​ຮົບ​ສະຫຼະ​ຊີວິດ ​ແລະ ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ​ ຢ່າງ​ບໍ່​ຢຸດ​ຢັ້ງ, ຖື​ວ່າ​ນີ້​ແມ່ນ​ຫຼັກ​ສິນ​ທຳ​ອັນ​ດີງາມ, ທັງ​ແມ່ນ​ພາລະ​ໜ້າ​ທີ່, ຄວາມ​ຮັບຜິດຊອບ, ຄວາມ​ຮັກ​ແພງ​​ສະຫາຍ ​ແລະ ​ພີ່ນ້ອງ​ຮ່ວມ​ຊາດຂອງ​ຊາວ​ຫວຽດນາມ​ທຸກ​ຄົນ.

ທີ​ສອງ, ສຸມ​ການນຳພາ ຊີ້​ນຳການ​ປະຕິບັດຢ່າງ​ຄົບ​ຖ້ວນ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດຕໍ່ທະຫານ​ເສຍ​ອົງຄະ, ທະຫານ​ບາດ​ເຈັບ, ຄອບຄົວນັກ​ຮົບ​ສະຫຼະ​ຊີວິດ ​ແລະ ຜູ້​ມີ​ຄຸນງາມຄວາມດີ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄອບຄົວຜູ້​ມີ​ຄຸນງາມຄວາມດີທີ່​ມີ​ຄວາມ​ຫຍຸ້ງຍາກ, ຜູ້​ມີ​ຄຸນງາມຄວາມດີທີ່ພວມ​​ຢູ່​ໂດດ​ດ່ຽວ ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ, ບັນດາ​ຄອບຄົວຜູ້​ມີ​ຄຸນງາມຄວາມດີທີ່ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄດ​ສອກຫຼີກ, ​ເຂດ​ຖານ​ທີ່​ໝັ້ນ​ປະຕິວັດ​​ໃນ​ອະດີດ, ພະຍາຍາມບໍ່​ໃຫ້​ມີຄອບຄົວທີ່ມີຄຸນງາມຄວາມດີ​ໃດ ຕ້ອງ​ຢູ່​ໃນ​ສະພາບທຸກຍາກອີກ.

ທີ​ສາມ, ສືບຕໍ່​ຊຸກຍູ້​ການ​ໂຄສະນາ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ ກ່ຽວ​ກັບນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ, ​ເນື້ອ​ໃນ​ໃໝ່​ຂອງກົດດຳລັດ​ວ່າ​ດ້ວນ​ການບຸລິມະສິດ​ໃຫ້​ແກ່ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ​ປີ 2020. ດຳ​ເນີນ​ການ​ປະ​ເມີນສະຫຼຸບຢ່າງເປັນປົກກະຕິ ​ແລະ ຄົ້ນຄວ້າ​ຢ່າງຮອບດ້ານ ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ຂະ​ບວນການຜັນ​ຂະຫຍາຍ​ປະຕິບັດ ​ເພື່ອ​ປະກາດ​ໃຊ້ລະ​ບຽບ​ການ​ລະ​ອຽດ​, ​ແນະນຳການ​ປະຕິບັດ​ກົດ​ດຳລັດຢ່າງຖີ່​ຖ້ວນ​ແລະ​ເປັນ​ເອກະ​ພາບ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່ຜູ້​ມີ​ຄຸນງາມຄວາມດີ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່.

ທີ​ສີ່, ບຸລິມະສິດຊັບພະຍາກອນເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງຜູ້​ມີ​ຄຸນງາມຄວາມດີ​ເຊັ່ນ: ​ເບິ່ງ​ແຍງ​ແມ່​ວິລະ​ຊົນ​ຫວຽດນາມ, ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​, ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​, ຊ່ວຍ​ເຫຼືອ​ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ພັດທະນາ​ການ​ຜະລິດທຸລະ​ກິດ​ ດ້ວຍ​ການ​ເຄື່ອນ​ໄຫວກິດຈະກໍາສະເພາະ. ຍູ້​ແຮງ​ຂະ​ບວນການ​ຫັນ​ເປັນ​ສັງຄົມ​ວຽກ​ງານ​ເບິ່ງ​ແຍງ​ຊີວິດຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ ບົນ​ພື້ນຖານ​ລະດົມ​ແຫຼ່ງພະລັງ​ສັງຄົມ ສົມທົບ​ກັບ​ແຫຼ່ງພະລັງ​ຂອງ​ລັດ.

ທີ​ຫ້າ, ຍົກ​ສູງ​ຄວາມ​ສາມາດ, ປະສິດທິພາບ ​ແລະ ປະສິດທິ​ຜົນການ​ຄຸ້ມ​ຄອງ​ລັດ​ຕໍ່​ວຽກ​ງານ​ເບິ່ງ​ແຍງ​ຊີວິດຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ, ຍູ້​ແຮງ​ການ​ຄົ້ນ​ຫາ​ທ້ອນ​ໂຮມ​ຊາກ​ສົບ​ຂອງ​ນັກຮົບ​ສະຫຼະ​ຊີວິດ​ ຕິດ​ກັບການລະບຸ​ຢືນຢັນ​ນັກຮົບ​ສະຫຼະ​ຊີວິດ. ພ້ອມ​ກັນກັບ​ການ​ເອົາ​ໃຈ​ໃສ່​ກວດກາ​ ແລະ ຈັດການຢ່າງ​ເຂັ້ມ​ງວດກັບ​ກໍລະນີ​ການ​ໃຊ້​ປະ​ໂຫຍ​ດຈາກ​ນະ​ໂຍບາຍ​ເພື່ອຜົນ​ປະ​ໂຫຍ​ດສ່ວນ​ຕົວນັ້ນ, ຕ້ອງ​ຮັບປະກັນ​ຄວາມພາວະ​ວິ​ໄສ​ແລະ​ຍຸຕິ​ທຳລະຫວ່າງ​ບັນດາ​ເປົ້າ​ໝາຍ, ສ້າງຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່ຜູ້​ມີ​ຄຸນງາມຄວາມດີ.

​​ວາລະ​ຄົບຮອບ 74 ປີ ວັນ​ທະຫານ​ເສຍ​ອົງຄະ - ນັກຮົບ​ສະຫຼະ​ຊີວິດ​ປີ​ນີ້ ກໍ່​ແມ່ນ​ເວລາ​ທີ່​ທົ່ວ​ພັກສູ້​ຊົນ​​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່ກຳນົດ​ໄວ້​ໃນຄຳ​ສັ່ງ​ເລກ​ທີ່ 14-CT/TW, ວັນ​ທີ 19 ກໍລະກົດ 2017, ຂອງ​ຄະນະ​ເລຂາທິການ​ສູນ​ກາງພັກ​ “ກ່ຽວ​ກັບ​ການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກຕໍ່​ວຽກ​ງານ​ເບິ່ງ​ແຍງຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ”. ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ຂອງພັກ​ແລະ​ລັດ, ​ແຕ່​ກໍ​ແມ່ນ​ຄວາມ​ຮັບຜິດຊອບ, ​ແມ່ນຫຼັກ​ສິນ​ທຳຂອງ​ຊາວ​ຫວຽດນາມ​ທຸກ​ຄົນ ​ເພື່ອ​ສືບ​ຕໍ່​ຈູດ​ໄຟ​ແຫ່ງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ຜູ້ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ./.

----------------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົຍ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2001, ​ເຫຼັ້ມ 10, ໜ້າ 3.

(2) ​ໄດ້​ພິຈາລະນາ​ແກ້​ໄຂ 5.900 ກໍລະນີ​ທີ່​ຄ້າງ​ຄາ; ປະ​ເມີນ​ແລະຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ​ເພື່ອ​ມອບ​ໃບ “ປະ​ເທດ​ຊາດ​ຮັບຮອງ​ຄຸນງາມຄວາມດີ” ​ໃຫ້​ນັດ​ຮົບ​ສະຫຼະ​ຊີວິດ​ຫຼາຍ​ກວ່າ 2.000 ຄົນ, ປະເມີນທະຫານເສຍອົງຄະ ​ແລະ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດດ້ານນະ​ໂຍບາຍ​ຄືທະຫານເສຍອົງຄະຫຼາຍກວ່າ 2,500 ຄົນ.

- ບົດ​ນີ້​ໄດ້​ລົງພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 970 (​ເດືອນ​ກໍລະກົດ 2021)