ການພັດທະນາເພື່ອມະນຸດ, ມຸ່ງສູ່ບັນດາຄຸນຄ່າທີ່ກ້າວໜ້າແລະມະນຸດ
ອາລະຍະທຳ - ຈຸດເນັ້ນທີ່ສຳຄັນໃນບົດຄວາມ “ບາງບັນຫາທິດສະດີ
ແລະ ພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່
ສັງຄົມນິຍົມຢູ່ຫວຽດນາມ” ຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ
ອາລະຍະທຳ - ຈຸດເນັ້ນທີ່ສຳຄັນໃນບົດຄວາມ “ບາງບັນຫາທິດສະດີ
ແລະ ພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່
ສັງຄົມນິຍົມຢູ່ຫວຽດນາມ” ຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ
ວກ. - ບັນດາຜົນສຳເລັດທີ່ສຳຄັນ ແລະ ມີຄວາມໝາຍປະຫວັດສາດ ໃນກວ່າ 35 ປີແຫ່ງການປ່ຽນແປງໃໝ່ທີ່ຜ່ານມາ ແມ່ນເຄື່ອງໝາຍຢັ້ງຢືນຄຸນຄ່າຕົວຈິງຂອງລັດທິສັງຄົມນິຍົມໃນຫວຽດນາມ. ນັ້ນແມ່ນການພັດທະນາເພື່ອມະນຸດ, ພັດທະນາເພື່ອຍົກລະດັບຈິດສຳນຶກແລະກຽດສັກສີຂອງປະຊາຊົນຫວຽດນາມ. ພຽງແຕ່ບົນເສັ້ນທາງສູ່ລັດທິສັງຄົມນິຍົມເທົ່ານັ້ນ ຈຶ່ງສາມາດນຳຄວາມສຳເລັດອັນໃຫຍ່ຫຼວງດັ່ງກ່າວມາໃຫ້ຫວຽດນາມ. ແລະຄວາມສຳເລັດເຫຼົ່ານີ້ແມ່ນເງື່ອນໄຂເບື້ອງຕົ້ນ, ສ້າງກຳລັງແຮງເພື່ອກ້າວໄປສູ່ອະນາຄົດທີ່ສົດໃສຂອງປະເທດຫວຽດນາມ.
ເລຂາທິການໃຫຍ່ຫງວຽນຝູຈ້ອງ ກັບພີ່ນ້ອງຊົນເຜົ່າສ່ວນໜ້ອຍ ຢູ່ຕາແສງຈ່ຽງບານ, ເມືອງມາຍເຊີນ, ແຂວງເຊີນລາ _ພາບ: TTXVN
ທັດສະນະດັ່ງກ່າວຂອງສະຫາຍເລຂາທິການໃຫຍ່ ແມ່ນການສະຫຼຸບສັງລວມທິດສະດີ ແລະ ພຶດຕິກຳໃນປະເທດແລະສາກົນທີ່ເລິກເຊິ່ງເປັນພິເສດ, ແມ່ນຄຳຖະແຫຼງທີ່ໜັກແໜ້ນແລະໝັ້ນຄົງກ່ຽວກັບແນວທາງທີ່ຖືກຕ້ອງ ກ່ຽວກັບເສັ້ນທາງໄປສູ່ສັງຄົມນິຍົມຂອງຫວຽດນາມໃນສະພາບການໃໝ່. ພາລະກິດການປ່ຽນແປງໃໝ່ດ້ວຍບັນດາຜົນສຳເລັດທີ່ໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ໄດ້ນຳມາເຊິ່ງ: “ປະເທດເຮົາບໍ່ເຄີຍມີພາລະກິດ, ກຳລັງແຮງ, ຖານະຕຳແໜ່ງ ແລະ ກຽດສັກສີລະດັບສາກົນຄືທຸກວັນນີ້”. ນັ້ນແມ່ນການສະແດງໃຫ້ເຫັນເຖິງສະພາບຕົວຈິງຢ່າງຊັດເຈນ, ມີຊີວິດຊີວາ, ໝູນຮອບຄຸນຄ່າໃຈກາງ ແມ່ນການພັດທະນາເພື່ອປະຊາຊົນໃນຊຸມປີທີ່ຜ່ານມາ, ກໍ່ຄືການກຳນົດທິດທາງການພັດທະນາຂອງປະເທດໃນຊຸມປີຕໍ່ໜ້າ.
ກ່ອນອື່ນໝົດ, ນັ້ນແມ່ນການພັດທະນາເສດຖະກິດຢ່າງໄວວາແລະຍືນຍົງ ໃນຂອບເຂດທົ່ວປະເທດ, ກໍ່ຄືໃນແຕ່ລະທ້ອງຖິ່ນ.
ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ຈາກຈຸດເລີ່ມຕົ້ນທີ່ຕໍ່າທາງດ້ານເສດຖະກິດ, ວິກິດການເສດຖະກິດແລະສັງຄົມຢ່າງຮ້າຍແຮງ, ລາຍໄດ້ຕໍ່ຫົວຄົນເປັນໜຶ່ງໃນກຸ່ມປະເທດທີ່ຕໍ່າທີ່ສຸດໃນໂລກ, ເປັນປະເທດທີ່ທຸກຍາກ, ຕ້ອງນໍາເຂົ້າອາຫານແລະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດທຸກປີ, ມາຮອດປະຈຸບັນ, ຫວຽດນາມສາມາດຢືນຢ່າງໝັ້ນຄົງ ບົນພື້ນຖານການພັດທະນາຂອງຕົນ, ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ. ປະເທດບໍ່ພຽງແຕ່ໄດ້ຫຼຸດພົ້ນອອກຈາກວິກິດການເສດຖະກິດ-ສັງຄົມ, ຈາກການຖືກປິດລ້ອມ ຂວ້ຳບາດ, ອອກຈາກສະພາບປະເທດດ້ອຍພັດທະນາເທົ່ານັ້ນ, ແຕ່ໄດ້ກາຍເປັນປະເທດທີ່ມີລາຍໄດ້ປາງກາງ ແລະມຸ່ງສູ່ລາຍໄດ້ປານກາງສູງໃນຊຸມປີຕໍ່ໜ້າ. ຖ້າຫາກໃນປີ 1988, ຈີດີພີ ຕໍ່ຫົວຄົນມີພຽງ 88 ໂດລາສະຫະລັດ, ຮອດປີ 2020 ຕົວເລກນີ້ບັນລຸ 2.779 ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 31,5 ເທົ່າໃນ 3 ທົດສະວັດ(2). ກ່ຽວກັບການສົ່ງອອກສິນຄ້າ, ຈາກພື້ນຖານເສດຖະກິດທີ່ອີງໃສ່ການນຳເຂົ້າ ແລະ ການຊ່ວຍເຫຼືອເປັນຕົ້ນຕໍ, ມາຮອດປະຈຸບັນ, ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາປະເທດນຳໜ້າໂລກກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳ. ຫຼາຍອົງການຈັດຕັ້ງສາກົນຕີລາຄາວ່າ ຫວຽດນາມແມ່ນປະກົດການການພັດທະນາໃໝ່ທີ່ໜ້າປະທັບໃຈ. ຫວຽດນາມໄດ້ແລະ ກຳລັງປະກອບສ່ວນທີ່ຕັ້ງໜ້າ ເຂົ້າໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ຫຼາຍພາກສ່ວນຂອງໂລກ, ຜ່ານການສົ່ງອອກສະບຽງອາຫານຫຼາຍລ້ານໂຕນຕໍ່ປີ ພ້ອມທັງຜະລິດຕະພັນສິນຄ້າອື່ນຫຼາຍປະເພດ. ໃນປີ 2020, ເຖິງວ່າຖືກຜົນກະທົບຂອງການລະບາດໃຫຍ່ຈອງໂຄວິດ-19 ກໍຕາມ ແຕ່ຫວຽດນາມກໍ່ໄດ້ສົ່ງອອກໝາກມ່ວງຫິມະພານແລະໝາກພິກໄທປະມານ 900.000 ໂຕນ(3), ເປັນມູນຄ່າການສົ່ງອອກຫຼາຍສິບຕື້ໂດລາສະຫະລົດ. ກ່ຽວກັບຕະຫຼາດ, ຈາກຕະຫຼາດໃນບາງປະເທດເພື່ອນດັ້ງເດີນຂອງຄ້າຍສັງຄົມນິຍົມ, ມາຮອດປະຈຸບັນ, ສິນຄ້າສົ່ງອອກຂອງຫວຽດນາມໄດ້ເຂົ້າໃນຕະຫຼາດໃນຫ້າທະວີບ, ລວມມີເກືອບ 200 ປະເທດແລະອານາເຂດ.
ພິເສດ, ຢູ່ເຂດຫ່າງໄກສອກຫຼີກ, ເຂດພູດອຍ, ລະດັບການເພີ່ມລາຍຮັບແລະຜົນ ສຳເລັດໃນການພັດທະນາເສດຖະກິດຂອງທ້ອງຖິ່ນສະແດງອອກຢ່າງຈະແຈ້ງທີ່ສຸດ. ຍົກຕົວຢ່າງ, ຢູ່ເຂດພູດອຍຕາເວັນຕົກສຽງເໜືອ, ຖ້າຫາກໃນຊຸມປີເລີ່ມການປ່ຽນແປງໃໝ່, ປະຊາຊົນຊົນເຜົ່າສ່ວນໜ້ອຍດຳລົງຊີວິດດ້ວຍການຜະລິດກຸ້ມຕົນເອງ, ການຂາດເຂົ້າຊໍາເຮື້ອ, ສະພາບບການຂາດແຄນອາຫານແມ່ນເປັນເລື່ອງທຳມະດາ, ຊີວິດມີຄວາມຫຍຸ້ງຍາກລຳບາກຫຼາຍ, ແຕ່ໃນປະຈຸບັນ ຢູ່ເຂດນີ້ໄດ້ປະກົດມີຮູບແບບການຜະລິດແລະລ້ຽງສັດທີ່ດີຫຼາຍທີ່ສຸດ. ບັນດາແບບຢ່າງດີເດັ່ນກ່ຽວກັບການພັດທະນາເສດຖະກິດໃນໝູ່ບ້ານຊົນເຜົ່າສ່ວນໜ້ອຍຢູ່ເຂດພູດອຍຕາເວັນຕົກສຽງເໜືອ ໄດ້ແລະກຳລັງເປັນແຮງຜັກດັນ ໃຫ້ເສດຖະກິດຄອບຄົວຊົນເຜົ່າຂະຫຍາຍຕົວຫຼາຍທົບເທົ່າ ເມື່ອທຽບກັບຊຸມປີເລີ່ມການປ່ຽນແປງໃໝ່; ຊັບສິນແລະລາຍຮັບຂອງປະຊາຊົນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ໂຄງປະກອບຂອງພືດແລະສັດມີການປ່ຽນແປງຢ່າງໄວວາ ແລະ ມີສະມັດຕະພາບສູງ, ມີການແລກປ່ຽນຄ້າຂາຍສິນຄ້າທີ່ຄຶກຄັກ; ການບໍລິການ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ. ສິນຄ້າກະສິກຳຂອງຊາວເຜົ່າສ່ວນໜ້ອຍຢູ່ເຂດພູດອຍຕາເວັນຕົກສຽງເໜືອບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຊົມໃຊ້ຂອງປະຊາຊົນທ້ອງຖິ່ນ ແລະຮັບໃຊ້ຕະຫຼາດພາຍໃນປະເທດເທົ່ານັ້ນ, ແຕ່ໃນເບື້ອງຕົ້ນ ໄດ້ມີຜະລິດຕະພັນກະເສດສົ່ງອອກໄປຍັງຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງໃນໂລກ ເຊັ່ນ: ດອກໄມ້ຂອງແຂວງເຊີນລາ ເຂົ້າຕະຫຼາດຍີ່ປຸ່ນ, ອົດສະຕຣາລີ; ຜະລິດຕະພັນຊາ ມັດຊະ ຂອງແຂວງລາຍເຈົາ ເຂົ້າຕະຫຼາດລັດເຊຍ, ຍີ່ປຸ່ນ. ໃນອະນາຄົດອັນໃກ້ນີ້, ຜະລິດຕະພັນໝາກ ມະຄາ ຂອງແຂວງລາຍເຈົາຈະມີຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ພ້ອມກັນກັບທົ່ວປະເທດ, ບັນດາແຂວງໃນເຂດພູດອຍຕາເວັນຕົກສຽງເໜືອ ພວມຕັ້ງໜ້າເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ ໄດ້ຮັບການປົວແປງດີຂຶ້ນເລື້ອຍໆ; ຄວາມສາມາດບົ່ມຊ້ອນແລະແຮງບືນຕົວຂຶ້ນດ້ານເສດຖະກິດ ຂອງປະຊາຊົນເຂດພູດອຍ, ເຂດຫ່າງໄກສອກຫຼີກເວົ້າລວມ, ເຂດພູດອຍຕາເວັນຕົກສຽງເໜືອເວົ້າສະເພາະ, ນັບມື້ນັບໄດ້ຮັບການຢືນຢັນຢ່າງແຂງແຮງ. ນີ້ແມ່ນຄວາມເປັນຈິງຂອງຄຸນຄ່າການພັດທະນາເພື່ອມະນຸດຢູ່ຫວຽດນາມທີ່ພິຈາລະນາຈາກແງ່ມູມເສດຖະກິດ.
ທີສອງ, ພ້ອມກັນກັບການພັດທະນາເສດຖະກິດຢ່າໄວວາແລະຍືນຍົງ, ຄຸນຄ່າການພັດທະນາເພື່ອມະນຸດຍັງສະແດງອອກໃນການຮັບປະກັນຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ໄປຄຽງຄູ່ກັບການເຕີບໂຕເສດຖະກິດ.
ໃນໂລກມີຫຼາຍວິທີການພັດທະນາທີ່ຕ່າງກັນ. ບາງປະເທດເລືອກວິທີທີ່ຈະໃຫ້ຄວາມສຳຄັນກັບການເຕີບໂຕກ່ອຍ, ແກ້ໄຂບັນຫາສັງຄົມໃນພາຍຫຼັງ; ບາງປະເທດໄດ້ເນັ້ນໜັກປັດໄຈສັງຄົມເກີນຄວນເຊິ່ງສົ່ງຜົນຕໍ່ເປົ້າໝາຍການເຕີບໂຕ. ປະຕິບັດແນວທາງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, ຫວຽດນາມໄດ້ສົມທົບການເຕີບໂຕທາງເສດຖະກິດ ກັບການຮັບປະກັນຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ຕັ້ງແຕ່ຕົ້ນ ແລະ ໃນຕະຫຼອດຂະບວນການພັດທະນາ. ຄວາມເປັນຈິງຂອງການປ່ຽນແປງໃໝ່ໃນກວ່າ 35 ປີທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າ, ວິທີການພັດທະນາຂອງຫວຽດນາມແມ່ນຖືກຕ້ອງ. ບັນດາຜົນສຳເລັດຂອງການພັດທະນາເສດຖະກິດໄດ້ສ້າງເງື່ອນໄຂ, ເປັນພື້ນຖານໃຫ້ແກ່ການປະຕິບັດແລະຍົກສູງຜົນສຳເລັດໃນຂົງເຂດສັງຄົມ. ບັນດາຜົນສຳເລັດທາງດ້ານການປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ໄດ້ກາຍເປັນແຮງຜັກດັນເພື່ອພັດທະນາເສດຖະກິດຢ່າງຍືນຍົງ. ການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ ບັນລຸຜົນສຳເລັດອັນໃຫຍ່ຫຼວງ, ເຮັດໃຫ້ຫວຽດນາມເປັນໜຶ່ງໃນບັນດາປະເທດ ທີ່ປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດຂອງສະຫະປະຊາຊາດ ຢ່າງສຳເລັດຜົນ, ໄວກວ່າແຜນການ. ສະຫະປະຊາຊາດຕີລາຄາວ່າ ຫວຽດນາມເປັນໜຶ່ງໃນບັນດາປະເທດຕົວແບບໃນການຫຼຸດຜ່ອນຄວາມທຸກຍາກ. ອັດຕາຄອບຄົວທຸກຍາກໃນທົ່ວປະເທດຫຼຸດລົງຢ່າງວ່ອງໄວຕາມຕົວເລກໃນປີ 2016, 2017, 2018, 2019, 2020 ທີ່ 9,2%, 7,9%, 6,8%, 5,7%, 4,8% ຕາມລຳດັບ(4). ເຖິງເດືອນມັງກອນ 2021, ອັດຕາຄອບຄົວທຸກຍາກຕາມເສັ້ນຄວາມທຸກຍາກຫຼາຍມິຕິໃໝ່ຢູ່ຫວຽດນາມ ຫຼຸດລົງເຫຼືອພຽງ 4,8%. ຖ້າທຽບກັບອັດຕາຄອບຄົວທຸກຍາກຂອງຄອບຄົວຫວຽດນາມໃນຊຸມປີ 1990 ກວ່າ 50%, ປະຈຸບັນ, ພາຍຫຼັງ 3 ທົດສະວັດ, ອັດຕາຄອບຄົວທຸກຍາກທົ່ວປະເທດໄດ້ຫຼຸດລົງກວ່າ 10 ເທົ່າ. ໃນນັ້ນ, ອັດຕາຄອບຄົວທຸກຍາກຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ໄດ້ຫຼຸດລົງຢ່າງປະທັບໃຈ. ໂດຍທົ່ວໄປແລ້ວ, ເຂດທົ່ງພຽງແມ່ນ້ຳຂອງ,ເຂດເນີນສູງພາກກາງ, ອັດຕາຄອບຄົວທຸກຍາກຕາມເສັ້ນຄວາມທຸກຍາກຫຼາຍມິຕິໃໝ່ເຖິງເດືອນທັນວາ 2020 ແມ່ນ 4,2% ແລະ 11% ຕາມລຳດັບ. ພ້ອມກັບຜົນການຫຼຸດຜ່ອນຄວາມທຸກຍາກ, ລະດັບຄວາມແຕກຕ່າງຂອງລາຍໄດ້ໃນແງ່ຂອງລາຍໄດ້ສະເລ່ຍຕໍ່ຫົວຄົນ/ເດືອນ ລະຫວ່າງກຸ່ມທີ່ມີລາຍໄດ້ສູງສຸດແລະກຸ່ມທີ່ມີລາຍໄດ້ຕໍ່າສຸດ; ລະຫວ່າງຕົວເມືອງແລະຊົນນະບົດ; ລະຫວ່າງບັນດາເຂດ, ພາກ ແມ່ນມີທ່າອຽງທີ່ຈະຫຼຸດລົງ. ປີ 2020, ການຜັນແຍກລາຍໄດ້ຕາມດັດຊະນີຕໍ່ຫົວຄົນໃນຕົວເມືອງແມ່ນ 5,44 ເທົ່າ, ໃນເຂດຊົນນະບົດແມ່ນ 7,98 ເທົ່າ, ໃນທົ່ວປະເທດແມ່ນ 8,07 ເທົ່າ. ຕົວເລກເຫຼົ່ານີ້ສໍາລັບປີ 2019 ແມ່ນ: 7,2 ເທົ່າ, 9,6 ເທົ່າ, ແລະ 10,2 ເທົ່າ(5). ຄວາມແຕກຕ່າງທາງດ້ານລາຍໄດ້ຕໍ່ຫົວຄົນຕໍ່ເດືອນ ໃນເຂດທີ່ມີຄວາມຫຍຸ້ງຍາກຫຼາຍຢ່າງ ເຊັ່ນ: ເຂດເນີນສູງແລະພູດອຍທາງເໜືອ, ເຂດເນີນສູນພາກກາງ, ເຂດຕາເວັນຕົກພາກໃຕ້, ກໍ່ໃຫ້ເຫັນວ່າ ລະດັບການຜັນແຍກລາຍໄດ້ຖືກຄວບຄຸມເປັນຢ່າງດີ, ສະແດງໃຫ້ເຫັນເຖິງລະດັບຄວາມສະເໝີພາບທາງສັງຄົມທີ່ດີຂຶ້ນ. ໂດຍສະເພາະ, ຄວາມແຕກຕ່າງດ້ານລາຍໄດ້ຕໍ່ເດືອນລະຫວ່າງກຸ່ມລາຍໄດ້ສູງສຸດແລະຕ່ຳສຸດ ຢູ່ເຂດເນີນສູງແລະພູດອຍທາງເໜືອ, ເຂດເນີນສູນພາກກາງ, ເຂດຕາເວັນຕົກພາກໃຕ້ ໃນປີ 2019 ແມ່ນ: 10,1; 10,5; 8,4 ເທົ່າ ຕາມລຳດັບ; ປີ 2020 ແມ່ນ: 9,6; 8,26; 6,92 ເທົ່າ ຕາມລຳດັບ. ລະດັບຄວາມແຕກຕ່າງດ້ານລາຍໄດ້ໃນເຂດ, ພາກ ມີທ່າອຽງທີ່ຈະຫຼຸດລົງ ແມ່ນທ່າອຽງທີ່ດີທີ່ສຸດ ເຊິ່ງໃຫ້ເຫັນເຖິງລະດັບຄວາມສະເໝີພາບທາງສັງຄົມຢູ່ຫວຽດນາມ ໄດ້ຮັບການປັບປ່ຽນໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການພັດທະນາ. ຄ່າສໍາປະສິດຄວາມບໍ່ສະເໝີພາບຂອງລາຍໄດ້ (ຄ່າສໍາປະສິດ GINI) ໃນຂອບເຂດທົ່ວປະເທດ ກໍ່ຄືໃນແຕ່ລະເຂດ, ພາກ, ໂດຍສະເພາະໃນເຂດທີ່ມີຄວາມຫຍຸ້ງຍາກ, ລ້ວນແຕ່ມີທ່າອຽງທີ່ຈະຫຼຸດລົງຕາມເວລາ. ໂດຍສະເພາະ, ຄ່າສໍາປະສິດ GINI ຂອງທົ່ວປະເທດໃນປີ 2018, 2019, 2020 ແມ່ນ: 0,425; 0,423; 0,375 ຕາມລຳດັບ, ສະແດງໃຫ້ເຫັນວ່າ ລະດັບຄວາມສະເໝີພາບທາງດ້ານລາຍໄດ້ນັບມື້ນັບເພີ່ມຂຶ້ນ. ພິຈາລະນາສະເພາະບັນດາເຂດທີ່ຍັງມີຄວາມຫຍຸ້ງຍາກ ກໍ່ເຫັນທ່າອຽງທີ່ກ້າວໜ້າ ເຊັ່ນ: ຄ່າສໍາປະສິດ GINI ຂອງເຂດເນີນສູງແລະພູດອຍທາງເໜືອ ໃນປີ 2018, 2019, 2020 ແມ່ນ: 0,444; 0,438; 0,420 ຕາມລຳດັບ. ຄ່າສໍາປະສິດ GINI ຂອງເຂດເນີນສູງພາກກາງປີ 2018, 2019, 2020 ແມ່ນ: 0,440; 0,443; 0,406 ຕາມລຳດັບ ແລະ ຄ່າສໍາປະສິດ GINI ຂອງເຂດຕາເວັນຕົກພາກໃຕ້ແມ່ນ: 0,400; 0,395; 0,368 ຕາມລຳດັບ(6).
ທີສາມ, ລະດັບຄວາມບໍ່ສະເໝີພາບດ້ານຜົນປະໂຫຍດລະຫວ່າງບັນດາເຂດ, ພາກ ແລະ ທົ່ວປະເທດໄດ້ຫຼຸດລົງເທື່ອລະກ້າວ.
ພ້ອມກັນກັບການປົວແປງທາງດ້ານລາຍໄດ້, ລະດັບອາລະຍະທໍາສະທ້ອນໃຫ້ເຫັນໃນດັດຊະນີທີ່ຢູ່ອາໄສ, ຄວາມສຸກກັບການຊົມໃຊ້ບໍລິການພື້ນຖານ ເຊັ່ນ: ກາດູແລສຸຂະພາບ, ການສຶກສາ, ນ້ຳສະອາດ, ອັດຕາການນໍາໃຊ້ໄຟຟ້າໃນຊີວິດປະຈໍາວັນ, ອັດຕາສ່ວນຄົວເຮືອນທີ່ມີສິ່ງຂອງທີ່ມີຄ່າ ແລະ ເຄື່ອງມືສື່ສານທີ່ທັນສະໄຫມຂອງປະຊາຊົນຫວຽດນາມ ກໍ່ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງໃນທິດທາງທີ່ດີ. ສະເພາະອັດຕາສ່ວນຄົວເຮືອນທີ່ໃຊ້ໄຟຟ້າໃນຊີວິດປະຈໍາວັນຢູ່ເຂດທີ່ຫຍຸ້ງຍາກທີ່ສຸດຂອງປະເທດຄື ເຂດເນີນສູງແລະພູດອຍທາງເໜືອ, ເຂດເນີນສູງພາກກາງ, ເຂດຕາເວັນຕົກພາກໃຕ້ ໃນຊຸມປີມໍ່ໆມານີ້ ສະແດງໃຫ້ເຫັນສັນຍານໃນທາງບວກທີ່ດີຫຼາຍ. ໃນບັນດາເຂດທີ່ກ່າວມາເທິງນີ້, ອັດຕາສ່ວນຄົວເຮືອນທີ່ໃຊ້ໄຟຟ້າໃນຊີວິດປະຈໍາວັນແມ່ນເກີນ 90% ຫາ 99% (7), ປະຊາຊົນເກືອບທັງໝົດໃຊ້ໄຟຟ້າໃນຊີວິດປະຈໍາວັນ. ຄ້າຍຄືກັນກັບຄົວເຮືອມີທີ່ຢູ່ອາໄສ, ນ້ຳສະອາດຖືກຫຼັກອານະໄມ; ອັດຕາສ່ວນຄົວເຮືອນທີ່ມີເຄື່ອງໃຊ້ທົນທານ ແລະຫ້ອງນ້ຳທີ່ມີຄຸນນະພາບ ຢູ່ເຂດດ້ອຍໂອກາດແມ່ນ 95% ຫາ 99% ໃນທຸກພາກພື້ນ ແລະ ທ້ອງຖິ່ນ(8).
ເພື່ອສົ່ງເສີມອາລະຍະທຳສັງຄົມ, ອາລະຍະທຳໃນຊົນນະບົດ, ຍົກສູງລະດັບຊີວິຂອງປະຊາຊົນໃນຊົນນະບົດ, ໂຄງການເປົ້າໝາຍແຫ່ງຊາດເພື່ອສ້າງຊົນນະບົດໃໝ່ ໄດ້ຮັບການຜັນຂະຫຍາຍປະຕິບັດ. ພາຍຫຼັງ 10 ປີແຫ່ງການປະຕິບັດ, “ເຖິງທ້າຍປີ 2019, ມີຫຼາຍກວ່າ 4.800 ຕາແສງບັນລຸມາດຕະຖານຊົນນະບົດໃໝ່, ກວມເອົາ 54% ຂອງ ຈຳນວນຕາແສງ, ສະເລ່ຍທົ່ວປະເທດບັນລຸ 15,7 ມາດຖານ/ຕາແສງ, ບໍ່ມີຕາແສງໃດທີ່ ຕ່ຳກວ່າ 5 ມາດຖານ, ສຳເລັດກ່ອນເວລາ 1,5 ປີ ແລະ ລື່ນກາຍເປົ້າໝາຍ 10 ປີ. (2010-2020). ເຖິງທ້າຍປີ 2020, ມີຫຼາຍກວ່າ 62% ຂອງຈຳນວນຕາແສງບັນລຸມາດຕະຖານຊົນນະບົດໃໝ່ ແລະ 173 ເມືອງບັນລຸມາດຕະຖານຊົນນະບົດໃໝ່”(9). ມາເຖິງປະຈຸບັນ, ທົ່ວປະເທດມີ 100% ຂອງຈຳນວນຕາແສງ ມີເສັ້ນທາງໄປຫາສໍານັກງານຂອງຕາແສງ. ຢຸ່ບັນດາແຂວງເຂດພູດອຍ, ຫ່າງໄກສອກຫຼີກເຊັ່ນ: ເຂດຕາເວັນຕົກສຽງເນືອ, ເຂດເນີນສູງພາກກາງ, ເຂດຕາເວັນຕົກພາກໃຕ້, ເລື່ອງມີເສັ້ນທາງທີ່ແຂງແກ່ນ, ມີລະບົບໂທລະຄົມທີ່ເຊື່ອມໂຍງເຂົ້າກັບຂັ້ນຕາແສງ ໄດ້ປະກອບສ່ວນຊຸກຍູ້ການຄ້າສິນຄ້າ ແລະພັດທະນາການບໍລິການ, ນຳມາເຊິ່ງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບຮັ່ງມີຜາສຸກ, ພັດທະນາບໍລິການ, ສ້າງຊີວິດທີ່ກິນອີ່ມນຸ່ງອຸ່ນແລະມີຄວາມສຸກໃຫ້ແກ່ປະຊາຊົນ. ພີ່ນ້ອງຮ່ວມຊາດບັນດາເຜົ່າທີ່ຫຍຸ້ງຍາກທີ່ສຸດ, ເຊັ່ນ: ຊາວເຜົ່າ ລາຫູ ຢູ່ເຂດຫ່າງໄກສອກຫຼີກແຂວງລາຍເຈົາ ແລະ ຊາວເຜົ່າ ຣຸກ ຢູ່ແຂວງກວ໋າງບິ່ງ ໄດ້ຊົມໃຊ້ຜົນສໍາເລັດຂອງການພັດທະນາ, ຮັກສາເອກະລັກວັດທະນະທຳຊົນເຜົ່າຂອງຕົນໄດ້, ຄຽງບ່າຄຽງໄຫຼ່ກັບບັນດາຊົນເຜົ່າອ້າຍນ້ອງອື່ນ. ຈາກບ່ອນຫາກິນແລະນອນໃນປ່າ, ອີງໃສ່ທຳມະຊາດຄືກັບສະໄໝບູຮານ, ມາເຖິງປະຈຸບັນ ພີ່ນ້ອງຮ່ວມຊາດຊົນເຜົ່າໄດ້ຮູ້ເຖິງໂທລະພາບ, ໂທລະສັບມືຖື, ຢູ່ປະຈຳທີ່, ທຳການຜະລິດເພາະປູກຄົງທີ່ ແລະ ເລີ່ມຕົ້ນສ້າງເສດຖະກິດ, ປັບປຸງລາຍໄດ້. ນັ້ນເປັນການຢືນຢັນອີກເທື່ອໜຶ່ງວ່າ ທິດນຳທີ່ບໍ່ປະໃຫ້ຜູ້ໃດຢູ່ເບື້ອງຫຼັງໃນຂະບວນການພັດທະນານັ້ນ ບໍ່ແມ່ນພຽງຄຳຂວັນ.
ທີສີ່, ການພັດທະນາຜູ້ຄົນໃໝ່ຢ່າງຮອບດ້ານ ກໍ່ປະສົບຜົນສຳເລັດຢ່າງຕໍ່ເນື່ອງ, ປີໜ້າສູງກວ່າປີທີ່ແລ້ວ.
ການສະແດງທ່າອຽງນີ້ແມ່ນ ດັດຊະນີການພັດທະນາມະນຸດຫວຽດນາມ (HDI) ເພີ່ມຂຶ້ນເທື່ອລະກ້າວ. ໂດຍສະເພາະ, ດັດຊະນີການພັດທະນາມະນຸດຫວຽດນາມ ໃນຊຸມປີຜ່ານມາມີດັ່ງນີ້: ປີ 2017: 0,687; ປີ 2018: 0,700; ປີ 2019: 0,703 ແລະປີ 2020: 0,702. ການດູແລສຸຂະພາບຈິດຂອງປະຊາຊົນໄດ້ຮັບການເອົາໃນໃສ່ເປັນພິເສດ, ຈຳນວນໂຮງຮຽນອະນຸບານ, ໂຮງຮຽນສາມັນສຶກສາທຸກລະດັບ ກໍຄືຈຳນວນຄູອາຈານ, ນັກຮຽນນັກສຶກສາ ເພີ່ມຂຶ້ນຢ່າງໄວ ແລະ ໄດ້ຮັບການຍອມຮັບຈາກສາກົນ. ຮອດວັນທີ 30 ກັນຍາ 2020, ທົ່ວປະເທດມີໂຮງຮຽນສາມັນສຶກສາ 26.403 ແຫ່ງ; ໃນນັ້ນ, ຢູ່ເຂດເນີນສູງແລະພູດອຍທາງເໜືອມີ 5.080 ແຫ່ງ; ເຂດເນີນສູງພາກກາງ: 2.117 ແຫ່ງ; ເຂດຕາເວັນຕົກພາກໃຕ້: 4.560 ແຫ່ງ. ດັດຊະນີການພັດທະນາຫ້ອງຮຽນເພີ່ມຂຶ້ນຢ່າງສະໝ່ຳສະເໝີຜ່ານທຸກສົກຮຽນ; ດັດຊະນີການພັດທະນາຫ້ອງຮຽນຊັ້ນປະຖົມໃນສົກຮຽນ 2018-2019 ແມ່ນ 99,6%; ສົກຮຽນ 2019-2020 ແມ່ນ 100,2%; ດັດຊະນີການພັດທະນາຫ້ອງຮຽນຊັ້ນມັດທະຍົມຕອນຕົ້ນໃນສົກຮຽນຄືດັ່ງກ່າວເທິງນີ້ແມ່ນ: 99,0% ແລະ 100,9%; ດັດຊະນີການພັດທະນາຫ້ອງຮຽນຊັ້ນມັດທະຍົມຕອນປາຍແມ່ນ: 100,9% ແລະ 101,7%(10). ໃນຂົງເຂດສາທາລະນະສຸກດູແລສຸຂະພາບ, ໂດຍຜ່ານຈໍານວນຕຽງໂຮງໝໍແລະຈໍານວນທ່ານໝໍ ສາມາດເຫັນໄດ້ວ່າ ວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ. ຖ້າຫາກປີ 2015, ຈຳນວນຕຽງໂຮງໝໍໃນທົ່ວປະເທດບັນລຸພຽງ 306.100 ຕຽງ, ຮອດປີ 2020 ທົ່ວປະເທດບັນລຸ 330.800 ຕຽງ, ເພີ່ມຂຶ້ນສະເລ່ຍຫ້າພັນຕຽງໂຮງໝໍຕໍ່ປີໃນຫຼາຍປີທີ່ຜ່ານມາ. ເຊັ່ນດຽວກັນ, ຈໍານວນທ່ານໝໍຕາມເຂດ, ພາກ ກໍ່ໄດ້ໃຫ້ເຫັນການປັບປຸງຢ່າງຕັ້ງໜ້າ. ສະຖິຕິໃນປີ 2020 ສະແດງໃຫ້ເຫັນວ່າ ທົ່ວປະເທດມີທ່ານໝໍທັງໝົດ 96.229 ຄົນ; ໃນນັ້ນ, ເຂດເນີນສູງແລະພູດອຍທາງເໝືອ: 14.436 ຄົນ; ເຂດເນີນສູງພາກກາງ: 4.671 ຄົນ ແລະເຂດຕາເວນຕົກພາກໃຕ້: 16.340 ຄົນ(11). ອັດຕາສ່ວນຂອງເດັກນ້ອຍອາຍຸຕ່ຳກວ່າ 1 ປີທີ່ໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນ ແມ່ນຢູ່ໃນກຸ່ມປະເທດທີ່ມີອັດຕາສູງຂອງໂລກ. ໃນເກືອບທຸກເຂດ ພາກ, ກໍ່ຄືໃນທົ່ວປະເທດ, ອັດຕາສ່ວນຂອງເດັກນ້ອຍອາຍຸຕ່ຳກວ່າ 1 ປີທີ່ໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນ ແມ່ນສູງກວ່າ 96%(12). ການພັດທະນາແລະລັກສະນະດີເດັ່ນຂອງລະບົບສາທາລະນະສຸກ, ການເບິ່ງແຍງສຸຂະພາບຂອງປະຊາຊົນ ໄດ້ຮັບການສົ່ງເສີນຂອງສູນກາງຈົນເຖິງຮາກຖານ. ໂດຍສະເພາະຢ່າງຍິ່ງ ໃນສະພາບການລະບາດຂອງໂຄວິດ-19 ທີ່ກຳລັງເກີດຂຶ້ນຢ່າງສັບສົນ, ລັກສະນະຄວາມດີເດັ່ນຂອງລະບົບສາທາລະນະສຸກສະແດງອອກຢ່າງຈະແຈ້ງ ໃນຄວາມສາມາດລະດົມຖັນແຖວທ່ານໝໍທ່ານແພດທັງໝົດ, ກໍ່ຄືອຸປະກອນວັດຖຸເພື່ອປິ່ນປົວ ແລະເບິ່ງແຍງສຸຂະພາບຂອງປະຊາຊົນ.
ທີຫ້າ, ການຮັກສາ ແລະ ສ້າງສັງຄົມທີ່ມີຄວາມອຸດົມສົມບູນທາງວັດທະນະທໍາ, ມີຄວາມເມຕາ, ຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ ມຸ່ງສູ່ບັນດາຄຸນຄ່າທີ່ກ້າວໜ້າ ແລະມະນຸດອາລະຍະທຳ.
ປະຊາຄົມ 54 ຊົນເຜົ່າອ້າຍນ້ອງໃນບ້ານທົ່ວປະເທດຫວຽດນາມ ແມ່ນອຸດົມສົມບູນດ້ວຍເອກະລັກວັດທະນະທຳ. ເອກະລັກວັດທະນະທຳຂອງແຕ່ລະຊົນເຜົ່າ ຍາມໃດກໍ່ໄດ້ຮັບການເອົາໃຈໃສ່ອະນຸລັກຮັກສາ ແລະ ເຊີດຊູບັນດາຄຸນຄ່າອັນດີງາມ. ຮີດຄອງປະເພນີແຫ່ງຄວາມຮັກແພງເຊິ່ງກັນແລະກັນ ແລະ ຄວາມເຄົາລົບຮັກແພງເຊິ່ງກັນແລະກັນ ໄດ້ຮັບການສະຫຼຸບ ແລະ ໄດ້ຮັບການສືບທອດເປັນມູນເຊືອຜ່ານຫຼາຍລຸ້ນຄົນ. “ແຜ່ນແພກ້ອມຖະໜອມຄຸນຮ້ານແຫວ່ນ. ຄົນຢູ່ໃນໜຶ່ງແຄວ້ນຈົ່ງແພງໝັ້ນຮັກກັນ” ກາຍເປັນເສັ້ນສາຍຈິດວິນຍານອັນລ້ຳຄ່າ ເພື່ອຜູກພັນ, ໃຫ້ຄວາມຮັກ, ແບ່ງປັນ ແລະດູແລຊ່ວຍເຫຼືອທຸກເວລາ, ທຸກບ່ອນ. ໃນທຸກວັນນີ້, ເມື່ອທົ່ວປະເທດສຸມກຳລັງວັງຊາແລະຄວາມພະຍາຍາມ ເພື່ອປ້ອງກັນຕ້ານແລະຮັບມືກັບພະຍາດໂຄວິດ-19, ນ້ຳໃຈສາມັກຄີ ແລະ ຄວາມຮັກແພງ ຊ່ວຍເຫຼືອເຊິ່ງກັນແລະກັນ ນັບມື້ນັບສະແດງອອກຢ່າງຈະແຈ້ງກວ່າເວລາໃດໝົດ. ການແບ່ງປັນເຂົ້າປາອາຫານແລະເຄື່ອງນຸ່ງຫົ່ມລະຫວ່າງປະຊາຊົນທຸກຊັ້ນຄົນ ດ້ວຍຈິດໃຈກຸສົນ; ມີຕົວຢ່າງຂອງທ່ານໝໍແລະປະຊາຊົນເບິ່ງແຍງພີ່ນ້ອງຮ່ວມຊາດ, ຜູ້ທີ່ຢູ່ໃນສະພາບທີ່ຫຍຸ້ງຍາກ, ຫຼາຍກວ່າການດູແລຕົນເອງແລະຄອບຄົວ. ການໃຫ້ຄວາມຮັກ, ຄວາມເອົາໃຈໃສ່ ແລະການແບ່ງປັນໂດຍສະໝັກໃຈ ກາຍເປັນຄຸນຄ່າຕາມທຳມະຊາດໃນສາຍເລືອດຂອງຊາວຫວຽດນາມທຸກຄົນ. ເຖິງແມ່ນໃນໄລຍະທີ່ຍາກທີ່ສຸກໃນການປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ໃນຖານະຜູ້ນຳສູງສຸດຂອງພັກ, ທ່ານເລຂາທິການໃຫຍ່ໄດ້ຮຽກຮ້ອງໃຫ້ປະຊາຊົນທັງຊາດສາມັກຄີກັນ ເພື່ອຕ້ານການແຜ່ລະບາດຂອງໂຄວິດ-19. ຕອບສະຫນອງຕໍ່ການຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະຊາຊົນຫວຽດນາມໃນທຸກໆທ້ອງຖິ່ນ ພວມລະດົມການເຄື່ອນໄຫວເພື່ອຊ່ວຍເຫຼືອແລະແບ່ງປັນກັບຜູ້ທີ່ຢູ່ໃນໃຈກາງຂອງການແຜ່ລະບາດຂອງພະຍາດ. ຊາວຫວຽດນາມອາໄສຢູ່ຕ່າງປະເທດກໍ່ທ້ອນໂຮມເງິນແລະສົ່ງການດູແລ, ໃຫ້ກຳລັງໃຈ, ປະກອບສ່ວນ, ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນທ້ອງຖິ່ນທີ່ພວມຖືກຜົນກະທົບຂອງພະຍາດລະບາດ. ບັນດາຄຸນຄ່າອັນສູງສົ່ງແລະມະນຸດສະທຳສະແດງອອກໃນທຸກບາດກ້າວການພັດທະນາ ແລະ ຕະຫຼອດຂະບວນການພັດທະນາຕາມທິດທາງສັງຄົມນິຍົມ ເພື່ອປະຊາຊົນຫວຽດນາມ.
ທີຫົກ, ການເບິ່ງແຍງຮັກສາສະພາບແວດລ້ອມທາງນິເວດວິທະຍາ, ຖືສະພາບແວດລ້ອມທາງນິເວດວິທະຍາແມ່ນທ່າແຮງຊີວິດຂອງມະນຸດ.
ໃນຕະຫຼອດຂະບວນວິວັດການພັດທະນາ, ໂດຍສະເພາະໃນຊຸມປີທີ່ຜ່ານມາມໍ່ນີ້, ພັກແລະລັດໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ ນະໂຍບາຍ, ປະຕິບັດມາດຕະການທີ່ຕັ້ງໜ້າຫຼາຍຢ່າງເພື່ອປົກປັກຮັກສາສິ່ງແວດລ້ອມ. ພ້ອມກັນກັບພັກແລະລັດ, ປະຊາຊົນດ້ວຍຈິດສຳນຶກໃນຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມຂອງຕົນ ໄດ້ເຂົ້າຮ່ວມຢ່າງເປັນປະຈຳຕັ້ງໜ້າໃນຂະບວນການຮັກສາສະພາບແວດລ້ອມການດໍາລົງຊີວິດ. ຂະບວນການປູກຕົ້ນໄມ້ ຮັກສາປ່າໄມ້ ໄດ້ຮັບການຍູ້ແຮງ. ງານບຸນປູກຕົ້ນໄມ້ແມ່ນຄວາມງາມທີ່ເປັນເອກະລັກສະເພາະຂອງຫວຽດນາມ. “ສະເລ່ຍແຕ່ລະປີໃນທົ່ວປະເທດປູກຕົ້ນໄມ້ລວມສູນໄດ້ 279.900 ເຮັກຕາ, ໃນນັ້ນ 94% ແມ່ນປ່າເພື່ອຜະລິດ”(13), ທີ່ມີຄຸນຄ່າເສດຖະກິດສູງ. ບັນດາຂະບວນການປະຊາຊົນສະໝັກໃຈທໍາຄວາມສະອາດແມ່ນ້ຳ, ທະເລ, ສິ່ງແວດລ້ອມທີ່ດິນ ໄດ້ຮັບການຂະຫຍາຍກວ້າງ. ບໍ່ພຽງແຕ່ເອົາໃຈໃສ່ເບິ່ງແຍງສະພາບແວບລ້ອມພາຍໃນປະເທດເທົ່ານັ້ນ, ຫວຽດນາມຍັງເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດການຮັກສາສະພາບແວດລ້ອມ ດ້ວຍການເຂົ້າຮ່ວມໃນບັນດາສົນທິສັນຍາສາກົນກ່ຽວກັບການຮັກສາສະພາບແວດລ້ອມ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ນີ້ແມ່ນຕົວຢ່າງທີ່ມີພະລັງແທ້ໆໃນການສະແດງຄຸນຄ່າທີ່ແທ້ຈິງຂອງສັງຄົມນິຍົມໃນຂະບວນການພັດທະນາຂອງປະເທດເຮົາ, ບໍ່ພຽງແຕ່ໄດ້ເບິ່ງແຍງຮັກສາຊີວິດການເປັນຢູ່ຂອງປະຊາຊົນໃນປະຈຸບັນເທົ່ານັ້ນ, ຫາກຍັງຮັກສາຊີວິດຂອງຄົນລຸ້ນຫຼັງ./.
-------------------------
(1) ຫງວຽນຝູຈ້ອງ: “ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມໃນຫວຽດນາມ”, ວາລະສານກອມມູນິດ, ສະບັບເລກທີ 966, ເດືອນພຶດສະພາ 2021, ໜ້າ 5 – 6.
(2) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ II, ໜ້າ 9.
(3) ເບິ່ງ: ກົມໃຫຍ່ສະຖິຕິ: ປື້ມສະຖິຕິປະຈຳປີ 2020, ສພຈ ສະຖິຕິ, ຮ່າໂນ້ຍ, 2021, ໜ້າ 246.
(4), (5), (6) ເບິ່ງ: ກົມໃຫຍ່ສະຖິຕິ: ປື້ມສະຖິຕິປະຈຳປີ 2020, ປຶ້ມທີ່ໄດ້ແນະນຳ, ໜ້າ 879, 853, 872.
(7), (8) ເບິ່ງ: ກົມໃຫຍ່ສະຖິຕິ: ປື້ມສະຖິຕິປະຈຳປີ 2020, ປຶ້ມທີ່ໄດ້ແນະນຳ, ໜ້າ 888, 884 – 897.
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ II, ໜ້າ 23.
(10), (11), (12) ເບິ່ງ: ກົມໃຫຍ່ສະຖິຕິ: ປື້ມສະຖິຕິປະຈຳປີ 2020, ປຶ້ມທີ່ໄດ້ແນະນຳ, ໜ້າ 777, 840, 841.
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ II, ໜ້າ 23.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 972 (ເດືອນສິງຫາ 2021)