ວກ. - ​ໃນ​ສະພາບ​ການທີ່​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 ກຳລັງພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງຂວາງຕໍ່​ທຸກຂົງ​ເຂດຂອງ​ຊີວິດ​ສັງຄົມນັ້ນ, ການ​ສ້າງ​ຮູບ​ພາບຂອງ​ຊາດ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຄວາມ​ສົນ​ໃຈ​ທີ່​ສຸດ​ ຂອງ​ຫຼາຍ​ປະ​ເທດ​ທົ່ວ​ໂລກ. ການ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ເພື່ອ​​ເສີມ​ສ້າງກຳລັງ​ແຮງຊ້ອນ​ແຝງທາງດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ໜຶ່ງ​ໃນ​ທິດ​ທາງ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ນີ້​ຢ່າງ​ມີ​ປະສິດທິ​ຜົນ.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ້ງ ເຮັດວຽກກັບບັນດານັກທຸລະກິດຍີ່ປຸ່ນ ໃນຂົງເຂດການປ່ຽນດິຈີຕອນ ຢູ່ນະຄອນຫຼວງໂຕກຽວ, ຍີ່ປຸ່ນ, ວັນທີ 24 ພະຈິກປີ 2021 _ພາບ: TTXVN

ຜົນສຳເລັດຂອງການຮ່ວມມືສາກົນ​ດ້ານວິທະຍາສາດ-ເຕັກໂນໂລຊີ

ການຮ່ວມມືສາກົນດ້ານວິທະຍາສາດ-ເຕັກໂນໂລຊີ ​ໄດ້​ແລະ​ພວມ​ປະກອບສ່ວນຫຼາຍ​ພໍ​ຄວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີກຳລັງ​ແຮງ​ຊ້ອນ​ແຝງ, ຍົກສູງລະດັບການຄົ້ນຄວ້າ ​ແລະ ພິ​ເສດ​ແມ່ນ ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາວິທະຍາສາດ-ເຕັກໂນໂລຊີ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ຫວຽດນາມ. ດ້ວຍ​ການ​ພັດທະນາ​ທາງ​ດ້ານ​ຂະໜາດ ຮູບ​ການ ​ແລະ ​ເນື້ອ​ໃນ,  ປະຈຸ​ບັນ ຫວຽດນາມ​ເປັນ​ສະມາຊິກ​ຂອງ​ເກືອບ 100 ອົງການ​ຈັດ​ຕັ້ງ​ສາກົນ​ເພື່ອ​ຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ; ມີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ກັບກວ່າ 90 ​ປະ​ເທດ, ດິນ​ແດນ ແລະ ອົງ​ການ​ຈັດ​ຕັ້ງ​ສາກັນ​; ຫຼາຍ​ກວ່າ 80 ສົນທິສັນຍາ​ແລະຂໍ້​ຕົກລົງ​ສາກົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ໃນ​ລະດັບ​ລັດຖະບານ​ແລະລັດຖະມົນຕີ​ ໄດ້​ຮັບ​ການ​ລົງ​ນາມ​ແລະປະຕິບັດ. ​ບັນດາ​ສາຍ​ພົວພັນ​ຮ່ວມມື​ໃນ​ຂົງ​ເຂດວິທະຍາສາດ-ເຕັກໂນໂລຊີ​ໄດ້​ຮັບ​ການ​ປັບປຸງຕາມ​ທິດ​ເພີ່ມ​ຄວາມ​ຫຼາກ​ຫຼາຍ ​ແລະ ຫຼາຍ​ທິດ​ຫຼາຍ​ຝ່າຍ; ດ້ານ​ໜຶ່ງ, ສືບ​ຕໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ແບບ​ດັ້ງ​ເດີມ​ໄວ້, ​ເຊັ່ນ​ກັບລັດ​ເຊຍ, ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ...; ຄຽງ​ຄູ່​ກັນ​ນັ້ນ, ສ້າງ​ຕັ້ງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ໃໝ່​ ກັບ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້, ອາ​ຟຼິກກາ, ຕາ​ເວັນ​ອອກ​ກາງ...

ກ່ຽວ​ກັບ​ຂະໜາດຂອງ​ການ​ຮ່ວມ​ມື:

​ແຕ່​ປີ 2000 ມາ​ເຖິງ​ດຽວ​ນີ້, ມີ​ສັນຍາ​ແລະ​ຂໍ້​ຕົກລົງ​ຫຼາຍ​ກວ່າ 600 ສະບັບ​ ວ່າ​ດ້ວຍການ​ຮ່ວມມືສາກົນດ້ານວິທະຍາສາດ-ເຕັກໂນໂລຊີ ລະຫວ່າງ​ຫວຽດນາມ​ ແລະ ບັນດາຄູ່​ຮ່ວມມື​ ໄດ້ຮັບ​ການປະຕິບັດ​ໃນສະຖານທີ່ຄົ້ນຄ້ວາທຸກລະດັບ; ມີ​ກິດຈະກຳຄົ້ນ​ຄ້​ວາ​ສອງ​ຝ່າຍ​ຫຼາຍ​ກວ່າ 500 ກິດຈະກຳ​ ລະ​ຫວ່າງບັນດາ​ອົງການວິທະຍາສາດ-ເຕັກໂນໂລຊີຂອງຫວຽດນາມ ກັບອົງ​ການ​ວິທະຍາສາດ-ເຕັກໂນໂລຊີຂອງ​ບັນດາ​ປະ​ເທດ ​ໄດ້​ແລະ​ພວມ​ໄດ້​ຮັບ​ການ​ປະຕິບັດ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ບັນລຸ​ເປົ້າ​ໝາຍ​ແກ້​ໄຂບັນດາ​ໜ້າ​ທີ່ວິທະຍາສາດ-ເຕັກໂນໂລຊີ​​ໃນ​ລະດັບ​ສາກົນ; ​ເພີ່ມທະວີ​ຊັບພະຍາກອນ​ຂໍ້​ມູນຂ່າວສານວິທະຍາສາດ-ເຕັກໂນໂລຊີ​ ໃຫ້​ບັນດາ​ນັກວິທະຍາສາດ​ຫວຽດນາມ ​ແລະ ນັກວິທະຍາສາດ​ຫວຽດນາມ​​ໄດ້ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ຈາກ​ຕ່າງປະ​ເທດ​ເທື່ອ​ລະ​ກ້າວ, ຍົກ​ສູງ​ຄວາມ​ສາມາດ​ດ້ານ​ເຕັກ​ໂນ​ໂລ​ຊີຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ຜ່ານ​ນັ້ນ, ຍົກ​ສູງ​ຄຸນ​ນະພາ​ບ​ແລະຄວາມ​ສາມາດ​ ໃນ​ການ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ​ຫວຽດນາມ.

ກ່ຽວ​ກັບ​ຮູບ​ການ ​ແລະ ​ເນື້ອ​ໃນຂອງ​ການ​ຮ່ວມ​ມື:

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຮູບ​ການ​ຮ່ວມ​ມື​ສາກົນ​ດ້ານວິທະຍາສາດ-ເຕັກໂນໂລຊີຂອງ​ຫວຽດນາມ​ນັບ​ມື້​ນັບ​ຫຼາກ​ຫຼາຍ, ອຸດົມສົມບູນ, ​ເຂົ້າ​ສູ່​ເນື້ອ​ແທ້. ຈາກ​ການ​ລົງ​ນາມ​ໃນ​ສົນທິສັນຍາ, ຂໍ້ຕົກລົງ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕາມ “ລວງ​ກວ້າງ”, ຫວຽດນາມ​ຄ່ອຍໆ ​ກ້າວ​ເຂົ້າ​ສູ່​ໄລຍະ​ການ​ຜັນ​ຂະຫຍາຍ​ປະຕິບັດ​ ບັນດາ​ເນື້ອ​ໃນ​ຂອງ​ສົນທິ​ສັນຍາ ​ແລະ ຂໍ້​ຕົກລົງ​ທີ່​ກ່າວ​ຂ້າງ​ເທິງ ​ໃຫ້​ປະກົດ​ເປັນ​ຈິງຕາມ “​ລວງເລິກ”. ຈາກ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ, ງານ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ, ການ​ແລກ​ປ່ຽນ​ຜູ້​ຊ່ຽວ​ຊານ, ​ເອກະສານ ​ແລະ ຂໍ້ມູນຂ່າວສານວິທະຍາສາດ, ຫວຽດນາມ​ໄດ້​ກ້າວ​ໄປ​ສູ່​ການຜັນ​ຂະຫຍາຍ​​ບັນດາ​ໂຄງການ​ຄົ້ນ​ຄ້ວາ​ຮ່ວມ, ຖ່າຍ​ທອດ​ຜົນ​ການ​ຄົ້ນ​ຄ້ວາ, ຖ່າຍທອດ​ເຕັກ​ໂນ​ໂລ​ຊີ, ປະຕິບັດ​ບັນດາ​ຫົວ​ຂໍ້​ຄົ້ນຄວ້າ ​ແລະ ບັນດາ​ໂຄງການຄົ້ນຄວ້າ ​ໂດຍ​ມີ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ໃນປະ​ເທດ​ຄູ່​ຮ່ວມ​ມື.

ບັນດາ​ເນື້ອ​ໃນການ​ຮ່ວມ​ມື​ແມ່ນ​ມາ​ຈາກ​ຄວາ​ມຮຽກຮ້ອງ​ຕ້ອງ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ຫວຽດນາມ, ແກ້​ໄຂ​ບັນຫາ​ຮີບ​ດ່ວນ​ໄດ້​ເປັນ​ຈຳນວນ​ຫຼາຍ, ຕັ້ງໜ້າ​ຮັບ​ໃຊ້​ໃຫ້​ແກ່​ການ​ຫັນ​ເປັນ​ອຸດສາຫະກຳ​ແລະທັນ​ສະ​ໄໝ. ​ໃນ​ປີ 2020, ຍ້ອນ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ທົ່ວ​ໂລກ, ລັດຖະບານ​ຫວຽດນາມ​ໄດ້​ເພີ່ມ​ລາຍ​ຈ່າຍ​ງົບປະມານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະ ຟື້ນ​ຟູ​ເສດຖະກິດ-ສັງຄົມ, ດັ່ງ​ນັ້ນ​ ລະດັບການໃຊ້ຈ່າຍທາງດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ຈຶ່ງ​ຫຼຸດ​ລົງ.

​ໃນ​ການ​ຮ່ວມ​ມື​ສາກົນ​​ດ້ານວິທະຍາສາດ-ເຕັກໂນໂລຊີ, ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ໄດ້​ຮັບ​ມອບ​ໝາຍ​ໃຫ້ເປັນເຈົ້າການ ແລະ ປະສານ​ສົມທົບ​ກັບ​ບັນດາ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ ​ເພື່ອ​ໃຫ້​ຄຳ​ແນະນຳ​ແກ່​ລັດຖະບານ, ສະ​ເໜີ ​ແລະ ຊຸກຍູ້​ຂະ​ບວນການ​ນີ້. ຜ່ານສິ່ງ​ດັ່ງກ່າວ, ຫຼາຍ​ວິ​ທີ​ແກ້​ໄຂ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝຈາກ​ບັນ​ດາ​ປະ​ເທດ​ມະຫາ​ອຳ​ນາດ​ດ້ານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ ເຊັ່ນ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຝ​ຣັ່ງ, ເຢຍ​ລະ​ມັນ, ອົດ​ສະ​ຕຣາ​ລີ...(1) ໄດ້​ຖືກໂອນມາ​ໃຫ້​ຫວຽດ​ນາມ. ຄວາມ​ຮູ້​ດ້ານວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃໝ່​ຫຼາຍ​ຢ່າງ ​ໄດ້​ຮັບ​ການ​ດູດຊຶມ​ແລະນຳ​ໃຊ້​ໂດຍ​ນັກວິທະຍາສາດ​ຫວຽດນາມ ​ແລະ ນັກວິທະຍາສາດ​ຫວຽດນາມຄ່ອຍໆ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ຊັ້ນ​ສູງ​ບາງ​ຢ່າງ​, ​ເຮັດ​ໃຫ້​ເວລາ​ຄົ້ນຄວ້າ​​ໃນ​ປະ​ເທດ​ສັ້ນ​ລົງ, ຮັບ​ໃຊ້ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ ​ແລະ ​ຄວາມໝັ້ນຄົງ; ພ້ອມ​ກັນ​ນັ້ນ, ປະກອບສ່ວນ​ອົບ​ຮົບ​ສຶກສາ​ແຫຼ່ງບຸກຄະລາ​ກອນ, ຍົກ​ສູງ​ລະດັບ​ການ​ຄົ້ນ​ຄວາ ​ແລະ ການ​ຄຸ້ມ​ຄອງ​ຂອງ​ຖັນ​ແຖວ​ພະນັກງານວິທະຍາສາດ-ເຕັກໂນໂລຊີ​ໃນ​ປະ​ເທດ, ​ເຂົ້າ​ເຖິງ​ກັບ​ລະດັບ​ສາກົນ, ປະກອບສ່ວນຍົກລະດັບ​ໂຄງ​ສ້າງພື້ນຖານທາງ​ເຕັກນິກ, ​ເພີ່ມ​ທະວີ​ພື້ນຖານ​ວັດຖຸໃຫ້​ແກ່​​ສູນ​ຄົ້ນຄວ້າ​ແລະພັດທະນາ​ໃນ​ປະ​ເທດຈຳນວນ​ໜຶ່ງ.

ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ການຮ່ວມ​ມື:

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ຮ່ວມ​ມື​​ດ້ານວິທະຍາສາດ-ເຕັກໂນໂລຊີ​ໄດ້​​ເປີດ​ກວ້າງ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍຂົງ​ເຂດ​ເຊັ່ນ: ວິທະຍາສາດ​ທຳ​ມະ​ຊາດ (ການຍົກ​ສູງ​ລະດັບ​ວິທະຍາສາດ, ການນຳ​ໃຊ້ຊັບພະຍາກອນທຳ​ມະ​ຊາດຢ່າງ​ສົມ​ເຫດ​ສົມ​ຜົນ, ການປົກ​ປ້ອງສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ), ວິທະຍາສາດ​ສັງຄົມ-ມະນຸດ​ອາລະຍະທຳ​ (ສະໜອງ​ຫຼັກ​ຖານ​ວິທະຍາສາດ​ຮັບ​ໃຊ້​ການ​ກຳນົດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ນະ​ໂຍບາຍ​ຂອງ​ລັດ), ວິທະຍາສາດ-ເຕັກໂນໂລຊີ (ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ປະສິດທິ​ຜົນ ​ແລະ ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ຮັບ​ໃຊ້​ຈຸດປະສົງ​ສາທາລະນະ).

- ກ່ຽວ​ກັບ​ວິທະຍາສາດທຳ​ມະ​ຊາດ: ​ໂຄງການ​ຮ່ວມ​ມື​ສາ​ກົນ​ດ້ານ​ວິທະຍາສາດ-​ເຕັກໂນໂລຊີສ່ວນ​ໃຫຍ່ ​ລະຫວ່າງ​ຫວຽດນາມກັບ​ບັນດາ​ຄູ່​ຮ່ວມ​ມື ແມ່ນ​ຂຶ້ນ​ກັບ​ຂົງ​ເຂດ​ວິທະຍາສາດທຳມະ​ສາດ. ​ໂຄງການ​ຮ່ວມ​ມື​ສາກົນ​​ດ້ານວິທະຍາສາດທຳມະ​ສາດຫຼາຍ​ໂຄງການ​ ໄດ້​ບັນລຸ​ຜົນສຳ​ເລັດ​ເຊັ່ນ: ​ໂຄງການ​​ເຕັກ​ໂນ​ໂລ​ຊີ​ອາ​ມີ​ລາ​ດາອຸດ​ສາ​ຫະ​ກໍາ​​ໃນ​ການ​ປຸງ​ແຕ່ງ​ສະ​ບຽງ​ອາ​ຫານ ​ແລະ ​ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ ຂອງ​ເຍຍ​ລະ​ມັນ​​, ເຕັກ​ໂນ​ໂລ​ຊີ​ສາຍ​ພັນ​ເຊື້ອ​ລາ​ທີ່​ນໍາ​ໃຊ້​ໃນ​ອຸດ​ສາ​ຫະ​ກໍາ​ເຄ​ມີ ​ແລະ ​ໃນ​ອຸດ​ສາ​ຫະ​ກໍາ​ການ​ແພດ​, ເຕັກໂນໂລຊີການຜະລິດວັດສະດຸຄອມ​ໂພສິດກາກບອນ; ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ​ອານົນ​ເປັນ​ກາງສໍາ​ລັບ​ການ​ລ້ຽງ​ກຸ້ງ​, ການ​ປະ​ເມີນ​ຜົນ​ເສຍ​ຫາຍ​ດ້ານ​ສິ່ງ​ແວດ​ລ້ອມ​ທີ່​ເກີດ​ຈາກ​ການ​ລ້ຽງ​ກຸ້ງ​ຢູ່​ບາງ​ເຂດ​ແຄມ​ທະ​ເລ... ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີການ​ສຳ​ຫຼວດ​ໄລຍະ​ໄກ ແລະ ລະ​ບົບ​ຂໍ້​ມູນ​ທາງ​ພູມ​ສາດ​ຈຳນວນ​ຫຼາຍ ໄດ້​ສ້າງ​ແຜນ​ທີ່ສະ​ເພາະ​ເລື່ອງ ​ສຳ​ລັບ​ການ​ວາງ​ແຜນດ້ານ​ສິ່ງ​ແວດ​ລ້ອມ​ ເພື່ອ​ການພັດ​ທະ​ນາ​ແບບ​ຍືນ​ຍົງ​​ໃນເຂດ​​ແຄມທະ​ເລ​ຂອງ​ຫວຽດ​ນາມ; ການຄົ້ນຄວ້າເພື່ອລະບຸ​ເຊື້ອ​ແບັກ​ທີ​ເຣຍທີ່ກໍ່​ໃຫ້​ເກີດພະຍາດ​ຂອງ​ກຸ້ງ​ໃນ​ເຂດ​ແຄມ​ທະ​ເລ; ການ​ຄົ້ນຄວ້າ​ປະສົມ​ພັນ​ປາ​ໄນ​ດ້ວຍ​ຍີ​ນຮອຣ໌​ໂມນ​ການ​ເຕີບ​ໂຕ​ແບບຣິຄອມ​ບິ​ແນນ​ທີ່​ມີ​ອັດຕາ​ເຕີບ​ໂຕ​ໄວ; ເສີມສ້າງຄວາມທົນທານ ແລະ ປັບປຸງຄຸນນະພາບຂອງແນວພັນເຂົ້າ ດ້ວຍເຕັກໂນໂລຊີຊີວະພາບພືດ; ການບຳບັດນ້ຳກຣ່ອຍເພື່ອຊີວິດປະຈຳວັນຂອງ​ຊາວ​ແຄມ​ທະ​ເລ; ແບບຈຳລອງການນໍາໃຊ້ພະລັງງານແສງຕາເວັນສໍາລັບເຂດຫ່າງໄກສອກຫຼີກ, ການຜະລິດຜະລິດຕະພັນຈຸລິນຊີ...(2).

ຈາກ​ນັ້ນ​ສາມາດ​ເຫັນ​ວ່າ, ​ໂຄງການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ທຳ​ມະ​ຊາດ​ສ່ວນ​ຫຼາຍ​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ເຄມີ, ວັດສະດຸ​ໃໝ່; ສອດຄ່ອງ​ກັບ​ເປົ້າ​ໝາຍ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ​ແລະ​ທັນ​ສະ​ໄໝ, ຜ່ານ​ນັ້ນ, ຊ່ວຍ​ໃຫ້​ຂະ​ແໜງ​ການ​ກະສິກຳ​ພັດທະນາ​ຕາມ​ທິດທັນ​ສະ​ໄໝ, ຍົກ​ສູງ​ສະມັດ​ຕະພາບ​ແລະ​ຄຸນ​ນະພາ​ບ, ມຸ່ງ​ສູ່​ການ​ພັດທະນາ​ແບບ​ຍືນ​ຍົງ. ຄຽງ​ຂ້າງ​ນັ້ນ, ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ມາດ​ຕະ​ຖານ​ການ​ວັດ​ແທກ​ຄຸນ​ນະ​ພາບ​ແລະ​ຊັບ​ສິນ​ທາງ​ປັນ​ຍາ, ການ​ປ້ອງ​ກັນ ​ຄວບ​ຄຸມ ​ແລະ ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ທີ່​ເກີດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກໍ​ໄດ້​ປະກອບສ່ວນ​ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ບັນດາການ​ຈັດ​ຕັ້ງ​ສາກົນ​ທີ່​ຫວຽດນາມ​ເຂົ້າ​ຮ່ວມ​ເຊັ່ນ: ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ (AFTA), ສັນຍາ​ການ​ຄ້າ​ຫວຽດນາມ - ສະຫະລັດ​ອາ​ເມ​ລິ​ກາ (BTA), ອົງການ​ການ​ຄ້າ​ໂລກ (WTO), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC)...

- ກ່ຽວ​ກັບວິທະຍາ​ສາດ​ສັງຄົມ - ມະນຸດ​ອາລະຍະ​ທຳ​​ໂດຍ​ທົ່ວ​ໄປ​ແລ້ວ ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ນີ້​ຍັງ​ຖືກ​ຈຳກັດ. ​ໂຄງການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ​ສັງຄົມ - ມະນຸດ​ອາລະຍະທຳ​ສ່ວນ​ຫຼາຍ​ແມ່ນ​ໃນ​ຂອບ​ເຂດ​ພະຫຸ​ພາຄີ​ເຊັ່ນ: ​ໂຄງການ​ສ້າງ​ຂອບ​ພື້ນຖານ​ເສດຖະກິດ​ພູມ​ປັນຍາ​ຫວຽດນາມ ​ທີ່ໄດ້​ຮັບ​ທຶນ​ສະໜັບສະໜູນ ຈາກ​ອົງການ​ການ​ສຶກສາ ວິທະຍາສາດ ​ແລະ ​ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO), ​ໂຄງການ​ພັດທະນາ​ແຫ່ງ​ສະຫະ​ປະຊາ​ຊາດ (UNDP), ບັນດາ​ກອງ​ທຶນ ທຶນ​ການ​ສຶກສາ​ຂອງ​ລັດຖະບານ ​ແລະ ບາງ​ອົງການ​ຈັດ​ຕັ້ງ​ວິທະຍາສາດ, ​ເຄືອ​ຂ່າຍ​ການ​ຄົ້ນຄວ້າ​ບາງ​ຂົງ​ເຂດ​ທີ່ສຳຄັນ ຂອງພາກພື້ນ ແລະ ປະເທດທີ່ພັດທະນາແລ້ວ...

- ກ່ຽວ​ກັບວິທະຍາສາດ-ເຕັກໂນໂລຊີ: ຄຽງ​ຄູ່​ກັນ​ກັບວິທະຍາສາດທຳ​ມະ​ຊາດ, ນີ້​ແມ່ນ​ຂົງ​ເຂດທີ່​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ຄູ່​ຮ່ວມ​ມື​ທະວິ​ພາຄີ​ແລະພະຫຸ​ພາຄີຈຳນວນ​ຫຼາຍ. ຜ່ານ​ການ​ຮ່ວມ​ມື​ສາກົນ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດນາມ​ໄດ້ຄ່ອຍໆ​ເຂົ້າ​ໃກ້ລະດັບ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ​ໃນ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ, ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ, ການ​ຫັນ​ກະ​ສິ​ກໍາ​ແລະ​ຊົນ​ນະ​ບົດເປັນ​ທັນ​ສະ​ໄໝ, ​ການເບິ່ງ​ແຍງ​ສຸຂະພາບ​ຂອງ​ຊຸມ​ຊົນ, ການປົກ​ປ້ອງ​ສິ່ງ​ແວດ​ລ້ອມ, ການປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ການຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ເສດຖະກິດ​ທະ​ເລ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ປ້ອງ​ກັນ​ຄວາມ​ໝັ້ນຄົງ.

ກ່ຽວ​ກັບ​ຄູ່​ຮ່ວມ​ມື:

​ໃນ​ເວລາ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ຕັ້ງໜ້າ​ແລະ​ເປັນ​ເຈົ້າ​ການຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມມື​ໃນ​ຫຼາຍ​ລະດັບ​ກັບຫຼາຍ​ຄູ່​ຮ່ວມ​ມື.

- ​ການ​ຮ່ວມ​ມືໃນ​ລະດັບ​ພະຫຸ​ພາຄີ: ຫວຽດນາມ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ຈັດ​ຕັ້ງ, ​ເວທີ​ປາ​ໄສ​ສາກົນດ້ານວິທະຍາສາດ-ເຕັກໂນໂລຊີ ​ເຊັ່ນ: ສະມາ​ຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ), ອົງການ​ການ​ສຶກສາ ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງສະຫະ​ປະຊາ​ຊາດ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ - ​ເອີຣົບ (ASEM), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (​APEC - ​ເອ​ເປ​ກ)...

ການຮ່ວມ​ມື​ກັບ​ອາ​ຊຽນ: ຫວຽດນາມ​ຮັບຕຳ​ແໜ່ງ​ປະທານ​ຄະນະ​ກຳມະການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີອາ​ຊຽນ ​ແລະ ປະທານ​ອະນຸ​ກຳມະການ​ພັດທະນາ​​ໂຄງສ້າງພື້ນຖານ​ແລະຊັບພະຍາກອນ​ອາ​ຊຽນ (SCIRD) (2003-2005). ຍ້ອນ​ບັນດາປະສົບ​ການທີ່​ສະ​ສົມ​ໄດ້​ພາຍຫຼັງຫຼາຍ​ປີ​ທີ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ, ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຫວຽດນາມໄດ້​ຈັດ​ກອງ​ປະຊຸມ ​ຄະນະ​ກຳມະການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອາຊຽນ (COST) ຄັ້ງ​ທີ 47 ຢູ່​ສິງກະ​ໂປ, ຄັ້ງ​ທີ 48 ຢູ່​ປະ​ເທດ​ໄທ ​ແລະ ຫຼາຍ​ກິດຈະກໍາຂອງ​ອະນຸກໍາມະ​ການຂອງ COST. ພິ​ເສດ, ບົນພື້ນຖານຄວາມ​ຄິດລິເລີ່ມຂອງປະ​ເທດ​ຫວຽດນາມ ແລະ ບັນດາປະເທດອາຊຽນ, ກອງ​ປະຊຸມ​ຄັ້ງ​ມີ 48 ປີ 2004 ຂອງ COST ​ໄດ້​ເປັນ​ເອກະ​ພາບ​ຍົກ​ລະດັບ​ການ​ພົວພັນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດວິທະຍາສາດ-ເຕັກໂນໂລຊີ ຂຶ້ນ​ເປັນ​ກອງ​ປະຊຸມ​ລະດັບ SOM ຂອງ COST+3, ປະກອບ​ດ້ວຍບັນດາ​ຮອງ​ລັດຖະມົນຕີ, ​ເລຂາທິການ ຫຼື​ທຽບ​ເທົ່າ ຂອງອົງການ​ຄຸ້ມ​ຄອງວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ; ຜູ້ນຳ​ບັນດາ​ສະ​ຖາ​ບັນ, ອົງການ​ວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ​ທີ່​ສຳຄັນ ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ (3). ພາຍ​ໃນ​ໜຶ່ງ​ທົດ​ສະ​ວັດ ​ຕັ້ງ​ແຕ່​ປີ 2010 ​ເຖິງ​ປະຈຸ​ບັນ, ຫວຽດນາມ​ໄດ້​ປະກອບສ່ວນຢ່າງຕັ້ງໜ້າ​ ເຂົ້າ​ໃນ​ການ​ສະຫຼຸບ​ແລະ​ປະ​ເມີນ​ສະພາບ​ການ​ເຄື່ອນ​ໄຫວ​ວິທຍາ​ສາດ-ເຕັກໂນໂລຊີ​ປະຈຸ​ບັນ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ພ້ອມ​ທັງ​ເຂົ້າ​ຮ່ວມ​ການ​ສ້າງ​ແຜນການ​ເຊື່ອມ​ໂຍງ​ທົ່ວ​ໄປ ສຳລັບ​ບັນດາ​ຂະ​ແໜງ​ການ ​ແລະ ​ແຜນການ​ວິທະຍາສາດ-ເຕັກໂນໂລຊີຂອງ​ອາ​ຊຽນ.

ການຮ່ວມ​ມື​ກັບ​ເອ​ເປ​ກ ​ແລະ ສູນຖ່າຍທອດເຕັກໂນໂລຊີອາຊີ-ປາຊີຟິກ (APCTT): ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ກອງ​ປະຊຸມ​ຄະນະ​ເຮັດວຽກ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ​ເອ​ເປ​ກ ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ​ເອ​ເປກ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ ​ແລະ ທິດ​ທາງ​ການ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຢີຂອງບັນດາ​ປະ​ເທດ ​ແລະ ພື້ນຖານ​ເສດຖະກິດ​ທີ່​ຂຶ້ນ​ກັບ​ເວທີ​ປາ​ໄສ​ເອ​ເປ​ກ. ຫວຽດນາມ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ຖ່າຍທອດ​ເຕັກ​ໂນ​ໂລ​ຊີອາຊີ-ປາຊີ​ຟິກ, ​ໂດຍ​ສະ​ເພາະ​ແມ່ນ​ສີ່​ໂຄງການ:​ ເຄືອ​ຂ່າຍ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ​ອາຊີ-ປາຊີ​ຟິກ, ເຄືອ​ຂ່າຍການ​ແພດ​ແຜນ​ບູຮານ​ແລະ​ພືດ​ຢາ, ພໍທັນການຖ່າຍທອດເຕັກໂນໂລຊີ​ໃຫ້ວິສາຫາກິດຂະໜາດກາງ​ແລະຂະໜາດນ້ອຍ, ລະບົບນະວັດຕະກໍາແຫ່ງຊາດ(4).

ການ​ຮ່ວມ​ມືກັບ​ອົງການ​ການ​ຄ້າ​ໂລກ (WTO): ພາຍ​ໃນຂອບ​ບັນດາສັນຍາ​ການ​ຮ່ວມ​ມືດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃນອົງການ​ການ​ຄ້າ​ໂລກ ​ເຊັ່ນ: ສັນຍາ​ກ່ຽວ​ກັບ​ດ້ານຕ່າງໆ​ຂອງສິດທິ​ໃນ​ຊັບ​ສິນ​ທາງ​ປັນ​ຍາ​ ທີ່ກ່ຽວຂ້ອງກັບການຄ້າ, ກ່ຽວ​ກັບ​ອຸປະສັກ​ທາງ​ເຕັກນິກ​ຕໍ່​ການ​ຄ້າ, ຫວຽດນາມ​ໄດ້ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ແລະ ປະຕິບັດ​ບັນດາ​ລະບຽບ​ການ ​ກັບສະມາຊິກ WTO ອື່ນໆ; ຜັນ​ຂະຫຍາຍ​ແຜນ​ປະຕິບັດງານ​ຫຼາຍ​ຢ່າງ ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ມາດຕະຖານ​ ການ​ວັດ​ແທກ ​ຄຸນ​ນະພາ​ບ ​ແລະ ຊັບ​ສິນ​ທາງ​ປັນຍາ​ໃນ​ຂອບ​ເຂດ WTO.

ການຮ່ວມ​ມື​ກັບ​ອົງການ​ພະລັງງານ​ປະ​ລະ​ມານູ​ສາກົນ (IAEA) ​ແລະ ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ຂອງສັນຍາ​ການ​ຮ່ວມ​ມື​ພາກ​ພື້ນ (RCA): ຫວຽດນາມ​​ເຂົ້າ​ຮ່ວມ​ການ​ປະຕິບັດ 14 ​ໂຄງການ​ຮ່ວມ​ມື​ດ້ານເຕັກນິກ​ໃນ​ຂົງ​ເຂດຕ່າງໆ​ເຊັ່ນ: ການວິເຄາະນິວເຄຼຍ, ອຸ​ທົກ​ກະ​ວິທະຍາ​ໄອ​ໂຊ​​ໂທບ, ແພດສາດນິວເຄຼຍ, ການປະຍຸກໃຊ້ກະສິກຳ, ອຸດສາຫະກຳ ແລະ ການສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ. ນອກຈາກ​ນັ້ນ, ຫວຽດນາມຍັງ​ເຂົ້າ​ຮ່ວມ​ໂຄງການ​ເຄື່ອນ​ໄຫວ EBP (Extra Budget Programme) ​ແລະ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ແລະ ການສໍາ​ມະ​ນາ​ສາ​ກົນ​ຫຼາຍ​ຄັ້ງ ​ໂດຍ​ການ​ສະ​ໜັບ​ສະ​ໜູນ​ຂອງ IAEA(5).

- ​ການ​ຮ່ວມ​ມືໃນ​ລະດັບ​ທະວິ​ພາຄີ: ​ແຕ່ລະ​ປີ, ຫວຽດນາມ​ໄດ້​ໃຊ້​ເງິນ​ຫຼາຍ​ສິບ​ຕື້​ດົ່ງ ​ເພື່ອ​ສະໜັບສະໜູນ​ການ​ລະດົມ​ທຶນ​ເຊິ່ງກັນ​ແລະ​ກັນ​ ໃຫ້​ບັນດາ​ອົງການ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີຫວຽດນາມ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ຄົ້ນຄວ້າ ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ. ​ໂຄງການ​ຮ່ວມ​ມື​ຈຳນວນ​ໜຶ່ງ​ໄດ້​ສິ້ນ​ສຸດ​ລົງ ​ແລະ ​ບັນລຸ​ຜົນສຳ​ເລັດ​ທີ່​ດີ ​ເຊັ່ນ: ຂະບວນການເຕັກໂນໂລຊີຮັກສາໝາກໄມ້ບາງຊະນິດ (ສ.​ເກົາຫຼີ), ​ເຕັກ​ໂນ​ໂລ​ຊີ​ການ​ເພາະ​ພັນ​ສັດ​ປີກ​ບາງ​ຊະນິດ (ຮຸ​ງກາຣີ), ຮູບ​ແບບ​ການ​ສາ​ທິດ​ການ​ນໍາ​ໃຊ້​ໄຟ​ຟ້າ​ໃນ​ຊົນ​ນະ​ບົດ​ ​ແລະ​ເຂດ​ພູຜາດ້ວຍ​ເຕັກ​ໂນ​ໂລ​ຊີ​ໂຊ​ລາ​ເຊ​ນຢູ່​ສອງ​ຕາ​ແສງ​ຂອງ​ແຂວງ​ບັກ​ຢາງ ​ແລະ ສອງ​ຕາ​ແສງ​ໃນ​ເຂດ​ໄຕ​ງວຽນ... ພິ​ເສດ​ແມ່ນ, ປະຈຸ​ບັນ, ຫວຽດນາ​ມີ​ທີ່​ປຶກສາ, ​ເລຂາທິການ​ຮັບຜິດຊອບ​ວິທະຍາສາດ-ເຕັກໂນໂລຊີ ປະຈຳ​ສະຖານທູດຫວຽດນາມ 4 ​ແຫ່ງ​ໃນ​ຝຣັ່ງ, ຈີນ, ລັດ​ເຊຍ ​ແລະ ອິນ​ເດຍ(6).

ການ​ຮ່ວມ​ມື​ດ້ານວິທະຍາສາດ-ເຕັກໂນໂລຊີ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ (ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຝຣັ່ງ, ຍີ່ປຸ່ນ...), ຫວຽດນາມ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ສ້າງ​ແລະ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານວິທະຍາສາດ-ເຕັກໂນໂລຊີ ​ເພື່ອ​ຮຽນ​ຮູ້​ບົດຮຽນ ​ແລະ ບັນດາ​ເຕັກ​ໂນ​ໂລ​ຊີ​ຊັ້ນ​ສູງ, ​ແນ​ໃສ່​ຮັບ​ໃຊ້​ກິດຈະການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ​ແລະ​ທັນ​ສະ​ໄໝ. ກັບ​ອາ​ເມ​ລິ​ກາ, ຕັ້ງ​ແຕ່​ເມື່ອ​ສອງ​ປະ​ເທດ​ລົງ​ນາມ​ໃນ​ສົນ​ທິສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທາງວິທະຍາສາດ-ເຕັກໂນໂລຊີ (​ເດືອນ​ພະຈິກ​ປີ 2000) ​ເປັນ​ຕົ້ນ​ມາ, ​ເນື້ອ​ໃນ​ການ​ຮ່ວມ​ມື​ນັບ​ມື້​ນັບ​ໄດ້​ຮັບ​ການ​ຂະຫຍາຍກວ້າງ ​ແລະ ມີ​ຄວາມ​ສາມາດ​ນຳ​ໃຊ້​ສູງ. ​ໂດຍ​ສະ​ເພາະ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ສອງ​ຝ່າຍ​ໄດ້​ຕົກລົງກັນ​ໃນ 10 ​ເນື້ອ​ໃນ​ການ​ຮ່ວມ​ມື​ເຊັ່ນ: ການ​ຝຶກ​ອົບຮົມ​ກ່ຽວ​ກັບ​ລັດຖະບານ​ເອ​ເລັກ​ໂຕຣນິກ; ຊອບ​ແວ​ແຫຼ່ງເປີດ; ການພັດທະນາ​ສູນ​ບົ່ມ​ເພາະ​ເຕັກ​ໂນ​ໂລ​ຊີ; ການສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ IT Connect. ​ໃນ​ຂົງ​ເຂດ​ວິທະຍາສາດ​ທາງທະ​ເລ ​ແລະ ອາຫານ​ທະ​ເລ,​ໂຄງການຄຸ້ມ​ຄອງ​​ຝັ່ງ​ທະ​ເລອ່າວຮ້າ​ລອງ ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ. ກັບຍິ່ປຸ່ນ, ຍີ່ປຸ່ນ​ໄດ້​ໜູນ​ຊ່ວຍ​ຫຼາຍ​ໂຄງການ​ໃຫ້​ຫວຽດນາມ​ເຊັ່ນ: ໂຄງການ “ການຫັນເປັນທັນສະໄໝ​ໃນ​ການຄຸ້ມຄອງຊັບ​ສິນ​ທາງ​ປັນຍາ”, ການ​ຄົ້ນຄວ້້າພັດທະນ​າເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ ຮວ່າ​ລາກ... ຜ່ານ​ແຫຼ່ງທຶນການ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ, ການ​ສະໜັບສະໜູນ​ດ້ານ​ເຕັກນິກ-​ເຕັກ​ໂນ​ໂລ​ຊີ​ຂອງ​ຍີ່ປຸ່ນ ​ໄດ້​ມີ​ຄຸນ​ປະ​ໂຫຍ​ດຢ່າງ​ໃຫຍ່​ຫຼວງ​ ໃນ​ການ​ຊ່ວຍ​ພັດທະນາບັນດາ​ຂົງ​ເຂດທີ່​ສຳຄັນສຳລັບຊີວິດ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ເຊັ່ນ ພະລັງງານ, ​ແຫຼ່ງນ້ຳ, ສາທາລະນະສຸກ… ກັບຝຣັ່ງ, ຫວຽດນາມ​ໄດ້​ເຮັດ​ວຽກ​ຮ່ວມກັບຂ້າ​ຫຼວງ​ໃຫຍ່​ຝຣັ່ງດ້ານ​ພະ​ລັງ​ງານ​ປະ​ລະ​ມາ​ນູ; ຝຣັ່ງ​ໄດ້​ສະໜອງ​ເອກະສານ​ສຳຄັນ​ຫຼາຍ​ສະບັບ​ໃຫ້​ຫວຽດນາມ ​ເພື່ອ​ຄົ້ນຄວ້າ​ກ່ຽວ​ກັບ​ພະລັງງານ​ໄຟຟ້ານິວ​ເຄຼຍ. ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ໂຄງ​ການຄວາມ​ຫຼາກ​ຫຼາຍ​ທາງ​ຊີ​ວະພາບ​ຂອງ​ສັດ​ປ່າ​ແລະ​ສັດລ້ຽງ ​ເຊິ່ງ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອຈາກ​ຝຣັ່ງ​ເປັນ​ເງິນ 1,8 ລ້ານ​ໂດ​ລາ​ສະຫະລັດ(7). ກັບ​ເຢຍລະ​ມັນ: ສະຫະພັນ​ສາທາລະນະ​ລັ​ດເຢຍລະ​ມັນ ​ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​​ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ເຢຍ​ລະ​ມັນ​ຢູ່​ອາ​ຊີ (ປະຈຸ​ບັນ​ຢູ່​ອາຊີ, ປະລິມານ​ການ​ຮ່ວມ​ມືດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລຊີ ​ຂອງ​ເຢຍລະມັນ​ກັບ​ຫວຽດນາມ ​​ເປັນ​ອັນ​ດັບ​ທີ 2 ຖັດຈາກຈີນ). ສອງ​ຝ່າຍ​ໄດ້​ຮ່ວມ​ມື​ຜັນ​ຂະຫຍາຍ​ຫຼາຍ​​ໂຄງການ​ຄົ້ນຄວ້າ, ຝຶກ​ອົບຮົມ​ເຊັ່ນ: ​ໂຄງການ​ຮ່ວມ​ມືຄົ້ນຄວ້າ​ທາງ​ທະ​ເລ​ກັບ​ມູນ​ນິທິຄົ້ນຄວ້າແຫ່ງຊາດເຢຍລະມັນ (DFG), ທຶນ​ທັງ​ໝົດ​ຂອງ​ຝ່າຍ​ເຢຍ​ລະ​ມັນ​ແມ່ນ​ປະ​ມານ 2 ລ້ານໂດ​ລາ​ສະຫະລັດ, ​ໂຄງການ​ຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ...(8). ຄຽງ​ຂ້າງ​ນັ້ນ, ການ​ຮ່ວມມືທາງດ້ານ​ວິທະຍາສາດ-ເຕັກໂນໂລຊີ ລະຫວ່າງບັນດາ​ທ້ອງ​ຖິ່ນ, ລັດ, ສະຖາບັນຄົ້ນຄ້ວາ, ມະຫາວິທະຍາ​ໄລ ​ແລະ ວິ​ສາ​ຫະກິດ​ ກໍ​ໄດ້​ຮັບ​ການ​ສົ່ງ​ເສີມ​​ໃຫ້​ພັດທະນາຈາກລັດຖະບານ​ຂອງ​ສອງ​ປະ​ເທດ. ນອກຈາກ​ນັ້ນ, ຫວຽດນາມ​ກໍ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​​ດ້ານວິທະຍາສາດ-ເຕັກໂນໂລຊີກັບ​ຫຼາຍ​ປະ​ເທດ​ເຊັ່ນ: ຊູແອດ, ​ແບນ​ຊິກ, ສ.​ເກົາຫຼີ​, ສະ​ວິດ... ທີ່ບັນລຸ​ປະສິດທິ​ຜົນ​ສູງ.

ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມມືດັ້ງ​ເດີມ (ລັດ​ເຊຍ, ຈີນ, ອິນ​ເດຍ, ບັນດາ​ປະ​ເທດ​ເອຣົບຕາ​ເວັນ​ອອກ...), ຫວຽດນາມສືບ​ຕໍ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ກັບບັນດາ​ຄູ່​ຮ່ວມມືດັ້ງ​ເດີມ ຕາມ​ທິດ​ທາງ​ເຂົ້າ​ສູ່​ລວງ​ເລິກ, ​ແທ້​ຈິ​ງ ​ແລະ ​ເປີດ​ກວ້າງ​ເນື້ອ​ໃນ​ຮ່ວມ​ມື. ກັບລັດ​ເຊຍ, ບັນດາ​ຜູ້​ຊ່ຽວ​ຊານ​ລັດ​ເຊຍ​ໄດ້​ສະໜອງ​ຊົບ​ແວແລະຂັ້ນຕອນ​ເອ​ເລັກ​ໂຕຣນິກທີ່​ມີຄ່າຫຼາຍຢ່າງສໍາລັບການປະຕິບັດງານຂອງເຮືອບິນ SU. ສູນເຕັກໂນໂລຊີມີ​ໂກຣ​ເອ​ເລັກ​ໂຕຣນິກ ແລະ ຂໍ້ມູນຂ່າວສານ (ສະ​ຖາ​ບັນ​ການປະຍຸກ​ເຕັກ​ໂນ​ໂລ​ຊີ) ​ໄດ້​ຮັບ​ຊົບ​ແວ​ທີ່​ມີ​ຄຸນຄ່າ​ສຳລັບ​ການ​ຈຳລອງ ​ແລະ ການ​ອອກ​ແບບ​ທົດ​ລອງ ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ​ຕາມ​ຈຸດ​ປະ​ສົງທີ່​ຕັ້ງ​ໄວ້ລ່ວງ​ໜ້າ. ຫວຽດນາມພວມ​ຮ່ວມ​ມື​ກັບ​ລັດ​ເຊຍ ​ເພື່ອ​ຍົກ​ລະດັບ​ລະບົບ​ຄວບ​ຄຸມ​ເຕົາ​ປະຕິ​ກອນ​ນິວ​ເຄຼຍ ດາ​ລາດ. ກັບ​ຈີນ, ກອງປະຊຸມ​ຄັ້ງ​ທີ 5 ຂອງຄະນະກຳມະການ​ຮ່ວມ​ມື​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຫວຽດນາມ - ຈີນ ​ໄດ້​ຈັດ​ຂຶ້ນ​ທີ່​ປັກ​ກິ່ງ (ປະ​ເທດ​ຈີນ). ກອງປະຊຸມໄດ້ຮັບຮອງເອົາ 12 ຫົວ​ຂໍ້​ການ​ຮ່ວມ​ມື​ໄລຍະ​ຍາວ; ພິ​ເສດ, ສອງ​ປະ​ເທດ​ພວມ​ດຳ​ເນີນ​ໂຄງການ​ອາສາ​ສະໝັກ​ຂອງ​ນັກວິທະຍາສາດ​ຈີນ​ຢູ່​ຫວຽດນາມ(9). ນອກຈາກ​ນັ້ນ, ສອງ​ປະ​ເທດ​ຍັງ​ສືບ​ຕໍ່​ພັດທະນາ​ການ​ຮ່ວມ​ມືດ້ານ​ວິທະຍາສາດ-ເຕັກໂນໂລຊີ ກັບ​ບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ອອກ.

ກັບອິນ​ເດຍ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໄດ້​ສຸມ​ໃສ່​ເຕັກ​ໂນ​ໂລ​ຊີ​ການສຳຫຼວດໄລຍະ​ໄກ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ(10). ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ສອງ​ປະ​ເທດ​ສຸມ​ໃສ່​ການ​ຜັນ​ຂະຫຍາຍ​ໂຄງການ​ທີ່​ມີ​ມູນ​ຄ່າ 2,5 ລ້ານ​ໂດ​ລາ​ສະຫະລັດ ກ່ຽວ​ກັບ​ການພັດທະນາ​ຊົບ​ແວ; ຈັດຕັ້ງການ​ຮັບ​ສະໝັກຜູ້​ຝຶກ​ອົບ​ຮົມ ​ແລະ ​ໂຄງການ​ອື່ນ​ອີກຈຳນວນ​ໜຶ່ງ ​ກ່ຽວ​ກັບກະສິກຳ ​ແລະ ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ. ໂຄງການຈຳນວນ​ໜຶ່ງ​ບັນລຸ​ຜົນສຳ​ເລັດທີ່​ແນ່ນອນ ​ເຊັ່ນ: ປຸງ​ແຕ່ງ​ຊີ້ນໝາກມ່ວງຫິມະພານ, ພັດທະນາຕົ້ນສະ​ເດົາທົນແຫ້ງແລ້ງ, ຍືດອາຍຸການເກັບຮັກສາໝາກລິ້ນ​ຈີ່ສົດ...

ກັບ​ບັນດາ​ຄູ່​ຮ່ວມ​ມື​ໃໝ່, ຫວຽດນາມ​ກໍ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຂະຫຍາຍ​ພື້ນ​ທີ່​ການ​ຮ່ວມ​ມື​ໄປ​ທີ່​ອາຟຣິກກາ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ. ປະເທດຫວຽດນາມ​ໄດ້​ລົງ​ນາມໃນສັນຍາ​ແລະ​ເອກະສານການຮ່ວມມືຈໍານວນໜຶ່ງກັບອັງ​ໂກລາ, ສີ​ລັງກາ, ອາກຊັງ​ຕີນ, ​ເວ​ເນ​ຊູ​ເອລາ, ບັງ​ກລາ​ເທດ, ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ... ນີ້​ແມ່ນ​ບັນດາ​ບາກ​ກ້າວ​ເບື້ອງ​ຕົ້ນ​ໃນ​ເສັ້ນທາງ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ເຫຼົ່າ​ນີ້, ​ເປີດ​ແງ່​ຫວັງ​ການ​ຮ່ວມ​ມື​ໃໝ່​ໃນ​ອະນາຄົດ​ອັນ​ໃກ້​ນີ້.

ວິທີແກ້ໄຂບາງ​ຢ່າງ​ໃນ​ເວລາ​ຕໍ່ໄປ

​ເພື່ອ​ໃຫ້ການ​ຮ່ວມ​ມື​ສາ​ກົນ​ດ້ານວິທະຍາສາດ-ເຕັກໂນໂລຊີ ບັນລຸ​ປະສິດທິ​ຜົນ​ຫຼາຍ​ກວ່າ​ອີກ, ​ໃນ​ເວລາ​ຕໍ່​ໄປ ​ພວກເຮົາຈໍາເປັນຕ້ອງໄດ້ສຸມໃສ່ວິທີ​ແກ້​ໄຂ​ບາງ​ຢ່າງ​ດັງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ສ້າງ​ຍຸດ​ທະ​ສາດວິທະຍາສາດ-ເຕັກໂນໂລຊີ (​ໂດຍ​ສະ​ເພາະ​ແມ່ນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ); ຜັນ​ຂະຫຍາຍ​ເນື້ອ​ໃນ, ​ແຜນການ​ຮ່ວມ​ມື​ດ້ານວິທະຍາສາດ-ເຕັກໂນໂລຊີລະດັບ​ຊາດ ກັບ​ບັນດາ​ປະ​ເທດທີ່ເຂັ້ມແຂງດ້ານວິທະຍາສາດ-ເຕັກໂນໂລຊີ.  ສ້າງສູນຄົ້ນຄວ້າວິທະຍາສາດທີ່ດີເລີດ ບົນ​ພື້ນຖານ​ການ​ຮ່ວມ​ມື​ໄລຍະ​ຍາວ ລະຫວ່າງ​ອົງການ​ຄົ້ນຄວ້າ​ວິທະຍາສາດຂອງ​ຫວຽດນາ​ແລະ​ຕ່າງປະ​ເທດ. ທົດ​ລອງ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ-​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ ​ທີ່​ມີ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​​ຢູ່​ຫວຽດ​ນາມ (ບຸລິມະສິດ​ບັນດາ​ຂົງ​ເຂດທີ່ຈຳເປັນ ແລະ ມີ​ທ່າ​​ໄດ້​ປຽບ​ດ້ານ​ວັດຖຸ​ດິບ, ຊັບພະຍາກອນບຸກຄົນ, ຕະຫຼາດສົ່ງ​ອອກ...).

ທີ​ສອງ, ຊຸກຍູ້ອົງການຈັດຕັ້ງວິຊາຊີບ​​ສ້າງ​ແລະ​ປະຕິບັດ ​ບັນດາ​ໂຄງການ ​ແຜນ​ງານ ແລະ ໜ້າ​ທີ່​ການຄົ້ນຄວ້າຮ່ວມກັນ ພາຍ​​ໃນ​ຂອບ​ເຂດ​ສັນ​ຍາ​ການ​ຮ່ວມ​ມືທະວິ​ພາຄີ​ແລະ​ພະຫຸ​ພາຄີ ​ໂດຍ​ມຸ່ງ​​ໃສ່​ການ​ແກ້​ໄຂ​ບັນຫາ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດນາມ. ສົ່ງ​ເສີມ​ການ​ຮ່ວມ​ມື​ຄົ້ນຄວ້າ​ວິທະຍາສາດ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ ລະຫວ່າງ​ວິ​ສາ​ຫະກິດ, ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ​ແລະ ບຸກຄົນ​ໃນ​ປະ​ເທດ ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ. ດຶງ​ດູດ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ຜ່ານ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ​ໃນ​ຫວຽດນາມ.

ທີ​ສາມ, ສົ່ງ​ເສີມ, ອຳນວຍ​ເງື່ອນ​ໄຂ​ໃຫ້​ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ... ຈັດ​ຕັ້ງ ​ເປັນ​ປະທານກອງ​ປະ​ຊຸມ​, ການສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ​ຢູ່​ຫວຽດ​ນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ການສຳ​ມະ​ນາ​ວິ​ທະ​ຍາ​ສາດຢູ່​ຕ່າງປະ​ເທດ. ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ເພື່ອ​ແນະ​ນຳ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ວິ​ທະ​ຍາ​ສາດ-​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ກ້າວ​ໜ້າ​ຂອງ​ປະ​ເທດອື່ນໆ ແລະ ຫວຽດ​ນາມ.

ທີ​ສີ່, ​ເສີມ​ຂະຫຍາຍ​ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ເຄືອ​ຂ່າຍ​ຜູ້ຕາງໜ້າ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີຫວຽດນາມ ຢູ່​ຕ່າງປະ​ເທດ (ສະຖານທູດ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການຢູ່ຕ່າງປະເທດ). ສືບ​ຕໍ່​ເປີດ​ກວ້າງເຄືອ​ຂ່າຍ​ຜູ້ຕາງໜ້າ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ໃນ​ບັນດາ​ປະ​ເທດ ​ແລະ ສະຖານ​ທີ່ສໍາຄັນ ​ເພື່ອ​ເປີດ​ແລະ​ຂຸດ​ຄົ້ນການພົວພັນຮ່ວມມືໃນການຄົ້ນຄວ້າ, ຄົ້ນຫາ, ການຖອດລະຫັດ ແລະ ການຖ່າຍ​ທອດ​ເຕັກ​ໂນໂລຊີ. ​ໃຫ້​ຄວາມ​ສຳຄັນ​ກັບ​ການເລືອກຜູ້​ແທນ​ທີ່​ມີ​ຄວາມ​ຊຳນານ​ຢ່າງ​ແທ້​ຈິງ ​ແລະ ສາມາດ​ແກ້​ໄຂ​ວຽກ​ງານ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ.

ທີ​ຫ້າ, ມີ​ນະ​ໂຍບາຍ​ສະ​ເພາະ​ແລະ​ເປັນ​ໄປ​ໄດ້ ​ເພື່ອ​ດຶງ​ດູດ​ຜູ້​ຊ່ຽວຊານ, ນັກວິທະຍາສາດ ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​​ໃຫ້​ເຂົ້າ​ຮ່ວມ​ໂຄງການ, ​ແຜນ​ງານຄົ້ນ​ຄວ້າ, ​ຝຶກ​ອົບ​ຮົບ​ບຸກຄະລາ​ກອນວິທະຍາສາດ-ເຕັກໂນໂລຊີ, ສ້າງ​ຕັ້ງ​ກຸ່ມ​ຄົ້ນ​ຄ້​ວາ​ທີ່​ເຂັ້ມ​ແຂງ​ຢູ່​ຫວຽດ​ນາມ ໂດຍ​ເນັ້ນ​ໜັກ​ເຖິງ​ບັນ​ດາ​ກຸ່ມ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ໄວ​ໜຸ່ມ./.

-------------------

(1) ປະ​ຕູຂໍ້​ມູນ​ເອ​ເລັກ​ໂຕຣນິກຂອງ​ລັດຖະບານ: “ການ​ຮ່ວມ​ມື​ສາມ​ກົນ​ດ້ານວິທະຍາສາດ-ເຕັກໂນໂລຊີ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ-ເຕັກໂນໂລຊີ”: http://www2.chinhphu.vn/portal/page/portal/chinhphu/noidungchienluockhoahoccongnghe?categoryId=844&articleId=3049​ເຂົ້າ​ຫາ​ວັນ​ທີ 21 ​ເດືອນ​ທັນວາ​ປີ 2021.

(2) ປະ​ຕູຂໍ້​ມູນ​ເອ​ເລັກ​ໂຕຣນິກຂອງ​ລັດຖະບານ: “ການ​ຮ່ວມ​ມື​ສາມ​ກົນ​ດ້ານວິທະຍາສາດ-ເຕັກໂນໂລຊີ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ-ເຕັກໂນໂລຊີ”, ​ເອກະສານ​ທີ່​ໄດ້​ແນະນຳ.

(3), (4), (5) ປະ​ຕູຂໍ້​ມູນ​ເອ​ເລັກ​ໂຕຣນິກຂອງ​ລັດຖະບານ: “ການ​ຮ່ວມ​ມື​ສາມ​ກົນ​ດ້ານວິທະຍາສາດ-ເຕັກໂນໂລຊີ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ-ເຕັກໂນໂລຊີ”, ເອກະສານ​ທີ່​ໄດ້​ແນະນຳ.

(6), (7), (8), (9) ປະ​ຕູຂໍ້​ມູນ​ເອ​ເລັກ​ໂຕຣນິກຂອງ​ລັດຖະບານ: “ການ​ຮ່ວມ​ມື​ສາມ​ກົນ​ດ້ານວິທະຍາສາດ-ເຕັກໂນໂລຊີ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ-ເຕັກໂນໂລຊີ”, ເອກະສານ​ທີ່​ໄດ້​ແນະນຳ.

(10) ປະ​ຕູຂໍ້​ມູນ​ເອ​ເລັກ​ໂຕຣນິກຂອງ​ລັດຖະບານ: “ການ​ຮ່ວມ​ມື​ສາມ​ກົນ​ດ້ານວິທະຍາສາດ-ເຕັກໂນໂລຊີ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ-ເຕັກໂນໂລຊີ”, ເອກະສານ​ທີ່​ໄດ້​ແນະນຳ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 980 (​ເດືອນ​ທັນວາ​ປີ 2021)