ວກ. - ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ແມ່ນ​ໜຶ່ງ​ໃນ​ແຜນ​ນະ​ໂຍບາຍ, ໜ້າ​ທີ່​ ທີ່ສຳຄັນ​ຂອງ​ພັກ​ແລະ​ລັດ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ອັນ​ດີງາມ​ຂອງ​ລະບອບ​ສັງຄົມ​ນິຍົມ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຄຽງ​ຄູ່​ກັບ​ການ​ປັບປຸງ​ລະບອບ​ເງິນ​ເດືອນ, ​ຄ່າ​ຈ້າງ​ ​ແລະ​ ການ​ເພີ່ມ​ລາຍ​ໄດ້​ ໃຫ້​ຜູ້​ອອກ​ແຮງງານຢ່າງບໍ່​ຢຸດ​ຢັ້ງ, ພັກ​ແລະ​ລັດ​ຫວຽດນາມຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ, ໃນ​ນັ້ນ​ມີ​ປະຊາຊົນ​ໃນ​ເຂດ​ຊົນ​ເຜົ່າສ່ວນ​ນ້ອຍ ​ແລະ ​ເຂດ​ພູດ​ອຍ.

 

ຮູບແບບການປູກໝາກກ້ຽງຄຸນນະພາບສູງ ຂອງປະຊາຊົນຢູ່ຕາແສງຊຽງບານ, ເມືອງມາຍເຊີນ, ແຂວງເຊີນລາ _ພາບ: TTXVN

ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ ໃນ​ເຂດ​ຊົນ​ເຜົ່າ​ສ່ວນນ້ອຍ​
ແລະ ​ເຂດ​ພູ​ດອຍ​ ​​ໄລ​ຍະປີ 2011-2020

​ໃນ​ໄລຍະ 75 ປີ​ທີ່​ຜ່ານ​ມາ, ໂດຍສະເພາະຫຼັງຈາກຫຼາຍກວ່າ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັກ​ແລະ​ລັດ​ຫວຽດນາມຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ໂລກ ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ.

​ໃນໄລ​ຍະປີ 2016–2020, ອັດຕາ​ສ່ວນຄອບຄົວທຸກ​ຍາກ​ຂອງ​ຫວຽດນາມ​ໄດ້​ຫຼຸດ​ລົງ​ຈາກ 9,88% ​ໃນ​ປີ 2015 ​ເຫຼືອ​ໜ້ອຍ​ກວ່າ 3%, ເຮັດ​ໃຫ້​ຫວຽດນາມ​ເປັນ​ໜຶ່ງ​ໃນ​​ປະ​ເທດ​ທຳ​ອິດ​ທີ່​ໄປ​ເຖິງ​ເສັ້ນ​ໄຊ​ໂດຍ​ໄວ​ ໃນ​ການ​ປະຕິບັດ​ເປົ້າ​ໝາຍການ​ພັດທະນາ​ສະຫັດ​ສະ​ວັດ​​ແຫ່ງ​ສະຫະ​ປະຊາ​ຊາດ​ ວ່າ​ດ້ວຍ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ(1). 100% ຂອງ​ຕາ​ແສງ​ມີ​ເສັ້ນທາງ​ລົດ​​ໂອ​ໂຕໄປ​ເຖິງ​ໃຈກາງ, 80% ຂອງ​ບ້ານ​ມີ​ໄຟຟ້າ, ​ກວ່າ 50% ຂອງ​ຕາ​ແສງ​ມີ​ສຸກສາລາ​ມາດຕະຖານ​ແຫ່ງ​ຊາດ, 100% ຂອງຊາວ​ເຜົ່າ​ສ່ວນນ້ອຍ​ແລະຄົນ​ທຸກ​ຍາກ​ ມີ​ປະກັນ​ສຸຂະພາບ​ໂດຍ​ບໍ່​ເສຍ​ຄ່າ. ​​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ວ່າ​ຈະ​ເປັນ​ຈຸດ​ສະຫວ່າງ​ຂອງ​ໂລກ​ໃນ​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ແຕ່​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຫວຽດນາມ ຍັງ​ຄົງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ດັ່ງ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຊີ້​ແຈ້ງວ່າ: “ໝາກຜົນ​ຂອງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານນັ້ນ​ບໍ່​ຍືນ​ຍົງ​ແທ້, ຄວາມສ່ຽງທີ່​ຈະກັບ​ໄປ​ສູ່ຄວາມ​ຫຍຸ້ງຍາກ​ຍັງມີ​ສູງ”(2). ດັ່ງ​ນັ້ນ, ຈໍາເປັນຕ້ອງປະເມີນຂໍ້ບົກຜ່ອງ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານການ​ຫຼຸດຜ່ອນ​ຄວາມທຸກ​ຍາກຢູ່​ເຂດ​ຊົນ​ເຜົ່າ​ສ່ວນນ້ອຍ​ແລະ​ເຂດ​ພູດ​ອຍ, ​ເພື່ອ​ວາງ​ມາດຕະການ​ທີ່ສອດຄ່ອງ​ເໝາະ​ສົມ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃນ​ໄລຍະ​ປີ 2021-2026, ອັດຕາ​ຄວາມທຸກ​ຍາກ​ຫຼາຍ​ດ້ານຈະ​ຫຼຸດ​ລົງ 1-1,5% ຕໍ່​ປີ(3) ຕາມ​ທີ່ກຳນົດ​​ໄວ້​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ.   

ບົນ​ພື້ນຖານ​ການ​ຕີ​ລາຄາ​ບັນດາ​ໂຄງການ, ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ສຳລັບ​ເຂດ​ຊົນ​ເຜົ່າ​ສ່ວນນ້ອຍ ​ແລະ ​ເຂດ​ພູ​ດອບ ​ໃນ​ໄລຍະ 2011-2020 ຕາມ​ເກນກຳນົດ 5 ປະການ: 1- ຄວາມ​ທັນ​ເວລາ ​ໃນ​ການ​ປັບປຸງ​ບູລະນະ​ແລະ​ປະກາດ​ໃຊ້​ກົນ​ໄກ, ນະ​ໂຍບາຍ (​ເອກະສານ​ກົດໝາຍ ​ແລະ ​ເອກະສານ​ແນະນຳ); 2- ຄວາມເໝາະສົມ ຂອງກົນໄກ, ນະໂຍບາຍ​ ແລະ ໂຄງການ​ທີ່​ປະກາດ​ໃຊ້ ໃນການຈັດຕັ້ງປະຕິບັດ​ເປົ້າ​ໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ໃນ​ດ້ານຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ຈຸດ​ພິ​ເສດຂອງ​ເຂດ ພາກພື້ນ (ຊົນ​ເຜົ່າ​ສ່ວນ​ນ້ອຍ, ຊາຍ​ແດນ, ​ເກາະ​ທະ​ເລ, ເຂດປອດໄພ, ຫາດ​ດອນ, ບ້ານ​ທຸກ​ຍາກ, ຕາ​ແສງທຸກ​ຍາກ, ​ເມືອງທຸກ​ຍາກ, ​ເຂດ​ເສດຖະກິດ - ນິ​ເວດ,...), ສ​ອດ​ຄ່ອງ​ກັບ​​ແຫຼ່ງພະລັງ ​ແລະ ​ຄວາມ​ສາມາດ​ປະຕິບັດ​ຂອງບັນດາ​ທ້ອງ​ຖິ່ນ; 3- ຄວາ​ມຄົບ​ຊຸດ​ແລະ​ເປັນລະ​ບົບ ຂອງ​ກົນ​ໄກ, ນະ​ໂຍບາຍ ​ແລະ ວິທີການ​ແກ້​ໄຂ​ຄວາມ​ທຸກ​ຍາກ; 4- ຄວາ​ມສົມບູນ ສະ​ແດງ​ອອກໃນລະດັບການຈັດ​ສັນ​ຊັບພະຍາກອນ, ຮັບປະກັນແຫຼ່ງຊັບພະຍາກອນໃຫ້ພຽງພໍແລະທັນການ​ ເພື່ອປະຕິບັດ​ບັນດາ​ໂຄງການ, ນະໂຍບາຍໃນໂຄງການຫຼຸດຜ່ອນຄວາມທຸກຍາກ; 5- ປະສິດທິພາບ ແລະ ປະສິດທິຜົນ; ສະ​ແດງ​ໃຫ້​ເຫັນ​ບັນ​ຫາຕ່າງໆ​ດັ່ງ​ຕໍ່​ໄປ​ນີ້​:

ທີ​ໜຶ່ງ, ຜົນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ບໍ່​ຍືນ​ຍົງ, ຈຳນວນຄອບຄົວທີ່​ຫຼຸດ​ພົ້ນ​ອອກ​ຈາກຄວາມທຸກຍາກສ່ວນຫຼາຍປ່ຽນໄປ​ເປັນຄອບຄົວ​ໃກ້ທຸກຍາກ. ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຫຼຸດ​ລົງຢ່າງ​ບໍ່​ສະໝ່ຳສະ​ເໝີ​ໃນບັນດາ​ພາກ​ພື້ນ​ຂອງ​ປະ​ເທດ. ສະພາບ​ຄວາມທຸກ​ຍາກເລິກ​ແລະຊຳເຮື້ອ ​ແມ່ນລວມ​ສູນ​ໃນ​​ຊົນ​ເຜົ່າສ່ວນນ້ອຍ ຢູ່​ບັນດາ​ເຂດ​ປະສົບ​ກັບຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຕົ້ນຕໍ​ແມ່ນ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ໃນ​ນັ້ນ “​ແກ່ນຂອງ​ຄວາມທຸກ​ຍາກ” ​ເຕົ້າ​ໂຮມ​ຢູ່​ບັນ​ດາ​ແຂວງ​ເຂດ​ພູດ​ອຍ​ທາງ​ພາກ​ເໜືອ, ​​ເຂດ​ເນີນ​ສູງໄຕ​ງວຽນ, ​ໂດຍ​ສະ​ເພາະ ​​ໃນ​ເຂດ​ພູດ​ອຍຕາ​ເວັນ​ຕົກ​ສຽງ​ເໜືອ(4). ນີ້​ແມ່ນ​ກຸ່ມ​ປະ​ຊາ​ກອນ​ທີ່​ມີ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຊ້າ ​ເຊິ່ງມັກປະ​ເຊີນ​ກັບ​ຄວາມ​ສ່ຽງທີ່​ຈະ​ກັບມາສູ່​ຄວາມ​ທຸກ​ຍາກ. ສະຖານະ​ການ​ນີ້​ໄດ້​ແກ່ຍາວ​ມາ​​ຫຼາຍ​ປີ​ແລ້ວ, ​ແຕ່​ຍັງ​ບໍ່​ສາມາດ​ແກ້​ໄຂ​ໄດ້ຢ່າງ​ສົມບູນ.

ອັດຕາ​ຄອບຄົວ​​ໃກ້​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ຢ່າງ​ຊ້າໆ, ​ແຕ່​ປີ 2015 ​ເຖິງ​ປີ 2019 ຫຼຸດ​ລົງ​ພຽງ 0,95%, ສະ​ເລ່ຍ​ແມ່ນ 0,19% ຕໍ່​ປີ. ລາຍ​ໄດ້​ສະ​ເລ່ຍຕໍ່​ຄົນ ​ຂອງ​ຄອບຄົວ​ທຸກ​ຍາກຢູ່​ບັນດາໝູ່​ບ້ານ​ທີ່​ຫຍຸ້ງຍາກຫຼາຍ ​ແລະ ຂອງ​ຄອບຄົວຊົນເຜົ່າທຸກຍາກ ​ເພີ່ມ​ຂຶ້ນ​ພຽງ​ແຕ່ 1,2 ເທົ່າ, ຈາກ 15​.810.000 ດົ່ງ​ປີ 2015 ຂຶ້ນ​ເປັນ 19.000.000 ດົ່ງ​ປີ 2019 (ເປົ້າໝາຍ​ຂອງ​ໂຄງການໝາຍ​ເລກ 135 ​ແມ່ນ​ເພີ່ມ​ຂຶ້ນ 2 ​ເທົ່າ). ອັດຕາ​ສ່ວນ​ຕາ​ແສງ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ ຫຼຸດ​ພົ້ນ​ອອກ​ຈາກສະຖານະ​ການ​ຫຍຸ້ງ​ຍາກ​ ມີ​ພຽງ 5,66% (ບັນລຸ 20% - 30% ຂອງ​​ເປົ້າໝາຍ). ການຂາດຄວາມ​ສາມາດເຂົ້າເຖິງບໍລິການ​ທາງ​ສັງຄົມຂັ້ນພື້ນຖານເຊັ່ນ: ທີ່ຢູ່ອາ​ໄສ, ການດູແລສຸຂະພາບ, ນ້ຳສະອາດ ແລະ ການສຸຂາພິບານ ຍັງມີຢູ່ຫຼາຍ(5).

ອັດຕາ​ຄອບຄົວ​ໃກ້​ທຸກ​ຍາກ​ທີ່​ເຂົ້າ​ຮ່ວມ​​ປະ​ກັນ​​ສຸ​ຂະ​ພາບ​ໄດ້​ບັນ​ລຸ​ເປົ້າ​ໝາຍ, ແຕ່​ເຫດຜົນຕົ້ນຕໍແມ່ນບັນດາທ້ອງຖິ່ນ (58 ​ໃນ 63 ແຂວງ, ນະຄອນ) ​ໃຊ້​ງົບປະມານ​ຂອງ​ທ້ອງຖິ່ນໃນການລະດົມແຫຼ່ງທຶນ ເພື່ອສະໜັບສະໜູນຄ່າປະກັນສຸຂະພາບ ​ໃຫ້​ແກ່​ບັນດາ​ຄອບຄົວທີ່ໃກ້ທຸກຍາກ. ພື້ນຖານ​ວັດຖຸ ​ແລະ ບຸກຄະລາ​ກອນ​ຂອງ​ບັນດາ​ສຸກສາລາ​ຕາ​ແສງບໍ່​ສະໝ່ຳສະ​ເໝກັນ​ໃນ​ທຸກ​ພາກ​ພື້ນ​, ​ໂດຍ​ສະ​ເພາະ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ປະສົບ​ຄວາມ​ຫຍຸ້ງ​ຍາດ​ທາງ​ດ້ານ​ເສດຖະກິດ-ສັງຄົມ, ດັ່ງ​ນັ້ນ ຈຶ່ງຍັງ​ບໍ່​ທັນ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ໃນ​ຄຸນ​ນະພາ​ບ​ການ​ບໍລິການ​ສຸຂະພາບ​ຢູ່​ຂັ້ນ​ຮາກ​ຖານ.

ທີ​ສອງ, ເສັ້ນ​ຄວາມ​ທຸກ​ຍາກ​ໃໝ່​ຕາມ​ວິ​ທີ​ຫຼາຍ​ມິ​ຕິ​ຍັງ​ມີ​ຂໍ້​ຈຳ​ກັດ​ຈຳ​ນວນ​ໜຶ່ງ​ທີ່​ຕ້ອງ​ແກ້​ໄຂ: 1- ເສັ້ນ​ຄວາມ​ທຸກ​ຍາກ​​ດ້ານ​ລາຍ​ໄດ້​ ຍັງ​ບໍ່​ທັນ​ໄດ້ຕາມຄວາມ​ຕ້ອງການຮັບຮອງ​ມາດຕະຖານການ​ຄອງ​ຊີບ​ຂັ້ນ​ຕ່ຳ​ ​ເຊິ່ງ​ມະຕິ​ເລກທີ 76/2014/QH13 ລົງ​ວັນ​ທີ 24 ມິຖຸນາ 2014 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ວາງ​ໄວ້: “ຍູ້​ແຮງ​ການ​ປະຕິບັດ​ເປົ້າ​ໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ເຖິງ​ປີ 2020”. 2- ຕົວຊີ້ວັດບາງ​ຕົວ​ບໍ່​ເໝາະ​ສົມ ​ໄດ້ສົ່ງຜົນກະທົບຕໍ່ການລະບຸຄົວເຮືອນທີ່ທຸກຍາກໃນທ້ອງຖິ່ນ(7); 3- ລັດ​ຖະ​ບານ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ຜົນ​ລວມ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ຂາດ​ເຂີນ​​ບໍ​ລິ​ການ​ສັງ​ຄົມ​ຂັ້ນ​ພື້ນ​ຖານ.

ທີ​ສາມ, ແຫຼ່ງຊັບພະຍາກອນເພື່ອການຫຼຸດຜ່ອນຄວາມທຸກຍາກ​ໄດ້ກະຈາຍ​ໃນ​ຫຼາຍ​ນະ​ໂຍບາຍ, ​ແຕ່ບາງນະໂຍບາຍ ​ເຖິງປີ​ສຸດ​ທ້າຍ​ຂອງ​ໄລຍະ​ປະຕິບັດ​ຈຶ່ງ​ໄດ້​ຮັບ​ການຈັດ​ສັນ​ແຫຼ່ງ​ເງິນລົງທຶນ. ການ​ລະດົມ​ແຫຼ່ງ​ເງິນທຶນ​ຈາກ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ຍັງ​ຖືກ​ຈຳກັດ. ບັນດາ​ນະ​ໂຍບາຍ​ບຸລິມະສິດ​ດ້ານ​ທີ່​ດິນ, ພາສີ, ສິນ​ເຊື່ອ ​ແລະ ການ​ໜູນ​ຊ່ວຍ​ຕະຫຼາດ​ແມ່ນ​ເໝາະ​ສົມ​ກັບ​ລັກສະນະ​​ເຂດ ​ແລະ ພາກ​ພື້ນ ​ເພື່ອ​ດຶງ​ດູດ​ວິ​ສາ​ຫະກິດ​​ໃຫ້​ເຂົ້າ​ມາລົງທຶນ ພັດທະນາ​ການ​ຜະລິດ​ແລະດຳ​ເນີນ​ທຸລະ​ກິດ ​ໃນ​ບັນດາ​ເຂດທີ່​ປະສົບ​ຄວາມ​ຫຍຸ້ງຍາກ ​ແລະ ​ເຂດ​ທີ່​ມີ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເປັນ​ຈຳນວນ​​ຫຼາຍນັ້ນ ບໍ່​ໄດ້ຜົນ​ເທົ່າ​ທີ່​ຄາດ​ຫວັງ. ​

ທີ​ສີ່, ການປະຕິບັດນະໂຍບາຍສະໜັບສະໜູນ​ແບບມີເງື່ອນໄຂ​ໄດ້​ຢຸດ​ຢູ່​ທີ່​ນະ​ໂຍບາຍສິນ​ເຊື່ອ, ຮູບແບບການຜະລິດ​ ​ຫຼືໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ, ມັນ​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ ​ແລະ ຄວາ​ມຄິດປະດິດ​ສ້າງ​ຂອງບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່ອໃຫ້ມີນະໂຍບາຍທີ່ຫຼາກຫຼາຍ ແລະ ເໝາະສົມກັບ​ສະພາບເສດຖະກິດ-ສັງຄົມຂອງທ້ອງຖິ່ນ; ຍັງ​ບໍ່​ທັນ​ສົ່ງ​ເສີມການ​ເຂົ້າ​ຮ່ວມ​ຢ່າງ​ແຂງ​ຂັນ​ແລະຫ້າວຫັນຂອງຜູ້ທຸກຍາກ.

ທີ​ຫ້າ, ອັດຕາສ່ວນຂອງນັກຮຽນຊົນເຜົ່າທີ່ເຂົ້າຮຽນ​ໃນ​ໂຮງຮຽນ​ມັດ​ຖະຍົມ​ສຶກສາ​ຕອນປາຍບໍ່ສູງ (63,03%); ການ​ສະ​ໜັບ​ສະ​ໜູນ​ການ​ຝຶກ​ອົບ​ຮົມ​​ປະ​ຊາ​ຊົນບັນດາ​ເຜົ່າ​ໄດ້​ພຽງ 1,1 ລ້ານ​ຄົນ (14%) ຈາກ​ຈຳ​ນວນ​ຊາວ​ເຜົ່າ​ສ່ວນ​ນ້ອຍ​​ໃນ​ໄວ​ອາ​ຍຸ​ການເຮັດ​ວຽກເກືອບ 8 ລ້ານ​ຄົນ​. ​ໃນ​ໄລຍະ 2016-2018, ມີ​ຊາວ​ເຜົ່າ​ສ່ວນນ້ອຍ 8 ​ແສນກວ່າ​ຄົນ, ​ໃນ​ນັ້ນ​ແຮງ​ງາ​ນຊົນນະບົດ​ທີ່​ເປັນ​ຊາວ​​ເຜົ່າ​ສ່ວນນ້ອຍ 412 ພັນ​ຄົນ​, ໄດ້​ຮັບ​ການ​ຝຶກ​ອົບຮົມ​ວິຊາ​ຊີບ. ລະບົບ​ໂຮງຮຽນ​ສາມັນ​ສຶກສາ​ເຄິ່ງກິນນອນ​ຂອງ​ຊົນ​ເຜົ່າ​ສ່ວນນ້ອຍ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ເໝາະ​ສົມ; ຫຼາຍ​ທ້ອງ​ຖິ່ນ​ບໍ່​ສາມາດ​ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ສະໝັກ​ຈັດ​ສົ່ງ​ໄປ​ຮຽນພາຍຫຼັງ​ຮຽນ​ຈົບ. ວຽກ​ງານ​ການ​ຝຶກ​ອົບຮົມ​ຕາມ​ແບບ​ສະໝັກ​ຈັດ​ສົ່ງ​ໄປ​ຮຽນ ຍັງບໍ່ຕິດ​ແໜ້ນກັບການນຳໃຊ້​ແຮງ​ງານ; ການ​ແກ້​ໄຂທີ່​ດິນ​ຢູ່​ອາ​ໄສ ແລະ ທີ່​ດິນ​ທຳ​ການ​ຜະ​ລິດ​ ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ ຍັງ​ບໍ່​ທັນ​ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ; ສະພາບ​ການ​ຍ້າຍ​ຖິ່ນ​ໂດຍບໍ່ໄດ້ວາງແຜນໃນບາງທ້ອງຖິ່ນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​​ເຖິງ​ຖອງ.

ທີ​ຫົກ, ລະບົບ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຍັງ​ສັບສົນ, ຫຼາຍ​ຊັ້ນ​ຂັ້ນ, ​ເຮັດ​ໃຫ້​​ເກີດຄວາມ​ຫຍຸ້ງຍາກ​ຕໍ່​ການ​ນຳ​ໃຊ້ຂອງ​ພະນັກງານ​ຂັ້ນ​ຮາກ​ຖານ ​ແລະ ການ​ເຂົ້າ​ເຖິງ​ຂອງ​ປະຊາຊົນ. ການທົບ​ທວນ, ການ​ບູລະນະ, ການ​ແກ້​ໄຂ ​ແລະ ການ​ປະກາດ​ໃຊ້ນະໂຍບາຍຫຼຸດຜ່ອນຄວາມທຸກຍາກ ຍັງບໍ່ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ, ສົ່ງຜົນກະທົບຕໍ່ການດຳ​ເນີນການ​ໃນເບື້ອງຕົ້ນຂອງ​ໂຄງການ. ບາງ​ນະ​ໂຍບາຍ​ຍັງ​ບໍ່​​ເໝາະ​ສົມ​ເຊັ່ນ ນະ​ໂຍບາຍ​ທີ່ຢູ່​ອາ​ໄສ, ນະ​ໂຍບາຍ​ການ​ລົງທຶນ​ດ້ານ​ຊັບພະຍາກອນ​ມະນຸດ​ໃຫ້​ແກ່​ຊົນ​ເຜົ່າ​ສ່ວນ​ນ້ອຍ, ນະ​ໂຍບາຍ​ຮັບ​ສະໝັກ​ຈັດ​ສົ່ງ​ໄປ​ຮຽນ,...  ບໍ່ຕິດກັບການໃຊ້ງານຫຼັງການຝຶກອົບຮົມ ​ແລະ ບໍ່ສອດຄ່ອງກັບຈຸດ​ພິ​ເສດ​ແລະ​ເງື່ອນ​ໄຂ​ຂອງ​ແຕ່ລະ​ພາກພື້ນ, ປະສິດທິຜົນບໍ່ທັນສູງ. ຍັງ​ບໍ່​ທັນ​ມີ​ນະ​ໂຍບາຍ​ສະໜັບສະໜູນ​ທີ່ຢູ່​ອາ​ໄສ​ໃຫ້​ຄອບຄົວ​ທຸກ​ຍາກ​ໄລຍະ 2016-2020.

ທີ​ເຈັດ, ການ​ລະບຸ​ແລະ​ການ​ຄຸ້ມ​ຄອງ​ຄອບຄົວ​ທີ່​ທຸກ​ຍາກ​ແລະ​ໃກ້​ທຸກ​ຍາກ ຍັງຈຳກັດ; ຍັງ​ມີ​ສະພາບ​ການ​ໃຫ້​ຄົນ​ທີ່​ບໍ່​ມີ​ສິດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ທີ່​ໃກ້​​ທຸກ​ຍາກ​ ເພື່ອ​​ໃຊ້​ປະ​ໂຫຍ​ດຈາກ​ນະ​ໂຍບາຍ.

ສາເຫດຂອງຂໍ້ຈໍາກັດ ແລະ ຄວາມບໍ່ພຽງພໍທີ່​ກ່າວມາຂ້າງ​ເທິງແມ່ນ:

ທີ​ໜຶ່ງ, ເສັ້ນ​ຄວາມ​ທຸກ​ຍາກ​ທີ່​ບໍ່​ໃກ້​ຊິດ​ກັບ​ຄວາມ​ເປັນ​ຈິງ​ຂອງ​ຄວາມ​ທຸກ​ຍາກ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາ​ເຫດ​ພື້ນ​ຖານ​ ທີ່​ເຮັດ​ໃຫ້​ຜົນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ບໍ່​ມີ​ຄວາມ​ຍືນ​ຍົງ​ຫຼາຍ (ຄອບຄົວ​ທີ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ສ່ວນ​ໃຫຍ່​ພຽງ​ແຕ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຕາມ​ມາດ​ຕະ​ຖານ​ລາຍ​​ໄດ້, ແຕ່​ຍັງ​ບໍ່​ທັນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເວົ້າ​ລວມ).

ທີ​ສອງ, ລະດັບ​ປັນຍາຄວາມ​ຮູ້​ຂອງ​ປະຊາຊົນ, ລະດັບການຜະລິດ ຍັງ​ຖືກຈໍາກັດ; ​ໂຄງ​ສ້າງ​ພື້ນຖານ, ​ໂດຍ​ສະ​ເພາະ​ໂຄງ​ສ້າງ​ພື້ນຖານການ​ຄົມມະນາຄົມຂົນສົ່ງ​ ໃນ​ເຂດ​ພູດອຍ, ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ ຍັງ​ມີຄວາມຫຍຸ້ງຍາກຫຼາຍ, ຕ້ອງ​ໃຊ້ຊັບພະຍາກອນຈຳນວນ​ຫຼາຍ​​ເພື່ອ​ການ​ລົງທຶນ ໃນຂະນະທີ່ງົບປະມານ​ຍັງຈຳກັດ. ການ​ກະທົບ​ຂອງ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໄພທຳມະ​ຊາດ, ນ້ຳຖ້ວມນ້ຳມາກ, ການລະບາດຂອງພະຍາດ ເກີດຂຶ້ນເລື້ອຍໆ ແລະ ໃນຂະໜາດໃຫຍ່, ສົ່ງ​ຜົນ​ກະທົບ​ທີ່​ຮ້າຍ​ແຮງ​ເຖິງການ​ຜະລິດ ​ແລະ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ທີ​ສາມ, ແຫຼ່ງຊັບພະຍາກອນເພື່ອປະຕິບັດນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແມ່ນ​ຂຶ້ນ​ກັບ​ແຫຼ່ງທຶນ​ສູນ​ກາງ​ເ​ປັນສ່ວນໃຫຍ່ ແລະ ຖືກກະແຈກກະຈາຍ; ການ​ປະສົມ​ປະສານ​ບັນດາ​ແຫຼ່ງພະລັງ​ຍັງ​ຫຍຸ້ງຍາກ ​ເພາະວ່າ​ ​ແຕ່ລະ​ໂຄງການ, ​ແຜນ​ງານ​ມີ​ເປົ້າ​ໝາຍ​ແລະ​ກົນ​ໄກ​ຄຸ້ມ​ຄອງ​ທີ່​​ແຕກຕ່າງ​ກັນ. ​ເຖິງ​ວ່າ​ງົບປະມານ​ສູນ​ກາງ​ຈະ​ຮັບປະກັນ​ແຫຼ່ງ​ເງິນ​ລົງທຶນ​ໃຫ້​ແກ່​ໂຄງການ​​ເປົ້າ​ໝາຍ​ແຫ່ງ​ຊາດວ່າ​ດ້ວຍ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໃນ​ໄລຍະ 2016-2020 ກໍ່​ຕາມ, ​ ​ແຕ່​ສຳລັບ 21 ​ໂຄງການ​​ເປົ້າ​ໝາຍ​ທີ່​ປະຕິບັດ​ຕາມ​ມະຕິ​ເລກທີ 73/NQ-CP, ລົງ​ວັນ​ທີ 26 ສິງຫາ 2016, ຂອງ​ລັດຖະບານ​ທີ່ “ອະນຸມັດ​ແຜນນະ​ໂຍ​ບາຍ​ການ​ລົງ​ທຶນ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ໄລ​ຍະ 2016-2020” ນັ້ນ, ​ໄດ້​ຈັດ​ສັນ​ເງິນ​ລົງທຶນ​ເພື່ອ​ການ​ພັດທະນາ​ທັງ​ໝົດ​ພຽງ 53,61% ​ໃນ​ແຜນການ​ລົງທຶນ​ພາກ​ລັດ​ໄລຍະ​ກາງ​ທີ່​ໄດ້​ຮັບ​ອະນຸມັດ.

ທີ​ສີ່, ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ຂັ້ນ​ຮາກ​ຖານຂາດ​ຄວາມ​ໝັ້ນຄົງ; ພະນັກງານແລະລັດຖະກອນສ່ວນໜຶ່ງຂາດປະສົບການ, ມີ​ຂໍ້ຈຳກັດໃນການຮັບ​ຮູ້​ນະ​ໂຍບາຍ ແລະ ການປະຕິບັດນະໂຍບາຍ, ບໍ່​ມີ​ວິທີ​ການ​ທີ່​ມີ​ປະສິດທິ​ຜົນໃນການ​ເຂົ້າ​ເຖິງບັນຫາທີ່ຫາກໍເກີດຂຶ້ນ.

ທີ​ຫ້າ, ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ ​ແລະ ຄວາມ​ພະຍາຍາມ​ເພື່ອ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ໃນ​ບັນດາ​ຂະ​ແໜງ​ການ​ແລະຂັ້ນ​ຕ່າງໆ​​ ຍັງ​ບໍ່​ສະໝ່ຳສະ​ເໝີ​; ການ​ປະສານ​ງານ, ການ​ປະຕິບັດ​ຄວາມ​ຮັບຜິດຊອບ ຂອງ​ບັນດາ​ຂະ​ແໜງ​ການ​ສູນ​ກາງ​ແລະທ້ອງ​ຖິ່ນ ​ໃນ​ການກໍ່ສ້າງ​ແລະ​ປະຕິວັດນະ​ໂຍບາຍ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກ ບາງ​ຄັ້ງ​ຍັງ​ບໍ່​ທັນ​ຄົບ​ຊຸດ, ຂາດ​ຄວາມ​ເຂັ້ມ​ງວດ, ນໍາໄປສູ່ການ​ແກ່ຍາວ​ເວລາ​ຈັດການ​ແກ້​ໄຂບັນດາບັນຫາສະຫະ​ຂະ​ແໜງ​ການ.

ທີ​ຫົກ, ຍັງ​ມີ​ປະຊາຊົນ​ສ່ວນ​ໜຶ່ງ​ທີ່​ມີ​ແນວ​ຄິດ​ລໍຖ້າ​​ເພິ່ງ​ພາ ​ເອື່ອຍ​ອີງ ​ແລະ ບໍ່​ຕັດສີນ​ໃຈບືນ​ຕົວ​ຂຶ້ນ​​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ດ້ວຍ​ຕົນ​ເອງ.

ບາງວິທີແກ້ໄຂໃນອະນາຄົດອັນໃກ້ນີ້

ທິດ​ທາງ​ທີ່ສຳໜຶ່ງ​​ເພື່ອ​​ຫຼຸດຜ່ອນຄວາມທຸກ​ຍາກ​​ແບບ​ຍືນຍົງໃນ​ເຂດຊົນ​ເຜົ່າ​ສ່ວນນ້ອຍ ​ແລະ​ ເຂດ​ພູດ​ອຍ ທີ່​ລະບຸ​ໄວ້​ໃນ​ມະຕິ​ເລກທີ 76/2014/QH13 ​ແມ່ນ: “ຊຸກຍູ້​ການ​ເຊື່ອມ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງ​ຄົມລະຫວ່າງ​ເຂດ​ທີ່​ຫຍຸ້ງຍາກ​ ກັບ​ເຂດ​ທີ່​ພັດທະນາ. ປະຕິບັດ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ທີ່​ດິນ, ພາສີ, ສິນ​ເຊື່ອ ​ແລະ ສະໜັບສະໜູນຕະຫຼາດ ຕາມຈຸດ​ພິ​ເສດພາກພື້ນ ​ເພື່ອ​ດຶງ​ດູດ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ​ໃຫ້​ເຂົ້າ​ມາ​ລົງທຶນພັດທະນາ​ການ​ຜະລິດ ທຸລະ​ກິດ ​ແລະ ​ໂຄງ​ສ້າງ​ພື້ນຖານ, ຝຶກ​ອົບຮົມ​ວິ​ຊາ​ຊີບ, ສ້າງວຽກ​ເຮັດ​ງານທຳ​ໃຫ້​ຄົນ​ງານທ້ອງຖິ່ນ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຜະລິດ​ສິນຄ້າ ຕິດ​ພັນ​ກັບ​ຕະຫຼາດ​ຢູ່​ເຂດ​ທຸກ​ຍາກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ທີ່​ມີ​ຊາວ​ເຜົ່າ​ສ່ວນ​ນ້ອຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ”. ບົນ​ພື້ນຖານທິດ​ທາງ​ດັ່ງກ່າວ, ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ​ເຂດ​ພູດ​ອຍ, ຕ້ອງ​ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ພື້ນຖານ​ດັງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ປັບປຸງ​ບູລະນະ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມຢ່າງຮອບດ້ານ ປົກ​ຄຸມ ​ແລະ ຍືນ​ຍົງ, ຮັບປະກັນສິດທິມະນຸດດ້ວຍ 3 ໜ້າທີ່ຄື: ປ້ອງກັນ - ຫຼຸດຜ່ອນ -​ ແກ້​ໄຂ​ຜ່ານ​ຜ່າຄວາມສ່ຽງ.

ທີ​ສອງ, ແກ້​ໄຂ​ບັນຫາການ​ຂາດ​ແຄນ​ທີ່​ດິນ​ຢູ່​ອາ​ໄສ, ເຮືອນ, ທີ່​ດິນ​ທຳ​ການ​ຜະ​ລິດ, ນ້ຳ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ; ການວາງ​ແຜນ​ກຳນົດ, ຈັດ​ວາງສັບ​ຊ້ອນ ​ແລະ ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ປະຊາກອນ​ ຢູ່​ສະຖານ​ທີ່​ຈຳ​ເປັນ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ ​ແລະ ວຽກ​ເຮັດ​ງານທຳ, ​ແກ້​ໄຂ​ບັນຫາ​ນ້ຳ​ເພື່ອ​ການຜະລິດ ​ແລະ ການ​ໃຊ້ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ. ສືບ​ຕໍ່​​ເປີດ​ກວ້າງ​ການ​ບໍ​ລິ​ການ​ເຮືອນ​ຢູ່​ ​ເພື່ອ​ຮັບປະກັນ​ທີ່ຢູ່​ອາ​ໄສ​ໃຫ້​ແກ່​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ອົບ​ພະຍົບ ​ແລະ ປະຊາຊົນ​ຢູ່​ເຂດ​ທີ່​ຖືກ​ຜົນ​ກະທົບ​ຈາກໄພ​ທຳ​ມະ​ຊາດ ​ແລະ ຈາກການ​ປ່ຽນ​ແປງສະພາບ​ພູມ​ອາກາດ. ​ເປີດ​ຄວາມ​ຫຼາກ​ຫຼາຍ​ຂອງປະ​ເພດ​ການ​ລົງ​ທຶນ​, ​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ ໃນ​ການ​ພັດ​ທະ​ນານ້ຳ​ສະ​ອາດ ​ແລະ ​ຮັກສາ​ອະນາ​ໄມ ສິ່ງ​ແວດ​ລ້ອມ​ຊົນນະບົດ; ​​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຖືກນ້ຳ​ເຄັມ​​ແຊກ​ຊຶມ, ​ເຂດ​ທີ່​​ເຄີຍ​ແຫ້ງ​ແລ້ງ​, ນ້ຳຖ້ວມ, ​ເຂດຂາດ​​ແຫຼ່ງນ້ຳ.

ທີ​ສາມ, ພັດທະນາ​ການ​ຜະລິດ​ກະສິກຳ​ແລະ​ການປ່າ​ໄມ້, ພັດທະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແລະ​ທ່າ​ແຮງ​ຂອງ​ບັນດາ​ເຂດ ພາກ​ພື້ນ ​ເພື່ອຜະລິດ​ສິນຄ້າຕາມ​ລະບົບ​ຕ່ອງ​ໂສ້​ຄຸນຄ່າສຳລັບຕະຫຼາດໃນປະ​ເທດ ແລະ ສົ່ງອອກ.

ທີ​ສີ່, ລົງທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ທີ່​ຈຳ​ເປັນ​ໃນ​ການ​ຮັບ​ໃຊ້​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ​ເຂດ​ພູດ​ອຍ; ພັດທະນາ​ການ​ສຶກສາ​ແລະ​ຝຶກ​ອົບຮົມ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ແຫຼ່ງຊັບພະຍາກອນ​ມະນຸດ; ອະນຸລັກ​ແລະສົ່ງ​ເສີມຄຸນຄ່າ​ວັດທະນະທຳດັ້ງ​ເດີມ​ອັນ​ດີງາມ ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ ​ແລະ ການ​ບໍ​ລະກາ​ນ; ​ເບິ່ງ​ແຍງ​ສຸຂະພາບ​ຂອງ​ປະຊາຊົນ, ປັບປຸງ​ສະພາບ​ຮ່າງ​ກາຍ​ແລະຄວາມ​ສູງ​ຂອງຄົນ​ຊົນ​ເຜົ່າ​ສ່ວນນ້​ອຍ; ການປ້ອງກັນ ແລະ ຄວບຄຸມພາວະຂາດສານອາຫານ​ໃນເດັກ; ປະຕິບັດ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນທີ່​ແມ່​ຍິງ​ແລະ​ເດັກປະ​ເຊີນ; ລົງທຶນ​ໃນ​ການ​ພັດທະນາ​ກຸ່ມ​ຊົນ​ເຜົ່າທີ່ມີປະຊາກອນ​ໜ້ອຍຫຼາຍ ແລະ ຊົນເຜົ່າທີ່ມີຄວາມຫຍຸ້ງຍາກ. 

ທີ​ຫ້າ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ, ການ​ສື່ສານ, ການ​ໂຄສະນາ ​ແລະ ການຂົນຂວາຍ​ຊວນ​ເຊື່ອ​ ຢູ່​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ເຂດ​ພູດ​ອຍ. ດຳ​ເນີນ​ການ​ກວດກາ, ຕິດ​ຕາມ​ກວດກາ ​ແລະ ຕີ​ລາຄາການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຫຼຸດຜ່ອນ​ຄວາມທຸກ​ຈົນ​ແບບ​ຍືນ​ຍົງ​ ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ສຸມ​ໃສ່​ເນື້ອ​ໃນຈຳນວນ​ໜຶ່ງ​​ຕໍ່​ໄປ​ນີ້:

1- ສ້າງ​ແລະ​ປະກາດ​ໃຊ້ ມາດຖານກຳນົດເຂດຊົນເຜົ່າສ່ວນນ້ອຍ ແລະ ເຂດພູດອຍ ຕາມລະດັບການພັດທະນາ, ຮັບປະກັນ​ຄວາມ​ຮອບດ້ານ, ພາວະ​ວິ​ໄສ, ວິທະຍາສາດ ​ແລະ ຊັດ​ເຈນ, ​ເປັນ​ພື້ນຖານກຳນົດ​ເປົ້າ​ໝາຍ​ແລະ​ພື້ນ​ທີ່​ທີ່​ຕ້ອງ​ບຸລິມະສິດ ​ເພື່ອ​ຈະ​ສຸມ​ໃສ່​ລົງທຶນ​ຢ່າງ​ມີ​ຈຸດ​ໜັກ​ໃຈກາງ;

2- ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ວິທະຍາສາດ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ; ສ້າງ​ຖານ​ຂໍ້​ມູນ​ລວມຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຄາດ​ຄະ​ເນ, ກຳນົດ ​ແລະ ປະຕິບັດ​ນະ​ໂຍບາຍ​ຊົນ​​ເຜົ່າ;

3- ລະດົມ​ທຸກ​ແຫຼ່ງພະລັງ​ເພື່ອ​ລົງທຶນ​ພັດທະນາ​ເສດຖະກິດ-ສັງຄົມ, ​ໃນ​ນັ້ນ​ແຫຼ່ງພະລັງ​ຂອງ​ລັດ​ມີ​ບົດບາດສຳຄັນ, ຕັດສິນ​ຊີ້​ຂາດ​ການ​ລະດົມ​ແຫຼ່ງພະລັງ​ອື່ນໆ. ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ ​ແລະ ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ;

4- ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ, ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ, ຕ້ານ​ທຸກ​ປະກົດ​ການ​ຂອງ​ການ​ສໍ້​ລາດ​ບັງ​ຫຼວງ, ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ຄວາມ​ຫຍໍ້​ທໍ້​ເລວຊາມ. ດັດ​ແກ້​ແລະ​ເພີ່ມ​ເຕີມ​ພາລະ​ບົດບາດ, ໜ້າ​ທີ່​ຂອງຄະນະ​ກຳມະການ​ຊົນ​ເຜົ່າ, ຖື​ວ່າ​ນີ້​ແມ່ນອົງການ​ປະສານ​ງານ​ ໃນ​ການຕິດຕາມ​ກວດກາ ​ແລະ ສັງ​ລວມ​ນະ​ໂຍບາຍ​ຊົນ​ເຜົ່າ; ສະ​ເໜີ ​ແລະ ​ເຂົ້າ​ຮ່ວມ​ການ​ຕີ​ລາຄາ​ບັນດາ​ນະ​ໂຍບາຍ​ແລະ​ໂຄງການ​ລົງທຶນ​ທີ່ກ່ຽວຂ້ອງ​ກັບ​ເຂດ​ຊົນ​ເຜົ່າ​ສ່ວນນ້ອຍ ​ແລະ ​ເຂດ​ພູດ​ອຍ;

5- ວາງ​ແຜນ​ການ, ຝຶກ​ອົບ​ຮົມ, ຈັດ​ວາງ ​ແລະ ນຳ​ໃຊ້ຖັນ​ແຖວ​ພະນັກງານ​ທີ່​ເປັນ​ຄົນຊົນ​ເຜົ່າ​ສ່ວນນ້ອຍຢ່າງ​ສົມ​ເຫດ​ສົມ​ຜົນ. ມີ​ນະ​ໂຍບາຍ​ສະ​ເພາະ​ໃນ​ການ​ຮັບສະໝັກ​ລັດຖະກອນ ​ແລະ ພະນັກງານ​ຂອງ​ລັດ ສຳລັບ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​​ໂດຍ​ສະ​ເພາະຊົນ​ເຜົ່າທີ່​ມີ​ປະຊາກອນ​ໜ້ອຍ, ຊົນ​ເຜົ່າ​ສ່ວນນ້ອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເອົາ​ໃຈ​ໃສ່​ໃນ​ການ​ຄົ້ນ​ພົບ, ວາງ​ແຜນການ, ຝຶກ​ອົບຮົມ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາບສູງ ​ແລະ ປະຕິບັດ​ເປັນ​ຢ່າງ​ດີ ​ນະ​ໂຍບາຍນຳ​ໃຊ້ ​ແລະ ​ໃຫ້​ຄ່າ​ຕອບ​ແທນຕໍ່​ພະນັກງານ​ທີ່​ເປັນ​ຊົນ​ເຜົ່າ​ສ່ວນນ້ອຍ;

6- ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະ​ປັບປຸງ​ລະບົບ​ການ​ເມືອງ, ສ້າງ​ທ່າ​ສະໜາມຮົບ​ການ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ​ແລະ ທ່າຮັກສາຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນທີ່​ໝັ້ນຄົງ. ຍ້ອງຍໍຊົມ​ເຊີຍ, ​ເຊີດ​ຊູ​ໃຫ້​ກຽດ ​ແລະ ​ໃຫ້​ກຳລັງ​ໃຈ​ຢ່າງ​ທັນ​ທ່ວງທີ ຕໍ່ບັນດາຕົວ​ແທນ​ທີ່​ມີ​ຊື່​ສຽງ, ນັກ​ທຸລະ​ກິດ ​ແລະ ນັກວິທະຍາສາດ​ບັນດາ​ເຜົ່າ​ສ່ວນ​ນ້ອຍ ທີ່​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ ເຂົ້າ​ໃນ​ພາລະກິດ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ;

7- ປ່ຽນ​ແປງ​ໃໝ່ ​ແລະ ​ຂະຫຍາຍ​ນະ​ໂຍບາຍ​ສິນ​ເຊື່ອ​​ຂອງ​ທະນາຄານ​ເພື່ອ​ນະ​ໂຍບາຍ​ສັງຄົມ ​ຕາມ​ທິດ​​ເພີ່ມວົງ​ເງິນ​ສິນ​ເຊື່ອ, ຂະຫຍາຍ​ຜູ້​ກູ້​​ໄປ​ທີ່​ບັນດາ​ໂຄງການ​ຜະລິດ​ແລະ​ທຸລະ​ກິດ​ທີ່ສ້າງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ຊາວຊົນ​ເຜົ່າ​ສ່ວນນ້ອຍ ​ແລະ ຊາວ​ພູດອຍ./.

--------------------

(1) ອີງ​ຕາມ​ຄະນະ​ຊີ້ນຳ​ເປົ້າ​ໝາຍ​ແຫ່ງ​ຊາດ​ເພື່ອ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໄລຍະ​ປີ 2016-2020.

(2), (3) ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 2, ໜ້າ 71, 96.

(4) ​ຕາມ​ລາຍ​ງານ​ສະບັບ​ເລກທີ 382/BC-CP, ລົງ​ວັນ​ທີ 20 ສິງຫາ 2020, ຂອງ​ລັດຖະບານ, ປີ 2015: ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຕາມ​ມາດຖານ​ໃໝ່​ຢູ່​ເຂດ​ພູດອຍຕາ​ເວັນ​ຕົກ​ສຽງ​ເໜືອ​ແມ່ນ 34,52%, ຢູ່​ເຂດ​ພູດ​ອຍຕາ​ເວັນອອກສຽງ​ເໜືອ​ແມ່ນ 20,75%, ຢູ່​ເຂດ​ເນີນ​ສູງ​ໄຕ​ງວຽນ​ແມ່ນ 17,48%, ອັດຕາ​ສ່ວນຄອບຄົວ​ທຸກ​ຍາກສະ​ເລ່ຍທົ່ວ​ປະ​ເທດ​ແມ່ນ 9,88%; ຮອດ​ປີ 2019, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກຢູ່​ເຂດ​ພູດອຍຕາ​ເວັນ​ຕົກ​ສຽງ​ເໜືອ​ແມ່ນ 20,4%, ຢູ່ເຂດ​ພູດ​ອຍຕາ​ເວັນອອກສຽງ​ເໜືອ​ແມ່ນ 9,12%, ຢູ່ເຂດ​ເນີນ​ສູງ​ໄຕ​ງວຽນ​ແມ່ນ 7,6%, ອັດຕາ​ສ່ວນຄອບຄົວ​ທຸກ​ຍາກສະ​ເລ່ຍທົ່ວ​ປະ​ເທດ​ແມ່ນ 3,75%.

(5) ລະດັບ​ຄວາມ​ຂາດ​ເຂີນ​ຫຼາຍ​ດ້ານ​ໃນ​ປີ 2019: ທີ່ຢູ່​ອາ​ໄສ (ຄຸນ​ນະພາ​ບທີ່ຢູ່​ອາ​ໄສ: 31,67%; ​ເນື້ອ​ທີ່​ທີ່ຢູ່​ອາ​ໄສ: 29,64%); ນ້ຳສະອາດ ​ແລະ ອະນາ​ໄສ (​ແຫຼ່ງ ນ້ຳ​ໃຊ້: 16,6%; ຫ້ອງນ້ຳຖືກຫຼັກອະນາໄມ: 53,58%); ສາທາລະນະ​ສຸກ (ການປະກັນ​ສຸຂະພາບ: 27,19%).

(6) ຕາມ​ລາຍ​ງານ​ສະບັບ​ເລກທີ 1198/BC-BYT, ລົງ​ວັນ​ທີ 03 ສິງຫາ 2020, ຂອງ​ກະຊວງ​ສາທາລະນະ​ສຸກ, ຍັງ​ມີ 17 ແຂວງ, ນະຄອນ ທີ່​ຍັງ​ບໍ່​ໄດ້​ຈັດ​ສັນ​ງົບປະມານ​ທ້ອງ​ຖິ່ນ​ເພື່ອຮອງ​ຮັບ 100% ຂອງ​ຄ່າ​ເບ້ຍ​ປະກັນ​ສຸຂະພາບທີ່​​ເຫຼືອ​ໃຫ້ຄົນ​ໃນ​ຄອບຄົວ​ທີ່​ໃກ້​ທຸກ​ຍາກ, ​ໃນ​ນັ້ນ​ມີ 5 ທ້ອງຖິ່ນທີ່ບໍ່ສະໜັບສະໜູນປະກອບມີ: ​ເບ໋ນ​ແຈ, ບິ່ງ​ດິ້ງ, ດາ​ນັ້ງ, ກວ໋າງບິ່ງ ​ແລະ ​ແທງ​ຫວາ.

(7) ຄາດໝາຍລາຍ​ຮັບ​ລາຍໄດ້ຂອງຄອບຄົວ​ໂດຍ​ປະມານ: ​ໂດຍບໍ່ອີງໃສ່ ມູນຄ່າຫຼືຕົ້ນກໍາເນີດຂອງຊັບສິນ.

- ຄາດໝາຍການ​ສຶກສາ: ຍັງ​ບໍ່​ທັນ​ຄິດ​ໄລ່​ຄຸນ​ນະພາ​ບການ​ສຶກສາ​ຂອງ​ປະຊາຊົນ ​ແລະ ອຸປະກອນ​ເຄື່ອງ​ປະກອບ​ການ​ສຶກສາ, ​ເງື່ອນ​ໄຂ​ການ​ສອນ​ແລະ​ການ​ຮຽນ​ເພື່ອປະ​ເມີນຜົນ.

- ຄາດໝາຍດ້ານ​ສາທາລະນະ​ສຸກ: ບໍ່​ສະທ້ອນ​ຄຸນ​ນະພາ​ບການ​ໃຫ້​ບໍລິການ​ທາງ​ການ​ແພດ (ການ​ກວດສຸຂະພາບ​ແລະ​ການ​ປິ່ນ​ປົວ​ໂດຍ​ທ່ານ​ໝໍ​ໃນ​ລະ​ດັບຕາ​ແສງ, ອຸປະກອນການແພດໃນເວລາທີ່ປະຊາຊົນເຂົ້າຮ່ວມໃນການກວດພະຍາດແລະການປິ່ນປົວ...)

- ຄາດໝາຍຄອບຄົວທີ່ບໍ່ສາມາດ​ເຂົ້າ​ເຖິງນໍ້າສະອາດ, ​ເຖິງ​ວ່າ​ບາງ​ທ້ອງ​ຖິ່ນສາມາດເຂົ້າເຖິງແຫຼ່ງນໍ້າສະອາດແລ້ວ, ແຕ່ກໍບໍ່​ພຽງພໍ​ຕໍ່ການໃຊ້ຊີວິດປະຈໍາວັນ 12 ເດືອນ ແລະ ຍັງບໍ່ໄດ້ຮັບຄໍາແນະນໍາໃຫ້ນັບວ່າຂາດນ້ຳ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 984 (​ເດືອນ​ກຸມພາ 2022)