ວກ - ປະທານ​​ໂຮ່ຈີ​ມິນ ​ໄດ້​ຢືນ​ຢັນ​ຫຼາຍ​ຄັ້ງ​ເຖິງ​ບົດບາດ​ສໍາຄັນ​ຂອງ​ຊາວ​ໜຸ່ມ​ຕໍ່​ກັບ ຊະຕາ​ກໍາ​ຂອງປະ​ເທດ​ຊາດ, ຊົນ​ຊາດ. ​ເພິ່ນ​​ໄດ້​ໃຫ້​ທັດສະນະ​ວ່າ “ປະ​ເທດ​ຊາດຈະ​ຈະ​ເລີ​ນຮຸ່ງ​ເຮືອງ ຫຼືຊຸດ​ໂຊມ, ອ່ອນ​ແອ ຫຼື ​​ເຂັ້ມ​ແຂງນັ້ນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຂຶ້ນ​ກັບ​ເຫຼົ່າ​ຊາວ​ໜຸ່ມທັງຫຼາຍ”(1). ຜ່ານ​ແຕ່ລະ​ໄລ​ຍະການ​ຂະຫຍາຍຕົວ​ຂອງ​ການ​ປະຕິວັດ, ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບ​​ແວດ​ລ້ອມ​ໃດ, ບັນດາ​ຮຸ່ນ​ຄົນ​ຊາວ​ໜຸ່ມ​ຫວຽດນາມ ກໍ​ລ້ວນ​ແຕ່​ອອກ​​ແຮງ​ພະຍາຍາມ​ເຮັດ​ສໍາ​ເລັດຢ່າງ​ດີ​ເລີດ ​ພາລະ​ກໍາ​ປະຫວັດສາດ​ຂອງ​ຕົນ​.

ທ່ານ ຫງວຽນຊວັນຟຸກ, ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພົບປະຢ່າງສະໜິດສະໜົມກັບພະນັກງານຄະນະຊາວໜຸ່ມໃນແຕ່ລະສະໄໝ ແລະ ພະນັກງານຄະນະຊາວໜຸ່ມທີ່ດີເດັ່ນ ໄດ້ຮັບລາງວັນ ຫຼີຕຶຈ້ອງ ປີ 2021, ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26-3-1931 – 26-3-2021), ວັນທີ 22-3-2021 _ພາບ:TTXVN

ກໍ່ສ້າງ “ຮູບພາບ​” ຊາວ​ໜຸ່ມ​ຜູ້​ເປັນ​ແບບ​ຢ່າງ

ສືບ​ທອດ​ມູນ​ເຊື້ອ​ຂອງຊາດ ​ແລະ ບັນດາ​ຮຸ່ນ​ພໍ່​ຮຸ່ນ​ອ້າຍ, ຊາວ​ໜຸ່ມ​ຫວຽດນາມ ​ໃນ​ທຸກ​ມື້​ນີ້​ ໄດ້​ສືບ​ຕໍ່​ປະກອບສ່ວນ​ສໍາຄັນ ​ໃນ​ພາລະກິດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາປະເທດ​ຊາດ. ຊາວ​ໜຸ່ມ​ຫວຽດນາມຫຼາຍ​ລ້ານ​ຄົນ​ພວມ​ຕັ້ງໜ້າ​ອອກ​ແຮງ​ງານ, ທໍາ​ການ​ຜະລິດຜົນ, ຜະລິດ​ຊັບ​ສິນ​ໃຫ້​ແກ່​ສັງຄົມ​ໄດ້​ຢ່າງ​ມາກ​ມາຍ​ກ່າ​ຍກອງ, ສ້າງ​ຮັ່ງ​ຄູນ​ມີ​ແກ່​ຕົນ​ເອງ ​ແລະ ຄອບຄົວ. ບັນດາ​ນັກ​ຮົບ​ໜຸ່ມ​ນ້ອຍ​ໃນ​ກໍາລັງ​ປະກອບ​ອາວຸດ​ໄດ້​ເອົາ​ຊະນະ​ກັບ​ທຸກ​ຄວາມ​ທຸກ​ຍາກ​ລໍາບາກ, ການ​ເສຍ​ສະຫຼະ, ບໍ່​ວ່າ​ເວັນ​ຄືນ ​ຢືນ​ເຝົ້າ​ຮັກສາ​ຊາຍ​ແດນ, ​ເກາະດອນ, ຮັບປະກັນ​ໃຫ້​ປະ​ເທດຊາດ​ມີ​ຄວາມ​ສະຫງົບ​ສຸກ. ບັນດາ​ປັນ​ຍາ​ຊົນ​ໜຸ່ມ​ນ້ອຍ, ນັກຮຽນຮູ້, ​ນັກ​ສຶກສາ ກໍ​ມົວ​ເມົາ​ນໍາ​ການ​ສຶກສາ​ຮໍ່າຮຽນ, ຄົ້ນຄວ້າ​ວິທະຍາສາດ, ສະ​ສົມ​ປັນ ຍາ​ຄວາມ​ຮູ້​ເພື່ອ​ສ້າງ​ຕົວ, ສ້າງ​ອາຊີບ. ນັກຮຽນ, ນັກ​ສຶກສາ​ຈໍານວນ​ຫຼວງ​ຫຼາຍ​ສາມາດ​ຍາດ ​ໄດ້​ໄຊຊະນະ​ສໍາຄັນ​ບົນ​ສ້ຽວ​ວຽນ​ການ​​ແຂ່ງຂັນ​ພູມ​ປັນຍາ​ໂລກ, ນໍາ​ເອົາຄວາມສະຫງ່າ​ອົງ ອາດ​ມາ​ໃຫ້​​ປະ​ເທດ​ຊາດ.

ໄລຍະ​ມໍ່ໆມາ​ນີ້, ​​ໃນ​ເວລາທີ່​​ການ​ແຜ່​ລະບາດຂອງພະຍາດ​​ໂຄ​ວິດ-19 ຜັນ​ແປ​​ໄປຢ່າງ​ສົບ​ສົນ, ສັງຄົມ​ໄດ້​ພົບ​ເຫັນ “ຮູບພາບ​” ​ເຫຼົ່າໄວ​ໜຸ່ມ​​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​​ໃນ​​ກໍາລັງປ້ອງ​ກັນ​ແລະ​ຕ້ານ​ການລະບາດ​ຂອງ​ພະຍາດ. ນັ້ນ​ແມ່ນ​ເຫຼົ່າ​ບັນດາ​ນາຍ​ແພດ, ທ່ານໝໍ​ໜຸ່ມ​, ພະນັກງານ, ນົກ​ຮົບ​ໜຸ່ມ​ໃນ​ກໍາລັງ​ປະກອບ​ອາວຸດ​ທີ່​ກຽມພ້ອມ​ຂານອາສາອອກ​ສູ່ປ້ອມດ່ານ​ໜ້າ ​ເພື່ອ​ຕ້ານ​ການລະບາດຂອງພະຍາດ, ໜູນ​ຊ່ວຍ​ຢູ່​ເຂດ​ກັກກັນ, ບັນດາ​ຈຸດ​ກວດກາ, ຕ້ານ ​ແລະ ສະກັດ​ກັ້ນ​ພະຍາດ, ​ເຂົ້າ​ຮ່ວມໜູນ​ຊ່ວຍ​ການ​ຈາລະຈອນ​ສິນຄ້າ, ສັກ​ວັກ​ຊີ​ນ, ໜູນ​ຊ່ວຍການຈຳໜ່າຍຜະລິດ​ຕະພັນ​ກະສິກໍາ, ຊ່ວຍ​ເຫຼືອ​ຄອບຄົວ, ຊາວ​ໜຸ່ມ, ​ເຍົາວ​ະຊົນ​ທີ່​ພົບ​ຄວາມ​ຫຍຸ້ງຍາກຍ້ອນ​ການລະບາ​ດຂອງພະຍາດ; ອອກ​ແຮ​ງຄົ້ນຄວ້າ​ບັນດາ​ຜະລິດ​ຕະພັນ​ໜູນ​ຊ່ວຍ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່ລະບາດ​ຂອງພະຍາດ,… ​​ເຂົາ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບັນດາ​ຈິນຕະນາ​ການ​ໃໝ່, ຈິດ​​ໃຈ​ປະດິດ​ສ້າງ​ທີ່​ບໍ່​ຢຸດ​ຢັ້ງ ​ແລະ ​ເວລາ​ໃດ​ກໍ​ສ​ະ​ແດງ​ເຖິງ​ຄວາມ​ມຸ່ງ​ມາດປາຖະໜາ, ຝັກ​ໄຝ່​ໃນ​ວຽກ​ງານ​ ເພື່ອ​ເຮັດ​ສໍາ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ.

ຖ້າ​ຕັ້ງ​ຄໍາ​ຖາມ​ວ່າ “ຄວາມ​ມຸ່ງ​ມາດ​ປາຖະໜາ, ​ແບບ​ແຜນ​ດໍາລົງ​ຊີວິດ​ຂອງ​ຊາວ​ໜຸ່ມ ຫວຽດນາມ​ໃນ​ປັດຈຸບັນ​ແມ່ນ​ຫຍັງ?”, ຄໍາ​ຕອບ​ກໍ​ອາດ​ຈະ​​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ກະ​ໂຕ​ການ​ກະທໍາ​ປະ​ຈໍາ​ວັນ​ຂອງ​ເພື່ອ​ນຊາວ​ໜຸ່ມ​ແຕ່ລະຄົນ; ນັ້ນ​ແມ່ນ​ຈິດ​ໃຈອຸທິດ​ຕົນ ເພື່ອ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ​ໄດ້​ພັດທະນາ, ຮັ່ງມີ​ເຂັ້ມ​ແຂງ. ຄວາມ​ມຸ່ງ​ມາດ​ປາຖະໜາ ​ແລະ ຄວາມມານະ​ຍາ​ຍາມ​ຂອງ​ຊາວ​ໜຸ່ມ​ໃນ​ການ​ສຶກສາ​ຮໍ່າຮຽນ, ອອກ​ແຮງ​ງານ ແມ່ນ​ການອຸທິດ, ປະກອບສ່ວນ​ໃນ​ການ​ສ້າງສາ​ໃຫ້​ປະ​ເທດ​ຊາດ​ຮັ່​ງມີ, ​​ເຂັ້ມ​ແຂງ​ແຮງ​ກ້າ. ຈິດ​ໃຈ​ດັ່ງກ່າວ​ໄດ້​ສື​ບທອດ​ຈາກ​ມູນ​ເຊື້ອ​ປະຫວັດສາດ​ຫຼາຍ​ພັນ​ປີ​ຂອງ​ຊາດ.

ເຖິງ​ແນວ​ນັ້ນ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນດາ​ໝາກຜົນ, ຄວາມມານະ​ພະຍາ​ຍາມ​ທີ່​ໜ້າ​ຈາລຶກ​ດັ່ງກ່າວ​ ກໍ​ຍັງ​ມີ​ບັນດາ​ຂໍ້​ຈໍາ​ກັດ, ຄົງ​ຄ້າງ, ການສະ​ແດງ​ອອກ​ຂອງ​ລັດທິ​ເອກະ​ຊົນ​ໃນ​ຊາວ​ໜຸ່ມ ​ເຊິ່ງຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ. ປະທານ ​ໂຮ່ຈີ​ມິນ ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: “ລັດທິ​ເອກະ​ຊົນມັນ​ກົງກັນຂ້າມ​ກັບຄຸນ​ສົມບັດ​ສິນ​ທໍາ​ປະຕິວັດ, ຖ້າ​ຫາກ​ມັນ​ຍັງ​ຄົງ​ຢູ່​ໃນ​ຕົວ​ເຮົາ, ​ເຖິງ​ວ່າ​ຈະ​ໜ້ອຍ​ນິດ​ກໍ​ຕາມ, ມັນ​ຈະ​ຄອຍ​ຖ້າ​ໂອກາດ​ເພື່ອ​ໃຫ້​​ຂະຫຍາຍຕົວ, ເພື່ອ​ໃຫ້ປົກ​ບັງຄຸນສົມບັດ​ສິນ​ທໍາ​ປະຕິວັດ, ​ເພື່ອ​ກີດ​ຂວາງ​ບໍ່​ໃຫ້​ເຮົາ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຕໍ່ສູ້​​​ເພື່ອພາລະກິດ​ປະຕິວັດ. ລັດທິ​ເອກະ​ຊົນ​ແມ່ນ​ການ​ສໍ້​ໂກງ, ​ເລ່ລ່ຽມປະ​ເພດ​ໜຶ່ງ; ມັນ​ເກ້​ຍກ່ອມ​ໃຫ້​ຄົນ​ເຮົາ​ຊຸດ​ໂຊ​ມ​ໄດ້​ຢ່າງ​ງ່າຍດາຍ. ຍ້ອນ​ແນວ​ນັ້ນ ຈຶ່ງ​ເປັນ​ໄພ​ອັນຕະລາຍ​ທີ່​ສຸດ”(2).

ເມື່ອເຍືອງ​ສ່ອງ​ເຂົ້າ​ໃນ​ບັນດາ​ການສະ​ແດງ​ອອກ​ຂອງ​ລັດທິ​​ເອກະ​ຊົນ​ທີ່​ປະທານ ​ໂຮ່ ຈີ​ມິນ ​ໄດ້​ຊີ້​ໃຫ້​ເຫັນ​ນັ້ນ ສາມາດ​ເຫັນ​ໄດ້​ບັນດາ​ຈຸດ​ອ່ອນ, ຂໍ້​ຈໍາກັດ​ຂອງ​ຊາວ​ໜຸ່ມ​ໃນ​ປັດຈຸ ບັນ ນັ້ນ​ແມ່ນ “ຄວາມ​ເຫັນ​ແກ່​ຕົວ” ຫຼາຍເກີນ​ໄປ​, ຮຽກຮ້ອງ​ແຕ່​ການຊົມ​ໃຊ້ ​ແຕ່​ຂີ້​ກຽດການຝຶກ​ຝົນ​ຫຼໍ່​ຫຼອມ, ຖື​ເອົາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ເໜືອກ​ວ່າ​ຜົນ​ປະ​ໂຫຍ​ດລວມໝູ່ ​ແລະ ປະເທດ​ຊາດ; ຂາດ​ຄວາມ​ຮັບຜິດຊອບ, ​ເມີນ​ເສີ​ຍຕໍ່​ອັນ​ລວມ; ຂາດ​ຄວາມ​ມຸ່ງ​ມາດ​ປາຖະໜາ, ເຈດ​ຈໍານົງ​ບືນ​ຕົວ​ກ້າວ​ຂຶ້ນ, ພິ​ເສດ​ແມ່ນ ​ການ​ຕົກ​​ໃນ​ລັດທິ​ເອກະ​ຊົນ, ​ເວົ້າ​ບໍ່​ຄຽງ​ຄູ່​ກັບ​ເຮັດ, ລະ​ເມີດຕໍ່​ລະບຽບວິ​ໄນ​ຂອງ​ຄະນະ​ຊາວ​ໜຸ່ມ, ລະ​ເມີດຕໍ່​ລະບຽບ​ກົດໝາຍ​ຂອງລັດ. ລັດທິເອກະ​ຊົນ ​​ເປັນກົກ​ເຫງົ້າ​ພາ​ໃຫ້​ເກີດ​ບັນດາພະຍາດ​, ຜົນ​ຕາມ​ມາ​ທີ່​ເປັນ​ໄພ​ອັນຕະລາຍ, ດັ່ງ​ທີ່ສະຫາຍ ຫງວຽນ​ຝູຈ້ອງ, ​ເລຂາທິການ​ໃຫຍ່​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: “ຈາກ​ການ​​ເສື່ອ​ມ​ໂສມ​ທາງ​ດ້ານ​ແນວ​ຄິດ - ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ ຈະ​ພາ​ໄປ​ເຖິງ “ການ​ຜັນ​ປ່ຽນ​ເອງ”, “ປ່ຽນ​ແປງ​ເອງ” ພຽງ​ໃນ​ບາດກ້າວ​ສັ້ນໆ ​ເທົ່າ​ນັ້ນ, ຊໍ້າ​ບໍ່​ໜໍາ​ແມ່ນ​ສັ້ນ​ທີ່​ສຸດ, ​ເປັນ​ໄພ​ອັນຕະລາຍ​ທີ່​ຄາດ​ເດົາ​ໄດ້​ຍາກ, ອາດ​ຈະ​ພາ​ໄປ​ສູ່​ການຕໍ່​ມື ຫຼື ສົມຮູ້​ຮ່ວມ​ຄິດ​ກັບ​ອິດ​ທິກໍາລັງ​ບໍ່​ດີ, ສັດຕູ, ສວຍ​ໂອກາດ, ທໍລະ​ຍົດ​ຕໍ່​ອຸດົມ​ການ ແລະ ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຂອງ​ຊາດ”(3).

ເພື່ອສ້າງສາ​ປະ​ເທດ​ຫວຽດນາມ​ໃຫ້​ເຂັ້ມ​ແຂງ​ແຮງ​ກ້າ, ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ຜາ ສຸກ​ນັ້ນ ຕ້ອງ​ມີ​ຄວາມ​ມຸ່ງ​ຫວັງ​ອັນ​ຍິ່ງ​​ໃຫຍ່. ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາຖະໜາ​ສ້າງສາ​ພັດທະນາປະ​ເທດ​ຊາດ​ໃຫ້​ທຽມ​ທັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອໍານາດ​ໃນ​​ໂລກ, ດ້ວຍຈຸດໝາຍ ກ້າວ​ສູ່​ “ປີ 2025, ສະ​​ເຫຼີ​ມ​ສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​​ຢ່າງ​ສົມບູນ, ປະ​ເທດ​ຊາດ​​ເປັນເອກະ​ພາບ​ຄົບຮອບ 50​ ປີ: ກາຍ​ເປັນ​ປະ​ເທດ​ກໍາລັງ​ພັດທະນາ, ມີ​ອຸດສາຫະກໍາ​ຕາມ​ທິດທັນ​ສະ​ໄໝ, ລື່ນ​ກາຍ​ລະດັບ​ປະ​ເທດ​ທີ່​ມີລາຍ​​ໄດ້​ປານ​ກາງ​ຕໍ່າ. ຮອດ​ປີ 2030, ສະ​​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ ຄົບຮອບ 100 ປີ: ກາຍ​ເປັນ​ປະ​ເທດ​ກໍາລັງ​ພັດທະນາ, ມີ​ອຸດສາຫະກໍາ​ທີ່​ທັນ​ສະ​ໄໝ, ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ສູງ. ຮອດ​ປີ 2045, ສະ​ເຫຼີ​ມສະຫຼອງ​ວັນ​ສະ​ຖາ​ປະ​ນາ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ຄົບຮອບ 100 ປີ: ກາຍ​ເປັນ​ປະ​ເທດ​ພັດທະນາ, ​ມີ​ລາຍ​ຮັບ​ສູງ”(4).

ຢາກ​ປະຕິບັດ​ໄດ້​ດັ່ງ​ຄວາມ​ມຸ່ງ​ມາດ​ປາຖະໜາ​​ນັ້ນ, ຕ້ອງ​ມີ​ຄົນ​ຜູ້​ທີ່ທັງ​ “ເກັ່ງກ້າ” ທັງ “​ມີ​ຄວາມ​ຮູ້ຄວາມ​ສາມາດ”. ບົດ​ສະຫຼຸບສະບັບ​ເລກທີ 21-ສຫຼ/ສກພ, ລົງ​ວັນ​ທີ 25 ຕຸລາ 2021, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ສະ​ໄໝ​ທີ 13, “ວ່າ​ດ້ວຍ​ການ​ຍູ້​ແຮງ​ການ​ກໍ່ສ້າງ, ປັບປຸງ​ພັກ ​ແລະ ລະບົບ​ການ​ເມືອງ; ​ເດັດດ່ຽວ​ສະກັດ​ກັ້ນ, ຕີ​ຖອຍ, ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ຕໍ່​ພະນັກງານ, ສະມາຊິກ​ພັກ​ທີ່​​ເສື່ອມ​ຖອຍທາງ​ດ້ານ​ແນວ​ຄິດການເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, ການ​ສະ​ແດງ​ອອກ​ຂອງ “ການ​ຜັນ​ປ່ຽນ​ເອງ”, “ປ່ຽນ​ແປງ​​ເອງ”, ດ້ວຍ​ຫຼາຍ​ເນື້ອ​ໃນ​ໃໝ່ທີ່​ພົ້ນ​ເດັ່ນ, ​ໄດ້​ເພີ່ມ​ເຕີມ, ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ໃນ​ລະບົບ​ການສະ​ແດງ​ອອກ​ຂອງ​ການ​ເສື່ອ​ມ​ຖອຍ​ທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, “ຜັນ​ປ່ຽນ​ເອງ”, “ປ່ຽນ​ແປງ​ເອງ”, “ປະ​ກົດ​ການ​ຫຍໍ້​ທໍ້” ທີ່​ແທດ​ເໝາະ​ກັບ​ສະພາບ​ການ​ໃໝ່; ພ້ອມ​ກັນ​ນັ້ນ, ກໍ​ເນັ້ນ​ໜັກ​ເຖິງ​ກຸ່ມ​ໜ້າ​ທີ່, ວິທີ​ການ​ແກ້​ໄຂ ກ່ຽວ​ກັບ​ການ​ກໍ່​ສ້າງ​ຖັ​ນ​ແຖວ​ພະນັກງານ​ແຕ່ລະ​ຂັ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ຍຸດທະສາດ ແລະ ຜູ້​ນໍາພາ​ທີ່​ພຽບພ້ອມ​ທາງ​ດ້ານ​ຄຸນ​ທາດການ​ເມືອງ, ກໍາລັງ​ຄວາມ​ສາມາດ ​ແລະ ຄວາມ​ເຊື່ອ​ໝັ້ນ, ສົມ​ຄູ່​ກັບ​ພາລະ​ໜ້າ​ທີ່; ​ເດັດດ່ຽວ, ຍຶດໝັ້ນ​ການ​ຕໍ່ສູ້​ຕ້ານ, ສະກັດ​ກັ້ນ ການ​ສໍ້​ລາດ​ບັງ​ຫຼວງ, ປະກົດ​ການ​ຫຍໍ້​ທໍ້ຕ່າງໆ ​ແລະ ​ຈັດການແກ້​ໄຂ​ຢ່າງ​ເຂັ້ມ​ງວດ ​ຕໍ່​ພະ​ນັກງານ​ທີ່ກະທຳຜິດ​.

ການຈັດ​ຕັ້ງ​ຜັນ​ຂະຫຍາຍບົດ​ສະຫຼຸບສະບັບ​ເລກທີ 21-ສຫຼ/ສກພ ​ໄດ້​ວາງ​ຄວາມ ຮຽກຮ້ອງ​ຕ້ອງການ​ໃໝ່ ​ແລະ ສູງ​ກວ່າ ​ຕໍ່​ກັບ​ລະບົບ​ການ​ເມືອງ​ທັງ​ໝົດ, ​ໃນ​ນັ້ນ ລວມທັງ ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ. ຖ້າ​ຫາກ​ວ່າ ​ມະຕິສະບັບ​ເລກທີ 25-ມຕ/ສກພ, ລົງ ວັນ​ທີ 25 ກໍລະກົດ 2008, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ 10, “ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນໍາພາ​ຂອງ​ພັກ ຕໍ່​ກັບ​ວຽກ​ງາ​ນຊາວ​ໜຸ່ມ​ ໃນ​ສະ​ໄໝ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາ​ຫະກໍາ, ທັນ​ສະ​ໄໝ”, ​ໄດ້​ກໍານົດ​ທັດສະ​ນະ “ກໍ່ສ້າງ​ຄະນະ​ຊາວ​ໜຸ່ມ​​​ເຂັ້ມ​ແຂງ​ໜັກ​ແໜ້ນ ​ແມ່ນ​ກໍ່ສ້າງ​ພັກກ່ອນບາດກ້າວ​ໜຶ່ງ​”, ມາ​ໃນ​ປັດຈຸບັນ ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການກໍ່ສ້າງ​ຄະນະ​ຊາວ​ໜຸ່ມ​ເຂັ້ມ​ແຂງ​ໜັກ​ແໜ້ນ ​ແມ່ນ​ກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງກ່ອນບາດ​ກ້າວໜ້າ.

ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ເປັນ​ກອງ​ສໍາຮອງ​ທີ່​ໜ້າ​ເຊື່ອ​ຖື​ຂອງ​ພັກ; ຍ້ອນ ​ແນວ​ນັ້ນ, ຖ້າ​ຢາກ​ເປັນ​ເຈົ້າ​ການ​ຕໍ່ສູ້, ​ເດັດ​ດ່ຽວ​ສະກັດ​ກັ້ນ, ຕີ​ຖອຍ​ການ​ເສື່ອ​ມ​ຖອຍ​ທາງ ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, ບັນດາ​ການສະ​ແດງອອກຂອງ “ການຜັນ​ປ່ຽນ​ເອງ”, “ການປ່ຽນ​ແປງ​ເອງ” ​ແມ່ນ​ຕ້ອງ​ດໍາ​ເນີນ​ການ​ແຕ່​ຫົວທີ​, ​ແຕ່​ໄກ, ຕ້ອງ​ເລີ່​ມຕົ້ນ​ຈາກຖັ​ນ​ແຖວ​ສະມາຊິກ​ຊາ​ວໜຸ່ມ ​ແລະ ສະມາຊິກ​ພັກ​ໜຸ່ມ​ນ້ອຍ, ​ເຊິ່ງຈຸດ​ສຸມ​ແມ່ນ ເດັດດ່ຽວ​ຈໍາກັດ​ປັດ​ເປົ່າ​ລັດທິ​ເອກະ​ຊົນ, ຍົກ​ສູງ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ບໍາລຸງ​ແນ​ວຄິດ​ເພື່ອ​ໝູ່​ຄະນະ, ຈິດ​ໃຈຄວາມ​ສາມັກຄີ, ສະຕິ​ຕໍ່​ການຈັດ​ຕັ້ງ ​ແລະ ສະຕິ​ລະບຽບ​ວິໄນ​ໃຫ້​ແກ່​ຖັນ​ແຖວ​ສະມາຊິກ​ຊາວໜຸ່ມ, ຊາວ​ໜຸ່ມ.

ຕໍ່ສູ້​ຕ້ານ​ລັດທິ​ເອກະ​ຊົນ ບໍ່​ແມ່ນ “ຢຽບ​ຢໍ່າ​​ຜົນ​ປະ​ໂຫຍ​ດສ່ວນ​ຕົວ”, ຫາກ​ຮຽກຮ້ອງ​ໃຫ້​ຊາວ​ໜຸ່ມ​ຕ້ອງ​ຮູ້ຈັກ​ແກ້​ໄຂ​ຢ່າງ​ຖືກຕ້ອງ​ໃນ​ສາຍ​ພົວພັນ ລະຫວ່າງ​ຜົນ​ປະ​ໂຫຍ​ດ ຂອງ​ຕົນກັບ​ຜົນ​ປະ​ໂຫຍດລວມໝູ່ ​ແລະ ຂອງ​ສັງຄົມ, ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ແລະ ຜົນ​ປະ​ໂຫຍ​ດລວມໝູ່​ ພັດທະນາ​ຢ່າງ​ກົມກຽວ; ​ແຕ່​ກົງກັນຂ້າມ, ຖ້າ​ຜົນປະ​ໂຫຍດສ່ວນ​ຕົວ​ຂັດ​ແຍ່ງ​ກັບ​ຜົນ​ປະ​ໂຫຍ​ດລວມໝູ່, ​ຄຸນສົມບັດ​ສິນ​ທໍາ​ປະຕິວັດກໍ​ຈະ​ຮຽກຮ້ອງ​​ໃຫ້ ຜົນ​ປະ​ໂຫຍ​ດສະ​ເພາະ​ຂອງ​ສ່ວນ​ຕົວ​ຕ້ອງ​ຂຶ້ນ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ໝູ່ຄະນະ. ນີ້​ແມ່ນ ບັນຫາ​ທີ່​ມີ​ຄວາມ​ໝາຍ​ສໍາຄັນ, ຮຽກຮ້ອງ​​ໃຫ້​ຕ້ອງ​​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ກໍາລັງ​ແຮງ​ສັງ ລວມຂອງ​ບັນດາອົງ​ການຈັດ​ຕັ້ງ, ບັນດາ​ກໍາລັງ​ຕ່າງໆ ​ເພື່ອ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ​ໃຫ້​ແກ່​ຊາວ​ໜຸ່ມ, ກໍາ​ເນີ​ດ​ເປັນ​ຄຸນ​ທາດ​ອັນຈົບ​ງາມ​ລໍ້າ​ເລີດ​ຂອງ​ຄົນ​​ໃໝ່​ສັງຄົມ​ນິຍົມ.

ວິທີ​ການ​ຕົ້ນຕໍ​ຈໍານວນ​ໜຶ່ງ​ເພື່ອ​ປຸກ​ຕື່ນ​ຄວາມ​ໄຝ່ຝັນ​ອັນ​ແຮງ​ກ້າອຸທິດ​ຕົນ,
ສ້າງສາ ແລະ ຈັດ​ຕັ້ງ​ປະຕິບັດ​ແບບ​ແຜ​ນດໍາລົງ​ຊີວິດ​ທີ່​ຈົບ​ງາມ​ລໍ້າ​ເລີດ ​ໃຫ້​ແກ່​ຊາວ​ໜຸ່ມ​ໃນ​ຕໍ່ໜ້າ

ໜຶ່ງ, ​​ເອົາ​ໃຈ​ໃສ່​ຍົກ​ສູງ​ລັກສະນະ​ການ​ເມືອງ​ ຂອງ​ຖັນ​ແຖວ​ສະມາຊິກ​ຊາວ​ໜຸ່ມ ແລະ ລັກສະນະ​ນໍາ​ໜ້າ, ​ຄວາມ​ເປັນ​ແບບຢ່າງ​ຂອງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ; ສະກັດ ກັ້ນ​ແຕ່​ຫົວທີ, ​ແຕ່​ໄກ​ຕໍ່​ບັນດາ​ປະກົດ​ການ​ເສື່ອ​ມ​ຖອຍທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, “ການຜັນ​ປ່ຽນ​ເອງ”, “ການປ່ຽນ​ແປງ​ເອງ”. ຄະນະ​ເລຂາທິການສູນ​ກາງ​ຄະນະ​ຊາວ​ໜຸ່ມ ​ໄດ້​ຈັດ​ຕັ້ງ​ບັ້ນ​ດໍາ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ຄະນະ​ຊາວ​ໜຸ່ມ ​ໃນ​ຫົວ​ຂໍ້​ “ຄວາມ​ໄຝ່ຝັນ​ອັນ​ແຮງ​ກ້າ​ອຸທິດ​ຕົນ, ​ແບບ​ແຜນ​ດໍາລົງ​ຊີວິດ​ຂອງຊາວ​ໜຸ່ມ”. ບັ້ນດໍາ​ເນີນ​ຊີວິດ​ການ​ເມືອງ​ນີ້​ຈະ​ແກ່ຍາວ​ໄປ​ຈົນ​ຮອດ​ປີ 2026, ຕິດ​ພັນ​ກັບ​ວິທີການ​ສໍາຄັນ​ໃນ​ການ​ສຶກສາ​ອົບຮົມ​ອຸດົມ​ການ​ປະຕິວັດ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ ວັດທະນະ​ທໍາ​ໃຫ້​ແກ່​ຊາ​ວໜຸ່ມ, ​ເຍົາວະ​ຊົນ, ສຶກສາ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ ​ໂຮ່ຈີ​ມິນ ດ້ວຍ​ຄວາມ​ມຸ່ງ​ຫວັງ​ວ່າ ຜ່ານ​ການ​ກະທໍາ​ເຫຼົ່າ​ນັ້ນ ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ແຕ່ລະຄົນ​ຈະ​ຖື​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ຂອງ​ຕົນ​ປະສົມ​ກົມ​ກຽວ​ກັບ​ກະ​ແສ​ໄຫຼ​ຂອງ​ປະ​ເທດຊາດ, ຊົນ​ຊາດ, ສ້າງ​ເປັນ​ກໍາລັງ​ແຮງ​ສັງ​ລວມອັນ​ໃຫຍ່​ຫຼວງ, ​ແນ​ໃສ່​ປະກອບສ່ວນ​ສ້າງ​ເປັນ​ບັນດາ​ຄຸນຄ່າ​ແຫ່ງ​ການ​ຂະຫຍາຍຕົວ​ໃໝ່​ໃຫ້​ແກ່​ປະ​ເທດ​ຊາດ.

ສອງ, ສືບ​ຕໍ່​ຍຶດໝັ້ນ ​ແລະ ບໍ່​ຢຸດ​ຢັ້ງ​ໃນ​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ແບບວິທີ​ສຶກສາອົບຮົມ ໃຫ້​ຊາວ​ໜຸ່ມ, ​ໂດຍ​ສະພາະ​ແມ່ນ​ ສຶກສາ​ອົບຮົມ​ອຸດົມ​ການ, ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ແບບ​ແຜນ​ດໍາລົງ​ຊີວິດ​ວັດ​ທະນະ​ທໍາ, ສຶກສາ​ອົບຮົມ​ບັນດາ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ.

ການ​ເຄື່ອນ​ໄຫວ​ສຶກສາ​ອົບຮົມ​ໃຫ້​ຊາວ​ໜຸ່ມ ຕ້ອງ​​ໄດ້​ປັບ​ຕົວຢ່າງ​ໄວວາ​ກວ່າ​ເກົ່າ​ໃນ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ປະຕິວັດ​ອຸດສາຫະກໍາຄັ້ງ​ທີ​ສີ່ ທີ່​ພວມ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ ແລະ ທ່າ​ອ່ຽງການ​ປ່ຽນ​ແປງ​ຢ່າງ​ໄວວາ​ຂອງ​ໄວ​ໜຸ່ມ; ​ເພີ່ມ​ທະວີ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້ ມູນ​ຂ່າວສານ, ໝູນ​ໃຊ້​​ຜົນ​ປະ​ໂຫຍ​ດຂອງ​ອິນ​ເຕີ​ເນັດ, ​ເຄືອ​ຂ່າຍ​ສັງຄົມ ​ເພື່ອ​ເຕົ້າ​ໂຮມ, ກໍາ ນົດ​ທິດ, ສຶກສາ​ອົບຮົມ​ຊາວ​ໜຸ່ມ, ​ເຍົາວະ​ຊົນ.

ຕໍ່​ກັບ​ຄະນະ​ຊາວ​ໜຸ່ມ, ຕ້ອງ​ສືບ​ຕໍ່​ກໍານົດ​ການ​ສຶກສາ​ອົບຮົມ​ໂດຍ​ຜ່ານ​ຂະ​ບວນການ ເຄື່ອນ​ໄຫວ​ປະຕິວັດ ​ແມ່ນ​ແບບ​ວິທີ​ໃຈກາງ ​ແລະ ມີ​ປະສິດທິ​ຜົນ​ສູງ​.

ຕໍ່​ກັບ​ບັນດາ​ໜ້າ​ທີ່​ຕົວ​ຈິງ, ສືບ​ຕໍ່​ຮັກສາ​ການຈັດ​ຕັ້ງ ​ແລະ ​ເປີດ​ກວ້າງ​ເປົ້າ​ໝາຍ​ທີ່​ເຂົ້າຮວມ, ຂະຫຍາຍ​ບັນດາ​ຮູບ​ການ​ແຂ່ງຂັນ, ຊອກ​ຮູ້​ກ່ຽວ​ກັບ​ລັດທິ​ມາກ - ​ເລ​ນິນ, ​ແນວ ຄິດ ​ໂຮ່ຈີ​ມິນ ຢູ່​ຂັ້ນ​ຕ່າງໆ(5). ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນ​ສົມ ບັດ, ​ແບບ​ແຜນ ​ໂຮ່ຈີ​ມິນ, ຖື​ອັນ​ນີ້​ເປັນ​​ເນື້ອ​ໃນ​ສໍ​າຄັນ​ແຖວ​ໜ້າ ​ເພື່ອ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ໜັກ​ແໜ້ນທາງ​ດ້ານການ​ເມືອງ, ​ແນວ​ຄິດ(6), ຍົກ​ສູງ​ຄຸນ​ນະພາ​ບ, ​ເພີ່ມ​ທະວີ​ທາງ​ດ້ານ ປະລິມານ​ຂອງສະມາຊິກ​ຊາວ​ໜຸ່ມທີ່​ຫາ​ກໍ​ຮັບ​ເຂົ້າ​ໃໝ່. ສືບ​ຕໍ່​ເພີ່ມ​ເຕີມ, ຕອບ​ສະໜອງ, ບູລະ​ນະ​ເນື້ອ​ໃນ, ​ເຄື່ອງມື, ​ແບບ​ວິທີ​ຈັດ​ຕັ້ງ​ເອກະສານ​ຮໍ່າ​ຮຽນ​ທິດ​ສະ​ດີກາ​ນ​ເມືອງ​ສໍາລັບ​ສະມາຊິກ​ຊາວ​ໜຸ່ມ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ຂໍ້​ກໍານົດ​ວ່າ​ດ້ວຍ​ລະບອບ​ການ​ຮໍ່າຮຽນທິດ​ສະ​ດີກາ​ນ​ເມືອງ​ຕໍ່​ກັບ​ສະມາຊິກ​ຊາວ​ໜຸ່ມ(7). ຖື​ສໍາຄັນ ​ບັນດາ​ເນື້ອ​ໃນ​ຝຶກ​ຝົນ​ຫຼໍ່​ຫຼອມ​ທາງດ້ານ​ອຸດົມ​ການ​ປະຕິວັດ, ຄວາມ​ຮັບ​ຮູ້​ທາງ​ດ້ານ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, ​ແບບ​ແຜນ, ຕິດ​ພັນ​ລະຫວ່າງເນື້ອ​ໃນ​ຝຶກ​ຝົນ​ຫຼໍ່​ຫຼອມ ກັບ​ການ​ປັບປຸງ​ແກ້​ໄຂ​ປະກົດການເສື່ອ​ມ​ຖອຍ​ທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, “ການຜັນ​ປ່ຽນ​ເອງ”, “ການປ່ຽນ​ແປງ​​ເອງ” ​ໃນ​ສະມາຊິກ​ຊາວ​ໜຸ່ມ, ​ໂດຍ​ຜ່ານ​ແຜນ​ງານ “ຝຶກ​ຝົນ​ຫຼໍ່ຫຼອມ​ສະມາຊິກ​ຊາວ​ໜຸ່ມ”(8). ຊາວ​ໜຸ່ມ​ແຕ່ລະຄົນ​ຕ້ອງ​ໄດ້​ຝຶກ​ຝົນ​ຄຸນສົມບັດ​ສິນທໍາ​ປະຕິວັດ, ຄວາມຖະໜອມ​ຖ່ອມຕົວ ແລະ ​ຮັກຄວາມ​ກ້າວໜ້າ​ຢ່າງ​ເປັນ​ປະ​ຈໍາ; ມີ​ຄວາມ​ຮັບຜິດ​ຊອບ​ຕໍ່​ຕົນ​ເອງ, ຄອບຄົວ ​ແລະ ສັງຄົມ, ມີ​ຈິດ​ໃຈ​ກຽມພ້ອມທຸ່ມ​ເທ​ກາຍ​ໃຈ, ມີ​ນໍ້າ​ໃຈ​ເມດ​ຕາກະລຸນາ, ​ເວລາ​ໃດ​ກໍ​ເພື່ອ​ພາລະກິດ​ລວມ ​ແນ​ໃສ່​ການປະກອບ​ສ່ວນ​​ທີ່​ດີກວ່າ​ເກົ່າ, ​ໃຫຍ່​ຫຼວງ​ກວ່າ​ເກົ່າ ​ໃຫ້​ແກ່​ຄອບຄົວ, ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ.

ສາມ, ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ແຕ່ລະ​ຂັ້ນ. ຖື​ສໍາຄັນ​ກາ​ນກໍ່​ສ້າງ, ບໍາລຸງ, ສ້າງ​ຖັນ​ແຖວ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ທີ່​ມີ​ຈິດ​ໃຈ​ມັກ​ສຶກສາ ຮໍ່າຮຽນ, ຮັກ​ຄວາມ​ກ້າວໜ້າ, ບໍ່​ຢຸດ​ຢັ້ງ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ທາງ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸ​ນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ ​ແລະ ຄວາມ​ອາດ​ສາມາດ​ໃນ​ໜ້າ​ທີ່​ວຽກງານ; ​ເປັນເພື່ອນຜູ້​ໃກ້ຊິດ​ກັບ​ຊາວ​ໜຸ່ມຢ່າງ​ແທ້​ຈິງ, ບໍ່ອວດອົ່ງ, ພໍ​ໃຈ​ກັບ​ຕົວ​ເອງ, ຫ່າງ​ເຫີ​ນຈາກ​ຊາວ​ໜຸ່ມ, ຫ່າງ​ເຫີ​ນຈາກ​ພຶດຕິ​ກໍາ; ບໍ່​ຕົກ​ໃນ​ການ​ເສື່ອ​ມ​ຖອຍ​ທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ.

ຕໍ່​ກັບ​ຄວາມ​ຮຽກຮ້ອງ​ແຫ່ງ​ການ​ຂະຫຍາຍຕົວ​ໃໝ່​ຂອງ​ປະ​ເທດ, ​ເວລາ​ໃດພະນັກ ງານ​ຄະນະຊາວ​ໜຸ່ມ ​ກໍ​ຕ້ອງນໍາ​ໜ້າ, ມີ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ກ້າ​ຄິດ, ຮູ້​ເຮັດ, ຂະຫຍັນ​ຂັນ ​ເຂື່ອນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ​ເວລາ​ໃດ​ກໍ​ກຽມພ້ອມ​ປັດ​ເຂ່ຍ “ຄວາມ​ເຫັນ​ແກ່​ຕົວ” ອອກ​ໄປຢູ່​ເບື້ອງ​ໜຶ່ງ​ ເພື່ອ​ຜົນ​ປະ​ໂຫຍ​ດລວມ, ​ເວລາ​ໃດ​ກໍ​ຖື​ເອົາ​ຜົນ​ປະ​ໂຫຍ​ດລວມຂອງ​ປະ ເທດ, ຂອງ​ຊາດ, ຂອງ​ພັກ, ຂອງ​ຄະນະ​ຊາວ​ໜຸ່ມ ​ສູງ​​ເໜືອກ​ວ່າ​ຜົນ​ປະ​ໂຫຍດສ່ວນ​ຕົວ(9). ກຽມພ້ອມ​ປ່ຽນ​ແທນ​ບັນດາ​ພະນັກງານ​ຜູ້​ທີ່​ເຮັດ​ວຽກ​ປະສິດທິພາບຕ່ຳ, ບໍ່​ເຮັດ​ສໍາ​ເລັດ​ໜ້າ​ທີ່​ເປັນ​ປະ​ຈໍາ, ອ່ອນ​ທາງ​ດ້ານ​ຄວາມ​ສາມາດ​ມາດ, ອ່ອນ​ທາງ​ດ້ານ​ຄຸນສົມບັດ​ສິນ​ທໍາ​ປະຕິ ວັດ, ບໍ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ. ພິ​ເສດ​ແມ່​ນ ຕ້ອງ​​ເອົາ​ໃຈ​ໃສ່​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ທາງ​ດ້ານ​ທ່າ​ທາງ​ບຸກຄະ​ລິກ, ປະຕິບັດ​ແບບ​ແຜນ​ວິທີ​​ເຮັດ​ວຽກ​ຂອງ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ທີ່​ຕິດ​ພັນກັບ​ການ​ຍົກ​ສູ​ງບົດບາດ, ຄວາມ​ຮັບຜິດຊອບ​ເປັນ​ແບບ​ຢ່າງ​ ຂອງ​ພະນັກງານ​ຄະນະ​ຊາວ​ໜຸ່ມ, ສະມາຄົມ, ໜ່ວຍ​ກອງ.

ຄວາມ​ເປັນ​ແບບຢ່າງ​ຂອງ​ພະນັກງານ​ຄະນະ​ຊາວ​ໜຸ່ມ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ນໍາພາ, ນັ້ນ​ແມ່ນ​ຈຸດ​​ເລີ່​ມຕົ້ນ, ປະຖົມ​ປັດ​ໄຈ​ເພື່ອ​ການ​​ເຜີຍ​ແຜ່, ຍົກ​ສູງ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ກໍາຈັດ​ປັດ​ເປົ່າ​ລັດທິ​ເອກະ​ຊົນ​ໃນ​ຊາວ​ໜຸ່ມ. ພະນັກງານ​ຂັ້ນ​ເທິງ​ຕ້ອ​ງ​ເປັນ​ແບບຢ່າງ​ໃຫ້​ແກ່ ພະນັກງານ​ຂັ້ນ​ລຸ່ມ; ພະນັກງານ​ຄະນະ​ຊາວ​ໜຸ່ມ, ສະມາຄົມ, ໜ່ວຍ​ກອງ ຕ້ອງ​ເປັນ​ແບບ ຢ່າງ​ໃຫ້​ແກ່​ສະມາຊິກ​ຊາວ​ໜຸ່ມ, ສະມາຊິກ​ສະມາຄົມ(10); ສະມາຊິກ​ຊາວ​ໜຸ່ມ​ຕ້ອງ​ເປັນ​ແບບ ຢ່າງ​ໃຫ້​ແກ່​ຊາວ​ໜຸ່ມ; ຊາວ​ໜຸ່ມ​ຕ້ອງ​ເປັນ​ແບບຢ່າງ​ໃຫ້​​ແກ່​ເຍົາວະ​ຊົນ, ອະນຸຊົນ​ຖືກ​ຕາມ ທັດສະນະ​ທີ່​ວ່າ “​ເທິງ​ກ່ອນ, ລຸ່ມ​ຫຼັງ”, “​ໃນ​ກ່ອນ, ນອກ​ຫຼັງ”. ປະຕິບັດ​ເປັນ​ລະບົບ​ຄົບ​ຊຸດ, ​ເອກະ​ພາບ​ຖືກຕ້ອງ​ຕາມ​ຈິດ​ໃຈ​ຊີ້​ນໍາ​ຂອງ​ສະຫາຍ ຫງວຽນ​ຝູຈ້ອງ, ​ເລຂາທິການ​ໃຫຍ່ ​ໄດ້ ກ່າວ​ວ່າ: “​​ເບື້ອງໜ້າ​ຮ້ອງ​ໂຮ ທາງຫຼັງ​ໃຫ້ການ​ສະໜັບສະໜູນ”, “ໜຶ່ງ​ໂຮ​ຮ້ອງ​ ສອງ​ສະ ໜອງ​ຕອບ”, “​ເທິງ​ລຸ່ມ​ລ້ວນ​ແຕ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ” ​ແລະ “ເໜືອ​ໃຕ້ ຕັ້ງ​ນອນ ​ທະລຸ​ລ່ວງ”.

ສີ່, ​​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ ​ແລະ ລະບຽບ​ວິ​ໄນ​ພາຍ​ໃນ​ຄະນະ​ຊາວ​ໜຸ່ມ; ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມການ​ຕິດຕາມ, ການ​ສ່ອງ​ແສງ​ຂອງ​ສັງຄົມ. ຍົກ​ສູງ​ຄວາມ​ຮັບຜິດ​ຊອບ​ຂອງ​ຄະນະ​ບໍລິຫານ​ງານ, ຄະນະ​ປະ​ຈໍາ​ສູນ​ກາງຊາວ​ໜຸ່ມ, ຜູ້​ນໍາພາ​ການຈັດ​ຕັ້ງ ຄະນະ​ຊາວ​ໜຸ່​ມ​ແຕ່ລະ​ຂັ້ນ ຕໍ່​ກັບ​ວຽກ​ງານ​ກວດກາ, ຕິດຕາມ ​ແລະ ລະບຽບ​ວິ​ໄນ​ຂອງຄະ ນະ​ຊາວ​ໜຸ່ມ. ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານ, ​ເນື້ອ​ໃນ​ຕິດຕາມ​ຕໍ່​ກັບ​ບັນດາ​ອົງການ​ຈັດ ຕັ້ງ​ຂອງ​ພັກ, ລັດ ​ແລະ ພະນັກງານ, ຂ້າ​ລັດຖະການ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ຕາມ​ການ​ກໍາ ນົດ.

ສ້າງ​ກົນ​ໄກ​​ເພື່ອ​ໃຫ້ຄະນະ​ຊາວ​ໜຸ່ມ ​ແລະ ຊາວ​ໜຸ່ມ​ໄດ້​ເຂົ້າ​ຮ່ວມ​ການຕິດຕາມ​ສະມາຊິກ​ພັກ​ທີ່​ມີຕໍາ​ແໜ່​ງຕາມ​ການ​ກໍານົດ​ຂອງ​ພັກ ​ແລະ ການ​ແນະ​ນໍ​ຂອງ​​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ. ​ໃນ​ຂະ​ບວນການ​ຕິດຕາມຕ້ອງ​ຮັບປະກັນ​ການ​ປະຕິບັດ​ຕາມ​ການ​ນໍາພາ​ຂອງພັກຢ່າງ​ເດັດ​ຖານ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ແຕ່ລະ​ຂັ້ນ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ໃນ​ການ​ຕິດຕາມ​ການ​ບໍາລຸງ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ແບບ​ແຜນ​ດໍາລົງ​ຊີວິດຂອງ​ຜູ້​ນໍາພາ, ພະນັກງານ​ຫຼັກ​ແຫຼ່ງ ​ແລະ ພະນັກງານ, ສະມາ​ຊິກພັກ. ຈັດ​ຕັ້ງ​ການ​ທາ​ບທາມ​ຫາງ​ສຽງ​ສັງຄົມ​ຕໍ່​ກັບການ​ຮ່າງ​​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ໂຄງການ, ​ເອກະ​ສານ​ຕ່າງໆ ຂອງ​ພັກ, ລັດ ທີ່​ກ່ຽວຂ້ອງ​ເຖິງ​ຊາວ​ໜຸ່ມ-​ເຍົາວະ​ຊົນ. ຖື​ສໍາຄັນ​ການ​ກວດກາ, ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ຄໍາ​ສະ​ເໜີ, ຄໍາ​ສະຫຼຸບ​ພາຍຫຼັງ​ການກວດກາ, ຕິດຕາມ. ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ, ທັນ​ການ, ຖືກ​ຕາມ​ຂໍ້​ກໍານົດ​ຕໍ່​ການ​ກະທໍາ​ທີ່​ເປັນການລະ​ເມີດ​ຂໍ້​ກໍານົດ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ ​ແລະ ກົດ​ລະບຽບ​ຄະນະ​ຊາວ​ໜຸ່ມ ຕໍ່​ພະນັກງານ​ຄະນະ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ທີ່​ເສື່ອ​ມ​ຖອຍ​ທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, “ຜັນ​ປ່ຽນ​ເອງ”, “ປ່ຽນ​ແປງ​ເອງ”. ຊຸກຍູ້ການ​ກວດກາ, ຕິດຕາມ​ຢ່າງ​​ເປັນ​ປະ​ຈໍາ​ ການຈັດ​ຕັງ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງ​ບົດ​ສະຫຼຸບສະ​ບັບ​ເລກທີ 21-ສຫຼ/ສກພ ​ໃນ​ລະບົບ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈີ​ມິນ.

ຫ້າ, ​ເສີມ​ຂະຫຍາ​ຍຕື່ມ​ອີກ ​ບົດບາດ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໃນ​ການ​ເຂົ້າ​ຮ່ວມ​ກໍ່ສ້າງ, ປັບປຸງ​ພັກ ​ແລະ ລະບົບ​ການ​ເມືອງ. ຍົກ​ສູງ​ທັງ​ທາງດ້ານ​ປະລິ ມານ ແລະ ຄຸນ​ນະພາ​​ບ​ ໃນ​ການ​ສະ​ເໜີ​ສະມາຊິກ​ຊາວ​ໜຸ່ມ​ຜູ້ດີ​ເດັ່ນ​ ໃຫ້​​ພັກ​ພິຈາລະນາ, ຮັບ​ເຂົ້າ​ພັກ. ຈັດ​ຕັ້ງ​ປະຕິບັດ​ບັ້ນ​ປຸກລະດົມ “ສະມາຊິກ​ຊາວ​ໜຸ່ມ​ສູ້​ຊົນ​ເພື່ອ​ໃຫ້​ກາຍ​ເປັນ​ສະ ມາຊິກ​ພັກ​ກອມ​ມູນິດ​ຫວຽດນາມ” ​ໃນ​ສະພາບ​ການ​ໃໝ່ຢ່າງ​ມີ​ປະສິດທິພາບ(11). ​ເປັນ​ເຈົ້າ ການ​ກໍ່ສ້າງ, ບໍາລຸງ, ​ເສີມ​ຂະຫຍາຍ​ພະນັກງານ​ໜຸ່ມ​ນ້ອຍ, ພິ​ເສດ​ແມ່ນ​ ບັນດາ​ຜູ້​ທີ່​ກ້າ​ຄິດ, ກ້າ​ເຮັດ​ ເພື່ອ​ຜົນ​ປະ​ໂຫຍ​ດລວມ, ມີ​ຄວາມ​ສາມາດ​ປະຕິບັດ​ວຽກ​ງານ​ໃນ​ສະພາບ​ແວດ​ລ້ອມ ສາກົນ; ຜ່ານ​ການ​ກະທໍາ​ດັ່ງກ່າວ, ສາມາດ​ສ້າງ​ເປັນ​ແຫຼ່ງພະນັກງານ​ໜຸ່ມ​ນ້ອຍ​ທີ່​ມີ​ຄຸນ​ນະ ພາບ​ສູງ ​ແລະ ສາມາດ​ສະ​ເໜີ​​​ໃຫ້​ແກ່​ຄະນະ​ພັກ, ຄະນະ​ອໍານາດ​ການ​ປົກຄອງ ​ແລະ ອັງການຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ​ແຕ່ລະ​ຂັ້ນ(12). ​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ ​ເພື່ອ​ນໍາ​ເອົາ​ພະນັກງານ​ຜູ້​ໜຸ່ມ​ນ້ອຍ​ທີ່​ມີ​ຄວາມ​ສາມາດ​ຂອງ​ບັນດາການຈັດ​ຕັ້ງ​ພັກ, ອໍານາດ​ການ​ປົກຄອງ, ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາອົງ​ການຈັດ​ຕັ້ງ​ການ​ເມືອງ - ສັງຄົມ ​ໄປ​ບັນຈຸ​ສັບ​ຊ້ອນ​ເຮັດ​ວຽກ​ງານ​ຄະນະ​ຊາວ​ໜຸ່ມ. ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ຍຶດໝັ້ນ ​ໃນ​ການ​ເປັນ​ເສນາ​ທິການ, ນໍາ​ສະ​ເໜີ​ຕໍ່​ພັກ, ລັດ ​ໃນ​ການ​ປະກາດ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ສອດຄ່ອງ​ຕໍ່​ຊາ​ວໜຸ່ມ, ​ເຍົາວະ​ຊົນ. ​ເປັນ​ເສນາ​ທິການ​ໃນ​ການ​ສະຫຼຸບສັງ​ລວມ 15 ປີ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິສະບັບ​ເລກທີ 25-ມຕ/ສກພ, ລົງ​ວັນ​ທີ 25 ກໍລະກົດ 2008, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ 10. ​ເປັນ​ເສນາ​ທິການ​ໃຫ້ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະກາດ​ໃຊ້​ລະບຽບ​ຂໍ້​ກໍານົດ​ວ່າ​ດ້ວຍ​ພະນັກງານ​ຄະນະຊາວ​ໜຸ່ມ (ສະບັບ​ເພີ່ມ​ເຕີມ, ​ປັບປຸງ) ​ແລະ ​ແນະ​ນໍາ​ການຈັດ​ຕັ້ງ​ປະຕິບັດລະບຽບ​ຂໍ້​ກໍານົດ ວ່າ​ດ້ວຍ​ພະນັກງານ​ຄະນະ​ຊາວ​ໜຸ່ມ ຕອບ​ສະໜອງ​ກັບ​ພຶດຕິ​ກໍາ​ຕົວ​ຈິງ​ໃນ​ສະພາບ​ແວດ​ລ້ອມ​ໃໝ່.

ໄວ​ໜຸ່ມ​​ແມ່ນ​ອະນາ​ຄົດ, ຢາກ​ມີ​ອະນາ​ຄົດ​ທີ່​ດີງາມ ຊາວ​ໜຸ່ມ​ແຕ່ລະຄົນ​​ຕ້ອງ​ອອກ ແຮງ​ພະຍາຍາມກໍ່ສ້າງ​ດ້ວຍ​ຄວາມ​ຕັ້ງ​ໝັ້ນ ​ແລະ ມານະ​ຈິດ​ຂອງ​ຕົນ​ເອງ. ຮຸ່ນ​ໜຸ່ມ​ນ້ອຍ​ເປັນ​ເຈົ້າ​ຂອງ​ອະນາ​ຄົດ​ຂອງ​ປະ​ເທດ​ຊາດ; ດ້ວຍ​ເຫດ​ນັ້ນ, ຕ້ອງ​ອອກ​ແຮ​ງຝຶກ​ຝົນ​ຫຼໍ່​ຫຼອມ ຄວາມຮູ້​ຄວາ​ມສາມາດ, ພະຍາຍາມ​ສູ້​ຊົນ ​ແລະ ຮໍ່າຮຽນ, ບໍາລຸງ​ຄຸນສົມບັດ, ນໍາ​ໜ້າ​ໃນ ພາລະກິດ​ແຫ່ງ​ການ​ສ້າງສາ ​ແລະ ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ.

ພະນັກງານ​ຄະນະ​ຊາວ​ໜຸ່ມ​ແຕ່ລະ​ຂັ້ນ, ພະນັກງານ, ສະມາຊິ​ກຊາວ​ໜຸ່ມ, ​ຊາວ​ໜຸ່ມ ​ໃນ​ທົ່ວ​ປະ​ເທດ ຈົ່ງ​ຍົກ​ສູງ​ນໍ້າ​ໃຈຄວາມ​ສາມັກຄີ, ອອກ​ແຮງສູ້​ຊົນ, ຈັດ​ຕັ້ງ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝທີ 12, ບົດ​ສະຫຼຸບສະບັບ​ເລກທີ 21-ບຫຼ/ ສກພ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ; ​ຕັດສິນ​ໃຈ, ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ລັດທິ​ເອກະ​ຊົນ, ສະກັດ​ກັ້ນ, ຕີ​ຖອຍ​ການ​ເສື່ອ​ມ​ຖອຍທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, ບັນດາ​ປະກົດ​ການ “ຜັນ​ປ່ຽນ​ເອງ”, “ປ່ຽນ​ແປງ​ເອງ” ​ແຕ່​ຫົວທີ, ​ແຕ່​ໄກ; ປຸກຕື່ນ​ຄວາມ​​ໄຝ່ຝັນ​ອັນ​ແຮງ​ກ້າ​​ໄດ້ອຸທິດ​ຕົນ, ສູ້​ຊົນ​ດໍາລົງ​ຊີວິດ​ຢ່າງ​ຈົບງາມ ​​ແລະ ​ເປັນ​ປະໂຫຍ​ດ ​ເພື່ອ​ເຜີຍ​ແຜ່ ​ແລະ ​ເຊື່ອມ​ຕໍ່​ກໍາລັງ​​ໄວ​ໜຸ່ມ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ວັດທະນາ​ຖາວອນ ​ແລະ ຜາສຸກ​ ດັ່ງຄວາມ​ຫວັງ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ເຄົາລົບ​ຮັກ./.

______________

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ​ກາ​ນ​ເມືອງ​ແຫ່ງ​ຊາດ ສຶ້​ເຖິ້ດ, ຮ່າ​ໂນ້ຍ, ປີ 2011, ​ເຫຼັ້ມ 5, ໜ້າ​ 216.

(2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະ​ນໍາ, ເຫຼັ້ມ 11, ໜ້າ 602.

(3) ຫງວຽນ​ຝູຈ້ອງ: “ສືບ​ຕໍ່​ຍູ້​ແຮງ​ຕື່ມ​ອີກ​ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ, ຕອບ​ສະ ໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ປະຕິວັດ​ໃນ​ໄລຍະ​ໃໝ່”, ວາລະສານ​ກອມ​ມູນິດ, ສະບັບ​ທີ 908, ​ເດືອນທັນວາ 2021, ໜ້າ 8.

(4) ​ເອກະສານ​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ສ​ພຈ ​ການ​ເມືອງ​ແຫ່ງຊາດ ສຶ້​ເຖິ້ດ, ຮ່າ​ໂນ້ຍ, ປີ 2021, ​ເຫຼັ້ມ 2, ໜ້າ​ 326-327.

(5) ​ຊຸມ​ປີ​ທີ່​ຜ່ານ​ມາ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິ​ນ ​ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ ຫຼາຍບັ້ນ​ແຂ່ງຂັນ​ໃນ​ການ​ຊອກ​ຮູ້​ກ່ຽວ​ກັບ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ ​ໂຮ່ຈີ​ມິນ, ​ແຜນ ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ​ກົດໝາຍ​ຂອງ​ລັດ ດ້ວຍ​ຮູບ​ການທາງ​ໄກ (ອອນ​ໄ​ລນ໌) ​ແລະ ​ໃນ​ມໍ່ໆມາ​ນີ້ ​ແມ່ນ​ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​​ໂດ​ຍຜ່ານ​ແອັບ​ພີເຄຊັນ​ມື​ຖື “ຊາວ​ໜຸ່ມ​ຫວຽດນາມ”, ​ເຊິ່ງສາມາດ​ດຶງ​ດູດ​​ເອົາ​ສະມາຊິກ​ຊາວ​ໜຸ່ມ​-​ເຍົາວະ​ຊົນ ເຂົ້າ​ຮ່ວມ​​ເປັນຈໍານວນ​ຫຼວງ​ຫຼາຍ. ອັນ​ພົ້ນ​ເດັ່ນ​ແມ່ນ​: ການ​ແຂ່ງຂັນ​ຊອກ​ຮູ້​ກ່ຽວ​ກັບ​ລັດທິມາກ - ​ເລ​ນິນ, ​ແນວ​ຄິດ ​ໂຮ່ຈີ​ມິນ “​ແສງ​ສະ​ຫວ່າງ​ເຍືອງ​ທາງ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສອບ​ເສັງ​ເກືອບ 900.000 ຄົນ; ບັ້ນ​ແຂ່ງຂັນ​ຊອກ​ຮູ້​ກ່ຽວ​ກັບ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ ຄົບຮອບ 90 ປີ ​ເຊິ່ງສາມາດຶງດູດ​ນັກ​ສອບ​ເສັງ​ເຂົ້າ​ຮ່ວມ​ເຖິງ 691.356 ຄົນ. ບັ້ນ​​ແຂ່ງຂັນ​ຊອກ​ຮູ້​ກ່ຽວ​ກັບ​ວັນ​ມູນ​ເຊື້ອ​ອັນສະຫງ່າ​ອົງອາດ​ ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຄົບຮອບ 90 ປີ ​ເຊິ່ງສາມາດ​ດຶງ​ດູດ​ນັກ​ສອບ​ເສັງ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 3,7 ລ້ານ​ເທື່ອ​ຄົນ; ບັ້ນ​ແຂ່ງຂັນ “ລຸງ​ໂຮ່ກັບ​ເຍົາວະ​ຊົນ, ​ເຍົາວະ​ຊົນກັບ​ລຸງ​ໂຮ່” ສາມາດ​ດຶງ​ດູດ​ນ້ອງ​ເຍົາວະ​ຊົນເຂົ້າ​ສອບ​ເສງ​ຫຼາຍ​ກວ່າ 4 ລ້ານ​ຄົນ.

(6) ຄະນະ​ເລຂາທິການ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ ປະກາດ​ໃຊ້​ໜັງສື​ແນະ​ນໍາ ​ແລະ ກໍານົດ​ບັນດາ​ຫົວ​ຂໍ້​ສະ​ເພາະ​​ໃຫ້​ແກ່​ພະນັກງາ​ນຄະນະ​ຊາວ​ໜຸ່ມ ​ແລະ ​ໃຫ້​ແກ່​ສະມາຊິກ​ຊາວ ໜຸ່ມ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ໃນ​ແຕ່ລະ​ປີ. ​ເຊິ່ງ​ໄດ້​ມີ​ຊາວ​ໜຸ່ມ​ຜູ້​ກ້າວໜ້າ​ທີ່​ປະຕິບັດ​ຕາມ​ຄໍາ ສອນ​ຂອງ​ລຸງ​ໂຮ່ຈໍານວນ 156.691 ຄົນ, ຮັບ​ການ​ຍ້ອງ​ຍໍ​ສັນລະ​ເສີນ​ເປັນ​ຫຼານ​ຄໍາຮູ້​ຂອງລຸງ​ໂຮ່ ​​ໃນ​ແຕ່ລະ​ຂັ້ນ​ໃນ​ໄລຍະ 5 ປີທີ່​ຜ່ານ​ມາ ມີ​ຫຼາຍ​ເຖິງ 8.401.131 ​ເທື່ອ​ຄົນ.

(7) ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຊ່ອງ​ຂໍ້​ມູນ ຂ່າ​ວສານ​ເອ​ເລັກ​ໂຕຣ​ນິກ ຮັບ​ໃຊ້​ໃຫ້​ແກ່​ການ​ຮໍ່າຮຽນ​​ທິດ​ສະ​ດີກາ​ນ​ເມືອງ​ສໍາລັບ​ສະມາຊິກ​ຊາວ​ໜຸ່ມ​ ບົນ​ເວັບ​ໄຊ: http://hoclyluan.doanthanhnien.vn, ​ເຊິ່ງ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ສາມາດ​ຊອກ​ຫາ​ຂໍ້​ມູນ​ຂ່າວສານ, ຮໍ່າຮຽນ, ກວດກາ​ຜົນ​ການ​ຮໍ່າຮຽນ​ບົນ​ອິນ​ເຕີ​ເນັດ​ໂດຍ​ກົງ.

(8) ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ພວມ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ການ​ນໍາ​ໃຊ້​ແອັບ ພີ​ເຄຊັນ​ມື​ຖື (App) “ຊາວ​ໜຸ່ມ​ຫວຽດນາມ” ບົນສະມາດ​ໂຟນ ​ແລະ ​ໄດ້​ປະມວນ​ບັນດາ​ເນື້ອ​ໃນ​ສຶກສາ​ອົບຮົມ​ສະມາຊິກ​ຊາວ​ໜຸ່ມ; ຫັນ​ເປັນ​ດິຈີ​ຕ້ອນ​ໃນ​ການ​ຄຸ້ມ​ຄອງ​ສະມາຊິກ​ຊາວ ໜຸ່ມ, ຜັນ​ຂະຫຍາຍ​ແຜ​ນງານ​ຝຶກ​ຝົນ​ຫຼໍ່​ຫຼອມ​ສະມາຊິກ​ຊາ​ວໜຸ່ມ, ສຶກສາ​ຮໍ່າຮຽນ​ບັນດາ​ບົດ ຮຽນ​ທິດ​ສະ​ດີກາ​ນ​ເມືອງ​ຢູ່​ເທິງ​ແອັບ​ພີ​ເຄຊັນ “ຊາວ​ໜຸ່ມ​ຫວຽດນາມ”.

(9) ​ໃນ​ປີ 2023, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ຈະ​ກໍ່ສ້າງ “​ໂຄງ ການ​ປ່ຽນ​ແປງ​ໃໝ່ກົງຈັກ​ການຈັດ​ຕັ້ງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ການ ຈັດຕັ້ງ​ຄະນະ​ຊາວ​ໜຸ່ມ​ແຕ່ລະ​ຂັ້ນ” ນໍາ​ສະ​ເໜີ​ກົມ​ການ​ເມືອງສູນກາງ, ຄະນະ​ເລຂາທິການ​ສູນ​ກາງພັກ ພິຈາລະນາ​ຮັບຮອງ. ​ໃນ​ນັ້ນ​, ​ໄດ້​ຖື​ສໍາຄັນ​ບັນດາ​ວິທີ​ການ​ຍົກ​ສູງ​ຄຸນ​ນະພາບຖັນ​ແຖວພະນັກງານ​ຄະນະ​ຊາວ​ໜຸ່ມ, ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ພຽບພ້ອມ​ດ້ວຍ​ຄຸນ​ທາດ​ການ​ເມືອງ, ກໍາລັງ​ຄວາມ​ສາມາ​ດ, ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ການ​ເມືອງ​ໃນ​ສະພາບ​ການ​ໃໝ່.

(10) ສະຫຼຸບ​ສັງ​ລວມການຈັດ​ຕັ້ງ​ຜັນ​ຂະຫຍາຍ​ຄໍາ​ສັ່ງ​ສະບັບ​ເລກທີ 01-ຄສ/ສຄຊ, ລົງ​ວັນ​ທີ 17 ພຶດສະພາ 2013, ຂອງ​ຄະນະ​ປະ​ຈໍາ​ສູນ​ກາງ​ຊາວ​ໜຸ່ມ, ວ່າ​ດ້ວຍ “ການ​ເພີ່ມ​ທະວີ ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ບຸກຄະ​ລິກກະພາບ, ປະຕິບັດ​ແບບ​ແຜນ​ວິທີ​ເຮັດ​ວຽກ​ຂອງ​ພະນັກງານ​ຄະນະ​ຊາວ​ໜຸ່ມ”; ກໍານົດ​ເນື້ອ​ໃນ 8 ປະການ​ທີ່​ພະນັກງານ​ຄະນະ​ຊາວ​ໜຸ່ມ​ຄວນ​ເຮັດ, 8 ປະການທີ່​ພະນັກງານ​ຄະນະ​ຊາວ​ໜຸ່ມ​ບໍ່​ຄວນ​ເຮັດ, ປະກາດ​ໃຊ້​ຄໍາ​ສັ່ງ ​ແລະ ຂໍ້​ກໍານົດ​ໃໝ່, ຕິດ​ພັນກັບ​ການ​ຍົກ​ສູງ​ບົດບາດ​ຄວາມ​ເປັນ​ແບບຢ່າງ​ຂອງ​ພະນັກງານ​ຄະນະ​ຊາວ​ໜຸ່ມ, ສະມາຄົມ, ໜ່ວຍ​ກອງ, ພະນັກງານ​ທີ່​ຮັບຜິດຊອບ​ເຍົາວະ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ນໍາພາ.

(11) ​ໃນ​ໄລຍະ 2017 - 2021, ທົ່ວ​ຄະນະ​ຊາວ​ໜຸ່ມ ​ໄດ້​ສະ​ເໜີ​ສະມາຊິກ​ຊາວ ໜຸ່ມ​ຜູ້ດີ​ເດັ່ນ​ໃຫ້​ແກ່​ພັກ​ຈໍານວນ 815.209 ຄົນ, ​ໃນ​ນັ້ນ ​ເປັນ​ສະມາຊິກ​ພັກ​ໃໝ່​ທີ່​ຫາ​ກໍ​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ ຈາກ​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ດີ​ເດັ່ນ​ຈໍານວນ 415.133 ຄົນ. ອັດຕາ​ການ​ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ​ ຈາກ​ສະມາຊິກ​ຊາວ​ໜຸ່ມ​ດີ​ເດັ່ນ ​ໃນ​ຈໍານວນ​ສະ ມາຊິກ​ພັກ​ທີ່​ໄດ້​ຮັບ​ໃນ​ທົ່ວ​ປະ​ເທດ ​ໄລຍະ​ແຕ່ 2010 ມາ​ເຖິງ​ປັດຈຸບັນ ​ເວລາ​ໃດ​ກໍ​ບັນລຸ ປະມານ 70%.

(12) ​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ, ຈໍານວນ​ພະນັກງານ​ຄະນະ ຊາວ​ໜຸ່ມ​ແຕ່ລະ​ຂັ້ນ​ທັງ​ໝົດ​ທີ່​ໄດ້​ຮັບ​ການສະ​ເໜີ​ເຂົ້າ​ຮ່ວມ​ຄະນະ​ພັກ ມີ 12.151 ສະຫາຍ ແລະ ຈໍານວນ​ພະນັກງານ​ຄະນະ​ຊາວ​ໜຸ່ມ​​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ພັກ​ແຕ່ລະ​ຂັ້ນ ມີ ເຖິງ 11.378 ສະຫາຍ (ກວມ​ເອົາ 93,6% ຂອງ​ຈໍານວນ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ທີ່​ຖືກ​ສະ​ເໜີ). ພະນັກງານ​ຄະນະ​ຊາວ​ໜຸ່ມ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແຕ່ລະ​ຂັ້ນ ມີ​ຄືດັ່ງ​ນີ້: ພະນັກງານ​ຄະນະ​ຊາວ​ໜຸ່ມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ມີ 17 ຄົນ; ພະນັກງານ​ຄະນະ​ຊາວ​ໜຸ່ມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາປະຊາຊົນຂັ້ນ​ແຂວງ ມີ 112 ຄົນ; ພະນັກງານ​ຄະນະ​ຊາວ​ໜຸ່ມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາປະຊາຊົນ​ຂັ້ນ​ເມືອງ ມີ 917 ຄົນ; ພະນັກງານ​ຄະນະ​ຊາວ​ໜຸ່ມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາປະຊາຊົນ​ຂັ້ນ​ຕາ​ແສງ ມີ 14.856 ຄົນ.

- ​ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 986 (​ເດືອນ​ມີນາ 2022)