ດັດຊະນີຄວາມສຸກ: ຄໍາແນະນໍາສໍາລັບການປົກຄອງປະ​ເທດ

ໂດຍ ສຈ, ປອ ໂຮ່ ສີ ກວີ໋
ສະຖາບັນຂໍ້ມູນວິທະຍາສາດສັງຄົມ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ
02:45, 27-09-2022
ວກ. - ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ລະບຸ​ວ່າ ຄວາມສຸກ​ແມ່ນ​ເປົ້າ​ໝາຍ​ແຫ່ງ​ການ​ສູ້​ຊົນ​ຂອງ​ທົ່ວ​ສັງຄົມ, ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ໃນ​ການ​ພັດທະນາ​ປະ​ເທດ, ແມ່ນ​ມາດ​ຕະ​ຖານ​ສູງ​ສຸດ​ຂອງ​ຄອບ​ຄົວ​ຫວຽດ​ນາມ. ສິ່ງ​ເຫຼົ່າ​ນີ້​ແມ່ນ​ທິດ​ທາງ​ສຳຄັນ​ໃນ​ການ​ປົກຄອງ​ປະ​ເທດ, ​ເຮັດ​ໃຫ້​ຄວາມ​ຜາ​ສຸກ​ກາຍ​ເປັນ​ເປົ້າ​ໝາຍ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ກັບປະຊາຊົນຕາແສງ ເວິ້ດລ້າຍ, ເມືອງ ບາວີ່, ນະຄອນຮ່າໂນ້ຍ _ພາບ: TTXVN

ຄວາມສຸກແມ່ນຕົວ​ວັດຄວາມກ້າວໜ້າທາງສັງຄົມທີ່ຖືກຕ້ອງ
​ແລະ ​ແມ່ນ​ເປົ້າ​ໝາຍຂອງນະໂຍບາຍສາທາລະນະ

ຄວາມສຸກ​ແມ່ນ​ເປົ້າ​ໝາຍ​ແຫ່ງ​ການ​ຮັບ​ຮູ້​ທີ່​ເຂົ້າ​ໃຈ​ຍາກ. ດັ່ງ​ນັ້ນ, ​ແຕ່​ກ່ອນ​ມາ, ຄວາມສຸກ​ມັກ​ເປັນ​ຂອບ​ເຂດ​ຂອງຄໍາສອນທາງ​ເທວະ​ວິທະຍາ​ແລະ​ປັດ​ຊະ​ຍາ, ນັ້ນ​ແມ່ນ​ການ​ຕັດ​ສິນ​ຢ່າງ​ເຂັ້ມ​ງວດ ​ກ່ຽວ​ກັບ​ການ​ສອນ​ແລະ​ປະ​ສົບ​ການ. ແນວໃດກໍ່ຕາມ, ດ້ວຍ​ທາດ​ແທ້​ຂອງມັນເປັນຜະລິດຕະພັນທີ່ແທ້ຈິງຂອງຊີວິດມະນຸດ, ຄວາມສຸກ​ແມ່ນ​ຄຸນຄ່າທີ່​ເປັນ​ທັງ​ອັດຕະວິ​ໄສ​ແລະ​ພາວະ​ວິ​ໄສ. ດັ່ງ​ນັ້ນ, ຂະ​ບວນການສະ​ແຫວ​ງຫາ​ຄວາມສຸກ, ​ເຖິງ​ຈະ​ມີ​ສີສັນອັດຕະວິ​ໄສປານ​ໃດ​ກໍ່ຕາມ, ກໍ່ຍັງເປັນການຄົ້ນຫາທີ່ບໍ່ແມ່ນ “ຈິດຕະນິຍົມ” ລ້ວນໆ ແລະ ສາມາດເວົ້າໄດ້ວ່າ ລຳບາກ​ທີ່​ສຸດ.

ນັ້ນ​ແມ່ນ​ເຫດຜົນ​ທີ່​ນັກ​ຈິດຕະວິທະຍາ, ຜູ້​ຊ່ຽວຊານ​ດ້າງ​ສັງຄົມສາດ ​ແລະ ນັບ​ທັງ​ນັກຄະນິດສາດ ​ໄດ້​ເຮັດ​ວຽກ​ຢ່າງ​ທົນ​ທານ​ເພື່ອສຶກສາດ້ານປະລິມານຂອງຄວາມສຸກ. ແຕ່​ແທ້​ຈິງ​ແລ້ວ, ຄວາມ​ສຸກ​ບໍ່​ໄດ້​ກາຍ​ເປັນ​​ເປົ້າ​ໝາຍຂອງການຜ່າຕັດ​ແບບຕັກກະ​ນິຍົມ​ແລະ​ປະ​ລິ​ມານ​ຂອງ​ວິທະຍາສາດຢ່າງ​ງ່າຍ​ດາຍ. ບັນດາວິ​ທີ​ການ​ວິ​ເຄາະ​ ແລະ ການ​ວັດ​ແທກ​ທີ່​ຊັດ​ເຈນ​ຂອງ​ວິ​ທະ​ຍາ​ສາດ ​ຍັງ​ເບິ່ງ​ຄື​ວ່າບໍ່​ມີ​ອໍາ​ນາດ​​ເມື່ອປະ​ເຊີນ​ກັບ​ການ​ປ່ຽນ​ແປງທີ່​ສັບຊ້ອນ​ຂອງ​ມາດຕະ​ເກນ​ນີ້: ຄົນທຸກຍາກຝັນເຖິງຄວາມສຸກຂອງຄວາມຮັ່ງມີ, ແຕ່ຄົນຮັ່ງມີຍັງຮູ້ສຶກ​ບໍ່​ມີ​ຄວາມສຸກ; ຂະນະດຽວກັນ, ກໍ່ບໍ່ແມ່ນເລື່ອງແປກ ທີ່ຄົນທຸກຍາກຈະມີຄວາມສຸກແທ້ໆ.​ເຊັ່ນ​ດຽວ​ກັນ, ກະສັດຫຼືສາມັນ​ຊົນ, ຮັ່ງມີຫຼືຕ່ຳຕ້ອຍ, ຄົນສະຫຼາດຫຼືຄົນໂງ່, ຜູ້ສໍາເລັດ ຫຼືບໍ່ສໍາເລັດ... ເປັນການຍາກທີ່ຈະວັດແທກຢ່າງຊັດ​ເຈນວ່າ ໃຜມີຄວາມສຸກກວ່າໃຜ.

ບັນຫາແມ່ນຢູ່​ທີ່, ບໍ່ວ່າຄວາມສຸກຂອງມະນຸດຈະສັບສົນຫຼາຍປານໃດ ມັນ​ກໍບໍ່ສາມາດແຍກອອກຈາກກົນໄກທາງເຄມີແລະຊີວະພາບຂອງສະພາວະກະ​ຕູ້ນຈິດ​ໃຈ​ຂອງ​ມະນຸດ​ໃນ​ການ​ເຄື່ອນ​ໄຫວ​ໄດ້. ​ແລະ​ຄື​ແນວ​ນັ້ນ, ຄວາມສຸກບໍ່​ແມ່ນ​ປະລິມານ​ນາມ​ມະ​ທຳ​ຢ່າງ​ທີ່ຄິດກັນ​ທົ່ວ​ໄປ, ​ແຕ່​ສາມາດ​ວັດ​ໄດ້​ໂດຍ​ການ​ວັດ​ທາງຈິດຕະວິທະຍາ ຫຼື​ສັງຄົມ​ວິທະຍາ, ​ເສດຖະສາດ, ຄະນິດສາດ, ຊີວະ​ວິທະຍາ, ເຄມີສາດ... ຕົວຢ່າງ​ເຊັ່ນ, ​ເຂົາ​ເຈົ້າ​ສາມາດວັດຈຳນວນຄົນໃນສັງຄົມທີ່ພໍໃຈກັບຊີວິດຂອງເຂົາ​ເຈົ້າ, ດ້ວຍ​ນະ​ໂຍບາຍ​ຂອງ​ລັດຖະບານທີ່ຄວບ​ຄຸມ​ພວກເຂົາ (1).

ໃນໄລຍະສິບປີທີ່ຜ່ານມາ, ການສຶກສາດ້ານປະລິມານຂອງ​ຄວາມສຸກ ​ໄດ້​ກາຍ​ເປັນ​ສະ​ໄໝ​ນິຍົມ​ໃນ​ທັນ​​ໃດ. ເຫດຜົນສໍາຄັນທີ່ສຸດທີ່ຈະອະທິບາຍປະກົດການນີ້​ແມ່ນ ຄວາມ​ຮັ່ງມີ​ ແລະ ອາລະຍະທໍາ ຍັງບໍ່ທັນໄດ້ເຮັດໃຫ້ຊີວິດຂອງຜູ້​ຄົນສະດວກສະບາຍຫຼາຍ​ຂຶ້ນ; ການ​ກໍ່​ການ​ຮ້າຍ ​ແລະ ​ໂລກລະບາດ​​ທົ່ວ​ໂລກທີ່ຜ່ານມາ ເປັນໄພຄຸກ​ຄາມ​ທີ່​ເປັນອັນຕະລາຍຕໍ່ທຸກປະເທດ; ມີນະ​ໂຍບາຍ​ທີ່​ສົມ​ເຫດ​ສົມ​ຜົນ, ຖືກ​ໃຈ​ປະຊາຊົນ ສະຫວັດດີ​ການ​ສັງຄົມ​ຈະ​ໄດ້​ຮັບປະກັນ... ຄວາມສຸກການ​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ຊີວິດ​ມະນຸດ, “ແມ່ນ​ຕົວ​ຊີ້​ວັດທີ່​ຖືກຕ້ອງ​ຂອງ​ຄວາມ​ກ້າວໜ້າທາງ​ສັງຄົມ ​ແລະ ​ແມ່ນ​ເປົ້າ​ໝາຍ​ຂອງ​ນະ​ໂຍບາຍ​ສາທາລະນະ”(2). ໃນ​ບັນ​ດາ​ການ​ສຶກ​ສາດ້ານ​ປະ​ລິ​ມານ​ທີ່​ໜ້າສົນ​ໃຈ ສຳ​ລັບຊຸມ​ຊົນ​ໂລກ​ແລະ​ຊຸມ​ຊົນ​ວິ​ທະ​ຍາ​ສາດ​ນັ້ນ, ດັດຊະນີຄວາມສຸກດາວເຄາະ (Happy Planet Index - HPI) ຂອງ New Economics Foundation (ອັງກິດ) ແມ່ນສິ່ງ​ພິມ​ທີ່​ໄດ້​ພິມຈຳໜ່າຍຄັ້ງທຳອິດໃນປີ 2006. ຫຼັງຈາກນັ້ນ​ມີບົດລາຍງານ ຂອງສະມາຄົມ​ຄົ້ນຄວ້າ​ແລະ​ສືບສວນຕະຫຼາດ Win/Gallup International ​ແຫ່ງ​ທະນາຄານ​ໂລກ, ​ແລະ ​ແຕ່​ປີ 2012 ​ແມ່ນລາຍງານຄວາມສຸກໂລກ (World Happiness Report - WHR) ຂອງ​ເຄືອ​ຂ່າຍການແກ້ໄຂການພັດທະນາແບບຍືນຍົງ (SDSN) ​ແຫ່ງ​ສະຫະ​ປະຊາ​ຊາດ.

ມາຮອດປະຈຸບັນ ດັດຊະນີຄວາມສຸກດາວເຄາະ ໄດ້​ເຜີຍ​ແຜ່​ການພິມ​ໃນ​ປີ 2006, 2009, 2012 ​ແລະ 2016. ຕັ້ງແຕ່ປີ 2016, ດັດຊະນີຄວາມສຸກດາວເຄາະ ໄດ້ຮັບ​ການ​ອັບ​ເດດ ແລະ ​ເຜີຍ​ແຜ່​ທາງອອນໄລນ໌​ເປັນ​ປະຈຳ. ຕາມການຈັດອັນດັບນີ້, ປີ 2006, ຫວຽດນາມ​ຢູ່​ໃນ​ອັນ​ດັບ​ທີ 12 ​ໃນ 178 ປະ​ເທດ(3). ປີ 2012, ດັດຊະນີ​ຄວາມສຸກ​ຂອງ​ຫວຽດນາມ​ສູງກວ່າອີກ, ຢູ່​ໃນ​ອັນ​ດັບ​ທີ​ສອງ, ​ຫຼັງ​ຈາກ ກົດ​ສະຕີ ຣິກາ. ປີ 2016, ຫວຽດນາມ​ຢູ່​ໃນ​ອັນ​ດັບ​ທີ 5, ຫຼັງ​ຈາກ ​ໂກ​ສະຕາຣິກາ, ​ເມ​ຊິກ​ໂກ, ​ໂຄ​ລອມ​ເບຍ, ວາ​ນູອາ​ຕູ(4). ​​ຢ່າງ​ໃດ​ກໍ​ຕາມ, ບໍ່​ພຽງ​ແຕ່​ຊາວ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ນັກ​ວິຊາ​ການ​ຕ່າງປະ​ເທດ​ຫຼາຍ​ຄົນ ທີ່​ຍັງ​ສົງໄສ​ກ່ຽວ​ກັບ​ຊຸດ​ເຄື່ອງມື​ທາງ​ວິທະຍາສາດຂອງ​ບົດ​ລາຍງານ​ດັດຊະນີ​ຄວາມສຸກດາວເຄາະ. ການ​ປະ​ເມີນຄວາມ​ສຸກ​ດ້ວຍ​ມາດຕະຖານດ້ານ​ປະລິມານ​ບໍ່​ເຄີຍ​ປາສະຈາກ​ການ​ບີບ​ບັງຄັບ.

ນອກຈາກດັດຊະນີຄວາມສຸກດາວເຄາະ (HPI) ​ແລ້ວ, ສະມາຄົມຄົ້ນຄວ້າ​ແລະ​ສືບສວນຕະຫຼາດ Win/Gallup International ແຫ່ງ​ທະນາຄານ​ໂລກ ຍັງ​ເຜີຍ​ແຜ່​ຜົນ​ການຄົ້ນຄວ້າ ຫຼືການວິເຄາະ ຕົວ​ຊີ້​ວັດ​ຕ່າງໆ ​ເປັນ​ປະຈຳ​ທຸກ​ປີ ລວມທັງ​ດັດຊະນີ​ຄວາມສຸກ. ຄຽງ​ຂ້າງ​ກັບດັດຊະນີຄວາມສຸກດາວເຄາະ, ​ໃນ​ປະຈຸ​ບັນ ລາຍ​ງານ​ຄວາມສຸກ​ໂລກ (WHR) ຖື​ວ່າ​ມີ​ຊື່​ສຽງ​ທີ່​ສຸດ ​ເມື່ອ​ພິມ​ຈຳໜ່າຍ​ສິ່ງ​ພິມ​ປະຈຳ​ປີ ​ເຊິ່ງບັນດາ​ປະ​ເທດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ນັກການເມືອງ, ນັກວິທະຍາສາດ​ໃຊ້​ເປັນຂໍ້ມູນປ້ອນ​ເຂົ້າ ສໍາລັບ​ກິດຈະກຳຄົ້ນຄວ້າຈໍານວນຫຼາຍຂອງພວກເຂົາ. ບົດ​ລາຍ​ງານ​ຄວາມ​ສຸກ​ໂລກ​ໄດ້​ພິມ​ເຜີຍ​ແຜ່​ຄັ້ງ​ທຳ​ອິດ​ໃນ​ເດືອນ​ເມສາ​ປີ 2012 ຕາມ​ຄຳ​ຮ້ອງຂໍ​ຂອງ​ທ່ານ ບັນ​ຄີ​ມູນ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ໃນ​ຂະນະ​ນັ້ນ ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ສະໜັບສະໜູນ ກອງປະຊຸມລະດັບ​ສູງ​ຂອງ​ສະຫະ​ປະຊາ​ຊາດກ່ຽວກັບຄວາມສຸກ (The UN High Level Meeting on Wellbeing and Happiness). ດ້ວຍກອງປະຊຸມນີ້, ອົງການ​ສະຫະ​ປະຊາ​ຊາດແນະນຳ​ໃຫ້ປະເທດຕ່າງໆ ຖືວ່າຄວາມສຸກ​ເປັນ​ມາດຕະຖານ​ທີ່​ແທ້​ຈິງ​ຂອງ​ຄວາມ​ກ້າວໜ້າທາງສັງຄົມ ແລະ ເປັນເປົ້າໝາຍຂອງນະໂຍບາຍສາທາລະນະ. ນັບ​ແຕ່​ນັ້ນ​ມາ, ລາຍ​ງານ​ຄວາມສຸກ​ໂລກ​ສືບ​ຕໍ່​ໄດ້​ຮັບ​ການ​ຄົ້ນຄວ້າ​ແລະພິມເຜີຍແຜ່ ​ໃນ​ວັນ​ແຫ່ງ​ຄວາມສຸກ​ສາກົນ (International Day of Happiness, ວັນ​ທີ 20 ມີນາ​ທຸກ​ປີ). ມາ​ເຖິງ​ປີ​ນີ້, ລາຍ​ງານ​ຄວາມສຸກ​ໂລກ​ໄດ້​ຮັບ​ການ​ພິມ​ເຜີຍ​ແຜ່​ເປັນ​ຈຳນວນ 9 ສະບັບ​ແລ້ວ. ແຕ່ລະລາຍງານ ຈໍາກັດໄລຍະເວລາສາມປີ​ ໃນ​ການວັດແທກຄວາມສຸກຂອງປະເທດຕ່າງໆ (ຕົວຢ່າງ​ເຊັ່ນ ລາຍ​ງານ​ປີ 2021 ຄົ້ນຄວ້າ​ແລະ​ປະ​ເມີນ​ຄວາມສຸກ​ຂອງ​ປະ​ເທດ​ຕ່າງໆ​ໃນ​ບັນດາ​ປີ​ແຕ່ 2018 ​ເຖິງ​ປີ 2021).

ບັນດາເກນກຳນົດຄວາມສຸກ: ຄໍາແນະນໍາສໍາລັບການປົກຄອງປະ​ເທດ

ການວັດ​ແທກ​ຄວາມສຸກ​ຂັ້ນພື້ນຖານ​ທີ່ ລາຍງານຄວາມສຸກໂລກ ​ໃຊ້​ຄື​ຄວາມ​ພໍ​ໃຈ​ໃນ​ຊີວິດ, ວັດ​ຈາກ​ຄະ​ແນນ 10 ຄະ​ແນນ, ຕັ້ງແຕ່ “ບໍ່ພໍໃຈທີ່ສຸດ” ຫາ “ພໍໃຈທີ່ສຸດ”. ຕາມ​ນັ້ນ, ລາຍງານຄວາມສຸກໂລກ ວັດ​ແທກຄວາມສຸກໃນປະເທດຕາມ​ເກນກຳນົດ 8 ປະການ (5): 1- ຈີ​ດີ​ພີ ຕໍ່ຫົວຄົນ ຄຳນວນ​ຕາມ​ຄວາມ​ເທົ່າ​ທຽມ​ກັນ​ຂອງກຳລັງຊື້ (PPP)​ເຊິ່ງຄຳນວນ​ຈາກ​ອັດຕາແລກປ່ຽນ ​ໂດ​ລາ​ສະຫະລັດ​ໃນປີ 2011 ທີ່​ເຜີຍ​ແຜ່​ໂດຍ​ທະນາຄານໂລກ ໃນການຄຳນວນດັດ​ຊະ​ຍີ​ການ​ພັດທະນາ​ໂລກ (WDI); 2- ຈຳນວນ​ປີ​ທີ່​ມີ​ສຸຂະພາບ​ດີເມື່ອທຽບກັບອາຍຸ​ໄຂສະເລ່ຍ. ຕົວເລກນີ້ສ້າງຂຶ້ນຈາກຂໍ້​ມູນ​ຂອງ​ອົງການ​ອະນາ​ໄມໂລກ (WHO); 3- ການຊ່ວຍ​ເຫຼືອ​ທາງ​ສັງຄົມ ແມ່ນວັດແທກໂດຍຄວາມ​ສາມາດທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ໃນ​ເວລາ​ທີ່​ມີ​ຄວາມ​ຫຍຸ້ງຍາກ. ການຊ່ວຍເຫຼືອທາງ​ສັງຄົມຂອງປະເທດຕ່າງໆ ຄິດໄລ່ຈາກ​ຄ່າ​ສະ​ເລ່ຍຂອງ​ການຕອບກັບ​ແບບ​ສ່ວນ​ສອງ (0 ຫຼື 1) ຕໍ່ຄໍາຖາມຂອງ Gallup World Poll, ທີ່​ຖາມ​ວ່າ: “ຖ້າທ່ານມີບັນຫາ, ຍາດ​ພີ່ນ້ອງ​ຫຼືເພື່ອນສາມາດຊ່ວຍທ່ານໄດ້ບໍ?”; 4- ເສລີ​ພາບ​ໃນ​ການ​ເລືອກ. ​ເກນ​ກຳນົດນີ້​ວັດ​ແທກ​ດ້ວຍຄ່າສະເລ່ຍທົ່ວ​ປະ​ເທດ ​ກ່ຽວ​ກັບ​ການ​ຕອບ​ກັບ​ແບບ​ສ່ວນ​ສອງ ຕໍ່ຄໍາຖາມຂອງ GWP: “ທ່ານພໍໃຈຫຼືບໍ່ພໍໃຈກັບ ອິດສະລະພາບຂອງທ່ານ​ທີ່​ຈະ​ເລືອກສິ່ງທີ່ທ່ານໄດ້ເຮັດໃນຊີວິດ?”; 5- ຄວາມ​ອະ​ໄພ​ໃຈກວ້າງ. ເກນ​ກຳນົດນີ້​ວັດ​ແທກ​ດ້ວຍ​ການ​ປະກອບ​ສ່ວນ​ຕໍ່​ສັງຄົມ ​ເມື່ອ​ຕອບຄໍາຖາມຂອງ GWP: “ທ່ານໄດ້ບໍລິຈາກ​ເງິນ​ໃຫ້ການ​ກຸສົນໃນເດືອນທີ່ຜ່ານມາບໍ?”; 6- ຄວາມຮັບຮູ້ກ່ຽວກັບການສໍ້ລາດບັງຫຼວງ. ເກນ​ກຳນົດນີ້​ວັດ​ແທກ​ດ້ວຍຄ່າ​ສະ​ເລ່ຍຂອງ​ການຕອບກັບ​ແບບ​ສ່ວນ​ສອງ ຕໍ່ຄໍາຖາມຂອງ GWP: “ການ​ສໍ້​ລາດ​ບັງ​ຫຼວງ​ແຜ່​ຫຼາຍ​ໃນ​ສະ​ຖາ​ບັນ​ສາ​ທາ​ລະ​ນະຫຼື​ບໍ?”, ​ແລະ “ການ​ສໍ້​ລາດ​ບັງ​ຫຼວງ​ແຜ່​ຫຼາຍ​ໃນ​ວິ​ສາ​ຫະກິດ​ຕ່າງໆ​ຫຼື​ບໍ່?”; 7- ​ປະຕິກິລິຍາທີ່ຕັ້ງໜ້າ. ເກນ​ກຳນົດນີ້​ວັດ​ແທກ​ດ້ວຍອັດຕາ​ສ່ວນ​ສະ​ເລ່ຍທົ່ວ​ປະ​ເທດ ກ່ຽວ​ກັບອາລົມດີມີ​ຄວາມສຸກ, ສຽງຫົວ ແລະ ຄວາມສະໜຸກ​ສະບາຍ ສຳລັບການ​ທົດ​ລອງ​ສະ​ເພາະຂອງ GWP; 8- ປະຕິກິລິຍາທີ່​ຫຍໍ້​ທໍ້. ເກນ​ກຳນົດນີ້​ວັດ​ແທກ​ດ້ວຍອັດຕາ​ສ່ວນ​ສະ​ເລ່ຍທົ່ວ​ປະ​ເທດ ກ່ຽວ​ກັບຄວາມກັງວົນ, ຄວາມໂສກເສົ້າ ແລະ ຄວາມ​ໂກດ​ເຄືອງ ​ສຳລັບ​ການທົດລອງສະເພາະຂອງ GWP. ເກນກຳນົດ 8 ປະການນີ້ ລ້ວນ​ແຕ່​ແມ່ນ​ຕົວ​ແປ​ເອກະລາດທັງ​ໝົດ​ ທີ່ຄິດໄລ່ເພື່ອວັດ​ແທກ​ທັດສະນະຄະຕິສ່ວນ​ຕົວຂອງຜູ້ຄົນ ໃນຫຼາຍກວ່າ 150 ປະເທດ. ​ໃນ​ແຕ່​ລະ​ປະ​ເທດ, ຈໍານວນ​ເປົ້າ​ໝາຍທີ່ເລືອກ​ເພື່ອການສຶກສາແມ່ນ 1.000 ຄົນ. ດັດ​ຊະນີ​ຄວາມສຸກ​ໂລກ (World Happiness Index - WHI) ​ແມ່ນຜົນຈາກ​ການ​ສັງ​ລວມທີ່ຂ້ອນ​ຂ້າງ​ສັບສົນ ​ຂອງເກນ​ກຳນົດທັງໝົດເຫຼົ່ານີ້.

 ​ໃນ​ຄວາມ​ເປັນ​ຈິງ, ບັນດາ​ຜູ້​ຊ່ຽວຊານ​ຂອງ ລາຍງານຄວາມສຸກໂລກ ​ໄດ້​ໃຫ້ຄຳ​ແນະນຳກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ປະ​ເທດ, ນັ້ນ​ແມ່ນ “ຜູ້ວາງກຳນະໂຍບາຍ ຕ້ອງຮູ້ສາເຫດຂອງ​ຄວາມສຸກ​ແລະຄວາມທຸກ”(6). ປັດ​ໄຈບາງຢ່າງສົ່ງຜົນກະທົບຕໍ່ທຸກໆຄົນ, ເຊັ່ນ: ລາຍ​ໄດ້​ແລະວຽກ​ເຮັດ​ງານທຳ, ການ​ສຶກສາ​ແລະ​ຊີວິດ​ຄອຍ​ຄົວ. ​ແຕ່​ບາງ​ປັດ​ໄຈ​ອື່ນ​ໄດ້​ມີ​ຄວາມສຳຄັນ​ທີ່​ແຕກ​ຕ່າງ​ກັນຕໍ່ບຸກຄົນ, ​ເຊັ່ນ​ ສຸຂະພາບ​ຈິດ ​ແລະ ກາຍຍະ​ພາບ​ບຸກຄົນ. ບັນດາ​ປັດ​ໄຈ​ເຫຼົ່າ​ນີ້ ເຮັດໃຫ້ເກີດຄວາມແຕກຕ່າງອັນໃຫຍ່ຫຼວງ​ ໃນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ຄວາມສຸກແລະຄວາມທຸກຂອງ​ບຸກ​ຄົນ. ສຳລັບ​ບັນດາປັດໄຈທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມທຸກ, ຕາມ ລາຍງານຄວາມສຸກໂລກ, ​ໂດຍ​ຫຼັກການ​ແລ້ວ ສາມາດລົບລ້າງປັດ​ໄຈ​ເຫຼົ່າ​ນີ້​ໄດ້, ເຊັ່ນ: ຄວາມທຸກ​ຍາກ, ການສຶກສາຕໍ່າ, ການຫວ່າງງານ, ການດໍາລົງຊີວິດປ່ຽວ​ດຽວ, ເຈັບປ່ວຍ,...

ຕາມ ລາຍງານຄວາມສຸກໂລກ ປີ 2017, ​ໃນ​ບັນດາ​ສັງຄົມ​ຕາ​ເວັນ​ຕົກ, ສຸຂະພາບຈິດ ​ແລະ ການ​ພົວພັນ​ຄູ່​ຮ່ວມ, ​ເພື່ອ​ມິດ ມີ​ຄວາມສຳຄັນ​ກວ່າ​ລາຍ​ໄດ້​ແລະວຽກ​ເຮັດ​ງານ​ທຳ, ນັບ​ທັງການເຈັບປ່ວຍ. ​ເບິ່ງ​ລວມ​ແລ້ວ, ໃນປະເທດໃດກໍ່ຕາມ, ສຸຂະພາບ​ກາຍ​ບໍ່​ເຄີຍສໍາຄັນກວ່າສຸຂະພາບຈິດ ​ແລະ ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ ລາຍໄດ້ຄົວ​ເຮືອນ​ອະທິບາຍ​ໜ້ອຍ​ກວ່າ 2% ຂອງຄວາມແຕກຕ່າງ​ໃນຄວາມສຸກ(7).

​ສຳລັບ​ເດັດ​ນ້ອຍ, ລາຍງານຄວາມສຸກໂລກ ປີ 2017 ຊີ້​ໃຫ້​ເຫັນ​ວ່າ ສິ່ງທີ່ສໍາຄັນທີ່​ສຸດເພື່ອໃຫ້ເດັກນ້ອຍມີຄວາມສຸກແມ່ນ ສຸຂະພາບຈິດແລະພຶດຕິກໍາ ຂອງ​ເດັກ, ຕໍ່​ລົງ​ມາ​ແມ່ນ ຜົນການສຶກສາ. ບັນດາ​ປັດ​ໄຈ​ທີ່​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ເຖິງ​ສຸຂະພາບ​ຈິດ​ແລະ​ພຶດຕິ​ກຳ​ຂອງ​ເດັກ​ແມ່ນ ລາຍ​ໄດ້​ຂອງ​ພໍ່​ແມ່​ແລະ​ສຸ​ຂະ​ພາບ​ຈິດ​ຂອງ​ແມ່. ປັດ​ໄຈ​ຕໍ່​ຈາກ​ນັ້ນ​ແມ່ນ ສະພາບ​ແວດ​ລ້ອມ​ສັງຄົມ ​ຂອງ​ໂຮງຮຽນ​ປະຖົມ​ສຶກສາ ​ແລະ​ມັດ​ຖະຍົມ​ສຶກສາ​ຕອນ​ຕົ້ນ. ບັນດາ​ປັດ​ໄຈ​ເຫຼົ່າ​ນີ້​ສົ່ງ​ຜົນ​ກະທົບ​ເຖິງຜົນ​ການ​ຮຽນ​ຮູ້​ຂອງ​ເດັກ.

ຂໍ້ຄວາມຂ້າງເທິງແມ່ນມີຄວາມສໍາຄັນພິ​ເສດ ສໍາລັບການວາງກຳນົດນະ​ໂຍບາຍ​ໃນ​ແງ່​ຂອງການຮັບຮູ້ຄວາມສຸກ ແລະ ການພັດທະນາມະນຸດ. ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ​ຂັ້ນ​ພື້ນຖານ ຕ້ອງ​​ແມ່ນ​ວຽກ​ງານ​ທີ່ສໍາຄັນ​ທີ່​ສຸດ ​ຂອງພື້ນຖານ​ການ​ສຶກສາ​ຂອງ​ປະ​ເທດ ​ແລະ ຄວາມ​​ຫ່ວງ​ໄຍຕໍ່ສຸຂະພາບຈິດຂອງແມ່ ກໍເປັນສິ່ງສຳຄັນທີ່ບໍ່​ໄດ້​ເບິ່ງ​ເບົາໃນທຸກຄອບຄົວ.

​ໃນລາຍງານຄວາມສຸກໂລກ ປີ 2021, ເມື່ອເວົ້າເຖິງຜົນກະທົບຂອງ​ການລະບາດ​ຂອງພະຍາດໂຄວິດ-19, ບັນດາຜູ້ຊ່ຽວຊານໄດ້ເນັ້ນໜັກເຖິງປັດ​ໄຈຄວາມ​ໄວ້​ວາງ​ໃຈ - “ຄວາມ​ໄວ້​ວາງ​ໃຈ​ຂອງ​ສາ​ມາ​ລະນະ​ຊົນ​​ເປັນການສະໜັບສະໜູນ ໃຫ້ການ​ຮັບ​ມື​ກັບ​ການລະບາດໃຫຍ່ປະສົບຄວາມສຳເລັດ”. ການ​ຄົ້ນ​ພົບ​ນີ້ສອດຄ່ອງ​ກັບ​ການ​ຄົ້ນຄວ້າ​ກ່ອນ​ໜ້າ​ນີ້ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ນັ້ນ​ແມ່ນ: ​ໂດຍ​ທົ່ວ​ໄປ​ແລ້ວ ຜູ້​ທີ່​ວາງ​ຄວາມ​ເຊື່ອ​ໝັ້ນຢ່າງ​ແໜ້ນ​ແຟ້ນໃນສັງຄົມ​ແລະ​ສະ​ຖາ​ບັນ ມັກ​ຈະ​ມີຄວາມສຸກຫຼາຍກວ່າ ຜູ້​ທີ່​ອາ​ໄສ​ຢູ່​ໃນ​ສະພາບ​ແວດ​ລ້ອມທີ່ມີຄວາມໄວ້ວາງໃຈໜ້ອຍກວ່າ. ຊຸມ​ຊົນ​ທີ່​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ລະ​ດັບ​ສູງ​ ​ມັກ​ຈະ​ຄວາມ​ເດັດດ່ຽວທົນ​ທານ​​ ເມື່ອ​ປະ​ເຊີນ​ກັບ​ວິ​ກິດ​ການ. ຄວາມ​ເຊື່ອ ​ແລະ​ບັນທັດຖານ​ຂອງການຮ່ວມມືທາງສັງຄົມ ບໍ່ພຽງແຕ່ຊ່ວຍ​ໃຫ້ຕອບສະໜອງ​ໄດ້ທັນທ່ວງທີ, ແຕ່ຍັງຊ່ວຍໃຫ້ຜູ້​ຄົນຮູ້ສຶກມີຄວາມສຸກຫຼາຍ​ຂຶ້ນ​ດ້ວຍ.  

ສະຖານະພາບ​ແຫ່ງ​ຄວາມ​​ສຸກ​ໃນ​ຫວຽດນາມ​ແລະ​ໂລກ
ຕາມ​ລາຍ​ງານ​ຄວາມສຸກ​​ໂລກ
ໄລ​ຍະ​ປີ 2012 - 2021

ນັບ​ແຕ່​ເມື່ອລາຍງານຄວາມສຸກໂລກ ​ໄດ້​ຮັບ​ການ​ເຜີຍ​ແຜ່​ໃນ​ປີ 2012 ​ເຖິງ​ລາຍ​ງານ​ຫຼ້າ​ສຸດ​ໃນ​ປີ 2021, ທັງ 10 ປະເທດທີ່ມີຄວາມສຸກທີ່ສຸດແມ່ນ​ປະ​ເທດ​ອຸດສາຫະກໍາມີ່​ພັດທະນາ ​ເຊິ່ງສ່ວນ​ຫຼາຍ​ຢູ່​ເອີຣົບ, ມີ​ພຽງ ກາ​ນາ​ດາ ​ ອົດສະຕາລີ ນິວຊີແລນ ຢູ່​ນອກທະ​ບີບ​ນີ້. ບັນດາ​ປະ​ເທດ​ທີ່​ມີ​ດັດຊະນີ​ຄວາມສຸກ​ສູງ​ສຸດ ລ້ວນ​ແຕ່​ຢູ່ໃນພາກເໜືອຂອງເອີຣົບ. ນຳ​ໜ້າແມ່ນ​​ແດນ​ມາ​ກ ​ໃນ​ປີ 2012, 2013, 2016, 2017. ຕໍ່ລົງ​ມາ​ແມ່ນ ນໍ​ແວ, ສະວິດເຊີແລນ, ​ໄອ​ເຊີ​ແລນ, ຟີ​ນ​ແລນ, ສຸ​ແອດ, ເນເທີແລນ. ​ໃນ​ສີ່​ປີຕິ​ດຕໍ່​ກັນ ຕັ້ງ​ແຕ່​ປີ 2018 ​ເຖິງ​ປີ 2021, ຟິນແລນເປັນ “ປະເທດທີ່ມີຄວາມສຸກທີ່ສຸດໃນໂລກ” ດ້ວຍ​ດັດ​ຊະນີ​ຄວາມ​ສຸກໂລກ ຢູ່ທີ່ 7,623 ໃນປີ 2018, 7,769 ໃນປີ 2019, 7,809 ​ໃນ​ປີ 2020 ​ແລະ 7,842 ​ໃນ​ປີ 2021. ປີ 2022, ປະ​ເທດ​ນີ້​ສືບຕໍ່ນຳໜ້າລາຍ​ຊື່​ປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ.

ສາມາດເຂົ້າໃຈໄດ້ວ່າ ເປັນຫຍັງບັນດາປະເທດໃນພາກເໜືອຂອງເອີຣົບຈຶງຢູ່​ໃນ​ອັນ​ດັບ​ຕົ້ນໆ​ ຂອງດັດຊະນີຄວາມສຸກຂອງມະນຸດສະ​ເໝີ. ສະພາບ​ຄວາມ​ເປັນ​ຢູ່, ລະດັບ​ວັດທະນະທຳ​ສັງຄົມ, ລະດັບ​ສະຫວັດ​ດິການ​ສັງຄົມ, ທັດສະນະຄະຕິ​ຂອງ​ກົນ​ໄກ​ຄຸ້ມ​ຄອງ​ມະຫາ​ພາກ,... ລ້ວນ​ແຕ່​ແມ່ນ​ປັດ​ໄຈ​ສ້າງ​ຊີວິດ​ທີ່​ມີ​ຄວາມ​ຜາ​ສຸກ​ຂອງ​ປະ​ເທດ​ເຫຼົ່າ​ນີ້.

​ໃນ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ສິງ​ກະ​ໂປ​​ຢູ່​ໃນອັນ​ດັບ​ສູງ​ສຸດ​ສະ​ເໝີ​ມາ​ ​ແລະ ສູງ​ທີ່ສຸດ​ໃນ​ອາຊີ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ, ​ເຊິ່ງໝາຍ​ຄວາມ​ວ່າ ສິງກະ​ໂປ​ເປັນ​ປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ອາຊີ. ດັດ​ຊະນີ​ຄວາມ​ສຸກໂລກຂອງ​ປະ​ເທດ​ນີ້ຢູ່​ທີ່ 6,377 ​ແລະ​ມີ​ອັນ​ດັບ​ທີ 31 ​ໃນ 152 ປະ​ເທດ ​ໃນປີ 2020, ​ແລະ​ອັນ​ດັບ​ທີ 32 ​ໃນ 149 ປະ​ເທດ (ປີ 2021) ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ ປະຊາຊົນ​ສິງກະ​ໂປຂ້ອນ​ຂ້າງພໍ​ໃຈ​ກັບ​ຄຸນ​ນະພາ​ບຊີວິດ, ການ​ດູ​ແລ​ສຸ​ຂະ​ພາບ, ລະ​ດັບ​ການ​ສຶກ​ສາ, ສະ​ພາບ​ແວດ​ລ້ອມ ​ແລະ ກົງຈັກ​ການ​ຄຸ້ມ​ຄອງບໍລິຫານ​ປະ​ເທດ​ຂອງ​ຕົນ.

ປີ 2012, ຫວຽດນາມ​ຢູ່​ໃນ​ອັນ​ດັບ​ທີ 65 ​ໃນ 157 ປະ​ເທດ​ ​ໂດຍ​ມີ​ດັດຊະນີ​ຄວາມສຸກ​ຢູ່​ທີ່ 5,553. ​ແຕ່​ປີ 2012 ​ເຖິງ​ປີ 2017, ອັນ​ດັບ​ຂອງ​ຫວຽດນາມ​ທຽບ​ກັບ​ປະ​ເທດ​ອື່ນໆ​ແມ່ນ​ຂຶ້ນໆ​ລົງ​ໆ, ​ເພາະວ່າ​ ອັນ​ດັບ​ຂອງ​ບັນດາ​ປະ​ເທດ​ກໍ​ປ່ຽນ​ແປງ​ເລື້ອຍ ​ແລະ ບັນດາ​ບັນຫາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ​ໄດ້ກຳນົດ​ໂດຍ​ກົງ​ເຖິງ​ອັນ​ດັບ​ຂອງ​ຫວຽດນາມ. ​ແຕ່​ປີ 2017, ​ດັດຊະນີ​ຄວາມສຸກ​ຂອງ​ຫວຽດນາມ​ໄດ້​ຮັບ​ການປັບປຸງ​ດີ​ຂຶ້ນ. ​ໃນ​ໄລຍະ​ປີ 2019-2021, ຫວຽດນາມ​ເພີ່ມຂຶ້ນ 15 ອັນ​ດັບ ​ໃນ​ການຈັດ​ອັນ​ດັບ, ດັດຊະ​ນີ​ຄວາມສຸກຈາກ 5,175 ຂຶ້ນ​ເປັນ 5,411(8). ປີ 2022, ດັດຊະ​ນີຄວາມສຸກ​ຂອງ​ຫວຽດນາມເພີ່ມ​ຈຶ້ນອີກ 2 ອັນ​ດັບ(9). ສະທ້ອນ​ໃຫ້​ເຫັນ​ເຖິງ​ການ​ເພີ່​ມຂຶ້ນສູງ​ແລະ​ເປັນ​ປົກ​ກະຕິ​ ຂອງຊີວິດ​ເສດຖະກິດ​ ແລະ ການຮັ​ບ​ຮູ້​​ຄວາມ​ສຸກ​ຂອງ​ຜູ້​ຢູ່​ອາ​​ໄສທຸກລະດັບ, ​ເຖິງ​ວ່າ​ຈໍານວນທີ່​ແນ່ນອນບໍ່ໄດ້ເພີ່ມຂຶ້ນຫຼາຍ. ຄວາມ​ພໍ​ໃຈ​ໃນ​ຊີວິດ​ຂອງ​ຜູ້​ຢູ່​ອາ​ໄສ​ສ່ວນຫຼາຍ​ດີ​ຂຶ້ນ ​ໃນ​ແງ່​ຂອງມາດຕະຖານ​ການ​ຄອງ​ຊີບ ​ໃນ​ປະ​ເທດ​ທີ່​ກຳລັງ​ພັດທະນາຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ເຊິ່ງ​ເປັນປັດ​ໄຈ​ທີ່​ສຳຄັນ​ໃນ​ການ​ປັບປຸງ​ດັດຊະນີ​ຄວາມສຸກ​ຂອງ​ຫວຽດນາມ.

ຕ້ອງ​ເອົາ​ໃຈ​ໃສ່​ວ່າ, ​ໃນ​ບັນດາ​ຂົງ​ເຂດ​ອື່ນ, ຄວາມ​ຮູ້​ສຶກ​ທີ່​ຕ້ອງ​ຍອມ​ຈໍານົນ​ຕໍ່​ຈໍາ​ນວນ​ທີ່​ແນ່​ນອນ​ຂອງ​ວິ​ທະ​ຍາ​ສາດ​, ​ແຕ່​ໃນ​ດ້ານການປະເມີນຄວາມສຸກ​ແມ່ນຈໍາ​ເປັນ​ຕ້ອງ​ເຄົາລົບຄຸນຄ່າຂອງການຮັບຮູ້. ເຫັນ​ໄດ້​ວ່າ, ຫຼາຍ​ຄົນ​ຍັງ​ມີ​ຄວາມ​ສົງ​ໄສກ່ຽວ​ກັບ​ຕົວ​ເລກ​ທີ່​ສະທ້ອນ​​ຄວາມ​ຜາ​ສຸກ​ຂອງ​ຊາວ​ຫວຽດນາມ. ບັນດາບັນຫາ​ຫຍຸ້ງຍາກ​ພວມ​ເກີດ​ຂຶ້ນ​ໃນ​ຊີວິດ​ເສດຖະກິດ-ສັງຄົມ, ຄວາມ​ຫຍໍ້​ທໍ້​ໃນ​ຊີວິດ​ປະຈຳ​ວັນ, ຄວາມທຸກທີ່ຄົນບາງຄົນ​ເຄີຍປະສົບ​ມາ... ໄດ້​ມີ​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງ​ ຕໍ່​ແນວ​ຄວາມ​ຄິດ​ທົ່ວ​ໄປ ກ່ຽວ​ກັບ​ຄວາມສຸກ​ຂອງ​ຊາວ​ຫວຽດນາມ.

ນີ້​ແມ່ນ​ບັນຫາທີ່​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກ່າວ​ເຖິງ​ໂດຍ​ກົງ ​ເມື່ອກຳນົດລະບົບ​ທັດສະນະ​ຊີ້​ນຳ, ​ເພື່ອ​ປຸກ​ຕື່ນນ້ຳ​ໃຈ​ຮັກ​ຊາດ, ​ເຈດຈຳນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ຊາດ, ກຳລັງ​ແຮງ​ຂອງ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີນຮຸ່ງ​ເຮື​ອງ ​ແລະ ມີ​ຄວາມສຸກ.

​ໃນ​ພາກກ່ຽວ​ກັບ​ບົດຮຽນ​ທີ່​ຖອດ​ຖອນ​ມາ​ຈາກ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ລາຍ​ງານ​ກາ​ເມືອງ​​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ​ 13 ຂອງ​ພັກ​ໄດ້ກຳນົດ ຄວາມສຸກ ​ເປັນ​ເປົ້າໝາຍ​ແຫ່ງ​ການ​ສູ້​ຊົນ, ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ. ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກຢືນຢັນ: “ຮັດ​​ແໜ້ນ​ສາຍ​ພົວພັນ​ທີ່​​ໃກ້ຊິດສະໜິດ​ແໜ້ນ​ກັບ​ປະຊາຊົນ, ອີງ​ໃສ່​ປະຊາຊົນ​ເພື່ອ​ກໍ່ສ້າງ​ພັກ; ຖື​ເອົາ​ຄວາມສຸກ, ຄວາມ​ອິ່ມໜຳສຳລານ​ຂອງ​ປະຊາຊົນ​ເປັນ​ເປົ້າ​ໝາຍ​ແຫ່ງ​ການ​ສູ້​ຊົນ, ປັບປຸງ​ແລະ​​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ ​ແລະ ລະບອບ​ສັງຄົມ​ນິຍົມ”(10).

​ໃນ​ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດການ​ພັດທະນາ​ປະ​ເທດ, ຄວາມສຸກ ຖືກນຳສະ​ເໜີ​ເປັນຄວາມມຸ່ງມາດ​ປາດ​ຖະໜາ​ໃນ​ການ​ພັດທະນາ​ປະ​ເທດ ​ເຊິ່ງຄວນ​ໄດ້​ຮັບ​ການ​ປຸກ​ຕື່ນ​ເປັນ​ແຮງ​ຜັກ​ດັນ​ທາງ​ຈິດໃຈ​ອັນ​ໃຫຍ່​ຫຼວງ​ຂອງທັງ​ຊາດ. ​ຢູ່​ໃນ​ທິດ​ທາງ​ທີ​ສີ່​ຂອງ​ການ​ພັດທະນາ​ປະ​ເທດ​ໃນ​ໄລ​ຍະ 2021-2030, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ໜັກ: “ການພັດທະນາ​ມະນຸດ​ຢ່າງຮອບດ້ານ ​ແລະ ການສ້າງ​ວັດທະນະ​ທຳ​ຫວຽດນາມທີ່​ກ້າວໜ້າ​ແລະ​ເຕັມ​ໄປ​ດ້ວຍ​ເອກະລັກຂອງ​ຊາດ ​ເພື່ອ​ໃຫ້​ວັດທະນະ​ທຳ​ແລະຜູ້​ຄົນຫວຽດນາມ ກາຍ​ເປັນ​ກຳລັງ​ແຮງພາຍ​ໃນ, ​ເປັນ​ແຮງ​ຜັກ​ດັນການ​ພັດທະນາ​​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເພີ່ມ​ການ​ລົງທຶນ​ພັດທະນາ​ວັດທະນະທຳ. ກໍ່ສ້າງ, ພັດທະນາ, ສ້າງ​ສະພາບ​ແວດ​ລ້ອມ ​ແລະ​ເງື່ອນ​ໄຂ​ສັງຄົມ​ທີ່​ເອື້ອອຳນວຍ ​ເພື່ອ​ປຸກ​ຕື່ນມູນ​ເຊື່ອ​ຮັກ​ຊາດ, ຄວາ​ມທະ​ນົງ​ໃຈ​ແຫ່ງ​ຊາດ, ຄວາມ​ເຊື່ອ​ໝັ້ນ, ຄວາມ​ປາດ​ຖະໜາ​ພັດທະນາ​ປະ​ເທດ​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງ​ ​ແລະ​ມີ​ຄວາມສຸກ; ຄວາມ​ເກັ່ງ​ກ້າ​ສາດມາດ, ສະຕິ​ປັນຍາ, ຄຸນ​ນະ​ທາດ​ຂອງ​ຄົນ​ຫວຽດນາມ​ແມ່ນ​ສູນ​ກາງ, ​ເປົ້າ​ໝາຍ ​ແລະ ກຳລັງ​ແຮງ​ທີ່​ສຳຄັນ​ທີ່​ສຸດ​ ຂອງ​ການ​ພັດທະນາ​ປະ​ເທດ​ຊາດ”(11).

ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກ່າວ​ເຖິງຄວາມ​ສຸກ​ ເປັນມາດຕະຖານ​ໃນ​ການ​ສ້າງ​ຄອບ​ຄົວ​ຫວຽດ​ນາມ, ກ່າວ​ຄື: “ສຸມ​ໃສ່​ຄົ້ນຄວ້າ ກຳນົດ ​ແລະ ຜັນ​ຂະຫຍາຍ​ການ​ສ້າງລະບົບ​ຄຸນຄ່າ​ແຫ່ງ​ຊາດ, ລະບົບ​ຄຸນຄ່າ​ວັດທະນະທຳ ​ແລະ ມາດຕະຖານ​ມະນຸດ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ລະບົບ​ຄຸນຄ່າ​ຄອບຄົວ​ຫວຽດນາມ ​ໃນ​ໄລຍະ​ໃໝ່... ປະຕິບັດ​ມາດຕະຖານ​ວັດທະນະທຳ​ຄອບຄົວ​ຫວຽດນາມທີ່​ອີ່ມໜຳສຳລານ, ຜາ​ສຸກ ກ້າວໜ້າ ​ແລະ ອາລະຍະ​ທຳ. ​ເຊີດ​ຊູ​ບົດບາດ​ຂອງ​ຄອບຄົວ​ໃນ​ການລ້ຽງ​ດູ ​ແລະ ອົບຮົມສັ່ງສອນ​ຄົນ​ລຸ້ນ​ໃຫມ່​”(12).

​ໃນ​ບັນ​ດາ 6 ໜ້າ​ທີ່​ສຳ​ຄັນ​ຂອງ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ໜ້າ​ທີ່​ທີ 4 ທີ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກຳ​ນົດ​ຄື: “ປຸກ​ຕື່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ພັດທະນາ​ປະທດ​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງ​ ແລະ​ ມີ​ຄວາມສຸກ; ຮັກສາ​ ແລະ ​ເສີມ​ຂະ​ຫຍາຍຄຸນຄ່າ​ວັດທະນະທຳ ແລະກຳລັງ​ແຮງ​ຂອງ​ຄົນ​ຫວຽດນາມ ​ໃນ​ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາ​ດ ​ແລະ ​ເຊື່ອມ​ໂຍງ​ສາກົນ; ມີ​ນະ​ໂຍບາຍ​ສະ​ເພາະ ເພື່ອ​ພັດທະ​ນາ​ວັດທະນະທຳ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ​ປະຕິບັດ​ເປັນ​ຢ່າງ​ດີ ​ນະ​ໂຍບາຍສັງຄົມ, ຮັບປະກັນ​ ຄວາມ​ປອດ​ໄພ​ທາງ​ສັງຄົມ, ຄວາມ​ໝັ້ນຄົງ​ຂອງ​ມະນຸດ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ການ​ຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸຕິ​ທຳ​ທາງສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ ​ແລະ ດັດຊະນີ​ຄວາມສຸກ​ ຂອງ​ຄົນ​ຫວຽດນາມ”(13).

ສິ່ງ​ທີ່​ຄວາມ​ເອົາ​ໃຈ​ໃສ່​ແມ່ນ, ການຍົກ​ສູງ​ດັດຊະນີ​ຄວາມສຸກຂອງ​ຊາວ​ຫວຽດນາມ​ທີ່ລະບຸ​ໃນ​ເອກະສານ​ ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ໜ້າ​ທີ່​ທີ່​ສຳຄັນ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມໃນ​ໄລຍະ​ນີ້.

​ໃນ​ດ້ານ​​ໃບໜ້າ​​ຂອງຂອງ​ການ​ພັດທະນາປະ​ເທດ​ນັ້ນ, ຄວາມສຸກ​ຖືກ​ກ່າວ​ເຖິງ​ໃນ ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: “ປະ​ເທດ​ພວກ​ເຮົາ​ຈະ​ສ້າງສິ່ງ​ມະຫັດສະຈັນ​ແຫ່ງ​ການ​ພັດທະນາ​ໃໝ່ ​ເພື່ອ​ປະ​ເທດ​ຫວຽດນາມ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ ແລະ​ມີ​ຄວາມ​ຜາ​ສຸກຢ່າງ​​ແນ່ນອນ, ກ້າວ​ໄປຂ້າງ​ໜ້າ ​ຄຽງບ່າ​ຄຽງ​ໄຫຼ່​ກັບ​ບັນດາປະ​ເທດ​ມະຫາອຳນາດ​ໃນ 5 ທະວີບ, ບັນລຸ​ໄດ້​ຄວາມ​ປາຖະໜາຂອງ​ປະທານ​ໂຮ່ຈີມິນຜູ້​ຍິ່ງ​ໃຫຍ່ ແລະ ຄວາມມຸ່ງມາດປາດຖະໜາຂອງປວງຊົນທັງຊາດ”(14).

ດ້ວຍ​ລາຍ​ງານ​ດັດຊະນີ​ຄວາມສຸກ​ໂລກ​ປະຈຳ​ປີ, ສະຫະປະຊາ​ຊາດແນະນໍາຢ່າງ​ຕໍ່​ເນື່ອງ​ວ່າ, ຖ້າ​ປະ​ເທດ​ໃດ​ຢາກ​ໃຫ້​ປະຊາຊົນ​ມີ​ຄວາມ​ຜາ​ສຸກ​ຢ່າງ​ແທ້​ຈິງ, ຕ້ອງ​ມີ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ ​ເພື່ອ​ໃຫ້​ປະຊາຊົນ​ພໍ​ໃຈ​ກັບ​ຊີວິດ​ຂອງ​ຕົນ, ຢ່າງ​ໜ້ອຍ​ໃນ 8 ມາດຕະຖານ​ສະ​ເພາະ ​ເຊິ່ງລາຍງານຄວາມສຸກໂລກ ​ໄດ້​ວັດ​ແທກ​ລະດັບ​ຄວາມສຸກ​ຂອງ​ປະຊາຊົນ​ໃນ​ຫຼາຍ​ກວ່າ 150 ປະ​ເທດ​ ໃນ​ໄລຍະ 10 ປີຜ່ານມາ (2012-2021). ຄວາມ​ໝາຍ​ອັນ​ເລິກ​ເ​ຊິ່ງ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ຢາກ​ເຕືອນ​ບັນດາ​ລັດຖະບານ​ແມ່ນ ​ຄວາມ​ກ້າວໜ້າ​ທາງ​ເສດຖະກິດ-ສັງຄົມ​ທັງ​ໝົດ ​ບໍ່​​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ສຸກສະ​ເໝີ​ໄປ. ສໍາລັບ​ປະຊາຊົນ, ອາຍຸ​ໂຂ​ສະ​ເລ່ຍ​ເພີ່ມ​ຂຶ້ນຈະນໍາມາ​ເຊິ່ງຄວາມສຸກກໍ່​ຕໍ່​ເມື່ອຈໍານວນປີທີ່​ມີ​ສຸຂະພາບ​ດີ ເພີ່ມຂຶ້ນດ້ວຍ. ຮັ່ງ​ມີ​ຫຼື​ທຸກ​ຈົນ​ກໍ່​ບໍ່​ສາມາດ​ຫຼີກ​ລ້ຽງ​ຄວາມທຸກ​ໄດ້ ຖ້າ​ໃນ​ເວລາ​ຫຍຸ້ງຍາກຫຼືສິ້ນຫວັງ ບໍ່ໄດ້ຮັບການຊ່ວຍ​ເຫຼືອ. ທາງເລືອກໃນຊີວິດ, ເຖິງແມ່ນວ່າ​ຈະ​ປະສົບຄວາມສໍາເລັດ ກໍ່ບໍ່ແນ່ໃຈວ່າຈະນໍາຄວາມສຸກມາສູ່ຜູ້ຄົນ, ຖ້າທາງ​ເລືອກ​ນັ້ນ​ບໍ່​ແມ່ນ​ຄວາມເສລີແລະບໍ່ສະຫມັກໃຈ. ລັດຖະບານ​ເຂັ້ມ​ແຂງ, ວິ​ສາ​ຫະກິດ​ເກັ່ງ, ຫຼື​ອົງການ​ສາທາລະນະ​ທີ່ເປັນມືອາຊີບ... ກໍ່​ບໍ່​ແນ່​ໃຈ​ວ່າຈະ​ນໍາຄວາມສຸກມາສູ່ປະຊຊົນ ຖ້າ​ຫາກ​ວ່າ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ​ຍັງ​ເປັນການ​ກວນ​ສະໝອງໃນ​ແຕ່​ລະກາ​ນ​ເຄື່ອນ​ໄຫວ​ທາງ​ແພ່ງ, ຖ້າ​ຫາກ​ວ່າ ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ໃນ​ລະບອບ​ການ​ປົກຄອງ​ຍັງ​ບໍ່​ໜ້າ​ເຊື່ອ​ຖື​ພຽງພໍ. ​ແລະ​ສຸດ​ທ້າຍ​ແມ່ນ ອາລົມ​ແຫ່ງຄວາມພໍໃຈ, ສຽງ​ຫົວ ​ແລະ ຄວາມ​ສະໜຸກ​ສະໜາ​ນ​ໃນ​ຊີວິດ ​ທີ່ ​ລາຍ​ງານ​ຄວາມ​ສຸກ​ໂລກ ​ບໍ່​​ລືມ​ທີ່​ຈະ​ປະ​ເມີນ ​ເພື່ອ​ແນະ​ນໍາ​ໃຫ້​ລັດ​ຖະ​ບານປະ​ເທດ​ຕ່າງໆ./.

---------------------

(1) Craig Lambert: “The science of happiness” (ແປວ່າ: “ວິທະຍາສາດ​ແຫ່ງຄວາມສຸກ”), Havard Magazine, ​ເດືອນມັງກອນ ​ແລະ ກຸມພາ 2007, ໜ້າ 26 - 27

(2) World Happiness Report 2015: “Happiness is a proper measure of social progress and a goal of public policy” (​ແປ​ວ່າ: “ຄວາມສຸກ​ແມ່ນ​ຕົວ​ວັດ​ທີ່​ຖືກ​ຕ້ອງ​ຂອງ​ຄວາມ​ກ້າວໜ້າ​ທາງ​ສັງຄົມ ​ແລະ ​ແມ່ນ​ເປົ້າ​ໝາຍ​ຂອງ​ນະ​ໂຍບາຍ​ສາທາລະນະ”),  https://documents-dds-ny.un.org/doc/UNDOC/GEN/N11/420/70/PDF/N1142070.pdf?OpenElement

(3) Happy Planet Index (ດັດຊະນີ​ຄວາມສຸກ​ດາວ​ເຄາະ), http://happyplanetindex.org/

(4) ​ເບິ່ງ:​ ໂຮ່ ສີ ກ​ວີ໋: “ດັດຊະນີ​ຄວາມສຸກ​ໂລກ (WHI) 2012-2017 ​ແລະ​ຄວາມ​ຮູ້ສຶກ​ຂອງ​ຊາວ​ຫວຽດນາມ​ກ່ຽວ​ກັບ​ຄວາມສຸກ”, ວາລະສານ​ຄົ້ນຄວ້າ​ມະນຸດ,  ສະບັບ​ທີ 3, 2017.

(5) ​ເບິ່ງ: Clark, Andrew E., Flèche, Sarah, Layard, Richard, Powdthavee, Nattavudh and Ward, George: “The Key Determinants of Happiness and Misery” (​ແປ​ວ່າ: “ບັນດາ​ປັດ​ໄຈຕົ້ນຕໍ​ທີ່ກໍານົດຄວາມສຸກ​ແລະ​ຄວາມທຸກ”, CEP Discussion Papers, Centre for Economic Performance, London School of Economics and Political Science, London, UK 

(6) ​ເບິ່ງ: WHR 2017 (ລາງ​ງານ​ຄວາມສຸກ​ໂລກ 2017), https://worldhappiness.report/ed/2017/

(7) WHR 2017: “Household income per head explains under 2% of the variance of happiness in any country” (​ແປ​ວ່າ: “ລາຍໄດ້ຂອງ​ຄົວ​ເຮືອນ​ຕໍ່ຫົວຄົນອະທິບາຍໜ້ອຍກວ່າ 2% ຂອງຄວາມ​ແຕກ​ຕ່າງ​ທາງ​ດ້ານ​ຄວາມສຸກ​ໃນ​ປະ​ເທດໃດນຶ່ງ”), ໜ້າ 134

(8) ປີ 2012, 2020, 2021..., ຈໍານວນປະເທດທີ່​ວັດ​ແທກ​ຄວາມສຸກ​ແມ່ນ​ບໍ່​ຄື​ກັນ.

(9) ຫງວຽນ ດຶກ: “ລາຍ​ງານ​ຄວາມສຸກ​ໂລກ​ປີ 2022: ຫວຽດນາມ​ເພີ່​ມ 2 ລະດັບ”, ໜັງສືພິມ​ເອ​ເລັກ​ໂຕຣນິກຂອງ​ລັດຖະບານ, ວັນ​ທີ 20 ມີນາ 2022, https://baochinhphu.vn/bao-cao-hanh-phuc-the-gioi-2022-viet-nam-tang-2-bac-102220320092851823.htm

(10) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 97.

(11), (12), (13), (14) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 1, ໜ້າ 115 - 116, 143 - 144, 202, 205

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 989 (​ເດືອນ​ພຶດສະພາ 2022)