ຄວາມຮັບຮູ້ທາງທິດສະດີຂອງພັກກ່ຽວກັບວັດທະນະທໍາ
ຕໍ່ການປະຕິວັດ, ຕໍ່ ການປ່ຽນແປງໃໝ່ ແລະ ການພັດທະນາ
ຜ່ານບັນດາ
ໄລຍະທາງປະຫວັດສາດ ແຫ່ງການປະຕິວັດຫວຽດນາມ

 

ໂດຍ ຮສ, ປອ ຫງວຽນ ເຖກີ໋
ປະທານສະພາທິດສະດີ ແລະ ວິຈານສິລະປະ ວັນນະຄະດີສູນກາງ, ອະດີດກໍາມະການສູນກາງພັກ, ອະດີດອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ
03:18, 04-11-2022
ວກ. - ຫວນຄືນ 91 ກ່ວາປີທີ່ຜ່ານມາ, ນັບແຕ່ພັກກອມມູນິດຫວຽດນາມໄດ້ຮັບການກໍ່ຕັ້ງໃນວັນທີ 3 ກຸມພາ 1930 ມາຮອດປັດຈຸບັນ, ບັນດາທັດສະນະພື້ນຖານຂອງພັກກ່ຽວກັບວັດທະນະທໍາ ການພັດທະນາວັດທະນະທໍາ ແລະ ກ່ຽວກັບມະນຸດ ໄດ້ຮັບການປະກອບເພີ່ມເຕີມເທື່ອລະກ້າວ, ປັບປຸງໃຫ້ສົມບູນຢ່າງມີວິທະຍາສາດ ປະຕິວັດ ແລະ ມະນຸດອາລະຍະທຳ. ລະບົບບັນດາທັດສະນະດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນເຫັນດີເຫັນພ້ອມ, ສະໜັບສະໜູນ ເພາະທັງໝົດລ້ວນແຕ່ກ້າວໄປເຖິງຈຸດໝາຍແມ່ນ ເພື່ອຄວາມຜາສຸກຂອງປະຊາຊົນ.
ນັບຕັ້ງແຕ່ເວລາທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໃນຕະຫຼອດຂະບວນວິວັດແຫ່ງການຂົນຂວາຍປະຕິວັດ, ພັກກອມມູນິດຫວຽດນາມ ໄດ້ຖືສໍາຄັນວັດທະນະທໍາເປັນ ພິເສດ, ໂດຍສະເພາະແມ່ນ ການແກ້ໄຂສາຍພົວພັນລະຫວ່າງວັດທະນະທໍາຕໍ່ກັບຊາດ, ຕໍ່ກັບການປະຕິວັດ, ຕໍ່ກັບໂລກ, ຕໍ່ກັບການປ່ຽນແປງໃໝ່ ແລະ ການພັດທະນາ. ໃນປີ 1943, ສະຫາຍ ເຈື່ອງຈິງ, ເລຂາທິການໃຫຍ່ຂອງພັກ ໄດ້ໝູນໃຊ້ບັນດາທັດສະນະຂອງລັດທິມາກ, ຂອງພັກເຮົາ ແລະ ຜູ້ນໍາ ຫງວຽນອ໋າຍກວັກ ເພື່ອຂຽນໂຄງຮ່າງວັດທະນະທໍາຫວຽດນາມ (ຍັງໄດ້ເອີ້ນວ່າ ໂຄງຮ່າງວັດທະນະທໍາປີ 1943). ພັກກອມມູນິດຫວຽດນາມ ໄດ້ວາງ ໂຄງການວັດທະນະທໍາ ສະບັບໜຶ່ງອອກເປັນຄັ້ງທໍາອິດ ເຊິ່ງໃນນັ້ນ, ເນື້ອໃນ, ລັກສະນະ, ການຈັດຕັ້ງ, ກໍານົດທິດການພັດທະນາຂອງການປະຕິວັດທາງດ້ານວັດທະນະທໍາໜຶ່ງ ພຽງແຕ່ສາມາດຕິດພັນກັບການປະຕິວັດປົດປ່ອຍຊາດ ແລະ ອະນາຄົດຂອງພື້ນຖານວັດທະນະທໍາດັ່ງກ່າວ ຫຼັງຈາກການປະຕິວັດ ໄດ້ຮັບຜົນສໍາເລັດເທົ່ານັ້ນ. ໂຄງຮ່າງວັດທະນະທໍາຫວຽດນາມ (ປີ 1943) ໄດ້ກໍານົດການສ້າງພື້ນຖານວັດທະນະທໍາຫວຽດນາມ (ລວມທັງແນວຄິດ, ວິຊາການສຶກສາ, ສິລະປະ), “ຈະຂຶ້ນກັບການປະຕິວັດປະຊາທິປະໄຕປົດປ່ອຍໄດ້ຮັບໄຊຊະນະ ເຊິ່ງຈະໄດ້ພົ້ນອອກຈາກແອກປົກຄອງ ແລະ ຈະນໍາທັນກັບວັດທະນະທໍາປະຊາທິປະໄຕແບບໃໝ່ຂອງ ໂລກ”(1); ໄດ້ຢັ້ງຢືນສາມຫຼັກການ ຄື: “ຫັນເປັນຊາດ”; “ຫັນເປັນມະຫາຊົນ”; “ຫັນເປັນວິທະຍາສາດ”; ພາລະກິດວັດທະນະທໍາແມ່ນຂອງປວງຊົນທັງຊາດ, ພາຍໃຕ້ການຳພາຂອງພັກ; ໄດ້ຢັ້ງຢືນລັກສະນະພື້ນຖານວັດທະນະທໍາໃໝ່ຂອງຫວຽດນາມ ຢ່າງຈະແຈ້ງ ນັ້ນແມ່ນ “ຊາດນິຍົມໃນຮູບແບບ, ປະຊາທິປະໄຕໃໝ່ໃນເນື້ອໃນ”(2).
ໃນໄລຍະເວລາດຽວກັນນັ້ນ, ປຶ້ມບັນທຶກບົດກະວີ ປະພັນໂດຍປະທານໂຮ່ຈີມິນ ຢູ່ຄຸກຂອງອຳນາດການປົກຄອງ ຈຽງໄກເຊກ ແຂວງກວາງຊີ, ປະເທດຈີນ, ຕໍ່ມາໄດ້ລວບຮວມເປັນ “ບັນທຶກໃນຄຸກ” (1942 - 1943), ໃນໜ້າສຸດທ້າຍ, ເພິ່ນໄດ້ຂຽນກ່ຽວກັບວັດທະນະທຳ: “ເພື່ອການດຳລົງຄົງຕົວ ແລະ ຈຸດປະສົງຂອງຊີວິດ, ມວນມະນຸດຈຶ່ງປະດິດສ້າງ ແລະ ຄົ້ນພົບພາສາ, ຕົວໜັງສື, ຄຸນສົມບັດ, ກົດໝາຍ, ວິທະຍາສາດ, ສາສະໜາ, ວັນນະຄະດີ, ສິລະປະ, ບັນດາເຄື່ອງມືສຳລັບການດໍາລົງຊີວິປະຈໍາວັນ ກ່ຽວກັບການກິນຢູ່, ນຸ່ງຫົ່ມ ແລະ ແບບວິທີນໍາໃຊ້ຕ່າງໆ. ທັງໝົດບັນດາການປະດິດສ້າງ ແລະ ການຄົ້ນພົບດັ່ງກ່າວ ແມ່ນວັດທະນະທໍານີ້ເອງ. ວັດທະນະທໍາແມ່ນການສັງລວມຂອງທຸກແບບວິທີແຫ່ງການດໍາລົງຊີວິດ ພ້ອມກັບການສະແດງອອກຂອງມັນ ເຊິ່ງມວນມະນຸດໄດ້ປະດິດສ້າງຂຶ້ນມາ ເພື່ອຕອບສະໜອງບັນດາຄວາມຕ້ອງການໃນການດໍາລົງຊີວິດ ແລະ ຄວາມຮຽກຮ້ອງຕ້ອງການຂອງການຄົງຕົວ”(3).
ພາຍຫຼັງການປະຕິວັດເດືອນສິງຫາປີ 1945 ໄດ້ຮັບຜົນສໍາເລັດ, ໃນກອງປະຊຸມຂອງສະພາລັດຖະບານຄັ້ງທໍາອິດ (ວັນທີ 3 ກັນຍາ 1945), ປະທານ ໂຮ່ຈີມິນ ໄດ້ຍົກຂຶ້ນ 6 ໜ້າທີ່ອັນຮີບດ່ວນຂອງລັດ ແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ, ໃນນັ້ນ ມີສາມໜ້າທີ່ອັນຮີບດ່ວນກ່ຽວກັບວັດທະນະທໍາຄື: ໜຶ່ງແມ່ນ, ພ້ອມກັບການດັບສູນສັດຕູຄວາມອຶດຫີວ ຕ້ອງໄດ້ດັບສູນສັດຕູຄວາມໂງ່ຈ້າ; ສອງແມ່ນ, ຕ້ອງສຶກສາຈິດໃຈໃຫ້ແກ່ປະຊາຊົນ; ສາມແມ່ນ, ໃຊ້ສິດເສລີໃນການເຊື່ອຖືແລະສາສະໜາ.
ແນວທາງວັດທະນະທໍາການຕໍ່ຕ້ານຄ່ອຍໄດ້ຮັບການສ້າງຕັ້ງ ແລະ ໄດ້ສະແດງອອກຢ່າງຈະແຈ້ງ ໃນຈົດໝາຍກ່ຽວກັບ “ໜ້າທີ່ວັດທະນະທໍາຫວຽດນາມໃນຂະບວນການ ກູ້ຊາດ ແລະ ສ້າງສາປະເທດຊາດປະຈຸບັນ” ຂອງສະຫາຍ ເຈື່ອງຈິງ, ເລຂາທິການໃຫຍ່ສົ່ງໃຫ້ປະທານ ໂຮ່ຈີມິນ ໃນວັນທີ 16 ພະຈິກ 1946. ໃນວຽກງານທີ່ຫຼວງຫຼາຍກ່າຍກອງຂອງລັດ ເພື່ອຕ້ານຄືນສັດຕູຄວາມອຶດຫີວ, ສັດຕູຄວາມໂງ່ຈ້າ ແລະ ສັດຕູຜູ້ຮຸກຮານ, ພາຍໃຕ້ການຊີ້ນໍາຂອງປະທານ ໂຮ່ຈີມິນ, ກອງປະຊຸມວັດທະນະທໍາທົ່ວປະເທດໄດ້ໄຂຂຶ້ນໃນວັນທີ 24 ພະຈິກ 1946 ທີ່ໂຮງລະຄອນໃຫຍ່ນະຄອນຫຼວງ ຮ່າໂນ້ຍ. ຕາມແຜນການ, ກອງປະຊຸມຈະເຮັດວຽກໃນເວລາ 3 ວັນ, ແຕ່ຍ້ອນສະພາບການສູ້ຮົບຢ່າງເຄັ່ງຕຶງຢູ່ ຫາຍຝ່ອງ ແລະ ພວມມີໄພອັນຕະລາຍເກີດຂຶ້ນຢູ່ ຮ່າໂນ້ຍ ໂດຍໄວ ຈິ່ງໄດ້ປິດກອງປະຊຸມພາຍຫຼັງການເຮັດວຽກໃນເວລາໜຶ່ງວັນຢ່າງຮີບດ່ວນ ແລະ ມີປະໂຫຍດທີ່ສຸດ. ກອງປະຊຸມໄດ້ຕ້ອນຮັບນັກເຄື່ອນໄຫວວັດທະນະທໍາດີເດັ່ນໃນທົ່ວປະເທດເຂົ້າຮ່ວມຈໍານວນ 200 ກ່ວາຄົນ. ໃນບົດປາໄສໄຂກອງປະຊຸມ, ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນວ່າ: “ພື້ນຖານວັດທະນະທໍາໃໝ່ຂອງຫວຽດນາມຕ້ອງຖືເອົາຄວາມຜາສຸກຂອງປະຊາຊົນ, ຂອງຊາດເປັນພື້ນຖານ, ຕ້ອງຮຽນເອົາບັນດາສິ່ງທີ່ດີງາມຂອງວັດທະນະທໍາຕ່າງປະເທດ, ສ້າງພື້ນຖານວັດທະນະທໍາຫວຽດນາມ, ເຮັດໃຫ້ວັດທະນະທໍາໃໝ່ຕ້ອງແກ້ໄຂໄດ້ການສໍ້ລາດບັງຫຼວງ, ຄວາມຂີ້ຄ້ານ, ຄວາມສົມບູນແຕ່ຮູບນອກ, ຟູມເຟືອຍ, ຕ້ອງເຮັດໃຫ້ທຸກຄົນມີອຸດົມຄະຕິແຫ່ງຄວາມເປັນເຈົ້າຕົນເອງ ແລະ ເອກະລາດ”(4). ເພິ່ນໄດ້ຢັ້ງຢືນວ່າ: “ຖືເອົາວັດທະນະທໍາເປັນອັນເຍືອງທາງໃຫ້ແກ່ປະຊາຊົນໃນປະເທດກ້າວໄປ”(5). ບົດລາຍງານຂອງຄະນະກໍາມະການຂົນຂວາຍວັດທະນະທໍາທົ່ວປະເທດ ໄດ້ຍົກໃຫ້ເຫັນບັນດາຜົນງານທີ່ຍາດມາໄດ້, ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ວາງໜ້າທີ່ຂອງວັດທະນະທໍາຫວຽດນາມໃນສະພາບການໃໝ່. ກອງປະຊຸມໄດ້ເລືອກຕັ້ງຄະນະກໍາມະການວັດທະນະທໍາທົ່ວປະເທດ ປະກອບມີກໍາມະການສົມບູນຈໍານວນ 15 ຄົນ ແລະ ສໍາຮອງຈໍານວນ 5 ຄົນ. ຜົນສໍາເລັດອັນໃຫຍ່ຫຼວງຂອງກອງປະຊຸມ ໄດ້ວາງພື້ນຖານສໍາຄັນໃຫ້ແກ່ລະບົບວັດທະນະທໍາໃໝ່ຂອງຫວຽດນາມ.

 

ປະຊາຊົນຕາແສງ ລີ໋ຫອກ, ເມືອງ ຫວີງບ໋າວ, ນະຄອນ ຫາຍຝ່ອງ ມອບຮູບປັ້ນເສນາໃຫຍ່ ຫງວຽນ ບີ້ງຄຽມ ໃຫ້ສະຫາຍ ຫງວຽນ ຝູຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ _ພາບ: TTXVN

ໃນເດືອນມີນາ 1947, ປະທານ ໂຮ່ຈີມິນ ໄດ້ຂຽນເອກະສານ “ຊີວິດໃໝ່” ອະທິບາຍບັນດາບັນຫາແທດເໝາະກັບພຶດຕິກໍາຕົວຈິງໃນແນວທາງ, ແຜນນະໂຍບາຍກ່ຽວກັບວັດທະນະທໍາຂອງພັກ ແລະ ລັດຫວຽດນາມ ທີ່ເຂົ້າໃຈງ່າຍທີ່ສຸດ.
ໃນຊຸມປີທີ່ເຕັມໄປດ້ວຍຄວາມລໍາບາກກາກກໍາ ຕ້ານຄືນພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ, ພັກເຮົາ ແລະ ປະທານ ໂຮ່ຈີມິນ ໄດ້ນໍາພາຈັດກອງປະຊຸມວັດທະນະທໍາທົ່ວປະເທດຄັ້ງທີສອງ, ປະຊຸມແຕ່ວັນທີ 16 ເຖິງວັນທີ 20 ກໍລະກົດ 1948 ຢູ່ຫວຽດບັກ. ໃນຈົດໝາຍສົ່ງໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ປະທານ ໂຮ່ຈີມິນ ໄດ້ເນັ້ນໜັກວ່າ: “ໃນພາລະກິດອັນຍິ່ງໃຫຍ່ແຫ່ງການຕໍ່ຕ້ານ ເພື່ອສ້າງສາປະເທດຊາດຂອງຊົນຊາດເຮົາ, ວັດທະນະທໍາໄດ້ຫາບແບກສ່ວນໜຶ່ງທີ່ສໍາຄັນທີ່ສຸດ... ບັນດານັກວັດທະນະທໍາຂອງພວກເຮົາຕ້ອງມີບັນດາບົດປະພັນຢ່າງເໝາະສົມ, ບໍ່ພຽງແຕ່ເພື່ອສັນລະເສີນພາລະກິດການຕໍ່ຕ້ານສ້າງສາປະເທດຊາດໃນປະຈຸບັນເທົ່ານັ້ນ ແຕ່ຍັງເພື່ອສືບທອດປະຫວັດສາດການຕໍ່ສູ້ສ້າງສາປະເທດຊາດອັນສະຫງ່າອົງອາດໃຫ້ແກ່ຄົນຮຸ່ນຫຼັງອີກດ້ວຍ”(6).
ວັນທີ 18 ກໍລະກົດ 1948, ສະຫາຍ ເຈື່ອງຈິງ, ເລຂາທິການໃຫຍ່ສູນກາງພັກໄດ້ສະເໜີບົດລາຍງານສໍາຄັນຕໍ່ກອງປະຊຸມທີ່ມີຫົວຂໍ້ວ່າ “ລັດທິມາກ ແລະ ວັດທະນະທໍາຫວຽດນາມ”. ບົດລາຍງານໄດ້ຫັນເປັນລະບົບ, ຫັນເປັນອັນລະອຽດ ແລະ ຂະຫຍາຍບັນດາທັດສະນະ, ຫຼັກການ, ທິດນໍາຂອງ ໂຄງການວັດທະນະທໍາຫວຽດນາມ (ປີ 1943) ຂອງພັກ, ມີຄຸນຄ່າຄື: ແມ່ນໂຄງການວັດທະນະທໍາຂອງພັກໄລຍະຕໍ່ຕ້ານ, ສ້າງສາປະເທດຊາດ. ບົດລາຍງານໄດ້ຍົກຂຶ້ນ 6 ໜ້າທີ່ຕົ້ນຕໍ່ຂອງວັດທະນະທໍາເຊັ່ນ: 1- ກໍານົດສາຍພົວພັນລະຫວ່າງວັດທະນະທໍາ ແລະ ການປະຕິວັດປົດປ່ອຍຊາດ, ປຸກລະດົມວັດ ທະນະທໍາກູ້ຊາດ; 2- ສ້າງພື້ນຖານວັດທະນະທໍາປະຊາທິປະໄຕແບບໃໝ່ຂອງຫວຽດນາມ ທີ່ມີລັກສະນະຊາດ, ວິທະຍາສາດ, ມະຫາຊົນ ເຊິ່ງຄໍາຂວັນທີ່ແທດເໝາະກັບພຶດຕິກໍາຕົວຈິງໃນເວລານີ້ຄື ຊາດ ແລະ ປະຊາທິປະໄຕ; 3- ລົບລ້າງໄພກືກໜັງສືຢ່າງຕັ້ງໜ້າ, ເປີດມະຫາວິທະຍາໄລ ແລະ ໂຮງຮຽນມັດທະຍົມສຶກສາ, ປະຕິຮູບການຮຽນຕາມຈິດໃຈໃໝ່, ລົບລ້າງວິທີການສອນແບບປັ່ນສະໝອງ; 4- ສຶກສາປະຊາຊົນຄືນໃໝ່, ປຸກລະດົມການປະຕິບັດການດໍາລົງຊີວິດແບບໃໝ່; 5- ຂະຫຍາຍສິ່ງທີ່ດີໃນວັດທະນະທໍາຂອງຊາດ, ພ້ອມດຽວກັນນັ້ນ, ລົບລ້າງສິ່ງທີ່ບໍ່ດີ ຫຼ້າຫຼັງ ເສື່ອມໂຊມ, ສະກັດກັ້ນການແຊກຊຶມຂອງສິ່ງເສດເຫຼືອວັດທະນະທໍາລ່າເມືອງຂຶ້ນແລະປະຕິການ, ຮຽນເອົາສິ່ງທີ່ດີງາມຂອງວັດທະນະທໍາໂລກ; 6- ສ້າງຕັ້ງຖັນແຖວປັນຍາຊົນໃໝ່ ເພື່ອມີການປະກອບສ່ວນໃຫ້ແກ່ຂະບວນການຕໍ່ຕ້ານ, ສ້າງສາປະເທດຊາດ ແລະ ໃຫ້ແກ່ການປະຕິວັດຫວຽດນາມຢ່າງຕັ້ງໜ້າ.
ພາຍຫຼັງກອງປະຊຸມວັດທະນະທໍາທົ່ວປະເທດຄັ້ງທີສອງໄດ້ສາມວັນ ແມ່ນກອງປະຊຸມສິລະປະວັນນະຄະດີທົ່ວປະເທດ ໄດ້ຈັດຂຶ້ນແຕ່ວັນທີ 23 ເຖິງວັນທີ 25 ກໍລະກົດ 1948. ນັກສິລະປິນຜູ້ແທນຂອງຂະແໜງການວັນະຄະດີ, ເວທີສະແດງ, ດົນຕີ, ສິລະປະສະຖາປັດ, ສິລະປະກໍາຕ່າງໆຈໍານວນ 80 ກ່ວາຄົນ ໄດ້ມາເຂົ້າຮ່ວມກອງປະຊຸມ. ໃນເຫດການອັນສໍາຄັນດັ່ງກ່າວ, ສະມາຄົມສິລະປະວັນນະຄະດີຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ, ເປັນການສືບທອດອັນດີງາມຂອງສະມາຄົມວັດທະນະທໍາກູ້ຊາດທີ່ໄດ້ຮັບການສ້າງຕັ້ງປີ 1943.
ແຕ່ປີ 1950 ເປັນຕົ້ນໄປ, ຮູບແບບການກໍ່ສ້າງວັດທະນະທໍາການຕໍ່ຕ້ານໄດ້ມີການປັບປຸງ, ຮູບການ “ກອງປະຊຸມວັດທະນະທໍາທົ່ວປະເທດ” ບໍ່ໄດ້ໃຊ້ອີກຕໍ່ໄປ ແຕ່ແນວທາງ, ທັດສະນະ, ຈຸດໝາຍ, ໜ້າທີ່ຂອງວັດທະນະທໍາ, ສິລະປະວັນນະຄະດີ ສືບຕໍ່ໄດ້ຮັບການປະກອບເພີ່ມເຕີມ, ຂະຫຍາຍໃນບັນດາມະຕິ, ຄໍາສັ່ງຂອງພັກ ແລະ ນະໂຍບາຍ, ກົດໝາຍຂອງລັດ. ໃນຈົດໝາຍສົ່ງໃຫ້ບັນດານັກແຕ້ມ ເນື່ອງໃນໂອກາດຈັດການວາງສະແດງຈິດຕະກໍາ (ປີ 1951), ປະທານ ໂຮ່ຈີມິນ ໄດ້ຊີ້ແຈ້ງວ່າ: “ວັດທະນະທໍາສິລະປະກໍແມ່ນ ແນວໂຮມໜຶ່ງ. ອ້າຍເອື້ອຍນ້ອງເປັນ ນັກຮົບ ໃນແນວໂຮມດັ່ງກ່າວ”(7). ເພິ່ນໄດ້ຢັ້ງຢືນບົດບາດປະຈັນບານຂອງວັດທະນະທໍາໃນພາລະກິດປົດປ່ອຍຊາດຢ່າງຈະແຈ້ງ. ວັດທະນະທໍາພ້ອມກັບຂົງເຂດການເມືອງ, ເສດຖະກິດ, ການທະຫານຕ່າງໆ... ຕ້ອງສ້າງເປັນບັນດາແນວໂຮມທີ່ມີກໍາລັງແຮງອັນໃຫຍ່ຫຼວງ ໃນການຕໍ່ຕ້ານອັນຍືດເຍື້ອຍາວນານຂອງຊາດ. “ວັດທະນະທໍາ, ສິລະປະກໍຄືທຸກການເຄື່ອນໄຫວອື່ນໆ, ບໍ່ສາມາດຢູ່ນອກ ເຊິ່ງຕ້ອງຢູ່ໃນເສດຖະກິດ ແລະ ການເມືອງ”(8).
ເອກະສານກອງປະຊຸມໃຫຍ່ຄັ້ງທີ 3 ຂອງພັກ (ເດືອນກັນຍາ 1960) ໄດ້ຊີ້ແຈ້ງແນວທາງສ້າງພື້ນຖານວັດທະນະທໍາມີ ເນື້ອໃນສັງຄົມນິຍົມ ແລະ ລັກສະນະຊາດ. ໃນຂະບວນວິວັດແຫ່ງການສ້າງສັງຄົມນິຍົມ, ພັກໄດ້ກໍານົດວ່າ ວັດທະນະທໍາ, ແນວຄິດເປັນການປະຕິວັດໜຶ່ງ, ດໍາເນີນພ້ອມກັນ ແລະ ຕິດພັນກັບການປະຕິວັດພົວພັນການຜະລິດ ແລະ ການປະຕິວັດວິທະຍາສາດເຕັກນິກ ຢ່າງແໜ້ນແຟ້ນ. ແນວທາງດໍາເນີນການປະຕິວັດວັດທະນະທໍາ, ແນວຄິດ, ສ້າງພື້ນຖານວັດທະນະທໍາສັງຄົມນິຍົມທີ່ມີຄຸນລັກສະນະສະເພາະຂອງຊາດ, ວິທະຍາສາດ, ມະຫາຊົນ ສືບຕໍ່ໄດ້ຮັບການຂະຫຍາຍຕົວ, ປະກອບເພີ່ມເຕີມໃນຊຸມປີທໍາອິດທີ່ທົ່ວປະເທດກ້າວຂຶ້ນສູ່ສັງຄົມນິຍົມ.
ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 4 ຂອງພັກ (ເດືອນທັນວາ 1976) ໄດ້ກໍານົດວ່າ ການສ້າງຄົນແບບໃໝ່, ສ້າງພື້ນຖານວັດທະນະທໍາໃໝ່, ດໍາເນີນການຕໍ່ສູ້ຕ້ານແນວຄິດ ແລະ ຜະລິດຕະພັນວັດທະນະທໍາປະຕິການແລະເປັນພິດ. ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 5 ຂອງພັກ (ເດືອນມີນາ 1982) ໄດ້ຊີ້ແຈ້ງວ່າ ພື້ນຖານວັດທະ ນະທໍາໃໝ່ທີ່ພວກເຮົາສ້າງ ແມ່ນພື້ນຖານວັດທະນະທໍາມີເນື້ອໃນສັງຄົມນິຍົມ ແລະ ລັກ ສະນະຊາດ, ມີລັດສະນະພັກ ແລະ ລັກສະນະປະຊາຊົນຢ່າງເລິກເຊິ່ງ, ເຊື່ອມຊຶມລັດທິ ຮັກຊາດ ແລະ ລັດທິກໍາມາຊີບສາກົນ. ກອງປະຊຸມໃຫຍ່ຄັ້ງທີ 5 ຂອງພັກກໍໄດ້ສະເໜີ  ເນື້ອແທ້ຄວາມສໍານຶກ “ຄົນແບບໃໝ່ສັງຄົມນິຍົມ” ຢ່າງເລິກເຊິ່ງ ແລະ ວາງທິດນໍາ “ລັດ ແລະ ປະຊາຊົນພ້ອມກັນສ້າງວັດທະນະທໍາ”.
ໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມໃນການຕໍ່ຕ້ານສອງຄັ້ງ ຄືຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຕ້ານຈັກກະພັດອາເມລິກາ ແລະ ການຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ ບໍ່ພຽງແຕ່ແມ່ນໄຊຊະນະຂອງແນວທາງການເມືອງ, ການທະຫານທີ່ຖືກຕ້ອງເທົ່ານັ້ນ ແຕ່ຍັງແມ່ນ ໄຊຊະນະຂອງລັດທິຮັກຊາດ ແລະ ບັນດາຄຸນຄ່າທາງດ້ານຈິດໃຈທີ່ຈົບງາມລ້ຳເລີດຂອງຄົນຫວຽດນາມ ຂອງວັດທະນະທໍາຫວຽດນາມອີກດ້ວຍ.
ຄຽງຄູ່ກັບບັນດາຈຸດດີ, ຜົນງານອັນໃຫຍ່ຫຼວງ ສໍາຄັນດັງກ່າວ ຂອງໄລຍະເວລາຫຼາຍກ່ວາສິບປີທີ່ຜ່ານມາ, ວຽກງານນໍາພາ, ຄຸ້ມຄອງ ແລະ ການປະຕິບັດວັດທະນະທໍາກໍຕົວຈິງກໍມີຂໍ້ຈໍາກັດແລະຈຸດອ່ອນ. ເປົ້າໝາຍ, ເນື້ອໃນການປະຕິວັດທາງດ້ານແນວຄິດ, ວັດທະນະທໍາໄລຍະນີ້ ກໍຖືກກໍານົດດ້ວຍການປະຕິວັດພົວພັນການຜະລິດທີ່ແນວຄິດຊີ້ນໍາແມ່ນລົບລ້າງກໍາມະສິດເອກະຊົນຢ່າງຂາດຂັ້ນ, ລົບລ້າງການກົດຂີ່ຂູດຮີດແຮງໄວແຮງດີ, ແມ່ນນໍາເອົາພົວພັນການຜະລິດສັງຄົມນິຍົມໄປກ່ອນບາດກ້າວໜຶ່ງ, ແຍກອອກຈາກລະດັບການພັດທະນາຕົວຈິງຂອງກໍາລັງການຜະລິດ. ສົງຄາມ ພ້ອມກັບກົນໄກການຄຸ້ມຄອງຫັນເປັນແຜນການ ແບບລວມສູນ, ອາດຍະສິດ, ເກື້ອກູນ ແລະ ຈິດຕະສາດຕີລວາດກວາດພຽງສະເໝີກັນ ໄດ້ຫຼຸດຜ່ອນແຮງຜັກດັນການພັດທະນາວັດທະນະທໍາ ແລະ ການສຶກສາ; ກົດໜ່ວງຄວາມສາມາດໃນການປະດິດສ້າງແບບເສລີຂອງນັກສິລະປິນ ແລະ ຍິ່ງກວ່ານັ້ນແມ່ນ ກົດໜ່ວງການພັດທະນາຂອງປະເທດ.
ພາຍຫຼັງການປົດປ່ອຍພາກໃຕ້ແລະໂຮມປະເທດເປັນເອກະພາບ, ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ຕ້ອງພິຈາລະນາຄືນ ເພື່ຶອຊອກຫາເສັ້ນທາງປ່ຽນແປງໃໝ່ປະເທດ, ກ່ອນອື່ນໝົດແມ່ນ ປ່ຽນແປງໃໝ່ຈິນຕະນາການເສດຖະກິດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6 ຂອງພັກ (ປີ 1986) ໄດ້ຢັ້ງຢືນທັດສະນະດັ່ງກ່າວຢ່າງຈະແຈ້ງ. ຈາກການປ່ຽນແປງໃໝ່ທາງດ້ານເສດຖະກິດ, ການເມືອງ, ພັກເຮົາຈະກໍານົດພື້ນຖານທິດສະດີ ແລະ ພຶດຕິກໍາຕົວຈິງ ເພື່ອປ່ຽນແປງໃໝ່ທາງດ້ານວັດທະນະທໍາ. ໃນໄລຍະແຕ່ປີ 1986 ເຖິງປີ 1994, ຂົງເຂດວັດທະນະທໍາ, ສິລະປະວັນນະຄະດີໄດ້ຮັບ ຄວາມເອົາໃຈໃສ່ຂອງພັກຢ່າງເລິກເຊິ່ງກ່ວາເກົ່າ. ໂຄງການການເມືອງສ້າງສາປະເທດໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ 7 (ມິຖຸນາ 1991) ກໍານົດວ່າ “ພື້ນຖານວັດທະນະທໍາທີ່ພວກເຮົາສ້າງນັ້ນ ແມ່ນພື້ນຖານວັດທະນະທໍາທີ່ກ້າວ ໜ້າ ແລະ ເຕັມໄປດ້ວຍເອກະລັກປະຈຳຊາດ”(9), ແມ່ນໜຶ່ງໃນຫົກຄຸນລັກສະນະສະເພາະ ພື້ນຖານ ຂອງລະບອບສັງຄົມນິຍົມຢູ່ຫວຽດນາມ.
ສະນັ້ນ, ຮອດໂຄງການການເມືອງ (ປີ 1991) ຄວາມຮັບຮູ້ກ່ຽວກັບການສ້າງ, ຂະຫຍາຍພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ ທັງແມ່ນເປົ້າໝາຍສູ້ຊົນ, ທັງແມ່ນໜ້າທີ່ສໍາຄັນເປັນຢ່າງຍິ່ງ ໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຢັ້ງຢືນຈະແຈ້ງກ່ວາເກົ່າ. ທັດສະນະສ້າງພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດສືບຕໍ່ໄດ້ຮັບການປະກອບເພີ່ມເຕີມ, ຂະຫຍາຍໃນບັນດາເອກະສານຂອງພັກຢ່າງຄົບຖ້ວນ ແລະ ອຸດົມສົມບູນກ່ວາເກົ່າ.
ມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4, ສະໄໝທີ 7 “ວ່າດ້ວຍໜ້າທີ່ວັດທະນະທໍາ, ສິລະປະວັນນະຄະດີຈໍານວນໜຶ່ງໃນຊຸມປີຕໍ່ໜ້າ”, ໄດ້ຍົກໃຫ້ເຫັນຄວາມສໍານຶກຄື: “ວັດທະນະທໍາແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ເປັນກໍາລັງຊຸກດັນການພັດທະນາເສດຖະກິດ - ສັງຄົມ, ພ້ອມດຽວກັນນັ້ນ, ເປັນເປົ້າໝາຍຂອງສັງຄົມນິຍົມ” ເປັນຄັ້ງທໍາອິດ(10). ມະຕິໄດ້ຢັ້ງຢືນວ່າ: “ພື້ນຖານວັດທະນະທໍາທີ່ພັກເຮົານໍາພາປວງຊົນທັງຊາດສ້າງນັ້ນ ແມ່ນວັດທະນະທໍາທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ”(11).
ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 5, ສະໄໝທີ 8 ໄດ້ອອກມະ ຕິວ່າດ້ວຍການ “ສ້າງ ແລະ ຂະຫຍາຍພື້ນຖານວັດທະນະທໍາຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍສີສັນຂອງຊາດ”(12). ນີ້ບໍ່ພຽງແຕ່ແມ່ນເອກະສານໜຶ່ງທີ່ມີລັກສະນະແນວ ທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກໃນຂົງເຂດວັດທະນະທໍາເທົ່ານັ້ນ ເຊິ່ງຍັງສະແດງເຖິງ ຈິນຕະນາການທາງດ້ານທິດສະດີວັດທະນະທໍາໃນໄລຍະປະຕິວັດໃໝ່ຢ່າງ ຮອບດ້ານ ແລະ ເລິກເຊິ່ງ.
ຈາກຄວາມຮັບຮູ້ວັດທະນະທໍາປະກອບມີຄື: ແນວຄິດ, ວິຊາການສຶກສາ, ສິລະປະ (ໂຄງການວັດທະນະທໍາຫວຽດນາມປີ 1943) ຈົນເຖິງການເປີດກ້ວາງເນື້ອແທ້ຂອງວັດ ທະນະທໍາປະກອບມີຄື: ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ, ວິທະຍາ ສາດ, ການສຶກສາ - ກໍ່ສ້າງ, ສື່ມວນຊົນ, ວັນນະຄະດີ - ສິລະປະ, ສາສະໜາ, ຄວາມເຊື່ອຖືແລະອື່ນໆ. ຈາກພື້ນຖານວັດທະນະທໍາໃໝ່: ຊົນຊາດ, ວິທະຍາສາດ, ມະຫາຊົນ; ຊົນຊາດແມ່ນຮູບການ, ປະຊາທິປະໄຕແບບໃໝ່ແມ່ນເນື້ອໃນ (ປີ 1943) ຈົນເຖິງການກໍານົດພື້ນຖານວັດທະນະທໍາທີ່ “ມີເນື້ອໃນສັງຄົມນິຍົມ ແລະ ລັກສະນະຊາດ, ມີລັກສະນະພັກ ແລະ ລັກສະນະປະຊາຊົນຢ່າງເລິກເຊິ່ງ” (ປີ 1982), ໄດ້ມີການພັດທະນາຂຶ້ນອີກບາດກ້າວໜຶ່ງ ໃນເມື່ອຢັ້ງຢືນພື້ນຖານວັດທະນະທໍາຫວຽດນາມມີລັກສະນະຊາດ, ທັນສະໄໝ, ມະນຸດອາລະຍະທໍາ (ລັດຖະທໍາມະນູນປີ 1992), ສ້າງແລະພັດທະນາພື້ນຖານວັດທະນະທໍາຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ (ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8, ປີ 1998), ສ້າງແລະພັດທະນາພື້ນຖານວັດທະນະທໍາຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ, ຮັບເອົາສິ່ງຍອດຍິ່ງທາງວັດທະນະທໍາຂອງມວນມະນຸດ (ລັດຖະທໍາມະນູນປີ 2013). ຈາກທັດສະນະ “ຕ້ອງເຮັດສໍາເລັດການປະຕິວັດວັດທະນະທໍາຈິ່ງເຮັດສໍາເລັດການດັດສ້າງສັງຄົມໄດ້” (ປີ 1943), ການປະຕິວັດແນວຄິດ - ວັດທະນະທໍາເປັນກໍາລັງຊຸກດັນ (ກອງປະຊຸມໃຫຍ່ຄັ້ງທີ 4) ຈົນເຖິງ “ວັດທະນະທໍາເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງເປັນເປົ້າໝາຍ, ທັງເປັນກໍາລັງຊຸກດັນການພັດທະນາເສດຖະກິດ - ສັງຄົມ” (ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8, ປີ 1998) ແລະ ອື່ນໆ. ຈາກສາມຫຼັກການປຸລະດົມ ປ່ຽນໃໝ່ວັດທະນະທໍາຄື: ຫັນເປັນຊາດ, ຫັນເປັນມະຫາຊົນ, ຫັນເປັນວິທະຍາສາດ (ປີ 1943) ຈົນເຖິງການດໍາເນີນການປະຕິວັດສັງຄົມນິຍົມໃນຂົງເຂດແນວຄິດ ແລະ ວັດທະນະທໍາ ໄດ້ເຮັດໃຫ້ໂລກກະທັດມາກ - ເລນິນ, ແນວຄິດ ໂຮ່ຈີມິນ ມີທີ່ຕັ້ງເປັນເຈົ້າພາທາງໃນການດໍາລົງຊີວິດທາງດ້ານຈິດໃຈຂອງສັງຄົມ; ສືບທອດ ແລະ ເສີມຂະຫຍາຍບັນດາມູນເຊື້ອວັດທະນະທໍາອັນດີງາມຂອງທຸກໆຊົນເຜົ່າພາຍໃນປະເທດ. “ຮັບເອົາບັນດາສິ່ງຍອດຍິ່ງທາງວັດທະນະທໍາຂອງມວນມະນຸດ, ສ້າງສັງຄົມໜຶ່ງທີ່ມີປະຊາທິປະໄຕ, ສີວິໄລ ເພື່ອຜົນປະໂຫຍດອັນແທ້ຈິງ ແລະ ກຽດສັກສີຂອງຄວາມເປັນມະນຸດ ບົນພື້ນຖານລະດັບຄວາມຮູ້, ຄຸນສົມບັດ, ກໍາລັງກາຍ ແລະ ຄວາມສາມາດຮັບຮູ້ຄວາມງາມນັບມື້ນັບສູງຂຶ້ນ”,...(13).
ສະນັ້ນ, ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8 ໄດ້ປະກອບເພີ່ມເຕີມ ແລະ ຂະຫຍາຍແນວທາງການສ້າງ ແລະ ພັດທະນາພື້ນຖານວັດທະນະທໍາຫວຽດນາມໃຫ້ສອດຄ່ອງກັບພຶດຕິກໍາຕົວຈິງຂອງປະເທດໃນໄລຍະໃໝ່, ສອດຄ່ອງກັບທ່າອ່ຽງ ພັດທະນາຂອງຍຸກສະໄໝ ຈາກທັດສະນະກ່ຽວກັບວັດທະນະທໍາ, ທີ່ຕັ້ງ, ບົດບາດຂອງ ວັດທະນະທໍາຕໍ່ການພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງ; ຈາກທັດສະນະຊີ້ນໍາຈົນ ເຖິງເປົ້າໝາຍ, ໜ້າທີ່ ແລະ ວິທີການແກ້ໄຂຕ່າງໆ ເພື່ອສ້າງ ແລະ ພັດທະນາພື້ນຖານ ວັດທະນະທໍາຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ.
ສືບຕໍ່ຢັ້ງຢືນວັດທະນະທໍາແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງພັກ (ເດືອນເມສາ 2001), ຮຽກຮ້ອງໃຫ້ “ເປີດກ້ວາງ ແລະ ຍົກສູງ ປະສິດທິຜົນການປຸກລະດົມ “ປວງຊົນທັງຊາດສາມັກຄີກັນສ້າງການດໍາລົງຊີວິດທີ່ມີວັດ ທະນະທໍາ”, “ສ້າງແບບແຜນການດໍາລົງຊີວິດທີ່ມີຄວາມສີວິໄລ ແລະ ຄອບຄົວວັດທະ ນະທໍາ..., ເຮັດໃຫ້ວັດທະນະທໍາເຊື່ອມຊຶມເຂົ້າແຕ່ລະເຂດຊຸມຊົນ, ແຕ່ລະຄອບຄົວ, ແຕ່ ລະຄົນຢ່າງເລິກເຊິ່ງ, ປັບປຸງລະບົບຄຸນຄ່າໃໝ່ຂອງຄົນຫວຽດນາມໃຫ້ສົມບູນ ແລະ ອື່ນໆ. ຍົກສູງລັກສະນະວັດທະນະທໍາໃນທຸກການເຄື່ອນໄຫວເສດຖະກິດ, ການເມືອງ, ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ”(14). ເພື່ອຊຸກຍູ້ການພັດທະນາຂອງວັນ ນະຄະດີ, ສິລະປະ, ກົມການເມືອງສູນກາງພັກໄດ້ອອກມະຕິ ເລກທີ 23 NQ/TW, ລົງ ວັນທີ 16 ມິຖຸນາ 2008, ວ່າດ້ວຍການ “ສືບຕໍ່ສ້າງ ແລະ ພັດທະນາວັນນະຄະດີ, ສິລະປະໃນໄລຍະໃໝ່”. ມະຕິໄດ້ຊີ້ແຈ້ງວ່າ: “ສືບຕໍ່ປ່ຽນແປງໃໝ່່, ສ້າງເງື່ອນໄຂສະດວກ ໃຫ້ແກ່ການພັດທະນາຢ່າງແຂງແຮງ, ຫຼາຍຮູບຫຼາຍແບບຂອງວັນນະຄະດີ, ສິລະປະກ່ຽວ ກັບຫົວຂໍ້, ເນື້ອໃນ, ປະເພດ, ວິທີການແຕ່ງ, ການຄົ້ນຄ້ວາ, ທົດລອງຕົວຈິງ, ຍົກສູງຄຸນ ນະພາບພື້ນຖານວັນນະຄະດີ, ສິລະປະຂອງປະເທດເຮົາຢ່າງຮອບດ້ານ”.
ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ (ເດືອນເມສາ 2006) ໄດ້ຢັ້ງຢືນວ່າ: “ສືບຕໍ່ ພັດທະນາຢ່າງກ້ວາງຂວາງ ແລະ ເລິກເຊິ່ງ, ຍົກສູງຄຸນນະພາບພື້ນຖານວັດທະນະທໍາ ທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ, ຕິດພັນກັບການພັດທະນາເສດຖະກິດ - ສັງຄົມຢ່າງແໜ້ນແຟ້ນ ແລະ ຄົບຊຸດກ່ວາເກົ່າ, ເຮັດໃຫ້ວັດທະນະທໍາເຊື່ອມຊຶມເຂົ້າທຸກຂົງເຂດຂອງການດໍາລົງຊີວິດສັງຄົມ”. ຈິດໃຈພື້ນຖານຂອງມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8 ສືບຕໍ່ໄດ້ຢັ້ງຢືນໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ແລະ 11 ຂອງພັກ, ພິເສດ, ໄດ້ເນັ້ນໜັກໃນ ໂຄງການການເມືອງສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011) ຄື: ສ້າງພື້ນຖານວັດທະນະທໍາຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ. ໃນການກໍານົດທິດພັດທະນາ, ພັກເຮົາໄດ້ຢັ້ງຢືນວ່າ: ສ້າງພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ, ພັດທະນາໃນຫຼາຍຮູບຫຼາຍແບບ ຢ່າງຮອບດ້ານ ແລະ ເປັນເອກະພາບ, ເຊື່ອມຊຶມຈິດໃຈມະນຸດສະທໍາ, ປະຊາທິປະໄຕ ແລະ ກ້າວໜ້າ ຢ່າງເລິກເຊິ່ງ; ເຮັດໃຫ້ວັດທະນະທໍາມີຄວາມຕິດພັນຢ່າງແໜ້ນແຟ້ນໜ້ນແຟ້ນ ແລະ ເຊື່ອມຊຶມເຂົ້າທັງໝົດການດໍາລົງຊີວິດຂອງສັງຄົມຢ່າງເລິກເຊິ່ງເຊິ່ງ, ກາຍເປັນພື້ນຖານທາງດ້ານຈິດໃຈທີ່ໜັກແໜ້ນ, ເປັນກໍາລັງແຮງພາຍໃນທີ່ສໍາຄັນຂອງການພັດທະນາ.
ພາຍຫຼັງ 15 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8, ພາລະກິດສ້າງສາ ແລະ ພັດທະນາວັດທະນະທໍາຂອງປະເທດໄດ້ມີການປ່ຽນແປງ ຢ່າງຕັ້ງໜ້າ ແລະ ຍາດມາໄດ້ໝາກຜົນທີ່ສໍາຄັນຢ່າງຫຼວງຫຼາຍ. ແຕ່ວ່າ, ຕໍ່ບັນດາການ ປ່ຽນແປງຢ່າງໄວວາ, ຫຼາຍຮູບຫຼາຍແບບ, ສັບສົນຂອງການດໍາລົງຊີວິດໃນພື້ນຖານເສດ ຖະກິດຕະຫຼາດ ແລະ ສະພາວະຫັນເປັນໂລກາພິວັດ, ເຊື່ອມໂຍງສາກົນ, ການເຄື່ອນ ໄຫວວັດທະນະທາກໍປາກົດອອກຈຸດທີ່ບໍ່ເໝາະສົມ, ຂໍ້ຈໍາກັດ, ຈຸດອ່ອນຫຼາຍຢ່າງ; ແບບວິທີການນໍາພາຂອງພັກ, ການບໍລິຫານຂອງລັດ ໄດ້ຮັບການປ່ຽນແປງໃໝ່ຢ່າງຊັກຊ້າ; ພວກເຮົາຍັງບໍ່ທັນຄາດຄະເນໄດ້ລັກສະນະສັບສົນ ແລະ ບັນດາຜົນກະທົບດ້ານລົບຂອງເສດຖະກິດຕະຫຼາດຕໍ່ການດໍາລົງຊີວິດທາງດ້ານວັດທະນະທາຢ່າງຄົບຖ້ວນ. ເຖິງແມ່ນວ່າ ໄດ້ກໍານົດ “ວັດທະນະທໍາທັງເປັນເປົ້າໝາຍ, ທັງເປັນກໍາລັງຊຸກດັນການພັດທະນາເສດຖະກິດ - ສັງຄົມ” ກໍຕາມ ແຕ່ໃນຕົວຈິງ, ໃນຄວາມຄິດ, ການເຄື່ອນໄຫວ, ການຈັດຕັ້ງ, ບຸກຄົນຈໍານວນບໍ່ໜ້ອຍຍັງຫງ່ຽງໄປທາງດ້ານເສດຖະກິດຫຼາຍເກີນໄປ, ຖືເບົາວັດທະນະທໍາ. ວັດທະນະທໍາຖືກຈໍາກັດກ່ຽວກັບຂອບເຂດ ແລະ ຖືກ “ຫັນເປັນການບໍລິຫານ” ໂດຍປະລິຍາຍ, ຈະບໍ່ແມ່ນມາດຕະເກນສັງລວມໜຶ່ງກ່ຽວກັບບັນດາຄຸນຄ່າທາງດ້ານວັດຖຸແລະຈິດໃຈ. ເລີ່ມຈາກພຶດຕິກໍາຕົວຈິງຂອງປະເທດພາຍຫຼັງເກືອບ 30 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ, ກອງປະຊຸມສູນກາງພັກຄັ້ງທີ 9 ສະໄໝທີ 11 ໄດ້ອອກມະຕິ ເລກທີ 33-NQ/TW, ລົງວັນທີ 9 ມິຖຸນາ 2014, ວ່າດ້ວຍການ “ສ້າງແລະພັດທະນາວັດທະນະທໍາ ແລະ ຄົນຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດ” ໃຫ້ເຫັນວ່າ ການພັດທະນາຈິນຕະນາການທາງດ້ານທິດສະດີຂອງພັກ, ການປະດິດສ້າງຂອງພັກ ໃນຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດຂອງວັດທະນະທໍາ, ພິເສດແມ່ນປັດໄຈຄົນ, ໃນການກໍານົດທິດທາງ, ກໍາລັງຊຸກດັນ ແລະ ລັກສະນະສະເພາະຂອງການເຄື່ອນໄຫວສ້າງ ແລະ ພັດທະນາວັດທະນະທໍາ, ມະນຸດ; ໃຫ້ເຫັນວ່າ ລະບົບທັດສະນະຕາມຫຼັງໄດ້ສືບທອດທັດສະນະພື້ນຖານຕ່າງໆຂອງພັກ ກ່ຽວກັບວັດທະນະທໍາໃນບັນດາສະໄໝກ່ອນໜ້ານີ້, ພ້ອມດຽວກັນນັ້ນ, ໄດ້ຮັບເອົາບັນດາທິດສະດີທີ່ຍອດຍິ່ງກ່ຽວກັບວັດທະນະທໍາ, ສິລະປະ ວັນນະຄະດີຂອງໂລກ ຕາມຈິດໃຈປ່ຽນແປງໃໝ່ຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ 12 ແລະ 13 ຂອງພັກສືບຕໍ່ໄດ້ຮັບການປະກອບເພີ່ມເຕີມ, ປັບປຸງແນວທາງ, ທັດສະນະຂອງພັກເຮົາ ກ່ຽວກັບວັດທະນະທໍາ ແລະ ຄົນຫວຽດນາມໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດແບບຍືນຍົງ.
ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ກໍານົດວ່າ “ສ້າງພື້ນຖານວັດທະນະ ທໍາ ແລະ ຄົນຫວຽດນາມພັດທະນາຢ່າງຮອບດ້ານ, ກ້າວໄປເຖິງຄວາມສັດຈະທໍາ, ຄວາມກຸສົນ, ຄວາມງາມ, ເຊື່ອມຊຶມຈິດໃຈຊາດ, ມະນຸດອາລະຍະທໍາ, ປະຊາທິປະໄຕ ແລະ ວິທະຍາສາດ ແລະອື່ນໆ. ການສ້າງຄົນຫວຽດນາມທີ່ພັດທະນາຢ່າງຮອບດ້ານ ຕ້ອງກາຍເປັນເປົ້າໝາຍໜຶ່ງຂອງຍຸດທະສາດການພັດທະນາ. ຖອດຖອນ ແລະ ສ້າງລະບົບຄຸນຄ່າບັນທັດຖານ ຂອງຄົນຫວຽດນາມໄລຍະຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ ແລະ ເຊື່ອມໂຍງສາກົນ”(15).
ໃນໄລຍະທ້າຍສະໄໝທີ 12, ກົມການເມືອງສູນກາງພັກໄດ້ອອກບົດສະຫຼຸບ ເລກ ທີ 76-KL/TW, ລົງວັນທີ 4 ມິຖຸນາ 2020, ກ່ຽວກັບການ “ສືບຕໍ່ປະຕິບັດມະຕິ ເລກທີ 33-NQ/TW ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 11 ວ່າດ້ວຍການສ້າງ ແລະ ພັດທະນາວັດທະນະທໍາ, ຄົນຫວຽດນາມຕອບສະໜອງຄວາມຮຽກຮ້ອງຕ້ອງການ ພັດທະນາປະເທດແບບຍືນຍົງ”, ໃນນັ້ນ, ໄດ້ກໍານົດບັນດາເນື້ອໃນ, ການກໍານົດທິດໃຫຍ່ ຄື: ການສ້າງແລະພັດທະນາວັດທະນະທໍາ ແລະ ມະນຸດ ເປັນໜ້າທີ່ສໍາຄັນ, ເປັນປະຈໍາ ຂອງທົ່ວລະບົບການເມືອງ. ວັດທະນະທໍາເປັນສິ່ງທີ່ຍອດຍິ່ງຂອງຊາດ, ເປັນພື້ນຖານທາງດ້ານຈິດໃຈອັນໜັກແໜ້ນຂອງສັງຄົມ, ເປັນກໍາລັງແຮງພາຍໃນທີ່ສໍາຄັນຮັບປະກັນການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.     
ທັດສະນະ, ເປົ້າໝາຍ, ໜ້າທີ່ຂອງບົດສະຫຼຸບ ເລກທີ 76-KL/TW ສືບຕໍ່ໄດ້ຮັບການຢັ້ງຢືນ, ຍົກສູງໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຄື: “ສຸມໃສ່ການຄົ້ນຄ້ວາ, ກໍານົດ ແລະ ຜັນຂະຫາຍການສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທໍາ ແລະ ບັນທັດຖານຂອງຄົນໂດຍຕິດພັນກັບການຮັກສາ, ຂະຫຍາຍລະບົບຄຸນຄ່າຂອງຄອບຄົວຫວຽດນາມໃນໄລຍະໃໝ່. ເອົາໃຈໃສ່ການເບິ່ງແຍງວຽກງານສຶກສາ, ບໍາລຸງສ້າງ ແລະ ປົກປ້ອງເດັກນ້ອຍ, ເຍົາວະຊົນ. ເພີ່ມທະວີການສຶກສານໍ້າໃຈຮັກຊາດ, ນໍ້າໃຈມີຄວາມພາກພູມໃຈຕໍ່ຊາດ, ມູນເຊື້ອ ແລະ ປະຫວັດສາດຂອງຊົນຊາດ, ສະຕິຄວາມຮັບຜິດຊອບທາງສັງຄົມ ໃຫ້ແກ່ບັນດາຊັ້ນຄົນປະຊາຊົນ, ພິເສດແມ່ນຊາວໜຸ່ມ”(16). ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເນັ້ນໜັກວ່າ “ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ແບບວິທີການນໍາພາຂອງພັກຢ່າງຮອບດ້ານ, ຍົກສູງປະສິດທິພາບ ແລະ ປະສິດທິຜົນ ການຄຸ້ມຄອງຂອງລັດກ່ຽວກັບວັດທະນະທໍາ”(17).
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 131 ປີ (19 ພຶດສະພາ 1890 – 19 ພຶດສະພາ 2021), ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ມີບົດຂຽນສໍາຄັນຄື: “ບາງບັນຫາທິດສະດີ ແລະ ພຶດຕິກໍາຕົວຈິງ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ”, ໃນນັ້ນ, ໄດ້ເນັ້ນໜັກວ່າ: “ພວກເຮົາຕ້ອງການສັງຄົມໜຶ່ງທີ່ໃນນັ້ນການພັດທະນາແມ່ນ ເພື່ອມະນຸດຢ່າງແທ້ຈິງ ເຊິ່ງບໍ່ແມ່ນເພື່ອຜົນປະໂຫຍດຈະກົດຂີ່ຂູດຮີດ ແລະ ຢຽບຢໍ່າກຽດສັກສີຂອງມະນຸດ. ພວກເຮົາຕ້ອງການການພັດທະນາທາງດ້ານເສດຖະກິດ ໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ ເຊິ່ງຈະບໍ່ແມ່ນເຮັດໃຫ້ໄລຍະຫ່າງ ລະຫວ່າງຜູ້ຮັ່ງມີແລະຜູ້ທຸກຍາກ ແລະ ຄວາມຍຸຕິທໍາທາງສັງຄົມເພີ່ມຂຶ້ນ. ພວກເຮົາຕ້ອງການສັງຄົມໜຶ່ງທີ່ມີຄວາມເມດຕາ, ສາມັກຄີກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ກ້າວໄປເຖິງບັນດາຄຸນຄ່າທີ່ກ້າວໜ້າ, ມະນຸດສະທໍາ ເຊິ່ງຈະບໍ່ແມ່ນຕ້ອງແກ່ງແຍ້ງ ແບບບໍ່ມີຄວາມຍຸຕິທໍາ “ປາໃຫຍ່ກິນປານ້ອຍ” ເພື່ອຜົນປະໂຫຍດເຫັນແກ່ຕົວຂອງບຸກຄົນຈໍານວນໜ້ອຍ ແລະ ບັນດາພັກຝ່າຍ. ພວກເຮົາຕ້ອງການການພັດທະນາແບບຍືນຍົງ, ມີຄວາມກົມກຽວກັບທໍາມະຊາດ ເພື່ອຮັບປະກັນສະພາບແວດລ້ອມການດໍາລົງຊີວິດທີ່ປອດໃສ ໃຫ້ແກ່ບັນດາຮຸ່ນໃນປະຈຸບັນ ແລະ ອະນາຄົດ ເຊິ່ງຈະບໍ່ແມ່ນເພື່ອຂຸດຄົ້ນ, ຢຶດເອົາຊັບພະຍາກອນ, ນໍາໃຊ້ວັດຖຸທີ່ບໍ່ມີຂອບເຂດກໍານົດ ແລະ ທໍາລາຍສິ່ງແວດລ້ອມ ແລະ ອື່ນໆ. ແມ່ນບໍ່ວ່າ ບັນດາຄວາມມຸ່ງຫວັງອັນດີງາມດັ່ງກ່າວ ແມ່ນບັນດາຄຸນຄ່າທີ່ແທ້ຈິງຂອງສັງຄົມນິຍົມ ແລະ ກໍແມ່ນເປົ້າໝາຍເອງ, ແມ່ນເສັ້ນທາງທີ່ປະທານ ໂຮ່ຈີມິນ, ພັກເຮົາ ແລະ ປະຊາຊົນເຮົາໄດ້ເລືອກ ແລະ ພວມຢຶດໝັ້ນ, ອົດທົນມຸ່ງໝັ້ນປະຕິບັດ ຕາມ”(18).
ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ໄດ້ຢັ້ງຢືນວ່າ: “ພວກເຮົາຕ້ອງຖືເອົາ ວັດທະນະທໍາເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ກໍາລັງແຮງພາຍໃນ, ກໍາລັງຊຸກ ດັນຂອງການພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ; ກໍານົດການພັດທະ ນາວັດທະນະທໍາຢ່າງຮອບດ້ານ, ກົມກຽວກັບການເຕີບໂຕເສດຖະກິດ ແລະ ຄວາມກ້າວ ໜ້າ, ຄວາມຍຸຕິທໍາທາງສັງຄົມ ແມ່ນການກໍານົດທິດພື້ນຖານໜຶ່ງຂອງຂະບວນວິວັດ ແຫ່ງການສ້າງສັງຄົມນິຍົມຢູ່ຫວຽດນາມ. ພື້ນຖານວັດທະນະທໍາທີ່ພວກເຮົາສ້າງເປັນພື້ນ ຖານວັດທະນະທໍາທີ່ກ້າວໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ, ເປັນພື້ນຖານວັດທະນະທໍາໜຶ່ງທີ່ເອກະພາບໃນຫຼາຍຮູບຫຼາຍແບບໂດຍອີງໃສ່ບັນດາຄຸນຄ່າທີ່ກ້າວໜ້າ ແລະ ມະນຸດອາລະຍະທໍາ; ລັດທິມາກ - ເລນິນ ແລະແນວຄິດ ໂຮ່ຈີມິນ ມີບົດບາດເປັນເຈົ້າພາທາງ ໃນການດໍາລົງຊີວິດທາງດ້ານຈິດໃຈ, ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມ ຂອງທັງໝົດຊົນເຜົ່າຕ່າງໆພາຍໃນປະເທດ, ຮັບເອົາບັນດາຜົນງານ, ສິ່ງຍອດຍິ່ງທາງວັດທະນະທໍາຂອງມວນມະນຸດ, ສູ້ຊົນສ້າງສັງຄົມໜຶ່ງທີ່ມີຄວາມສີວິໄລ, ປອດໃສ ເພື່ອຜົນປະໂຫຍດທີ່ແທ້ຈິງ ແລະ ກຽດສັກສີຄວາມເປັນມະນຸດ, ບົນພື້ນຖານລະດັບຄວາມຮູ້, ຄຸນສົມບັດ, ກໍາລັງກາຍ, ແບບແຜນການດໍາລົງຊີວິດ ແລະ ຄວາມສາມາດຮັບຮູ້ຄວາມງາມນັບມື້ນັບສູງຂຶ້ນ. ພວກເຮົາໄດ້ກໍານົດວ່າ: ມະນຸດມີບົດບາດເປັນໃຈກາງໃນຍຸດທະສາດການພັດທະນາ; ພັດທະນາວັດທະນະທໍາ, ສ້າງຄົນທັງເປັນເປົ້າໝາຍ, ທັງເປັນກໍາລັງຊຸກດັນ ຂອງຂະບວນການປ່ຽນແປງໃໝ່; ພັດທະນາການສຶກສາ - ກໍ່ສ້າງ ແລະ ວິທະຍາສາດ - ເຕັກໂນໂລຊີ ເປັນນະໂຍບາຍແຫ່ງລັດອັນດັບໜຶ່ງ; ການປົກປັກຮັກສາສິ່ງແວດລ້ອມແມ່ນໜຶ່ງໃນບັນດາບັນຫາເປັນຕາຍ, ເປັນຕົວຊີ້ວັດ ເພື່ອພັດທະນາແບບຍືນຍົງ; ສ້າງຄອບຄົວໃຫ້ມີຄວາມຜາສຸກ, ກ້າວໜ້າ, ເປັນສ່ວນປະກອບທີ່ປອດໃສ, ໝັ້ນແກ່ນຂອງສັງຄົມ, ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ເປັນເປົ້າໝາຍຂອງຄວາມກ້າວໜ້າ ແລະ ສີວິໄລ”(19).
ຫວນຄືນບັນດາໄລຍະທີ່ຜ່ານມາ ເພື່ອເຫັນໄດ້ບັນດາການຄົ້ນຄ້ວາ, ປະດິດສ້າງທິດສະດີກ່ຽວກັບວັດທະນະທໍາຂອງພັກກອມມູນິດຫວຽດນາມ ໂດຍຕິດພັນກັບພາລະກິດປະຕິວັດປົດປ່ອຍຊາດ, ສ້າງແລະປົກປັກຮັກສາປະເທດຊາດສັງຄົມນິຍົມ. ບັນດາຄຸນ ຄ່າທິດສະດີວັດທະນະທໍາໃນໄລຍະປ່ຽນແປງໃໝ່ ຕ້ອງໄດ້ຮັບຮູ້ຢ່າງຄົບຖ້ວນ, ຍົກສູງກໍາລັງແຜ່ປົກຄຸມ ເພື່ອສືບຕໍ່ “ເຍືອງທາງໃຫ້ແກ່ປະຊາຊົນໃນປະເທດກ້າວໄປຂ້າງໜ້າ”, ເປັນພື້ນຖານທາງດ້ານຈິດໃຈອັນໝັ້ນແກ່ນໃຫ້ແກ່ການປ່ຽນແປງໃໝ່ ແລະ ການພັດທະນາ./.

------------------
(1), (2) ເອກະສານຄົບຊຸດຂອງພັກ, ສນຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2000, ເຫຼັ້ມ 7 , ໜ້າ 318, 320.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ສນຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 458.
(4) ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ອະນຸສະຖາບັນໂຮ່ຈີມິນ ແລະ ບັນດາຜູ້ນໍາຂອງພັກ: ໂຮ່ຈີມິນ - ພົງສາວະດານຊີວະປະຫວັດຫຍໍ້, ສນຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ເຫຼັ້ມ 3, ໜ້າ 321.
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປື້ມທີ່ໄດ້ແນະນໍາ, ເຫຼັ້ມ 1, ໜ້າ 25.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປື້ມທີ່ໄດ້ແນະນໍາ, ເຫຼັ້ມ 5, ໜ້າ 577.
(7), (8) ໂຮ່ຈີມິນ: ນິພົນຄົບຊຸດ, ປື້ມທີ່ໄດ້ແນະນໍາ, ເຫຼັ້ມ 7, ໜ້າ 246.
(9) ເອກະສານຄົບຊຸດຂອງພັກ, ປື້ມທີ່ໄດ້ແນະນໍາ, ເຫຼັ້ມ 52, ໜ້າ 134.
(10), (11) ເອກະສານຄົບຊຸດຂອງພັກ, ປື້ມທີ່ໄດ້ແນະນໍາ, ເຫຼັ້ມ 52, ໜ້າ 513, 516.
(12), (13) ເບິ່ງ: ເອກະສານກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ 8, ສນຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 1998.
(14) ເອກະສານກອງປະຊຸມໃຫຍ່ຂອງພັກໄລຍະປ່ຽນແປງໃໝ່ (ກອງປະຊຸມໃຫຍ່ຄັ້ງທີ 6, 7, 8, 9), ສນຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ໜ້າ 998 - 999.
(15) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 126 – 127.
(16), (17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສນຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 143, 146.
(18), (19) ຫງວຽນ ຝູຈ້ອງ: “ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົນນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ”, ວາລະສານກອມມູນິດ ສະບັບເລກທີ 966, ເດືອນພຶດສະພາ 2021, ໜ້າ 5 - 6, 7.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 978 (ເດືອນພະຈິກ 2021)