ວກ. - ຄຸນ​ຄ່າ​ດ້ານສິນທຳ ​ແລະ ວັດ​ທະ​ນ​ະ​ທຳ​ຂອງ​ສາ​ສະ​ໜາ ​ແມ່ນ​ພາກ​ສ່ວນທີ່​ສຳ​ຄັນ​ ໃນ​ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳຫວຽດ​ນາມ, ​ເປັນຮາກຖານທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ຜູ້ເຊື່ອຖືມີຊີວິດ​ທີ່​ມີ​ສຸຂະພາບ​ດີ, ມີຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ, ເພື່ອ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​​ການສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ຢ້ຽມຊົມບູຮານສະຖານ ແລະ ທັດສະນີຍະພາບ ອຽນຕື້, ຕາແສງ ເທື້ອງອຽນກົງ, ນະຄອນ ອວງບີ໋, ແຂວງກວາງນິງ _ພາບ: TTXVN

ສາ​ສະ​ໜາ​ແມ່ນ​ພາ​ກ​ສ່ວນ​ສຳ​ຄັນທີ່​ປະ​ກອບ​ເປັນ​ພື້ນ​ຖານ​ວັດ​ທະ​ນະ​ທຳ. ເມື່ອ​ເວົ້າ​ເຖິງວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ໜຶ່ງ ຫຼືພາກ​ພື້ນໜຶ່ງ, ບໍ່​ອາດຈະບໍ່​ເວົ້າ​ເຖິງ​​ສ່ວນ​ປະ​ກອບ​ຂອງສາ​ສະ​ໜາ. ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ສາ​ສະ​ໜາ​​ສະ​ແດງ​ອອກ​ໃນ​ຄວາມ​ເຊື່ອ​ໝັ້ນ, ການ​ປະ​ຕິ​ບັດ, ບັນ​ດາຫຼັກ​ການ​ດ້ານ​ຄຸນ​ສົມ​ບັດ, ບັນ​ດາຄ່ານິຍົມ, ບັນ​ດາ​ມໍ​ລະ​ດົກ​ທີ່​ມີ​ຮູບ​ ແລະ ບໍ່​ມີ​ຮູບ​. ຂະ​ບວນ​​ການ​ສ້າງ​ແລະພັດ​ທະ​ນາຫຼັກ​ຄຳ​​ສອນ​ ປັດ​ຊະ​ຍາ ຫຼັກ​ການ ​ແລະ ກົດ​ສິນຂອງ​ສາ​ສະ​ໜາ ຄ່ອຍໆ​ສົ່ງ​ຜົນ​ກະທົບ​ແລະ​ແຊກ​ຊຶມ​ຂົ້າ​ໄປ​ໃນ​ການ​ຮັບ​ຮູ້ ແນວ​ຄິດ ​ຈິດ​ວິ​ທະ​ຍາ ແລະ ວິຖີ​ຊີ​ວິດຂອງ​ຜູ້​ຄົນ ບໍ່​ພຽງ​ແຕ່ຜູ້​ເຊື່ອຖື ຜູ້​ສັດທາ​ໃນ​ສາສະໜາເທົ່າ​ນັ້ນ​ ແຕ່​ຍັງສົ່ງ​ຜົນ​ສະທ້ອນ​ຕໍ່ຫຼາຍ​ດ້ານຂອງ​ສັງ​ຄົມ. ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ສາ​ສະ​ໜາ​ມີ​ພະລັງ​ທີ່​ຍືນ​ຍົງແລະ​ແຂງ​ແຮງ, ນັບ​ທັງຢູ່ໃນສັງຄົມທີ່ບັນລຸຄວາມທັນສະໄໝສູງ.  

ຫວຽດ​ນາມເປັນ​ປະ​ເທດ​ທີ່​ມີ​ຄວາມຫຼາກຫຼາຍທາງ​ດ້ານ​ສາ​ສະ​ໜາ. ນັບ​ເຖິງ​ເດືອນ​ທັນ​ວາ 2021, ລັດ​ຫວຽດ​ນາມ​ໄດ້​ຮັບ​ຮອງແລະ​ອະ​ນຸ​ຍາດ​ໃຫ້​ຈົດ​ທະ​ບຽນການ​ດຳ​ເນີ​ນງານ​ແກ່​ 41 ອົງ​ການ​ທີ່​ຖື​ສາ​ສະໜາ 16 ສາ​ສະ​ໜາ ​ໂດຍ​ມີສາ​ສະ​ນິ​ກະ​ຊົນ​ກວມ​ເອົາ 27% ຂອງ​ປະຊາກອນ​ທັງ​​ປະ​ເທດ, ​ດ້ວຍຜູ້​ມີ​ຕຳ​ແໜ່​ງ​ສຳຄັນກວ່າ 58.000 ຄົນ, ​ຜູ້​ປະຕິບັດ​ງານ​ປະຈຳປະ​ມານ 148.000 ​ຄົນ ແລະ ສາສະ​ນະ​ສະຖານ​ກວ່າ 29.000 ​ແຫ່ງ​ໃນ​ທົ່ວປະ​ເທດ. ຫວຽດນາມພວມ​ຢູ່​ໃນ​ວິວັດ​ການ​ປ່ຽນ​ແປງ​ໃໝ່, ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ກໍ່ສ້າງ​ວັດທະນະທຳ​ທີ່​ກ້າວໜ້າ ​ທີ່​ມີ​ເອກະລັກ​ສະ​ເພາະ​ຂອງ​ຊາດ ດ້ວຍ​ເນື້ອ​ໃນ​ຫຼັກ​ແມ່ນ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ.

ພັກ​ກອ​ມ​ມູ​ນິດຫວຽດ​ນາມທີ່​ໄດ້​ກຳ​ນົດ​ວ່າ: ວັດ​ທະ​ນ​ະທຳ​ແມ່ນ​ພື້ນ​ຖານ​ຈິດ​ໃຈ​ຂອງ​ສັງ​ຄົມ, ທັງ​ເປັນ​ເປົ້າ​ໝາຍ, ທັງ​ເປັນ​ກຳ​ລັງ​ແຮງ​ພາຍ​ໃນ, ກຳ​ລັງ​ໜູນ​ສຳ​ຄັນ ​ເພື່ອ​ພັດ​ທະ​ນາ​ປະ​ເທດ”. ທີ່ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​​ເພື່ອ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸ​ມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ໃນ​ຄັ້ງ​ວັນ​ທີ 24 ພະ​ຈິກ 2021, ສະຫາຍເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ຝູ​ຈ້ອງ ໄດ້​ເນັ້ນ​ໜັກ​ຢ່າງ​ເລິກ​ເຊິ່ງ​ຂໍ້​ຄວາມ​ສຳ​ຄັນ​ຂອງ​ປະ​ທານ​ໂຮ່​ຈີມິນ​ທີ່ວ່າ: ວັດ​ທະ​ນະ​ທຳ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ຊາດ”. ດັ່ງ​ນັ້ນ, ການປຸກ​ຕື່ນແລະເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ບັນ​ດາສາ​ສະ​ໜາ - ປັດ​ໄຈ​ປະ​ກອບ​ສ້າງວັດ​ທະ​ນ​ະ​ທຳ​ ແນ​ໃສ່​ສ້າງ​ແຫຼ່ງ​ພະ​ລັງ​ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ແມ່ນ​ຈຳ​ເປັນ​ທີ່​ສຸດ.

ຄຸນ​ຄ່າດ້ານສິນ​ທຳ​ ວັດ​ທະ​ນະ​ທຳ​ ​ແລະ ​ແຫຼ່ງ​ພະ​ລັງ​ຂອງ​ສາ​ດະ​ໜາ ​ຢູ່ຫວ​ຽດ​ນາມ

ສາ​ສະ​ໜາ​ໄດ້​ຮັບ​ການ​ນຳ​ເຂົ້າ​ແລະ​ກໍ່​ຕັ້ງຂຶ້ນ​ໃນຫວຽດ​ນາມຕັ້ງ​ແຕ່​ດົນ​ນານ, ​ໄດ້ຮັບ​ການ​ຍອມຮັບ​ຈາກ​ຜູ້​ຄົນ​ ເນື່ອງ​ຈາກຄຸນຄ່າມະນຸດ​ທີ່​ສາ​ສະ​ໜາ​ນຳ​​ມາ​ ເຊິ່ງສອດ​ຄ້ອງ​ກັບ​ສິນ​ທຳ​ອັນ​ດີ​ແລະວັດ​ທະ​ນະ​ທຳດັ້ງ​ເດີມ​ຂອງ​ຊາວຫວຽດ​ນາມ. ຕະຫຼອດ​ປະ​ຫວັດ​ສາດ​ຂອງ​ປະ​ເທດ ສາ​ສະ​ໜາມີ​ຄວາມ​ກ່ຽວຂ້ອງ​ຢ່າງ​ໃກ້ຊິດ​ແລະ​ໄປ​ພ້ອມ​​ກັບ​ປະ​ເທດ​ຊາດສະເໝີ​ມາ ​ໂດຍ​ການສະ​ແດງອອກ​ທີ່​ຈະ​ແຈ້ງທີ່​ສຸດ​ຄື ບັນ​ດາ​ຄຸນ​ຄ່າ​ດ້ານສິນ​ທຳ​ ແລະວັດ​ທ​ະ​ນ​ະ​ທຳ.

ດ້ວຍ​ມູນ​ເຊື້ອ “ປົກ​ປ້ອງ​ປະ​ເທດ​ຊາດ ຮັກສາ​ປະ​ຊາ​ຊົນ​​ໃຫ້​ປອດ​ໄພ”, ພີ່ນ້ອງ​ຖື​ສາສະໜາສ່ວນ​ໃຫຍ່​ໄດ້ໄປ​ພ້ອມ​​ກັບ​ປະ​ເທດ​​ໃນ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ພຸດທະສາສະໜາ​ມີ​ຢູ່​ໃນ​ປະ​ເທດ​ຫວຽດນາມຫຼາຍ​ກວ່າ 2.000 ປີ ​ໂດຍ​ມີ​ຄະຕິທຳ​ເຂົ້າສູ່​ໂລກ “ທຳ​ມະບໍ່​ແຍກ​ອອກ​ຈາກກົດໂລກ” ​ໄດ້​ສົ່ງ​ເສີມຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທາງ​ພຸດທະ​ສາສະໜາ​ໃນ​ສັງ​ຄົມ​​ຫວຽດນາມຜ່ານ​ໄລ​ຍະ​ຕ່າງໆ. ສິນທຳ​​ແລະວັດ​ທະ​ນ​ະ​ທຳ​ທາງ​ພຸດທະສາ​ສະ​ໜາ​ໄດ້​ເພີ່ມ​ພູນ​ຄຸນ​ຄ່າດັ້ງ​ເດີມ​ຂອງ​ວັດ​ທະ​ນະ​ທຳຫວຽດ​ນາມ, ເຊັ່ນ​ທັດ​ສະ​ນະ​​ກ່ຽວ​ກັບ​ຄວາມ​ເມດ​ຕາ, ອຸ​ເບ​ກຂາ, ຄວາມ​ບໍ່​ເຫັນ​ແກ່​ຕົວ, ການ​​ເຫັນ​ແກ່ປະ​ໂຫຍ​ດຜູ້​ອື່ນ​ແລະ ກົດ​ແຫ່ງ​ເຫດ​ແລະ​ຜົນ. ພຸດທະສາສະໜາໄດ້ຊີ້​ໄຫ້​ເຫັນວ່າ ຄວາມ​ທຸກທໍລະມານຂອງ​ມະນຸດ ແລະ ຄວາມບໍ່ສະເໝີພາບທາງສັງຄົມທັງ​ໝົດນັ້ນ​ແມ່ນ ຄວາມໂລບ, ຄວາມກຽດຊັງ, ຄວາມຫຼົງໄຫຼ, ເຮັດໃຫ້ເກີດຄວາມ​ເຫັນຜິດ, ຂໍ້ຂັດແຍ້ງ ​ແລະ ການເຮັດຊົ່ວ; ຍຶດ​ໝັ້ນ​ກົດ​ແຫ່ງ​ເຫດແລະຜົນ, ບາບ​ໄລ່​ເວນ​ທັນ, ​ແນະນຳ​ໃຫ້​ສາ​ສະ​ນິ​ຊົນ​ປະ​ຕິ​ບັດ “ສິນ​ຫ້າ”, “ມັກຄະ​ແປດ”, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບຸກ​ຄົນ, ຊຸມ​ຊົນ ແລະ ສັງ​ຄົມ​ໂດຍ​ລວມ, ຊຸກ​ຍູ້​ໃຫ້​ຜູ້​ຄົນ​ປັບ​ພຶດຕິ​ກຳ​ຂອງ​ຕົນ​ເອງ.

ຄຸນ​ຄ່າທາງ​ວັດ​ທະ​ນະ​ທຳ​ແລະ​ສິນ​ທຳ​ອັນ​ດີ​ໃນຄໍາສອນຂອງສາສະໜາກາໂຕລິກ ແລະ ໂປແຕສແຕນ ສະທ້ອນ​ໃຫ້​ເຫັນ​ໃນບັນຍັດ 10 ປະການ, ໃນ​ນັ້ນ 3 ປະການ​ເປັນ​ເລື່ອງ​ກ່ຽວ​ກັບພະ​ເຈົ້າ​ ແລະ 7 ປະການ​ກ່ຽວ​ກັບສິນ​ທຳ​ຂອງ​ມະ​ນຸດ​ທີ່ມີ​ສ່ວນສົ່ງ​ເສີມ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ສ່ວນ​ບຸກຄົນ​ແລະ​ສັງ​ຄົມ. ປັດ​ຊະ​ຍາຂອງ​ສາ​ສະ​ໜາ​ກາ​ໂຕ​ລິກກວ້າງ​ທີ່​ສຸດ ​ແຕ່​ໄດ້ລວບ​ລວມ​ເປັນ​ແປດ​ຄຳ ​ໂດຍ​ແບ່ງ​ເປັນສອງ​ຄູ່​ມາດ​ຕາ​ເກນຄື “ເຊື່ອ​ຖື​ພະ​ເຈົ້າ, ຮັກ​ແພງ​ມະ​ນຸດ”, ນັ້ນ​ແມ່ນ​ຄວາມ​ຮັກ, ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ແບ່ງປັນ​ກັບ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ສັງຄົມ. ສາ​ສະ​ໜາ​ພຸດຮ​ວ່າ​ຫາວ ດ້ວຍ​ຫຼັກການ​ຊີ້​ນຳ “ສຶກ​ສາ​ພະ​ພຸດ, ປູກຝັງ​ມະ​ນຸດສະ​ທຳ”, ຢູ່​ໃນຄອບ​ຄົວ ຄະລາວາດບຳ​ເພັນ​ກຸສົນ​ສີ່​ຢ່າງ (ພະ​ຄຸນ​ຂອງພໍ່ແມ່ບັນພະບຸລຸດ, ພະ​ຄຸນ​ຂອງ​ແຜ່ນດິນ, ພະ​ຄຸນລັດ​ຕະ​ມະ​ໄຕ, ຮູ້ບຸນ​ຄຸນ​ເພື່ອນ​ຮ່ວມ​ຊາດ​ແລະ​ມະນຸດ​ຊາດ) ດ້ວຍ​ທິດ​ທາງ​ປະ​ຕິ​ບັດ “ເພື່ອທຳ​ມະ ​ແລະ​ ເພື່ອ​ຊາດ” ໂດຍ​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່ຫຼັກ​ທຳ ປະຕິບັດ​ທຳ ປະ​ຕິ​ບັດ​ວຽກ​ງານ​ສັງ​ຄົມ, ການ​ກຸ​ສົນ ແລະ ການ​ຖວາຍ​ທານ ​ເຊິ່ງ​ສອດ​ຄ່ອງ​ກັບ​ມູນ​ເຊື້ອ​ຮັກ​ຊາດ ແລະ ວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ.  ສາ​ສະ​ໜາກາວ​ດ່າຍ ​ແລະ ​ສາ​ສະ​ໜາ​ອື່ນໆ ​ກໍ່​ໄດ້​ຖື​ເອົາ​ຄວາມ​ຮັກ​ແພງ​ເປັນ​ພື້ນ​ຖານ, ເອົາ​ຄຸນ​ທຳ​ເປັນ​ທິດ​ນຳ, ຖື​ເອົາ​ການ​ຮັບ​ໃຊ້​ມະ​ນຸດ​ເປັ​ນ​ການກະທຳ, ຖືເອົາ​ຄວາມລອດ​ຂອງ​ວິນ​ຍານ​ເປັນ​ບັ້ນ​ປາຍ, ສູ້​ຊົນ​ເພື່ອ​ສັນ​ຕິ​ພາບ ແລະ ສະ​ເໝີ​ພາບທາງ​ສັງ​ຄົມ ​ແນ​ໃສ່​ຮັບ​ໃຊ້​ປະຊາຊົນ ປະ​ເທດ​ຊາດ, ຄ້າຍ​ຄື​ກັບ​ຈຸດ​ໝາຍ​ທີ່​ພັກ, ລັດ ແລະ ທົ່ວ​ສັງ​ຄົມ​ຫວຽດນາມກຳ​ລັງ​ມຸ່ງ​ສູ່ ​ຄືທ່ານ​ປະລະມາ​ຈານ ກາວ​ຈ່ຽວຝາດ ໃນ​ເມື່ອ​ກ່ອນ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສາສະ​ໜາ​ສາມັກຄີ​ກັບ​ລັດຖະບານ ​ເພື່ອ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງຜູ້​ຮຸກ​ຮານ: “​ແທ່ນບູຊາ​ທາງ​ສາ​ສະ​ໜາ​​ມີຫຼາຍ ແຕ່​​ແທ່ນ​ບູ​ຊາ​ປະ​ເທດ​ຊາດ​ມີພຽງ​ໜ່ວຍ​ດຽວ”.

ທຸກສາ​ສະ​ໜາ​ລ້ວນ​ແຕ່​ມີ​ຄຸນ​ຄ່າ​ມະ​ນຸດນິຍົມແລະມຸ່ງດີ, ຊີ້​ນຳ​ຜູ້​ຄົນ​ໄປ​ສູ່​​ຊີ​ວິດ​​ແຫ່ງ​ການເຫັນ​ແກ່​ປະ​ໂຫຍ​ດຜູ້​ອື່ນ, ຄວາມສະ​ເໝີ​ພາບ ​ແລະ ການ​ກຸສົນ. ສາ​ສະ​ໜາ​ແນະນຳ​ໃຫ້ສາ​ສະ​ນິ​ກະ​ຊົນ​ຫ້າມ​ຂ້າ ​ເພື່ອ​ຫຼີກຫຼ່ຽງ​ຄວາມ​ຕາຍ, ຄວາມຮຸນແຮງ, ການປະ​ທະ​ກັນ, ສົງ​ຄາມ; ບໍ່​ລັກປຸ້ນ, ບໍ່​​ຕົວະ​ແມ່ນ​ສອນ​ໃຫ້​ຜູ້​ເຊື່ອ​ຖື​​ມີ​ຄວາມ​ຊື່ສັດ​ໃນ​ການທຸລະ​ກິດ, ພັດ​ທະ​ນາ​ເສດ​ຖະ​ກິດ, ບໍ່​​ໂລບ​ຊັບ​ສິນ​ຂອງຜູ້​ອື່ນ​ ເພື່ອ​ຈຳ​ກັດ​ທີ່​ມາ​ຂອງ​ຄວາມ​ຂັດ​ແຍ້ງ​​ໃນສັງ​ຄົມ… ເມື່ອຄົນ/ຜູ້ເຊື່ອຖືຫຼີກລ່ຽງສິ່ງທີ່ບໍ່ດີ ແລະ ປະຕິບັດສິ່ງທີ່ດີ, ບໍ່ພຽງ​ແຕ່​ເປັນ​ຄົນ​ດີ​ເທົ່າ​ນັ້ນ, ແຕ່ຍັງເປັນຊຸມຊົນທີ່ດີ ແລະ ສັງຄົມທີ່ດີ. ສິ່ງ​ເຫຼົ່າ​ນັ້ນ​ໄດ້​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ຄົງ​ ໃນ​ການ​ພັດ​ທະ​ນາ​ລະ​ບົບ​ຄຸນ​ຄ່າ​ດ້ານສິນທຳ​ແລະວັດ​ທະ​ນະ​ທຳ​ຂອງ​ຊາດ.

ອຸດົມ​ການ​ຂອງ​​ສາ​ສະ​ໜາ​​ແນະນຳ​ປະຊາຊົນ​ໃຫ້​ລະນຶກ​ເຖິງ “ຄວາມ​ກະ​ຕັນ​ຍູ” ສະ​ເໝີ ​ໂດຍຖື​ເອົາ​ຄວາມກະ​ຕັນ​ຍູ​ເປັນອັນ​ດັບ​ໜຶ່ງ ​ໃນ​ການ​ໃຫ້​ຄວາມ​ຮູ້​ແກ່ຜູ້​ສັດ​ທາ, ສອດຄ່ອງ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊາດ​ຫວຽດນາມ ​ໃນ​ການ​ສ້າງ​ວັດທະນະທຳ​ຄອບຄົວ, ຈຸ​ລັງ​ຂອງ​ສັງ​ຄົມ. ຄວາມ​ກະ​ຕັນ​ຍູ​ແມ່ນ​ຄຸນ​ຄ່າ​ທີ່​ຕັ້ງ​ໜ້າ​ແລະແທ້​ຈິງ ທີ່ສົ່ງ​ເສີມໃຫ້ຄົນ​ເບິ່ງ​ແຍງ​ດູ​ແລ​ ຊ່ວຍ​ເຫຼືອເຊິ່ງກັນ​ແລະ​ກັນ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າຂອງ​ມະນຸດ ແລະ ກະຈາຍ​ຄວາມ​ຮັກ. ສາ​ສາ​ໜາ​​ເຊີດ​ຊູ​ຄຸນ​ຄ່າ​ຂອງ​ຄອບ​ຄົວ, ພ້ອມ​ກັບ​ການ​ປົກ​ປ້ອງ​ຄວາມ​ເຊື່ອ​ຖື​ສາ​ສະ​ໜາ​ ເຮັດ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ມີ​ຄວາມ​ເອົາ​ໃຈ​ໃສ່ ຊ່ວຍ​ເຫຼືອ ເບິ່ງ​ແຍງ​ດູ​ແລ​ເຊິ່ງ​ກັນແລະກັນ​ໃນຊີວິດ​ໃຫ້ດີຂຶ້ນ ​ແລະ ​ປະ​ກອບ​ສ່ວນ​ໃນ​ການ​ຕໍ່​ຕ້ານກັບ​ການ​ບຸກລຸກ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທາງ​ສັງ​ຄົມ​. ຄຸນ​ຄ່າ​ຂອງ​​ສາ​ສະ​ໜານັ້ນ​ມີ​ສ່ວນສະໜັບສະໜູນ​ຄຸນ​ຄ່າ​ດ້ານສິນທຳແລະວັດ​ທະ​ນະ​ທຳ​ດັ້ງ​ເດີມ​ ຂອງ​ຄອບ​ຄົວຊາວຫວຽດ​ນາມ. ​ມາ​ດ​ຕະ​ຖານທາງ​ສາດ​ສະ​ໜາ​ປະ​ກອບ​ສ່ວນ​ຢ່າງຫຼາຍ ​ໃນ​ການ​ຮັກ​ສາຈັນ​ຍາ​ບັນ​ຂອງ​ສັງ​ຄົມຫວຽດ​ນາມ ​ແລະ ​ເປັນ​ປະ​ໂຫຍດຢ່າງ​ຫຼາຍ​ ໃນ​ການ​ຮັກ​ສາ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ສັງ​ຄົມ.

ຄຽງ​ຄູ່​​ກັບ​ລະ​ບົບ​ປັດ​ຊະ​ຍາ​ທີ່​ເລິກ​ເຊິ່ງ, ບັນ​ດາ​ສ​າ​ສະ​ໜາ​ຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ດ້ວຍ​ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​​ຄຸນ​ຄ່າ​ມະ​ນຸດ​ເລິກ​ເຊິ່ງ ເຊັ່ນ ສາ​ຖາ​ປັດ​ຕະ​ຍະ​ກຳ, ຈິດ​ຕະ​ກຳ, ປະຕິມາ​ກຳ. ພຸດທະສາ​ສະ​ໜາ​​ໄດ້​ປະ​ກອບ​ສ່ວນ​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ສິລະ​ປະ​ກຳ​​ເປັນ​ເອກະລັກສະ​ເພາະ​ຄື​ ວັດ​ວາ​ອາ​ຮາມ, ທາດ​ເຈດີ, ຫໍຄ​ອຍ ແລະ​ ຮູບ​ປັ້ນ​ຂອງ​ຫວຽດ​ນາມ. ການປະສົມ​ປະສານຮູບແບບ, ສະຖາປັດຕະຍະກໍາຕາເວັນຕົກຂອງ​ກາ​ໂຕ​ລິກ ​ແລະ ມຸດສະລິມ ມີ​ສ່ວນ​ເຮັດ​ໃຫ້​ເກີດການແຊກຊ້ອນແລະການ​ເຊື່​ອມ​ໂຍງ​ຂອງ​ວັດທະນະທໍາປະຈຳຊາດ. ຄຳ​ພີ​​ໄບ​ເບິນ, ພະ​ໄຕປິ​ດົກ ​ແລະ ຄຳ​​ສອນທາງ​ສາ​ສະ​ໜາ​ເປັນຊັບສົມ​ບັດທາງວັດ​ທະ​ນະທຳ ​ແລະ ປະ​ຫວັດ​ສາດ​ທີ່ອຸດົມສົມບູນ​ ເຊິ່ງຈຳ​ເປັນ​ຕ້ອງ ໄດ້ຮັບການຂຸດຄົ້ນ ຄຽງຄູ່​ໄປກັບປະຫວັດສາດວັດທະນະທໍາຂອງຊາດ; ການ​ກຳ​ເນີດ ​ແລະ ພັດທະນາ​ຂອງ​ໜັງສືພິມ​ສາສະໜາ​ ໄດ້​ປະກອບສ່ວນ​ສົ່ງ​ເສີມ​ບັນດາ​ຄຸນຄ່າ​ທາງ​ສາສະໜາ​ແລະ ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ, ເຮັດ​ໃຫ້​ວັດ​ທະ​ນ​ະ​ທຳ​ທາງສາ​ສະ​ໜາ​​​ໃກ້​ຊິດ​ແລະແກວ່ນ​ເຄີຍ​ກັບ ​ວັດ​ທະ​ນະ​ທຳຫວຽດ​ນາມຫຼາຍ​ຂຶ້ນ ແລະ ​ໃນ​ທາງ​ກັບ​ກັນ ວັດ​ທະ​ນະ​ທຳຫວຽດ​ນາມ​ສະ​ແດງ​ອອກໃນ​ພິ​ທີທາງ​ສາ​ສະ​ໜາ​ພິ​ເສດ.

ການ​ປະ​ຕິ​ບັດ​ພິ​ທີກຳທາງ​ສາ​ສະ​ໜາ​ໄດ້​ປະ​ກອບ​ສ່ວນ​ກໍ່ສ້າງ​ແລະ​ສາ​ມັກ​ຄີຊຸມ​ຊົນຜູ້​ສັດທາ​ໃນ​ສາສະໜາ. ​ພິ​ທີກຳ​ແລະ​ການປະ​ຕິ​ບັດຕາມ​ຄວາມ​ເຊື່ອ​ທາງ​ສາ​ສະ​ໜາ​ແມ່ນ​ວິ​ທີທີ່​ຈະ​ເຮັດ​ໃຫ້​ຜູ້​ຄົນ​ໃກ້​ຊິດ​ກັນກວ່າ​ອີກ, ​​ໂດຍ​ມີ​ການ​ແລກປ່ຽນ​ແລະ​ຖ່າຍ​ທອດ​ຄຸນຄ່າ​ດ້ານ​ສິນ​ທຳ ​ແລະ​ວັດ​ທະ​ນະ​ທຳທາງ​ສາ​ສະ​ໜາ​ ແລະ ຊົນ​ຊາດ ​ເປັນ​​ປົກ​ກະ​ຕິ​ກວ່າ​ອີກ. ​ເນື່ອງ​ຈາກ​ວ່າ, ທຸກສາສະໜາສອນໃຫ້ຄົນດີ, ເປັນຄົນດີ, ມີຄຸນ​ທຳ, ມີຄວາມຮັບຜິດຊອບ​ຕໍ່​ຕົນ​ເອງ​ແລະຄອບຄົວ, ຮູ້ວິທີການດໍາລົງຊີວິດເພື່ອຊຸມຊົນ. ການ​ປະ​ຕິ​ບັດ​ພິ​ທີກຳທາງ​ສາ​ສະ​ໜາ​ປະ​ກອບ​ສ່ວນສ້າງ​ຄວາມ​ສາ​ມັກ​ຄີ ແລະຄວາມ​ເປັນ​ເອ​ກະ​ພາບ​ໃນ​ສັງ​ຄົມ. ຄວາມ​ເຊື່ອ​ທາງ​ສາສະໜາ​ທີ່​ຕັ້ງ​ໜ້າ​​ ໄດ້​ສົ່ງ​ຜົນຕໍ່​ການ​ກະ​ທຳ​ແລະ​ຈະລິ​ຍະ​ທຳ ​ຂອງ​ສາ​ສະ​ນິ​ກະ​ຊົນ​ແຕ່​ລະ​ຄົນ ແລະຊຸມ​ຊົນທາງ​ສາ​ສະ​ໜາ. ຄວາມສຳ​ພັນທີ່​ແໜ້ນ​ແຟ້ນ​ຂອງ​ຄົນ​ທີ່​ມີ​ຄວາມ​ເຊື່ອດຽວ​ກັນ​ຍາມ​ໃດ​ກໍ່ມີ​ພະລັງ​ທີ່​ຍືນ​ຍົງ ແລະ ແຜ່ກະຈາຍ​ໄປ​ຍັງ​ຊຸມ​ຊົນ, ສ້າງການ​ພົວ​ພັນ​ຮ່ວມ​ມື​ທາງ​ສັງ​ຄົມ, ປະ​ກອບ​ສ່ວນ​​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ ​ແລະ ຄວາມ​ກ້າວ​ໜ້າ​ທາງສັງ​ຄົມ.

ບັນ​ດາ​ສາ​ສະ​ໜາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນ​ຄ່າ​ດ້ານ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ໃນ​ປັດຊະ​ຍາ ​ແລະ ຄຳ​ສອນ​ໃນທາງ​ປະຕິບັດ ​ດ້ວຍ​ການດຳ​ເນີນ​​ຂະ​ບວນການ​ຕ່າງໆທີ່​ເປີດ​ຕົວ​ໂດຍ​ກະ​ຊວງ, ຂະ​ແໜງ​ການແລະທ້ອງ​ຖິ່ນ ເຊັ່ນ “ທົ່ວປວງ​ຊົນ​ສາມັກຄີ​ກັນ​ກໍ່ສ້າງ​ຊີວິດ​ວັດທະນະທຳ” ຢູ່​ເຂດທີ່ຢູ່​ອາ​ໄສ, “​ສ້າງວັດ​ທີ່​ມີ​ທັດ​ສະ​ນິຍະ​ພາກພຽນ ​ເປັນແບບ​ຢ່າງ”, “ສ້າງ​ແຄວ້ນແລະຕະ​ກຸນ​ກາ​ໂຕ​ລິກທີ່​ກ້ວໜ້າ ​ແລະ ຄອບ​ຄົວກາ​ໂຄ​ລິກທີ່​ເປັນແບບ​ຢ່າງ”, ຫຼືການ​ເຄື່ອນ​ໄຫວ​ເພື່ອ​ປ້ອງ​ກັນ​​ແລະ​ປາບ​ປາມ​ອາດ​ຊະ​ຍາ​ກຳ ຢາ​ເສບ​ຕິດ ຄວາມ​ຊົ່ວ​ຮ້າຍ​ທາງສັງຄົມ, ​ເພື່ອ​ສ້າງວິຖີ​ຊີ​ວິດ​ໃໝ່​ ໃນຄວາມ​ກະຕັນຍູ​ກະຕິ​ເວທີ, ງານ​ມ່ວນ​ຊື່ນ ແລະ ງານ​ບຸນ, ສ້າງແລະຈັດ​ຕັ້ງປະ​ຕິ​ບັດ​ຂໍ້​ຕົກ​ລົງ ກົດລະບຽບ​ຂອງ​ບ້ານ, ເຂດ​ທີ່ຢູ່ອາໄສ… ໃນ​ຂະ​ບວນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕົວ​ເມືອງ​ສີ​ລິ​ໄລ ​ຢູ່ຫຼາຍ​ທ້ອງ​ຖິ່ນ ເຊັ່ນ ແຂວງນິງ​ບິ່ງ, ແຂວງນາມ​ດິ້ງ, ແຂວງຮ່າ​ນາມ, ແຂງ​ຮ່າ​ຕີ້ງ, ແຂວງ​ດົ່ງ​ນາຍ, ແຂວງ​ກ່າ​ເມົາ,… ພີ່ນ້ອງ​ຮ່ວມ​ຊາດ​ທີ່​ນັບຖື​ສາສະໜາ​ໄດ້​ບໍລິຈາກ​ເງິນ​ຫຼາຍ​ຮ້ອຍ​ຕື້​ດົ່ງ​ ​ແລະ ​ແຮງ​ງານຫຼາຍ​ແສນ​ວັນໂດຍ​ສະໝັກ​ໃຈ, ບໍລິຈາກ​ທີ່​ດິນ​ແລະ​ວັດ​ສະດຸ ສຳລັບ​ການສ້າງ​ທາງ​ຊົນນະບົດ, ສ້າງ​ໂຮງຮຽນ, ສວນ​ສະໜຸກ, ກິດຈະກຳທາງ​ວັດທະນະທຳ​ ແລະ ​ກິລາ,…​ ປະ​ກອບ​ສ່ວນກໍ່​ສ້າງ​ບ້ານ​ເກີດເມືອງນອນ​​ໃຫ້ນັບ​ມື້​ນັບ​ກວ້າງ​ຂວາງສວຍງາມ​ແລະສະ​ອາດ. ຫ້ອງ​ຮຽນ​ຮັກ​ແພງ, ​ໂຮງ​ຮຽນ, ຫ້ອງ​ຮຽນ​ອະ​ນຸ​ບານຈຳນວນ​ຫຼາຍ​ ທີ່​ຈັດ​ຕັ້ງ​ຂຶ້ນ​ໂດຍສຳ​ມະນະ​ສັກ, ພະສົງ ແລະ ​ອົງ​ການທາງ​ສາ​ສະ​ໜາ​ ​ໄດ້​ປະ​ກອບ​ສ່ວນ​ຕົວຈິງ​ ເຂົ້າ​ໃນ​ພາ​ລະ​ກິດ​​ການ​ສຶກ​ສາ ການ​ຝຶກ​ອົບຮົມ ແລະ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ໃນ​ສັງ​ຄົມ. ​ໂຮງໝໍ, ​ຫ້ອງກວດ​ພະ​ຍາດ​ຂອງ​ສາ​ສະ​ໜາຫຼາຍ​ແຫ່ງ​ ໄດ້ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ພ້ອມ​ກັນ​ກັບ​ລັດ ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການກວດ​ແລະ​ປົວ​ພະ​ຍາດ ​ໃຫ້​ແກ່​ປະ​ຊາ​ຊົນ. ກິດຈະກຳການ​ກຸສົນ​ເພື່ອ​ສັງ​ຄົມດຳ​ເນີນ​ການ​ຢ່າງ​ແຂງ​ຂັນ ​ໂດຍ​ສຳ​ມະນະ​ສັກ, ນັກ​ບວດ, ພະ​ສົງ ແລະ ສາ​ສະ​ນິ​ກະ​ຊົນ​ຈຳ​ນວນຫຼາຍ ເຊັ່ນ ການສະ​ໜັບສະ​ໜູນ​ທຶນການ​ຜະ​ລິດ, ການເປີດ​ໂຮງ​ຮຽນ, ຫ້ອງ​ຮຽນ​ຮັກ​ແພງ, ການ​ສ້າງ​ສູນ​ອຸ​ປະ​ຖຳ​ສັງ​ຄົມ, ການ​ໃຫ້​ທຶນການ​ສຶກ​ສາ ການ​ກວດ​​ແລະ​ຮັກສາ​ພະຍາ​ບານ, ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ​ທຳ​ມະ​ຊາດ, ບໍລິຈາກ​ເລືອດ, ຊ່ວຍ​ເຫຼືອປະຊາຊົນ​ໃນ​ສະຖານະ​ການ​ທຸກ​ຍາກ(1); ການ​ຊ່ວຍ​ເຫຼືອ​ປະກັນ​ສັງຄົມ​ໃນ​ສະພາບ​ການ​ທີ່​ສັບສົນ​ຂອງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19(2), ຜ່ານການ​ເຄື່ອນ​ໄຫວ​​ເຫຼົ່າ​ນັ້ນ, ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຮັກ​ແພງ, ການແບ່ງ​ປັນ ​ແລະ ຄວາມ​ເອົາ​ໃຈ​ໃສ່​ອຸ​ປະ​ຖຳ​ຄ້ຳ​ຊູ​ຂອງຊາວຫວຽດ​ນາມ “ຮັກ​ແພງຊ່ວຍ​ເຫຼືອ​ເຊິ່ງ​ກັນແລະກັນ ເໝືອນ​ກັບໃບ​ດີ​ປົກ​ປ້ອງ​ໃບ​ໄມ້​ຈີກ”.

ສຳ​ມະ​ນະ​ສັກ ​ເຈົ້າ​ໜ້າ​ທີ່​ສາ​ສະ​ໜາ​ໃນຫວຽດ​ນາມມີ​ຈຳ​ນວນຫຼວງຫຼາຍ ​ເປັນປັນ​ຍາ​ຊົນ ມີ​ອິດ​ທິ​ພົນ ແລະ ຄວາມ​ຮູ້ກວ້າງ​ຂວາງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ກັບ​ຊີ​ວິດທາງ​ສັງ​ຄົມ, ເຊັ່ນ​ການ​ສຶກ​ສາ ວັດ​ທະ​ນະ​ທຳ ສາ​ທາ​ລະ​ນະ​ສຸກ ແລະ ພາ​ສາ​ຕ່າງ​ປະ​ເທດ… ນີ້​ແມ່ນ​ກຳ​ລັງ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຫຼາຍ​ພໍ​ສົມ​ຄວນ ໃນ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ-ສັງ​ຄົມ, ຂະ​ບວນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃໝ່, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຢູ່ຮາກ​ຖານ, ພິ​ເສດ​ແມ່ນ​ເຂດ​ຊົນ​ນະ​ບົດ, ເຂດ​ຫ່າງ​ໄກ​ສອກຫຼີກ. ໃນ​ການ​ເຄື່ອນ​ໄຫວ​ທາງ​​ສາ​ສະ​ໜາ, ບັນດາສຳ​ມະ​ນະ​ສັກ​ເຄີຍ​ຕັກ​ເຕືອນ​ແນະນຳ​ໃຫ້​ສາ​ສະ​ນິ​ກາຊົນປະ​ຕິ​ບັດ​ຕາມ​​ແນວທາງ ແຜນ​ນະ​ໂຍ​ບາຍຂອງ​ພັກ, ນະ​ໂຍ​ບາຍ ກົດ​ໝາຍ​ຂອງ​ລັດ, ​ສ້າງ​ຄວາມ​ສາ​ມັກ​ຄີ​​ປວງ​ຊົນທັງ​ຊາດ, ສາ​ມັກ​ຄີ​ສາ​ສະ​ໜາ ​ແລະ ​ຮັບ​ຜິດ​ຊອບ​ໃນກິດຈະກຳ​ທາງ​ເສດ​ຖະ​ກິດ​ແລະສັງ​ຄົມ. ຢູ່ທີ່ນັ້ນ, ຄວາມ​ເຊື່ອທາງ​ສາສະໜາ, ພະບັນຍັດ ແລະ ມາດຕະຖານ ມີຜົນ​ໃນທາງບວກຕໍ່ຜູ້​ດຳ​ເນີນ​ການ ເປົ້າໝາຍ ແລະ ວິທີການດຳ​ເນີນ​ການ​ທາງ​ເສດຖະກິດ. ການພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ການພັດ​ທະ​ນາ​ເສດ​ຖະ​ກິດ​ບໍ່​ໄດ້​ຫ່າງ​​​ໄກຈາກສິນ​ທຳ​ຂອງ​ສັງ​ຄົມ, ຄວາມ​ຮັບ​ຜິດ​ຊອບຕໍ່​ສັງ​ຄົມ​ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ສາ​ສະ​ໜາ​ໃນ​ການ​ສ້າງ​​ວັດ​ທະ​ນະ​ທຳ, ສັງ​ຄົມ ​ແລະ ພັດ​ທະ​ນາ​ປະ​ເທດ.

ສາ​ສະ​ໜາ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ສັນ​ຕິ​ພາບ, ຄວາມ​ປອງດອງ​, ກ່າວ​ປະນາມ​ຄວາມ​ບໍ່​ຍຸ​ຕິ​ທຳ​ແລະ​ສິ່ງ​ບໍ່​ດີ, ​ດັ່ງ​ນັ້ນ​ ຄຸນ​ຄ່າດ້ານສິນ​ທຳ​ແລະວັດ​ທະ​ນະ​ທຳ​ຍາມ​ໃດ​ກໍ່​ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັ​ນ​ລະ​ບຽບ​ຮຽບ​ຮ້ອຍທາງ​ສັງ​ຄົມ. ປະ​ຊາ​ຄົມ​ສາ​ສະ​ໜາ​ແມ່ນ​​ອົງ​ການ​ປົກ​ຄອງຕົນ​ເອງ​ສູງ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປະກອບສ່ວນ​ລົບ​ລ້າງ​ການ​ກະທຳ​ທີ່​ລ້າ​ສະ​ໄໝ, ຈຳກັດ​ການ​ລະ​ເມີດ​ກົດໝາຍ​ໂດຍ​ເຍົາວະ​ຊົນ​ແລະຊາວ​ໜຸ່ມ.

ທັດ​ສະ​ນະ​ຂອງ​ປະ​ທານໂຮ່​ຈີມິນ ແລະ ພັກ​ກອມ​ມູ​ນິດຫວຽດ​ນາມ
ກ່ຽວ​ກັບ​ການເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ດ້ານສິນ​ທຳ
,
ວັດ​ທະ​ນະ​ທຳ ແລະ ແຫຼ່ງ​ພະ​ລັງ​ທາງ​ສາ​ສະ​ໜາ

ທັດ​ສະ​ນະ​ຂອງປະ​ທານໂຮ່​ຈີ​ມິນ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ໄດ້​ສະ​ແດງ​ອອກ​ໃນ​ການ​ເຄົາ​ລົບ​ສິດທິ​ມະ​ນຸດ, ລວມທັງເສລີພາບໃນຄວາມເຊື່ອແລະສາສະໜາ. ເພິ່ນ​ໄດ້​ຊອກ​ຫາ​ບັນ​ດາ​ຄຸນ​ຄ່າ​ມະ​ນຸດນິຍົມຢູ່​​ໃນ​ສະ​ສະ​ໜາ ​ເພື່ອ​ສາ​ມັກ​ຄີ ຊົມ​ເຊີຍ ລະ​ດົມ​ສົ່ງ​ເສີມ​ປະ​ຊາ​ຊົນ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​​ ໃຫ້ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ຕັ້ງ​ໜ້າ​ ເຂົ້າ​ໃນ​ການ​ສ້າງ​ຄຸນທຳ​ທາງ​ສັງຄົມ. ເພິ່ນຊາບຊຶ້ງ​ໃນ​ການ​ກຸສົນ​ແລະການ​ເສຍ​ສະຫຼະ​ຂອງ​ຜູ້ກໍ່​ຕັ້ງ​ສາ​ສະ​ໜາ ​ເມື່ອຫຼໍ່​ຫຼອມຄຸນຄ່າ​ຂອງ​ຄວາມ​ຈິງ, ຄວາມ​ດີ ​ແລະ ຄວາມ​ງາມ​ຂອງ​ສັງ​ຄົມ ​​ໃຫ້​ກາຍ​ເປັນ​ປັດ​ຊະ​ຍາ​ຂອງ​ສາ​ສະ​ໜາ. ພວກ​ເຂົາ​ລ້ວນ​ມີຂໍ້ດີ​ຮ່ວມ​ກັນ​ໃນ​ການສະ​ແຫວ​ງຫາວາມ​ສຸກ​​ເພື່ອສັງ​ຄົມ.

ພັກ​ກອມ​ມູ​ນິດຫວຽດ​ນາມໄດ້​ສືບ​ທອດແລະພັດ​ທະ​ນາ​ແນວ​ຄິດ​ຂອງ​ປະ​ທານໂຮ່​ຈີມິນ ກ່ຽວ​ກັບການເສີມ​ຂະ​ຫຍາຍ​​ຄຸນ​ຄ່າ​ດ້ານ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ ຂອງ​ບັນ​ດາ​ສາສະ​ໜາ ແລະ ​ນຳ​ໃຊ້​ສິ່ງ​ນັ້ນ​ເປັນ​ຈຸດ​ລວມ​ ເພື່ອ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ຂອງ​ເພື່ອນຮ່ວມ​ຊາດ​ທາງ​ສາ​ສະ​ໜາ​ເມື່ອ​ຢືນ​ຢັນ​ວ່າ: ສາ​ສະ​ໜາ​ແລະຄວາມ​ເຊື່ອ​​ເປັນ​ຄວາມຕ້ອງ​ການ​ດ້ານ​ຈິດວິນ​ຍານ​ຂອງ​ປະຊາຊົນສ່ວນໜຶ່ງ. ຈັນຍາ​ບັນທາງ​ສາ​ສະ​ໜາ​ມີຫຼາຍ​ສິ່ງ​ທີ່​ເໝາະ​ສົມ​ກັບ​ພາ​ລະ​ກິດການກໍ່​ສ້າງ​ສັງ​ຄົມ​ໃໝ່. ນີ້ກໍ່​ແມ່ນ​ທັດ​ສະ​ນະ​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້ ແລະ ວຽກ​ງານ​ສາ​ສະ​ໜາ​​ ໃນຕະຫຼອດ​ໄລ​ຍະ​ປ່ຽນ​ແປງ​ໃໝ່​ປະ​ເທດ, ເຊິ່ງ​ໄດ້​ສະ​ແດງ​ອອກ​ໃນ​ບັນ​ດາມະ​ຕິ, ເອ​ກະ​ສານ​ຂອງ​ພັກ, ​ໂດຍ​ສະ​ເພາະ​​ແມ່ນມະ​ຕິ​ເລດ​ທີ 03-NQ/TW, ລົງ​ວັນ​ທີ 16 ກໍ​ລະ​ກົດ 1998 ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 8 “ວ່າ​ດ້ວຍ​ການ​ສ້າງແລະພັດ​ທະ​ນາ​ວັດ​ທະ​ນະ​ທຳຫວຽດ​ນາມທີ່ກ້າວ​ໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ປະຈຳຊາດ”. ມະ​ຕິລະບຸວ່າ: “ສົ່ງ​ເສີມ​​ແນວ​ຄິດ​​ກ່ຽວ​ກັບ​ຄວາມ​ຍຸຕິ​ທຳ, ການ​ກຸສົນ ​ແລະ ຄວາມ​ປາຖະໜາ​ດີ… ໃນ​ສາ​ສະ​ໜາ, ​ພ້ອ​ມ​ກັນ​ນັ້ນ​ກໍ່​ເຜີ​ບ​ແຜ່​ແລະ​ໃຫ້​ຄວາມ​ຮູ້​ເພື່ອ​ເອົາ​ຊະນະ​ໄສຍະສາດ; ຕ້ານ​​ການ​ສວຍ​ໃຊ້​ສາ​ສະ​ໜາ ​ແລະ ຄວາມ​ເຊື່ອ​ຖື​ ເພື່ອ​ປະ​ຕິ​ບັດ​ເຈດ​ຕະ​ນາ​ການ​ເມືອງ​ທີ່​ບໍ່​ດີ​”(3). ມະ​ຕິ​ເລກ​ທີ 25/NQ-TW, ​ລົງ​ວັນ​ທີ 12 ມີ​ນາ 2003, ຂອງ​ກອງ​ປະຊຸມສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ 9 “ກ່ຽວ​ກັບວຽກ​ງານ​ສາ​ສະ​ໜາ” ສືບ​ຕໍ່​ຢືນ​ຢັນ​ຄວາມ​​ຈຳ​ເປັນຕ້ອງ​ “ຮັກ​ສາແລະເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​​ອັນ​ດີງາມ​ຂອງ​ຮີດຄອງ​ປະ​ເພນີ​ບູຊາ​ບັນພະບຸລຸດ, ເຊີດ​ຊູ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ. ຫ້າມ​ການ​​ເລືອກ​ປະຕິບັດ​ຕໍ່​ພົນ​ລະ​ເມືອງ​ເນື່ອງ​ຈາກ​ຄວາມ​ເຊື່ອ, ສາ​ສະ​ໜາ. ພ້ອມ​ກັນ​ນັ້ນ, ຫ້າມ​ການ​ສວຍ​ໃຊ້​ຄວາມ​ເຊື່ອ​ຖື​ແລະສາ​ສະ​ໜາ​ເພື່ອ​ປະກອບ​ພິທີກຳທາງ​ໄສ​ບະ​ສາດ​ ໂດຍ​ເດັດຂາດ”(4). ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດຫ​ວຽດ​ນາມ ລະບຸວ່າ: “ສົ່ງ​ເສີມ​ບັນ​ດາ​ຄຸນ​ຄ່າທາງ​ວັດ​ທະ​ນະ​ທຳ​ແລະປັດ​​ໄຈ​ຕັ້ງ​ໜ້າ​ໃນ​ວັດ​ທະ​ນະ​ທຳ ​ແລະ ຄວາມ​ເຊື່ອ​ຖື”(5). ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດຫວຽດ​ນາມສືບ​ຕໍ່​ຢືນ​ຢັນ​ຄຸນ​ຄ່າດ້ານວັດ​ທະ​ນະ​ທຳ​ຂອງສາ​ສະ​ໜາ​ ​ເມື່ອ​ຮຽກ​ຮ້ອງ​ໃຫ້ “ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ຈະລິ​ຍະທຳອັນ​ດີງາມ ແລະ ​ແຫຼ່ງ​ພະ​ລັງ​​ຂອງ​ສາ​ສະ​ໜາ ​ໃນ​ການ​ປະຕິບັດ​ພາລະກິດການ​ພັດທະ​ນາ​ປະ​ເທດ”(6).

ດັ່ງ​ນັ້ນ, ຈາກ​ຄວາມ​ຄິດ​ຂອງ​ປະທານ​ໂຮ່ຈີ​ມິນ ​ເຖິງ​ທັດສະນະ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ລ້ວນ​ແຕ່​ຢືນ​ຢັນບົດ​ບາດ​ຂອງ​ສາ​ສະ​ໜາ, ຖື​ເອົາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະ ສິນທຳທີ່​ດີ​ຂອງ​ສາ​ສະ​ໜາ ​​ເປັນ​ພະ​ລັງ​ອັນສຳ​ຄັນ ​ໃນ​ພາ​ລະ​ກິດການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ການ​ຮັບ​ຮູ້, ເຄົາລົບ ​ແລະ ​ແຜນນະ​ໂຍບາຍ​ເຊີດ​ຊູ​ຄຸນຄ່າ​ວັດທະນະທຳ ​ແລະ ຈັນ​ຍາ​ບັນທີ່​ດີ​​ຂອງ​ສາ​ສະ​ໜາ ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນວຍ​ຕໍ່ສາສະໜາ ​ເພື່ອ​ສົ່ງ​ເສີມ​ປັດ​ຊະ​ຍາ​ແລະຄຳ​ສອນ​ສາ​ສະ​ໜາ​ທີ່​ດີ ​ໃນ​ຊີ​ວິດ​ສັງ​ຄົມ ແລະ ພາ​ລະ​ກິການ​ສ້າງສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຫວຽດ​ນາມ.  

ບັນ​ດາບັນ​ຫາ​ໃນ​ປະ​ຈຸ​ບັນ

ທີ​ໜຶ່ງ, ເຊື່ອມ​ຊຶມ​ທັດ​ສະ​ນະ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ກ່ຽວ​ກັບ​ການເສີມ​ຂະ​ຫຍາຍ​ຄຸນ​ຄ່າ​​ດ້ານ​ສິນ​ທຳ, ວັດ​ທະ​ນະ​ທຳ ແລະ ແຫຼ່ງ​ພະ​ລັງ​​ຂອງ​ສາ​ສະ​ໜາ

ເພື່ອປຸກ​ຕື່ນແລະເສີມ​ຂະ​ຫຍາຍຄຸນ​ຄ່າດ້ານ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ຂອງ​ສາ​ສະ​ໜາ​ໃນ​ພາ​ລະ​ກິດການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຕ້ອງ​ເຊື່ອມ​ຊຶມແລະເຜີຍ​ແຜ່​ທັດ​ສະ​ນະ​ຂອງ​ພັກ​ກ່ຽວ​ກັບ​ສາ​ສະ​ໜາຢ່າງກວ້າງ​ຂວາງ, ເປັນ​ຕົ້ນ​ແມ່ນຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອ​ມູ​ນິດຫວຽດ​ນາມ. ພ້ອມກັນ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆຕ້ອງປະ​ຕິ​ບັດ​ໃຫ້​ໄດ້​ດີ 4 ໜ້າ​ທີ່​ທີ່​ພົວ​ພັນ​ເຖິງວຽກ​ງານ​ສາ​ສະ​ໜາ​: 1- ຂົນ​ຂວ​າຍ, ສາ​ມັກ​ຄີ, ເຕົ້າ​ໂຮມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ໜາ, ສຳ​ມະ​ນະ​ສັກ, ສາ​ສະ​ນິ​ກະ​ຊົນ ເພື່ອປະຕິບັດ “ຊີ​ວິດທີ່​ດີ​ແລະ​ເປັນ​ສາ​ສະ​ໜາທີ່​ດີ”, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ; 2- ຮັບ​ປະ​ກັນ​ວ່າ ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ໜາ​ເຄື່ອນ​ໄຫວ​ຕາມ​​ກົດ​ໝາຍ ​ແລະ ກົດ​ບັດ ຂໍ້​ກຳ​ນົດ​ທີ່​ໄດ້​ຮັບການ​ຍອມຮັບ​ຈາກລັດ; 3- ເສີມ​ຂະ​ຫຍາຍ​​ຄຸນ​ຄ່າ​ດ້ານວັດ​ທະ​ນະ​ທຳ, ສິນທຳ​ອັນ​ດີ​ງາມ ​ແລະ ບັນ​ດາ​ແຫຼ່ງ​ພະ​ລັງ​ຂອງ​ສາ​ສະ​ໜາ​ ​ເພື່ອ​ການ​ພັດ​ທະ​ນາ​ປ​ະ​ເທດ; 4- ​ຕໍ່​ສູ້ຢ່າງ​ເດັດດ່ຽວແລະຈັດການ​ຢ່າງ​ເຂັ້ມ​ງວດ ​ກັບຜູ້​ທີ່​ສວຍ​ໃຊ້​ສາ​ສະ​ໜາ​ເພື່ອ​ຕໍ່​ຕ້ານ​ທຳ​ລາຍ​ພັກ, ລັດ ​ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ; ແບ່ງແຍກ, ທຳ​ລາຍ​ຄວາມ​ສາ​ມັກ​ຄີ​ສາ​ສະ​ໜາ ແລະ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນ​ທັງ​ຊາດ. ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ສຳ​ມະ​ນະ​ສັກ, ສາ​ສະ​ນິ​ກະ​ຊົນ​ປະ​ຕິ​ບັດ​ໃຫ້​ໄດ້​ດີ ​ແຜນ​ນະ​ໂຍ​ບາຍ ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ ກົດ​ໝາຍ​ຂອງ​ລັດ​ ກ່ຽວ​ກັບ​ສາ​ສະ​ໜາ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະຫາ​ສາ​ມັກ​ຄີທົ່ວ​ປວງ​ຊົນ ​ເພື່ອ​ເປົ້າ​ໝາຍກໍ່​ສ້າງ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

​ເພື່ອ​ປະຕິບັດ​ວຽກ​ງານ​ນີ້​ໃຫ້​ໄດ້​ດີ, ຈຳ​ເປັນຕ້ອງ​ຮັບ​ຮູ້​ບັນ​ດາ​ສາ​ສະ​ໜາ​ຢ່າງເໝາະ​ສົມ​ກ​ວ່າ​ອີກ​ກັບ​ເງື່ອນ​ໄຂ​ປະ​ຈຸ​ບັນ. ເພື່ອ​​ໃຫ້ສາດ​ສະໜາ​ເຂົ້າ​ຮ່ວມ​​ໃນ​ການແກ້ໄຂ​ບັນ​ຫາ​ຈະ​ລິ​ຍະ​ທຳ​ທາງ​ສັງ​ຄົມ​ ແລະເສີມ​ຂະ​ຫຍາຍ​​ເອກະລັກ​ທາງ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ຈຳ​ເປັນຕ້ອງມີ​ກົນ​ໄກ, ນະ​ໂຍ​ບາຍ​ທີ່ຊັດ​ເຈນ, ຖື​ສາສະໜາ​ເປັນ​ອົງ​ປະກອບ​ວັດທະນະທຳ. ແຜນ​ນະ​ໂຍ​ບາຍ​ທີ່​​ມີຢູ່​ຈະຕ້ອງ​​ໄດ້​ຮັບ​ການ​ຫັນ​ເປັນນິ​ຕິ​ກຳ ສ້າງ​ເປັນແລວ​ທາງ​ດ້ານ​ກົດ​ຫມາຍ​ ເພື່ອໃຫ້​ສາສະ​ໜາ​ເສີມ​ຂະ​ຫຍາຍ​ຄຸນ​ຄ່ານັ້ນ​ໃນ​ສັງ​ຄົມ. ຫວຽດນາມ​ໄດ້​ກຳນົດ​ວ່າ ສາສະໜາ ​ແລະ ຄວາມ​ເຊື່ອ​ຖື​ແມ່ນ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ສ່ວນ​ໜຶ່ງ ແລະ ຈັນ​ຍາ​ບັນ​ທາງສາສະ​ໜາ​ມີຫຼາຍສິ່ງຫຼາຍ​ຢ່າງທີ່ເໝາະສົມກັບການກໍ່ສ້າງສັງຄົມໃໝ່. ເພື່ອ​ໃຫ້​ປະ​ເທດ​ພັດທະນາ​ແບບ​ຍືນ​ຍົງ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປະ​ກອບ​ສ່ວນ​ຂອງ​ສາ​ສະ​ໜາໃນ​ດ້ານ​ຈິດ​ໃຈ, ​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ລະຫວ່າງ​ບັນດາ​ເຂດ, ພາກ. ການ​ເຄົາລົບ​ແລະ​ເສີມ​ຂະຫຍາຍ​ການ​ປະກອບສ່ວນ​ຂອງ​ສາສະໜາ​ແມ່ນ​ການ​ຊຸກຍູ້​ໃຫ້​ສາສະໜາ​ພັດ​ທະ​ນາ​ຄຸນ​ຄ່າ​ດ້ານ​ສິນ​ທຳ ​ແລະວັດ​ທະ​ນະ​ທຳ​ອັນ​ດີ​ງາມ ​ໃນ​ການກໍ່​ສ້າງ ແລະ ປະ​ຕິ​ບັດ​ທິດ​ທາງ​ດຳ​ລົງ​ຊີ​ວິດ​ສາ​ສະ​ໜາ​ໄປ​ພ້ອມ​ກັນ​ກັບ​ປະ​ເທດ​ຊາດ.

ທີ​ສອງ, ເຄົາ​ລົບ ແລະ​ ​ຮັບປະກັນ​ສິດ​ເສລີ​ພາບໃນ​ການ​ເຊື່ອ​ຖື ​ແລະ ສາສະໜາ​ ຂອງ​ປະຊາຊົນ​ 

ທັດ​ສະ​ນະ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ສອດຫ້ອຍ​ຕະຫຼອດ​ຂອງ​ພັກກອມ​ມູ​ນິດ ຫວຽດ​ນາມແມ່ນ ​ເຄົາລົບ​ແລະຮັບປະກັນ​ສິດ​ເສລີ​ພາບໃນ​ການ​ເຊື່ອ​ຖື​​ແລະສາສະໜາ​ຂອງ​ປະຊາຊົນ ​ແລະ ຢືນຢັນ​ວ່າ ນັ້ນ​ແມ່ນ​ສິດທິ​ມະນຸດ. ສິດທິນັ້ນມີຄ່າ​ຢ່າງ​ແທ້​ຈິງ​ກໍ່​ຕໍ່​ເມື່ອ​ກ່ຽວຂ້ອງ​ກັບປະເທດທີ່ສະຫງົບສຸກແລະພັດທະນາ​ເທົ່າ​ນັ້ນ. ພຽງ​ແຕ່​ໃນ​ສະພາບ​ແວດ​ລ້ອມນັ້ນ​ເທົ່າ​ນັ້ນ, ອົງ​ການ​ຈັດ​ຕັ້ງ​ສາ​ສະ​ໜາ​ຈຶ່ງ​ມີ​ເງື່ອນ​ໄຂ​ເພື່ອ​ເບິ່ງ​ແຍງ​ດູ​ແລຜົນ​ປະ​ໂຫຍ​ດຂອງ​ສາ​ສະ​ນິ​ກະ​ຊົນ​ໄດ້ ​ແລະ ​ສາ​ສະ​ນິ​ກະ​ຊົນ​ຈຶ່ງມີ​ອິດ​ສະລະ​ໃນ​ການ​ສະ​ແດງ​ຄວາມ​ເຊື່ອທາງ​​ສາ​ສະ​ໜາຂອງ​ຕົນ, ຄວາມ​ເຊື່ອ​ທີ່​ພວກ​ເຂົາ​ເຊື່ອແລະຄຸນ​ຄ່າ​ດ້ານ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ ​ຈຶ່ງໄດ້​ຮັບ​ຮູ້​ຢ່າງ​​ເຕັມ​ສ່ວນ. ເພື່ອ​ຮັກ​ສາ​ແລະພັດ​ທະ​ນາ​ສະ​ພາບ​ແວດ​ລ້ອມນັ້ນ​ ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ເອົາ​ໃຈ​ໃສ່​ຮັບ​ປະ​ກັນ​ ສິດ​ເສ​ລີ​ພາບ​ໃນຄວາມ​ເຊື່ອ​ຖື​ແລະສາ​ສະ​ໜາ​ຂອງ​ປະ​ຊາ​ຊົນ​ ໃຫ້​ດີກວ່າອີກ. ນັ້ນ​ກໍ່​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ປະ​ຊາ​ຊົນທຸກ​ສາສະ​ໜາ​ຮູ້ສຶກ​ອຸ່ນ​ອ່ຽນ​ໃຈ ​ແລະ ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ປະ​ກອບ​ສ່ວນ​ແລະເຜີຍ​ແຜ່​ຄຸນ​ຄ່າທາງ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ສາ​ສະ​ໜາ​ ໃນ​ການກໍ່​ສ້າງ​ປະ​ເທດ.  

ຄຽງ​ຄູ່​ກັບ​ການ​ຊ່ວຍ​ເຫຼືອ​ແລະແກ້​ໄຂຄວາມ​ຕ້ອງ​ການ​ດ້ານກິດຈະກຳ​ທາງ​ສາ​ສະ​ໜາ ​ແລະ ຄວາມ​ເຊື່ອ​ຖື​ຂອງ​ປະ​ຊາ​ຊົນນັ້ນ, ​ຕ້ອງ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກເຖິງ​ ການ​ປ້ອງ​ກັນ​ແລະ​ຕໍ່​ສູ້ຢ່າງ​ເດັດດ່ຽວ​ ກັບ​ການກ​ະ​ທຳ​ສວຍ​ໃຊ້​ຄວາມ​ເຊື່ອ​ຖື​ແລະສາ​ສະ​ໜາ ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ​ແບ່ງ​ແຍກ ທຳ​ລາຍ​ກຸ່ມ​ກ້ອນ​ສາ​ມັກ​ຄີ​ປວງ​ຊົນ​ທັງ​ຊາດ​. ສ້າງ​ຄວາມ​ສຳພັນ​ທີ່ແໜ້ນແຟ້ນລະຫວ່າງອຳນາດ​ການ​ປົກຄອງ ແລະ ອົງການຈັດຕັ້ງສາສະໜາ ເພື່ອແກ້ໄຂຄວາມຕ້ອງການທີ່ຖືກຕ້ອງຕາມກົດໝາຍໂດຍໄວ ແລະ ແກ້ໄຂຄວາມບໍ່​ພຽງພໍ​ກ່ຽວຂ້ອງກັບສາສະໜາ. ລະ​ດົມ​ສົ່ງ​ເສີມ​ສຳ​ມະ​ນະ​ສັກ, ສາ​ສະ​ນິ​ກະ​ຊົນ ​ໃຫ້ເສີມ​ຂະ​ຫຍາຍ​ຄຸນ​ຄ່າດ້ານ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊາດ ​ໃນ​ການ​ດຳ​ລົງ​ຊີ​ວິດ​ສາ​ສະ​ໜາ ແລະ ນຳ​ເອົາ​ຄຸນ​ຄ່າ​ອັນດີ​ງາມໃນ​ວັດ​ທະ​ນະ​ທຳ​ແລະ​ຈັນ​ຍະ​ບັນ​ຂອງ​ສາ​ສະ​ໜາ​ ເຂົ້າ​ໃນ​ການກໍ່​ສ້າງ, ເຮັດ​ໃຫ້​ວັດ​ທ​ະ​ນະ​ທຳ​ຂອງ​ຊາດອຸດົມສົມບູນ​ຍິ່ງ​ຂຶ້ນ.

ທີ​ສາມ, ຂົນ​ຂວາຍ​ສຳ​ມະ​ນະ​ສັກ, ​ເຈົ້າ​ໜ້າ​ທີ່​ທາງ​ສາສະໜາ ​ແລະ ສາ​ສະ​ນິ​ກະ​ຊົນ​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ໃນ​ໄລ​ຍະ​ປະ​ຈຸ​ບັນ, ວັດ​ທະ​ນະ​ທຳຫວຽດ​ນາມໄດ້​ແລະກຳ​ລັງ​ຮັບ​​ຜົນ​ກະ​ທົບຫຼາຍ​ຢ່າງ, ມີ​ທ່າ​ອຽງ​ປ່ຽນ​ແປງ ​ແລະ ສູນ​ເສຍ​ເອກະລັກ​ຂອງ​ຕົນ. ດັ່ງ​ນັ້ນ, ການ​ປຸກ​ຕື່ນແລະເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ສາ​ສະ​ໜາ ​ເຂົ້າ​ໃນ​ການຮັກ​ສາແລະເສີມ​ຂະຫຍາ​ຍ​ເອ​ກະ​ລັກ​ວັດ​ທະ​ນະ​ທຳຂອງ​ຊາດຫວຽດ​ນາມ ແມ່ນ​ໜ້າ​ທີ່​ສຳ​ຄັນ​ບໍ່​ພຽງ​ແຕ່​ຂອງ​ພັກ, ລັດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ໜາເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທົ່​ວ​ສັງ​ຄົມ. ດັ່ງ​ນັ້​ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ອົງ​ຄະ​ນະ​ພັກ​ແຂວງ, ນະ​ຄອນ, ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ​ ຕ້ອງ​​ສືບ​ຕໍ່​ເອົາ​ໃຈ​ໃສ່​ນຳ​ພາຊີ້​ນຳ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ສຳ​ມະ​ນະ​ສັກ​ແລະສາ​ສະ​ນິ​ກະ​ຊົນທຸກ​ສາ​ສະ​ໜາ ​​ໃຫ້ປະ​ຕິ​ບັດ, ຖື​ເອົາ​ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ທີ່​ສຳ​ຄັນ. ຂົນ​ຂວາຍ​ບັນ​ດາ​ສາ​ສະ​ໜາ​ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ປະຕິບັດ​ສາສະໜາ​ໃຫ້​ຕິດ​ພັນ ​ແລະ ​ໄປ​ຄຽງ​ຄູ່​ກັບ​ຊາດ, ​ໃຫ້​ສອດຄ່ອງ​ກັບ​ຄຳ​ສອນຂອງ​ສາ​ສະ​ໜາ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຊາດ, ທັງ​ຖືກຕ້ອງ​ຕາມລັດ​ຖະ​ທຳ​ມະ​​ນູນ ກົດ​ໝາຍ ແລະ ທ່າ​ອຽງ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ, ປະກອບສ່ວນ​ຕໍ່ສູ້ຕ້ານ​ກະແສ​ຄວາມ​ຄິດ​ທາງວັດທະນະທຳ​ທີ່​ບໍ່​ດີ​ແລະ​ເປັນ​ພິດ ​ທີ່​ສົ່ງ​ຜົນກະທົບ​ຕໍ່​ຊີວິດ​ຂອງ​ປະຊາຊົນ. ສ້າງການ​ຫັນ​ປ່ຽນ​ຕັ້ງ​ໜ້າ​ໃນ​ຄວາມ​ຮັບ​ຮູ້​ຂອງ​ຖັນ​ແຖວ​ສຳ​ມະ​ນະ​ສັກ ​ແລະ ສາ​ສະ​ນິ​ກະ​ຊົນ ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍຂອງ​ພັກແລະລັດ​ ກ່ຽວ​ກັບ​ວັດ​ທ​ະ​ນະ​ທຳ​ແລະ​ຈັນ​ຍາ​ບັນ​ສາ​ສະ​ໜາ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ ໃນ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະ​ຈັນ​ຍາ​ບັນ​ສາ​ສະ​ໜາ​ ເພື່ອກໍ່​ສ້າງ ພັດ​ທະ​ນາ​ປະ​ເທດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ​ທີ່​ຖືກ​ຕ້ອງ​ກັບ​ຈິດ​ໃຈ​ຊີ້​ນຳ​ຂອງ​ທ່າ​ນເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ ຝູ​ຈ້ອງ ທີ່ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ ໃນ​ວັນ​ທີ 24 ພ​ະ​ຈິກ 2021 ວ່າ: “ເສີມ​ຂະ​ຫຍາຍ​ສູງ​ສຸດ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ກຳ​ລັງ​ແຮງ ແລະ ຈິດ​ໃຈ​ອຸ​ທິດ​ຂອງ​ຄົນຫວຽດາມທຸກ​ຄົນ, ສ້າງ​ແຫຼ່ງ​ພະ​ລັງ​​ພາຍ​ໃນ ແລະ ກຳ​ລັງ​ໜູນບຸກ​ທະ​ລຸ ​ເພື່ອ​ບັນລຸ​ຜົນ​ສຳ​ລັດຕາມ​ເປົ້າ​ໝາຍການ​ພັດ​ທະ​ນາ​ປະ​ເທດ​ເຖິງ​ປີ 2025, 2030, ວິ​ໄສ​ທັດ​ເຖິງ​ປີ 2045 ທີ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມໄດ້​ວາງ​ອອກ”.

ຂົນ​ຂວາຍ​ສຳ​ມະ​ນະ​ສັກ​ແລະສາ​ສະ​ນິ​ກະ​ຊົນ​ບັນ​ດາ​ສາ​ສະ​ໜາ​ ໃຫ້​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ສາ​ມັກ​ຄີ, ຕິດ​ພັນ, ໄປ​ພ້ອມ​ກັນ ແລະ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ກັບ​ສັງ​ຄົມ​ ບົນ​ຈິດ​ໃຈ​ດຳ​ລົງ ຊີ​ວິດທີ່​ດີ​ແລະ​ເປັນ​ສາ​ສະ​ໜາທີ່​ດີ; ຕັ້ງໜ້າ​ສະ​ໜັບ​ສະ​ໜູນ ແລະ ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ບັນ​ດາ​ການ​ຂົນ​ຂວາຍ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ ແລະ ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ ເປັນຜູ້​ປຸກ​ລະ​ດົມ, ກໍ່​ສ້າງ​ສາຍ​ພົວ​ພັນ​ສາ​ສະ​ໜາ - ຊີ​ວິດ​ທີ່​ສອດ​ຄ່ອງ​ປອງດອງ​ກັນ, ຮ່ວມ​ມື​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງທຸກ​ຂັ້ນ ແລະປະ​ຊາ​ຊົນທຸກ​ຄົນ ​ກໍ່​ສ້າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສາ​ສະ​ໜາ, ຄວາມ​ເຊື່ອ​ຖື ​ໃນ​ການ​ເຂົ້າ​ຮ່ວມ​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ, ການສຶກ​ສາ​, ການສອນ​ອາ​ຊີບ, ສະ​ຫວັດ​ດິ​ການ​ສັງ​ຄົມ, ຮັກ​ສາ​ສິ່ງ​ແວດ​ລ້ອມ, ການ​ທ່ອງ​ທ່ຽວທາງ​ຈິດ​ວິນ​ຍານຕໍ່​ສູ້​ກັບບັນດາ​ການ​ເຄື່ອນ​ໄຫວ​ຍຸ​ຍົງ​ໃຫ້​ເກີດຄວາມ​ຂັດ​ແຍ່ງ​ດ້ານ​ວັດ​ທະ​ນະ​ທຳຊາດ​ພັນ - ສາ​ສະ​ໜາ, ທຳ​ລາຍ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນທັງ​ຊາດ ແລະ ທຳລາຍຜົນ​ງານຂອງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ.

ພັກ​ແລະລັດຫວຽດ​ນາມ ໄດ້​ມີ​ແຜນ​ນະ​ໂຍ​ບາຍ​ຫັນ​ເປັນ​ສັງ​ຄົມ ຕໍ່​ກິດຈະກຳການ​ສຶກ​ສາ ການ​ແພດ ​ແລະ ການ​ກຸ​ສົນ​ເພື່ອ​ມະ​ນຸດ​ສະ​ທຳ. ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​ນານ, ໃນ​ນັ້ນ​ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ໜາ​ແມ່ນ​ແຫຼ່ງ​ພະ​ລັງທີ່​ມີສ່ວນຮ່ວມ​ໃນ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍສຳ​ຄັນນີ້. ຕາມນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການແລະທ້ອງ​ຖິ່ນ ​ບໍ່​ພຽງ​ແຕ່​ຜັນ​ຂະ​ຫຍາຍປະຕິບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະລັດ ​ໃຫ້​ມີ​ປະ​ສິດ​ທິ​ຜົນເທົ່າ​ນັ້ນ, ​ແຕ່​ຍັງ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ ແນະ​ນຳ ແລະ ຂົນ​ຂວາຍ​ ​ໃຫ້​ສາ​ສະ​ໜາຕ່າງໆ​ເຂົ້າ​ຮ່ວມ​​ໃນ​ກິດຈະກຳ​ຕາມ​ກຳ​ນົດຂອງ​ກົດ​ໝາຍ, ຕາມ​ຄວາມ​ສາ​ມາດ, ຕາມ​ກົດ​ບັດ ​ແລະ ກົດລະ​ບຽບ​​ຂອງ​ສາ​ສະ​ໜາ. ສົ່ງ​ເສີມ​ໃຫ້​ກຳລັງ​ໃຈ​ແລະຍ້ອງ​ຍໍ​ໃຫ້ລາງວັນ​ຢ່າງ​ທັນ​ການ ​ແກ່​ຕົວຢ່າງ​ທີ່​ເປັນ​ແບບ​ຢ່າງ ​ແລະ ວິ​ທີ່​ການ​ທີ່​ສ້າງສັນ ​ຂອງ​ບຸກ​ຄົນ​ແລະອົງ​ການທາງ​ສາ​ສະ​ໜາ ​ໃນ​​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ການ​ສ້າງ​ຊີ​ວິດ​ທາງວັດ​ທະ​ນະ​ທຳ​​ໃນເຂດ​ຊຸມ​ຊົນ, ການປ້ອງ​ກັນ​ແລະ​ຕໍ່ສູ້​ກັບ​ຄວາມ​ຊົ່ວ​ຮ້າຍ​ທາງ​ສັງ​ຄົມ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ສ້າງວິຖີ​ຊີວິດ​ທາງ​ວັດ​ທະ​ນະ​ທຳ​ແລະ​ອາລະຍະ​ທຳ​ຈາກ​ຮາກ​ຖານ.

ອາດຈະ​ເວົ້າ​ໄດ້​ວ່າ, ຄຸນ​ຄ່າ​ດ້ານ​ສິນ​ທຳ​ແລະ​​ວັດທະນະທຳ​ຂອງ​ສາ​ສະ​ໜາ​ນັ້ນ​ ກວ້າງ​ຂວາງ​ທີ່​ສຸດ ແລະ ສົ່ງ​ຜົນ​ກະທົບ​ຕໍ່​ຊີ​ວິ​ດ​ສັງຄົມ​ໃນ​ຫຼາຍ​ດ້ານ. ການ​ປຸກ​ຕື່ນ​ແຫຼ່ງ​ພະ​ລັງ ແລະ ເສີມ​ຂ​ະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ດັ່ງ​ກ່າວ​ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ປົກ​ປັກ​ຮັກ​ສາ​ຄວາມ​ເຊື່ອ​ໝັ້ນ, ກຳ​ນົດ​ທິດ​ເປົ້າ​ໝາຍ​ດຳ​ລົງ​ຊີ​ວິດ​ໃຫ້ຫຼາຍ​ຄົນເທົ່າ​ນັ້ນ, ແຕ່​ຍັງຊ່ວຍ​ເສີມ​ສ້າງ​ສິນ​ທຳ​ແລະວັດ​ທະ​ນະ​ທຳ​ຂອງ​ຊາດ​​ໃຫ້​ອຸດົມ​ສົມ​ບູນ​ຍິ່ງຂຶ້ນ./.

-----------------

(1) ກໍ່​ສ້າງ​ຫ້ອງກວດ​ສຸຂະພາບ​ການ​ກຸ​ສົນ​ 500 ຫ້ອງ, ສະຖານທີ່ປົກປ້ອງສັງຄົມ 800 ​ແຫ່ງ, ສະຖານທີ່ອາຊີວະສຶກສາ 12 ​ແຫ່ງ, ໂຮງ​ຮຽນ​ອະ​ນຸ​ບານ 280 ​ແຫ່ງ, ຫ້ອງ​ຮຽນ​ອະ​ນຸ​ບານ​ເອ​ກະ​ລາດ​ໂດຍ​ບຸກ​ຄົນ​ຜູ້ເຊື່ອ​ຖື​ສາ​ສະ​ໜາສ້າງ​ຕັ້ງ​ຂຶ້ນ 1.000 ຫ້ອງ, ຈຳ​ນວນ​ເດັດ​ນ້ອຍ​ໄປ​ໂຮງ​ຮຽນມີ​ 125.594 ຄົນ (10 ໂຮງ​ຮຽນກວມ​ເອົາ 3,7% ຂອງ​ທັງໝົດ ​ໄດ້ບັນລຸມາດ​ຕະ​ຖານສູງ​ກວ່າ​ລະດັບ​ຊາດ) - ແຫຼ່ງຂ່າວ: ຄະນະ​ຮັບຜິດຊອບ​ວຽກ​ງານສາສະໜາຂອງ​ລັດ​ຖະ​ບານ.

(2) ຮັກ​ສາ​ການເຄື່ອນ​ໄຫ​ວ​ຂອງ​ບັນ​ດາ​ຕົວ​ແບບ, ເຊັ່ນ “ATM ເຂົ້າ”, “​ເຮືອນ​ຄົວ​ແຫ່ງຄວາມຮັກ”, “ຮ້ານ​ຂາຍ​ເຄື່ອງ 0 ດົ່ງ”; ສະ​ໜອງ​ອາ​ຫານ, ສະ​ບຽງ​ອາ​ຫານ, ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ໃນ​ຊີ​ວິດ​ປະ​ຈຳ​ວັນ ຫຼາຍ​ພັນ​ໂຕນ ແລະ ອາຫານ​ຟຣີຫຼາຍ​ແສນ​ຄາບ​ໃຫ້​ແກ່​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜູ້​ຢູ່​ໃນບໍລິ​ເວນກັດ​ກັນ ​ໃນ​ເຂດ​ເວັ້ນ​ໄລຍະ​ຫ່າງ ​ໂດຍບໍ່ຈຳແນກຜູ້​ຖື​ສາສະໜາ​ ຫຼື​ບໍ່​ຖື​ສາສະໜາ ດ້ວຍ​ຈຳນວນ​ເງິນ​​ຫຼາຍ​ພັນຕື້​ດົ່ງ; ປະກອບ​ສ່ວນ​ແລະ​ໜູນຊ່ວຍ “ກອງ​ທຶນ​ວັກ​ແຊນ​ປ້ອງ​ກັນ​ພະ​ນາດໂຄວິດ-19” ດ້ວຍ​ຈຳ​ນວນ​ເງິນກວ່າ 20 ​ຕື້​ດົ່ງ; ​ອາ​ສາ​ສະ​ໝັກກວ່າ 3.000 ຄົນ​ຈາກ​ສາ​ສະ​ໜາ​ຕ່າງໆ​​ໄດ້​ລົງ​ນາມ​ເຂົ້າ​ຮ່ວມ​ແນວ​ໜ້າ​ຕໍ່ສູ້​ກັບ​ໂລກລະບາດ; ຊ່ວຍ​ເຫຼືອ​ຊາວຫວຽດ​ນາມ ແລະ ພະສົງ​ສາມະ​ເນນ​ໃນກຳປູເຈຍ 500 ລ້ານດົ່ງ, ຊ່ວຍ​ເຫຼືອ​ຊາວ​ຫວຽດ​ນາມ ແລະ ພະ​ອົງ​ສາມະ​ເນນ​ໃນ​ລາວ 500 ລ້ານ​ດົ່ງ; ບໍລິຈາກ​ເຄື່ອງຊ່ວຍ​ຫາຍ​ໃຈ 133 ​ເຄື່ອງ ​ແລະ​ເຄື່ອງກຳ​ເນີ​ດ​ອົກຊີ​​ເຈ​ນ 50 ​ເຄື່ອງ ມີ​ມູນ​ຄ່າ​ເກືອບ 14 ຕື້​ດົ່ງ ເພື່ອສະໜັບສະໜູນ​ລັດ​ທະ​ບານ​ແລະ​ປະຊາຊົນອິນ​ເດຍ; ບໍລິຈາກ​ຊຸດ​ກວດໂຄວິດ-19 ຈຳ​ນວນ 2.000 ຊຸດ ໃຫ້ກັບ​ລັດ​ຖະ​ບານ​ແລະ​ປະຊາຊົນເນ​ປານ ​ມູນ​ຄ່າ​ 600 ລ້ານ​ດົ່ງ. ຄະ​ນະກຳມະການ Caritas - ອັກຄະຣະສັງຄະ​ມົນທົນ ​ນະ​ຄອນ​ໂຮ່​ຈິ​ມິນ ​ມີ​ຈົດ​ໝາຍ​ເປີດ​ຜະ​ນຶກ​ເຖິງນັກບວດ​ແລະຊາວ​ກາ​ໂຕ​ລິກ ຂົນ​ຂວາຍບໍລິຈາກຜ້າ​ອັດ​ປາກອະນາ​ໄມ​ຈຳ​ນວນ 4.000.000 ອັນ​ໃຫ້​ແກ່​ສຳນັກ​ມຸກ​ຄະນາ​ຍົກ​ເມືອງພະ​ນົມ​ເປັນ (ກຳ​ປູ​ເຈຍ) - ແຫຼ່ງຂ່າວ: ຄະນະ​ຮັບຜິດຊອບ​ວຽກ​ງານສາສະໜາຂອງ​ລັດ​ຖະ​ບານ.

(3) ເອ​ກະ​ສານກອງ​ປະ​ຊຸມ​ຄັ້ງ​ທີ 5 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ 8, ສພຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1998, ໜ້າ 67.

(4) ເອ​ກະ​ສານກອງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ 9, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2003, ໜ້າ 49.

(5) ເອ​ກະ​ສານກອງ​ປະ​ຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດພັກ​ກອມ​ມູ​ນິດຫວຽດ​ນາມ ​ຄັ້ງ​ທີ 12,  ຫ້ອງ​ການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 128.

(6) ເອ​ກະ​ສານກອງ​ປະ​ຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດພັກ​ກອມ​ມູ​ນິດຫວຽດ​ນາມ ​ຄັ້ງ​ທີ 13,  ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1,  ໜ້າ 171.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 991 (​ເດືອນມິຖຸນາ 2022)