ຄຸນຄ່າ​ວັດທະນະທຳ​ຫວຽດນາມ ​ເບິ່ງ​ຈາກ​ແງ່​ດ້ານ
​ຂອງບັນດາ​ຄຸ​ນຄ່າລະດັບ​ຊາດ, ພາກ​ພື້ນ, ​ເຂດ ​ແລະ ​ຊົນ​ເຜົ່າ

ໂດຍ ຮສ, ປອ ບຸ່ຍ ຮວ່າຍເຊີນ
ກຳມະການປະຈຳ ຄະນະກຳມະການວັດທະນະທຳແລະການສຶກສາ ຂອງສະພາແຫ່ງຊາດ
13:30, 25-11-2022
ວກ. - ຄຸນຄ່າ​ວັດທະນະທຳ​ແມ່ນຮູບແບບໜຶ່ງຂອງຊີວິດທາງຈິດວິນຍານ, ​ເຊິ່ງສະທ້ອນແລະຕົກ​ຜະລຶກໃນຊີວິດທາງວັດທະນະທໍາຂອງຜູ້ຄົນ, ຊ່ວຍ​ຄວບ​ຄຸມ​ພຶກ​ຕິ​ກຳ ແລະ ທິດ​ທາງການພັດທະນາໄປສູ່ຄວາມຈິງ - ຄວາມດີ - ຄວາມງາມ, ປະກອບສ່ວນ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ ຂອງ​ຊາດ-ປະ​ເທດ​ຊາດ ​​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໂອ້ລົມກັບປະຊາຊົນຢູ່ທີ່ ບູຮານສະຖານ - ວັດທະນະທຳ ເດ່ນໂດ (ຄຸ້ມ ດິ່ງບ໋າງ, ນະຄອນ ຕື່ເຊີນ, ແຂວງ ບັກນິງ) _ພາບ: TTXVN

ຄຸນຄ່າແມ່ນລະບົບການປະເມີນອັດຕະວິ​ໄສຂອງຜູ້ຄົນກ່ຽວກັບທໍາມະຊາດ, ສັງຄົມ ​ແລະ ຈິນຕະນາການ ໃນທິດທາງຂອງສິ່ງທີ່ຕ້ອງການ, ດີ, ແມ່ນດີ, ແມ່ນງາມ; ​ເວົ້າ​ອີກ​ຢ່າງ​ໜຶ່ງ, ນັ້ນເປັນສິ່ງທີ່ຜູ້ຄົນຄິດວ່າເປັນຄວາມຈິງ, ຄວາມດີ, ຄວາມງາມ. ດັ່ງ​ນັ້ນ, ຄຸນຄ່າ​ວັດທະນະທຳ​​ແມ່ນ​ຮູບ​ການ​ໜຶ່ງ​ຂອງ​ຄຸນຄ່າ​ສັງຄົມ, ຕິດພັນຢ່າງໃກ້ຊິດກັບການເຄື່ອນ​ໄຫວ​ຂອງມະນຸດ, ການດຳລົງ​ຄົງຢູ່ ແລະ ການພັດທະນາຂອງແຕ່ລະສັງຄົມ.

ຄຸນຄ່າວັດທະນະທຳ​ (cultural value) ຖືກ​ສ້າງ​ຂຶ້ນ​ໂດຍ​ຄົນ​ໃນ​ສັງຄົມ​ໜຶ່ງໆ ​ໃນ​ຂະ​ບວນການ​ປະຫວັດສາດ, ​ແຕ່​ເມື່ອ​ລະບົບ​ຄຸນຄ່າ​ວັດທະນະທຳ​ໄດ້​ຮັບ​ການ​ສ້າງຂຶ້ນ​ແລ້ວ, ມັນ​ຈະ​ມີ ​ບົດບາດ​​ໃນ​ການ​ກຳນົດ​ທິດ​ທາງ ​ໃຫ້​ແກ່​ເປົ້າໝາຍ, ​ແບບວິທີ ​ແລະ ພຶດຕະກຳ ການ​ກະທຳ​ຂອງ​ມະນຸດ ​ໃນ​ສັງຄົມ​ເຫຼົ່າ​ນີ້. ມັນ​ຍັງ​ເປັນ​ທຶນ​ສັງຄົມ​ປະພດໜຶ່ງ (social capital)(1). ​ເວລາ​ນັ້ນ, ຄຸນຄ່າເຊື່ອມ​ໂຍງ​ຜູ້ຄົນເຂົ້າດ້ວຍກັນຜ່ານການ​ແບ່ງປັນ​ຄຸນຄ່າຮ່ວມ​ກັນ, ສ້າງ​ຄວາມ​ສາມັກຄີ ​ແລະ ກຳລັງ​ແຮງ; ພ້ອມ​ກັນ​ນັ້ນ, ສາມາດ​ສ້າງສັນ​ຍາ​ລັກ​ທີ່​ສະ​ແດງ​ເຖິງ​ຄຸນຄ່າ​ເຫຼົ່າ​ນັ້ນ​ໄດ້.

ຄຸນຄ່າວັດທະນະທຳ​ຂອງ​ແຕ່​ລະ​ຊຸມ​ຊົນ (ຊົນ​ເຜົ່າ, ປະ​ເທດ​ຊາດ...) ​ເວລາ​ໃດກໍ​ປະກອບ​ເປັນ​ລະບົບ, ດ້ວຍ​ຄວາມ​ໝາຍ​ທີ່​ວ່າ ຄຸນຄ່າ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ​ແລະ​ຄົງ​ຕົວ​ໃນ​ສາຍ​ພົວພັນ ​ແລະ ປະຕິສໍາພັນທາງອິນຊີ​ເຊິ່ງກັນແລະກັນ; ຄຸນຄ່າ​ນີ້​ສໍາພັນ​ແລະຊ່ວຍ​ເສີມກັບ​ຄຸນຄ່າ​ອື່ນ. ລະບົບ​ຄຸນຄ່າ (value system) ຫຼືຕາຕະລາງຄຸນຄ່າ​ວັດທະນະທໍາ ຂອງ​ແຕ່​ລະ​ຊຸມ​ຊົນ ມັກຈະໝາຍເຖິງສອງຄວາມໝາຍ: ໜຶ່ງຄື, ບັນດາ​ຄຸນ​ຄ່າ​ຕ່າງຫາກ​ເຊື່ອມ​ຕໍ່​ກັນ​ເພື່ອ​ປະ​ກອບ​ເປັນ​ລະ​ບົບ​​ຄຸນ​ຄ່າ; ສອງ​ຄື, ມີການຈັດລຽງກ່ອນ, ເນັ້ນທີ່ຄວາມສຳຄັນ​ຂອງ​ແຕ່ລະ​ປັດ​ໄຈຄຸນຄ່າ ໃນຕາຕະລາງຂອງຄຸນຄ່າ. ຕົວຢ່າງ​ເຊັ່ນ, ສຳລັບ​ຄົນ​ຫວຽດນາມ ລັດທິ​ຮັກ​ຊາດ ​ແມ່ນປັດ​ໄຈ​ອັນ​ດັບ​ໜຶ່ງ​​ໃນ​ຕາຕະລາງ (ລະບົບ) ຄຸນຄ່າ​​ແຫ່ງຊາດ,​ແຕ່ສຳລັບຄົນ​ອາ​ເມ​ລິ​ກາ, ຝຣັ່ງ, ​ເຢຍລະ​ມັນ, ຍີ່ປຸ່ນ ຫຼືບາງຊາດອື່ນ ຄວາມຮັກຊາດ​ອາດ​ຈະ​ຖືກ​ຈັດ​ອັນ​ດັບ​ໃນ​ຕຳ​ແໜ່​ງອື່ນ... ຕາມ​ທຳມະ​ດາ, ຊົນ​ຊາດຈຳນວນ​ຫຼາຍມັກ​ຈະ​ມີຄ່າ​ນິຍົມ​ດຽວ​ກັນ​ເຊັ່ນ: ຄວາມ​ຮັກ​ຊາດ, ຄວາມ​ດຸ​ໝັ່ນ, ລັກສະນະ​ຊຸມ​ຊົນ..., ​ແຕ່​ວ່າ, ​ໃນ​ແຕ່​ລະ​ຊົນ​ຊາດ ການຈັດອັນດັບບຸລິມະສິດຂອງແຕ່ລະຄຸນຄ່າ ໃນຕາຕະລາງຄຸນຄ່າ ອາດ​ຈະ​ແຕກຕ່າງກັນ, ຂຶ້ນ​ຢູ່​ກັບ​ເງື່ອນ​ໄຂ ແລະ ສະຖານະການສະເພາະ.

ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ ຂອງ​ສະຫະ​ປະຊາ​ຊາດ (UNESCO) ໄດ້ໃຫ້ຄໍານິຍາມກ່ຽວ​ກັບວັດທະນະທໍາວ່າ: “ວັດທະນະທຳສະທ້ອນ​​ແລະສະ​ແດງອອກໂດຍທົ່ວໄປ​ຢ່າງ​ຊັດ​ເຈນທຸກ​ດ້ານ​ຂອງ​ຊີ​ວິດ (ຂອງ​ບຸກ​ຄົນ​ ແລະ ​ຊຸມ​ຊົນ​) ທີ່​ໄດ້​ເກີດ​ຂຶ້ນ​ໃນ​ອະ​ດີດ​ ກໍ່​ຄື​ກຳລັງ​ເກີດ​ຂຶ້ນ​ໃນ​ປະ​ຈຸ​ບັນ ​​ໃນຫຼາຍ​ສະຕະ​ວັດທີ່​ຜ່ານ​ມາ​, ມັນ​ໄດ້​ປະ​ກອບ​ເປັນ​ລະ​ບົບ​ຄຸນ​ຄ່າ​, ປະ​ເພ​ນີ​, ສຸນທະລີ​ຍະ​ພາບ ​ແລະ ​ວິ​ຖີ​ຊີ​ວິດ​ ​ເຊິ່ງອີງ​ໃສ່ນັ້ນ​ແຕ່ລະ​ປະ​ເທດ​ຢືນຢັນ​ເອກະລັກ​ຂອງ​ຕົນ​ເອງ”(2).

ຈາກຄໍານິຍາມຂ້າງເທິງ ສາມາດເຫັນໄດ້ວ່າ, ປັດ​ໄຈຫຼັກ​ຂອງວັດທະນະທຳ​​ແມ່ນ​ລະບົບ​ຄຸນຄ່າ. ຫຼື​ຈະ​ເວົ້າ​ແບບ​ທົ່ວ​ໄປ​ນັ້ນ ວັດທະນະທໍາແມ່ນລະບົບຄຸນຄ່າຕົ້ນຕໍ​ຂອງ​ສັງຄົມ​ໜຶ່ງ. ລະບົບ​ຄຸນຄ່າ​ຫັນປ່ຽນ​ເປັນມາດຕະຖານສັງຄົມ, ຈາກ​ນັ້ນກຳນົດທິດ​ທາງ​ການ​ເລືອກ​ໃນ​ການ​ກະທຳ​ຂອງ​ແຕ່​ລະບຸ​ກຄົນ ​ແລະ​ຊຸມ​ຊົນ. ລະບົບມຄຸນຄ່າມີສະຖຽນລະພາບທີ່​ດີ ​ແລະ​ມີ​ຄວາມຍືນຍົງທຽບ​ຖານ ແລະ ມີພະລັງ​ມະຫາສານ​ຕໍ່ຊຸມຊົນ. ​ໃນ​ຄວາມ​ກ້າວໜ້າ​ແລະ​ການ​ພັດທະນາ​ຂອງ​ສັງຄົມ, ຄຸນຄ່າເຫຼົ່ານີ້ມັກຈະບໍ່ຫາຍໄປ ແຕ່ກັບກາຍ​ເປັນ​ຄຸນຄ່າ​ໃນ​ຍຸກ​ຫຼັງ ຕາມກົດ​ເກນ​ແຫ່ງ​ການ​ສືດ​ທອດ​ ແລະ ການສ້າງຄືນ​ໃໝ່. ຢ່າງ​ໃດ​ກໍ​ຕາມ, ວິ​ກິດ​ການ​ຄຸນຄ່າ​ຈະ​ເກີດ​ຂຶ້ນ​ ເມື່ອ​ຄຸນຄ່າ​ເກົ່າຍັງ​ບໍ່​ທັນ​ສູນ​ຫາຍ​ໄປຢ່າງ​ສິ້ນ​ເຊິ​ງ, ຄຸນຄ່າ​ໃໝ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ວິ​ກິດ​ການ​ຄຸນຄ່າ​ພາ​ໃຫ້​ເກີດ​ວິ​ກິດ​ການ​ອື່ນ​ໃນ​ສັງຄົມ​ເຊັ່ນ: ວິ​ກິດ​ການ​ເສດຖະກິດ, ການ​ສຶກສາ,... ​ໃນ​ຄອບຄົວ ​ແລະ ສາຍ​ພົວພັນ​ອື່ນອີກ​. 

ຄຸນຄ່າວັດທະນະທຳ​​ເຄີຍ​ຊຶມ​ເລິກ​ເຂົ້າ​ໃນ​ຄວາມ​ຮັບ​ຮູ້​ແລະ​ແນວ​ຄິດ​ຂອງ​ຜູ້​ຄົນ, ຊຸມ​ຊົນ​ ດັ່ງ​ນັ້ນ​ ມັນມີລັກສະນະ​ແນະນໍາພຶດຕິກໍາຂອງມະນຸດ. ດັ່ງ​ນັ້ນ, ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່​ຕັ້ງ​ແລະ​ພັດທະນາ, ​ແຕ່ລະ​ປະ​ເທດ, ພາກ​ພື້ນ, ​ເຂດ ​ແລະ ​ແຕ່​ລະ​ຊົນ​ເຜົ່າ ລ້ວນ​ແຕ່​ເກີດ​ມີ​ບັນດາ​ຄຸນຄ່າວັດທະນະທຳ ​ເພື່ອ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນການຮັບ​ຮູ້ ແລະ ການວາງທິດທາງພຶດຕິກຳ ສຳລັບແຕ່ລະບຸກຄົນ ແລະ ຊຸມຊົນທັງໝົດ. ຄຸນຄ່າ​ວັດທະນະທຳ​ກໍ​ມີ​ລັກສະນະ​ທຽບ​ຖານ. ດັ່ງ​ນັ້ນ, ​ເມື່ອ​ປະ​ເມີນ​ຄຸນຄ່າວັດທະນະທຳ​ຂອງ​ສິ່ງ​ການ ຫຼື ຂອງປະກົດ​ການ​ໜຶ່ງ ​ແມ່ນຈໍາ​ເປັນ​ຕ້ອງ​ໄດ້​ຕັ້ງ​ຢູ່ໃນພິກັດ​ຂອງ​ພື້ນ​ທີ່ ເວ​ລາ ​ແລະ ອັດຕະພາບ​ວັດ​ທະ​ນະ​ທໍາ​. ຖ້າ​ຫາກ​ບໍ່​ຄຳນຶງ​ເຖິງ​ປັດ​ໄຈ​ເຫຼົ່າ​ນີ້, ​ແມ່ນ​ຍາກ​ຫຼາຍ​ທີ່​ຈະ​ວັດ​ແທກ ​ແລະ ປະ​ເມີນ​ລັກສະນະ​ຄຸນຄ່າ ຫຼື ຕ້ານ​ຄຸນຄ່າ ຂອງ​ບັນດາ​ປະກົດ​ການ​ທີ່​ປະກົດຂຶ້ນ​ໃນ​ຂະ​ບວນການ​ກໍ່ຕັ້ງ ​ແລະ ພັດທະນາ​ວັດທະນະທຳ​ ຂອງ​ແຕ່ລະ​ປະ​ເທດ, ພາກ​ພື້ນ, ​ເຂດ ​ຫຼື ​ຊົນ​ເຜົ່າທີ່​ແນ່ນອນ. ຕົວຢ່າງ​ເຊັ່ນ “ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ກະສັດ” ​ແມ່ນ​ຄຸນຄ່າ​ໜຶ່ງ​ຂອງວັດທະນະທຳຫວຽດນາມ​ໃນ​ສະ​ໄໝ​ສັກດິນາ, ​ແຕ່​ມັນ​ບໍ່​ແມ່ນ​ຄຸນຄ່າ​ໃນ​ສັງຄົມ​ຫວຽດນາມ​ສະ​ໄໝ​ປະຈຸ​ບັນ ​ເມື່ອ​ປະ​ເທດ​ຫວຽດນາມ​ບໍ່​ມີ​ລະບອບ​ລາຊາ​ທິປະ​ໄຕ​ອີກ. ຄຸນຄ່າ​ຄວາມ​ຮັກ​ຊາດ​ສະ​ແດງ​ອອກ​ຕ່າງ​ກັນ​ໃນ​ບັນດາ​ກຸ່ມ​ສັງຄົມ​ທີ່​ຕ່າງ​ກັນ, ​ໃນ​ບັນດາ​ໄລຍະ​ປະຫວັດສາດ​ທີ່​ຕ່າງ​ກັນ. ໝູ່​ບ້ານ​ຫວຽດ​ໃນ​ພາກ​ກາງ​ມີ​ຫຼາຍ​ຈຸດ​ຄ້າຍ​ຄື​ກັບ​ໝູ່​ບ້ານ​ຫວຽດ​ຢູ່​ພາກ​ເໜືອ ​ແຕ່​ກໍ່​ມີ​ຄວາມ​ແຕກ​ຕ່າງກັນ​ຫຼາຍ ​ໃນ​ດ້ານ​ປະ​ເພດ​ຂອງ​ປະຊາກອນ​ໃນ​ກະ​ຈຸກ, ໝູ່​ບ້ານນ້ອຍໆ ​ແລະ ການ​ປັບ​ຕົວ​ເຂົ້າ​ກັບພື້ນ​ທີ່​ຊາຍຝັ່ງ​ທະ​ເລ​ຂະໜາດ​ນ້ອຍ ​ແລະ ແຄບ(3). ຍັງບໍ່ໄດ້ກ່າວເຖິງການເຂົ້າເຖິງຈາກບຸກຄົນ, ສິ່ງ​ທີ່​ມີ​ຄວາມ​ໝາຍ​ແລະ​ມີ​ຄຸນ​ຄ່າ​ສຳລັບ​ຄົນ​ໜຶ່ງ​ ອາດຈະ​ບໍ່​ມີ​ຄວາມ​ໝາຍ​ຫຼື​ມີ​ຄຸນຄ່າສຳລັບ​ຄົນ​ອື່ນ. ແຕ່ລະຄົນເອງ, ໃນບາງເວລາແລະສະພາບການ, ຍັງຈັດລໍາດັບຄວາມສໍາຄັນຂອງຄຸນຄ່າໜຶ່ງ ຫຼືອີກ​ຄຸນຄ່າ​ໜຶ່ງ.       

ໃນ​ສະ​ພາບ​ການ​ປະ​ຫວັດ​ສາດ​ແລະ​ສັງ​ຄົມ​ສະ​ເພາະ, ແຕ່​ລະ​ຊົນ​ຊາດ​ມີ​ລະ​ບົບ​ຄຸນ​ຄ່າ​ທົ່ວ​ໄປ​ ແລະ​ບັນດາ​ລະ​ບົບ​ຄຸນ​ຄ່າ​ພາກສ່ວນ. ລະ​ບົບ​ຄຸນ​ຄ່າ​ທົ່ວ​ໄປ​ ປະກອບມີຄຸນຄ່າ​ລວມທີ່​ສຸດ, ມີ​ລັກສະນ​ແຜ່​ຫຼາຍທົ່ວໄປ, ມີບົດບາດຊີ້ນໍາແນວຄວາມຄິດ ແລະ ການກະທໍາຂອງ​ຊຸມ​ຊົນທັງຫມົດ. ຕົວຢ່າງ, ສາ​ດສະ​ດາ​ຈານ ​ເຈິ່ນ ວັນ​ເຢົ່າ ໄດ້​ກ່າວ​ເຖິງ 7 ຄຸນຄ່າ​ທົ່ວ​ໄປທີ່​ສຸດ ​ຂອງ​ຊາດ​ຫວຽດນາມ, ນັ້ນ​ແມ່ນ: ຮັກ​ຊາດ, ດຸໝັ່ນ, ກ້າຫານ, ມີ​ຫົວຄິດ​ປະດິດ​ສ້າງ, ມັກມອງ​​ໃນແງ່ດີ, ມີຄວາມເມດຕາ​ເຫັນ​ອົດ​ເຫັນ​ໃຈ, ​ເພື່ອ​ຄວາມ​ເປັນ​ທຳ(4). ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 8​ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຄຸນ​ສົມບັດ​ທີ່​ໂດດ​ເດັ່ນ ​ຂອງ​ເອກະລັກ​ວັດທະນະທຳ​​ຫວຽດນາມ ​ເຊິ່ງສາມາດ​ເຂົ້າ​ໃຈ​ໄດ້​ວ່າ​ເປັນຄຸນຄ່າ​ຂອງ​ຊາວ​ຫວຽດນາມ: ຄວາມຮັກ​ຊາດ​ອັນ​ດູດ​ດື່ມ, ເຈດຈຳນົງ​ເພິ່​ງຕົນ​ເອງສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຄວາມ​ສາມັກຄີ, ຈິດ​ສຳນຶກ​ຊຸມ​ຊົນທີ່​ເຊື່ອມ​ຕໍ່​ບຸກ​ຄົນ-ຄອບ​ຄົວ-ໝູ່ບ້ານ-ປະ​ເທດ​ຊາດ​, ຄວາມ​ອະນຸ​ໂລ​ມຜ່ອນຜັນ​, ນັບຖື​ສິນ​ລະ​ທໍາ​, ຄວາມຂະຫຍັນ​ສ້າງສັນ​ໃນ​ວຽກ​ງານ, ຄວາມລະອຽດອ່ອນໃນການປະພຶດ, ຄວາມລຽບງ່າຍໃນວິຖີຊີວິດ. ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11​ ກໍ່​ໄດ້​ເນັ້ນ​ວ່າ, ​ໃນ​ການ​ສ້າງວັດທະນະທຳ​, ຈຸດ​ໜັກ​ແມ່ນ​ເອົາ​ໃຈ​ໃສ່​ການ​ສ້າງ​ຜູ້​ຄົນ​ໃຫ້​ມີບຸກຄະ​ລິກກະພາບ​ທີ່​ດີ ​ແລະ ວິຖີ​ຊີວິດ​ທີ່​ງາມ, ດ້ວຍ​ບັນດາ​ລັກ​ສະ​ນະ​ພື້ນ​ຖານ​ດັ່ງ​ຕໍ່​ໄປ​ນີ້​: ຮັກສາ, ຄວາມ​ເມດ​ຕາ, ​ເຄົາລົບຄວາມ​ເປັນທຳ, ຄວາມ​ຊື່ສັດ, ຄວາມ​ສາມັກຄີ, ຄວາມ​ດຸ​ໝັ່ນ, ຄວາມ​ຄິດ​ປະດິດ​ສ້າງ. ​ໃນ​ບັນດາ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ບາງ​ຄົນ​ໄດ້​ນຳ​ສະ​ເໜີລະບົບ​ຄຸນຄ່າ​ລວມຂອງ​ອາຊີ: ມັກ​ຮຽນຮູ້, ​ເຕົ້າ​ໂຮມຊຸມ​ຊົນ, ຄວາມດຸ​ໝັ່ນ, ​ເລືອດ​ເນື້ອ​ເຊື້ອສາຍ (5). ຄຽງ​ຄູ່​​ກັບ​ບັນດາ​ຄຸນຄ່າ​ທົ່ວ​ໄປ​ນັ້ນ, ​ໃນ​ແຕ່ລະ​ຂົງ​ເຂດ​ຂອງ​ຊີວິດ, ການ​ເຄື່ອນ​ໄຫວ​ຂອງມະນຸດ​ແລະ​ແຕ່​ລະ​ກຸ່ມສັງຄົມ, ປະຊາຊົນ​ໄດ້​ລວມຜົນ​ຖອດຄຸນຄ່າ ​ເຊິ່ງມີບົດບາດກຳນົດທິດທາງ ໃນແຕ່ລະ​ຂົງ​ເຂດ​ຕ່າງຫາກ. ຍົກ​ຕົວຢ່າງ, ສະຫະພັນ​ແມ່ຍິງ​ຫວຽດນາມພວມ​ເລືອກຄຸນ​ສົມບັດ 4 ປະການ ​ເຊິ່ງ​ເປັນ 4 ຄຸນຄ່າ​ຂອງ​ແມ່ຍິງ​ຫວຽດນາມ​ຍຸກ​​ໃໝ່​ຄື: ໝັ້ນໃຈ, ເຄົາລົບຕົນເອງ, ຊື່ສັດ, ຮັບ​ພາລະ​ກ້າ​ກັ່ນ.   

ຈາກ​ວິ​ທີ​​ເຂົ້າ​ເຖິງທາງ​ດ້ານ​ລັດ, ຄຸນຄ່າວັດທະນະທຳ​ປະກອບ​ສ່ວນສ້າງ​ເອກະລັກ​ວັດທະນະທຳ​ຂອງ​ຊາດ ​ເຊິ່ງ​ເປັນ​ອົງ​ປະກອບ​ທີ່​ປະກອບ​ເປັນຄວາມ​ກ້າຫານ​ຂອງ​ຊາດ. ອາ​ໄສ​ສິ່ງ​ດັ່ງກ່າວ, ຄຸນຄ່າວັດທະນະທຳ​​ແຫ່ງ​ຊາດ​ສ້າງ​ເປັນ​ກຳລັງ​ແຮງ​ຂອງ​ປະ​ເທດ. ຂະ​ບວນ​ການ​ສ້າງ​ປະ​ເທດ​ຊາດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດກໍ່​ແມ່ນ​ຂະ​ບວນການ​ຫຼອມ​ລວມຕົກ​ຜະ​ລຶດ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ດັ່ງທີ່ໄດ້ກ່າວໄວ້ຂ້າງເທິງ, ສຈ ​ເຈິ່ນວັດ​ເຢົ່າ ​ໄດ້​ນຳສະ​ເໜີ 7 ຄຸນຄ່າ​ທົ່ວ​ໄປ​ຂອງ​ຊາດ​ຫວຽດນາມ ​ແລະ ສຈ ຫງວຽນຮົ່ງຟ​ອງ ກໍ​ໃຫ້​ທັດສະນະ​ວ່າ ນ້ຳ​ໃນ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ​ແມ່ນ​ຄຸນຄ່າ​ພື້ນຖານ​ທີ່​ສຸດ(6), ຄຽງ​ຂ້າງ​ນັ້ນ ຍັງ​ມີ​ບັນດາ​ຄຸນຄ່າ​ອື່ນ​ເຊັ່ນ: ຄວາມ​ເມດ​ຕາ, ຄວາມ​ຜູກ​ພັນ​ໃນ​ຊຸມ​ຊົນ, ການ​ເຄົາລົບ​ຄຸນ​ທຳ, ຄວາມ​ຮູ້ ແລະ ຄວາມ​ຮັກ​ໃນ​ຄວາມ​ງາມ. ຢ່າງ​ໃດ​ກໍ​ຕາມ, ສຈ ຫງວຽນຮົ່ງຟ​ອງ ກໍ​ໄດ້​ຮັບ​ຮູ້​​ຄຸນຄ່າ​ໃໝ່ທີ່​ເກີດ​ຂຶ້ນ​ ແລະ​ນັບ​ມື້​ນັບ​ຈະ​ແຈ້ງ ​ໃນ​ສັງຄົມ​ຫວຽດນາມ, ນັ້ນ​ແມ່ນ​ຄວາມ​ຍຸຕິ​ທຳ, ສະ​ເໝິພາບ​ທາງ​ສັງຄົມ, ບົດບາດ​ຂອງ​ບຸກຄົນ ​ແລະ​ຄວາມສໍາເລັດ. ນີ້​ແມ່ນ​ຄຸນຄ່າ​ທີ່ໃໝ່ອ່ຽມສຳລັບສັງຄົມ​ສັກດິນາ​ຫວຽດນາມກ່ອນ​ໜ້າ​ນີ້. ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 8 ​ແລະ ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11​ ຂອງ​ພັກ ກໍ​ໄດ້​ລະບຸ​ບັນດາ​ຄຸນ​ລັກສະນະທີ່​ສະ​ແດງ​ເຖິງ​ຄຸນຄ່າວັດທະນະທຳ​ຂອງ​ປະ​ເທດ.

ໃນຄວາມເປັນຈິງ, ດົນ​ນານ​ມາ​ແລ້ວ, ປະເທດຕ່າງໆ ​ໄດ້​ສ້າງ​ລະບົບ​ຄຸນຄ່າ​ວັດທະນະທຳຂອງຕົນເອງ. ຍົກ​ຕົວຢ່າງ, ສະ​ໄໝ​ສັກດິນາ, ຈີນ​ໄດ້​ສ້າງ​ລະບົບຄຸນຄ່າ​ວັດທະທຳ ​ອີງ​ຕາມ​ຄວາມ​ປາຖະໜາ​ຂອງ​ຄົນ​ທັງ​ປວງ​ທີ່​ຢາກ​ໄດ້​ຮັບ​ພອນ 5 ປະການ ​ (ຄວາມສຸກ, ໂຊກ​ລາບ, ອາຍຸ​ຍືນ, ​ແຂ​ແຮງ, ຢູ່​ເຢັນ), ຫຼືອີງ​ຕາມ​ຄຸນ​ສົມບັດຂອງ​ມະນຸດ​ຄື: ຄວາມ​ເມດ​ຕາ, ຄວາມ​ສຸພາບມາລະຍາດ, ຄວາມ​ຊອບ​ທຳ, ​ປັນຍາ, ຄວາມສັດທາ. ​ໃນ​​ວັດທະນະທຳ​ ​ເກຣັກ-​ໂຣມັນ​ບູຮານ ມີລະບົບ​ຄຸນຄ່າ​ຂອງຄວາມ​ຈິ​ງ, ຄວາມ​ດີ, ຄວາມ​ງາມ. ພິ​ເສດ, ໃນ​ໄລຍະ​ທີ່​ສັບສົນ​ຂອງ​ປະຫວັດສາດ, ປະ​ເທດ​ຕ່າງໆ​ຢາກ​ສ້າງ​ລະບົບ​ຄຸນຄ່າ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ກໍ່ສ້າງ​ປະ​ເທດ​ຊາດ. ການ​ປະຕິວັດ​ຊົນ​ຊັ້ນນາຍທຶນ​ຝຣັ່ງ (ປີ 1789) ໄດ້​ສົ່ງ​ເສີມ​ຄຸນ​ຄ່າ​ຂອງ​ເສລີ​ພາບ​, ຄວາມສະ​ເໝີ​ພາບ ​ແລະ ຄວາມ​ເມດ​ຕາ. ຊາວ​ອາ​ເມ​ລິ​ກາ​ເຊີດ​ຊູ​ປັດ​ໄຈ​ຕ່າງໆ​ເຊັ່ນ: ຄວາມສໍາເລັດ, ຄວາມເໝາະສົມ​ກັບສະພາບແວດລ້ອມ, ປະຊາທິປະໄຕ, ການ​ເຄື່ອນ​ໄຫວແລະການ​ງານ, ມຸ່ງ​ສູ່ຈະລິ​ຍະ​ທຳ, ມະນຸດສະທຳ, ປະສິດທິພາບ ​ແລະ​ການ​ປະຕິບັດ​ຈິງ, ຄວາມກ້າວໜ້າ, ຄວາມ​ສະດວກ​ສະບາຍທາງດ້ານວັດຖຸ, ຄວາມສະເໝີພາບ, ເສລີພາບ, ວິທະຍາສາດ​ແລະ​ເຫດຜົນ​ທາງ​ໂລກ, ຈິດໃຈແຫ່ງຊາດແລະຄວາມຮັກຊາດ, ບຸກຄະລິກກະພາບສ່ວນ​ບຸກຄົນ, ບັນດາຫົວຂໍ້​ກ່ຽວ​ກັບ​ອະພິທຳມະ​ຊາດ...(7). ​ແມ່ນ​ບັນດາ​ຄຸນຄ່າ​ເຫຼົ່າ​ນີ້​ເອງ ​ທີ່​ໄດ້​ປະກອບສ່ວນກຳນົດທິດ​ທາງ ​ແລະ​ເຮັດ​ໃຫ້​ສັງຄົມ​ມີ​ສະຖຽນ​ລະ​ພາບ​ໄລຍະ​ຍາວ.

ດ້ວຍ​ການ​ເຂົ້າ​ເຖິງ​ຈາກ​ພາກ​ພື້ນ ​ເຂດ ອາດຈະ​ເຫັນ​ໄດ້​ວ່າ, ​ແມ່ນ​ຈາກ​ລັກສະນະ​ສະ​ເພາະ​ທາງທໍາມະຊາດ, ປະຫວັດສາດ, ຊົນເຜົ່າ, ການ​ຢູ່​ຮ່ວມ​ກັນຢ່າງ​ຍາວ​ນາມ ​ເຊິ່ງ​ແຕ່ລະພາກ​ພື້, ເຂດມີເອກະລັກຂອງຕົນເອງ ແລະ ດັ່ງ​ນັ້ນ​ ຈຶ່ງ​ສ້າງບັນດາ​ຄຸນຄ່າ​ທີ່​ແຕກ​ຕ່າງ​ກັນ, ຕົວຢ່າງ, ຕາມ ສຈ ​ເຈິ່ນງ້ອກ​ເທ​ມ, ລະບົບບຸກຄະ​ລິກກະພາບ​ວັດທະນະທຳ​ຂອງ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ມີລັກສະນະ 6 ປະການ​ຄື: ລັກສະນະ​ແມ່​ນ້ຳ​, ນັບຖື​ຄວາມ​ເປັນ​ທຳ, ຄວາມກົງ​ໄປ​ກົງ​ມາ, ຄວາມອະນຸ​ໂລມ, ຄວາມ​ແທດ​ຈິງ ​ແລະ​ການ​ເປີດກວ້າງ (8); ຫຼືຈຸດ​ເດັ່ນ​ໃນບຸກ​ຄະ​ລິກ​ກະ​ພາບ​ຂອງ​ຊາວ​ຮ່າ​ໂນ້ຍ​ໃນສະ​ໄໝ​ບູຮານ​ແມ່ນ ​ນັບຖື​ການ​ຮຽນ​ຮູ້, ນັບຖື​ບຸກ​ຄະ​ລິກກະພາບ, ​ເຄົາລົບ​ຄວາມ​ກ້າຫານ, ເຄົາລົບ​ຄວາມ​ເກັ່ງ​ກ້າ​ສາມາດ, ​ເຄົາລົບອາລົມ​ຈິດ, ຄວາມ​ຮັກ​ແພງ(9).

ດ້ວຍ​ການ​ເຂົ້າ​ເຖິງ​ຈາກດ້ານ​ຊົນ​ເຜົ່າ, ຄຸນຄ່າວັດທະນະທຳ​​ຂອງແຕ່​ລະ​ຊົນ​ເຜົ່າກໍ່​ມີ​ຄວາມ​ແຕກ​ຕ່າງ, ກ່ອນ​ອື່ນໝົດ​ໂດຍ​ຜ່ານ​ບັນດາສັນ​ຍາ​ລັກ​ວັດ​ທະ​ນະ​ທໍາ. ​ແຕ່ລະສັນ​ຍາ​ລັກ​ວັດ​ທະ​ນະ​ທໍາມີ​ຄຸນຄ່າ​ທີ່​ແນ່ນອນ. ສຳລັບຊາວ​ຫວຽດນາມ​ແຕ່​ກ່ອນ​ມາ​ເຖິງ​ປະຈຸ​ບັນ, ບັນດາ​ກະສັດ​ຮຸ່ງ​ເວື​ອງ​ເປັນ​ສັນຍາ​ລັກ​ທີ່​ສັກກາລະ​ບູຊາ​ຂອງ​ຊາດ, ຖື​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​​ຂອງ​ຊາດ, ສະ​ແດງ​ອອດ​ເຖິງ​ຈິດ​ໃຈ “ຫັນ​ສູ່​ຕົ້ນ​ກຳ​ເນີດ”, “ດື່ມນ້ຳ​​ລະນຶກ​ເຖິງ​ແຫຼ່ງນ້ຳ”, ຈິດ​ໃຈ​ສາມັກຄີ​ແຫ່ງ​ຊາດ, ສ້າງ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​​ປວງ​ຊົນ​ທັງ​ຊາດ​ໃນ​ການ​ຕໍ່ສູ້​​ກັບ​ທຳ​ມະ​ຊາດ ກັບໄພ​ພິ​ບັດ ​ແລະ ​ຕ້ານການ​ໂຈມ​ຕີ​ຂອງ​ສັດ​ຕູ​. ​ແຖນ​ຢ໋ອງ​ແມ່ນ​ສັນຍາ​ລັກ​ທີ່​ມີ​ຄຸນຄ່າ​ທາງ​ຈິດ​ວິນ​ຍານ​ ໃນ​ການ​ຕໍ່ສູ້​ກັບ​ຜູ້​ຮຸກ​ຮານ​ຈາກ​ຕ່າງປະ​ເທດ,​ແມ່ນ​ເຈດ​ຈຳນົງ​ແຫ່ງ​ການ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ​ຂອງ​ປະ​ເທດ​ຊາດ. ເຊີນ​ຕິງ​ແມ່ນ​ສັນ​ຍາ​ລັກທີ່​ສະ​ແດງ​ເຖິງ​ຄຸນ​ຄ່າ​ທາງ​​ຈິດວິນ​ຍານ​ ຂອງ​ການ​ພິ​ຊິດ​ທຳ​ມະ​ຊາດ, ປົກ​ປັກ​ຮັກ​ສາ ແລະ ເປີດກວ້າງ​ປະ​ເທດ. ​ໃນ​ຂະນະ​ນັ້ນ, ຄຸນຄ່າວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນນ້ອຍ​ໃນ​ຫວຽດນາມ ​ແມ່ນ​ອົງ​ປະກອບທາງວັດທະນະທຳ ​ທີ່​ເປັນ​ສັນຍາ​ລັກ​ທີ່​ເດັ່ນ​ຊັດທີ່​ສຸດ​ ໃນ​ກິດຈະກຳທາງ​ສາສະໜາ ​ເຊັ່ນ: ​ແທນ​ໄຕ, ມໍ​ເມື່ອ​ງ, ​ປະ​ເພນີ​ກິນ​ຄວາຍ​ຂອງ​ບາງ​ຊົນ​ເຜົ່າ​ຢູ່​ເຂດ​ພູດ​ອຍພາກ​ກາງ, ງານບຸນກາ​ເຕ ​ຂອງ​ຊາວ​ເຜົ່າ​ຈຳ... ຄຸນຄ່າ​ວັດທະນະທຳສະ​ແດງ​ອອກຜ່ານ​ເຄື່ອງປະຕິບັດທາງສາສະໜາ ເຊັ່ນ: ແທ່ນບູຊາ, ຮູບ​ແຕ້ມ​ບູຊາ, ອຸປະກອນ​ປະກອບ​ສາກ, ສິລະປະການຕົກແຕ່ງ, ສັນຍາ​ລັກ​ກ່ຽວ​ກັບ​ເງິນ​ຄຳ, ເຄື່ອງ​ນຸ່ງ​ຫົ່ມ, ເຄື່ອງ​ດົນ​ຕີ, ໜັງສື​ສູດມົນ​ນົບ​ໄຫວ້​, ເຄື່ອງ​ບູຊາ, ​ອາ​ຫານ... ຕົກຜະລຶກ​ໃນ​ຮູບ​ການ​ຂອງ​ການສະ​ແດງ ບຳ​ເພັນກຸສົນ​ຕ່າງໆ ເຊັ່ນ: ການຮ້ອງລຳ, ການຟ້ອນລຳ, ດົນຕີ, ສະແດງ​ເປັນພະ​ສູດແລະຄໍາສອນ, ​ຄໍາແນະນຳ, ກົດ​ເກນລະບຽບ​ປະຕິບັດສຳລັບຜູ້​ປະກອບ​ພິທີກຳ ​ແລະ ທັງ​ຊຸມ​ຊົນ.

​ເຖິງ​ວ່າ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຄື​ແນວ​ນັ້ນ​ກໍ່ຕາມ, ​ແຕ່​ຄຸນຄ່າ​ວັດທະນະທຳຈາກ​ການ​ເຂົ້າ​ເຖິງ​ທາງ​ດ້ານ​ປະ​ເທດ, ພາກ​ພື້ນ, ​ເຂດ ຫຼື ຊົນ​ເຜົ່າ ກໍ່​​ມີ​ຄວາມ​ເປັນ​ເອກະລາດ​ໃນ​ຄວາມ​ຫຼາກ​ຫຼາຍ, ຕາມ​ນັ້ນ, ບັນດາ​ຄຸນຄ່າ​ຂອງ​ຊຸມ​ຊົນ​ນ້ອຍຍາມ​ໃດ​ກໍ​ເຄົາລົບ​ບັນດາ​ຄຸນຄ່າ​ຂອງ​ຊຸມ​ຊົນ​ໃຫຍ່. ຄວາມ​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍຂອງ​ບັນດາ​ຄຸນຄ່າ​ນີ້ ໄດ້​ສ້າງ​ບັນດາສີສັນ​ວັດທະນະທຳ​ທີ່​ອຸດົມສົມບູນ​ແລະ​ດຶງ​ດູດ​ໃຈ, ປະ​ກອບ​ສ່ວນ​ສ້າງ “ຊັບ​ສິນ​ວັດ​ທະ​ນະ​ທຳ”, ຈາກ​ນັ້ນ ສ້າງ​ທ່າ​ໄດ້​ປຽບ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງ​ແຕ່ລະ​ພາກ​ພື້ນ ​ເຂດ, ພ້ອມ​ທັງ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ວັດທະນະທຳ​ແຫ່ງ​ຊາດ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ.

ດັ່ງ​ນັ້ນ, ອາດ​ຈະ​ຢືນຢັນ​ວ່າ, ຄຸນຄ່າວັດທະນະທຳ​​ແມ່ນ​ຜະລິດ​ຕະພັນ​ຂອງ​ຄົນ, ມັນ​ຂຶ້ນ​ກັບ​ການ​ພັດທະນາ​ທາງ​ດ້ານເສດຖະກິດ, ການ​ເມືອງ, ສັງຄົມ ​ແລະ ວັດທະນະທຳ​​ ໃນ​ແຕ່​ລະ​ຍຸກ​ສະ​ໄໝ, ຊ່ວຍກຳນົດ​ເປົ້າ​ໝາຍ, ວິທີ​ການ​ກະທຳ ຂອງ​ແຕ່ລະຄົນ ​ແລະ ຊ່ວຍ​ດັດສົມ​ການ​ພັດທະນາ​ລວມ ຂອງ​ທັງສັງຄົມ. ຈາກ​ແງ່​ດ້ານ​ຄຸນຄ່າ​ຂອງ​ປະ​ເທດ​, ພາກ​ພື້ນ ​ເຂດ, ຊົນ​ເຜົ່າ, ການ​ສ້າງ​ຄຸນຄ່າວັດທະນະທຳ​ ຈຳ​ເປັນ​ຕ້ອງສົມທົບ​ລະຫວ່າງ​ ການອະນຸ​ລັກ​ແລະການ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ດັ້ງ​ເດີມ ​​ແລະ ​ສົມທົບ​ກັບ​ການເລືອກຮັບ​ເອົາ​ແກ່ນສານຂອງ​ຄຸນຄ່າວັດທະນະທຳ​​ໂລກ, ສອດ​ຄ່ອງ​ກັບ​ສະພາບ​ແວດ​ລ້ອມ​ການ​ພັດທະນາ​ປະ​ເທດ. ຈໍາເປັນຕ້ອງຍອມຮັບຄວາມຈິງທີ່ວ່າ, ການ​ພັດທະນາ​ຂອງ​ເສດຖະກິດ​ຕະຫຼາດ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ຜົນ​ກະທົບ​ຂອງ​ບັນດາພາຫະນະ​ສື່ສານ​ໃໝ່ ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ ​ເຖິງ​ຄຸນຄ່າວັດທະນະທຳ​​ ໃນ​ລະດັບ​ປະ​ເທດ, ພາກ​ພື້ນ ​ເຂດ, ຊົນ​ເຜົ່າ​, ຕາມ​ນັ້ນ, ບາງຄຸນຄ່າວັດທະນະທຳ​​ເກົ່າ​ຈະ​ສູນຫາຍ​ໄປ, ບາງ​ຄຸນຄ່າ​ໃໝ່ຈະຄ່ອຍໆເປັນຮູບຮ່າງຂຶ້ນ. ​ໃນລະຫວ່າງ​ຂະ​ບວນການ​ດັ່ງກ່າວ, ຈະ​ມີ​ໄລຍະ​ວິ​ກິດ​ຄຸນຄ່າ​ໃນລະດັບຊາດ, ພາກພື້ນ, ​ເຂດ ​ແລະ ຊົນເຜົ່າ, ເຮັດໃຫ້ເກີດຜົນ​ກະທົບ​ທາງ​ລົບ​ຕໍ່​ສັງຄົມ. ການ​ຮັບ​ຮູ້​ໄດ້​ລັກສະນະ​ກົດ​ເກນ​ຂອງ​ການ​ເປັນ​ຮູບ​​ເປັນ​ຮ່າງ ​ແລະ ​ການ​ພັດທະນາ ຂອງ​ຄຸນຄ່າວັດທະນະທຳ​, ສຳລັບ​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ, ຄວນ​ໃຊ້​ມາດ​ຕະການ​ເພື່ອ​ແກ້​ໄຂ​ຜ່ານ​ພົ້ນຜົນກະທົບທາງລົບເຫຼົ່ານີ້, ຜ່ານ​ນັ້ນ, ບັນດາຄຸນຄ່າ​ວັດທະນະທຳ​ຫວຽດນາມ ທີ່​ມີ​ຄຸນຄ່າ​ຫຼັກຄື ຄວາມ​ຈິງ-ຄວາມ​ດີ-ຄວາມ​ງາມ, ຈະ​ຊ່ວຍ​ປຸກ​ກະ​ຕູ້ນຄວາມ​ປາດ​ຖະໜາ ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ມີ​ຄວາມສຸກ, ພ້ອມ​ກັນ​ນັ້ນ​ ກໍ​ກຳນົດ​ທິດທາງ ​ແລະ ດັດສົມ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ຂອງ​ສັງຄົມ. ຄຽງ​ຄູ່​ກັນ​ນັ້ນ, ຕ້ອງການ​ສ້າງ​ຄຸນຄ່າວັດທະນະທຳ​ຂອງ​ຊາດ - ຄອບຄົວ - ຜູ້​ຄົນ​ຫວຽດນາມ ​ໃນ​ສະ​ໄໝ​ໃໝ່, ຕອບ​ສະໜອງ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ./.

--------------------

(1) ​ເບິ່ງ: ​ໂງ ດຶດຖິ້ງ: ​ເຂົ້າ​ເຖິງການ​ຄົ້ນຄວ້າ​ຊົນນະບົດ​ຫວຽດນາມ​ຈາກ​ເຄືອ​ຂ່າຍສັງຄົມ ​ແລະ ທຶນ​ສັງຄົມ,  ວາລະສານຊົນເຜົ່າວິທະຍາ, ສະບັບ​ທີ 4 – 2008.

(2) ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ວ່າ​ດ້ວຍ​ທົດ​ສະ​ວັດ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ສາ​ກົນ: ທົດ​ສະ​ວັດ​​ແຫ່ງ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ​​ໂລກ, ກະຊວງວັດທະນະທຳ​ - ຖະ​ແຫຼງຂ່າວ, ຮ່າ​ໂນ້ຍ, 1992, ໜ້າ 23.

(3) ​ເບິ່ງ: ​ເລິ​ມ ບ໋າ​ນາມ: ການສຶກສາຊົນ​ເຜົ່າຢູ່ຫວຽດນາມ: ວັດທະນະທຳ​ແລະ​ການ​ພັດທະນາ, ສພຈ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, 2020, ໜ້າ 69.

(4) ​ເບິ່ງ: ​ເຈິ່ນ ວັນ​ເຢົ່າ: ​ຄຸນຄ່າ​ດ້ານ​ຈິດ​ໃຈ​ດັ້ງ​ເດີມ​ຂອງ​ຊາດ​ຫວຽດນາມ, ສພຈ ວິທະຍາສາດ​ສັງຄົມ, ຮ່າ​ໂນ້ຍ, 1980.

(5) ​ເບິ່ງ: ​ໂຮ່ ສິ ກ​ວີ໋: ວ່າດ້ວຍ​ຄຸນຄ່າ ​ແລະ ຄຸນຄ່າ​ອາຊີ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2006.

(6) ​ເບິ່ງ: ຫງວຽນ ຮົ່ງຟອງ: “ວັດທະນະທຳ ​ແລະ ການ​ພັດທະນາ”, ລົງ​ພິມ​ໃນ​ປຶ້ມ ບັນດາ​ບັນຫາວັດທະນະທຳ​ຫວຽດນາມ​ສະ​ໄໝ​ໃໝ່, ​ເລືອ​ກເຟັ້ນ​ແລະນຳສະ​ເໜີ​ໂດຍ ເລ ກວາງ​ຈາງ - ຫງວຽນ ຈ້ອງ​ຮວ່ານ, ສພຈ ການ​ສຶກສາ, ຮ່າ​ໂນ້ຍ, 1999.

(7) ​ເບິ່ງ: ​ໂງ ດຶດຖິ້ງ: ອະນຸລັກ, ເພີ່​ມພູນ ແລະ ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະທຳດັ້ງ​ເດີມຂອງຫວຽດນາມ ໃນການປ່ຽນ​ແປງ​ໃໝ່ແລະເຊື່ອມໂຍງ, ສພຈ ວິທະຍາສາດ​ສັງຄົມ, ຮ່າ​ໂນ້ຍ, 2010, ໜ້າ 24.

(8), (9) ​ເຈິ່ນ ງ້ອກ​ເທ​ມ: ບັນດາ​ບັນຫາທິດ​ສະ​ດີ ​ແລະ ການ​ປະຍຸກວັດທະນະທຳ (ສະບັບ​ພິມ​ຄັ້ງ​ໃໝ່​ທີ່ມີ​ການ​ປັບປຸງ), ສພຈ ວັດທະນະທຳ - ສິລະ​ປະ​ນະຄອນ​ໂຮ່ຈິ​ມິນ, 2014, ໜ້າ 226, 211.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 994 (​ເດືອນ​ກໍ​ບະ​ກົດ 2022)