ຄວາມທ້າທາຍ ແລະ ບັນຫາ ໃນການຫຼຸດຜ່ອນຄວາມທຸກຍາກ
ຫຼາຍດ້ານແບບຍືນຍົງ ໃນສະພາບການແຜ່ລະບາດຂອງໂຄວິດ-19
ຫຼາຍດ້ານແບບຍືນຍົງ ໃນສະພາບການແຜ່ລະບາດຂອງໂຄວິດ-19
ເມືອງຟອງໂຖ, ແຂວງລາຍເຈົາ ໃຊ້ປະໂຫຍດຈາກຄວາມສາມາດບົ່ມຊ້ອນທາງການທ່ອງທ່ຽວ ເພື່ອປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມມຸກຍາກ _ພາບ: TTXVN
ວຽກງານຫຼຸດຜ່ອນຄວາມທຸກຍາກ
ໃນສະພາບການແຜ່ລະບາດຂອງໂຄວິດ-19
ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງທຸກດ້ານຂອງຊີວິດສັງຄົມ ໃນຂອບເຂດທົ່ວໂລກ. ສຳນັກງານກິດຈະການເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດ (UNDESA) ຄາດການວ່າ, ປະຊາກອນປະມານ 71 ລ້ານຄົນທົ່ວໂລກຈະຖືກຍູ້ໃຫ້ຕົດເຂົ້າສູ່ຄວາມທຸກຍາກທີ່ສຸດ ເຊິ່ງເປັນຄັ້ງທຳອິດທີ່ຄວາມທຸກຍາກທົ່ວໂລກເພີ່ມຂຶ້ນນັບແຕ່ປີ 1998. ຈາກຂໍ້ມູນຂອງອົງການແຮງງານສາກົນ (ILO), ມີປະຊາກອນຫຼາຍກວ່າ 2 ຕື້ຄົນທົ່ວໂລກທີ່ຕ້ອງການລາຍໄດ້ລາຍວັນ ເພື່ອຄວາມຢູ່ລອດ, ແຕ່ໃນຫຼາຍໆສ່ວນຂອງໂລກ ການຫວ່າງງານເພີ່ມຂຶ້ນ ເນື່ອງຈາກການແຜ່ງລະບາດຂອງວິດ-19 ເຮັດໃຫ້ບັນຫາຄວາມທຸກຍາກຮ້າຍແຮງກວ່າອີກ.
ຢູ່ຫວຽດນາມ, ມີບາງທ່າອຽງໃຫຍ່ທີ່ກຳລັງສົ່ງຜົນກະທົບຢ່າງແຮງເຖິງການເຕີບໂຕ ແລະ ການຫຼຸດຜ່ອນຄວາມທຸກຍາກ, ຄື: 1- ມີການຄາດຄະເນວ່າ ຫວຽດນາມຈະເຂົ້າສູ່ໄລຍະປະຊາກອນສູງອາຍຸປະມານ 28 ປີໃນໄລຍະປີ 2026-2054 ເຊິ່ງຈະຫຼຸດຜ່ອນອັດຕາສ່ວນເຂົ້າຮ່ວມຕະຫຼາດແຮງງານ, ສົ່ງຜົນເສຍຕໍ່ການຈ້າງງານທີ່ມີປະສິດທິຜົນ ແລະ ເພີ່ມພາລະໃຫ້ກັບລະບົບຄວາມປອດໄພທາງສັງຄົມໂດຍທົ່ວໄປ ແລະ ໂດຍສະເພາະການຫຼຸດຜ່ອນຄວາມທຸກຍາກ. 2- ການຫັນເປັນຕົວເມືອງທີ່ມີຄວາມລຳອຽງໄປສູ່ມະຫານະຄອນ (ປະມານ 55% ຂອງຊາວເມືອງອາໄສຢູ່ໃນນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ) ກໍ່ໃຫ້ເກີດບັນຫາການຍ້າຍຖິ່ນຖານຢ່າງເສລີ, ຄວາມແຕກໂຕນກັນລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ, ຄວາມບໍ່ສະເໝີພາບທາງດ້ານສັງຄົມໃນມາດຕະຖານການຄອງຊີບ; ຄົນທຸກຍາກມີລາຍໄດ້ຕ່ຳ ແມ່ນຜູ້ທີ່ຖືກຮັບຜົນກະທົບຫຼາຍທີ່ສຸດໃນດ້ານວຽກເຮັດງານທຳ, ລາຍໄດ້, ມົນລະພິດສິ່ງແວດລ້ອມ; 3- ຫວຽດນາມເປັນໜຶ່ງໃນບັນດາປະເທດທີ່ຖືກຜົນກະທົບໜັກທີ່ສຸດຈາກການປ່ຽນແປງສະພາບອາກາດ ແລະ ໄພທຳມະຊາດ ເຊິ່ງສົ່ງຜົນກະທົບສະພາບຄວາມເປັນຢູ່, ວຽກເຮັດງານທຳ ແລະ ລາຍໄດ້ຂອງກຸ່ມຜູ້ດ້ອຍໂອກາດ ລວມທັງຜູ້ທີ່ມາຈາກຄອບຄົວທຸກຍາກ. 4- ການປະຕິວັດອຸດສາຫະກຳຄັ້ງທີສີ່ ສ້າງບາດກ້າວບຸກທະລຸ ໃນຫຼາຍຂົງເຂດ, ສ້າງໂອກາດມີວຽກເຮັດງານທຳ ແລະ ລາຍໄດ້ເພື່ອພົ້ນອອກຈາກຄວາມທຸກຍາກ, ແຕ່ກໍ່ນຳເອົາຄວາມທ້າທາຍຫຼາຍຢ່າງມາໃຫ້ຄົນທຸກຍາກ ໃນການເຂົ້າເຖິງໂອກາດໃນການຮຽນຮູ້, ການຝຶກທັກສະອາຊີບ, ການຫາງານ, ການແຂ່ງຂັນໃນຕະຫຼາດແຮງງານ; 5- ການລະບາດໃຫຍ່ຂອງໂຄວິດ-19 ເຮັດໃຫ້ຜູ້ອອກແຮງງານເສລີຈຳນວນຫຼາຍເສຍງານ, ຕົກຢູ່ໃນຄອບຄົວທຸກຍາກ, ທຸກຍາກຄືນໃໝ່; ຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ ແລະຄອບຄົວທີ່ຫາກໍ່ພົ້ນອອກຈາກຄວາມທຸກຍາກ ມີລາຍໄດ້ຫຼຸກລົງຢ່າງ
ພັກ ແລະ ລັດຫວຽດນາມ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ, ໃນຕະຫຼອດການປະຕິບັດພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດ. ໃນຊຸມປີທີ່ຜ່ານມາ, ອັດຕາສ່ວນຄອບຄົວທຸກຍາກໄດ້ຫຼຸດລົງຢ່າງໄວວາ. ປີ 1993 ຢູ່ຫວຽດນາມ, ອັດຕາສ່ວນຄອບຄົວທຸກຍາກທົ່ວປະເທດແມ່ນ 58,1%, ຮອດປີ 2020 ຍັງມີແຕ່ 2,75%. ຫວຽດນາມໄດ້ສຳເລັດ ເປົ້າໝາຍການພັດທະນາສະຫັດສະວັດ ຂອງສະຫະປະຊາຊາດ ກ່ຽວກັບການລົບລ້າງຄວາມອຶດຫົວ ແລະ ຫຼຸດຜ່ອນຄວາມທຸກຍາກໂດຍໄວ ແລະ ໄດ້ຮັບການປະເມີນຈາກປະຊາຄົມໂລກ ວ່າເປັນຈຸດສະຫວ່າງໃນການຫຼຸດຜ່ອນຄວາມທຸກຍາກໃນໂລກ; ເປັນໜຶ່ງໃນ 30 ປະເທດທຳອິດໃນໂລກ ແລະ ເປັນໜຶ່ງໃນປະເທດທຳອິດໃນອາຊີ ທີ່ໃຊ້ເສັ້ນແບ່ງຄວາມທຸກຍາກຫຼາຍດ້ານ, ຮັບປະກັນມາດຕະຖານການຄອງຊີບຂັ້ນຕ່ຳຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ.
ເພື່ອການປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກນັ້ນ, ພັກແລະລັດໄດ້ປະກາດໃຊ້ຄຳສັ່ງ ມະຕິຫຼາຍສະບັບ ເຊັ່ນ: ຄຳສັ່ງເລກທີ 05-CT/TW, ສະບັບລົງວັນທີ 23 ມິຖຸນາ 2021, ຂອງຄະນະເລຂາທິການສູນກາງ “ວ່າດ້ວຍການເພີ່ມທະວີການນຳພາຂອງພັດ ຕໍ່ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ເຖິງປີ 2030”. ຜັນຂະຫຍາຍຄຳສັ່ງສະບັບນີ້, ລະບົບການເມືອງທັງໝົດ ແຕ່ສູນກາງຈົນຮອດທ້ອງຖິ່ນ ໄດ້ສ້າງມະຕິ, ແຜນການ ແລະ ຊີ້ນຳການຈັດຕັ້ງປະຕິບັດ; ປະສານສົມທັບຢ່າງແໜ້ນແຟ້ນ ແລະ ເປັນເອກະພາບ ໃນການນຳພາ ຊີ້ນຳ ແລະ ປະຕິບັດ; ລະດົມຄວາມສະໜັບສະໜູນຢ່າງຕັ້ງໜ້າຂອງສັງຄົມທັງໝົດ. ຜົນທີ່ໄດ້ຮັບຄື, ຄວາມຮັບຮູ້ຂອງຄົນທີ່ທຸກຍາກໄດ້ປ່ຽນແປງເປັນກ້າວໆ, ບໍ່ມີແນວຄິດເອື່ອຍອີງໃສ່ລັດແລະສັງຄົມອີກ, ມີແບບຢ່າງຫຼາຢ່າງກ່ຽວກັບການພົ້ນອອກຈາກຄວາມທຸກຍາກ; ມີຄອບຄົວຂໍອອກຈາກລາຍຊື່ຄອບຄົວທຸກຍາກ ດ້ວຍຄວາມສະໝັກໃຈ. ໃນວັນທີ 28 ກໍລະກົດ 2021, ສະພາແຫ່ງຊາດປະກາດໃຊ້ມະຕິສະບັບເລກທີ 24/2021/QH15 ວ່າດ້ວຍການ “ຮັບຮອງເອົານະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021-2025”. ເພື່ອຜັນຂະຫຍາຍມະຕິສະບັບນີ້, ນາຍົກລັດຖະມົນຕີປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານໂຄງການ, ບັນດາເອກະສານກຳນົດກ່ຽວກັບກົນໄກຜັນຂະຫຍາຍໂຄງການ, ບັນດານະໂຍບາຍ, ກົດໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກທີ່ໄດ້ປະກາດໃຊ້ຢ່າງທັນເວລາ, ຄົບຊຸດ ເພື່ອຊ່ວຍເຫຼືອຮອບດ້ານ ໃຫ້ຄົນທຸກຍາກ, ມີນະໂຍບາຍຫຼຸດຜ່ອນຄວາມທຸກຍາກແບບສະເພາະ, ບຸລິມະສິດໃຫ້ຜູ້ດ້ອຍໂອກາດ, ຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຜູ້ຖືກຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19, ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ, ເຂດປະສົບກັບສະພາບເສດຖະກິດ-ສັງຄົມຫຍຸ້ງຍາກທີ່ສຸດ,… ຄ່ອຍໆຫຼຸດຜ່ອນ ແລະ ຍົກເລີກນະໂຍບາຍສະໜັບສະໜູນໂດຍບໍ່ເສຍຄ່າ, ເພີ່ມນະໂຍບາຍຊ່ວຍເຫຼືອແບບມີເງື່ອນໄຂ. ວັນທີ 2 ມິຖຸນາ 2022, ນາຍົກລັດຖະມົນຕີປະກາດໃຊ້ ຂໍ້ຕົກລົງສະບັບເລກທີ 666/QĐ-TTg, ວ່າດ້ວຍ “ແຜນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ປ່ອຍໃຫ້ຜູ້ໃດຢູ່ເບື້ອງຫຼັງ” ໄລຍະ 2021-2025” ແນໃສ່ເສີມຂະຫຍາຍຈິດໃຈສາມັກຄີ ແລະ ກຳລັງແຮງຂອງລະບົບການເມືອງ ທົ່ວສັງຄົມ ແລະ ປະຊາຄົມທັງໝົດ, ສ້າງການຫັນປ່ຽນຢ່າງແຂງແຮງໃນການຮັບຮູ້ ແລະ ການປະຕິບັດ, ສະຕິຕື່ນຕົວ, ຄວາມຮັບຜິດຊອບຂອງບັນດາຂັ້ນ, ຂະແໜງການຕ່າງໆ ແລະ ທົ່ວສັງຄົມ ຕໍ່ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ເຈດຈຳນົງອີງໃສ່ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍກຳລັງແຮງພາຍໃນ ກ້າວຂຶ້ນ “ຫຼຸດພົ້ນອອກຈາກຄວາມທຸກຍາກ, ກໍ່ສ້າງຊີວີດທີ່ອີ່ມນຳສຳລານ ຢູ່ເຢັນເປັນສຸກ” ຂອງປະຊາຊົນ ແລະ ຊຸມຊົນ, ສູ້ຊົນປະຕິບັດ “ເພື່ອຫວຽດນາມທີ່ບໍ່ທຸກຍາກ”.
ຢ່າງໃດກໍຕາມ, ນອກຈາກຜົນສຳເລັດແລ້ວ, ວຽກງານການຫຼຸດຜ່ອນຄວາມທຸກຍາກກໍ່ຍັງພົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການ ເຊິ່ງຕ້ອງໄດ້ຮັບຄວາມເອົາໃຈໃສ່, ຄວາມມານະພະຍາຍາມແກ້ໄຂ ໃຫ້ມີປະສິດທິຜົນກວ່າອີກ, ໂດຍສະເພາະ ໃນເງື່ອນໄຂ “ຫຼັງໂຄວິດ-19” ໃນປະຈຸບັນ. ນັ້ນແມ່ນ:
ທີໜຶ່ງ, ຜົນງານການຫຼຸດຜ່ອນຄວາມທຸກຍາກນັ້ນບໍ່ຍືນຍົງ, ຄວາມສ່ຽງທີ່ຈະຕົກໃສ່ຄວາມທຸກຍາກຄືນໃໝ່, ການເພີ່ມຂຶ້ນຂອງຄວາມທຸກຍາກ ແລະ ອັດຕາຄອບຄົວທຸກຍາກຂອງຊົນເຜົ່າສ່ວນໜ້ອຍ ແລະ ພື້ນທີ່ທີ່ມີສະພາບເສດຖະກິດ-ສັງຄົມຫຍຸ້ງຍາກ ກໍ່ຍັງສູງຢູ່ (ໃນບາງບ່ອນ ອັນຕາຄວາມທຸກຍາກຍັງສູງກວ່າ 50%, ອັດຕາສ່ວນຄອບຄົວທຸກຍາກໃນຊົນເຜົ່າສ່ວນໜ້ອຍກວມເອົາ 61,28% ຂອງຈຳນວນຄອບຄົວທຸກຍາກທັງໝົດໃນປະເທດ). ການຜັນແຍກຮັ່ງມີແລະທຸກຍາກ ມີທ່າອຽງທີ່ຈະເພີ່ມຂຶ້ນ ຜ່ານຂໍ້ມູນກ່ຽວກັບຊ່ອງຫວ່າງລາຍໄດ້ລະຫວ່າງກຸ່ມ 5 (20% ຂອງປະຊາກອນທີ່ຮັ່ງມີທີ່ສຸດ) ແລະກຸ່ມ 1 (20% ຂອງປະຊາກອນທີ່ທຸກຍາກທີ່ສຸດ) ໃນປີ 2014 ແມ່ນ 9,7 ເທົ່າ ເພີ່ມຂຶ້ນເປັນ 10,2 ເທົ່າໃນປີ 2019.
ທີສອງ, ມີ 74 ເມືອງທີ່ທຸກຍາກ, 54 ຕາແສງໃນເຂດແຄມຝັ່ງທະເລແລະໝູ່ເກາະ ແລະ ເກືອບ 1.550 ຕາແສງເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເປັນເຂດ “ແກນກາງທີ່ທຸກຍາກ” ເຊິ່ງມີສະພາບພູສັນຖານທີ່ທຸລັດກັນດານ ແລະ ສະພາບເສດຖະກິດ-ສັງຄົມ ແລະ ໂຄງສ້າງພື້ນຖານ ທີ່ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ອັດຕາຄວາມທຸກຍາກຢູ່ໃນລະດັບສູງ (ເຊັ່ນເມືອງດົ່ງວັນ, ແຂວງຮ່າຢາງ ແມ່ນ 80,34%; ເມືອງບ໋າວເລິມ, ແຂວງກາວບັ່ງ ແມ່ນ 77,34%, ເມືອງຈ້າມເຕົ່າ, ແຂວງອຽນບ້າຍ ແມ່ນ 71,63%).
ທີສາມ, ສ່ວນຫຼາຍຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຄອບຄົມຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກ ທີ່ດຳລົງຊີວິດຢູ່ຊົນນະບົດ, ເປັນຕົ້ນແມ່ນຊາວກະສິກຳ, ປ່າໄມ້, ຊາວປະມົງ, ຊາວຮັບຈ້າງຕາມລະດູ ຫຼື ຊາວຄ້າຂາຍຂະໜາດນ້ອຍ, ທີ່ມີລາຍໄດ້ບໍ່ເປັນແບບປົກກະຕິ, ຂາດທັກສະອາຊີບ, ຄຸນນະພາບແຫຼ່ງພະລັງຕ່ຳນັ້ນ ເຂົ້າເຖິງແລະແຂ່ງຂັນໃນຕະຫຼາດແຮງງານແລະວຽກເຮັດງານທຳໄດ້ຍາກ. ຄົນທຸກຍາກຢູ່ໃນຕົວເມືອງຕົ້ນຕໍ່ແມ່ນແຮງງານເສລີ, ເຊັ່ນ ຊ່າງປູນ, ຂາຍຫວຍ, ລົດຈັກຮັບຈ້າງ, ແບກສິນຄ້າ ຫຼື ຂົນສົ່ງສິນຄ້າຮັບຈ້າງ, ຄ້າຂາຍຂະໜາດນ້ອຍ,… ມີລາຍໄດ້ຕ່ຳ, ບໍ່ເປັນປົກກະຕິ, ບໍ່ມີການສະສົມ ຫຼື ສະສົມໄດ້ໜ້ອຍ, ບໍ່ມີເງື່ອນໄຂເຂົ້າຮ່ວມການເພີ່ມພູນຜະລິດຜົນ, ກຸ້ມຕົນເອງກ່ຽວກັບທັນຍາຫານ, ສະບຽງອາຫານ.
ທີສີ່, ການຫຼຸດຜ່ອນຄວາມທຸກຍາກທີ່ເຂດ “ແກນກາງທີ່ທຸກຍາກ” ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ, ປະຊາຊົນຊົນເຜົ່າສ່ວນໜ້ອນສ່ວນຫຼາຍຍັງຮັກສາຮີດຄອງປະເພນີທີ່ຫຼ້າຫຼັງ, ລະດັບຄວາມຮູ້ຂອງປະຊາຊົນ, ລະດັບຄວາມຮູ້ທາງດ້ານການຜະລິດກໍ່ຍັງຈຳກັດ; ໂຄງສ້າງພື້ນຖານ, ພິເສດແມ່ນໂຄງສ້າງພື້ນຖານທາງດ້ານຄົມມະນາຄົມໃນເຂດພູດອຍ, ເຂດຫ່າງໄກສອດຫຼີກ, ເຂດຊາຍແດນ, ໝູ່ເກາະ ຍັງພົບຄວາມຫຍຸ້ງຍາກທີ່ສຸດ, ເຊິ່ງຮຽກຮ້ອງຕ້ອງການມີແຫຼ່ງພະລັງອັນໃຫຍ່ເພື່ອລົງທຶນ ໃນຂະນະທີ່ງົບປະມານຍັງຈຳກັດ.
ທີຫ້າ, ການແຜ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງແຮງຕໍ່ຜູ້ທີ່ຢູ່ໃນຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຄອບຄົວທີ່ຫາກໍ່ລຸດພົ້ນຄວາມທຸກຍາກ, ຜູ້ອອກແຮງງານບໍ່ເປັນທາງການ: 1- ສຳລັບຄົນທຸກຍາກໃນຕົວເມືອງ, ໃນເວລາປະຕິບັດການເວັ້ນໄລຍະຫ່າງທາງສັງຄົມ, ຄົນທຸກຍາກສ່ວນຫຼາຍຖືກເສຍງານ, ບໍ່ມີເຮັດງານທຳ ແລະ ລາຍໄດ້, ບໍ່ສາມາດຮັກສາຊີວິດປະຈຳວັນຂັ້ນຕ່ຳໄດ້; 2 - ສຳລັບຄົນທຸກຍາກຢູ່ເຂດຊົນນະບົດ, ຍ້ອນຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ໃນເວລາທີ່ຜ່ານມາ, ຄອບຄົວທຸກຍາກ, ຄອບຄົວທີ່ໃກ້ທຸກຍາກໃນຊົນນະບົດມີລາຍໄດ້ຫຼຸດລົງ. ຕາມການສຳຫຼວດເບື້ອງຕົ້ນ: 50% ຂອງຄອບຄົວໃນຊົນນະບົດລາຍໄດ້ຖືກຫຼຸດລົງສະເລ່ຍ 38% ແລະ 78% ຂອງຄອບຄົວທີ່ເຮັດກິດຈະກຳນອກພາກກະເສດລາຍໄດ້ຖືກຫຼຸດລົງສະເລ່ຍ 46%; 3- ຜູ້ອອກແຮງງານຫຼາຍຄົນບໍ່ເຊັນສັນຍາ (ແຮງງານບໍ່ເປັນທາງການ) ທັງຢູ່ເຂດຕົວເມືອງ ແລະ ຊົນນະບົດທີ່ມີວຽກເຮັດງານທຳແຕ່ລາຍໄດ້ຕ່ຳ, ກາຍເປັນຄອບຄົວທຸກຍາກເວລາທີ່ຫວ່າງງານ, ບໍ່ມີລາຍໄດ້.
ບາງບັນຫາກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ
ທີ່ຕ້ອງໄດ້ຮັບການແກ້ໄຂ ໃນເວລາຕໍ່ໄປ
ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ເນັ້ນໜັກວ່າ: “ສືບຕໍ່ຜັນຂະຫຍາຍບັນດາມາດຕະການທີ່ຄົບຊຸດ ເພື່ອຫຼຸດຜ່ອນຄວາມທຸກຍາກຫຼາຍດ້ານ, ປົກຄຸມ ແລະ ຍືນຍົງ” ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ເພື່ອຄຸ້ມຄອງການພັດທະນາສັງຄົມແບບຍືນຍົງ, ຮັບປະກັນຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ. ພ້ອມກັນນັ້ນ, ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຄຳສັ່ງຂອງຄະນະເລຂາທິການສູນກາງເລກທີ 05-CT/TW, ລົງວັນທີ 23 ມິຖຸນາ 2021 “ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານຫຼຸດຜ່ອນຄວາມທຸກຍາດແບບຍືຍຍົງເຖິງປີ 2030”; ມະຕິຂອງສະພາແຫ່ງຊາດເລກທີ 24/2021/QH15, ລົງວັນທີ 28 ກໍລະກົດ 2021 “ຮັບຮອງເອົານະໂຍບາຍການລົງທຶນ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021-2025” ທັງໝົດໄດ້ວາງເປົ້າໝາຍ “ຫຼຸດຜ່ອນອັດຕາຄວາມທຸກຍາກຫຼາຍດ້ານປະຈຳປີລົງ 1% - 1,5%”
ການດຳເນີນການຕາມວາລະປີ 2030 ເພື່ອການພັດທະນາແບບຍືນຍົງ, ຫວຽດນາມໃຫ້ຄຳໝັ້ນກັບສະມາຄົມສາກົນ ໃນການປະຕິບັດເປົ້າໝາຍການພັດທະນາແບບຍືຍຍົງເຖິງປີ 2030, ໃນນັ້ນມີບັນດາເປົ້າໝາຍໃນການ “ຢຸດຕິຄວາມທຸກຍາກທຸກຮູບແບບ ໃນທຸກບ່ອນ; ສ້າງວຽກເຮັດງານທຳເຕັມສ່ວນ, ປະສິດທິພາບ ແລະ ວຽກເຮັດງານທຳທີ່ເໝາະສົມກັບທຸກຄົນ; ຮັບປະກັນການສືກສາທີ່ມີຄຸນນະພາບ ເປີດກວ້າງ ແລະ ຍຸຕິທຳ; ຫຼຸດຜ່ອນຄວາມບໍ່ສະເໝີພາບທາງສັງຄົມ”.
ໃນປະຈຸບັນ, ໂລກລະບາດໂຄວິດ-19 ຍັງສືບຕໍ່ຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງຮ້າຍແຮງເຖິງຊີວິດຂອງປະຊາຊົນ, ພິເສດແມ່ນຄົນທຸກຍາກ. ການປ່ຽນແປງສະພາບດິນຟ້າອາກາດ, ໄພທຳມະຊາດ, ສິ່ງແວດລ້ອມຖືກມົນລະຜິດ, ການຫັນເປັນອຸດສາຫະກຳ, ຫັນເປັນຕົວເມືອງ, ການເຊື່ອມໂຍງສາກົນ, ຂໍ້ເສຍຂອງເສດຖະກິດຕະຫຼາດ, ປະຊາກອນສູງອາຍຸ,… ສົ່ງຜົນກະທົບເຖິງວຽກເຮັດງານທຳ, ລາຍໄດ້ ແລະ ລະດັບການດຳລົງຊີວິດຂອງຜູ້ຄົນທຸກຍາກ. ດັ່ງນັ້ນ, ການກໍ່ສ້າງ ແລະ ຜັນຂະຫຍາຍບັນດາຕົວແບບຫຼຸດຜ່ອນຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ມີຄວາມຫຼາກຫຼາຍ, ສ້າງວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍຮັບດີ, ການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂລກລະບາດ ເພື່ອຊ່ວຍໃຫ້ຄົນທຸກຍາກ, ໂດຍສະເພາະຢູ່ບໍລິເວນທີ່ສະພາບເສດຖະກິດ-ສັງຄົມຫຍຸ້ງຍາກ, ເປັນຈຸດສຸມໃຈກາງຂອງເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍຄົນທຸກຍາກ ເພື່ອຍົກສູງກຳລັງການຜະລິດ (ກະສິກຳ, ປ່າໄມ້, ປະມົງ, ຜະລິດເກືອ) ແນໃສ່ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຍົກສູງລາຍຮັບ, ຕອບສະໜອງຄວາມຕ້ອງການດ້ານໂພຊະນາການ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ຕາມນັ້ນ, ຈັດຕັ້ງການຝຶກອົບຮົມ, ຝຶກອົບຮົມໃໝ່, ຝຶກອົບຮົມວິຊາຊີບ ຫຼື ວິຊາຊ່າງ ເພື່ອໃຫ້ຜູ້ອອກແຮງງານຢູ່ເຂດທຸກຍາກ, ເຂດຫຍຸ້ງຍາກຕ່າງໆ ຍົກຍ້າຍມາສູ່ຂງເຂດອຸດສາຫະກຳ ແລະ ບໍລິການ. ຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຊ່ວຍເຫຼືອຄົນທຸກຍາກ, ຄົນແຮງງານເຊື່ອມຕໍ່ ເຂົ້າເຖິງຕະຫຼາດແຮງງານ, ຕະຫຼາດສິນຄ້າ. ພ້ອມທັງ, ເພີ່ມທະວີປະສິດທິຜົນການສະໜອງຂໍ້ມູນຕະຫຼາດແຮງງານ, ຫັນເປັນຫຼາຍຮູບຫຼາຍແບບການເຄື່ອນໄຫວແລກປ່ຽນວຽກເຮັດງານທຳ, ເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການແຮງງານ, ຊ່ວຍເຫຼືອສ້າງວຽກເຮັດງານທຳແບບຍືນຍົງ ໃຫ້ແກ່ຄົນງານຂອງຄອບຄົວທຸກຍາກ, ຄອບຄົວທີ່ໃກ້ທຸກຍາກ, ຄອບຄົວທີ່ຫາກໍ່ພົ້ນອອກຈາກຄວາມທຸກຍາກ; ຄົນງານໃນເຂດທຸກຍາກ, ເຂດຫຍຸ້ງຍາກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ເງື່ອນໄຂເຮັດວຽກຢູ່ໃນປະເທດແລະຕ່າງປະເທດ ເມື່ອໄປເຮັດວຽກຢູ່ຕ່າງປະເທດ.
ປະຈຸບັນ, ຫວຽດນາມຍັງມີບ້ານແລະໝູ່ບ້ານປະມານ 1.930 ແຫ່ງທີ່ບໍ່ມີບໍລິການໂທລະຄົມມະນາຄົມເຄື່ອນທີ່ພາກພື້ນດິນ, ແລະ ບ້ານ, ໝູ່ບ້ານອີກປະມານ 9.000 ແຫ່ງທີ່ບໍ່ມີບໍລິການອິນເຕິເນັດບຮອດແບນຄົງທີ່. ດັ່ງນັ້ນ, ຕ້ອງເອົາໃຈໃສ່ “ຫຼຸດຜ່ອນຄວາມທຸກຍາກ”ດ້ານຂໍ້ມູນຂ່າວສານໃຫ້ຄົນທຸກຍາກ, ບໍລິເວນກໍ່ຍັງພົບຄວາມຫຍຸ້ງຍາກ; ສະໜອງຂໍ້ມູນກ່ຽວກັບຄວາມຮູ້, ທັກສະ, ຕົວແບບ, ບົດຮຽນແຮງງານ, ການຜະລິດ, ທຸລະກິດໃຫ້ຄົນທຸກຍາກ, ປະຊາຊົນທີ່ດຳລົງຊີວິດໃນບໍລິເວນທຸກຍາກ, ເຂດ “ແກນກາງທີ່ທຸກຍາກ”. ຫຼຸດຜ່ອນອັດຕາການຂາດສານອາຫານຂອງເດັກນ້ອຍ ເພື່ອພັດທະນາຄວາມສູງແລະສະຕິປັນຍາ ໂດຍສະເພາະໃນເຂດທຸກຍາກ ແລະ ດ້ອຍໂອກາດ; ບຸລິມະສິດການປັບປຸງພາວະໂພຊະນາການ ແລະ ການຫຼຸດຜ່ອນສະພາບການຂາດທາດບຳລຸງກະດູກບໍ່ຂະຫຍາຍ, ດູແລສຸຂະພາບ, ຍົກສູງພາວະຂອງຮ່າງກາຍ ແລະ ລະດັບຄວາມສູງຂອງເດັດນ້ອຍອາຍຸຕ່ຳກວ່າ 16 ປີ ຂອງຄອບຄົວທຸກຍາກ, ຄອບຄົວໃກ້ຕົກໃສ່ຄວາມທຸກຍາກ, ຄອບຄົວທີ່ຫາກໍ່ພົ້ນອອກຈາກຄວາມທຸກຍາກ ແລະ ເດັດນ້ອຍເຂດທຸກຍາກ, ເຂດທີ່ຍັງມີຄວາມຫຍຸ້ງຍາກ. ບຸລິມະສິດສຸມໃສ່ຊ່ວຍເຫຼືອການສ້າງເຮືອນຢູ່ໃຫ້ຄອບຄົວທີ່ທຸກຍາກ, ຄອບຄົວໃກ້ຈະຕົກໃສ່ຄວາມທຸກຍາກ ໃນບັນດາເມືອງທີ່ທຸກຍາກ ໃຫ້ມີເຮືອນຢູ່ທີ່ປອດໄພ ໝັ້ນຄົງ ແລະ ມີຄວາມສາມາດທົນກັບຜົນກະທົບຂອງໄພທຳມະຊາດ, ຍົກສູງຄຸນນະພາບຊີວິດເທື່ອລະກ້າວ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ເພື່ອບັນລຸເປົ້າໝາຍ “ຫຼຸດຜ່ອນອັດຕາຄວາມທຸກຍາກຫຼາຍດ້ານປະຈຳປີລົງ 1% - 1,5%”, ປະກອບສ່ວນປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງປີ 2022 ແລະ ໄລຍະ 2022-2025 ໃຫ້ສຳເລັດຜົນ, ຫວຽດນາມຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຕົ້ນຕໍຄື:
ທີໜຶ່ງ, ຍູ້ແຮງວຽກງານໂຄສະນາເຜີຍແຜ່, ອົບຮົມສຶກສາ, ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ; ເສີມຂະຫຍາຍຢ່າງແຂງແຮງມູນເຊື້ອສາມັກຄີ, ຈິດໃຈ “ຮັກແພງຊ່ວຍເຫຼືອກັນ” ຂອງຊາດຫວຽດນາມ ຕໍ່ກັບຄົນທີ່ທຸກຍາກ. ລະດົມ ແລະ ແນະນຳຄົນທີ່ທຸກຍາກ, ຄອບຄົວທີ່ທຸກຍາກຮຽນຮູ້ປະສົບການ ແລະ ບົດຮຽນໃນການອອກແຮງງານ, ການຜະລິດ, ເປັນເຈົ້າການບືນຕົວກ້າວຂຶ້ນ ພົ້ນອອກຈາກຄວາມທຸກຍາກ, ບໍ່ຄອງຖ້າ, ເອື່ອຍອີງເຂົ້າໃນການຊ່ວຍເຫຼືອຂອງລັດ ແລະ ສັງຄົມ. ຕັ້ງໜ້າໂຄສະນາເຜີຍແຜ່ກ່ຽວກັບວຽກງານຫຼຸດດຜ່ອນຄວາມທຸກຍາກ, ແນະນຳບັນດາບຸກຄົນ, ລວມໝູ່, ຕົວແບບ, ບົດຮຽນ ຫຼື ໃນການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢ່າງທັນເວລາ.
ທີສອງ, ເປັນເຈົ້າການກຳແໜ້ນສະພາບການ, ສວຍໃຊ້ທຸກໆກາລະໂອກາດ ເພື່ອຊຸກຍູ້ການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາກຳລັງໜູນຄວາມເຕີບໂຕໃນໄລຍະເວລາຍາວ, ຂຸດຄົ້ນບັນດາກຳລັງໜູນຄວາມເຕີບໂຕໃໝ່ ເພື່ອຊຸກຍູ້ຄວາມເຕີບໂຕວຽກງານການເຮັດວຽກທີ່ມີສະມັດຖະພາບ, ເພີ່ມທະວີແຫຼ່ງພະລັງຊ່ວຍເຫຼືອໃຫ້ແກ່ເຂດທຸກຍາກ, ຄົນທີ່ທຸກຍາກ. ສຸມໃສ່ປະຕິບັດ 3 ຈຸດສຸມໃຈກາງ: ຟື້ນຟູ, ຊຸກຍູ້ການຜະລິດ, ການທຸລະກິດ; ຍູ້ແຮງການສົ່ງອອກ; ຍູ້ແຮງການເບີກຈ່າຍເງິນລົງທຶນພາກລັດ ແລະ ລະດົມທຸກແຫຼ່ງພະລັງ ເພື່ອພັດທະນາລະບົບໂຄງສ້າງພື້ນຖານ, ເປັນຕົ້ນແມ່ນ ໂຄງສ້າງພື້ນຖານຍຸດທະສາດ, ໂຄງສ້າງພື້ນຖານຢູ່ເຂດທຸກຍາກ.
ທີສາມ, ສືບຕໍ່ປັບປຸງບູລະນະກົນໄກ ແລະ ຈັດຕັ້ງປະຕິບັດໂຄງການເປົ້າໝາຍແຫ່ງຊາດການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021-2025 ຢ່າງມີປະສິດທິຜົນ, ໃນນັ້ນ ສຸມໃສ່ຍົກສູງລາຍໄດ້, ຄຸນນະພາບຊີວິດຂອງຄົນທຸກຍາກ, ຝຶກອົບຮົມທັກສະວິຊາຊີບ, ສ້າງວຽກເຮັດງານທຳທີ່ດີ, ຊ່ວຍເຫຼືອຜູ້ດ້ອຍໂອກາດບໍ່ໃຫ້ຕົກຢູ່ໃນຄວາມທຸກຍາກ, ລົບລ້າງເຮືອນຢູ່ຊົ່ວຄາວ, ຊ່ວຍຍ້າຍເຮືອນຊົ່ວຄາວແລະຊຸດໂຊມໃຫ້ຄອບຄົວທຸກຍາກຢູ່ບໍລິເວນທີ່ທຸກຍາກ, ລົງທຶນພັດທະນາໂຄງສ້າງພື້ນຖານດ້ານເສດຖະກິດ-ສັງຄົມເຂດ “ແກນກາງທີ່ທຸກຍາກ”.
ສຳລັບບໍລິເວນທຸກຍາກ: ສຸມໃສ່ຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງເຊື່ອມຕໍ່ຂອບເຂດ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ການຜະລິດໃນເມືອງທີ່ທຸກຍາກ, ບັນດາຕາແສງທີ່ພົບຄວາມຫຍຸ້ງຍາກພິເສດ, ປະກອບສ່ວນປັບປຸງບູລະນະເງື່ອນໄຂດຳລົງຊີວິດ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.
ສຳລັບຄົນທຸກຍາກ: ເພີ່ມທະວີການປະຕິບັດມາດຕະການຊ່ວຍເຫຼືອຄົນງານທີ່ເສຍວຽກຊອກຫາວຽກໃໝ່, ມີລາຍຮັບປົກກະຕິ, ເຂົ້າຮ່ວມຊຸດເຝິກອົບຮົມທັກສະດິຈິຕອນໄລຍະສັ້ນ ແລະ ທັກສະອາຊີບ ເພື່ອປັບຕົວເຂົ້າກັບສະພາບການໃໝ່ໄດ້ດີຂຶ້ນ; ສະໜັບສະໜູນຄວາມຫຼາກຫຼາຍໃນການທຳມາຫາກິນ, ການພັດທະນາຮູບແບບການແກ້ໄຂບັນຫາຄວາມທຸກຍາກ; ຊ່ວຍເຫຼືອພັດທະນາການຜະລິດໃນຂົງເຂດກະສິກຳ, ອົບຮົມສຶກສາອາຊີບ, ຊ່ວຍເຫຼືອວຽກເຮັດງານທຳ, ພາຫະນະຄອງອາຊີບແບບຍືນຍົງ; ໜູນຊ່ວຍປັບປຸງໂພຊະນາການໃຫ້ເດັກອາຍຸຕ່ຳກວ່າ 16 ປີ ຈາກຄອບຄົວທຸກຍາກ, ຄອບຄົວທີ່ໃດ້ທຸກຍາກ, ຄອບຄົວທີ່ຫາກໍ່ພົ້ນອອກຈາກຄວາມທຸກຍາກ ແລະ ເດັກນ້ອຍເຂດທຸກຍາກ, ເຂດຫຍຸ້ງຍາກພິເສດ; ໜູນຊ່ວຍຄົນທຸກຍາກໃນການຢູ່ອາໄສ, ການເຂົ້າເຖິງ ແລະ ການນຳໃຊ້ຂໍ້ມູນຂ່າວສານ, ໂທລະຄົມ ແລະ ການບໍລິການອິນເຕີເນັດ; ປຸກຕື່ນຈິດໃຈອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບືນຕົວກ້າວຂຶ້ນພົ້ນອອກຈາກຄວາມທຸກຍາກຂອງປະຊາຊົນ, ລະດົມແຫຼ່ງພະລັງເພື່ອປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ໂຄສະນາເຜີຍແຜ່ຕົວຢ່າງທີ່ດີ, ຄວາມຄິດລິເລີ່ມ ແລະ ຮູບແບບໃນການຫຼຸດຜ່ອນຄວາມທຸກຍາກ ເພື່ອສົ່ງເສີມ ແລະ ເຜີຍແຜ່ໃນສັງຄົມ.
ທີສີ່, ສືບຕໍ່ປັບປຸງນະໂຍບາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ເສັ້ນຂີດຄວາມທຸກຍາກຫຼາຍດ້ານ ທີ່ຕິດກັບເປົ້າໝາຍການພັດທະນາແບບຍືນຍົງ, ຮັບປະກັນມາດຕະຖານການຄອງຊີບຂັ້ນຕ່ຳທີ່ເພີ່ມຂຶ້ນເທື່ອລະກ້າວ ແລະ ຄວາມສາມາດຂອງຜູ້ຄົນໃນການເຂົ້າເຖິງບໍລິການທາງສັງຄົມຂັ້ນພື້ນຖານ; ປ່ຽນແປງໃໝ່ວິທີເຂົ້າເຖິງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ປະກາດໃຊ້ນະໂຍບາຍຊ່ວຍເຫຼືອທີ່ມີເງື່ອນໄຂ, ພີ່ມທະວີສິນເຊື່ອໃນນະໂຍບາຍສັງຄົມສໍາລັບຜູ້ທຸກຍາກ ແລະ ການປົກປັກຮັກສາສັງຄົມ ສໍາລັບຄອບຄົວທຸກຍາກທີ່ບໍ່ສາມາດເຮັດວຽກ. ມີນະໂຍບາຍສົ່ງເສີມວິສາຫະກິດ ແລະ ສະຫະກອນ ເຊື່ອມຕໍ່ໃນການຜະລິດ, ທຸລະກິດ, ຈຳໜ່າຍຜະລິດຕະພັນ, ພັດທະນາຮູບແບບການຜະລິດທີ່ຫຼາກຫຼາຍ ໂດຍມີການເຂົ້າຮ່ວມຂອງບັນດາຄອບຄົວທີ່ທຸກຍາກ, ຄອບຄົວໃກ້ທຸກຍາກ; ຊ່ວຍເຫຼືອການພັດທະນາບັນດາຕົວແບບການຜະລິດ, ທຸກລະກິດທີ່ເໝາະສົມກັບຜູ້ທຸກຍາກ, ໂດຍສະເພາະແມ່ນຢູ່ເຂດຊົນນະບົດ, ເຂດພູດອຍ.
ທີຫ້າ, ຍູ້ແຮງການປະຕິບັດນະໂຍບາຍພັດທະນາເສດຖະກິດ-ສັງຄົມລະຫວ່າງເຂດ, ເພີ່ມທະວີການເຊື່ອມຕໍ່ເຂດທີ່ໄດ້ພັດທະນາ ກັບເຂດທີ່ຫຍຸ້ງຍາກ; ມີນະໂຍບາຍຊ່ວຍເຫຼືອ, ສົ່ງເສີມວິສາຫະກິດລົງທຶນໃນບໍລິເວນທີ່ຫຍຸ້ງຍາກ, ຕິດພັນກາບການຮັບປະກັນການປ້ອງກັນປະເທດ - ປ້ອງກັນຄວາມໝັ້ນຄົງ. ທົບທວນແລະດັດປັບແຜນກຳນົດ, ຈັດຕັ້ງປະຕິບັດການຍ້າຍຖິ່ນຖານຂອງປະຊາກອນ, ຮັບປະກັນການດຳລົງຊີວິດທີ່ຍືນຍົງ ແລະ ປອດໄພສຳລັບຜູ້ຢູ່ອາໄສໃນພື້ນທີ່ທີ່ເຄີຍຖືກຜົນກະທົບຈາກໄພທຳມະຊາດ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ພື້ນທີ່ປ່າພິເສດ. ເອົາໃຈໃສ່ແກ້ໄຂທີ່ດິນການຜະລິດແລະດິນຢູ່ອາໄສທີ່ເໝາະສົມ, ສ້າງວຽກເຮັດງານທຳ, ຮັບປະກັນສຸຂະພາບ, ການສຶກສາ, ທີ່ຢູ່ອາໄສ, ນ້ຳສະອາດ, ສຸຂາພິບານ, ຂໍ້ມູນຂ່າວສານ ແລະ ບໍລິການທາງສັງຄົມອື່ນໆ ໃຫ້ແກ່ຄົນທຸກຍາກ, ໂດຍສະເພາະແມ່ນສຳລັບປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ຄົນຢູ່ເຂດພູດອຍ.
ທີຫົກ, ປ່ຽນແປງໃໝ່, ຍູ້ແຮງ ແລະ ຍົກສູງຄຸນນະພາບຂອງການແຂ່ງຂັນ “ທົ່ວປະເທດຮ່ວມມືເພືອຄົນທຸກຍາກ - ບໍ່ປ່ອຍໃຫ້ຜູ້ໃດຢູ່ເບື້ອງຫຼັງ”, ປຸກຕື່ນເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫາຍກຳລັງແຮງພາຍໃນບືນຕົວກ້າວຂຶ້ນ “ພົ້ນອອກຈາກຄວາມທຸກຍາກ, ກໍ່ສ້າງຊີວິດທີ່ອີ່ມໜຳສຳລານ” ຂອງປະຊາຊົນ ແລະ ຊຸມຊົນ, ສູ້ຊົນ “ເພື່ອຫວຽດນາມບໍ່ມີຄວາມທຸກຍາກ”. ລະດົມ ແລະ ນຳໃຊ້ແຫຼ່ງພະລັງລົງທຶນໃຫ້ແກ່ວຽກງານຫຼຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນ. ລັດຮັກສາບົດບາດຕົ້ນຕໍ່ໃນການຮັບປະກັນແຫຼ່ງພະລັງ, ພ້ອມທັງລະດົມບັນດາແຫຼ່ງພະລັງສັງຄົມ ໃຫ້ແກ່ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ບຸລິມະສິດແຫຼ່ງພະລັງປະຕິບັດໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຕາມທິດເໝາະສົມກັບບັນດາໂຄງການ, ແຜນການພັດທະນາເສດຖະກິດສັງຄົມໄລຍະ 2021-2030; ຊຸກຍູ້ການລະດົມ ແລະ ນຳໃຊ້ບັນດາແຫຼ່ງພະລັງພາຍໃນປະເທດ ແລະ ສາກົນ ໃຫ້ແກ່ວຽກງານຫຼຸດຜ່ອນຄວາມທຸກຍາກ ຢ່າງມີປະສິດທິຜົນ; ສຸມໃສ່ພັດທະນາການຜະລິດ, ຝຶກອົບຮົມອາຊີບໃຫ້ຄົນທຸກຍາກ; ລົງທຶນພັດທະນາໂຄງສ້າງພື້ນຖານເສດຖະກິດ-ສັງຄົມ ຢູ່ບັນດາເມືອງທີ່ທຸກຍາກ ແລະ ບັນດາຕາແສງທີ່ຍັງມີຄວາມຫຍຸ້ງຍາກພິເສດ.
ທີເຈັດ, ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິພາບແລະປະສິດທິຜົນຂອງວຽກງານຄຸ້ມຄອງລັດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ. ປັບປຸງບູລະນະການຈັດຕັ້ງກົງຈັກ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການຄຸ້ມຄອງລັດ, ອົງການປະສານງານກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຂັ້ນຕ່າງໆ ຕາມທິດລວມສູນ, ເປັນເອກະພາບຫົວຕໍ່ການຄຸ້ມຄອງ; ເພີ່ມທະວີການປະສານສົມທົບລະຫວ່າງບັນດາຂັ້ນ, ບັນດາຂະແໜງການ ໃນການປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກ; ມີນະໂຍບາຍສົ່ງເສີມພະນັກງານ, ລັດຖະກອນທີ່ມີຄວາມສາມາດ ແລະ ມີຄວາມຕັ້ງໜ້າໃນການປະຕິບັດໜ້າທີ່ຢູ່ເຂດທຸກຍາກ, ເຂດຫຍຸ້ງຍາກພິເສດ. ກໍ່ສ້າງຖານຂໍ້ມູນກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີການສະໜອງຂໍ້ມູນ, ຊ່ວຍເຫຼືອຄົນທຸກຍາກຕິດຕໍ່ກັບຕະຫຼາດແຮງງານ, ຕະຫຼາດສິນຄ້າ,…; ແນະນຳບັນດາຕາແສງ, ບ້ານ, ເທດສະບານເມືອງ ໃນການກໍ່ສ້າງຕົວແບບສະຫະກອນ, ໜ່ວຍຮ່ວມມືຜະລິດທຸລະກິດ, ກຸ່ມຄຸ້ມຄອງດ້ວຍຕົນເອງ, ຄອບຄົວທີ່ພົ້ນອອກຈາກຄວາມທຸກຍາກ,... ຜະລິດເກັ່ງ, ເຮັດເສດຖະກິດເກັ່ງ ດີເດັ່ນ. ສົ່ງເສີມບັນດາວິສາຫະກິດ ຊ່ວຍເຫຼືອບັນດາເມືອງທີ່ທຸກຍາກ, ຕາແສງທີ່ທຸກຍາກ; ຂົນຂວາຍບັນດາຄອບຄົວທີ່ມີຢູ່ມີກິນ ຊ່ວຍເຫຼືອຄອບຄົວທີ່ທຸກຍາກ; ກໍ່ສ້າງ ແລະ ຂະຫຍາຍບັນດາຕົວແບບທີ່ດີ, ຄວາມຄິດລິເລີ່ມກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ທີແປດ, ເປີດກວ້າງການຮ່ວມມືສາກົນ, ລະດົມການຊ່ວຍເຫຼືອທາງດ້ານເຕັກນິກ, ແຫຼ່ງພະລັງຂອງບັນດາອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມມືພັດທະນາ ໃຫ້ສືບຕໍ່ໄປຄຽງຄູ່ກັນກັບລັດຖະບານຫວຽດນາມ ໃນພາລະກິດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັບປະກັນຄວາມປອດໄພທາງສັງຄົມ./.
-----------------------------
- UNDP-UNWOMEN: “ລາຍງານການປະເມີນຜົນກະທົບທາງເສດຖະກິດແລະສັງຄົມ ຂອງການລະບາດໃຫຍ່ຂອງໂຄວິດ-19 ຕໍ່ຄອບຄົວ ແລະ ວິສາຫະກິດທີ່ບອບບາງໃນຫວຽດນາມ ໂດຍຄຳນຶງເຖິງປັດໄຈທາງເພດ”, 2020
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 996 (ເດືອນສິງຫາ 2022)