ຮັບປະກັນໃຫ້ ກອງທຶນປະກັນໄພສັງຄົມມີຄວາມສົມດຸນ
ໃນໄລຍະຍາວ, ກອງທຶນປະກັນໄພສຸຂະພາບມີຄວາມສົມດຸນປະຈຳປີ
ເຊິ່ງຕິດກັບການຄຸ້ມຄອງແລະການນໍາໃຊ້ ທີ່ມີປະສິດທິຜົນ,
ມີຄວາມຮັບຜິດຊອບ ຕາມກົດລະບຽບ
ໃນໄລຍະຍາວ, ກອງທຶນປະກັນໄພສຸຂະພາບມີຄວາມສົມດຸນປະຈຳປີ
ເຊິ່ງຕິດກັບການຄຸ້ມຄອງແລະການນໍາໃຊ້ ທີ່ມີປະສິດທິຜົນ,
ມີຄວາມຮັບຜິດຊອບ ຕາມກົດລະບຽບ
ບັນດາສະຫານກຳມະການສູນກາງພັກ: ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະແລະສັງຄົມ ດ່າວງ້ອກຢູງ ແລະ ເລຂາທິການພັກແຂວງແທັງຮວາ ໂດ້ະຈ້ອງຮຶງ ຢ້ຽນຢາມຖາມຂ່າວຜູ້ອອກແຮງງານ ໃນໂຮງງານຜະລິດເຄື່ອງຫຸ້ມຫໍ່ ດ້າຍເຢືອງ (ເຂດເສດຖະກິດ ງີເຊີນ, ແຂວງແທັງຮວາ) _ພາບ: TTXVN
1- ທັດສະນະຂອງພັກ ແລະ ກົດໝາຍຂອງລັດ ກ່ຽວກັບວຽກງານຄຸ້ມຄອງ
ແລະນຳໃຊ້ກອງທຶນປະກັນໄພສັງຄົມ ແລະ ກອງທຶນປະກັນໄພສຸຂະພາບ
ຂະແໜງການປະກັນໄພສັງຄົມຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນປີ 1995, ເຊິ່ງພັກ ລັດ ແລະ ລັດຖະບານ ໄດ້ມອບໜ້າທີ່ສຳຄັນໃຫ້ມັນຈັດຕັ້ງປະຕິບັດບັນດາລະບອບ ແລະ ນະໂຍບາຍປະກັນໄພສັງຄົມ, ປະກັນໄພສຸຂະພາບ, ປະກັນໄພຫວ່າງງານ. ໃນຖານະຂະແໜງການທີ່ປະຕິບັດໂດຍກົງວຽກງານປະກັນຄວາມປອດໄພທາງສັງຄົມທີ່ສຳຄັນຂອງພັກ ແລະ ລັດ, ຂະແໜງການປະກັນໄພສັງຄົມຫວຽດນາມ ຍາມໃດກໍ່ປະຕິບັດລະບຽບການຢ່າງເຂັ້ມງວດ, ຄຸ້ມຄອງ, ນຳໃຊ້ກອງທຶນປະກັນໄພສັງຄົມ ແລະ ກອງທຶນປະກັນໄພສຸຂະພາບຢ່າງມີປະສິດທິຜົນ ເພື່ອຮັບປະກັນໃຫ້ກອງທຶນປະກັນໄພສັງຄົມມີຄວາມສົມດຸນໃນໄລຍະຍາວ ແລະ ກອງທຶນປະກັນໄພສຸຂະພາບມີຄວາມສົມດຸນປະຈຳປີ. ຂໍ້ 4, ມາດຕາ 3, ດຳລັດເລກທີ 89/2020/ NĐ-CP, ລົງວັນທີ 14 ສິງຫາ 2020, ຂອງລັດຖະບານ ໄດ້ກຳນົດພາລະບົດບາດ, ໜ້າທີ່, ສິດຂອບເຂດ ແລະ ໂຄງປະກອບການຈັດຕັ້ງຂອງສຳນັກງານປະກັນໄພສັງຄົມຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງວ່າ: “ການຄຸ້ມຄອງ ແລະ ການນຳໃຊ້ບັນດາກອງທຶນປະກັນໄພສັງຄົມ, ໃນນັ້ນມີ: ກອງທຶນບໍານານແລະການເສຍຊີວິດ, ກອງທຶນປະກັນອຸປະຕິເຫດແລະພະຍາດຈາກອາຊີບ; ກອງທຶນປະກັນການເຈັບປ່ວຍແລະການເກີດລູກ; ກອງທຶນປະກັນໄພຫວ່າງງານ; ກອງທຶນປະກັນໄພສຸຂະພາບ ຕາມຫຼັກການລວມສູນເປັນເອກະພາບ, ເປີດເຜີຍ, ໂປ່ງໃສ, ຖືກກັບຈຸດປະສົງຕາມກຳນົດຂອງກົດໝາຍ; ຈັດຕັ້ງການເຮັດບັນຊີເງິນຂອງກອງທຶນປະກັນໄພສັງຄົມ, ປະກັນໄພຫວ່າງງານ, ປະກັນໄພສຸຂະພາບ ຕາມລະບຽບກົດໝາຍ; ໃນແຕ່ລະປີ, ສ້າງ ແລະ ຈັດຕັ້ງການປະຕິບັດແຜນການລົງທຶນ ຂອງກອງທຶນປະກັນໄພສັງຄົມ, ປະກັນໄພຫວ່າງງານ ແລະ ປະກັນໄພສຸຂະພາບ ພາຍຫຼັງໄດ້ຮັບການອະນຸມັດຈາກສະພາຄຸ້ມຄອງການປະກັນໄພສັງຄົມ; ປະຕິບັດການຄຸ້ມຄອງຄວາມສ່ຽງໃນການລົງທຶນ ຂອງກອງທຶນປະກັນໄພສັງຄົມ, ປະກັນໄພຫວ່າງງານ, ປະກັນໄພສຸຂະພາບ ຕາມກົດໝາຍ”.
ເພື່ອຮັບປະກັນຊັບພະຍາກອນໃຫ້ແກ່ການປະຕິບັດນະໂຍບາຍປະກັນໄພສັງຄົມ, ປະກັນໄພສຸຂະພາບ, ປະກອບສ່ວນທີ່ສຳຄັນເຂົ້າໃນການປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາປະເທດແບບຍືນຍົງ, ກົດໝາຍປະຈຸບັນກ່ຽວກັບການປະກັນໄພສັງຄົມ ແລະ ການປະກັນໄພສຸຂະພາບ ໄດ້ກຳນົດຢ່າງຈະແຈ້ງວ່າ ການຄຸ້ມຄອງແລະການນຳໃຊ້ບັນດາກອງທຶນປະກັນໄພສັງຄົມ, ກອງທຶນປະກັນໄພສຸຂະພາບ ຕ້ອງຖືກຕ້ອງຕາມລະບຽບການ, ຖືກກັບຈຸດປະສົງ, ປອດໄພ ແລະ ມີປະສິດທິຜົນ. ວັນທີ 22 ພະຈິກ 2012, ກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 21-NQ/TW “ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານການປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບໄລຍະປີ 2012-2020”, ໃນນັ້ນຊີ້ແຈງວ່າ: “ນຳໃຊ້ຢ່າງປອດໄພ ແລະ ຮັບປະກັນຄວາມສົມດຸນຂອງກອງທຶນປະກັນໄພສັງຄົມໃນໄລຍະຍາວ; ຄຸ້ມຄອງແລະນຳໃຊ້ຢ່າງມີປະສິດທິຜົນ ແລະຮັບປະກັນຄວາມສົມດຸນຂອງກອງທຶນປະກັນໄພສຸຂະພາບ”. ມະຕິກໍ່ໄດ້ກຳນົດ 4 ກຸ່ມໜ້າທີ່ແລະວິທີແກ້ໄຂ ເພື່ອປະຕິບັດບັນດາເປົ້າໝາຍການພັດທະນາປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບ, ຕາມນັ້ນ, ເນື້ອໃນ “ປັບປຸງແລະເພີ່ມທະວີການຄຸ້ມຄອງກອງທຶນປະກັນໄພສັງຄົມ ແລະ ກອງທຶນປະກັນໄພສຸຂະພາບ ເພື່ອຮັບປະກັນລາຍຮັບແລະລາຍຈ່າຍ, ການລົງທຶນແລະການເຕີບໂຕຂອງກອງທຶນ ເປັນໄປຢ່າງມີປະສິດທິຜົນແລະປອດໄພ ຕາມກົດໝາຍ”, ແມ່ນໜຶ່ງໃນບັນດາວິທີການແກ້ໄຂໂດຍສະເພາະໃນກຸ່ມໜ້າທີ່ທີ 4: “ເພີ່ມທະວີການຄຸ້ມຄອງຂອງລັດຕໍ່ກາປະກັນໄພສັງຄົມ ແລະ ການປະກັນໄພສຸຂະພາບ”.
ສຳລັບກອງທຶນປະກັນໄພສັງຄົມ: ບັນດາກອງທຶນປະກັນໄພສັງຄົມໄດ້ຮັບການຄຸ້ມຄອງແບບລວມສູນ, ເປັນເອກພາບ, ເປີດເຜີຍ ແລະ ໂປ່ງໃສ; ໄດ້ຮັບການນໍາໃຊ້ຖືກກັບຈຸດປະສົງ ແລະ ການບັນຊີເອກະລາດຕາມບັນດາກອງທຶນພາກສ່ວນ. ການນຳໃຊ້ເງິນກອງທຶນໄດ້ລະບຸໄວ້ໃນມາດຕາ 84, ກົດໝາຍວ່າດ້ວຍການປະກັນໄພສັງຄົມ ແລະ ຂໍ້ 3, ມາດຕາ 57, ກົດໝາຍວ່າດ້ວຍການຈ້າງງານ. ລະອຽດຄື, ກອງທຶນປະກັນໄພສັງຄົມໃຊ້ເພື່ອຈ່າຍຜົນປະໂຫຍດປະກັນໄພສັງຄົມໃຫ້ແກ່ພະນັກງານ; ຈ່າຍຄ່າປະກັນໄພສຸຂະພາບໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດປະກັນໄພສັງຄົມຕາມລະບຽບການ; ໃຊ້ຈ່າຍໃນການຄຸ້ມຄອງປະກັນໄພສັງຄົມຕາມລະບຽບການ; ຊຳລະຄ່າທໍານຽມການກວດປະເມີນລະດັບຄວາມສາມາດໃນການເຮັດວຽກຂອງພະນັກງານ ທີ່ມີສິດໄດ້ຮັບປະກັນໄພສັງຄົມຕາມທີ່ກໍານົດ; ລົງທຶນເພື່ອຮັກສາແລະຂະຫຍາຍກອງທຶນຕາມລະບຽບການ.
ສຳລັບກອງທຶນປະກັນໄພສຸຂະພາບ: ມາດຕາ 34, ມາດຕາ 35, ກົດໝາຍວ່າດ້ວຍການປະກັນໄພສຸຂະພາບກຳນົດ: ກອງທຶນປະກັນໄພສຸຂະພາບໄດ້ຮັບການຄຸ້ມຄອງແບບລວມສູນ, ເປັນເອກພາບ, ເປີດເຜີຍ, ໂປ່ງໃສ ແລະ ມີການແບ່ງຂັ້ນຄຸ້ມຄອງໃນລະບົບການຈັດຕັ້ງປະກັນໄພສຸຂະພາບ. ກອງທຶນປະກັນສຸຂະພາບໄດ້ຮັບການໃຊ້ຈ່າຍເປັນຄ່າກວດສຸຂະພາບ ແລະ ປິ່ນປົວດ້ວຍປະກັນໄພສຸຂະພາບ; ຄ່າໃຊ້ຈ່າຍໃນການຄຸ້ມຄອງອົງການປະກັນສຸຂະພາບ ຕາມບັນທັດຖານຄ່າໃຊ້ຈ່າຍໃນການບໍລິຫານຂອງອົງການ ຂອງລັດ; ລົງທຶນເພື່ອຮັກສາແລະຂະຫຍາຍກອງທຶນປະກັນສຸຂະພາບຕາມຫຼັກການປອດໄພ ແລະ ມີປະສິດທິຜົນ; ສ້າງຕັ້ງກອງທຶນສຳຮອງ ເພື່ອການກວດສຸຂະພາບແລະການປິ່ນປົວດ້ວຍປະກັນໄພສຸຂະພາບ.
ເນື້ອໃນທີ່ສຳຄັນຂອງວຽກງານການຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມ, ກອງທຶນປະກັນໄພສຸຂະພາບ ແມ່ນການລົງທຶນກອງທຶນ. ດັ່ງນັ້ນ, ຫຼັກການແລະຮູບການລົງທຶນກອງທຶນປະກັນໄພສັງຄົມ, ປະກັນໄພສຸຂະພາບ ໄດ້ຮັບການກຳນົດລະອຽດທີ່ສຸດໃນກົດໝາຍ ແລະ ການເຄື່ອນໄຫວລົງທຶນ ຖືກຕັ້ງຢູ່ພາຍໃຕ້ການຕິດຕາມກວດກາ ຂອງບັນດາອົງການຄຸ້ມຄອງລັດທີ່ຮັບຜິດຊອບການປະກັນໄພສັງຄົມ, ສະພາຄຸ້ມຄອງການປະກັນໄພສັງຄົມຫວຽດນາມ, ລັດຖະບານ ແລະ ສະພາແຫ່ງຊາດ ເພື່ອຮັບປະກັນຄວາມເຂັ້ມງວດ ແລະ ໂປ່ງໃສ. ລະອຽດຄື, ວັນທີ 28 ເມສາ 2016, ລັດຖະບານປະກາດໃຊ້ດຳລັດເລກທີ 30/2016/NĐ-CP ກຳນົດລະອຽດກ່ຽວກັບການເຄື່ອນໄຫວລົງທຶນຈາກກອງທຶນປະກັນໄພສັງຄົມ, ປະກັນໄພສຸຂະພາບ, ປະກັນໄພຫວ່າງງານ, ມີຄວາມໝາຍສຳຄັນທີ່ສຸດໃນການເຄື່ອນໄຫວລົງທຶນກອງທຶນຂອງປະກັນໄພສັງຄົມຫວຽດນາມ.
ວັນທີ 23 ພຶດສະພາ 2018, ກອງປະຊຸມຄັ້ງທີເຈັດຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ປະກາດໃຊ້ມະຕິເລດທີ 28-NQ/TW “ວ່າດ້ວຍການປະຕິຮູບນະໂຍບາຍປະກັນໄພສັງຄົມ”, ໃນນັ້ນ ມີການປະຕິຮູບການເຄື່ອນໄຫວລົງທຶນກອງທຶນ: “ກະຈາຍລາຍຊື່ ແລະ ໂຄງສ້າງການລົງທຶນກອງທຶນປະກັນໄພສັງຄົມ ຕາມຫຼັກການປອດໄພ ຍືນຍົງ ແລະ ມີປະສິດທິຜົນ; ບຸລິມະສິດການລົງທຶນໃນພັນທະບັດລັດຖະບານ, ໂດຍສະເພາະແມ່ນ ພັນຖະບັດລັດຖະບານໄລຍະຍາວ; ການຄົ້ນຄວ້າຄ່ອຍໆຂະຫຍາຍໄປສູ່ຂົງເຂດທີ່ໃຫ້ຜົນກຳໄລສູງ, ເທື່ອລະກ້າວມີເສັ້ນທາງເພື່ອນຳເງິນສ່ວນໜຶ່ງທີ່ບໍ່ໄດ້ໃຊ້ງານຂອງກອງທຶນໄປລົງທຶນ ຜ່ານກອງຊັບເພື່ອການລົງທຶນໃນຕະຫຼາດໃນປະເທດ ແລະ ຕ່າງປະເທດ”.
ວັນທີ 8 ຕຸລາ 2018, ລັດຖະບານປະກາດໃຊ້ມະຕິເລກທີ 125/NQ-CP ພ້ອມກັບແຜນປະຕິບັດການຂອງລັດຖະບານ ເພື່ອປະຕິບັດມະຕິເລກທີ 28-NQ/TW ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12, ໃນນັ້ນ ໄດ້ເນັ້ນໜັກໜຶ່ງໃນບັນດາໜ້າທີ່ແລະວິທີແກ້ໄຂຕົ້ນຕໍ ເພື່ອຍົກສູງປະສິດທິພາບແລະປະສິດທິຜົນການຄຸ້ມຄອງລັດ ກ່ຽວກັບການປະກັນໄພສັງຄົມ ວ່າ: “ຄຸ້ມຄອງການລົງທຶນກອງທຶນປະກັນໄພສັງຄົມຢ່າງແໜ້ນແຟ້ນ ຮັບປະກັນຄວາມປອດໄພ ຍືນຍົງ ແລະ ມີປະສິດທິຜົນ”. ມະຕິລະບຸວ່າ: “ກະຊວງການເງິນເປັນຜູ້ຮັບຜິດຊອບຕົ້ນຕໍ, ສົມທົບກັບອົງການປະກັນໄພສັງຄົມຫວຽດນາມ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການສ້າງແຜນງານຍົກສູງປະສິດທິພາບການຄຸ້ມຄອງ ແລະ ການລົງທຶນຂອງກອງທຶນປະກັນໄພສັງຄົມ ຕາມທິດທາງຂອງການຂະຫຍາຍລາຍຊື່ ແລະ ໂຄງປະກອບການລົງທຶນ, ຮັບປະກັນຫຼັກການຄວາມປອດໄພ ຍືນຍົງ ແລະ ມີປະສິດທິຜົນ ແລະ ຍື່ນສະເໜີແຜນງານຕໍ່ລັດຖະບານ; ບຸລິມະສິດການລົງທຶນໃນພັນທະບັດລັດຖະບານ, ໂດຍສະເພາະແມ່ນ ພັນທະບັດລັດຖະບານໄລຍະຍາວ; ການຄົ້ນຄວ້າຄ່ອຍໆຂະຫຍາຍໄປສູ່ຂົງເຂດທີ່ໃຫ້ຜົນກຳໄລສູງ, ເທື່ອລະກ້າວມີເສັ້ນທາງເພື່ອນຳເງິນສ່ວນໜຶ່ງທີ່ບໍ່ໄດ້ໃຊ້ງານຂອງກອງທຶນໄປລົງທຶນ ຜ່ານກອງຊັບເພື່ອການລົງທຶນໃນຕະຫຼາດໃນປະເທດ ແລະ ຕ່າງປະເທດ ຮັບປະກັນຄວາມປອດໄພ ແລະ ຍືນຍົງ.
ປະຈຸບັນ, ການປະຕິບັດລະບອບແລະນະໂຍບາຍປະກັນໄພສັງຄົມ, ປະກັນໄພຫວ່າງງານ, ປະກັນໄພສຸຂະພາບ, ການຄຸ້ມຄອງແລະນຳໃຊ້ບັນດາກອງທຶນປະກັນໄພສັງຄົມ, ປະກັນໄພສຸຂະພາບ ຂອງການປະກັນໄພສັງຄົມຫວຽດນາມ ຢູ່ພາຍໃຕ້ການຕິດຕາມກວດກາ, ຊີ້ນຳຢ່າງແໜ້ນແຟ້ນ ຂອງອົງການຄຸ້ມຄອງລັດກ່ຽວກັບການປະກັນໄພສັງຄົມ, ສະພາຄຸ້ມຄອງການປະກັນໄພສັງຄົມຫວຽດນາມ, ລັດຖະບານ ແລະ ສະພາແຫ່ງຊາດ. ຄຽງຂ້າງກັນນັ້ນ, ກອງທຶນປະກັນໄພສັງຄົມຍັງຖືກກວດສອບທຸກໆ 3 ປີ (ຕາມທີ່ລະບຸໄວ້ໃນຂໍ້ 2, ມາດຕາ 16 ຂອງກົດໝາຍວ່າດ້ວຍການປະກັນໄພສັງຄົມປີ 2014). ໃນແຕ່ລະປີ, ສະພາແຫ່ງຊາດຈັດຕັ້ງການຕິດຕາມກວດກາສະພາບການປະຕິບັດລະບອບແລະນະໂຍບາຍປະກັນໄພສັງຄົມ, ປະກັນໄພຫວ່າງງານ ແລະ ການຄຸ້ມຄອງແລະນຳໃຊ້ກອງທຶນ ເພື່ອຮັບປະກັນການຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມໃຫ້ຖືກຕ້ອງຕາມກົດໝາຍ.
2- ການຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມ ແລະ ກອງທຶນປະກັນໄພສຸຂະພາບ
ຢ່າງມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບການ
ທີໜຶ່ງ, ການຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມ ແລະ ກອງທຶນປະກັນໄພສຸຂະພາບ ໄດ້ດຳເນີນໄປຕາມກົດໝາຍ ແລະ ນຳໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ.
ພາຍຫຼັງ 27 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ກອງທຶນປະກັນໄພສັງຄົມໄດ້ກາຍເປັນກອງທຶນປະກັນຄວາມປອດໄພທີ່ໃຫຍ່ທີ່ສຸດ ໂດຍດຳເນີນງານບົນຫຼັກການຂອງການປະກອບສ່ວນ - ໄດ້ຊົມໃຊ້ ແລະ ການແບ່ງປັນລະຫວ່າງຜູ້ອອກແຮງງານລຸ້ນດຽວກັນ ແລະ ລະຫວ່າງລຸ້ນທີ່ເຂົ້າຮ່ວມປະກັນໄພສັງຄົມ. ກອງທຶນປະກັນໄພສັງຄົມໄດ້ຢືນຢັນບົດບາດສຳຄັນ ໃນການຊຳລະຄ່າໃຊ້ຈ່າຍທີ່ຖືກກົດໝາຍໃນຂົງເຂດປະກັນໄພສຸຂະພາບ, ປະກອບສ່ວນຮັກສາສຸຂະພາບຂອງປະຊາຊົນ. ຈຳນວນຜູ້ມີສິດໄດ້ຮັບສະຫວັດດີການປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນຫຼາຍປີຜ່ານມາ; ການປະກັນໄພສັງຄົມແລະປະກັນໄພສຸຂະພາບ ມີການຂະຫຍາຍຄວາມຄອບຄຸມກວ້າງອອກເລື້ອຍໆ. ຕາມນັ້ນ, ຮອດວັນທີ 31 ທັນວາ 2021, ຈຳນວນຄົນເຂົ້າຮ່ວມການປະກັນໄພສັງຄົມມີຫຼາຍກວ່າ 16,547 ລ້ານຄົນ, ໃນນັ້ນ, ຈຳນວນຄົນເຂົ້າຮ່ວມປະກັນໄພສັງຄົມແບບບັງຄັບມີ 15,097 ລ້ານຄົນ (ເພີ່ມຂຶ້ນເກືອບ 6,6 ເທົ່າເມື່ອທຽບກັບປີ 1995); ຈຳນວນຄົນເຂົ້າຮ່ວມປະກັນໄພສັງຄົມແບບສະໝັກໃຈມີ 1,45 ລ້ານຄົນ (ຫຼາຍກວ່າ 6,65 ເທົ່າເມື່ອທຽບກັບປີ 2015), ກວມເອົາ 2,96% ຂອງກຳລັງແຮງງານຂອງຊາວກະສິກອນ ແລະ ແຮງງານນອກລະບົບ, ເກີນ 1,96% ຂອງເປົ້າໝາຍທີ່ກຳນົດໃນມະຕິເລກທີ 28-NQ/TW. ຈຳນວນຄົນເຂົ້າຮ່ວມປະກັນໄພສຸຂະພາບມີ 88,837 ລ້ານຄົນ (ຫຼາຍກວ່າ 1,27 ເທົ່າເມື່ອທຽບກັບປີ 2015), ກວມເອົາອັດຕາສ່ວນ 91,01% ຂອງປະຊາກອນ.
ວຽກງານການແກ້ໄຂ ແລະ ຊໍາລະລະບອບ ນະໂຍບາຍປະກັນໄພສັງຄົມ, ປະກັນໄພຫວ່າງງານ ແລະ ປະກັນໄພສຸຂະພາບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ, ທັນການ, ຮັບໃຊ້ຜູ້ເຂົ້າຮ່ວມ ແລະ ຜູ້ໄດ້ຮັບຜົນປະໂຫຍດແຕ່ລະຄົນ; ເສີມຂະຫຍາຍບົດບາດເປັນບ່ອນອີງປະກັນຄວາມປອດໄພທາງສັງຄົມໃຫ້ແກ່ຜູ້ອອກແຮງງານຢ່າງແທ້ຈິງ; ພ້ອມກັນນັ້ນ, ໄດ້ຫັນປ່ຽນຢ່າງມີປະສິດທິຜົນຈາກວິທີການຄຸ້ມຄອງຄູ່ມື ສູ່ທີ່ທັນສະໄໝ, ການແກ້ໄຂລະບອບປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບ ອີງຕາມຂໍ້ມູນການຄຸ້ມຄອງຂະບວນການເຂົ້າຮ່ວມການຈ່າຍຄ່າປະກັນໄພສັງຄົມແລະປະກັນໄພສຸຂະພາບ, ຮັບປະກັນຫຼັກການ “ປະກອບສ່ວນ - ໄດ້ຊົມໃຊ້”. ແບບວິທີການເຄື່ອນໄຫວຂອງລະບົບຂະແໜງການປະກັນໄພສັງຄົມຫວຽດນາມ ໄດ້ຮັບການປ່ຽນແປງໃໝ່ຕາມທິດທາງການຮັບໃຊ້, ຍູ້ແຮງການທຸລະກຳທາງເອເລັກໂຕຣນິກ, ເພີ່ມການນຳໃຊ້ບໍລິການສາທາລະນະ, ຫຼຸດຜ່ອນໄລຍະເວລາຊຳລະບັນຊີ, ຫຼຸດຄວາມຫຍຸ້ງຍາກ, ຮັບປະກັນຜົນປະໂຫຍດຂອງພະນັກງານ ແລະ ປະຊາຊົນ.
ພິເສດ, ໃນສອງປີ 2020, 2021, ໃນສະພາບການພະຍາດໂຄວິດ-19 ແຜ່ລະບາດຢ່າງສັບສົນແລະແກ່ຍາວ, ອົງການປະກັນໄພສັງຄົມຫວຽດນາມໄດ້ຕິດຕາມສະຖານະການຈິງຢ່າງໃກ້ຊິດ, ປັບຕົວຢ່າງໄວວາ ແລະ ຍືດຫຍຸ່ນຕາມສະຖານະການການແຜ່ລະບາດ ເພື່ອຜັນຂະຫຍາຍມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງຜູ້ເຂົ້າຮ່ວມ. ແຕ່ປີ 1995 ເຖິງທ້າຍປີ 2021, ອົງການປະກັນໄພສັງຄົມຫວຽດນາມ ໄດ້ຕົກລົງໃຫ້ປະຊາຊົນເກືອບ 135,7 ລ້ານຄົນໄດ້ຮັບຜົນປະໂຫຍດຈາກການເຈັບປ່ວຍ, ການເກີດລູກ, ການຟື້ນຟູສຸຂະພາບ (ສະເລ່ຍແຕ່ລະປີມີຫຼາຍກວ່າ 5 ລ້ານຄົນໄດ້ຮັບຜົນປະໂຫຍດ); ແຕ່ປີ 2010 ເຖິງທ້າຍປີ 2021, ຕົກລົງໃຫ້ຫຼາຍກວ່າ 8,7 ລ້ານຄົນໄດ້ຮັບຜົນປະໂຫຍດປະກັນໄພຫວ່າງງານ; ເຖິງທ້າຍປີ 2021, ຈໍານວນຜູ້ທີ່ໄດ້ຮັບເງິນບໍານານ ແລະ ເງິນອຸດໜູນປະກັນໄພສັງຄົມປະຈໍາເດືອນທັງໝົດ ແມ່ນປະມານ 3,3 ລ້ານຄົນ (ເພີ່ມຂຶ້ນ 179% ເມື່ອທຽບກັບປີ 1995); ແຕ່ປີ 2003 ເຖິງປີ 2021 ໄດ້ສົມທົບກັບໂຮງໝໍແລະສະຖານທີ່ທາງການແພດ ເພື່ອຮັບປະກັນຜົນປະໂຫຍດການກວດສຸຂະພາບແລະການປິ່ນປົວຕາມຫຼັກປະກັນໄພສຸຂະພາບ ກວ່າ 2.217 ລ້ານຄົນ. ໃນສະພາບການໂລກລະບາດໂຄວິດ-19 ເກີດຂຶ້ນຢ່າງສັບສົນ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ການຜະລິດ ທຸລະກິດຂອງບັນດາບໍລິສັດຜູ້ຈ້າງງານ, ວຽກເຮັດງານທຳຂອງຄົນງານ ແລະ ສຸຂະພາບຂອງປະຊາຊົນນັ້ນ, ບັນດາລະບອບ ນະໂຍບາຍປະກັນໄພສັງຄົມ, ປະກັນໄພຫວ່າງງານ, ປະກັນໄພສຸຂະພາບ ໄດ້ເສີມຂະຫຍາຍປະສິດທິຜົນຢ່າງແທ້ຈິງ, ຊ່ວຍເຫຼືອຜູ້ອອກແຮງງານ, ໃຫ້ປະຊາຊົນມີຄວາມໝັ້ນຄົງໃນຊີວິດ ແລະ ຜ່ານຜ່າຄວາມຫຍຸ້ງຍາກ.
ຜົນການເກັບເງິນກອງທຶນປະກັນໄພສັງຄົມ, ປະກັນໄພສຸຂະພາບເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ: ລາຍຮັບປະກັນໄພສັງຄົມເພີ່ມຂຶ້ນຈາກ 788,5 ຕື້ດົ່ງໃນປີ 1995 ຂຶ້ນເປັນ 49.914 ຕື້ດົ່ງໃນປີ 2010, ເປັນ 148.375 ຕື້ດົ່ງໃນປີ 2015 ແລະ ເຖິງປີ 2021 ປະມານ 395.742 ຕື້ດົ່ງ, ເພີ່ມຂຶ້ນ 500 ເທົ່າເມື່ອທຽບກັບປີ 1995. ລາຍຮັບປະກັນໄພສຸຂະພາບເພີ່ມຂຶ້ນຈາກ 2.110 ຕື້ດົ່ງໃນປີ 2004 ເປັນ 59.669 ຕື້ດົ່ງໃນປີ 2015, 109.259 ຕື້ດົ່ງປີ 2021. ຈຳນວນເງິນຊຳລະຄ່າປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບທີ່ຫຼ້າຊ້າ ເຊິ່ງຕ້ອງຄິດໄລ່ດອກເບ້ຍ ໄດ້ຫຼຸດລົງເທື່ອລະກ້າວໃນຫຼາຍປີ ເຮັດໃຫ້ອັດຕາສ່ວນການຄ້າງຊຳລະຂອງປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບ ເຫຼືອໜ້ອຍກວ່າ 3,67%.
ດັ່ງນັ້ນ, ກອງທຶນປະກັນໄພສັງຄົມແລະປະກັນໄພສຸຂະພາບໄດ້ກາຍເປັນກອງທຶນປະກັນຄວາມປອດໄພທາງສັງຄົມທີ່ໃຫຍ່ທີ່ສຸດ, ໄດ້ຮັບການນຳໃຊ້ຖືກຕ້ອງຕາມຈຸດປະສົງ; ໄດ້ຮັບການຄຸ້ມຄອງຢ່າງເປີດເຜີຍ, ໂປ່ງໃສ ພາຍໃຕ້ການຕິດຕາມກວດກາຢ່າງແໜ້ນແຟ້ນຂອງສະພາແຫ່ງຊາດ, ລັດຖະບານ, ສະພາຄຸ້ມຄອງການປະກັນໄພສັງຄົມຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ. ຜົນການກວດກາ, ກວດສອບບັນຊີປະຈຳປີສະແດງໃຫ້ເຫັນວ່າ, ການຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມແລະປະກັນໄພສຸຂະພາບຖືກຕ້ອງຕາມກົດໝາຍໂດຍຕະຫຼອດ. ແຕ່ປີ 2019, ສຳນັກງານປະກັນໄພສັງຄົມຫວຽດນາມໄດ້ຕິດຕັ້ງຊອບແວດຳເນີນງານ ເພື່ອຄຸ້ມຄອງກິດຈະການກວດກາແລະການກວດສອບ; ໃນປີ 2021, ຊອບແວດັ່ງກ່າວສືບຕໍ່ໄດ້ຮັບການຍົກລະດັບ, ເພີ່ມໜ້າທີ່ປະມວນຜົນຂໍ້ມູນ ແລະ ເຕືອນໄພໃນກິດຈະກໍາການກວດກາແລະການທົດສອບ (ໄດ້ສ້າງເຄື່ອງໝາຍລະບຸການລະເມີດ 121 ເຄື່ອງໝາຍ ຂອງການກະທຳລະເມີດ 77 ການກະທຳ ໃນການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະກັນໄພສັງຄົມ, ປະກັນໄພຫວ່າງງານ ແລະ ປະກັນໄພສຸຂະພາບ; ເຄື່ອງໝາຍລະບຸຂໍ້ຜິດພາດໃນອາຊີບ 141 ເຄື່ອງໝາຍ). ການຜັນຂະຫຍາຍການເຄື່ອນໄຫວກວດກາແລະກວດສອບຕາມຮູບການເອເລັກໂຕຣນິກໄດ້ເພີ່ມສະມັດຖະພາບ, ປະສິດທິຜົນ, ຄຸນນະພາບວຽກງານ ແລະ ຫຼຸດຜ່ອນກຳລັງຄົນແລະເວລາປະຕິບັດງານ ຂອງຄະນະກວດກາ, ໂດຍສະເພາະແມ່ນ ຫຼຸດເວລາການເຮັດວຽກໂດຍກົງກັບໜ່ວຍງານ (ຫຼຸດລົງປະມານ 48% ຈາກ 20 ຊົ່ວໂມງເຫຼືອ 10,5 ຊົ່ວໂມງ). ພ້ອມກັນນັ້ນ, ອົງການປະກັນໄພສັງຄົມຫວຽດນາມ ຊຸກຍູ້ການກວດກາແລະຕິດຕາມກວດກາຄ່າໃຊ້ຈ່າຍໃນການກວດສຸຂະພາບ ແລະ ຄ່າປິ່ນປົວດ້ວຍປະກັນໄພສຸຂະພາບ ໃນລະບົບຂໍ້ມູນການປະເມີນການປະກັນໄພສຸຂະພາບທາງເອເລັກໂຕຣນິກ; ຜ່ານນັ້ນ, ກວດພົບກໍລະນີທີ່ມີສັນຍານຂອງການລະເມີດ ຫຼືການໃຊ້ກອງທຶນປະກັນໄພສຸຂະພາບຢ່າງບໍ່ເໝາະສົມຢ່າງໄວວາແລະທັນທ່ວງທີ, ປະກອບສ່ວນຫຼຸດຄ່າໃຊ້ຈ່າຍຂອງກອງທຶນປະກັນໄພສຸຂະພາບລົງຫຼາຍພັນຕື້ດົ່ງໃນຫຼາຍປີຜ່ານມາ.
ທີສອງ, ການຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມ ແລະ ກອງທຶນປະກັນໄພສຸຂະພາບ ໄດ້ດຳເນີນຢ່າງເປີດເຜີຍ ໂປ່ງໃສ ແລະ ມີປະສິດທິຜົນ.
ວຽກງານການຄຸ້ມຄອງການເງິນຂອງບັນດາກອງທຶນປະກັນໄພສັງຄົມແລະປະກັນໄພສຸຂະພາບ ໄດ້ດຳເນີນຢ່າງເປີດເຜີຍ ໂປ່ງໃສ ປະຢັດ ແລະ ມີປະສິດທິຜົນ, ຮັບປະກັນຄວາມພາວະວິໄສ; ຕິດພັນກັບວຽກງານລາຍຮັບ, ລາຍຈ່າຍ, ການແກ້ໄຂນະໂຍບາຍ, ການຄຸ້ມຄອງທຶນ ແລະ ການພັດທະນາຜູ້ເຂົ້າຮ່ວມການປະກັນໄພສັງຄົມ ແລະ ການປະກັນໄພສຸຂະພາບ; ຮັບປະກັນການບໍລິການທີ່ທັນເວລາ ໃຫ້ແກ່ຜູ້ເຂົ້າຮ່ວມນະໂຍບາຍ ແລະຜູ້ໄດ້ຮັບຜົນປະໂຫຍດຈາກນະໂຍບາຍ, ສອດຄ່ອງກັບຈຸດພິເສດການຈັດຕັ້ງຄຸ້ມຄອງແລະການດໍາເນີນງານ ຂອງຂະແໜງການປະກັນໄພສັງຄົມ. ຂະໜາດຂອງກອງທຶນປະກັນໄພເພີ່ມຂຶ້ນທຸກປີ, ຍອດລວນຂອງກອງທຶນປະກັນໄພສັງຄົມ ແລະ ກອງທຶນປະກັນໄພຫວ່າງງານ ຄາດວ່າຈະບັນລຸປະມານ 1,075 ລ້ານຕື້ດົ່ງໃນທ້າຍປີ 2021 (ອັດຕາການເຕີບໂຕສະເລ່ຍປະມານ 11,9% ຕໍ່ປີ), ໃນນັ້ນ: ກອງທຶນປະກັນໄພສັງຄົມປະມານ 955.000 ຕື້ດົ່ງ, ຮັບປະກັນຄວາມສົມດຸນໃນໄລຍະຍາວ; ກອງທຶນປະກັນໄພຫວ່າງງານເກືອບ 88.000 ຕື້ດົ່ງ. ການນຳໃຊ້ກອງທຶນຖືກຕ້ອງຕາມຈຸດປະສົງ, ການຄຸ້ມຄອງລວມສູນ ເປັນເອກະພາບ, ການບັນຊີເປັນເອກະລາດຕາມແຕ່ລະກອງທຶນ.
ກົນໄກຄຸ້ມຄອງການເງິນກອງທຶນປະກັນໄພ ແລະ ກົນໄກການເງິນຂອງຂະແໜງການ, ຄ່າໃຊ້ຈ່າຍໃນການຄຸ້ມຄອງການປະກັນໄພສັງຄົມ, ການປະກັນໄພສຸຂະພາບ ແລະ ການປະກັນໄພຫວ່າງງານ ໄດ້ຮັບການປະກາດໃຊ້ໂດຍສະພາແຫ່ງຊາດ ແລະ ລັດຖະບານ; ຊ່ວຍໃຫ້ການຄຸ້ມຄອງໂປ່ງໃສ ຈະແຈ້ງ ແລະ ການນຳໃຊ້ກອງທຶນປະກັນໄພຢ່າງມີປະສິດທິຜົນ; ການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການປະຕິຮູບຂັ້ນຕອນການບໍລິຫານ, ການຍູ້ແຮງວຽກງານການໂຄສະນາຂົນຂວາຍ, ພັດທະນາຜູ້ເຂົ້າຮ່ວມການປະກັນໄພ, ການເກັບຄ່າປະກັນໄພ ແລະການຈ່າຍນະໂຍບາຍປະກັນໄພ, ການເພີ່ມທະວິການກວດກາ ກວດສອບ ຊຸກຍູ້ການເກັບກູ້ໜີ້ຄ້າງຊຳລະ; ການເພີ່ມທະວິພື້ນຖານວັດຖຸ ແລະ ເງື່ອນໄຂຂອງອຸປະກອນການເຮັດວຽກ. ພິເສດ, ໃນສະພາບການຖືກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19, ເຖິງແມ່ນວ່າວຽກງານຈະເພີ່ມຂຶ້ນຢ່າງໄວວາ, ແຕ່ຂະແໜງການທັງໝົດ ໄດ້ເປັນເຈົ້ນການໃນການກວດສອບແລະຈັດແຈງເນື້ອໃນລາຍຈ່າຍ ເພື່ອປະຢັດຄ່າໃຊ້ຈ່າຍການຄຸ້ມຄອງ ຕັ້ງແຕ່ 10% ເຖິງ 15%.
ການເຄື່ອນໄຫວລົງທຶນຂອງກອງທຶນໄດ້ປະຕິບັດຕາມຂໍ້ກຳນົດຂອງກົດໝາຍ ແລະ ມະຕິຂອງສະພາຄຸ້ມຄອງການປະກັນໄພສັງຄົມຫວຽດນາມ, ຮັບປະກັນຫຼັກການປອດໄພ ແລະ ມີຜະສິດທິຜົນ. ຂະໜາດການລົງທຶນຂອງກອງທຶນນັບມື້ນັບໃຫຍ່ຂຶ້ນ, ສະທ້ອນການເຕີບໂຕຂອງກອງທຶນ, ຍອດເງິນລົງທຶນຂອງກອງທຶນ ແລະ ຜົນກໍາໄລຕໍ່ປີຈາກການລົງທຶນເພີ່ມຂຶ້ນເປັນຕົວເລກແທ້ຈິງ. ອັດຕາກຳໄລການລົງທຶນໂດຍສະເລ່ຍໄດ້ເຕີບໂຕໃນທາງບວກ ແລະ ສູງກວ່າດັດຊະນີເງິນເຟີ້ສະເໝີ. ເຖິງທ້າຍປີ, ຍອດເງິນລົງທຶນສະສົມຂອງກອງທຶນປະກັນໄພບັນລຸ 983.060 ຕື້ດົ່ງ, ເພີ່ມຂຶ້ນສະເລ່ຍປະມານ 24% ໃນໄລຍະ 1995-2021. ຍອດເງິນລົງທຶນສະສົມໃນວັນທີ 31 ທັນວາ 2021 ເພີ່ມຂຶ້ນຫຼາຍກວ່າ 131 ເທົ່າເມື່ອທຽບໃສ່ປີ 1995.
ຮູບແບບການລົງທຶນຂອງກອງທຶນປະກັນໄພແມ່ນສຸມໃສ່ພັນທະບັດລັດຖະບານເປັນສ່ວນໃຫຍ່ (ກວມເອົາກວ່າ 85% ຂອງຍອດເງິນລົງທຶນທັງໝົດ), ສ່ວນທີ່ຍັງເຫຼືອແມ່ນລົງທຶນໃນບັນດາທະນາຄານການຄ້າ ຕາມດຳລັດສະບັບເລກທີ 30/2016/NĐ-CP ແລະ ມະຕິຂອງສະພາຄຸ້ມຄອງການປະກັນໄພສັງຄົມຫວຽດນາມ ເພື່ອຮັບປະກັນສະພາບຄ່ອງ ແລະ ພ້ອມທີ່ຈະຈ່າຍຜົນປະໂຫຍດປະກັນໄພສັງຄົມ, ປະກັນໄພສຸຂະພາບ ແລະ ປະກັນໄພຫວ່າງງານ ໃຫ້ຜູ້ເຂົ້າຮ່ວມການປະກັນໄພ. ໃນຖານະກອງທຶນການເງິນທີ່ໃຫຍ່ທີ່ສຸດຮອງຈາກງົບປະມານຂອງລັດ, ການປະກັນໄພສັງຄົມຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຕະຫຼາດພັນທະບັດລັດຖະບານຫວຽດນາມ, ຊ່ວຍເຫຼືອລັດຖະບານ ໃນການສ້າງສະຖຽນລະພາບຂອງເສດຖະກິດມະຫາພາກ, ລະດົມເງິນທຶນພາຍໃນປະເທດຢ່າງສຳເລັດຜົນ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ປະກັນຄວາມປອດໄພທາງສັງຄົມຂອງຊາດ.
ຜົນຂອງການຈັດຕັ້ງປະຕິບັດນະໂຍບາຍປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບ ໃນ 27 ປີຜ່ານມາ ສະແດງໃຫ້ເຫັນວ່າ ການປ່ຽນໃໝ່ກົນໄກການເງິນຂອງກອງທຶນປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບ ເປັນທິດທາງທີ່ຖືກຕ້ອງ. ກອງທຶນປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບ ແຍກຕົວເປັນເອກະລາດຈາກງົບປະມານຂອງລັດ, ໄດ້ຮັບການຄຸ້ມຄອງຕາມຫຼັກການເປັນເອກະພາບຕາມລະບອບການເງິນຂອງລັດ, ຮັບປະກັນຄວາມພາວະວິໄສ, ປະຊາທິປະໄຕ, ເປີດເຜຍ, ໂປ່ງໃສ, ການນຳໃຊ້ຖືກຕ້ອງກັບຈຸດປະສົງ, ຖືກຕ້ອງຕາມກົດໝາຍ. ການປະຕິຮູບນະໂຍບາຍປະກັນໄພສັງຄົມ ແລະ ປະກັນໄພສຸຂະພາບສອງຄັ້ງມີຄວາມໝາຍສຳຄັນ, ເປັນບົດຮຽນປະສົບການທີ່ລ້ຳຄ່າ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຊຸກຍູ້ການປະຕິຮູບໂດຍລວມ ບັນດານະໂຍບາຍສັງຄົມ ໃນເວລາທີ່ຈະມາເຖິງ. ອັດຕາສ່ວນການໃຊ້ຈ່າຍຈາກກອງທຶນປະກັນໄພສັງຄົມນັບມື້ນັບເພີ່ມຂຶ້ນ, ອັດຕາສ່ວນການໃຊ້ຈ່າຍງົບປະມານຂອງລັດເພື່ອການປະກັນໄພສັງຄົມຫຼຸດລົງ, ເປັນການຢືນຢັນທັດສະນະທີ່ຖືກຕ້ອງຂອງພັກ ໃນການສົ່ງເສີມໃຫ້ປະຊາຊົນພັດທະນາຂີດຄວາມສາມາດໃນການຮັບປະກັນວາມປອດໄພທາງສັງຄົມດ້ວຍຕົນເອງ. ຂະໜາດຂອງກອງທຶນປະກັນໄພເພີ່ມຂຶ້ນທຸກະປີ, ຢືນຢັນຄວາມຍືນຍົງ ແລະ ຮັບປະກັນຄວາມສົມດຸນໃນໄລຍະຍາວ. ອາໃສສິ່ງດັ່ງກ່າວ, ສະພາແຫ່ງຊາດ, ລັດຖະບານ, ສະພາຄຸ້ມຄອງການປະກັນໄພສັງຄົມຫວຽດນາມ, ຜູ້ອອກແຮງງານ ແລະ ປະຊາຊົນນັບມື້ນັບອຸ່ນອຽນໃຈ ແລະ ໄວ້ວາງໃຈປະກັນໄພສັງຄົມຫວຽດນາມ ໃນການປະຕິບັດໜ້າທີ່.
3- ບາງບັນຫາແລະວິທີແກ້ໄຂໃນເວລາທີ່ຈະມາເຖິງ
ຄຽງຄູ່ກັບບັນດາຜົນງານທີ່ໄດ້ຮັບນັ້ນ, ຂະບວນການຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄັມ ແລະ ກອງທຶນປະກັນໄພສຸຂະພາບ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຈຳນວນໜຶ່ງດັ່ງນີ້:
ທີໜຶ່ງ, ການສວຍໃຊ້, ການສະແຫວງປະໂຫຍດຈາກປະກັນໄພສັງຄົມ, ປະກັນໄພຫວ່າງງານ ແລະ ປະກັນໄພສຸຂະພາບ ຍັງເກີດຂຶ້ນຢູ່ບາງທ້ອງຖິ່ນ ແລະ ບາງໜ່ວຍງານ. ຂະແໜງການປະກັນໄພສັງຄົມຫວຽດນາມ ໄດ້ຮັບມອບໝາຍໃຫ້ຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມ, ປະກັນໄພຫວ່າງງານ, ປະກັນໄພສຸຂະພາບ, ລວມທັງລາຍຮັບແລະລາຍຈ່າຍ; ໃນຂະນະດຽວກັນ, ໄດ້ຮັບມອບໝາຍໃຫ້ເຮັດໜ້າທີ່ກວດສອບສະເພາະການເກັບເບ້ຍປະກັນໄພເທົ່ານັ້ນ, ສຳລັບພາກລາຍຈ່າຍ ແມ່ນຍັງບໍ່ທັນໄດ້ຮັບມອບໝາຍໃຫ້ເຮັດພາລະໜ້າທີ່ກວດສອບ, ພຽງແຕ່ຢຸດຢູ່ທີ່ການກວດກາສະເໜີແນະ, ການຈັດການລົງໂທດບໍ່ພຽງພໍເພື່ອຈະກ່າວເຕືອນ, ເຮັດໃຫ້ໜ່ວຍງານຂາດການຮ່ວມມື ແລະ ບໍ່ປະຕິບັດຕາມ, ດັ່ງນັ້ນ ການສວຍໃຊ້ແລະການສະແຫວງປະໂຫຍດຈາກກອງທຶນປະກັນໄພ ຈຶ່ງເຄັ່ງຮ້ອນ ແລະ ສັບສົນຫຼາຍຂຶ້ນ.
ທີສອງ, ວຽກງານການຄຸ້ມຄອງກອງທຶນກວດສຸຂະພາບ ແລະ ການປິ່ນປົວດ້ວຍປະກັນໄພສຸຂະພາບ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນກົນໄກ ນະໂຍບາຍ, ເຊັ່ນ ກົນໄກເປັນເຈົ້າຕົນເອງທາງການເງິນຂອງໂຮງໝໍ; ລາຄາບໍລິການ; ຂອບເຂດໄດ້ຮັບຜົນປະໂຫຍດປະກັນໄພສຸຂະພາບ; ຂໍ້ກຳນົດກ່ຽວກັບການຫັນເປັນສັງຄົມ, ການຮ່ວມມືພາກລັດ - ເອກະຊົນ ທີ່ບໍ່ທັນພຽງພໍ, ຂາດຂໍ້ກຳນົດການກວດກາ; ບໍ່ມີມາດຕະຖານໃນການປະເມີນຄວາມສົມເຫດສົມຜົນ ຂອງຂໍ້ບົ່ງຊີ້ໃນການໃຊ້ຢາ, ອຸປະກອນການແພດ ແລະ ບໍລິການທາງເຕັກນິກ ໃນການກວດສຸຂະພາບ ແລະ ການປິ່ນປົວດ້ວຍປະກັນໄພສຸຂະພາບ...
ຈາກຄວາມເປັນຈິງດັ່ງກ່າວ, ອົງການປະກັນໄພສັງຄົມຫວຽດນາມກຳນົດວ່າ, ຈຳເປັນຕ້ອງສືບຕໍ່ເພີ່ມທະວີວຽກງານຄຸ້ມຄອງແລະນຳໃຊ້ ກອງທຶນປະກັນໄພສັງຄົມ, ກອງທຶນປະກັນໄພສຸຂະພາບ ໃຫ້ຖືກຕ້ອງຕາມລະບຽບການ ແລະ ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດຂອງຜູ້ເຂົ້າຮ່ວມການປະກັນໄພ. ຕາມນັ້ນ, ໃນສະເພາະໜ້າ ຈະສຸມໃສ່ບັນດາບັນຫາຈຸດໜັກດັ່ງນີ້:
ທີໜຶ່ງ, ສືບຕໍ່ຄຸ້ມຄອງການຈ່າຍຜົນປະໂຫຍດປະກັນໄພສັງຄົມໄລຍະສັ້ນ, ເງິນອຸດໜູນຄັ້ງດຽວ ແລະ ຈ່າຍຜົນປະໂຫຍດປະກັນໄພຫວ່າງງານ ຢ່າງເຂັ້ມງວດ; ເພີ່ມທະວີ, ເປັນເຈົ້າການກວດສອບຄ່າໃຊ້ຈ່າຍໃນການກວດສຸຂະພາບ ແລະ ປິ່ນປົວດ້ວຍປະກັນໄພສຸຂະພາບ; ໃຊ້ປະໂຫຍດແລະເສີມຂະຫຍາຍປະສິດທິຜົນຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ຖານຂໍ້ມູນຂອງຂະແໜງການ ເພື່ອກວດກາ, ຕິດຕາມກວດກາ, ປ້ອງກັນການສໍ້ໂກງ, ການລ່ວງລະເມີດ ແລະ ການສະແຫວງຫາຜົນປະໂຫຍດຈາກກອງທຶນ. ພ້ອມກັນນັ້ນ, ປະຕິບັດມາດຕະການຕ່າງໆຢ່າງຄົບຊຸດ ເພື່ອຄຸ້ມຄອງກອງທຶນປະກັນໄພຢ່າງປອດໄພ, ເຕີບໃຫຍ່ແບບຍືນຍົງ ແລະ ມີປະສິດທິຜົນ; ທັງຄຸ້ມຄອງກອງທຶນປະກັນໄພສັງຄົມ, ປະກັນໄພຫວ່າງງານ, ປະກັນໄພສຸຂະພາບ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ດີສຸດ, ທັງຮັບປະກັນຜົນປະໂຫຍດຂອງຜູ້ເຂົ້າຮ່ວມ ແລະ ປະກອບສ່ວນສ້າງສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ທີສອງ, ສືບຕໍ່ປະສານງານກັບກະຊວງສາທາລະນະສຸກ ໃນການຜັນຂະຫຍາຍມາດຕະການຕ່າງໆຢ່າງຄົບຊຸດ ເພື່ອຄວບຄຸມກອງທຶນປະກັນໄພສຸຂະພາບຢ່າງມີຜະສິດທິຜົນ, ຮັບປະກັນການໃຊ້ຈ່າຍທີ່ຖືກຕ້ອງແລະພຽງພໍ, ທັງຮັບປະກັນຜົນປະໂຫຍດຂອງຜູ້ເຂົ້າຮ່ວມການປະກັນໄພ, ເຊັ່ນ: ສ້າງແລະຜັນຂະຫຍາຍວິທີການຊຳລະເງິນແບບໃໝ່່ ສຳລັບຄ່າກວດສຸຂະພາບແລະຄ່າປິ່ນປົວດ້ວຍປະກັນໄພສຸຂະພາບ (ຕໍ່ຫົວແລະຕາມກຸ່ມພິນິດໄສ - DRG). ແຈ້ງຈຳນວນແຫຼ່ງທຶນທີ່ຄາດວ່າຈະໄດ້ໃຊ້ຈ່າຍເພື່ອການກວດສຸຂະພາບແລະການປິ່ນປົວຕາມປະກັນໄພສຸຂະພາບ ໄປໃຫ້ອົງການປະກັນໄພສັງຄົມແຕ່ລະແຫ່ງ, ຄະນະກຳມະການປະຊາຊົນແຂວງ, ເມືອງ ແລະ ບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ເພື່ອສົມທົບກັນຈັດຕັ້ງປະຕິບັດ. ດຳເນີນການກວດສອບການປະກັນໄພສຸຂະພາບທາງເອເລັກໂຕຣນິກ ໃນລະບົບຂໍ້ມູນການປະເມີນປະກັນໄພສຸຂະພາບ; ເພີ່ມທະວີການກວດກາແລະຢືນຢັນຄວາມຜິດພາດໃນການສວຍໃຊ້ກອງທຶນປະກັນໄພສຸຂະພາບ; ປະຕິເສດຢ່າງເດັດຂາດ ບໍ່ຈ່າຍຄ່າກວດພະຍາດ ແລະ ຄ່າປິ່ນປົວທີ່ບໍ່ຖືກຕ້ອງຕາມລະບຽບການ ແລະ ເກີນສົມຄວນ. ກວດກາ, ປະເມີນ ແລະ ກຳນົດຈຳນວນເງິນທີ່ເກີນຄາດໝາຍຄ່າໃຊ້ຈ່າຍ ໃນການກວດ ແລະ ປິ່ນປົວພະຍາດ ຕາມການປະກັນໄພສຸຂະພາບ ຂອງທ້ອງຖິ່ນ ແລ້ວລາຍງານກະຊວງການເງິນ ເພື່ອສະເໜີນາຍົກລັດຖະມົນຕີ ພິຈາລະນາອະນຸມັດແຫຼ່ງເງິນທຶນເພີ່ມເຕີມສ່ວນທີ່ເກີນຄາດໝາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ອຸປະສັກຂອງສະຖານທີ່ປິ່ນປົວພະຍາດ ໄດ້ທັນທ່ວງທີ...
ທີສາມ, ສືບຕໍ່ຍູ້ແຮງການກວດກາ, ຕິດຕາມກວດກາການປະຕິບັດແຜນລາຍຮັບ, ລາຍຈ່າຍ, ການຄຸ້ມຄອງ ແລະ ການນຳໃຊ້ບັນດາກອງທຶນປະກັນໄພສັງຄົມ, ປະກັນໄພສຸຂະພາບ, ປະກັນໄພຫວ່າງງານ ຂອງສະພາຄຸ້ມຄອງການປະກັນໄພສັງຄົມຫວຽດນາມ. ການຕິດຕາມກວດກາແມ່ນໜຶ່ງໃນພາລະບົດບາດສຳຄັນ ຂອງສະພາຄຸ້ມຄອງການປະກັນໄພສັງຄົມ ທີ່ໄດ້ຮັບມອບໝາຍຈາກລັດຖະບານ ເພື່ອຮັບປະກັນໃຫ້ນະໂຍບາຍປະກັນໄພສັງຄົມ, ປະກັນໄພຫວ່າງງານ ແລະ ປະກັນໄພສຸຂະພາບ ໄດ້ຮັບການປະຕິບັດຕາມກົດໝາຍ; ພ້ອມກັນນັ້ນ, ກວດຫາແລະປ້ອງກັນການລະເມີດ ແລະ ການກະທຳຜິດ ໃນການປະຕິບັດນະໂຍບາຍເຫຼົ່ານີ້ ເພື່ອແກ້ໄຂແລະຈັດການແກ້ໄຂຢ່າງທັນການ. ການເຄື່ອນໄຫວຕິດຕາມກວດກາຂອງສະພາຄຸ້ມຄອງການປະກັນໄພສັງຄົມ ກໍເພື່ອປະເມີນວ່າ ລະບຽບ ນະໂຍບາຍ ແລະ ລະບອບກ່ຽວກັບການປະກັນໄພສັງຄົມ, ການປະກັນໄພຫວ່າງງານ ແລະ ການປະກັນໄພສຸຂະພາບ ທີ່ໃຊ້ໃນນທາງປະຕິບັດນັ້ນ ມີຄວາມເໝາະສົມ ຫຼືມີຂໍ້ບົກພ່ອງແລະຂໍ້ຈຳກັດທີ່ມີຢູ່, ຈາກນັ້ນມີຂໍ້ສະເໜີແລະສະເໜີແນະ ຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ໃຫ້ແກ້ໄຂປັບປຸງໃຫ້ດີຂຶ້ນ.
ຄຽວຄູ່ກັນນັ້ນ, ເພີ່ມທະວີວຽກງານກວດກາ, ກວດສອບ, ຮັບປະກັນຄວາມຍືດຫຍຸ່ນແລະປະສິດທິຜົນ; ກວດຈັບແລະຈັດການກັບການກະທຳຜິດກົດໝາຍ, ຫຍໍ້ທໍ້, ສິ້ນເປືອງ, ການຫຼົບຫຼີກບໍ່ເສຍຄ່າປະກັນສັງຄົມ, ການສໍ້ໂກງ, ການໃຊ້ປະໂຫຍດຈາກກອງທຶນປະກັນໄພສັງຄົມ, ປະກັນໄພຫວ່າງງານ, ປະກັນໄພສຸຂະພາບ. ສຸມໃສ່ເກັບກູ້ຄ່າໃຊ້ຈ່າຍທີ່ຜິດວັດຖຸປະສົງ ຜິດລະບຽບ, ເບ້ຍປະກັນທີ່ຕິດໜີ້, ເບ້ຍປະກັນທີ່ຊຳລະຊ້າ. ສືບຕໍ່ຍູ້ແຮງການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ໃນການກວດກາ, ກວດສອບ; ການຂຸດຄົ້ນແລະວິເຄາະຂໍ້ມູນ ເພື່ອປະເມີນ ແລະ ລະບຸສັນຍານຂອງການລ່ວງລະເມີດ, ການສະແຫວງຫາຜົນປະໂຫຍດ ແລະ ການກະທໍາທີ່ຜິດກົດໝາຍ.
ທີສີ່, ຍົກສູງປະສິດທິຜົນຂອງກິດຈະກໍາການລົງທຶນກອງທຶນ. ຕາມນັ້ນ: 1- ສຸມໃສ່ປັບປຸງກອບກົດໝາຍໃຫ້ສົມບູນແບບ. ຄົ້ນຄວ້າສ້າງແລະປັບປຸງບູລະນະນະໂຍບາຍ, ກົດໝາຍກ່ຽວກັບການເຄື່ອນໄຫວລົງທຶນກອງທຶນຢູ່ໃນບັນດາກົດໝາບເຊັ່ນ ກົດໝາຍວ່າດ້ວຍການປະກັນໄພສັງຄົມ, ກົດໝາຍວ່າດ້ວຍການປະກັນໄພສຸຂະພາບ, ກົດໝາຍວ່າດ້ວຍວຽກເຮັດງານທຳ ໃນທິດທາງລະບຽບການທີ່ເປັນເອກະພາບ, ຫຼີກລ້ຽງການຊໍ້າຊ້ອນແລະທັບຊ້ອນກັນ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການຄຸ້ມຄອງຂອງລັດ ແລະ ປະຕິບັດການເຄື່ອນໄຫວລົງທຶນຢ່າງມືອາຊີບ, ໂປ່ງໃສ ແລະ ສອດຄ່ອງກັບແນວປະຕິບັດສາກົນ. ກ່ຽວກັບຫຼັກການລົງທຶນ, ຕ້ອງເປັນເອກະພາບຕາມຫຼັກການທີ່ລະບຸໄວ້ໃນມະຕິເລກທີ 28/NQ-TW, ນັ້ນແມ່ນການເຄື່ອນໄຫວລົງທຶນຕ້ອງປອດໄພ ຍືນຍົງ ແລະ ມີປະສິດທິຜົນ. ສ້າງແຜນການແລະເປົ້າໝາຍການລົງທຶນໄລຍະຍາວ, ໄລຍະກາງ ແລະ ແຜນການລົງທຶນທີ່ໄດ້ຮັບອະນຸມັດປະຈຳປີ ເຊິ່ງເຊື່ອມໂຍງກັບການຄາດຄະເນພັນທະການຈ່າຍເງິນໃນອະນາຄົດ. 2- ສືບຕໍ່ປະຕິບັດການເຄື່ອນໄຫວລົງທຶນກອງທຶນເພື່ອຮັບປະກັນຫຼັກການ ແລະ ຈຸດປະສົງທີ່ໄດ້ວາງໄວ້. ເພີ່ມທະວີວຽກງານລາຍຮັບ, ຂະຫຍາຍການປົກຫຸ້ມຂອງການປະກັນໄພສັງຄົມ ແລະ ການປະກັນໄພສຸຂະພາບ, ຂະຫຍາຍຜູ້ເຂົ້າຮ່ວມການປະກັນໄພສັງຄົມພາກບັງຄັບໄປກຸ່ມຜູ້ຄົນອື່ນໆ. ປັບປຸງການຈັດຕັ້ງກົງຈັກຄວບຄຸມວຽກງານລາຍຈ່າຍ, ຮັບປະກັນໃຫ້ມີລາຍຈ່າຍຖືກຕ້ອງ, ພຽງພໍ ແລະ ທັນການ, ຫຼີກລ້ຽງການສວຍໃຊ້ປະໂຫຍດຈາກກອງທຶນປະກັນໄພ, ຫຼຸດຜ່ອນຂັ້ນຕອນການບໍລິຫານເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, ຄົ້ນຄວ້າກຳນົດອັດຕາສ່ວນການປະກອບສ່ວນ - ໄດ້ຊົມໃຊ້, ສ້າງຮູບແບບແລະຍົກສູງຄຸນນະພາບຂອງວຽກງານການຄາດຄະເນການລົງທຶນ ເພື່ອຮັບປະກັນຄວາມສົມດຸນຂອງກອງທຶນ.
ເສີມຂະຫຍາຍບັນດາຜົນງານທີ່ໄດ້ຮັບ, ບົນພື້ນຖານບັນດາທິດທາງທີ່ລະບຸໄວ້ໃນບັນດາມະຕິຂອງພັກ, ພາຍໃຕ້ການຊີ້ນຳແລະການຄຸ້ມຄອງບໍລິຫານຂອງລັດຖະບານ, ຂະແໜງການປະກັນໄພສັງຄົມຫວຽດນາມ ຈະພະຍາຍາມປະຕິບັດເປັນຢ່າງດີ ນະໂຍບາຍປະກັນໄພສັງຄົມ, ປະກັນໄພສຸຂະພາບເວົ້າລວມ ແລະ ການເຄື່ອນໄຫວຄຸ້ມຄອງແລະນຳໃຊ້ກອງທຶນປະກັນໄພສັງຄົມ, ປະກັນໄພສຸຂະພາບເວົ້າສະເພາະ ໃນໄລຍະໃໝ່, ປະກອບສ່ວນຮັບປະກັນຄວາມປອດໄພທາງສັງຄົມ, ຮັບໃຊ້ປະຊາຊົນໄດ້ດີກວ່າເກົ່າ, ເຮັດໃຫ້ປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ./.
-------------------------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 997 (ເດືອນກັນຍາ 2022)