ບາງທັດສະນະຂອງປະທານໂຮ່ຈີມິນກ່ຽວກັບວັດທະນະທຳ
ແລະ ການຍົກລະດັບວັດທະນະທຳຫວຽດນາມ
ແລະ ການຍົກລະດັບວັດທະນະທຳຫວຽດນາມ
ປະທານ ໂຮ່ຈີມິນ ອ່ານສິລາຈາລຶກຢູ່ວັດ ໂກນເຊີນ, ແຂວງ ຫາຍເຢືອງ (ເດືອນກຸມພາ 1965). _ແຫຼ່ງຂ່າວ: hochiminh.vn
ຫວຽດນາມແມ່ນປະເທດທີ່ມີວັດທະນະທຳອັນຍາວນານ ດ້ວຍປະຫວັດສາດອາລະຍະທຳນັບພັນປີ; ເປັນບ່ອນກຳເນີດຂອງບັນດານັກວັດທະນະທຳທີ່ມີຊື່ສຽງຫຼາຍຄົນ. ໃນບັນດາຜູ້ທີ່ມີຊື່ສຽງເຫຼົ່ານັ້ນ, ປະທານໂຮ່ຈິີມິນແມ່ນນັກຄິດ ແລະ ນັກວັດທະນະທຳທີ່ຍິ່ງໃຫຍ່ທີ່ສຸດ ຂອງຫວຽດນາມໃນຍຸກປະຈຸບັນ. ໃນຄັງສົມບັດແນວຄິດໂຮ່ຈີມິນ, ລະບົບທັດສະນະກ່ຽວກັບວັດທະນະທຳມີຕຳແໜ່ງທີ່ສຳຄັນ ເຊິ່ງມີຄຸນຄ່າອັນໃຫຍ່ຫຼວງ ໃນການພັດທະນາ ແລະ ການເພີ່ມພູນຄວາມສູງສົ່ງຂອງວັດທະນະທຳຫວຽດນາມ.
ທັດສະນະກ່ຽວກັບຕໍາແໜ່ງ ແລະ ບົດບາດຂອງວັດທະນະທໍາ
ຈາກບັນດາພື້ນຖານພາວະວິໄສ ແລະ ວິທະຍາສາດ, ໂດຍໄວ ຫງວຽນອ໋ຽຍກວັກ - ໂຮ່ຈີມິນ ໄດ້ນຳສະເໜີແນວຄວາມຄິດວັດທະນະທຳ, ທັດສະນະກໍ່ສ້າງວັດທະນະທຳຂອງຊາດ. ເພິ່ນໄດ້ສະຫຼຸບຄວາມໝາຍຂອງແນວຄິດວັດທະນະທຳດັ່ງນີ້: “ເພື່ອຄວາມຢູ່ລອດແລະຈຸດປະສົງຂອງຊີວິດ, ມະນຸດໄດ້ສ້າງແລະປະດິດສ້າງພາສາ, ການຂຽນ, ສິນທຳ, ກົດໝາຍ, ວິທະຍາສາດ, ສາສະຫນາ, ວັນນະຄະດີ, ສິລະປະ, ເຄື່ອງມືເຄື່ອງໃຊ້ໃນການດຳລົງຊີວິດປະຈຳວັນ ທັງໃນດ້ານເຄື່ອງນຸ່ງຫົ່ມ, ອາຫານ, ທີ່ພັກອາໄສ ແລະ ວິທີການນໍາໃຊ້. ການສ້າງສັນແລະສິ່ງປະດິດເຫຼົ່ານັ້ນ ແມ່ນວັດທະນະທໍາ. ວັດທະນະທໍາແມ່ນການສັງເຄາະຮູບແບບການດໍາລົງຊີວິດທັງໝົດ ດ້ວຍການສະແດງອອກ ເຊິ່ງມະນຸດສ້າງຂຶ້ນ ເພື່ອປັບໃຫ້ເຂົ້າກັບຄວາມຕ້ອງການຂອງຊີວິດ ແລະ ຄວາມຕ້ອງການໃນການຢູ່ລອດ”(1). ແນວຄວາມຄິດວັດທະນະທໍາ ທີ່ປະທານໂຮ່ຈິີມິນຍົກຂຶ້ນມາ ໄດ້ກວມເອົາເນື້ອໃນທີ່ກວ້າງຂວາງຂອງມາດຕະເກນວັດທະນະທໍາ, ໃນນັ້ນ ມີບັນດາການເຄື່ອນໄຫວທາງດ້ານວັດທະນະທຳ ແລະ ຈິດໃຈຂອງຜູ້ຄົນ ພ້ອມກັບຄຸນຄ່າທີ່ຜູ້ຄົນສ້າງຂຶ້ນ; ພ້ອມກັນນັ້ນ, ແນວຄວາມຄິດວັດທະນະທຳຂອງເພິ່ນ ຍັງຊີ້ໃຫ້ເຫັນເຖິງ ຄວາມຕ້ອງການໃນການຢູ່ລອດຂອງມະນຸດ ໃນຖານະອັດຕະພາບທີ່ຂະຫຍັນຂັນເຄື່ອນຂອງຊີວິດສັງຄົມ ແມ່ນແຫຼ່ງກຳເນີດ, ພະລັງຂັບເຄື່ອນອັນເລິກເຊິ່ງຂອງວັດທະນະທຳ.
ທັດສະນະກ່ຽວກັບຕໍາແໜ່ງແລະບົດບາດຂອງວັດທະນະທໍາ, ຕາມປະທານໂຮ່ຈີມິນ, ວັດທະນະທຳໃນລະດັບເທົ່າທຽມກັບບັນດາຂົງເຂດການເຄື່ອນໄຫວອື່ນຂອງສັງຄົມ: “ໃນການກໍ່ສ້າງປະເທດມີ 4 ບັນຫາທີ່ຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນເທົ່າທຽມກັນຄື: ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ”(2). ຍິ່ງກວ່ານັ້ນ, ເພິ່ນໄດ້ຊີ້ໃຫ້ເຫັນເຖິງການພົວພັນແໜ້ນແຟ້ນ ລະຫວ່າງວັດທະນະທຳ ກັບບັນດາຂົງເຂດອື່ນໆ. ວັດທະນະທຳບໍ່ອາດຈະຢູ່ນອກ “ແຕ່ຕ້ອງຢູ່ໃນເສດຖະກິດ ແລະ ການເມືອງ” ແລະກົງກັນຂ້າມ, ເສດຖະກິດແລະການເມືອງກໍນອນຢູ່ “ໃນວັດທະນະທຳ”. ຊີວິດສັງຄົມໄດ້ຮັບການສ້າງຂຶ້ນ, ເຊື່ອມໂຍງໂຄງສ້າງຈາກສີ່ຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ; ໃນນັ້ນ, ວັດທະນະທຳແມ່ນພື້ນຖານຈິດໃຈຂອງຊີວິດສັງຄົມ, ແມ່ນຂົງເຂດທີ່ຂຶ້ນກັບໂຄງບົນຂອງສັງຄົມ. ຈາກນັ້ນ, ໜຶ່ງໃນບັນດາບັນຫາພື້ນຖານ, ສຳຄັນທີ່ວາງອອກມາແມ່ນ ຕ້ອງແກ້ໄຂການພົວພັນລະຫວ່າງຂົງເຂດວັດທະນະທຳ ກັບການເມືອງ, ເສດຖະກິດ ແລະ ສັງຄົມ ໃຫ້ຖືກຕ້ອງ.
ກ່ຽວກັບການພົວພັນລະຫວ່າງວັດທະນະທຳ ກັບ ການເມືອງ ແລະ ສັງຄົມ, ປະທານໂຮ່ຈີມິນໄດ້ຊີ້ໃຫ້ເຫັນແຈ້ງວ່າ: ວັດທະນະທຳຕ້ອງຮັບໃຊ້ໜ້າທີ່ການເມືອງແລະຢູ່ໃນການເມືອງ; ເມື່ອການເມືອງແລະສັງຄົມໄດ້ຮັບການປົດປ່ອຍເທົ່ານັ້ນ ວັດທະນະທໍາຈຶງໄດ້ຮັບການປົດປ່ອຍ; ການເມືອງປູທາງໃຫ້ວັດທະນະທຳພັດທະນາ, ເພື່ອໃຫ້ວັດທະນະທຳພັດທະນາຢ່າງເສລີ, ຕ້ອງເຮັດການປະຕິວັດທາງການເມືອງກ່ອນ. “ສັງຄົມເປັນແນວໃດ, ສິລະປະເປັນແນວນັ້ນ... ພາຍໃຕ້ລະບອບລ່າເມືອງຂຶ້ນ ແລະ ສັກດິນາ, ປະຊາຊົນເຮົາຖືກກົດຂີ່, ສິລະປະກໍຕົກເປັນທາດ, ຊຸດໂຊມ ແລະ ບໍ່ສາມາດພັດທະນາໄດ້”(3). ວັດທະນະທຳຕ້ອງເຂົ້າຮ່ວມໃນໜ້າທີ່ການເມືອງ, ໝາຍຄວາມວ່າເຂົ້າຮ່ວມໃນການເຄື່ອນໄຫວປະຕິວັດ, ເຂົ້າຮ່ວມການຕໍ່ຕ້ານ ແລະ ການກໍ່ສ້າງສັງຄົມນິຍົມ. ວັດທະນະທຳເຂົ້າຮ່ວມການຕໍ່ຕ້ານ ໝາຍຄວາມວ່າ ວັດທະນະທຳບໍ່ໄດ້ຢູ່ພາຍນອກ ແຕ່ຢູ່ໃນການຕໍ່ຕ້ານອັນສັກສິດຂອງຊາດ ແລະ ການຕໍ່ຕ້ານກາຍເປັນການຕໍ່ຕ້ານທີ່ມີວັດທະນະທຳ.
ໃນການປະຕິວັດສັງຄົມນິຍົມ, ດຳເນີນການປະຕິວັດໃນຂົງເຂດວັດທະນະທຳແມ່ນໜ້າທີ່ທີ່ສຳຄັນທີ່ສຸດ. ແນວຮົບສິລະປະວັດທະນະທຳ ບໍ່ພຽງແຕ່ເກີກຂຶ້ນຢູ່ໃນການຕໍ່ສູ້ຕ້ານຜູ້ຮຸກຮານຕ່າງປະເທດເທົ່ານັ້ນ, ແຕ່ຍັງຢູ່ໃນວຽກງານທີ່ຫຍຸ້ງຍາກແລະສັບສົນທີ່ສຸດຄື ການຕໍ່ສູ້ກັບຜູ້ຮຸກຮານພາຍໃນ, “ສັດຕູໃນໃຈ”, ລັດທິເອກະຊົນທີ່ສະແດງອອກເຊັ່ນ: ການສໍ້ລາດບັງຫຼວງ, ການລົບກວນປະຊາຊົນ, ການໃຊ້ຈ່າຍຟຸມເຟືອຍ, ຂີ້ຄ້ານ, ອາດຍາສິດ,... ດັ່ງນັ້ນ, ການພົວພັນລະຫວ່າງການເມືອງແລະວັດທະນະທຳ ໃນການປະຕິວັດສັງຄົມນິຍົມສະແດງອອກນັບມື້ນັບເລິກເຊິ່ງ, ສອງຂົງເຂດນີ້ຕ້ອງໄດ້ຮັບການຜັນຂະຫຍາຍໄປພ້ອມໆກັນ, ສົ່ງເສີມການພັດທະນາເຊິ່ງກັນແລະກັນ.
ສຳລັບການພົວພັນລະຫວ່າງວັດທະນະທຳແລະເສດຖະກິດ, ປະທານໂຮ່ຈີມິນຊີ້ແຈງວ່າ: “ຢາກຂຶ້ນສູ່ສັງຄົມນິຍົມແມ່ນຕ້ອງພັດທະນາເສດຖະກິດແລະວັດທະນະທຳ. ເປັນຫຍັງບໍ່ເວົ້າວ່າການພັດທະນາທາງດ້ານວັດທະນະທໍາແລະເສດຖະກິດ? ມີສຸພາສິດບົດໜຶ່ງວ່າ: ກິນເຂົ້າແລ້ວຈຶ່ງປະຕິບັດງານໄດ້; ດັງນັ້ນເສດຖະກິດຕ້ອງໄປກ່ອນ”(4). ທັດສະນະຂອງເພິ່ນໃຫ້ເຫັນແຈ້ງວ່າ ເສດຖະກິດແມ່ນພື້ນຖານຂອງວັດທະນະທຳ; ດັງນັ້ນ, ເສດຖະກິດຕ້ອງໄປກ່ອນກ້າວໜຶ່ງ, ຕ້ອງໃຫ້ຄວາມສຳຄັນກັບການສ້າງເສດຖະກິດ, ສ້າງໂຄງສ້າງພື້ນຖານ ເພື່ອມີເງື່ອນໄຂໃນການສ້າງ ແລະ ພັດທະນາວັດທະນະທຳ.
ວັດທະນະທຳຂຶ້ນກັບໂຄງບົນ, ດັງນັ້ນ ຕ້ອງອີງໃສ່ການກໍ່ສ້າງແລະການພັດທະນາຂອງໂຄງສ້າງພື້ນຖານຂອງສັງຄົມ ຈຶ່ງສາມາດກໍ່ສ້າງຮາກຖານ ແລະ ມີເງື່ອນໄຂພຽງພໍ ເພື່ອພັດທະນາວັດທະນາທຳ. ພ້ອມກັນນັ້ນ, ບົນພື້ນຖານຫຼັກໝັ້ນຂອງລັດທິມາກ-ເລນິນ, ປະທານໂຮ່ຈິີມິນໄດ້ຢືນຢັນວ່າ: “ລະດັບວັດທະນະທຳຂອງປະຊາຊົນໄດ້ຮັບການຍົກສູງຈະຊ່ວຍໃຫ້ພວກເຮົາຍູ້ແຮງການຟື້ນຟູເສດຖະກິດ, ພັດທະນາປະຊາທິປະໄຕ. ການຍົກສູງລະດັບວັດທະນະທຳຂອງປະຊາຊົນ ກໍແມ່ນຄວາມຈຳເປັນເພື່ອສ້າງປະເທດເຮົາໃຫ້ກາຍເປັນປະເທດທີ່ມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຈະເລີນຮຸ່ງເຮືອງ”(5). ທັດສະນະນີ້ຂອງເພິ່ນຢືນຢັນວ່າ ວັດທະນະທຳມີຄວາມຕັ້ງໜ້າແລະເປັນເຈົ້າການ, ແມ່ນພະລັງຂັບເຄື່ອນຂອງເສດຖະກິດ ແລະ ການເມືອງ, ສະນັ້ນ ວັດທະນະທຳຕ້ອງຢູ່ໃນເສດຖະກິດ ແລະ ຊຸກຍູ້ການພັດທະນາຂອງເສດຖະກິດ.
ບັນດາທັດສະນະທີ່ຮອບດ້ານແລະເລິກເຊິ່ງນີ້ ຂອງປະທານໂຮ່ຈິີມິນ ສ້າງຮາກຖານໃຫ້ແກ່ທັດສະນະປະຈຸບັນ ຂອງພັກກອມມູນິດຫວຽດນາມ; ຢືນຢັນຕະຫຼອດຂະບວນການນຳພາການປະຕິວັດ, ປະເທດ, ປະຊາຊົນ, ແຜນນະໂຍບາຍຂອງພັກກອມມູນິດຫວຽດນາມສະເໝີວ່າ: ການເຕີບໂຕທາງເສດຖະກິດບໍ່ແມ່ນເປົ້າໝາຍດຽວ, ການເຕີບໂຕທາງເສດຖະກິດ ຕ້ອງໄປຄຽງຄູ່ກັບການພັດທະນາວັດທະນະທຳ, ຮັກສາເອກະລັກອັນດີງາມຂອງວັດທະນະທຳຂອງຊາດ ແລະ ແກ້ໄຂບັນຫາປະກັນສັງຄົມ; ວັດທະນະທໍາເປັນຊັບພະຍາກອນ, ພະລັງຂັບເຄື່ອນການພັດທະນາ. “ວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ ທັງເປັນເປົ້າໝາຍ, ທັງເປັນກຳລັງແຮງພາຍໃນ, ພະລັງຂັບເຄື່ອນທີ່ສຳຄັນ ເພື່ອພັດທະນາປະເທດ, ກຳນົດການພັດທະນາວັດທະນະທຳຢ່າງຄົບຊຸດແລະກົມກຽວ ກັບການເຕີບໂຕທາງເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ ແມ່ນທິດທາງພື້ນຖານຂອງຂະບວນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ, ສະແດງໃຫ້ເຫັນເຖິງຄວາມດີເດັ່ນຂອງລະບອບສັງຄົມຂອງພວກເຮົາ”(6).
ພັດທະນາວັດທະນະທຳຂຶ້ນສູ່ລະດັບສູງໃໝ່
ທັດສະນະທີ່ໂດດເດັ່ນຂອງປະທານໂຮ່ຈິີມິນກ່ຽວກັບວັດທະນະທຳແມ່ນ: ຢືນຢັນວັດທະນະທຳແມ່ນພະລັງຂັບເຄື່ອນ, ແມ່ນເປົ້າໝາຍຂອງພາລະກິດປະຕິວັດ. ເພິ່ນຊີ້ແຈ້ງຄວາມຮຽກຮ້ອງໃຫ້ວັດທະນະທຳຕ້ອງສ່ອງທາງໃຫ້ຊາດໄປ; ເອົາວັດທະນະທຳນຳພາປະຊາຊົນ ເພື່ອປະຕິບັດເອກະລາດ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,... ວັດທະນະທໍາສ້າງຄວາມເຂັ້ມແຂງທາງດ້ານວັດຖຸແລະຈິດໃຈ ເພື່ອເອົາຊະນະຜູ້ຮຸກຮານຕ່າງປະເທດ ດ້ວຍຈິດໃຈ ອາລະຍະທໍາມີໄຊຊະນະເໜືອຄວາມໂຫດຮ້າຍ. ຖ້າຫາກເສດຖະກິດປັບປຸງຊີວິດດ້ານວັດຖຸ, ວັດທະນະທຳກໍ່ມີຜົນດີຕໍ່ການປັບປຸງຊີວິດທາງດ້ານຈິດໃຈຂອງປະຊາຊົນ.
ການປະກອບສ່ວນຂອງປະທານໂຮ່ຈີມິນ ໃນການພັດທະນາ ແລະ ຍົກລະດັບວັດທະນະທຳຫວຽດນາມ ຍັງສະແດງໃຫ້ເຫັນເຖິງທັດສະນະຂອງເພິ່ນ ກ່ຽວກັບການກໍ່ສ້າງວັດທະນະທຳໃໝ່ ດ້ວຍ 5 ທິດທາງໃຫຍ່ ໃນການກໍ່ສ້າງວັດທະນະທຳຂອງຊາດ: “1- ການກໍ່ສ້າງຈິດຕະສາດ: ຈິດໃຈເປັນເອກະລາດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. 2- ການກໍ່ສ້າງຈັນຍາ: ຮູ້ເສຍສະລະຕົນເອງ, ສ້າງປະໂຫຍດໃຫ້ແກ່ມວນຊົນ. 3- ການກໍ່ສ້າງສັງຄົມ: ທຸກໆພາລະກິດກ່ຽວຂ້ອງກັບຜົນປະໂຫຍດຂອງປະຊາຊົນໃນສັງຄົມ. 4- ການກໍ່ສ້າງທາງດ້ານການເມືອງ: ສິດທິພົນລະເຮືອນ. 5- ການກໍ່ສ້າງເສດຖະກິດ”(7).
ເພື່ອແທນທີ່ວັດທະນະທຳການເປັນທາດຂອງລັດທິລ່າເມືອງຂຶ້ນ, ສິ່ງສຳຄັນທີ່ສຸດແມ່ນ ຕ້ອງສ້າງວັດທະນະທຳໃໝ່ປະຕິວັດ. ພື້ນຖານວັດທະນະທຳໃໝ່ນັ້ນ ພັດທະນາຂຶ້ນໂດຍມີລັກສະນະສາມປະການ: ຊາດ, ວິທະຍາສາດ, ມະຫາຊົນ. ເພື່ອກໍ່ສ້າງວັດທະນະທຳໃໝ່ໃນຫຼາຍຂົງເຂດສະເພາະ, ປະທານໂຮ່ຈີມິນໄດ້ຍົກຂໍ້ກຳນົດທີ່ໂດດເດັ່ນຈຳນວນໜຶ່ງດັງຕໍ່ໄປນີ້:
ທີ່ໜຶ່ງ, ກ່ຽວກັບການສຶກສາ, ປະທານໂຮ່ຈິີມິນໃຫ້ທັດສະນະວ່າ “ຊາດທີ່ໂງ່ແມ່ນຊາດທີ່ອ່ອນແອ”, ການກໍ່ສ້າງລະບົບການສຶກສາໃໝ່ ຕ້ອງໄດ້ຖືວ່າເປັນໜ້າທີ່ຮີບດ່ວນ, ມີຄວາມໝາຍຍຸດທະສາດ ພື້ນຖານ ຍາວນານ, ມີຄຸນປະໂຫຍດ “ເຮັດໃຫ້ຊາດຂອງພວກເຮົາກາຍເປັນຊາດທີ່ກ້າຫານ, ຮັກຊາດ, ຮັກການອອກແຮງງານ, ຊາດທີ່ສົມກຽດກັບປະເທດຫວຽດນາມທີ່ເອກະລາດ”(8). ດັງນັ້ນ, ສິ່ງສຳຄັນອັນດັບໜຶ່ງ ຫຼັງຈາກປະເທດໄດ້ຮັບເອກະລາດແມ່ນ ຕ້ອງດຳເນີນຂະບວນການຕໍ່ສູ້ຕ້ານ “ສັດຕູຄວາມໂງ່ຈ້າ” ທັນທີ. ເພິ່ນໄດ້ກຳນົດເປົ້າໝາຍຂອງການສຶກສາ ແມ່ນປະຕິບັດສາມພາລະໜ້າທີ່ຂອງວັດທະນະທຳ ດ້ວຍການສຶກສາ: ການສອນແລະການຮຽນ ເພື່ອບຳລຸງສ້າງອຸດົມຄະຕິທີ່ຖືກຕ້ອງ ແລະອາລົມຈິດອັນສູງສົ່ງ; ຂະຫຍາຍຄວາມຮູ້ຂອງປະຊາຊົນ; ສົ່ງເສີມຄຸນສົມບັດແລະແບບແຜນທີ່ດີ... ບັນດາທັດສະນະຂອງປະທານໂຮ້ຈີມິນກ່ຽວກັບການສຶກສາ ແມ່ນການກຳນົດທິດທາງ ສຳລັບການກໍ່ສ້າງລະບົບການສຶກສາໃໝ່ ທີ່ພັດທະນາຢ່າງຖືກຕ້ອງ ໃນພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ປະກອບສ່ວນທີ່ສຳຄັນເຂົ້າໃນຂະບວນການຕໍ່ສູ້ເພື່ອໂຮມປະເທດເປັນເອກະພາບ.
ທີສອງ, ກ່ຽວກັບວັດທະນະທຳ - ສິລະປະວັນນະຄະດີ, ປະທານໂຮ່ຈິີມິນໄດ້ສະເໜີບັນດາທັດສະນະພື້ນຖານ ເປັນທິດທາງໃຫ້ແກ່ການກໍ່ສ້າງລະບົບສິລະປະວັນນະຄະດິປະຕິວັດ: ວັດທະນະທຳ ສິລະປະວັນນະຄະດີ ແມ່ນສະໜາມຮົບອັນໜຶ່ງ, ບັນດາຜູ້ເຄື່ອນໄຫວວັດທະນະທຳ ແລະ ສິລະປິນ ແມ່ນນັກຮົບໃນສະໜາມຮົບນັ້ນ, ບົດປະພັນສິລະປະວັນນະຄະດີແມ່ນອາວຸດທີ່ແຫຼມຄົມ ໃນການຕໍ່ສູ້ປະຕິວັດ. ເນື້ອໃນນີ້ແມ່ນການເນັ້ນໜັກເຖິງທັດສະນະຂອງປະທານໂຮ່ຈິີມິນ ໃນການຢືນຢັນບົດບາດ ແລະ ຕຳແໜ່ງຂອງວັດທະນະທຳ ໃນພານລະກິດການປະຕິວັດ, ຖືແນວຮົບດ້ານວັດທະນະທຳກໍມີຄວາມສຳຄັນຄືກັບແນວຮົບການທະຫານ, ການເມືອງ, ເສດຖະກິດ. ແນວຄິດໂຮ່ຈີມິນໄດ້ຮັບການສ້າງຕັ້ງຂຶ້ນໃນຊຸມປີ 20 ຂອງສັດຕະວັດທີ 20 ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຜ່ານຂັ້ນຕອນການປະຕິວັດໃນພາຍຫຼັງ. ຄວາມໝາຍຂອງທັດສະນະກ່ຽວກັບແນວຮົບວັດທະນະທຳ, ນັກຮົບວັດທະນະທຳແມ່ນ: “ວັດທະນະທຳ, ສິລະປະ ກໍຄືບັນດາການເຄື່ອນໄຫວອື່ນໆ, ບໍ່ສາມາດຢູ່ຂ້າງນອກ, ແຕ່ຕ້ອງຢູ່ໃນເສດຖະກິດ ແລະ ການເມືອງ”(9). “ຊັ່ນດຽວກັນກັບນັກຮົບຄົນອື່ນໆ, ນັກຮົບສິລະປະກໍມີໜ້າທີ່ ອັນແນ່ນອນ, ນັ້ນແມ່ນ ຮັບໃຊ້ການຕໍ່ຕ້ານ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ... ເວົ້າລວມແລ້ວແມ່ນຕ້ອງຕັ້ງຜົນປະໂຫຍກຂອງການຕໍ່ຕ້ານ, ຂອງປະເທດຊາດ, ຂອງປະຊາຊົນ ຂຶ້ນເໜືອສຸດ ແລະ ກ່ອນອື່ນໝົດ”(10). ກ່ຽວກັບການພົວພັນລະຫວ່າງເອກະລາດແຫ່ງຊາດ ກັບເສລີພາບຂອງນັກຂຽນແລະສິລະປິນ, ເພິ່ນເຄີຍຊີ້ໃຫ້ເຫັນສະເໝີວ່າ: ເມື່ອຊາດຖືກກົດຂີ່ຂົ່ມເຫັງ ນັກຂຽນແລະສິລະປິນກໍສູນເສຍອິດສະຫຼະພາບ. ຖ້າຫາກວ່າ ສິລະປະວັນນະຄະດີຢາກມີອິດສະຫຼະກໍຕ້ອງເຂົ້າຮ່ວມການປະຕິວັດ...
ທີສາມ, ກ່ຽວກັບສິນທຳໃໝ່, ແບບແຜນແລະວິຖີຊີວິດໃໝ່, ປະທານໂຮ່ຈິີມິນຢືນຢັນວ່າ, ເພື່ອກໍ່ສ້າງຊີວິດໃໝ່, ຕ້ອງກໍ່ສ້າງສິນທຳໃໝ່, ສ້າງວິຖີຊີວິດສີວິໄລ, ແບບແຜນດຳລົງຊີວິດໃໝ່. ກ່ອນອື່ນໝົດຈຳເປັນຕ້ອງ “ເປີດບັ້ນຮົບເພື່ອອົບຮົມສຶກສາຈິດໃຈຂອງປະຊາຊົນໂດຍການດຳເນີນການ: ດຸໝັ່ນ, ປະຢັດ, ຊື່ສັດສຸຈະລິດ, ທ່ຽງທຳ”(11) ເພື່ອ “ການເຊີດຊູແລະການປະຕິບັດຄວາມດຸໝັ່ນ, ປະຢັດ, ຊື່ສັດສຸຈະລິດ, ທ່ຽງທຳ ແມ່ນການຈູດໄຟເພື່ອຊີວິດໃໝ່”(12). ເພື່ອສ້າງແບບແຜນດຳລົງຊີວິດໃໝ່ ຈຳເປັນຕ້ອງດັດແປງ “ວິທີທີ່ເຮົາກິນ, ວິທີທີ່ເຮົານຸ່ງ, ວິທີທີ່ເຮົາຢູ່ອາໄສ, ວິທີທີ່ເຮົາໄປມາ”. ການສ້າງວິຖີຊີວິດໃໝ່ - ວິຖິຊີວິດສີວິໄລ ແມ່ນຂະບວນການເຮັດໃຫ້ວິຖີຊີວິດໃໝ່ກາຍເປັນນິໄສ; ໃນນັ້ນມີການສືບທອດແລະພັດທະນາຂະນົບທຳນຽມ ແລະ ປະເພນີອັນດີງາມ, ພ້ອມກັນນັ້ນກໍປັບປຸງຮີດຄອງປະເພນີ ແລະ ວິທີປະຕິບັດທີ່ເກົ່າແກ່ຫຼ້າສະໄໝ ແລະ ເພີ່ມສິ່ງໃໝ່ໆ ທີ່ກ້າວໜ້າ,...
ໃນການສ້າງພື້ນຖານວັດທະນະທຳ, ປະທານໂຮ່ຈິີມິນໄດ້ເນັ້ນໜັກເຖິງທັດສະນະຕ້ອງຮັກສາ ແລະ ເສີມຂະຫຍາຍເອກະລັກແລະຄຸນຄ່າວັດທະນະທຳຂອງຊາດ; ພ້ອມກັນນັ້ນ, ດູດຊຶມເອົາແກນແທ້ຂອງວັດທະນະທຳມະນຸດ. ໃນນິພົນ “ປະຫວັດສາດຂອງປະເທດເຮົາ” (ປີ 1942), ເພິ່ນໄດ້ເວົ້າເຖິງບັນຫາສໍາຄັນທີ່ສຸດແມ່ນ: ປະຊາຊົນເຮົາຕ້ອງຮູ້ປະຫວັດສາດຂອງປະເທດເຮົາ. ໃນໄລຍະຕົ້ນແຫ່ງການສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະທານໂຮ່ຈິີມິນໄດ້ລົງນາມແລະປະກາດໃຊ້ ລັດຖະດຳລັດເລກທີ 65/SL, ລົງວັນທີ 23 ພະຈິກ 1945, ວ່າດ້ວຍການອະນຸລັກວັດຖຸບູຮານໃນທົ່ວປະເທດຫວຽດນາມ (ລວມທັງບູຮານວັດຖຸທັງໝົດໃນສາລາກາງບ້ານ, ວັດວາອາຮາມ, ພະລາຊະວັງ, ປ້ອມປາການ, ສຸສານ, ສິລາຈາລຶກ, ສິ່ງຂອງ, ປະກາດສະນິຍະບັດ, ປຶ້ມ,...). ເພິ່ນຍັງໃຫ້ທັດສະນະວ່າ, ການອະນຸລັກຮັກສາວັດຖຸບູຮານແມ່ນມີຄວາມຈໍາເປັນທີ່ສຸດ ໃນການກໍ່ສ້າງປະເທດຫວຽດນາມ.
ນຶ່ງປີຫຼັງຈາກການລົງນາມໃນລັດຖະດຳລັດເລກທີ 65/SL, ເມື່ອເຂົ້າຮ່ວມກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທຳອິດ ຢູ່ຮ່າໂນ້ຍ, ວັນທີ 24 ພະຈິກ 1946, ທ່ານປະທານໂຮ່ຈີມິນກ່າວວ່າ: “ວັດທະນະທຳຫວຽດນາມເປັນຮູບເປັນຮ່າງຂຶ້ນຜ່ານການກະທົບເຊິ່ງກັນແລະກັນ ກັບວັດທະນະທຳຕາເວັນອອກແລະຕາເວັນຕົກ... ມີສິ່ງທີ່ດີໃນຕາເວັນຕົກຫຼືຕາເວັນອອກ, ເຮົາຮຽນຮູ້ເພື່ອສ້າງວັດທະນະທຳຫວຽດນາມ. ໝາຍຄວາມວ່າ ເອົາປະສົບການທີ່ດີຂອງວັດທະນະທຳໃນອະດີດແລະປະຈຸບັນ ມາເພີ່ມພູນຄູນສ້າງວັດທະນະທຳຫວຽດນາມໃຫ້ມີຈິດໃຈຫວຽດນາມບໍລິສຸດ, ເພື່ອໃຫ້ສອດຄ່ອງກັບຈິດໃຈປະຊາທິປະໄຕ” ແລະ “ພັດທະນາຄວາມດີ, ຄວາມງາມທັງໝົດຂອງຊາດ, ໝາຍຄວາມວ່າ ພວກເຮົາພ້ອມກັນໄປສູ່ແດນມະນຸດ”(13).
ທັດສະນະຂອງປະທານໂຮ່ຈິີມິນທີ່ຢືນຢັນການສືບທອດແລະເສີມຂະຫຍາຍ ບັນດາຄຸນຄ່າທີ່ດີງາມ ໃນຮີດຄອງປະເພນີແຫ່ງຊາດ ຂອງວັດທະນະທຳຫວຽດນາມ ໃນເວລາດຽວກັນກັບການເພີ່ມພູນຄຸນຄ່າໃນຕົນເອງຢ່າງຕໍ່ເນື່ອງ ຜ່ານການດູດຊຶມ ແລະ ການຄັດເລືອກເອົາແກ່ນສານຂອງວັດທະນະທໍາມະນຸດ. ຂະບວນການທັງສອງນີ້ ເກີດຂຶ້ນພ້ອມກັນ ເຮັດໃຫ້ວັດທະນະທຳໃໝ່ໃນຫວຽດນາມ ມີທັງຄຸນລັກສະນະທີ່ສະທ້ອນເຖິງລັກສະນະນິໄສ, ເອກະລັກ ແລະ ມູນເຊື້ອວັດທະນະທຳຂອງຊາດຫວຽດນາມ, ທັງສອດຄ່ອງກັບອາລະຍະທຳຂັ້ນສູງ ທັນສະໄໝຂອງມະນຸດຊາດ. ຍິ່ງກວ່ານັ້ນ, ຄວາມດີ ຄວາມງາມຂອງວັດທະນະທຳແຫ່ງຊາດ ເມື່ອໄດ້ຮັບການພັດທະນາ ແລະ ສົ່ງເສີມຢ່າງເຕັມທີແລ້ວ ຈະຂຶ້ນສູ່ລະດັບສູງຂອງມະນຸດ ແລະ ກາຍເປັນຄຸນຄ່າລວມຂອງມະນຸດຊາດ.
ໃນລາຍງານການເມືອງທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ຂອງພັກ (ປີ1951), ປະທານໂຮ່ຈິີມິນໄດ້ຊີ້ແຈງ ບັນດາເປົ້າໝາຍພື້ນຖານ ທີ່ການປະຕິວັດຫວຽດນາມຕ້ອງບັນລຸໄດ້ ໃນຂົງເຂດວັດທະນະທຳ: “ພັດທະນາບັນດາມູນເຊື່ອອັນດີງາມຂອງວັດທະນະທຳຂອງຊາດ ແລະ ດູດຊຶມສິ່ງໃໝ່ທີ່ດີງາມ ຂອງວັດທະນະທໍາທີ່ກ້າວຫນ້າ ຂອງໂລກ, ເພື່ອສ້າງພື້ນຖານວັດທະນະທຳຫວຽດນາມທີ່ມີລັກສະນະຊາດ, ວິທະຍາສາດ ແລະ ມວນຊົນ”(14). ນີ້ແມ່ນທັດສະນະຂອງປະທານໂຮ່ຈີມິນ ກ່ຽວກັບການຮັກສາເອກະລັກທາງວັດທະນະທຳປະຈຳຊາດທີ່ມີການເລືອກເຟັ້ນ.
ຫຼັງຈາກໄຊຊະນະປະຫວັດສາດທີ່ດ້ຽນບຽນຝູ, ວັນທີ 19 ກັນຍາ 1954, ບົນເສັ້ນທາງຈາກວຽດບັ້ກ ກັບສູ່ນະຄອນຫຼວງຮ່າໂນ້ຍ, ປະທານໂຮ່ຈິີມິນ ໄດ້ເຂົ້າເມືອງຟອງເຈົາ ເພື່ອສະແດງຄວາມເຄົາລົບຕໍ່ເຈົ້າຊີວິດຮຸ່ງ, ໂອ້ລົມກັບພີ່ນ້ອງຮ່ວມຊາດແລະທະຫານ ຢູ່ວິຫານຮຸ່ງເວືອງ ແລະ ຕັກເຕືອນວ່າ: “ເຈົ້າຊີວິດຮຸ່ງເວືອງມີຄຸນງາມຄວາມດີໃນການສ້າງປະເທດ, ພວກເຮົາຕ້ອງພ້ອມກັນປົກປັກຮັກສາປະເທດ”. ຄຳເວົ້າທີ່ເປັນອະມະຕະຂອງເພິ່ນ ໄດ້ລວມຄຳວ່າການສ້າງປະເທດແລະການປ້ອງກັນປະເທດ ເຂົ້າເປັນຄູ່ມາດຕະເກນທີ່ຂາດບໍ່ໄດ້ຂອງປະຫວັດສາດແລະວັດທະນະທຳຫວຽດນາມ.
ການເສີມຂະຫຍາຍແລະພັດທະນາວັດທະນະທຳຂອງຊາດ ຕ້ອງອີງບົນພື້ນຖານການຮັກສາແລະອະນຸລັກບັນດາຄຸນຄ່າວັດທະນະທຳຂອງຊາດ. ປະທານໂຮ່ຈິີມິນຍາມໃດກໍຢືນຢັນທັດສະນະວ່າ: ຮາກຫງົ້າຂອງວັດທະນະທຳແມ່ນຊາດ; ຖ້າບໍ່ມີຮາກເຫງົ້ານີ້, ຈະບໍ່ສາມາດດູດຊຶມສິ່ງທີ່ດີງາມຂອງປະເທດອື່ນໆໄດ້ ແລະ ຈະບໍ່ມີສ່ວນປະກອບໃດໆໃຫ້ກັບວັດທະນະທໍາຂອງມະນຸດ. ເພິ່ນຮຽກຮ້ອງໃຫ້ “ເສີມຂະຫຍາຍມໍລະດົກ ທຶນຮອນເກົ່າ ອັນລ້ຳຄ່າຂອງຊາດ... ແລະ ຮຽນຮູ້ວັດທະນະທຳກ້າວໜ້າຂອງປະເທດອື່ນໆ” ແລະ ເພິ່ນກໍມີຄວາມສົນໃຈຫຼາຍຕໍ່ທັດສະນະຂອງ ວ.ອີ.ເລນິນ ທີ່ວ່າ: ມີພຽງນັກປະຕິວັດທີ່ແທ້ຈິງເທົ່ານັ້ນ ທີ່ສາມາດເກັບກ່ຽວຄວາມຮູ້ອັນລ້ຳຄ່າທີ່ຄົນຮຸ່ນກ່ອນໄດ້ປະໄວ້(15). ເພິ່ນເຕືອນບັນດານັກຂຽນແລະສິລະປິນ ຕ້ອງເອົາໃຈໃສ່ຮັກສາມໍລະດົກຂອງຊາດໄວ້, ພ້ອມກັນນັ້ນກໍຕຳໜິວິຈານຜູ້ທີ່ເປັນຊາວຫວຽດນາມ ແຕ່ບໍ່ເຂົ້າໃຈແຈ້ງປະຫວັດສາດ, ປະເທດ ແລະ ຄົນຫວຽດນາມ. ໃນຊີວິດການເຄື່ອນໄຫວປະຕິວັດຂອງຕົນ, ປະທານໂຮ່ຈິີມິນໄດ້ເອົາໃຈໃສ່ທີ່ສຸດເຖິງການຮັກສາຮີດຄອງປະເພນີແລະມູນເຊື້ອທີ່ດີງາມຂອງຊາດ.
ສໍາລັບເລື່ອງເທດສະການຢູ່ໃນວັດວາແລະອະນຸສາວະລີນັ້ນ, ປີ 1958, ປະທານໂຮ່ຈິີມິນໄດ້ໃຫ້ຄຳເຫັນຊີ້ນຳທີ່ມີຄວາມໝາຍວິທີວິທະຍາວ່າ: “ເວົ້າກັນວ່າຈະຟື້ນຟູທຶນເກົ່າ, ເຮົາຄວນຟື້ນຟູອັນໃດດີ, ອັນໃດບໍ່ດີຄວນຄ່ອຍໆລົບອອກ... ອັນໃດດີເຮົາຄວນຟື້ນຟູ ແລະພັດທະນາ, ອັນໃດບໍ່ດີກໍ່ຕ້ອງປະຖິ້ມ...”(16). ທັດສະນະນີ້ຂອງປະທານໂຮ່ຈິີມິນໃຫ້ເຫັນເຖິງທ່າທີ່ວິທະຍາສາດ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງງານບຸນ, ບໍ່ຟື້ນຟູອັນເກົ່າໂດຍບໍ່ຈຳແນກແບບປັບມັນໃຫ້ເຂົ້າກັບວິຖີຊີວິດໃໝ່, ວັດທະນະທຳໃໝ່...
ພ້ອມກັນກັບແນວຄວາມຄິດທີ່ເລິກເຊິ່ງກ່ຽວກັບວັດທະນະທຳ, ປະທານໂຮ່ຈິີມິນຍັງເປັນແບບຢ່າງທີ່ດີໃນການຮຽນຮູ້, ກາອະນຸລັດທຶນເກົ່າ ແລະ ກາປົກປັກຮັກສາວັດທະນະທຳທີ່ດີງາມຂອງຊາດ. ເພິ່ນໃຫ້ຄວາມເຄົາລົບຢ່າງສູງ, ຮັກສາ ແລະ ສ້າງຄວາມຜ່ອງໃສໃຫ້ກັບພາສາປະຈຳຊາດ ເພື່ອຍົກລະດັບວັດທະນະທຳຫວຽດນາມ. ເມື່ອກ່າວຄຳເຫັນໃນກອງປະຊຸມໃຫຍ່ຄັ້ງທີ 3 ຂອງສະມາຄົມນັກຂ່າວຫວຽດນາມ (ວັນທີ 8 ກັນຍາ 1962), ເພິ່ນໄດ້ເນັ້ນໜັກວ່າ: “ພາສາເປັນຊັບສິນທີ່ເກົ່າແກ່ທີ່ສຸດ ແລະ ມີຄຸນຄ່າທີ່ສຸດຂອງຊາດ. ພວກເຮົາຕ້ອງປົກປັກຮັກສາມັນ, ທະນຸຖະຫນອມມັນ, ເຮັດໃຫ້ມັນແຜ່ຫຼາຍກວ້າງຂວາງ”(17). ເພິ່ນກໍຮຽກຮ້ອງໃຫ້ບັນດານັກຂຽນຈົ່ງເອົາໃຈໃສ່ເຄົາລົບນັບຖື ແລະ ຊ່ວຍເຫຼືອບັນດາຜົນງານການຂີດຂຽນຂອງມະຫາຊົນ, ເພາະຜົນງານເຫຼົ່ານັ້ນແມ່ນແກ້ວປະເສີດທີ່ມີຄ່າ,...
ດັງນັ້ນ, ການພັດທະນາແລະຍົກລະດັບວັດທະນາທຳແຫ່ງຊາດຂອງຫວຽດນາມໃຫ້ເທົ່າທຽມຍຸກສະໄໝ ຈຶງເປັນແນວຄວາມຄິດທີ່ສວຍງາມ, ເລິກເຊິ່ງ ແລະ ສູງສົ່ງທີ່ສຸດ ຂອງປະທານໂຮ່ຈີມິນ ໃນຖານະບົດບາດເປັນປະມຸກຂອງປະເທດຊາດ-ປະຊາຊາດ; ຍິ່ງໄປກວ່ານັ້ນ, ເປັນຕົວແທນຂອງອຸດົມການ, ສະຕິປັນຍາ ແລະ ຈິດວິນຍານຂອງປະເທດ - ປະຊາຊາດຫວຽດນາມ. ບັນດາທັດສະນະ, ແນວຄິດຂອງເພິ່ນກ່ຽວກັບວັດທະນະທຳ, ການພັດທະນາ, ການຍົກລະດັບວັດທະນະທຳຂອງຊາດ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນໄລຍະການປະຕິວັດຊາດ ປະຊາທິປະໄຕເທົ່ານັ້ນ, ແຕ່ຍັງມີຄຸນຄ່າທີ່ເລິກເຊິ່ງ ໃນການກໍ່ສ້າງສັງຄົມນິຍົມ. ແນວຄິດເຫຼົ່ານັ້ນແມ່ນຮາກຖານ, ເປັນພື້ນຖານ ເພື່ອໃຫ້ພັກສ້າງເສັ້ນທາງການພັດທະນາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກຂອງຊາດ ໃນໄລຍະປະຈຸບັນ ໂດຍມີບັນດາທິດທາງພື້ນຖານເຊັ່ນ: ການກໍ່ສ້າງລະບົບຄຸນຄ່າວັດທະນະທຳ ແລະ ມາດຕະຖານມະນຸດ ໂດຍຕິດພັນກັບການປົກປັກຮັກສາ ແລະ ພັດທະນາລະບົບຄຸນຄ່າຄອບຄົວຫວຽດນາມ; ການກໍ່ສ້າງຄົນຫວຽດນາມໃນຍຸກໃໝ່ ໂດຍເຊື່ອມໂຍງຄຸນຄ່າດັ້ງເດີມແລະທັນສະໄໝເຂົ້າດ້ວຍກັນຢ່າງໃກ້ຊິດແລະກົມກຽວ; ການກໍ່ສ້າງສະພາບແວດລ້ອມທາງວັດທະນະທຳທີ່ສະອາດໂປ່ງໃສຢ່າງແທ້ຈິງ ແລະ ປັບປຸງເງື່ອນໄຂການຊົມໃຊ້ວັດທະນະທຳຂອງປະຊາຊົນ; ການປົກປ້ອງແລະເສີມຂະຫຍາຍບັນດາຄຸນຄ່າທີ່ດີງາມ, ຍືນຍົງໃນປະເພນີວັດທະນະທຳຫວຽດນາມ; ເຊື່ອມຕິດການຮັກສາແລະການເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳດັ້ງເດີມຂອງຫວຽດນາມ ກັບການເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນທາງດ້ານວັດທະນະທຳ, ສ້າງຫວຽດນາມໃຫ້ເປັນຈຸດໝາຍປາຍທາງທີ່ດຶງດູດ ສຳລັບການແລກປ່ຽນວັດທະນະທຳສາກົນ; ການເລືອກດູດຊຶມເອົາແກ່ນສານທາງວັດທະນະທຳມະນຸດທີ່ສອດຄ່ອງກັບຄວາມເປັນຈິງຂອງຫວຽດນາມ, ຄ່ອຍໆນຳເອົາວັດທະນະທຳຫວຽດນາມອອກສູ່ໂລກ;...(18)./.
-------------------------------
(1) ໂຮ່ຈິີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 458.
(2) ໂຮ່ຈິີມິນ: ວ່າດ້ວຍວັດທະນະທຳ, ພິພິທະພັນໂຮ່ຈີມິນ, ຮ່າໂນ້ບ, 1997, ໜ້າ 11.
(3) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 231.
(4) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 470.
(5) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 458 – 459.
(6) ຫງວຽນ ຝູ ຈ້ອງ: “ອອກແຮງກໍ່ສ້າງ, ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ໂດດເດັ່ນ ຂອງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກຂອງຊາດ”, ວາລະສານກອມມູນິດ, ສະບັບທີ 979, ເດືອນທັນວາ 2021, ໜ້າ 7.
(7) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 3, ໜ້າ 458.
(8) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 7.
(9), (10) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 246.
(11) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 7.
(12) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 128.
(13) ໂຮ່ຈິີມິນ: ວ່າດ້ວຍວຽກງານວັດທະນະທຳ ສິລະປະ ວັນນະຄະດີ, ສພຈ ສື້ເຖິ້ດ, ຮ່າໂນ້ຍ, 1971, ໜ້າ 71.
(14) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 40.
(15) ເບິ່ງ: ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 6, ໜ້າ 357.
(16) ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ: ແນວຄິດໂຮ່ຈີມິນກ່ຽວກັບການກໍ່ສ້າງວັດທະນະທຳຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 1998, ໜ້າ 161 - 162.
(17) ໂຮ່ຈິີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 465.
(18) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 143 - 147.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ, ສະບັບທີ 1001 (ເດືອນພະຈິກ 2022)