ເຊື່ອມຕໍ່ການພັດທະນາການທ່ອງທ່ຽວກັບການອະນຸລັກ
ແລະເຊີດຊູບັນດາຄຸນຄ່າປະຫວັດສາດ ແລະວັດທະນະທຳປະຕິວັດ
ຂອງບັນດາແຂວງໃນເຂດທີ່ໝັ້ນປະຕິວັດຫວຽດບັກ
ແລະເຊີດຊູບັນດາຄຸນຄ່າປະຫວັດສາດ ແລະວັດທະນະທຳປະຕິວັດ
ຂອງບັນດາແຂວງໃນເຂດທີ່ໝັ້ນປະຕິວັດຫວຽດບັກ
ທ່ານ ຟ້າມ ມິງ ຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ພົບປະກັບພີ່ນ້ອງຮ່ວມຊາດຊາວເຜົ່າສ່ວນໜ້ອຍແຂວງກາວບັ່ງ ທີ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ປາກບໍ່ (ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວ໋າງ, ແຂວງ ກາວບັງ) _ພາບ: TTXVN
ຄວາມດຶງດູດການທ່ອງທ່ຽວຂອງເຂດທີ່ໝັ້ນປະຕິວັດຫວຽດບັກ
ເຂດທີ່ໝັ້ນປະຕິວັດຫວຽດບັກປະກອບມີ 6 ແຂວງຄື: ກາວບັ່ງ, ບັກກ້ານ, ລ້າງເຊີນ, ຖາຍງວຽນ, ຮ່າຢາງ ແລະ ຕວຽນກວາງ; ມີເນື້ອທີ່ທຳມະຊາດ 37.204 ກມ2, ຈຳນວນປະຊາກອນ 4.576.140 ຄົນ (ປີ 2020). ເຂດທີ່ໝັ້ນປະຕິວັດຫວຽດບັກຖືກເອີ້ນວ່າ ນະຄອນຫຼວງແຫ່ງການຕໍ່ຕ້ານ, ແມ່ນສະຖານທີ່ທີ່ມີຕຳແໜ່ງຍຸດທະສາດທີ່ສຳຄັນພິເສດ ທາງດ້ານເສດຖະກິດ, ການເມືອງ, ການທະຫານ ແລະ ສັງຄົມ; ເປັນດິນແດນແຫ່ງຄວາມຈົງຮັກພັກດີ ແລະ ຄວາມຮັກ, ປະກອບສ່ວນອັນໃຫຍ່ຫຼວງໃນໄລຍະ “ກ່ອນການລຸກຮື້ຂຶ້ນ” ແລະ ໃນສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝະລັ່ງເປັນເວລາ 9 ປີ (1945-1954).
ເຂດທີ່ໝັ້ນປະຕິວັດຫວຽດບັກ ຕັ້ງຢູ່ໃນເຂດພູດອຍພາກເໜືອ - ເຊິ່ງແມ່ນໜຶ່ງໃນ 7 ເຂດທ່ອງທ່ຽວຂອງປະເທດ ທີ່ລະບຸໄວ້ໃນຍຸດທະສາດການພັດທະນາການທ່ອງທ່ຽວຫວຽດນາມຮອດປີ 2030, ໄດ້ຮັບການອະນຸມັດໃນມະຕິຕົກລົງເລກທີ 2473/QD-TTg, ລົງວັນທີ 30 ທັນວາ 2011, ໂດຍນາຍົກລັດຖະມົນຕີ. ນີ້ແມ່ນເຂດທີ່ມີທີ່ຕັ້ງພູມສາດທີ່ສະດວກດີ, ຕັ້ງຢູ່ໃກ້ກັບນະຄອນຫຼວງຮ່າໂນ້ຍ, ມີລະບົບໂຄງສ້າງພື້ນຖານການຄົມມະນາຄົມທີ່ຂ້ອນຊ້າງສະດວກ, ມີທ່າແຮງດ້ານການທ່ອງທ່ຽວທີ່ຫຼາກຫຼາຍ, ອຸດົມສົມບູນທັງທຳມະຊາດ ແລະ ວັດທະນະທຳ.
ກ່ຽວກັບຊັບພະຍາກອນການທ່ອງທ່ຽວທາງທຳມະຊາດ, ເນື້ອທີ່ສ່ວນໃຫຍ່ຂອງເຂດທີ່ໝັ້ນປະຕິວັດຫວຽດບັກແມ່ນພູດອຍແລະພູພຽງ. ເນື່ອງຈາກພູມສັນຖານພູດອຍສູງ ບວກກັບປັດໄຈທາງດິນຟ້າອາກາດ, ລະບົບອຸທົກກະສາດຂອງແມ່ນ້ຳ, ຫ້ວຍຮ່ອງ ແລະ ທະເລສາບ, ພືດພັນ..., ດັ່ງນັ້ນ ເຂດນີ້ມີທິວທັດທີ່ສວຍສົດງົດງາມ, ມີພູສູງ, ເຫວເລິກ ແລະ ທັດສະນິຍະພາບທີ່ສວຍງາມຫຼາຍແຫ່ງ, ສ້າງພູມສັນຖານທີ່ດຶງດູດໃຈເປັນພິເສດ ເຊັ່ນ ພູເຂົາ ເໝົາເຊີນ, ທົ່ງຫຍ້າ ເຄົາຊາວ (ແຂວງລ້າງເຊີນ); ດົ່ງວັນ, ມ້າປີ້ແລ່ງ, ຕາດຕຽນ, ກິ່ວຢໍ໋ (ແຂວງຮ່າຢາງ)... ພິເສດແມ່ນ, ພູພຽງຫີນດົ່ງວັນ ແລະ ອຸທະຍານທໍລະນີວິທະຍາ ນອນເນື້ອກກາວບັ່ງ ໄດ້ຮັບການຍອມຮັບວ່າເປັນອຸທະຍານທໍລະນີວິທະຍາລະດັບໂລກ ໂດຍອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ (UNESCO)
ສະພາບອາກາດຂອງເຂດທີ່ໝັ້ນປະຕິວັດຫວຽດບັກມີລັກສະນະຂອງລົມມໍລະສຸມເຂດຮ້ອນ, ລະດູໜາວມີອາກາດໜາວເຢັນ ໄດ້ຮັບອິດທິພົນຢ່າງຫຼວງຫຼາຍຈາກພູມສັນຖານພູດອຍ, ເໝາະສໍາລັບການທ່ອງທ່ຽວພັກຜ່ອນ. ຢູ່ທີ່ນີ້ມີຖ້ຳທີ່ສວຍງາມແລະກວ້າງຫຼາຍແຫ່ງເຊັ່ນ ຖ້ຳປາກບໍ່, ຖ້ຳເງື່ອມງາວ (ແຂວງກາວບັ່ງ)...; ມີເຄືອຂ່າຍແມ່ນ້ຳຫ້ວຍຮ່ອງທີ່ໜາແໜ້ນພໍສົມຄວນ ແລະ ມີທິວທັດທີ່ສວຍງາມເຊັ່ນ ແມ່ນ້ຳກີ່ກຸ່ງ, ແມ່ນ້ຳເທືອງ (ແຂວງລ້າງເຊີນ); ແມ່ນ້ຳຍໍເກວ໋ (ແຂວຮ່າຢາງ)...; ມີທະເລສາບໃຫຍ່ຫຼາຍແຫ່ງເຊັ່ນ ທະເລສາບໜູຍກົ໊ກ (ແຂວງຖາຍງວຽນ), ທະເລສາບນາຮາງ (ແຂວງຕວຽນກວາງ), ທະເລສາບບາເບ໋ (ແຂວງບັກກ້ານ)...; ມີນ້ຳແຮ່, ນ້ຳຮ້ອນທີ່ສາມາດນຳໃຊ້ເປັນນ້ຳດື່ມ, ປິ່ນປົວພະຍາດ ແລະ ຮັບໃຊ້ການພັດທະນາການທ່ອງທ່ຽວແບບຣີສອດ ປະສົມກັບການຟື້ນຟູສຸຂະພາບ.
ລະບົບນິເວດຂອງເຂດທີ່ໝັ້ນປະຕິວັດຫວຽດບັກມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ ໂດຍສ່ວນໃຫຍ່ຢູ່ໃນເຂດປ່າສະຫງວນແຫ່ງຊາດ, ເຂດອະນຸລັກທຳມະຊາດ ແລະ ຊີວະນາໆພັນ, ເຊິ່ງມີຄວາມສຳຄັນໃນດ້ານວິທະຍາສາດ, ເສດຖະກິດ, ການສຶກສາ, ສິ່ງແວດລ້ອມ ແລະ ມີຄວາມໝາຍພິເສດສຳລັບການຂຸດຄົ້ນ ແລະ ພັດທະນາຜະລິດຕະພັນການທ່ອງທ່ຽວນິເວດ ເຊັ່ນ ປ່າສະຫງວນແຫ່ງຊາດ ບາເບ໋ (ແຂວງບັກກ້ານ), ປ່າສະຫງວນແຫ່ງຊາດ ເຟຍອວັກ - ເຟຍແດ໋ນ (ແຂວງກາວບັ່ງ)...; ບັນດາເຂດອະນຸລັກທຳມະຊາດ ເຊັ່ນ ຫືວລຽນ (ແຂວງລ້າງເຊີນ), ກິມໄຫ (ແຂວງບັກກ້ານ), ເທິ່ນຊາ - ເຟື້ອງຮວ່າງ (ແຂວງຖາຍງວຽນ); ບັນດາເຂດອະນຸລັກສາຍພັນແລະທີ່ຢູ່ອາໃສ ເຊັ່ນ ເຂດອະນຸລັກພັນທະນີ ກາວວິດຈຸ່ງແຂັງ (ແຂວງກາວບັ່ງ)...
ກ່ຽວກັບຊັບພະຍາກອນການທ່ອງທ່ຽວທາງວັດທະນະທຳ, ໃນເຂດທີ່ໝັ້ນປະຕິວັດຫວຽດບັກມີບູຮານວັດຖຸທາງວັດທະນະທຳ ປະຫວັດສາດ, ປະຕິວັດ, ສິລະປະ, ສະຖາປັດຕະຍະກຳ ແລະ ບູຮານຄະດີຫຼາຍແຫ່ງ. ປະຈຸບັນ, ທົ່ວປະເທດມີວັດຖຸບູຮານຫຼາຍກວ່າ 40.000 ແຫ່ງ, ໃນນັ້ນມີ 2.509 ແຫ່ງໄດ້ຖືກຈັດອັນດັບ; ຢູ່ 6 ແຂວງໃນເຂດທີ່ໝັ້ນປະຕິວັດຫວຽດບັກ ມີບູຮານສະຖານ 98 ແຫ່ງ ໄດ້ຖືກຈັດອັນດັບ, ກວມເອົາ 3,9% ຂອງທົ່ວປະເທດ. ໃນບັນດາບູຮານສະຖານທີ່ໄດ້ຖືກຈັດອັນດັບນັ້ນ, ມີບູຮານວັດຖຸທາງວັດທະນະທຳ ແລະ ປະຫວັດສາດປະຕິວັດ ທີ່ມີຄວາມສຳຄັນພິເສດ ແລະ ມີຄຸນຄ່າສູງຫຼາຍແຫ່ງ ເພື່ອພັດທະນາການທ່ອງທ່ຽວ ເຊັ່ນ ປາກບໍ່ (ແຂວງກາວບັງ); ເຕິນຈ່າວ, ເຂດອະນຸສອນສະຖານ ກິມບິ່ງ (ແຂວງຕວຽນກວາງ); ເຂດປອດໄພ ATK ດິ້ງຫວາ (ແຂວງຖາຍງວຽນ);...
ບັນດາອານຸສາວະລີສະຖາປັດຕະຍະກຳ, ສິລະປະ ແລະ ບູຮານຄະດີ ກໍ່ຫຼາກຫຼາຍທີ່ສຸດ ເຊັ່ນ ຄະລືຫາດ “ລາຊາແມ້ວ”; ເມືອງເກົ່າ ດົ່ງວັນ, ເສົາທຸງ ຫຼຸງກູ໊ (ແຂວງຮ່າຢາງ); ກີ່ວ ຈີລັງ, ສະຖານທີ່ໂບຮານຄະດີ ເຖິມຄວຽນ - ເຖິມຮາຍ - ແກ້ວແລ່ງ (ແຂວງລ້າງເຊີນ); ກຳແພງ ລາຊະວົງມາກ (ແຂວງຕວຽນກວາງ)...
ຄຸນຄ່າວັດທະນະທຳທີ່ບໍ່ມີຕົວຕົນ ອຸດົມສົມບູນທີ່ສຸດ, ໃນນັ້ນຕ້ອງເວົ້າເຖິງບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າສ່ວນໜ້ອຍເຊັ່ນ ວິຖີຊີວິດພື້ນເມືອງ, ງານບຸນ, ດົນຕີແລະການຟ້ອນລຳພື້ນເມືອງ, ໝູ່ບ້ານອາຊີບຫັດຖະກຳ, ໂດຍສະເພາະການຫຼິ້ນກະຈັບປີແລະຂັບແທນ ຂອງເຜົ່າໄຕ່ແລະເຜົ່ານຸ່ງ ໄດ້ຮັບການຈັດເຂົ້າໃນລາຍຊື່ຕົວແທນມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນຂອງມະນຸດຊາດ ໂດຍ UNESCO ໃນວັນທີ 13 ທັນວາ 2019. ເຂດທີ່ໝັ້ນປະຕິວັດຫວຽດບັກ ເປັນທີ່ຕັ້ງຂອງ 46 ຊົນເຜົ່າ, ແຕ່ລະຊົນເຜົ່າລ້ວນແຕ່ມີງານບຸນປະເພນີທີ່ເປັນເອກະລັກສະເພາະ ເຊິ່ງຕົວແທນແມ່ນ ງານບຸນໂລ່ງຕົ່ງຂອງເຜົ່າໄຕ່ແລະເຜົ່ານຸ່ງ; ງານບຸນມອບອັດຕະລັກໃຫ້ຜູ້ຊາຍຊາວເຜົ່າຢ້າວ...
ດ້ວຍທ່າແຮງແລະຂໍ້ໄດ້ປຽບເທິງນີ້, ເຂດທີ່ໝັ້ນປະຕິວັດຫວຽດບັກໄດ້ພັດທະນາການທ່ອງທ່ຽວຫຼາຍຮູບແບບທີ່ແຕກຕ່າງກັນ, ພິເສດແມ່ນ ການທ່ອງທ່ຽວປະຕິວັດ, ໃນນັ້ນມີການທ່ຽວຊົມສະຖານທີ່, ການຮຽນຮູ້ກ່ຽວກັບບູຮານວັດຖຸຂອງການປະຕິວັດ, ການອົບຮົມມູນເຊື້ອປະເພນີປະຕິວັດ ແລະ ຈັນຍາບັນກິນນ້ຳຮູ້ເຖິງບຸນຄູນຂອງແຫຼ່ງ ໃຫ້ຊາວໜຸ່ມຫວຽດນາມ; ຢ້ຽມຢາມສະໜາມຮົບເກົ່າ ຢູ່ສະຖານທີ່ປະຫວັດສາດຕ່າງໆ ເຊັ່ນ ເຂດປອດໄພ ATK ເຕິນຈ່າວ (ແຂວງຕວຽນກວາງ), ເຂດປອດໄພ ATK ດິ້ງຫວາ (ແຂວງຖາຍງວຽນ) ແລະ ເຈີ້ໂດ່ນ (ແຂວງບັກກ້ານ) ຫຼື ສະຖານທີ່ປະຫວັດສາດ ປາກບໍ່ (ແຂວງກາວບັ່ງ), ບໍລິເວນອະນຸສອນສະຖານລຸງໂຮ່ ກັບບັ້ນຮົບຊາຍແດນ ໃນປີ 1950, ອະນຸສອນສະຖານໄຊຊະນະດົງເຄ, ອະນຸສອນສະຖານແຫ່ງຊາດພິເສດ ປ່າ ເຈິ່ນຮຶງດ້າວ (ແຂວງ ກາວບັ່ງ) ຫຼືຖານທີ່ໝັ້ນປະຕິວັດ ບັກເຊີນ (ແຂວງລ້າງເຊີນ)... ຄຽງຄູ່ກັນນັ້ນ, ກຸ່ມຜະລິດຕະພັນການທ່ອງທ່ຽວກັບໄປຫາແຫຼ່ງ ຫຼືສົມທົບກັບກຸ່ມຜະລິດຕະພັນການທ່ອງທ່ຽວແບບນິເວດ, ໄປຢ້ຽມຊົມແຫຼ່ງທ່ອງທ່ຽວທໍາມະຊາດ, ສຳຫຼວດຖະໜົນຫົນທາງ ແລະ ເພີດເພີນໄປກັບທິວທັດທຳມະຊາດທີ່ງົດງາມຂອງພູເຂົາສູງ; ກຸ່ມຜະລິດຕະພັນການທ່ອງທ່ຽວຊຸມຊົນ; ການທ່ອງທ່ຽວທາງຈິດວິນຍານ... ເພື່ອກະຈາຍຄວາມຫຼາກຫຼາຍທາງຜະລິດຕະພັນການທ່ອງທ່ຽວ ໂດຍອີງຕາມຄວາມໄດ້ປຽບຂອງແຕ່ລະທ້ອງຖິ່ນ.
ໂດຍເຂົ້າໃຈແຈ້ງເຖິງບົດບາດສຳຄັນຂອງການທ່ອງທ່ຽວທີ່ເປັນກຳລັງຊຸກຍູ້ການພັດທະນາເສດຖະກິດ, ໃນຊຸມປີມໍ່ໆມານີ້, ບັນດາທ້ອງຖິ່ນໃນເຂດທີ່ໝັ້ນປະຕິວັດຫວຽດບັກ ດ້ວຍຄວາມສາມາດບົ່ມຊ້ອນແລະທ່າໄດ້ປຽບຂອງຕົນ ໄດ້ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ ໃນການສ້າງເງື່ອນໄຂໃຫ້ແກ່ການພັດທະນາຂະແໜງການທ່ອງທ່ຽວ, ກາຍເປັນຂະແໜງເສດຖະກິດທີ່ສຳຄັນ, ມຸ່ງໄປເຖິງຂະແໜງເສດຖະກິດຫົວຫອກ, ເປັນຂອດບຸກທະລຸເພື່ອພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ລັດໄດ້ໃຊ້ງົບປະມານຈໍານວນຫຼາຍ ເພື່ອສະໜັບສະໜູນການລົງທຶນດ້ານໂຄງສ້າງພື້ນຖານການທ່ອງທ່ຽວ ສໍາລັບບັນດາແຂວງໃນເຂດທີ່ໝັ້ນປະຕິວັດຫວຽດບັກ. ເສັ້ນທາງຄົມມະນາຄົມເຊື່ອມຕໍ່ບັນດາເສັ້ນທາງການທ່ອງທ່ຽວພາຍໃນເຂດ ໄດ້ຖືກຍົກລະດັບ ສ້ອມແປງ ແລະ ສ້າງໃໝ່, ເຊັ່ນ ທາງຫຼວງເລກທີ 3 ຖາຍງວຽນ - ບັກກ້ານ, ທາງຫຼວງຖາຍງວຽນ - ເຈີ້ເໝິຍ, ທາງຫຼວງເລກທີ 4 ກາວບັ່ງ - ລ້າງເຊີນ, ທາງຫຼວງເລກທີ 279 ລ້າງເຊີນ - ກາວບັ່ງ - ບັກກ້ານ - ຕວຽນກວາງ - ຮ່າຢາງ... ການລົງທຶນໃນການພັດທະນາຊັບພະຍາກອນມະນຸດການທ່ອງທ່ຽວ, ການສ້າງຜະລິດຕະພັນການທ່ອງທ່ຽວ ແລະ ການສົ່ງເສີມການທ່ອງທ່ຽວ ໄດ້ຮັບຄວາມເອົາໃຈໃສ່. ບັນດາແຂວງແລະຕົວເມືອງຕ່າງໆ ໄດ້ເລີ່ມດຳເນີນການເຊື່ອມໂຍງໃນການກໍ່ສ້າງຜະລິດຕະພັນການທ່ອງທ່ຽວ ພ້ອມທັງສົ່ງເສີມການຂາຍ ເພື່ອສ້າງຮູບພາບການທ່ອງທ່ຽວຂອງ “ເຂດທີ່ໝັ້ນປະຕິວັດຫວຽດບັກ” ທີ່ດຶງດູດໃຈນັກທ່ອງທ່ຽວ. ຜະລິດຕະພັນການທ່ອງທ່ຽວຈຳນວນຫຼາຍທີ່ສ້າງບົນພື້ນຖານຄຸນຄ່າທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ກາຍເປັນຍີ່ຫໍ້ຂອງແຂວງ, ເຊັ່ນ ງານບຸນກຳແພງຕວຽນ (ແຂວງຕວຽນກວາງ); ຕະຫຼາດຮັກ ເຄົາວາຍ, ງານບຸນດອກເມັດສາມຫຼ່ຽມ (ແຂວງຮ່າຢາງ)... ເຊິ່ງໄດ້ດຶງດູດນັກທ່ອງທ່ຽວໃນແລະຕ່າງປະເທດ ຢ່າງຫຼວງຫຼາຍ.
ປະຈຸບັນ, ໃນທົ່ວທັງເຂດມີສະຖານທີ່ພັກເກືອບ 1.300 ແຫ່ງ, ລວມທັງໂຮງແຮມຫຼາຍແຫ່ງມີມາດຕະຖານ 3 ຫາ 4 ດາວ; ມີຮ້ານອາຫານຫຼາຍຮ້ອຍແຫ່ງ; ມີທຸລະກິດການທ່ອງທ່ຽວເກືອບ 70 ແຫ່ງ ພ້ອມດ້ວຍລົດຂົນສົ່ງນັກທ່ອງທ່ຽວຫຼາຍກວ່າ 800 ຄັນ (1). ໃນ 5 ປີ (2015-2020), ອັດຕາການຂະຫຍາຍຕົວຂອງນັກທ່ອງທ່ຽວໃນເຂດນີ້ແມ່ນເກືອບ 4,5% ຕໍ່ປີ; ການເຕີບໂຕສະເລ່ຍ 11% ຕໍ່ປີ; ໃນນັ້ນ, ແຂວງທີ່ມີການເຕີບໂຕສະໝ່ຳສະເໝີແມ່ນ ຮ່າຢາງ, ລ້າງເຊີນ ແລະ ໃນມໍ່ໆນີ້ມີອີກແຂວງກາວບັ່ງ. ຫຼາຍນະໂຍບາຍຂຸດຄົ້ນຜະລິດຕະພັນໄດ້ຮັບການຜັນຂະຫຍາຍ, ເຊັ່ນ ການວາງແຜນກຳນົດແຫຼ່ງທ່ອງທ່ຽວ, ໝູ່ບ້ານວັດທະນະທຳຊົນເຜົ່າ, ການຈັດຕັ້ງງານບຸນປະເພນີ, ງານບຸນສະໄໝໃໝ່, ການໃຊ້ປະໂຫຍດຈາກພູມສັນຖານທໍາມະຊາດທີ່ຊາວຊົນເຜົ່າສ່ວນໜ້ອຍອາໄສຢູ່. ປີ 2020, ຈຳນວນນັກທ່ອງທ່ຽວມາແຂວງຕ່າງໆໃນເຂດທີ່ໝັ້ນປະຕິວັດຫວຽດບັກມີດັ່ງນີ້, ແຂວງກາວບັ່ງ: ນັກທ່ອງທ່ຽວພາຍໃນປະເທດ 605.654 ຄົນ, ນັກທ່ອງທ່ຽວຕ່າງປະເທດ 12.011 ຄົນ; ແຂວງບັກກ້ານ: ນັກທ່ອງທ່ຽວພາຍໃນປະເທດ 195.366 ຄົນ, ນັກທ່ອງທ່ຽວຕ່າງປະເທດ 3.413 ຄົນ; ແຂວງຮ່າຢາງ: ນັກທ່ອງທ່ຽວພາຍໃນປະເທດ 1.430.969 ຄົນ, ນັກທ່ອງທ່ຽວຕ່າງປະເທດ 70.319 ຄົນ; ແຂວງຕວຽນກວາງ: ນັກທ່ອງທ່ຽວພາຍໃນປະເທດ 1.704.330 ຄົນ, ນັກທ່ອງທ່ຽວຕ່າງປະເທດ 3.670 ຄົນ;...(2).
ຢ່າງໃດກໍ່ຕາມ, ຄືກັນກັບເຂດອື່ນໆໃນປະເທດ, ຊັບພະຍາກອນມະນຸດດ້ານການທ່ອງທ່ຽວໃນເຂດນີ້ຍັງອ່ອນແອ ແລະ ຂາດຄວາມເປັນມືອາຊີບ; ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນໃນເຂດຍັງຫຼົມແຫຼວ ແລະ ບໍ່ມີປະສິດທິຜົນ ດັ່ງນັ້ນຄວາມສາມາດແຂ່ງຂັນຈຶ່ງຍັງຕ່ຳ ແລະ ຍັງບໍ່ທັນໄດ້ນຳເອົາຄວາມໄດ້ປຽບທາງຊັບພະຍາກອນທຳມະຊາດ ເພື່ອພັດທະນາການທ່ອງທ່ຽວ. ຫຼາຍພື້ນທີ່ມີຊັບພະຍາກອນການທ່ອງທ່ຽວທີ່ດຶງດູດໃຈ ແຕ່ບໍ່ໄດ້ຮັບການລົງທຶນຢ່າງພຽງພໍ; ຍັງບໍ່ທັນປຸກລະດົມ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງ, ຂໍ້ໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນຢ່າງເຕັມທີ; ຍັງບໍ່ທັນມີການເຊື່ອມຕໍ່ກັນຢ່າງແໜ້ນແຟ້ນເພື່ອພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນພາຍໃນ ແລະ ຕ່າງປະເທດ. ຍັງບໍ່ມີການພົວພັນແລະເຊື່ອມໂຍງຢ່າງແໜ້ນແຟ້ນ ລະຫວ່າງບັນດາທ້ອງຖິ່ນ ຢູ່ໃນແລະນອກເຂດຫວຽດບັກ ເພື່ອພັດທະນາການທ່ອງທ່ຽວ.
ໃນທ່າອ່ຽງແຫ່ງການພັດທະນາໃນປະຈຸບັນ, ໂດຍສະເພາະ ໃນສະພາບການທີ່ຫວຽດນາມເປັນສະມາຊິກຂອງຫຼາຍອົງການຈັດຕັ້ງສາກົນ, ບັນຫາ “ການເຊື່ອມຕໍ່, ຮ່ວມມື ແລະ ເຊື່ອມໂຍງ” ມີຄວາມສຳຄັນເປັນພິເສດ ຕໍ່ການພັດທະນາຂອງປະເທດຊາດ, ແຕ່ລະເຂດ ແລະ ແຕ່ລະທ້ອງຖິ່ນ. ການເຊື່ອມຕໍ່ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນທີ່ສຸດ ເພື່ອເພີ່ມທະວີແຮງແຂ່ງຂັນຂອງບັນດາພາກສ່ວນທີ່ເຂົ້າຮ່ວມ. ການເຊື່ອມໂຍງໃນການການພັດທະນາການທ່ອງທ່ຽວເບິ່ງລວມມີຄວາມກວ້າງຂວາງຫຼາຍ, ຕັ້ງແຕ່ການເຊື່ອມຕໍ່ທາງພູມິສາດລະຫວ່າງພາກພື້ນແລະລະຫວ່າງປະເທດ ຈົນເຖິງການເຊື່ອມຕໍ່ພາຍໃນພູມິພາກແລະພາຍໃນປະເທດ, ຈາກການເຊື່ອມຕໍ່ໃນຂະແໜງການທ່ອງທ່ຽວ ໄປສູ່ການເຊື່ອມຕໍ່ຂ້າມນອກຂະແໜງການ; ແລະ ການເຊື່ອມໂຍງຢ່າງເລິກເຊິ່ງລະຫວ່າງບັນດາຝ່າຍທີ່ເຂົ້າຮ່ວມໃນການເຄື່ອນໄຫວທ່ອງທ່ຽວ.
ຢາກເຊື່ອມຕໍ່ແລະຮ່ວມມືຢ່າງມີປະສິດທິຜົນ ໃນການພັດທະນາການທ່ອງທ່ຽວ ໃນເຂດທີ່ໝັ້ນປະຕິວັດຫວຽດບັກນັ້ນ, ການເຊື່ອມຕໍ່, ຮ່ວມມື ແລະແບ່ງງານລະຫວ່າງແຂວງຕ່າງໆໃນເຂດ ມີຄວາມໝາຍສຳຄັນອັນດັບໜຶ່ງ, ເພື່ອແນໃສ່ເສີມຂະຫຍາຍຂໍ້ໄດ້ປຽບ ແລະ ຂໍ້ດີປຽບທຽບ ຂອງແຕ່ລະທ້ອງຖິ່ນ ທາງດ້ານຊັບພະຍາກອນ ແລະ ຄວາມສາມາດພັດທະນາການທ່ອງທ່ຽວ, ພ້ອມກັນນັ້ນກໍ່ເພີ່ມເຕີມໃຫ້ແກ່ກັນ ແລະ ຊ່ວຍກັນແກ້ໄຂຂໍ້ຈຳກັດໃນການພັດທະນາ. ການເຊື່ອມຕໍ່ແລະຮ່ວມມືຈະເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຫຼາກຫຼາຍແລະອຸດົມສົມບູນຂຶ້ນ, ສ້າງບັນດາຜະລິດຕະພັນທ່ອງທ່ຽວສະເພາະ ແລະ ມີຄຸນນະພາບສູງໃຫ້ທັງພາກພື້ນ..., ດ້ວຍເຫດນັ້ນ, ເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ຄວາມໄດ້ປຽບໃນການພັດທະນາການທ່ອງທ່ຽວຂອງເຂດທີ່ໝັ້ນປະຕິວັດຫວຽດບັກ.
ປະຈຸບັນ, ບັນດາໂຄງການທ່ອງທ່ຽວທີ່ໃຊ້ປະໂຫຍດຈາກຄຸນຄ່າທາງວັດທະນະທຳແລະປະຫວັດສາດ ຕົ້ນຕໍແມ່ນຮັບໃຊ້ຮູບແບບການທ່ຽວຊົມທັດສະນິຍະພາບ, ການສຶກສາອຸດົມຄະຕິ, ສະຫຼຸບແລະໃຫ້ລາງວັນໃນໄລຍະເວລາສັ້ນ. ບັນດາມໍລະດົກວັດທະນະທຳແລະປະຫວັດສາດຍັງບໍ່ທັນສ້າງຄວາມດຶງດູດຢ່າງແທ້ຈິງ; ການຈັດຕັ້ງກິດຈະກຳທ່ອງທ່ຽວບໍ່ເປັນມືອາຊີບສູງ; ຜະລິດຕະພັນການທ່ອງທ່ຽວມີໜ້ອຍ; ລາຍຮັບຈາກການທ່ອງທ່ຽວກວມເອົາອັດຕາສ່ວນຕໍ່າຂອງເສດຖະກິດຂອງແຕ່ລະແຂວງ. ດັ່ງນັ້ນ, ບັນຫາແມ່ນ ວິທີການໃຊ້ປະໂຫຍດຈາກຄຸນຄ່າທາງວັດທະນະທຳແລະປະຫວັດສາດ ຢ່າງມີປະສິດທິຜົນ, ສ້າງເຄື່ອງໝາຍແລະເອກະລັດໃຫ້ກັບຜະລິດຕະພັນການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ, ສ້າງຍີ່ຫໍ້, ຫຼີກລ້ຽງການຊ້ຳຊ້ອນ ແລະ ຄວາມດຽວດາຍທາງດ້ານຜະລິດຕະພັນ.
ສາເຫດຂອງບັນຫານີ້ເກີດຈາກຄວາມດຶງດູດໃຈຂອງແຫຼ່ງທ່ອງທ່ຽວຕໍ່າ, ການຄົ້ນຄວ້າກ່ຽວກັບຄຸນຄ່າມໍລະດົກເພື່ອສ້າງຜົນກະທົບໃນການດຶງດູດນັກທ່ອງທ່ຽວທີ່ຫາກໍ່ໄດ້ຮັບການລົງທຶນ ແລະ ໄດ້ຮັບຄວາມເອົາໃຈໃສ່. ວຽກງານການປະດັບປະດາທີ່ສ້າງຂຶ້ນໃໝ່ສ່ວນໃຫຍ່ແມ່ນຫໍວາງສະແດງຮູບພາບ, ສິ່ງປະດິດເຄື່ອງປັ້ນດິນເຜົາ, ຕົວລະຄອນ ແລະ ເຫດການ, ໃຫ້ຄວາມເອົາໃຈໃສ່ພຽງໜ້ອຍໜຶ່ງເຖິງການອອກແບບພື້ນທີ່ພູມິທັດ ຫຼືເຕັກນິກສະຖາປັດຕະຍະກຳ ແລະ ສິລະປະທີ່ດຶງດູດໃຈ ແລະເປັນເອກະລັກ ເພື່ອດຶງດູດນັກທ່ອງທ່ຽວ. ໝູ່ບ້ານວັດທະນະທໍາທີ່ມີກິດຈະກໍາການທ່ອງທ່ຽວທີ່ຄ້າຍຄືກັນ. ບັນດາຈຸດທີ່ໃຊ້ປະໂຫຍດຈາກວັດຖຸທາງປະຫວັດສາດທີ່ມີຄວາມງາມທາງສາຍຕາ ດຶງດູດນັກທ່ອງທ່ຽວໃນລະດັບຕ່ຳ ເຊິ່ງຕົ້ນຕໍຕ້ອງຜ່ານຄໍາອະທິບາຍຂອງຜູ້ນໍາທ່ຽວ ຫຼື ນາຍພາສາໃນຈຸດ ຄຸນຄ່າຂອງວັດຖຸເຫຼົ່ານັ້ນ ຈຶ່ງສະແດງອອກແລະໂດດເດັ່ນ.
ຄຽງຄູ່ກັນນັ້ນ, ໂຄງສ້າງພື້ນຖານຂອງບັນດາທ້ອງຖິ່ນນັ້ນ ບໍ່ໄດ້ຮັບການລົງທຶນຢ່າງເໝາະສົມ. ໃນພື້ນທີ່ທ່ອງທ່ຽວ, ສິ່ງອຳນວຍຄວາມສິດວກທີ່ພັກສຳລັບນັກທ່ອງທ່ຽວສ່ວນໃຫຍ່ແມ່ນໄດ້ຮັບການສ້າງຕັ້ງມາແຕ່ດົນແລ້ວ, ຈໍານວນຫ້ອງໜ້ອຍ, ບໍ່ພຽງພໍສຳລັບແຂກກຸ່ມໃຫຍ່ ຫຼືຄວາມຕ້ອງການພັກຜ່ອນທີ່ຫຼາກຫຼາຍ ເຊິ່ງສ່ວນໃຫຍ່ເປັນຫ້ອງເຊົ່າ, ເຮືອນພັກ, ດັງນັ້ນຄຸນນະພາບການບໍລິການຈຶງຍັງຖືກຈຳກັດ, ຄຸນນະພາບອິນເຕີເນັດຕ່ຳ ໂທລະພາບບໍ່ດີ, ລະບົບນ້ຳຮ້ອນ ເຄື່ອງປັບອາກາດບໍ່ດີ... ການບໍລິການມີພຽງການໃຫ້ເຊົ່າຫ້ອງພັກເທົ່ານັ້ນ, ບໍ່ມີບໍລິການເສີມອື່ນໆ.
ຄວາມຕ້ອງການດ້ານອາຫານ, ການບັນເທິງ, ການຊື້ເຄື່ອງ... ຂອງນັກທ່ອງທ່ຽວບໍ່ໄດ້ຮັບການຕອບສະໜອງຢ່າງເຕັມທີ່. ທົ່ວທັງເຂດນີ້ ເກືອບບໍ່ມີລະບົບສະຖານປະກອບການ ທີ່ໃຫ້ບໍລິການກິດຈຳກຳບັນເທິງ ແລະ ການຊື້ເຄື່ອງທີ່ທັນສະໄໝ; ລະບົບຜະລິດຕະພັນແລະບໍລິການເສີມ, ຂອງທີ່ລະນຶກຍັງງ່າຍດາຍ ແລະ ບໍ່ສວຍງາມ... ຍັງບໍ່ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງນັກທ່ອງທ່ຽວ, ສະນັ້ນ ນັກທ່ອງທ່ຽວທີ່ມາຢ້ຽມຊົມຈຶງຢຸດໃນວັນໜຶ່ງ, ການພັກເຊົາໜ້ອຍລົງ. ນີ້ແມ່ນເຫດຜົນທີ່ໄລຍະເວລາພັກເຊົາຂອງນັກທ່ອງທ່ຽວສັ້ນ, ລາຍຮັບການທ່ອງທ່ຽວຈາກຄຸນຄ່າທາງດ້ານວັດທະນະທໍາ ແລະ ປະຫວັດສາດ ຍັງໜ້ອຍ.
ຍິ່ງກວ່ານັ້ນ, ໃນປະຕຸບັນ, ການເຄື່ອນໄຫວທ່ອງທ່ຽວບໍ່ພຽງແຕ່ໄດ້ຊົມທັດສະນີຍະພາບເທົ່ານັ້ນ, ແຕ່ສຳລັບຜະລິດຕະພັນທີ່ໃຊ້ປະໂຫຍດຈາກຄຸນຄ່າທາງວັດທະນະທຳແລະປະຫວັດສາດນັ້ນ ນັກທ່ອງທ່ຽວຈຳເປັນຕ້ອງຮູ້ ເຂົ້າໃຈສຳນວນທີ່ຊ້ອນຢູ່ເບື້ອງເລິກຂອງເປືອກວັດຖຸ, ຄົ້ນພົບຂອງດີ ຄວາມສວຍງາມ ເອກະລັກຂອງວັດທະນະທຳ ແລະ ປະຫວັດສາດ, ໂດຍສະເພາະຢ່າງຍິ່ງ ກັບນັກທ່ອງທ່ຽວຕ່າງຊາດ. ຢ່າງໃດກໍຕາມ, ຄວາມສາມາດດ້ານພາສາຕ່າງປະເທດ ແລະ ທັກສະການຕີຄວາມຂອງຜູ້ບັນຍາຍ ແລະ ພະນັກງານບໍລິການຈຳນວນໜຶ່ງຍັງອ່ອນແອ, ວິທີຖ່າຍທອດຂໍ້ມູນຍັງແຫ້ງແລະບໍ່ດຶງດູດໃຈ; ໃນຫຼາຍສະຖານທີ່ບໍ່ມີຜູ້ບັນຍາຍ, ຜູ້ນຳທ່ຽວຢູ່ສະຖານທີ່, ດັງນັ້ນ ພວກເຂົາຈຶ່ງຕ້ອງພຶ່ງພາການຊ່ວຍເຫຼືອຂອງນາຍພາສາ ຫຼື ຜູ້ນຳທ່ຽວຂອງບໍລິສັດທ່ອງທ່ຽວ; ແຮງງານທ້ອງຖິ່ນຍັງບໍ່ທັນໄດ້ຮັບການຝຶກອົບຮົມຄວາມຮູ້ດ້ານການທ່ອງທ່ຽວ...
ບາງວິທີແກ້ໄຂເພື່ອພັດທະນາການທ່ອງທ່ຽວ ສົມທົບກັບການອະນຸລັກ ແລະ
ສົ່ງເສີມຄຸນຄ່າປະຫວັດສາດ ແລະ ວັດທະນະທຳປະຕິວັດ ຢູ່ເຂດທີ່ໝັ້ນປະຕິວັດຫວຽດບັກ
ເພື່ອເຊື່ອມໂຍງການພັດທະນາການທ່ອງທ່ຽວ ກັບການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າປະຫວັດສາດ ແລະ ວັດທະນະທຳປະຕິວັດ ໃນເຂດທີ່ໝັ້ນປະຕິວັດຫວຽດບັກ ຢ່າງມີປະສິດທິຜົນ ແລະ ສອດຄ່ອງກັບສະພາບຕົວຈິງ, ຈຳເປັນຕ້ອງຜັນຂະຫຍາຍມາດຕະການແກ້ໄຂຈຳນວນໜຶ່ງຄື:
ທີໜຶ່ງ, ສົ່ງເສີມການປະສານສົມທົບການລົງທຶນໃນໂຄງສ້າງພື້ນຖານດ້ານການທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກດ້ານເຕັກນິກການທ່ອງທ່ຽວ. ຍູ້ແຮງການລົງທຶນກໍ່ສ້າງລະບົບໂຄງສ້າງເສດຖະກິດ-ສັງຄົມໃຫ້ທ້ອງຖິ່ນຕ່າງໆໃນເຂດທີ່ໝັ້ນປະຕິວັດຫວຽດບັກ; ໃນນັ້ນ, ຕ້ອງເລັ່ງລັດການກໍ່ສ້າງໂຄງການສຳຄັນເຊັ່ນ ເສັ້ນທາງເຊື່ອມຕໍ່ກາວບັ່ງ - ບັກກ້ານ - ລ້າງເຊີນ, ເສັ້ນທາງຈາກລ້າງເຊີນໄປກາວບັ່ງ (ທາງຫຼວງເລກ 4), ເສັ້ນທາງເຊື່ອມຕໍ່ຖາຍງວຽນ - ຕວຽນກວາງ - ບັກກ້ານ - ກາວບັ່ງ; ເສັ້ນທາງໄປສູ່ສະຖານທີ່ທ່ອງທ່ຽວ ບູຮານສະຖານ ວັດທະນະທຳ ແລະ ປະຫວດສາດ. ໃຫ້ບຸລິມະສິດການລົງທຶນເພື່ອຍົກລະດັບລະບົບກຸ່ມປູຊະນີຍະສະຖານວັດທະນະທຳ ແລະ ປະຫວັດສາດ, ກໍ່ສ້າງລະບົບໄຟຟ້າ, ນ້ຳປະປາ, ລະບົບສື່ສານຢ່າງໄວ ເພື່ອຕອບສະໜອງຄວາມຕ້ອງການພັດທະນາການທ່ອງທ່ຽວ; ພ້ອມກັນນັ້ນ, ສືບຕໍ່ການກໍ່ສ້າງ, ຍົກລະດັບ ແລະ ໃຊ້ປະໂຫຍດຈາກສະໜາມບິນທີ່ມີຢູ່ຂອງບັນດາແຂວງຢ່າງມີປະສິດທິຜົນ.
ທີສອງ, ສົມທົບກັນໂຄສະນາຈຸດໝາຍປາຍທາງ, ສ້າງເຄື່ອງໝາຍການທ່ອງທ່ຽວ ຜ່ານການໂຄສະນາຮູບພາບການທ່ອງທ່ຽວຂອງເຂດທີ່ໝັ້ນປະຕິວັດຫວຽດບັກ ສູ່ສາຍຕາຊາວໂລກ; ກໍານົດໂຄງການການເດີນທາງທົ່ວໄປ (ທົວ) ສໍາລັບພາກພື້ນທັງຫມົດ; ເຊື່ອມຕໍ່ບັນດາເຫດການ, ງານບຸນຕ່າງໆ ຂອງແຕ່ລະແຂວງ ເພື່ອສ້າງຊຸດກິດຈະກຳທ່ອງທ່ຽວທີ່ດຶງດູດ ແລະ ໃຊ້ປະໂຫຍດສູງສຸດຈາກນັກທ່ອງທ່ຽວ; ແລກປ່ຽນຂໍ້ມູນຂ່າວສານການທ່ອງທ່ຽວ ລະຫວ່າງບັນດາແຂວງ ຜ່ານລະບົບຖານຂໍ້ມູນຂໍ້ມູນຂ່າວສານການທ່ອງທ່ຽວ ຢ່າງສະໝ່ຳສະເໝີ. ສືບຕໍ່ລົງທຶນຍົກສູງຄຸນນະພາບຂອງຜະລິດຕະພັນການເຊື່ອມຕໍ່ທີ່ມີຢູ່ ເຊັ່ນ ການທ່ຽວຊົມທັດສະນິຍະພາບ ບູຮານສະຖານ, ຣີສອດ, ອາບນ້ຳໃນລຳທານ ທະເລສາບ, ຕຶກປາ,... ຄົ້ນຄ້ວາແລະພັດທະນາຜະລິດຕະພັນທ່ອງທ່ຽວຮູບແບບໃໝ່ເຊັ່ນ ການທ່ອງທ່ຽວພູເຂົາ, ການທ່ອງທ່ຽວຜະຈົນໄພ, ການທ່ອງທ່ຽວກິລາ, ກອງປະຊຸມ... ຟື້ນຟູແລະພັດທະນາບັນດາຜະລິດຕະພັນພິເສດທີ່ຕິດພັນກັບອາຊີບດັ້ງເດີມຂອງບັນດາທ້ອງຖິ່ນໃນເຂດຫວຽດບັກເຊັ່ນ ການລ້ຽງເຜິ້ງ, ການທໍຜ້າ ຖັກແສ່ວ, ການປູກປ່າ,... ປະສານສົມທົບການຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ.
ທີສາມ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຮັບຜິດຊອບຢູ່ສູນກາງ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ...), ພ້ອມກັບບັນດາອົງການການທູດ, ສື່ມວນຊົນ, ການບິນ, ບໍລິສັດທ່ອງທ່ຽວຂະໜາດໃຫຍ່ພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາເຜີຍແຜ່ຮູບພາບການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ ແລະ ທົ່ວພາກພື້ນ ໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ; ພັດທະນາບັນດາລາຍການທ່ອງທ່ຽວ, ເສັ້ນທາງ ຫຼື ໂຄງການທ່ອງທ່ຽວກ່ຽວກັບສະໜາມຮົບເກົ່າ ເພື່ອເພີ່ມທະວີການດຶງດູດນັກທ່ອງທ່ຽວມາຍັງເຂດທີ່ໝັ້ນປະຕິວັດຫວຽດນາມ. ພ້ອມກັນນັ້ນ, ຍູ້ແຮງການເຄື່ອນໄຫວເຊື່ອມໂຍງເຂົ້າກັບສັງຄົມ ແລະ ພັດທະນາການທ່ອງທ່ຽວຢູ່ເຂດທີ່ໝັ້ນປະຕິວັດຫວຽດບັກ ຕິດກັບການພັດທະນາການທ່ອງທ່ຽວຊຸມຊົນ ແລະ ເສັ້ນທາງທ່ອງທ່ຽວທັງໃນກະເທດແລະຕ່າງປະເທດ, ມີກົນໄກເພື່ອລະດົມໜ່ວຍງານທຸກພາກສ່ວນເສດຖະກິດເຂົ້າຮ່ວມທຸລະກິດການທ່ອງທ່ຽວ.
ທີສີ່, ປະສານສົມທົບເພື່ອເປີດຄວາມຫຼາກຫຼາຍ ແລະ ຍົກສູງຄຸນນະພາບຂອງວຽກງານໂຄສະນາສົ່ງເສີມການທ່ອງທ່ຽວ; ເພີ່ມທະວີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທັນສະໄໝ ເຂົ້າໃນການໂຄສະນາສົ່ງເສີມການທ່ອງທ່ຽວ; ຂົນຂວາຍໜັງສືພິມອອນໄລໃຫ້ການອຸປະຖຳຂໍ້ມູນ ແລະ ສ້າງຫົວຂໍ້ແລະເນື້ອໃນໂຄສະນາ. ເຊື່ອມຕໍ່ບັນດາເວັບໄຊທ໌ຂອງແຂວງແລະນະຄອນ ເພື່ອສະໜອງຂໍ້ມູນຂ່າວສານ ແລະ ຊຸກຍູ້ການທ່ອງທ່ຽວ, ພິເສດແມ່ນ ບັນດາທ້ອງຖິ່ນທີ່ໄດ້ລົງນາມໃນສັນຍາຮ່ວມມືພັດທະນາການທ່ອງທ່ຽວຄື: ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ,...
ທີຫ້າ, ສະໜັບສະໜູນໃຫ້ບໍລິສັດທ່ອງທ່ຽວເສີມຂະຫຍາຍ ແລະ ສົ່ງເສີມການທ່ອງທ່ຽວ ແລະ ສ້າງເຄື່ອງໝາຍຂອງໜ່ວຍງານສະເພາະ ແລະ ທ້ອງຖິ່ນໂດຍທົ່ວໄປ... ສືບຕໍ່ເພີ່ມທະວີການຝຶກອົບຮົມ ແລະ ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ; ໂດຍສະເພາະ, ຕ້ອງສ້າງທິມງານນຳທ່ຽວມືອາຊີບ ທີ່ມີຄວາມສາມາດ ແລະ ມີຄວາມຮູ້ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ ແລະ ບັນດາແຂວງ, ນະຄອນໃນເຂດທີ່ໝັ້ນປະຕິວັດຫວຽດບັກ ເພື່ອອະທິບາຍແລະແນະນຳນັກທ່ອງທ່ຽວ, ຊ່ວຍໃຫ້ພວກເຂົາເຂົ້າໃນຄຸນຄ່າທາງທຳມະຊາດ ແລະ ວັດທະນະທຳທີ່ໂດດເດັ່ນ ເປັນເອກະລັກຂອງທ້ອງຖິ່ນ. ເອົາໃຈໃສ່ຢ່າງເປັນປະຈຳເຖິງການປົກປ້ອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມການທ່ອງທ່ຽວ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ, ຮັບປະກັນການຂຸດຄົ້ນທ່າແຮງການທ່ອງທ່ຽວຂອງທັງເຂດທີ່ໝັ້ນປະຕິວັດຫວຽດບັກຢ່າງຍືນຍົງ./.
---------------------
(1) ສະຫຼຸບຂໍ້ມູນຈາກບັນດາທ້ອງຖິ່ນຢູ່ເຂດຫວຽດບັກ ຮອດເດືອນກໍລະກົດ2020.
(2) ແຫຼ່ງ: ລາຍງານຂອງພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ບັນດາແຂວງໃນເຂດຫວຽດບັກ
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 1002 (ເດືອນພະຈິກ 2022)