ສືບ​ຕໍ່​ສ້າງ​ແລະປັບປຸງ​ບູລະນະສະ​ຖາ​ບັນ​ພັດທະນາ​ວັດທະນະທຳ​
​ເພື່ອ​ຕອບ​ສະໜອງ​ຄວາມ​​ຕ້ອງການ​ຂອງ​ການ​ພັດທະນາ​ປະ​ເທດ
​ໃນ​ໄລຍະ​ໃໝ່

ໂດຍ ຫງວຽນ ວັນ ຮູ່ງ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ
14:23, 18-04-2023
ວກ. - ການສ້າງ, ປັບປຸງ ແລະ ບູລະນະສະຖາບັນວັດທະນະທຳໃຫ້ສົມບູນແບບແມ່ນພື້ນຖານທີ່ສຳຄັນ ເພື່ອໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ, ເຮັດໃຫ້ວັດທະນະທຳກາຍເປັນພື້ນຖານຈິດໃຈ, ເປົ້າໝາຍ, ກຳລັງຂັບເຄື່ອນທີ່ແຂງແຮງສຳລັບພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ດັ່ງນັ້ນ, ການ​ຕີ​ລາຄາ​ຮອບດ້ານ​ກ່ຽວ​ກັບ​ຂະ​ບວນການ​ກໍ່ສ້າງ, ​ປັບປຸງ ​ແລະ ບູລະນະ​ສະ​ຖາ​ບັນ​ວັດທະນະທຳ​ຢູ່​ປະ​ເທດ​ເຮົາ​ໃນ​ໄລຍະ​ທີ່​ຜ່ານ​ມາ, ຊີ້​ໃຫ້ເຫັນເຖິງຈຸດອຸດຕັນ ​ແລະ ລະບຸຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ ​ແມ່ນ​ຈຳ​ເປັນ​ທີ່​ສຸດ​ ເພື່ອ​ຊຸກຍູ້​ໃຫ້ວັດທະນະທຳຂະຫຍາຍຕົວ, ປະກອບສ່ວນເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ຊາດ​ ໃນ​ໄລຍະ​ໃໝ່.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈີ້ງ (ຜູ້ທີ 3 ຈາກຊ້າຍ) ແລະ ບັນດາຜູ້ແທນ ເຂົ້າຮ່ວມຟ້ອນລຳແບບ ແຊວ່ ໄທ ໃນພິທີຮັບມອບກຽດຕິບັດຈາກອົງການ UNESCO ຂຶ້ນທະບຽນ “ສິລະປະແຊວ່ ໄທ” ເປັນມໍລະດົກວັດທະນະທຳບໍ່ມີຕົວຕົນຂອງມະນຸດຊາດ _Ảnh: TTXVN

ການປະເມີນປະສິດທິຜົນຂອງການສ້າງແລະປັບປຸງບູລະນະສະຖາບັນ
ແລະ ລະດົມຊັບພະຍາກອນ ເພື່ອພັດທະນາວັດທະນະທຳ

ບັນດາຜົນສຳເລັດທີ່ບັນລຸໄດ້

ທີໜຶ່ງ, ຂະບວນການສ້າງແລະປັບປຸງບູລະນະກົດໝາຍ ໄດ້ກໍ່ໃຫ້ເກີດຮາກຖານທາງກົດໝາຍທີ່ຮອບດ້ານ ແລະ ເປັນລະບົບ, ປະກອບສ່ວນເພີ່ມທະວີກຳລັງແຮງພາຍໃນ, ກຳລັງຂັບເຄື່ອນການພັດທະນາຂອງວັດທະນະທຳ.

ໃນຂົງເຂດວັດທະນະທຳ, ປະຈຸບັນຫວຽດນາມີກົດໝາຍ 5 ສະບັບ (ກົດໝາຍພາບພະຍົນ, ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ, ກົດໝາຍໂຄສະນາ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍຫໍສະໝຸດ), ມີລັດຖະດຳລັດ 50 ສະບັບ, ຂໍ້ຕັດສິນຕົກລົງຂອງນາຍົກລັດຖະມົນຕີ 14 ສະບັບ ແລະ ໜັງສືວຽນ, ໜັງສືວຽນຮ່ວມຫຼາຍກວ່າ 100 ສະບັບ ທີ່ຄວບຄຸມວັດທະນະທຳໂດຍກົງ. ກົດໝາຍ​ເຫຼົ່າ​ນີ້ຄ່ອຍໆປະກອບເປັນ​ກອບ​ກົດໝາຍ​ທີ່​ຂ້ອນຂ້າງສອດຄ່ອງ​ກັນ, ປະກອບສ່ວນຫັນຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ເປັນນິຕິກຳ ແລະ ເປັນອັນລະອຽດສະເພາະ ກ່ຽວກັບການຮັບປະກັນ​ສິດທິ​ໃນ​ການປະພັນສ້າງສັນ​ວັນ​ນະ​ຄະ​ດີ​ແລະ​ສິ​ລະ​ປະ ​ແລະ ​ການຊົມໃຊ້ແລະການ​ເຂົ້າ​ເຖິງ​ຄຸນ​ຄ່າ​ວັດ​ທະ​ນະ​ທໍາ, ການເຂົ້າຮ່ວມໃນຊີວິດວັດທະນະທຳຂອງປະຊາຊົນ. ພ້ອມກັນນັ້ນ, ການຈັດຕັ້ງລະບົບກົດໝາຍ ໄດ້ຄ່ອຍໆຊ່ວຍດັດປັບການພົວພັນລະຫວ່າງບັນດາອັດຕະພາບໃນລະບົບວັດທະນະທຳ ຕາມທິດກົມກຽວແລະສົດໃສກວ່າເກົ່າ. ລັດ​ຈາກ​ຕໍາ​ແໜ່ງ​ຜູ້​ບັນ​ຊາ​ການ ຍ້າຍມາຖື​ພາ​ລະ​ບົດ​ບາດ​ຂອງ​ຜູ້​ບໍ​ລິ​ຫານ​ແລະ​ຜູ້​ອຸ​ປະ​ຖໍາ​. ຈາກ​ການ​ຫັນປ່ຽນ​ດ້ານ​ໂຄງ​ປະກອບ​ນີ້, ບົດບາດ​ຂອງລະບົບ​ນະ​ໂຍບາຍ ​ແລະ ​ກົດໝາຍ​ໃນ​ຂົງ​ເຂດ​ວັດທະນະທຳ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ທີສອງ, ຂອບນະໂຍບາຍໄດ້ສ້າງລະບຽບລະບອບທີ່ອະນຸຍາດໃຫ້ບັນດາຂະແໜງອຸດສາຫະກຳວັດທະນະທຳຂຸດຄົ້ນ ແລະ ຫັນແຫຼ່ງຊັບພະຍາກອນວັດທະນະທຳເປັນພະລັງອ່ອນທາງວັດທະນະທຳ.

ການກຳເນີດຂອງຍຸດທະສາດການພັດທະນາບັນດາຂະແໜງການວັດທະນະທຳຂອງຫວຽດນາມຮອດປີ 2020, ວິໄສທັດຮອດປີ 2030” (ປີ 2016) ໄດ້ຂີດໝາຍບາດກ້າວໃໝ່ ໃນການສ້າງສະພາບແວດລ້ອມລະບຽບລະບອບທີ່ເອື້ອອຳນວຍ ໃຫ້ບັນດາຂະແໜງການວັດທະນະທຳໃນການໃຊ້ປະໂຫຍດ ແລະ ຫັນປ່ຽນຊັບພະຍາກອນທາງວັດທະນະທຳເປັນຜະລິດຕະພັນ ແລະ ບໍລິການທາງວັດທະນະທຳທີ່ດຶງ​ດູດ​ໃຈ. ບັນດາກະຊວງ, ຂະແໜງການ, ໂດຍສະເພາະ ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານສ້າງແລະປັບປຸງບູລະນະສະຖາບັນ, ນະໂຍບາຍ ແລະ ກົດໝາຍ ເພື່ອແນໃສ່ສ້າງແລວທາງກົດໝາຍ, ສົ່ງເສີມການພັດທະນາບັນດາຂະແໜງການອຸດສາຫະກຳວັດທະນະທຳ. ບັນດາການປ່ຽນແປງທີ່ຕັ້ງໜ້າທາງດ້ານສະຖາບັນແລະນະໂຍບາຍ ໄດ້ຊຸກຍູ້ໃຫ້ຕະຫຼາດອຸດສາຫະກຳວັດທະນະທຳຫວຽດນາມມີຄວາມກ້າວໜ້າໃໝ່, ມີສ່ວນປະກອບທີ່ແນ່ນອນເຂົ້າໃນການເຕີບໂຕ ຈີດີພີ ຂອງປະເທດ. ຕາມສະຖິຕິ, ບັນດາຂະແໜງການອຸດສາຫະກຳວັດທະນະທຳຂອງຫວຽດນາມບັນລຸ 3,61% ຂອງ ຈີດີພີ ທົ່ວປະເທດໃນປີ 2018 (ທຽບກັບລະດັບ 2,68% ຂອງປີ 2015). ອຸດສາຫະກຳວັດທະນະທຳຂອງຫວຽດນາມເລີ່ມຕົ້ນເສີມຂະຫຍາຍປະສິດທິຜົນຊັບພະຍາກອນວັດທະນະທຳ ແລະ ຫັນປ່ຽນຄຸນຄ່າວັດທະນະທຳ ເປັນພະລັງອ່ອນທາງວັດທະນະທຳ, ຍົກສູງຄວາມສາມາດແຂ່ງຂັນ ແລະ ການເຊື່ອມໂຍງກັບສາກົນ.      

ທີສາມ, ລະບົບເອກະສານທາງກົດໝາຍກ່ຽວກັບພາສີ, ການສົ່ງເສີມການຫັນເປັນສັງຄົມ, ການສ້າງພື້ນຖານທາງດ້ານກົດໝາຍສຳລັບການລະດົມຊັບພະຍາກອນໃນສັງຄົມເພື່ອລົງທຶນໃຫ້ແກ່ວັດທະນະທຳ.

ໃນໄລຍະປີ 2014-2019, ອັດຕາ​ການ​ລົງທຶນ​ດ້ານ​ວັດທະນະທຳ​ຈາກ​ງົບປະມານ​ແຫ່ງ​ລັດ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ ​ໃນ​ຊຸມ​ປີທີ່ຜ່ານ​ມາ, ການ​ລົງທຶນ​ພັດທະນາ​ວັດທະນະທຳ​ຜ່ານ​ທຶນທີ່ມອບໃຫ້​ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງ​ທ່ຽວ​ ແມ່ນ 5.735.442 ລ້ານ​ດົ່ງ, ໃນນັ້ນ ເງິນ​ລົງທຶນ​ພັດທະນາ​ແມ່ນ 918.653 ລ້ານ​ດົ່ງ, ທຶນງົບປະມານເພື່ອພາລະກິດແມ່ນ 4.816.789 ລ້ານດົ່ງ. ການລົງທຶນເພື່ອພັດທະນາວັດທະນະທຳຂອງທ້ອງຖິ່ນຕ່າງໆໃນໄລຍະກ່ອນປີ 2016 ໄດ້ຮັບການປະຕິບັດຜ່ານໂຄງການເປົ້າໝາຍແຫ່ງຊາດເພື່ອການພັດທະນາວັດທະນະທຳ. ໃນໄລຍະປີ 2014-2015, ໂຄງການເປົ້າໝາຍແຫ່ງຊາດເພື່ອພັດທະນາວັດທະນະທຳໄດ້ຮັບເງິນ 546 ຕື້ດົ່ງ, ໃນນັ້ນເງິນລົງທຶນການພັດທະນາແມ່ນ 290 ຕຶ້ດົ່ງ, ທຶນງົບປະມານເພື່ອພາລະກິດແມ່ນ 256 ຕື້ດົ່ງ. ໃນໄລຍະປີ 2016-2020, ທຶນທັງໝົດຂອງໂຄງການເປົ້າໝາຍແຫ່ງຊາດເພື່ອການພັດທະນາວັດທະນະທຳແມ່ນ 10.620 ຕືດົ່ງ(1). ໂດຍພື້ນຖານແລ້ວ, ເງິນ​ລົງທຶນ​ຈາກໂຄງການເຫຼົ່າ​ນີ້​ມີ​ລັກສະນະເປັນ ທຶນເບື້ອງຕົ້ນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນໃນການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ການທ່ອງທ່ຽວ ​ແລະ ປັບປຸງ​ຊີວິດ​ດ້ານ​ວັດທະນະທຳ​ຂອງ​ປະຊາຊົນ, ໂດຍສະເພາະ​ປະຊາຊົນ​ຢູ່​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ ເກາະດອນ. ຄຽງຄູ່ກັນນັ້ນ, ແຜນນະໂຍບາຍການຫັນເປັນສັງຄົມຖືກກຳນົດຂຶ້ນຜ່ານເອກະສານ(2) ໄດ້ສ້າງກົນໄກ ແລະ ນະໂຍບາຍບຸລິມະສິດ (ກ່ຽວກັບພາສີ, ຄ່າທຳນຽມ, ສິນເຊື່ອ, ສິດທິການໃຊ້ທີ່ດິນ...), ບັນດາແຫຼ່ງການລົງທຶນ, ການອຸປະຖຳ, ການບໍລິຈາກຈາກບຸກຄົນແລະອົງການທາງສັງຄົມ ໄດ້ຮັບການລະດົມເພື່ອການພັດທະນາວັດທະນະທຳ. ລັດກໍໄດ້ສົ່ງເສີມໃຫ້ຈັດຕັ້ງກອງທຶນຕ່າງໆເຊັ່ນ ກອງທຶນຝຶກອົບຮົມ, ສົ່ງເສີມການສຶກສາ, ​ພັດ​ທະ​ນາ​ພອນ​ສະ​ຫວັນ, ​ສົ່ງ​ເສີມ​ວັນ​ນະ​ຄະ​ດີ​ແລະ​ສິ​ລະ​ປະ, ​ພັດ​ທະ​ນາ​ຮູບ​ເງົາ, ສະ​ໜັບ​ສະ​ໜູນ​ການ​ພິມ​ຈຳໜ່າຍ... ຕົວຢ່າງເຊັ່ນ, ກົດໝາຍວ່າດ້ວຍພາສີມູນຄ່າເພີ່ມປີ 2008, ສະບັບປັບປຸງເພີ່ມເຕີມປີ 2014 ກຳນົດ​ເປົ້າໝາຍ​ທີ່​ບໍ່​ຕ້ອງ​ເສຍ​ພາສີ​ໃນ​ຂໍ້ 12, ມາດຕາ 5. ຕາມນັ້ນ, ໃນຂົງເຂດວັດທະນະທຳ (ປະກອບມີການເຄື່ອນໄຫວວັດທະນະທຳ, ການວາງສະແດງ; ການສະແດງສິລະປະ; ການຜະລິດຟີມຮູບເງົາ; ການນຳເຂົ້າ ແຈກຈ່າຍ ແລະ ສາຍຟີມຮູບເງົາ) ໄດ້​ຮັບ​ອັດ​ຕາ​ພາ​ສີພິເສດ 5%. ສໍາລັບສິນຄ້າແລະບໍລິການອື່ນໆ ມີອັດຕາພາສີ 10% (ລວມທັງບໍລິການແລະກິດຈະກໍາການທ່ອງທ່ຽວ). ໃນເວລາມີການແຜ່ລະບາດຂອງພະຍາດໂຄວິດ-19, ລັດ​ມີ​ນະ​ໂຍບາຍ​ທັນ​ທ່ວງທີ, ຫຼຸດຜ່ອນ​ພາສີ, ຂະຫຍາຍ​ກຳນົດ​ເວລາ​ຊຳລະ​ພາສີ​ ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ແລະ ບຸກຄົນ​ທີ່ດຳ​ເນີນ​ທຸລະ​ກິດ​ດ້ານ​ວັດທະນະທຳ, ການທ່ອງ​ທ່ຽວ... ນອກຈາກນັ້ນ, ບັນດາ​ແຫຼ່ງກຳລັງ​ອື່ນໆ​ທີ່​ຈຳ​ເປັນ​ເພື່ອ​ພັດທະນາ​ວັດທະນະທຳ​ຢູ່ຫວຽດນາມ, ​ເຊັ່ນ: ຊັບພະຍາກອນ​ມະນຸດ, ໂຄງ​ສ້າງພື້ນຖານ​, ຄວາມຮູ້ວິຊາສະເພາະ,... ກໍໄດ້ຖືກລະດົມແລະເສີມຂະຫຍາຍເພື່ອປະກອບສ່ວນສຳຄັນເຂົ້າໃນການສ້າງຜົນງານທີ່ຕັ້ງໜ້າໃນຂົງເຂດວັດທະນະທຳ ແລະ ສິລະປະ ຂອງປະເທດ.       

ທີສີ່, ກົນໄກແລະນະໂຍບາຍ ​ພວມ​ຄ່ອຍໆ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຂອງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ສິລະປະແລະວັດທະນະທຳ.

ຮອດວັນທີ 30 ມິຖຸນາ 2021, ຂະແໜງວັດທະນະທຳ ກິລາ ແລະ ການທ່ອງທ່ຽວທົ່ວປະເທດ ມີທັງໝົດ 899.950 ຄົນ, ໃນນັ້ນ ຂະແໜງສິລະປະ ວັດທະນະທຳ: 19.751 ຄົນ; ຂະແໜງກິລາ ​ກາ​ຍະ​ກຳ: 10.199 ຄົນ; ຂະແໜງການທ່ອງທ່ຽວມີ 870.000 ຄົນ, ໃນນັ້ນມີ 18.907 ຄົນ ຮັບໃຊ້ທັງ 3 ຂະແໜງສິລະປະວັດທະນະທຳ, ກິລາ ກາຍະກຳ ແລະ ການທ່ອງທ່ຽວ (3). ໃນເວລາທີ່ຜ່ານມາ, ບັນດາຂໍ້ກຳນົດ, ກົດລະບຽບ, ຫຼັກດຳເນີນງານ, ຄຳແນະນຳກ່ຽວກັບການວາງແຜນ, ການເລືອກຮັບສະໝັກ, ການນຳໃຊ້, ການແຕ່ງຕັ້ງພະນັກງານ ໄດ້​ສ້າງ​ຢ່າງ​ມີລະບຽບແບບແຜນ ແລະ ໄດ້ປ່ຽນແປງໃໝ່ໃຫ້ສອດຄ່ອງກັບ​ສະ​ພາບ​ການ​ຕົວ​ຈິງ ແລະ ແກ້ໄຂ​ຂໍ້​ຈໍາ​ກັດ​ກ່ອນໜ້ານີ້. ເພາະສະນັ້ນ, ພະນັກງານ​ຂອງຂະແໜງການ​ພວມ​ໄດ້​ຮັບ​ການ​ວາງ​ແຜນການ​ຢ່າງມີລະບຽບແບບແຜນ, ດັດ​ປັບ​ໂຄງ​ປະກອບ​ອາຍຸ ​ແລະ ຄຸນສົມບັດ​ທີ່​ເໝາະ​ສົມ. ບັນດານະໂຍບາຍຝຶກອົບຮົມ ບຳລຸງສ້າງ ຄົ້ນພົບຄົນເກັ່ງທາງດ້ານສິລະປະວັດທະນະທຳ ແລະ ການຍົກຍ້ອງໃຫ້ກຽດຄົນເກັ່ງກໍໄດ້ຮັບການປະຕິບັດ ເພື່ອດຶງດູດຊັບພະຍາກອນມະນຸດທີ່ມີຄຸນນະພາບສູງສຳລັບຂົງເຂດວັດທະນະທຳ. 

ທີຫ້າ, ​ຂະ​ບວນການ​ປັບປຸງ​ລະບອບລະບຽບການ​ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ຄຸນຄ່າ​ວັດທະນະທຳ, ມໍລະດົກ ແລະ ວັດຖຸບູຮານທາງປະຫວັດສາດ-ວັດທະນະທຳ​ ຂອງ​ຊາດ.

ຂະ​ບວນການ​ປັບປຸງ​ລະບອບລະບຽບການ​ໃຫ້ສົມບູນແບບ ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ອະນຸລັກ​ຮັກສາ ແລະ ​ເສີມຂະຫຍາຍ​​ຄຸນຄ່າ​ວັດທະນະທຳດັ້ງເດີມຂອງຊາດ, ມໍລະດົກ ແລະ ວັດຖຸບູຮານທາງປະຫວັດສາດ-ວັດທະນະທຳທີ່ຫຼາກຫຼາຍແລະອຸດົມສົມບູນຂອງຫວຽດນາມ. ຄຽງຄູ່ກັບບັນດາໂຄງການສະເພາະ ເພື່ອປະຕິບັດເປົ້າໝາຍ “ຍຸດທະສາດການພັດທະນາວັດທະນະທຳຫວຽດນາມຮອດປີ 2030” ເຊັ່ນ: ໂຄງການອະນຸລັກແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ຢ່າງຍືນຍົງ, ໄລຍະ 2021-2025; ໂຄງ​ການ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ກ່ຽວກັບມໍລະດົກວັດທະນະທຳຫວຽດນາມ, ໄລຍະ 2021-2030; ໂຄການປະສານງານລະຫວ່າງກະຊວງສຶກສາແລະການຝຶກອົບຮົມ ກັບກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ໄລຍະ 2022-2026 ໃນວຽກງານການສຶກສາອົບຮົມມູນເຊື້ອ ໃຫ້ນັກຮຽນນັກສຶກສາ ຜ່ານບັນດາວັດຖຸບູຮານ, ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ, ພິພິທະພັນຈາກສູນກາງເຖິງທ້ອງຖິ່ນ (ໂຄງການປະສານງານສະບັບເລກທີ 217/CTr-BGDĐT- BVHTTDL, ລົງວັນທີ 4 ມີນາ 2022), ປະເທດເຮົາສືບຕໍ່ຄວາມພະຍາຍາມໃນການຍົກສູງຖານະບົດບາດຂອງຕົນ ໃນປະຊາຄົມໂລກ ແລະ ຕັ້ງໜ້າສົ່ງເສີມໂຄສະນາ ມໍລະດົກວັດທະນະທຳ ຂອງປະເທດສູ່ໂລກ, ສະແດງອອກໃນການ​ໄດ້​ຮັບ​ເລືອກ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຂອງ ອະນຸສັນຍາວ່າດ້ວຍ​ການຄຸ້ມຄອງ​ມໍລະດົກ​ວັດທະນະທຳ​ທີ່ບໍ່​ມີຕົວຕົນຂອງ ຢູເນສະໂກ ວາລະປີ 2022-2026, ແລະ ມີ​ມໍລະດົກ​ວັດທະນະທຳ​ທີ່ບໍ່​ມີຕົວຕົນ​ອີກ 2 ລາຍການ ​ທີ່​ໄດ້​ຮັບ​ການ​ຈົດ​ທະບຽນຮັບຮອງຈາກ ຢູເນສະໂກ​ (ວິທີປະຕິບັດແທນຂອງຊາວ ໄຕ, ໜູ່ງ, ໄທ ແລະ ສິລະປະເຄື່ອງປັ້ນດິນເຜົາຂອງຊາວຈຳ).

ທີຫົກ, ຄວາມເອົາ​ໃຈ​ໃສ່ໃນການປະ​ຕິ​ບັດ​ຫົວ​ຂໍ້​ປະ​ຈໍາ​ປີ​ຂອງຂະແໜງການ​ວັດ​ທະ​ນະ​ທໍາ​, ກິ​ລາ​ແລະ​ການ​ທ່ອງ​ທ່ຽວ​ ໄດ້ປະກອບສ່ວນຍົກສູງປະສິດທິຜົນຂອງການກໍ່ສ້າງສະພາບແວດລ້ອມທາງວັດທະນະທຳທີ່ປອດໃສ, ເສີມຂະຫຍາຍຄຸນຄ່າ ແລະ ບົດບາດຂອງຄອບຄົວ, ຊຸມຊົນ ແລະ ສັງຄົມ.

ໃນປີ 2022, ກະຊວງວັດທະນະທຳ ກິິລາ ແລະ ການທ່ອງທ່ຽວ ໄດ້​ຈັດ​ຕັ້ງ​ຫົວ​ຂໍ້​ວຽກ​ງານ​ປະຈຳ​ປີ​ຄື ປີ​ສ້າງສະພາບແວດລ້ອມ​ວັດທະນະທຳຢູ່ຮາກຖານ ​ແລະ ວຽກງານຈັດ​ຕັ້ງ​ພະນັກງານ”, ຈາກນັ້ນ ເຮັດໃຫ້ການກໍ່ສ້າງສະພາບແວດລ້ອມວັດທະນະທໍາເປັນບາດກ້າວໃໝ່ໃນການດໍາເນີນງານຂອງຂະແໜງການ ໂດຍມີເປົ້າຫມາຍເພື່ອຮັບປະກັນວ່າ ສະມາຊິກທຸກຄົນໃນຊຸມຊົນໄດ້ພັດທະນາຄວາມສາມາດໃນການສ້າງສັນຂອງຕົນ. ກະຊວງວັດທະນະທຳ ກິິລາ ແລະ ການທ່ອງທ່ຽວ ໄດ້ສະເໜີໃຫ້ນາຍົກລັດຖະມົນຕີອະນຸມັດໂຄງການປະ​ຕິ​ບັດ​ການ​ເຄື່ອນ​ໄຫວ ທົ່ວ​ປວງ​ຊົນ​ພ້ອມ​ກັນ​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ໄລ​ຍະ 2021-2026. ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຄະນະ​ຊີ້​ນຳ​ສູນ​ກາງ​ສຸມ​ໃສ່​ຊີ້​ນຳ ນຳພາການປະຕິບັດ​​ເນື້ອ​ໃນ​ໃນ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ ​ແລະ ສຳຄັນ; ປະກາດ​ໃຊ້​ແຜນການ​ຈັດ​ຕັ້ງ​ປະຕິບັດ​ການ​ເຄື່ອນ​ໄຫວໃຫ້​ທຸກ​ຂັ້ນ, ຂະແໜງການ ​ແລະ ປະຊາຊົນ​ຢ່າງ​ທັນ​ການ, ປະກອບສ່ວນເສີມຂະຫຍາຍບົດບາດຂອງຄອບຄົວ ຊຸມຊົນ ແລະ ສັງຄົມໃນການສ້າງສະພາບການວັດທະນະທຳ, ເຮັດໃຫ້ວັດທະນະທຳກາຍເປັນປັດໄຈຫຼໍ່ຫຼອມຄຸນຄ່າຄວາມຈິງ - ຄວາມດີ - ຄວາມງາມ.  

ທີເຈັດ, ກາສ້າງສະຖາບັນແລະນະໂຍບາຍໄດ້ເຄົາລົບ ແລະ ຮັກສາຄວາມຫຼາກຫຼາຍທາງວັດທະນະທຳຂອງຊົນເຜົ່າ, ເຂດ ພາກພື້ນ, ຍົກສູງລະດັບການຊົມໃຊ້ວັດທະນະທຳຂອງປະຊາຊົນ, ປະກອບສ່ວນປົກປ້ອງຄວາມໝັ້ນຄົງທາງການເມືອງ ແລະ ຮັກສາອຳນາດອະທິປະໄຕຂອງປະເທດຊາດ.

ບັນດາໂຄງການ ແລະ ການເຄື່ອນໄຫວທີ່ຫຼາກຫຼາຍ, ອຸດົມສົມບູນເຊັ່ນ: ຊຸດຝຶກອົບຮົມ, ການສອນ, ງານ​ບຸນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ, ງານ​ບຸນແລະການສະແດງເຄື່ອນທີ່, ​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຊົມໃຊ້​ວັດທະນະທຳຂອງ​ປະຊາຊົນ​ ແລະ ເຂດຊົນເຜົ່າສ່ວນນ້ອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ໝູ່ເກາະ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແຄບ​ຊ່ອງ​ຫວ່າງ​ຄວາມ​ມ່ວນ​ຊື່ນ​ດ້ານ​ວັດທະນະທຳ​ ລະຫວ່າງ​ຊົນນະບົດກັບ​ຕົວ​ເມືອງ, ລະຫວ່າງ​ພາກ​ແລະເຂດ ໃນ​ທົ່ວ​ປະ​ເທດ. ການຫັນເປັນສັງຄົມໃນການ​ເຄື່ອນ​ໄຫວ​ວັດທະນະທຳ-ສິລະ​ປະ ​​ໄດ້​ຮັບ​ການຍູ້ແຮງ​ ແລະ ສ້າງ​ຜົນ​ດີ​ຕໍ່​ສັງຄົມ.

ທີແປດ, ບັນດາໜ້າທີ່ໃນການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທາງວັດ​ທະ​ນະ​ທຳ​ດິ​ຈິ​ຕອນ​ໄດ້ເສີມຂະຫຍາຍ​ປະ​ສິດ​ທິ​ຜົນ​ໃນ​ເບື້ອງ​ຕົ້ນ.

ບັນດາ​ໂຄງການ​ຫັນ​ເປັນ​ດິ​ຈິ​ຕອນ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ, ​ເຊັ່ນ: ​ໂຄງການ​ຫັນ​ເປັນ​ດິຈິ​ຕອນ​ມໍລະດົກ​ວັດທະນະທຳ​ຫວຽດນາມ ​ໄລຍະ 2021-2030; ​ໂຄງການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ຂະແໜງການຫ້ອງສະໝຸດ ​ຮອດ​ປີ 2025 ໂດຍມີ​ວິໄສ​ທັດ​ຮອດ​ປີ 2030; ໂຄງ​ການ​ດິ​ຈິ​ຕອນ​ຂໍ້​ມູນ​ງານ​ບຸນ​ຢູ່​ຫວຽດ​ນາມ​ ໄລຍະ 2021-2025, ​ໂຄງການ​ສູນເຜີຍແຜ່​ຮູບ​ເງົາ​ອອນໄ​ລນ໌... ໂດຍສະເພາະ, ໃນສະພາບການແຜ່ລະບາດໃຫຍ່ຂອງໂຄວິດ-19, ບັນດາການເຄື່ອນໄຫວທາງວັດທະນະທໍາແລະສິລະປະມີແນວໂນ້ມທີ່ຈະປ່ຽນໄປສູ່ສະພາບແວດລ້ອມດິຈິຕອນ. ໂຄງການສິລະປະການສະແດງໂດຍບໍ່ມີຜູ້ຊົມໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງຜ່ານເວທີອອນໄລນ໌, ເຄືອຂ່າຍສັງຄົມ, ແລະ ມີປະສິດທິພາບສູງ.

ຂໍ້ຈໍາກັດແລະຂໍ້ບົກຜ່ອງ

ທີໜຶ່ງ, ລະບົບເອກະສານທາງກົດໝາຍກ່ຽວກັບວັດທະນະທຳມີຈຳນວນຫຼາຍ, ແຕ່ຫຼາຍສະບັບມີປະສິດທິພາບທາງກົດໝາຍ ແລະ ມີຄວາມບັງຄັບທາງກົດໝາຍຕ່ຳ, ຂາດລະບຽບ​ການ​ສະ​ເພາະ ​ເພື່ອໃຫ້ອັດຕະພາບ​ປະຕິບັດ​ຕາມ ເຊິ່ງນຳໄປສູ່ປະສິດທິພາບແລະປະສິດທິຜົນຂອງການ​ຄຸ້ມ​ຄອງ​ວັດທະນະ​ທຳ​ຂອງ​ລັດຖືກຈຳກັດ.

ລະບົບ​ເອກະສານທາງ​ກົດໝາຍ​ກ່ຽວ​ກັບ​ວັດທະນະທຳ ​ແລະ ຄອບຄົວ​ມີປະມານ 160 ສະບັບ, ​ໃນ​ນັ້ນ​ມີ​ຫຼາຍ​ປະ​ເພດ, ນັບ​ແຕ່​ກົດໝາຍ ກົດດຳລັດ ຈົນເຖິງໜັງສືວຽນ. ບັນດາເອສານທາງກົດໝາຍທີ່ຂັດແຍ້ງກັນ ທັບຊ້ອນກັນຍັງຫຼາຍ, ຫຼຸດຜ່ອນຄວາມໂປ່ງໃສ ​ເຮັດ​ໃຫ້​ກົດໝາຍມີຄວາມ​ສັບສົນ ​ແລະ ຍາກ​ທີ່​ຈະ​ນຳ​ໃຊ້. ບາງຂົງເຂດຍັງ​ບໍ່​ໄດ້​ຮັບ​ການ​ຄວບ​ຄຸມ​ດ້ວຍ​ກົດ​ໝາຍ ຫຼື​ກົດ​ດຳລັດ (ສິລະປະການສະແດງ, ສິລະປະ, ການຖ່າຍຮູບ, ການສ້າງສະພາບແວດລ້ອມທາງວັດທະນະທຳ, ສະຖາບັນທາງວັດທະນະທໍາ, ການ​ໂຄສະນາ​ປຸກລະດົມຂົນຂວາຍ​ທາງ​ການ​ເມືອງ, ສິດ​ແລະພັນທະ​ຂອງ​​ສິລະ​ປິນ...), ຍັງບໍ່ທັນມີເອກະສານເພື່ອປັບແຕ່ງເທື່ອ (ຂົງເຂດວັນນະຄະດີ, ການຄຸ້ມຄອງກິດ​ຈະ​ກໍາ​ເກມ​...) ເຊິ່ງເປັນຜົນກະທົບຢ່າງໃຫຍ່ເຖິງວຽກງານການຄຸ້ມຄອງລັດໃນແຕ່ລະຂົງເຂດ.  

ທີສອງ, ຂອບສະຖາບັນຍັງບໍ່ທັນສຳເລັດສົມບູນ ແລະ ການປັບ ຍຸດທະສາດການພັດທະນາຂະແໜງການວັດທະນະທຳຮອດປີ 2020, ວິໄສທັດຮອດປີ 2030” ໃນສະພາບການໃໝ່ ກຳລັງຫຼຸດຜ່ອນບົດບາດການສ້າງສັນ ແລະ ຄວາມສາມາດໃນການຍົກສູງການ​ແຂ່ງ​ຂັນ ​ແລະ ​ການ​ເຊື່ອມ​ໂຍງ​ຂອງ​ຕະ​ຫຼາດ​ວັດ​ທະ​ນະ​ທໍາ​.  

ເຖິງວ່າ ຍຸດທະສາດການພັດທະນາຂະແໜງການວັດທະນະທຳຮອດປີ 2020, ວິໄສທັດຮອດປີ 2030” ຕັ້ງເປົ້າໝາຍສູ້ຊົນເຖິງປີ 2030 ລາຍໄດ້ຂອງບັນດາຂະແໜງອຸດສາຫະກຳວັດທະນະທຳຈະປະກອບສ່ວນ 7% ຂອງຈີດີພີ, ແຕ່ພາຍຫຼັງເກືອບ 6 ປີແຫ່ງການປະຕິບັດຍຸດທະສາດ, ການບັນລຸເປົ້າຫມາຍນີ້ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງ. ຂະແໜງອຸດສາຫະກຳວັດທະນະທຳຫວຽດນາມ ຍັງບໍ່ທັນໄດ້ຮັບການຄວບຄຸມໂດຍເອກະສານທາງກົດໝາຍ, ຍັງຂາດນະໂຍບາຍແລະກົດໝາຍທີ່ຈະສ້າງແລວທາງກົດໝາຍເພື່ອພັດທະນາຂະແໜງໃໝ່ ແລະ ມີທ່າແຮງນີ້, ໃນນັ້ນນະໂຍບາຍກ່ຽວກັບການລະດົມຊັບພະຍາກອນແມ່ນມີບົດບາດສຳຄັນ. ບັນດານະໂຍບາຍພັດທະນາອຸດສາຫະກຳວັດທະນະທຳ ຍັງ​ບໍ່​ເໝາະ​ສົມ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ, ​ໂດຍ​ປົກກະຕິ​ແມ່ນ​ການ​ກວດກາ​ບັນດາ​ເນື້ອ​ໃນ​ຂອງ​ຜະລິດ​ຕະພັນ​ວັດທະນະທຳ, ສິລະ​ປະ ​ຕາມຫຼັກເກນທີ່ບໍ່ຊັດເຈນ. ດ້ານອື່ນ, ລັດບໍ່ມີກົນໄກແລະບົດລົງໂທດທີ່ເຂັ້ມແຂງພໍທີ່ຈະແກ້ບັນຫາຫຼັກຂອງຕະຫຼາດວັດທະນະທຳ ເຊັ່ນການຄຸ້ມຄອງລິຂະສິດ... ຄວາມ​ບໍ່​ພຽງພໍ​ໃນ​ການ​ນຳ​ໃຊ້​ເຄື່ອງ​ມື​ຄຸ້ມ​ຄອງ ​ເຮັດ​ໃຫ້​ລັດ​ບໍ່​ໄດ້ເປັນອະນຸຍາໂຕຕຸລາການຂອງຜູ້​ມີບົດບາດທາງເສດຖະກິດຢ່າງແທ້ຈິງ, ຍັງ​ບໍ່​ທັນ​ດັດປັບ​ແລະຮັບປະກັນ​ ຄວາມ​ກົມກຽວ​ທາງ​ດ້ານຜົນ​ປະ​ໂຫຍ​ດ ລະຫວ່າງ​ຜູ້​ຜະລິດ, ຜູ້​ຈຳໜ່າຍ ​ແລະ ຜູ້​ບໍລິ​ໂພ​ກ. ໃນສະພາບການເຊື່ອມໂຍງສາກົນ,  ຫຼາຍສະຖາບັນແລະລະບອບລະບຽບທີ່ກ່ຽວຂ້ອງກັບອຸດສາຫະກຳວັດທະນະທຳ ຍັງຊັກຊ້າ ໃນການປ່ຽນແປງໃໝ່ ແລະ ບໍ່ທັນສອດຄ່ອງກັບມາດຕະຖານສາກົນ.   

ທີສາມ, ກົນ​ໄກ​ປະສານ​ງານ​ລະຫວ່າງ​ບັນດາ​ກົມ, ສາຂາ, ອົງການ​ທຸກ​ຂັ້ນ, ລະຫວ່າງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ ຍັງ​ບໍ່​ທັນ​ໃກ້ຊິດ. ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອັດຕະພາບລະດັບຮາກ​ຖານ, ​ໂດຍ​ສະ​ເພາະ​ແມ່ນ ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ຈາກ​ລະບົບ​ສະ​ຖາ​ບັນ​ແລະນະ​ໂຍບາຍ, ​ຍັງ​ເປັນແບບຮູບ​ການ.

​ເຖິງຈະໄດ້​ຖື​ວ່າ​ເປັນ​ອົງການ​ຄຸ້ມຄອງ​ຕົນ​ເອງ​ຂອງ​ປະຊາຊົນ​ກໍ່ຕາມ, ​ແຕ່​ຫຼາຍ​ອົງການ​ສັງຄົມ​ຢູ່​ຫວຽດນາມ ຍັງເພິ່ງພາທາງການເງິນໃນລະບົບການເມືອງ ​ແລະ ອົງການ​ຂອງ​ລັດ. ​ເພາະສະ​ນັ້ນ ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດ​ຕັ້ງ​ສັງຄົມ ​ຈຶ່ງ​ມີ​ລັກສະນະຮູບ​ການ ແລະ ຕົກໃນທ່າຮັບ​ຢ່າງ​ໜັກໜ່ວງ. ກົນ​ໄກ​ການ​ເຂົ້າ​ຮ່ວມ​ຂອງ​ສັງ​ຄົມ​ໃນ​ການ​ວາງ​ແຜນ, ການ​ປະ​ຕິ​ບັດ ແລະ ການ​ປະ​ເມີນ​ຜົນ​ນະ​ໂຍ​ບາຍ​ຂອງ​ລັດ ແລະ ການ​ຕິດ​ຕາມ​ກວດ​ກາ​ການເຄື່ອນໄຫວຂອງວິສາຫະ​ກິດ​ ຍັງ​ບໍ່​ທັນ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ. ໃນຂະນະນັ້ນ, ລະບຽບ​ການ​ບໍລິຫານ​ຫຼາຍຂັ້ນຕອນ​ຂອງ​ລັດທີ່ຄວບຄຸມການ​ພົວພັນ​ທາງ​ແພ່ງ ຍັງມີຄວາມ​ຫຍຸ້ງຍາກ, ຫຼຸດຜ່ອນ​ບົດບາດ​ຂອງ​ສັງຄົມ​ໃນ​ການ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ ​ແລະ ຄວບຄຸມ​ການ​ພັດທະນາ.

ທີສີ່, ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ລະດົມ​ແຫຼ່ງຊັບພະຍາກອນ​ສະ​ແດງ​ໃຫ້​ເຫັນ​ວ່າ ວັດທະນະທຳ​ຍັງ​ບໍ່​ທັນ​ເປັນ​ຂະແໜງອາຊີບທີ່ໄດ້ຮັບບຸລິມະສິດ, ສົ່ງເສີມໃຫ້ພັດທະນາ; ວັດທະນະທໍາຍັງພົບກັບ “ຄໍຂວດ”, “ສິ່ງກີດຂວາງ” ຈາກຄວາມຮັບຮູ້ຂອງສັງຄົມ ແລະ ຂໍ້ກໍານົດຂອງກົດໝາຍ ບໍ່ທັນກັບຄວາມຕ້ອງການຈາກຄວາມເປັນຈິງທີ່ມີຊີວິດຊີວາ.  

ໃນປະຈຸບັນ, ປະສິດທິຜົນຂອງ​ຂໍ້​ກຳນົດ​ກ່ຽວ​ກັບ​ນະ​ໂຍບາຍ​ພາສີ​ໃນ​ກົດໝາຍສະເພາະ ເປັນພຽງຫຼັກການກ່ຽວກັບ ການບຸລິມະສິດ”, ເຊິ່ງການ​ນຳ​ໃຊ້​ແມ່ນ​ຂຶ້ນ​ກັບ​ຂໍ້​ກຳນົດ​ສະ​ເພາະ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພາສີແຕ່ລະສະບັບ. ກົດໝາຍການລົງທຶນປີ 2020 ກຳນົດວ່າ ວັດທະນະທຳແມ່ນໜຶ່ງໃນບັນດາຂະແໜງອາຊີບທີ່ໄດ້ຮັບບຸລິມະສິດໃນການລົງທຶນ, ແຕ່ພຽງແຕ່​ຈຳກັດ​ໃນ​ຂົງ​ເຂດ​ທີ່ແຄບຄື ການປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ, ​ໃນ​ຂະນະ​ທີ່ ​ວັດທະນະທຳ​ແມ່ນ​ຂົງ​ເຂດທີ່​ກ້ວາງ​ຂວາງ. ປີ 2020, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ ຕາມຮູບແບບການຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP), ແຕ່ມີພຽງ 5 ຂົງເຂດເທົ່ານັ້ນ ທີ່ນຳໃຊ້ຮູບແບບການຮ່ວມມືລະຫວ່າງພາກລັດແລະເອກະຊົນ, ໃນນັ້ນບໍ່ມີຂົງເຂດວັດທະນະທຳ. ດັ່ງນັ້ນ, ອີງໃສ່ກົດໝາຍວ່າດ້ວຍການລົງທຶນ ແລະ ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບການຮ່ວມມືລະຫວ່າງພາກລັດແລະເອກະຊົນນັ້ນ ຂົງເຂດວັດທະນະທຳຍັງບໍ່ໄດ້ເປັນຂະແໜງອາຊີບທີ່ໄດ້ຮັບການສົ່ງເສີມບຸລິມະສິດ. ກົດໝາຍວ່າດ້ວຍພາສີລາຍໄດ້ວິສາຫະກິດ ກຳນົດລາຍຮັບທີ່ໄດ້ຮັບການຍົກເວັ້ນພາສີ ສໍາລັບທຶນຊ່ວຍເຫຼືອທີ່ໄດ້ຮັບໄປໃຊ້ໃນກິດຈະການດ້ານການສຶກສາ, ວິທະຍາສາດ, ວັດທະນະທໍາ, ສິລະປະ, ການກຸສົນ... ​ແລະ ລາຍຮັບ​ທີ່ບໍ່​ມີການ​ແບ່ງປັນ​ຂອງ​ສະ​ຖານ​ປະກອບ​ການທີ່ເຄື່ອນ​ໄຫວ​ສັງຄົມ​ໃນ​ຂົງ​ເຂດການ​ສຶກສາ-ຝຶກອົບຮົມ, ສາທາລະນະ​ສຸກ ​ແລະ ບັນດາ​ຂົງ​ເຂດ​ສັງຄົມ​ອື່ນໆ ​ເພື່ອ​ການລົງທຶນ​ພັດທະນາ​​ສະ​ຖານປະກອບການ​ດັ່ງກ່າວ ​ຕາມ​ກົດໝາຍ​ສະເພາະ, ​ແຕ່ກໍ​ບໍ່​ມີ​ຂົງ​ເຂດ​ວັດທະນະທຳ. ຄຽງຄູ່ກັນນັ້ນ, ນິໄສຢາກລໍຖ້າງົບປະມານຂອງລັດສໍາລັບກິດຈະກໍາວັດທະນະທໍາ ເຊິ່ງຝັງຮາກເລິກຢູ່ໃນຈິດໃຕ້ສຳນຶກຕັ້ງແຕ່ສະໄໝທີ່ເສດຖະກິດລວມສູນແລະເກື້ອກູນອຸດໜູນ, ພ້ອມກັບແນວຄວາມຄິດທີ່ວ່າ ຂະແໜງການວັດທະນະທໍາ ເປັນຂະແໜງ “ການໃຊ້ຈ່າຍເງິນ” ກໍາລັງສ້າງອຸປະສັກເພີ່ມເຕີມໃນ​ຄວາມ​ຮັບ​ຮູ້​ກ່ຽວກັບ​ການ​ລົງ​ທຶນ​ຊັບ​ພະ​ຍາ​ກອນໃນວັດທະນະທຳ.       

ທີຫ້າ, ການຢຸດຊະງັກຂອງໂຄງການເປົ້າໝາຍແຫ່ງຊາດດ້ານວັດທະນະທໍາ, ໂຄງການພັດທະນາວັດທະນະທໍາ ກຳລັງຫຼຸດຜ່ອນແຮງຈູງໃຈໃນການສົ່ງເສີມການພັດທະນາວັດທະນະທໍາ ຕິດພັນກັບເສດຖະກິດ-ສັງຄົມ, ເພື່ອຕອບສະໜອງເປົ້າຫມາຍການພັດທະນາແບບຍືນຍົງ.

ການລົງທຶນໃຫ້ແກ່ການອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳຮຽກຮ້ອງຕ້ອງການແຫຼ່ງຊັບພະຍາກອນຫຼາຍທີ່ສຸດ. ໃນເວລາທີ່ຜ່ານມາ, ແຫຼ່ງເງິນລົງທຶນຈາກ  “ໂຄງການເປົ້າໝາຍແຫ່ງຊາດດ້ານວັດທະນະທຳປີ 2014-2015” ແລະໂຄງການເປົ້າໝາຍແຫ່ງຊາດດ້ານວັດທະນະທຳໄລຍະປີ 2016-2020” ມີລັກສະນະຂອງ “ທຶນເບື້ອງຕົ້ນ” ໄດ້ກໍ່ໃຫ້ເກີດຜົນດີໃນຂົງເຂດມໍລະດົກ. ແຕ່, ການສິ້ນສຸດໂຄງການໃນປີ 2021 ໄດ້ເຮັດໃຫ້ການລະດົມຊັບພະຍາກອນເພື່ອຕອບສະໜອງຄວາມຕ້ອງການດ້ານການພັດທະນາວັດທະນະທຳຂອງທ້ອງຖິ່ນ, ເຊິ່ງເທົ່າທຽມ ຫຼືຫຼາຍກວ່າເວລາທີ່ຜ່ານມາ, ພົບຄວາມຫຍຸ້ງຍາກຫຼາຍຢ່າງ.

ທີຫົກ, ກົນໄກແລະນະໂຍບາຍການລົງທຶນດ້ານວັດທະນະທຳ ບໍ່ເໝາະສົມກັບບົດບາດ ແລະ ທີ່ຕັ້ງຂອງວັດທະນະທຳໃນການພັດທະນາ.

ໂດຍລວມແລ້ວ, ລະດັບການລົງທຶນດ້ານວັດທະນະທໍາໃນງົບປະມານລາຍຈ່າຍທັງໝົດຂ້ອນຂ້າງຕໍ່າ ເມື່ອທຽບກັບຂົງເຂດອື່ນ, ບໍ່ສົມນ້ຳສົມເນື້ອກັບຄວາມເປັນຈິງ ແລະ ບໍ່ສະໝ່ຳສະເໝີ. ຕາມມະຕິຂອງສະພາແຫ່ງຊາດສະບັບເລກທີ 40/2021/QH15, ລົງວັນທີ 13 ພະຈິກ 2021, “ວ່າດ້ວຍ​ການ​ຈັດ​ສັນ​ງົບ​ປະ​ມານ​ສູນ​ກາງ​ໃນ​ປີ 2022”, ສ່ວນແບ່ງງົບປະມານສໍາລັບວັດທະນະທໍາແລະຂໍ້ມູນຂ່າວສານ ກວມເອົາພຽງແຕ່ 0,9% ຂອງງົບປະມານທີ່ຈັດສັນທັງໝົດ. ບໍ່ພຽງແຕ່ຈໍາກັດຂະໜາດເທົ່ານັ້ນ, ແຕ່ໂຄງສ້າງຂອງການລົງທຶນພາກລັດໃນດ້ານວັດທະນະທໍາກໍບໍ່ພຽງພໍ. ທຶນສາທາລະນະສ່ວນໃຫຍ່ໃຊ້ສໍາລັບກິດຈະກໍາທີ່ບໍ່ແມ່ນທຸລະກິດ, ແລະ ອັດຕາການໃຊ້ຈ່າຍໃນການລົງທຶນເພື່ອການພັດທະນາຍັງຢູ່ໃນລະດັບຕໍ່າ. ດ້ວຍ​ຂໍ້​ຈຳກັດເຫຼົ່ານີ້, ການ​ລົງທຶນ​​ຂອງ​ລັດ​ຍັງ​ບໍ່​ທັນ​ສາມາດ ຊັກຊວນ​ແລະ ຊີ້​ນຳການ​ລົງທຶນ​ພາກ​ເອກະ​ຊົນ​ໃນ​ຕະຫຼາດໄດ້.

ທີສີ່, ຄວາມບໍ່ພຽງພໍຂອງກົນໄກ ແລະ ນະໂຍບາຍ ເຮັດໃຫ້ເກີດຄວາມບໍ່ກົນກຽວລະຫວ່າງພາກລັດແລະພາກເອກະຊົນ ໃນການເຂົ້າເຖິງແຫຼ່ງທຶນສະໜັບສະໜູນຈາກລັດ.  

ຄວາມບໍ່ພຽງພໍໃນການຈັດສັນຊັບພະຍາກອນສາທາລະນະ ແລະ ການເຂົ້າເຖິງຊັບພະຍາກອນສາທາລະນະ ພ້ອມກັນກັບການ​ບໍ່​ມີ​ມາດຖານ​ທີ່​ຈະ​ແຈ້ງ ​ແລະ ສະ​ເພາະ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ປະເມີນ ​ແລະ ການ​ອອກ​ຄຳ​ຕັດສິນ​ ໃນ​ການ​ສະໜອງ​ທຶນ​ ທີ່ບໍ່ໄດ້​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມ​​ພະຍາຍາມ​ຍົກ​ສູງ​ຄຸນ​ນະພາບຂອງບົດປະພັນ, ບໍ່​ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ແຂ່ງ​ຂັນແບບສົດໃສ​ໃນຂົງເຂດ​ວັດ​ທະ​ນະ​ທໍາ ​ແລະ ​ສິ​ລະ​ປະ. 

ທິດ​ທາງ​ແລະວິທີ​ການ​ແກ້​ໄຂ​

ການປະເມີນປະສິດທິຜົນຂອງສະຖາບັນແລະນະໂຍບາຍດັ່ງທີ່ກ່າວມາຂ້າງເທິງນີ້ ຮຽກຮ້ອງໃຫ້ສຸມໃສ່ແກ້ໄຂຄວາມບໍ່ພຽງພໍ ແລະ ຂະຈັດບັນຫາຄໍຂວດໃນການຈັດຕັ້ງ ປະຕິບັດ ຜ່ານການກຳນົດນະໂຍບາຍ ແລະ ການປັບປຸງນະໂຍບາຍໃຫ້ສົມບູນແບບ ເຊິ່ງສາມາດສ້າງກົນໄກເພື່ອສົ່ງເສີມການພັດທະນາວັດທະນະທໍາໃນໄລຍະໃໝ່. ໂດຍສະເພາະ:

ທີໜຶ່ງ, ສືບຕໍ່ສ້າງ ແລະ ປັບປຸງບູລະນະລະບົບກົດໝາຍທີ່ຄວບຄຸມຂົງເຂດວັດທະນະທຳໂດຍກົງ ເພື່ອສ້າງພື້ນຖານທາງກົດໝາຍໃນການປັບຄວາມສຳພັນສັງຄົມກ່ຽວກັບວັດທະນະທຳ, ສ້າງຊັບພະຍາກອນການພັດທະນາ. ລະອຽດຄື: ແກ້ໄຂເພີ່ມເຕີມກົດໝາຍວ່າດ້ວຍມໍລະດົກວັດທະນະທຳ ເພື່ອແກ້ໄຂຄວາມບໍ່ພຽງພໍ ແລະ ຂະຈັດບັນຫາຄໍຂວດໃນການບັງຄັບໃຊ້ກົດໝາຍວ່າດ້ວຍມໍລະດົກວັດທະນະທຳໃນປະຈຸບັນ ໃນ​ຈຸດ​ທີ່​ບໍ່​ມີການ​ກໍາ​ນົດຊັດເຈນ, ປະສານຄວາມສຳພັນກົມກຽວ ລະຫວ່າງການອະນຸລັກ ແລະ ການເສີມຂະຫຍາຍຄຸນຄ່າວັດທະນະທຳ. ແກ້ໄຂເພີ່ມເຕີມກົດໝາຍວ່າດ້ວຍການໂຄສະນາ ໃນຂໍ້ກຳນົດກ່ຽວກັບການໂຄສະນາປະເພດໃໝ່, ສື່ໂຄສະນາທີ່ເກີດໃໝ່...; ຄົ້ນຄວ້າການສ້າງກົດໝາຍວ່າດ້ວຍສິລະປະການສະແດງ, ດຳລັດວ່າດ້ວຍການເຄື່ອນໄຫວວັນນະຄະດີ, ນະໂຍບາຍກ່ຽວກັບຊັບ​ສິນ​ເນື້ອໃນ​ວັດ​ທະ​ນະ​ທໍາ​ດິ​ຈິ​ຕອນ... ສືບຕໍ່ແກ້ໄຂປັບປຸງບາງກົດໝາຍສະເພາະເຊັ່ນ: ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບການຮ່ວມມືລະຫວ່າງພາກລັດແລະເອກະຊົນ, ບັນດາກົດໝາຍວ່າດ້ວຍພາສີ,  ໂດຍສະເພາະ ພາສີລາຍໄດ້ວິສາຫະກິດ, ດຳລັດສົ່ງເສີມການຫັນເປັນສັງຄົມ ເພື່ອໃຊ້ຊັບພະຍາກອນຈາກລັດຢ່າງມີປະສິດທິຜົນ, ລະດົມຊັບພະຍາກອນສັງຄົມ ແລະ ເພີ່ມປະສິດທິພາບຊັບພະຍາກອນພາຍໃນຈາກວັດທະນະທຳ. ລະອຽດຄື:  ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນຈຳເປັນ​ຕ້ອງມີ​ຂໍ້​ກຳນົດ​ທາງ​ກົດໝາຍ​ທີ່​ກ່ຽວຂ້ອງ ​ແລະ ກົດໝາຍ​ສະເພາະດ້ານ​ວັດທະນະທຳ​ ​ເພື່ອ​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ແຫຼ່ງຊັບພະຍາກອນ​ຂອງ​ລັດ. ແກ້ໄຂປັບປຸງບັນດາຂໍ້ກຳນົດກົດໝາຍທີ່ກ່ຽວຂ້ອງ ເພື່ອປົດ​ປ່ອຍ​ຊັບ​ພະ​ຍາ​ກອນຈາກວັດທະນະທຳໃນໂຄງສ້າງ​ພື້ນ​ຖານ​ຂອງ​ວັດ​ທະ​ນະ​ທໍາ​, ເຊັ່ນ ກົດໝາຍວ່າດ້ວຍການຄຸ້ມຄອງແລະນຳໃຊ້ຊັບສິນຂອງລັດ, ໃນນັ້ນມີນະໂຍບາຍທີ່ເໝາະສົມເພື່ອເສີມຂະຫຍາຍແລະນຳໃຊ້ຢ່າງມີປະສິດທິຜົນ ຊັບສິນໂຄງສ້າງພື້ນຖານ, ສະຖາບັນທາງວັດທະນະທຳ ແລະ ຊັບສິນທາງວັດທະນະທຳສະເພາະ; ກົນໄກເອກະລາດທາງດ້ານການເງິນທີ່ຄົບຊຸດກັບບຸກຄະລາກອນ ແລະ ແຜນການຂອງໜ່ວຍບໍລິການສາທາລະນະ ໃນຂົງເຂດວັດທະນະທໍາ. ເພີ່ມເຕີມບັນດານະໂຍບາຍຊຸກຍູ້ການພັດທະນາພອນ​ສະຫວັນ ​ແລະ ສິ່ງຍອດຍິ່ງ ​ໃນ​ຂົງ​ເຂດ​ວັດທະນະທຳ, ສິລະ​ປະ, ຊັບພະຍາກອນບຸກຄົນ​ຂອງ​ຂະ​ແໜງ​ວັດທະນະທຳ​ຈາກ​ແຫຼ່ງຊັບພະຍາກອນ​ຂອງ​ລັດ, ​ໃຫ້​ບຸລິມະສິດ​ບຸກຄະລາກອນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ບຸກຄະລາກອນບໍລິຫານຄຸ້ມຄອງ. ນະໂຍບາຍກ່ຽວກັບຊັບພະຍາກອນຂອງລັດສຳລັບການລົງທຶນດ້ານວັດທະນະທຳຈຳເປັນຕ້ອງຄຳນຶງເຖິງນະໂຍບາຍລະດັບຊາດ, ນະໂຍບາຍລະດັບທ້ອງຖິ່ນ, ນະໂຍບາຍສະເພາະ, ນະໂຍບາຍສົ່ງເສີມການພັດທະນາວັດທະນະທຳຊັ້ນນຳອີກດ້ວຍ (ວັດທະນະທຳ, ສິລະປະ) ແລະ ສະໜັບສະໜູນການພັດທະນາວັດທະນະທໍາມະຫາຊົນ.

ທີສອງສືບຕໍ່ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດດ້ານວັດທະນະທຳ. ການລົງທຶນພັດທະນາວັດທະນະທຳຕ້ອງໃຊ້ຊັບພະຍາກອນມະຫາສານ. ເງິນ​ລົງທຶນ​ຈາກ ໂຄງການເປົ້າໝາຍ​ແຫ່ງ​ຊາດດ້ານ​ວັດທະນະທຳ​ໄລຍະປີ 2014-2015ມີ​ລັກສະນະເປັນ “ທຶນ​ເບື້ອງຕົ້ນ​ແລະ ​ໄດ້​ນຳ​ມາ​ເຊິ່ງໝາກຜົນທີ່ສຳຄັນ. ການສິ້ນສຸດໂຄງການໃນຂະນະທີ່ຄວາມ​ຕ້ອງການໃນ​ການ​ພັດທະນາ​ວັດທະນະທຳ​ທ້ອງ​ຖິ່ນ​ ​ແມ່ນ​ຍັງ​ເທົ່າ​ທຽມ​ຫຼື​ຫຼາຍກວ່າໄລຍະ​ກ່ອນ, ​ເຊິ່ງ​ເປັນ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ວັດທະນະທຳ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງມີ ໂຄງການເປົ້າໝາຍແຫ່ງຊາດທີ່ກວມລວມ ເພື່ອຟື້ນຟູວັດທະນະທໍາ. ໃນເວລາທີ່ຈະມາເຖິງ, ເພື່ອສ້າງການປ່ຽນແປງຄວາມຮັບຮູ້ ແລະ ນຳ​ມາ​ເຊິ່ງຄວາມ​ໝາຍ​ສຳຄັນ​ໃຫ້​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ ​ແລະ ຂະ​ແໜງ​ການ​ວັດທະນະທຳ​ພິຈາລະນາ ​ແລະ ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ບັນດາ​ບັນຫາ​ວັດທະນະທຳ, ບົດບາດ, ຕຳ​ແໜ່​ງ, ກ່ຽວກັບຄວາມຈຳເປັນທີ່ຈະ​ຕ້ອງ​ເອົາ​ໃຈ​ໃສ່ ​ແລະ ລົງທຶນໃນ​ວັດທະນະທຳຢ່າງຮອບດ້ານແລະເໝາະສົມ ແລະ ກຳນົດ​ລະດັບ​ຕ່ຳ​ສຸດ 2% ຂອງຄ່າໃຊ້​ຈ່າຍງົບປະມານປະຈຳປີທັງໝົດ ສຳລັບ​ວັດທະນະທຳ​ ຕາມ​ແຜນນະໂຍບາຍແລະນະ​ໂຍບາຍ​ຂອງ​ພັກ​ແລະລັດ.  

ທີສາມ, ປັບປຸງລະບົບນະໂຍບາຍໃຫ້ສົມບູນແບບ, ດັດ​ແກ້​ການ​ກໍ່ສ້າງ ຍຸດ​ທະ​ສາດ​ການພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຫວຽດນາມຮອດປີ 2030, ວິໄສທັດຮອດປີ 2045”, ໃນນັ້ນ ສຸມໃສ່ການກໍ່ສ້າງຄວາມສາມາດແຂ່ງຂັນ ແລະ ການເຊື່ອມໂຍງຂອງຕະຫຼາດວັດທະນະທຳ. ໂດຍພື້ນຖານແລ້ວ, ບັນດາວິທີແກ້ໄຂໃນຂົງເຂດອຸດສາຫະກຳວັດທະນະທຳ ມຸ່ງສູ່ການປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ໂດຍສະເພາະແມ່ນ ກົດໝາຍການແຂ່ງຂັນ ເພື່ອສ້າງແລວທາງກົດໝາຍທີ່ມີປະສິດທິພາບ ແລະ ຮັບປະກັນການແຂ່ງຂັນທີ່ສະເໝີພາບ ລະຫວ່າງບັນດາພາກສ່ວນເສດຖະກິດທີ່ເຄື່ອນໄຫວໃນຕະຫຼາດວັດທະນະທຳຫວຽດນາມ. ຜັນ​ຂະຫຍາຍ​ກຸ່ມວິທີການ​ແກ້​ໄຂ​ເພື່ອໃຫ້​ຕະຫຼາດ​ວັດທະນະທຳສົມບູນ, ​ໃຫ້​ບຸລິມະສິດ​ການພັດທະນາ​ຂະ​ແໜງ​ວັດທະນະທຳ​ຈຳນວນ​ໜຶ່ງ​ທີ່​ມີ​ກຳລັງ​ແຮງ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ເອົາໃນໃສ່ພັດທະນາຕະຫຼາດວັດທະນະທຳໃນໂລກໄຊເບີ. ເພີ່ມທະວີການລົງທຶນກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ປະຕິບັດມາດຕະການຕ່າງໆຢ່າງໄຫວພິບ ໃນການຄຸ້ມຄອງບຸກຄະລາກອນໃນກົນໄກຕະຫຼາດ ແລະ ບັນດາກຸ່ມມາດຕະການແກ້ໄຂອື່ນສ້າງໂຄງສ້າງຂະແໜງການທີ່ມີຈຸດສຸມ, ຈຸດໜັກໃຈກາງ, ມີວິໄສທັດ.    

ທີສີ່ສ້າງຊຸດຕົວຊີ້ວັດແຫ່ງຊາດກ່ຽວກັບການພັດທະນາວັດທະນະທໍາ. ການພັດທະນາຊຸດ​ຕົວ​ຊີ້​ວັດ​ທີ່​ຄົບ​ຖ້ວນ ​ແລະ ນຳໃຊ້ເປັນໄລຍະເພື່ອວັດແທກ, ປະເມີນຜົນ ແລະ ຕິດຕາມການປະກອບສ່ວນ ແລະ ການຂະຫຍາຍຕົວ ຂອງຂະແໜງວັດທະນະທຳ ໃນການພັດທະນາຂອງປະເທດຊາດ, ພ້ອມ​ກັນ​ນັ້ນ, ​ໃຫ້​ຫຼັກ​ຖານທີ່ໜັກ​ແໜ້ນສຳລັບ​ການ​ພັດທະນາ​ສະ​ຖາ​ບັນ, ການ​ກຳນົດ​ນະ​ໂຍບາຍ ​ແລະ ​ໂຄງການ​ແຊກ​ແຊງ. ຍົກສູງຄວາມຮັບຮູ້ຂອງຄະນະພັກ, ອຳນາດການປົກຄອງ ແລະ ສັງຄົມກ່ຽວກັບບົດບາດ, ຕຳແໜ່ງ ແລະ ການປະກອບສ່ວນຂອງວັດທະນະທຳຕໍ່ການພັດທະນາຂອງປະເທດຊາດ ແລະ ຄວາມຈຳເປັນຕ້ອງສ້າງຊຸດຕົວຊີ້ວັດແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ.

ທີຫ້າ, ຄ່ອຍໆປັບສົມດຸນຂອງໂຄງສ້າງພະນັກງານໃນຂົງເຂດ​ວັດທະນະທຳ ​ແລະ ສິລະ​ປະໃຫ້ເໝາະສົມ (ໃນ​ດ້ານ​ອາ​ຍຸ, ເພດ, ສະຖານ​ທີ່​ເຮັດ​ວຽກ​ຢູ່​ສູນ​ກາງ, ແຂວງ/ນະຄອນ, ເມືອງ/ເມືອງ ແລະ ຕາ​ແສງ/ຊຸມຊົນ), ມີນະໂຍບາຍຄົ້ນພົບ, ນຳໃຊ້, ໃຫ້ຄ່າຕອບແທນ, ຍ້ອງຍໍຊົມເຊີຍພະນັກງານໃນຂົງເຂດວັດທະນະທຳສິລະປະ ແລະ ເຄົາລົບໃຊ້ຜູ້ມີຄວາມເກັ່ງກ້າສາມາດ. ເອົາໃຈໃສ່ເປັນພິເສດເຖິງສິລະປິນຜູ້ອຸທິດຕົນ, ມີຜົນງານດີ ແລະ ມີອິດສິພົນຕໍ່ສັງຄົມ. ດັດປັບລະບອບເງິນເດືອນ ແລະ ເງິນອຸດໜູນ ​ໃຫ້​ແກ່​ຜູ້​ປະຕິບັດງານໃນສາຂາວິຊາ​ສະ​ເພາະທາງສິລະປະ. ສ້າງລະບົບລາງວັນທັງທາງວັດຖຸ ແລະທາງຈິດໃຈ ທີ່ເໝາະສົມກັບຜູ້ທີ່ມີຜົນສຳເລັດ ແລະ ໄດ້ອຸທິດຕົນ.

ທີຫົກ, ສ້າງແລະປັບປຸງບູລະນະສະຖາບັນແລະນະໂຍບາຍ, ລະດົມແຫຼ່ງພະລັງໃຫ້ແກ່ການຄົ້ນຄວ້າ, ຊຸກຍູ້ການພັດທະນາເຕັກໂນໂລຊີ ແລະ ຫັນປ່ຽນດິຈິຕອນໃນຂົງເຂດວັດທະນະທຳ. ຈຳເປັນຕ້ອງມີນະໂຍບາຍບຸລິມະສິດພັດທະນາການຄົ້ນຄວ້າວັດທະນະທຳ, ພັດທະນາໂຄງສ້າງພື້ນຖານເຕັກໂນໂລຊີທີ່ຄົບຊຸດ ແລະ ທັນສະໄໝ, ຕອບສະໜອງຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່; ສ້າງລະບົບຂໍ້ມູນສະຖິຕິຂອງຂະແໜງການ; ປັບປຸບູລະນະຖານຂໍ້ມູນແຫ່ງຊາດດ້ານວັດທະນະທຳແລະສິດລະປະ; ນຳໃຊ້ເຕັກໂນໂລຊີ GIS (ລະບົບຂໍ້ມູນຂ່າວສານພູມສາດ) ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າມໍລະດົກວັດທະນະທໍາ. ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດກ່ຽວກັບວັດທະນະທຳແລະສິລະປະ ກັບອົງການຈັດຕັ້ງຄົ້ນຄ້ວາວິທະຍາສາດຕ່າງປະເທດ; ສົ່ງ​ເສີມ​ການ​ພິມ​ເຜີຍ​ແຜ່​ຜົນ​ງານທາງ​ວິ​ທະ​ຍາ​ສາດດ້ານວັດ​ທະ​ນະ​ທໍາ​ແລະ​ສິ​ລະ​ປະໃນລະດັບສາກົນ​. ປັບປຸງບູລະນະບັນດານະໂຍບາຍວັດທະນະທຳການຕ່າງປະເທດ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນສາກົນກ່ຽວກັບວັດທະນະທຳ, ເພີ່ມຄວາມສາມາດໃນການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ສ້າງການແຜ່ກະຈາຍຄຸນຄ່າວັດທະນະທຳຫວຽດນາມອອກສູ່ໂລກຢ່າງແຂງແຮງ./. 

--------------------

(1) ຂໍ້ມູນຂອງກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ.

(2) ມະຕິຂອງລັດຖະບານສະບັບທີ 90-CP, ລົງວັນທີ 21 ສິງຫາ 1997, “ວ່າດ້ວຍທິດທາງແລະແຜນນະໂຍບາຍຫັນເປັນສັງຄົມ ຕໍ່ການເຄື່ອນໄຫວ ການສຶກສາ, ສາທາລະນະສຸກ, ວັດທະນະທຳ”; ດຳລັດຂອງລັດຖະບານສະບັບທີ 73/1999/NĐ-CP, ລົງວັນທີ 19 ກັນຍາ 1999, “ວ່າດ້ວຍນະໂຍບາຍສົ່ງເສີມການຫັນເປັນສັງຄົມ ຕໍ່ການເຄື່ອນໄຫວໃນຂົງເຂດການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາ”; ດຳລັດຂອງລັດຖະບານສະບັບທີ 69/2008/NĐ-CP, ລົງວັນທີ 30 ພຶດສະພາ 2008, “ວ່າດ້ວຍນະໂຍບາຍສົ່ງເສີມການຫັນເປັນສັງຄົມ ຕໍ່ການເຄື່ອນໄຫວໃນຂົງເຂດການສຶກສາ, ການຝຶກອົບຮົມວິຊາຊີບ, ສາທາລະນະສຸກ, ວັດທະນະທຳ, ກິລາ, ສິ່ງແວດລ້ອມ”; ດຳລັດຂອງລັດຖະບານສະບັບທີ 59/2014/NĐ-CP, ລົງວັນທີ 16 ມິຖຸນາ 2014, “ວ່າດ້ວຍການແກ້ໄຂເພີ່ມເຕີມບາງມາດຕາ ໃນດຳລັດຂອງລັດຖະບານສະບັບທີ 69/2008/NĐ-CP ລົງວັນທີ 30 ພຶດສະພາ 2008 ວ່າດ້ວຍນະໂຍບາຍສົ່ງເສີມການຫັນເປັນສັງຄົມ ຕໍ່ການເຄື່ອນໄຫວໃນຂົງເຂດການສຶກສາ, ການຝຶກອົບຮົມວິຊາຊີບ, ສາທາລະນະສຸກ, ວັດທະນະທຳ, ກິລາ, ສິ່ງແວດລ້ອມ.

(3) ຂໍ້ມູນຈາກກົມຝຶກອົບຮົມ, ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1004 (ເດືອນທັນວາ 2022)