ວກ.- ແຫຼ່ງຊັບພະຍາກອນມີ​ບົດ​ບາດ​ຕັດ​ສິນຊີ້ຂາດຕໍ່​ການ​ພັດ​ທະ​ນາ​ວັ​ທະ​ນະ​ທຳ,​ ດັ່ງນັ້ນ ບໍ່​ພຽງ​ແຕ່​ຕ້ອງ​ການຊັບພະຍາກອນທີ່ເພີ່ມຂຶ້ນເທົ່າ​ນັ້ນ ແຕ່​ຍັງ​ຕ້ອງ​ປ່ຽນ​​ວິ​ທີ​ການ​ໃຊ້​ຊັບພະຍາກອນ​ອີກ​ດ້ວຍ. ໃນ​ເງື່ອນ​ໄຂປະ​ຈຸ​ບັນ, ຊັບພະຍາກອນສຳຫຼັບ​ການ​ພັດ​ທະ​ນາ​​ວັດ​ທະ​ນະ​ທຳ ຈຳເປັນ​ຕ້ອງ​ເພີ່ມຂຶ້ນທາງດ້ານລະດັບ​ການ​ລົງ​ທຶນ ໂດຍ​ຕິດ​ພັນ​ກັບ​ການຈັດສັນ ແລະ ການນຳ​ໃຊ້​ຢ່າງມີ​ປະ​ສິດ​ທິ​ຜົນ ແລະ ເພີ່ມການເຊື່ອມໂຍງ​ລະ​ຫວ່າງຊັບພະຍາກອນຂອງລັດ, ວິ​ສາ​ຫະ​ກິດ ແລະ ສັງ​ຄົມ.

ທ່ານ ເວືອງ ດິ່ງ ເຫວ້, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ແລະ ທ່ານ ຫວໍ ວັນ ເຖືອງ, ກຳມະນານກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພ້ອມກັບບັນດາສະຫາຍການນຳຂອງພັກ ລັດ ແລະ ບັນດາຜູ້ແທນ ຮັບຟັງການແນະນຳຮູບແຕ້ມ ດົງໂຮ່ ທີ່ກອງປະຊຸມວັດທະນະທຳປີ 2022 ໃນຫົວຂໍ້ “ສະຖາບັນ, ນະໂຍບາຍ ແລະ ຊັບພະຍາກອນ ເພື່ອການພັດທະນາວັດທະນະທຳ” _ແຫຼ່ງ: toquoc.vn

ຊັບພະຍາກອນແມ່ນ​ ປັດໄຈນຳ​ເຂົ້າ ທັງໝົດທີ່​ພ້ອມຈະໃຊ້ ຫຼື ຈັດເກັບເພື່ອ​ການ​ຜະ​ລິດ​ຂອງ​ປະ​ເທດ​, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ, ຄອບ​ຄົວ ຫຼື ບຸກ​ຄົນ. ອີງຕາມຮູບແບບຂອງ​ການ​​ເປັນ​ຢູ່​, ມີ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຕົວ​ຕົນ​ແລະ​ຊັບພະຍາກອນທີ່ບໍ່ມີຕົວຕົນ; ອີງຕາມລັກສະນະ, ມີຊັບພະຍາກອນ​ທຳ​ມະ​ຊາດ (ທີ່​ຕັ້ງທາງ​ພູມ​ສາດ, ຊັບພະຍາກອນ​ທຳ​ມະ​ຊາດ), ລະບົບ​ຊັບ​ສິນ​ຂອງ​ຊາດ, ຊັບພະຍາກອນ​ສັງຄົມ-ມະນຸດ (ຄວາມ​ຮູ້, ແຮງ​ງານ, ມໍລະດົກ​ທາງວັດທະນະທຳ, ຂໍ້​ມູນ​ຂ່າວສານ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ...), ຊັບພະຍາກອນ​ທາງການ​ເງິນ; ອີງ​ຕາມ​ເຈົ້າ​ຂອງກຳມະສິດ, ມີ​ຊັບ​ພະ​ຍາ​ກອນ​ຂອງ​ລັດ, ຊັບ​ພະ​ຍາ​ກອນຂອງ​ວິ​ສາ​ຫະ​ກິດ ແລະ ຊັບ​ພະ​ຍາ​ກອນທາງ​ສັງ​ຄົມ.

ຢູ່​ຫວຽດ​ນາມ, ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳຕ້ອງໃຊ້ຊັບພະຍາກອນ​ທັງພາຍ​ໃນ ແລະ ​ພາຍນອກ. ຊັບພະຍາກອນພາຍນອກອາດຈະເປັນ​ຂອງ​ລັດ​, ສະຖາບັນສາກົນ, ວິສາຫະກິດ, ອົງການທີ່ບໍ່ຂຶ້ນກັບລັດຖະບານ, ບຸກຄົນ ລວມທັງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ. ຊັບພະຍາກອນທີ່ຂຶ້ນກັບກຳມະສິດຂອງລັດ ແລະ ສະຖາບັນສາກົນ ມັກເປັນການຊ່ວຍເຫຼືອທີ່ຈະຕ້ອງສົ່ງຄືນ ຫຼືການຊ່ວຍເຫຼືອໃຫ້ລ້າ ທີ່ກ່ຽວຂ້ອງກັບເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ ເຊິ່ງໃຊ້ໃນການຟື້ນຟູ ແລະ ອະນຸລັກຮັກສາມໍລະດົກທາງວັດທະນະທໍາ. ຊັບພະຍາກອນຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີການ​ລົງ​ທຶນໂດຍກົງ​ຈາກ​ຕ່າງ​ປະ​ເທດ ມັກຈະມຸ່ງໄປທີ່ການພັດ​ທະ​ນາຕ່ອງໂສ້​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ, ບັນ​ດາ​ຂະ​ແໜງ​​ອຸດ​ສາ​ຫະ​ກຳ​​ວັດ​ທະ​ນະ​ທຳ, ອຸດ​ສາ​ຫະ​ກຳ​ບັນ​ເທິງ, ​ບັນດາພື້ນ​ຖານ​ເຕັກ​ນິກ​ດິຈິຕອນ​ທີ່ກ່ຽວຂ້ອງ​ກັບ​ແຫຼ່ງ​ບຸກ​ຄະ​ລາ​ກອນ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​​ຂະ​ແໜງກ​ານເຫຼົ່ານີ້. ການຮ່ວມ​ມື​ກັບ​ນັກ​ລົງ​ທຶນ​​ຕ່າງ​ປະ​ເທດ ​ເພື່ອໃຊ້ປະໂຫຍດຈາກຊັບພະຍາກອນ​, ລ​ະ​ດັບ​​ເຕັກ​ໂນ​ໂລ​ຊີ, ການເຂົ້າ​ຮ່ວມ​ຕ່ອງໂສ້ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການ​ທາງ​ວັດ​ທະ​ນະ​ທຳ ​ແມ່ນ​ທ່າ​ອຽງ​ໃຫຍ່​​ໃນ​ປະ​ຈຸ​ບັນ. ຊັບພະຍາກອນຂອງ​​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບ​ານ ແລະ ຂອງບຸກ​ຄົນ​ທີ່ມີຢ່າງຫຼວງຫຼາຍ ເຊິ່ງມັກຈະໃຫ້ທຶນຊ່ວຍເຫຼືອ​ໂດຍ​ຜ່ານກອງ​ທຶນຕ່າງ​ໆ, ປະ​ກອບ​ສ່ວນທີ່ສຳຄັນເຂົ້າໃນ​ການ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍບັນ​ດາ​ຄຸນ​ຄ່າທາງ​ວັດ​ທະ​ນະ​ທຳ, ໂດຍສະເພາະ ໃນການຊຸກ​ຍູ້​ຄວາມຫຼາກຫຼາຍ​ທາງ​ວັດ​ທະ​ນະ​ທຳ, ປົກປ້ອງເອກະລັກ​ທາງວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ ແລະ ​ວັດ​ທະ​ນະ​ທຳ​ຂອງທ້ອງ​ຖິ່ນ.    

ກຳລັງ​ແຮງ​ຂອງຊັບພະຍາກອນໃນການ​ພັດທະນາ​ວັດທະນະທຳ​ຫວຽດນາມ ​ໃນ​ໄລຍະ​ໃໝ່​ນັ້ນ ຂຶ້ນຢູ່ກັບການ​ສົ່ງເສີມຢ່າງເຕັມສ່ວນ ​ທັງ​ຊັບພະຍາກອນ​​ໃນປະເທດ ​ແລະ ຕ່າງປະເທດ, ຊັບພະຍາກອນ​ຂອງ​ລັດ ວິ​ສາ​ຫະກິດ ​ແລະ ສັງຄົມ​​ເຊື່ອມ​ໂຍງກັນ ແລະ ສ້າງເປັນ​ກຳລັງແຮງສັງລວມ.  

ບາງ​ມາດ​ຕະ​ການ​ຕົ້ນ​ຕໍ່ເພື່ອ​ຊຸກ​ຍູ້​ການ​ເຊື່ອມໂຍງ, ເພີ່ມປະສິດທິພາບ​ການ​ຈັດ​ສັນ
ແລະ ການໃຊ້​ຊັບພະຍາກອນຂອງ​ລັດ
, ຊັບພະຍາກອນຂອງວິ​ສາ​ຫະ​ກິດ ແລະ
ຊັບພະຍາກອນທາງ​ສັງ​ຄົມ ຢ່າງມີປະສິດທິຜົນ ເພື່ອ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ

ທີ່​ໜຶ່ງ, ປ່ຽນ​ແປງ​ໃໝ່​ກົນ​ໄກການ​ຈັດ​ສັນ ແລະ ນຳ​ໃຊ້​​ການເງິນສາທາລະນະຢ່າງມີປະສິດທິຜົນ ເພື່ອການພັດທະນາວັດທະນະທໍາ ​ຕາມ​ທິດ​ໝູນ​ໃຊ້ຫຼັກ​ການແຂ່ງຂັນ, ເພີ່ມ​ທະ​ວີ​ລັ​ກ​ສະ​ນະ​ລວມ​ສູນ, ຮັບ​ປະ​ກັນ ການ​ລົງ​ທຶນ​ພາກລັດນຳ​ພາ​ການ​ລົງ​ທຶນ”, “ການ​ລົງ​ທຶນພາກລັດ​ແກ່​ດຶງ​ການ​ລົງ​ທຶນ​ສັງ​ຄົມ”.

ການ​ພັດທະນາ​ວັດທະນະທຳ​ນຳ​ສະຫວັດດີ​ການ​ລວມມາໃຫ້ປະຊາຊົນ, ຮັບປະກັນ​ພື້ນຖານ​ທາງ​ຈິດ​ໃຈສຳລັບການ​ພັດທະນາປະ​ເທດຢ່າງຍືນຍົງ ແລະ​ສົ່ງເສີມຄຸນຄ່າ​ສາທາລະນະ, ດັ່ງນັ້ນ ກ່ອນອື່ນໝົດ ຕ້ອງ​ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ລັດທີ່​ກ່ຽວ​ຂ້ອງກັບ​ການ​ລົງທຶນ​ງົບປະມານຢ່າງຄົບຖ້ວນ. ຈຳເປັນຕ້ອງ​ແກ້​ໄຂຄວາມຄິດທີ່ວ່າ ວັດ​ທະ​ນະ​ທຳ​ພຽງ​ແຕ່​ຊົມໃຊ້ດ້ານດຽວ​ຜົນ​ປະ​ໂຫຍດຂອງ​ການ​ເຕີບ​ໂຕທາງ​ເສດ​ຖະ​ກິດ, ການ​ໃຊ້​ຈ່າຍ​ດ້ານວັດ​ທະ​ນະ​ທຳ​ເປັນໄປເພື່ອ​ຄວາມສຸກ​ຂອງ​ປະ​ຊາ​ຊົນເທົ່ານັ້ນ. ປ່ຽນ​ແປງ​ໃໝ່​ການ​ຮັບ​ຮູ້​ເລີ່ມ​ຕົ້ນຈາກຄວາມຄິດທີ່ວ່າ ​ການ​ລົງ​ທຶນ​ໃນ​ວັດ​ທະ​ນະ​ທຳ​ແມ່ນ​ການ​ລົງ​ທຶນ​ໃນ​ການ​ພັດ​ທະ​ນາ ເຊິ່ງບໍ່​ພຽງ​ແຕ່​ສ້າງຮາກຖານ​ທາງ​ຈິດ​ໃຈ, ສິນທຳ ແລະ ອຸດົມການ​ ໃນ​ການ​ພັດ​ທະ​ນາ​ສັງ​ຄົມ​ເທົ່າ​ນັ້ນ ແຕ່ຍັງ​ປະ​ກອບ​ສ່ວນ​ສ້າງແຮງຜັກດັນ​ການ​ເຕີບ​ໂຕ​ເສດ​ຖະ​ກິດອີກນຳ. ເພີ່ມການ​ໃຊ້​ຈ່າຍ​ດ້ານ​ວັດ​ທະ​ນະ​ທຳ​ເປັນ 2% ຂອງຄ່າໃຊ້ຈ່າຍ​ງົບ​ປະ​ມານ​ທັງ​ໝົດ ເຊິ່ງສອດຄ່ອງກັບ​ການ​ເຕີບ​ໂຕ ແລະ ຂະ​ໜາດ​ຂອງ​​ເສດ​ຖະ​ກິດ. ກ​ານ​ລົງ​ທຶນພາກລັດໃນດ້ານ​ວັດ​ທະ​ນະ​ທຳ​ຕ້ອງ​ບັນ​ລຸ​ໄດ້ ແລະ ມີການ​ລວມ​ສູນ ເພື່ອໃຫ້ສາມາດນໍາພາການລົງທຶນພາກເອກະຊົນ ແລະ ດຶງດູດການລົງທຶນທາງສັງຄົມໄດ້. ດັ່ງ​ນັ້ນ, ການ​ລົງ​ທຶນ​ພາກລັດໃນ​ດ້ານ​ວັດ​ທະ​ນະ​ທຳ​ ຕ້ອງ​ແກ້​ໄຂ​ໄດ້ ​ສະ​ພາບ​ການ​ກະ​ແຈກ​ກະ​ຈາຍ ແລະ ປະ​ສິດ​ທິ​ຜົນຕ່ຳ, ໂດຍສະເພາະ​ ການ​ລົງ​ທຶນ​ໃນການພັດ​ທະ​ນາໂຄງສ້າງພື້ນ​ຖານ​, ​ສະຖາບັນ​ວັດ​ທະ​ນະ​ທຳ, ການຝຶກອົບຮົມຊັບພະຍາກອນມະນຸດ​ດ້ານ​ວັດ​ທະ​ນະ​ທຳ, ສ້າງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ສະເພາະ ທີ່​ມີເຄື່ອງ​ໝາຍ​ສິນ​ຄ້າແຫ່ງ​ຊາດ​.

​ປັບ​ໂຄງສ້າງ​ການ​ລົງ​ທຶນ​ພາກ​ລັດ ​ຕາມ​ທິດ​ທາງເນັ້ນ​ການປັບປຸງ​ໂຄງສ້າງ​ພື້ນ​ຖານທີ່​ສໍາ​ຄັນ ແລະ ​ສະ​ຖາ​ບັນທາງ​ວັດ​ທະ​ນະ​ທໍາ ໃຫ້ທັນສະໄໝ​ ​ເຊັ່ນ​: ໂຄງສ້າງພື້ນ​ຖານ​ດ້ານດິ​ຈິ​ຕອນ​, ໂຮງ​ລະ​ຄອນ, ​ພິ​ພິ​ທະ​ພັນ, ຫ້ອງ​ສະ​ໝຸດ, ສວນ​ສາ​ທາ​ລະ​ນະ, ບູຮານວັດຖຸທາງ​ປະ​ຫວັດ​ສາດແລະວັດ​ທະ​ນະ​ທຳ​ຊັ້ນ​ພິ​ເສດ, ລະ​ດັບ​ຊາດ. ປະ​ສົມ​ປະສານການລົງທຶນຢ່າງ​​ສົມເຫດສົມຜົນ ​ລະ​ຫວ່າງ​ການ​ລົງ​ທຶນ​ໃຫ້​ແກ່ໜ່ວຍພາລະກິດສາທາລະນະ ກັບ​ກາ​ນ​ລົງ​ທຶນ​ໃນ​ຮູບແບບຂອງ​ການ​ຊ່ວຍ​ເຫຼືອ​ຜູ້ຮັບຜົນປະໂຫຍດໂດຍກົງ, ໂດຍສະເພາະ ການຝຶກອົບຮົມບຸກ​ຄະ​ລາ​ກອນ​ຄຸນ​ນະ​ພາບ​ສູງ ທີ່​ມີ​ຄວາມ​ສາ​ມາດ​ເຊື່ອມ​ໂຍງ​ສາ​ກົນ (ເຊັ່ນ ​ການລົງ​ທຶນ​ໃນ​ການຝຶກອົບຮົມຜູ້ກຳກັບພາບພະຍົນ, ຜູ້ອຳນວຍການສະແດງ, ສິ​ລະ​ປິນ ແລະອື່ນໆ). ໃຫ້ຄວາມ​ສຳ​ຄັນ​ກັບການ​ລົງ​ທຶນ​ໃນ​ປັດ​ໄຈ​ມະ​ນຸດ, ປ່ຽນລາຍ​ຈ່າຍ​ພາ​ລະກິດ​ການ​ລົງ​ທຶນ ໄປ​ເປັນ​ການ​ພັດ​ທະ​ນາຄວາມ​ສາ​ມາດທາງ​ວິ​ຊາ​​ຊີບ ແລະ ພັດ​ທະ​ນາຄົນ (ຈັດຊື້ອຸປະກອນເພື່ອຍົກ​ສູງ​ລະ​ດັບຄວາມຮູ້​ດ້ານ​ວິ​ຊາ​ຊີບ, ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ, ສໍາ​ມະ​ນາ, ການ​ຝຶກ​ທັກສະ ແລະອື່ນໆ).  

ປ່ຽນ​ແປງ​ໃໝ່​ກົນ​ໄກການ​ລົງ​ທຶນ​ຕາມ​ທິດທາງທີ່​ປ່ຽນໄປສູ່​ກົນ​ໄກ​ສັ່ງຊື້​ຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການທາງ​ວັດ​ທະ​ນ​ະ​ທຳ ຢ່າງແຂງແຮງ, ບໍ່​ວ່າ​ພາກ​ລັດຫຼືພາກ​ເອກະ​ຊົນ, ສ້າງ​ຕະຫຼາດສຳລັບ​ຜະລິດ​ຕະພັນ​ແລະ​ບໍລິການ​ທາງວັດທະນະທຳ​ສາທາລະນະ. ໝູນ​ໃຊ້​ບັນ​ດາຮູບ​ແບບ ການລົງ​ທຶນ​ພາກລັດ, ການ​​ບໍ​ລິ​ຫານ​ເອ​ກະ​ຊົນ, ການດຳເນີນງານຂອງ​ເອ​ກະ​ຊົນ(1) ສຳ​ລັບ​ສະຖາບັນທາງ​ວັດ​ທະ​ນະ​ທຳ​ທີ່​ຕ້ອງ​ການ​ບໍ​ລິ​ຫານຄຸ້ມຄອງ​ແບບ​ມືອາຊີບ ແລະ ທັນ​ສະ​ໄໝ. ໝູນ​ໃຊ້​ຮູບແບບ​ການ​ປະ​ມູນຊຸດ​ບໍ​ລິ​ການ​ທີ່​ໃຊ້​ງົບ​ປະ​ມານຂອງ​ລັດ ເພື່ອ​ຍົກ​ສູງ​ຄວາມສາມາດໃນການ​ແຂ່ງ​ຂັນ ແລະ ປະ​ສິດ​ທິ​ຜົນ​ການໃຊ້​ງົບ​ປະ​ມານ, ສ້າງ​ໂອ​ກາດ​ການເຂົ້າ​ເຖິງ​ທີ່ເທົ່າທຽມກັນ ຂອງໜ່ວຍງານພາລະກິດຂອງລັດ ແລະ ເອ​ກະ​ຊົນ, ວິ​ສາ​ຫະ​ກິດ ແລະ ອົງ​ການຈັດຕັ້ງ​ຊຸມ​ຊົນ(2).

ທີ​ສອງ​, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ໃຊ້​ຊັບພະຍາກອນທີ່​ດິນ ຮ່ວມ​ກັບ​ຊັບ​ພະ​ຍາ​ກອນທຳມະຊາດ ແລະ ​ມໍ​ລະ​ດົກທາງ​ວັດ​ທະ​ນະ​ທຳທັງໝົດ​ ບົນ​ພື້ນ​ຖານ, ໃນ​ພື້ນທີ່ ຜ່ານ​ການ​ເຊື່ອມ​ໂຍງຄວາມຮັບຜິດຊອບ​ຂອງ​ລັດ, ວິ​ສາ​ຫະ​ກິດ ແລະ ສັງ​ຄົມ.

ທີ່ດິນ​ເປັນ​ຂອງ​ປະຊາຊົນ​ທັງ​ໝົດ, ໂດຍ​ລັດ​ເປັນ​ຕົວແທນຂອງເຈົ້າຂອງ ແລະ ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ ແລະ ມອບ​ສິດ​ນຳ​ໃຊ້​ໃຫ້ກັບ​ບັນ​ດາອັດຕະພາບ​ໃນ​ສັງ​ຄົມ. ການພັດ​ທະ​ນາ​ວັດ​ທະ​ນ​ທຳ​ ຍາມ​ໃດ​ກໍ່​ຕ້ອງ​ການຊັບພະຍາກອນ​ທີ່​ດິນ ລວມ​ທັງທີ່​ດິນເພື່ອການກໍ່​ສ້າງ ການພັດ​ທະ​ນາສະຖາບັນແລະ ກິດ​ຈະ​ກຳ​ທາງວັດ​ທະ​ນະ​ທຳ ແລະ ການຄຸ້ມຄອງ, ການຂຸດຄົ້ນ ແລະ ການນໍາໃຊ້ ມໍລະດົກທາງວັດທະນະທໍາ ທີ່ກ່ຽວຂ້ອງກັບພື້ນຜິວດິນ.

ລັດວາງແຜນກ່ຽວກັບທີ່ດິນ ເພື່ອຮັບປະກັນການພັດທະນາພື້ນທີ່ສາທາລະນະ ແລະ ສະຖາບັນວັດທະນະທໍາ. ສະຖາບັນ​ວັດ​ທະ​ນະ​ທຳ​ມັກ​ຕັ້ງຢູ່​ໃຈ​ກາງ​​ຕົວ​ເມືອງ, ທີ່ດິນ​ມີ​ມູນ​ຄ່າ​ສູງ ແລະ ​ຕ້ອງມີ​ການ​ວາງ​ແຜນກອງທຶນທີ່ດິນຢ່າງເໝາະ​ສົມ. ຈໍາກັດການຍົກຍ້າຍສະຖາບັນວັດທະນະທໍາຈາກໃຈກາງຕົວເມືອງທີ່ມີສະຖານທີ່ສວຍງາມ ເພື່ອໃຫ້ໄດ້ທີ່ດິນເພື່ອພັດທະນາເປັນເຂດການຄ້າແລະບໍລິການ. ການພັດທະນາສວນອຸດສາຫະກຳ ແລະ ສູນກາງເມືອງໃໝ່ ຈະຕ້ອງຄິດໄລ່ການວາງແຜນທີ່ດິນຢ່າງຄົບຖ້ວນ ສຳລັບການກໍ່ສ້າງສະຖາບັນວັດທະນະ ທຳ.   

ປັບປຸງ​ກົນ​ໄກແລະນະ​ໂຍ​ບາຍໃຫ້ສົມບູນແບບ​ ເພື່ອ​ຮັບ​ປະ​ກັນ​ສິດ​ທິໃນການເຂົ້າ​ເຖິງແລະການໃຊ້ໂດຍຊອບທຳຂອງ​ທຸກໜ່ວຍງານ (ລັດ, ວິ​ສາ​ຫະ​ກິດ ແລະ ສັງ​ຄົມ) ໃນທີ່ດິນສຳລັບການກໍ່​ສ້າງ​ກິດ​ຈະ​ກຳ​ດ້ານ​ວັດ​ທະ​ນະ​ທຳ. ມີ​ລະບຽບ​ການ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ການ​ຍົກ​ເວັ້ນພາສີ​ການນຳ​ໃຊ້​ທີ່​ດິນ, ​ໃຫ້​ບຸລິມະສິດ​ແກ່​ນັກ​ລົງທຶນ​ກໍ່ສ້າງ ​ແລະ ພັດທະນາ​ສະ​ຖາ​ບັນ​ວັດທະນະທຳ ​ແລະ ຂະຫຍາຍ​ການ​ບໍລິການ​ດ້ານ​ວັດທະນະທຳ​ເຊັ່ນ: ໂຮງຮຽນ, ພິພິທະ​ພັນ, ຫ້ອງສະໝຸດ, ພື້ນທີ່ວັດທະນະທຳ​ແລະອື່ນໆ ທີ່ດໍາເນີນການໂດຍບໍ່ວັງຜົນກໍາໄລ.

ທີ່​ດິນ​ສາທາລະນະ​ທີ່​ລັດ​ມອບໝາຍໃຫ້ກັບໜ່ວຍງານສາທາລະນະ​ທີ່​ບໍ່​ແມ່ນພາກ​ທຸລະ​ກິດ ເພື່ອ​ການ​ຄຸ້ມ​ຄອງ, ຫາປະໂຫຍດ ​ແລະ ໃຊ້ປະໂຫຍດນັ້ນ ຈຳເປັນຕ້ອງ​ໄດ້​ຮັບ​ການ​ທົບທວນກວດກາ, ປະ​ເມີນ​ ​ແລະ ປັບໃຫ້ເຂົ້າລະບຽບ​ວິ​ໄນ. ການຫັນ​ເປັນ​ຫຸ້ນ​ສ່ວນໃນລັດ​ວິ​ສາ​ຫະ​ກິດ ຫຼື ໜ່ວຍງານພາລະກິດຂອງລັດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ຈະ​ຕ້ອງ​ຄິດໄລ່ມູນຄ່າທີ່ດິນໃຫ້ຄົບຖ້ວນຕາມຕະຫຼາດ. ທີ່​ດິນ​ສາທາລະນະ​ທີ່ຄຸ້ມ​ຄອງ​ໂດຍໜ່ວຍງານພາລະກິດ​ສາທາລະນະໃນດ້ານ​ວັດທະນະ​ທຳ ຕ້ອງ​ໃຊ້ໃຫ້ຖືກຈຸດປະສົງ, ຂະຈັດການບຸກລຸກ, ຢຸດຕິການໃຊ້ພື້ນທີ່ສາທາລະນະແລະສະຖາບັນວັດທະນະທໍາ ເພື່ອການຄ້າ ​ຢ່າງເດັດ​ຂາດ.    

ປັບປຸງບູລະນະກົດລະບຽບ​ກ່ຽວກັບການ​ມອບ​ສິດ​ໃຫ້ຊຸມຊົນ​ໃນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່​ດິນ​ທີ່​ກ່ຽວຂ້ອງ​ກັບບູຮານສະຖານ ​ແລະ ມໍລະດົກ​ບົນທີ່​ດິນ, ໂດຍສະເພາະແມ່ນ ດິນປ່າສັກສິດ, ແຫຼ່ງທ່ອງທ່ຽວ ຈຸດຊົມວິວ, ທັງເສີມຂະຫຍາຍຄວາມຮັບຜິດຊອບຂອງຊຸມຊົນໃນການຄຸ້ມຄອງ ທັງໃຊ້ປະໂຫຍດຈາກຄຸນຄ່າຂອງມໍລະດົກວັດທະນະທໍາຢ່າງມີປະສິດທິຜົນ ເພື່ອພັດທະນາການທ່ອງທ່ຽວແບບອະນຸລັກ, ການທ່ອງທ່ຽວຊຸມຊົນ ແລະ ການທ່ອງທ່ຽວທາງດ້ານຈິດວິນຍາ.

ປັບປຸງ​ລະບຽບ​ການຍ້ອງຍໍ​ໃຫ້​ກຽດ​ແກ່​ບຸກຄົນ, ຄອບ​ຄົວ, ຍາດ​ວົງ, ຄອບຄົວທີ່​ບໍລິຈາກ​ທີ່​ດິນ​​ເພື່ອກໍ່​ສ້າງ​​ກິດ​ຈະ​ກຳ​ສະຫວັດດີການ​ຊຸມ​ຊົນ, ສະຖາບັນ​ວັດ​ທະ​ນະ​ທຳເຊັ່ນ: ສວນ​ສາ​ທາ​ລະ​ນະ, ຖະ​ໜົນ​ຫົນ​ທາງ, ໂຮງ​ຮຽນ, ​ພິ​ພິ​ທະ​ພັນ, ຫ້ອງ​ສະ​ໝຸດ, ເຮືອນ​ວັດ​ທະ​ນະ​ທຳ. ອາດຈະ​ຍອມຮັບໃນການຕັ້ງຊື່ຜູ້ທີ່ບໍລິຈາກຊັບສິນເພື່ອສ້າງເສັ້ນທາງ, ສະຖານທີ່ວັດທະນະທໍາ, ກອງທຶນທາງວັດທະນະທໍາ(ແນ່ນອນ​ວ່າ ຜູ້ນັ້ນ​ບໍ່​ມີ​ບັນ​ຫາ​ທາງ​ປະ​ຫວັດ​ສາດ​ການ​ເມືອງ).

ທີ​ສາມ​, ປ່ຽນ​ແປງ​ໃໝ່​ກົນ​ໄກການ​ເຄື່ອນ​ໄຫວ​ຂອງໜ່ວຍງານພາລະກິດສາທາລະນະໃນດ້ານ​ວັດ​ທະ​ນະ​ທຳ.

ຈຳເປັນຕ້ອງ​ດຳ​ເນີນ​ການມອບ​ສິດ​ເປັນ​ເຈົ້າຕົນເອງທີ່​ກວ້າງ​ຂວາງ ໃຫ້​ແກ່​ບັນ​ດາໜ່ວຍງານພາລະກິດ​ສະທາລະນະ​ ທີ່​ມີ​ຄວາມ​ສາ​ມາດ​ສະ​ໜອງ​ຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການ​ດ້ານ​ວັດ​ທະ​ນະ​ທຳ​ ຕາມ​ກົນ​ໄກ​ຕະຫຼາດ, ກ່ອນ​ອື່ນ​ໝົດ​ແມ່ນ ​​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ.  ບັນ​ດາໜ່ວຍງານ​ທີ່​ສະ​ໜອງ​ຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການທາງ​ວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະພຽງຢ່າງດຽວ ຕ້ອງ​ສ້າງ​ບັນຊີ​ລາຍ​ຊື່​ຢ່າງ​ຈະ​ແຈ້ງ ​ເພື່ອ​ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບຂອງ​ລັດ​ໃນການ​ລົງ​ທຶນ, ໂດຍສະເພາະບໍລິການທາງ​ວັດ​ທະ​ນະ​ທຳ​ ເພື່ອປົກ​ປັກ​ຮັກ​ສາຮາກຖານ​ແນວ​ຄິດ, ຄວາມໝັ້ນຄົງທາງ​ວັດ​ທະ​ນ​ະ​ທຳ, ຄຸນ​ຄ່າທາງສິນທຳ ແລະ ສິລະ​ປະດັ້ງເດີມ.

ປະ​ຕິ​ບັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຫັນ​ປ່ຽນຮູບ​ແບບ​ການດຳເນີນງານຂອງໜ່ວຍພາລະກິດພາກລັດທີ່​ສະ​ໜອງ​ຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ​ມາ​ດຳເນີນການ​ຕາມ​ກົນ​ໄກວິ​ສາ​ຫະ​ກິດ, ຮັບ​ປະ​ກັນຄວາມ​ເປັນ​ເຈົ້າຕົນ​ເອງ​ທາງການເງິນ, ຄວາມເປັນ​ເຈົ້າ​ຕົນ​ເອງໃນການຜະ​ລິດແລະ​ທຸ​ລະ​ກິດ. ພ້ອມກັນນັ້ນ, ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ​ໃນ​ການກໍ່​ສ້າງ​ແຫຼ່ງ​ບຸກ​ຄະ​ລາ​ກອນ, ການ​ສັ່ງ​ສິນ​ຄ້າ​ເພື່ອສ້າງ​ຕະຫຼາດ ແລະ ເຂົ້າ​ຮ່ວມໃນການໂຄ​ສະ​ນາ ສົ່ງເສີມ​ຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການທາງ​ວັດ​ທະ​ນະ​ທຳຫວຽດ​ນາມໄປທົ່ວ​ໂລກ.

ບັນ​ດາໜ່ວຍງານ​ພາ​ລະກິດ​ວັດ​ທະ​ນະ​ທຳ​ທີ່​ໃຫ້​ບໍ​ລິ​ການ​ສາ​ທາ​ລະ​ນະລ້ວນໆ​ກໍ່ໄດ້​ປ່ຽນ​ມາດຳເນີນການພາຍໃຕ້​ກົນ​ໄກການ​ສັ່ງຊື້ແບບ​ແຂ່ງ​ຂັນ ທີ່ຕິດພັນກັບ​ຜະ​ລິດ​ຕະ​ພັນສະເພາະ, ແທນການອຸດໜູນ​ເກື້ອ​ກູນ​ແບບດັ້ງເດີມຈາກລັດ ທີ່​ກໍ່ໃຫ້ເກີດຄວາມ​ຊັກ​ຊ້າ ເອື່ອຍ​ອີງໄດ້​ງ່າຍ, ຂາດແຮງຈູງໃຈໃນການປະດິດສ້າງ. ລັດ​ມີ​ໜ້າ​ທີ່​ຊ່ວຍ​ເຫຼືອດ້ານການເງິນ​ໃຫ້​ແກ່​ການກໍ່​ສ້າງ​ພື້ນ​ຖານ, ການຈັດຊື້​ວັດ​ຖຸ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ, ຍົກ​ສູງ​ລະດັບ​ວິ​ຊາ​ສະ​ເພາະແລະທັກສະ, ການສ້າງ​ແຫຼ່ງ​ບຸກ​ຄະ​ລາ​ກອນ ແລະ ການຈ່າຍ​ເງິນ​ເດືອນຂັ້ນ​ພື້ນ​ຖານ. ຜົນຜະ​ລິດທີ່ເປັນ ສິນຄ້າຕ້ອງໄດ້​ສັ່ງຊື້ໂດຍມີຫຼັກເກນສະເພາະ ແລະ ມີການ​ແຂ່ງ​ຂັນລະ​ຫວ່າງ​ບັນ​ດາ​ໜ່ວຍງານ​ໃນ​ພາກລັດ ແລະ ລະ​ຫວ່າງ​ພາກລັດ​ກັບ​ພາກ​ເອ​ກະ​ຊົນ, ໂດຍສະເພາະບັນ​ດາຜົນງານ​ສິລະ​ປະ.

ຊຸກ​ຍູ້ການຮ່ວມ​ມື​ລະຫວ່າງພາກລັດແລະເອ​ກະ​ຊົນ (PPP) ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ວັດ​ທະ​ນະ​ທຳ. ທົບທວນລາຍ​ການແລະໜ້າ​ວຽກ​ທີ່​​ສາ​ມາດ​ສົ່ງເສີມການ​ລົງ​ທຶນໃນ​ຮູບ​ແບບຂອງການ​ຮ່ວມ​ມື​ລະຫວ່າງພາກລັດແລະເອ​ກະ​ຊົນ ​ເພື່ອ​​ວາງ​ນະ​ໂຍບາຍ​ທີ່​ດຶງ​ດູດ​ໃຈ, ໂດຍສະເພາະ​ແມ່ນ​ ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ ແລະ ພັດທະນາ​ການທ່ອງທ່ຽວ.

ມີ​ນະ​ໂຍ​ບາຍຝຶກອົບຮົມແລະພັດ​ທະ​ນາຊັບພະຍາກອນມະນຸດດ້ານວັດທະນະທຳພາກລັດ ເຊື່ອມ​ໂຍງ​ກັບ​ພາກ​ເອ​ກະ​ຊົນ ແລະ ສັງ​ຄົມ. ນອກ​ຈາກ​ຖັນ​ແຖວ​ປັນ​ຍາ​ຊົນ, ນັກປະພັນ ແລະ ສິ​ລະ​ປິນແລ້ວ, ຈຳເປັນຕ້ອງ​​ມີ​ນະ​ໂຍ​ບາຍ​ກັບຊ່າງຝີມືດີ ແລະ ສະໜັບສະໜູນພວກເຂົາ​ດ້​ວຍ​ກົນ​ໄກສະເພາະ ​ເພື່ອຫຼໍ່​ລ້ຽງ​ຄວາມ​ສາ​ມາດ, ບຳ​ລຸງສ້າງ ແລະ ຖ່າຍ​ທອດ​​ຄວາມ​ຮູ້​ສູ່ຄົນ​ລຸ້ນ​ຕໍ່​ໄປ.

ທີ່​ສີ່​, ດຶງ​ດູດ​ການ​ລົງ​ທຶນ​ຂອງເອ​ກະ​ຊົນໃນ​ປະ​ເທດແລະ​ຕ່າງ​ປະ​ເທດ​ ເພື່ອ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ, ສ້າງ​ຕ່ອງ​ໂສ້​ການທ່ອງທ່ຽວ ​ແລະ ຜະລິດ​ຕະພັນ​ການ​ຄ້າ​ທີ່​ມີ​ເອກະລັກ​ວັດທະນະທຳ​​ຫວຽດນາມ.

ກຳ​ນົດ​ລາຍຊື່​ຜະ​ລິດ​ຕະ​ພັນແລະ​ບໍ​ລິ​ການທາງ​ວັດ​ທະ​ນະ​ທຳ ​ທີ່​ດຶງ​ດູດ​ໃຈ​ສຳ​ລັບ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ແລະ ວິ​ສາ​ຫະ​ກິດ​ທີ່​ມີ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ເພື່ອ​​ໃຫ້​ກົນ​ໄກຈູງໃຈ​ດຶງ​ດູ​ດ​ການ​ລົງ​ທຶນສຳເລັດສົມບູນ.

ບັນ​ດາ​ຂົງ​ເຂດ​ການໂຄ​ສະ​ນາ, ຊອບ​ແວແລະເກມ​ບັນ​ເທິງ, ການອອກແບບແຟຊັ່ນ, ໂຮງສາຍຮູບ​ເງົາ ແລະອື່ນໆ ​ມີ​ໂອກາດທີ່ດີແລະພື້ນທີ່ກວ້າງຂວາງ ສຳລັບການ​ດຶງ​ດູດ​ການ​ລົງ​ທຶນຈາກພາກເອ​ກະ​ຊົນ ທັງ​ໃນແລະ​ຕ່າງ​ປະ​ເທດ, ໂດຍສະເພາະ​ ຜະ​ລິດ​ຕະ​ພັນ​ທີ່ເນັ້ນການ​ສົ່ງ​ອອກ. ອຸດສາຫະກຳເຄື່ອງນຸ່ງຫົ່ມຂອງ​ຫວຽດ​ນາມຈຳເປັນ​ຕ້ອງ​ດຶງ​ດູດ​ຜູ້​ອຳ​ນວຍ​ການ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ລະ​ດັບ​ສາ​ກົນ ​ທີ່​ສາ​ມາດ​ອອກແບບ​ໃໝ່ ທີ່ເໝາະ​ກັບ​​ລົດ​ນິ​ຍົມ​ຂອງຜູ້ບໍລິໂພກ ແລະ ສ້າງມູນ​ຄ່າ​ເພີ່ມໃຫ້ກັບ​​ຜະ​ລິດ​ຕະ​ພັນສິ່ງທໍແລະເຄື່ອງນຸ່ງຫົ່ມ. ຂະ​ແໜງການຮູບ​ເງົາ​ຕ້ອງ​ການ​ການ​ຮ່ວມ​ມື​ທີ່​ມີ​ລວງ​ເລິກ ລວມທັງ​ທຶນ, ເຕັກ​ໂນ​ໂລ​ຊີ ແລະ ບຸກ​ຄະ​ລາ​ກອນ​ທີ່​ມີ​ຄູນ​ນະ​ພາບ​ສູງ ​ເພື່ອໃຫ້​ສາ​ມາດ​ສ້າງ​ຜົນງານຮູບ​ເງົາ​ທີ່​ມີ​ຄວາມ​ສາ​ມາດ​ພຽງ​ພໍໃນການ​ເຊື່ອມ​ໂຍງ​ສາ​ກົນ, ເຂົ້າເຖິງ​ຕະຫຼາດ​ໂລກ ແລະ ສົ່ງເສີມ ພະລັງອ່​ອນຂອງ​ຫວຽດ​ນາມ.  ການອອກ​ແບບ​ຊອບ​ແວເກມ ແລະ ການບັນ​ເທິງເອເລັກໂຕຮນິກ ທີ່​ກ່ຽວຂ້ອງ​ກັບການຄ້າ​ອອນ​ໄລນ໌ ​ຍາມ​ໃດ​ກໍ່​ຕ້ອງ​ການ​ເຖິງການລົງ​ທຶນຈຳນວນຫຼາຍ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ ເພື່ອ​ເຂົ້າ​ເຖິງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່​ ເຊິ່ງ​ພາກ​ເອ​ກະ​ຊົນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ມັກຈະມີຈຸດແຂງແລະທ່າແຮງ.

ຂົງ​ເຂດ​​ໃໝ່​ທີ່​ຍັງ​ຕ້ອງ​ໄດ້​ທົດ​ລອງ, ແຕ່​ຍັງສັນຍາວ່າ ຈະ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດໄດ້ ​ຄື​ການ​ແຂ່ງ​ລົດ, ການແຂ່ງ​ມ້າ,... ພ້ອມ​ກັບ​ການ​ສ້າງຕ່ອງໂສ້ການ​ສະ​ໜອງເພື່ອ​ຊື້​ສິນ​ຄ້າການ​ທ່ອງ​ທ່ຽວ ແລະ ການ​ແຂ່ງ​​ລົດ ​ທີ່ກ່ຽວຂ້ອງກັບ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ. 

ພັດທະນາການທ່ອງທ່ຽວຕາມລະບົບຕ່ອງໂສ້ການສະໜອງລະດັບໂລກຂອງຍີ່ຫໍ້ໃຫຍ່ແລະເປັນມືອາຊີບ ຈຳເປັນຕ້ອງມີນະໂຍບາຍເພື່ອຊັກຊວນ ດຶງດູດບໍລິສັດຂ້າມຊາດ ເພື່ອສ້າງໂຮງແຮມ, ຮ້ານອາຫານ, ສະໜາມແຂ່ງລົດສູດ 1 ແລະອື່ນໆ ທີ່ຕິດພັນກັບການພັດທະນາແລະສົ່ງເສີມ​ຜະລິດ​ຕະພັນ​ການທ່ອງ​ທ່ຽວ​ສະ​ເພາະ ​ທີ່​ມີ​ເອກະລັກ​​ຂອງ​ຫວຽດນາມ. ​ຜະ​ລິດ​ຕະ​ພັນຫັດ​ຖະ​ກຳ, ປະ​ເພ​ນີ​ປຸງ​ແຕ່ງ​ອາ​ຫານ​, ຜະລິດ​ຕະພັນ​ກະ​ເສດແບບ OCOP ແລະອື່ນໆ ຍາມ​ໃດ​ກໍ່​ຕ້ອງ​ການ​ເຖິງ​ບົດ​ບາດ​ຂອງວິ​ສາ​ຫະ​ກິດ​ ຕັ້ງແຕ່ການ​ລົງ​ທຶນ, ການປຸງ​ແຕ່ງ​ແບບເລິກ, ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ, ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ສິ່ງບົ່ງຊີ້ທາງ​ພູມ​ສາດ, ການໂຄ​ສະ​ນາ​ພາບລັກສະນະ. ດັ່ງ​ນັ້ນ, ຈຶ່ງ​ຕ້ອງ​ມີ​ຍຸດ​ທະ​ສາດເພື່ອ​ດຶງ​ດູດ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ ເພື່ອພັດ​ທະ​ນາ​ກິ​ລາ ການ​ທ່ອງ​ທ່ຽວ ແລະ ພັດ​ທະ​ນາ​ກຸ່ມການ​ທ່ອງ​ທ່ຽວ ທີ່ກ່ຽວຂ້ອງກັບຊຸດ​ບໍ​ລິ​ການທາງ​ວັດ​ທະ​ນະ​ທຳ ແລະ ການ​ບັນ​ເທິງ​.   

ປັບປຸງນະ​ໂຍບາຍ​ທີ່​ດິນແລະພາສີໃຫ້ສົມບູນ​ ເພື່ອ​ດຶງ​ດູດ​ການ​ລົງທຶນ​ໃນປະເທດ ​ແລະ ຕ່າງປະ​ເທດ​ ເພື່ອ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ. ປ່ຽນ​ແປງ​ໃໝ່​ວິ​ທີ​ການກວດ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ແພຼ​ດ​ຟອຣ໌ມ​ດິ​ຈິຕອນ​ຂ້າມ​ຊ​າຍ​ແດນ. ຂະ​ແໜງວັດ​ທະ​ນະ​ທຳ​ປະ​ສານ​ສົມ​ທົບຢ່າງ​ແໜ້ນ​ແຟ້ນ ກັບ​ຂະ​ແໜງ​ການທູດ ເ​ພື່ອຂະຫຍາຍ​ການສົ່ງເສີມການ​ຄ້າ​ກັບ​​ນັກ​ລົງ​ທຶນ​ຍຸດ​ທະ​ສາດ ແລະ ບໍລິສັດຂະໜາດ​ໃຫຍ່ ໃນ​ອຸດ​ສາ​ຫະ​ກຳວັດ​ທະ​ນະ​ທຳຂອງ​ໂລກ ເຊັ່ນ: ບໍລິສັດຮູບເງົາ, ໂຮງແຮມ, ນັກອອກແບບແຟຊັ່ນ, ນັກອອກແບບຊອບແວເພື່ອການບັນເທິງ, ການແຂ່ງລົດ, ການແຂ່ງມ້າ ແລະອື່ນໆ, ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການດຶງດູດການລົງທຶນຈາກຕ່າງປະເທດ.

ທີ​ຫ້າ​, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຍົກຍ້າຍຊັບພະຍາກອນການ​ລົງ​ທຶນ​ ເພື່ອພັດ​ທະ​ນາ​​ຜະ​ລິດ​ຕະ​ພັນ ແລະ ​ບໍ​ລິ​ການທາງ​ວັດ​ທະ​ນະ​ທຳ ​ທີ່ດຳເນີນການຕາມຫຼັກ​ການ​ບໍ່ຫວັງຜົນ​ກຳ​ໄລ.

ໃນ​ທ່າ​ອຽງຂອງພາກສ່ວນທີ່​ບໍ່ຫວັງ​ຜົນກຳ​ໄລ​​ມີ​ບົດ​ບາດ​ສຳ​ຄັນ​ຫຼາຍຂຶ້ນ ໃນ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ ຈຳເປັນ​ຕ້ອງກຳ​ນົດ​ລັກ​ສະ​ນະ ແລະ ປະເພດຂອງການ​ໃຫ້​ບໍ​ລິ​ການທີ່​ບໍ່ຫວັງ​ຜົນ​ກຳ​ໄລໂດຍທົ່ວໄປ ແລະ ​ບໍ​ລິ​ການທາງວັດທະນະທຳ​ທີ່​ບໍ່​ຫວັງຜົນກຳ​ໄລ​ໂດຍສະເພາະຢ່າງຊັດເຈນ ເຊັ່ນ ​ບັນ​ດາ​ອົງ​ການບໍ່ຫວັງ​ຜົນ​ກຳ​ໄລ (ກອງ​ທຶນ, ໂຮງ​ຮຽນ, ສູນ​ວັດ​ທະ​ນະ​ທຳ) ທີ່ເປັນຂອງ​ວິ​ສາ​ຫະ​ກິດ; ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ; ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຊຸມ​ຊົນ; ສະຖາບັນ​ວັດ​ທະ​ນະ​ທຳ​ທີ່​ເຄື່ອນ​ໄຫວ​ຕາມ​ຫຼັກ​ການ​ບໍ່​​ຫວັງ​ຜົນ​ກຳ​ໄລ (​ພິ​ພິ​ທະ​ພັນ, ຫ້ອງ​ສະ​ໝຸດ, ຫ້ອງ​ຮູບ​ແຕ້ມ, ຫ້ອງວາງສະແດງ, ສະຖານທີ່ວັດທະນະທໍາ, ເວທີປາໄສ ແລະອື່ນໆ).     

ການພັດ​ທະ​ນາ​​ບໍ​ລິ​ການທາງ​ວັດ​ທະ​ນະ​ທຳ​ທີ່​ບໍ່ຫວັງ​ຜົນ​ກຳ​ໄລ​ສາ​ມາດ​ເຮັດໄດ້​ດ້ວຍຫຼາຍວິທີ. ສຳ​ລັບກອງ​ທຶນແລະອົງ​ການ​ວັດ​ທະ​ນະ​ທຳ​ທີ່ໄດ້ຮັບການສະໜັບສະໜູນຈາກ​ວິ​ສາ​ຫະ​ກິດເພື່ອປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ທາງ​ສັງ​ຄົມ, ຈຳ​ເປັນ​ຕ້ອງ​ແຍກ​ອອກຈາກກິດຈະກຳທາງ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດຢ່າງຈະແຈ້ງ ເພື່ອປະ​ຕິ​ບັດຕາມຫຼັກການ ແລະ ຈຸດ​ປະ​ສົງ​ຂອງ​ອົງ​ການທີ່​ບໍ່ຫວັງຜົນ​ກຳ​ໄລ. ສຳ​ລັບ​​ກອງ​ທຶນ, ພື້ນ​ທີ່, ເວ​ທີ​ປາ​ໄສ, ໂຮງ​ຮຽນ​ວັດ​ທະ​ນະ​ທຳ​ອາ​ສາ​ສະ​ໝັກ, ສູນ​ອະ​ນຸ​ລັກ​ມໍ​ລະ​ດົກ, ຫ້ອງສະ​ໝຸດ, ​ພິ​ພິ​ທະ​ພັນ ທີ່ຕັ້ງຂຶ້ນໂດຍ​ບຸກ​ຄົນ ຄວນມີ​ຂໍ້​ກຳ​ນົດກົດລະບຽບທີ່ເຂັ້ມງວດໃນການ​ຄຸ້ມ​ຄອງ ແລະ ຫຼີກລ້ຽງ​ການ​ສວຍ​ໃຊ້​ເພື່ອ​ຈຸດ​ປະ​ສົງທາງ​ການ​ຄ້າ.   

ຮູບ​ແບບ​ການ​ຄຸ້ມ​ຄອງ​ບັນ​ດາ​ອົງ​ການ​ທີ່​ບໍ່ຫວັງ​ຜົນ​ກຳ​ໄລທີ່ສະໜອງຜະ​ລິດ​ຕະ​ພັນແລະ​ບໍ​ລິ​ການທາງ​ວັດ​ທະ​ນະ​ທຳ ຈຳເປັນຕ້ອງ​​ໄດ້ຮັບການປັບປຸງໃຫ້​ທັນ​ສ​ະ​ໄໝ.  ​ອົງ​ການ​ທີ່​ບໍ່ສະແ​ຫວງຫາ​ຜົນ​ກຳ​ໄລຈຳເປັນ​ຕ້ອງ​ມີແຜນການ​ລະ​ດົມ​ທຶນເພື່ອພັດ​ທະ​ນາ​ຄວາມ​ສາ​ມາດທາງ​ການ​ເງິນ​ຢ່າງ​ມື​ອາ​ຊີບ, ແຕ່​ກຳ​ໄລນັ້ນ​ຈະຕ້ອງຖືກນຳກັບໄປ​​ພັດ​ທະ​ນາພາລະກິດວັດ​ທະ​ນະ​ທຳ ໂດຍບໍ່ແບ່ງໃຫ້ສະມາຊິກຜູ້ກໍ່ຕັ້ງ. ການ​ສ້າງ​ຕັ້ງ​ຄະນະບໍລິຫານ​ງານ​ ຂອງ​​ສະ​ຖາ​ບັນ​ວັດທະນະທຳ​ ແລະ ກອງ​ທຶນວັດທະນະທຳນັ້ນ, ກ່ອນ​ອື່ນ​ໝົດ ຕ້ອງ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ວິຊາ​ຊີບ, ມີ​ຄວາມ​ຮັກ​ແພງ​ໃນ​ວັດທະນະທຳ, ສິລະ​ປະ ແລະ ມີຄຸນສົມບັດ​ສິນ​ທຳ​ອັນບໍລິສຸດ. ລັດ​ຕ້ອງມອບ​ສິດທີ່​ກວ້າງ​ຂວາງ​ໃຫ້​ກັບ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ໃນ​ການ​ຕີ​ລາ​ຄາ ປະເມີນ​ຜົນຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳແລະສິ​ລະ​ປະ​ ກ່ອນ​ທີ່​ຈະ​ເປີດຕົວ ຫຼືເຜີຍ​ແຜ່ສູ່ສາ​ທາ​ລະ​ນະ​.

ທີ​ຫົກ​, ເປີດ​ຊ່ອງ​ທາງແລະປົດ​ປ່ອ​ຍ​ແຫຼ່ງພະລັງ​ສັງ​ຄົມໃຫ້ເກີດປະໂຫຍດສູງສຸດ​ ເພື່ອ​​ການ​ພັດ​ທະ​ນ​າ​ວັດ​ທະ​ນະ​ທຳ.

ບໍ່​ມີ​ຊັບພະຍາກອນອື່ນ​ໃດທີ່ມີກຳລັງແຮງ​ສັງ​ຄົມ​ທີ່​ອຸ​ດົມ​ສົມ​ບູນແລະຫຼາກຫຼາຍເທົ່າກັບແຫຼ່ງພະລັງ​ດ້ານ​ວັດ​ທະ​ນະ​ທຳ, ຍ້ອນ​ວ່າ​ມັນ​ກ່ຽວ​ພັນ​ກັບ​ແຕ່​ລະ​ບຸກຄົນ, ຄອບ​ຄົວ, ວົງຕະ​ກູນ, ຊຸມ​ຊົນ​ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມແລະອື່ນໆ ລວມ​ທັງ​ຊັບພະຍາກອນທີ່ມີ​​ຕົວຕົນ ແລະ ຊັບພະຍາກອນທີ່ບໍ່​ມີ​​ຕົວຕົນ.   

ຊັບພະຍາກອນທາງ​ວັດ​ທະ​ນະ​ທຳ​ທີ່​ມີ​​ຕົວຕົນ​ເຊັ່ນ: ບູຮານວັດຖຸທາງປະຫວັດສາດ-ວັດທະນະທໍາ (ວັດ, ວິຫານ, ສານເຈົ້າ, ສາລາກາງບ້ານ, ເຮືອນຫໍຊຸມຊົນ, ຫໍບູຊາວົງຕະກູນ ແລະອື່ນໆ), ສະຖານທີ່ປະຫວັດສາດ - ຈຸດຊົມວິວ, ວັດຖຸບູຮານ, ສົມບັດຂອງຊາດ, ປ່າສັກສິດ. ຊັບພະຍາກອນເຫຼົ່ານີ້​​ອາດຈະເປັນຂອງ​ລັດ, ​ຖືກເກັບຮັກ​ສາ, ຄຸ້ມ​ຄອງ ແລະ ໃຊ້ປະໂຫຍດໃນ​ພິ​ພິ​ທະ​ພັນ; ອາດ​ຈະ​ເປັນ​ຂອງ​ຊຸມ​ຊົນ​ ທີ່ໄດ້ຮັບການຄຸ້ມ​ຄອງແລະໃຊ້​ເພື່ອຕອບສະໜອງຄວາມ​ຕ້ອງ​ການ​ດ້ານ​ຄວາມເຊື່ອ, ງານບຸນພື້ນເມືອງ, ວົງຕະ​ກຸນ ​ທີ່​ຕິດ​ພັນ​ກັບພື້ນ​ທີ່​ສ​ະ​ແດງສະເພາະ; ອາດ​ຈະ​ໄດ້ຮັບການ​ຈັດ​ຂຶ້ນ​ເປັນການ​ສ່ວນ​ຕົວ​ໃນ​ຄອບ​ຄົວ. ຊັບພະຍາກອນທາງວັດ​ທະ​ນະ​ທຳ​ທີ່​ບໍ່​ມີ​​ຕົວຕົນເຊັ່ນ: ​ຄວາມ​ເຊື່ອ, ງານບຸນ, ຮີດ​ຄອງ, ​ປະ​ເພ​ນີ, ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ສິ​ລະ​ປະ​ພື້ນ​ເມືອງ, ​ຄວາມ​ຮູ້​ທ້ອງ​ຖິ່ນ, ​ຄຸນ​ຄ່າ​ທາງສະຖາປັດຕະຍະກຳ, ດົນ​ຕີ, ຈິດຕະກຳພື້ນ​ເມືອງ ແລະອື່ນໆ ລ້ວນ​ແຕ່​ຕິດ​ພັນ​ກັບ​​ບົດ​ບາດ​ຂອງການຄຸ້ມ​ຄອງ, ການຂຸດ​ຄົ້ນ ແລະ ການນຳ​ໃຊ້​ ຂອງ​ອົງ​ການ​ຈັດ​ຕັ້ງ​ຊຸມ​ຊົນ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ​ບົດ​ບາດ​ຂອງຊ່າງ​ຝີມືພື້ນ​ເມືອງ, ຜູ້ທີ່​ມີ​ອິດ​ທິ​ພົນ​ໃນ​ຊຸມ​ຊົນ.

ການໃຊ້ປະໂຫຍດແລະການເສີມ​ຂະ​ຫຍາຍຊັບພະຍາກອນເຫຼົ່ານີ້ ຮຽກຮ້ອງໃຫ້ມີການຈັດການທີ່ດີຕໍ່ການພົວພັນ ລະຫວ່າງການອະນຸລັກແລະການພັດທະນາ, ອະ​ນຸ​ລັກ​ແບບ ຄົງທີ່ແລະ ອະ​ນຸ​ລັກແບບ ເຄື່ອນທີ່ໃນ​ຊີ​ວິດ​ຂອງຊຸມ​ຊົນ. ໃນ​ນັ້ນ, ການ​ອະ​ນຸ​ລັກ​ທີ່​ຕິດ​ພັນ​ກັບ​ການ​ຂຸດ​ຄົ້ນ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການສຶກ​ສາ​​ປະ​ຫວັດ​ສາດ ແລະ ການ​ທ່ອງ​ທ່ຽວ ຄວນ​ໄດ້ຮັບຄວາມເອົາໃນໃສ່ເປັນ​ພິ​ເສດ. ຄວນ​ໃຫ້ຄວາມສຳຄັນກັບການ​ໝູນ​ໃຊ້ຫຼັກ​ການ​ຄຸ້ມຄອງ​ວິ​ສາ​ຫະ​ກິດ ​ເພື່ອໃຊ້ປະໂຫຍດຢ່າງມີປະສິດທິຜົນ ແລະ ເສີມ​ຂະ​ຫຍາຍຊັບພະຍາກອນທາງ​ວັດ​ທະ​ນະ​ທຳ ​ເພື່ອການ​ທ່ອງ​ທ່ຽວ ​ເຊິ່ງ​ພິ​ພິ​ທະ​ພັນ​ແຂວງ ກວ໋າງ​ນິງ ເປັນ​ຕົວ​ຢ່າງໂດຍລວມ(3).   

ຈຳເປັນຕ້ອງ​ກຳນົດ​ບົດບາດ​ຂອງ​ລັດ, ບົດບາດ​ຂອງ​ວິ​ສາ​ຫະກິດ ​ແລະ ບົດບາດ​ຂອງຊຸມຊົນ ​ໃນ​ການສົ່ງເສີມຊັບພະຍາກອນ​ທາງສັງຄົມ​ ເພື່ອ​ພັດທະນາ​ວັດທະນະທຳ. ການຖືບົດບາດຂອງລັດເປັນສິ່ງດຽວເດັດຂາດ ​ຈະ​ເຮັດ​ໃຫ້ເກີດຄວາມ​ແຂງ​ກະ​ດ້າງ, ບໍ່​ສາ​ມາດປຸກ​ລະ​ດົມ​ບົດ​ບາດແລະກຳ​ລັງ​ແຮງ​ຂອງວິ​ສາ​ຫະ​ກິດ ແລະ ຊຸມ​ຊົນ​ ໃນ​ການ​ລະ​ດົມແລະນຳໃຊ້​ຊັບພະຍາກອນທາງ​ວັດ​ທະ​ນະ​ທຳ. ການຖືບົດບາດຂອງວິສາຫະກິດເປັນເດັດຂາດ ຈະ​ຊຸກ​ຍູ້​ການ​ຫັນ​ຄຸນ​ຄ່າ​ວັດ​ທະ​ນະ​ທຳເປັນ​ການ​ຄ້າ​​ ​ເຊິ່ງ​ໃນຫຼາຍ​ກໍ​ລະ​ນີ​ ​ຈະເຮັດໃຫ້ສູນເສຍການວາງທິດທາງ​ຄຸນ​ຄ່າ, ບໍ່ສະທ້ອນເຖິງພາລະໜ້າທີ່ຂອງວັດທະນະທຳຢ່າງ​ຖືກຕ້ອງ​ແລະຄົບຖ້ວນ. ການຖືບົດບາດຂອງສັງຄົມເປັນ​ເດັດ​ຂາດ ​ຈະ​ເຮັດ​ໃຫ້ຊັບພະຍາກອນທາງ​ວັດ​ທະ​ນະ​ທຳ​ຖືກອັດໄວ້​ໃນ​ຂອບ​ເຂດ​ຊຸມ​ຊົນເທົ່ານັ້ນ, ບໍ່​ໄດ້ຮັບການເຊື່ອມໂຍງ ແລະ ສົ່ງເສີມ​ດ້ວຍ​ກຳ​ລັງ​ແຮງຂອງ​ກົນ​ໄກ​ຕະຫຼາດໃນການເພີ່ມມູນ​ຄ່າ ແລະ ໃຊ້ປະໂຫຍດຈາກ​ຊັບ​ພະ​ຍາ​ກອນທາງ​ວັດ​ທະ​ນະ​ທຳ​ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ.   

ບົດ​ບາດ​ຂອງ​ລັດ​ສະ​ແດງອອກໃນ​ການສ້າງ​ລະ​ບຽບ​ກົດ​ໝາຍ, ການວາງ​ແຜນ ແລະ ການລົງ​ທຶນພາກລັດ ເພື່ອຊີ້​ນຳ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ ແລະ ດຶງ​ດູດ​ການ​ລົງ​ທຶນ​ທາງ​ສັງ​ຄົມ​ ເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ. ຕ້ອງປັບປຸງ​ບູ​ລະ​ນະ​ຂອບລະບອບລະບຽບ ແລະ ​ກົດ​ໝາຍ ​ເພື່ອ​ປົກ​ປ້ອງ​ລິ​ຂະ​ສິດ, ປົກ​ປ້ອງ​ສິດທິ​ຄວາມ​ເປັນ​ເຈົ້າ​ຂອງ​ສາ​ທາ​ລະ​ນະ​ຂອງ​ຄວາມ​ຮູ້​ທ້ອງ​ຖິ່ນ ແລະ ການ​ປ້ອງ​ກັນ​ການ​ລັກລອບ(4). ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ໃນການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ​ແຕ່ບໍ່ໄດ້ລຸກ​ລ້ຳພື້ນທີ່ ບໍ່ໄດ້ບຽດຂົ່ມ​ອົງ​ການ​ຈັດ​ຕັ້ງ​ຊຸມ​ຊົນ, ແຕ່ຕ້ອງ​ເຊື່ອມໂຍງ ຮ່ວມ​ມື ແລະ ຊີ້ນຳຊຸມ​ຊົນ ໃນການ​ຄຸ້ມ​ຄອງອະນຸສາວະລີແລະພູມີທັດດ້ວຍ​ຕົນ​ເອງ ແລະ ຈັດ​ແບ່ງ​ຜົນປະໂຫຍດຢ່າງກົມກຽວ ລະຫວ່າງວິ​ສາ​ຫະ​ກິດ​ກັບຊຸມ​ຊົນ(5). ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຊຸມ​ຊົນ​ຕ້ອງ​​ນຳ​ໃຊ້ຫຼັກ​ການ​ຕະຫຼາດ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່, ເສີມ​ຂະ​ຫຍາຍ ແລະ ໃຊ້ປະໂຫຍດຈາກ​ຊັບ​ພະ​ຍາ​ກອນທາງ​ວັດ​ທ​ະ​ນະ​ທຳ​ ເຊັ່ນ​ມູນ​ຄ່າພູມປັນຍາທ້ອງ​ຖິ່ນ​ໃນ​​ຜະ​ລິດ​ຕະ​ພັນ​ກະ​ເສດ, ປະເພນີການປຸງແຕ່ອາຫານ, ສິນຄ້າ​ຫັດ​ຕະ​ກຳ​ພື້ນເມືອງ​ທີ່​ມີ​ຄຸນ​ຄ່າໂດດເດັ່ນ (ເຊັ່ນ​ສິນຄ້າ OCOP), ການຂຸດ​ຄົ້ນ​ຄຸນຄ່າ​ປ່າ​ໄມ້​ສັກສິດ, ​ເຂດ​ນິເວດວິທະຍາ, ວັດຖຸທາງປະຫວັດສາດ ແລະ ພູມມີທັດ​ ເພື່ອ​ພັດທະນາ​ການທ່ອງທ່ຽວ. ອຳນາດການປົກຄອງ​ບໍ່​ໄດ້​ແຊກ​ແຊງການ​ຄຸ້ມ​ຄອງ​ຂອງ​ວິ​ສາ​ຫະກິດ​ແລະຊຸມຊົນເລິກເກີນໄປ, ແຕ່ພຽງອອກ​ລະບຽບ​ການ​ເພື່ອວາງທິດທາງ, ກວດກາ ແລະ ຊີ້​ນຳ​ການປະຕິບັດ​ຕາມກົດຂໍ້ບັງຄັບທີ່​ຖືກຕ້ອງເທົ່ານັ້ນ.

ບາງ​ຄຳ​ແນະນຳແລະຂໍ້​ສະ​ເໜີ

ທີ​ໜຶ່ງ, ກວດ​ຄືນ ແລະ ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ຈັດ​ສັນ ແລະ ນຳໃຊ້ການເງິນພາກລັດ ເພື່ອການລົງທຶນພັດທະນາວັດທະນະທຳ ​ຕາມ​ທິດ: ສ້າງໂຄງການເປົ້າໝາຍແຫ່ງຊາດ ເພື່ອພັດທະນາວັດທະນະທຳ ຕາມຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ (ຮອດປີ 2030 ແລະ ໄລຍະ 2021-2040), ຕິດພັນກັບການກຳນົດຜະລິດຕະພັນແລະບໍລິການທາງວັດທະນະທຳທີ່ສະເພາະ ຢ່າງຈະແຈ້ງ; ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ບັນດາ​ສະ​ຖາ​ບັນ​ວັດທະນະທຳ​ທີ່​ທັນ​ສະ​ໄໝ (ໂຮງ​ລະຄອນ, ພິພິທະ​ພັນ, ຫ້ອງສະໝຸດ, ສະ​ໜາມ​ກິລາ, ສວນສາທາລະນະ), ສ້າງ​ຈຸດ​ເດັ່ນໃນ​ເມືອງ​ໃຫຍ່, ​ສົມ​ກັບສະຖານະ​ປະ​ເທດລະດັບ​ກາງ; ການລົງ​ທຶນ​ພັດ​ທະ​ນາຜະ​ລິດ​ຕະ​ພັນ​ວັດ​ທະ​ນ​ະ​ທຳ​ທີ່​ມີເອກະລັກສະເພາະຕົວ ຕ້ອງ​ມີ​ບາດກ້າວ​ບຸກທະລຸ, ພິ​ເສດ​ແມ່ນ ​ບັນດາ​ຜົນງານ​ດ້ານ​ວັດທະນະທຳແລະສິລະ​ປະ; ປັບໂຄງສ້າງການລົງທຶນທີ່ມີລັກສະນະພາລະກິດທີ່ສຸມໃສ່ປັດໄຈຂອງມະນຸດ, ແທນການປ່ຽນໄປລົງທຶນດ້ານການກໍ່ສ້າງໂຄງສ້າງພື້ນຖານ. ເມື່ອ​ການ​ລົງທຶນລວມສູນຂອງ​ພາກ​ລັດບັນ​ລຸ​ໄດ້​ລະ​ດັບແລ້ວ ​ຈຶ່ງສາມາດປະ​ຕິ​ບັດ​ບົດ​ບາດ ການລົງ​ທຶນພາກລັດ​ເປັນ​ຜູ້​ນຳ​ພາ​ການ​ລົງ​ທຶນ”, “ການ​ລົງ​ທຶນ​ພາກລັດ​ດຶງ​ດູ​ດ​ການ​ລົງ​ທຶນ​ທາງ​ສັງ​ຄົມ”.  

ທີ​ສອງ​, ກຳນົດ​​ຍຸດ​ທະ​ສາດການ​ພັດ​ທະ​ນາ​ຊັບພະຍາກອນມະນຸດດ້ານ​ວັດ​ທະ​ນະ​ທຳ​ດ້ວຍ​ເປົ້າ​ໝາຍ​ລະ​ອຽດຄື: (i) ​ສິ​ລະ​ປິນ, ​ຊ່າງຝີມືດີເດັ່ນ - ຜູ້ທີ່ສ້າງສັນຜົນງານທາງວັດ​ທະ​ນະ​ທຳແລະສິ​ລະ​ປະ​ທີ່ເປັນເອກະລັກ; (ii) ຜູ້​ອຳ​ນວຍ​ການຝ່າຍສ້າງສັນ (ນັກອອກ​ແບບແຟຊັ່ນ), ນັກພັດທະນາ​ຊອບ​ແວ​ອຸດ​ສາ​ຫະ​ກຳ​ບັນ​ເທິງ - ຜູ້ທີ່ສ້າງ​ຄຸນ​ຄ່າ​ໃຫ້ກັບ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ດ້ານ​ວັດ​ທະ​ນ​ະ​ທຳ; (iii) ຜູ້​ນຳ ແລະ ນັກບໍ​ລິ​ຫານພາກລັດ ​ທີ່​ມີຄວາມໝັ້ນຄົງທາງ​ວັດ​ທະ​ນ​ະ​ທຳ - ຜູ້​ຕັດ​ສິນ​ໃຈອອກ​ແບບ​ແນວ​ທາງແລະຍຸດ​ທະ​ສາດ​ການພັດ​ທະ​ນາ​ປະ​ເທດ ບົນ​ພື້ນ​ຖານ​ວັດ​ທະ​ນະທຳແລະວິໄສທັດ. ຊັບພະຍາກອນມະນຸດແຕ່ລະປະເພດທີ່ກ່າວ​ມາ​ເທິງນີ້​ ຕ້ອງ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງເໝາະສົມ, ໂດຍມີ​ນະ​ໂຍ​ບາຍການຝຶກອົບຮົມ ແລະ ບຳ​ລຸງສ້າງທີ່​ເໝາະ​ສົມ ເຊິ່ງຕິດ​ພັນ​ກັບການ​ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ, ຕະຫຼາດ ແລະ ສັງ​ຄົມຢ່າງຈະແຈ້ງ. ໃຫ້​ຄວາມ​ເອົາ​ໃຈ​ໃສ່ກັບ​ຄວາມ​ສາ​ມາດໃນການ​ເຊື່ອມ​ໂຍງ​ສາ​ກົນ​ສຳລັບຊັບພະຍາກອນມະນຸດໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳແລະສິ​ລະ​ປະ.  

ທີ​ສາມ, ປັບປຸງ​ສະຖາບັນ ກົດລະບຽບ ແລະ ບົດລົງໂທດໃຫ້ສົມບູນແບບເພື່ອປົກປ້ອງ​ຜົນ​ປະ​ໂຫຍດ​ສາ​ທາ​ລະ​ນະ ລວມເຖິງພື້ນທີ່​ສາ​ທະ​ລະ​ນະ ແລະ ສະຖາບັນ​ວັດ​ທະ​ນ​ະ​ທຳ​ຊຸມ​ຊົນ ເພື່ອ​ຮັບ​ຮອງສະຫວັດດີພາບທາງ​ວັດ​ທະ​ນະ​ທຳຂອງ​ປະ​ຊາ​ຊົນ ໂດຍສະເພາະໃນເຂດ​ຕົວ​ເມືອງ. ສ້າງ​ກົນ​ໄກທີ່​ມີ​ຜູ້​ຮ້ອງ​ຮຽນ​ຢ່າງ​ຈະ​ແຈ້ງ ເພື່ອປົກ​ປ້ອງ​ຜົນ​ປະ​ໂຫຍດສາທາລນະ ​ໃນ​ເງື່ອນ​ໄຂ​ເສດ​ຖະ​ກິດ​ຕະຫຼາດ, ແນ​ໃສ່​ຟື້ນ​ຟູພື້ນທີ່ທາງ​ວັດ​ທະ​ນະ​ທຳ​ທີ່​ຖືກລຸກລ້ຳ ແລະ ປົກປັກຮັກສາພື້ນທີ່​ສາ​ທາ​ລະ​ນະ ທີ່ຖືກບັນດາກຳລັງ​ຕະຫຼາດ​ຍຶດຄອງ ຮັດ​ແຄບ, ມີ​ລະບຽບ​ວິ​ໄນທີ່​ເຂັ້ມ​ງວດ ແລະ ​ປັບປຸງ​ການ​ຄຸ້ມ​ຄອງ​​ແຜນການ​ພັດທະນາພື້ນ​ທີ່​ສາທາລະນະ.  

ທີ​ສີ່​, ມີ​ກົນ​ໄກ​ປົກ​ປັກ​ຮັກສາສິດທິໃນຊັບສິນ​ຂອງຊຸມຊົນ ສຳລັບຄວາມຮູ້​ທ້ອງ​ຖິ່ນ ​ເຊັ່ນ: ​​ຄວາມ​ຮູ້​ທ້ອ​ງ​ຖິ່ນ​ກ່ຽວ​ກັບການ​ດູ​ແລ​ສຸ​ຂະ​ພາບ, ​ຢາແຜນບູຮານ; ແນວພັນພືດ ແລະ ສັດລ້ຽງທີ່ມີຊັບພະຍາກອນພັນທຸກໍາພື້ນເມືອງ; ຂະບວນການ ແລະ ເຕັກໂນໂລຊີດັ້ງເດີມໃນການລ້ຽງ ແລະ ປູກຕົ້ນໄມ້ແລະລ້ຽງສັດພື້ນເມືອງ; ວິ​ທີ​ການ​ອະນຸລັກແລະປຸງ​ແຕ່ງ​​ຫັດ​ຖະ​ກຳ ແລະອື່ນໆ ທີ່ຕິດພັນ​ກັບ​ແຫຼ່ງ​ກຳ​ເນີດ ແລະ ສິ່ງບົ່ງຊີ້ທາງ​ພູມ​ສາດ, ເພື່ອ​​ບໍ່ໃຫ້​ສິດທິໃນຊັບສິນທາງ​ປັນ​ຍາຂອງຊຸມ​ຊົນ​ຖືກ​​ລັກລອບໄປ​ໃນ​ການເຊື່ອມ​ໂຍງ​ເຂົ້າກັບສາ​ກົນ. ໃນ​ກາ​ນ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ພ້ອມ​ກັບ​ການ​ຈົດ​ທະ​ບຽນ​ເຄື່ອງ​ໝາຍ​ການ​ຄ້າ, ແຫຼ່ງ​ກຳ​ເນີດ​ສິນ​ຄ້າ ແລະ ສິ່ງບົ່ງຊີ້ທາງ​ພູມ​ສາດ ແມ່ນ​ຕ້ອງ​ຈົດ​ທະ​ບຽນເພື່ອ​ສິດທິໃນຊັບສິນທາງ​ປັນ​ຍາຂອງຂອງຊຸມຊົນ.

ທີ​ຫ້າ​, ສ້າງ​ກົນ​ໄກ​ຈັດແບ່ງ​ຜົນ​ປະ​ໂຫຍດ​ຢ່າງກົມກຽວ ລະຫວ່າງໜ່ວຍງານທີ່ຖືຂັ້ນຕອນ​ຕ່າງໆ​ ໃນ​ລະ​ບົບ​ຕ່ອງ​ໂສ້​ຄຸນ​ຄ່າ​ທາງວັດ​ທະ​ນ​ະ​ທຳ ທີ່​ຕິດພັນ​ກັບ​ການ​ພັດ​ທະ​ນາ​ກຸ່ມ​ຂະ​ແໜງ​ການ​ທ່ອງ​ທ່ຽວ. ບັນ​ດາ​ປັດໄຈນຳເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ​ມີ: ​ຊັບ​ພະ​ຍາ​ກອນທຳມະຊາດ, ໂຄງສ້າງພື້ນຖານ, ຊັບພະຍາກອນມະນຸດ, ຊັບພະຍາກອນຄວາມ​ຮູ້, ແຫຼ່ງ​ທຶນ ແລະອື່ນໆ ຕ້ອງ​ເປັນໄປ​ຕາມຫຼັກການແຈກຢາຍ​ຜົນ​ປະ​ໂຫຍດ​ ຕາມ​ເຈົ້າຂອງກຳມະສິດທີ່ໄດ້​ປະ​ກອບ​ສ່ວນ. ລັດ​ລົງ​ທຶນ​ໃນໂຄງສ້າງ​ພື້ນ​ຖານ, ເປັນເຈົ້າຂອງຊັບ​ພະ​ຍາ​ກອນ​​ທີ່​ດິນ ແລະ ຊັບພຍາກອນບຸກຄົນໃນພາກລັດ ແລະອື່ນໆ, ດັ່ງນັ້ນ ລັດມີສິດເກັບພາສີຫຼືຄ່າທຳນຽມ ເພື່ອຊົດເຊີຍຄ່າໃຊ້ຈ່າຍ; ​ວິ​ສາ​ຫະກິດ​ລົງທຶນ​ພັດທະນາ​ບຸກ​ຄະ​ລາ​ກອນ, ລົງທຶນໃນ​ຮ້ານ​ອາຫານ, ​ໂຮງ​ແຮມ, ​ກິດຈະກຳ​ທ່ອງ​ທ່ຽວ ​ແລະອື່ນໆ, ຈະໄດ້​ຮັບ​ຜົນ​ກຳ​ໄລຈາກ​​ຄ່າໃຊ້ຈ່າຍຂອງພວກເຂົາ; ຊຸມ​ຊົນ​ມີ​​ຊັບ​ພະ​ຍາ​ກອນ​ທາງ​ວັດ​ທະ​ນະ​ທຳ, ພູມປັນ​ຍາ​ທ້ອງ​ຖິ່ນ, ຊັບພະຍາກອນມະນຸດທາງ​ສັງ​ຄົມ ແລະອື່ນໆ, ຈະຕ້ອງ​ໄດ້​ຮັບ​​ປະ​ໂຫຍດຈາກການ​ປະ​ກອບ​ສ່ວນ​ຂອງພວກເຂົາ. ການແຈກຢາຍຜົນປະໂຫຍດທີ່ຕິດພັນກັບແຕ່ລະໜ່ວຍງານຂອງລັດ, ວິສາຫະກິດ ແລະ ຊຸມຊົນ ທີ່ຈັດຕັ້ງແລະດຳເນີນກິດຈະກຳການທ່ອງທ່ຽວ(6); ບໍ່ພຽງແຕ່​ພິ​ຈາ​ລະ​ນາສະເພາະ​ໃນ​ບູຮານວັດຖຸສະຖານ - ທັດ​ສະ​ນີ​ຍະ​ພາບ​​ໜຶ່ງ​ເທົ່າ​ນັ້ນ, ແຕ່​ຍັງ​ຄວນພິຈາລະນາໃນ​ກຸ່ມ​ຂະ​ແໜງ​ການໂດຍລວມ ທີ່ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບບູຮານວັດຖຸສະຖານແລະທັດ​ສະ​ນີ​ຍະ​ພາບນັ້ນ./.  

-------------------------

(1) ລັດ​ສາມາດ​ລົງທຶນ​ກໍ່ສ້າງ​ໂຮງ​ລະຄອນ​ທັນ​ສະ​ໄໝ, ​ແຕ່​ອະນຸຍາດ​ໃຫ້​ພາກ​ເອກະ​ຊົນ​ຄຸ້ມ​ຄອງ, ຫາປະໂຫຍດ ​ແລະ ດຳ​ເນີນການ.

(2) ເຊັ່ນການແຂ່ງຂັນ​ປະ​ມູນ​ອອກ​ແບບ​ສະຖານທີ່ທາງປະ​ຫວັດ​ສາດ - ວັດ​ທະ​ນະ​ທຳ​ ເພື່ອ​ການ​ທ່ອງ​ທ່ຽວ.

(3) ​ພິ​ພິ​ທະ​ພັນ​ແຂວງກວ໋າງ​ນິງ ເປັນໜ່ວຍງານພາລະກິດທີ່​ເປັນ​ເຈົ້າຕົນເອງຢ່າງ​ຄົບ​ຖ້ວນ, ເຊິ່ງດຳເນີນງານຕາມ​ກົນ​ໄກຂອງວິ​ສາ​ຫະ​ກິດ, ມີ​ຍຸດ​ທະ​ສາດ​ລູກ​ຄ້າ, ຍຸດ​ທະ​ສາດ​ຜະ​ລິດ​ຕະ​ພັນ, ການພັດ​ທະ​ນາ​ຕະຫຼາດ,... ຕິດພັນກັບ​ການສ້າງ​ພະແນກການຕະຫຼາດ...

(4) ຊັບພະຍາກອນພັນທຸກໍາພື້ນເມືອງ, ພືດສະຫມຸນໄພທີ່ຫາຍາກ ແລະ ຢາແຜນບູຮານ ຖືກລັກລອບໄປຂາຍທີ່ຕ່າງປະເທດ ໂດຍບໍ່ມີກົນໄກປ້ອງກັນໃດໆ.

(5) ໃນຫຼາຍ​ປະ​ເທດ, ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ເຮັດ​ທຸ​ລະ​ກິດສະເພາະດ້ານການເດີນທາງ, ທີ່ພັກ​ ແລະ ຈັດອາຫານເທົ່ານັ້ນ; ໃນຂະນະທີ່​ຊຸມ​ຊົນ​ທ້ອງ​ຖິ່ນມີ​ສິດ​​ຈັດ​ຕັ້ງ​ການ​​ທ່ຽວຊົມ​ ແລະ ​ຈຳໜ່າຍ​ຂອງ​ທີ່​ລະ​ນຶກແກ່​ນັກ​ທ່ອງ​ທ່ຽວ​ໃນ​ພື້ນ​ທີ່ບູຮານສະຖານ. 

(6) ຕົວຢ່າງເຊັ່ນ ​ວິ​ສາ​ຫະ​ກິດ​ຖືຂັ້ນຕອນຕໍ່ໄປນີ້: ​ບໍ​ລິ​ການ​ທີ່ພັກ​ແລະຈັດລ້ຽງ, ບໍລິການທ່ອງທ່ຽວ, ໂຮງສາຍຮູບເງົາ, ການສື່ສານຜະລິດຕະພັນ ແລະອື່ນໆ; ລັດຖືຂັ້ນຕອນຕໍ່ໄປນີ້: ສື່​ຂ່າວ, ບໍລິການຮັກສາຄວາມປອດໄພແລະການປ້ອງກັນ, ຂໍ້​ມູນ​ຂ່າວ​ສານ, ການສື່ສານ, ອິນ​ເຕີເນັດ, ​ບໍ​ລິ​ການ​ທງການ​ເງິນ-ທະ​ນາ​ຄານ; ໃນຂະນະທີ່​ຊຸມ​ຊົນຖືຂັ້ນຕອນຕໍ່ໄປນີ້: ພານັກທ່ອງທ່ຽວ​ໄປ​ຢ້ຽມ​ຊົມ​ສະຖານທີ່ບູຮານວັດຖຸ, ຈັດງານເທດສະການ ແລະອື່ນໆ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1005 (​ເດືອນມັງ​ກອນ 2023)