ແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດຫວຽດນາມ
ກ່ຽວກັບການກໍ່ສ້າງ ແລະ ປັບປຸງສະຖາບັນແລະນະໂຍບາຍ
ໃຫ້ສົມບູນແບບ ແລະ ການລະດົມຊັບພະຍາກອນ
ເພື່ອການພັດທະນາວັດທະນະທຳ
ກ່ຽວກັບການກໍ່ສ້າງ ແລະ ປັບປຸງສະຖາບັນແລະນະໂຍບາຍ
ໃຫ້ສົມບູນແບບ ແລະ ການລະດົມຊັບພະຍາກອນ
ເພື່ອການພັດທະນາວັດທະນະທຳ
ວກ. - ໃນຂະບວນການນຳພາການປະຕິວັດຫວຽດນາມ, ພັກ ແລະ ລັດຫວຽດນາມ ໄດ້ມີແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ ເພື່ອສົ່ງເສີມພັດທະນາວັດທະນະທຳ. ຢ່າງໃດກໍຕາມ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນປະຈຸບັນ, ສະຖາບັນແລະນະໂຍບາຍຕ່າງໆ ຕ້ອງໄດ້ຮັບການປ່ຽນແປງໃໝ່, ເພີ່ມເຕີມ ແລະ ປັບປຸງໃຫ້ສົມບູນຢ່າງຕໍ່ເນື່ອງ ເພື່ອເສີມຂະຫຍາຍຊັບພະຍາກອນ ສຳລັບການພັດທະນາວັດທະນະທຳ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນພາລະກິດການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ທັດສະນະແລະແນວທາງຂອງພັກກອມມູນິດຫວຽດນາມ
ກ່ຽວກັບການສ້າງແລະປັບປຸງສະຖາບັນທາງວັດທະນະທຳໃຫ້ສົມບູນແບບ
ໃນໄລຍະປ່ຽນແປງໃໝ່, ພັກກອມມູນິດຫວຽດນາມ ໄດ້ເນັ້ນວ່າ ວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ, ທັງເປັນເປົ້າໝາຍແລະພະລັງຂັບເຄື່ອນຊຸກຍູ້ການພັດທະນາເສດຖະກິດແລະສັງຄົມ.
ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ (ປີ 1986) ໄດ້ກຳນົດວ່າ: “ການປົກຄອງປະເທດດ້ວຍກົດໝາຍ, ບໍ່ພຽງແຕ່ດ້ວຍສິນທຳ. ກົດໝາຍແມ່ນການຫັນແນວທາງ ແລະ ແຜນນະໂຍບາຍຂອງພັກເປັນນິຕິກຳ ສະແດງເຖິງເຈດຈຳນົງຂອງປະຊາຊົນ, ຕ້ອງໄດ້ຮັບການປະຕິບັດເປັນເອກະພາບໃນທົ່ວປະເທດ”(1). ດ້ວຍເຫດນັ້ນ, ລະບອບລະບຽບວັດທະນະທຳຕ້ອງຮັບປະກັນຫຼັກການພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າຂອງ, ເສີມຂະຫຍາຍຄວາມຄິດສ້າງສັນຂອງພະນັກງານວັດທະນະທໍາ. ລະບອບລະບຽບວັດທະນະທຳຕ້ອງສ້າງກົນໄກເພື່ອຮັບປະກັນເສລີພາບ ແລະ ປະຊາທິປະໄຕໃນການເຄື່ອນໄຫວວັດທະນະທຳ, ກະຕຸກຊຸກຍູ້ຄວາມຄິດສ້າງສັນ, ສ້າງຜະລິດຕະພັນວັດທະນະທຳ ແລະ ກິດຈະກຳທາງວັດທະນະທຳທີ່ຫຼາກຫຼາຍ ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ວັດທະນະທຳທີ່ນັບມື້ນນັບຫຼາກຫຼາຍ ແລະ ເພີ່ມຂຶ້ນຂອງປະຊາຊົນ, ປະກອບສ່ວນຍົກສູງຄຸນນະພາບຊີວິດທາງຈິດໃຈຂອງປະຊາຊົນ. ການສ້າງແລະປັບປຸງລະບອບລະບຽບວັດທະນາະທຳ ຈຳເປັນຕ້ອງຕິດແທດ ແລະ ສອດຄ່ອງກັບສະຖາບັນທາງການເມືອງ ແລະ ສະຖາບັນທາງເສດຖະກິດ ແລະ ພຶດຕິກຳຕົວຈິງຂອງຊີວິດ. ໃນການກໍ່ສ້າງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລະບອບລະບຽບວັດທະນະທຳຕ້ອງມີການປ່ຽນແປງໃຫ້ເໝາະສົມ. ດັ່ງນັ້ນ, ບັນດາເອກະສານດ້ານກົດໝາຍກ່ຽວກັບວັດທະນະທຳ, ສິລະປະ ແລະ ຂໍ້ມູນຂ່າວສານໃນເງື່ອນໄຂຂອງກົນໄກຕະຫຼາດ, ໄດ້ຮັບການປັບປຸງໃຫ້ສົມບູນແບບ; ບັນດານະໂຍບາຍສົ່ງເສີມຄວາມຄິດສ້າງສັນດ້ານວັດທະນະທຳ ແລະ ຍົກສູງລະດັບການຕອບສະໜອງຄວາມຕ້ອງການຊົມໃຊ້ວັດທະນະທຳຂອງປະຊາຊົນ, ໄດ້ຮັບການປະກາດໃຊ້.
ໃນໄລຍະຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ພັກກອມມູນິດຫວຽດນາມມີແຜນນະໂຍບາຍປັບປຸງລະບົບເອກະສານທາງກົດໝາຍ, ກົນໄກ ແລະ ນະໂຍບາຍກ່ຽວກັບວັດທະນະທຳ, ລິຂະສິດ ແລະ ສິດທິທີ່ກ່ຽວຂ້ອງໃຫ້ສົມບູນ, ສອດຄ່ອງກັບມາດຕະຖານສາກົນ ແລະ ແນວປະຕິບັດຂອງຫວຽດ
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ (ປີ 2021) ກໍ່ໄດ້ຢືນຢັນວ່າ, ການເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ ແລະ ກຳລັງແຮງດ້ານມະນຸດຫວຽດນາມ ແມ່ນພື້ນຖານ, ກຳລັງໜູນ, ແຫຼ່ງກຳລັງແຮງງພາຍໃນທີ່ສຳຄັນ ຂອງການພັດທະນາວັດທະນະທຳ, ເຊື່ອມໂຍງເສົາຄ້ຳທັງສີ່ຢ່າງແໜ້ນແຟ້ນ ແລະ ພ້ອມພຽງກັນເພື່ອສ້າງ ແລະ ພັດທະນາປະເທດຢ່າງຍືນຍົງ ຄື: “ການພັດທະນາເສດຖະກິດແລະສັງຄົມແມ່ນໃຈກາງ; ການກໍ່ສ້າງພັກແມ່ນກຸນແຈສຳຄັນ; ການພັດທະນາວັດທະນະທຳແມ່ນພື້ນຖານທາງຈິດໃຈ; ການຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງແມ່ນສິ່ງສຳຄັນແລະເປັນປະຈຳ”(2).
ທັດສະນະແລະແນວທາງຂອງພັກກອມມູນິດຫວຽດນາມ
ໃນການສ້າງແລະປັບປຸງນະໂຍບາຍວັດທະນະທຳໃຫ້ສົມບູນແບບ
ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ພັກກອມມູນິດຫວຽດນາມມີແຜນນະໂຍບາຍຈະ “ປັບປຸງນະໂຍບາຍສຳລັບຜູ້ທີ່ເຮັດງານສິລະປະມືອາຊີບ, ໃຫ້ຄ່າຕອບແທນທີ່ເໝາະສົມແກ່ຜູ້ເຮັດງານສິລະປະ, ສົ່ງເສີມການສ້າງສັນ ແລະ ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ. ສົມທົບລະຫວ່າງອົງການຂອງລັດ ກັບບັນດາສະມາຄົມວັນນະຄະດີ, ສິລະປະ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ແນໃສ່ສົ່ງເສີມຄວມຄິດລິເລີ່ມ ແລະ ຄວາມຄິດສ້າງສັນຂອງບຸກຄົນ ແລະ ກຸ່ມສິລະປິນ, ແລະ ຕິດຕໍ່ພົວພັນກັບມະຫາຊົນຜູ້ອອກແຮງງານ. ລັດພ້ອມກັບປະຊາຊົນສ້າງພື້ນຖານວັດຖຸ-ເຕັກນິກທີ່ຈຳເປັນ ສຳລັບວັດທະນະທຳແລະສິລະປະ, ຮັກສາແລະປະດັບປະດາບູຮານວັດຖຸທາງປະຫວັດສາດ ແລະ ວັດທະນະທຳ”(3). ບັນດານະໂຍບາຍດ້ານວັດທະນະທຳ ຕ້ອງຊຸກຍູ້ລັກສະນະເປັນເຈົ້າການ ແລະ ປະດິດສ້າງ ຂອງບັນດາອັດຕະພາບທີ່ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳ, ກໍ່ສ້າງພື້ນຖານວັດຖຸ ແລະ ເຕັກນິກ ໃຫ້ແກ່ການເຄື່ອນໄຫວວັດທະນະທຳ ແລະ ຮັກສາມໍລະດົກວັດທະນະທຳ.
ໃນປະຈຸບັນ, ພັກໄດ້ວາງແນວທາງນຳພາການສ້າງ ແລະ ປັບປຸງນະໂຍບາຍພື້ນຖານທາງວັດທະນະທຳໃຫ້ສົມບູນແບບ, ນັ້ນແມ່ນ: 1- ນະໂຍບາຍເສດຖະກິດໃນວັດທະນະທຳ; 2- ນະໂຍບາຍວັດທະນະທຳໃນລະບົບເສດຖະກິດ; 3- ນະໂຍບາຍຫັນກິດຈະກຳວັດທະນະທຳເປັນສັງຄົມ; 4- ນະໂຍບາຍອະນຸລັກແລະເສີມຂະຫຍາຍມໍລະດົກວັດທະນະທຳຂອງຊາດ; 5- ນະໂຍບາຍສົ່ງເສີມຄວາມຄິດປະດິດສ້າງ; 6- ກຳນົດ ແລະ ປະກາດໃຊ້ນະໂຍບາຍສະເພາະທີ່ສົມເຫດສົມຜົນ ສຳລັບກຸ່ມສັງຄົມທີ່ຕ້ອງໄດ້ການປະຕິບັດພິເສດ ເພື່ອເຂົ້າຮ່ວມແລະຊົມໃຊ້ວັດທະນະທຳ; 7- ອອກນະໂຍບາຍສະເພາະກ່ຽວກັບການຮ່ວມມືສາກົນ; 8. ນະໂຍບາຍວັດທະນະທໍາສະເພາະສຳລັບຊົນເຜົ່າສ່ວນນ້ອຍ. ບັນດານະໂຍບາຍວັດທະນະທຳທີ່ໄດ້ສ້າງຂຶ້ນ ແລະ ປັບປຸງໃຫ້ສົມບູນຢ່າງຕໍ່ເນື່ອງ ເພື່ອແນໃສ່ແກ້ໄຂສາຍພົວພັນທີ່ກົມກຽວ ລະຫວ່າງການພັດທະນາເສດຖະກິດ ແລະ ການພັດທະນາວັດທະນະທຳ, ເອົາໃຈໃສ່ເຖິງລັກສະນະພິເສດຂອງວັດທະນະທຳ ແລະ ສິລະປະ. ຕາມນັ້ນ, ສົ່ງເສີມໃຫ້ອັດຕະພາບທຸກຄົນທີ່ເຂົ້າຮ່ວມກິດຈະກຳທາງວັດທະນະທຳ, ຜະລິດແລະຈຳໜ່າຍຜະລິດຕະພັນ ແລະ ບໍລິການທາງວັດທະນະທຳ, ຕອບສະໜອງຄວາມຕ້ອງການ ແລະ ການຊົມໃຊ້ວັດທະນະທຳຂອງຜູ້ຄົນໄດ້ດີຂຶ້ນ, ໂດຍສະເພາະ ຜູ້ທີ່ຕ້ອງໄດ້ຮັບຄວາມເອື້ອອຳນວຍ. ພ້ອມກັນນັ້ນ, ເອົາໃຈໃສ່ຮັກສາແລະເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ ແນໃສ່ຢືນຢັນເອກະລັກວັດທະນະທຳຂອງຊາດ, ສົ່ງເສີມຄວາມຫຼາກຫຼາຍແລະພະຫຸພາຄີຂອງການແລກປ່ຽນທາງວັດທະນະທຳ, ການດູດຊຶມ ແລະ ການຫຼອມລວມແກ່ນສານແລະຄຸນຄ່າທາງວັດທະນະທຳຂອງມະນຸດຊາດ, ສົ່ງເສີມວັດທະນະທຳປະຈຳຊາດຢ່າງກວ້າງຂວາງ, ຢືນຢັນຄວາມກ້າຫານ, ຄວາມສູງສົ່ງ ແລະ ທີ່ຕັ້ງຂອງຊາດຫວຽດນາມ ໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ.
ທັດສະນະ ແລະ ແຜນນະໂຍບາຍຂອງພັກກອມມູນິດຫວຽດນາມ
ກ່ຽວກັບແຫຼ່ງກຳລັງເພື່ອການພັດທະນາວັດທະນະທຳ
ປັດໃຈທີ່ສຳຄັນທີ່ສຸດຂອງຊັບພະຍາກອນວັດທະນະທຳແມ່ນຄົນ ເຊິ່ງເປັນອັດຕະພາບຂອງການສ້າງສັນ, ການເຜີຍແຜ່ ແລະ ການຊົມໃຊ້ວັດທະນະທຳ. ພັກກອມມູນິດຫວຽດນາມ ຍາມໃດກໍ່ຮັບປະກັນເສລີພາບແລະປະຊາທິປະໄຕ ສຳລັບການເຄືຶ່ອນໄຫວສ້າງສັນທາງວັດທະນະທຳ ແລະ ສິລະປະ ຂອງຖັນແຖວປັນຍາຊົນ, ນັກຂຽນ ນັກປະພັນ ແລະ ສິລະປິນ, ເຄົາລົບຄວາມສາມາດທາງວັດທະນະທຳ ແລະ ເບິ່ງແຍງດູແລຊີວິດທາງວັດຖຸແລະຈິດໃຈຂອງສິລະປິນ ນັກປະພັນ; ພ້ອມກັນນັ້ນ, ເສີມຂະຫຍາຍຄວາມຮັບຜິດຊອບພົນລະເມືອງ ຂອງສິລະປິນ, ປັນຍາຊົນ.
ພັກກອມມູນິດຫວຽດນາມເອົາໃຈໃສ່ກໍ່ສ້າງແລະຝຶກອົບຮົມຖັນແຖວພະນັກງານນຳພາແລະຄຸ້ມຄອງວັດທະນະທຳ. ທີໜຶ່ງ, “ສ້າງຍຸດທະສາດເພື່ອພັດທະນາຖັນແຖວພະນັກງານວັດທະນະທຳ. ໃຫ້ຄວາມສຳຄັນກັບການວາງແຜນ, ການກໍ່ສ້າງ, ການຝຶກອົບຮົມ ແລະ ການຈັດສັນພະນັກງານນຳພາ ຄຸ້ມຄອງວັດທະນະທຳ, ພະນັກງານວິທະຍາສາດ, ຜູ້ຊ່ຽວຊານຊັ້ນນຳ, ພະນັກງານຂັ້ນຮາກຖານ”(4). ທີສອງ: “ຍົກສູງຄວາມສາມາດນຳພາດ້ານວັດທະນະທຳ ແລະ ສິລະປະ ຂອງຜູ້ບໍລິຫານທຸກຂັ້ນ ໃຫ້ເໝາະສົມກັບຄວາມຕ້ອງການສະເພາະ ແລະ ການພັດທະນາຂອງວັດທະນະທຳ ແລະ ສິລະປະ”(5). ທີສາມ, “ພັດທະນາຖັນແຖວພະນັກງານນຳພາ, ຊີ້ນຳ, ຄຸ້ມຄອງ, ທີ່ປຶກສາໃນຂົງເຂດວັດທະນະທຳ ແລະ ສິລະປະ, ໂດຍສະເພາະແມ່ນ ພະນັກງານຫຼັກແຫຼ່ງທີ່ມີຄວາມຮູ້ວັດທະນະທຳຢ່າງແທ້ຈິງ, ມີຄຸນນະພາບ, ກ້າຫານ, ມີຄວາມສາມາດດ້ານວິຊາຊີບ, ຕອບສະໜອງໄດ້ກັບຄວາມຕ້ອງການແລະວຽກງານ”(6).
ສຳລັບປະຊາຊົນເຊິ່ງເປັນເຈົ້າຂອງວັດທະນະທຳທີ່ແທ້ຈິງ, ພັກກຳນົດວ່າ: “ສ້າງເງື່ອນໄຂໃຫ້ປະຊາຊົນຍົກສູງລະດັບສຸນທະລີຍະ ແລະ ການຊົມໃຊ້ສິລະປະ, ກາຍເປັນຜູ້ສ້າງວັດທະນະທຳ, ພ້ອມທັງຊົມໃຊ້ຜົນງານດ້ານວັດທະນະທຳນັບມື້ນັບຫຼາຍຂຶ້ນ”(7). ຈາກນັ້ນ, ພັກຊີ້ນຳການກວດຄືນ, ປັບປຸງ ແລະ ບູລະນະລະບົບໂຮງຮຽນຝຶກອົບຮົມດ້ານວັດທະນະທຳແລະສິລະປະ, ປ່ຽນແປງໃໝ່ແລະປັບປຸງຫຼັກສູດການຝຶດອົບຮົມ, ເນື້ອໃນ ແລະ ວິທີການຝຶກອົບຮົມໃຫ້ທັນສະໄໝ.
ສຳລັບຊັບພະນາກອນອື່ນໃຫ້ແກ່ການພັດທະນາວັດທະນະທຳ, ພັກມີແຜນນະໂຍບາຍໃຫ້ “ລັດ ແລະ ປະຊາຊົນເຮັດວຽກງານວັດທະນະທຳຮ່ວມກັນ”, ສົ່ງເສີມບັນດາຮູບການອຸປະຖຳວັດທະນະທຳ, ຍູ້ແຮງການຫັນເປັນສັງຄົມເພື່ອລະດົມເງິນລົງທຶນ, ສະໜັບສະໜູນ ແລະ ແຫຼ່ງເງິນບໍລິຈາກ ເພື່ອພັດທະນາວັດທະນະທຳແລະການພັດທະນາຄົນ. ກ່ອນອື່ນໝົດ, ພັກໄດ້ກຳນົດວ່າ ຈະເພີ່ມລະດັບການລົງທຶນດ້ານວັດທະນະທຳຈາກລາຍຈ່າຍປະຈຳ ແລະ ລາຍຈ່າຍເພື່ອການພັດທະນາໃນງົບປະມານຂອງລັດ. “ລະດັບການລົງທຶນຂອງລັດໃນດ້ານວັດທະນະທຳຕ້ອງສອດຄ່ອງກັບລະດັບການເຕີບໂຕເສດຖະກິດ”(8). ບັນດາທ້ອງຖິ່ນໄດ້ຮັບການສະໜັບສະໜູນໃຫ້ເພີ່ມຊັບພະຍາກອນການລົງທຶນດ້ານວັດທະນະທຳ. ທຸກໆການລົງທຶນຈາກລັດຕ້ອງໄດ້ເປີດເຜີຍ, ໂປ່ງໃສ, ມີປະສິດທິຜົນ ແລະ ມີຈຸດສຸມໃຈກາງ, ບຸລິມະສິດໃຫ້ແກ່ເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ, ເຂດຊົນເຜົ່າສ່ວນນ້ອຍ ແລະ ຮູບແບບສິລະປະແບບດັ້ງເດີມຈຳເປັນຕ້ອງໄດ້ຮັບການອະນຸລັກແລະສົ່ງເສີມ. ຄຽງຄູ່ກັນນັ້ນ, ພັກມີແຜນນະໂຍບາຍລະດົມຊັບພະຍາກອນນອກງົບປະມານຂອງລັດ ເພື່ອພັດທະນາວັດທະນະທຳຢ່າງແຂງຂັນ.
ນະໂຍບາຍ ແລະ ກົດໝາຍຂອງລັດກ່ຽວກັບການພັດທະນາວັດທະນະທຳ
ການຫັນທັດສະນະແລະແນວທາງຂອງພັກກອມມູນິດຫວຽດນາມກ່ຽວກັບການພັດທະນາວັດທະນະທຳເປັນນິຕິກຳ, ລະບົບກົນໄກ, ນະໂຍບາຍ ແລະ ກົດໝາຍຂອງລັດກ່ຽວກັບການພັດທະນາວັດທະນະທຳ ໄດ້ຮັບການປະກາດໃຊ້ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ຄວາມຕ້ອງການຂອງພາກປະຕິບັດໃນການພັດທະນາປະເທດແບບຍືນຍົງ.
ກ່ອນອື່ນໝົດ, ນະໂຍບາຍມະຫາພາກຂອງລັດກ່ຽວກັບການພັດທະນາວັດທະນະທຳທີ່ສະແດງອອກໃນມາດຕາ 60, ລັດຖະທຳມະນຸນປີ 2013 ລະບຸວ່າ: 1- ລັດແລະສັງຄົມເອົາໃຈໃສ່ກໍ່ສ້າງ ແລະ ພັດທະນາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ດູດຊຶມເອົາແກ່ນແທ້ທາງວັດທະນະທຳຂອງມະນຸດຊາດ; 2- ລັດແລະສັງຄົມພັດທະນາວັນນະຄະດີແລະສິລະປະ ເພື່ອຕອບສະໜອງຄວາມຕ້ອງການດ້ານຈິດໃຈທີ່ຫຼາກຫຼາຍແລະສົດໃສຂອງປະຊາຊົນ; ພັດທະນາສື່ມວນຊົນເພື່ອຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງປະຊາຊົນ, ຮັບໃຊ້ພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ; 3- ລັດແລະສັງຄົມສ້າງສະພາບແວດລ້ອມສຳລັບການສ້າງຄອບຄົວຫວຽດນາມທີ່ອີ່ມໜຳສຳລານ, ກ້າວໜ້າ ແລະ ມີຄວາມສຸກ; ສ້າງຄົນຫວຽດນາມໃຫ້ມີສຸຂະພາບແຂງແຮງ, ມີວັດທະນະທຳ, ມີຄວາມຮັກຊາດ, ນ້ຳໃຈສາມັກຄີ, ມີຄວາມຮູ້ສຶກເປັນເຈົ້າຂອງ ແລະ ຄວາມຮັບຜິດຊອບພົນລະເມືອງ.
ເພື່ອກໍ່ສ້າງແລະພັດທະນາວັດທະນທຳຫວຽດນາມທີ່ກ້າວໜ້າແລະເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ ແລະ ຍົກສູງຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ, ສະພາແຫ່ງຊາດທີ່ໄດ້ປະກາດໃຊ້ບັນດາກົດໝາຍເຊັ່ນ: ກົດໝາຍຊັບສິນທາງປັນຍາ; ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ; ກົດໝາຍວ່າດ້ວຍຄວາມເຊື່ອແລະສາສະໜາ; ກົດໝາຍວ່າດ້ວຍການພິມຈຳໜ່າຍ; ກົດໝາຍວ່າດ້ວຍໜັງສືພິມ; ກົດໝາຍວ່າດ້ວຍຮູບເງົາ; ກົດໝາຍວ່າດ້ວຍການໂຄສະນາ; ກົດໝາຍການທ່ອງທ່ຽວ; ກົດໝາຍວ່າດ້ວຍກາຝຶກຮ່າງກາຍແລະກິລາ; ກົດໝາຍວ່າດ້ວຍຫໍສະໝຸດ; ກົດໝາຍວ່າດ້ວຍການສຶກສາ; ກົດໝາຍວ່າດ້ວຍວິທະຍາສາດແລະເຕັກໂນໂລຊີ ແລະອື່ນໆ; ນາຍົກລັດຖະມົນຕີອະນຸມັດໂຄງການຈຸດໝາຍພັດທະນາວັດທະນະທຳ; ໂຄງງານເປົ້າໝາຍລະດັບຊາດຫຼາຍໂຄງການ ແລະ ຍຸດທະສາດພັດທະນາວັດທະນະທຳໃນແຕ່ລະຂົງເຂດຂອງວັດທະນະທຳ ໄດ້ຮັບການຮັບຮອງ ເຊັ່ນ: ໂຄງງານເປົ້າໝາຍໃນການອະນຸລັກ ແລະ ປະດັບປະດາອະນຸສອນສະຖານແລະທັດສະນິຍະພາບ, ໂຄງງານເປົ້າໝາຍໃນການສ້າງຊີວິດວັດທະນະທຳຢູ່ຮາກຖານ, ແລະອື່ນໆ. ລະບົບກົດໝາຍ ແລະ ນະໂຍບາຍເຫຼົ່ານີ້ລ້ວນແຕ່ແນໃສ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນທຳອັນເປັນມູນເຊື້ອຂອງຊາດ, ສືບທອດສິ່ງຍອດຢ້ຽມດ້ານວັດທະນະທຳຂອງມະນຸດ ເພື່ອພັດທະນາພື້ນຖານວັດທະນະທຳຫວຽດນາມ ທີ່ເປັນເອກະພາບໃນຄວາມຫຼາກຫຼາຍ ດ້ວຍບັນດາຈຸດເອກະລັກພິເສດຂອງຊາດ, ມະນຸດອາລະຍະທຳ, ປະຊາທິປະໄຕ ແລະ ວິທະຍາສາດ. ພ້ອມກັນນັ້ນ, ມຸ່ງສູ່ການພັດທະນາບຸກຄະລິກກະພາບຂອງມະນຸດໃຫ້ສົມບູນແບບ ສ້າງຄົມ ພັດທະນາວັດທະນະທຳ ເພື່ອປະໂຫຍດໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂງ ແລະ ມີຄວາມສຸກ.
ໂດຍຮັບຮູ້ເຖິງຄວາມສຳຄັນຂອງມໍລະດົກວັດທະນະທຳຂອງຊາດໃນການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ດັ່ງນັ້ນ, ນະໂຍບາຍຂອງລັດກ່ຽວກັບມໍລະດົກວັດທະນະທຳຈຶ່ງນັບມື້ນັບໄດ້ຮັບການປັບປຸງ, ປະກອບສ່ວນໃນການກຳນົດ ແລະ ເຜີຍແຜ່ຄຸນຄ່າມໍລະດົກວັດທະນະທຳຂອງຊາດ. ປີ 2001, ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ ປະກອບດ້ວຍ 4 ໝວດ, 74 ມາດຕາ ໂດຍກຳນົດສິດທິ ແລະ ພັນທະຂອງອົງການແລະບຸກຄົນທີ່ມີຕໍ່ມໍລະດົກວັດທະນະທຳ. ປີ 2009, ສະພາແຫ່ງຊາດໄດ້ປະກາດໃຊ້ ກົດໝາຍແກ້ໄຂແລະເພີ່ມເຕີມມາດຕາຈຳນວນໜຶ່ງ ໃນກົດໝາຍວ່າດ້ວຍມໍລະດົກວັດທະນະທຳ ໂດຍແກ້ໄຂ 20 ມາດຕາ; ພ້ອມກັນນັ້ນ, ລັດຖະບານໄດ້ປະກາດໃຊ້ລັດຖະດຳລັດຫຼາຍສະບັບ ກ່ຽວກັບການຄຸ້ມຄອງ ແລະ ປົກຮັກຮັກສາມໍລະດົກວັດທະນະທຳຂອງຊາດ. ມີໂຄງງານ, ແຜນງານ ແລະ ຍຸດທະສາດຈຳນວນຫຼາຍ ໄດ້ຮັບການຜັນຂະຫຍາຍເຊັ່ນ: ໂຄງງານອະນຸລັກແລະພັດທະນາວັດທະນະທຳຂອງຊົນເຜົ່າສ່ວນນ້ອຍຫວຽດນາມເຖິງປີ 2020; ໂຄງງານກ່ຽວກັບການໄລ່ລຽງ, ການລວບລວມ, ການອະນຸລັກ, ການຈັດສະແດງ ແລະ ການເຜີຍແຜ່ມໍລະດົກວັດທະນະທຳແບບດັ້ງເດີມຂອງຊົນເຜົ່າສ່ວນນ້ອຍຫວຽດນາມ ໄລຍະ 2017-2020; ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບວັດທະນະທຳໄລຍະ 2012-2015; ໂຄງການເປົ້າໝາຍພັດທະນາວັດທະນະທຳໄລຍະ 2016-2020, ຍຸດທະສາດພັດທະນາວັດທະນະທຳເຖິງປີ 2020, ຍຸດທະສາດພັດທະນາວັດທະນະທຳເຖິງປີ 2030. ໜ້າທີ່ ແລະ ວິທີການແກ້ໄຂໃນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງຊາດ ໄດ້ເນັ້ນໜັກວ່າ: ສຳເລັດການສ້າງແຜນຜັງ ແລະ ການວາງແຜນເພື່ອປົກປັກຮັກສາ, ສ້ອມແປງ ແລະ ປະຕິສັງຂອນບູຮານສະຖານ. ສຸມໃສ່ລົງທຶນໃນການອະນຸລັກ, ປັບປຸງ ແລະ ບູລະນະບູຮານວັດຖຸພິເສດຂອງຊາດ, ແຫຼ່ງມໍລະດົກໂລກ, ບູຮານວັດຖຸທາງປະຫວັດສາດ ແລະວັດທະນະທຳທີ່ມີຄຸນຄ່າໂດຍທົ່ວໄປ, ຮັບໃຊ້ການສຶກສາແບບດັ້ງເດີມ ແລະ ການພັດທະນາເສດຖະກິດ; ເຊື່ອມໂຍງການອຸນະລັກແລະເສີມຂະຫຍາຍມໍລະດົກວັດທະນະທຳ ກັບການພັດທະນາການທ່ອງທ່ຽວ. ປັບປຸງຄຸນນະພາບການລວບລວມ, ການຄົ້ນຄວ້າ, ການຈັດລຽງລາຍການ ແລະ ການແບ່ງປະເພດມໍລະດົກທາງວັດທະນະທຳທີ່ບໍ່ມີຕົນຕົວ ແລະ ມໍລະດົກເອກະສານ. ຟື້ນຟູ ແລະ ອະນຸລັກມໍລະດົກວັດທະນະທຳແລະສິລະປະກຳດັ້ງເດີມທີ່ບໍ່ມີຕົວຕົນຫຼາຍປະເພດທີ່ສ່ຽງຕໍ່ການສູນຫາຍໄປ ໂດຍໃຫ້ຄວາມສຳຄັນກັບມໍລະດົກວັດທະນະທຳຂອງຊົນເຜົ່າທີ່ມີປະຊາກອນໜ້ອຍກວ່າ 10.000 ຄົນ. ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ ເຊິ່ງຂຶ້ນທະບຽນໂດຍ ຢູເນສໂກ, ປະກອບສ່ວນໂຄສະນາພາບລັກສະນະຂອງປະເທດແລະປະຊາຊົນຫວຽດນາມ. ເຖິງທ້າຍປີ 2020, ຫວຽດນາມມີມໍລະດົກວັດທະນະທຳ 28 ລາຍການ ທີ່ຂຶ້ນທະບຽນໂດຍ ຢູເນສໂກ, ໃນນັ້ນມີ ມໍລະດົກວັດທະນະທຳແລະທຳມະຊາດ 8 ລາຍການ, ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນຂອງມະນຸດ ແລະ ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນທີ່ຕ້ອງການຄຸ້ມຄອງຢ່າງຮີບດ່ວນ 13 ລາຍການ, ມໍລະດົກເອກະສານ 7 ລາຍການ; ອະນຸສາວະລີລະດັບຊາດ 3.560 ແຫ່ງ (ອະນຸສອນສະຖານພິເສດລະດັບຊາດ 119 ແຫ່ງ); 215 ສົມບັດແຫ່ງຊາດ; ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ 364 ລາຍການ ທີ່ຖືກລວມເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຕົວຕົນແຫ່ງຊາດ(9). “ປະຈຸບັນ, ປະເທດຂອງເຮົາມີຫໍພິພິທະພັນ 166 ແຫ່ງ, ໃນນັ້ນ ຫໍພິພິທະພັນແຫ່ງຊາດ 4 ແຫ່ງ ທີ່ມີບູຮານວັດຖຸຫຼາຍກວ່າ 3 ລ້ານອັນ”(10). ນີ້ແມ່ນຊັບພະຍາກອນອັນລ້ຳຄ່າ, ເປັນຊັບພະຍາກອນທີ່ສຳຄັນສຳລັບການພັດທະນາເສດຖະກິດແລະສັງຄົມ ແລະ ເພີ່ມພະລັງອ່ອນຂອງຫວຽດນາມໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ ແລະ ການພັດທະນາ.
ໃນກະແສການພັດທະນາໃນປະຈຸບັນ, ການເສີມຂະຫຍາຍຂໍ້ໄດ້ປຽບກ່ຽວກັບພະລັງອ່ອນຂອງວັດທະນະທຳ ແມ່ນຍຸດທະສາດທີ່ສຳຄັນ ຂອງຫຼາຍປະເທດ ໃນການພັດທະນາແບບຍືນຍົງ ແລະ ຍົກສູງທີ່ຕັ້ງແລະພາລະບົດບາດຂອງປະເທດ ໃນເວທີສາກົນ. ການປ່ຽນແປງຢ່າງຕັ້ງໜ້າໃນສະຖາບັນແລະນະໂຍບາຍດ້ານວັດທະນະທຳຂອງລັດຫວຽດນາມ ໄດ້ຊຸກຍູ້ໃຫ້ຕະຫຼາດອຸດສາຫະກຳວັດທະນະທຳຫວຽດນາມປ່ຽນແປງ ໂດຍສົ່ງເສີມອົງປະກອບຂອງພະລັງອ່ອນທາງວັດທະນະທຳຢ່າງມີປະສິດທິພາບ ຜ່ານການເຄື່ອນໄຫວຂອງຂະແໜງການວັດທະນະທຳເຊັ່ນ ຂະແໜງການຮູບເງົາ, ສິລະປະການສະແດງ, ຂະແໜງການທ່ອງທ່ຽວວັດທະນະທຳ,... ແລະ ປະກອບສ່ວນເຂົ້າໃນການເຕີບໂຕ ຈີດີພີ ຂອງທົ່ວປະເທດ.
ເພື່ອບັນລຸເປົ້າໝາຍສ້າງປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ, ຈຳເປັນຕ້ອງເສີມຂະຫຍາຍບົດບາດຂອງຄອບຄົວຢ່າງແຂງແຮງ ໃນການສ້າງວັດທະນະທຳ ແລະ ພັດທະນາມະນຸດຢ່າງຮອບດ້ານ, ສ້າງກຳລັງແຮງຊຸກຍູ້ການພັດທະນາປະເທດ. ການສ້າງຄອບຄົວທີ່ມີຄວາມສຸກແມ່ນພື້ນຖານຂອງການສ້າງສັງຄົມທີ່ມີຄວາມສຸກ ເຊິ່ງເປັນເລື່ອງສຳຄັນຢ່າງຍິ່ງສຳລັບປະເທດຊາດ. ວຽກງານການສ້າງຄອບຄົວເປັນທັງເປົ້າໝາຍ ແລະ ພະລັງຂັບເຄື່ອນການພັດທະນາປະເທດຢ່າງຍືນຍົງ. ເປົ້າໝາຍຂອງການສ້າງແລະພັດທະນາຄອບຄົວຫວຽດນາມເຖິງປີ 2020 ແລະ ວິໄສທັດເຖິງປີ 2030 ໄດ້ຖືກກຳນົດໄວ້ຢ່າງຈະແຈ້ງໃນຂໍ້ຕົກລົງເລກທີ 629/QĐ-TTg, ລົງວັນທີ 29 ພຶດສະພາ 2012, ຂອງນາຍົກລັດຖະມົນຕີ “ກ່ຽວກັບຍຸດທະສາດການພັດທະນາຄອບຄົວຫວຽດນາມ ເຖິງປີ 2020, ວິໄສທັດເຖິງ 2030”. ຍຸດທະສາດເນັ້ນໜັກເປົ້າໝາຍຍົກສູງຄວາມຮັບຮູ້ກ່ຽວກັບພາລະບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບຂອງຄອບຄົວ ແລະ ຊຸມຊົນ ໃນການປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍ ແລະ ກົດໝາຍວ່າດ້ວຍການແຕ່ງງານ ແລະ ຄອບຄົວ, ຄວາມສະເໝີພາບທາງເພດ, ການປ້ອງກັນແລະຄວບຄຸມຄວາມຮຸນແຮງໃນຄອບຄົວ, ປ້ອງກັນບໍ່ໃຫ້ສິ່ງຊົ່ວຮ້າຍທາງສັງຄົມເຂົ້າມາໃນຄອບຄົວ; ສືບທອດແລະເສີມຂະຫຍາຍບັນດາຄຸນຄ່າດັ້ງເດີມທີ່ດີງາມຂອງຄອບຄົວຫວຽດນາມ; ເລືອກດູດຊຶມເອົາຄຸນຄ່າທີ່ກ້າວໜ້າຂອງຄອບຄົວໃນສັງຄົມທີ່ພັດທະນາ; ປະຕິບັດສິດທິແລະຄວາມຮັບຜິດຊອບຂອງສະມາຊິກຄອບຄົວຢ່າງເຕັມສ່ວນ, ໂດຍສະເພາະຕໍ່ເດັກນ້ອຍ, ຜູ້ສູງອາຍຸ, ແມ່ຍິງຖືພາແລະລ້ຽງລູກນ້ອຍ; ຍົກສູງຄວາມສາມາດຂອງຄອບຄົວໃນການພັດທະນາເສດຖະກິດ, ຮັບມືກັນໄພທຳມະຊາດ ແລະ ວິກິດການເສດຖະກິດ; ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ສະຫວັດດິການ, ໂດຍສະເພາະແມ່ນ ຕໍ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ໃກ້ຈະທຸກຍາກ ຕາມລະບຽບການ.
ດັ່ງນັ້ນ, ສາມາດເຫັນໄດ້ວ່າ, ການສ້າງແລະປະກາດໃຊ້ນະໂຍບາຍ ແລະ ກົດໝາຍກ່ຽວກັບການພັດທະນາວັດທະນະທຳນັບມື້ນັບໄດ້ປັບປຸງ, ເພີ່ມເຕີມ ແລະ ຕອບສະໜອງໄດ້ດີ ຄວາມຕ້ອງການທີ່ພາກຕົວຈິງວາງອອກມາ, ປະກອບສ່ວນເຂົ້າໃນການພັດທະນາວັດທະນະທຳ ແລະ ສົ່ງເສີມບຸກຄະລິກກະພາບຂອງມະນຸດໃຫ້ສົມບູນແບບ. ຢ່າງໃດກໍຕາມ, ການສ້າງລະບອບລະບຽບວັດທະນະທຳກໍ່ຍັງຊັກຊ້າ ແລະ ມີຂໍ້ບົກພ່ອງຫຼາຍຢ່າງ. ການປະກາດໃຊ້ນະໂຍບາຍຫັນການເຄື່ອນໄຫວວັດທະນະທຳເປັນສັງຄົມຍັງຊັກຊ້າ; ໂຄງສ້າງອົງການຈັດຕັ້ງຂະແໜງການວັດທະນະທຳຍັງບໍ່ທັນໄດ້ຮັບການປັບປຸງ ເພື່ອຍົກສູງປະສິດທິຜົນການນຳພາ ແລະ ຄຸ້ມຄອງ; ລະດັບການລົງທຶນງົບປະມານສໍາລັບວັດທະນະທໍາຍັງຕໍ່າ. ເອກະສານກົດໝາຍກ່ຽວກັບວັດທະນະທຳກໍ່ຍັງບໍ່ທັນຄົບຊຸດ; ການຫັນແຜນນະໂຍບາຍ, ແນວທາງຂອງພັກເປັນນິຕິກຳຍັງຊັກຊ້າ, ການຈັດຕັ້ງປະຕິບັດກໍ່ຍັງອ່ອນ ດັ່ງນັ້ນຈຶ່ງຍັງບໍ່ທັນເຂົ້າສູ່ຊີວິດຢ່າງແທ້ຈິງ. ນະໂຍບາຍຫຼາຍຢ່າງລ້າສະໄໝ, ແຕ່ແກ້ໄຂ ເພີ່ມເຕີມຊ້າ. ວັດທະນະທຳບໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເໝາະສົມ ເທົ່າກັບເສດຖະກິດ ແລະ ການເມືອງ, ຍັງບໍ່ທັນກາຍເປັນຊັບພະຍາກອນພາຍໃນ, ເປັນພະລັງຂັບເຄື່ອນການພັດທະນາປະເທດແບບຍືນຍົງຢ່າງແທ້ຈິງ. ວຽກງານນຳພາຊີ້ນຳ ແລະ ຄຸ້ມຄອງວັດທະນະທຳ ຍັງມີຄວາມສັບສົນ ແລະ ຊັກຊ້າ. ການລົງທຶນໃຫ້ແກ່ວັດທະນະທຳຍັງບໍ່ທັນຖືກຕ້ອງ, ຍັງກະແຈກກະຈາຍ, ປະສິດທິຜົນບໍ່ສູງ; ຜົນປະໂຫຍດຂອງປະຊາຊົນຈາກຜົນສໍາເລັດໃນການພັດທະນາປະເທດບໍ່ກົມກຽວກັນ… ຄວາມເປັນຈິງນີ້ກຳລັງກໍ່ໃຫ້ເກີດຄວາມຕ້ອງການ ເຊິ່ງຈຳເປັນຕ້ອງສືບຕໍ່ສ້າງແລະປັບປຸງສະຖາບັນ, ນະໂຍບາຍ ແລະ ຊັບພະຍາກອນ ເພື່ອການພັດທະນາວັດທະນະທຳ.
ໜ້າທີ່ບາງຢ່າງເພື່ອສ້າງແລະປັບປຸງສະຖາບັນ, ນະໂຍບາຍ ແລະ ຊັບພະຍາກອນ
ສຳລັບການພັດທະນາວັດທະນະທຳ ຢູ່ຫວຽດນາມໃນປະຈຸບັນ
ການກໍ່ສ້າງແລະປັບປຸງສະຖາບັນ ລະບອບລະບຽບໃຫ້ສົມບູນ ເພື່ອພັດທະນາວັດທະນະທຳ
ການກໍ່ສ້າງແລະປັບປຸງສະຖາບັນ ລະບອບລະບຽບການພັດທະນາວັດທະນະທຳທີ່ສົມບູນແບບ, ຄົບຊຸດ ແລະ ເປັນລະບົບ, ເໝາະສົມກັບຄວາມຕ້ອງການຂອງການພັດທະນາວັດທະນະທຳ ໃນໄລຍະເລັ່ງລັດການຫັນເປັນອຸດສາຫະກຳແລະທັນສະໄໝແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້ານັ້ນ ແມ່ນວຽກງານທີ່ມີຄວາມໝາຍສຳຄັນ, ໂດຍສະເພາະແມ່ນ ການເສີມຂະຫຍາຍທ່າແຮງຂອງແຕ່ລະບຸກຄົນ ແລະ ທົ່ວສັງຄົມ ໃນພາລະກິດການກໍ່ສ້າງແລະການພັດທະນາວັດທະນະທໍາ.
ການກໍ່ສ້າງແລະປັບປຸງສະຖາບັນທາງວັດທະນະທຳໃຫ້ສົມບູບແບບ ເພື່ອຮັບປະກັນການເພີ່ມທະວີບົດບາດນຳພາຂອງພັກ, ການຄຸ້ມຄອງທີ່ມີປະສິດທິຜົນຂອງລັດ, ບົດບາດເປັນເຈົ້າຂອງຂອງປະຊາຊົນ ແລະ ຖັນແຖວຜູ້ປະດິດສ້າງ, ນັກທຸລະກິດ, ວິສາຫະກິດ - ບັນດາຜູ້ທີ່ເຂົ້າຮ່ວມກິດຈະກຳວັດທະນະທຳ ແລະ ຂະບວນການຜະລິດແລະສະໜອງຜະລິດຕະພັນວັດທະນະທຳ. ກວດຄືນແລະຈັດວາງສັບຊ້ອນບັນດາອົງການທີ່ບໍ່ແມ່ນທຸລະກິດ ແລະ ໜ່ວຍງານໃນຂົງເຂດວັດທະນະທໍາ ຕາມທິດທາງຂອງໜ່ວຍບໍລິການສາທາລະນະ, ປະຕິບັດສິດເປັນເຈົ້າຕົນເອງແລະຮັບຜິດຊອບດ້ວຍຕົນເອງ. ຮັບປະກັນລະບົບການຈັດຕັ້ງທີ່ກະທັດລັດ, ປະຕິບັດງານຢ່າງມີປະສິດທິຜົນ; ມີການຄຸ້ມຄອງຢ່າງແໜ້ນແຟ້ນຂອງລັດ ແນໃສ່ຮັບປະກັນທິດທາງສັງຄົມນິຍົມໃນການພັດທະນາວັດທະນະທຳ, ກໍ່ສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນມີສິດຊົມໃຊ້ ແລະ ເຂົ້າຮ່ວມກິດຈະກຳວັດທະນະທຳ ແລະ ສ້າງສັນວັດທະນະທຳ; ປ້ອງກັນບໍ່ໃຫ້ຜະລິດຕະພັນວັດທະນະທຳທີ່ເປັນອັນຕະລາຍ ແລະ ຄວາມຊົ່ວຮ້າຍທາງສັງຄົມ ຊຶມເຂົ້າສູ່ຊີວິດສັງຄົມໃນທັນທີ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກຳນົດໜ້າທີ່ຈຳນວນໜຶ່ງຄື: “ເພີ່ມທະວີການລົງທຶນ, ຂຸດຄົ້ນ ແລະ ເສີມຂະຫຍາຍສຸດຂີດແຫຼ່ງຊັບພະຍາກອນທາງວັດທະນະທຳ ຄວບຄູ່ໄປກັບການປ່ຽນແປງໃໝ່ເນື້ອໃນ, ວິທີການຄຸ້ມຄອງ ແລະ ຈັດການແກ້ໄຂສະພາບການລົງທຶນທີ່ກະຈັດກະຈາຍ ແລະ ບໍ່ມີປະສິດຕິຜົນ; ເພີ່ມທະວີການກວດກາ, ຕິດຕາມກວດກາ, ຮັບປະກັນປະສິດທິຜົນການລົງທຶນໃນຂົງເຂດວັດທະນະທຳ. ປ່ຽນແປງໃໝ່ ແລະ ປັບປຸງສະຖາບັນທາງວັດທະນະທຳໃຫ້ສົມບູນແບບ ແຕ່ສູນກາງຈົນຮອດຮາກຖານ, ຮັບປະກັນປະສິດທິຜົນ”(11). ເພື່ອກໍ່ສ້າງແລະປັບປຸງສະຖາບັນທາງວັດທະນະທຳໃຫ້ສົມບູນແບບ, ກ່ອນອື່ນໝົດ, ຕ້ອງປ່ຽນແປງໃໝ່ ແລະ ຍົກສູງຄວາມສາມາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ສຳລັບວັດທະນະທຳ. ໃຫ້ຄວາມສຳຄັນກັບການປ່ຽນແປງໃໝ່ຈິນຕະນາການກ່ຽວກັບທິດສະດີ ເຊິ່ງຕິດພັນກັບການສະຫຼຸບພຶກຕິກຳຕົວຈິງທາງວັດທະນະທຳ; ຮັບປະກັນທິດທາງການເມືອງ ຄວບຄູ່ໄປກັບການໝູນໃຊ້ຄຸນລັກສະນະຂອງວຽກງານວັດທະນະທຳ ໃນການຄຸ້ມຄອງວັດທະນະທຳມະຫາພາກ ແລະ ຈຸນລະພາກ; ເປັນເຈົ້າການໃນການວາງແຜນກຳນົດ ແລະ ແຜນການກ່ຽວກັບການພັດທະນາວັດທະນະທຳ ຕັ້ງແຕ່ສູນກາງຈົນຮອດທ້ອງຖິ່ນ. ມີແຜນການແລະມາດຕະການສົ່ງເສີມການກໍ່ສ້າງແລະປັບປຸງສະຖາບັນທາງວັດທະນະທຳໃຫ້ສົມບູນ ເໝາະສົມກັບເສດຖະກິດທີ່ດຳເນີນງານພາຍໃຕ້ກົນໄກຕະຫຼາດ ແລະ ການເຊື່ອມໂຍງສາກົນທາງດ້ານວັດທະນະທຳ. ເປັນເຈົ້າການໃນການສະຫຼຸບການຜັນຂະຫຍາຍກົດໝາຍຕ່າງໆ ທີ່ສະພາແຫ່ງຊາດປະກາດໃຊ້ ໃນຂົງເຂດວັດທະນະທຳ (ກົດໝາຍວ່າດ້ວຍການພິມຈຳໜ່າຍ, ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍຫໍສະໝຸດ), ສະເໜີສະພາແຫ່ງຊາດພິຈາລະນາແກ້ໄຂ ເພີ່ມເຕີມໃຫ້ເໝາະສົມກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການໃໝ່; ເໝາະສົມກັບບັນດາສົນທິສັນຍາແລະກົດໝາຍສາກົນວ່າດ້ວຍວັດທະນະທຳ; ດຳເນີນການສະຫຼຸບເບື້ອງຕົ້ນກ່ຽວກັບການຈັດຕັ້ງອົງການ ແລະ ການປັບປຸງກົງຈັກໃຫ້ກະທັດຮັດ, ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ, ຄຸ້ມຄອງວັດທະນະທຳ ເພື່ອມີການດັດປັບໃຫ້ເໝາະສົມ ແລະ ທັນເວລາ, ຫຼີກລ້ຽງການຈັດວາງ ສັບຊ້ອນພະນັກງານທີ່ບໍ່ສອດຄ່ອງກັບຄວາມຊຳນານ, ບໍ່ສ້າງເງື່ອນໄຂໃຫ້ພະນັກງານເສີມຂະຫຍາຍຄວາມຖະໜັກ ຄວາມສາມາດຂອງຕົນ.
ການສ້າງແລະປັບປຸງນະໂຍບາຍໃຫ້ສົມບູນ ເພື່ອການພັດທະນາວັດທະນະທຳ
ຄົ້ນຄວ້າປ່ຽນແປງໃໝ່ຈິນຕະນາການກ່ຽວກັບການຄຸ້ມຄອງຂອງລັດໃນການກຳນົດແລະປະກາດໃຊ້ນະໂຍບາຍ, ແກ້ໄຂແນວຄິດ “ອຸດໜູນເກື້ອກູນ”, ວິທີການຄຸ້ມຄອງໜັກໄປທາງຄຳສັ່ງບໍລິຫານ, ບັງຄັບຈາກເທິງລົງລຸ່ມ. ລັດເອົາໃຈໃສ່ເຖິງການຄຸ້ມຄອງໃນລະດັບມະຫາພາກ ແລະ ລະດັບກາງ, ຄຸ້ມຄອງຕາມກົດໝາຍບົນພື້ນຖານຍຸດທະສາດ, ແຜນແມ່ບົດ ແລະ ແຜນການ, ບໍ່ຮ່ວມໃນວຽກງານຈຸນລະພາກ ຫຼືເຮັດແທນວຽກງານຂອງຊຸມຊົນ.
ການສ້າງແລະປັບປຸງນະໂຍບາຍວັດທະນະທຳໃຫ້ສົມບູນ ຕ້ອງມຸ່ງໄປເຖິງ 2 ຈຸດປະສົງພື້ນຖານຄື: ທີ່ໜຶ່ງ, ເພີ່ມທະວີບົດບາດຂອງລັດຕໍ່ການພັດທະນາວັດທະນະທຳ; ທີສອງ, ເສີມຂະຫຍາຍບົດບາດຂອງປະຊາຊົນໃນທຸກຂະບວນການສ້າງສັນ, ເຜີຍແຜ່ ແລະ ຊົມໃຊ້ວັດທະນະທຳ. ເມື່ອສ້າງນະໂຍບາຍ, ຄຽງຄູ່ກັນກັບປະຊາຄົມວາງແຜນແລະຄຸ້ມຄອງນະໂຍບາຍ ແລະ ປະຊາຊົນ - ຜູ້ໄດ້ຮັບປະໂຫຍດຈາກນະໂຍບາຍແລ້ວ, ຍັງຕ້ອງເອົາໃຈໃສ່ເຖິງປະຊາຄົມທີ່ເຄື່ອນໄຫວວັດທະນະທຳອີກດ້ວຍ.
ເພື່ອປະຕິບັດແນວທາງຂອງພັກກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ “ຍຸດທະສາດພັດທະນາວັດທະນະທຳເຖິງປີ 2020” ແລະ “ຍຸດທະສາດພັດທະນາວັດທະນະທຳເຖິງປີ 2030”. ແຕ່ຍ້ອນລະບົບນະໂຍບາຍທີ່ກ່ຽວຂ້ອງເຊັ່ນ ນະໂຍບບາຍກ່ຽວກັບສັງຄົມ, ນະໂຍບາຍການລົງທຶນ ການກໍ່ສ້າງ, ນະໂຍບາຍການສຶກສາແລະການຝຶກອົບຮົມ, ນະໂຍບາຍການຈ້າງງານແລະວຽກເຮັດງານທຳ, ນະໂຍບາຍສຳລັບນັກວິທະຍາສາດ, ນະໂຍບາຍການຝຶກອົບຮົມແລະການໃຊ້ຜູ້ທີ່ເກັ່ງກ້າສາມາດ, ນະໂຍບາຍເງິນເດືອນ, ເງິນລາງວັນ ແລະອື່ນໆ ສຳລັບຂົງເຂດວັດທະນະທຳນັ້ນ ຍັງບໍ່ທັນຄົບຊຸດ, ດັ່ງນັ້ນ ປະສິດທິຜົນຈຶ່ງບໍ່ໄດ້ຕາມຄວາມຄາດຫວັງ. ການປ່ຽນແປງໃໝ່ແລະປັບປຸງລະບົບນະໂຍບາຍໃຫ້ສົມບູນແບບສຳລັບການພັດທະນາວັດທະນະທຳ ແມ່ນຄວາມຕ້ອງການທີ່ຮີບດ່ວນທີ່ສຸດໃນປະຈຸບັນ ເພື່ອໃຫ້ວັດທະນະທຳກາຍເປັນໜຶ່ງໃນສີ່ເສົາຄ້ຳທີ່ສຳຄັນສຳລັບການພັດທະນາ, ແມ່ນພື້ນຖານ ແລະ ພະລັງຂັບເຄື່ອນການພັດທະນາປະເທດຢ່າງໄວວາ ແລະ ຍືນຍົງ.
ການເສີມສ້າງແຫຼ່ງພະລັງເພື່ອການພັດທະນາວັດທະນະທຳ
ເພື່ອປະຕິບັດໜ້າທີ່ນີ້, ຄຽງຄູ່ກັບການສ້າງຍຸດທະສາດການພັດທະນາພະນັກງານດ້ານວັດທະນະທໍາ, ຍຸດທະສາດການພັດທະນາທີມງານສ້າງສັນວັດທະນະທໍາແລະສິລະປະ, ຈຳເປັນຕ້ອງຈັດຕັ້ງການຝຶກອົບຮົມ ແລະ ອັບເດດເປັນປະຈຳໃຫ້ພະນັກງານວັດທະນະທຳ; ຊຸກຍູ້ການຮໍ່າຮຽນ ແລະ ບຳລຸງສ້າງທຸກຂັ້ນ, ຈາກສູນກາງເຖິງຂັ້ນຮາກຖານທົ່ວຂະແໜງວັດທະນະທຳ; ຮັບປະກັນຄວາມຕິດພັນລະຫວ່າງໜ້າທີ່ ການພັດທະນາເສດຖະກິດແລະສັງຄົມແມ່ນໃຈກາງ; ການກໍ່ສ້າງພັກແມ່ນຕົ້ນຕໍ່; ການພັດທະນາວັດທະນະທຳແມ່ນພື້ນຖານຈິດໃຈ; ການຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບແມ່ນສຳຄັນແລະເປັນປົກກະຕິ. ການພັດທະນາໄປພ້ອມໆກັນຂອງສີ່ເສົາຄ້ຳນີ້ເປັນເງື່ອນໄຂຕັດສິນຊີ້ຂາດໃນການພັດທະນາທີ່ຍືນຍົງຂອງປະເທດ.
ໃນຂະບວນການເປັນເຈົ້າການເຊື່ອມໂຍງຢ່າງເລິກເຊິ່ງທາງດ້ານວັດທະນະທຳ, ເພື່ອສ້າງຄຸນຄ່າຂອງວັດທະນະທຳຫວຽດນາມຮ່ວມສະໄໝ, ຈຳເປັນຕ້ອງສືບທອດ ແລະ ສົ່ງເສີມບັນດາຄຸນຄ່າທີ່ດີຂອງປະເພນີວັດທະນະທຳຂອງຊາດ ພ້ອມກັນນັ້ນກໍ່ເລືອກຮັບເອົາແກ່ນແທ້ຂອງວັດທະນະທຳຂອງໂລກ.
ຄຽງຄູ່ກັບການເພີ່ມແຫຼ່ງເງິນລົງທຶນເພື່ອພັດທະນາວັດທະນະທຳຈາກງົບປະມານແຫ່ງລັດໃຫ້ສອດຄ່ອງກັບການເຕີບໂຕຂອງເສດຖະກິດນັ້ນ, ຈຳເປັນຕ້ອງຜັນຂະຫຍາຍກົນໄກ ແລະ ນະໂຍບາຍຊຸກຍູ້ການຫັນເປັນສັງຄົມທາງວັດທະນະທຳ “ຕາມທິດທາງທີ່ຖືກຕ້ອງແລະມີປະສິດທິຜົນ” ເພື່ອລະດົມຄົນຢ່າງມີປະສິດທິພາບ ແລະ ແຫຼ່ງກຳລັງວັດຖຸຈາກທຸກສາຂາອາຊີບ, ອົງການທາງເສດຖະກິດແລະສັງຄົມ, ສາສະໜາ, ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດຕ່າງປະເທດ ເພື່ອເຂົ້າຮ່ວມການກໍ່ສ້າງ ແລະ ພັດທະນາວັດທະນະທຳ; ສ້າງເງື່ອນໄຂໃຫ້ອົງການພັດທະນາເອກະຊົນເຂົ້າຮ່ວມໃນກິດຈະກຳທາງວັດທະນະທຳ, ດຶງດູດພາກສ່ວນເສດຖະກິດຕ່າງໆໃຫ້ລົງທຶນໃນການພັດທະນາວັດທະນະທຳ, ໂດຍສະເພາະ ວິສາຫະກິດຂະໜາດໃຫຍ່. ການຊຸກຍູ້ການຫັນເປັນສັງຄົມບັນດາກິດຈະກຳວັດທະນະທຳ ທັງເພື່ອເພີ່ມທະວີແຫຼ່ງຊັບພະຍາກອນລົງທຶນຂອງສັງຄົມ, ທັງສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອດຶງດູດຄວາມສາມາດຂອງບັນດາແຫຼ່ງຊັບພະຍາກອນດ້ານປັນຍາ, ກຳລັງຄົນ, ກຳລັງວັດຖຸ, ກຳລັງເງິນໃນທົ່ວສັງຄົມ ເຂົ້າໃນການພັດທະນາວັດທະນະທຳ. ແກ້ໄຂບັນດາປະກົດການທີ່ຜິດພາກໃນການຍູ້ແຮງການຫັນເປັນສັງຄົມດ້ານວັດທະນະທຳ./.
------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6, ສພຈ ສື້ເຖິ້ດ, ຮ່າໂນ້ຍ, 1987, ໜ້າ 120.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ພາກ 1, ໜ້າ 33-34.
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6, ປຶ້ມທີ່ໄດ້ແນະນຳ. ໜ້າ 92.
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 132.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6, ປຶ້ມທີ່ໄດ້ແນະນຳ. ໜ້າ 130.
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ. ພາກ 1, ໜ້າ 146-147.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 9, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2001, ໜ້າ 114.
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ປຶ້ມທີ່ໄດ້ແນະນຳ. ໜ້າ 132.
(9) ບົດລາຍງານເລກທີ 883/BC-DSVH ສະບັບລົງວັນທີ 15 ທັນວາ 2020 ຂອງກົມມໍລະດົກວັດທະນທຳ.
(10) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ. ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 174-175.
(11) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ພາກ 1, ໜ້າ 146.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1008 (ເດືອນກຸມພາ 2023)