ຈາກ​ໂຄງ​ຮ່າງກ່ຽວກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໃຫ້ຄິດ​ເຖິງ
ການຍຶດ​ໝັ້ນ, ການຄິດປະດິດສ້າງ ແລະ ການ​ພັດ​ທະ​ນາ

ໂດຍ ສຈ, ປອ. ດິງ ຊວັນ ຢຸ້ງ
ສະພາກາງດ້ານທິດສິດີວິພາກວິຈານວັນນະຄະດີແລະສິລະປະ
02:28, 11-11-2023
ວກ. - “ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ” ​ແມ່ນ​ເອກະສານ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ​ແລະ ຈຸດ​ຫັນປ່ຽນ​ໃນ​ໄລຍະປີ 1943-1945 ສຳລັບ​ພາລະກິດ​ປະຕິວັດ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນຫວຽດນາມ. ນີ້​ກໍ່​ແມ່ນນິພົນທີ່​ເປີດງານ ວາງ​ຮາກ​ຖານ​ທີ່​ໝັ້ນຄົງ ​ແລະ ຖືກຕ້ອງ ສຳລັບ​ຂະ​ບວນທັງໝົດໃນການສ້າງ​ທິດ​ສະ​ດີ​ວັດທະນະທຳ​ຢູ່​ຫວຽດນາມ. ພາຍຫຼັງ 80 ປີ​ທີ່ຜ່ານມາ, ຂໍ້​ຄິດວິທະຍາຫຼາຍຂໍ້ໃນ​ໂຄງ​ຮ່າງ​ໄດ້​ຮັບ​ການ​ສືບ​ທອດ, ດັດ​ປັບ, ເພີ່ມເຕີມ, ເສີມສ້າງ ແລະ ພັດ​ທະ​ນາ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່.

1- ໃນ​ການ​ຄົ້ນ​ຄ້​ວາ​ໂຄງ​ຮ່າງກ່ຽວກັບ​ວັດ​ທະ​ນະ​ທໍາ​ຫວຽດ​ນາມ (ເຊິ່ງໄດ້ຂຽນໃນປີ 1943, ເອີ້ນວ່າໂຄງຮ່າງ) ນັກ​ວິທະຍາສາດ​ຫຼາຍ​ຄົນ​ໄດ້ເຫັນດີ​ເປັນ​ເອກະ​ພາບ​ວ່າໂຄງຮ່າງ ແມ່ນຮາກຖານທີ່ໝັ້ນຄົງ, ເປັນການບຸກເບີກ ແລະ ປູທາງໃຫ້ຂະບວນການສ້າງທິດສະດີວັດທະນະທຳຢູ່ປະເທດເຮົາ. ນັບ​ແຕ່​ປີ 1943 ມາ​ຮອດ​ປະຈຸ​ບັນ, ​ໂຄງຮ່າງ​ກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ ​​ມີ​ຄຸນຄ່າອັນໃຫຍ່ຫຼວງໃນຖານະ​ເວທີ​ທຳ​ອິດ ​ແລະ ແມ່ນຍຸດ​ທະ​ສາດ​ທຳ​ອິດ ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ປະ​ເທດ​ໃນ​ຍຸກປະຈຸບັນ, ​ເພາະ​ບັນດາ​ຂໍ້ຄິດວິທະຍາທີ່​ສຳຄັນ​ທີ່​ສຸດ​ໃນ​ໂຄງ​ຮ່າງ ດັງກ່າວ​ກາຍ​ເປັນ​ຫຼັກການ ​ແລະ ທິດທາງການ​ເມືອງແລະວັດທະນະທຳ ສຳລັບພາລະກິດການ​ສ້າງ​ວັດ​ທະ​ນະ​ທຳ​ໃໝ່. ພຶດຕິກຳຕົວຈິງແຫ່ງການພັດທະນາທິດສະດີວັດທະນະທຳຢູ່ຫວຽດນາມໃນ 80 ປີທີ່ຜ່ານມາສະແດງໃຫ້ເຫັນວ່າ ຜົນສໍາເລັດທາງທິດສະດີທີ່ໄດ້ຮັບການພິສູດແລ້ວວ່າຖືກຕ້ອງໃນທາງປະຕິບັດນັ້ນ ແມ່ນຜົນມາຈາກຂະບວນການວິພາກວິທີ ລະຫວ່າງການຍຶດໝັ້ນ ໃນຫຼັກການພື້ນຖານ ແລະ ທິດທາງຕົ້ນຕໍທີ່ມີຢູ່ໃນໂຄງຮ່າງ ແລະເສີມຂະຫຍາຍຄວາມຄິດສ້າງສັນ ຢ່າງແຂງແຮງ ເພື່ອສືບຕໍ່ພັດທະນາ, ເຮັດໃຫ້ທິດສະດີວັດທະນະທຳອຸດົມສົມບູນ ຮອບດ້ານ ແລະ ສົມບູນແບບຫຼາຍຂຶ້ນເລື້ອຍໆ. ໃນບາງໄລຍະທີ່ແນ່ນອນ, ການແຍກຄວາມຮຽກຮ້ອງຕ້ອງການທັງສອງຂ້າງເທິງ ຈະນຳໄປສູ່ສະພາວະອະນຸຮັກນິຍົມ, ກົນຈັກຕາຍຕົວ ຫຼືຫຼົງທິດ ຜິດເຂວໃນຂະບວນການພັດທະນາ. ນີ້ແມ່ນບົດຮຽນໜຶ່ງທີ່ມີຄຸນຄ່າທິດສະດີແລະພຶດຕິກຳທີ່ເລິກເຊິ່ງໃນ 80 ປີທີ່ຜ່ານມາ ແລະ ຍັງມີຄວາມໝາຍອັນໃຫຍ່ຫຼວງສຳລັບຍຸກສະໄໝໃໝ່ ເຊິ່ງແມ່ນຍຸກທີ່ມີການຜັນຜວນ ປ່ຽນແປງຢ່າງໄວວາ ສັບສົນໃນທຸກຂົງເຂດຂອງຊີວິດ ໃນປະເທດແລະສາກົນ, ໃນນັ້ນມີຂົງເຂດວັດທະນະທຳທີ່ເປັນ “ເຄື່ອງວັດຄວາມຮ້ອນ” ຂອງການປ່ຽນແປງທີ່ອຸດົມສົມບູນ ແລະ ສັບສົນນັ້ນ.

2- ອ່ານໂຄງຮ່າງ, ສາມາດເຫັນແຈ້ງວ່າ ບໍ່ແມ່ນທຸກໆບັນຫາທີ່ຫຼາກຫຼາຍ, ອຸດົມສົມບູນ ແລະ ສັບສົນຂອງຊີວິດວັດທະນະທຳຫວຽດນາມ ໃນຂະບວນການເຄື່ອນໄຫວແລະຜັນປ່ຽນຂອງມັນ (ເຖິງປີ 1943) ລ້ວນແຕ່ໄດ້ກ່າວໄວ້ໃນໂຄງຮ່າງ. ຢ່າງໃດກໍຕາມ, ເປົ້າໝາຍຕົ້ນຕໍຂອງໂຄງຮ່າງ ແມ່ນການຢືນຢັນບັນດາທັດສະນະເດີມກ່ຽວກັບການເມືອງແລະວັດທະນະທຳ, ວາງ​ຮາກ​ຖານ​ອຸດົມການຂັ້ນພື້ນຖານ ​ເພື່ອ​ກະກຽມ​ໃຫ້​ແກ່ການດຳເນີນພາລະກິດທີ່​ຫຍຸ້ງຍາກ ​ແລະ ຍາວ​ນານ​ຄື: ການດັດສ້າງວັດ​ທະ​ນະ​ທຳ​ເກົ່າ ​ແລະ ການກໍ່​ສ້າງ​ວັດ​ທະ​ນະ​ທຳ​ໃໝ່. ດັ່ງນັ້ນ, ແນວທາງແລະທັດສະນະວັດທະນະທຳ, ສິລະຫະກຳຂອງພັກກອມມູນິດຫວຽດນາມຫຼັງຈາກການຜັນຂະຫຍາຍໂຄງຮ່າງ ໄດ້ມີການພັດທະນາໃນລະດັບໃໝ່ກໍຕາມ ແຕ່ຍັງຄົງຮັກສາບັນດາຂໍ້ຄິດທິດສະດີຫຼັກ ຢູ່ໃນໂຄງຮ່າງ ໄວ້ຢ່າງໝັ້ນຄົງ.

ສະຫາຍ ເຈື່ອງຈິງ ເຂົ້າຮ່ວມການພົບປະສະເພື່ອເຫຼີມສະຫຼອງຄົບຮອບ 20 ປີແຫ່ງວັນສ້າງຕັ້ງຂະແໜງການຮູບເງົາຫວຽດນາມ, ປີ 1973 _ພາບ: TTXVN

ທີໜຶ່ງ, ໂຄງຮ່າງ ຢືນຢັນວ່າ ວັດທະນະທຳແມ່ນໜຶ່ງໃນສາມແນວຮົບ (ເສດຖະກິດ, ການເມືອງ, ວັດທະນະທຳ) ໃນພາລະກິດປະຕິວັດຂອງຊາດຫວຽດນາມ. ແນວຄິດດັ່ງກ່າວ​ໄດ້​ຮັບ​ການຍຶດຖື​ຢ່າງ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ​ໃນ​ລະບົບ​ທັດສະນະ​ຫຼັກ​ ກ່ຽວກັບວັດທະນະທຳ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ຕັ້ງແຕ່​ປີ 1943 ​ເຖິງ​ປະຈຸ​ບັນ. ພິ​ເສດ, ​ຄວາມ​ຈຳ​ເປັນ ​ແລະ ຄວາມ​ຊັກ​ຊວນໃຈ​ຂອງ​ແນວ​ຄິດ​ນັ້ນ​ ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ຄຳ​ຢືນຢັນ​ຂອງ​ປະທານ​ໂຮ່ຈີ​ມິນ. ເພິ່ນເນັ້ນວ່າ ວັດທະນະທຳແລະສິລະປະກໍ່ແມ່ນແນວຮົບໜຶ່ງ, ນັກປະພັນແລະສິລະປິນກໍ່ແມ່ນທະຫານໃນແນວໜ້າທີ່ມີໜ້າທີ່ສະເພາະ, ທຸກຄົນລ້ວນແຕ່ມຸ່ງໄປເຖິງເປົ້າໝາຍຮັບໃຊ້ການຕໍ່ຕ້ານ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນ. ແນວຄິດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ ບໍ່​ພຽງ​ແຕ່​ພິສູດວ່າ ວັດທະນະທຳ​ກາຍ​ເປັນ​ອາວຸດ​ທາງຈິດ​ວິນ​ຍານ​ຢ່າງ​ແທ້​ຈິງ, ​ແມ່ນ​ກຳລັງ​ແຮງ​ພິ​ເສດ​ ໃນ​ໄລຍະຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ ເພື່ອ​ປົກ​ປັກ​ຮັກສາ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ແຕ່ຍັງກາຍເປັນຂໍ້ກຳນົດ ຄວາມຮຽກຮ້ອງຕ້ອງການຮີບດ່ວນໃນປະຈຸບັນ ເມື່ອການພັດທະນາວັດທະນະທຳບໍ່ “ສົມສ່ວນ” ກັບການເມືອງແລະເສດຖະກິດ; ເມື່ອສັນຍານຄວາມເສື່ອມໂຊມໃນບາງຂົງເຂດວັດທະນະທຳ ທີ່ໜ້າກັງວົນແລະໜ້າຕົກໃຈ ປະກົດຂຶ້ນແລະສົ່ງຜົນກະທົບຕໍ່ການພັດທະນແບບຍືນຍົງຂອງປະເທດ.

ທີສອງໂຄງຮ່າງ ລະບຸວ່າ ແນວຮົບວັດທະນະທຳແມ່ນສະຖານທີ່ “ທີ່ຊາວພັກກອມມູນິດຕ້ອງດຳເນີນການ(1). “ພັກ​​ນຳພາ​ນະບວນການ​ວັດທະນະທຳ​ໄດ້ ພັກຈຶ່ງສາມາດ​ມີ​ອິດ​ທິພົນ​ຕໍ່​ຄວາມຄິດ​ເຫັນ​ຂອງ​ປະຊາຊົນໄດ້ ​ແລະ ການ​ໂຄສະນາ​ເຜີຍ​ແຜ່​ຂອງພັກກໍ​ຈະ​ມີ​ປະສິດທິ​ຜົນ(2). ນີ້ແມ່ນບົກຮຽນກ່ຽວກັບການນຳພາຂອງພັກຕໍ່ວັດທະນະທຳ. ການຍຶດໝັ້ນບົດຮຽນ​ນີ້​​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າຫານ ​ແລະ ວິ​ໄສ​ທັດ​ຂອງ​ພັກ, ໂດຍສະເພາະຢ່າງຍິ່ງ ເມື່ອການພັດທະນາວັດທະນະທຳທີ່ອຸດົມສົມບູນ ຫຼາກຫຼາຍ ແລະ ສັບສົນຫຼາຍຂຶ້ນເລື້ອຍໆ ເຮັດໃຫ້ພັກຕ້ອງຍົກລະດັບຕົວເອງຂຶ້ນສູ່ລະດັບໃໝ່ ເພື່ອສືບຕໍ່ຮັກສາບົດບາດນຳພາຕໍ່ວັດທະນະທຳ. ຈຸດປະສົງທີ່ໃຫຍ່ທີ່ສຸດຂອງໂຄງຮ່າງ ແມ່ນເສິມຂະຫຍາຍກຳລັງແຮງແລະຄວາມດີເດັ່ນຂອງວັດທະນະທຳ ເພື່ອຊ່ວຍໃຫ້​ການ​ໂຄສະນາ​ປະຕິວັດ​ຂອງ​ພັກ​​ມີ​ປະສິດທິ​ຜົນ, ​ຜ່ານນັ້ນ ເຕົ້າ​ໂຮມ​ບຸກຄົນດີເດັ່ນ​ທີ່ເຮັດວຽກງານຢ່າງສ້າງສັນ​ໃນ​ຂົງ​ເຂດ​ວັດທະນະທຳ ​ເຂົ້າໃນຖັນແຖວ​ປະຕິວັດ​ທີ່​ນຳພາ​ໂດຍ​ພັກ. ການຍຶດໝັ້ນການນຳພາຂອງພັກແມ່ນ​ຄວາມ​ຕ້ອງການພາວະວິໄສ​ຂອງ​ພາລະກິດ​ປະຕິວັດ, ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ຄວາມ​ທ້າ​ທາຍ​ຕໍ່​ພັກ. ຕະຫຼອດໄລຍະເວລາ 80 ປີທີ່ຜ່ານມາ, ພັກກອມມູນິດຫວຽດນາມໄດ້​ປະຕິບັດ​ພາລະກິດ​ດັ່ງກ່າວຢ່າງສຳເລັດຜົນ.

ທີສາມ, ໂຄງຮ່າງ ເນັ້ນໜັກສາມຫຼັກການຂອງການຂົນຂວາຍວັດທະນະທຳໃໝ່, ນັ້ນແມ່ນ “ການຫັນເປັນຊາດ, ການຫັນເປັນມະຫາຊົນ ແລະການຫັນເປັນວິທະຍາສາດ(3). ຫຼັກການເຄື່ອນໄຫວສາມປະການນີ້, ໃນພຶດຕິກຳການພັດທະນາຂອງວັດທະນະທຳຫວຽດນາມ ນັບແຕ່ການປະຕິວັດເດືອນສິງຫາໃນປີ 1945 ໄດ້ຄ່ອຍໆກາຍເປັນຄຸນ​ລັກ​ສະ​ນະສາມປະການ, ​ຄຸນ​ຄ່າສາມປະການຂອງ​ວັດ​ທະ​ນະ​ທໍາ​, ສ້າງ​ການ​​ປ່ຽນແປງ​ຢ່າງ​ເລິກ​ເຊິ່ງ​ຂອງພື້ນຖານ​ວັດ​ທະ​ນະ​ທໍາ​ໃໝ່​. ການສະແດງອອກອາດຈະມີການປ່ຽນແປງເຊັ່ນ ໃນ​ໄລ​ຍະ​ສົງ​ຄາມ​ຕໍ່​ຕ້ານ​ພວກລ່າເມືອງຂຶ້ນ​ຝຣັ່ງ​, ມັນ​ໄດ້ປ່ຽນ​ເປັນ “​ຊາດ​, ຄວາມ​ເປັນ​ຈິງ ​ແລະ ​ປະ​ຊາ​ຊົນ”, ແຕ່ແນວຄິດຫຼັກຂອງໂຄງຮ່າງ ກ່ຽວກັບຄຸນ​ລັກ​ສະ​ນະພື້ນຖານສາມປະການ ຂອງວັດທະນະທຳການປະຕິວັດຫວຽດນາມ ຍັງຄົງເປັນການກຳນົດທິດທາງທີ່ຖືກຕ້ອງແລະເປັນວິທະຍາສາດ ເພື່ອການພັດທະນາວັດທະນະທຳ. ຄຽງ​ຄູ່​ກັບ​ຂະ​ບວນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການຮັບວັດທະນະທຳ ແລະ ການເຊື່ອມໂຍງສາກົນທາງດ້ານວັດທະນະທຳນັ້ນ ຄຸນລັກສະນະຊາດຂອງວັດທະນະທຳຫວຽດນາມສະໄໝໃໝ່ນັບມື້ໄດ້ຮັບການເນັ້ນໜັກແລະຄວາມເຄົາລົບ, ສ້າງຄວາມເປັນເອກະລັກ ແລະເອກະລັດຂອງວັດທະນະທຳປະຈຳຊາດ.

ທີສີ່, ໂຄງຮ່າງ ນຳສະເໜີຂໍ້ຄິດທິດສະດີທີ່​ສຳຄັນ​ທີ່​ສຸດ ເຊິ່ງ​ເປັນ​ການ​ຢືນຢັນ​​ກົດ​ເກນ​ທົ່ວໄປ ຂອງ​ພາລະກິດການ​ປະຕິວັດ​ທັງ​ໝົດ, ນັ້ນ​ແມ່ນ: ຕ້ອງເຮັດການປະຕິວັດວັດທະນະທຳໃຫ້ສຳເລັດ ຈຶ່ງດຳເນີນການດັດສ້າງສັງຄົມໃຫ້ສຳເລັດໄດ້(4). ການຢືນຢັນທີ່ໜັກແໜ້ນ ແລະ ເດັດຂາດຂ້າງເທິງ ຊີ້ໃຫ້ເຫັນເຖິງບົດຮຽນ ແລະ ຄວາມຮັບຮູ້ທີ່ເລິກເຊິ່ງ: ເຮົາບໍ່ຄວນເພີ້ຝັນວ່າ ເມື່ອເຮັດການປະຕິວັດທາງການເມືອງສຳ​ເລັດ​ຜົນ, ຍຶດອຳນາດແລະຮັກສາອຳນາດການປົກຄອງ ແລະ ​ເອ​ກະ​ລາດແຫ່ງຊາດໄດ້ແລ້ວ ຫຼືພຽງແຕ່ສຸມໃສ່ການພັດທະນາເສດຖະກິດ ກໍ່ເປັນການຮັບປະກັນການພັດທະນາແບບຍືນຍົງຂອງປະເທດໄດ້ແລ້ວ. ການດັດສ້າງ​ສັງຄົມ​ພາຍຫຼັງ​ການປະຕິວັດທາງ​ການ​ເມືອງ​ປະສົບ​ຜົນສຳ​ເລັດ ແລະ ຂະ​ບວນການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ ຈຳເປັນຕ້ອງ​ມີ​ຈິນຕະນາການການຄິດຢ່າງເລິກ​ເຊິ່ງ.ການດັດສ້າງສັງຄົມ ແລະການກໍ່ສ້າງສັງຄົມ ຈະສຳເລັດສົມບູນໄດ້ ກໍ່ຕໍ່ເມື່ອການປະຕິວັດທາງການເມືອງ, ການປະຕິວັດເສດຖະກິດ ແລະ ການປະຕິວັດວັດທະນະທຳສຳເລັດເສັດສິ້ນໄປພ້ອມໆກັນ ເຊິ່ງໂຄງຮ່າງນີ້ ເອີ້ນວ່າ “ສາມແນວຮົບ”. ເນື້ອໃນພື້ນຖານຂອງໂຄງຮ່າງ ແມ່ນມາຈາກຂໍ້ຄິດທິດສະດີຫຼັກທີ່ກ່າວມາຂ້າງເທິງ ເຊິ່ງປັດຊະຍາຂອງມັນແມ່ນວິທີສັດຈະວິພາກໃນການຈັດການ ສາຍພົວພັນລະຫວ່າງສາມແນວຮົບທີ່ກ່າວມານັ້ນ. ການເນັ້ນໜັກສະເພາະແນວຮົບນີ້ ແລະບໍ່ຄຳນຶງເຖິງອີກແນວຮົບໜຶ່ງ ຈະນໍາໄປສູ່ສະຖານະການທີ່ເປັນອັນຕະລາຍຕໍ່ການພັດທະນາ ແລະ ອາດຈະນຳໄປສູ່ການຜິດອອກຈາກທິດໝາຍ, ຄວາມຂັດແຍ້ງ ແລະ ວິກິດການທາງສັງຄົມ. ການຍຶດໝັ້ນໃນທັດສະນະນີ້ ໄດ້ຖືກວາງອອກມາໂດຍກົງແລະຮຸນແຮງຕໍ່ປະເທດ ທັງໃນປະຈຸບັນ ແລະ ຫຼາຍປີຕໍ່ໆໄປ.

3- ການຍຶດໝັ້ນບໍ່ແມ່ນຄົງທີ່ ແລະກໍ່ບໍ່ແມ່ນການເຮັດຕາມເບົ້າ, ແບບກົນຈັກ, ຄຳພີຕາຍຕົວ. ຄວາມເປັນຈິງໃໝ່ຮຽກຮ້ອງໃຫ້ມີການສະຫຼຸບທິດສະດີໃໝ່, ເສີມສ້າງ ແລະ ພັດທະນາທິດສະດີ ປູທາງ”. ບົນ​ພື້ນຖານ​ບັນດາ​ຂໍ້ຄິດທິດສະດີພື້ນຖານ​ແລະຫຼັກ​ແຫຼ່ງທີ່ໂຄງຮ່າງ ​ໄດ້​ກຳນົດ, ໃນພຶດຕິກຳຕົວຈິງການນຳພາແລະການສ້າງວັດທະນະທຳໃນ 80 ປີທີ່ຜ່ານມາ, ພັກກອມມູນິດຫວຽດນາມໄດ້ມີຄວາມພະຍາຍາມໃນການຄົ້ນຄວ້າຊອກຫາ, ປະດິດສ້າງໃໝ່ ແລະ ສະແດງອອກຢ່າງຊັດເຈນໃນການຈັດການຢ່າງສັດຈະວິພາກລະຫວ່າງການຍຶດໝັ້ນ ແລະ ການປະດິດສ້າງ.

ທີໜຶ່ງ, ກ່ຽວກັບຂອບເຂດແລະເນື້ອໃນຂອງວັດທະນະທຳ.

ໃນໂຄງຮ່າງ, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ ວັດທະນະທຳປະກອບດ້ວຍສາມຂົງເຂດ “ແນວຄິດ, ວິຊາການ ແລະ ສິລະປະ(5). ຄວາມເຂົ້າໃຈນີ້ເນັ້ນສະເພາະບັນດາຂົງເຂດທີ່ສໍາຄັນຂອງວັດທະນະທໍາ. ​ໃນ​ມະຕິ​ກອງ​ປະຊຸມສູນກາງພັກ​ຄັ້ງ​ທີ 5 ສະໄໝທີ VIII (1998) “ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ​ແລະ ອຸດົມໄປດ້ວຍເອກະລັກປະຈຳ​ຊາດ”, ​ເປັນ​ຄັ້ງ​ທຳ​ອິດທີ່ຄວາມເຂົ້າໃຈວັດທະນະທຳ​ລວມມີ 8 ຂົງ​ເຂດ: ແນວຄິດ, ຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ ແລະ ຊີວິດວັດທະນະທຳ; ວັນນະຄະດີ, ສິລະປະ; ສະພາບແວດລ້ອມທາງວັດທະນະທຳ; ການສຶກສາ-ຝຶກອົບຮົມ ແລະ ວິທະຍາສາດ-ເຕັກໂນໂລຊີ; ລະບົບສື່ສານມວນຊົນ; ອະນຸລັກ​ແລະ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ ແລະວັດທະນະທຳຂອງຊົນເຜົ່າສ່ວນນ້ອຍ; ການເປີດກວ້າງການຮ່ວມມືລະຫວ່າງປະເທດທາງດ້ານວັດທະນະທຳ; ການປັບປຸງລະບຽບລະບອບວັດທະນະທຳໃຫ້ສົມບູນແບບ. ເມື່ອສົມທຽບກັບໂຄງຮ່າງ, ສາມາດເຫັນແຈ້ງເຖິງການສືບທອດ ແລະການພັດທະນາໃນຈິນຕະນາການທິດສະດີກ່ຽວກັບວັດທະນະທຳ ຂອງພັກກອມມູນິດຫວຽດນາມ. ສາມຂົງເຂດໃນໂຄງຮ່າງ ຍັງຄົງໄດ້ຮັບການຢືນຢັນ, ພ້ອມກັນນັ້ນ ການສະຫຼຸບສັງລວມພຶດຕິກຳໄດ້ຂະຫຍາຍເນື້ອໃນຂອງວັດທະນະທຳ ຕາມທິດກວມລວມແລະຮອບດ້ານກວ່າເກົ່າ. ຄວມຮັບຮູ້ໃໝ່ນັ້ນຮຽກຮ້ອງໃຫ້ການນຳພາຂອງພັກກອມມູນິດຫວຽດນາມ ຕໍ່ຂະບວນການກໍ່ສ້າງແລະພັດທະນາວັດທະນະທຳ ຈຳເປັນຕ້ອງບືນຕົວຂຶ້ນສູ່ລະດັບທີ່ສູງກວ່າ, ຍົກສູງຄວາມສາມາດໃນການເສີມຂະຫຍາຍກຳລັງແຮງສັງລວມຂອງບັນດາຂົງເຂດ, ບັນດາປະເພດວັດທະນະທຳ ກໍຄືຜົນກະທົບແລະການແຜ່ກະຈາຍຂອງວັດທະນະທຳໃນດ້ານອື່ນໆຂອງຊີວິດສັງຄົມ.  

ທີສອງ, ກ່ຽວກັບທີ່ຕັ້ງແລະບົດບາດຂອງວັດທະນະທຳ.

ເລິ່ມຈາກຄວາມຕ້ອງການຂອງການຂົນຂວາຍປະຕິວັດ ແລະການຕໍ່ສູ້ເພື່ອປົດປ່ອຍຊາດ, ໂຄງຮ່າງ ຢືນຢັນວ່າ ວັດທະນະທຳແມ່ນແນວຮົບໜຶ່ງ. ໃນ 30 ປີແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິກາ, ແນວຄິດດັ່ງກ່າວສືບຕໍ່ໄດ້ຮັບການຢືນຢັນ. ວັດທະນະທຳແລະສິກະປະກາຍເປັນອາວຸດທາງຈິດໃຈທີ່ແຫຼມຄົມຢ່າງແທ້ຈິງ ເຊິ່ງເຂົ້າ​ຮ່ວມ​ການ​ຕໍ່ສູ້​ໂດຍ​ກົງ ແລະປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ລວມຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ. ນາມມະຍົດສິລະປິນ - ທະຫານ ກາຍເປັນຄວາມພາກພູມໃຈຂອງວົງການວັດທະນະທໍາແລະສິລະປະ. ຫຼັກການແລະທັດສະນະຂອງໂຄງຮ່າງ ສືບຕໍ່ໄດ້ຮັບການຢືນຢັນໃນສະໄໝແຫ່ງການປ່ຽນແປງໃໝ່. ນັ້ນແມ່ນຄວາມຕັ້ງໝັ້ນແລະຄວາມສ່ອງໃສຕໍ່ຜົນກະທົບຫຼາຍດ້ານແລະສັບສົນຂອງທິດສະດີໃໝ່ ແລະຂໍ້ໂຕ້ແຍ້ງໃໝ່. ຢ່າງໃດກໍຕາມ, ຜ່ານຂະບວນການຄົ້ນຄວ້າແລະສຳຫຼວດ ບົດບາດຂອງວັດທະນະທຳ ໃນຂະບວນການປະຫວັດສາດ, ຄຽງ​ຄູ່​ກັບ​ການ​ຢືນ​ຢັນ​ທັດສະນະຫຼັກ​ທີ່​ກ່າວ​ມາ​ນັ້ນ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ໃນ​ປະຈຸ​ບັນ​ນັບ​ມື້​ນັບ​ກວ້າງ​ຂວາງ​ກວ່າ, ກວມລວມກວ່າ. ວັດທະນະທຳແມ່ນຄວາມຕ້ອງການທີ່ຈຳເປັນ, ສະ​ແດງ​ເຖິງ​ລະດັບທົ່ວໄປ​ ຂອງການ​ພັດທະນາ​ປະ​ເທດ, ຍຸກ​ສະ​ໄໝ, ແມ່ນ​ຂະ​ແໜງ​ການ​ຜະລິດທາງ​ຈິດ​ວິນ​ຍານທີ່​ສ້າງ​ຄຸນຄ່າ​ວັດທະນະທຳ​ ​ເຮັດໃຫ້​ຊີວິດ​ຂອງ​ມະນຸດອຸດົມສົມບູນ ແລະສວຍງາມຂຶ້ນເລື້ອຍໆ. ວັດທະນະທໍາຢູ່ໃນຂະບວນການປະຫວັດສາດທັງໝົດຂອງມະນຸດ. ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ VIII ຢືນຢັນວ່າ ວັດທະນະທຳແມ່ນຮາກຖານຈິດໃຈຂອງສັງຄົມ, ເປັນທັງເປົ້າໝາຍ ແລະ ແຮງຂັບເຄື່ອນທີ່ຊຸກຍູ້ການພັດທະນາປະເທດຢ່າງຍືນຍົງ. ຕາມຈິດໃຈດັ່ງກ່າວ ການກໍ່ສ້າງແລະພັດທະນາເສດຖະກິດແມ່ນເພື່ອເປົ້າໝາຍວັດທະນະທຳ, ເພື່ອສັງຄົມທີ່ຍຸຕິທຳ ແລະສີວິໄລ, ໃຫ້ຜູ້ຄົນມີການພັດທະນາຢ່າງຮອບດ້ານ. ດັ່ງນັ້ນ, ຕັ້ງແຕ່ເມື່ອດຳເນີນການປ່ຽນແປງໃໝ່ມາຮອດປະຈຸບັນ, ພັກກອມມູນິດຫວຽດນາມໄດ້ເນັ້ນເປັນພິເສດເຖິງການພົວພັນລະຫວ່າງວັດທະນະທຳ ແລະການພັດທະນາ, ວາງວັດທະນະທໍາໄວ້ໃນຕໍາແໜ່ງສູນກາງ, ເປັນຊັບພະຍາກອນພາຍໃນທີ່ສໍາຄັນທີ່ສຸດໃນການພັດທະນາ.  

ທີສາມ, ບາດກ້າວ​ການ​ພັດ​ທະ​ນາ​ຄວາມ​ຮັບ​ຮູ້​ກ່ຽວກັບ​ລັກ​ສະ​ນະ ​ແລະ ຄຸນ​ລັກ​ສະ​ນະ​ພື້ນຖານ ຂອງ​ວັດ​ທະ​ນະ​ທໍາ​ໃໝ່​.

ປີ 1943, ໂຄງຮ່າງ ກຳນົດວ່າ ວັດທະນະທຳຫວຽດນາມ​ແມ່ນວັດທະນະທຳທີ່ມີ​ຮູບ​ແບບຊາດ ​ແລະ ມີເນື້ອໃນເປັນປະຊາທິປະ​ໄຕ​ໃໝ່​(6). ດັ່ງນັ້ນ, ເນື້ອໃນນີ້ສະແດງອອກຕາມການສະແດງອອກຂອງຄູ່ມາດຕະເກນ ເນື້ອໃນ ແລະ ຮູບແບບ. ທາງດ້ານເນື້ອໃນ, ຄວາມຮຽກຮ້ອງຕ້ອງການໃໝ່ແມ່ນປະຊາທິປະໄຕໃໝ່”, ໝາຍຄວາມວ່າ ຈະຕ້ອງເອົາຊະນະວັດທະນະທຳສັກດິນາ ແລະວັດທະນະທໍາທາດ ໃຫ້ກາຍເປັນວັດທະນະທໍາປະຊາທິປະໄຕໃໝ່ ເຊິ່ງເປັນກະແສວັດທະນະທໍາໂລກທີ່ຂະຫຍາຍຕົວຢ່າງແຂງແຮງ ໃນໄລຍະປະຫວັດສາດນັ້ນ. ພ້ອມກັນນັ້ນໂຄງຮ່າງ ຖືວ່າ ລັກສະນະຊາດຂອງວັດທະນະທຳຢູ່ໃນມາດຕະເກນຮູບແບບ. ຄວາມ​ເຂົ້າ​ໃຈ​ນັ້ນ​ ຫຼາຍ​ຫຼື​ໜ້ອຍ ​ບໍ່​ໄດ້​ສະ​ແດງເຖິງ​ຄວາມ​ເລິກເຊິ່ງ​ຂອງ​ລັກ​ສະ​ນະ​ຊາດ​ຂອງ​ວັດ​ທະ​ນະ​ທໍາ​, ເພາະລັກສະນະຊາດບໍ່ພຽງແຕ່ເປັນການສະແດງອອກຢ່າງເປັນທາງການເທົ່ານັ້ນ ແຕ່ຍັງແຊກຊຶມເລິກເຂົ້າໄປໃນເນື້ອໃນທັງໝົດຂອງວັດທະນະທໍາ.

ໃນກອງປະຊຸມໃຫຍ່ຄັ້ງທີ III ຂອງພັກກອມມູນິດຫວຽດນາມ (ປີ 1960), ຂໍ້ຄິດທິດສະດີທີ່ກ່າວມາຂ້າງເທິງໄດ້ຮັບການດັດແປງ ແລະ ພັດທະນາໃຫ້ເປັນພື້ນຖານສິລະປະໃໝ່ ທີ່ມີເນື້ອໃນສັງຄົມນິຍົມ ແລະ ລັກສະນະສະເພາະຂອງຊາດ ເພື່ອຊີ້ແຈງລັກສະນະທົ່ວໄປຂອງພື້ນຖານວັດທະນະທຳ ເມື່ອພວກເຮົາກຳນົດເສັ້ນທາງການພັດທະນາຂອງປະເທດຕາມເປົ້າໝາຍ ແລະອຸດົມຄະຕິສັງຄົມນິຍົມ. ແນວຄວາມຄິດ “​ເນື້ອ​ໃນ​ສັງຄົມ​ນິຍົມ” ທີ່ມາແທນທີ່ “​ເນື້ອ​ໃນ​ປະຊາທິປະ​ໄຕ​ໃໝ່”​ເປັນ​ການ​ຢືນຢັນເຖິງ​ເປົ້າໝາຍ ​ແລະ ອຸດົມ​ຄະຕິ​ໃໝ່ ເຊິ່ງສູງ​ກວ່າ​ວັດທະນະທຳໃນໄລຍະກ່ອນ ເມື່ອເລິ່ມມີການສະຖາປະນາ​ລະບອບການປົກຄອງໃໝ່. ຄຳວ່າສັນຊາດໃນຮູບແບບຖືກແທນທີ່ດ້ວຍ ລັກສະນະຊາດ ເຊິ່ງໝາຍຄວາມວ່າລັກສະນະຊາດຂອງວັດທະນະທຳມີທັງເນື້ອໃນແລະຮູບແບບ. ນັ້ນເປັນການປັບປ່ຽນທີ່ສຳຄັນແລະຈຳເປັນ ໃນທັດສະນະກ່ຽວກັບວັດທະນະທຳ.

ມະຕິສະບັບເລກທີ 05-NQ/TW, ລົງວັນທີ 28 ພະຈິກ 1987 ຂອງກົມການເມືອງສູນກາງພັກສະໄໝທີ VI ກ່ຽວກັບການປ່ຽນແປງໃໝ່ ແລະ ຍົກສູງລະດັບການນຳພາ, ຄຸ້ມຄອງວັນນະຄະດີ ສິລະປະ ແລະ ວັດທະນະທຳ, ເສີມຂະຫຍາຍຄວາມ​ປະດິດ​ສ້າງ, ນຳ​ການ​ພັດທະນາ​​ວັນນະຄະດີ ສິລະ​ປະ ແລະ​ວັດທະນະ​ທຳ ​​ຂຶ້ນ​ສູ່​ບາດກ້າວ​ໃໝ່” ​ໄດ້​ມີ​ການປັບປ່ຽນ​ພື້ນຖານ​ຄື: ກໍ່ສ້າງພື້ນຖານ​ວັດທະນະທຳ​ສັງຄົມ​ນິຍົມ ທີ່ອຸດົມໄປດ້ວຍ​ເອກະລັກ​ປະຈຳຊາດ. ດັ່ງນັ້ນ, ແນວຄວາມຄິດເລື່ອງ “ເນື້ອໃນສັງຄົມນິຍົມ” ທີ່ໃຊ້ໃນຫຼາຍປີກ່ອນໄດ້ຖືກແທນທີ່ດ້ວຍແນວຄວາມຄິດເລື່ອງ “ພື້ນຖານວັດທະນະທໍາສັງຄົມນິຍົມ” ມີລັກສະນະທົ່ວໄປທີ່ກວ້າງກວ່າ ເຊິ່ງບົ່ງບອກເຖິງເປົ້າໝາຍ ແລະ ລັກສະນະທົ່ວໄປຂອງພື້ນຖານວັດທະນະທໍາທັງໝົດ. ຄຳວ່າ “ລັກສະນະຊາດ” ຖືກປ່ຽນເປັນ ອຸດົມໄປດ້ວຍເອກະລັກປະຈຳຊາດເພື່ອເນັ້ນໜັກແລະເຮັດໃຫ້ຂໍ້ກຳນົດດ້ານລັກສະນະປະຈຳຊາດຂອງວັດທະນະທຳຫວຽດນາມຮ່ວມສະໄໝເລິກເຊິ່ງຍິ່ງຂຶ້ນ ໂດຍອີງໃສ່ຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄຸນລັກສະນະ, ຄຸນສົມບັດປະຈຳຊາດຂອງພື້ນຖານວັດທະນະທຳຫວຽດນາມ.  

ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ປີ 1991), ຄຳວ່າ ວັດທະນະທຳສັງຄົມນິຍົມ ໃນມະຕິສະບັບເລກທີ 05-NQ/TW ໄດ້ຖືກປ່ຽນແທນດ້ວຍ ວັດທະນະທຳທີ່ກ້າວໜ້າແລະຄຳວ່າອຸດົມໄປດ້ວຍເອກະລັກປະຈຳຊາດ ຍັງຄົງຢູ່ຕໍ່ໄປ. ສາມາດເຫັນໄດ້ວ່າ, ເພື່ອສ້າງຄວາມອຸດົມສົມບູນ ແລະຄວາມຫຼາກຫຼາຍຂອງວັດທະນະທຳນັ້ນ, ຄຽງຄູ່ກັບເນື້ອໃນຫຼັກຂອງອຸດົມຄະຕິເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ ຍັງມີຄຸນຄ່າຂອງປະຊາທິປະໄຕ, ມະນຸດອະລິຍະທຳ, ຄວາມກ້າວໜ້າ ແລະ ວິທະຍາສາດຂອງວັດທະນະທຳແຫ່ງຊາດ ແລະ ວັດທະນະທຳໂລກ. ຕາມນັ້ນ, ຄວາມກ້າວໜ້າ ຂອງວັດທະນະທຳແມ່ນການເພີ່ມເຕີມ, ເຮັດໃຫ້ພື້ນຖານວັດທະນະທຳສັງຄົມນິຍົມອຸດົມສົມບູນຂຶ້ນຕື່ມ. ດັ່ງນັ້ນ, ບັນດາວະລີປະຊາທິປະໄຕໃໝ່”, “ເນື້ອໃນສັງຄົມນິຍົມ”, “ວັດທະນະທຳສັງຄົມນິຍົມ”, “ຮູບແບບປະຈຳຊາດ”, “ລັກສະນະປະຈຳຊາດ”, ພາຍຫຼັງເກືອບ 50 ປີ, ໄດ້ຖືກປ່ຽນແທນດ້ວຍຂໍ້ຄິດທິດສະດີໃໝ່ຄວາມກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ”. ເຖິງມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ VIII ແລະ ບັນດາມະຕິຕໍ່ມາ ຈົນເຖິງປະຈຸບັນ, ຂໍ້ຄິດທິດສະດີນີ້ໄດ້ມີການຊີ້ແຈງເນື້ອໃນຂອງມັນຢ່າງຈະແຈ້ງ. ສາມາດຢືນຢັນວ່າ, ຂະບວນການຄົ້ນຄວ້າຂ້າງເທິງແມ່ນຕິດພັນກັບການພັດທະນາແນວຄິດທິດສະດີຂອງພັກກອມມູນິດຫວຽດນາມ ກ່ຽວກັບວັດທະນະທຳ ແລະ ເປັນໝາກຜົນຂອງການສະຫຼຸບພຶດຕິກຳຢ່າງວິທະຍາສາດ ແລະ ປະດິດຄິດສ້າງ. ນັ້ນແມ່ນການສືບທອດວິທະຍາສາດ ຈາກໂຄງຮ່າງກ່ຽວກັບວັດທະນະະທຳຫວຽດນາມ ປີ 1943 ເຖິງບັນດາເອກະສານຕໍ່ໄປຂອງພັກ.

ທີສີ່, ກ່ຽວ​ກັບ​ວິ​ທີ​ການປະພັນ​, ເພື່ອ “ຕໍ່​ສູ້​ກັບ​ນິ​ກາຍ​ສິລະປະ” ທີ່​ໄດ້ຮັບຄວາມນິ​ຍົມ​ໃນ​ຊຸມ​ປີ 30 ແລະ 40 ໃນ​ສະໄໝ​ນັ້ນ​, ໂຄງຮ່າງ ຊີ້ໃຫ້ເຫັນໜ້າທີ່ໜຶ່ງຄື: “ເຮັດໃຫ້ກະແສສັດຈະນິຍົມສັງຄົມນິຍົມໄດ້ຮັບໄຊຊະນະ(7). ຈາກທັດສະນະທີ່ລະບຸໄວ້ໃນໂຄງຮ່າງ ເຖິງຫຼາຍປີຕໍ່ມາ, ໂດຍສະເພາະ ໃນຊຸມປີແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຮັ່ງ ແລະຈັກກະພັດອາເມລິກາ, ວິທິການປະພັນແບບສັດຈະນິຍົມສັງຄົມນິຍົມ ໄດ້ຖືກນຳໄປໃຊ້, ໝູນໃຊ້ ແລະ ຄອບງຳວັດທະນະທຳຂອງປະເທດເຮົາ. ຜົນງານໃນການປະພັນສ້າງສັນສິລະປະ ວັນນະຄະດີ ໃນໄລຍະນີ້ ໄດ້ຢັ້ງຢືນຄວາມຖືກຕ້ອງຂອງທັດສະນະດັ່ງກ່າວ, ໂດຍສະເພາະ ພະລັງສົ່ງເສີມກຳລັງໃຈອັນໃຫຍ່ຫຼວງ, ຊ່ວຍໃຫ້ຜູ້ຄົນລຸກຂຶ້ນຕໍ່ສູ້ເພື່ອອຸດົມຄະຕິອັນສູງສົ່ງ. ແຕ່, ເມື່ອຕ້ອງປະເຊີນກັບຄວາມເປັນຈິງຂອງຊີວິດແລະໂຊກຊະຕາຂອງມະນຸດທີ່ອຸດົມສົມບູນ, ສັບສົນ, ຫຼາຍຮູບຫຼາຍແບບ,… ໄດ້ສະເໜີລະບົບຈິນຕະນາການໃໝ່ດ້ວຍ 2 ເນື້ອໃນສຳຄັນຄື: ທີໜຶ່ງ, ສົ່ງເສີມການສຳຫຼວດແລະທົດລອງວິທີການໃໝ່ໃນການສະແດງອອກ ແລະຮູບແບບທາງສິລະປະ, ຕອບສະໜອງຄວາມຕ້ອງການທາງຈິດໃຈທີ່ສົດໃສ ແລະຫຼາກຫຼາຍ ຂອງສາທາລະນະຊົນທີສອງເສລີພາບໃນການປະພັນແມ່ນເງື່ອນໄຂໃນການສ້າງຄຸນຄ່າທີ່ແທ້ຈິງ ຂອງວັດທະນະທຳແລະສິລະປະ ເພື່ອພັດທະນາຄວາມເກັ່ງກ້າສາມາດ. ການເພີ່ມເຕີມ ແລະການພັດທະນາຕາມທີ່ກ່າວໄວ້ຂ້າງເທິງ ແມ່ນພຽງການພິສູດສະເພາະ ແລະ ເປັນແບບຢ່າງຂອງການຈັດການຄວາມສຳພັນລະຫວ່າງການຍຶດໝັ້ນ ກັບການປະດິດສ້າງ ແລະ ການພັດທະນາ ໃນຂົງເຂດວັດທະນະທໍາ ຢ່າງຖືກຕ້ອງແລະສັດຈະວິພາກ.

ເມື່ອເບິ່ງຄືນຫຼັງ 80 ປີທີ່ແລ້ວ, ສາມາດຢັ້ງຢືນໄດ້ວ່າ ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ປີ 1943 ແມ່ນການຄົ້ນພົບແລະປູທາງ ເຊິ່ງມີຄວາມໝາຍໃນຖານະໂຄງການ​ວັດທະນະທຳ​ຫຍໍ້​ທຳ​ອິດ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ຈາກຄວາມເປັນຈິງຂອງປະເທດໃນທຸກວັນນີ້, ເຮົາສາມາດເຫັນຄຸນຄ່າທາງປະຫວັດສາດຂອງໂຄງຮ່າງ ແລະ ຄວາມສຳຄັນສະເພາະຂອງມັນ, ໂດຍສະເພາະ ເມື່ອພວກເຮົາປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ແລະ ຄວາມຕ້ອງການໃຫ້ມີ ການຍຶດໝັ້ນ, ການສືບທອດ ແລະ ການປະດິດຄິດສ້າງ ເພື່ອພັດທະນາ ໃນທຸກຂົງເຂດຂອງພາລະກິດການປະຕິວັດໃນໄລຍະໃໝ່, ລວມທັງວັດທະນະທໍາ. ການຮັບຮູ້ບັນຫານີ້ຢ່າງຖືກຕ້ອງ ແລະ ການແກ້ໄຂບັນຫານີ້ຢ່າງດີ ຈະປະກອບສ່ວນປະຕິບັດເປົ້າໝາຍກໍ່ສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ, ຊຸກຍູ້ການພັດທະນາປະເທດຢ່າງຍືນຍົງ./.

------------------------

(1), (2), (3) ເອກະສານຂອງພັກຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2000, ເຫຼັ້ມ 7, ໜ້າ 316, 316, 319

(4), (5) ເອກະສານຂອງພັກຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 318, 316

(6) ເອກະສານຂອງພັກຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 320

(7) ເອກະສານຂອງພັກຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 320

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1012 (ເດືອນເມສາ 2023)