ວກ. - ໃນຊຸມປີທີ່ຜ່ານມາມໍ່ນີ້, ໃນໂລກແລະພາກພື້ນ ໄດ້ມີການປ່ຽນແປງທີ່ບໍ່ອາດຈະຄາດເດົາໄດ້ຫຼາຍຢ່າງ ເຊິ່ງບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມຫຼາຍບັນຫາໄດ້ເກີດຂຶ້ນ ມີຄວາມສັບສົນ ແລະ ສົ່ງຜົນເສຍຕໍ່ຫວຽດນາມ. ການເພີ່ມທະວີຄວາມໝັ້ນຄົງຂອງມະນຸດ ຄວາມໝັ້ນຄົງທາງສັງຄົມ ແລະ ຄວາມປອດໄພທາງສັງຄົມ ໃຫ້ພົ້ນຈາກໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ໄດ້ກາຍເປັນພາລະກິດສຳຄັນ ໃນການຮັບປະກັນສະຖຽນລະພາບ ແລະ ການພັດທະນາສັງຄົມທີ່ຍືນຍົງຢູ່ຫວຽດນາມ.

ສະຖານະການປະຈຸບັນຂອງການຮັບ​ປະ​ກັນຄວາມໝັ້ນຄົງຂອງມະນຸດ,
ຄວາມໝັ້ນຄົງທາງ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ຈາກໄພຂົ່ມຂູ່
ດ້ານຄວາມ​ໝັ້ນຄົງທີ່ບໍ່ເປັນແບບດັ້ງ​ເດີມ​ ຢູ່​ຫວຽດ​ນາມໃນປະຈຸບັນ

ລະບຸໄພຂົ່ມຂູ່ແລະຜົນກະທົບທາງລົບຈາກຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ຕໍ່ຄວາມໝັ້ນຄົງຂອງມະນຸດ, ຄວາມໝັ້ນຄົງທາງສັງຄົມ ແລະຄວາມປອດໄພທາງສັງຄົມ

ໃນ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ, ມີ​ບັນ​ຫາ​​ຄວາມໝັ້ນຄົງ​ທີ່ບໍ່ເປັນ​ແບບດັ້ງ​ເດີມຈຳນວນຫຼາຍທີ່​ຂົ່ມ​ຂູ່ ແລະສົ່ງ​ຜົນ​ເສຍຕໍ່ຄວາມໝັ້ນຄົງຂອງມະນຸດ, ຄວາມໝັ້ນຄົງທາງ​ສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ​. ໃນ​ນັ້ນ ສາ​ມາດລະບຸ​ບັນ​ຫາ​ດ້ານ​ຄວາມໝັ້ນຄົງ​ທີ່ບໍ່ເປັນແບບດັ້ງ​ເດີມ​ຈຳ​ນວນ​ໜຶ່ງ​ ທີ່​ມີ​ຜົນ​ກະ​ທົບໂດຍ​ກົງ ​ຕໍ່​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ ສະ​ພາບ​ແວດ​ລ້ອມໃນການດຳລົງຊີ​ວິດ​ຂອງ​ມະ​ນຸດ, ຊີ​ວິດ ສຸ​ຂະ​ພາບ ແລະ ການທຳມາຫາກິນ​ຂອງ​ປະ​ຊາ​ຊົນ:

ທີ​ໜຶ່ງ, ຫວຽດ​ນາມແມ່ນ​ໜຶ່ງ​ໃນ 4 ປະ​ເທດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ໄດ້​ຮັບ​ຜົນ​ກະທົບຫຼາຍທີ່ສຸດ​ ຈາກ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ ໃນ​ສອງ​ທົດ​ສະ​ວັດທີ່ຜ່ານມາ. ຕາມ​ການ​ສ​ະ​ຖີ​ຕິ​ໃນ​ໄລ​ຍະ​ຊາວ​ທີ່​ຜ່ານ​ມາ​ ໃຫ້​ເຫັນ​ວ່າ ໄພ​ພິ​ບັດ​ ໄພທຳ​ມະ​ຊາດ ແລະສະພາບອາດ​ກາດສຸດຂົ້ວໃນ​ຫວຽດ​ນາມ ເກີດຂຶ້ນຢ່າງຜິດ​ປົກ​ກະ​ຕິ ແລະຜິດ​ກົດ​ເກນ ມີ​ທ່າ​ອຽງ​ເພີ່ມ​ຄວາມ​ຖີ່, ຂະ​ໜາດ ແລະ ຄວາມ​ຮຸນ​ແຮງ, ກໍ່​ໃຫ້ເກີດບັນຫາຮ້າຍແຮງ, ສ້າງຄວາມເສຍຫາຍຢ່າງໜັກຕໍ່ຜູ້ຄົນ ແລະຊັບສິນ.

ທ່ານກຳມະການກົມການມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຢາມຖາມຂ່າວປະຊາຊົນໃນພື້ນທີ່ຢູ່ອາໄສຊາຍຝັ່ງທະເລແຂວງກຽນຢາງ ໃນລະຫວ່າງການເດີນທາງໄປກວດສອບສະຖານະການກັດເຊາະຊາຍຝັ່ງໃນແຂວງກ່າເມົາ, ກຽນຢາງ ແລະ ດົ່ງທ້າບ _ພາບ: TTXVN

ທີ​ສອງ​, ມົນ​ລະພາວະຕໍ່​​​ສິ່ງ​ແວດ​ລ້ອມ​​ກຳ​ລັງ​ກາຍ​ເປັນ​ບັນ​ຫາ​ທີ່ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່​ຫວຽດ​ນາມ, ມົນ​ລະ​ພິດທາງນ້ຳ (ລວມ​ທັງ​ນ້ຳໜ້າ​ດິນ, ນ້ຳບາດານ ແລະນ້ຳ​ທະ​ເລ) ເກີດ​ຂຶ້ນໃນຫຼາຍພື້ນທີ່, ແຕ່​ຈະຮ້າຍ​ແຮງເປັນພິເສດ ​ໃນເຂດ​ອຸດ​ສາ​ຫະ​ກຳ​ທີ່ກ່ຽວຂ້ອງກັບກິດຈະກຳການຈຳກັດ​ຂອງເສຍ; ​ມົນ​ລະ​ພາວະຕໍ່​ສິ່ງ​ແວດ​ລ້ອນໃນ​ດິນ ຍ້ອນການ​ນຳ​ໃຊ້ຝຸ່ນ​ເຄ​ມີ, ຢາ​ກຳຈັດ​ຫຍ້າ ແລະຢາ​ຂ້າ​ແມງ​ໄມ້; ​ມົນ​ລະ​ພິດ​ທາງ​ອາ​ກາດ ຍ້ອນ​ບັນ​ດາ​ແຫຼ່ງ​ກັບ​ທີ່ ແລະຈາກ​ແຫຼ່ງ​ຂ້າມຊາຍ​ແດນ; ຄວາມ​ເສື່ອມ​ໂຊມ​ຂອງລະ​ບົບ​ນິ​ເວດ​ ເຊັ່ນ ຄວາມເສື່ອມ​ໂຊມຂອງລະ​ບົບ​ນິ​ເວດ​ປ່າ​ໄມ້, ລວມ​ເຖິງ​ປ່າຕົ້ນນ້ຳແລະປ່າຊາຍເລນ; ຄວາມ​ເສື່ອມ​ໂຊມຂອງ​ລະ​ບົບ​ນິ​ເວດ​ທາງທະເລ,… ນອກ​ຈາກ​ນັ້ນ, ໄພທຳ​ມະ​ຊາດຍັງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນເສຍ​ຊີ​ວິດຈຳນວນຫຼາຍ, ທຳ​ລາຍ​ສິ່ງ​ແວດ​ລ້ອມທາງນິເວດ ແລະ ສົ່ງ​ຜົນ​​ຮ້າຍ​ແຮງຕໍ່​ຊີ​ວິດ​ມະ​ນຸດ ແລະສັງ​ຄົມ.

ທີ​ສາມ​, ການ​ແຜ່ລະ​ບາດ​ຂອງ​ພາ​ຍາດແລະໂລ​ກລ​ະ​ບາດ, ​ໂດຍ​ສະ​ເພາະ​ແມ່ນ​ການລະ​ບາດ​ໃຫຍ່ຄັ້ງ​ໃໝ່ (ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19) ທີ່ເກີດ​ຂຶ້ນ​ນັບ​ມື້​ນັບຫຼາຍຄັ້ງ​ ແລະ ມີ​ທ່າ​ອຽງທີ່ຈະ​ແຜ່ກະຈາຍ​ໄປທົ່ວ​ໂລກ, ເຮັດ​ໃຫ້​ການເສຍ​ຊີ​ວິດແລະຂົ່ມຂູ່ຕໍ່ຊີວິດ​ມະ​ນຸດຢ່າງຮ້າຍແຮງ, ໂດຍສະເພາະກຳລັງ​ສ້າງ​ຄວາມ​ທ້າທາຍ​ດ້ານສຸຂະພາບ ການ​ດູ​ແລ​ສຸ​ຂະ​ພາບ, ວຽກ​ເຮັດ​ງານ​ທຳ, ລາຍ​ໄດ້, ການ​ສຶກ​ສາ ແລະ ການຜັນ​ແຍກ​ລະ​ຫວ່າງ​ຄົນ​ຮັ່ງ​ມີກັບຄົນ​ທຸກ​ຍາກ.

ບັນຫາ​ຄວາມໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມເທິງນີ້ສົ່ງ​ຜົນ​ກະທົບ​ທາງລົບໂດຍ​ກົງ ​ແລະທາງ​ອ້ອມ ​ຕໍ່​ລະບົບ​ປະກັນ​ສັງຄົມ, ການ​ຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມ ​ແລະ ການ​ປະຕິບັດ​ນະ​ໂຍບາຍ​ສັງຄົມ​ຢູ່ຫວຽດນາມ. ໂດຍສະເພາະ:

​ໜຶ່ງ, ສົ່ງ​ພົນ​ກະ​ທົບ​ທາງລົບ​ຕໍ່ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ໂດຍສະເພາະ​ ຄົນ​ທຸກ​ຍາກ, ແມ່ນ​ຍິງ, ເດັດ​ນ້ອຍ ແລະ ຜູ້ສູງອາຍຸ; ເພີ່ມແຮງກົດ​ດັນ​ຕໍ່​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ແລະລະ​ບົບ​ປ້ອງກັນຄວາມປອດໄພທາງ​ສັງ​ຄົມ.

ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ​ທີ່​ມີ​ຄື້ນ​ຄວາມ​ຮ້ອນ​ເປັນ​ເວ​ລານານ ສົ່ງຜົນເສຍຕໍ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ, ເຮັດໃຫ້ເກີດພະຍາດ​ເຂດ​ຮ້ອນ​ເຊັ່ນ: ພາ​ຍາດ​ໄຂ້​ຍຸງ, ໄຂ້​ເລືອດ​ອອກ, ພາ​ຍາດ​ຫົວ​ໃຈ​ແລະຫຼອດເລືອດ, ພະ​ຍາດ​ທາງລະບົບ​ປະ​ສາດ ແລະ ອັດ​ຕາ​ການ​​ເສຍ​ຊີ​ວິດ​ໃນຜູ້​ສູງອາຍຸທີ່ເພີ່ມ​​ຂຶ້ນ.

​ມົນ​ລະ​ພາວະຕໍ່ສິ່ງ​ແວດ​ລ້ອມ​ສົ່ງ​ຜົນເສຍຕໍ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ, ເຮັດໃຫ້ຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວຂ້ອງກັບການກວດສຸຂະພາບ ແລະ​ປິ່ນປົວພະ​ຍາດເພີ່ມ​ຂຶ້ນ. ມົນ​ລະ​ພິດ​ທາງ​ອາ​ກາດທີ່ມີຜົນກ​ະ​ທົບ​ຈາກ​ຝຸ່ນລະອຽດແລະຝຸ່ນລະອຽດພິເສດ, ​ມົນ​ລະ​ພິດ​​ໃນດິນ​ທີ່ມີຜົນກະທົບ​ຈາກ​ການ​ຜະ​ລິດ​ກະ​ສິ​ກຳ, ມົນ​ລະ​ພິດ​ໂລ​ຫະ​ໜັກ, ມົນ​ລະ​ພິດ​ທາງ​ຈຸນ​ລະ​ຊີ​ວະວິທະຍາ… ​ສົ່ງ​ຜົນ​ເສຍ​ຕໍ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ ທັງ​ທາງການ​ຫາຍ​ໃຈ ການ​ກິນ ການ​ດື່ມ ແລະການສຳຜັດ​ໂດຍ​ກົງ ​ກັບແຫຼ່ງ​ດິນແລະ​ນ້ຳ ​ໃນ​ການ​ດຳ​ລົງ​ຊີ​ວິດແລະການ​ອອກ​ແຮງ​ງານ.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດແລະໂລກ​ລະ​ບາດ ​ກໍ່ໃຫ້ເກີດ​ອັນ​ຕະ​ລາຍ​​ຮ້າຍ​ແຮງ​ຕໍ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ, ສົ່ງຜົນໃຫ້ມີອັດຕາການ​ເສຍ​ຊີ​ວິດເພີ່ມ​ຂຶ້ນ​ຢ່າງ​ໄວວາ ເຊັ່ນ ຫຼ້າສຸດແມ່ນການລະບາດໃຫຍ່ຂອງພະຍາດໂຄວິດ-19. ພະຍາດລະບາດໄດ້ສົ່ງຜົນກະທົບໂດຍກົງຕໍ່ຂະແໜງສາທາລະນະສຸກ, ການສຶກສາ, ການຜະລິດ ແລະ ການເຄື່ອນໄຫວທຸລະກິດໃນລະດັບຊາດ.

​ສອງ, ມັນສົ່ງ​ຜົນ​ເສຍຕໍ່ການດຳລົງຊີວິດ, ລາຍໄດ້, ວຽກ​ເຮັດ​ງານ​ທຳ, ຄວາມ​ໝັ້ນຄົງທາງ​ດ້ານ​ສະ​ບຽງ​ອາ​ຫານ, ລະ​ບົບໂຄງສ້າງ​ພື້ນ​ຖານ… ຂອງ​ປະ​ຊາ​ຊົນແລະຊຸມ​ຊົນ. ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ ​ເຮັດ​ໃຫ້​ຄວາມ​ຫຍຸ້ງ​ຍາກໃນການດຳລົງຊີວິດຮຸນ​ແຮງຂຶ້ນ, ທຳ​ລາຍ​ເຮືອນ​ຊານ, ຊັບສິນ ແລະລະ​ບົບ​ໂຄງສ້າງພື້ນ​ຖານ, ເຮັດ​ໃຫ້​​ເກີດ​ການຂາດແຄນນ້ຳ​ຢ່າງ​ຮ້າຍ​ແຮງ ແລະນ້ຳເຄັມລຸກລ້ຳເປັນເວລານານ, ສົ່ງ​ຜົນ​ກະທົບຢ່າງແຮງ​ຕໍ່​ການ​ຜະ​ລິດ ແລະ​ການ​ດົງ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ໂດຍສະເພາະ​ແມ່ນ​ຢູ່​ພາກ​ກາງ, ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເຂດ​ເນີນ​ສູງ​ພາກ​ກາງ ແລະ ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ກື໋ວ​ລອງ (ເຂດສາມຫຼ່ຽມປາກແມ່ນ້ຳຂອງ).

ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ, ນ້ຳເຄັມແຊກ​ຊຶມພື້ນທີ່​ກະ​ສິ​ກຳ​ ພ້ອມ​ກັບ​ມົນ​ລະ​ພິດໃນ​ດິນ, ຄຸນ​ນະ​ພາບ​ດິນເສື່ອມລົງ​, ດິນເສື່ອມ​ໂຊມແລະມີ​ຄວາມ​ອຸ​ດົມ​ສົມ​ບູນຕ່ຳ​,​ຄວາມບໍ່​ສົມ​ດູນທາງໂພຊະນາການ​ ເນື່ອງຈາກ​​ການຊະລ້າງ, ການກັດເຊາະ, ການລ່ວງຫຼົ່ນ ແລະນ້ຳຖ້ວມ, ນ້ຳຂັງ, ດິນ​ເຈື່ອນ ແລະອື່ນໆ​ ຫຼຸດຜ່ອນ​ສະມັດ​ຕະພາບ​ການ​ປູກຝັງ, ຜະລິດ​ຕະພັນ​ການກະ​ເສດ, ສະມັດຕະພາບ​ແຮງ​ງານ, ​ເຮັດ​ໃຫ້​ລາຍໄດ້​ຂອງ​ຊາວ​ກະສິກອນ​ຫຼຸດ​ລົງ ​ແລະ ສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ຫວຽດນາມ.

ຄຽງ​ຄູ່​​ກັບ​ການ​ປ່ອຍຂອງເສຍ​ສູ່ສິ່ງ​ແວດ​ລ້ອມ​ທາງບົກແລະທາງນ້ຳ, ການ​​ໃຊ້ສານເຄມີ​ປ້ອງກັນພືດ, ສານຂ້າ​ຫຍ້າ, ຢາ​ກະ​ຕຸ້ນ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ຢາ​ຕ້ານ​ເຊື້ອ​ ໃນ​ການ​ປູກ​ຝັງແລະລ້ຽງ​ສັດ; ສານ​ເຄ​ມີ​ໃນ​ການ​ປຸງ​ແຕ່ງ ແລະການ​ເກັບ​ຮັກ​ສາ​ອາ​ຫານ ກໍ່​ສົ່ງ​ຜົນ​ກະ​ທົບຕໍ່​ສຸ​ຂະ​ພາບ​ຂອງ​ຜູ້ບໍ​ລິ​ໂພກ. ພະ​ຍາດແລະການ​ແຜ່​ລະ​ບາດ​ຂອງ​ພະ​ຍາດກໍ່​​ສົ່ງ​ຜົນ​ກະ​ທົບ​​ຮ້າຍ​ແຮງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ, ສົ່ງຜົນໃຫ້ການ​ເຕີບ​ໂຕທາງ​ເສດ​ຖະ​ກິດ ແລະການ​ລົງ​ທຶນໂດຍກົງ​ຈາກ​ຕ່າງ​ປະ​ເທດຫຼຸດລົງ​ຢ່າງ​ໄວ​ວາ. ການ​ແຜ່​ລະ​ບາດໃຫຍ່​ຂອງ​ພະ​ຍາດຍັງເຮັດ​ໃຫ້ຜູ້​ຄົນຈຳນວຍຫຼາຍຕົກ​ຢູ່ໃນຄວາມ​ທຸກ​ຍາກ​ຂັ້ນຮຸນແຮງ, ເຮັດ​ໃຫ້​ອັດ​ຕາຄວາມທຸກ​ຍາກເພີ່ມຂຶ້ນ, ຄົນ​ໃກ້​ຈະ​ທຸກ​ຍາກແລະການ​ຫວ່າງ​ງານ​ກໍ່​ເພີ່ມຂຶ້​ນ. ບັນ​ດາ​ມາດ​ຕະ​ການດ້ານສຸກຂະພາບ​ສຸດ​ເສີນຄວບຄູ່ໄປກັບການ​ປິດ​ລ້ອມ, ການເວັ້ນ​ໄລ​ຍະ​ຫ່າງທາງສັງຄົມ, ​ການຫ້າມການ​ເຕົ້າ​ໂຮມ​ຈຳ​ນວນຫຼາຍ… ສົ່ງຜົນ​ໃຫ້​ການ​ແລກ​ປ່ຽນ​ທາງ​ເສດ​ຖະ​ກິດຢຸດຊະງັກ, ການ​ຜະ​ລິດແລະການ​ທຸ​ລະ​ກິດ​ຖືກ​ຊຸດໂຊມ, ໂດຍສະເພາະກິດຈະກຳການສົ່ງອອກ ການນຳເຂົ້າ, ການ​ຂົນ​ສົ່ງ ແລະການ​ທ່ອງ​ທຽວ, ນາບ​ຂູ່​ປິດທຸລະ​ກິດ, ເຮັດ​ໃຫ້​ເສຍ​ວຽກ​ເຮັດ​ງານ​ທຳ ແລະລາຍໄດ້​ຂອງ​ຄົນງານຫຼຸດລົງ. ສະ​ພາບ​ການ​ຫວ່າງ​ງານ ແລະຂາດ​ວຽກ​ເຮັດ​ງານ​ທຳ ​ກາຍ​ເປັນເລື່ອງ​ຮ້າຍ​ແຮງໃນ​ສະ​ພາບ​ການແຜ່ລະບາດຂອງພະຍາດແລະໂລກລະບາດ.

​ສາມ​, ມັນເຮັດ​ໃຫ້​ເກີດ​ບັນ​ຫາ​​ສັງ​ຄົມອື່ນໆ ເຊັ່ນ​ ການອົບພະຍົບຍ້າຍ​ຖິ່ນເພີ່ມຂຶ້ນ, ຄຸນ​ນະ​ພາບ​ການ​ສຶກ​ສາແລະການຝຶກອົບຮົມຫຼຸດ​ລົງ, ຄວາມ​ສາ​ມາດ​ເຂົ້າ​ເຖິງ​​ບໍ​ລິ​ການ​ທາງ​ສັງ​ຄົມຂັ້ນ​ພື້ນ​ຖານຫຼຸດລົງ.

ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ ແລະ​ໄພ​ພິ​ບັດ​ທາງທຳ​ມະ​ຊາດ​ທີ່ຕາມມາ ກໍ່ໃຫ້​​ເກີດຄວາມ​ສ່ຽງ​ຕໍ່ການ​ບາດ​ເຈັບ, ອາດຈະເຮັດ​ໃຫ້​ສິດທິໃນການດຳລົງຊີວິດຂອງຜູ້ຄົນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກ​ໄພພິບັດທາງ​ທຳ​ມະ​ຊາດໝົດໄປ ແລະ ສົ່ງເສີມການອົບພະຍົບຂອງຜູ້ຄົນໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ເຊິ່ງນຳໄປສູ່ການປ່ຽນແປງການຈ້າງງານ ຈາກການ​ຜະ​ລິດ​ກະ​ສິ​ກຳໄປສູ່​ຂະ​ແໜງ​ການ​ອື່ນໆ, ກົດ​ດັນ​ຕໍ່​ໂຄງສ້າງ​ພື້ນ​ຖານຂອງ​ຕົວ​ເມືອງ ແລະສະ​ຫວັດ​ດິ​ການ​ສັງ​ຄົມ ໃນພື້ນ​ທີ່​ທີ່ມີຜູ້ອົບພະຍົບ​ຈຳ​ນວນຫຼາຍ, ໂດຍສະເພາະ​ແມ່ນ​ຢູ່​ເຂດຕົວ​ເມືອງ. ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດຍັງຫຼຸດຄວາມ​ສາ​ມາດ​ຂອງປະຊາຊົນໃນການເຂົ້າ​ເຖິງ​​ບໍ​ລິ​ການ​ທາງ​ສັງ​ຄົມ​ ເມື່ອໂຄງສ້າງ​ພື້ນ​ຖານ​ດ້ານ​ການຄົມ​ມະ​ນາ​ຄົມ​ຖືກ​ທຳ​ລາຍຈາກ​ນ້ຳ​ຖ້ວມແລະດິນ​ເຈື່ອນ.

ພະ​ຍາດແລະໂລກລະ​ບາດຍັງ​ເຮັດ​ໃຫ້​ເກີດ​ຄວາມວິຕົກ​ກັງ​ວົນ ແລະເພີ່ມຄວາມບໍ່​ສະ​ເໝີ​ພາບ​ທາງ​ສັງ​ຄົມ. ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ​ສົ່ງ​ຜົນ​ເສຍ​ຕໍ່​ການ​ຮຽນ​ຂ​ອງ​ເດັດ​ນ້ອຍ. ໃນ​ເວລາເກີດການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19, ຂະ​ແໜງ​ການ​ສຶກ​ສາແລະການຝຶກອົບຮົມຕ້ອງ​ຢຸດ​ໄປ​ໂຮງ​ຮຽນ, ການສອນແລະກນຮຽນ​ໂດຍ​ກົງ ​ປ່ຽນໄປໃຊ້ການ​ສອນ​​ອອນ​ໄລ,…ສົ່ງ​ຜົນ​ກະ​ທົບຕໍ່​ຄຸນ​ນະ​ພາບ​ການ​ສຶກ​ສາແລະການຝຶກອົບຮົມ.

ບາງ​ຜົນ​ງານ​ທີ່​ບັນ​ລຸ​ໄດ້ ແລະ ບັນ​ດາ​ບັນ​ຫາ​ທີ່​ວາງ​ອອກ ​ໃນ​ການ​ຮັບ​ປະ​ກັນຄວາມໝັ້ນຄົງຂອງມະນຸດ​, ຄວາມ​ໝັ້ນຄົງທາງ​ສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ຈາກ​ໄພ​ຂົ່ມ​ຂູ່​​ຄວາມ​ໝັ້ນຄົງ​ທີ່ບໍ່ເປັນແບບດັ້ງ​ເດີມ​ໃນປະເທດ​ຫວຽດ​ນາມ.  

ໃນ​ຂະ​ບວນ​ວິ​ວັດ​​ການ​ພັດ​ທະ​ນາ, ພັກແລະລັດ​ຫວຽດ​ນາມ ຍາມ​ໃດ​ກໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່ແລະແກ້​ໄຂ​​ບັນ​ຫາ​ສັງ​ຄົມ, ປັບປຸງຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸແລະຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເຖິງການ​ຮັບ​ປະ​ກັນຄວາມໝັ້ນຄົງຂອງມະນຸດ, ຄວາມໝັ້ນຄົງທາງ​ສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ເມື່ອປະເຊີນກັບໄພຂົ່ມຂູ່​ດ້ານ​ຄວາມ​ໝັ້ນຄົງທີ່ບໍ່​ເປັນ​ແບບດັ້ງ​ເດີມ, ​ປະ​ກ​ອບ​ສ່ວນ​ຮັບ​ປະ​ກັນ​ສິດທິ​ມະ​ນຸດ, ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດທີ່​ອີ່​ມ​ໜຳ​ສຳ​ລານ, ມີ​ເສລີພາບ ແລະ ມີ​ຄວາມ​ສຸກ. ບົນ​ພື້ນ​ຖານ​ທັດ​ສະ​ນະແລະແນວ​ທາງ​ຂອ​ງ​ພັກ, ນະ​ໂຍ​ບາຍແລະກົດ​ໝາຍ​ຂອງ​ລັດ​ຫຼາຍສະບັບ​ໄດ້ຮັບການ​ປະ​ກາດ​ໃຊ້, ປັບ​ປຸງແລະແກ້ໄຂ ດ້ວຍ​ເນື້ອ​ໃນ​ທີ່​ກ່ຽວຂ້ອງກັບຄວາມ​ຊ່ວຍ​ເຫຼືອ​ທາງສັງ​ຄົມ​ ຕາມ​ທິດ​ເປີດກວ້າງ​ເປົ້າ​ໝາຍຜູ້​ນຳ​ໃຊ້ ແລະ ຍົກ​ລະ​ດັບ​ການຊ່ວຍ​ເຫຼືອ​ທາງສັງຄົມ ເງິນອຸດໜູນປົກກະຕິ, ໃນ​ນັ້ນ​ມີ​ຂໍ້​ກຳ​ນົດ​ຈຳ​ນວນຫຼາຍ​ ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ສັງ​ຄົມ​ ໃຫ້​ແກ່​ຜູ້ດ້ອຍໂອກາດ, ຜູ້ຕົກທຸກໄດ້ຍາກ ໃນພື້ນທີ່​ທີ່ມັກໄດ້​ຮັບ​ຜົນ​ກະ​ທົບຈາກ​ໄພ​ທຳ​ມະ​ຊາດ ແລະອຸທົກກະໄພ.  

ເພື່ອ​ຮັບ​ມື​ຢ່າງ​ທັນ​ການ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສະ​ພາ​ແຫ່ງ​ຊາດ ແລະລັດ​ຖະ​ບານ​ຫວຽດນາມໄດ້​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ຊຸດໜຶ່ງ ​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ(1). ນອກ​ຈາກນັ້ນ, ຍັງ​ມີນະ​ໂຍ​ບາຍແລະແຜນງານດ້ານທີ່ຢູ່ອາໄສ​ທາງ​ສັງ​ຄົມ, ໂຄງ​ການ​ທາງໂ​ພຊະນາການ​ຊຸມ​ຊົນ, ໂຄງ​ການ​​ຝຶກ​ອົບ​ຮົ​ມວິ​ຊາ​ຊີບ ແລະອື່ນໆ ເພື່ອຊ່ວຍ​ເຫຼືອ​ປະ​ຊາ​ຊົນໃນການຮັບມືກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ, ໄພພິບັດທາງ​ທຳ​ມະ​ຊາດ, ​ພາ​ຍຸ, ນ້ຳ​ຖ້ວມ, ໂລກລະບາດ.

ບັນດາ​ນະ​ໂຍບາຍ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງຜົນ​ດີ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ຈາກຄວາມສ່ຽງແລະໄພ​ຂົ່ມ​ຂູ່​​ດ້ານ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ. ລະ​ບົບ​ສາ​ທາ​ລະ​ນະ​ສຸກຂັ້ນຮາກ​ຖານ ແລະ ​ການ​ແພດ​ປ້ອງ​ກັນ ໄດ້ຮັບການ​ເພີ່ມ​ທະ​ວີ, ໄດ້ປ້ອງກັນບໍ່ໃຫ້ເກີດໂລກລະບາດທີ່ເປັນອັນ​ຕະ​ລາຍ​ໃນວົງກວ້າງ, ໂດຍສະເພາະ ໃນເຂດ​ທຸກ​ຍາກ ແລະຊຸມຊົນທີ່ຍາກລຳບາກ, ລວມເຖິງໂຄງສ້າງ​ພື້ນ​ຖານຂອງ​ສຸກ​ສາ​ລາ, ໂຮງ​ໝໍ ແລະ ບຸກຄະລາກອນທາງການແພດ. ຄວາມ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມມີການຂະຫຍາຍໄປຍັງຜູ້ຮັບປະໂຫຍດຫຼາຍຂຶ້ນເລື້ອຍໆ, ໂດຍມີການປັບລະ​ດັບມາດຕະ​ຖານ​ການ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມໃຫ້ເພີ່ມ​ຂຶ້ນ, ປະກອບສ່ວນ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ກຸ່ມ​ຄົນ​ດ້ອຍ​ໂອກາດ​ໃນ​ສັງຄົມ. ຈໍານວນຜູ້ທີ່ໄດ້ຮັບການຊ່ວຍເຫຼືອສັງຄົມເປັນປະຈຳເພີ່ມຂຶ້ນທຸກປີ, ບັນລຸ 3,509 ລ້ານຄົນໃນປີ 2021 (ກວມເອົາ 3,5% ຂອງປະຊາກອນທັງໝົດ) ເພີ່ມ​ຂຶ້ນ​​ເກືອບ 2,5 ເທົ່າເມື່ອ​ທຽບ​ກັບ​ປີ 2010 (1,5 ລ້ານ​ຄົນ); ໃນ​ນັ້ນ ກວ່າ 55% ເປັນຜູ້​ສູງອາຍຸ. ການ​ຊ່ວຍ​ເຫຼືອທີ່ບໍ່ໄດ້ກຳນົດໄວ້ສຳລັບປະ​ຊ​າ​ຊົນເມື່ອປະເຊີນກັບຄວາມສ່ຽງ​ຈາກ​ໄພພິບັດທາງ​ທຳ​ມະ​ຊາດ ແລະໂລກລະບາດ ​ກໍ່​ໄດ້ປະ​ຕິ​ບັດ​ເປັນ​ຢ່າງ​ດີ. ໃນ​ໄລ​ຍະ 2 ປີ (ແຕ່​ປີ 2020 ເຖິງ​ 2022),  ຫວຽດ​ນາມໄດ້​ໃຊ້​ຈ່າຍເງິນ 86 ພັນ​ຕື້​ດົ່ງ ເພື່ອຊ່​ວຍ​ເຫຼືອ​ຜູ້ອອກແຮງງານຫຼາຍກວ່າ 56 ລ້ານ​ຄົນ ແລະ ນາຍຈ້າງເກືອບ 1 ລ້ານ​ຄົນ ທີ່ໄດ້​ຮັບ​ຜົນກະທົບຈາກການ​ລະ​ບາດໃຫຍ່ຂອງ​ໂຄວິດ-19 ​ຜ່ານ​ນະ​ໂຍ​ບາຍປະກັນຄວາມປອດໄພທາງ​ສັງ​ຄົມ. ລັດຍັງສົ່ງເສີມ​ການ​ຊ່ວຍ​ເຫຼືອທີ່ຢູ່ອາໄສແລະສະພາບການ​ດົງ​ລົງ​ຊີ​ວິດຂອງຜູ້​ທຸກ​ຍາກ ແລະຜູ້ມີ​ລາຍ​ໄດ້ນ້ອຍ ໃນພື້ນທີ່​ທີ່​ໄດ້​ຮັບ​ຜົນກະທົບ​ຈາກ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ, ໄພພິບັດທາງທຳ​ມະ​ຊາດແລະນ້ຳ​ຖ້ວມ​ ຈາກ​ແຫຼ່ງ​ງົບ​ປະ​ມານ ແລະແຫຼ່ງເງິນທາງ​ສັງ​ຄົມ. ເຖິງ​​ທ້າຍ​ປີ 2020, ບັນ​ດາ​ນະ​ໂຍ​ບາຍ ແລະ ໂຄງ​ການ​ປັບປຸງທີ່ຢູ່ອາໄສ ໄດ້ໃຫ້ການສະໜັບສະໜູນທີ່ຢູ່ອາໄສ​ ແກ່​ຄອບຄົວໃນຊົນນະບົດທີ່​ທຸກ​ຍາກ ​ຈຳ​ນວນ 648.000 ຄອບ​ຄົວ ແລະຫຼາຍກວ່າ 18.000 ຄອບ​ຄົວ​ເພື່ອປ້ອງກັນພາຍຸແລະນ້ຳຖ້ວມໃນ​​ພາກ​ກາງ; 52.000 ຄອບ​ຄົວ​ໃນພື້ນທີ່ນ້ຳ​ຖ້ວມໃນເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ(2).

ຢ່າງໃດກໍ່ຕາມ, ຄຽງ​ຄູ່​ກັນ​ບັນ​ດາ​ຜົນ​ສຳ​ລັດ​ອັນ​ຕັ້ງ​ໜ້າແລ້ວ, ການ​ຮັບ​ປະ​ກັນຄວາມໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ ຈາກຄວາມສ່ຽງແລະໄພ​ຂົ່ມ​ຂູ່​ດ້ານຄວາມໝັ້ນຄົງທີ່ບໍ່​ເປັນ​ແບບດັ້ງ​ເດີມ ​ກໍ່​ຍັງ​ມີຂໍ້​ຈຳ​ກັດບາງປະການເຊັ່ນ ຂອບ​ເຂດ​ການ​ປົກ​ຫຸ້ມ​ຂອງ​ປະ​ກັນ​ໄພ​ສັງ​ຄົມ​ກໍ່​ຍັງຈຳກັດ ໃນ​ຂະ​ນະທີ່​ຄວາມ​ສ່ຽງດ້ານແຮງ​ງານ, ວຽກ​ເຮັດ​ງານ​ທຳ, ການ​ເຈັບ​ເປັນ… ນັບ​ມື້​ນັບເພີ່ມຂຶ້ນ ຫຼາກຫຼາຍ ແລະມີທ່າ​ອຽງ​ເພີ່ນ​ຂຶ້ນຢ່າງ​ໄວ​ວາ. ການ​ຊ່ວຍ​ເຫຼືອທີ່ບໍ່ກຳນົດໄວ້​​ຍັງ​ບໍ່​ມີ​ປະ​ສິດ​ທິພາບແລະທັນ​ທ່ວງທີ ໃນ​ບາງ​ບ່ອນ, ບາງທ້ອງ​ຖິ່ນແລະຮາກ​ຖານ​ ເມື່ອເກີດ​ວິ​ກິດ​ການ ໄພ​ພິບັດທາງທຳ​ມະ​ຊາດ, ໂລກ​ລະ​ບາດ… ການປະກັນໄພສຸຂະພາບຍັງບໍ່ທັນໄດ້ພັດທະນາຊຸດປະກັນສຸຂະພາບສະເພາະ ສໍາລັບຄວາມສ່ຽງທີ່ເກີດຈາກໂລກລະບາດ. ຄຸນ​ນະ​ພາບການຮັກສາ​ສຸກຂະພາບ​ລະດັບ​ຮາກ​ຖານ ​ບໍ່ເປັນໄປຕາມຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ໂດຍສະເພາະ ໃນ​ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຂອງ​ພະ​ຍາດ​ທີ່ເປັນ​ອັນ​ຕະ​ລາຍແລະຄວບ​ຄຸມ​ໄດ້​ຍາກ ເຊັ່ນ ການແຜ່​ລະ​ບາດ​ໃຫຍ່ຂອງ​ໂຄວິດ-19. ທີ່ຢູ່​ອາໄສໃຫ້​ແກ່​ປະ​ຊາ​ຊົນ​ໃນພື້ນທີ່ທີ່ໄດ້ຮັບ​ຜົນ​ກະ​ທົບຈາກ​ໄພພິບັດທາງ​ທຳ​ມະ​ຊາດ ແລະ ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ​ ຍັງບໍ່​ປອດ​ໄພ.  

ທັດ​ສະ​ນະແລະມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງ​ສັງ​ຄົມ
ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ ໃຫ້ພົ້ນຈາກໄພ​ຂົ່ມ​ຄູ່ດ້ານ​ຄວາມໝັ້ນຄົງທີ່​ບໍ່ເປັນແບບດັ້ງ​ເດີມ​

​ພາຍ​ໃນ​ປະ​ເທດ, ​ບັນ​ຫາດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງ​ເດີມ​​ຄາດ​ວ່າ​ຈະ​ສືບ​ຕໍ່​ຜັນ​ແປຢ່າງ​ໄວວາແລະສັບ​ສົນ; ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ, ລະດັບ​ນ້ຳ​ທະ​ເລທີ່ສູງຂຶ້ນ, ໄພ​ທຳ​ມະ​ຊາດ, ມົນ​ລະ​ພິດ​ສິ່ງ​ແວດລ້ອມ, ໂລກລະບາດ ເປັນສິ່ງທີ່​ຄາດ​ເດົາ​ບໍ່ໄດ້ ແລະ ມີຜົນກະ​ທົບຮຸນ​ແຮງກວ່າ​ໄລ​ຍະ​ກ່ອນໆ, ສົ່ງຜົນໃຫ້ຊັບພະຍາກອນຫຼຸດລົງ ແລະກະທົບຕໍ່ການ​ເຄືຶ່ອນ​ໄຫວ​ການ​ຜະ​ລິດ ແລະ ການ​ຄ້າ​ສາ​ກົນ, ໂດຍສະເພາະ ໃນ​ຂະ​ແໜງ​ການ​ທີ່ຫວຽດ​ນາມມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີມູນຄ່າການ​ສົ່ງ​ອອກ​ຈຳນວນຫຼາຍ ເຊັ່ນ ກ​ະ​ສິ​ກຳ, ການປະມົງ ແລະປ່າ​ໄມ້, ​ສົ່ງ​ຜົນເສຍຕໍ່​ລາຍໄດ້ ແລະ ຊີ​ວິດ​ຂອງຜູ້ຄົນແລະຊຸມ​ຊົນ; ເພີ່ມ​ພາລະຂອ​ງ​ລັດ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍສັງ​ຄົມ.

ສະພາບ​ການ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ, ວິທີ​ທີ່​ດີ​ທີ່​ສຸດໃນການ​ຮັບປະກັນ​ແຫຼ່ງກຳລັງ​ແມ່ນ​ການພັດທະນາ​ຢ່າງ​ຍືນ​ຍົງ, ​ເປັນ​ເອກະລາດ ແລະ ​ເປັນເຈົ້າຕົນເອງ ​ໃນ​ຂົງ​ເຂດ​ຍຸດ​ທະ​ສາດ, ອຸດສາຫະກຳ ແລະ ສິນຄ້າ​ທີ່​ຈຳ​ເປັນ ​ເຊັ່ນ: ລະບົບ​ສາທາລະນະ​ສຸກ ​ໂດຍ​ສະ​ເພາະ​ແມ່ນ​ຢາ​ປ້ອງ​ກັນ, ສະຖານ​ທີ່​ການ​ແພດ..., ລະ​ບົບ​ສຳລອງແຫ່ງ​ຊາດ, ອຸ​ປະ​ກອນ, ສິນ​ຄ້າ​ຈຳ​ເປັນ, ສະ​ບຽງ​ອາ​ຫານ, ຢາ​ປົວ​ພະ​ຍາດ… ຄຽງ​ຄູ່​ກັນ​ນັ້ນ, ເພື່ອ​ເປັນ​ເຈົ້າ​ການໃນການ​ຮັບ​ມືກັບ​ໄພ​ຂົ່ມ​ຂູ່ດ້ານ​ຄວາມ​ໝັ້ນຄົງທີ່​ບໍ່ເປັນແບບດັ້ງ​ເດີມ​, ​ຈຳເປັນຕ້ອງສົ່ງເສີມການປ່ຽນແປງທາງ​ດິ​ຈິ​ຕອນ ແລະການ​ໃຊ້​ເຕັກ​ໂຂ​ໂລ​ຊີ​ດິ​ຈິຕອນ ​ໃນ​ການພະຍາກອນ, ການລວບລວມ​ຂໍ້​ມູນ, ຂໍ້​ມູນຂ່າວ​ສານ ແລະ ການ​ບໍລິຫານ​ຄຸ້ມ​ຄອງ​ທາງ​ສັງ​ຄົມ.

ໃນ​ເວ​ລາ​ຕໍ່​ໄປ​ນີ້ ເມື່ອປະເຊີນກັບ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ​ໃນ​ບັນດາ​ບັນຫາ​ຄວາມໝັ້ນຄົງທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເພື່ອ​ຮັບປະກັນ​ຄວາມໝັ້ນຄົງຂອງມະນຸດ ຄວາມໝັ້ນຄົງທາງສັງຄົມ ແລະ​ຄວາມ​ປອດ​ໄພທາງ​ສັງຄົມ ຈຶງຈຳເປັນຕ້ອງ​​ເຫັນ​ດີ​ເປັນ​ເອກະ​ພາບ​ກັບທັດສະນະພື້ນຖານບາງ​ປະການຄື:

ທີ​ໜຶ່ງ, ການຮັບປະກັນ​ຄວາມໝັ້ນຄົງຂອງມະນຸດ ຄວາມໝັ້ນຄົງທາງສັງຄົມ ແລະ​ຄວາມ​ປອດ​ໄພທາງ​ສັງຄົມ ໃຫ້ພົ້ນຈາກໄພ​ຂົ່ມ​ຄູ່ດ້ານ​ຄວາມໝັ້ນຄົງທີ່​ບໍ່ເປັນ​ແບບດັ້ງ​ເດີມ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ຄຸ້ມ​ຄ​ອງ​ການ​ພັດ​ທະ​ນາ​ສັງ​ຄົມ ແລະການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມ, ໃນ​ນັັ້ນ​ເອົາ​ໃຈ​ໃສ່​ເປັນພິ​ເສດແລະເນັ້ນການດູແລ​ກຸ່ມ​ຄົນ​ດ້ອຍ​ໂອກາດ​ເຊັ່ນ: ​ເດັດ​ນ້ອຍ, ຜູ້​ເຖົ້າ, ຄົນ​ເປົ່າ​ປ່ຽວ​ດຽວ​ດາຍ, ຄົນ​ເຈັບ, ຄົນ​ພິການ, ຄົນ​ທຸກ​ຍາກ, ປະຊາຊົນ​ໃນເຂດ​ຫ່າງ​ໄກ​ສອກຫຼີກ, ຄົນຊົນ​ເຜົ່າສ່ວນນ້ອຍ... ເປັນ​ພື້ນ​ຖານແລະເງື່ອນ​ໄຂ​ເພື່ອ​ຄຸ້ມ​ຄອງ​ກາ​ນ​ພັດ​ທະ​ນາ​ສັງ​ຄົມ​ຢ່າງຍືນ​ຍົງ​ໃນ​ຫວຽດ​ນາມ.

ທີ​ສອງ, ເຊື່ອມໂຍງ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ນະ​ໂຍ​ບາຍ​ສັງ​ຄົມໃຫ້ດີ. ຈັດ​ໃຫ້ມີ​​ຊັບ​ພະ​ຍາ​ກອນແລະເງື່ອນ​ໄຂພຽງພໍ ເພື່ອປະ​ຕິ​ບັດນະ​ໂຍ​ບາຍ​ຮັບ​ປະ​ກັນຄວາມໝັ້ນຄົງຂອງ​ມະນຸດ, ຄວາມ​ໝັ້ນຄົງທາງ​ສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ຍູ້​ແຮງ​ການ​ລົງ​ທຶນ​ພັດ​ທະ​ນາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ, ຮັກສາຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ສະ​ຫວັດ​ດິ​ການ​ສັງ​ຄົມ, ​ບໍ​ລິ​ການ​​ສັງ​ຄົມ, ຊ່ວຍ​ເຫຼືອຜູ້ອອກ​ແຮງ​ງານແລະຜູ້ທີ່​ສ່ຽງຕໍ່​ພາວະຊ໊ອກຄັ້ງ​ໃຫຍ່. ການ​ລົງ​ທຶນແລະຍົກ​ລະ​ດັບ​ຄວາມ​ສາ​ມາດ, ຄວາມ​ສາ​ມາດ​ໃນການປ້ອງ​ກັນແລະຄວບຄຸມໄພ​ພິບັດທາງທຳ​ມະ​ຊາດແລະໂລກ​ລະ​ບາດ, ບໍ່​ພຽງ​ແຕ່​ໃນ​ໄລ​ຍະ​ສັ້ນແລະໃນລະດັບ​ທ້ອງ​ຖິ່ນເທົ່າ​ນັ້ນ, ແຕ່​ຍັງ​ເປັນໂຄງການໂດຍ​ລວມ, ໄລ​ຍະ​ຍາວ ແລະ ​ລະ​ດັບ​ຊາດ.

ທີ​ສາມ, ຖື​ການ​ປ້ອງ​ກັນ​ແລະຫຼີກ​ລ້ຽງ​ຢ່າງ​ຕັ້ງໜ້າ​ເປັນສຳຄັນ​ຕົ້ນຕໍ, ປະກອບສ່ວນ​ຊ່ວຍ​ໃຫ້ຜູ້ຄົນ​ຕອບ​ສະໜອງ​ຢ່າງ​ທັນ​ການ ແລະ​ປັບຕົວເຂົ້າກັບຄວາມສ່ຽງ​ໄດ້ຢ່າງຍືດຫຍຸ່ນ​ແລະມີ​ປະສິດທິ​ຜົນ. ເປັນ​ເຈົ້າ​ການໃນການປັບຕົວ​ຕໍ່ການ​ປ່ຽນ​ແປງສະພາບ​ອາ​ກາດ​ເທື່ອ​ລະ​ກ້າວ; ປ້ອງກັນ​ມົນ​ລະ​ພິດທີ່ເພີ່ມຂຶ້ນແລະຄວາມ​ເສື່ອມ​ໂຊມ​ຂອງສິ່ງ​ແວດ​ລ້ອມ, ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ຮີບດ່ວຍທີ່​ສຳຄັນໂດຍພື້ນຖານ, ຄ່ອຍໆປັບປຸງ​ຄຸ​ນ​ນະ​ພາບຂອງ​ສະ​ພາບ​ແວດ​ລ້ອມໃນການດຳລົງຊີວິດ; ເປັນ​ເຈົ້າ​ການໃນການ​ປ້ອງ​ກັນແລະຄວບ​ຄຸມ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ, ໂລກ​ລະ​ບ​າດ…;  ເອົາ​ໃຈ​ໃສ່​ການ​ຍົກ​ກຳ​ລັງ​ແຮງແລະຄວາມ​ສາ​ມາດ​ສັງ​ລວມ​ຂອງ​ຊາດ ຂອງຊຸມ​ຊົນ; ຄວາມ​ສາ​ມາດ​ຂອງແຕ່ລະ​ບຸ​ກ​ຄົນ; ເປັນ​ເຈົ້າ​ການໃນການ​ຜັນ​​ຂະ​ຫຍາຍ​ມາດ​ຕະ​ການ, ກຳ​ລັງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການປ້ອງກັນ​, ຍູ້ຖອຍ ແລະຫຼຸດຄວາມເສຍຫາຍຈາກ​ໄພ​ຂົ່ມຂູ່ດ້ານ​ຄວາມ​ໝັ້ນຄົງທີ່​ບໍ່​ເປັນ​ແບບດັ້ງ​ເດີມ.

ທີສີ່, ຖື​ເອົາ​ການຮັບ​ປະ​ກັນຄວາມໝັ້ນຄົງຂອງ​ມະນຸດ, ຄວາມ​ໝັ້ນຄົງທາງ​ສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ໃຫ້ພົ້ນຈາກ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມໝັ້ນຄົງ​ທີ່ບໍ່ເປັນແບບດັ້ງ​ເດີມ​ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ແລະພັນທະຂອງ​ລະ​ບົບ​ການ​ເມືອງ, ​ອົງ​ການ, ໜ່ວຍງານແລະບຸກຄົນທັງໝົດ, ໃນ​ນັ້ນ ​ລັດມີ​ບົດ​ບາດ​ສຳຄັນ ຮັບ​ປ​ະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ໃນ​ການ​ປະ​ຕິ​ບັດ​ທີ່ເໝາະ​ສົມ​ກັບຂີດ​ຄວາມ​ສາ​ມາດ ແລະເງື່ອນ​ໄຂ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ; ສົ່ງເສີມ​ການ​ຫັນ​ເປັນ​ສັງ​ຄົມ ແລະລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ຊຸມ​ຊົນ, ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ; ປະ​ຕິ​ບັດ​ການ​ແບ່ງ​ຂັ້​ນ ກະຈາຍ​ອຳ​ນາດ​ຢ່າງ​ແຂງ​ແຮງ ແລະຈະ​ແຈ້ງ​ ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ, ພ້ອມ​ທັງ​ກຳ​ນົດ​ຄວາມຮັບຜິດຊອບແລະອຳນາດຂອງຫົວໜ້າຢ່າງ​ຈະ​ແຈ້ງ; ​ສົມທົບ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຊຸມ​ຊົນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ ກັບການ​ຮ່ວມ​ມື​ສາ​ກົນ.

ຈາກທັດສະນະການວາງທິດທາງຂ້າງເທິງ, ສາມາດກຳນົດວິທີແກ້ໄຂໃນເວລາທີ່ຈະມາເຖິງດັງນີ້:

ທີ​ໜຶ່ງ, ໂຄ​ສະ​ນາເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວກັບຄວາມໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ ຕໍ່​ໄພ​ຂົ່ມ​ຂູ່​ດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງ​ເດີມ.

ພັກແລະລັດ​ຕ້ອງ​​ສະຫຼຸບພຶດຕິກຳຕົວ​ຈິງ ແລະຄົ້ນ​ຄວ້າ​ທິດ​ສະ​ດີ ເພື່ອຊີ້ແຈງ​ຄວາມ​ສຳ​ຄັບ, ຫຼັກ​ການ ແລະ ເນື້ອ​ໃນ​ຂອງ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ຕໍ່​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນຄົງທີ່ບໍ່ເປັນແບບດັ້ງ​ເດີມ.

ຍູ້​ແຮງ​ການ​ຄົ້ນ​ຄວ້າແລະການສຶກສາຄວາມສຳເລັດ ຕົວ​ແບບ ແລະບົດ​ຮຽນປະສົບການ​ໃນ​ໂລກ ແລະ ໝູນ​ໃຊ້​ເຂົ້າ​ໃນ​ພາກ​ຕົວ​ຈິງ​ຂອງ​ຫວຽດ​ນາມ ຢ່າງ​ເໝາະ​ສົມແລະປະ​ດິດ​ສ້າງ​. ສະຫຼຸບແລະຕີ​ລາ​ຄາ​ບັນ​ດາ​ຕົວ​ແບບ​ໃນ​ພາກ​ຕົວ​ຈິງ​ຢູ່ບາງ​ທ້ອງ​ຖິ່ນ​, ຖອດ​ຖອນ​ວິ​ທີ​ປະ​ຕິ​ບັດ​ທີ່​ດີ, ຕົວ​ແບບ​ທີ່​ດີ, ບົດ​ຮຽນ​ທີ່​ດີ​, ​ຈາກນັ້ນ ປັບປຸງຍົກ​ສູງ​ຈິນ​ຕະ​ນາ​ການແລະຄວາມ​ສາ​ມາດ​​ບໍ​ລິ​ຫານ​ສັງ​ຄົມ ​ໃນ​ການຮັບ​ປະ​ກັນ​ຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ຕໍ່​ໄພ​ຂົ່ມ​ຂູ່​ດ້ານຄວາມ​​​ໝັ້ນຄົງທີ່ບໍ່ເປັນແບບດັ້ງ​ເດີມ ສຳລັບ​ຖັນ​ແຖວ​ພະ​ນັກ​ງານ​ການ​ນຳ ຄຸ້ມ​ຄອງ​ຂັ້ນ​ຕ່າງໆ, ໂດຍສະເພາະລະດັບ​ທ້ອງ​ຖິ່ນແລະ​ຮາກ​ຖານ ເພື່ອຫຼີກລ້ຽງ​ສະ​ພາບ​ການ​ຂາດ​ວິ​ໄສ​ທັດ ແລະຄວາມບໍ່ສອດຄ່ອງກັນ​ ໃນ​ການ​ປະ​ກາດ​ໃຊ້​ນະ​ໂຍ​ບາຍແລະມາດ​ຕະ​ການຕອບສະໜອງ.

ສົ່ງເສີມຂໍ້​ມູນ​ຂ່າວ​ສານ, ໂຄ​ສະ​ນາຊວນເຊື່ອ, ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ ແລະ ການ​ເຂົ້າ​ຮ່ວມ​ຂອງທຸກ​ອັດ​ຕະ​ພາບ, ເສີມ​ຂະ​ຫຍາຍ​ບົດ​ບາດ ແລະຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ ຊຸມ​ຊົນ ວິ​ສາ​ຫະ​ກິດ ແລະ ທົ່ວ​ສັງ​ຄົມ ​ໃນ​ການຮັບ​ປະ​ກັນຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ຄຽງ​ຄູ່​ກັບຊ່ອງທາງສື່ມວນຊົນແລະການສື່ສານ, ເພີ່ມ​ທະ​ວີ​ໂຄງ​ການ​ສຶກ​ສາ ການເຝຶກ​ອົບ​ຮົມ, ສຳ​ມະ​ນາ, ບັ້ນ​ຮົບ​ການສື່ສານ… ​ຈາກນັ້ນ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​​ມີ​ມາດ​ຕະ​ການ​ຮັບ​ມືຢ່າງ​ທັນ​ເວ​ລາ ແລະເໝາະ​ສົມ ກັບສະຖານະການ​ທີ່​ເກີດ​ຂຶ້ນ. ຄຳແນະນຳແລະຄຳເຕືອນຕ້ອງມີຄວາມຮັດກຸມ ເຂົ້າໃຈງ່າຍ ຈະແຈ້ງ ແລະຄວນເຜີຍແຜ່ຂໍ້ມູນໄປໃຫ້ທຸກພື້ນທີ່ແລະປະຊາຊົນຢ່າງໄວວາ.

ທີ​ສອງ, ປັບ​ປຸງ​ນະ​ໂຍ​ບາຍໃຫ້ສົມບູນແບບ ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ໃຫ້ພົ້ນຈາກໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນຄົງທີ່ບໍ່​ເປັນແບບດັ້ງ​ເດີມ 

ດຳເນີນການແກ້ໄຂບັນຫາຢ່າງດີເພື່ອ​ຮັບ​ປະ​ກັນຄວາມປອດໄພທາງສັງຄົມ ​ສະ​ຫວັດ​ດິ​ການ​ສັງ​ຄົມ ແລະ ແກ້​ໄຂ​ຄວາມຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ຊຸມ​ຊົນ​ ເມື່ອເກີດ​ໄພພິບັດທາງ​ທຳ​ມະ​ຊາດ ໂລກ​ລະ​ບາດ ແລະ ວິ​ກິດ​ການ​. ຍູ້​ແຮງ​ການ​ຊ່ວຍ​ເຫຼືອ​ກຸ່ມຄົນທີ່ອ່ອນແອ ຄົນ​ທຸກ​ຍາກ, ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ໃຫ້​ເຂົ້າ​ເຖິງ​ບໍ​ລິ​ການ​ທາງ​ສັງ​ຄົມຂັ້ນ​ພຶື້ນ​ຖານ ແລະປັບຕົວຕໍ່ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ. ເພີ່ມ​ທະ​ວີກອງ​ທຶນ​ຊ່ວຍເຫຼືອສັງ​ຄົມຫຼາຍ​ລະ​ດັບ​ ເພື່ອ​ໃຫ້ການສະໜັບສະໜູນແກ່ຜູ້ທີ່ມີຄວາມສ່ຽງຢ່າງທັນທ່ວງທີ. ປະຕິບັດ​ການ​ປະກັນ​ຄວາມສ່ຽງດ້ານສະພາບອາກາດ ​ນ້ຳ​ຖ້ວມ ​ແລະ ໄພ​ແຫ້ງ​ແລ້ງ ສຳລັບ​ຜູ້​ຖືກ​ເສຍ​ຫາຍ​ງ່າຍ.

ປັບປຸງຍົກ​ສູງ​ຄວາມ​ສາ​ມາດ ແລະ ຄຸນ​ນະ​ພາບຂອງກິດຈະກຳ​​ການ​ແພດປ້ອງ​ກັນ ແລະການແພດລະດັບຮາກຖານ ເພື່ອ​ເປັນ​ເຈົ້າ​ການໃນການ​ປ້ອງ​ກັນ ແລະຄວບຄຸມໂລກລະບາດ. ຍົກ​ສູງ​ຄູນ​ນະ​ພາບ​ການພະຍາກອນ, ການ​ຕິດ​ຕາມ, ຄົ້ນພົບ, ປ້ອງກັນແລະຄວມ​ຄຸມການ​ແຜ່​ລະ​ບາດຢ່າງມີ​ປະສິດ​ທິ​ພາບ. ​ລົງ​ທຶນ​​ຢ່າງ​ແຂງ​ແຮງໃນການພັດທະນາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຮາກ​ຖານ, ເພີ່ມ​ແພດໝໍແລະພະນັກງານທາງການແພດລະດັບ​ຮາກ​ຖານ ​ເພື່ອ​ດູ​ແລ​ສຸ​ຂະ​ພາບ​ເບື້ອງ​ຕົ້ນ​ໃຫ້​ແກ່​ປະ​ຊາ​ຊົນ ​ໃນ​ການ​ປ້ອງ​ກັນພະຍາດເບື້ອງ​ຕົ້ນທີ່ເກີດຈາກ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ, ມົນລະພິດສິ່ງ​ແວດ​ລ້ອມ, ໂລກລະບາດ… ຮັບປະກັນວ່າ ສະຖານີສາທາລະນະສຸກຕາແສງມີອຸປະກອນການແພດແລະຢາທີ່ຈຳເປັນພຽງພໍ ໃນການປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ຫຼືໂລກລະບາດ. ຍູ້​ແຮງ​ການ​ພັດ​ທະ​ນາແລະການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ປັບປຸງຍົກ​ສູງ​ຄຸນ​ນະ​ພາບການກວດ​ກາ​ພະ​ຍາດ ແລະປິ່ນ​ປົວ​ພະ​ຍາດ. ສຳເລັດການວາງແຜນຜັງລະບົບໂຮງໝໍ, ກໍ່ສ້າງໂຮງໝໍລະດັບສູງຕື່ມອີກໃນບາງເຂດແລະທ້ອງຖິ່ນທີ່ສຳຄັນ.

ປັບ​ປຸງ​ບູ​ລະ​ນະ​ບັນ​ດາ​ນະ​ໂຍ​ບາຍ​ສະໜັບ​ສະໜູນ​ການ​ປະ​ກັນ​ໄພ​, ຊ່ວຍ​ເຫຼືອ​ເງິນທຶນເພື່ອ​ຟື້ນ​ຟູ​ການ​ຜະ​ລິດແລະລາຍໄດ້, ຊ່ວຍ​ເຫຼືອປະຊາຊົນໃນການປ່ຽນຂະແໜງການແລະອາຊີບຫຼັງຈາກ “ວິກິດການ” ທີ່ເກີດຈາກໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ. ແກ້​ໄຂ​ບັນຫາ​ທີ່ຢູ່​ອາ​ໄສ​ໃຫ້​ແກ່​ຄົນ​ງານ​ອິດ​ສະລະ, ຄົນ​ງານ​ສວນ​ອຸດສາ​ຫະກຳ ​ແລະ ຄົນ​ງານ​ອົບ​ພະຍົບ​ໃນ​ຕົວ​ເມືອງ​ໃຫຍ່ໄດ້ດີ. ປ່ຽນແປງໃໝ່​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ. ​ເພີ່ມ​ທະວີນະ​ໂຍບາຍ ​ແລະ ​ໂຄງການ​ໜູນ​ຊ່ວຍ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ ໃຫ້​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ພະຍາດ​ລະບາດ, ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ... ຊ່ວຍ​ເຫຼືອ​ການ​ຫັນ​ປ່ຽນ​ວຽກ​ເຮັດ​ງານ​ທຳ ​​ຜ່ານ​ການ​ເປີດ​ຊັ້ນ​ຮຽນ​ຝຶກອົບຮົມບໍ່​ເສຍ​ຄ່າ​ກ່ຽວກັບ​ທັກ​ສະ​ຄວາມສາມາດໃນການເຮັດວຽກ; ສົ່ງເສີມ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຕະຫຼາດ​ແຮງ​ງານ; ພັດ​ທະ​ນາ​​ບໍ​ລິ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ.

ທີ​ສາມ, ປ່ຽນ​ແປງ​ໃໝ່​ການເຄື່ອນ​ໄຫ​ວ​ຄຸ້ມ​ຄອງ​ສັງ​ຄົມ ເພື່ອຕອບສະໜອງຢ່າງເປັນເຈົ້າການແລະທັນທ່ວງທີ ຕໍ່ສະຖານະການ​ສຸກ​ສີນ​ຈາກໄພ​ຂົ່ມ​ຂູ່ດ້ານ​ຄວາມ​ໝັ້ນຄົງທີ່ບໍ່ເປັນ​ແບບດັ້ງ​ເດີມ. ​

​ສ້າງ​ກົງ​ຈັກແລະລະ​ບົບເພື່ອ​ຄາດ​ຄະ​ເນແລະເຕືອນ​ໄພເຖິງ​ວິ​ກິດ​ການ, ເຫດການທີ່ຜິດປົກກະຕິ ແລະ ເຫດ​ສຸກ​ເສີນ​ ຕັ້ງແຕ່​ຫົວ​ທີ ແລະຈາກໄລຍະ​ໄກ ສຳລັບ​ຄວາມ​ສ່ຽງແລະໄພ​ຂົ່​ມ​ຂູ່​ດ້ານ​ຄວາມ​ໝັ້ນຄົງທີ່ບໍ່ເປັນ​ແບບດັ້ງ​ເດີມ. ພັດທະນາແລະເຮັດໃຫ້ຂະບວນການຕອບໂຕ້ອັດຕະໂນມັດສົມບູນແບບສໍາລັບເຫດການສຸກເສີນ ເພື່ອໃຫ້ສາມາດປັບໃຊ້ມາດຕະການຕອບໂຕ້ໄດ້ທັນທີ ເມື່ອມີວິກິດການ, ໂລກລະບາດ ຫຼືໄພພິບັດອື່ນໆ. ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງແລະການປະ​ສານງານ​ລະ​ຫວ່າງ​ພາກພື້ນແລະທ້ອງ​ຖິ່ນ, ຫຼີກ​ລ້ຽງ​ຄວາມ​ແອ​ອັດ​ໃນ​ການ​ໝູນ​ວຽນ​ແລະການ​ກະຈາຍ​​ສິນຄ້າ​ ລະຫວ່າງ​ພາກ​ພື້ນ​ແລະທ້ອງ​ຖິ່ນ; ຍົກ​ສູງ​ປະສິດທິ​ພາບແລະປະສິດທິຜົນ, ຮັບປະກັນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ນະ​ໂຍບາຍ​ເສດຖະກິດ​ສັງຄົມ, ສາທາລະນະ​ສຸກ, ການ​ສຶກສາ ​ໃນ​ເງື່ອນ​ໄຂ​ໃໝ່. ລະບົບຕ່ອງໂສ້ການຜະລິດຕ້ອງໄດ້ຮັບການຈັດຕັ້ງຕາມການເຊື່ອມໂຍງຫຼາຍຝ່າຍ, ຫຼາກຫຼາຍຫຼືຄູ່ຂະໜານ ເພື່ອຫຼີກລ້ຽງການຢຸດຊະງັກເມື່ອເກີດວິກິດ ຫຼືສະຖານະການສຸກເສີນ.

ກໍ່​ສ້າງແລະເພີ່ມ​ທະ​ວີ​ລະ​ບົບ​ຊ່ວຍ​ເຫຼືອ​ສັງ​ຄົມ​ທີ່ຍືດຫຍຸ່ນ ແລະຄ່ອງຕົວກັບ​​ຄວາມ​ສ່ຽງ​ທີ່ເກີດຈາກ​ໄພ​ທຳ​ມະ​ຊາດ, ໂລກລະບາດ; ສ້າງຄວາມ​ເປັນ​ມື​ອາ​ຊີບໃຫ້ກັບ​ວຽກ​ງານ​ສັງ​ຄົມ​ສົງເຄາະ ເພື່ອ​ຮັບ​ມື​ຕໍ່ເຫດ​ສຸກ​ເສີນໂດຍທັນທີ. ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ຜູ້ດ້ອຍໂອກາດ, ຄົນ​ທຸກ​ຍາກ ແລະ ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍໃນການ​ເຂົ້າ​ເຖິງ​​ບໍ​ລິ​ການ​ສັງ​ຄົມຂັ້ນ​ພື້ນ​ຖານ ແລະປັບຕົວຕໍ່ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ. ສ້າງຕ່ອງ​ໂສ້​​ບໍ​ລິ​ການ​ຊ່ວຍ​ເຫຼືອທາງສັງ​ຄົມທີ່ຮອບ​ດ້ານ, ລວມເຖິງ​ບໍລິການປ້ອງກັນແລະແຊກແຊງຕອບສະໜອງໃນສະຖານະການວິກິດການແລະສຸກເສີນ.   

ທີ​ສີ່, ລະ​ດົມ​ຊັບ​ພະ​ຍາ​ກອນ ແລະຮັບ​ປະ​ກັນ​ເງື່ອນ​ໄຂ ​ສຳລັບ​ການ​ປະ​ຕິ​ບັດນະ​ໂຍ​ບາຍ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມຕໍ່​ໄພ​ຂົ່ມ​ຂູ່ດ້ານ​ຄວາມ​ໝັ້ນຄົງທີ່ບໍ່​ເປັນແບບດັ້ງ​ເດີມ.

ເພີ່ມ​ທຶນ​ງົບ​ປ​ະ​ມານການ​ລົງ​ທຶນ ແລະກະຈາຍ​ແຫຼ່ງເງິນ​ທຶນທີ່​ລະ​ດົມມາ ສຳລັບໂຄງການ, ແຜນ​ງານ ແລະກອງທຶນສຳຮອງ​ແຫ່ງ​ຊາດ​ ເພື່ອ​ຮັບ​ປະ​ກັນຄວາມໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ຕໍ່​​ໄພ​ຂົ່ມ​ຂູ່​ດ້ານຄວາມໝັ້ນຄົງ​ທີ່ບໍ່ເປັນແບບດັ້ງ​ເດີມ. ລັດ​ຮັບ​ປະ​ກັນ​ການ​ຊ່ວຍ​ເຫຼືອ​ທາງສັງ​ຄົມ​ໃຫ້​ແກ່​ປະ​ຊາ​ຊົນ​ໃນການຮັບ​ມື​ຢ່າງ​ທັນ​ເວ​ລາແລະໄຫວ​ພິບ ​ກັບຜົນ​ກະ​ທົບ​ຈາກ​​ປັດໄຈຄວາມ​ໝັ້ນຄົງທີ່ບໍ່ເປັນ​ແບບດັ້ງ​ເດີມ. ຈັດ​ຕັ້ງແລະພັດ​ທະ​ນາ​ກອງ​ທຶນ​ປ້ອງ​ກັນຄວາມ​ສ່ຽງ ແລະກອງ​ທຶນ​ພັດ​ທະ​ນາ​ສັງ​ຄົມທີ່​ຍືນ​ຍົງໃນ​ທ້ອງ​ຖິ່ນ​ ໂດຍມີ​ກົນ​ໄກ​ຄຸ້ມ​ຄອງການ​ເຄື່ອນ​ໄຫວ​ທີ່ໂປ່ງ​ໃສແລະຍືດຫຍຸ່ນ ​ເພື່ອ​ລະ​ດົມແຫຼ່ງເງິນສົມທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໂດຍສະເພາະໃນ​ກໍ​ລະ​ນີ​ຮີບ​ດ່ວນ ​ໃຫ້ຮັບ​ປະ​ກັນຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົມໂດຍທັນທີ. ເພີ່ມ​ທະ​ວີບົດ​ບາດ​ເຂົ້າ​ຮ່ວມ​ຂອງ​ພາກເອ​ກະ​ຊົນ ແລະ ຄວາມຮ່ວມມືລະຫວ່າງພາກລັດແລະເອ​ກະ​ຊົນ ໃນ​ການ​ລະ​ດົມ​​ຊັບ​ພະ​ຍາ​ກອນ​ ເພື່ອປະ​ຕິ​ບັດ​ນະ​ໂຍ​ບາຍ​ຮັບ​ປະ​ກັນຄວາມໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ໃຫ້ພົ້ນຈາກໄພ​ຂົ່ມ​ຂູ່​ດ້ານຄວາມໝັ້ນຄົງ​ທີ່ບໍ່​ເປັນ​ແບບດັ້ງ​ເດີມ. ເພີ່ມ​ທະ​ວີທຶນສຳລອງ​ແຫ່ງ​ຊາດແລະການສຳລອງສິນຄ້າ​ຍຸດ​ທະ​ສາດແລະຈຳ​ເປັນ ​ເພື່ອ​ເປັນ​ເຈົ້າ​ການໃນການຕອບໂຕ້ຕັ້ງແຕ່ຕົ້ນແລະຈາກໄລຍະໄກ ​ຕໍ່​ໄພ​ຂົ່ມ​ຂູ່​ຄວາມໝັ້ນຄົງ​ທີ່ບໍ່ເປັນ​ແບບດັ້ງ​ເດີມ. ປັບ​ປຸງ​ບູ​ລະ​ນະ​ນະ​ໂຍ​ບາຍແລະຂໍ້​ບັງຄັບ​ກ່ຽວ​ກັບການເຄື່ອນໄຫວ​ກຸ​ສົນແລະອາສາສະໝັກ, ຮັບ​ປະ​ກັນ​ຄວາມໂປ່ງ​ໃສ, ເປີດ​ເຜີຍ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​.

ທີ​ຫ້າ, ຍູ້​ແຮງ​ການ​ຄົ້ນ​ຄວ້າແລະການໝູນ​ໃຊ້​ຄວາມສຳເລັດທາງ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະການ​ປ່ຽນແປງ​ດິ​ຈິ​ຕອນ ​ໃນ​ການ​ຮັບ​ປະ​ກັນຄວາມ​ໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ ໃຫ້ພົ້ນຈາກ​ໄພຂົ່ມ​ຂູ່​ດ້ານ​ຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງ​ເດີມ.

ປ່ຽນ​ແປງ​ໃໝ່ແລະຍົກ​ສູງ​ຄູນ​ນະ​ພາບ​ຂອງການ​ຄົ້ນ​ຄວ້າ​ຄາດ​ຄະ​ເນ, ຄວາມ​ສາ​ມາດໃນການປະເມີນ, ວິ​ເຄາະ ແລະ ຄາດ​ຄະ​ເນ​ຄວາມ​ສ່ຽງ, ຕິດ​ຕາມ​ຢ່າງໃກ້ຊິດ ແລະ ເຂົ້າໃຈສະຖານະການ​ສຸກ​ເສີນ, ຫຼິກລ້ຽງ​ການ​ຕົກ​ໃນ​ທ່າ​ຮັບແລະປະຫຼາດໃຈ ກັບ​ໄພ​ຂົ່ມ​ຂູ່ດ້ານ​ຄວາມ​ໝັ້ນຄົງທີ່ບໍ່ເປັນ​ແບບດັ້ງ​ເດີມ, ບົນ​ພື້ນ​ຖານນັ້ນ​ ເປັນ​ເຈົ້າ​ການສະເໜີ​ແຜນ​ນະ​ໂຍ​ບາຍແລະ​ມາ​ດ​ຕະ​ການ​ຮັບ​ມື​ທີ່​ເໝາະ​ສົມ​ທັນ​ທີ. ມີ​ການ​ຄາດ​ຄະ​ເນລ່ວງໜ້າເຖິງພັດທະນາການຂອງ​ໄພ​ຂົ່ມ​ບ​ຂູ່ດ້ານ​ຄວາມ​ໝັ້ນຄົງທີ່ບໍ່ເປັນ​ແບບດັ້ງ​ເດີມ ແລະ ການພັດທະນາ​ມາດ​ຕ​ະ​ການ ເພື່ອ​ຮັບ​ມື​ກັບສະຖານະການທີ່ມີທ່າອ່ຽງວ່າຈະ​ເກີດ​ຂຶ້ນ ​ເພື່ອ​ຈຳ​ກັດ​ຄວາມ​ສ່ຽງ​ຕໍ່ຜູ້ຄົນແລະສັງ​ຄົມ. ຍູ້​ແຮງ​ການ​ປະຍຸກໃຊ້​ເຕັກ​ໂນ​ໂລ​ຊີແລະຂໍ້​ມູນທາງສະຖິຕິ, ການພະຍາກອນ ຄຳເຕືອນ ແລະການຮັບມືກັບໄພພິບັດທາງທຳມະຊາດ ນ້ຳຖ້ວມ ໂລກລະບາດ. ສະໜັບສະໜູນໃຫ້ປະຊາຊົນເຂົ້າເຖິງຂໍ້ມູນແລະປະຍຸກໃຊ້ເຕັກໂນໂລຊີດິ​ຈິ​ຕອນ.

ເພີ່ມ​ທະ​ວີ​ໂຄງ​ການຄົ້ນ​ຄວ້າ​ທີ່​ກ່ຽວຂ້ອງກັບ​ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ​ເພື່ອ​ໃຫ້ມີ​ການ​ປະ​ເມີນ​ທີ່ຖືກຕ້ອງກວ່າ ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງກ​ານ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ (ໄລ​ຍະ​ສັ້ນແລະໄລ​ຍະ​ຍາວ) ຕໍ່ການ​ຮັບ​ປະ​ກັນຄວາມໝັ້ນຄົງຂອງມະນຸດ, ຄວາມ​ໝັ້ນຄົງທາງສັງ​ຄົມ ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ຍູ້​ແຮງ​ການ​ໝູນ​ໃຊ້​ບັນ​ດາ​ຜົນ​ງານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ຂັ້ນສູງ, ຍົກ​ສູງ​ຄວາມ​ສາ​ມາດ​ໃນການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ການຄາດ​ຄະ​ເນ ແລະ ການເຕືອນລ່ວງໜ້າ ກ່ຽວກັບ​ມົນ​ລະພາວະຕໍ່​ສິ່ງ​ແວດ​ລ້ອມ. ຄົ້ນ​ຄວ້າ​ບັ​ນ​ດາ​ຕົວ​ແບບການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ພາກ​ພື້ນ, ສະພາບອາກາດແຕ່​ລະປະເພດ ແລະ ແຕ່​ລະ​ເຂດ​ດິນ​ ທີ່​ໄດ້ຮັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ ເພື່ອ​ຮັບ​ປະ​ກັນ​ພາ​ຫະ​ນະ​ການຄອງ​ຊີບ​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ໝັ້ນຄົງທາງ​ສະ​ບຽງ​ອາ​ຫານ./.

------------------------------------

(1) ຄື​ມະ​ຕິ​ເລກ​ທີ 42/NQ-CP, ​ລົງ​ວັນ​ທີ 9 ເມ​ສາ 2020, ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ວ່າ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ທີ່​ພົບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ພະ​ຍາດ​ໂຄວິດ-19; ມະ​ຕິ​ເລກ​ທີ 03/2021/UBTVQH15, ​ລົງ​ວັນ​ທີ 24 ກັນ​ຍາ 2021, ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​​ສະ​ພາແຫ່ງ​ຊາດ, ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ​ຜູ້ອອກ​ແຮງ​ງານ ແລະ ນາຍຈ້າງງານ ​ທີ່​ຖືກ​ຜົນ​ກະ​ທົບ​ຍ້ອນ​ພະ​ຍາດ​ໂຄວິດ-19 ຈາກ​ກອງ​ທຶນການຫວ່າງ​ງານ; ມະ​ຕິ​ເລກ​ທີ 116/NQ-CP, ​ລົງ​ວັນ​ທີ  24 ກັນ​ຍາ 2021, ​ຂອງລັດ​ຖະ​ບານ​ວ່າ​ດ້ວຍ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອຜູ້ອອກ​ແຮງ​ງານ ແລະ ນາຍຈ້າງ​ງານ​ທີ່​ຖືກ​​ຜົນ​ກະ​ທົບ​ຍ້ອນ​ພະ​ຍາດ​ໂຄວິດ-19 ຈາກ​ກອງ​ທຶນການ​ຫວ່າງ​ງານ; ຂໍ້​ຕົກ​ລົງ​ເລກ​ທີ  28/2021/QĐ-TTg, ​ລົງ​ວັນ​ທີ 1 ຕຸ​ລາ 2021, ຂອງລັດ​ຖະ​ບານ ​ວ່າ​ດ້ວຍ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອຜູ້ອອກ​ແຮງ​ງານ ແລະ ນາຍຈ້າງ​ງານ​ທີ່​ຖືກ​ຜົນ​ກະ​ທົບ​ຍ້ອນ​ພະ​ຍາດ​ໂຄວິດ-19 ຈາກ​ກອງ​ທຶນການ​ຫວ່າງ​ງານ

 (2) ຕາມ​ລາຍ​ງານ​ຂອງ​​ກະ​ຊວງ​ແຮງ​ງານ-ນັກຮົບຜູ້ເສຍອົງຄະ ແລະ ສັງ​ຄົມ​ ກ່ຽວ​ກັບ​ຜົນ​ສຳ​ເລັດ​ການ​ປະ​ຕິ​ບັດ​ນະ​ໂຍບ​າຍ​ສັງ​ຄົມ​ໄລ​ຍະປີ 2012-2020, ກຳ​ນົດ​ທິດ​ປັບ​ປຸງ​ບູ​ລ​ະ​ນະ​ນະ​ໂຍ​ບາຍ​ສັງ​ຄົມ​ເຖິງ​ປີ 2030, ວິ​ໄສ​ທັດ​ເຖິງ​ປີ 2045 ທີ່​ກອງ​ປະ​ຊຸມ​ອອນ​ໄລ ກ່ຽວ​ກັບ “ສະຫຼຸບ 10 ປີ​ ແຫ່ງການປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XI  “ບາງ​ບັນ​ຫາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສັງ​ຄົມ​ໄລ​ຍະປີ 2012-2020”, ​ວັນ​ທີ 16 ທັນ​ວາ 2022.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1019 (​ເດືອນສິງຫາ 2023)