ວກ. - ໃນປະຈຸບັນ, ຫຼາຍປະເທດໃນທົ່ວໂລກກຳລັງຄົ້ນຄວ້າແລະກຳນົດຄຸນຄ່າຂອງຊາດ ເພື່ອເປັນແນວທາງໃນການດຳເນີນການ. ໃນຫວຽດນາມ, ບັນຫາການສ້າງລະບົບຄຸນຄ່າຂອງຊາດແມ່ນຄວາມຕ້ອງການພາວະວິໄສ ທີ່ໄດ້ວາງອອກມາເປັນເວລານານ ໃນພາລະກິດການປະຕິວັດ ໂດຍສະເພາະ ໃນສະໄໝໃໝ່ແຫ່ງພາລະກິດການປ່ຽນແປງໃໝ່ປະເທດ, ປະຕິບັດຄວາມມຸ່ງມາດປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ. ໃນນັ້ນ, ຄວາມສຸກແມ່ນໜຶ່ງໃນຄຸນຄ່າແຫ່ງຊາດ, ເປັນສັນຍາລັກທົ່ວໄປທີ່ແນໃສ່

 

ຄວາມສຸກ - ເປົ້າໝາຍອັນສູງສົ່ງຂອງການປະຕິວັດ

ຄຸນຄ່າແມ່ນໝວດໝູ່ທີ່ມີວີທີການເຂົ້າເຖິງທີ່ແຕກຕ່າງກັນຫຼາຍ. ແນວຄວາມຄິດກ່ຽວກັບຄຸນຄ່າຢູ່ທີ່ນີ້ລວມເຖິງອົງປະກອບໃນທາງບວກແລະຄວາມກ້າວຫນ້າ ເຊິ່ງສະທ້ອນເຖິງຄວາມປາດຖະໜາຂອງປະຊາຊົນແລະສັງຄົມ. ດັ່ງນັ້ນ ຄຸນຄ່າແມ່ນທຸກສິ່ງທີ່ນຳຄວາມໝາຍມາສູ່ບຸກຄົນແລະສັງຄົມ, ໄດ້ຮັບການຍອມຮັບຈາກສັງຄົມ, ກາຍເປັນບ່ອນອີງທາງຈິດໃຈ ແລະເປັນສິ່ງທີ່ຜູ້ຄົນປາດຖະໜາແລະປະຕິບັດຕາມ. ຄຸນຄ່າແຫ່ງຊາດແມ່ນບັນດາຄຸນຄ່າທົ່ວໄປ ແກ່ນແທ້ ໂດດເດັ່ນ ທີ່ສະທ້ອນເຖິງເຈດຈຳນົງແລະຄວາມປາດຖະໜາຂອງຊາດ-ປະເທດຊາດ ບົນເສັ້ນທາງແຫ່ງການປະຕິບັດເປົ້າໝາຍແລະອຸດົມຄະຕິອັນສູງສົ່ງ. ຄຸນຄ່າ​ຂອງ​ປະ​ເທດ​ໜຶ່ງ​ລວມມີ​ຫຼາຍ​ຄຸນຄ່າ​ທີ່​ເຊື່ອມ​ໂຍງ​​ກັນໃນ​ລະບົບ​ລຳດັບຊັ້ນ ເຊິ່ງປະກອບ​ເປັນ​ລະບົບ​ຄຸນຄ່າ​ແຫ່ງ​ຊາດ.

ຄວາມສຸກແມ່ນຄຸນຄ່າທີ່ດີທີ່ສະໜອງຄວາມຕ້ອງການທາງວັດຖຸແລະຈິດໃຈຂອງຜູ້ຄົນ ຂອງປະຊາຊົນໃນທຸກປະເທດ. ໃນລະບົບຄຸນຄ່າແຫ່ງຊາດຂອງຫວຽດນາມ, ຄວາມສຸກແມ່ນຄຸນຄ່າພື້ນຖານ. ຄວາມສຸກແມ່ນໝວດໝູ່ທີ່ລວມເປັນໜຶ່ງລະຫວ່າງລັກສະນະວັດຖຸ ແລະລັກສະນະໃນຕົວ, ລະຫວ່າງພາວະວິໄສແລະອັດຕະວິໄສ. ທາງດ້ານພາວະວິໄສ, ຄວາມສຸກແມ່ນບັນດາຄຸນຄ່າທາງວັດຖຸແລະຈິດໃຈທີ່ດີງາມ ເຊິ່ງມີຄວາມໝາຍຕໍ່ບຸກຄົນແລະຊຸມຊົນທີ່ປະເທດຈຳເປັນຕ້ອງບັນລຸ, ກາຍເປັນເປົ້າໝາຍແຫ່ງການສູ້ຊົນຂອງປະເທດ. ທາງດ້ານອັດຕະວິໄສ, ຄວາມສຸກແມ່ນຄວາມພຶງພໍໃຈໃນການຊົມໃຊ້ວັດຖຸແລະຄວາມເພີດເພີນທາງຈິດວິນຍານຂອງມະນຸດ. ຄວາມສຸກໃນຖານະຄຸນຄ່າແຫ່ງຊາດແມ່ນສິ່ງທີ່ກວມລວມແລະຄວບຄຸມຄວາມສຸກໃນຖານະຄຸນຄ່າສ່ວນບຸກຄົນ ແລະຄຸນຄ່າຄອບຄົວ. ເນື້ອໃນຂອງຄຸນຄ່າໃນຫຼາຍລະດັບມີຄວາມພົວພັນແບບແບບສັດຈະວິພາກ ລວມເຖິງຄວາມເປັນເອກະພາບແລະຄວາມແຕກຕ່າງ.

ທ່ານກຳມະການກົມການເມືອງ, ປະທານປະເທດ ຫວໍ ວັນ ເຖືອງ ພ້ອມກັບນັກສຶກສາໃນພິທີຍ້ອງຍໍສັນລະເສີນ “ນັກຮົບກ້າຫານເຮັດວຽກດີນັບພັນ” _ພາບ: TTXVN

ພາຍຫຼັງການສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ປີ1945 (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ), ປະທານໂຮ່ຈີມິນໄດ້ກຳນົດ (ແລະຫຼັງຈາກນັ້ນໄດ້ຮັບການຮັບຮອງໂດຍສະພາແຫ່ງຊາດ) ຊື່ປະຈຳຊາດຂອງຫວຽດນາມວ່າ “ເອກະລາດ - ​ເສລີ​ພາບ - ຄວາມສຸກ”. ເຖິງປະຈຸບັນ, ຄວາມສຸກຖືເປັນຄຸນຄ່າພື້ນຖານຂອງຊາດຢ່າງເປັນທາງການ, ໂດຍສະເພາະ ໃນສະພາບການທີ່ຫວຽດນາມກຳລັງສ້າງລະບອບສັງຄົມນິຍົມ. ອາດຈະເວົ້າໄດ້ວ່າ, ຄວາມສຸກແມ່ນຄຸນລັກສະນະຂອງລັດທິສັງຄົມນິຍົມ, ລະບອບສັງຄົມເພື່ອມະນຸດ ເພື່ອຄວາມສຸກຂອງປະຊາຊົນ. ຄວາມສຸກແມ່ນຄຸນຄ່າແຫ່ງຊາດ, ກາຍເປັນເປົ້າໝາຍຂອງການປະຕິວັດຫວຽດນາມ ແລະ ໄດ້ຮັບການຢືນຢັນຈາກ ຫງວຽນອ໊າຍກວັກ ໂຮ່ຈີມິນ ໃນຂະບວນການຊອກຫາເສັ້ນທາງກອບກູ້ປະເທດ ແລະ ປົດປ່ອຍປະເທດຊາດ. ປະທານໂຮ່ຈີມິນຢືນຢັນວ່າ: “ມີພຽງລັດທິກອມມູນິດເທົ່ານັ້ນທີ່ສາມາດຊ່ວຍມະນຸດຊາດໄດ້, ນຳເສລີພາບ ຄວາມສະເໝີພາບ ຄວາມຮັກ ຄວາມສາມັກຄີ ຄວາມອີ່ມໜຳສຳລານໃນໂລກ ມາສູ່ຜູ້ຄົນໂດຍບໍ່ຄຳນຶງເຖິງເຊື້ອຊາດ ຕົ້ນກຳເນີດ ແລະ ນຳວຽກເຮັດງານທຳມາໃຫ້ທຸກຄົນ ແລະເພື່ອທຸກຄົນ ຄວາມມ່ວນຊື່ນ ສັນຕິພາບ ຄວາມສຸກ(1). ເພີ່ນຢືນຢັນວ່າ: “ການກໍ່ສ້າງລັດທິສັງຄົມນິຍົມໝາຍເຖິງການກໍ່ສ້າງຊີວິດທີ່ຈະເລີນຮຸ່ງເຮືອງແລະຜາສຸກໃຫ້ກັບປະຊາຊົນ(2).

ຄວາມສຸກບໍ່ພຽງແຕ່ແມ່ນຄຸນຄ່າຂອງລັດທິສັງຄົມນິຍົມເທົ່ານັ້ນ ແຕ່ຍັງເປັນຄຸນຄ່າສາກົນທີ່ດີທີ່ສຸດທີ່ມະນຸດຊາດຜູ້ກ້າວໜ້າມຸ່ງໝັ້ນເພື່ອໃຫ້ໄດ້ມາ. ໃນບົດກະວີປີ 1961, ປະທານໂຮ່ຈີມິນຂຽນວ່າສະຫວັດດີປີໃໝ່, ສຸກສັນວັນລະດູບານໃໝ່ / ຫວຽດນາມສຸກສັນ, ໂລກມີຄວາມສຸກ / ເສັ້ນທາງສູ່ຄວາມສຸກນັ້ນກວ້າງໃຫຍ່... ຄວາມສຸກຄືສິ່ງທີ່ດີ, ເຕັມໄປດ້ວຍຄວາມຫວັງ ແລະ ເສັ້ນທາງໄປສູ່ຄວາມສຸກອັນກວ້າງໃຫຍ່ ແມ່ນເສັ້ນທາງທີ່ມະນຸດຊາດມຸ່ງໄປເຖິງ. ດັ່ງນັ້ນ, ການສະແຫວງຫາຄວາມສຸກແມ່ນສິດທິພື້ນຖານຂອງມະນຸດ, ແມ່ນປັດໄຈທີ່ປະກອບເປັນຄຸນຄ່າຂອງຫຼັກຄຳສອນ ແລະແນວຄິດທົ່ວໄປໃນປະຫວັດສາດຂອງມະນຸດ. ປະທານໂຮ່ຈີມິນເລືອກຮັບເອົາແນວຄິດກ້າວໜ້າໃນການປະຕິວັດນາຍທຶນຝຣັ່ງປີ 1789 ແລະການປະຕິວັດອາເມລິກາ (ປີ 1775-1783). ໃນຖະແຫຼງການເອກະລາດ (ວັນທີ 2 ກັນຍາ 1945) ປະທານໂຮ່ຈີມິນອ້າງຄຳປະກາດເອກະລາດຂອງອາເມລິກາປີ 1776 ວ່າ: “ທຸກຄົນເກີດມາເທົ່າທຽມກັນ. ພຣະຜູ້ສ້າງໂລກໄດ້ໃຫ້ສິດທິແກ່ເຂົາເຈົ້າທີ່ບໍ່ມີໃຜສາມາດລະເມີດໄດ້, ໃນບັນດາສິດທິເຫຼົ່ານັ້ນ ມີສິດທິໃນການມີຊີວິດ, ສິດເສລີພາບແລະສິດທິໃນການສະແຫວງຫາຄວາມສຸກ(3) ແລະຂໍ້ສະຫຼຸບນັ້ນແມ່ນຄວາມຈິງທີ່ບໍ່ມີໃຜປະຕິເສດ.

ປະທານໂຮ່ຈີມິນໄດ້ພົບເຫັນຄວາມຄ້າຍຄືກັນລະຫວ່າງບັນດາຫຼັກຄຳສອນ ເຊິ່ງທັງໝົດນີ້ລ້ວນແຕ່ເພື່ອຄວາມສຸກຂອງມະນຸດຄື: ຫຼັກຄຳສອນຂອງຂົງຈື້ມີຂໍ້ໄດ້ປຽບໃນການປູກຝັງສິນທຳສ່ວນຕົວ. ສາສະໜາຂອງພະເຢຊູມີຂໍ້ດີຄືມີພະເມດຕາອັນຍິ່ງໃຫຍ່. ລັດທິມາກມີຈຸດດີໃນການເປັນວິທີການເຮັດວຽກແບບສັດຈະວິພາກ. ອຸດົມການຂອງຊຸນຢັດຊຽນມີ​ຂໍ້​ໄດ້​ປຽບ​ທີ່​ນະ​ໂຍບາຍ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ເຮົາ. ຂົງຈື້ ພະເຢຊູ ກາກມາກ ຊຸນຢັດຊຽນມີຂໍ້ໄດ້ປຽບທີ່ຄືກັນແມ່ນບໍ່? ລ້ວນແຕ່ສະແຫວງຫາຄວາມສຸກເພື່ອມວນມະນຸດຊາດ, ສະແຫວງຫາຄວາມສຸກເພື່ອສັງຄົມ. ຖ້າພວກເຂົາຍັງມີຊີວິດຢູ່ໃນວັນນີ້, ຂ້ອຍເຊື່ອວ່າພວກເຂົາຄົງຈະຢູ່ຮ່ວມກັນຢ່າງສົມບູນແບບໃນຖານະເພື່ອນສະໜິດສະໜົມຢ່າງແນ່ນອນ. ຂ້ອຍພະຍາຍາມເປັນນັກຮຽນນ້ອຍຂອງພວກເຂົາ(4).

ເປັນອັນວ່າ, ຕາມທີ່ປະທານໂຮ່ຈີມິນກ່າວໄວ້, ຄວາມສຸກແມ່ນຄຸນຄ່າຫຼັກທີ່ສຳຄັນຂອງວັດທະນະທຳມະນຸດ ແລະເພິ່ນຕັ້ງທິດທີ່ຈະໃຊ້ປະໂຫຍດຈາກຂໍ້ດີທີ່ມີຮ່ວມກັນຂອງທິດສະດີເຫຼົ່ານັ້ນ ນັ້ນຄື ການສະແຫວງຫາຄວາມສຸກເພື່ອມະນຸດຊາດ, ການສະແຫວງຫາສະຫວັດດີການໃຫ້ກັບສັງຄົມ. ສຳລັບປະທານໂຮ່ຈີມິນ, ເສັ້ນທາງທີ່ຫຼີກລ້ຽງບໍ່ໄດ້ທີ່ການປະຕິວັດຫວຽດນາມຈະຕ້ອງຜ່ານໄປຄືຕໍ່ສູ້ຍາດເອົາເອກະພາບແລະເອກະລາດເພື່ອປະເທດຊາດ, ເສລີພາບແລະຄວາມສຸກໃຫ້ກັບປະຊາຊົນ(5), ນັ້ນກໍ່ແມ່ນເສັ້ມທາງຂອງມະນຸດຊາດຜູ້ກ້າວໜ້າໃນການຕໍ່ສູ້ເພື່ອເອກະລາດ ສັນຕິພາບ ປະຊາທິປະໄຕ ແລະຄວາມສຸກແກ່ມະນຸດທຸກຄົນໃນໂລກ(6). ເພື່ອຕໍ່ສູ້ເພື່ອເອກະລາດ ແລະເສລີພາບຂອງປະເທດຊາດ ແລະຄວາມສຸກຂອງປະຊາຊົນ, ປະທານໂຮ່ຈີມິນໄດ້ອຸທິດທັງຊີວິດໃຫ້ກັບພາລະກິດການປະຕິວັດຂອງຊາດ: “ທັງຊີວິດຂອງຂ້າພະເຈົ້າມີຈຸດປະສົງດຽວເທົ່ານັ້ນ ຄືຕໍ່ສູ້ເພື່ອຜົນປະໂຫຍດຂອງປະເທດຊາດ ແລະຄວາມສຸກຂອງປະຊາຊົນ. ທຸກໆຄັ້ງທີ່ຂ້າພະເຈົ້າຕ້ອງຊ່ອນຕົວຢູ່ໃນພູເຂົາ ຫຼືຕິດຄຸກ, ຫຼືປະເຊີນອັນຕະລາຍ - ກໍ່ເພື່ອຈຸດປະສົງນັ້ນ(7). ປະທານໂຮ່ຈີມິນໄດ້ອຸທິດພາລະກິດຂອງຕົນເພື່ອຄຸນຄ່າຮ່ວມກັນຂອງມະນຸດຊາດ: ສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມ. ເປົ້າໝາຍເຫຼົ່ານັ້ນແມ່ນການນຳຄວາມສຸດມາສູ່ຜູ້ຄົນ, ແມ່ນຈຸດສູງສຸດຂອງຄຸນຄ່າທາງວັດທະນະທຳຂອງມະນຸດຊາດ. ນັ້ນຄືເຫດຜົນທີ່ມະນຸດຊາດຍົກຍ່ອງປະທານໂຮ່ຈີມິນວ່າເປັນ ວິ​ລະ​ຊົນ​ປົດ​ປ່ອຍ​ຊາດແລະ “ສິລະປິນ​ວັດ​ທະ​ນະ​ທຳ​ທີ່​ດີ​ເດັ່ນ​ຂອງ​ຫວຽດ​ນາມ”. 

ດັ່ງນັ້ນ ຄວາມສຸກຈຶ່ງເປັນຄຸນຄ່າປະຈຳຊາດຂອງຫວຽດນາມ ທັງມີລັກສະນະສາກົນຂອງມະນຸດຊາດ ແລະມີລັກສະນະສະເພາະຂອງລັດທິສັງຄົມນິຍົມ. ພາຍໃຕ້ລະບອບສັງຄົມນິຍົມ, ຄວາມສຸກແມ່ນຄຸນຄ່າທີ່ດີ, ກ່ອນອື່ນໝົດແມ່ນເພື່ອຕອບສະໜອງຄວາມຕ້ອງການທາງວັດຖຸແລະຈິດໃຈຂອງປະຊາຊົນຜູ້ອອກແຮງງານສ່ວນໃຫຍ່ - ບັນດາຊົນຊັ້ນແຮງງານ, ຊົນຊັ້ນທີ່ທຸກຍາກລຳບາກ, ຖືກກົດຂີ່ຂູດຮີດ ຕ້ອງທົນທຸກທໍລະມານ. ສາມາດເວົ້າໄດ້ວ່າ ຄວາມສຸກແມ່ນຄຸນຄ່າທີ່ສູງສົ່ງ, ກາຍເປັນວິຖີຊີວິດ, ຄວາມເຊື່ອໝັ້ນ ແລະແຮງບັນດາໃຈໃຫ້ປະຊາຊົນຫວຽດນາມໄປຕາມພັກກອມມູນິດຫວຽດນາມຢ່າງສຸດຫົວໃຈ ເພື່ອເຮັດການປະຕິວັດ ແລະ ໃນວັນນີ້ຍັງສືບຕໍ່ພາລະກິດການປ່ຽນແປງໃໝ່ສັງຄົມ, ການສ້າງສາແລະປົກປັກຮັກສາປະເທດຊາດ.

ຄວາມສຸກ - ຄຸນຄ່າພິເສດສະເພາະຂອງລັດທິສັງຄົມນິຍົມ

ໃນລະບົບຄຸນຄ່າແຫ່ງຊາດ, ຄວາມສຸກແມ່ນຄຸນຄ່າໃນລະດັບສູງສຸດຂອງລັດທິສັງຄົມນິຍົມ. ລັດທິສັງຄົມນິຍົມດ້ວຍລະບົບຄຸນຄ່າຫຼັກ: “ເອກະລາດ - ເສລີພາບ - ຄວາມສຸກແມ່ນອຸດົມຄະຕິແລະເປົ້າໝາຍຂອງການປະຕິວັດຫວຽດນາມ. ໃນການພົວພັນລະຫວ່າງ ເອກະລາດ-ເສລີພາບ-ຄວາມສຸກນັ້ນ ຄວາມເປັນເອກະລາດແມ່ນປະຖົມປັດໄຈແລະເງື່ອນໄຂຂອງເສລີພາບແລະຄວາມສຸກ; ເສລີພາບແລະຄວາມສຸກ ເປັນຕົວຊີ້ວັດຄຸນຄ່າຂອງຄວາມເປັນເອກະລາດແຫ່ງຊາດ. ປະທານໂຮ່ຈີມິນຢືນຢັນວ່າ: “ຫາກປະເທດມີເອກະລາດແຕ່ປະຊາຊົນບໍ່ມີເສດລີພາບແລະຄວາມສຸກ ຄວາມເປັນເອກະລາດນັ້ນກໍ່ບໍ່ມີຄວາມໝາຍ(8). ເພິ່ນເນັ້ນໜັກວ່າ: “ປະຊາຊົນຈະຮູ້ເຖິງຄຸນຄ່າຂອງເສລີພາບ ແລະຂອງຄວາມເປັນເອກະລາດ ກໍ່ຕໍ່ເມື່ອພວກເຂົາໄດ້ກິນດີ ນຸ່ງອຸ່ນເທົ່ານັ້ນ(9). ພຽງ​ແຕ່​ກ້າວ​ໄປ​ສູ່​ລັດ​ທິ​ສັງ​ຄົມນິຍົມເທົ່ານັ້ນ ຈຶ່ງຈະສາມາດມີ​ເອ​ກະ​ລາດແຫ່ງຊາດອັນ​ແທ້​ຈິງແລະສົມບູນ ຕິດ​ພັນ​ກັບ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ ເຊິ່ງກ່ອນ​ອື່ນ​ໝົດແລະຕົ້ນຕໍ​ແມ່ນ ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ.

ຄວາມສຸກແມ່ນຕົວຊີ້ວັດຄວາມກ້າວໜ້າທາງສັງຄົມ, ແມ່ນມາດຖານຂອງລັດທິສັງຄົມນິຍົມຢູ່ຫວຽດນາມ. ຕາມທີ່ປະທານໂຮ່ຈີມິນກ່າວໄວ້, ເອກະລາດ - ເສລີພາບ - ຄວາມສຸກ ແມ່ນລະບົບຄຸນຄ່າຫຼັກຂອງປະເທດ, ຂອງລັດທິສົງຄົມນິຍົມທີ່ຫວຽດນາມຈຳເປັນຕ້ອງສ້າງຂຶ້ນ. ໃນລະບົບຄຸນຄ່ານັ້ນ, ປະທານໂຮ່ຈີມິນເອົາໃຈໃສ່ເປັນພິເສດເຖິງຄຸນຄ່າຄວາມສຸກຂອງປະຊາຊົນ ແລະ ຫັນມາດຖານຄວາມສຸກເປັນຮູບປະທຳໃຫ້ສອດຄ່ອງກັບເງື່ອນໄຂປະຫວັດສາດທີ່ສະເພາະ. ເມື່ອອະທິບາຍລັດທິສັງຄົມນິຍົມ ປະທານໂຮ່ຈີມິນລະບຸບັນດາຄຸນລັກສະນະຂອງສັງຄົມນິຍົມໃຫ້ເໝາະສົມກັບເງື່ອນໄຂແລະສະພາບການສະເພາະ ໃນນັ້ນມີຄວາມສຸກ. ເພິ່ນຂຽນວ່າ: “ລັດທິສັງຄົມນິຍົມແມ່ນການເຮັດໃຫ້ປະຊາຊົນທຸກຄົນມີຄວາມສຸກແລະຈະເລີນຮຸ່ງເຮືອງ(10); “ຈຸດປະສົງຂອງລັດທິສັງຄົມນິຍົມແມ່ນການປັບປຸງຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນຢ່າງຕໍ່ເນື່ອງ(11), “ລັດທິສັງຄົມນິຍົມແມ່ນເພື່ອປັບປຸງຍົກສູງລະດັບຊີວິດດ້ານວັດຖຸແລະວັດທະນະທຳຂອງປະຊາຊົນ(12). ເພິ່ນໄດ້ກ່າວ​ຢ້ຳ​ຫຼາຍຄັ້ງເຖິງ​ການ​ແກ້​ໄຂ​ບັນຫາ​ຄວາມ​​ສຸກ​ໃຫ້​ແກ່​ປະຊາຊົນ​ໃນ​ສັງຄົມ​ນິຍົມ​ວ່າ: “ລັດທິສັງຄົມນິຍົມແມ່ນປະຊາຊົນທຸກຄົນມີເສື້ອຜ້າທີ່ອົບອຸ່ນ ອາຫານທີ່ພຽງພໍ ທີ່ຢູ່ອາໄສອັນເໝາະສົມ ແລະໄດ້ຮັບການສຶກສາ(13), “ລັດທິສັງຄົມນິຍົມແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບມີຄວາມສຸກ, ມີອາຫານພຽງພໍ, ເຄື່ອງນຸ່ງອຸ່ນ, ການສຶກສາ ແລະ ຢາປົວພະຍາດ(14), ພັກແລະລັດຂອງເຮົາໃຊ້ກຳລັງຂອງປະຊາຊົນເພື່ອສ້າງ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ​ເພີ່ມ​ຂຶ້ນໃຫ້ກັບປະຊາຊົນ​. ນັ້ນແມ່ນລັດທິສັງຄົມນິຍົມ(15). “ເວົ້າສັ້ນແລະງ່າຍໆຄື ລັດທິສັງຄົມນິຍົມມີເປົ້າໝາຍກ່ອນອື່ນໝົດເພື່ອຊ່ວຍໃຫ້ປະຊາຊົນຜູ້ອອກແຮງງານຫຼຸດພົ້ນອອກຈາກຄວາມທຸກຍາກ, ຊ່ວຍໃຫ້ທຸກຄົນມີວຽກເຮັດງານທຳ, ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຊີວິດທີ່ມີຄວາມສຸກ(16). ດັ່ງນັ້ນ, ຕາມທີ່ປະທານໂຮ່ຈີມິນກ່າວໄວ້, ຄວາມສຸກແມ່ນມາດຖານຂອງລັດທິສັງຄົມນິຍົມ. ຄວາມສຸກໝາຍຄວາມວ່າ ປະຊາຊົນຕ້ອງໄດ້ຊົມໃຊ້ຊີວິດດ້ານວັດຖຸແລະຈິດໃຈຢ່າງພຽງພໍທີ່ລັດທິສັງຄົມນິຍົມນຳມາໃຫ້.

ຄວາມສຸກແມ່ນຄຸນຄ່າທີ່ມີລັກສະນະປະຫວັດສາດສະເພາະ. ຄວາມສຸກແມ່ນອຸດົມຄະຕິອັນສູງສົ່ງຂອງລັດທິສັງຄົມນິຍົມ ແຕ່ກໍ່ບໍ່ແມ່ນສິ່ງໄກຕົວທີ່ຈະບໍ່ມີວັນບັນລຸໄດ້. ຄວາມສຸກຕິດພັນກັບສິ່ງທີ່ສະເພາະ, ແທດຈິງ, ກ່ຽວຂ້ອງກັບຊີວິດຂອງມະນຸດ, ກັບປະຊາຊົນຜູ້ອອກແຮງງານ. ເນື້ອໃນຂອງຄວາມສຸກສະທ້ອນເຖິງຄຸນຄ່າພາວະວິໄສ ແລະຄວາມປາດຖະໜາຂອງມະນຸດ, ຊີ້ນຳການເຄື່ອນໄຫວຂອງມະນຸດເພື່ອໃຫ້ບັນລຸເປົ້າໝາຍອັນສູງສົ່ງ. ຢ່າງໃດກໍ່ຕາມ, ຄວາມສຸກຂຶ້ນຢູ່ກັບເງື່ອນໄຂປະຫວັດສາດສະເພາະ. ເພື່ອບັນລຸຄວາມສຸກ, ຮຽກຮ້ອງໃຫ້ມີຂະບວນການພະຍາຍາມຢ່າງຕໍ່ເນື່ອງ ໃນການພັດທະນາຄວາມຕ້ອງການຂອງມະນຸດແລະສັງຄົມ. ດັ່ງນັ້ນ, ຈຳເປັນຕ້ອງຄ່ອຍໆກຳນົດມາດຖານຂອງຄວາມສຸກ ແລະຜັນຂະຫຍາຍຄຸນຄ່າເຫຼົ່ານັ້ນໃນຊີວິດສັງຄົມ ໃຫ້ສອດຄ່ອງກັບແຕ່ລະໄລຍະຂອງການປະຕິວັດ ເຊັ່ນ ໄລຍະການຕໍ່ສູ້ປະຕິວັດເພື່ອຍາດອຳນາດແລະສ້າງຕັ້ງລະບອບການປົກຄອງໃໝ່, ໄລຍະການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ໄລຍະປະເທດຊາດເປັນເອກະພາບ ແລະກ້າວເຂົ້າສູ່ສັງຄົມນິຍົມ ແລະ ປະຈຸບັນແມ່ນໄລຍະແຫ່ງການປ່ຽນແປງໃໝ່ ແລະປະຕິບັດຄວາມມຸ່ງມາດປາດຖະໜາຢາກພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ.

ປະທານໂຮ່ຈີມິນໄດ້ເຫັນແຕ່ຕົ້ນ ເຖິງວິທີແກ້ໄຂບັນຫາຄວາມສຸກຂອງປະຊາຊົນທີ່ສອດຄ່ອງກັບເງື່ອນໄຂຂອງປະຫວັດສາດການປະຕິວັດຂອງປະເທດເຮົາ. ທັນທີ​ຫຼັງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ໄດ້​ຮັບ​ຜົນສຳ​ເລັດ, ​ເພິ່ນ​ໄດ້​ສະ​ເໜີ​ແຜນນະ​ໂຍບາຍ​ກຳຈັດ​ຄວາມ​ອຶດຫິວ, ຄວາມ​ໂງ່​ຈ້າ ​ແລະ ຜູ້​ຮຸກ​ຮານຈາກ​ຕ່າງປະ​ເທດ. ເປັນອັນວ່າ ເພິ່ນໄດ້ເອົາໃຈໃສ່ເຖິງບັນຫາຮັບປະກັນຄວາມຕ້ອງການທາງດ້ານວັດຖຸແລະວັດທະນະທຳຂອງປະຊາຊົນ, ຕັ້ງບັນຫາບຸລິມະສິດການກຳຈັດຄວາມອຶດຫິວ ແລະ ຄວາມໂງ່ຈ້າ ໄປພ້ອມກັບການດັບສູນຜູ້ຮຸກຮານຈາກຕ່າງປະເທດ ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ທີ່​​ສ້າງ​ຕັ້ງ​ອຳນາດການປົກຄອງ​ປະ​ຕິ​ວັດໃໝ່, ຫາກໍ​ຫຼຸດ​ພົ້ນ​ອອກ​ຈາກລະບອບສັກດິນາແລະລັດທິລ່າເມືອງຂຶ້ນ ເຊິ່ງທັງຕ້ອງ​ປະ​ເຊີນໜ້າ​ກັບ​ສັດ​ຕູ​ພາຍ​ໃນ​ແລະ​ພາຍ​ນອກ.

ເພື່ອໃຫ້ຄຸນຄ່າຄວາມສຸກເປັນຮູບປະທຳ, ປະທານໂຮ່ຈີມິນຮຽກຮ້ອງໃຫ້ພັກຕ້ອງມີຄວາມຮັບຜິດຊອບໃນການເບິ່ງແຍງດູແລຊີວິດຂອງປະຊາຊົນ:ນະໂຍບາຍຂອງພັກແລະລັດຖະບານແມ່ນຕ້ອງ​ເບິ່ງແຍງດູແລ​ຊີວິດ​ຂອງ​ປະຊາຊົນຢ່າງສຸດໃຈ. ຖ້າປະຊາຊົນອຶດຫິວ, ພັກແລະລັດຖະບານຜິດ; ຖ້າປະຊາຊົນໜາວ, ພັກແລະລັດຖະບານຜິດ; ຖ້າປະຊາຊົນໂງ່, ພັກແລະລັດຖະບານກໍ່ມີຄວາມຜິດ; ຖ້າປະຊາຊົນເຈັບປ່ວຍ, ພັກແລະລັດຖະບານກໍ່ຜິດ(17). ເພິ່ນເນັ້ນໜັກວ່າ: “ພັກຂອງພວກເຮົາຕໍ່ສູ້ເພື່ອຫຍັງ? - ເພື່ອໃຫ້ທຸກຄົນມີອາຫານພຽງພໍ, ເຄື່ອງນຸ່ງອຸ່ນ ແລະ ເສລີພາບ. ສະມາຊິກພັກແຕ່ລະຄົນຕໍ່ສູ້ເພື່ອຫຍັງ? - ກໍ່ເພື່ອໃຫ້ທຸກຄົນໄດ້ຮັບອາຫານ, ເຄື່ອງນຸ່ງຫົ່ມ, ແລະເສລີພາບ. ສັງຄົມນິຍົມແມ່ນຫຍັງ? ໃຫ້ທຸກຄົນໄດ້ຮັບອາຫານພຽງພໍ, ເຄື່ອງນຸ່ງຫົ່ມທີ່ອົບອຸ່ນ, ມີຄວາມສຸກ ແລະເສລີພາບ?”(18).

ໃນພິໄນກຳຂອງຕົນ, ປະທານໂຮ່ຈີມິນຕັກເຕືອນວ່າພັກຕ້ອງມີແຜນການ ທີ່ດີໃນການພັດທະນາເສດຖະກິດແລະວັດທະນະທຳ ເພື່ອປັບປຸງຍົກສູງຊີວິດຂອງປະຊາຊົນຢ່າງຕໍ່ເນື່ອງ(19). ການເອົາໃຈໃສ່ດູແລຄວາມສຸກຂອງປະຊາຊົນແມ່ນໜ້າທີ່ແລະຄວາມຮັບຜິດຊອບຂອງພັກ, ເພາະພັກບໍ່ມີຜົນປະໂຫຍດອື່ນໃດນອກເໜືອຜົນປະໂຫຍດຂອງຊາດແລະຂອງປະຊາຊົນ. ໄດ້ຄືແນວນັ້ນ, ປະຊາຊົນຈຶ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ, ປະຕິບັດ​ຕາມ​ພັກ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ສູ້​ຊົນ​ເພື່ອ​ເອກະລາດ - ​ເສລີພາບ - ຄວາມສຸກ.

ໃນໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້ານຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011), ພັກກອມມູນິດຫວຽດນາມລະບຸຄວາມສຸກແມ່ນຄຸນລັກສະນະຂອງຮູບແບບລັດທິສັງຄົມນິຍົມຢູ່ຫວຽດນາມ: ສັງຄົມສັງຄົມນິຍົມທີ່ປະຊາຊົນເຮົາກໍ່ສ້າງນັ້ນແມ່ນສັງຄົມທີ່: ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ; ໂດຍປະຊາຊົນເປັນເຈົ້າຂອງ;... ປະຊາຊົນ​ມີ​ຊີວິດ​ທີ່ອີ່ມໜຳສຳລານ, ​ເສລີ, ມີ​ຄວາມ​​ສຸກ ​ແລະ ມີ​ເງື່ອນ​ໄຂ​ພັດທະນາ​ຢ່າງຮອບດ້ານ...”(20). ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢືນຢັນວ່າ: “ປະຕິບັດນະ​ໂຍບາຍ​ສັງຄົມ​ເປັນ​ຢ່າງ​ດີ, ຮັບປະກັນ​ຄວາມໝັ້ນຄົງ​ສັງຄົມ, ຄວາມ​ໝັ້ນຄົງ​ຂອງ​ມະນຸດ, ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ​ໃນ​ການ​ຄຸ້ມ​ຄອງການ​ພັດທະນາ​ສັງຄົມ, ປະຕິບັດ​ຄວາມ​ກ້າວໜ້າ ແລະຄວາມຍຸຕິ​ທຳ​ທາງສັງຄົມ, ປັບປຸງຍົກ​ສູງ​ຄຸນ​ນະພາ​ບຊີວິດ ​ແລະ ດັດຊະນີ​ຄວາມສຸກ​ຂອງ​ປະຊາຊົນ​ຫວຽດນາມ(21). ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢືນຢັນເປົ້າໝາຍການກໍ່ສ້າງລັດທິສັງຄົມນິຍົມຢູ່ປະເທດເຮົາ ແມ່ນສູ້ຊົນເຖິງປີ 2030: ການສ້າງສັງຄົມທີ່ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ຍຸຕິທຳ, ອາລະຍະທຳ, ເປັນລະບຽບ, ມີລະບຽບວິໄນ, ປອດໄພ, ຮັບປະກັນໃຫ້ປະຊາຊົນມີຊີວິດທີ່ປອດໄພແລະສະຫງົບສຸກ(22).

ໃນ 35 ປີແຫ່ງການປ່ຽນແປງໃໝ່, ພັກແລະລັດຫວຽດນາມໄດ້ປະຕິບັດບັນດາແຜນນະໂຍບາຍແລະນະໂຍບາຍ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໂດຍມີເປົ້າໝາຍປັບປຸງຍົກສູງລະດັບຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ. ຈາກປະເທດທີ່ທຸກຍາກແລະດ້ອຍພັດທະນາທີ່ສຸດແຫ່ງໜຶ່ງໃນໂລກ, ຫວຽດນາມໄດ້ກ້າວຂຶ້ນສູ່ກຸ່ມປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ ແລະມີການເຕີບໂຕທາງເສດຖະກິດຢ່າງວ່ອງໄວໃນພາກພື້ນແລະທົ່ວໂລກ. ພ້ອມກັນກັບການພັດທະນາເສດຖະກິດ ແລະ ບັນດາຂົງເຂດວັດທະນະທຳ ສັງຄົມ, ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ໄດ້ຮັບຜົນສຳເລັດທາງບວກ; ວຽກ​ງານ​ການ​ຮັກ​ສາ ​ແລະ​ດູ​ແລ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ ໄດ້ຮັບຄວາມເອົາໃຈໃສ່, ອາຍຸຍືນສະເລ່ຍຂອງປະຊາຊົນເພີ່ມຂຶ້ນຢ່າງໄວວາ... ຊີວິດທາງວັດຖຸແລະຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງ. ການປ້ອງກັນປະເທດ, ຄວາມໝັ້ນຄົງ, ຄວາມເປັນລະບຽບ ແລະຄວາມປອດໄພທາງສັງຄົມ ໄດ້ຮັບປະກັນ. ວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງບັນລຸຜົນງານທີ່ສຳຄັນຫຼາຍຢ່າງ, ປະກອບສ່ວນປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃນພັກ; ປະຊາທິປະໄຕໃນພັກ ແລະໃນສັງຄົມ ນັບມື້ນັບໄດ້ຮັບການເສີມຂະຫຍາຍ; ກຳລັງແຮງສັງລວມຂອງຊາດໄດ້ຮັບການເພີ່ມທະວີ, ສ້າງທ່າແລະພະລັງໃຫ້ປະເທດພັດທະນາຕໍ່ໄປ.   

ພິເສດ, ວຽກງານລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກຢູ່ຫວຽດນາມປະສົບຄວາມສຳເລັດອັນໃຫຍ່ຫຼວງ, ຖືກໂລກປະເມີນວ່າເປັນຈຸດສະຫວ່າງ. ອັດຕາ​ຄວາມທຸກ​ຍາກ​ຕໍ່​ຫົວ​ຄົນ (ອີງ​ໃສ່​ລາຍ​ຮັບ​) ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ຈາກ 70% (ປີ 1990) ມາ​ເປັນ 58,1% (ປີ 1993), 28,9% (ປີ 2002), 14,5% (ປີ 2008) ແລະ 13,5% (ປີ 2014). ໄລຍະປີ 2016-2020, ຫວຽດນາມ​ແມ່ນ​ໜຶ່ງ​ໃນ 30 ປະ​ເທດ​ທຳ​ອິດ​ໃນ​ໂລກ ​ແລະ ​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ອາຊີ​ ທີ່​ນຳ​ໃຊ້​ເສັ້ນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ. ອັດ​ຕາ​ຄວາມ​ທຸກ​ຍາກ​ສືບ​ຕໍ່​ຫຼຸດ​ລົງ​ຢ່າງ​ໜ້າ​ປະ​ທັບ​ໃຈ, ຈາກ 9,2% (ປີ 2016) ລົງເປັນ 6,8% (ປີ 2018) ແລະລົງ 2,75% (ປີ 2020). ທ່ານ ບານກີມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ເຄີຍ​ຕີ​ລາຄາ​ຫວຽດນາມວ່າ “​ເປັນ​ໜຶ່ງ​ໃນ​​ປະ​ເທດ​ນຳ​ໜ້າ​ໃນ​ການ​ປະຕິບັດຕາມເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ” (ປີ 2015).

ວັນທີ 9 ກັນຍາ 2022, ໂຄງການພັດທະນາແຫ່ງສະຫະປະຊາຊາດໃນຫວຽດນາມ (UNDP) ປະກາດລາຍງານການພັດທະນາມະນຸດທົ່ວໂລກ (HDR) ປີ 2021/2022 ເຊິ່ງດັດຊະນີມະນຸດ (HDI) ຂອງຫວຽດນາມແມ່ນ 0,703 ໃນປີ 2021 (ເພີ່ມຂຶ້ນສອງອັນດັບໃນການຈັດອັນດັບໂລກ ຈາກ 117/189 ປະເທດແລະດິນແດນໃນປີ 2019 ຂຶ້ນເປັນ 115/191 ປະເທດແລະດິນແດນໃນປີ 2021)(23). ໃນລາຍງານຄວາມສຸກໂລກປີ 2023 ທີ່ເຜີຍແຜ່ເມື່ອວັນທີ 20 ມີນາ 2023 ດັດຊະນີຄວາມສຸກຂອງຫວຽດນາມເພີ່ມຂຶ້ນ 12 ອັນດັບ, ຈາກອັນດັບທີ 77 ໃນປີ 2022 ຂຶ້ນເປັນອັນດັບ 65(24).

ບໍ່ພຽງເທົ່ານັ້ນ, ຄວາມປອດໄພທາງສັງຄົມ ແລະຄວາມໝັ້ນຄົງຂອງຜູ້ຄົນຢູ່ຫວຽດນາມນັບມື້ນັບໄດ້ຮັບປະກັນ. ເຖິງວ່າຈະມີຄວາມຫຍຸ້ງຍາກຫຼາຍ ແຕ່ລັດກໍ່ໄດ້ໃຊ້​ງົບ​ປະ​ມານ 21% ຂອງ​ລັດ​ເພື່ອ​ສະ​ຫວັດ​ດີ​ການ​ສັງ​ຄົມ ເຊິ່ງເປັນລະດັບສູງສຸດໃນກຸ່ມປະເທດອາຊຽນ; ຊັບພະຍາກອນເພື່ອປະຕິບັດນະໂຍບາຍປະກັນສັງຄົມໄດ້ຮັບການປັບປຸງ ແລະບັນລຸຜົນງານທີ່ດີຫຼາຍປະການ. ໃນ 5 ປີທີ່ຜ່ານມາ ປະເທດໄດ້ສ້າງວຽກເຮັດງານທຳໃໝ່ປະມານ 8 ລ້ານຕຳແໜ່ງ ດ້ວຍລາຍໄດ້ທີ່ດີຂຶ້ນ. ໂດຍສະເພາະ ນະໂຍບາຍປະກັນສັງຄົມ ແລະປະກັນສຸຂະພາບ ທີ່ໄດ້ກາຍເປັນເສົາຫຼັກຂອງລະບົບປະກັນຄວາມປອດໄພສັງຄົມ; ນະໂຍບາຍຊ່ວຍເຫຼືອສັງຄົມໄດ້ກວມລວມເປົ້າໝາຍສ່ວນໃຫຍ່... ປະຈຸບັນ, ການສຶກສາ, ການດູແລະສຸຂະພາບ, ນ້ຳສະອາດ, ທີ່ຢູ່ອາໄສ ແລະຂໍ້ມູນແມ່ນບໍລິການທາງສັງຄົມຂັ້ນພື້ນຖານທີ່ລັດສົ່ງເສີມການສະໜອງ, ປັບປຸງຍົກສູງຄຸນນະພາບ ແລະ ກາຍເປັນມາດຕະຖານໃນເສັ້ມຄວາມທຸກຍາກຫຼາຍມິຕິ. ລັດມີນະໂຍບາຍຈຳນວນຫຼາຍໃນການພັດທະນາໂຄງສ້າງພື້ນຖານດ້ານບໍລິການສັງຄົມໃນເຂດຫ່າງໄກສອກຫຼີກ ແລະເຂດຊົນເຜົ່າສ່ວນນ້ອຍ, ຊ່ວຍປັບປຸງຄວາມສາມາດເຂົ້າເຖິງໂຮງຮຽນ, ສະຖານີອານາໄມ, ນ້ຳສະອາດ ແລະຂໍ້ມູນຂ່າວສານ (25). 

ຢ່າງໃດກໍ່ຕາມ, ການແກ້ບັນຫາສັງຄົມຍັງຄົງມີຂໍ້ຈຳກັດແລະຈຸດອ່ອນຫຼາຍປະການ ເຮັດໃຫ້ເກີດຄວາມຂັດຂ້ອງໃຈໃນສັງຄົມ. ນະໂຍບາຍທາງສັງຄົມບາງນະໂຍບາຍບໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເໝາະສົມ, ປ່ຽນແປງໃໝ່ໄດ້ຊ້າ, ບໍ່ປະສານສົມທົບກັນຢ່າງຄົບຊຸດແລະແໜ້ນແຟ້ນ ໃນການພັດທະນາເສດຖະກິດ, ວັດທະນະທຳ; ບໍ່ມີນະໂຍບາຍສະເພາະສຳລັບເຂດພິເສດ; ຂາດກົນໄກ ນະໂຍບາຍໃນການຄວບຄຸມການພົວພັນທາງຜົນປະໂຫຍດ, ດັດປັບການພົວພັນທາງສັງຄົມໃຫ້ສອດຄ່ອງກັນ ແລະຄວບຄຸມຄວາມສ່ຽງ, ຄວາມຂັດແຍ້ງ ແລະ ການປະທະກັນທາງສັງຄົມ. ບໍ່ມີວິທີແກ້ບັນຫາທີ່ມີປະສິດທິພາບໃນການຈັດການບັນຫາຄວາມຜັນແຍກລະຫວ່າງຮັ່ງມີ - ທຸກຍາກ ແລະ ຄວາມບໍ່ເທົ່າທຽມກັນທາງລາຍໄດ້ທີ່ເພີ່ມຂຶ້ນ. ການຫຼຸດຜ່ອນຄວາມທຸກຍາກບໍ່ຍືນຍົງ. ນະໂຍບາຍຮັກສາຄວາມປອດໄພທາງສັງຄົມ ແລະຫຼຸດຜ່ອນຄວາມຍາກຈົນຫຼາຍນະໂຍບາຍທັບຊ້ອນກັນ, ປະຊາຊົນສ່ວນໜຶ່ງບໍ່ໄດ້ຮັບຜົນຂອງການປ່ຽນແປງໃໝ່ຢ່າງຍຸຕິທຳ. ຄຸນ​ນະ​ພາບ​ການ​ແພດ​ແລະ​​ບໍລິການ​ດ້ານການຮັກສາສຸຂະພາບຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແລະ ຍັງ​ບໍ່​ທັນ​ພຽງພໍ. ນະໂຍບາຍເງິນເດືອນ, ລາຍຮັບ, ປະກັນສຸຂະພາບ ແລະ ສະຫວັດດີການສັງຄົມ ຍັງຈຳກັດ; ຜົນປະໂຫຍດຂອງປະຊາຊົນຈາກຄວາມສຳເລັດໃນການພັດທະນາປະເທດນັ້ນ ບໍ່ສອດຄ່ອງກັນ; ບັນຫາໃໝ່ບາງຢ່າງທີ່ກ່ຽວຂ້ອງກັບຊົນຊັ້ນ ຊົນເຜົ່າ ສາສະໜາ ປະຊາກອນ ທີ່ດິນ ແຮງງານ ວຽກເຮັດງານທຳ ລາຍໄດ້ ແລະອື່ນໆ ໄດ້ແກ້ໄຂຢ່າງຊັກຊ້າ.

ເມື່ອເຂົ້າສູ່ຍຸກໃໝ່, ຫວຽດນາມຕັດສິນໃຈປະຕິບັດຄວາມປາດຖະໜາໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ; ສູ້ຊົນເຖິງປີ 2045 ຈະກາຍເປັນປະເທດທີ່ພັດທະນາແລ້ວ, ມີລາຍໄດ້ສູງ, ເປັນປະເທດທີ່ເຂັ້ມແຂງ ຈະເລີນຮຸ່ງເຮືອງ ແລະຍືນຍົງ. ຕາມນັ້ນ, ຄວາມຕ້ອງການທີ່ວາງອອກມາແມ່ນຕ້ອງສ້າງລະບົບຄຸນຄ່າແຫ່ງຊາດ, ໃນນັ້ນ ຄວາມສຸກແມ່ນຄຸນຄ່າທີ່ຢູ່ໃນລະດັບສູງໃນລະດັບຄຸນຄ່າຂອງຊາດ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເນັ້ນໜັກວ່າ: “ສຸມໃສ່ການຄົ້ນຄວ້າ ກຳນົດແລະຜັນຂະຫຍາຍການກໍ່ສ້າງລະບົບຄຸນຄ່າຂອງຊາດ, ລະບົບຄຸນຄ່າທາງວັດທະນະທຳ ແລະມາດຖານມະນຸດທີ່ຕິດພັນກັບການຮັກສາ ແລະພັດທະນາຄຸນຄ່າຄອບຄົວຫວຽດນາມໃນສະໄໝໃໝ່(26). ຄວາມສຸກໃນຖານະຄຸນຄ່າຂອງຊາດໃນປະຈຸບັນຍັງຕ້ອງຖືກກຳນົດຕໍ່ໄປໂດຍມາດຖານສະເພາະທີ່ເໝາະສົມກັບເງື່ອນໄຂໃໝ່ - ເງື່ອນໄຂຂອງປະເທດທີ່ພັດທະນາແລ້ວແລະມີລາຍໄດ້ສູງ (ພາຍໃນປີ 2045). ໃນຍຸກສະໄໝໃໝ່, ພັກແລະລັດສຸມໃສ່ສ້າງສະຖາບັນການພັດທະນາທີ່ຄົບຊຸດ, ຮັບປະກັນການພັດທະນາທີ່ກົມກຽວ ລະຫວ່າງການເຕີບໂຕທາງເສດຖະກິດ ກັບການພັດທະນາທາງວັດທະນະທຳແລະຜູ້ຄົນ ແລະ ການແກ້ບັນຫາສັງຄົມ, ການປົກປ້ອງຊັບພະຍາກອນແລະສິ່ງແວດລ້ອມ; ລະຫວ່າງການພັດທະນາເສດຖະກິດສັງຄົມ ກັບການຮັບປະກັນຄວາມໝັ້ນຄົງຂອງຊາດ ແລະຄວາມໝັ້ນຄົງຂອງມະນຸດ; ໃຫ້ຄວາມສຳຄັນຢ່າງ​ແທ້​ຈິງ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ກະ​ຕຸ້ນ​ຂອງ​ປະ​ຊາ​ຊົນ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ພ້ອມກັນນັ້ນ, ກຳນົດວິທີເພື່ອປະຕິບັດຄວາມສຸກແຫ່ງຊາດໃຫ້ເປັນຮູບປະທຳ. ຈາກນັ້ນໃຫ້ກຳນົດເປົ້າໝາຍ ແລະທິດທາງສູ້ຊົນເພື່ອປະຕິບັດຄວາມປາດຖະໜາທີ່ຈະພັດທະນາປະເທດຫວຽດນາມສັງຄົມນິຍົມທີ່ຈະເລີນຮຸ່ງເຮືອງແລະມີຄວາມສຸກ./.

-----------------------------

(1) ໂຮ່ຈີມິນນິພົນຄົບຊຸດສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 1, ໜ້າ 496

(2) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 293

(3) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 1

(4) ເບິ່ງ: ເຈິ່ນ ເຢິນ ຕຽນບັນດາເລື່ອງສັ້ນກ່ຽວກັບຊີວິດການເຄື່ອນໄຫວຂອງປະທານໂຮ່, ສພຈ. ຕາມງຽນ, ເດືອນມິຖຸນາ 1949

(5) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 272

(6) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 339

(7), (8), (9) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 272, 64, 175

(10), (11) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 480, 604

(12) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 387

(13) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 490

(14), (15) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 437, 432

(16) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 415

(17) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 518

(18) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 593

(19) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 622

(20) ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2003

(21) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 336

(22) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIIIປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 217

(23) “ດັດຊະນີການພັດທະນາມະນຸດຫວຽດນາມເພີ່ມ 2 ອັນດັບ”, ໜັງສືພິມເອເລັກໂຕຣນິກປະຊາຊົນ, ວັນທີ 10 ກັນຍາ 2022, https://nhandan.vn/chi-so-phat-trien-con-nguoi-viet-nam-tang-hai-bac-post714578.html

(24) ຫງວຽນ​ດຶກ​: ຫວຽດ​ນາມ ເພີ່ມ​ຂຶ້ນ 12 ອັນດັບ​ໃນ​ບົດ​ລາຍ​ງານ​ຄວາມ​ສຸກ​ໂລກປີ 2023”, ໜັງ​ສື​ພິມ​ເອ​ເລັກ​ໂຕຣ​ນິກ​ຂອງ​ລັດ​ຖະ​ບານ, ວັນທີ່ 22 ເມສາ 2023

(25) “ສິ່ງປະທັບໃຈຂອງປະກັນສັງຄົມ”, ເວັບໄຊວາລະສານປະກັນສັງຄົມ, ວັນທີ 30 ເມສາ 2021, http://tapchibaohiemxahoi.gov.vn/dau-an-an-sinh-xa-hoi-63685.html

(26) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIIIປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 143

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1018 (ເດືອນກໍລະກົດ 2023)