ປັບປຸງນະໂຍບາຍຕໍ່ປັນຍາຊົນ
ໃນຂົງເຂດວິທະຍາສາດແລະເຕັກໂນໂລຊີ:
ສະຖານະການປະຈຸບັນແລະບາງວິທີແກ້ໄຂທີ່ສຳຄັນ
ໃນຂົງເຂດວິທະຍາສາດແລະເຕັກໂນໂລຊີ:
ສະຖານະການປະຈຸບັນແລະບາງວິທີແກ້ໄຂທີ່ສຳຄັນ
ວກ. - ການພັດທະນາວິທະຍາສາດແລະເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ ໄດ້ຮັບການກຳນົດໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມວ່າ ໜຶ່ງໃນການບຸກທະລຸຍຸດທະສາດຂອງປະເທດ, ໂດຍສະເພາະໃນສະຖານະການການປະຕິວັດອຸດສາຫະກຳຄັ້ງທີສີ່ ທີ່ກຳລັງພັດທະນາຢ່າງແຂງແຮງໃນທົ່ວໂລກ. ຖັນແຖວພະນັກງານວິທະຍາສາດແລະເຕັກໂນໂລຊີຫວຽດນາມ ແມ່ນແກນສໍາຄັນຂອງຂະບວນການນີ້. ດັ່ງນັ້ນ, ຄວາມຕ້ອງການອັນຮີບດ່ວນໃນປັດຈຸບັນແມ່ນ ສະເໜີວິທີແກ້ໄຂເພື່ອປັບປຸງນະໂຍບາຍສໍາລັບຖັນແຖວພະນັກງານນີ້ໃນເວລາຕໍ່ໄປ.
ນະໂຍບາຍກ່ຽວກັບການຈັດຕັ້ງວິທະຍາສາດແລະເຕັກໂນໂລຊີ:
ສະຖານະປະຈຸບັນແລະຂໍ້ບົກພ່ອງໃນການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ
ຢູ່ຫວຽດນາມ, ອີງຕາມບົດບັນຍັດຂໍ້ 1, ມາດຕາ 9, ກົດໝາຍວ່າດ້ວຍວິທະຍາສາດແລະເຕັກໂນໂລຊີ ປີ 2013, ປະເພດຂອງອົງການວິທະຍາສາດ ແລະເຕັກໂນໂລຊີ(1) ປະກອບມີ: 1- ການຈັດຕັ້ງຄົ້ນຄວ້າວິທະຍາສາດ, ການຈັດຕັ້ງຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໄດ້ຈັດຂຶ້ນໃນຮູບແບບຂອງສະພາບັນດິດ, ສະຖາບັນ, ສູນ, ຫ້ອງທົດລອງ, ສະຖານີຄົ້ນຄວ້າ, ສະຖານີກວດຕິດຕາມ, ສະຖານີທົດສອບ ແລະ ຮູບແບບອື່ນໆ ຕາມການຕົກລົງຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; 2- ສະຖາບັນການສຶກສາມະຫາວິທະຍາໄລໄດ້ຮັບການຈັດຕັ້ງຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ; 3- ການບໍລິການດ້ານວິທະຍາສາດແລະເຕັກໂນໂລຊີໄດ້ຮັບການຈັດຕັ້ງໃນຮູບແບບຂອງສູນ, ຫ້ອງການ, ຫ້ອງທົດລອງ ແລະຮູບແບບອື່ນໆ. ອົງການວິທະຍາສາດແລະເຕັກໂນໂລຊີແຕ່ລະປະເພດ ຈະມີລັກສະນະ ແລະຈຸດພິເສດການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີທີ່ແຕກຕ່າງກັນ ຕາມພາລະບົດບາດແລະໜ້າທີ່ຂອງອົງການວິທະຍາສາດແລະເຕັກໂນໂລຊີແຕ່ລະແຫ່ງ.
ເປົ້າໝາຍຂອງນະໂຍບາຍກ່ຽວກັບການຈັດຕັ້ງວິທະຍາສາດແລະເຕັກໂນໂລຊີ ໃນປະຈຸບັນ ໄດ້ຮັບການສ້າງຂຶ້ນແລະຫັນເປັນຮູບປະທຳຕາມທິດ: ມອດສິດເປັນເຈົ້ຕົນເອງໃຫ້ອົງການວິທະຍາສາດແລະເຕັກໂນໂລຊີພາກລັດ(2) ແລະ ກໍ່ຕັ້ງວິສາຫະກິດວິທະຍາສາດແລະເຕັກໂນໂລຊີ(3); ອະນຸຍາດໃຫ້ຈັດຕັ້ງສຳນັກງານຕົວແທນ, ສາຂາວິທະຍາສາດ ແລະ ເຕັກໂນໂລຊີຕ່າງປະເທດ, ອົງການວິທະຍາສາດ ແລະ ເຕັກໂນໂລຊີ, ວິສາຫະກິດຮ່ວມທຶນວິທະຍາສາດ ແລະ ເຕັກໂນໂລຊີ ຫຼືເງິນລົງທຶນຈາກຕ່າງປະເທດ 100% ໃນຫວຽດນາມ ໃນຫຼາຍຂົງເຂດທີ່ຫວຽດນາມມີຄວາມຕ້ອງການ; ສ້າງແລວທາງກົດໝາຍສົ່ງເສີມການຈັດຕັ້ງອົງການຄົ້ນຄວ້າແລະພັດທະນາຂອງວິສາຫະກິດ. ກົດລະບຽບໃໝ່ກ່ຽວກັບກົນໄກເປັນເຈົ້າຕົນເອງ ຂອງອົງການວິທະຍາສາດແລະເຕັກໂນໂລຊີຂອງລັດ(4) ອະນຸຍາດໃຫ້ໜ່ວຍງາຍວິທະຍາສາດແລະເຕັກໂນໂລຊີຂອງລັດ ມີສິດເປັນເຈົ້າຕົນເອງສູງ ໃນການກຳນົດແລະປະຕິບັດໜ້າທີ່, ການຈັດຕັ້ງກົງຈັກ ແລະ ການເງິນ, ພິເສດແມ່ນສິດໃນການຜະລິດ ທຸລະກິດ ແລະ ຮັບສິ່ງຈູງໃຈຄືກັນກັບວິສາຫະກິດ. ວິສາຫະກິດວິທະຍາສາດແລະເຕັກໂນໂລຊີ ໄດ້ຮັບບຸລິມະສິດສູງສຸດ ທາງດ້ານ ພາສີລາຍໄດ້ວິສາຫະກິດ, ຄ່າລົງທະບຽນ, ສິດການໃຊ້ຊັບສິນ ແລະ ທີ່ດິນ ເພື່ອການຜະລິດ ແລະ ທຸລະກິດ.
ຢ່າງໃດກໍ່ຕາມ, ການຜັນຂະຫຍາຍນະໂຍບາຍກ່ຽວກັບການຈັດຕັ້ງວິທະຍາສາດແລະເຕັກໂນໂລຊີທີ່ມີຢູ່ນັ້ນ ບໍ່ມີປະສິດທີພາບ.
ຄວາມບໍ່ສົມດຸນດ້ານໂຄງສ້າງ-ໂຄງປະກອບ, ຈຳນວນ ແລະ ປະເພດຂອງອົງການວິທະຍາສາດ ແລະ ເຕັກໂນໂລຊີໃນຫວຽດນາມ ຖືກລະບຸວ່າເປັນໜຶ່ງໃນບັນຫາພາກປະຕິບັດທີ່ໂດດເດັ່ນ ແລະ ບໍ່ພຽງພໍ ໃນການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຢີປະຈຸບັນ, ເປັນຂອດອຸດຕັນໃນການຊຸກຍູ້ການຖ່າຍທອດ ແລະ ປະຍຸກໃຊ້ເຕັກໂນໂລຢີ ເພື່ອຮັບໃຊ້ການພັດທະນາເສດຖະກິດແລະສັງຄົມຂອງປະເທດ. ຜົນຕາມມາແມ່ນ ຊັບພະຍາກອນສັງຄົມ ບໍ່ໄດ້ສຸມໃສ່ກຸ່ມຄົ້ນຄ້ວາທີ່ເຂັ້ມແຂງ ກໍຄືໃສ່ບັນດາກຸ່ມຄົ້ນຄວ້າຕາມຂົງເຂດບຸລິມະສິດ ແລະ ການຄົ້ນຄວ້າທີ່ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ທີ່ສຳຄັນຂອງປະເທດ. ບັນດາແຫຼ່ງຊັບພະຍາກອນສັງຄົມ, ໃນນັ້ນມີແຫຼ່ງທຶນຈາກບັນດາວິສາຫະກິດ, ການລົງທຶນໃນບັນດາກິດຈະກຳວິທະຍາສາດ ແລະ ເຕັກໂນໂລຢີ ຍັງຈຳກັດ. ນີ້ແມ່ນສາຍເຫດພື້ນຖານ ທີ່ພາໃຫ້ບໍ່ສົມດຸນດ້ານປະລິມານ, ຄຸນນະພາບ ແລະ ໂຄງປະກອບ ຂອງຖັນແຖວພະນັກງານວິທະຍາສາດ ແລະ ເຕັກໂນໂລຢີໃນວິສາຫະກິດ.ນະໂຍບາຍຊັບພະຍາກອນບຸກຄົນດ້ານວິທະຍາສາດແລະເຕັກໂນໂລຊີ:
ສະຖານະປະຈຸບັນ ແລະ ບັນຫາພຶດຕິກຳທີ່ເກີດຂຶ້ນ
ໃນການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ
ເປົ້າໝາຍຂອງບັນດານະໂຍບາຍແລະກົດໝາຍວ່າດ້ວຍຊັບພະຍາກອນບຸກຄົນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນປະຈຸບັນ ແມ່ນໄດ້ຮັບການສ້າງ ແລະ ຫັນເປັນຮູບປະທຳຕາມທິດທາງ: ໃຫ້ບຸລິມະສິດໃນການຮັບສະໝັກເຂົ້າ, ການແຕ່ງຕັ້ງຕໍາແໜ່ງ, ການເພີ່ມເງິນເດືອນລື່ນຂັ້ນ, ການເລື່ອນຕໍາແໜ່ງໂດຍບໍ່ຜ່ານການສອບເສງແລະບໍ່ຂຶ້ນຢູ່ກັບອາຍຸການງານ, ການຝຶກອົບຮົມ, ການບຳລຸງສ້າງ, ແຕ່ອີງໃສ່ຄວາມສໍາເລັດແລະຜົນງານສະເພາະຂອງບຸກຄົນນັ້ນ ໃນການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ. ບັນດານັກວິທະຍາສາດຊັ້ນນໍາ, ນັກວິທະຍາສາດທີ່ໄດ້ຮັບມອບໝາຍໃຫ້ເປັນປະທານໃນໜ້າທີ່ວິທະຍາສາດແລະເຕັກໂນໂລຢີລະດັບຊາດທີ່ສຳຄັນເປັນພິເສດ ແລະ ນັກວິທະຍາສາດໜຸ່ມທີ່ມີຄວາມສາມາດໄດ້ຮັບທຶນຈາກງົບປະມານປະຈຳປີຂອງລັດຕາມທີ່ສະເໜີ ເພື່ອດຳເນີນກິດຈະກຳຂອງກຸ່ມຄົ້ນຄ້ວາທີ່ດີເລີດໃນຂົງເຂດສະເພາະ; ໄດ້ຮັບການສະໜັບສະໜູນດ້ານການເງິນຈາກງົບປະມານຂອງລັດ ເພື່ອເຜີຍແຜ່ຜົນງານຄົ້ນຄ້ວາໃນວາລະສານວິທະຍາສາດສາກົນທີ່ມີຊື່ສຽງ, ຈົດທະບຽນເພື່ອປົກປ້ອງສິດທິໃນຊັບສິນທາງປັນຍາສຳລັບການປະດິດ ແລະ ເຜີຍແຜ່ຜົນການຄົ້ນຄວ້າທີ່ມີຄຸນຄ່າດ້ານວິທະຍາສາດແລະພຶດຕິກຳສູງ; ໄດ້ຮັບການໜູນຊ່ວຍດ້ານການເງິນຈາກງົບປະມານຂອງລັດ ເພື່ອເຂົ້າຮ່ວມກອງປະຊຸມວິທະຍາສາດສະເພາະທັງໃນປະເທດ ແລະ ຕ່າງປະເທດ, ຈັດຕັ້ງກອງປະຊຸມວິທະຍາສາດສະເພາະຂະແໜງການສາກົນ ແລະອື່ນໆ. ນອກຈາກນີ້, ນັກວິທະຍາສາດທີ່ໄດ້ຮັບມອບໝາຍໃຫ້ເປັນປະທານໃນໜ້າທີ່ວິທະຍາສາດແລະເຕັກໂນໂລຢີລະດັບຊາດ ທີ່ສຳຄັນເປັນພິເສດ ມີສິດເປັນເຈົ້າຕົນເອງທາງດ້້ານການເງິນ ໃນການປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຢີ, ສິດເປັນເຈົ້າຕົນເອງໃນການຈັດຕັ້ງ ແລະ ນຳໃຊ້ຊັບພະຍາກອນບຸກຄົນເພື່ອປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ, ການຈັດຕັ້ງການຂົນສົ່ງ,ທີ່ຢູ່ອາໄສສາທາລະນະ...; ນັກວິທະຍາສາດໜຸ່ມທີ່ມີຄວາມສາມາດ (ບຸກຄົນທີ່ໄດ້ເຄື່ອນໄຫວວິທະຍາສາດແລະເຕັກໂນໂລຢີຕ່ຳກວ່າ 35 ປີ, ລະດັບປະລິນຍາເອກຫຼືສູງກວ່າ ແລະມີຜົນສໍາເລັດທີ່ດີເລີດ ໃນກິດຈະກໍາວິທະຍາສາດແລະເຕັກໂນໂລຢີ) ຈະໄດ້ຮັບບຸລິມະສິດໃນການຮັບທຶນການສຶກສາວິໄຈຫຼັງປະລິນຍາເອກ, ການຝຶກງານ, ການເຮັດວຽກໃນໄລຍະເວລາຈໍາກັດ ທີ່ອົງການຈັດຕັ້ງວິທະຍາສາດແລະເຕັກໂນໂລຊີທີ່ມີຊື່ສຽງຢູ່ຕ່າງປະເທດ, ໄດ້ຮັບການຄັດເລືອກໂດຍກົງເພື່ອເຮັດວຽກໃນອົງການວິທະຍາສາດແລະເຕັກໂນໂລຊີພາກລັດ(5). ບຸກຄົນທີ່ເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີແມ່ນຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແລະ ຜູ້ຊ່ຽວຊານຕ່າງປະເທດທີ່ເຂົ້າຮ່ວມການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຢີຢູ່ຫວຽດນາມ ເມື່ອບັນລຸມາດຖານທີ່ຈຳເປັນກ່ຽວກັບຜົນງານການເຄື່ອນໄຫວວິທະຍາສາດເຕັກໂນໂລຢີ, ກ່ຽວກັບລະດັບການຝຶກອົບຮົມ, ປະສົບການ... ຈະໄດ້ຮັບບຸລິມະສິດໃນການອອກ ການເຂົ້າປະເທດ ແລະ ທີ່ຢູ່ອາໄສ; ກ່ຽວກັບການຮັບສະໝັກ, ການອອກແຮງງານ ແລະ ການຮຽນຮູ້; ກ່ຽວກັບເງິນເດືອນແລະທີ່ຢູ່ອາໄສ; ກ່ຽວກັບລາງວັນແລະກຽດສັກສີ ແລະອື່ນໆ(6).
ປະເມີນປະສິດທິພາບແລະປະສິດທິຜົນຂອງນະໂຍບາຍຊັບພະຍາກອນບຸກຄົນດ້ານວິທະຍາສາດແລະເຕັກໂນໂລຊີ ທີ່ໄດ້ວາງອອກ ແລະ ຈັດຕັ້ງປະຕິບັດ, ບົດສະຫຼຸບສະບັບເລກທີ 52-KL/TW, ລົງວັນທີ 30 ພຶດສະພາ 2019, ຂອງຄະນະເລຂາທິການສູນກາງພັກ, “ວ່າດ້ວຍການສືບຕໍ່ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ X ກ່ຽວກັບການກໍ່ສ້າງຖັນແຖວປັນຍາຊົນ ໃນໄລຍະຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ” ໄດ້ຊີ້ແຈງວ່າ: “ຂະບວນການປະຕິບັດມະຕິຍັງມີຂໍ້ຈຳກັດ ແລະ ຄວາມບໍ່ພຽງພໍຫຼາຍຢ່າງ. ຫຼາຍເນື້ອໃນຂອງມະຕິໄດ້ຮັບການຫັນເປັນນິຕິກຳ ເປັນຮູບປະທຳຢ່າງຊັກຊ້າ, ການຈັດຕັ້ງປະຕິບັດຍັງຂາດຄວາມຄົບຊຸດ ແລະ ບໍ່ມີການບຸກທະລຸ. ແບບວິທີການນຳພາ ຊີ້ນຳຕໍ່ຖັນແຖວປັນຍາຊົນໄດ້ຮັບການປ່ຽນແປງຊ້າ, ບໍ່ຕາມທັນກັບການພັດທະນາ. ປັນຍາຊົນທີ່ມີຄວາມຄິດສ້າງສັນ, ຜູ້ຊ່ຽວຊານຊັ້ນນຳໃນຂະແໜງການຂາດແຄນຢ່າງຮ້າຍແຮງ, ຖັນແຖວພະນັກງານໃກ້ຄຽງຍັງຂາດຫຼາຍ. ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ ແລະ ສົ່ງເສີມຢ່າງເໝາະສົມ. ກົນໄກບໍລິຫານແບບອາດຍາສິດ ແລະ ສະຖານະການຢຸດຊະງັກຊັກຊ້າ, ຮູບນອກ, ປະສິດທິຜົນການເຄື່ອນໄຫວຕ່ຳ ໃນໜ່ວຍບໍລິການສາທາລະນະ, ໜ່ວຍຄົ້ນຄວ້າວິທະຍາສາດ ແລະ ສະມາຄົມປັນຍາຊົນ ໄດ້ຮັບການແກ້ໄຂຢ່າງຊັກຊ້າ.”
ປັບປຸງນະໂຍບາຍຕໍ່ປັນຍາຊົນທີ່ເຄື່ອນໄຫວ
ໃນຂົງເຂດວິທະຍາສາດແລະເຕັກໂນໂລຊີ - ບາງວິທີແກ້ໄຂທີ່ສຳຄັນ
ໜຶ່ງ, ຍົກສູງຄວາມຮັບຮູ້ໃນການຄົ້ນຄວ້າ ການສ້າງ ການປະກາດໃຊ້ ແລະ ການປະຕິບັດນະໂຍບາຍ ຕໍ່ປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີເວົ້າສະເພາະ ແລະ ນະໂຍບາຍການປັບປຸງລະບຽບລະບອບການພັດທະນາວິທະຍາສາດແລະເຕັກໂນໂລຊີ ໂດຍລວມ ໄປພ້ອມໆກັນ.
ກ່ອນອື່ນໝົດ, ປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ ຫຼື ບຸກຄະລາກອນດ້ານວິທະຍາສາດແລະເຕັກໂນໂລຊີ ເປັນອົງປະກອບໜຶ່ງໃນລະບົບການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ. ເປົ້າໝາຍແລະວັດຖຸປະສົງຂອງຜົນກະທົບຂອງລະບົບນະໂຍບາຍຕໍ່ປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ ບໍ່ໄດ້ຈຳກັດຢູ່ໃນຂົງເຂດທີ່ໃຊ້ງົບປະມານຂອງລັດ, ແຕ່ຍັງລວມເຖິງຂົງເຂດທີ່ບໍ່ໃຊ້ງົບປະມານຂອງລັດອີກດ້ວຍ. ການຄົ້ນຄວ້າ, ການພັດທະນາ, ການປະກາດໃຊ້ ແລະ ການປະຕິບັດນະໂຍບາຍຕໍ່ປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ ຕ້ອງຮັບປະກັນຄວາມເໝາະສົມ, ຄວາມເປັນໄປໄດ້ ແລະ ຄົບຊຸດກັບນະໂຍບາຍໃນລະບົບການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຊີ, ລະອຽດຄື:
- ພັດທະນາທັ້ງຄຸນນະພາບ ປະລິມານ ແລະ ໂຄງສ້າງຂອງຖັນແຖວພະນັກງານດ້ານວິທະຍາສາດແລະເຕັກໂນໂລຊີ ຢ່າງຄົບຊຸດ. ຄຸນນະພາບ ຈັນຍາບັນວິຊາຊີບ ແລະ ຄວາມສາມາດ ແມ່ນຄຸນສົມບັດພື້ນຖານຂອງຖັນແຖວປັນຍາຊົນດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ສະມັດຕະພາບແລະປະສິດທິຜົນການເຄື່ອນໄຫວແມ່ນຕົວວັດຄຸນນະພາບຂອງຖັນແຖວພະນັກງານວິທະຍາສາດແລະເຕັກໂນໂລຊີ. ການພັດທະນາຖັນແຖວພະນັກງານວິທະຍາສາດແລະເຕັກໂນໂລຊີ ໄດ້ຮັບການປະຕິບັດຜ່ານວຽກງານຝຶກອົບຮົມ ແລະ ໃນການເຄື່ອນໄຫວພຶດຕິກຳ.
- ຮັບປະກັນສິດທິ, ພັນທະ ແລະ ຄວາມຮັບຜິດຊອບ ຂອງຖັນແຖວປັນຍາຊົນຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ນັ້ນແມ່ນ: ທຸກຄົນມີຄວາມສະເໝີພາບຕໍ່ໜ້າກົດໝາຍ; ມີສິດໃນການຄົ້ນຄວ້າວິທະຍາສາດແລະເຕັກໂນໂລຊີ, ປະດິດແຕ່ງສິລະປະ ວັນນະຄະດີ. ໃນການຄົ້ນຄວ້າ, ການສ້າງ, ການປະກາດໃຊ້ ແລະ ການປະຕິບັດນະໂຍບາຍຕໍ່ຖັນແຖວພະນັກງານວິທະຍາສາດແລະເຕັກໂນໂລຊີນັ້ນ ກ່ອນອື່ນໝົດຕ້ອງມີຄວາມຮັບຮູ້ກ່ຽວກັບລັກສະນະ ແລະ ຈຸດພິເສດຂອງຮູບການຈັດຕັ້ງວິທະຍາສາດແລະເຕັກໂນໂລຊີແຕ່ລະປະເພດ; ການເຄົາລົບແລະຮັບປະກັນສິດທິຂອງບັນດາອົງການແລະບຸກຄົນທີ່ເຂົ້າຮ່ວມການປະຕິບັດໜ້າທີ່ຄົ້ນຄວ້າວິທະຍາສາດ ແມ່ນສິດທິໃນການສະເໜີແນວຄວາມຄິດການຄົ້ນຄວ້າ ແລະ ບັນຫາການຄົ້ນຄວ້າ; ສິດທິໃນການກໍານົດຫົວຂໍ້, ຈຸດປະສົງ ແລະເນື້ອໃນຂອງການຄົ້ນຄວ້າ.
- ປະຕິບັດຄວາມຮັບຜິດຊອບຂອງລັດຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ນັ້ນແມ່ນ: ໃຫ້ບຸລິມະສິດການລົງທຶນ ແລະ ສົ່ງເສີມໃຫ້ອົງການແລະບຸກຄົນລົງທຶນ ເຂົ້າໃນການຄົ້ນຄວ້າ, ພັດທະນາ, ຖ່າຍທອດ ແລະ ນຳໃຊ້ ບັນດາຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຢີ ຢ່າງມີປະສິດທິຜົນ; ຮັບປະກັນສິດທິໃນການຄົ້ນຄວ້າວິທະຍາສາດແລະເຕັກໂນໂລຊີ; ປົກປ້ອງສິດທິໃນຊັບສິນທາງປັນຍາ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ທຸກຄົນເຂົ້າຮ່ວມແລະຮັບເອົາຜົນປະໂຫຍດ ຈາກການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ. ຈຳເປັນຕ້ອງມີຄວາມຮັບຮູ້ຢ່າງຄົບຖ້ວນເຖິງບົດບາດ ແລະຄວາມຮັບຜິດຊອບ ຂອງບັນດາອົງການບໍລິຫານລັດ ໃນການສ້າງສະພາບແວດລ້ອມທີ່ດີ ສຳລັບການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ, ການປະເມີນແລະບັນທຶກຜົນຂອງແຮງງານວິທະຍາສາດ ຂອງອົງການແລະບຸກຄົນ ຢ່າງຖືກຕ້ອງ. ເພື່ອເສີມຂະຫຍາຍແລະນຳໃຊ້ຊັບພະຍາກອນເພື່ອການພັດທະນາວິທະຍາສາດແລະເຕັກໂນໂລຊີຢ່າງມີປະສິດທິຜົນ, ຈຳເປັນຕ້ອງມີ “ຄວາມຖືກຕ້ອງສາມປະການ”, ນັ້ນແມ່ນ: ຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບໜ້າທີ່ວິທະຍາສາດແລະເຕັກໂນໂລຊີ; ການຈັດຕັ້ງແລະປະຕິບັດໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງຖືກຕ້ອງ; ການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວິທະຍາສາດ ແລະເຕັກໂນໂລຊີ ຢ່າງຖືກຕ້ອງ.
ທີສອງ, ເຂົ້າໃຈຢ່າງເລິກເຊິ່ງເຖິງການຄົ້ນຄວ້າ, ການສ້າງ, ການປະກາດໃຊ້ ແລະ ການປະຕິບັດ ນະໂຍບາຍຕໍ່ປັນຍາຊົນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເວົ້າສະເພາະ ແລະ ນະໂຍບາຍປັບປຸງລະບຽບລະບອບການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີໃຫ້ສົມບູນແບບພ້ອມກັນ ເວົ້າລວມ. ນັ້ນແມ່ນ: ຫັນປ່ຽນຢ່າງເດັດຂາດ ຂະບວນການຕັດສິນໃຈພັດທະນານະໂຍບາຍແລະກົດໝາຍ ຈາກບ່ອນມີຊ່ອງຫວ່າງ ທີ່ສ້າງ “ດິນແດນ” ຫຼາຍຂຶ້ນ ສຳລັບອັດຕະວິໄສແລະເຈດຈຳນົງນິຍົມ ໄປເປັນຮູບແບບການຕັດສິນໃຈຕາມຫຼັກຖານຕົວຈິງແລະວິທະຍາສາດ. ກ່ອນການຕັດສິນໃຈດ້ານນະໂຍບາຍແຕ່ລະຄັ້ງໃນຂະບວນການສ້າງເອກະສານນິຕິກຳ ຈະຕ້ອງມີການຄົ້ນຄວ້າ ແລະ ການສຳຫຼວດຕົວຈິງ, ເຮັດວຽກງານການວິເຄາະ ແລະປະເມີນນະໂຍບາຍຢ່າງຖື່ຖ້ວນ ເພື່ອລະບຸບັນຫາທີ່ຈະຕ້ອງແກ້ໄຂ, ສາເຫດຂອງບັນຫາ, ວິທີແກ້ໄຂບັນຫາ, ປະເມີນຜົນກະທົບແລະເລືອກແຜນງານທີ່ເໝາະສົມທີ່ສຸດ. ປະຕິບັດຕາມກົດລະບຽບ ແລະຂັ້ນຕອນໃນການດຳເນີນການປະເມີນຜົນກະທົບຂອງນະໂຍບາຍ, ປະກອບດ້ວຍ: 1- ປະເມີນຜົນກະທົບທາງເສດຖະກິດ; 2- ປະເມີນຜົນກະທົບຂອງຂັ້ນຕອນການບໍລິຫານ (ຖ້າມີ); 3- ປະເມີນຜົນກະທົບທາງສັງຄົມຂອງນະໂຍບາຍ; 4- ປະເມີນຜົນກະທົບທາງເພດຂອງນະໂຍບາຍ (ຖ້າມີ); 5- ປະເມີນຜົນກະທົບຕໍ່ການຮັບປະກັນປະຊາທິປະໄຕ, ການປະຕິບັດຄວາມຮັບຜິດຊອບ ແລະ ການປະຕິບັດຕາມຫຼັກຈັນຍາບັນ ໃນການວາງແຜນນະໂຍບາຍ ແລະການປະຕິບັດນະໂຍບາຍ.
ສອງ, ທົບທວນ ແລະ ປະເມີນລະບົບນະໂຍບາຍແລະກົດໝາຍ ກ່ຽວກັບວິທະຍາສາດແລະເຕັກໂນໂລຊີ
ບັນດາອົງການຄຸ້ມຄອງລັດທີ່ຮັບຜິດຊອບດ້ານວິທະຍາສາດແລະເຕັກໂນໂລຊີ ຈຳເປັນຕ້ອງມີວິທີການແກ້ໄຂການທົບທວນ ແລະການປະເມີນລະບົບນະໂຍບາຍ ແລະກົດໝາຍດ້ານວິທະຍາສາດແລະເຕັກໂນໂລຊີໃນປະຈຸບັນ; ຈາກນັ້ນ, ລະບຸນະໂຍບາຍທີ່ບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພຶດຕິກຳແຫ່ງການພັດທະນາວິທະຍາສາດແລະເຕັກໂນໂລຊີອີກຕໍ່ໄປ; ລະບຸນະໂຍບາຍທີ່ມີຜົນກະທົບທາງລົບ, ກົດໜ່ວງ, ຂັດຂວາງການປະຕິບັດຕາມເປົ້າໝາຍຂອງນະໂຍບາຍອື່ນໆ ໃນລະບົບກິດຈະກຳວິທະຍາສາດແລະເຕັກໂນໂລຊີ; ພິເສດແມ່ນ, ລະບຸ “ຊ່ອງຫວ່າງ” ຂອງນະໂຍບາຍທີ່ຈຳເປັນຕ້ອງໄດ້ຮັບການຄົ້ນຄວ້າ, ການສ້າງ, ການປະກາດໃຊ້ ແລະ ການນຳໄປປະຕິບັດຢ່າງໄວວາ ເພື່ອແກ້ໄຂຂໍ້ຈຳກັດແລະຄວາມບໍ່ພຽງພໍ ໃນການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ ທັນທີ.
ສາມ, ກະຈາຍຮູບແບບແລະວິທີການຝຶກອົບຮົມ, ການນໍາໃຊ້ ແລະ ແຮງຈູງໃຈສໍາລັບຖັນແຖວປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ.
ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດການບຸກທະລຸຍຸດທະສາດ, ໃນນັ້ນເນັ້ນໜັກ: “ພັດທະນາຊັບພະຍາກອນບຸກຄົນ, ໂດຍສະເພາະຊັບພະຍາກອນບຸກຄົນຄຸນນະພາບສູງ; ໃຫ້ບຸລິມະສິດການພັດທະນາຊັບພະຍາກອນບຸກຄົນ ສຳລັບວຽກງານການນຳພາ, ຄຸ້ມຄອງ ແລະ ບັນດາຂົງເຂດຫຼັກ ບົນພື້ນຖານການຍົກສູງ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ຮອບດ້ານ ພື້ນຖານ ໃນດ້ານຄຸນນະພາບການສຶກສາແລະການຝຶກອົບຮົມ ຜ່ານກົນໄກໃນການຮັບສະໝັກ, ການນຳໃຊ້ ແລະ ການຈ່າຍຄ່າຕອບແທນຜູ້ມີຄວາມສາມາດ, ສົ່ງເສີມການຄົ້ນຄວ້າ, ການຖ່າຍທອດ, ການປະຍຸກໃຊ້ ແລະ ການພັດທະນາວິທະຍາສາດແລະເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງຢ່າງແຂງແຮງ”(7). ຊາບຊຶມທັດສະນະຊີ້ນຳຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ເຂົ້າໃຈແຈ້ງບັນດາຂໍ້ຈຳກັດແລະຄວາມບໍ່ພຽງພໍ ຂອງນະໂຍບາຍຊັບພະຍາກອນບຸກຄົນດ້ານວິທະຍາສາດແລະເຕັກໂນໂລຊີ, ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂບັນຫາຕົ້ນຕໍ ດັງຕໍ່ໄປນີ້:
ທີໜຶ່ງ, ການຝຶກອົບຮົມແລະບຳລຸງສ້າງຖັນແຖວພະນັກງານວິທະຍາສາດແລະເຕັກໂນໂລຊີຕ້ອງໄດ້ດຳເນີນຢ່າງເປັນປະຈຳແລະຕໍ່ເນື່ອງ; ຮັບປະກັນຄວາມກົມກຽວທາງດ້ານໂຄງປະກອບລະດັບວິຊາຊີບ, ໂຄງປະກອບອາຍຸລະຫວ່າງລຸ້ນນັກຄົ້ນຄວ້າ, ໂຄງປະກອບທາງເພດ; ກະຈາຍຮູບແບບການຝຶກອົບຮົມ, ບຳລຸງສ້າງຖັນແຖວປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ, ໂດຍສະເພາະ ປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີໜຸ່ມ. ນອກຈາກການຝຶກອົບຮົມປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີໂດຍກົງຜ່ານບັນດາໂຄງການ ແລະ ຫຼັກສູດຢູ່ໃນປະເທດ ແລະ ຕ່າງປະເທດແລ້ວ, ຕ້ອງເອົາໃຈໃສ່ເປັນພິເສດເຖິງ ການຝຶກອົບຮົມພະນັກງານຄົ້ນຄວ້າທາງອ້ອມ ຜ່ານຮູບການແນະນຳ ແລະການຖ່າຍໂອນອາຊີບ ລະຫວ່າງລຸ້ນປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ ໃນແຕ່ລະອົງການວິທະຍາສາດແລະເຕັກໂນໂລຊີ ແລະ ລະຫວ່າງອົງການວິທະຍາສາດແລະເຕັກໂນໂລຊີ ເພື່ອສ້າງຮູບແບບການສືບທອດລະຫວ່າງລຸ້ນທີ່ມີປະສິດທິພາບ.
ທີ່ສອງ, ຄ່ອຍໆປະສົມປະສານຮູບແບບ ແລະ ວິທີການຝຶກອົບຮົມຕາມມາດຕະຖານສາກົນ ຕັ້ງແຕ່ລະດັບປະຖົມສຶກສາ ເຖິງມະຫາວິທະຍາໄລ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນຄວາມສອດຄ່ອງກັນ ແລະ ຍົກລະດັບລະບົບການສຶກສາ ແລະ ການຝຶກອົບຮົມຖັນແຖວປັນຍາຊົນໃນປະຈຸບັນ ແລະ ອະນາຄົດ.
ທີສາມ, ສ້າງລະບົບນິເວດທີ່ເຄົາລົບໃຊ້ແລະໃຫ້ຄ່າຕອບແທນເໝາະສົມ ແກ່ປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຢີ ຕາມຫຼັກການທີ່ວ່າ ການສຶກສາແລະການຝຶກອົບຮົມຕ້ອງເຊື່ອມໂຍງກັບກົນໄກການຮັບສະໝັກງານ, ການໃຊ້ງານ ແລະ ຄ່າຕອບແທນ. ບັນດາອົງການຄຸ້ມຄອງລັດຕ້ອງກຳນົດ ວາງແຜນ ແລະ ດັດປັບຊັບພະຍາກອນບຸກຄົນທີ່ຜ່ານການຝຶກອົບຮົມຢ່າງເຂັ້ມງວດໄລຍະສັ້ນ ກາງ ແລະ ຍາວ, ທັງໃນປະເທດແລະຕ່າງປະເທດ ເພື່ອຕອບສະໜອງຄວາມຕ້ອງການໃນປະຈຸບັນ ແລະອະນາຄົດ.
ທີສີ່, ສ້າງແຜນງານການລົງທຶນຊັບພະຍາກອນເພື່ອພັດທະນາຖັນແຖວປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ ໃນທິດທາງຄ່ອຍໆຫຼຸດເງິນລົງທຶນຈາກລັດ ແລະ ຄ່ອຍໆເພີ່ມຊັບພະຍາກອນຂອງສັງຄົມ; ເພີ່ມການລົງທຶນໃນກິດຈະກຳຄົ້ນຄວ້າແລະພັດທະນາຂອງຖັນແຖວປັນຍາຊົນດ້ານວິທະຍາສາດແລະເຕັກໂນໂລຊີ ເພື່ອໃຫ້ໄດ້ຜະລິດຕະພັນທີ່ມີເນື້ອໃນຄວາມຮູ້ສູງເຊັ່ນ ການປະດິດ, ຄວາມຄິດລິເລີ່ມ, ວິທີແກ້ໄຂທີ່ມີປະໂຫຍດ, ວິທີແກ້ໄຂເຕັກນິກ ແລະ ວິທີແກ້ໄຂການຄຸ້ມຄອງ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ຮັບໃຊ້ບັນດາຂະແໜງການທີ່ເນັ້ນຄວາມຮູ້.
-------------------------
(1) ອົງການວິທະຍາສາດແລະເຕັກໂນໂລຊີ ແມ່ນການຈັດຕັ້ງທີ່ມີພາລະບົດບາດຕົ້ນຕໍແມ່ນຄົ້ນຄວ້າວິທະຍາສາດ, ຄົ້ນຄວ້າຜັນຂະຫຍາຍ ແລະ ພັດທະນາເຕັກໂນໂລຊີ, ການເຄື່ອນໄຫວບໍລິການວິທະຍາສາດແລະເຕັກໂນໂລຊີ, ໄດ້ຮັບການສ້າງຕັ້ງແລະຂຶ້ນທະບຽນດໍາເນີນງານຕາມຂໍ້ກໍານົດຂອງກົດໝາຍ.
(2) ດຳລັດສະບັບເລກທີ 115/2005/NĐ-CP, ລົງວັນທີ 5 ກັນຍາ 2005, ຂອງລັດຖະບານ, “ກຳນົດກົນໄກເປັນເຈົ້າຕົນເອງ ແລະ ຄວາມຮັບຜິດຊອບດ້ວຍຕົນເອງ ຂອງອົງການຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຊີ”.
(3) ດຳລັດສະບັບເລກທີ 80/2010/NĐ-CP, ລົງວັນທີ 14 ກໍລະກົດ 2010, ຂອງລັດຖະບານ, “ກົດລະບຽບກ່ຽວກັບການຮ່ວມມື ແລະ ການລົງທຶນກັບຕ່າງປະເທດໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ”
(4) ດຳລັດສະບັບເລກທີ 54/2016/NĐ-CP, ລົງວັນທີ 14 ມິຖຸນາ 2016, ຂອງລັດຖະບານ, “ກຳນົດກົນໄກເປັນເຈົ້າຕົນເອງຂອງບັນດາອົງການວິທະຍາສາດແລະເຕັກໂນໂລຢີພາກລັດ”
(5) ດຳລັດສະບັບເລກທີ 40/2014/NĐ-CP, ລົງວັນທີ 12 ພຶດສະພາ 2014, ຂອງລັດຖະບານ, “ກົດລະບຽບກ່ຽວກັບການນໍາໃຊ້ ແລະເຄົາລົບໃຊ້ ບຸກຄົນທີ່ເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ”
(6) ດຳລັດສະບັບເລກທີ 87/2014/NĐ-CP, ລົງວັນທີ 22 ກົນຍາ 2014, ຂອງລັດຖະບານ, “ກົດລະບຽບກ່ຽວກັບການດຶງດູດບຸກຄົນທີ່ເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຊີ ທີ່ເປັນຜູ້ຊ່ຽວຊານຊາວຫວຽດນາມໃນຕ່າງປະເທດ ແລະ ຜູ້ຊ່ຽວຊານຈາກຕ່າງປະເທດ ໃຫ້ເຂົ້າຮ່ວມການເຄື່ອນໄຫວວິທະຍາສາດເຕັກໂນໂລຊີຢູ່ຫວຽດນາມ.”
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 338.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 1013 (ເດືອນພຶດສະພາ 2023)