ປັບປຸງບູລະນະສະຖາບັນແລະນະໂຍບາຍກ່ຽວກັບ
ການຮັກສາສຸຂະພາບ, ຮັບປະກັນສິດໃນການເຂົ້າເຖິງ
ບໍລິການສຸຂະພາບ ຂອງປະຊາຊົນທຸກຄົນ
ການຮັກສາສຸຂະພາບ, ຮັບປະກັນສິດໃນການເຂົ້າເຖິງ
ບໍລິການສຸຂະພາບ ຂອງປະຊາຊົນທຸກຄົນ
ການຮັກສາ ແລະ ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ແມ່ນໜຶ່ງໃນບັນດາໜ້າທີ່ທີ່ສຳຄັນ ແລະ ບຸລິມະສິດອັນດັບໜຶ່ງ ຂອງລັດຫວຽດນາມ. ມະຕິຕົກລົງເລກທີ 20-NQ/TW, ລົງວັນທີ 25 ຕຸລາ 2017, ຂອງກອງປະຊຸມຄົບຄະນະຄັ້ງທີ 6 ຄະນະບໍລິຫານງານສູນກາງພັກສະໄໝທີ XII “ກ່ຽວກັບການເພີ່ມທະວີວຽກງານປົກປັກຮັກສາ, ດູແລ ແລະ ປັບປຸງຍົກສູງສຸຂະພາບຂອງປະຊາຊົນ ໃນສະພາບການໃໝ່” (ມະຕິເລກທີ 20-NQ/TW) ໄດ້ຢືນຢັນເປົ້າໝາຍສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອປັບປຸງສຸຂະພາບ, ຄວາມສູງໃຫຍ່, ອາຍຸຍືນ ແລະ ຄຸນນະພາບຊີວິດ ຂອງຊາວຫວຽດນາມ; ຮັບປະກັນໃຫ້ທຸກຄົນໄດ້ຮັບການປົກປ້ອງ ແລະ ເບິ່ງແຍງດູແລ; ມີຄວາມສະເໝີພາບທາງດ້ານສິດແລະພັນທະ ໃນການເຂົ້າຮ່ວມ ແລະ ເຊົມໃຊ້ການປະກັນສຸຂະພາບ ແລະ ບໍລິການທີ່ກ່ຽວຂ້ອງ. ດ້ວຍຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ ແລະ ຄວາມເປັນແກ່ນສານ ຂອງຂະແໜງສາທາລະນະສຸກ, ວຽກງານປົກປັກຮັກສາ, ເບິ່ງແຍງດູແລ ແລະ ປັບປຸງຍົກສູງສຸຂະພາບຂອງປະຊາຊົນປະເທດເຮົາ ໄດ້ຮັບໝາກຜົນອັນໃຫຍ່ຫຼວງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ.
ໝາກຜົນຂອງຂະແໜງສາທາລະນະສຸກຫວຽດນາມ
ໃນຊຸມປີທີ່ຜ່ານມາມໍ່ນີ້, ລະບົບສາທາລະນະສຸກຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນຫຼາຍຢ່າງ, ພິເສດແມ່ນ:
ທີໜຶ່ງ, ລະບົບສາທາລະນະສຸກທຸກຂັ້ນ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. ການເຄື່ອນໄຫວຮັກສາສຸຂະພາບເບື້ອງຕົ້ນ, ການແພດປ້ອງກັນ, ການຄວບຄຸມພະຍາດຕິດແປດແລະພະຍາດບໍ່ຕິດແປດ ໄດ້ຮັບການຊຸກຍູ້; ໄດ້ກວດພົບ, ຄວບຄຸມ ແລະ ຈັດການແກ້ໄຂຢ່າງທັນການ, ປັບປຸງປະສິດທິຜົນການຕອບໂຕ້ຕໍ່ບັນຫາສຸຂະພາບທີ່ກ່ຽວຂ້ອງໄພພິບັດທາງທຳມະຊາດ, ການລະບາດຂອງພະຍາດຫຼາຍຊະນິດ ໄດ້ຖືກຄວບຄຸມ, ລວມທັງການແຜ່ລະບາດຂອງໂຄວິດ-19... ປະຊາຊົນທຸກຄົນສາມາດເຂົ້າເຖິງບໍລິການສຸຂະພາບຂັ້ນພື້ນຖານທີ່ມີຄຸນນະພາບ.
ທີສອງ, ເຄືອຂ່າຍໂຮງໝໍທົ່ວປະເທດນັບມື້ນັບໄດ້ຮັບການປັບປຸງ ຜ່ານການລົງທຶນຈາກພັນທະບັດລັດຖະບານ, ການລະດົມແຫຼ່ງກຳລັງສັງຄົມ ແລະ ໂຄງການຊ່ວຍເຫຼືອຈາກຕ່າງປະເທດ, ໂດຍສະເພາະ ໂຮງໝໍເມືອງ ແລະ ໃນບັນດາແຂວງທີ່ປະສົບກັບຄວາມຫຍຸ້ງຍາກ. ຍ້ອນແນວນັ້ນ, ຄຸນນະພາບຂອງການກວດແລະປິ່ນປົວພະຍາດ ໄດ້ຮັບການປັບປຸງ; ບໍລິການການແພດທີ່ມີເຕັກໂນໂລຊີສູງຈຳນວນໜຶ່ງ ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ ເພື່ອຕອບສະໜອງຄວາມຕ້ອງການດ້ານການເບິ່ງແຍງດູແລສຸຂະພາບທີ່ເພີ່ມຂຶ້ນຂອງປະຊາຊົນ.
ທີສາມ, ຫຼາຍວິທີແກ້ໄຂໄດ້ຮັບການຜັນຂະຫຍາຍ ເພື່ອປ່ຽນແປງໃໝ່ກົນໄກການເງິນດ້ານສຸຂະພາບ, ໃນນັ້ນ ສະພາແຫ່ງຊາດຜ່ານມະຕິເລກທີ 18/2008/QH12 ລົງວັນທີ 3 ມິຖຸນາ 2008 “ກ່ຽວກັບການຊຸກຍູ້ການປະຕິບັດນະໂຍບາຍ ແລະກົດໝາຍຫັນເປັນສັງຄົມ ເພື່ອຍົກສູງຄຸນນະພາບການຮັກສາສຸຂະພາບຂອງປະຊາຊົນ”, ເພີ່ມການໃຊ້ຈ່າຍງົບປະມານຂອງລັດກ່ຽວກັບສຸຂະພາບ; ຄ່ອຍໆເພີ່ມອັດຕາສ່ວນການໃຊ້ຈ່າຍພາກລັດດ້ານສຸຂະພາບ. ອັດຕາສ່ວນລາຍຈ່າຍທາງການເງິນສາທາລະນະ ຕໍ່ລາຍຈ່າຍດ້ານສຸຂະພາບທັງໝົດ ເພີ່ມຂຶ້ນຈາກ 35% ໃນປີ 1998 ເປັນ 49% ໃນປີ 2017 ແລະ 47,1% ໃນປີ 2020. ອັດຕາຄວາມຄຸ້ມຄອງການປະກັນສຸຂະພາບເພີ່ມຂຶ້ນໃນຫຼາຍປີທີ່ຜ່ານມາ, ມາຮອດວັນນີ້ 92% ຂອງປະຊາກອນຫວຽດນາມມີປະກັນສຸຂະພາບ. ລາຄາຄ່າບໍລິການທາງການແພດໄດ້ຮັບການປ່ຽນແປງໃໝ່ ໃນທິດທາງຂອງການຄ່ອຍໆຄິດໄລ່ຄ່າໃຊ້ຈ່າຍທີ່ຖືກຕ້ອງແລະຄົບຖ້ວນ; ພ້ອມກັນນັ້ນ, ໃຊ້ມາດຕະການແກ້ໄຂສະໜັບສະໜູນທີ່ດີ ສໍາລັບກຸ່ມທີ່ມີຄວາມສ່ຽງ ເຊັ່ນ: ຊື້ບັດປະກັນສຸຂະພາບໃຫ້ຜູ້ທຸກຍາກ, ເດັກນ້ອຍຕ່ຳກວ່າ 6 ປີ, ແລະຜູ້ສູງອາຍຸ; ຊ່ວຍເຫຼືອຜູ້ໃກ້ຍາກຈົນ ດ້ວຍ 70% ຂອງມູນຄ່າໜ້າບັດປະກັນໄພສຸຂະພາບ; ໜູນຊ່ວຍຄ່າອາຫານ, ຄ່າເດີນທາງ ແລະ ຄ່າປະກັນສຸຂະພາບ ໃຫ້ແກ່ຄົນທຸກຍາກ ແລະ ຊົນເຜົ່າສ່ວນໜ້ອຍ. ຍ້ອນເຫດນັ້ນ, ຄົນທຸກຍາກຢູ່ຫວຽດນາມສາມາດເຂົ້າເຖິງບໍລິການດ້ານສຸຂະພາບໄດ້ດີ, ລວມເຖິງບໍລິການເຕັກໂນໂລຢີຂັ້ນສູງ; ປະກອບສ່ວນຮັບປະກັນຄວາມສະເໝີພາບໃນການດູແລສຸຂະພາບຂອງປະຊາຊົນ.
ທີສີ່, ຂະແໜງສາທາລະນະສຸກປະຕິບັດຫຼາຍວິທີແກ້ໄຂ ເພື່ອຍົກສູງຄຸນນະພາບການປະຕິບັດງານຂອງສະຖານທີ່ປິ່ນປົວພະຍາດ ລວມທັງການຈັດຕັ້ງປະຕິບັດກົນໄກເປັນເຈົ້າຕົນເອງທາງການເງິນ, ບຸກຄະລາກອນ ແລະ ເປັນເຈົ້າຕົນເອງໃນການຈັດຕັ້ງກົງຈັກ ເພື່ອປະຕິບັດວຽກງານທີ່ໄດ້ຮັບມອບໝາຍເປັນຢ່າງດີ. ນະໂຍບາຍຫັນເປັນສັງຄົມປະກອບສ່ວນລະດົມຊັບພະຍາກອນເພີ່ມເຕີມນອກງົບປະມານຂອງລັດ ເພື່ອລົງທຶນກໍ່ສ້າງສະຖານທີ່ປິ່ນປົວພະຍາດ ແລະ ຍົກສູງຄຸນນະພາບການບໍລິການ.
ທີຫ້າ, ປະລິມານ ແລະ ຄຸນນະພາບຂອງຊັບພະຍາກອນມະນຸດດ້ານການແພດນັບມື້ນັບໄດ້ຮັບການປັບປຸງ. ຫຼາຍວິທີແກ້ເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດການແພດແບບຍືນຍົງ ໃຫ້ເຂດທີ່ປະສົບຄວາມຫຍຸ້ງຍາກ ໄດ້ຮັບການປະຕິບັດ, ເຊັ່ນ ການຝຶກອົບຮົມຜູ້ສະໝັກ, ການຝຶກອົບຮົມຕາມທີ່ຢູ່, ການໃຊ້ວິທີແກ້ໄຂຈຳນວນຫຼາຍ ເພື່ອດຶງດູດພະນັກງານທາງການແພດ ໃຫ້ມາເຮັດວຽກໃນເຂດພູດອຍ, ເຂດຫ່າງໄກສອກຫຼີກ... ຮອດປີ 2020, ອັດຕາສ່ວນແພດໝໍຕໍ່ປະຊາກອນ 10.000 ຄົນໃນທົ່ວປະເທດແມ່ນ 9,4 ຄົນ ແລະ ຫຼາຍກວ່າ 80% ຂອງສະຖານທີ່ສາທາລະນະສຸກຕາແສງໃນທົ່ວປະເທດ ມີທ່ານໝໍເຮັດວຽກ. ສະຖານທີ່ຝຶກອົບຮົມບຸກຄະລາກອນທາງການແພດໄດ້ລົງທຶນ ແລະຍົກລະດັບ ເພື່ອຍົກສູງຄຸນນະພາບການຝຶກອົບຮົມ. ກົດໝາຍວ່າດ້ວຍການກວດ ແລະປິ່ນປົວພະຍາດທີ່ໄດ້ຮັບການຮັບຮອງເອົາໂດຍສະພາແຫ່ງຊາດຊຸດທີ XV ໃນວັນທີ 9 ມັງກອນ 2023, ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ, ຈະເພີ່ມທະວີການຄຸ້ມຄອງ ແລະ ຍົກສູງຄຸນນະພາບຊັບພະຍາກອນມະນຸດດ້ານການແພດ, ການປ່ຽນວິທີການອອກໃບອະນຸຍາດປະກອບວິຊາຊີບ ຈາກການໃຫ້ໃບອະນຸຍາດປະກອບວິຊາຊີບ ໂດຍການກວດສອບເອກະສານ ມາເປັນຕ້ອງມີການກວດສອບແລະປະເມີນຄວາມສາມາດໃນການປະກອບວິຊາຊີບກ່ອນອອກໃບອະນຸຍາດປະກອບວິຊາຊີບ, ໃນຂະນະດຽວກັນ ກໍ່ກໍານົດໃຫ້ໃບອະນຸຍາດປະກອບວິຊາຊີບມີອາຍຸ 5 ປີ ແລະຕ້ອງມີການປັບປຸງຄວາມຮູ້ທາງການແພດເປັນເງື່ອນໄຂໜຶ່ງໃນການຕໍ່ອາຍຸໃບອະນຸຍາດປະກອບວິຊາຊີບ.
ດ້ວຍບັນດາຜົນງານທີ່ບັນລຸໄດ້ນັ້ນ, ບັນດາຕົວຊີ້ວັດສຸຂະພາບຂັ້ນພື້ນຖານຂອງຫວຽດນາມສ່ວນໃຫຍ່ໄດ້ບັນລຸເປົ້າໝາຍແຫ່ງຊາດ ແລະ ເປົ້າໝາຍການພັດທະນາແຫ່ງສະຫັດສະວັດ ພ້ອມທັງເປົ້າໝາຍການພັດທະນາແບບຍືນຍົງ ຈົນເຖິງປີ 2030 ແລະດີກວ່າອັດຕາສະເລ່ຍຂອງບັນດາປະເທດທີ່ມີລາຍໄດ້ຕໍ່ຫົວຄົນໃນລະດັບດຽວກັນ ເຊັ່ນ: ອາຍຸຍືນສະເລ່ຍເພີ່ມຂຶ້ນແລະບັນລຸ 73,7 ປີ; ຕົວຊີ້ວັດການດູແລສຸຂະພາບແມ່ແລະເດັກ ມີການປັບປຸງຫຼາຍຂຶ້ນ; ອັດຕາການຕາຍຂອງແມ່ໃນປີ 1990 ແມ່ນ 233/100.000 ການເກີດມີຊີວິດ, ໄດ້ຫຼຸດລົງເປັນ 43/100.000 ການເກີດມີຊີວິດໃນປີ 2017; ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 1 ປີຫຼຸດລົງຈາກ 36,9 ຄົນ/ການເກີດມີຊີວິດ 1.000 ຄົນໃນປີ 1990 ເປັນເດັກ 16,9 ຄົນ/ການເກີດມີຊີວິດ 1.000 ຄົນໃນປີ 2017(1). ໃນປີ 1990, ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 5 ປີແມ່ນ 1/20 ຄົນ (ເດັກ 51 ຄົນ/ການເກີດມີຊີວິດ 1.000 ຄົນ), ຫຼຸດລົງທຸກປີ (1990-2016) ແມ່ນ 3,3% ໃນທົ່ວປະເທດ. ອັດຕາການຂາດສານອາຫານແບບຕ່ຳເຕ້ຍໄດ້ຫຼຸດລົງຈາກ 33,9% ໃນປີ 2007 ເປັນ 18,1% ໃນປີ 2020(2). ໂຄງການສັກຢາວັກຊີນທີ່ຂະຫຍາຍອອກໄປ ແມ່ນຜົນສໍາເລັດຂອງເຄືອຂ່າຍສຸຂະພາບລະດັບຮາກຖານ. ສະຖານີສາທາລະນະສຸກຕາແສງໄດ້ຜັນຂະຫຍາຍແຕ່ປີ 1985 ຮອດປີ 1995, ໃນທົ່ວປະເທດບໍ່ມີຕາແສງຂາວກ່ຽວກັບການສັກວັກຊີນອີກຕໍ່ໄປ. ຫວຽດນາມໄດ້ກຳຈັດພະຍາດໂປລິໂອຢ່າງສິ້ນເຊີງໃນປີ 2000 ແລະ ລົບລ້າງບາດທະຍັກໃນເດັກເກີດໃໝ່ໃນປີ 2005.ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ໃນສະພາບການໃໝ່
ທີໜຶ່ງ, ຄວາມຕ້ອງການດ້ານການຮັກສາສຸຂະພາບຂອງປະຊາຊົນ ນັບມື້ນັບເພີ່ມຂຶ້ນທັງດ້ານປະລິມານແລະຄຸນນະພາບ, ການປ່ຽນແປງທາງດ້ານຮູບແບບພະຍາດ ດ້ວຍການເພີ່ມຂຶ້ນຢ່າງວ່ອງໄວຂອງພະຍາດບໍ່ຕິດຕໍ່, ອຸບັດຕິເຫດ ແລະການບາດເຈັບ. ພະຍາດຕິດແປດອັນຕະລາຍບາງຊະນິດທີ່ພາໃຫ້ເກີດພະຍາດລະບາດ ຍັງມີຄວາມສ່ຽງທີ່ຈະກັບມາແຜ່ລະບາດຂຶ້ນ ເຊັ່ນພະຍາດອະຫິວາ, ໄຂ້ຍຸງ, ໄຂ້ເລືອດອອກ... ນອກຈາກນັ້ນ, ຍັງມີພະຍາດລະບາດໃໝ່ແລະແປກປະຫຼາດເກີດຂຶ້ນອີກຈຳນວນໜຶ່ງ ທີ່ສະລັບສັບຊ້ອນແລະຄາດເດົາບໍ່ໄດ້, ເຊັ່ນ: SARS ແລະ SARS-CoV-2. ປັດໄຈສ່ຽງຕໍ່ສຸຂະພາບທີ່ກ່ຽວຂ້ອງກັບສິ່ງແວດລ້ອມ, ວິຖີຊີວິດ, ການປ່ຽນແປງສະພາບອາກາດ ແລະອື່ນໆ ຍັງບໍ່ໄດ້ຮັບການຄວບຄຸມຢ່າງດີ.
ທີສອງ, ເຖິງວ່າ ບັນດາຕົວຊີ້ວັດດ້ານສຸຂະພາບໂດຍທົ່ວໄປຂ້ອນຂ້າງດີ, ແຕ່ ຄວາມແຕກຕ່າງຢ່າງຫຼາຍ ລະຫວ່າງພາກພື້ນແລະກຸ່ມປະຊາກອນ ກໍ່ເພີ່ມຫຼາຍຂຶ້ນ. ສະພາບສຸຂະພາບຂອງປະຊາຊົນຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດຊົນເຜົ່າສ່ວນໜ້ອຍ ຍັງບໍ່ດີ, ໂດຍສະເພາະ ແມ່ນຕົວຊີ້ວັດການເສຍຊີວິດຂອງແມ່, ການຕາຍຂອງເດັກ, ການຂາດສານອາຫານ...
ທີສາມ, ລະບົບການແພດ ແລະວຽກງານຮັກສາສຸຂະພາບໄດ້ສຸມໃສ່ການປິ່ນປົວຄົນເຈັບຢູ່ສະຖານທີ່ປິ່ນປົວຫຼາຍຂຶ້ນ, ໃນຂະນະທີ່ ການວິເຄາະຄວາມຕ້ອງການດູແລສຸຂະພາບສະແດງໃຫ້ເຫັນວ່າ ມີຄົນພຽງປະມານ 20% ເທົ່ານັ້ນ ທີ່ເຈັບປ່ວຍ ແລະຕ້ອງເຂົ້າໂຮງໝໍ, ສ່ວນທີ່ເຫຼືອອີກ 80% ບໍ່ມີພະຍາດປະຈຳຕົວຫຼືບໍ່ມີເລີຍ ແລະຕ້ອງການພຽງບໍລິການດູແລສຸຂະພາບເບື້ອງຕົ້ນເທົ່ານັ້ນ. ຢ່າງໃດກໍ່ຕາມ, ການໃຫ້ບໍລິການດູແລສຸຂະພາບເບື້ອງຕົ້ນ ຍັງບໍ່ໄດ້ຮັບການດຳເນີນງານຢ່າງດີ. ຄວາມສາມາດໃນການໃຫ້ບໍລິການສຸຂະພາບຂັ້ນຮາກຖານ, ໂດຍສະເພາະ ສະຖານີສາທາລະນະສຸກຕາແສງ ຍັງຈຳກັດ ຍ້ອນຂາດບຸກຄະລາກອນ, ລະດັບວິຊາຊີບຂອງພະນັກງານການແພດຍັງຈຳກັດ, ອຸປະກອນການແພດບໍ່ພຽງພໍ, ຂາດຢາ ຂາດອຸປະກອນແລະເວດຊະພັນ. ຄວາມສາມາດທີ່ຈຳກັດ ໃນການໃຫ້ບໍລິການປິ່ນປົວຂອງສະຖານພະຍາບານລະດັບເມືອງ(3)/ ສະຖານພະຍາບານຕາແສງ ເຮັດໃຫ້ມີສະພາບໜັກເກີນໄປໃນໂຮງໝໍຊັ້ນສູງ. ການຈັດຕັ້ງປະຕິບັດໂຄງການປ້ອງກັນ ແລະຄວບຄຸມພະຍາດບໍ່ຕິດແປດ ບໍ່ສາມາດຕອບສະໜອງຄວາມຕ້ອງການ, ຕົ້ນຕໍ ພຽງແຕ່ສຸມໃສ່ການປິ່ນປົວ, ບໍ່ສຸມໃສ່ການຄວບຄຸມປັດໄຈສ່ຽງ ເພື່ອປ້ອງກັນພະຍາດ ເຊັ່ນດຽວກັນກັບການຕິດຕາມ ແລະການຄຸ້ມຄອງພະຍາດເລືອດດັນສູງ ຢູ່ສະຖານີສາທາລະນະສຸກຕາແສງ ຍັງບໍ່ດີ.
ທີສີ່, ການເງິນດ້ານສາທາລະນະສຸກຍັງມີຂໍ້ບົກຜ່ອງຫຼາຍ ເມື່ອແຫຼ່ງລົງທຶນເພື່ອການດູແລສຸຂະພາບມີບໍ່ຫຼາຍ ແລະຍັງຖືກຕັດຂາດ ຍ້ອນງົບປະມານທີ່ຈໍາກັດ.
ທີຫ້າ, ຊັບພະຍາກອນບຸກຄົນດ້ານການແພດຍັງບໍ່ພຽງພໍ ທັງໃນດ້ານປະລິມານ ແລະຄຸນນະພາບ ແລະ ບໍ່ມີການກະຈາຍຢ່າງເໝາະສົມຕາມລະດັບ, ພາກພື້ນ, ຂົງເຂດວິຊາສະເພາະ, ໂດຍສະເພາະແມ່ນ ການຂາດແຄນແພດໝໍ ແລະແພດການຢາ ໃນເຂດຊົນນະບົດ, ພູດອຍ ແລະເຂດຫ່າງໄກສອກຫຼີກ; ຄວາມໜາແໜ້ນຂອງທ່ານໝໍແລະພະຍາບານຕໍ່ປະຊາກອນ 10.000 ຄົນ ຍັງຢູ່ໃນລະດັບຕໍ່າ.
ທີຫົກ, ພາຍຫຼັງພະຍາດລະບາດ, ຂະແໜງສາທາລະນະສຸກຕ້ອງປະເຊີນໜ້າກັບຫຼາຍບັນຫາທີ່ເກີດຂຶ້ນ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ເຊັ່ນ ການຂາດວຽກເຮັດງານທຳ, ການໜີງານຂອງພະນັກງານການແພດ, ໂດຍສະເພາະ ບຸກຄະລາກອນທີ່ມີປະສົບການ ແລະ ມີຄຸນສົມບັດໃນໂຮງໝໍພາກລັດ ຍ້ອນຄວາມກົດດັນໃນການເຮັດວຽກ, ລະດັບອັນຕະລາຍ, ຄວາມສ່ຽງດ້ານອາຊີບ....; ສະພາບການຂາດແຄນຢາ, ວັດຖຸແລະອຸປະກອນການແພດພາກສ່ວນ ໃນຫຼາຍສະຖານທີ່ສາທາລະນະສຸກທົ່ວປະເທດ; ຄຸນນະພາບຂອງການຄຸ້ມຄອງ, ບໍລິຫານ ແລະ ຮັບໃຊ້ຄົນເຈັບຢູ່ບາງສະຖານທີ່ສາທາລະນະສຸກ ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ; ໂຄງປະກອບຂອງພະຍາດມີການປ່ຽນແປງ, ຂະໜາດປະຊາກອນເພີ່ມຂຶ້ນ, ຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19,... ໄດ້ສ້າງຄວາມກົດດັນຢ່າງໃຫຍ່ຫຼວງໃນວຽກງານການແພດ.
ທິດທາງປັບປຸງບູລະນະສະຖາບັນ ແລະ ນະໂຍບາຍກ່ຽວກັບການຮັກສາສຸຂະພາບ,
ຮັບປະກັນສິດທິໃນການເຂົ້າເຖິງບໍລິການດ້ານສຸຂະພາບ ຂອງປະຊາຊົນທຸກຄົນ
ເປົ້າໝາຍບຸລິມະສິດຂອງລະບົບສາທາລະນະສຸກຫວຽດນາມ ແມ່ນຮັບປະກັນໃຫ້ປະຊາຊົນທຸກຄົນມີສຸຂະພາບເຂັ້ມແຂງ ແລະ ແຕ່ລະຄົນມີການຄຸ້ມຄອງສຸຂະພາບໂດຍຄົວເຮືອນ, ດັ່ງນັ້ນ ເມື່ອພວກເຂົາເຈັບປ່ວຍກໍ່ສາມາດໃຊ້ບໍລິການດູແລສຸຂະພາບທີ່ສົມບູນແບບແລະຮັບປະກັນວ່າ ປະຊາຊົນຈະບໍ່ປະເຊີນກັບພາລະທາງການເງິນ ຍ້ອນຄ່າໃຊ້ຈ່າຍຮັກສາພະຍາບານ. ເພື່ອເພີ່ມທະວີການບໍລິການ ໂດຍມຸ່ງສູ່ຄວາມສະເໝີພາບ ປະສິດທິຜົນ ແລະ ຄຸນນະພາບ; ຕອບສະໜອງຄວາມຕ້ອງການດ້ານການດູແລສຸຂະພາບ, ຮັບປະກັນການເຂົ້າເຖິງບໍລິການດ້ານສຸຂະພາບສຳລັບທຸກຄົນ ແລະ ຖືປະຊາຊົນເປັນໃຈກາງ, ການປັບປຸງສະຖາບັນ ແລະ ນະໂຍບາຍສາທາລະນະສຸກໃຫ້ສົມບູນແບບ ໃນໄລຍະຈະມາເຖິງ ຈະຕ້ອງສຸມໃສ່ບັນດາບັນຫາຕໍ່ໄປນີ້:
ທີໜຶ່ງ, ສືບຕໍ່ປັບປຸງລະບົບສະຖາບັນແລະກົດໝາຍ, ຮັບປະກັນແລວທາງດ້ານກົດໝາຍໃນການຮັກສາສຸຂະພາບຂອງປະຊາຊົນ, ສຸມໃສ່ການສ້າງແລະສົ່ງເອກະສານນິຕິກຳທີ່ເປັນ “ບານພັບ” ໃນການດຳເນີນງານຂອງຂະແໜງການ ໃຫ້ລັດຖະບານ ເພື່ອສະເໜີໃຫ້ສະພາແຫ່ງຊາດຮັບຮອງເອົາ ເຊັ່ນ ກົດໝາຍວ່າດ້ວຍຢາ (ແກ້ໄຂເພີ່ມເຕີມ), ກົດໝາຍປະກັນສຸຂະພາບ (ແກ້ໄຂເພີ່ມເຕີມ), ກົດໝາຍປະຊາກອນ, ກົດໝາຍອຸປະກອນການແພດ, ກົດໝາຍປ້ອງກັນພະຍາດ...
ທີສອງ, ປ່ຽນແປງໃໝ່ການຈັດຕັ້ງລະບົບສາທາລະນະສຸກ ແລະ ກົນໄກດຳເນີນງານຕາມທິດພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສາທາລະນະສຸກຂັ້ນຮາກຖານ ໃນການໃຫ້ບໍລິການດູແລສຸຂະພາບເບື້ອງຕົ້ນ ຕາມຄວາມຊ່ຽວຊານດ້ານເຕັກນິກ 3 ລະດັບ (ລະດັບການກວດສຸຂະພາບແລະການປິ່ນປົວເບື້ອງຕົ້ນ; ລະດັບການກວດສຸຂະພາບແລະການປິ່ນປົວຂັ້ນພື້ນຖານ; ລະດັບການກວດແລະການປິ່ນປົວສະເພາະທາງ) ສອດຄ່ອງກັບໜ້າທີ່ແລະວຽກງານທີ່ເໝາະສົມ ຕາມຄວາມຕ້ອງການຂອງລະດັບມືອາຊີບ (ບໍ່ແບ່ງຕາມເສັ້ນທາງການບໍລິຫານໃນປະຈຸບັນ); ໃນນັ້ນ, ໜ້າທີ່ການດູແລສຸຂະພາບເບື້ອງຕົ້ນ ດຳເນີນການໂດຍສະຖານີສາທາລະນະສຸກຕາແສງ ເຊິ່ງມີບົດບາດເປັນຜູ້ເຝົ້າປະຕູໃນລະບົບສາທາລະນະສຸກ. ກຳນົດພາລະບົດບາດ, ໜ້າທີ່ ແລະ ຂອບເຂດການໃຫ້ບໍລິການຂອງໜ່ວຍແພດ ແຕ່ລະລະດັບຢ່າງຈະແຈ້ງ ໂດຍຕ້ອງລະບຸຄວາມສຳພັນລະຫວ່າງສະຖານພະຍາບານ ໃນການໃຫ້ບໍລິການທາງການແພດຢ່າງຈະແຈ້ງ. ຈຳເປັນຕ້ອງກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງໂຮງໝໍຢ່າງຈະແຈ້ງ ໃນການໜູນຊ່ວຍລະດັບບໍລິການປະຖົມພະຍາບານໃຫ້ປະຕິບັດໜ້າທີ່ການປິ່ນປົວພະຍາດເບື້ອງຕົ້ນໃຫ້ດີ.
ທີສາມ, ປ່ຽນແປງໃໝ່ກົນໄກການສະໜອງເງິນທຶນດ້ານສຸຂະພາບ ເພື່ອສ້າງແຮງຈູງໃຈໃນການເຮັດວຽກໃຫ້ກັບບຸກຄະລາກອນທາງການແພດ ໃນການໃຫ້ບໍລິການດ້ານສຸຂະພາບທີ່ມີຄຸນນະພາບ, ການດູແລຢ່າງຮອບດ້ານ ແລະ ຕໍ່ເນື່ອງ ພ້ອມທັງເພີ່ມການເຂົ້າເຖິງບໍລິການທາງການແພດ ສຸຂະພາບ ແລະ ປ້ອງກັນຄວາມສ່ຽງທາງການເງິນ ຍ້ອນຄ່າປິ່ນປົວພະຍາດຂອງປະຊາຊົນ.
ທີສີ່, ສ້າງນະໂຍບາຍພັດທະນາຊັບພະຍາກອນມະນຸດດ້ານສຸຂະພາບ, ເຊັ່ນ ສ້າງໂຄງການພັດທະນາຊັບພະຍາກອນມະນຸດດ້ານສຸຂະພາບ; ກວດກາຄືນລະບອບ ແລະນະໂຍບາຍສຳລັບພະນັກງານການແພດ; ການວາງແຜນເຄືອຂ່າຍສະຖານພະຍາບານໃນໄລຍະປີ 2021-2030, ວິໄສທັດເຖິງ 2050.
ທີຫ້າ, ມີນະໂຍບາຍທີ່ສົມບູນເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງການກວດ ແລະ ການປິ່ນປົວພະຍາດ. ປັບປຸງບູລະນະຂະບວນການແນະນໍາຢ່າງມືອາຊີບ ເພື່ອກວດສອບຄຸນນະພາບຂອງບໍລິການທາງການແພດ./.
--------------------------
(1) ອີງຕາມຜົນການສືບສວນຂອງທະນາຄານໂລກ (2019)
(2) ອີງຕາມຜົນການສໍາຫຼວດໂພຊະນາການແຫ່ງຊາດປີ 2019-2020 ຈັດຕັ້ງປະຕິບັດໂດຍ ສະຖາບັນໂພຊະນາການແຫ່ງຊາດ (ກະຊວງສາທາລະນະສຸກ) ສົມທົບກັບກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ) ແລະ ການສະໜັບສະໜູນຈາກອົງການຈັດຕັ້ງສາກົນຄື: ກອງທຶນເດັກແຫ່ງສະຫະປະຊາຊາດ (UNICEF), ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO), ອົງການອະນາໄມໂລກ (WHO), ທະນາຄານໂລກ (WB), IGN, CDC (ສະຫະລັດອາເມລິກາ), ສະຖາບັນການຄົ້ນຄວ້າເພື່ອການພັດທະນາ (ຝຣັ່ງ), FHI 360 / FHI Solutions (Intake, Alive & Thrive), ໂຄງການ INDDEX - ມະຫາວິທະຍາໄລ Tufts (USA)
(3) ຄວາມສາມາດໃນການນຳໃຊ້ຕຽງນອນຂອງໂຮງໝໍເມືອງບາງແຫ່ງ ຕ່ຳກວ່າ 60%
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1016 (ເດືອນມິຖຸນາ 2023)